ວ.ກ. ອອນ​ໄລ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ຄົບຮອບ 83 ປີ, ວາລະສານ​ກອມ​ມູນິດ ສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, ສະຖາ​ນີວິທະຍຸ​ໂທລະພາບ​ຫວຽດນາມ, ຄະນະ​ພັກ​ກຸ່ມ​ບໍລິສັດ​ນ້ຳມັນ​ແກ໊ດ​ແຫ່ງຊາດ​ຫວຽດວານ ຈັດ​ຕັ້ງງານມະ​ໂຫລານ ​ແລກປ່ຽນ ສະ​ແດງ​ສິລະ​ປະ​ວັນນະຄະດີ​ ໃນ​ຫົວ​ຂໍ້ “ເຊື່ອ​ໜັ້ນ​ໄປ​ຕາມ​ພັກ​ຕະຫລອດ​ກາລະ​ນານ” ຢູ່​ທີ່​ໂຮງ​ມະ​ໂຫ​ສົບ​ໃຫຍ່ຮ່າ​ໂນ້ຍ ​ໃນຄ່ຳ​ວັນ​ທີ 02 ກຸມພາ 2013.

ທ່ານ ຮສ. ດຣ. ຫວູວັນຝຸກ ເລຂາຄະນະພັກ, ຜູ້ບັນນາທິການໃຫຍ່ ວາລະສານກອມມູນິດ ອ່ານສູນທອນພົດໄຂງານມະໂຫລານ - ຮູບໂດຍ: ດ່າວງວຽນ

      ໃຫ້ກຽດ​ເຂົ້າ​ຮ່ວມງານ​ມະ​ໂຫລານ​ມີ​ບັນດາ​ສະຫາຍ: ຕ່ອງ​ທີ້ຝ່ອງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ; ຫວູຄວາມ, ອະດີດ​ເລຂາທິການ​ສູນ​ກາງ​ພັກ, ອະດີດ​ຮອງ​ນາຍົກລັດຖະມົນຕີ; ​ເຈິ່ນກວັກ​ເວື້ອງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງການ​ສູນ​ກາງ; ຟ້າ​ມບິ່ງ​ມິງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ; ​ເຈິ່ນລື​ວຫາຍ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະ​ຈັດ​ຕັ້ງ​ສູນ​ກາງ; ຟານ​ຊວັນ​ຢຸ໊ງ, ກຳມະການ​ສູນ​ກາງ​ພັກ, ປະທານກຳມາ​ທິການ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດລ້ອມ ສັງກັດ​ສະພາ​ແຫ່ງ​ຊາດ; ​ໂຕ​ເລິ​ມ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ; ຮສ. ດຣ. ຫວູວັນ​ຝຸກ, ​ເລຂາ​ຄະນະ​ພັກ, ຜູ້​ບັນນາທິການ​ໃຫຍ່ ວາລະສານ​ກອມ​ມູນິດ; ຮ່າ​ດັງ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ແນວ​ຄິດ​ວັດທະນະທຳ​ສູນ​ກາງ; ຜູ້ຕາງໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, ກຸ່ມ​ບໍລິສັດ​ນ້ຳມັນ​ແກ໊​ດ​ແຫ່ງ​ຊາດ​ຫວຽດນາມ,…

     ຕາງໜ້າ​ຄະນະ​ຈັດ​ຕັ້ງ​, ທ່ານ ຮສ. ດຣ. ຫວູວັນ​ຝຸກ ອ່ານສູນ​ທອນ​ພົດ​ໄຂງານ​ມະ​ໂຫລານ, ​ເຊິ່ງ​ໄດ້​ເນັ້ນ​ວ່າ: ລະດູ​ບານ​ໃໝ່​ໄດ້​ຜ່ານ​ພົ້ນ​ໄປ 83 ລະດູ​ແລ້ວ, ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ໂດຍ​ສືບ​ຕໍ່​ມູນ​ເຊື້ອ​ອະລິຍະ​ທຳ​ຫຼາຍ​ພັນ​ປີ​ຂອງ​ຊາດ, ພັກ​ກອມ​ມູນິດ​ຫວຽດນາມ - “ລູກ​ຄີງ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ” - ​ໄດ້​ນຳພາ​ປະ​ເທດ​ລຸກ​ຂຶ້ນ “ຈາກ​ບວກ​ຕົມ​ລຸກ​ຢືນ​ຂຶ້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ”; ​ເຊື່ອ​ໝັ້ນ​ຢ່າງ​ໜັກ​​ແໜ້ນ ​ແລະ ກ້າວ​ຂຶ້ນ​ຢ່າງ​ແຂງ​ແຮງ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ. ຢູ່​ໃນ​ໃຈ​ຂອງ​ປະ​ເທດ​ຊາດ, ພັກ​ໄດ້​ເຕີບ​ໃຫຍ່ ​ແລະ ນັບ​ມື້​ນັບ​ສົມ​ກຽດ​ກັບ “ຄຸນສົມບັດ​ສິນ​ທຳ, ຄວາມ​ສີວິ​ໄລ”, ​ເປັນ​ຜູ້ນຳ​ພາ ​ແລະ ຈັດຕັ້ງ​ໄຊຊະນະ​ທັງ​ໝົດ​ຂອງ​ການ​ປະຕິວັດ​ຫວຽດນາມ.

​ຮສ. ດຣ. ຫວູວັນ​ຝຸກ ​ເນັ້ນ​ວ່າ “ໃນ​ໄລຍະ​ປັດຈຸບັນ​ນີ້, ​ເປັນ​ຕົ້ນ​ແມ່ນ​ໃນປີກ​ວ່າ​ທີ່​ຜ່ານ​ມາ ​ໂດຍປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4, ສະ​ໄໝ​ທີ XI, ພັກ​ເຮົາ​ໄດ້​ດຳ​ເນີນ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນສະຫາຍ​ຢ່າງ​ເຂັ້ມ​ງວດ ຈິງ​ໃຈ ​ແລະ ​ເລິກ​ເຊິ່ງ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ສູ້​ຮົບ ​ໃຫ້​ທຽບ​ເທົ່າ​ກັບ​ລະ​ດັດ​ໜ້າ​ທີ່​ຂອງ​ຜູ້​ຮັບຜິດຊອບ​ນຳພາ ຕໍ່ໜ້າ​ປະຫວັດສາດ, ​ເພື່ອ​ໃຫ້​ສົມ​ກຽດ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ.
ກ້າວ​ເຂົ້າ​ສູ່​ປີ 2013 - ປີ “ຫົວລ້ຽວຫົວ​ຕໍ່” ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ XI ຂອງ​ພັກ, ດ້ວຍ​ບັນຍາກາດ​ລະດູບານ​ໃໝ່​ອັນ​ຟົດ​ຟື້ນ, ​ໃນ​ຍ່ານ​ດິນ​ຟ້າ​ທີ່​ສັກກະ​ລະ​ບູຊາ, ພັກ​ກອມ​ມູນິດ​ຫວຽດນາມ​ພວມຕັ້ງໜ້າ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ໃນ​ການ​ດັດ​ແປງ​ຕົນ​ເອງ, ປ່ຽນ​ແປງ​ໃໝ່​ຕົນ​ເອງ, ທັງ​ໝົດ​ນີ້​ກໍ່​ເພື່ອ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ສົມບູນ​ພູມ​ສຸກ​ຂອງ​ປະຊາຊົນ, ​ເພື່ອ​ອຳນາດ​ອະທິປະ​ໄຕ​ໃນຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເພື່ອ​ການ​ພັດທະນາ ​ແລະ ຄວາມ​ຍືນ​ຍົງ​ຂອງ​ປະ​ເທດ​ຫວຽດນາມ !”.
  
ບັນດາ​ຜູ້​ແທນ​ແລກປ່ຽນ​ຄວາມ​ຄິ​ດ​ເຫັນ - ຮູບ​ໂດຍ: ດ່າວງວຽນ 

     ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ ​ໃນ​ຫົວ​ຂໍ້ ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະ​ຊຸນ​ສູນ​ກາງ​ຄັ້ງ​ທີ 4 ສະ​ໄໝ​ທີ XI, ສະຫາຍຫວູຄວາມ, ອະດີດ​ເລຂາທິການ​ສູນ​ກາງ​ພັກ, ອະດີດ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ວ່າ ​ເພື່ອ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ ຕໍ່​ການ​ນຳພາ​ຂອງ​ພັກ, ​ໃນ​ເວລາ​ສະ​ເພາະ​ໜ້າ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ພະນັກງານ, ພະນັກງານ​ຕ້ອງ​ເປັນ​ແບບຢ່າງ, “ສະມາຊິກ​ພັກ​ໄປ​ກ່ອນ, ປະຊາຊົນ​ໄປ​ຕາມ​ຫຼັງ”. ກ່ຽວ​ກັບ​ຫົວ​ຂໍ້ ສືບ​ຕໍ່​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ໂຮ່ຈີ​ມິນ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ແລກປ່ຽນ ​ໄດ້​ແນະນຳ​ບັນດາ​ບົດຮຽນ​ປະສົບ​ການ​ທີ່​ດີ​ຈາກ​ຮາກ​ຖານ​ຕ່າງໆ ​ແລະ ລ້ວນ​ແຕ່​ໃຫ້​ທັດສະນະ​ວ່າ ຕ້ອງ​ຜັນ​ຂະຫຍາຍ​ການ​ຮ່ຳຮຽນ​ໂດຍ​ຜ່ານ​ວຽກ​ງານ​ອັນ​ລະອຽດ ຕົວ​ຈິງ; ຕິດ​ແໜ້ນ​ກັບໜ້າ​ທີ່​ການ​ເມືອງ​ຂອງ​ອົງການ ກົມ​ກອງ ທ້ອງ​ຖິ່ນ; ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາ​ມກວດກາ ກວດກາ​ນຂອງ​ຂັ້ນ​ເທິງ ​ແລະ ​ເອົາ​ໃຈ​ໃສ່​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ,…
 
 ລາຍການສະແດງ ຂ່ຳນັບຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ - ຮູບ​ໂດຍ: ດ່າວງວຽນ

     ໃນ​ຊ່ວງ​ເວລາ​ປະ​ເທດ​ຊາດພວມ​ກ້າວ​ເຂົ້າ​ສູ່​ລະດູບານ​ໃໝ່, ງານມະ​ໂຫລານ ​ແລກປ່ຽນສະ​ແດງ​ສິລະ​ປະ​ວັນນະຄະດີ “ເຊື່ອ​ໜັ້ນ​ໄປ​ຕາມ​ພັກ​ຕະຫລອດ​ກາລະ​ນານ” ​ໄດ້​ສະ​ແດງ​ອອກ​ໃນ​ການສະຫຼັບຊັບ​ຊ້ອນ​ລະຫວ່າງ​ບັນຍາ​ກາດ​ສິລະ​ປະກຳ ກັບ​ການ​ແລກປ່ຽນຄວາມ​ຄິດ​ເຫັນ ການ​ສື່​ຂ່າວ​ຕາມ​ເນື້ອ​ໃນ ຫົວຂໍ້​ໜຶ່ງ​ທີ່​ສອດ​ຮ້ອຍ​ຕະຫຼອດ​ ກ່ຽວ​ກັບ​ພັກ ກ່ຽວ​ກັບປະ​ເທດ​ຊາດ ກ່ຽວ​ກັບ​ບັນດາ​ໜ້າ​ທີ່ ​ເຊິ່ງທົ່ວ​ພັກ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ໃນ​ປັດຈຸບັນ ​ເພື່ອ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດ “ເຊື່ອ​ໜັ້ນ​ໄປ​ຕາມ​ພັກ​ຕະຫລອດ​ກາລະ​ນານ”./.

ໂດຍ ຫງວຽນ​ດຶກ