ວ.ກ. ອອນ​ໄລ - ວັນ​ທີ 05 ກຸມພາ 2013, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ສະຫາຍ ເວື​ອງດິ່ງ​​ເຫວ້ ລັດຖະມົນຕີ​ກະຊວງ​ການ​ເງິນ​ແຫ່ງ ສສ ​ຫວຽດນາມ ​ແລະ ສະຫາຍ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ສົນທະນາ​ກັນ​ ກ່ຽວ​ກັບສະພາບ​ການ​ເສດຖະກິດ​ການ​ເງິນ​ສັງ​ລວມ ຂອງ​ສອງ​ປະ​ເທດ.

ພາບປະກອບຂ່າວ - ຕາມແຫຼ່ງ: Internet

     ທີ່ການ​ພົບ​ປະ​ສົນທະນາ, ສະຫາຍ​ລັດຖະມົນຕີ​ທັງ​ສອງ​ ໄດ້​ທົບ​ທວນຄືນບັນດາ​ເຫດການ​ສຳຄັນ ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ເງິນ ​ຫວຽດນາມ - ລາວ​ ໃນ​ປີ 2012, ​ເຊິ່ງ​ເປັນ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມ ຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດ.

     ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ປີ 2013, ສະຫາຍ​ລັດຖະມົນ​ຕີ ​ເວື​ອງດິ່ງ​ເຫວ້ ສະ​ເໜີ​ໃຫ້​ສຸມ​ໃສ່​ໃຫ້ບຸລິມະສິດ​ ແກ່​ການ​ບຳລຸ​ມກໍ່ສ້າງ ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ​ຂະ​ແໜງການ​ການ​ເງິນ​ລາວ. ພິ​ເສດ​ແມ່ນ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ວັດຖຸ​ໂຮງຮຽນ​ຕ່າງໆ ຂອງ​ກະຊວງ​ການ​ເງິນ​ລາວ ​ໃຫ້​ທັນ​ກັບ​ກຳນົດ​ເວລາ ​ແລະ ສຳ​ເລັດ​ຜົນດ້ວຍ​ຄຸນ​ນະພາ​ບສູງ. ພ້ອມ​ກັນ​ນັ້ນ ຫວຽດນາມ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ເຄື່ອງ​ປະກອບ​ເຄື່ອງ​ຈັກ ​ແລະ ພື້ນຖານ​ວັດຖຸ​ອັນ​ຮີບ​ດ່ວນ​ຈຳນວນ​ໜຶ່ງ ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຝ່າຍ​ລາວ ​ແລະ ຄວາມ​ສາມາດ​ຕອບ​ສະໜອງ​ຂອງ​ກະຊວງ​ການ​ເງິນ​ຫວຽດນາມ.

     ​ໃນ​ປີ 2012 - ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ສອງ​ກະຊວງ​ການ​ເງິນ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເຊັ່ນ: ​ເລິ່ມລົງມື​ປະຕິບັດ​ໂຄງການ​ດັດ​ແປງ ຍົກ​ລະດັບ​ພື້ນຖານ​ວັດຖຸ​ຂ​ອງໂຮງຮຽນວິທະຍາ​ໄລ​ການ​ເງິນ​ພາ​ກ​ເໜືອ​ລາວ, ເລິ່ມລົງມື​ປະຕິບັດ​ໂຄງການ​ດັດ​ແປງ ຍົກ​ລະດັບ​ພື້ນຖານ​ວັດຖຸ​ຂອງ ສະ​ຖາ​ບັນ​ເສດຖະກິດ - ການ​ເງິນ ດົງ​ຄຳ​ສ້າງ ​ໄລຍະ 2; ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນຄັ້ງ​ທີ 5 ລະຫວ່າງ​ພະນັກງານ ຂ້າ​ລັດຖະການ​ການເງິນ​ ສອງ​ປະ​ເທດ ຫວຽດນາມ - ລາວ; ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ການ​ປະຊຸມ​ຄັ້ງ​ທີ 9 ຄະນະ​ຊີ້​ນຳ​ໂຄງການ​ຮ່ວມ​ມື​ ລະຫວ່າງ​ສອງ​ກະຊວງ​ການ​ເງິນ​ ຫວຽດນາມ ​ແລະ ລາວ;...

     ໃນ​ໂອກາດ​ນີ້, ​ໂດຍ​ປະຕິບັດ​ຕາມ​ການ​ມອບ​ສິດ​ ຂອງ​ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ, ສະຫາຍ​ລັດຖະມົນ​ຕີກະຊວງ​ການ​ເງິນ ​ເວື​ອງດິ່ງ​ເຫວ້ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ສອງ ​ໃຫ້ສະຫາຍ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນແຫ່ງ​ ສປປ ລາວ, ​ແລະ ປະດັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ສາມ ​ໃຫ້​ສະຫາຍ ສັນຕິພາບ ພົມວິຫານ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ເງິນແຫ່ງ ສປປ ລາວ, ​ທີ່​ໄດ້​ມີ​ຜົນງານ​ດີ​ເດັ່ນ​ເປັນ​ພິ​ເສດ ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

     ໃນ​ພິທີອັນ​ສົມ​ກຽດນີ້ ໂດຍ​ປະຕິບັດ​ຕາມ​ການ​ມອບ​ສິດ​ ຂອງ​ລັດ​ຖາ​ບານ​ແຫ່ງ ສປປ ລາວ, ສະຫາຍ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນແຫ່ງ ສປປ ລາວ ​ໄດ້​ປະດັບ​ຫຼຽນ​ໄຊ​ອິດສະຫຼະ​ຊັ້ນສອງ ​ໃຫ້ສະຫາຍ ເວື​ອງດິ່ງ​ເຫວ້ ລັດຖະມົນ​ຕີກະຊວງ​ການ​ເງິນຫວຽດນາມ ​ແລະ ສະຫາຍ ​ຫງວຽນ​ກົງ​ງຽບ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຫວຽດນາມ./.

​                                                                  ແຫຼ່ງຂ່າວ: TTXVN