ວ.ກ. ອອນ​ໄລ - ຄ່ຳ​ວັນ​ທີ 7 ກຸມພາ 2013, ຢູ່​ໂຮງ​ແຮມ ​ໂບ​ໂຣບູດົວ ທີ່​ໃຈກາງ​ນະຄອນຫຼວງ ຈາ​ກາ​ຕ້າ, ອິນ​​ໂດ​ເນ​ເຊຍ, ຄະນະຜູ້ຕາງໜ້າ​ຫວຽດນາມ ປະຈຳການຢູ່ ສະມາຄົມ​ບັນດາ​ປ​ະເທດ​ອາ​ຊີ​ຕາ​ເວນ​ອອກ​ສຽງ​ໃຕ້ (ອາ​ຊຽນ) ​ໄດ້​ຈັດ​ຕັ້ງ​ການ​ຮັບ​ແຂກ​ຕ່າງປະ​ເທດ ​ເນື່ອງ​ໃນ​ໂອ​ກາດ​ບຸນປີ​ໃໝ່​ປະຈຳ​ຊາດຫວຽດນາມ ປະຈຳປີ​ມະ​ເສ​ງ 2013 ​ແລະ ຂ່ຳນັບ​ຊົມ​ເຊີຍ ທ່ານ​ເລຂາທິການ​ໃຫຍ່​ຄົນ​ໃໝ່​ຂອງ ອາຊຽນ. 

ປະຊາຊົນຊື້ດອກຄາຍໃນມື້ບຸນປີໃໝ່

     ເປັນກຽດ​ມາ​ຮ່ວມ​ງານ​ຮັບ​ແຂກ​ມີ ​ເລຂາທິການ​ໃຫຍ່ອາ​ຊຽນ ທ່ານ​ເລ​ເລືອ​ງມິ​ງ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ, ​ເອກອັກຄະ​ລັດຖະທູດ - ຫົວໜ້າ​ຄະນະ​ຜູ້ຕາງໜ້າ ບັນດາ​ປະ​ເທດ​ຢູ່​ອາ​ຊຽນ, ເອກອັກຄະ​ລັດຖະທູດ ບັນດາ​ປະ​ເທດ​ອາ​ຊຽນ ຢູ່ອິນ​ໂດ​ເນ​ເຊຍ, ເອກອັກຄະ​ລັດຖະທູດ - ຜູ້​ຕາງໜ້າ​ປະຈຳການ​ບັນດາ​ປະ​ເທດ​ຢູ່​ອາ​ຊຽນ, ເອກອັກຄະ​ລັດຖະທູດ ບັນດາ​ປະ​ເທດ​ຄູ່​ສົນທະນາ ​ແລະ ບັນດາ​ປະ​ເທດ​ອື່ນ​ຢູ່ ອິນ​ໂດ​ເນ​ເຊຍ, ຜູ້​ຕາງໜ້າ​ຄະນະ​ທູຕານຸທູດ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ.

     ກ່າວ​ປາ​ໄສ​​ໃນງານ​ຮັບ​ແຂກ, ທ່ານເອກອັກຄະ​ລັດຖະທູດ - ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ ທີ່​ອາ​ຊຽນ ຫວູດັງ​ຢຸ໊ງ ​ເນັ້ນ​ວ່າ: ສະພາບ​ການ​ພາກ​ພື້ນ ​ແລະ ​ໃນ​ໂລກ​ປີ 2012 ສືບ​ຕໍ່​ມີ​ການ​ຜັນ​ປ່ຽນ​ສັບສົນ, ອັນ​ໄດ້​ສ້າງ​ໂອກາດ​ໃໝ່ ພ້ອມ​ດ້ວຍ​ສິ່ງ​ທ້າ​ທາຍບໍ່​ໜ້ອຍ​ຫຼາຍ​ຢ່າງ​ອອກ​ມາ ​ໃຫ້​ອາ​ຊຽນ ກໍ່​ຄື​ແຕ່ລະ​ປະ​ເທດ​ສະມາຊິກ. ທ່ານ​ເອກ​ອັກຄະ​ລັດຖະທູດຫວູດັງ​ຢຸ໊ງ ຢັ້ງຢືນ​ວ່າ ​ໃນປີ 2013 ຫວຽດນາມ​ຈະ​ເສີມ​ຂະຫຍາຍ​ຫຼາຍ​ກວ່າ​ອີກ ບົດບາດ​ຊຸກຍູ້ຄວາມ​ມານະ​ພະຍາຍາມ​ລວມ ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ທີ່ອີງ​ບົນ​ສາມ​ເສົາ​ຄ້ຳ​ຄື ປະຊາ​ຄົມ​ການ​ເມືອງ - ຄວາມ​ສະຫງົບ, ປະຊາ​ຄົມ​ເສດຖະກິດ ​ແລະ ປະຊາ​ຄົມ​ວັດທະນະທຳ - ສັງຄົມ, ສູ້​ຊົນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ຄວາມພັດທະນາຢູ່​ໃນ​ພາກ​ພື້ນ. 

     ທ່ານເອກອັກຄະ​ລັດຖະທູດ ຫວູດັງ​ຢຸ໊ງ ​​ໄດ້ຝາກ​ຄຳ​ອວຍພອນ​ປີ​ໃໝ່ ​ແລະ ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ຕໍ່​ບັນດາ ຜູ້ຕາງໜ້າ​ປະຈຳການ​ບັນດາ​ປະ​ເທດ​ຢູ່​ອາ​ຊຽນ, ເອກອັກຄະ​ລັດຖະທູດບັນດາ​ປະ​ເທ​ດຄູ່​ສົນທະນາ ​ແລະ ປະ​ເທດ​ເພື່ອນ​ມິດ ​ທີ່​ໄດ້​​ໃຫ້ການສະໜັບສະໜູນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ກັບ​ຫວຽດນາມ ​ໃນ​ປີ 2012 ​ແລະ ສະ​ແດງ​ຄວາມ​ປາຖະໜາ​​ຈະໄດ້​ຮັກສາ ​ແລະ ​ເສີມ​ຂະຫຍາຍຍິ່ງ​ກວ່າ​ອີກ ສາຍ​ພົວພັນ​ອັນ​ດີງາມ​ໃນ​ປີ 2013. ທ່ານ​ເອກອັກຄະ​ລັດຖະທູດ ກໍ່​ໄດ້​ຂ່ຳນັບ​ຊົມ​ເຊີຍ​ທ່ານເລຂາທິການ​ໃຫຍ່​ອາ​ຊຽນ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ເລ​ເລືອ​ງມິ​ງ ​ໃນ​ອາຍຸ​ປະຈຳການ 5 ​ປີ (2013 - 2017) ຈະ​ສຳ​ເລັດ​ໜ້າ​ທີ່​ອັນ​ສຳຄັນ​ຂອງ​ຕົນຢ່າງ​ດີ​ເດັ່ນ, ປະກອບສ່ວນ​ຊຸກຍູ້​ການ​ປະຕິບັດ​ບັນດາ​ຈຸດໝາຍຂອງ​ອາ​ຊຽນ, ກໍ່​ຄື​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ ​ແລະ ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ເລຂາ​ອາ​ຊຽນ. 

     ສ່ວນ​ຕົນ​ເອງ, ທ່ານ​ເລຂາທິການ​ໃຫຍ່​ເລ​ເລືອ​ງມິ​ງ ​ໄດ້​ຕີ​ລາຄາ​ສູງຕໍ່ຄວາມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ປະກອບສ່ວນ​ ຂອງ​ຄະນະ​ຜູ້ຕາງໜ້າ​ປະຈຳການ​ຫວຽດນາມ ຢູ່​ອາ​ຊຽນ ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ກຳມາ​ທິການ​ບັນດາ​ຜູ້ຕາງໜ້າ​ປະຈຳການ​ຢູ່​ອາ​ຊຽນ (CPR), ​ແລະ ປາຖະໜາ​ວ່າ ຄະນະ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ຢູ່​ອາ​ຊຽນ ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ຊ່ວຍໜູນ​ຢ່າງ​ຕັ້ງໜ້າ​ໃຫ້ ຄະນະ​ເລຂາທິການ​ອາ​ຊຽນ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຊຸກຍູ້ ​ແລະ ປະຕິບັດ​ສຳ​ເລັດ​ບັນດາ​ຈຸດໝາຍ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ./.

ຕາມ​ຂ່າວ: TTXVN