ວ.ກ. ອອນ​ໄລ - ຕອນ​ບ່າຍ​ວັນ​ທີ 21 ກຸມພາ 2013, ຢູ່​ທີ່ສຳນັກງານ​ກະຊວງ​ຕຳຫຼວດຫວຽດນາມ, ທ່ານ​ພົນ​ເອກ ​ເຈິ່ນດ້າຍ​ກວາງ, ກຳມະການ​ກົມ​ກາງ​ເມືອງ, ລັດຖະມົນຕີ​ວ່າການກະຊວງ​ຕຳ​ຫຼວດ​ ແຫ່ງ ສສ ​ຫວຽດນາມ ​ໄດ້​​ເປັນ​ເຈົ້າພາບພິທີ​ຕ້ອນຮັບຢ່າງ​ເປັນ​ທາງ​ການ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ກະຊວງ​ປ້ອງ​ກັນ​ຄວາ​ມສະຫງົບ ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ນຳ​ໂດຍ​ທ່ານ ດຣ. ທອງ​ບັນ ​ແສງ​ອາພອນ, ​ເລຂາທິການ​ສູນ​ກາງ​ ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ວ່າການກະຊວງ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ຕຳ​ຫຼວງ​ຫວຽດນາມ.

ທ່ານ ເຈິ່ນດ້າຍກວາງ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານ ທອງບັນ ແສງອາພອນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກວດແຖວກອງກຽດຕິຍົດຕຳຫຼວດປະຊາຊົນຫວຽດນາມ

     ພາຍຫຼັງ​ພິທີ​ຕ້ອນຮັບ, ສອງ​ຝ່າຍ​ກໍ່​ໄດ້​ດຳ​ເນີນ​ການ​ພົບ​ປະ​​ປຶກສາ​ຫາລື. ທ່ານ​ພົນ​ເອກ ​ເຈິ່ນດ້າຍ​ກວາງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ມາ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຈະ​ປະກອບສ່ວນ​ສືບ​ຕໍ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ມິດຕະພາບ​ພິ​ເສດ ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ອ້າຍ​ນ້ອງ ຫວຽດນາມ - ລາວ.

     ຕາງໜ້າ​ການ​ນຳກະຊວງ​ຕຳຫຼວດ, ທ່ານ​ລັດຖະມົນຕີ ​ເຈິ່ນດ້າຍ​ກວາງ ​ໄດ້​ແຈ້ງ​ຂ່າວ​ລາຍ​ລະອຽດຕົ້ນຕໍກ່ຽວ​ກັບ​ວຽກ​ງານ​ປົກປັກ​ຮັກສາ​ລະບຽບ​ຄວາ​ງສະຫງົບ ຂອງ​ກຳລັງ​ຕຳຫຼວດປະຊາຊົນ ​ໃນ​ບຸນປີ​ໃໝ່ ປີ​ມະ​ເສ​ງທີ່​ຜ່ານມາ; ​ແຈ້ງ​ໃຫ້​ຄະນະ​ຜູ້​ແທນ​ຊາບ ກ່ຽວ​ກັບ​ບັນດາ​ຈຸດ​ໜັກ​ໃຈກາງຂອງ​ວຽກ​ງານ​ຮັບປະກັນ​ລະບຽບ​ຄວາມ​ສະຫງົບ​ ຂອງ​ກະຊວງ​ຕຳຫຼວດ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

     ເມື່​ອ​ເວົ້າ​ເຖິງ​ໝາກຜົນ​ການ​ຮ່ວມ​ມື​ ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ກະ​ຊວງ​ປ້ອງ​ກັນ​ຄວາ​ມສະຫງົບ​ລາວ, ທ່ານ​ລັດຖະມົນຕີ ​ເຈິ່ນດ້າຍ​ກວາງ ໄດ້​ເນັ້ນ​ວ່າ ​ໃນ​ທັນທີ​ທັນ​ໃດ​ພາຍຫຼັງ​ທີ່ສອງ​ກະຊວງ​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ປີ 2013 ກະຊວງ​ຕຳຫຼວດຫ​ວຽດນາມກໍ່ໄດ້​ຊີ້​ນຳ​ບັນດາ​ກົມ​ກອງ​ວິຊາ​ການ, ອົງການ​ຈັດ​ຕັ້ງຕຳຫຼວດ​​ທ້ອງ​ຖິ່ນ ກໍ່ສ້າງ​ແຜນການ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດບັນດາ​ເນື້ອ​ໃນ​ທີ່​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ ຢ່າງ​ເຂັ້ມ​ງວດ.

     ​ໃນ​ການ​ພົບ​ປະ​ປຶກສາ​ຫາລື, ສອງ​ຝ່າຍ​ໄດ້​ພິຈາລະນາ​​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບສະພາບ​ການ​ໂລກ ​ແລະ ພາກ​ພື້ນ ​ແລະ ບັນດາ​ບັນຫາທີ່​ສອງ​ຝ່າ​ຍຕ່າງ​ກໍ່​ສົນ​ໃຈ, ທ່ານ​ລັດຖະມົນຕີ ​ເຈິ່ນດ້າຍ​ກວາງ ​ແລະ ທ່ານ​ລັດຖະມົນຕີ​ວ່າການກະ​ຊວງປ້ອງກັນ​ຄວາມ​ສະຫງົບ​ລາວ ທອງ​ບັນ ​ແສງ​ອາພອນ ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ສອງກະຊວງ​ຕ້ອງ​ສືບ​ຕໍ່​ຍູ້​​ແຮງ​ການ​ຮ່ວມ​ມື ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຄວາມ​ເປັນລະບຽບປອດ​ໄພ​ສັງຄົມ​ຂອງ​ສອງ​ຊາດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ອັນ​ເປັນ​ມູນ​ເຊື້ອ ຫວຽດນາມ - ລາວ ​ໃຫ້​ຂະຫຍາຍຕົວຂຽວ​ສົດງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ການ.

     ​ໃນ​ໂອກາດ​ນີ້, ລັດ​ແຫ່ງ ສປປ ລາວ ​ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ ຫຼຽນ​ໄຊ​ແຮງງານ ຫຼຽນ​ໄຊ​ອິດສະຫຼະຊັ້ນ​ຕ່າງໆ 86 ຫຼຽນ ​ໃຫ້​ບັນດານາຍ​ພົນ ນາຍ​ແລະ​ພົນ​ຕຳຫຼວດ ທີ່​ເຮັດ​ວຽກ​ຢູ່​ບັນດາ​ກົມ​ກອງ​ ຫົວໜ່ວຍ​ສັງກັດ​ກະຊວງ​ຕຳຫຼວດ​ຫວຽດນາມ ທີ່​ໄດ້​ມີ​ການ​ປະກອບສ່ວນ​ອັນ​ສຳຄັນ​ ເຂົ້າ​ໃນ​ວຽກ​ງານ​ປະ​ສານສົ​ມທົບ​ກັນ​ປົກ​ປັກ​ຮັກສາ ກອງ​ປະຊຸມ ອາ​ເຊມ 9 ທີ່​ຫາ​ກໍ່​ໄດ້​ດຳ​ເນີນ​ຢູ່​ລາວ ກໍ່​ຄື​ໃນ​ພາລະ​ກິດ​ການປ້ອງ​ກັນ​ຄວາ​ງສະຫງົບ, ກໍ່​ສ້າງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາ​ງສະຫງົບ​ຂອງ​ສອງ​ປະ​ເທດ ໃນ​ເວລາ​ທີ່​ຜ່ານ​ມາ./.

ໂດຍ​ນັກ​ຂ່າວ