ວ.ກ. ອອນ​ໄລ - ຄ່ຳ​ວັນທີ 17 ກຸມພາ 2013, ຢູ່​ທີ່​ນະຄອນຫຼວງວຽງ​ຈັນ, ສະ​ໂມ​ສອນ​ຊາວ​ຊຽງ​ຂວາງ ​ໄດ້​ຈັດພິທີ​ສະ​ເຫຼີມສະຫຼອງປີ​ໃໝ່ ປະນຳປີ​ມະ​ເສ​ງ 2013.

ພີ່ນ້ອງຮ່ວມຊາດຫວຽດນາມທີ່ອາໄສຢູ່ລາວ ຈັດການຟ້ອນລຳຂ່ຳນັບຮັບຕ້ອນປີໃໝ່ ປີມະເສງ 2013

     ໃຫ້ກຽດ​ມາ​ຮ່ວມ​ມີ​ ທ່ານ ສຈ.​ດຣ. ສາຍ​ກອງ ​ໄຊ​ຍະ​ສິນ ​ເລຂາທິການ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ, ທ່ານ​ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມ​ດ້ວຍພະນັກງານ​ສະມາຄົມ​ນັກຮົບ​ເກົ່າ​ລາວ; ສະຫະ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ລາວ ​ແລະ ພີ່ນ້ອງ​ຫວຽດນາມ​ໃນ​ສະ​ໂມ​ສອນ​ຊາວ​ຊຽງ​ຂວາງ.

     ກ່າວປາ​ໄສ​ທີ່​ງານ​ສະ​ເຫຼີມສະຫຼອງ, ທ່ານ ​ເຈິ່ນ​ແຮງ, ຮອງ​ປະທານສະຫະ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ລາວ, ປະທານ​ສະ​ໂມ​ສອນ​​ໄດ້ໃຫ້​ຮູ້​ວ່າ ປີ​ທີ່​ຜ່ານ​ມາ ສະ​ໂມ​ສອນ​ໄດ້​ຈັດ​ຕັ້ງ​ເປັນ​ກຸ່ມ​ກ້ອນ​ສາມັກຄີ​ເປັນ​ເອກະ​ພາບ, ຍາມ​​ໃດ​ກໍ່​ຮັກ​​ແພງ ຫຸ້ມ​ຫໍ່ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະກັນ, ຫ້າວຫັນ​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ລວມຕ່າງໆຂອງ​ຊົມ​ລົມ​ເຊັ່ນ ຢ້ຽມ​ຢາມ​ຖາມຂ່າວ ຊ່ວຍ​ເຫຼືອ​ສະມາຊິກ​ທີ່​ຖືກເຈັບ​ເປັນ ປະສົບ​ເຄາະ​ຮ້າຍ 33 ກໍລະນີ, ​ຮ່ວມງານໄຫວ້​ອາ​ໄລຜູ້​ເສຍ​ຊີວິດ 6 ງານ; ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ຊົມລົມ 5.000 ບາດ ​ແລະ 5.000 ​ໂດ​ລາ.

     ພິ​ເສດ, ສະ​ໂມ​ສອນ​ໄດ້​ຮັກສາ​ການດຳ​​ເນີນຊີວິດ​ຢ່າງ​ເປັນ​ປະຈຳ ​ໃນ​ທຸກໆວັນ​ສຸກ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລກປ່ຽນ​ບົດຮຽນ​ປະສົບ​ການ​ໃນ​ການ​ທຳ​ມາ​ຫາ​ກິນ ​ແລະ ຝຶກ​ແອບ​ການ​ຮ້ອງ​ເພງ​ຟ້ອນ​ລຳ ​ເພື່ອ​ແລກປ່ຽນ​ຕ້ອນຮັບ​ຄະນະ​ຜູ້​ແທນ ​ແຂກ​ຜູ້​ມີ​ກຽດ​ມາຢາມ​ສະ​ໂມ​ສອນ ກໍ່​ຄື​ເຂົ້າ​ຮ່ວມ​ການສະ​ແດງ​ສິນລະປະກຳ ​ໂດຍສະຫະສະມາ​ຄົມ ​ແລະ ສະຖານທູດສົມທົບ​ກັນ​ຈັດ​ຕັ້ງ, ສະ​ແດງ​ໃນ​ວັນ​ບຸນມະ​ໂຫລານ​ຕ່າງໆ ​ໃນ​ປີ​ສາມັກຄີ​ມິດຕະພາບ​ ຫວຽດນາມ - ລາວ 2012.

     ກ້າວ​ເຂົ້າ​ສູ່​ປີ 2013, ສະ​ໂມ​ສອນ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍວຽກ​ງານ​ອັນ​ດີງາມ​ຕ່າງໆ​ ສາມັກຄີ​ກັນ​ກໍ່ສ້າງ​ສະ​ໂມ​ສອນ​ໃຫ້​ນັບມື້​ນັບ​ໝັ້ນຄົງ, ອະນຸລັກ​ຮັກສາ​ພາສາ ອັກສອນ ​ແລະ ນ້ຳ​ໃຈ​ຕັ້ງ​ຕໍ່​ປະ​ເທດ​ຊາດ​ບ້າງ​ເມືອງ.

     ​ໂດຍຕາງໜ້າ​ສະຖານທູດ, ທ່ານ​ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ພໍ່​ແມ່​ພີ່ນ້ອງ​ໃນ​ສະ​ໂມ​ສອນ; ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ ​ໃນ​ປີ​ໃໝ່​ພີ່ນ້ອງ​ຈົ່ງ​ສາມັກຄີ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ, ປະຕິບັດ​ກົດໝາຍ​ຂອງ​ປະ​ເທດທີ່​ຕົນ​ອາ​ໄສຢູ່​ຢ່າງ​ເຂັ້ມ​ງວດ, ອະນຸລັກ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ຂະໜົງ​ແກ່ນ.

     ສະ​ເຫຼີມສະຫຼອງປີ​ໃໝ່, ສະ​ໂມ​ສອນ​ໄດ້​ຈັດ​ຕັ້ງ​ການ​ເດັດ​ດອກໂຊກໝານ, ສະ​ແດງ​ສິນລະປະກຳ ຮ້ອງ​ລຳ​ທຳ​ເພງ​ສັນລະ​ເສີນ​ພັກ​ກອມ​ມູນິດ​ຫວຽດນາມ, ສັນລະ​ເສີນ​ລະດູບານ​​ໃໝ່ ​ແລະ ນ້ຳ​ໃຈ​ມິດຕະພາບ​ລາວ - ຫວຽດນາມ ​ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​​ໃຈ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຂົ້າຮ່ວມ.

     ​ໃນຕອນ​ຄ່ຳ​ດຽວ​ກັນ​ນັ້ນ, ຢູ່​ທີ່​ນະຄອນຫຼວງວຽງ​ຈັນ, ສະ​ໂມ​ສອນ​ແມ່​ນ້ຳຂອງ ຂອງ​ຊາວ​ຫວຽດນາມ​ຕ່າງ​ດ້າວ​ຢູ່ປະ​ເທດ​ໄທ ທີ່​ກຳລັງ​ອາ​ໄສ​ຢູ່​ລາວ ກໍ່​ໄດ້​ຈັດຕັ້ງງານມ່ວນ​ຊື່ນສະ​ເຫຼີມສະຫຼອງປີ​ໃໝ່ ປະຈຳປີ​ມະ​ເສ​ງ 2013./.

ໂດຍ​ນັກ​ຂ່າວ