ວ.ກ. ອອນ​ໄລ - ຕອນ​ບ່າຍ​ວັນ​ທີ 25 ກຸມພາ 2013, ຢູ່​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ຫງວຽນ​ຈີວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຕ້ອນຮັບ​ທ່ານ ​ແອັດ​ມົນ ມູ​ເລດ (Edmond Mulet), ຜູ້​ຊ່ວຍ​ວຽກ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ, ຮັບຜິດ​ຊອບ​ອົງການ​ຮັກສາ​ສັນຕິພາບ​ແຫ່ງ ສະຫະ​ປະຊາ​ຊາດ.

ພາບປະກອບ. ແຫຼ່ງ: TTXVN

     ຢູ່​ທີ່​ການ​ຕ້ອນຮັບ, ທ່ານ ​ແອັດ​ມົນ ມູ​ເລດໄດ້ຂອບ​ອົກ​ຂອບ​ໃຈຕໍ່ທ່ານ​ພົນ​ໂທ ຫງວຽນ​ຈີວິ້ງ ທີ່​ໄດ້​ສະຫຼະ​ເວລາ​ອັນ​ລ້ຳ​ຄ່າ​ເພື່ອ​ຕ້ອນຮັບ​ຄະນະ ​ແລະ ​ແຈ້ງ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ການ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ພາລະ​ບົດບາດ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ.

     ທ່ານ​ພົນ​ໂທ ຫງວຽນ​ຈີວິ້ງ ​ເນັ້ນ​ວ່າ: ການ​ຊ່ວຍ​ເຫຼືອ, ປະກອບສ່ວນ, ​ແບ່ງປັນ​ບົດຮຽນ​ປະສົບ​ການ​ຂອງ​ອົງການ​ຮັກສາ​ສັນຕິພາບ​ແຫ່ງ ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຄວາມ​ຄິດ​ເຫັນ​ປະກອບສ່ວນ​ຂອງ​ທ່ານ ​ແອັດ​ມົນ ມູເລດ ​ໃນ​ການ​ມາ​ຢ້ຽມຢາມ ​ເຮັດ​ວຽກ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້​ກອງທັບ​ປະຊາຊົນ​ຫວຽດນາມ ​ດຳ​ເນີນ​ເປັນ​ຢ່າງ​ດີ​ວຽກ​ງານ​ກະກຽມບາ​ງເນື້ອ​ໃນ ​ເພື່ອ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ຕົ້ນ​ປີ 2014.

     ທ່ານ​ພົນ​ໂທ ຫງວຽນ​ຈີວິ້ງ ​ໄດ້​ແຈ້ງ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ນາຍ​ທະຫານ​ວິຊາ​ສະ​ເພາະ ດ້ານ​ເສນາ​ທິການ, ​ເສນາ​ຮັກ, ຊ່າງ​ແສງ ​ແລະ ນາຍ​ທະຫານ​ເຮັດ​ໜ້າ​ທີ່​ສັງ​ເກດ​ການ​ຢູ່​ທີ່​ສະຫະ​ປະຊາ​ຊາດ.

     ທ່ານ ​ແອັດ​ມົນ ມູ​ເລດ ​ໃຫ້​ຮູ້​ວ່າ ທາງ​ຝ່າຍ​ອົງການ​ຮັກສາ​ສັນຕິພາບ​​ແຫ່ງ ສະຫະ​ປະຊາ​ຊາດ ຈະ​ມີ​ແຜນການ ປຶກສາ​ຫາລື​ຢ່າງ​ລະອຽດ​ກັບ ກອງທັບ​ປະຊາຊົນ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ດີໃຫ້​ຝ່າຍ​ຫວຽດນາມ ​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ​ໂດຍ​ກົງ ຢູ່​ຄະນະ​ການ​ທະຫານ​ໜຶ່ງ ​ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ./.

​ແຫຼ່ງຂ່າວ: TTXVN