ວ.ກ.ອອນ​ໄລ - ຄ່ຳ​ວັນ​ທີ 25 ກຸມພາ 2013, ພິທີ​ຕ້ອນຮັບ​ໃບຮັບ​ຮອງ ວັດຖຸບູຮານ​ແຫ່ງ​ຊາດ​ພິ​ເສດ ວັນ​ໝຽວ-ກວັກ​ຕື໋ຢ໊າມ ​ແລະ ​ໃບຮັບ​ຮອງສິລາ​ຈາລຶກ​ຈໍ​ຫງວນ 82 ​ແຜ່ນ ​ ຢູ່ວັນ​ໝຽວ-ກວັກ​ຕື໋ຢ໊າມ ເປັນ​ມໍລະດົກຂໍ້​ມູນ​ຂອງ​ໂລກ ​ໄດ້​ຮັບ​ການຈັດ​ຂຶ້ນ​ຢ່າງ​ສົມ​ກຽດ.

ສະຫາຍຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍິນ ມອບໃບຮັບຮອງວັດຖຸບູຮານແຫ່ງຊາດພິເສດໃຫ້ແກ່ ວັນໝຽວ-ກວັກຕື໋ຢ໊າມ

     ໃຫ້​ກຽດ​ເຂົ້າ​ຮ່ວມ​ພິທີ​ຕ້ອນ​ມີ​ສະຫາຍ ຟ້າ​ມກວາງ​ຫງີ້ ກຳມະການ​ກົມ​ການ​ເມືອງ ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ, ສະຫາຍ​ຫງວຽນ​ທ້ຽນ​ເຍິນ ກຳມະການ​ສູນ​ກາງພັກ ຮອງ​ນາຍົກລັດຖະມົນຕີ, ການ​ນຳ​ບັນດາ​ກະຊວງ ຂະ​ແໜງ​ການ, ຫົວໜ້າ​ຫ້ອງການ​ຜູ້​ຕາງໜ້າອົງການ​ສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ປະຈຳ​ຫວຽດນາມ ທ່ານ​ນາງ ກາ​ເທີຣີນ ມູ​ນເລີ ມາຣີນ, ພ້ອມ​ດ້ວຍ​ບາງ​ທ່ານ​ເອກ​ອັກຄະ​ລັດຖະທູດ ທີ່​ປຶກສາ​ສະຖານທູດ, ຜູ້ຕາງໜ້າ​ບັນດາ​ອົງການຈັດຕັ້ງ​ສາກົນ ​ແລະ ນັກວິທະຍາສາດ ນັກ​ຄົ້ນຄວ້າ​ປະຫວັດສາດ​ຫຼາຍ​ທ່ານ,...

     ຢູ່​ທີ່​ພິທີ, ສະຫາຍ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ວ່າ ການ​ສຶກສາ​ເປັນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ທີ່​ສຳຄັນ​ຂອງ​ແຕ່ລະ​ປະ​ເທດ. ວັນ​ໝຽວ-ກວັກ​ຕື໋ຢ໊າມ ​ເປັນສັນຍາ​ລັກ​​ແຫ່ງ​ຄວາມ​ຍືນ​ຍົງ ໝັ້ນຄົງ​ຖາວອນຂອງ​ຍອດ​ແຍ​ແຫ່ງ​ວັດທະນະທຳ, ການ​ສຶກສາຫວຽດນາມ.

     ການ​ທີ່ວັດຖຸບູຮານ​ແຫ່ງ​ຊາດ​ພິ​ເສດ​ວັນ​ໝຽວ-ກວັກ​ຕື໋ຢ໊າມ ​ແລະ ສິລາ​ຈາລຶກ​ຈໍ​ຫງວນ 82 ​ແຜ່ນ ຢູ່ວັນ​ໝຽວ-ກວັກ​ຕື໋ຢ໊າມ ​ໄດ້ຮັບ​ການຮັບຮອງຍ້ອງຍໍ​ຊົມ​ເຊີຍ​ຈາກ​ໂລກນັ້ນ ມັນ​ເປັນ​ກຽດ​ອັນ​ສະຫງ່າ ​ແລະ ກໍ່​ເປັນ​ໜ້າ​ທີ່​ຮັບຜິດ​ຊອບ​ຂອງ​ປະຊາຊົນ​ນະຄອນຫຼວງ​ຮ່​າໂນ້ຍ​ເວົ້າ​ສະ​ເພາະ ​ແລະ ຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ເວົ້າ​ລວມ. ສະຫາຍຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍິນ ສະ​ເໜີ​ໃຫ້ການ​ນຳ​ນະຄອນຫຼວງ, ຂະ​ແໜງ​ການ​ວັດທະນະທຳ ການສຶກສາ​ນະຄອນຫຼວງ, ​ແຕ່​ລະ​ຄອບຄົວ ​ແລະ ປະຊາຊົນ​ນະຄອນຫຼວງ​ແຕ່ລະຄົນ ຕ້ອງ​ມີ​ຫົວ​ຄິດ​ປະດິດສ້າງ ​ແລະ ວິທີ​ການສະ​ເພາະ​ຂອງ​ຕົນ ​ເພື່ອ​ເຮັດ​ໃຫ້​ລູກ​ຫຼານ ​ແລະ ຮຸ້ນ​ຊາວ​ໜຸ່ມ​ມີ​ຄວາມເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າອີກ ​ເອກອ້າງ​ທະ​ນົງ​ໃຈ​ກວ່າອີກ ກ່ຽວ​ກັບວັນ​ໝຽວ-ກວັກ​ຕື໋ຢ໊າມ, ກ່ຽວ​ກັບ​ມູນ​ເຊື້ອ​ຂະຫຍັນໝັ້ນພຽນ​ໃນ​ການ​ຮຽນ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງາມ.

     ວັນ​ໝຽວ-ກວັກ​ຕື໋ຢ໊າມ ​ເປັນ​ໜຶ່ງ​ໃນ​ກວ່າ 4.000 ວັດຖຸບູຮານ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນບໍລິ​ເວນ​ວັດຖຸບູຮານ​ພິ​ເສດ​ຂອງ​ຮ່າ​ໂນ້ຍ, ບ່ອນ​ເຕົ້າ​ໂຮມ​ລວມສູນ​ຄຸນຄ່າ​ມໍລະ​ດົກວັດທະນະທຳ​ມີ​ຮູບ ​ແລະ ວັດທະນະທຳ​ອະ​ຮູບ, ປະຫວັດສາດ ​ແລະ ສິນລະປະກຳ, ວິທະຍາສາດ ​ແລະ ການ​ສຶກສາ, ຂໍ້​ມູນ​ຂ່າວສານ​ຄວາມ​ລະ​ລຶກ, ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ຂອງ​ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ຂອງ​ຊາດ​ຫວຽດນາມ.

     ວັນ​ໝຽວ-ກວັກ​ຕື໋ຢ໊າມ ຍາ​ມ​ໃດ​ກໍ່​ເປັນ​ສະຖານ​ທີ່ສຳລັບ​ການ​ມາ​ຢ້ຽມ​ເບິ່ງ ທັດສະນະ​ສຶກສາ ຄົ້ນຄວ້າ​ຮ່ຳຮຽນຫາ​ຄວາມຮູ້ ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ຂອງ​ຜູ້ນຳ​ຫຼາຍ​ປະ​ເທດ​ໃນ​ໂລກ. ຈຳນວນ​ແຂກ​ທີ່​ມາ​ຢ້ຽມ​​ເບິ່ງວັນ​ໝຽວ-ກວັກ​ຕື໋ຢ໊າມ ​ໄດ້​ເພີ່ມ​ຂຶ້ນ​ຈາກ 300.000 ທ່ຽວ​ຄົນ​ຕໍ່​ປີ ຂຶ້ນ​ເປັນ 1,5 ລ້ານກວ່າທ່ຽວ​ຄົນ​ຕໍ່​ປີ./.

ແຫຼ່ງຂ່າວ: chinhphu.vn