ວ.ກ.ອອນ​ໄລ - ດ້ວຍ​ຄວາມ​ມານະ​ພະຍາຍາມ​ປະຕິບັດບັນດາ​ໂຄງການ ​ແຜນການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ແລະ ຄວາມ​ກ້າວໜ້າ​ຂອງ​​ແມ່ຍິງ, ຫວຽດນາມ​ຖືກ​ເພື່ອນ​ມິດສາ​ກົນ​ຮັບຮອງ​ວ່າ​ ເປັນ​ປະ​ເທດ​ລົບ​ລ້າງ​ຄວາມ​ຫ່າງ​ທາງ​ດ້ານ​ເພດ​ໄວ​ກວ່າ​ໝູ່ ຢູ່​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ບັນດາສະມາຊິກຍິງ ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດຄັ້ງທີ 9

ນັ້ນ​ແມ່ນ​ຂ່າວ​ດີກ່ຽວ​ກັບ​ວຽກ​ງານ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ເຊິ່ງທ່ານ​ນາງ​ຟ້າ​ມທີ້ຫາຍ​ຈ່ວຽນ ລັດ​ທະ​ມົນຕີ​ວ່າການ​ກະຊວງ​ແຮງ​ງານ-ນັກຮົບຜູ້​ເສຍ​ອົງຄະແລະສັງຄົມ ລາຍ​ງານ​ຕໍ່​ທີ່​ເວທີສົນທະນາ​ນະ​ໂຍບາຍ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ​ໂດຍ​ແມ່ນ​ໂຄງການ​ພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP) ປະຈຳ​ຫວຽດນາມ ​ແລະ ກະຊວງ​ແຮງ​ງານ-ນັກຮົບ​ຜູ້​ເສຍ​ອົງຄະ​ແລະສັງຄົມ ຈັດ​ຕັ້ງ​ວັນ​ທີ 28 ກຸມພາ 2013. 

ດັດຊະນີ​ຄວາມ​ບໍ່ສະ​ເໝີ​ພາບ​ທາງ​ດ້ານ​ເພດຂອງ​ຫວຽດນາມ​ຢູ່ລຳ​ດັບ​ທີ 3 ​ໃນ​ພາກ​ພື້ນ​ອາຊຽນ ຖັດ​ຈາກ​ສິງ​ຄະ​ໂປ, ມາ​ເລ​ເຊຍ ​ແລະ ​ຢູ່​ລຳ​ດັບ​ທີ 48 ​ໃນ​ຈຳນວນ 187 ປະ​ເທດ​ໃນ​ໂລກ.

ທ່ານ​ນາງ​ລັດຖະມົນຕີ ​ຟ້າ​ມທີ້ຫາຍ​ຈ່ວຽນ ​ໄດ້​ອ້າງ​ອີງ​ໝາກຜົນ​ຂອງ​ການ​ສຳ​ຫຼວດໜຶ່ງ​ເພື່​ອ​ໃຫ້​ເຫັນ​ວ່າ ການ​ປະຕິບັດຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດຢູ່​ຫວຽດນາມ​ ໄດ້ປະກອບສ່ວນ​ຍົກ​ສູງ​ບົດບາດ​ຖານະ​ນອງ​ແມ່ຍິງ. ອັດຕາ​ສ່ວນ​ແມ່ຍິງ​ຢູ່​ໃນ​ສະພາ​ແຫ່ງ​ຊາດ​ບັນລຸ 24,4%, ຢູ່​ໃນ​ລຳດັບ​ທີ 43/141 ປະ​ເທດ​ໃນ​ໂລກ ​ແລະ ຢູ່​ລຳດັບ​ທີ 2 ​ໃນ 8 ປະ​ເທດ​ອາ​ຊຽນທີ່​ມີ​ລັດຖະສາ​ພາ, ສະພາ​ແຫ່ງ​ຊາດ. 40% ກະຊວງ, ອົງການ​ທຽບ​​ເທົ່າກະຊວງ, ອົງການ​ຂຶ້ນ​ກັບ​ລັດຖະບານ ມີ​ການ​ນຳ​ຫຼັກ​ແຫຼ່ງ​ເປັນ​ແມ່ຍິງ. 24/63 ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ມີ​ປະ​ທານ ຫຼື​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເປັນ​ແມ່ຍິງ. ​ເພດ​ຍິງ​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ກວນ​ກວ່າ 20%. 

ດ້ານ​ອື່ນ​ອີກ, ປັດຈຸບັນ​ນີ້ ອັດຕາ​ສ່ວນ​ເດັກ​ຍີ​ງຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ຊົນ​ເຜົ່າ ​​ໄປໂຮງຮຽນ​ໄດ້​ບັນລຸ 80%. ນັກສຶດສາຍິງ​ຢູ່​ມະຫາວິທະຍາ​ໄລຕ່າງໆ ກວມ​ເຖິງ 61,6%, ປະລິນຍາ​ໂທຍິງ​ກວມ 30,5%. ປີ 2012, ​ໃນ​ຈຳນວນ 1,5 ລ້ານ​ກວ່າ​ຄົນທີ​ໄດ້​ຮັບ​ວຽກ​ເຮັດ​ງານ​ທຳ​ໃໝ່ນັ້ນ ​ແມ່ຍິງ​ກວມ​ເຖິງ 48%. 

​ເຖິງ​ວ່າ​ໄດ້​ມີ​ຜົນສຳ​ເລັດ​ຕ່າງໆ​ໃນ​ການ​ຮັບປະກັນຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດກໍ່ຕາມ ​ແຕ່ບັນດາ​ຜູ້​ຊ່ຽວຊານ​ທີ່​ມາ​ຮ່ວນ​ເວທີ​ສົນທະນາ​ກໍ່​ໄດ້​​ໃຫ້ການສັງ​ເກດ​ວ່າ ​ໄລຍະ​ຫ່າງທາງ​ດ້ານ​ເພດ​ຢູ່​ຫວຽດນາມກໍ​ຍັງ​ມີ​ຢູ່​ໃນ​ທຸກ​ໆຂົງ​ເຂດ​ຂອງ​ຊີ​ວິດ​ສັງຄົມ ​ແລະ ຢູ່​ທຸກ​ຂັ້ນ ທຸກຂະ​ແໜງ​ການ. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ຍັງ​ຖືກ​ຈຳກັດ. ຢູ່​ໃນ​ຫຼາຍ​ທ້ອງ​ຖິ່ນ, ກະ​ໂຕ​ແມ່ຍິງ​ເອງ​ກໍ່​ຍັງ​ບໍ່​ທັນ​ມີ​ຄວາມຮູ້​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ ຫຼື​ບັນດາ​ຂໍ້​ມາດຕາ​ກົດໝາຍ​ທີ່​ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ເຂົາ​​ເຈົ້າ.

​ເພາະສະ​ນັ້ນ, ບັນດາ​ຜູ້​ຊ່ຽວຊານ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ​ໄດ້​ສະ​ເໜີ​ແນະ​ໃຫ້​ຫວຽດນາມ ຄວນ​ຕ້ອງ​ເພີ່ມ​ທະວີ​ການ​ເກັບ​ກຳ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ສາ​ເຫດ ຜົນ​ຕາມ​ມາ ​ຂອງບັນດາ​ຮູບ​ການຈຳ​ແນ​ກ​ເພດ, ຮູບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ເດັກ​ຍິງ, ​ແລະສົມທົບ​ການ​ໃຊ້​ຂໍ້​ມູນກ່ຽວກັບ​ເພດ ​ແລະ ​ໄວ​ອາຍຸ ​ເພື່ອສາມາດ​ສ້າງ ຜັນ​ຂະຫຍາຍ​ປະ​ຄິບັດ​ບັນດາ​ກົດໝາຍ ນະ​ໂຍບາຍ ​ແລະ ມາດ​ຕະການ​ກີດກັ້ນ ​ແລະ ລົບ​ລ້າງ​ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ເພດ ຢ່າງ​ສອດຄ່ອງ​ກັບ​ພາກ​ຕົວ​ຈິງ.

ທ່ານ​ນາງ ປຣະຕິ​ພາ ​ເມທາ (Pratibha Mehta) ຜູ້​ປະສານ​ງານ​ປະຈຳການ​ຂ​ອງ UNDP ຢູ່​ຫວຽດນາມ​ກໍ່​ເນັ້ນ​ວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເສຍຫາຍຢ່າງ​ໃຫຍ່​ຫຼວງ​ທາງ​ດ້ານ​ເສດຖະກິດ. ຢູ່​ຫວຽດນາມ, ຕາມ​ກິດຈະການ​ຄົ້ນຄວ້າໜຶ່ງ​ຂອງ​ສະຫະ​ປະຊາ​ຊາດ, ຜົນ​ກະທົບ​ເສດຖະກິດ​ຂອງຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບຄົວພາ​ໃຫ້​ສະມັດ​ຕະພາບ​ຂອງ​ງານ​ຫລຸດຜ່ອນ​ລົງ, ຄາດ​ຄະ​ເນ​ວ່າຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ທຽບ​ເທົ່າກັບ 1,78% GDP ປີ 2010. ​ເພາະສະ​ນັ້ນ, ຫວຽດນາມ​ຕ້ອງ​ສືບ​ຕໍ່​ກໍ່ສ້າງ​ກົດໝາຍ ​ແລະ ນະ​ໂຍບາຍ​ແນ​ໃສ່​ຊຸກຍູ້ການ​ປະຕິບັດຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ເພດ./.

ແຫຼ່ງຂ່າວ: TTXVN