ວ.ກ.ອອນ​ໄລ - ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ຫາ​ກໍ່​ອະນຸມັດ​ຜ່ານ ແຜນການ​ຈັດ​ວາງ​ໂຄງ​ປະກອບ​​ເສດຖະກິດ​ຄືນ​ໃໝ່ ຕິດ​ແໜ້ນ​ກັບການຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ຕາມ​ທິດ​ຍົກ​ສູງຄຸນ​ນະພາ​ບ ປະສິດທິຜົນ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງ ໃນ​ໄລຍະ 2013 - 2020 ເຊິ່ງ​ໃນ​ນັ້ນ​ເຕົ້າ​ໂຮມ​ລວມສູນ​ໃສ່ການ​ຈັດ​ວາງ​ຄືນ​ໃໝ່​ ໂຄງ​ປະກອບການ​ລົງທຶນ​ສ່ວນ​ລວມ ໂຄງ​ປະກອບບັນດາ​ການຈັດ​ຕັ້ງ​ສິນ​ເຊື່ອ ໂຄງ​ປະກອບບັນດາ​ກຸ່ມ​​ເສດຖະກິດ ແລະ ບໍລິສັດ​ໃຫຍ່​ແຫ່ງ​ລັດ.



 

 

ພາບປະກອບ - ຕາມແຫຼ່ງ: internet

     ປະຕິບັດ​ນະ​ໂຍບາຍເງິນຕາ​ຢ່າງຮອບ​ຄອບ ມີ​ປະສິດທິ​ຜົນ

     ກ່ຽວ​ກັບ​ທິດ​ທາງ​ຈັດ​ວາງ​ໂຄງ​ປະກອບ​ຂົງ​ເຂດ​ຕົ້ນຕໍ​ຈຳນ​ວນໜຶ່ງ​ຄືນ​ໃໝ່, ຂໍ້​ຕົກລົງ​ຂອງ​ນາຍົກລັດຖະ​ມົນຕີ​ໄດ້​ລະບຸ​ໄວ້​ວ່າ ຮັກສາ​ສິ່ງ​ແວດ​ລ້ອມ​ເສດຖະກິດ​ມະຫາ​ພາກ​ອັນສະດວກ​ດີ ມີ​ສະຖຽນ​ລະ​ພາບ ​ເຊິ່ງ​ໃນ​ນັ້ນປະຕິບັດ​ນະ​ໂຍບາຍເງິນຕາ​ຢ່າງຮອບ​ຄອບ ມີ​ປະສິດທິ​ຜົນ; ນຳ​ໃຊ້​ບັນດາ​ເຄື່ອງມື​ຂອງ​ນະ​ໂຍບາຍ​ເງິນຕາຢ່າງ​ໄຫວ​ພິບ ມີ​ປະສິດທິ​ຜົນ; ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​​ແຟ້ນ ຄົບ​ຊຸດ​ກັບ​ນະ​ໂຍບາຍ​ງົບປະມານ​ ແນ​ໃສ່​ປະຕິບັດ​ຈຸດໝາຍ​ຈຳ​ກັດ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້ໝັ້ນ​ຖ່ຽງ ​ແລະ ຮັບປະກັນ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ເໝາະ​ສົມ ສອດຄ່ອງ​ກັບ​ຈຸດ​ພິ​ເສດ ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໃນ​ແຕ່ລະ​ໄລຍະ.

     ຄຽງ​ຂ້າງ​ນັ້ນ, ປະຕິບັດ​ນະ​ໂຍບາຍ​ງົບປະມານ​ຢ່າງ​ແໜ້ນ​ແຟ້ນ ມີ​ປະສິດທິ​ຜົນ ປະ​ຢັດຢ່າ​ງ​ເຖິງຖອງ. ຍູ້​ແຮງ​ການ​ຂາ​ອອກ, ກວດກາ​ຢ່າງ​ເຄັ່ງ​ຄັດ​ຕໍ່​ບັນດາ​ປະ​ເພບ​ສິນຄ້າຂາ​ເຂົ້າ​ທີ່​ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ ບັນດາ​ປະ​ເພດ​ສິນຄ້າ​ທີ່​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ແລ້ວ. ຍູ້​ແຮງ​ການ​ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ, ອຸດສາຫະກຳ​ຜະລິດ​ສິນຄ້າ​ໃຊ້​ສ​ອຍພາຍ​ໃນ​ປະ​ເທດ.

     ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ກວດ​ກາ​ລາຄາ ຕະຫຼາດ; ຮັບປະກັນ​ຄວາມ​ສົມ​ດຸນ​ລະຫວ່າງ​ການ​ສະໜອງ-ຄວາມ​ຕ້ອງການ ​ກ່ຽວ​ກັບ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ​ຕ້ອງການ​ຍິ່ງ. ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແຜນ​ນະ​ໂຍບາຍຄຸ້ມ​ຄອງ​ລາຄາ​ຕາມ​ກົນ​ໄກຕະຫຼາດ​ມີ​ການ​ດັດສົມ​ຂອງ​ລັດ ຕໍ່​ກັບ​ໄຟຟ້າ ຖ່ານ​ຫີນ ນ້ຳມັນ​ເຊື້ອ​ໄຟ ການ​ບໍລິການ​ສ່ວນ​ລວມ ຕາມ​ລຳດັບ​ດຳເນີນທີ່​ເໝາະ​ສົມ.

     ປ່ຽນ​ແປງ​ໃໝ່​ກົນ​ໄກ​ຈັດ​​ແບ່ງ ​ແລະ​ ຄຸ້ມ​ຄອງ​ການນຳ​ໃຊ້​ທຶນ

     ກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່, ຈຸດ​ໜັກ​ແມ່ນ​ການ​ລົງ​ທອນ​ສ່ວນ​ລວມ, ຈະ​ລະດົມ​ຢ່າງ​ສົມ​ເຫດ​ສົມ​ຜົນ​ບັນດາ​ແຫຼ່ງກຳລັງ ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ, ຮັບປະກັນ​ລວມຍອດ​ເງິນ​ລົງທຶນ​ສັງຄົມ ໄດ້ປະມານ 30 - 35% GDP.

     ຮັກສາ​ອັດຕາ​ສ່ວນ​ການ​ລົງທຶນ​ຂອງ​ລັດ​ຢ່າງ​ສົມ​ເຫດ​ສົມ​ຜົນ, ປະມານ 35 - 40% ລວມຍອດ​ການ​ລົງທຶນ​ສັງຄົມທັງ​ໝົດ; ​ໃຊ້​ປະມານ 20 - 25% ຂອງ​ລວມຍອດ​ຄ່າ​ໃຊ້​ຈ່າຍງົບປະມານ ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ. ປ່ຽນ​ແປງ​ໃໝ່​ກົນ​ໄກ​ຈັດ​ແບ່ງ​ ແລະ ຄຸ້ມ​ຄອງ​ການ​ນຳ​ໃຊ້​ແຫຼ່ງທຶນ, ກຳຈັດ​ຜ່ານ​ຜ່າ​ສະພາບ​ການ​ລົງທຶນ​ຢ່າງ​ກະ​ແຈກ​ກະ​ຈ່າຍ ​ແລະ ຟຸມ​ເຟືອຍ.

     ​ເປີດ​ກວ້າງ​ຢ່າງ​ສຸດ​ຂີດ​ ຂອບ​ເຂດ ​ແລະ ​ໂອກາດ​ ໃຫ້ແກ່ການ​ລົງທຶນ​ຂອງ​ເອກະ​ຊົນ, ​ເປັນ​ຕັ້ນ​ແມ່ນ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ. ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ເອກະ​ຊົນ​ລົງທຶນ​ເຂົ້າ​ໃນຂົງເຂດພັດທະ​ນາ​ ໂຄງ​ສ້າງພື້ນຖານ​, ບັນດາ​ຂະ​ແໜງ​ການ ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ດີ, ​ແລະ​ບັນດາ​ເຂດ​ເສດຖະກິດທີ່​ເປັນ​ກຳລັງ​ໝູນ.

     ສຸມ​ກຳລັງ​ແກ້​ໄຂ​ໜີ້​ສິນ​ເຮິ​ຮ້າຍ

     ກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ລະບົບ​ການ​ເງິນ-ທະນາຄານ, ຈຸດ​ໜັກ​ແມ່ນ​ບັນດາ​ການຈັດ​ຕັ້ງ​ສິນ​ເຊື່ອ, ​ໃນ​ໄລຍະ 2013 - 2015, ຈະ​ສຸມ​ໃສ່​ປັບປຸງ​ສະພາບ​ການ​ການ​ເງິນຂອງ​ບັນດາ​ການຈັດ​ຕັ້ງສິນ​ເຊື່ອໃຫ້​ແຂງ​ແຮງ​ສົດ​ໃສ, ກ່ອນ​ອື່ນ​ໝົດ ສຸມ​ໃສ່​ແກ້​ໄຂ​ໜີ້​ສິນ​ເຮິ​ຮ້າຍ​ຂອງ​ທັງລະບົບ​ການຈັດ​ຕັ້ງ​ສິນ​ເຊື່ອ ​ແລະ ຂອງ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ສິນ​​ເຊື່ອ, ສຸມ​ໃສ່​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ, ຮັບປະກັນ​ຄວາມ​ສາມາດ​ຊຳລະ​ສະ​ສາງ, ການ​ຈ່າຍ​ເງິນ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ ຍືນ​ຍົງ, ສຸມ​ໃສ່​ແກ້​ໄຂ​ສະພາບ​ການ​ກຳມະສິດ​ໄຂວ່​ກັນ ​ແລະ ​ເພີ່ມ​ທະວີ​ລັກສະນະ​ຈະ​ແຈ້ງ​ໂປ່​ງ​ໃສ​ໃນ​ການ​ເຄື່ອນ​ໄຫວຂອງບັນດາ​ການຈັດ​ຕັ້ງ​ສິນ​ເຊື່ອ.

     ຄຽງ​ຂ້ານນັ້ນ, ຈັດ​ວາງ​ໂຄງ​ປະກອບລະບົບ​ບັນດາ​ການຈັດ​ຕັ້ງສິນ​ເຊື່ອ​ຄືນ​ໃໝ່ ຢ່າງ​ພື້ນຖານ ​ເຖິງ​ຖອງ ​ແລະ ຮອບດ້ານ ​ເພື່ອ​ເຖິງ​ປີ 2020 ສ້າງຕັ້ງ​ໄດ້​ລະບົບ​ບັນດາ​ການຈັດ​ຕັ້ງ​ສິນ​ເຊື່ອມີຄວາມ​ສາມາດຫຼາຍ​ດ້ານ ຕາມ​ທິດ​ທັນ​ສະ​ໄໝ ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ ມີ​ປະສິດທິ​ຜົນໜັກ​ແໜ້ນ ດ້ວຍ​ການ​ປະກອບ​ຫຼາຍຮູບຫຼາຍ​ແບບ​ທາງ​ດ້ານ​ກຳມະສິດ, ຂະໜາດ, ​ປະ​ເພດ​ຮູບ​ແບບ,...

     ແບ່ງ​ປະ​ເພດວິສາຫະກິດ ຈັດ​ວາງບັນດາ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່

     ກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່, ຈຸດ​ໜັກ​ແມ່ນ​ບັນດາ​ກຸ່​ນ​ເສດຖະກິດ​ແລະບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ, ຈະ​ປະຕິບັດ​ການ​ແບ່ງ​ປະ​ເພດ, ຈັດ​ວາງ​ບັນດາ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່, ສຸມ​ໃສ່​ບັນດາ​ຂົງ​ເຂດ​ຕົ້ນຕໍ​ຄື ອຸດສາຫະກຳ​ການ​ປ້ອງ​ກັນ​ປະ​ເທດ, ບັນດາ​ຂະ​ແໜງ​ການ ຂົງ​ເຂດ​ອຸດສາຫະກຳ​ຜູກ​ຂາດ​ທຳ​ມະ​ຊາດ ຫຼື​ສະໜອງ​ສິນຄ້າ ການ​ບໍລິການ​ຈຳ​ເປັນ​ຕ້ອງການ​ຍິ່ງ ​ແລະ ບາງ​ຂະ​ແໜງ​ການອຸດສາຫະກຳທີ່​ເປັນ​ຮາກ​ຖານ ​ເຕັກ​ໂນ​ໂລ​ຊີ​ສູ​ງ ທີ່​ມີ​ກຳລັງ​ແຜ່​ລາມ​ກວ້າງ; ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຫັນ​ເປັນ​ຫຼາຍ​ຮູບ​ແບບ​ກຳມະສິດ​ ຕໍ່ກັບ​ບັນດາ​ວິ​ສາ​ຫະກິດ​ແຫ່ງ​ລັດ ທີ່​ລັດ​ບໍ່​ຈຳ​ເປັນ​ຕ້ອງ​ຖື​ກຳມະສິດ 100%.

     ຕໍ່ກັບ​ແຕ່​ລະກຸ່ມ​​ເສດຖະກິດ ​ບໍລິສັດ​ໃຫຍ່​ແຫ່ງ​ລັດ, ປະຕິບັດ​ການຈັດ​ວາງ​ຄືນ​ໃໝ່​ລາຍ​ຊື່​ການ​ລົງທຶນ ​ແລະ ຂະ​ແໜງ​ອາຊີບ​ການ​ທຸລະ​ກິດ ​ໂດຍ​ລວມສູນ​ໃສ່​ບັນດາ​ຂະ​ແໜງ​ອາຊີບ​ການ​ທຸລະ​ກິດ​ຕົ້ນຕໍ; ດຳ​ເນີນ​​ໂດຍ​ໄວການ​ຖອນທຶນ​ຂອງ​ລັດ​ທີ່​ໄດ້​ລົງທຶນ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ການ ​ທີ່​ບໍ່​ແມ່ນ​ການ​ທຸລະ​ກິດ​ຕົ້ນຕໍ ຫຼື​ບໍ່​ພົວພັນ​ໂດຍ​ກົງ​ກັບ ​ຂະ​ແໜງ​ການ​ທຸລະ​ກິດ​ຕົ້ນຕໍ, ​ແລະ ຖອນ​ທຶນ​ຂອງ​ລັດ​ຢູ່​ບັນດາ​ບໍລິສັດ​ຫຸ້ນ​ສ່ວນ ​ເຊິ່ງລັດບໍ່​ຈຳ​ເປັນ​ຕ້ອງ​ຖື​ຫຸ້ນສ່ວນແຊກ​ຄຸມ.

     ປະຕິບັດ​ກົດໝາຍ ລະບຽບ​ວິ​ໄນ​ການ​ບໍລິຫານ​ຂອງ​ລັດ ​ແລະ ລະບຽບ​ວິ​ໄນ​ຕະຫຼາດ​ຢ່າງ​ເຂັ້ມງວດ, ປ່ຽນ​ແປງ​ໃໝ່​ລະບົບ​ໄມ້​ງັດ​ເສດຖະກິດ ​ເພື່ອ​ຮັບປະກັນ​ໃຫ້​ວິ​ສາ​ຫະກິດ​ແຫ່ງ​ລັດ​ເຄື່ອນ​ໄຫວ​ຕາມກົນ​ໄກ​ຕະຫຼາດ ​ແລະ ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ​ ຄືກັບບັນດາ​ວິ​ສາ​ຫະກິດ​ສັງກັດ​ພາກສ່ວນ​ເສດຖະກິດ​ອື່ນໆ.

     ສືບ​ຕໍ່​ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ ຄວາມ​ສາມາດ​ແກ່ງ​ແຍ້​ງ ຂອງ​ບັນດາວິ​ສາ​ຫະກິດ​ເອກະ​ຊົນ; ສົ່ງ​ເສີມ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ແລະ ພັດທະ​ນາ​ບັນດາ​ກຸ່ມ​ເສດຖະກິດ​ເອກະ​ຊົນ​ທີ່​ມີ​ກຳລັງ​ຊ້ອນ​ແຝງ​ແຂງ​ແຮງ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

     ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ລັດຖະມົນຕີ, ບັນດາຫົວໜ້າ​ອົງການ​ທຽບ​ເທົ່າ​ກະຊວງ ອົງການ​ສັງກັດ​ລັດຖະບານ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນະຄອນ​ສັງກັດ​ສູນ​ກາງ ມີໜ້າ​ທີ່​ຮັບຜິດຊອບ​ຕ້ອງ​ຮີບ​ດ່ວນ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ໃນ​ເຄິ່ງຕົ້ນປີ 2013 ນີ້ ​ໂຄງການ​ການ​ກະທຳ​ຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່ ຕາມ​ຂົງ​ເຂດ ຂະ​ແໜງ​ການ ຫຼື​ເຂດ​ແດນ ​ທີ່​ຂຶ້ນ​ກັບ​ສິດ​ອຳນາດຄຸ້ມ​ຄອງ​ລັດ ທີ່​ໄດ້​ຮັບ​ໝອບ​ໝາຍ./.

ແຫຼ່ງຂ່າວ: chinhphu.vn