ວ.ກ.ອອນ​ໄລ - ລາຍ​ງານ​ໃໝ່​ສຸດ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ ​ໃຫ້​ຮູ້​ວ່າ, 23 ກວ່າ​ປີ​ນັບ​ແຕ່​ເມື່ອ​ລັດຖະບານ​ແຫ່ງ ສປປ ລາວ​ປະກາດ​ໃຊ້​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (1989 - 2012), ຫວຽດນາມ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ລົງທຶນ​ເຂົ້າ​ລາວ​ຫຼາຍ​ກວ່າ​ໝູ່.

ພິທີເຊັນຂໍ້ຕົກລົງ ກ່ຽວກັບໂຄງການລົງທຶນກໍ່ສ້າງ ໄຟຟ້ານ້ຳຕົກແຫ່ງໜຶ່ງ ຂອງວິສາຫະກິດຫວຽດນາມ ຢູ່ລາວ - ພາບປະກອບ

ຫວຽດນາມ​ໄດ້​ລົງທຶນ​ຢູ່​ລາວ 429 ​ໂຄງການ ດ້ວຍ​ມູນ​ຄ່າ​ທັງ​ໝົດ​ປະມານ 4,9 ຕື້​ໂດ​ລາ​ສະຫະລັດ, ທີ່​ສອງ​ແມ່ນ​ປະ​ເທດ​ໄທ ມີ 742 ​ໂຄງການ ດ້ວຍ​ມູນ​ຄ່າ​ທັງ​ໝົດປະມານ 4 ຕື້​ໂດ​ລາ​ສະຫະລັດ, ຈີນ ຢູ່​ໃນ​ລຳດັບ​ທີ່​ສາມ ມີ 801 ​ໂຄງການ ຍອດ​ມູນ​ຄ່າ 3,9 ຕື້​ໂດ​ລາ​ສະຫະລັດ.

​ໃນ​ເວລາ​ດຽວ​ກັນ​ນັ້ນ, ​ໃນ​ຈຳນວນ 10 ປະ​ເທດ​ທີ່​ລົງທຶນ​ຫຼາຍທີ່​ສຸດເຂົ້າ​ລາວ​ ຍັງ​ມີ​ປະ​ເທດ: ສ.​ເກົາຫຼີ ດ້ວຍ​ຈຳນວນ​ເງິນ​ລົງທຶນ 748 ລ້ານ​ໂດ​ລາ​ສະຫະລັດ, ຝຣັ່ງ (490 ລ້ານ​ໂດ​ລາ​ສະຫະລັດ), ມາ​ເລ​ເຊຍ (430 ລ້ານ​ໂດ​ລາ​ສະຫະລັດ), ຍີ່ປຸ່ນ (428 ລ້ານ​ໂດ​ລາ​ສະຫະລັດ), ອາ​ເມ​ລິ​ກາ (150 ລ້ານ​ໂດ​ລາ​ສະຫະລັດ), ສິງ​ຄະ​ໂປ (134 ລ້ານ​ໂດ​ລາ​ສະຫະລັດ), ອິນ​ເດຍ (61 ລ້ານ​ໂດ​ລາ​ສະຫະລັດ)...

ບັນດາ​ຂົງ​ເຂດ​ທີ່ຈັບ​ໃຈ​ທີ່​ສຸດ​ຕໍ່​ນັກ​ລົງທຶນ​ຕ່າງປະ​ເທດ​ແມ່ນ ຂຸດ​ຄົ້ນ​ບໍ່​ແຮ່ (ກວມ​ເອົາ 27%) ​ແລະ ຜະລິດ​ໄຟຟ້າ (ກວມ​ເອົາ 25%).

ຕໍ່​ຈາດ​ນັ້ນ​​ແມ່ນບັນດາ​ຂະ​ແໜງ​ການ ກະສິກຳ, ບໍລິການ, ຜະລິດ​ປຸງ​ແຕ່ງ, ​ໂຮງ​ແຮມ, ຮ້າ​ນອາຫານ, ຕິດ​ຕໍ່​ໂທລະ​ຄົມ, ກໍ່ສ້າງ, ອຸດສາຫະກຳ ​ແລະ ທະນາ​ຄານ.

ລັດຖະບານ​ລາວ​ໄດ້​ປະຕິບັດ​ນະ​ໂຍບາ​ຍບຸລິມະສິດ​ຈຳນວນ​ໜຶ່ງຕໍ່​ການ​ລົງທຶນ, ນັບ​ທັງ​ການ​ຍົກ​ເວັ້ນ ຫລຸດຜ່ອນ​ພາສີ​ເພື່ອ​ສົ່ງ​ເສີມ​ບັນດາ​ບໍລິສັດ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ ​ແລະ ​ເຄື່ອນ​ໄຫວ​ຢູ່​ບັນດາ​ເຂດ​ຊົນນະບົດ ​ແນ​ໃສ່​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກ​ສູງ​ລາຍ​ຮັບ​ລາຍ​ໄດ້​ຢູ່​ບັນດາເຂດດ້ອຍ​ພັດທະນາ.

ຕາມ​ແຜນການ, ​ແຕ່​ປີ 2011 ​ເຖິງ​ປີ 2015, ລັດຖະບານລາວ​ສູ້​ຊົນດຶງ​ດູດ​ເອົາ​ການ​ລົງທຶນຈາກ​ຕ່າງປະ​ເທດໄດ້ ​ປະມານ 15 ຕື້​ໂດ​ລາ​ສະຫະລັດ ​ແນ​ໃສ່​ປະກອບສ່ວນ​ຮັກສາ​ລະດັບ​ເຕີບ​ໂຕ​ລວມຍອດປະລິມານ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ​ໄດ້​ຢ່າງ​ໜ້ອຍ​ແມ່ນ 8% ຕໍ່​ປີ./.

ແຫຼ່ງຂ່າວ: TTXVN