ວ.ກ.ອອນ​ໄລ - ວັນ​ທີ 22 ມີນາ 2013, ຢູ່​ທີ່ສຳນັກງານ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ປະຊາຊົນ​ປະຕິ​ວັກ​ລາວ, ສະຫາຍ​ສູນທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ລັດຖະມົນ​ຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບສະ​ຫາຍ ຫງວຽນ​ແມ້ງຮຸ່ງ ​ເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳລາວ ​ເຂົ້າຂ່ຳນັບ​ອວຍພອນວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 58 ປີ (22-3-1955 – 22-3-2013).

ສະຫາຍເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ມອບກະຕ່າດອກໄມ້ຂ່ຳນັບຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 58 ປີ

     ຢູ່​ທີ່​ການ​ພົບ​ປະ, ສະຫາຍ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ​ໄດ້​ອວຍ​ໄຊ​ໃຫ້ພອນ​ເນື່ອງ​ໃນ​ໂອກາດ​ງານ​ສະ​ເຫຼີມສະຫຼອງທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້; ອວຍພອນ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ຮອບດ້ານ​ໃນ​ທຸກໆ​ຂົງ​ເຂດທີ່ ສປປ ລາວ ຍາດ​ມາ​ໄດ້​ໃນ 58 ປີ​ທີ່​ຜ່ານ​ມາ ພາຍ​ໃຕ້​ການ​ນຳພາອັນສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

     ສະຫາຍເອກອັກຄະ​ລັດຖະທູດ​ໄດ້​ອາ​ໄສ​ສະຫາຍ​ສູນ​ທອນ ​ໄຊ​ຍະ​ຈັກ ນຳ​ເອົາ​ກະຕ່າ​ດອກ​ໄມ້​ແຫ່ງ​ຄວາມ​ອວຍ​ໄຊ​ໃຫ້​ພອນ ຂອງ​ສະຫາຍ​ເລຂາທິການ​ໃຫຍ່​ຫງວຽນ​ຝູຈ້ອງ ​ໄປ​ມອບ​ໃຫ້​ສະຫາຍ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ; ສະຫາຍ​ເນັ້ນ​ວ່າ ​ໃນ​ປີ 2012 ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ​ປີ​ສາມັກຄີ​ມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ​ເຊິ່ງມີ​ກຳລັງ​ແຮງ​ແຜ່​ລາມ​ກວ້າ​ງ​ໃນ​ຊີວິດ​ສັງຄົມ​ສອງ​ປ​ະເທດ ​ແລະ ຫວ່າງ​ມໍ່ໆ​ນີ້ ​ແມ່ນ​ການ​ໄປ​ຢ້ຽມຢາມ​ລາວ ຂອງ​ສະ​ຫາຍ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ໊ງ ຈະ​ເປັນ​ການ​ສ້າງທ່ວງທ່າ​ໃໝ່​ເພື່ອ​ໃຫ້​ປີ 2013 ສອງ​ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກໆ​ຂົງ​ເຂດ.

     ສະຫາຍ​ເອກອັກຄະ​ລັດຖະທູດ​ຢັ້ງຢືນ​ວ່າ ບັນດາ​ໄຊຊະນະ​ທີ່​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ເປັນ​ການ​ລະດົມ​ກຳລັງ​ໃຈຢ່າງ​ໃຫຍ່​ຫຼວງ​ຕໍ່​ກັບ​ຫວຽດນາມ ​ໃນ​ພາລະກິດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັປສາ​ປະ​ເທດ​ຊາດ, ແລະ ​ເຊື່ອ​ໝັ້ນວ່າ ພາຍ​​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ ປະຊາຊົນ​ລາວ​ອ້າຍ​ນ້ອງ​ຈະ​ຍາດ​ໄດ້​ໄຊຊະນະ​ໃຫຍ່​ຫຼວງ​ກວ່າ​ອີກ, ຖານະ​ບົດ​ບາບ​ຂອງ​ລາວ​ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ​ໃນພາກ​ພື້ນ ​ແລະ ​ໂລກ; ສາຍ​ພົວພັນ​ມິດຕະພາບ ຄວາມສາມັກຄີ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່ລວງ​ເລິກ ​ແລະ ມີ​ປະສິດ​ທິຜົນ.

     ສະ​ຫາຍສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້ສະ​ແດງຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ສະຫາຍ​ເອກອັກຄະ​ລັດຖະທູດ​ຫງວຽນ​ແມ້ງ​ຮຸ່ງ ​ແລະ ຢັ້ງຢືນ​ວ່າ​ບັນດາ​ໄຊຊະນະ​ທີ່​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ໃນ 58 ປີ​ທີ່ຜ່ານ​ມາ ບໍ່​ອາດ​ຈະ​ແຍກ​ອອກ​ຈາກ​ການ​ຊ່ວຍ​ເຫຼືອ​ຂ​ອງຫວຽດນາມ​ໄດ້. ພັກ​ແລະລັດລາວ ຮູ້​ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ​ໃນ​ຕະຫຼອດ​ເວລາ​ທີ່​ຜ່ານ​ມາ ​ແລະ ໝັ້ນ​ໝາຍວ່າ​ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ປົກ​ປັກ​ຮັກສາ​​ ​ເພີ່ນພູນ​ຄູນ​ສ້າງສາຍ​ພົວພັນ​ພິ​ເສດຫວຽດນາມ - ລາວ ​ໃຫ້​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ການ.

     ສະ​ຫາຍ​ໃຫ້​ຄຳໝັ້ນ​ສັນຍາ​ວ່າ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ສະຖານທູດຫວຽດນາມ​ຢູ່​ລາວ ​ເພື່ອຊຸກ​ຍູ້​ການ​ພົວພັນຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນ, ຕອບ​ສະໜອງ​ໄດ້​ກັບຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​ສອງ​ປະ​ເທດ./.

​ແຫຼ່ງຂ່າວ: TTXVN