ວັນ​ທີ 3 ມີນາ 2013, ກອງ​ປະຊຸມ​ຮ່ວມ​ມື​ຄັ້ງ​ທີ 4 ລະຫວ່າງ​ສະພາ​ແຫ່ງ​ຊາດຫວຽດນາມ - ລາວ - ກຳປູ​ເຈຍ​ ກ່ຽວ​ກັບ “ບົດ​ບາດ​ຂອງ​ສະພາ​ແຫ່ງ​ຊາດ​ຕໍ່ກັບ​ງົບປະມານ​ແຫ່ງ​ລັດ” ທີ່​ມີ​ຫົວ​ຂໍ້ “​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາງົບປະມານ​ແຫ່ງ​ລັດ ​​ໂດ​ຍຜ່ານ​ການ​ຄຸ້ມ​ຄອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ” ​ໄດ້​ໄຂ​ຂຶ້ນທີ່​ນະຄອນຫຼວງພະນົມ​ເປັນ ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ເຮງ ຊຳຣິນ.

ຄະນະຜູ້ແທນຫວຽດນາມທີ່ກອງປະຊຸມ - ແຫຼ່ງ: TTXVN

     ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ ການ​ນຳ​ກຳມາ​ທິການ​ເສດຖະກິດ ການ​ເງິນ ທະນາຄານ ​ແລະ ກວດ​ສອບ​ບັນຊີ​ຂອງ​ສະພາ​​ແຫ່ງ​ຊາດ ​ແລະ ສະພາ​ສູງ​ກຳ​ປູ​ເຈຍ; ການ​ນຳ​ກຳມາ​ທິການ​ເສ​ດຖະກິດ ​ແຜນການ ​ແລະ ການ​ເງິນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ການ​ນຳ​ກຳມາ​ທິການ​ການ​ເງິນ - ງົບປະມາ​ນຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ກະຊວງ​ການ​ເງິນ ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຂອງ​ບັນດາ​ປະ​ເທດ​ຫວຽດນາມ ລາວ ກຳປູ​ເຈຍ.

​     ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ​ຜູ້​ຊ່ຽວຊານ​ສາກົນ​ຈຳນວນ​ໜຶ່ງ​ໃນ​ຂົງ​ເຂດ​ການ​ເງິນ ທະນາຄານ ການກວດ​ສອບ​ບັນຊີ.

     ຄະນະ​ຜູ້​ແທນ​ຫວຽດນາມນຳ​ໂດຍສະຫາຍ ບູ່​ຍດັ້ງ​ຢຸ໊ງ, ຮອງ​ປະທານກຳມາ​ທິການ​ການ​ເງິນ - ງົບປະມານ​ສະພາ​ແຫ່ງ​ຊາດ​ ເປັນ​ຫົວໜ້າ​ຄະນະ ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ ທ່ານຮອງ​ຜູ້ອຳນວຍການ​ໃຫຍ່​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ຫ່ວາງ​ໂຮ່ງລາກ ພ້ອມ​ດ້ວຍຮອງລັດ​ທະ​ມົນຕີ​ປະຈຳການ​ກະຊວງການ​ເງິນ ຫງວຽນ​ກົງ​ງຽບ. ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ຢູ່ກຳ​ປູ​ເຈຍ ​ໂງ​ແອ​ງຢຸ໊ງ ກໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ວາລະ​ໄຂ​ກອງ​ປະຊຸມ.

     ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ເຮ​ງ ຊຳຣິນ ​ເນັ້ນ​ເຖິງ​ບົດ​ບາບ​ຕິດຕາມ​ກວດກາ​ຂອງສະພາ​ແຫ່ງ​ຊາດ ຕໍ່​ກັບ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ການ​ເງິນ ງົບປະມານ ​ໃນ​ຂະ​ບວນວິວັດ​ການ​ສ້າງ​ສາ ​ແລະ ພັດທະນາຂອງ​ແຕ່ລະ​ປະ​ເທດ.

     ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ໂອກາດ​ດີ​ ເພື່ອ​ໃຫ້​ບັນດາ​ຝ່າຍ​ແລກປ່ຽນ​ທັດສະນະ​ຢູ່​ຂັ້ນ​ວາງ​ກຳນົດ​ນະ​ໂຍບາຍ ​ແລະ ​ແລກປ່ຽນ​ບົດຮຽນ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ​ເວົ້າ​ລວມ ​ໂດຍ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ເຊັ່ນ ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ; ການ​ປະ​ສານສົມທົບ​ລະຫວ່າງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາງົບປະມານ​ແຫ່ງ​ລັດ; ບົດຮຽນ​ປະສົບ​ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ບັນດາ​ປະ​ເທດກຳລັງ​ພັດທະນາ ​ແລະ ບັນດາ​ບັນຫາ​ທີ່​ວາ​ງອອກ​ມາ​ໃຫ້​ປະ​ເທດ​ທັງ​ສາມ.

     ພ້ອມ​ກັນນັ້ນ, ກອງ​ປະຊຸມ​ກໍ່​ໄດ້​ປຶກສາ​ຫາລື ກໍ່ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ລຽນຕິດ​ກວ່າ​ອີກ ລະຫວ່າງ​ບັນດາ​ຄະນະ​ກຳມາ​ທິການ​ທີ່​ກ່ຽວຂ້ອງ ຂອງ​ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ ​ໃນການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດກາ​ການ​ເງິນ, ງົບປະມານ​ແຫ່ງ​ລັດ, ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຕ້ອງການ​ພັດທະນາ.

     ຄຽງ​ຂ້າງ​ນັ້ນ, ກອງ​ປະຊຸມ​ກໍ່​ໄດ້​ສຸມ​ໃສ່​ແລກປ່ຽນ​ບົດຮຽນ​ປະສົບ​ການ​ ກ່ຽວ​ກັບ​ການ​ສົມທົບ​ລະຫວ່າງບັນດາ​ຄະນະ​ກຳມາ​ທິການ​ພາລະ​ບົດ​ບາບ​ຂອງ​ສະພາ​ແຫ່ງ​ຊາດ ກັບ​ບັນດາ​ອົງການ​ຂອງ​ລັດຖະບານ ​ໃນ​ການ​ຮັບປະກັນ​ແຫຼ່ງ​ການ​ເງິນ ງົບປະມານ ​ແລະ ​ເງິນ​ຊ່ວຍ​ເຫຼືອ​ໄດ້​ນຳ​ໃຊ້​ຖືກຕ້ອງ​ຕາມ​ຈຸດປະສົງ ​ໂປ່​ງ​ໃສ, ຮັບ​ໃຊ້​​ໃນ​ວິວັດ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຈົນ​​ໃຫ້​ປະຊາຊົນ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ແຕ່ລະ​ປະ​ເທດ.

     ຜົນສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ປະກອບສ່ວນ​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ນະ​ໂຍບາຍ ກົດໝາຍ, ປະຕິ​ຮູບ​ລະບົບ​ນະ​ໂຍບາຍ, ຍົກ​ສູງ​ປະສິດທິ​ຜົນ​ການເຄື່ອນ​ໄຫວຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ ​ເພື່ອ​ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຮັກສາ​ເສດຖະກິດ​ມະຫາ​ພາບ​ໃຫ້​ສະຖຽນ​ໝັ້ນ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​ຂອງ​ຫວຽດນາ ລາວ ກຳປູ​ເຈຍ ​ໃນ​ສະພາບ​ການ​ໃໝ່./.

​ແຫຼ່ງຂ່າວ: TTXVN