ໃນ​ກອບ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຕອນ​ບ່າຍ​ວັນ​ທີ 5 ມີນາ 2013 ຢູ່​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ສະຫາຍ​ຮ່າ​ກິມງອກ ​ເລຂາ​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ສະຫາຍ​ທອງ​ລຸນ ສີສຸ​ລິດ ກຳມະການ​ກົມ​ການ​ເມືອງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ.

ສະຫາຍທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລາວ (ເບື້ອງຊ້າຍ) ຕ້ອນຮັບສະຫາຍຮ່າກິມງອກ ເລຂາຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ເບື້ອງຂວາ) - ແຫຼ່ງ: TTXVN

     ສະຫາຍ​ຮ່າ​ກິມງອກ ໄດ້ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ​ທີ່​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ​ເຊິ່ງສະຫາຍ​ຮອງ​ນາຍົກລັດຖະມົນຕີ​ໄດ້​ສະຫຼະ​ເວລາ​ອັນ​ລ້ຳ​ຄ່າ​ເພື່ອ​ຕ້ອນຮັບ​ຄະນະ; ສະຫາຍ​ຮ່າ​ກິມງອກ ກໍ່​ໄດ້ສົ່ງ​ຄຳ​ອວຍພອນ​ສຸຂະພາບ​ ຂອງ​ອະດີດ​ຮອງ​ນາຍົກລັດຖະມົນຕີຄວບ​ໜ້າ​ທີ່​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມຢາ​ຄຽມ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມີ​ງ ມາ​ຍັງ​ສະຫາຍ​ຮອງ​ນາຍົກລັດຖະມົນຕີ ​ແລະ ​ໄດ້​​ແຈ້ງ​ຂ່າວບາງ​ເມື້ອ​ໃນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ​ໃນ​ນັ້ນ​ມີ​ໂຄງການ​ແລກປ່ຽນ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ປີໜ້າ.

     ສະຫາຍ​ຮອງ​ນາຍົກລັດຖະມົນຕີ ທອງລຸນ ສີ​ສຸ​ລິດ ​ຊົມ​ເຊີຍ​ຫວຽດນາມທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ປະ​ເທດ​ທີ່​ບໍ່​ມີ​ທະ​ເລ ​ເຊິ່ງກຳລັງ​ໂຮມ​ປະຊຸມຢູ່​ລາວ, ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ອ້າຍ​ນ້ອງ​ພິ​ເສດ​ລາວ - ຫວຽດນາມ.

     ສະຫາຍ​ຮອງ​ນາຍົກລັດຖະມົນຕີ ທອງລຸນ ສີ​ສຸ​ລິດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ-ລັດ​ຫວຽດນາມ​ເວົ້າ​ລວມ ​ແລະ ກະຊວງ​ການ​ຕ່າງປະ​ເທດຫວຽດນາມ​ເວົ້າ​ສະ​ເພາະ ທີ່​ໄດ້​​ໃຫ້ການສະໜັບສະໜູນຊ່ວຍ​ເຫຼືອ​ລາວ ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ​ ຫຼາຍ​ກອງ​ປະຊຸມ​ສາກົນ​ໃນປີ 2012 ​ແລະ ຫວັງ​ວ່າ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື ຊ່ວຍ​ເຫຼືອ​ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ຫຼາຍໆ​ກອງ​ປະຊຸມ​ໃນ​ສະ​ເພາະ​ໜ້າ. ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ​ໃຫ້​ແກ່​ລາວ ​ແມ່ນ​ບໍ່​ອາດ​ຈະຄຳນວນ​ວັດ​ຜອງ​ໄດ້.

     ສະຫາຍ​ຮອງ​ນາຍົກລັດຖະມົນຕີລາວ ​ເນັ້ນ​ວ່າ ປີ 2012 ສອງ​ປະ​ເທດ​ລາວ - ຫວຽດນາມ​ເວົ້າ​ລວມ ​ແລະ ສອງ​ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ຢ່າງ​ຟົດ​ຟື້ນ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງສອງ​ປະ​ເທດ​ຄົບຮອບ 50 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບຫວຽດນາມ - ລາວ ຄົບຮອບ 35 ປີ ​ແລະ ປີ “ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012” ​ເຊິ່ງ​ໄດ້​ສ້າງສັນ​ຍາ​ລັກ​ອັນ​ເລິກ​ຊຶ່ງ​ໃນຊີວິດ​ສັງຄົມ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

     ປີ 2013, ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ ບົດຮຽນ​ປະສົບ​ການ ຮ່ວມ​ມື​ຊ່ວຍ​ເຫຼືອ​ກັນ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ການ​ປັບ​ປຸງ​ເພີ່ມ​ຄວາມ​ໜາ​ແໜ້ນ​ຂອງ​ຫຼັກ​ໝາຍ​ຊາຍ​ແດນ​ຖືກຕ້ອງ​ຕາມ​ກຳນົດ​ເວລາ, ປະກ​ອບສ່ວນ​​ເພີ່ມ​ພູນ​ຄູນ​ສ້າງສາຍພົວພັນມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ຂະຫຍາຍຕົວ​ຍິ່ງ​ຂຶ້ນ./.

ແຫຼ່ງຂ່າວ: TTXVN