ວ.ກ.ອອນ​ໄລ - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ສະຫາຍ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ຕອນ​ເຊົ້າ​ວັນ​ທີ 12 ມີນາ 2013, ສະຫາຍ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ໊ງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ຫວຽດນາມ ​ໄດ້​ເດີນທາງ​ມາ​ເຖິງ​ນະຄອນຫຼວງ​ວຽງ​ຈັນ, ​ເລິ່ມຕົ້ນ​ການເຂົ້າ​ຮ່ວ​ມ​ໃນ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​​ໃນພາກ​ພື້ນ ​ແຕ່​ວັນ​ທີ 12 ຮອດ​ວັນ​ທີ 15 ມີນາ 2013.

ສະຫາຍຫງວຽນເຕິນຢຸ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນຄວາມເຫັນກັບ ສະຫາຍຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ

     ໃນ​ການ​ມາເຮັດ​ວຽກ​ຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ໊ງ ​ແລະ ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ 4 ປະ​ເທດ ກຳປູ​ເຈຍ-ລາວ-ມີ​ອານ​ມາ-ຫວຽດນາມ ຄັ້ງ​ທີ 6 (ກລມວ 6), ກ​ອງປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດໃນພູມພາກ ແມ່ນ້ຳອີຣະວາ​ດີ-ແມ່ນ້ຳເຈົ້າພຣະຢາ-​ແມ່​ນ້ຳຂອງ ຄັ້ງ​ທີ 5 (ACMECS 5), ການພົບປະສົນທະນາລະ​ຫວ່າງການ​ນຳ ACMECS ​ກັບ​ປະຊາຄົມວິ​ສາ​ຫະກິດ, ​ເປັນ​ປະທານ​ກ​​ອງ​ປະຊຸມ​ຂັ້ນ​ສູງ ​ກຳປູ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ່ 7 (ກລວ 7) ​ແລະ ຢາມ​ບາງ​ແຂວງ​ພາກ​ເໜືອ​ຂອງ​ລາວ.

     ​ໃນ​ໂອກາດ​ນີ້, ສະຫາຍນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸ໊ງ ​ໄດ້​ມີ​ກຽດພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ກັບ ​ສະຫາຍຈູມ​ມາລີ ​ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ປະທານ​ປະ​ເທດແຫ່ງ ສສ ​ລາວ.

     ສະຫາຍນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸ໊ງ ​​ໄດ້​ອວຍ​ໄຊ​ໃຫ້​ພອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ຜົນງານ​ຕ່າງໆ ທາງ​ດ້ານ​ວຽກ​ງານ​ພາຍ​ໃນ ​ແລະ ການ​ຕ່າງປະ​ເທດ ທີ່​ປະຊາຊົນ​ລາວ​ອ້າຍ​ນ້ອງຍາດມີໄດ້ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ ມະຕິ​ກ​ອງປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ແລະ ​ແຜນການ​ພັດທະນາ​ເສດ​ຖະກິດ - ສັງຄົມ 5 ປີ ຄັ້ງ​ທີ VII.

     ສະຫາຍນາຍົກລັດຖະມົນຕີ​ ​ກໍ່ໄດ້​ອວຍພອນ​ຢ່າງ​ສຸດ​ໃຈ​ຕໍ່ຜົນສຳ​ເລັດ​ຕ່າງໆ ຂອງ​ລາວ ​ໃນ​ການຈັດ​ຕັ້ງຢ່າງ​ສຳ​ເລັດ​ຜົນ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ເຊັມ 9, ອາ​ແຊັບ 7, ​ເວທີ​ປາ​ຖະກະຖາ​ປະຊາຊົນ, ​ເວທີ​ປາຖະກະຖາ​ວິ​ສາ​ຫະກິດ​ອາຊີ - ​ເອີຣົບ ​ແລະ ກາຍ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ໃນ​ປີ 2012 ທີ່​ຜ່ານ​ມາ ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ ກລວ, ກລມວ, ACMECS ທີ່​ພວມດຳ​ເນີນຢູ່​ນະຄອນຫຼວງ​ວຽງ​ຈັນ. ບັນດາ​ຜົນສຳ​ເລັດ​ເຫຼົ່າ​ນີ້​ໄດ້​ຍົກ​ບົດບາດ​ຖານະ ​ແລະ ອິດ​ທິພົນ ຂອງ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ຂຶ້ນ​ນັບ​ມື້​ນັບ​ສູງຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

     ສະຫາຍນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸ໊ງ ຢັ້ງຢືນ​ວ່າ ພັກ ລັດ ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຄຽງ​ບ່າ​ຄຽງ​ໄລ່​ກັບ​ເພື່ອນ​ສະຫາຍ​ລາວ, ຍາມ​ໃດ​ກໍ່ມຸ່ງ​ຫວັງ​ຢ່າງ​ຈິງ​ໃຈ​ທີ່​ສຸດ​ວ່າ ປະ​ເທດ​ລາວ​ຂະຫຍາຍຕົວ​ວັດທະນາ​ຖາວອນ ປະຊາຊົນ​ລາວ​ອ້າຍ​ນ້ອງ​ມີ​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ອິ່ນ​ໜຳ​ສຳລານ ສົມບູນ​ພູມ​ສຸກ.

     ສະຫາຍນາຍົກລັດຖະມົນຕີ​ ​ເນັ້ນ​ວ່າ ລັດຖະບານ​ຫວຽດນາມ​ຈະ​ເອົາ​ໃຈ​ໃສ່​ຊີ້​ນຳ​ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນຂອງ​ຫວຽດນາມ ​ໃຫ້ຕັ້ງໜ້າ​ສົມທົບ​ກັບບັນດາ​ກະຊວງ ຂ​ະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆຂອງ​ລາວ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ ລະຫວ່າງ​ສອງ​ປະ​ເທດ, ​ແນ​ໃສ່​ສ້າງ​​ໃຫ້ມີການ​ຜັນ​ປ່ຽນ​ຢ່າງ​ຈະ​ແຈ້ງ, ພິ​ເສດ​​ແມ່ນກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ການ​ລົງທຶນ, ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງປະ​ເທດ.

     ​ໃນ​ບັນດາການ​ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ, ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸ໊ງ ກັບ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ແລະ ​ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້ເປັນ​ເອກະ​ພາບ​ກັນ ກ່ຽວ​ກັບ​ການ​ຮັບປະກັນ​ສິ່ງ​ແວດ​ລ້ອມ ​ແລະ ຄວາມ​ໝັ້ນຄົງ​ຂອງ​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ, ກໍ່​ຄື​ສືບ​ຕໍ່​ປະສານສົມທົບ ​ແລະ ສະໜັບສະໜູນ ຫຼັກ​ໝັ້ນ​ລວມຂອງ​ອາ​ຊຽນ ຄື​ທີ່​ໄດ້​ລະບຸ​ໄວ້​ໃນ ຖະ​ແຫຼ​ງການ​ວ່າ​ດ້ວຍ​ຫຼັກການ 6 ປະການ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ການ​ຮັບປະກັນ​ສັນຕິພາບ ສະຖຽນ​ລະ​ພາບ ຄວາມ​ສະຫງົບ ​ຄວາມປອດ​ໄພ ​ແລະ ຄວາມ​ເສລີພາບ​​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບນັບຖື​ປະຕິບັດ​ຕາມ​ກົດໝາຍລະ​ຫວ່າງ​ຊາດ, ກ່ອນ​ອື່ນ​ໝົດ​​ແມ່ນ ອະນຸສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982 ​ແລະ ຖະແຫຼງການກ່ຽວກັບວິທີການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ ປະມວນ​ຂໍ້​ກຳນົດກ່ຽວກັບການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)./.

ຮຽບຮຽງ​ໂດຍ ນດ