ວ.ກ.ອອນໄລ - ວັນ​ທີ 13 ມີນາ 2013, ຢູ່​ທີ່​ທຳນຽບປະທານ​ປະ​ເທດ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ​ນຊາງ ​ໄດ້ໃຫ້ກຽດ​ຕ້ອນຮັບທ່ານ ສົມພັນ ແພງຄຳມີ ຮອງປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະປະຕິບັດ​ງານສະພາ​ແຫ່ງ​ຊາດ​ລາວ ທີ່​ກຳລັງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມຢ່າງເປັນທາງການ.

ທ່ານປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ - ແຫຼ່ງຂ່າວ: TTXVN

     ໃນ​ພິທີ​ຕ້ອນຮັບ, ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ພົບ​ປະ​ກັບທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ​ໄດ້ແຈ້ງ​ຂ່າວ​​ໃຫ້ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຊາບ​ກ່ຽວ​ກັບ​ຜົນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ ກັບທ່ານ​ນາງ ຫງວຽນ​ທີ້ກິມ​ເງິນ ຮອງປະທານສະພາ​ແຫ່ງ​ຊາດ​ຫວຽດນາມ; ທ່ານສົມພັນ ແພງຄຳມີ ຮອງປະທານ​ສະພາ​ແຫ່ງ​ຊາດ​ລາວ ຢັ້ງຢືນ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຢູ່​ຫວຽດນາມຄັ້ງ​ນີ້​ ແມ່ນ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ປະສົບ​ການກ່ຽວກັບ​ການ​ກໍ່ສ້າງ​ລະບົບ​ເອກະສານ​ກົດໝາຍ.

     ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ ແພງຄຳມີ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້ຄະນະ​ໄປ​ຄົ້ນຄວ້າ ​ແລະ ຊອກຫາ​ຄວາມ​ຮູ້​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ວ່າ ​ຈະ​ສືບ​ຕໍ່​ພ້ອມ​ກັນ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ່ສ້າງ​ສາຍ​ພົວພັນ​ຮ່ວມ​ມື​ຢ່າງ​ໜັກ​ແໜ້ນ ມີ​ປະສິດທິ​ຜົນ ​ເຂົ້າ​ສູ່​ລວງ​ເລິກ; ປະກອນ​ສ່ວນ​​ເຊີດ​ຊູ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ພິ​ເສດ ​ລະ​ຫວ່າງ​ສອງ​ຊາດ ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ ແພງຄຳມີ ສະ​ແດງ​ຄວາມມຸ່ງ​ຫວັງ​ວ່າ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ບັນດາ​ອົງການ​ພາລະ​ບົດບາດ​ຂອງ​ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ຄະນະ​ປະຕິບັດ​ງານ​ຂັ້ນ​ສູງ​ຂອງ​ລາວ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

     ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ ແພງຄຳມີ ຢັ້ງຢືນ​ວ່າ ລາວ​ສະໜັບສະໜູນຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາຖະກະຖາທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

     ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຊົ​ມເຊີຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ຖື​ວ່າ​ ຜົນສຳ​ເລັດຂອງ​ການ​ມາ​ຢ້ຽມຢາມ​ແມ່ນ​ໝາກຜົນຕົວຈິງຂອງ​ການ​ຮ່ວມ​ມື​ປະຈຳ​ປີ​ລະຫວ່າງ​ສອງ​ພັກ ສອງ​ລັດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ວ່າ ຫວຽດນາມ ​ແລະ ລາວ ຫາ​ກໍ​ຈັດ​ຕັ້ງສຳ​ເລັດ​ຜົນ​ປີ​ສາມັກຄີ​ມິດຕະພາບ​ພິ​ເສດ ​ແລະ ສອງ​ຝ່າຍ​ລ້ວນ​ແຕ່​ດີ​ອົກ​ດີ​ໃຈ​ທີ່​ສຸດ ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ. ຕີ​ລາຄາ​ສູງ​ຕໍ່​ການ​ທີ່​ພັກ ລັດ ​ແລະ ປະຊາຊົນ​ລາວ ​ໄດ້​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ​ຫຼາຍ​ເຫດການ​ການ​ເມືອງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ໃນ​ເວລາ​ຜ່ານ​ມາ, ທ່ານ​ປະທານ​ປະ​ເທດ ຢັ້ງຢືນ​ວ່າ ​ຈະ​ເຮັດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນປັບປຸງ​ສາຍ​ພົວພັນ​ມິດຕະພາບ​ພິ​ເສດ​ລະຫວ່າງ​ສອງປະ​ເທດ./.

​ແຫຼ່ງຂ່າວ: TTXVN