ວ.ກ.ອອນ​ໄລ - ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫາກໍ່​ປະກາດ​ໃຊ້ ມະຕິ​ຕົກ​ລົງຮັບຮອງ​ເອົາ ຍຸດ​ທະ​ສາດ​ວຽກ​ງານ​ຊົນ​ຊາດ​ຊົນ​ເຜົ່າ ​ຮອດ​ປີ 2020. ຕາມ​ນັ້ນ, ສູ້​ຊົນ​ຫລຸດຜ່ອນ​ຄອບຄົວ​ທຸກ​ຈົນ​ລົງ​ ໄດ້​ສະ​ເລ່ຍ 4% ຕໍ່​ປີ; ຕໍ່​ກັບເຂດຕ່າງໆ​ເຊັ່ນ ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ, ​​ເຂດໄຕ​ງວຽນ, ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້, ​ເຂດ​ຊາຍ​ຝັ່ງ​ທະ​ເລ​ພາກ​ກາງ, ​ເຂດ​ຕາ​ເວັນ​ອອກ​ພູ​ຫຼວງ, ​ເຂດທີ່​ໝັ້ນ​ປະຕິວັດ ​ໃຫ້​ສູ້​ຊົນຫລຸດຜ່ອນ​ຄອບຄົວຊົນ​ເຜົ່າ​ສ່ວນ​ໜ້ອຍ ​ທີ່ທຸກ​ຈົນ​ລົງ​ໄດ້​ 4 - 5% ຕໍ່​ປີ.

ພາບປະກອບ

     ບັນດາ​ຈຸດໝາຍ​ອັນ​ພື້ນຖານ​ຂອງ​ຍຸດ​ທະ​ສາດ:

     ລົບ​ລ້າງ​ເຮືອນ​ຮົ່ວ​ເພ, ສ້າງ​ເຮືອນ​ບັນລຸ​ມາດຕະຖານ​ໃຫ້​ໄດ້​ກວ່າ 70% ຂອງ​ຈຳນວນ​​ເຮືອນ​ຢູ່ທັງ​ໝົດ, ຮັບປະກັນ​ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ເພີ່ມ​ຂຶ້ນ​ທົບ 4 ​ເທົ່າທຽບ​ກັບ​ປັດຈຸບັນ; ​ແກ້​ໄຂ​ໃຫ້​ໄດ້​ໂດຍ​ພື້ນຖານ​ສະພາບ​ການ​ຂາດ​​ເຂີນ​ທີ່​ດິນ ​ແຫຼ່ງນ້ຳ ຮັບ​ໃຊ້​ການ​ຜະລິດ; ຜະລິດ​ໃຫ້​ໄດ້​ນັບ​ມື້​ນັບ​ຫຼາຍ​ຜະລິດ​ຕະພັນ​ສິນຄ້າ​ທີ່​ມີຄຸນຄ່າ​ເສດຖະກິດສູງ ເພື່ອຮັບ​ໃຊ້​ການ​ໃຊ້​ສອຍ ​ແລະ ຂາຍ​ສົ່ງ​ນອກ. ​ເດັກນ້ອຍ​ໃນ​ໄວ​ອາຍຸ​ໄດ້​ໄປ​ໂຮງຮຽນ​ກວມ​ເອົາ 95%; ຈຳນວນ​ນັກຮຽນ​ມະຫາວິທະຍາ​ໄລ​ບັນລຸ 300 ນັກຮຽນ​ຕໍ່ປະຊາຊົນ 10.000 ຄົນ; ອັດຕາ​ສ່ວນ​ແຮງ​ງານ​ກະສິກຳ​ກວມ​ປະມານ 50% ​ແຮງ​ງານ​ສັງຄົມ. 

     ກໍ່​ສ້າງ​ໃຫ້​ມີ​ຖັນ​ແຖວ​ແຮງ​ງານ ນັກ​ທຸລະ​ກິດ ປັນຍາ​ຊົນ ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ທີ່ມີ​ສຸຂະພາບ​ເຂັ້ມ​ແຂງ ມີ​ລະດັບ​ວິຊາ​ສະ​ເພາະ ​ແບບ​ແຜນ​ອຸດສາຫະກຳ, ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະ​ໄໝ​​ແຫ່ງ​ການຫັນ​ເປັນ​ອຸດສາຫະກຳ ຫັນ​ເປັນ​ທັນ​ສະ​ໄໝ. 

     ປະຕິບັດ​ບັນດາ​ໂຄງການ ຕົວ​ແບບ​ບຳລຸງກໍ່ສ້າງ ອົບຮົມຍົກ​ສູງ​ສີມື​ອາຊີບ, ກໍ່ສ້າງ​ໃຫ້​ມີ​ຮຸ້ນ​ຊາວນາ​ໃໝ່ ທີ່​ຮູ້​ປະ​ຢຸກ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ​ແທດ​ເໝາະ​ກັບ​ກົນ​ໄກ​ຕະຫຼາດ​ ໃນ​ເຂດ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ. 

     ປະຕິບັດ​ວຽກ​ງານ​ຈັດ​ວາງພະນັກງານ​ແບບວຽນ​ຜຽນ​, ປະຕິບັດນະ​ໂຍບາຍ​ປຸກລະ​ດົນ ດຶງ​ດູດນັກວິທະຍາສາດ ນັກ​ຄຸ້ມ​ຄອງ​ບໍລິຫານທີ່ເກັ່ງ ​ໃຫ້​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຢູ່​ເຂດ​ພູຜາ ​ເຂດ​ຊາຍ​ແດນ ​ເຂດ​ທີ່​ມີ​ຄວາມຫຍຸ້ງຍາກພິ​ເສດ. 

     ສັບ​ຊ້ອນ​ຄືນ​ໃໝ່​ຈຸດໝາຍ​ກໍ່ສ້າງ​ໃນ​ລະບົບ​ໂຮງຮຽນ​ມະຫາວິທະຍາ​ໄລ ​ໂຮງຮຽນ​ວິຊາ​ຊ່າງຢູ່​ເຂດ​ພູຜາ​ພາກ​ເໜືອ ​ເຂດ​ໄຕ​ງວຽນ ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ເພື່ອ​ເພີ່ມ​ທະວີ​ການ​ບຳລຸງ​ກໍ່ສ້າງ ອົບຮົມ​ຖັນ​ແຖວ​ພະນັກງານ ​ແລະ ​ແຫຼ່ງກຳລັງ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພ້ອມ​ກັນ​ນັ້ນ​ກໍ່​ຄົ້ນຄວ້າ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຊົນ​ຊາດ​ຊົນ​ເຜົ່າ ​ເພື່ອ​ຮັບຜິດ​ຊອບ​ສະ​ເພາະ​ການ​ກໍ່ສ້າງ​ຖັນ​ແຖວ​ປັນຍາ​ຊົນ ພະນັກງານ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງພາລະກິດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. 

     ມະຕິ​ຕົກລົງ​ກໍ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ຂະຫຍາຍ​ການ​ຜະລິດ ຊຸກຍູ້ຢ່າງ​ໄວວາ​ວຽກ​ງານ​ລົບ​ລ້າງຄວາມ​ອຶດ​ຫີ​ວ ​ຫລຸດ​ຜ່ອນຄວາມທຸກ​ຈົນ ຢູ່​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ໃນ​ນັ້ນ, ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ ຫລຸດຜ່ອນ​ອັດຕາ​ສ່ວນ​ຂອງ​ບັນດາ​ຂະ​ແໜງການ​ກະສິກຳ, ​ເພີ່ມ​ອັດຕາ​ສ່ວນ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳ ບໍລິການ​ຂຶ້ນ​ເທື່ອ​ລະ​ກ້າວ; ມີ​ນະ​ໂຍບາຍ​ຫັນປ່ຽນ​ອາຊີບ ສ້າງ​ວຽກ​ເຮັດ​ງານ​ທຳ ​ເພື່ອ​ປົວ​ແປງ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ພີ່ນ້ອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນໜ້ອຍ.

     ​ເສີມ​ຂະຫຍາຍທ່າ​ດີ​ປຽບທຽບ, ສ້າງ​ໃຫ້​ມີ​ເຂດ​ຜະລິດ​ສະ​ເພາະ​ຜະລິດ​ຕະພັນ​ເປັນສິນຄ້າ​ເຊັ່ນ: ກາ​ເຟ, ໝາກມ່ວງ​ຫິມະພານ, ໝາກ​ພິກ​ໄທ, ຢາງພາລາ, ຊາ ​ແລະ ​ເຄື່ອງ​ໄມ້​ສົ່ງ​ນອກ ຢູ່​ເຂດ​ຊົນ​ເຜົ່າ​ໄຕ​ງວຽນ. ຂະຫຍາຍ​ເຂດ​ເພາະ​ປູກ​ສະ​ເພາະ​ສາລີ​ເປັນ​ສິນຄ້າ ສະໜອງ​ໃຫ້​ແກ່​ການ​ຜະລິດ​ຫົວອາຫານ​ສັດພາຍ​ໃນ​ປະ​ເທດ, ຂະຫຍາຍ​ການ​ປູກ​ດອກ​ໄມ້ ຜັກ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ, ຂະຫຍາຍ​ເສດຖະກິດ​ຟາ​ມ​ ເພື່ອ​ລ້ຽງ​ງົວ ຄວາຍ ໝູຢ່າງ​ລວມສູນ ​ຢູ່ບາງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍທາງ​ທິດເໜືອ; ກໍ່ສ້າງ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ ​ເພື່ອ​ເພີ່ມ​ເຕີມ​ຄຸນຄ່າ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ປາຍ​ແຫຼມ. 

     ຄຽງ​ຂ້າງ​ນັ້ນ, ຂະຫຍາຍ​ການ​ຜະລິດ​ເຂົ້າ, ສ້າງ​ໃຫ້​ມີ​ເຂດ​ປູກຝັງ​ສະ​ເພາະ ການ​ກະ​ເສດ​ສຸມ ຂະໜາດ​ໃຫຍ່, ຂະຫຍາຍ​ຕົ້ນ​ໄມ້​ກິນ​ໝາກ, ສ້າງ​ໃຫ້​ມີ​ເຂດ​ຜະລິດ​ລວ​ມສູນ​ເປັນ​ສິນຄ້າສົ່ງ​ນອກ ສົມທົບ​ກັບ​ການທ່ອງທ່ຽວ​ນິ​ເວດ​ວິທະຍາ ​ໃນສວນ​ອຸ​ທະຍານຕາມເຂດ​ຊົນ​ເຜົ່າຢູ່​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້. ຄຸ້ມ​ຄອງ​ສັດຕູ​ພືດ​ໄດ້, ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບ ປະສິດທິ​ຜົນ​ຜະລິດ​ຕະພັນ​ກະສິກຳ. ກໍ່ສ້າງ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຊ່ວຍ​ໜູນ, ລົງທຶນ​ພັດທະນາ​ອາ​ຊີບການ​ປຸງ​ແຕ່ງ, ຈຳໜ່າຍ​ຂາຍ​ຜະລິດ​ຕະພັນ​ຂອງ​ພໍ່​ແມ່​ປະຊາຊົນ./.

ແຫຼ່ງຂ່າວ: TTXVN