ວ.ກ.ອອນ​ໄລ - ​ໃນ​ຂອບ​ການ​ຢ້ຽມຢາມ ​ແລະ ເຮັດ​ວຽກຢູ່​ລາວ ​ແຕ່​ວັນ​ທີ 24 ​ເຖິງ​ວັນ​ທີ 30 ມີນາ 2013, ຕອນ​ບ່າຍ​ວັນ​ທີ 25 ມີນາ ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ໜັງ​ມື​ພິມ​ຫວຽດນາມ ນຳ​ໂດຍ​ສະຫາຍ​ມ້າ​ຢ້ຽວ​ເກືອ​ງ, ຮອງ​ປະທານສະມາຄົມ​ນັກ​ໜັງ​ມື​ພິມ​ຫວຽດນາມ, ປະທານສະມາຄົມ​ນັກ​ໜັງ​ມື​ພິມນະຄອນ​ໂຮ່ຈີ​ມິນ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ສະຫາຍ ບໍ່​ແສງ​ຄຳ ວົງ​ດາລາ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງຖະ​ແຫຼ​ງຂ່າວ - ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຫ່ງ ​ສປປ ລາວ.

ສະຫາຍລັດຖະມົນຕີ ບໍ່ແສງຄຳ ວົງດາລາ ຕ້ອນຮັບສະຫາຍ ມ້າຢ້ຽວເກືອງ

     ສະຫາຍ ມ້າ​ຢ້ຽວ​ເກືອ​ງ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ພົບ​ປະ​ປຶກສາ​ຫາລື​ກັບຄະນະ​ຜູ້​ແທນ​ສະມາ​ຄົນ​ນັກ​ໜັງ​ມື​ພິມ​ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ປີ​ທີ່​ຜ່ານ​ມາ: ປີ 2012 ​ເປັນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ, ລາວ-ຫວຽດນາມ, ສະມາຄົມ​ທັງ​ສອງ​ໄດ້​ເພີ່ມ​ທະວີ​ການ​ພົວພັນ ​ແລກປ່ຽນ​ບົດຮຽນ​ປະສົບ​ການ; ປະສານ​ສົມທົບ​ກັນ​ໂຄສະນາ​ເຫດການຕ່າງໆ​ໃນ​ປີ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ພິ​ເສດ​ຫວຽດນາມ - ລາວ.

     ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ສະມາ​ຄົນ​ທັງ​ສອງ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວຍມື ​ເຊິ່ງ​ໃນ​ນັ້ນ​ມີ​ການ​ເປີດ​ກວ້າງ​ຮູບ​ການ​ແລກປ່ຽນ​ວິຊາ​ຊີບ ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ​​ເປັນ​ຕົ້ນ​ແມ່ນ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ​ເພື່ອ​ໃຫ້ການ​ຮ່ວມ​ມື​ສະດວກ​ດີ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ.

     ສະຫາຍລັດຖະມົນຕີ ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ ​ຂອງສະມາຄົມນັກ​ໜັງສືພິມ​ຫວຽດນາມ; ​ແຈ້ງ​ຂ່າວ​ບາງ​ຈຸດ​ກ່ຽວ​ກັບ​ສະພາບການ​ເຄື່ອນ​ໄຫວຂອງ​ສະມາຄົມ​ນັກ​ໜັງສືພິມ​ລາວ ​ແລະ ຢັ້ງຢືນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ສະມາຄົມ​ນັກ​ໜັງສືພິມ ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ນັບ​ມື້​ນັບ​ຜູກ​ພັນ​ສະໜິດ​ແໜ້ນນຳ​ກັນ.

     ສອງ​ສະມາຄົມ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ​ເຖິງ​ສະພາບ​ການ​ການ​ເມືອງ ​ເສດຖະກິດ ສັງຄົມ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຫຼາຍ​ຮູບ​ການ​ຮ່ວມ​ມື​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສາຍ​ພົວພັນພິ​ເສດ​ ລາວ - ຫວຽດນາມ ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

     ສະຫາຍລັດຖະມົນຕີ ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ກໍ່ສ້າງ ອົບຮົມ​ສຶກສາ​ໃຫ້​ຮຸ້ນ​ຄົນ​ໜຸ່ມ​ນ້ອຍມີ​ຄວາມ​ຮູ້​ເລິກ​ເຊິ່ງກ່ຽວ​ກັບສາຍ​ພົວພັນ​ພິ​ເສດ ຫວຽດນາມ - ລາວ ​ເຊິ່ງ​ເປັນສາຍ​ພົວພັນ​ ທີ່​ການ​ນຳ ພະນັກງານ ນັກຮົບແລະ​ປະ​ຊາ​ຊົນຂອງ​ສອງ​ປະ​ເທດ ຫຼາຍ​ຮຸ້ນ​ຄົນໄດ້​ສະຫຼະ​ເລືອດ​ເນື້ອ​ເຫື່ອ​ແຮງ​ເພື່ອກໍ່ສ້າງ​ຂຶ້ນ; ຕ້ອງຮູ້​ບຸນ​ຄຸນ ຈົດ​ຈຳ​ຄຸນງາມຄວາມດີ​ຂອງ​ບັນພະ​ບູລຸດຢ່າງ​ຕະຫຼອດ​ກາລະ​ນານ, ນີ້​ແມ່ນ​ພາລະ​ໜ້າ​ທີ່​ອັນ​ສັກກະລະ ຂອງ​ພວກ​ເຮົາ​ທັງ​ໝົດ ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ພິ​ເສດລາວ - ຫວຽດນາມ ​ໃຫ້​ພັດທະນາ ໝັ້ນຄົງ​ຂະໜົງ​ແກ່ນຕະຫຼອດ​ການ./.

​ແຫຼ່ງຂ່າວ: TTXVN