ບົດບາດຂອງການສື່ຂ່າວການຕ່າງປະເທດ ໃນການຜັນຂະຫຍາຍ
ນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງໂຄວິດ-19
ນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງໂຄວິດ-19
ວກ. - ຂໍ້ມູນຂ່າວສານແລະການໂຄສະນາການຕ່າງປະເທດ ແມ່ນຂົວຕໍ່ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງຫວຽດນາມ ແລະ ຄູ່ຮ່ວມມືຕ່າງໆໃນໂລກ, ແມ່ນກຳລັງທີ່ສຳຄັນ ໃນການໂຄສະນາແລະຍົກສູງອິດທິພົນ, ຖານະບົດບາດຂອງຫວຽດນາມ, ປະກອບສ່ວນເຂົ້າໃນການດຶງດູດແຫຼ່ງພະລັງຕ່າງໆ ເພື່ອພັດທະນາປະເທດ. ຄຽງຄູ່ກັບຂະບວນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ວຽກງານຂໍ້ມູນຂ່າວສານແລະໂຄສະນາການຕ່າງປະເທດ ມີບົດບາດສຳຄັນຍິ່ງກວ່າອີກ ແລະ ມີຄວາມໃກ້ຊິດຕິດແທດກວ່າອີກ ກັບການປະຕິບັດວຽກງານການຕ່າງປະເທດຂອງຫວຽດນາມ.
ແຕ່ຕົ້ນປີ 2020 ມາຮອດປະຈຸບັນ ແມ່ນໄລຍະເວລາພິເສດທີ່ສຸດ ສຳລັບວຽກງານການຕ່າງປະເທດ ກໍ່ຄືຕໍ່ວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາການຕ່າງປະເທດຂອງປະເທດຫວຽດນາມ. ເປັນຄັ້ງທຳອິດທີ່ຫວຽດນາມໄດ້ຮັບຜິດຊອບໜ້າທີ່ສາກົນທີ່ສຳຄັນຫຼາຍໜ້າທີ່ພ້ອມໆກັນ; ໃນເວລາດຽວກັນນັ້ນ, ກິດຈະກຳທາງການທູດສອງຝ່າຍຫຼາຍຢ່າງໄດ້ດຳເນີນໄປຢ່າງຟົດຟື້ນ. ຢູ່ພາຍໃນປະເທດ, ສອງປີທີ່ຜ່ານມາແມ່ນເວລາຕັດສິນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມທີ່ປະສົບຄວາມສຳເລັດ, ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງສຳເລັດຜົນ ແລະ ຕັ້ງໜ້າຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ໂດຍສະເພາະຢ່າງຍິ່ງ ບັນດາໜ້າທີ່ພາຍໃນປະເທດ ແລະ ໜ້າທີ່ການຕ່າງປະເທດທີ່ສຳຄັນເຫຼົ່ານັ້ນໄດ້ຮັບການຜັນຂະຫຍາຍໃນສະພາບການພິເສດທີ່ບໍ່ເຄີຍມີມາກ່ອນ ພາຍໃຕ້ຜົນກະທົບທີ່ຮ້າຍແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນັ້ນ, ວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາດ້ານການຕ່າງປະເທດໄດ້ຮັບການຍູ້ແຮງ ດ້ວຍການປ່ຽນແປງໃໝ່, ການປະດິດສ້າງຫຼາຍຢ່າງ ແລະ ໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ບັນລຸຜົນສຳເລັດຈຳນວນຫຼາຍ. ຄວາມພະຍາຍາມຂອງວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາດ້ານການຕ່າງປະເທດ ໃນສະພາບການທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການລະບາດຂອງໂຄວິດ-19 ໄດ້ສະແດງໃຫ້ເຫັນບົດຮຽນທາງທິດສະດີ ແລະ ພາກປະຕິບັດອັນລ້ຳຄ່າ ຂອງທັງວຽກງານການສື່ຂ່າວ ແລະ ວຽກງານການຕ່າງປະເທດ.
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລະກຳລັງສົ່ງຜົນກະທົບຢ່າງເລິກເຊິ່ງເຖິງດ້ານຕ່າງໆຂອງຊີວິດມະນຸດ ຕາມບັນດາວິທີການທີ່ບໍ່ເຄີຍມີມາກ່ອນ. ພິເສດແມ່ນ, ວຽກງານການຕ່າງປະເທດຂອງແຕ່ລະປະເທດໄດ້ປະເຊີນກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ. ໜຶ່ງ, ການສຸມໃສ່ຮັບມືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດໄດ້ສ້າງຄວາມຫຍຸ້ງຍາກໃນການກຳນົດທິດທາງ ແລະ ການເຂົ້າຮ່ວມໃນບັນດາເວທີປາໄສຫຼາຍຝ່າຍ. ສອງ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເລິກເຊິ່ງຕື່ມອີກ, ເຊິ່ງໄດ້ວາງບັນຫາທີ່ຫຍຸ້ງຍາກສຳລັບບັນດາປະເທດຂະໜາດກາງແລະຂະໜາດນ້ອຍ ລວມທັງຫວຽດນາມ, ໃນການປະຕິບັດນະໂຍບາຍຕ່າງປະເທດ ເພື່ອຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ. ສາມ, ຕໍ່ໜ້າການເວັ້ນໄລຍະຫ່າງທາງສັງຄົມ ແລະ ການຈຳກັດບໍລິເວນໃນວົງກວ້າງ, ການຜັນຂະຫຍາຍວຽກງານຕ່າງປະເທດຕາມແບບດັ້ງເດີມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເມື່ອບັນດາປະເທດໃນທົ່ວໂລກພວມຈຳກັດການເປີດປະຕູ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດ, ບັນດາການເຄື່ອນໄຫວຢູ່ຕ່າງປະເທດເຊັ່ນ: ການຢ້ຽມຢາມຂັ້ນສູງ, ກອງປະຊຸມສາກົນ, ການພົບປະແລກປ່ຽນລະຫວ່າງປະເທດ… ລ້ວນແຕ່ຖືກຂັດຂວາງ. ເບິ່ງລວມແລ້ວ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ການພົວພັນສາກົນເວົ້າລວມ ແລະ ການປະຕິບັດການເຄື່ອນໄຫວຕ່າງປະເທດຂອງບັນດາປະເທດເວົ້າສະເພາະ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາປະເທດຍົກສູງຄວາມສາມາດປັບຕົວ ແລະ ພັດທະນາການທູດໃໝ່, ເພີ່ມທະວີການນຳໃຊ້ເຕັກໂນໂລຢີດິຈີຕອນໃນການພົວພັນທາງການທູດ, ກໍ່ຄືການສື່ຂ່າວການຕ່າງປະເທດ. ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍນັ້ນ, ສອງປີທີ່ຜ່ານມາ, ການສື່ຂ່າວການຕ່າງປະເທດ ພ້ອມກັນກັບອົງການປະຕິບັດນະໂຍບາຍການຕ່າງປະເທດຂອງຫວຽດນາມ ໄດ້ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່ ຄວາມຄິດປະດິດສ້າງ ແລະ ຄວາມຍືດຫຍຸ່ນໃນການປັບຕົວຢ່າງແຂງແຮງ, ປະກອບສ່ວນສຳຄັນເຂົ້າໃນບັນດາຜົນສຳເລັດຂອງນະໂຍບາຍການຕ່າງປະເທດຂອງຫວຽດນາມ.
ທີໜຶ່ງ, ການສື່ຂ່າວການຕ່າງປະເທດຍູ້ແຮງການໂຄສະນາກ່ຽວກັບກິດຈະກຳການຕ່າງປະເທດຂອງຫວຽດນາມ ໃນລະດັບຫຼາຍຝ່າຍ, ສວຍໃຊ້ກາລະໂອກາດເພື່ອຍົກສູງພາບພົດຂອງປະເທດ. ປີ 2020, ຫວຽດນາມປະຕິບັດໜ້າທີ່ສາກົນທີ່ສຳຄັນ ໃນຂະນະດຽວກັນກໍ່ຖືບົດບາດເປັນປະທານໝູນວຽນຂອງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ປະທານສະພາລະຫວ່າງລັດຖະສະພາອາຊຽນ ຄັ້ງທີ 41 (AIPA-41) ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສຳລັບວາລະປີ 2020–2021. ແຕ່ປີ 2020 ມາຮອດທຸກວັນນີ້, ການສື່ຂ່າວການຕ່າງປະເທດໄດ້ອັບເດດບັນດາກິດຈະກຳການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມຢ່າງທັນເວລາ. ຜ່ານນັ້ນ, ການສື່ຂ່າວການຕ່າງປະເທດ ໄດ້ຍົກໃຫ້ເຫັນແຈ້ງເຖິງບົດບາດຊີ້ນຳແລະເຊື່ອມຕໍ່ຂອງຫວຽດນາມ ເມື່ອປະຕິບັດໜ້າທີ່ຮັບຜິດຊອບສາກົນໃນສະພາບທີ່ລັດທິຫຼາຍຝ່າຍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຖານະປະທານແບບໝູນວຽນຂອງອາຊຽນ, ຫວຽດນາມໄດ້ຊຸກການຮ່ວມມືພາຍໃນກຸ່ມອາຊຽນ ໃນສາມເສົາຄ້ຳ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ; ເພີ່ມທະວີບົດບາດຂອງອາຊຽນໃນການພົວພັນກັບບັນດາຄູ່ຮ່ວມມືໃຫຍ່; ເຕົ້າໂຮມປະຊາຄົມອາຊຽນພ້ອມກັນຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ຫົວຂໍ້ “ການເຊື່ອມຕໍ່ສະໜິດແໜ້ນ ແລະ ເປັນເຈົ້າການປັບຕົວ” ທີ່ຫວຽດນາມເລືອກສຳລັບປີ ອາຊຽນ 2020 ມີຄວາມເໝາະສົມທີ່ສຸດກັບສະພາບການຕົວຈິງ ແລະ ໄດ້ກາຍເປັນ “ເຄື່ອງໝາຍ” ຂອງການສື່ຂ່າວຫວຽດນາມ ແລະ ປະຊາຄົມອາຊຽນ. ໃນຖານະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ຫວຽດນາມໄດ້ສະແດງໃຫ້ເຫັນພາບພົດຂອງປະເທດທີ່ມີຄວາມຮັບຜິດຊອບ, ຍຶດໝັ້ນກົດໝາຍສາກົນ, ສູ້ຊົນເພື່ອສັນຕິພາບ ສະຖຽມລະພາບ ແລະ ການພັດທະນາໃນໂລກ. ບົນພື້ນຖານຄວາມຄິດລິເລີ່ມຂອງຫວຽດນາມ, ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເປັນຄັ້ງທຳອິດທີ່ໄດ້ຮັບຮອງຄຳຖະແຫຼງຂອງປະທານ ວ່າດ້ວຍການປະຕິບັດຕາມກົດບັດແຫ່ງສະຫະປະຊາຊາດ; ຈັດຕັ້ງກອງປະຊຸມກ່ຽວກັບການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອາຊຽນ. ເຄື່ອງໝາຍທາງປະຫວັດສາດຄື ຫວຽດນາມສະເໜີແລະຊຸກຍູ້ໃຫ້ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດອອກມະຕິກຳນົດວັນທີ 27 ທັນວາຂອງທຸກປີເປັນວັນປ້ອງກັນແລະຄວບຄຸມພະຍາດສາກົນ. ມະຕິສະບັບນີ້ມີປະເທດຮ່ວມສະໜັບສະໜູນຫຼາຍເປັນປະຫວັດການ (112 ປະເທດ). ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງກອງທັບປະຊາຊົນຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ສືບຕໍ່ໄດ້ເພີ່ມທະວີ, ເປັນການຮັບຮູ້ຮູບພາບມະນຸດອາລາຍະທຳຂອງ “ທະຫານຂອງລຸງໂຮ່”. ສາມາດເວົ້າໄດ້ວ່າ, ດ້ວຍຄວາມຖີ່ຂອງການລາຍງານຂ່າວຢ່າງບໍ່ຢຸດຢັ້ງ ແລະ ມີເນື້ອໃນກ້ວາງຂວາງ, ການສື່ຂ່າວການຕ່າງປະເທດໄດ້ສ້າງຮູບພາບທີ່ດີກ່ຽວກັບວຽກງານການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍສະເພາະຢ່າງຍິ່ງ, ດ້ວຍການປ່ຽນແປງຢ່າງໄວວາຂອງສະຖານະການໂລກ, ຄວາມຟົດຟື້ນ ແລະ ຄວາມໜາແໜ້ນຂອງບັນດາເຫດການສາກົນ ແລະ ການຕ່າງປະເທດ, ບັນດາອົງການສື່ຂ່າວການຕ່າງປະເທດຫຼັກຂອງຫວຽດນາມ ໄດ້ຮັບປະກັນການລາຍງານຂ່າວແລະເຫດການຕ່າງໆຕໍ່ສາທາລະນະຊົນທົ່ວໂລກ ຢ່າງທັນທ່ວງທີ ແລະ ຖືກຕ້ອງ, ພ້ອມກັນນັ້ນ, ໄດ້ນຳໃຊ້ຮູບແບບການສື່ສານໃໝ່ຢ່າງວ່ອງໄວ. ບັນດາອົງການສື່ຂ່າວການຕ່າງປະເທດໄດ້ນຳໃຊ້ເວທີເຄືອຂ່າຍສັງຄົມ ແລະ ການສື່ສານດິຈີຕອນ ເພື່ອອັບເດດກອງປະຊຸມອອນລາຍໃນເວລາຈິງ. ຕົວຢ່າງ, ເຟສບຸກໜ້າ “ອາຊຽນ 2020 ຫວຽດນາມ” ໄດ້ອັບເດດທຸກການເຄື່ອນໄຫວທີ່ກ່ຽວຂ້ອງເຖິງປີອາຊຽນຂອງຫວຽດນາມຢ່າງຄົບຖ້ວນ, ແຕ່ລະບົດຂ່າວມີຕົວອັກສອນ/ສັນຍາລັກ (hashtag) ພ້ອມຊື່ເລື່ອງສະເພາະກ່ຽວກັບເນື້ອໃນ, ເຊັ່ນ: ອາຊຽນ 2020 ຫວຽດນາມ, ການເຊື່ອມຕໍ່ສະໜິດແໜ້ນ ແລະ ເປັນເຈົ້າການປັບຕົວ; ກອງປະຊຸມສຸດຍອດອາຊຽນຄັ້ງທີ 37; ອາຊຽນ Z45... ດ້ວຍການນຳໃຊ້ບັນດາຮູບແບບການສື່ສານໃໝ່, ການສື່ຂ່າວການຕ່າງປະເທດຫວຽດນາມບໍ່ພຽງແຕ່ນຳກິດຈະກຳການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ໄປສູ່ສາທາລະນະຊົນສາກົນໄດ້ໄວຂຶ້ນ, ທັນເວລາກວ່າອີກ ແລະ ກວ້າງຂວາງກວ່າອີກເທົ່ານັ້ນ ແຕ່ຍັງເສີມຂະຫຍາຍພາບພົດຂອງຫວຽດນາມ ໃນຖານະປະເທດທີ່ມີວິໄສທັດ ແລະ ມີຫົວຄິດປະດິດສ້າງ ໃນການໝູນໃຊ້ເຕັກໂນໂລຊີດິຈິຕອນຢ່າງຄ່ອງແຄ້ວ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
ທີສອງ, ການສື່ຂ່າວການຕ່າງປະເທດປະກອບສ່ວນຊ່ວຍໃຫ້ຫວຽດນາມເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ນຳການພົວພັນຕ່າງປະເທດທະວິພາຄີເຂົ້າສູ່ລວງເລິກ, ພັດທະນາແບບໝັ້ນຄົງ ແລະ ຍືນຍົງ. ໃນປີ 2020, ຫວຽດນາມໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດກັບຫຼາຍຄູ່ຮ່ວມມືທີ່ສຳຄັນຄື: ຈີນ, ກູບາ, ລັດເຊຍ, ອາເມຣີກາ, ສະຫະພາບເອຣົບ (ອີຢູ)… ການສື່ຂ່າວການຕ່າງປະເທດໄດ້ຕັ້ງໜ້າສົ່ງຂ່າວກ່ຽວກັບຄວາມຄືບໜ້າຂອງການຮ່ວມມືດ້ານການພັດທະນາຂອງຫວຽດນາມ ກັບເພື່ອນມິດທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືທີ່ສຳຄັນ. ຜ່ານນັ້ນ, ເສີມສ້າງພາບພົດຂອງປະເທດຫວຽດນາມທີ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃນໄດ້ແລະຍືນຍົງຂອງບັນດາປະເທດ, ໃນນັ້ນມີບັນດາປະເທດມະຫາອຳນາດໃນໂລກ, ໃນຫຼາຍຂົງເຂດ, ຕັ້ງແຕ່ເສດຖະກິດ-ການຄ້າ ເຖິງການເມືອງ, ການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ, ການແລກປ່ຽນວັດທະນະທຳ. ການສົ່ງຂ່າວຢ່າງທັນການແລະເລິກເຊິ່ງກ່ຽວກັບການເຄື່ອນໄຫວຂອງປະມຸກລັດ ແລະ ການນຳບັນດາປະເທດມາຢ້ຽມຢາມຫວຽດນາມ(1) ໄດ້ຍົກໃຫ້ເຫັນພາບພົດຂອງປະເທດທີ່ປອດໄພ, ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ຊຸກຍູ້ການຮ່ວມມືສາກົນໃນພາກພື້ນ ແລະ ໃນໂລກ. ການສື່ຂ່າວການຕ່າງປະເທດຍັງໄດ້ປະກອບສ່ວນຊຸກຍູ້ການພົວພັນອັນດີງາມກັບບັນດາປະເທດໃກ້ຄຽງ, ໃນນັ້ນມີ ລາວ, ກຳປູເຈຍ ແລະ ຈີນ. ຜ່ານການສົ່ງຂ່າວຢ່າງທັນການກ່ຽວກັບການເຄື່ອນໄຫວຕິດຕໍ່ພົວພັນ, ການໂອ້ລົມສົນທະນາໂດຍກົງ ແລະ ທາງອອນລາຍ, ການໂທລະສັບລະຫວ່າງການນຳຂັ້ນສູງ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາບົດຂຽນອອນລາຍກ່ຽວກັບປະຫວັດສາດ, ມິດຕະພາບ, ສາຍພົວພັນລະຫວ່າງບັນດາຊາດ, ບັນດາອົງການສື່ຂ່າວຫຼັກ ໄດ້ສຸມໃສ່ກໍ່ສ້າງຮູບພາບຂອງສາຍພົວພັນມິດຕະພາບຫວຽດນາມ - ລາວ ທີ່ໄດ້ຮັບການຕີລາຄາຈາກສາກົນວ່າ “ສາຍພົວພັນທີ່ເປັນແບບຢ່າງ”; ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ; ການພົວພັນ “ທອງຄຳໄດ້ຜ່ານທົດສອບດ້ວຍໄຟ” ລະຫວ່າງຫວຽດນາມແລະກຳປູເຈຍ.
ທີສາມ, ການສື່ຂ່າວການຕ່າງປະເທດຍູ້ແຮງການແຜ່ກະຈາຍຂໍ້ຄວາມການຕ່າງປະເທດຂອງຫວຽດນາມ, ປະກອບສ່ວນຢືນຢັນທີ່ຕັ້ງ ພາບພົດຂອງຫວຽດນາມ ໃນສື່ມວນຊົນສາກົນ. ໃນສະສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຜັນປ່ຽນຢ່າງສັບສົນ ແລະ ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຢ່າງໃນທຸກຂົງເຂດນັ້ນ ການສື່ຂ່າວການຕ່າງປະເທດໄດ້ສຸມໃສ່ເຜີຍແຜ່ບັນດາຂໍ້ຄວາມການຕ່າງປະທດທີ່ແຂງແຮງ ເພື່ອດຶງດູດຄວາມເອົາໃຈໃສ່ຂອງເພື່ອນມິດສາກົນ. ໜຶ່ງ, ຂໍ້ຄວາມກ່ຽວກັບປະເທດທີ່ໂປ່ງໃສ ແລະ ປອດໄພເມື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ຕໍ່ໜ້າການຜັນແປທີ່ສັບສົນ ແລະ ຈຳນວນຜູ້ຕິດເຊື້ອໃນໂລກນັບມື້ນັບເພີ່ມຂຶ້ນ, ການສື່ຂ່າວການຕ່າງປະເທດຂອງຫວຽດນາມ ໄດ້ສຸມໃສ່ຊີ້ແຈ້ງຄວາມໂປ່ງໃສຂອງວິວັດທະນາການຂອງພະຍາດ ຜ່ານການອັບເດດຂ່າວສະຖານະການຜູ້ຕິດເຊື້ອໃໝ່ຢ່າງຕໍ່ເນື່ອງທຸກວັນ. ຄຽງຂ້າງນັ້ນ, ການປະຕິບັດບັນດາຂະບວນການສື່ສານເຊັ່ນ: ບັ້ນຮົບ 5K, ໂຄງການດົນຕີ “ແກນໂຄວີ" … ໄດ້ເຜີຍແຜ່ຂໍ້ຄວາມບໍ່ພຽງແຕ່ໃຫ້ປະຊາຊົນໃນປະເທດເທົ່ານັ້ນ, ແຕ່ຍັງເພື່ອເພື່ອນມິດທົ່ວໂລກອີກດ້ວຍ. ສອງ, ຂໍ້ຄວາມກ່ຽວກັບປະເທດຫວຽດນາມທີ່ມີຈິດໃຈສາມັກຄີ, ມະນຸດອາລະຍະທຳ, “ບໍ່ປ່ອຍໃຫ້ຜູ້ໃດຢູ່ຂ້າງຫຼັງ”. ນີ້ແມ່ນໜຶ່ງໃນບັນດາຂໍ້ຄວາມທາງການທູດທີ່ສ້າງຄວາມປະທັບໃຈຢ່າງແຮງຕໍ່ເພື່ອມິດສາກົນ. ສຳລັບຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ການສື່ຂ່າວການຕ່າງປະເທດໄດ້ປະກອບສ່ວນເຂົ້າໃນການສົ່ງຂໍ້ມູນຂ່າວສານຢ່າງທັນເວລາ ກ່ຽວກັບຄວາມເອົາໃຈໃສ່ຢ່າງເລິກຊິ່ງຂອງພັກແລະລັດຫວຽດນາມ. ສຳລັບຊາວຕ່າງປະເທດທີ່ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກໃນຫວຽດນາມ, ການສື່ຂ່າວໄດ້ອັບເດດຄວາມພະຍາຍາມສຸດຂີດ ໃນການຊ່ວຍເຫຼືອວຽກງານປິ່ນປົວ ກໍ່ຄືຮັບປະກັນຄວາມປອດໄພຂອງພົນລະເມືອງຕ່າງຊາດຢ່າງແຂງຂັນ. ຄຽງຄູ່ນັ້ນ ຄວາມພະຍາຍາມຊ່ວຍເຫຼືອດ້ານເສດຖະກິດ, ການປີ່ນປົວ, ການໃຫ້ກຳລັງໃຈທາງຈິດວິນຍານ, ນ້ຳໃຈມິດຕະພາບ ແມ່ນບັນດາຄຸນຄ່າອັນລ້ຳຄ່າກ່ວາເວລາໃດໝົດ. ຂໍ້ຄວາມເຫຼົ່ານັ້ນ ໄດ້ຮັບການຖ່າຍທອດຢ່າງແຂງແຮງຈາກການສື່ຂ່າວການຕ່າງປະເທດເຖິງເພື່ອມິດສາກົນວ່າ ຫວຽດນາມຍາມໃດກໍ່ຍິນດີສະໜັບສະໜູນທຸກຄົນໂດຍບໍ່ຄຳນຶງເຖິງສັນຊາດ, ຍາມໃດກໍ່ຖືປະຊາຊົນເປັນຮາກຖານຂອງນະໂຍບາຍທັງໝົດ. ສາມ, ຂໍ້ຄວາມກ່ຽວກັບປະເທດທີ່ມີຄວາມຮັບຜິດຊອບ ແລະ ມິດຕະພາບກັບເພື່ອນມິດສາກົນ. ເຖິ່ງຈະຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຮັກສາສະຖຽນລະພາບທາງເສດຖະກິດ-ສັງຄົມກໍຕາມ, ແຕ່ຫວຽດນາມຍັງສະແດງໃຫ້ເຫັນຄວາມຮັບຜິດຊອບສູງຕໍ່ສາກົນຢ່າງຈະແຈ້ງ. ການສື່ຂ່າວການຕ່າງປະເທດໄດ້ສົ່ງຂ່າວຢ່າງທັນເວລາກ່ຽວກັບການກະທຳຕົວຈິງຂອງຫວຽດນາມ ໃນການສະໜັບສະໜູນແລະຊ່ວຍເຫຼືອເພື່ອນມິດສາກົນ. ເຖິງວ່າມີແຫຼ່ງກຳລັງທີ່ຈຳກັດ, ແຕ່ຫວຽດນາມຍາມໃດກໍ່ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ, “ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ”, ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ແບ່ງປັນກັບປະເທດອື່ນໆ ໃນໄລຍະຕົ້ນຂອງການຕໍ່ສູ້ກັບການແຜ່ງລະບາດຂອງພະຍາດໂຄວິດ-19.
ຫວຽດນາມມອບຜ້າອັດປາກ 500.000 ແຜ່ນ ເພື່ອໜູນຊ່ວຍການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກັບຫຼາຍປະເທດໃນເອີຣົບ, ເດືອນເມສາ 2020 _Ảnh: baoquocte.vn
ຄວາມມານະພະຍາຍາມໄປພ້ອມກັນກັບແນວໂຮມການຕ່າງປະເທດ ໃນໄລຍະເວລາທີ່ເຕັມໄປດ້ວຍຄວາມທ້າທາຍ ໄດ້ນຳມາເຊິ່ງບົດຮຽນອັນລ້ຳຄ່າໃຫ້ແກ່ວຽກງານການສື່ຂ່າວການຕ່າງປະເທດຂອງຫວຽດນາມ.
ທີໜຶ່ງ, ໃນສະພາບການສັບປົນຄົນເລຂອງຂໍ້ມູນ ແລະ ຄວາມຫຼາກຫຼາຍຂອງແຫຼ່ງຂໍ້ມູນຂ່າວສານ, ຕ້ອງໃຫ້ຄວາມສຳຄັນເຖິງລັກສະນະຊັດເຈນຂອງຂໍ້ຄວາມ. ເບິ່ງລວມແລ້ວ, ເນື້ອໃນຂອງຂໍ້ຄວາມການຕ່າງປະເທດທີ່ເຜີຍແຜ່ໃນຊຸມປີທີ່ຜ່ານມາ ໄດ້ບັນລຸພາລະກິດໃນການປະຕິບັດນະໂຍບາຍການຕ່າງປະເທດ. ໃນນັ້ນ, ປະສິດທິຜົນຂອງມັນໄດ້ຮັບການຕີລາຄາໂດຍອີງໃສ່ 2 ດ້ານຕົ້ນຕໍຄື: 1- ຂໍ້ຄວາມໃກ້ກັບຄວາມເປັນຈິງ, ສ່ອງແສງຖືກຕ້ອງກັບສິ່ງທີ່ກຳລັງເກີດຂຶ້ນ; ສິ່ງດັ່ງກ່າວດຶງດູດຄວາມເອົາໃຈໃສ່ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມໂລກຕໍ່ຂໍ້ມູນທີ່ສົ່ງອອກຈາກຫວຽດນາມ; 2- ເນື້ອໃນຂອງຂໍ້ຄວາມມີຄວາມປະທັບໃຈ, ດຶງດູດ ແລະ ຈັບໃຈ ກ່ຽວກັບປະເທດຫວຽດນາມທີ່ມີມະນຸດອາລະຍະທຳ, ເປັນເຈົ້າດ້ວຍຕົ້ນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄຸ້ມຄອງສັງຄົມ ປ້ອງກັນແລະຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ມີຄວາມຮັບຜິດຊອບສາກົນສູງ. ສາມາດເວົ້າໄດ້ວ່າ, ການສື່ຂ່າວໃນສະພາບການວິກິດຈໍາເປັນຕ້ອງມີປັດໄຈຫຼາຍຢ່າງຈຶງຈະປະສົບຄວາມສຳເລັດໄດ້ ແລະ ໜຶ່ງໃນນັ້ນແມ່ນການກຳນົດ ແລະ ການສົ່ງຂໍ້ຄວາມທີ່ຖືກຕ້ອງເໝາະສົມກັບປະຊາຄົມສາກົນ. ດ້ວຍບັນດາຂໍ້ຄວາມທີ່ຊັດເຈັນນັ້ນ, ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຕັມໄປດ້ວຍຄວາມທ້າທາຍນັ້ນ, ຫວຽດນາມມີຄວາມກ້າວໜ້າແບບກະໂດດຂັ້ນ ໃນການເຄື່ອນໄຫວຍາດແຍ່ງປະຊາຄົມໂລກດ້ວຍຫົວເລື່ອງ “ເລື່ອງລາວກ່ຽວກັບຫວຽດນາມ” ທີ່ແປກໃໝ່ ແລະ ໜ້າສົນໃຈ.
ທີສອງ, ບັນຫາທີ່ສຳຄັນບໍ່ໜ້ອຍແມ່ນ ຄວາມທັນການ, ກົງກັບເວລາ, ຖືກເວລາໃນການເຄື່ອນໄຫວສື່ຂ່າວ. ໃນສະພາບທີ່ການເຄື່ອນໄຫວທາງການທູດຫຼາຍຝ່າຍບໍ່ໄດ້ດຳເນີນໂດຍກົງ, ບັນດາກຳລັງຂ່າວຕ່າງປະເທດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຫວຽດນາມ ເພື່ອດຳເນີນງານນັ້ນ, ການອັບແດດຂ່າວສານທັນການກ່ຽວກັບການເຄື່ອນໄຫວຫຼາຍຝ່າຍທີ່ສຳຄັນເຊິ່ງຈັດໂດຍຫວຽດນາມ ໄດ້ສ້າງຄວາມໝັ້ນໃຈວ່າ ຫົວຂໍ້ຂ່າວດັ່ງກ່າວສົດໆຮ້ອນໆ, ດຶງດູດຄວາມໃຈໃສ່ ແລະ ຄວາມເຫັນດີຂອງຫາງສຽງສາກົນ. ການປະເມີນບາງລາຍການສະແດງໃຫ້ເຫັນວ່າ, ຄວາມພະຍາຍາມໃນການສົ່ງຂໍ້ມູນຂ່າວສານ, ໂດຍສະເພາະແມ່ນການສື່ສານຮູບແບບໃໝ່, ໄດ້ປະກອບສ່ວນສະໜັບສະໜູນໃຫ້ກິດຈະກຳການຕ່າງປະເທດອອນລາຍຂອງຫວຽດນາມມີຈຳນວນຜູ້ຕິດຕາມແລະຄວາມສົນໃຈໃນໂລກນີ້ ຫຼາຍກ່ວາການຖ່າຍທອດສົດຄັ້ງກ່ອນໆ. ນອກຈາກນັ້ນ, ໃນສະພາບການທີ່ໂລກກັງວົນອົນລະເວງເລື່ອງຄວາມໂປ່ງໃສຂອງຂໍ້ມູນຂ່າວສານກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19, ການລາຍງານສະຖານະການການແຜ່ລະບາດຂອງພະຍາດຢ່າງທັນທ່ວງທີ ໂດຍການສື່ຂ່າວການຕ່າງປະເທດຂອງຫວຽດນາມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັບສາທາລະນະຊົນທົ່ວໂລກ. ການຈັບເອົາທ່າອ່ຽງແລະການລາຍງານຂ່າວຂອງສື່ການຕ່າງປະເທດໄດ້ທັນທ່ວງທີໄດ້ຊ່ວຍຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ, ເຮັດໃຫ້ຊື່ “ຫວຽດນາມ” ກາຍເປັນຄຳຄົ້ນຫາອັນດັບໜຶ່ງ (“top trending”) ໃນສື່ມວນຊົນສາກົນ.
ທີສາມ, ຄວາມພະຍາຍາມຂອງການສື່ຂ່າວການຕ່າງປະເທດ ໄດ້ປະກອບສ່ວນເຜີຍແຜ່ພາບພົດຂອງຫວຽດນາມໃນວົງກວ້າງ, ສ້າງອິດທິພົນທີ່ຕັ້ງໜ້າຕໍ່ສື່ ແລະ ເພື່ອນມິດສາກົນ. ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ການເຄື່ອນໄຫວຂອງສື່ມວນຊົນ, ບັນດາສຳນັກຂ່າວຕ່າງປະເທດ ແລະ ສື່ຈາກປະເທດອື່ນໆ ສາມາດເຂົ້າເຖິງຂໍ້ມູນກ່ຽວກັບຫວຽດນາມຜ່ານສື່ຂ່າວການຕ່າງປະເທດຂອງຫວຽດນາມໄດ້ເທົ່ານັ້ນ. ບົນພື້ນຖານບັນດາຂໍ້ຄວາມທີ່ໂປ່ງໃສ, ການລາຍງານຂ່າວທັນເວລາ, ມີລັກສະນະສົດໆຮ້ອນໆ, ຂໍ້ມູນຫຼາກຫຼາຍແລະອຸດົມສົມບູນ, ບັນດາສຳນັກຂ່າວຕ່າງປະເທດປະເມີນຫວຽດນາມຢ່າງຖືກຕ້ອງ, ຄົບຖ້ວນ ແລະ ເປັນກາງ. ສາມາດເວົ້າໄດ້ວ່າ, ຄວາມຮັບຮູ້ທີ່ມີລັກສະນະພາວະວິໃສຂອງບັນດາຊ່ອງທາງການສື່ສານທົ່ວໂລກ ໄດ້ປະກອບສ່ວນເຂົ້າໃນການຢືນຢັນປະສິດທິຜົນຂອງການສື່ຂ່າວການຕ່າງປະເທດຫວຽດນາມ ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍ.
ທີສີ່, ໜຶ່ງໃນບັນດາປັດໃຈທີ່ປະກອບສ່ວນຊ່ວຍໃຫ້ການສື່ຂ່າວການຕ່າງປະເທດຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍແມ່ນ ຄວາມພະຍາຍາມເປັນເຈົ້າການ ແລະ ຄວາມປະດິດສ້າງ ໃນການນຳໃຊ້ບັນດາຮູບແບບການສື່ສານໃໝ່. ສາມາດເວົ້າໄດ້ວ່າ, ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ວິທີແກ້ໄຂການຜະລິດຂ່າວ ແລະ ການດໍາເນີນງານອອນລາຍທີ່ມີປະສິດທິຜົນ, ການຊຸກຍູ້ວຽກງານຂໍ້ມູນຂ່າວສານການຕ່າງປະເທດທາງອິນເຕີເນັດ, ໂດຍສະເພາະໃນເຄືອຂ່າຍສັງຄົມ ໄດ້ເຮັດໃຫ້ສື່ຂ່າວການຕ່າງປະເທດຂອງຫວຽດນາມ ມີລັກສະນະໃໝ່ ແລະ ທັນສະໄໝ. ກ່ອນອື່ນໝົດ, ຕ້ອງເວົ້າເຖິງທ່າອຽງການສື່ຂ່າວໃນເຄືອຂ່າຍສັງຄົມ, ໃນນັ້ນມີເນື້ອໃນສົດ (live content) ທີ່ກຳລັງພັດທະນາຢ່າງແຂງແຮງ. ການຄົ້ນຄວ້າກ່ຽວກັບ “ວີດີໂອ” ຂອງ Facebook Live, Youtube Live ແລະ Instagram Live ໃຫ້ເຫັນວ່າ, ຊົ່ວໂມງເບິ່ງເນື້ອຫາວິດີໂອສົດນັບແຕ່ປີ 2019 ເຖິງປີ 2020 ເພີ່ມຂຶ້ນ 65%(2). ການສື່ຂ່າວການຕ່າງປະເທດຫວຽດນາມຕາມທັນທ່າອຽງນີ້ ເມື່ອອັບເດດກອງປະຊຸມອາຊຽນຢ່າງຍືດຫຍຸ່ນໃນ Facebook Live ທັງສະແດງໃຫ້ເຫັນເຖິງຄວາມສາມາດໃນການປັບຕົວ ແລະ ຢືນຢັນປະເທດທີ່ມີການປ່ຽນແປງໃໝ່ແລະປະດິດສ້າງ ໃນການນຳໃຊ້ຢ່າງໄຫວພິບເຕັກໂນໂລຊີດິຈີຕອນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ສາມາດເວົ້າໄດ້ວ່າ, ຄຽງຄູ່ກັບຂໍ້ຄວາມແລະເນື້ອໃນ, ວິທີການສື່ສານແມ່ນປັດໃຈສຳຄັນທີ່ຊ່ວຍໃຫ້ຂໍ້ມູນເຂົ້າໃກ້ຊິດກັບສາທາລະນະຊົນກວ່າອີກ. ການນຳໃຊ້ສື່ທີ່ເໝາະສົມແລະທັນສະໄໝ ເຮັດໃຫ້ການສົ່ງຂໍ້ມູນມີປະສິດທິຜົນສູງ, ປະກອບສ່ວນເຮັດໃຫ້ການສື່ຂ່າວການຕ່າງປະເທດຫວຽດນາມສອດຄ່ອງກັບກະແສທົ່ວໄປຂອງສື່ມວນຊົນໂລກ.
ຢ່າງໃດກໍ່ຕາມ, ຄຽງຄູ່ກັນກັບຄວາມພະຍາຍາມແລະຄວາມສຳເລັດທີ່ໜ້າຊົມເຊີຍນັ້ນ, ຍັງຕ້ອງຍອມຮັບຂໍ້ຈຳກັດບາງຢ່າງເຊັ່ນ: ທໍາອິດ, ກ່ຽວກັບຄວາມສອດຄ່ອງຂອງຂໍ້ຄວາມ. ເພື່ອເພີ່ມປະສິດທິພາບ, ຂໍ້ຄວາມຈະຕ້ອງມີຄວາມສອດຄ່ອງກັນທັງໃນດ້ານເນື້ອໃນແລະຮູບແບບ, ໂດຍສະເພາະຕ້ອງມີເອກະລັກເພື່ອໃຫ້ຜູ້ຊົມຕ່າງປະເທດແຕ່ລະຄົນໄດ້ຮັບຮູ້ວ່າ ຂໍ້ຄວາມນັ້ນແມ່ນຂໍ້ມູນທີ່ຖືກຕ້ອງ, ຂໍ້ຄວາມຈາກຫວຽດນາມເປັນຄ່ານິຍົມຂອງຫວຽດນາມ. ອັນທີສອງ, ການນຳໃຊ້ສື່ໃໝ່ແລະສື່ສັງຄົມຍັງບໍ່ມີປະສິດທິພາບເຕັມທີ່. ໃນສະພາບການແຜ່ລະບາດຂອງລະບາດໂຄວິດ-19 ເວົ້າສະເພາະ ແລະ ການປະຕິວັດອຸດສາຫະກຳຄັ້ງທີສີ່ເວົ້າລວມ, ຜົນກະທົບແຜ່ກະຈາຍຂອງສື່ສັງຄົມນັ້ນແມ່ນໃຫຍ່ຫຼາຍໂດຍມີລັກສະນະສະເພາະເຊັ່ນ: ການຮັບຂໍ້ມູນໂຕ້ແຍ້ງໄດ້ງ່າຍ, ການແຜ່ກະຈາຍຂໍ້ມູນຢ່າງໄວວາ ແລະ ຂ້າມຊາຍແດນ, ການເຂົ້າເຖິງຜູ້ຄົນຈຳນວນຫຼາຍ, ສ້າງຜົນກະທົບແຜ່ກະຈາຍກວ້າງ (viral effect). ການສື່ຂ່າວການຕ່າງປະເທດຫວຽດນາມ ໄດ້ມີຄວາມພະຍາຍາມໃນການເຂົ້າເຖິງແລະຜັນຂະຫຍາຍການສື່ສານໃໝ່, ແຕ່ວ່າພະລັງຂອງວິທີການສື່ສານນີ້ຍັງບໍ່ຖືກໃຊ້ປະໂຫຍດຢ່າງເຕັມທີ່. ຈຳນວນບົດຄວາມທີ່ໃຊ້ຂໍ້ມູນກຣາຟິກ (infographic), ຮູບເງົາສັ້ນ (clip), ໂດຍສະເພາະບົດຄວາມໃນຮູບແບບສື່ສິ່ງພິມທີ່ມີເນື້ອຫາແບບຍາວ (long-form) ຍັງມີຈຳກັດ. ນອກຈາກນັ້ນ, ເຖິງແມ່ນວ່າເວທີເຄືອຂ່າຍສັງຄົມໄດ້ເປີດຢ່າງສຸດຂີດ, ແຕ່ຈໍານວນຜູ້ຄົນທີ່ເຂົ້າເຖິງແລະແບ່ງປັນຂ່າວກໍ່ບໍ່ທັນຫຼາຍ. ສ່ວນໜຶ່ງແມ່ນຍ້ອນວ່າ ຈໍານວນບົດຄວາມຂ່າວຕ່າງປະເທດບໍ່ໄດ້ຮັບການອັບເດດເປັນປະຈຳ, ຈໍານວນພາສາມີຈໍາກັດ, ການຄຸ້ມຄອງກະຈັດກະຈາຍ ແລະ ບໍ່ມີຍຸດທະສາດໃນການເພີ່ມ KPIs - ຕົວຊີ້ວັດປະສິດທິພາບ, ເຊັ່ນ: ຈໍານວນການກົດໄລຄ໌ໃນໜ້າຂໍ້ມູນສະເພາະໃດໜຶ່ງ (like fanpage), ຈໍານວນຄໍາວິຈານ ຫຼື ແບ່ງປັນຂ່າວ… ອົງການສື່ຂ່າວການຕ່າງປະເທດຈໍານວນໜຶ່ງມີບັນຊີສື່ສັງຄົມຂອງຕົນເອງ, ແຕ່ຈຳນວນການໂຕ້ຕອບບໍ່ສູງ, ຈຳນວນຜູ້ຕິດຕາມບໍ່ຫຼາຍ, ໂດຍສະເພາະຍັງບໍ່ສາມາດດຶງດູດການຕິດຕາມຂອງສຳນັກຂ່າວຕ່າງປະເທດແລະຜູ້ນຳຂອງບັນດາປະເທດທີ່ສຳຄັນ.... ອັນທີສາມ, ການປະສານງານລະຫວ່າງບັນດາອົງການສື່ຂ່າວການຕ່າງປະເທດຕົ້ນຕໍ່ ຍັງບໍ່ທັນສອດຄ່ອງ. ດ້ວຍການນຳໃຊ້ຮູບການສື່ສານທີ່ຫຼາກຫຼາຍ ຕັ້ງແຕ່ສື່ຂອງລັດຈົນເຖິງສື່ເອກະຊົນ, ຕັ້ງແຕ່ວິທີການດັ້ງເດີມຈົນເຖິງສື່ໃໝ່ປະເພດຕ່າງໆ, ຕັ້ງແຕ່ໜັງສືພິມ ໂທລະພາບ ຈົນເຖິງວິທະຍຸກະຈາຍສຽງ ແລະ ຄວາມຫຼາກຫຼາຍຂອງແພລດຟອຣ໌ມ ຕັ້ງແຕ່ Facebook, Twitter ຈົນເຖິງ Youtube ເຊິ່ງການປະສານງານຢ່າງໃກ້ຊິດ ລະຫວ່າງບັນດາອົງການສື່ຂ່າວແລະປະເພດສື່ສານຕ່າງໆ ມີຄວາມຈຳເປັນທີ່ສຸດ. ໃນວຽກງານສື່ຂ່າວການຕ່າງປະເທດ, ການປະສານງານຈະຊ່ວຍສະທ້ອນພະລັງແຜ່ກະຈາຍ ແລະ ຍົກສູງປະສິດທິຜົນການສື່ສານ, ພ້ອມທັງໃຫ້ເຫັນເຖິງກົງຈັກສື່ສານທີ່ເຄື່ອນໄຫວຕາມຍຸດທະສາດແຫ່ງຊາດໂດຍລວມ.
ສາມາດເວົ້າໄດ້ວ່າ, ໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19, ວຽກງານສື່ຂ່າວການຕ່າງປະເທດບັນລຸໄດ້ບັນດາໝາກຜົນທີ່ໜ້າຊົມເຊີຍ, ໄດ້ຫັນປ່ຽນຢ່າງວ່ອງໄວ, ເປັນເຈົ້າການໃນການປ່ຽນແປງໃໝ່ ແລະ ປະດິດສ້າງ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງວຽກງານການຕ່າງປະເທດຂອງປະເທດ. ຢ່າງໃດກໍຕາມ, ໃນໄລຍະຈະມາເຖິງ, ສິ່ງທ້າທາຍສຳລັບການສື່ຂ່າວການຕ່າງປະເທດຍັງມີຫຼາຍ. ຄວາມໄວຂອງການຫັນເປັນທັນສະໄໝ ແລະ ການຫັນເປັນດິຈີຕອນໃນການສື່ສານສາກົນກຳລັງເພີ່ມຂຶ້ນ. ໃນສະພາບການໃໝ່, ໜ້າທີ່ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມວາງອອກນັ້ນແມ່ນ “ຕ້ອງປ່ຽນແປງໃໝ່ເນື້ອໃນ, ວິທີການ ແລະ ຍົກສູງປະສິດທິຜົນຂອງວຽກງານໂຄສະນາການຕ່າງປະເທດ”(3) ເພື່ອປະກອບສ່ວນຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດກວ່າອີກ. ບົນພື້ນຖານຜົນງານທີ່ບັນລຸໄດ້ ແລະ ການຮັບຮູ້ຈຸດອ່ອນ ຂໍ້ຈຳກັດຢ່າງເລິກເຊິ່ງ, ວຽກງານສື່ຂ່າວການຕ່າງປະເທດໃນເວລາຕໍ່ໄປນີ້ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ຫົວຄິດປະດິດສ້າງ ແລະ ເປັນເຈົ້າການປັບຕົວໃຫ້ເໝາະສົມ, ຍຶດໝັ້ນໜ້າທີ່ການເມືອງ, ໂດຍສະເພາະການໂຄສານາສົ່ງເສີມພາລະກິດ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ, ປະກອບສ່ວນເຊີດຊູພາບພົດ ແລະ ຖານະບົດບາດຂອງຫວຽດນາມ. ໃນນັ້ນ, ຕ້ອງຕັ້ງໜ້າໃຊ້ປະໂຫຍດຈາກທ່າແຮງຂອງພື້ນຖານການສື່ສານໃໝ່ ໃນການເຄື່ອນໄຫວສື່ຂ່າວການຕ່າງປະເທດ; ມີຫົວຄິດປະດິດສ້າງໃນການຜະລິດຜະລິດຕະພັນສື່ຂ່າວການຕາງປະເທດ; ເພີ່ມທະວີການປະສານງານໃນການກຳນົດນະໂຍບາຍ ກໍຄືໃນການເຄື່ອນໄຫວສະເພາະດ້ານການສື່ຂ່າວການຕ່າງປະເທດ. ປະຈຸບັນ, ກຳລັງສື່ຂ່າວການຕ່າງປະເທດຂອງຫວຽດນາມມີຈຳນວນນັບມື້ນັບເພີ່ມຂຶ້ນແລະຫຼາກຫຼາຍ, ຕັ້ງແຕ່ອົງການສື່ຂ່າວຂອງລັດທຸກລະດັບ ຈົນເຖິງບັນດາອົງການສື່ມວນຊົນໃຫຍ່, ອົງການສື່… ເພື່ອເພີ່ມປະສິດທິພາບ ແລະ ປັບປຸງປະສິດທິຜົນການສື່ສານ, ຈໍາເປັນຕ້ອງເພີ່ມທະວີການຊີ້ນຳເປັນເອກະພາບ ແລະ ການປະສານງານຢ່າງໃກ້ຊິດ ຂອງກໍາລັງສື່ຂ່າວການຕ່າງປະເທດ. ສາມາດຢືນຢັນໄດ້ວ່າ, ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການກະທົບຢ່າງເລິກເຊິ່ງຂອງທ່າອຽງໂລກາພິບັດແລະການປ່ຽນດິຈີຕອບທີ່ມີຕໍ່ປະເທດຕ່າງໆໃນໂລກ, ດັ່ງນັ້ນ ການປ່ຽນແປງໃໝ່ວຽກງານສື່ຂ່າວການຕ່າງປະເທດ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະ ຈຳເປັນ ເພື່ອປະກອບສ່ວນອັນສົມຄວນ ເຂົ້າໃນຂະບວນການປະຕິບັດ ນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່./.
------------
(1) ໃນນັ້ນມີເຫດການທີ່ນາຍົກລັດຖະມົນຕີ ສຸກະ ໂຢຊີຮິເດະ ຂອງຍີ່ປຸ່ນ (Suga Yoshihide) ໄດ້ເລືອກຫວຽດນາມເປັນຈຸດໝາຍປາຍທາງທຳອິດ (ເດືອນຕຸລາ 2020) ລະຫວ່າງການເດີນທາງໄປຕ່າງປະເທດ ຫຼັງຈາກການເຂົ້າຮັບຕຳແໜ່ງໜຶ່ງເດືອນ (ເດືອນກັນຍາ 2020).
(2) ເບິ່ງ: Anjali Lai, Elizabeth Velasquez: “The Data digest: US Consumers say Twitter and Facebook are equally entertaining, yet Twitteris moreinformative”, https://www.forrester.com/fn/4uwx474TlRWp0Q5PAjDpZk, ເຂົ້າເຖິງວັນທີ 24 ເມສາ 2021.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ພາກ I, ໜ້າ 164 - 165.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 981 (ເດືອນມັງກອນ 2021)