ການເຊື່ອມໂຍງເຂົ້າກັບສາກົນໃນ “ຍຸກດິຈິຕອນ”
ແລະ ບາງບັນຫາທີ່ຫວຽດນາມປະເຊີນ
ແລະ ບາງບັນຫາທີ່ຫວຽດນາມປະເຊີນ
ວກ. - ໂລກກຳລັງກ້າວເຂົ້າສູ່ “ຍຸກດິຈິຕອນ” ດ້ວຍຈຸດພິເສດ, ລັກສະນະ ແລະ ການກະທົບກວ້າງຂວາງທີ່ບໍ່ເຄີຍມີມາກ່ອນ. ບັນດາປະເທດໃນການພົວພັນສາກົນກໍ່ກຳລັງປັບນະໂຍບາຍ ແລະຍຸດທະສາດ ໃຫ້ເໝາະສົມກັບການເຄື່ອນໄຫວແລະຜົນກະທົບຂອງຍຸກດິຈິຕອນ, ໃນນັ້ນ ມີບັນດາເນື້ອໃນກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ຕໍ່ກັບຫວຽດນາມ, ການສວຍໃຊ້ໂອກາດຈາກຍຸກດິຈິຕອນ ເພື່ອການເຊື່ອມໂຍງເຂົ້າກັບສາກົນ ຈະປະກອບສ່ວນປະຕິບັດແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ກວ້າງຂວາງ ແລະ ຮອບດ້ານ ທີ່ໄດ້ວາງໄວ້ໃນເອກະສານຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ດັ່ງນັ້ນ, ການຄົ້ນຄວ້າໂອກາດ, ຄວາມທ້າທາຍ, ບັນດາບັນຫາທີ່ວາງອອກມາໃນຍຸກດິຈິຕອນໃນໂລກ, ຈາກນັ້ນ ເພື່ອສະເໜີນະໂຍບາຍອ້າງອີງສຳລັບຫວຽດນາມ ແມ່ນຈຳເປັນທີ່ສຸດ.
ໂລກກຳລັງກ້າວເຂົ້າສູ່ “ຍຸກດິຈິຕອນ” ດ້ວຍຈຸດພິເສດ, ລັກສະນະ ແລະ ການກະທົບກວ້າງຂວາງ ທີ່ບໍ່ເຄີຍມີມາກ່ອນ. _ພາບ: ເອກະສານຂໍ້ມູນ
ໃນສະພາບການດັ່ງກ່າວ, ບັນດາປະເທດໃນໂລກກຳລັງຜັນຂະຫຍາຍຍຸດທະສາດ ແລະນະໂຍບາຍ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ຢ່າງເປັນເຈົ້າການ, ຕັ້ງໜ້າ, ໃນນັ້ນໄດ້ເອົາໃຈໃສ່ຊຸກຍູ້ເສດຖະກິດດິຈິຕອນ ແລະ ບັນດາຂໍ້ຕົກລົງການຄ້າເສລີຮຸ່ນໃໝ່. ສະຫະລັດອາເມລິກາເປັນປະເທດນຳໜ້າ ໃນການລົງທຶນໃສ່ການປ່ຽນດິຈິຕອນ ແລະພັດທະນາເສດຖະກິດດິຈິຕອນ. ຈີນຕັ້ງເປົ້າໝາຍຄວາມຫວັງ ທີ່ຈະເປັນມະຫາອຳນາດດ້ານເຕັກໂນໂລຊີຊັ້ນນຳ ຂອງໂລກ. ແຜນການ “ຜະລິດໃນປະເທດຈີນປີ 2025” (Made in China 2025) ເອົາໃຈໃສ່ເປັນສຳຄັນເຖິງການສ້າງຄວາມສາມາດເປັນເຈົ້າຕົນເອງ ທາງດ້ານເຕັກໂນໂລຊີ - ຄວາມປະດິດສ້າງ. ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ສ່ວນຫຼາຍ ໄດ້ມີຍຸດທະສາດລະດັບຊາດ ໃນການພັດທະນາເສດຖະກິດດິຈິຕອນ ເຊັ່ນ: ຍຸດທະສາດ “Wawasan Brunei 2035” ຂອງປະເທດບຣູໄນ; ບັນດາເປົ້າໝາຍລະດັບຊາດກ່ຽວກັບຍຸກດິຈິຕອນເຖິງປີ 2023 ຂອງປະເທດກຳປະເຈຍ; ບັນດາແຜນການ ແລະລຳດັບການພັດທະນາ ໂຄງສ້າງພື້ນຖານດິຈິຕອນ, ການຄ້າເອເລັກໂຕຣນິກ ແລະ ວິສາຫະກິດດິຈິຕອນ ຂອງປະເທດອິນໂດເນເຊຍ; ວິໄສທັດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຂອງປະເທດລາວ 2030; ຍຸດທະສາດ “ມາເລເຊຍດິຈິຕອນ” ຂອງປະເທດມາເລເຊຍ; ກິດຈະກຳ ຂອງຄະນະກຳມະການພັດທະນາເສດຖະກິດດິຈິຕອນ ຂອງປະເທດມຽນມາ; ຍຸດທະສາດດິຈິຕອນລະດັບຊາດ ຂອງປະເທດຟີລິບປິນ; ແຜນການຂອງສິງກະໂປ ໃນການເປັນປະເທດທີ່ສະຫລາດນຳໜ້າໂລກດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ; ແຜນການພັດທະນາເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ຂອງປະເທດໄທ ໃນໄລຍະ 2014 - 2034. ໃນລະດັບພາກພື້ນ, ການເຊື່ອມໂຍງດ້ານດິຈິຕອນກໍ່ໄດ້ຮັບການຊຸກຍູ້ເທື່ອລະກ້າວ. ປີ 2019, ອາຊຽນໄດ້ອອກເອກະສານຈຳນວນໜຶ່ງທີ່ກ່ຽວຂ້ອງກັບການເຊື່ອມໂຍງດ້ານດິຈິຕອນເຊັ່ນ: ໂຄງການປະຕິບັດກອບການເຊື່ອມໂຍງດ້ານດິຈິຕອນ ໄລຍະ 2019 - 2025 ແລະ ດັດຊະນີການເຊື່ອມໂຍງດ້ານດິຈິຕອນ ຂອງອາຊຽນ (ADII) ຕາມທີ່ຫວຽດນາມສະເໜີໃນປີ 2020.
ໂອກາດແລະຄວາມທ້າທາຍສຳລັບບັນດາປະເທດ ໃນການເຊື່ອມໂຍງສາກົນ ໃນຍຸກດິຈິຕອນ
ໂອກາດ
ທີໜຶ່ງ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ເປີດໂອກາດໃຫ້ບັນດາປະເທດພັດທະນາຢ່າງກ້າວກະໂດດ ຜ່ານການຜັນຂະຫຍາຍແລະສຳເລັດການປ່ຽນດິຈິຕອນໂດຍໄວ (ລະບຽບກົດໝາຍ, ໂຄງສ້າງພື້ນຖານ ແລະແຫຼ່ງບຸກຄະລາກອນ). ເວທີປາໄສເສດຖະກິດໂລກ (WEF) ຄາດວ່າ ມູນຄ່າທີ່ສ້າງຂຶ້ນຈາກການປ່ຽນດິຈິຕອນຈາກສີ່ຂະແໜງການຄື: ຍານຍົນ, ສິນຄ້າອຸປະໂພກບໍລິໂພກ, ການຜະລິດໄຟຟ້າ ແລະ ການຂົນສົ່ງ (ໂລຈິສະຕິກ) ຈະສູງເຖິງ 100 ພັນຕື້ໂດລາສະຫະລັດ ພາຍໃນປີ 2025 (3). ຜົນກະທົບຈາກການປ່ຽນດິຈິຕອນໃຫຍ່ກວ່າຫຼາຍເທົ່າ ທຽບກັບການປະຕິວັດວິທະຍາສາດ - ເຕັກໂນໂລຊີທີ່ຜ່ານມາ, ດັ່ງນັ້ນ ປະເທດໃດທີ່ດຳເນີນການປ່ຽນດິຈິຕອນຢ່າງທັນການ ຈະມີໂອກາດສ້າງການບຸກທະລຸ, ກະໂດດຂັ້ນ ໃນການພັດທະນາ. ປະເທດແອັດສະໂຕນີເປັນກໍລິນີພິເສດ ກ່ຽວກັບປະເທດນ້ອຍທີ່ດຳເນີນການປ່ຽນດິຈິຕອນຢ່າງສຳເລັດຜົນ.
ທີສອງ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ສ້າງໂອກາດດຶງດູດຊັບພະຍາກອນ ເພື່ອການພັດທະນາໂຄງສ້າງພື້ນຖານ, ເຕັກໂນໂລຊີດິຈິຕອນ ແລະ ແຫຼ່ງບຸກຄະລາກອນທີ່ມີທັກສະດິຈິຕອນ ກໍຄືຊ່ວຍຍົກສູງຄວາມສາມາດເປັນເຈົ້ນຕົນເອງຂອງປະເທດ ໃນການເຊື່ອມໂຍງເຂົ້າກັບສາກົນ. ລວມຍອດການລົງທຶນໃສ່ການປ່ຽນດິຈິຕອນ ໃນໄລຍະ 2020 - 2023 ໃນທົ່ວໂລກ ຖືກຄາດວ່າອາດຈະຂຶ້ນເຖິງ 7,4 ພັນຕື້ໂດລາສະຫະລັດ (4). ບັນດາປະເທດກຳລັງພັດທະນາມີໂອກາດດີທີ່ສຸດ ໃນການກ້າວໂດຍກົງສູ່ການກໍ່ສ້າງພື້ນຖານໂຄງສ້າງດິຈິຕອນທີ່ທັນສະໄໝ ແທນທີ່ທີ່ຈະຕ້ອງເສຍຄ່າໃຊ້ຈ່າຍ ໃນການປ່ຽນຈາກພື້ນຖານໂຄງສ້າງເກົ່າ ໄປເປັນພື້ນຖານໂຄງສ້າງໃໝ່ ຄືທີ່ປະເທດພັດທະນາໄດ້ເຮັດ (5).
ທີສາມ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ຊ່ວຍເປີດກວ້າງພື້ນທີ່ເທສະການພັດທະນາຂອງປະເທດ ໃນສະພາບການທີ່ການຄ້າ ແລະກາລົງທຶນແບບດັ້ງເດີມມີແນວໂນ້ມຊ້າລົງ ຍ້ອນຜົນກະທົບຈາກທ່າອຽງປົກປ້ອງພາຍໃນ ແລະການລະບາດຂອງໂຄວິດ-19. ປີ 2020, ເປັນຄັ້ງທຳອິດທີ່ບັນດາສັນຍາກ່ຽວກັບຍຸກດິຈິຕອນໄດ້ຖືກລົງນາມ ລະຫວ່າງສິງກະໂປ, ນູແວນເຊລັງ ແລະ ຊີເລ (ເດືອນມິຖຸນາ 2020); ລະຫວ່າງ ອົດສະຕຣາລີ ແລະ ສິງກະໂປ (ເດືອນສິງຫາ 2020). ອົງການການຄ້າໂລກ (WTO) ໄດ້ຊຸກຍູ້ການຮ່ວມມືທາງດ້ານການຄ້າເອເລັກໂຕຣນິກ. ອົງການເພື່ອຄວາມຮ່ວມມື ແລະການພັດທະນາທາງເສດຖະກິດ (OECD) ໄດ້ຍູ້ແຮງບັນດາຮອບການເຈລະຈາກ່ຽວກັບພາສີໃນຍຸກດິຈິຕອນ.
ທີສີ່, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ສ້າງໂອກາດເພື່ອນຳໃຊ້ເຄື່ອງມືດິຈິຕອນ ໃນການຕ່າງປະເທດ ເພື່ອຊຸກຍູ້ທີ່ຕັ້ງແລະອິດທິພົນຂອງປະເທດ. ປະຈຸບັນ, 98% ຂອງຜູ້ນຳແລະລັດຖະມົນຕີການຕ່າງປະເທດ ຂອງ 193 ປະເທດສະມາຊິກສະຫະປະຊາຊາດເຊື່ອມຕໍ່ກັນຜ່ານ Twitter ດ້ວຍຜູ້ຕິດຕາມ 620 ລ້ານຄົນ (6). ການລະບາດຂອງພະຍາດໂຄວິດ-19 ຊ່ວຍຍູ້ແຮງກວ່າອີກ ການນຳໃຊ້ເຄື່ອງມືດິຈິຕອນ ໃນການພົວພັນສາກົນເຊັ່ນ: ຈັດຕັ້ງກອງປະຊຸມຫຼາຍຝ່າຍ ສອງຝ່າຍອອນໄລ, ຖ່າຍທອດຂໍ້ຄວາມການຕ່າງປະເທດ, ສ້າງຮູບພາບ, ສະຫນັບສະໜູນປະສິດທິຜົນ ຊ່ອງທາງພາຍນອກແບບດັ້ງເດີມ.ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ ເຂົ້າຮ່ວມແລະກ່າວຄຳປາໄສ ໃນກອງປະຊຸມສົນທະນາລະດັບສູງທາງອິນເຕີເນັດ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໂດຍມີຫົວຂໍ້ວ່າ “ການແກ້ໄຂໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ທີ່ກ່ຽວຂ້ອງເຖິງດິນຟ້າອາກາດ”. _ພາບ: TTXVN
ທີຫ້າ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ສ້າງໂອກາດຍົກສູງກຳລັງແຮງສັງລວມຂອງຊາດຢ່າງຄົບຊຸດ ບົນພື້ນຖານບັນດາປັດໄຈທີ່ໄດ້ວິໄຈໄຈ້ແຍກເທິງນີ້. ການພັດທະນາ ແລະການປະຍຸກໃຊ້ວິທະຍາສາດ-ເຕັກໂນໂລຊີ ແມ່ນປັດໄຈທີ່ຊ່ວຍເພີ່ມ “ພະລັງແຂງ” ທາງເສດຖະກິດ, ການທະຫານ, ພ້ອມກັນນັ້ນ ກໍຊ່ວຍເພີ່ມ “ພະລັງອອ່ນ” ທາງດ້ານອິດທິພົນ, ສັກສີສາກົນ, ແຮງດຶງດູດ ຂອງຮູບແບບການພັດທະນາ... ຜູ້ຊ່ຽວຊານຫຼາຍຄົນໃຫ້ທັດສະນະວ່າ, ບົດບາດທີ່ເພີ່ມຂຶ້ນຂອງຂໍ້ມູນແລະຂ່າວສານ ຈະເຮັດໃຫ້ຈຸດສຸມທາງພູມສາດ - ການເມືອງ ແລະ ພູມສາດ -ເສດຖະກິດຂອງໂລກນອນຢູ່ໃນ “ສູນຂໍ້ມູນ”, ບໍ່ແມ່ນຢູ່ປະເທດຫຼືພາກພື້ນທີ່ມີຊັບພະຍາກອນແບບດັ້ງເດີມອີກ.
ກ່ຽວກັບຄວາມທ້າທາຍ
ທີໜຶ່ງ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ສ້າງຄວາມສ່ຽງຈາກຄວາມຫຼ້າຫຼັງທາງເສດຖະກິດ. ບັນດາປະເທດທີ່ພັດທະນາແລ້ວທີ່ມີທ່າແຮງດ້ານການເງິນ ແລະ ເຕັກໂນໂລຊີ ຈະລົງທຶນ ແລະ ຜັນຂະຫຍາຍການປ່ຽນດິຈິຕອນໄວກວ່າປະເທດອື່ນໆ. ໃນຂະນະນັ້ນ, ບັນດາປະເທດກຳລັງພັດທະນາທີ່ຊັກຊ້າໃນການວາງນະໂຍບາຍປ່ຽນດິຈິຕອນ, ເຊື່ອມໂຍງທາງດ້ານດິຈິຕອນ ຈະພົບຄວາມຫຍຸ້ງຍາກຫຼາຍກວ່າ ໃນການດຶງດູດຊັບພະຍາກອນ ເພື່ອການປ່ຽນດິຈິຕອນ. ດ້ວຍການພັດທະນາຢ່າງວ່ອງໄວ ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ຄວາມສ່ຽງທີ່ຈະຕົກຢູ່ເບື້ອງຫຼັງຕື່ມອີກ ຂອງປະເທດທີ່ “ຊ້າ” ຍັງມີຂະຫນາດໃຫຍ່ກວ່າແຕ່ກ່ອນ.
ທີສອງ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ເພີ່ມທະວີຄວາມທ້າທາຍໃນການຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ການປົກປັກຮັກສາອະທິປະໄຕຂອງດິນແດນ. ຄວາມສ່ຽງດ້ານຄວາມປອດໄພທາງໄຊເບີຣ໌ ຕໍ່ກັບບັນດາປະເທດ ເພີ່ມຫຼາຍຂຶ້ນ, ໂດຍໃນປີ 2021 ການສູນເສຍຈາກການໂຈມຕີທາງໄຊເບີຣ໌ນັ້ນ ມີມູນຄ່າຫຼາຍກວ່າ 4% ຂອງ ຈີດີພີ ທົ່ວໂລກ(7). ຄວາມທ້າທາຍດ້ານການປ້ອງກັນປະເທດ ແລະຄວາມປອດໄພເພີ່ມຂຶ້ນ ເນື່ອງຈາກການພັດທະນາອາວຸດ ແລະອຸປະກອນການທະຫານຮຸ່ນໃໝ່ທີ່ປະສານລວມເຕັກໂນໂລຊີດິຈິຕອນ, ໂດຍສະເພາະປັນຍາປະດິດ (AI)... ຄວາມຈິງທີ່ວ່າ ປະເທດຕ່າງໆດໍາເນີນບັ້ນໂຄສະນາຂໍ້ມູນຂ່າວສານປອມ ເພື່ອຕໍ່ຕ້ານແລະແຊກແຊງເຊິ່ງກັນແລະກັນ, ເພີ່ມຄວາມສ່ຽງທາງດ້ານລະດັບແລະຂະໜາດ ຂອງຄວາມບໍ່ສະຫງົບທາງສັງຄົມ. ປະເທດຕາເວັນຕົກ, ລັດເຊຍ ແລະ ຈີນ ມີຄວາມແຕກຕ່າງກັນຫຼາຍຂຶ້ນ ໃນດ້ານການສົ່ງເສີມອະທິປະໄຕແຫ່ງຊາດໃນໂລກໄຊເບີຣ໌ ຫຼືການຮັກສາພື້ນທີ່ໄຊເບີຣ໌ທີ່ເສລີ ແລະເປີດກວ້າງ(8).
ທີສາມ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ສ້າງສິ່ງທ້າທາຍໃນການຄຸ້ມຄອງບັນດາການເຄື່ອນໄຫວຂອງພາກເອກະຊົນໃນໂລກໄຊເບີຣ໌. ການທີ່ບໍລິສັດເຕັກໂນໂລຊີຂະຫນາດໃຫຍ່ຈໍານວນຫນ້ອຍໃນໂລກ ມີບົດບາດສໍາຄັນໃນໂຄງສ້າງພື້ນຖານ, ເວທີດິຈິຕອນແລະຂໍ້ມູນ ໄດ້ສ້າງຄວາມສ່ຽງອັນໃຫຍ່ຫຼວງ ຕໍ່ຄວາມປອດໄພແຫ່ງຊາດຂອງບັນດາປະເທດ. ການຈັດການກັບຄວາມສໍາພັນລະຫວ່າງລັດຖະບານ ແລະ ບໍລິສັດເຕັກໂນໂລຢີຂະຫນາດໃຫຍ່ ແມ່ນບັນຫາທີ່ຫຍຸ້ງຍາກ, ແມ່ນແຕ່ສຳລັບປະເທດມະຫາອຳນາດເຊັ່ນສະຫະລັດອາເມລິກາ. ບັນດາປະເທດກຳລັງພັດທະນາປະເຊີນໜ້າກັບຄວາມທ້າທາຍ ໃນການຄຸ້ມຄອງກິດຈະກຳເສດຖະກິດ, ໂດຍສະເພາະການບໍລິການແລະເວທີດີຈີຕອນຂ້າມຊາຍແດນ ເຊັ່ນ: ການເກັບພາສີ, ການຄວບຄຸມເນື້ອຫາດິຈິຕອນ ແລະການຄຸ້ມຄອງແຮງງານຂ້າມຊາຍແດນໃນພື້ນທີ່ດິຈິຕອນ...
ທີສີ່, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ເຮັດໃຫ້ບັນດາປະເທດຕ້ອງປະເຊີນໜ້າກັບຜົນກະທົບຈາກການແກ່ງແຍ້ງແຂ່ງຂັນຍຸດທະສາດ ລະຫວ່າງບັນດາປະເທດໃຫຍ່ ໃນການສ້າງແລະກຳນົດ “ກົດລະບຽບຂອງເກມ” ລະດັບໂລກ, ໂດຍສະເພາະ ໃນພື້ນທີ່ດິຈິຕອນ. ຍົກຕົວຢ່າງເຊັ່ນ, ການແກ່ງແຍ້ງແຂ່ງຂັນໃນບັນດາຂົງເຂດການເງິນ ແລະສະກຸນເງິນດິຈິຕອນ ມີແນວໂນ້ມທີ່ຈະເພີ່ມຂຶ້ນ ເມື່ອບາງປະເທດເຊັ່ນ ຈີນ, ຍີ່ປຸ່ນ, ສະຫະພາບເອີຣົບ ກະກຽມອອກສະກຸນເງິນດິຈິຕອນ, ຖືເປັນສະກຸນເງິນປະຈຳຊາດ.
ດັ່ງນັ້ນ, ມີຫຼາຍບັນຫາທີ່ເກີດມາຈາກການເຊື່ອມໂຍງສາກົນໃນຍຸກດິຈິຕອນ. ທີໜຶ່ງ, ຕອບສະໜອງຕໍ່ຄວາມບໍ່ແນ່ນອນ ທີ່ເກີດຈາກຄວາມບໍ່ສົມດຸນຂອງອໍານາດ ໃນການພົວພັນລະຫວ່າງປະເທດຈາກການພັດທະນາເຕັກໂນໂລຊີດິຈິຕອນ, ການປ່ຽນດິຈິຕອນ, ໂດຍສະເພາະປັນຍາປະດິດ, ເພື່ອຈຸດປະສົງທີ່ບໍ່ໂປ່ງໃສ. ຄວາມຊັກຊ້າໃນການຜັນຂະຫຍາຍຍຸດທະສາດ, ແຜນການກ່ຽວກັບການຫັນເປັນຕິຈິຕອນ ແລະການນຳໃຊ້ເຕັກໂນໂລຊີ ຖືກຖືວ່າຈະມີຜົນສະທ້ອນບໍ່ໜ້ອຍ ຕໍ່ການພັດທະນາແລະຄວາມປອດໄພຂອງບັນດາປະເທດ. ທີສອງ, ການຈັດການກັບຄວາມສັບສົນທີ່ເກີດຈາກຄວາມສ່ຽງຂອງການເປັນປໍລະປັກກັນທາງອຸດົມການທີ່ເພີ່ມຂຶ້ນ. ນັ້ນແມ່ນການສ້າງແລະນຳໃຊ້ບັນດາຮູບແບບເຕັກໂນໂລຊີໃໝ່ເຊັ່ນ: ອິນເຕີເນັດສັບພະສິ່ງ, ປັນຍາປະດິດ ເພື່ອແຊກແຊງວຽກງານການເມືອງພາຍໃນປະເທດຂອງປະເທດອື່ນ, ຜ່ານການເຜີຍແຜ່ຂ່າວປອມ, ການບິດເບືອນຂໍ້ມູນ, ປຸກກະຕູ້ນຄວາມບໍ່ໝັ້ນຄົງຜ່ານໄຊເບຣ໌ສະເປດ, ຄວາມບໍ່ໝັ້ນຄົງຂອງນໍ້ມູນ, ການສູນເສຍການຄວບຄຸມໂຄງສ້າງພື້ນຖານ, ການແຊກແຊງຢ່າງເລິກເຊິ່ງໃນການເລືອກຕັ້ງຊາທິປະໄຕ. ທີສາມ, ຄວາມຕ້ອງການທີ່ກຳນົດໄວ້ໃນການຮັບປະກັນການສ້າງຄວາມສາມາດດ້ານດິຈິຕອນຂອງປະເທດ (ລະບຽບກົດໝາຍ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ) ມີບົດບາດຕັດສິນຊີ້ຂາດໃນຂະບວນການຫັນເປັນດິຈິຕອນເວົ້າສະເພາະ ແລະ ໃນການເຊື່ອມໂຍສາກົນໃນຍຸກດິຈິຕອນເວົ້າລວມ. ທີສີ່, ຄວາມຈຳເປັນຮີບດ່ວນໃນການແກ້ໄຂ, ຮັດແຄບຄວາມແຕກໂຕນກັນລະຫວ່າງປະເທດ ໃນການພັດທະນາກອບການຄຸ້ມຄອງຫຼາຍຝ່າຍລະດັບໂລກສຳລັບຂົງເຂດດິຈິຕອນ. ມີແນວໂນ້ມວ່າ ບັນດາປະເທດຈະສົ່ງເສີມການຮ່ວມມືສອງຝ່າຍແລະພະຫຸພາຄີນ້ອຍລົງ, ຈາກນັ້ນກໍ່ຕັ້ງເຄືອຂ່າຍກົນໄກການຄຸ້ມຄອງດິຈິຕອນຫຼາຍຊັ້ນຫຼາຍຂັ້ນ ກໍ່ຄືເຕົ້າໂຮມກຳລັງເສດຖະກິດດິຈິຕອນ, ດ້ວຍບົດບາດທີ່ເພີ່ມຂຶ້ນ ຂອງບໍລິສັດເຕັກໂນໂລຊີຂ້າມຊາດ. ທີຫ້າ, ຄວາມຈຳເປັນໃນການຮ່ວມມືກັນຂອງບັນດາປະເທດ ໃນການສ້າງຂໍ້ກຳນົດການຄຸ້ມຄອງຕໍ່ບໍລິສັດເຕັກໂນໂລຊີຂ້າມຊາດ (Big Tech), ສະກັດກັ້ນບໍ່ໃຫ້ບັນດາບໍລິສັດເຫຼົ່ານີ້ໄປໄກເກີນໄປ ໃນການແຊກແຊງດ້ານການເມືອງ, ນັບທັງຄວາມໝັ້ນຄົງ, ອະທິປະໄຕຂອງບັນດາປະເທດແລະລະບົບສາກົນ.
ໂອກາດແລະຄວາມທ້າທາຍຕໍ່ຫວຽດນາມ ໃນການເຊື່ອມໂຍງສາກົນໃນຍຸກດິຈິຕອນ
ໃນ 35 ປີແຫ່ງການປ່ຽນແປງໃໝ່ແລະພັດທະນາປະເທດ, ຂະບວນການເຊື່ອມໂຍງສາກົນກາຍເປັນຄວາມຕັດສິນໃຈຍຸດທະສາດ, ຮັບໃຊ້ໂດຍກົງໃຫ້ແກ່ຄວາມຕ້ອງການຂອງປະເທດ, ສອດຄ່ອງກັບບັນດາທ່າອຽງໃຫຍ່ໃນໂລກ. ໃນໄລຍະ 1986 - 2000, ມະຕິສະບັບເລກທີ 13 ຂອງກົມການເມືອງສູນກາງພັກສະໄໝທີ 6, ລົງວັນທີ 20 ພຶດສະພາ 1988, ກ່ຽວກັບໜ້າທີ່ແລະນະໂຍບາຍການຕ່າງປະເທດໃນສະພາບການໃໝ່, ໄດ້ມີຄວາມຮັບຮູ້ເບື້ອງຕົ້ນທີ່ພາວະວິໄສ ກ່ຽວກັບຂະບວນການຫັນເປັນສາກົນ, ຈາກນັ້ນສ້າງປະຖົມປັດໄຈໃຫ້ຄວາມຮັບຮູ້ທີ່ຄົບຖ້ວນກວ່າ ກ່ຽວກັບການເຊື່ອມໂຍງສາກົນໃນໄລຍະຕໍ່ໄປ. ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ (ປີ 1991) ກຳນົດທິດນຳ “ເປີດກວ້າງ, ຫັນການພົວພັນເສດຖະກິດກັບຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍກ້ຳຫຼາຍຝ່າຍ ຕາມຫຼັກການຮັກສາເອກະລາດ, ອຳນາດອະທິປະໄຕໄວ້ຢ່າງໝັ້ນຄົງ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ”(9). ກອງປະຊຸມໃຫຍ່ຄັ້ງທີ 9 (ປີ 2001) ກຳນົດແຜນນະໂຍບາຍ “ເປັນເຈົ້າການເຊື່ອມໂຍງເສດຖະກິດສາກົນ ແລະພາກພື້ນ”(10). ກອງປະຊຸມໃຫຍ່ຄັ້ງທີ 10 (ປີ 2006) ຢືນຢັນ ແຜນນະໂຍບາຍ “ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເສດຖະກິດສາກົນ, ພ້ອມກັນນັ້ນ ຂະຫຍາຍການຮ່ວມມືສາກົນ ໃນບັນດາຂົງເຂດອື່ນ”(11). ກອງປະຊຸມໃຫຍ່ຄັ້ງທີ 11 (ປີ 2011) ໄດ້ຂະຫຍາຍຈາກການເຊື່ອມໂຍງເສດຖະກິດສາກົນ ໄປເປັນ “ການເຊື່ອມໂຍງກັບສາກົນຢ່າງຕັ້ງຫນ້າແລະຫ້າວຫັນ”(12) ຢ່າງຮອບດ້ານ. ວັນທີ 10 ເມສາ 2013, ກົມການເມືອງສູນກາງພັກ ໄດ້ອອກມະຕິເລກທີ 22-NQ/TW, ກ່ຽວກັບການເຊື່ອມໂຍງສາກົນ, ກຳນົດບັນດາທິດທາງທີ່ສຳຄັນ, ຊີ້ແຈງແລະເປັນເອກະພາບທາງດ້ານຄວາມຮັບຮູ້ ກ່ຽວກັບການເຊື່ອມໂຍງສາກົນ ແລະ ເປັນບາດກ້າວການພັດທະນາທີ່ສຳຄັນ ກ່ຽວກັບຈິນຕະນາການການຕ່າງປະເທດ. ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ (ປີ 2016) ສືບຕໍ່ກໍານົດຄວາມຕ້ອງການທີ່ສູງຂຶ້ນ, ນັ້ນແມ່ນ “ຜັນຂະຫຍາຍຢ່າງແຂງແຮງ ທິດທາງຍຸດທະສາດເຊື່ອມໂຍງສາກົນຢ່າງເປັນເຈົ້າການ ແລະຕັ້ງໜ້າ”(13). ປີ 2016, ຄະນະບໍລິຫານງານສູນກາງພັກຊຸດທີ 12 ອອກມະຕິເລກທີ 06-NQ/TW, ກ່ຽວກັບການປະຕິບັດຂະບວນການເຊື່ອມໂຍງເສດຖະກິດສາກົນຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບທາງການເມືອງ-ສັງຄົມຢ່າງໝັ້ນຄົງ ໃນສະພາບການປະເທດເຮົາເຂົ້າຮ່ວມໃນບັນດາສັນຍາການຄ້າເສລີຮຸ່ນໃໝ່. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ປີ 2021) ເນັ້ນເຖິງ “ຄວາມເປັນເຈົ້າການແລະຕັ້ງໜ້າ ເຊື່ອມໂຍງສາກົນສາກົນຢ່າງຮອບດ້ານ, ກວ້າງຂວາງ ແລະມີປະສິດທິຜົນ”(14) ແລະຈັດການແກ້ໄຂເປັນຢ່າງດີ “ສາຍພົວພັນລະຫວ່າງເອກະລາດ, ອຳນາດອະທິປະໄຕ ແລະ ການເຊື່ອມໂຍງເຂົ້າກັບສາກົນ”(15).
ມາເຖິງດຽວນີ້, ມີເອກະສານຫຼາຍສະບັບຂອງພັກແລະລັດຫວຽດນາມ ທີ່ສະແດງໃຫ້ເຫັນແຜນນະໂຍບາຍການພັດທະນາປະເທດຊາດ ໃນຍຸກດິຈິຕອນເຊັ່ນ: ມະຕິເລກທີ 23-NQ/TW, ລົງວັນທີ 22 ມີນາ 2018, ຂອງກົມການເມືອງສູນກາງ, ກ່ຽວກັບທິດທາງກໍ່ສ້າງນະໂຍບາຍການພັດທະນາອຸດສາຫະກຳຂອງຊາດຮອດປີ 2030, ວິໄສທັດຮອດປີ 2045; ມະຕິເລກທີ 52-NQ/TW, ລົງວັນທີ 27 ກັນຍາ 2019, ຂອງກົມການເມືອງສູນກາງ, ກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການ ໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່. ບົນພື້ນຖານນັ້ນ, ລັດຖະບານໄດ້ສ້າງ ແລະ ປະກາດໃຊ້ ແຜນປະຕິບັດການ ແລະຍຸດທະສາດລະດັບຊາດ ໃນຂົງເຂດທີ່ກ່ຽວຂ້ອງເຊັ່ນ ການປະຕິວັດອຸດສາຫະກຳຄັ້ງທີສີ່, ໂຄງການປ່ຽນດິຈິຕອນລະດັບຊາດ ແລະ ຍຸດທະສາດແຫ່ງຊາດ ກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ປະຍຸກໃຊ້ປັນຍາປະດິດ.
ດ້ວຍຮາກຖານທາງທິດສະດີແລະຈິນຕະນາການການຕ່າງປະເທດກ່ຽວກັບການເຊື່ອມໂຍງສາກົນ ທີ່ມີການປັບປຸງຕາມຍຸກສະໄໝຢູ່ສະເໝີ, ຫວຽດນາມຈຶ່ງປະສົບຄວາມສຳເລັດທີ່ສຳຄັນຈຳນວນໜຶ່ງໃນການເຊື່ອມໂຍງສາກົນ: ທີໜຶ່ງ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ເສດຖະກິດ - ສັງຄົມ, ການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ກຳລັງແຮງສັງລວມຂອງຊາດ. ໃນ 35 ປີແຫ່ງການປ່ຽນແປງໃໝ່ແລະເຊື່ອມໂຍງສາກົນ, ຈາກພື້ນຖານເສດຖະກິດກະສິກຳທີ່ຫຼ້າຫຼັງ, ຂະໜາດນ້ອຍ, ເຖິງປະຈຸບັນ ຈີດີພີ ຂອງຫວຽດນາມໄດ້ບັນລຸ 262 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 18 ເທົ່າ, ຢູ່ໃນອັນດັບທີ 44 ຂອງໂລກ. ໃນການຈັດອັນດັບດັດຊະນີອຳນາດອາຊີ (Asia Power Index) ປີ 2020 ເຜີຍແຜ່ໂດຍ Lowy Institute - ສະຖາບັນຄົ້ນຄວ້ານະໂຍບາຍການຕ່າງປະເທດຊັ້ນນຳຂອງ ອົດສະຕຣາລີ ເມື່ອວັນທີ 19 ຕຸລາ 2020, ຫວຽດນາມຢູ່ໃນອັນດັບທີ 12 ກ່ຽວກັບກຳລັງແຮງສັງລວມ ໃນ 26 ປະເທດແລະດິນແດນໄດ້ຮັບການປະເມີນ(16). ທີສອງ, ປະກອບສ່ວນເຂົ້າໃນການຍູ້ແຮງພາລະກິດການປ່ຽນແປງໃໝ່, ການກໍ່ສ້າງແລະປັບປຸງບູລະນະລະບຽບກົດໝາຍເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ. ທີສາມ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຂອງຊາດ, ຂະຫຍາຍແລະເພີ່ມທະວີການພົວພັນກັບບັນດາປະເທດ, ກັບບັນດາປະເທດໃຫຍ່ ແລະສູນພະລັງອຳນາດຊັ້ນນຳຂອງໂລກ. ທີສີ່, ຊ່ວຍຢືນຢັນແລະເພີ່ມຂີດຄວາມສາມາດ ໃນການລິເລີ່ມ, ຫຼັກແຫຼ່ງແກ່ນສານ, ນຳພາ ແລະ ການໄກ່ເກ່ຍຂອງຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນຢ່າງຊັດເຈນ ຈາກຄວາມສຳເລັດ ຄວາມຮັບຜິດຊອບຫຼາຍປະການ ຂອງຫວຽດນາມເຊັ່ນ: ການເປັນເຈົ້າພາບຈັດເວທີປາໄສການຮ່ວມມືທາງເສດຖະກິດອາຊີ - ປາຊີຟິກ (APEC) ທີ່ປະສົບຄວາມສຳເລັດໃນປີ 2017, ກອງປະຊຸມສຸດຍອດສະຫະລັດອາເມລິກາ - ເກົາຫຼີເໜືອ ໃນປີ 2019; ປະສົບຄວາມສຳເລັດໃນການຮັບບົດບາດປະທານ ອາຊຽນປີ 2020; ສືບຕໍ່ດຳລົງຕຳແໜ່ງສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສຳລັບວາລະ 2020-2021 ດ້ວຍຄວາມຄິດລິເລີ່ມ ແລະຮອຍປະທັບຫຼວງຫຼາຍ ທີ່ໄດ້ຮັບການຕີລາຄາສູງ ຈາກເພື່ອນມິດສາກົນ. ທີຫ້າ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ ກໍຄືຮັກສາເອກະລັກວັດທະນະທຳຂອງຊາດ ແລະປົກປັກຮັກສາສະພາບແວດລ້ອມ. ບັນດາທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນ ນັບມື້ນັບມີເງືອນໄຂເພື່ອເຂົ້າຮ່ວມ ແລະໃຊ້ປະໂຫຍດ ຈາກໂອກາດການເຊື່ອມໂຍງສາກົນ.
ບັນດາຜົນງານດັ່ງກ່າວໄດ້ສ້າງຄວາມໝັ້ນໃຈໃຫ້ກັບຫວຽດນາມ ໃນເສັ້ນທາງການເຊື່ອມໂຍງຢ່າງແໜ້ນແຟ້ນກ່ວາອີກ ແລະ ນຳໃຊ້ໂອກາດໃໝ່ ທີ່ພວມເປີດກ້ວາງໃຫ້ເກີດປະໂຫຍດສູງສຸດ. ທີໜຶ່ງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງແມ່ນຄວາມຫວັງອັນແຮງກ້າ ແລະ ຄວາມພະຍາຍາມຮ່ວມກັນ ຂອງມວນມະນຸດ. ໂລກາພິວັດແລະການເຊື່ອມໂຍງສາກົນ ເຖິງຈະພົບຄວາມຫຍຸ້ງຍາກ ອຸປະສັກ ແລະຄວາມທ້າທາຍ ໃນເວລາທີ່ຜ່ານມາກໍ່ຕາມ, ແຕ່ວ່າ ມັນຍັງເປັນແນວໂນ້ມທີ່ພາວະວິໄສ. ດ້ວຍທ່າແລະພະລັງໃໝ່, ຫວຽດນາມກ້າວເຂົ້າສູ່ໄລຍະຍຸດທະສາດໃໝ່, ປ່ຽນແປງໃໝ່ຢ່າງຮອບດ້ານ, ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ແລະ ການເຊື່ອມໂຍງສາກົນ ຢ່າງກວ້າງຂວາງ ເລິກເຊິ່ງ ຮອບດ້ານ. ທີສອງ, ບັນດາໝາກຜົນພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ສືບຕໍ່ຢືນຢັນຄວາມຖືກຕ້ອງຂອງນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້ນຕົນເອງ; ແຜນນະໂຍບາຍຂອງຫວຽດນາມ ໃນການເຄື່ອນໄຫວເຊື່ອມໂຍງເຂົ້າກັບໂລກ ຢ່າງຮອບດ້ານແລະເລິກເຊິ່ງ ດັ່ງທີ່ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ: “ປະເທດພວກເຮົາຍັງບໍ່ເຄີຍບັນລຸພາລະກິດທີ່ຍິ່ງໃຫຍ່, ກໍາລັງບົ່ມຊ້ອນອັນໃຫຍ່ຫຼວງ, ຖານະບົດບາດ ແລະ ອິດທິພົນເທິງເວທີສາກົນ ຄືໃນປັດຈຸບັນນີ້”(17). ນີ້ແມ່ນຫຼັກຖານແລະພື້ນຖານທີ່ສຳຄັນ ສຳລັບການເຊື່ອມໂຍງສາກົນໃນຍຸກດິຈິຕອນ ໃນເວລາທີ່ຈະມາເຖິງ, ໂດຍສະເພາະ ການສ້າງຕັ້ງການເຊື່ອມໂຍງເສດຖະກິດສາກົນດິຈິຕອນ(18). ທີສາມ, ຜ່ານເຄືອຂ່າຍຫຼາຍກວ່າ 30 ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ຫວຽດນາມມີໂອກາດດຶງດູດແຫຼ່ງພະລັງ, ການລົງທຶນ ເພື່ອຍົກສູງຄວາມສາມາດຂອງຊາດ ໃນການປ່ຽນດິຈິຕອນ, ຮັບໃຊ້ການພັດທະນາ ແລະ ຮັບປະກັນເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ຄວາມໝັ້ນຄົງ(19). ທີສີ່, ການເຊື່ອມໂຍງຂອງຫວຽດນາມໃນຍຸກດິຈິຕອນ ກໍປະກອບສ່ວນເຂົ້າໃນການເປີດແບບວິທີໃໝ່ ແລະພື້ນທີ່ໃໝ່ ໃຫ້ແກ່ການເຊື່ອມໂຍງສາກົນ ຂອງພາກພື້ນແລະໂລກ, ປະກອບສ່ວນສ້າງແຮງຂັບເຄື່ອນໃໝ່ ໃຫ້ແກ່ການເຕີບໂຕເສດຖະກິດ, ການປ່ຽນແປງໃໝ່ປະດິດສ້າງ, ການພັດທະນາໄວແລະຍືນຍົງ. ການຍາດແຍ່ງເອົາກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ໃນປະຈຸບັນ ແມ່ນກາລະໂອກາດຍຸດທະສາດ ເພື່ອໃຫ້ປະເທດບືນຕົວຂຶ້ນ, ກ້າວກະໂດດ ໃນການປະຕິບັດບັນດາຈຸດໝາຍພັດທະນາ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ທີຫ້າ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ສ້າງພື້ນທີ່ເພື່ອໃຫ້ຫວຽດນາມພັດທະນາ “ພະລັງອ່ອນ” ຍິ່ງກວ່າອີກ, ຍົກສູງຊື່ສຽງແລະຖານະຕຳແໜ່ງຂອງປະເທດ. ຮາກຖານເຄືອຂ່າຍແລະການເຊື່ອມໂຍງເສດຖະກິດ ແມ່ນພື້ນຖານສ້າງເງື່ອໄຂ ເພື່ອໃຫ້ຫວຽດນາມໃຊ້ປະໂຫຍດ ຈາກຂໍ້ຕົກລົງເຊື່ອມໂຍງເສດຖະກິດ, ເປີດກວ້າງແລະເຂົ້າຮ່ວມຢ່າງເລິກເຊິ່ງ ໃນເຄືອຂ່າຍເຊື່ອມໂຍງເສດຖະກິດໂລກ, ປະກອບສ່ວນ ເຂົ້າໃນການສ້າງກອບກົດໝາຍທາງເສດຖະກິດ ແລະ ການຄ້າໃໝ່, ໃນນັ້ນ ມີການຍົກລະດັບ ແລະ ເພີ່ມເຕີມບັນດາເນື້ອໃນ ກ່ຽວກັບການເຊື່ອມໂຍງດິຈິຕອນ, ການປະຍຸກໃຊ້ເຕັກໂນໂລຊີ ເພື່ອສ້າງແລວທາງເດີນທາງທີ່ປອດໄພ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
ຄຽງຄູ່ກັນກັບບັນດາກາລະໂອກາດນັ້ນ, ຂະບວນການເຊື່ອມໂຍງສາກົນໃນຍຸກດິຈິຕອນຂອງຫວຽດນາມ ກໍຕ້ອງປະເຊີນໜ້າກັບຄວາມທ້າທາຍບໍ່ໜ້ອຍ.
ທີໜຶ່ງ, ສະພາບການຂອງໂລກ ແລະ ພາກພື້ນປ່ຽນແປງຢ່າງບໍ່ຢຸດຢັ້ງ ແລະ ຄາດເດົາບໍ່ໄດ້, ເຮັດໃຫ້ເກີດຄວາມຫຍຸ້ງຍາກຫຼາຍຢ່າງ ໃນການຄາດຄະເນຍຸດທະສາດ. ການແກ່ງແຍ້ງແຂ່ງຂັນທາງຍຸດທະສາດລະຫວ່າງປະເທດໃຫຍ່, ການປະທະກັນພາກສ່ວນໃນທ້ອງຖິ່ນ, ຄວາມສ່ຽງດ້ານຄວາມປອດໄພ ຄາດວ່າຍັງຈະສັບສົນຕໍ່ໄປ ແລະຮຸນແຮງກວ່າແຕ່ກ່ອນ. ເສດຖະກິດໂລກເຂົ້າສູ່ຍຸກໃໝ່ ທາງດ້ານຄຸນລັກສະນະ ແລະລະດັບຂອງກຳລັງການຜະລິດ, ນຳໄປສູ່ການປ່ຽນແປງໃໝ່ທີ່ເລິກເຊິ່ງໃນການພົວພັນການຜະລິດ ແລະການພົວພັນສັງຄົມ. ບັນດາຄວາມສ່ຽງດ້ານຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມເຊັ່ນ: ໂລກລະບາດ, ການປ່ຽນແປງສະພາບອາກາດ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ຄວາມໝັ້ນຄົງດ້ານເຄືອຂ່າຍ... ນັບມື້ນັບເພີ່ມຂຶ້ນ.
ທີສອງ, ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ກໍໄດ້ວາງຄວາມຮຽກຮ້ອງໃໝ່ເຊັ່ນ ຕ້ອງປ່ຽນແປງຈິນຕະນາການ, ປ່ຽນຈາກ “ການເປີດກວ້າງການພົວພັນ, ເພີ່ມທະວີແລະເຂົ້າຮ່ວມການຮ່ວມມືສາກົນ” ໄປເປັນ “ການປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າໃນການລິເລີ່ມ ແລະ ເຂົ້າຮ່ວມການສ້າງບັນດາກົນໄກການຮ່ວມມື” ແລະ ການປ່ຽນຮູບແບບການເຕີບໂຕ ຕິດກັບເຕັກໂນໂລຊີດິຈິຕອນ. ນອກຈາກນັ້ນ, ບັນຫາການຫັນເປັນກົດໝາຍ ແລະ ການປະຕິບັດສັນຍາການຄ້າເສລີຮຸ່ນໃໝ່, ທີ່ມີມາດຕະຖານສູງ, ພ້ອມກັບບັບຫາໃໝ່ ໃນການເພີ່ມທະວີ ແລະ ຍົກລະດັບຂອງບັນດາຂໍ້ມາດຕາທີ່ກ່ຽວຂ້ອງກັບເສດຖະກິດດິຈິຕອນ ແລະເຕັກໂນໂລຊີດິຈິຕອນ ກໍ່ແມ່ນໜຶ່ງໃນບັນດາຄວາມທ້າທາຍຕໍ່ຫວຽດນາມ (20).
ທີສາມ, ການກຳເອົາໂອກາດ, ການຜັນຂະຫຍາຍໃນຂັ້ນຕ່າງໆ ກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີສີ່, ຂະບວນການຫັນເປັນດິຈິຕອນ ການປ່ຽນດິຈິຕອນໃນສະພາບຄວາມສາມາດຫັນປ່ຽນຂອງຫວຽດນາມຍັງຖືກຈຳກັດ. ຖ້າບໍ່ມີການຫັນປ່ຽນທາງດ້ານຈິນຕະນາການ ແລະການກະທຳ ຢ່າງທັນການ, ຄວາມສ່ຽງຈາກການຕົກຢູ່ເບື້ອງຫຼັງຂອງປະເທດຈະຮ້າຍແຮງກວ່າເກົ່າອີກ (21).
ທີສີ່, ບັນດາຄວາມຮຽກຮ້ອງຕ້ອງການທີ່ສູງຂຶ້ນ ກ່ຽວກັບການເຊື່ອມໂຍງສາກົນໃນຍຸກດິຈິຕອນ ເພື່ອເສີມຂະຫຍາຍ “ພະລັງອ່ອນ” ແລະ ຖານະຕຳແໜ່ງໃໝ່ທາງດ້ານພູມສາດ - ຍຸດທະສາດ, ພູມສາດ - ເສດຖະກິດ, ບືນຕົວຂຶ້ນຖືບົດບາດລິເລີ່ມ, ຫຼັກແຫຼ່ງ, ໄກ່ເກ່ຍໃນບັນດາບັນຫາທີ່ມີຄວາມໝາຍຍຸດທະສາດສຳລັບຫວຽດນາມ. ການເຊື່ອມໂຍງສາກົນໃນຍຸກດິຈິຕອນ ກໍໄດ້ຕັ້ງບັນຫາໃໝ່ອອກມາ, ເຊັ່ນການຕາມໃຫ້ທັນກັບທ່າອຽງການພັດທະນາ ແລະແບບວິທີການຜະລິດໃໝ່ຂອງໂລກ, ຄວາມສົມດຸນລະຫວ່າງການຮັກສາຄວາມປອດໄພເຄືອຂ່າຍ ແລະການພັດທະນາເສດຖະກິດິຈິຕອນ, ລະຫວ່າງການປ່ຽນດິຈິຕອນ ແລະ ການຮັກສາຄວາມປອດໄພ ແລະສະຖຽນລະພາບທາງສັງຄົມ, ລະຫວ່າງການດຶງດູດການລົງທຶນໂດຍກົງທາງດ້ານເຕັກໂນໂລຊີຈາກຕ່າງປະເທດ ແລະການສະໜັບສະໜູນວິສາຫະກິດເຕັກໂນໂລຊີພາຍໃນປະເທດ.
ທີຫ້າ, ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະອະທິປະໄຕທາງອິນເຕີເນັດ, ການປົກປ້ອງລະບອບການເມືອງ ໃນສະພາບການເຄືອຂ່າຍອິນເຕີເນັດທີ່ມີການພັດທະນາສັບສົນຫຼາຍຢ່າງ. ດ້ວຍຄວາມນິຍົມຂອງສື່ມວນຊົນສັງຄົມ, ການຕໍ່ຕ້ານຂອງອິດທິກໍາລັງສັດຕູ ຈຶ່ງມີຄວາມເລິກແລບແລະສັບສົນຫຼາຍຂຶ້ນ ແລະ ຄວາມສ່ຽງຂອງຄວາມບໍ່ສະຫງົບທາງສັງຄົມ ກໍ່ຫຍຸ້ງຍາກແລະສັບສົນກວ່າແຕ່ກ່ອນ. ນອກຈາກນັ້ນ ແມ່ນຄວາມທ້າທາຍທາງດ້ານການຮັບປະກັນວຽກເຮັດງານທຳ, ການຝຶກອົບຮົມກຳລັງແຮງງານຄືນໃໝ່(22).
ຄວາມຄິດນະໂຍບາຍບາງປະການສຳລັບຫວຽດນາມ
ບົນພື້ນຖານການວິໄຈໄຈ້ແຍກແລະປະເມີນກ່ຽວກັບໂອກາດ, ຄວາມທ້າທາຍແລະບັນດາບັນຫາທີ່ວາງອອກມາຂ້າງເທິງ, ເພື່ອໃຫ້ຂະບວນວິວັດການເຊື່ອມໂຍງສາກົນໃນຍຸກດິຈິຕອນຂອງຫວຽດນາມໃນເວລາທີ່ຈະມາເຖິງ ມີຄວາມຮອບດ້ານ, ເລິກເຊິ່ງ, ປະດິດສ້າງ ແລະມີປະສິດທິຜົນຍິ່ງຂຶ້ນ, ຈຳເປັນຕ້ອງເອົາໃຈໃສ່ບາງມາດຕະການດັ່ງລຸ່ມນີ້:
ທີໜຶ່ງ, ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ; ດຳເນີນນະໂຍບາຍການຕ່າງປະເທດແບບຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ; ຊາຍຊຶມແລະໝູນໃຊ້ ບັນດາບົດຮຽນກ່ຽວກັບການຈັດການກັບສາຍພົວພັນກັບປະເທດໃຫຍ່ ແລະປະເທດເພື່ອນບ້ານໃກ້ຄຽງ ຢ່າງຖືກຕ້ອງ, ປະດິດສ້າງ ແລະມີປະສິດທິຜົນ; ປະເມີນທ່າອຽງຢ່າງຖືກຕ້ອງ, ກຳໂອກາດໃຫ້ແໜ້ນ. ຂຸດຄົ້ນແລະນຳໃຊ້ຊັບພະຍາກອນຕ່າງໆຢ່າງມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການຂອງພາລະກິດການສ້າງສາພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ໂດຍສະເພາະແມ່ນພັດທະນາ ແລະປະຍຸກໃຊ້ ວິທະຍາສາດ -ເຕັກໂນໂລຊີ ເຊິ່ງໄດ້ຢືນຢັນໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ແລະເອກະສານທີ່ສຳຄັນຂອງພັກ ກ່ຽວກັບຄວາມເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່, ຍຸດທະສາດຄວາມໝັ້ນຄົງປອດໄພໄຊເບີຣ໌ແຫ່ງຊາດ ແລະ ຍຸດທະສາດປົກປ້ອງປະເທດຊາດໃນໂລກໄຊເບີຣ໌, ຄຳສັ່ງເລກທີ 25-CT/TW, ອອກວັນທີ 8 ສິງຫາ 2018, ຂອງຄະນະເລຂາທິການ, ກ່ຽວກັບການຍູ້ແຮງແລະຍົກສູງລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030...ທ່ານ ຟ້າມບິ່ງມິງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຢ້ຽມຊົມຜະລິດຕະພັນນະວັດຕະກຳໃໝ່ ຂອງວິສາຫະກິດຂອງຊາວຫວຽດນາມຢູ່ຕ່າງປະເທດ ໃນກອງປະຊຸມຊາວຫວຽດນາມຢູ່ຕ່າງປະເທດປະກອບຄວາມຄິດເຫັນກ່ຽວກັບການປ່ຽນດິຈິຕອນ ແລະ ເອົາຊະນະຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອພັດທະນາເສດຖະກິດຫວຽດນາມ _ພາບ: TTXVN
ທີສອງ, ເປັນເຈົ້າການແລະຕັ້ງໝັ້ນໃນເປົ້າໝາຍເຊື່ອມໂຍງສາກົນຢ່າງຮອບດ້ານແລະກວ້າງຂວາງ ເພື່ອຜົນປະໂຫຍດຂອງຊາດ - ປະເທດ ບົນພື້ນຖານກົດໝາຍສາກົນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອແນໃສ່ປະຕິບັດວິໄສທັດ ແລະ ຄວາມມຸ່ງມາດປາດຖະໜາ ຢາກຫັນຫວຽດນາມເປັນປະເທດພັດທະນາຕາມທິດສັງຄົມນິຍົມ ໃນກາງສະຕະວັດທີ 20.
ທີສາມ, ເປັນເຈົ້າການໃນການກໍ່ສ້າງ, ດັດປັບ, ບູລະນະກອບກົດໝາຍໃນປະເທດ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາຢູ່ໃນປະເທດ, ພ້ອມກັນນັ້ນ ສະໜັບສະໜູນ ແລະ ໃຊ້ປະໂຫຍດຈາກໂອກາດແລະເງື່ອນໄຂສາກົນ ເຊິ່ງຂະບວນການເຊື່ອມໂຍງນຳມາໃຫ້.
ທີສີ່, ປັບປຸງຄວາມໄວ້ວາງໃຈທາງການເມືອງ, ນຳການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ເຄືອຂ່າຍຄູ່ຮ່ວມມືສຳຄັນກວ່າ 30 ປະເທດ ແລະ ເພື່ອນມິດດັ້ງເດີມ ເຂົ້າສູ່ລວງເລິກ, ມີສະຖຽນລະພາບແລະຍືນຍົງ ດ້ວຍວິທີການທີ່ສ້າງສັນ ແລະ ມີປະສິດທິພາບ; ວາງເນື້ອໃນການພັດທະນາເປັນໃຈກາງຂອງການພົວພັນ ແລະ ຍາດແຍ່ງເອົາກາລະໂອກາດດ້ານເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ໂດຍສະເພາະແມ່ນ ເຕັກໂນໂລຊີດິຈິຕອນ, ທ່າອ່ຽງການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະຍືນຍົງ...; ເປັນເຈົ້າການແລະຕັ້ງໜ້າເຂົ້າຮ່ວມບັນດາສະຖາບັນພະຫຸພາຄີ, ປະກອບສ່ວນເຂົ້າໃນຂະບວນການສ້າງບັນດາສະຖາບັນລະດັບພາກພື້ນ ແລະລະດັບໂລກ, ຄວນພິຈາລະນາເປັນພິເສດ ເຖິງການກຳນົດເນື້ອໃນຂອງສະຖາປັດຕະຍະກຳຄວາມປອດໄພທາງອິນເຕີເນັດໃນພາກພື້ນອາຊີ - ປາຊີຟິກ(23); ປະສານສົມທົບບັນດາກຳລັງ ການຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ, ການທູດດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ ຢ່າງແໜ້ນແຟ້ນແລະມີປະສິດທິຜົນຍິ່ງຂຶ້ນ.
ທີຫ້າ, ເປັນເຈົ້າການໃນການຄົ້ນຄວ້າ, ກຳແໜ້ນ, ຄາດຄະເນປະເມີນສະພາບການຢ່າງຖືກຕ້ອງ, ຫຼີກລ້ຽງການຕົກໃນທ່າຮັບທີ່ບໍ່ຄາດຄິດ. ຕາມນັ້ນ, ເພີ່ມທະວີວຽກງານການຄົ້ນຄວ້າ ຄາດຄະເນ, ແບ່ງປັນຂໍ້ມູນກ່ຽວກັບການເຊື່ອມໂຍງສາກົນ, ຈຸດສຸມແມ່ນການເຊື່ອມໂຍງເສດຖະກິດດິຈິຕອນເຂົ້າກັບສາກົນ; ເປີດກວ້າງການສົນທະນາກ່ຽວກັບນະໂຍບາຍ, ແລກປ່ຽນບົດຮຽນປະສົບການ, ປັນຍາຄວາມຮູ້ກ່ຽວກັບການເຊື່ອມໂຍງສາກົນໃນຍຸກດິຈິຕອນ; ຍົກສູງຄວາມຮັບຮູ້ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ ກ່ຽວກັບການເຊື່ອມໂຍງສາກົນໃນຍຸກດິຈິຕອນ; ສ້າງພື້ນຖານການທູດທີ່ທັນສະໄໝ, ໃນນັ້ນ ເອົາໃຈໃສ່ຍູ້ແຮງການທູດປ້ອງກັນປະເທດແລະຄວາມໝັ້ນຄົງ ເພື່ອປົກປັກຮັກສາປະເທດແຕ່ກ່ອນ, ແຕ່ໄກ (24).
ທີຫົກ, ບົນພື້ນຖານເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ບັນດາມະຕິຂອງຄະນະບໍລິຫານງານສູນກາງ ແລະກົມການເມືອງ ກ່ຽວກັບການເຊື່ອມໂຍງສາກົນ, ອາດຈະພິຈາລະນາຄົ້ນຄວ້າ, ພັດທະນາ ແລະ ປະກາດໃຊ້ເອກະສານສະບັບໃໝ່ຂອງພັກ ກ່ຽວກັບແຜນນະໂຍບາຍ ແລະ ທິດທາງໃໝ່ ໃນການເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານແລະກວ້າງຂວາງ, ໂດຍສະເພາະ ໃນຍຸກດິຈິຕອນ, ໃນນັ້ນ ສຸມໃສ່ບາງເນື້ອໃນເຊັ່ນ: ການເຊື່ອມໂຍງເສດຖະກິດສາກົນໃນຍຸກດິຈິຕອນເປັນສູນກາງ, ສ້າງການແຜ່ກະຈາຍແລະກຳລັງຂັບເຄື່ອນໃຫ້ກັບວຽກງານການເຊື່ອມໂຍງຂອງຂົງເຂດອື່ນໆ; ຮັກສາຄວາມໝັ້ນຄົງ ສະຖຽນລະພາບ ແລະຄວາມເປັນລະບຽບຮຽບຮ້ອງຂອງສັງຄົມ, ປົກປັກຮັກສາລະບອບການເມືອງ ແລະ ຍູ້ຖອຍໄພອັນຕະລາຍ, ຄວາມສ່ຽງ ແລະຜົນກະທົບດ້ານລົບຈາກໄຊເບີຣ໌ສະເປດ... ເອກະສານສະບັບໃໝ່ນີ້ ຈະເປັນພື້ນຖານອ້າງອີງທີ່ສໍາຄັນ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງ ປະສານງານແລະດຳເນີນການ ຢ່າງຕັ້ງໜ້າ ແລະມີປະສິດທິຜົນ ໃນໃນເວລາທີ່ຈະມາເຖິງ./.
---------------
(1) ເດືອນຕຸລາ 2013, ທະນາຄານໂລກ (WB) ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ ກ່ຽວກັບການພັດທະນາໃນຍຸກດິຈິຕອນ. ປີ 2014, ອົງການສະຫະປະຊາຊາດໄດ້ຮັບຮອງມະຕິກ່ຽວກັບສິດທິຄວາມເປັນສ່ວນຕົວໃນຍຸກດິຈິຕອນ. ເດືອນມິຖຸນາ 2020, ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດກອງປະຊຸມພິເສດຂອງຜູ້ນຳ ອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນຍຸກດິຈິຕອນ. ອົງການເພື່ອການຮ່ວມມືແລະພັດທະນາເສດຖະກິດ (OECD) ໄດ້ຖືຍຸກດິຈິຕອນເປັນສະພາບການຂອງບົດລາຍງານຫຼາຍສະບັບຂອງຕົນ, https://www.worldbank.org/en/events/2013/09/20/development-digital-age-tech-and-poverty; https://www.cambridge.org/core/journals/international-legal-materials/article/united-nations-general-assembly-resolution-on-the-right-to-privacy-in-the-digital-age/136942F57940B12E0733852518E4B68C
(2) United Nations: The Impact of Digital Technologies, https://www.un.org/en/un75/impact-digital-technologies
(3) World Economic Forum (WEF): “Digital transformation of industries”, 2016, http://reports.weforum.org/digital-transformation-of-industries/wp-content/blogs.dir/94/mp/files/pages/files/wef-digital-transformation-of-industries-2016-exec-summary.pdf
(4) International Data Corporation (IDC): “Worldwide Digital Transformation 2020 Predictions”, 2019, https://www.idc.com/getdoc.jsp?containerId=prUS45617519
(5) Felipe L Monteiro, Gabriel Rozman, Anne-Marie Carrick: “Digital Transformation in Latin America: A Leapfrogging Opportunity”, 2019
(6) Twiplomacy: “Twiplomacy Study 2020”, https://twiplomacy.com/blog/twiplomacy-study-2020/
(7) “29 Must-know Cybersecurity Statistics for 2020”, https://www.cyber-observer.com/cyber-news-29-statistics-for-2020-cyber-observer/
(8) ທ່ານ ສີ ຈິ້ນເຜິງ ປະທານປະເທດຈີນ ໃຫ້ທັດສະນະວ່າ, ອະທິປະໄຕທາງອິນເຕີເນັດ ແມ່ນການເຄົາລົບສິດຂອງແຕ່ລະປະເທດ ໃນການເລືອກເສັ້ນທາງພັດທະນາອິນເຕີເນັດ, ຮູບແບບການຄຸ້ມຄອງອິນເຕີເນັດ ແລະ ນະໂຍບາຍສາທາລະນະທາງອິນເຕີເນັດ ກໍຄືການມີສ່ວນຮ່ວມເທົ່າທຽມກັນ ໃນການຄຸ້ມຄອງໄຊເບີຣ໌ສະເປດສາກົນ. ເບິ່ງເພີ່ມ: “Remarks by H.E. Xi Jinping President of the People’s Republic of China” At the Opening Ceremony of the Second World Internet Conference, December 16, 2015, https://www.fmprc.gov.cn/mfa_eng/wjdt_665385/zyjh_665391/t1327570.shtml
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7, ສພຈ ສື້ເຖິດ, 1991, ໜ້າ 119.
(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 9, ສພຈ ການເມືອງແຫ່ງຊາດ, 2001, ໜ້າ 120.
(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10, ປຶ້ມທີ່ໄດ້ແນະນຳ, 2006, ໜ້າ 112.
(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ປຶ້ມທີ່ໄດ້ແນະນຳ, 2011, ໜ້າ 236.
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ຫ້ອງການສູນກາງພັກ, 2016, ເຫຼັ້ມ 2, ໜ້າ 154.
(14), (15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິດ, 2021, ໜ້າ 331, 333.
(16) ເບິ່ງ: “Viet Nam: Ranked 12 of 26 for comprehensive power, with an overall score of 19.2 out of 100”, https://power.lowyinstitute.org/countries/vietnam/
(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, https://nhandan.com.vn/chinhtri/nghi-quyet-dai-hoi-dai-bieu-toan-quoc-lan-thu-xiii-636568/, ເຂົ້າສູ່ເວັບໄຊວັນທີ 5 ເມສາ 2021
(18) ຕາມຜົນການຄົ້ນຄວ້າຂອງບໍລິສັດ Google (ສະຫະລັດອາເມລິກາ) ແລະອົງການ Temasek (ສິງກະໂປ), ເສດຖະກິດດິຈິຕອນຂອງຫວຽດນາມບັນລຸ 12 ຕື້ໂດລາສະຫະລັດໃນປີ 2019, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດິຈິຕອນໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຄາດວ່າ, ຮອດປີ 2025, ການເຕີບໂຕທີ່ອີງໃສ່ເສດຖະກິດດິຈິຕອນໃນຫວຽດນາມສາມາດບັນລຸ 43 ຕື້ໂດລາສະຫະລັດ, https://www.blog.google/documents/47/SEA_Internet_Economy_Report_2019.pdf
(19) ອີງຕາມສູນການແຂ່ງຂັນໂລກ (WCC), ບັນດາຄູ່ຮ່ວມມືຂອງຫວຽດນາມທີ່ມີທ່າແຮງທາງດ້ານເຕັກນິກດິຈິຕອນນັ້ນລວມມີ: ອາເວລິກາ, ຈີນ, ສ.ເກົາຫຼີ, ສິງກະໂປ, ດານມາກ, ຊູແອັດ, ແຟງລັງ, ໂຮນລັງ.
(20) ບັນດາສັນຍາການຄ້າເສລີກ່ຽວກັບເສດຖະກິດິຈິຕອນ, ກົນໄກການເຊື່ອມຕໍ່ດິຈິຕອນ ແມ່ນບັນດາບັນຫາໃໝ່, ຮຽກຮ້ອງໃຫ້ຕ້ອງມີການຄົ້ນຄວ້າກ່ຽວກັບແບບວິທີ (ເຊັນໃໝ່ ຫຼືຍົກລະດັບຈາກບັນດາສັນຍາການຄ້າເສລີທີ່ມີຢູ່ແລ້ວ), ວິທີການ (ສອງຝ່າຍ, ການຮ່ວມມືສາມຝ່າຍ - ສີ່ຝ່າຍ, ພະຫຸພາຄີຫຼາຍປະເທດ), ຮູບການ (ສັນຍາການຄ້າເສລີ, ສັນຍາເຊື່ອມຕໍ່ເສດຖະກິດ...), ການເລືອກຄູ່ຮ່ວມມືໃນສະພາບການແກ່ງແຍ້ງແຂ່ງຂັນລະຫວ່າງປະເທດໃຫຍ່ເພີ່ມຂຶ້ນ, ທ່າອຽງປົກປ້ອງການຜະລິດພາຍໃນຍັງສືບຕໍ່ ແລະ ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.
(21) ທະນາຄານໂລກ (WB) ຕີລາຄາວ່າ ເພື່ອປ່ຽນດິຈິຕອນ, ຫວຽດນາມຕ້ອງຮັບປະກັນບັນດາປັດໄຈທີ່ສຳຄັນຄື: ຄວາມສາມາເຊື່ອມຕໍ່ດິຈິຕອນ, ລະບົບນິເວດການຊຳລະເງິນດິຈິຕອນ, ທັກສະແຮງງານດິຈິຕອນ, ໂລຈິສະຕິກສຳລັບເສດຖະກິດິຈິຕອນ ແລະ ບັນດານະໂຍບາຍແລະຂໍ້ກຳນົດກົດລະບຽບທີ່ກ່ຽວຂ້ອງ, http://documents.worldbank.org/curated/en/328941558708267736/
(22) ອົງການແຮງງານໂລກ (ILO) ຄາດວ່າ ໃນ 10 ປີຂ້າງໜ້າ, ປະມານ 56% ຂອງລວມຍອດປະລິມານວຽກເຮັດງານທຳໃນ 5 ປະເທດ ອາຊຽນ ລວມມື: ກຳປູເຈຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ, ມີຄວາມສ່ຽງສູງທີ່ຈະຖືກສູນເສຍໄປ ເນື່ອງຈາກຜົນກະທົບຂອງເຕັກໂນໂລຊີ, https://www.ilo.org/wcmsp5/groups/public/---ed_dialogue/---act_emp/documents/publication/wcms_579554.pdf
(23) ພິຈາລະນາສະເໜີເນື້ອໃນ ແລະ ອົງປະກອບຢ່າງຕັ້ງໜ້າ ກ່ຽວກັບການຍົກລະດັບສະຖາປັດຕະຍະກຳຄວາມປອດໄພຢູ່ພາກພື້ນ ອາຊີ - ປາຊີຟິກ (ລວມທັງໄຊເບີຣ໌ສະເປດ) ສຸມໃສ່ສາມເນື້ອໃນຫຼັກ: 1- ການເຕືອນໄພລ່ວງໜ້າ; 2- ການສ້າງຄວາມໄວ້ວາງໃຈ; 3- ການຍົກສູງຄວາມສາມາດ.
(24) ການສໍາຫຼວດເອກະລາດຈາກທີມງານຄົ້ນຄ້ວາສະແດງໃຫ້ເຫັນວ່າ, ຄວາມຮັບຮູ້ຂອງວິສາຫະກິດ, ປະຊາຊົນ, ຊາວໜຸ່ມ ແລະບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ກ່ຽວກັບການປ່ຽນດິຈິຕອນໃນປະຈຸບັນແມ່ນສູງພໍຄວນ, ຈາກ 50% ເຖິງ 80%. ໄວຫນຸ່ມສະແດງໃຫ້ເຫັນຄວາມປາຖະໜາແລະຄວາມຫມັ້ນໃຈຂອງຕົນສູງ (90%) ຕໍ່ຄວາມພະຍາຍາມປ່ຽນແປງໃໝ່ປະດິດສ້າງ, ການປ່ຽນດິຈິຕອນ, ການພັດທະນາ ແລະປະຍຸກໃຊ້ເຕັກໂນໂລຊີຂອງປະເທດ; ການສ້າງພື້ນຖານການທູດທີ່ທັນສະໄໝ...
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 965 (ເດືອນພຶດສະພາ 2021)