ການຕ່າງປະເທດຂອງພັກປີ 2021 ເສີມຂະຫຍາຍປະສິດທິຜົນ
ຂອງແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13
ຂອງພັກກອມມູນິດຫວຽດນາມ, ປະກອບສ່ວນ
ຍົກສູງຖານະບົດບາດ ແລະ ກຳລັງບົ່ມຊ້ອນໃໝ່ຂອງປະເທດ
ຂອງແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13
ຂອງພັກກອມມູນິດຫວຽດນາມ, ປະກອບສ່ວນ
ຍົກສູງຖານະບົດບາດ ແລະ ກຳລັງບົ່ມຊ້ອນໃໝ່ຂອງປະເທດ
ວກ. - ໂດຍປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຄິພາບ, ການຮ່ວມມື ແລະ ການພັດທະນາ; ດ້ວຍການພົວພັນຕ່າງປະເທດແບບພະຫຸພາຄີ ແລະ ຫຼາຍຮູບຫຼາຍແບບ, ການຕ່າງປະເທດຂອງພັກກອມມູນິດຫວຽດນາມໃນປີ 2021 ໄດ້ເສີມຂະຫຍາຍຈິດໃຈເປັນເຈົ້າການປະດິດສ້າງ, ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ ໃນປີທຳອິດຂອງວາລະ, ເສີມຂະຫຍາຍບົດບາດໃນການຊຸກຍູ້ຮາກຖານການເມືອງ ສຳລັບການພົວພັນທະວິພາຄີກັບປະເທດອື່ໆ, ປະກອບສ່ວນຍົກສູງບົດບາດທີ່ຕັ້ງ ຂອງພັກແລະປະເທດ ໃນເວທີສາກົນ.
ບົດບາດຂອງການຕ່າງປະເທດຂອງພັກ
ການຕ່າງປະເທດຂອງພັກແມ່ນຮູບແບບການຕ່າງປະເທດທຳອິດ ຂອງການປະຕິວັດຫວຽດນາມ. ແຕ່ປີ 1919, ຜູ້ນຳ ຫງວຽນອ໋າຍກວັກ ໄດ້ເຂົ້າຮ່ວມພັກສັງຄົມຝຣັ່ງ: “ພຽງແຕ່ຍ້ອນວ່າ ນີ້ແມ່ນອົງການດຽວໃນປະເທດຝຣັ່ງ ທີ່ປົກປ້ອງປະເທດຂອງຂ້ອຍ” ແລະໜຶ່ງປີຕໍ່ມາ, ໃນກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກສັງຄົມຝຣັ່ງ, ເພິ່ນໄດ້ລົງຄະແນນສຽງເຫັນດີກັບການເຂົ້າຮ່ວມສາກົນທີສາມ (ສາກົນກອມມູນິດ) ເພາະວ່າ, ດັ່ງທີ່ເພິ່ນເວົ້າວ່າ: “ສາກົນທີສາມໃຫ້ຄວາມເອົາໃຈໃສ່ເຖິງການປົດປ່ອຍອານານິຄົມ”. ບັນດາເຫດການດັ່ງກ່າວຂີດໝາຍກິດຈະກຳການຕ່າງປະເທດທີ່ສຳຄັນຄັ້ງທຳອິດ ຂອງການຕ່າງປະເທດຂອງພັກໃນຍຸກໂຮ່ຈີມິນ.
ໃນແຕ່ລະສະໄໝ, ແຕ່ລະໄລຍະປະຫວັດສາດຂອງການປະຕິວັດຫວຽດນາມ, ວຽກງານການຕ່າງປະເທດຂອງພັກຍາມໃດກໍ່ມີທີ່ຕັ້ງແລະບົດບາດພິເສດ ແລະ ມີສ່ວນປະກອບທີ່ສຳຄັນ, ປະກອບສ່ວນປະຕິບັດໜ້າທີ່ຍຸດທະສາດຂອງພາລະກິດການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດເປັນເອກະພາບ, ສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງສຳເລັດມີໄຊ. ພັກກອມມູນິດຫວຽດນາມມີເອກະສານສຳຄັນຫຼາຍສະບັບທີ່ກຳນົດທິດທາງ ແລະ ມາດຕະການສະເພາະ ກ່ຽວກັບວຽກງານການຕ່າງປະເທດຂອງພັກ.
ໃນວັນທີ 18 ກຸມພາ 2019, ກົມການເມືອງສູນກາງພັກປະກາດໃຊ້ຄຳສັ່ງເລກທີ 32-CT/TW, “ກ່ຽວກັບການເພີ່ມທະວີ ແລະ ຍົກສູງປະສິດທິຜົນຂອງການພົວພັນຕ່າງປະເທດຂອງພັກໃນສະພາບການໃໝ່”, ເປັນຂີດໝາຍສຳຄັນສະແດງໃຫ້ເຫັນການພັດທະນາດ້ານຈິນຕະນາການ ແລະ ທິດສະດີ, ຢືນຢັນບົດບາດສຳຄັນຂອງການຕ່າງປະເທດຂອງພັກ. ຄຳສັ່ງໄດ້ເນັ້ນວ່າ: “ການເພີ່ມທະວີການຕ່າງປະເທດຂອງພັກແມ່ນທິດທາງຍຸດທະສາດການຕ່າງປະເທດທີ່ສຳຄັນທີ່ສຸດ” ແລະ “ແມ່ນໜ້າທີ່ຂອງລະບົບການເມືອງທັງໝົດ, ໃນນັ້ນກອງກຳລັງເຮັດວຽກງານການຕ່າງປະເທດເປັນຫຼັກ”; ວາງໜ້າທີ່ເປີດກວ້າງ ແລະ ຂະຫຍາຍສາຍພົວພັນການຕ່າງປະເທດຂອງພັກໄປສູ່ລວງເລິກ, ສ້າງພື້ນຖານການເມືອງທີ່ໝັ້ນຄົງສໍາລັບການພົວພັນທະວິພາຄີ, ຍາດແຍ່ງເອົາການຊ່ວຍເຫຼືອ ແລະ ສ້າງການສະໜັບສະໜູນທາງການເມືອງຫຼາຍຂຶ້ນ ໃຫ້ແກ່ການພົວພັນລະຫວ່າງລັດ ແລະ ການທູດປະຊາຊົນ…
ໃນສະພາບການໃໝ່, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ຊີ້ແຈງວ່າ, ການຕ່າງປະເທດຕ້ອງຮັກສາບົດບາດນຳໜ້າໃນການກໍ່ຕັ້ງ ແລະ ຮັກສາສະພາບແວດລ້ອມສັນຕິພາບ ສະຖຽມລະພາບ, ລະດົມບັນດາແຫຼ່ງພະລັງພາຍນອກເພື່ອພັດທະນາແລະຍົກສູງອິດທິພົນ ຖານະບົດບາດຂອງປະເທດ. ນີ້ບໍ່ພຽງແຕ່ເປັນຄວາມຮັບຮູ້ໃໝ່ເທົ່ານັ້ນ, ແຕ່ຍັງເປັນຄວາມຮຽກຮ້ອງຕ້ອງການດ້ານການຕ່າງປະເທດເວົ້າລວມ ແລະ ການຕ່າງປະເທດຂອງພັກເວົ້າສະເພາະ ໃນໄລຍະພັດທະນາໃໝ່ຂອງປະເທດ. ທີ່ກອງປະຊຸມການຕ່າງປະເທດແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຊຶ່ງຈັດໂດຍຄະນະບໍລິຫານງານສູນກາງພັກເປັນຄັ້ງທຳອິດ (ເດືອນທັນວາ 2021), ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ນຳວ່າ ການຕ່າງປະເທດຂອງພັກ ພ້ອມກັບການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ຕ້ອງຜັນຂະຫຍາຍກິດຈະກຳການຕ່າງປະເທດຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ, ຕັ້ງໝັ້ນໃນຫຼັກການແລະຍຸດທະສາດ, ມີຄວາມຍືດຫຍຸ່ນໃນວິທີການແລະຍຸດໂທບາຍ, ແຕ່ຕ້ອງພົ້ນອອກຈາກຂອບຈິນຕະນາການເກົ່າ ແລະ ບັນດາຂົງເຂດທີ່ຄຸ້ນເຄີຍ ເພື່ອມີການຄົ້ນຄິດແລະການກະທຳຂ້າມຜ່ານລະດັບຊາດ, ໄປເຖິງລະດັບພາກພື້ນ ແລະ ລະດັບສາກົນ.
ໂດຍມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ທີ່ຕັ້ງ ແລະ ໜ້າທີ່ໃນໄລຍະໃໝ່ຂອງປະເທດ, ກຳແໜ້ນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແລະ ຄຳສັ່ງສະບັບເລກທີ 32-CT/TW, ລົງວັນທີ 18 ກຸມພາ 2019, ຂອງກົມການເມືອງ: “ກ່ຽວກັບການເພີ່ມທະວີ ແລະ ຍົກສູງປະສິດທິຜົນການພົວພັນຕ່າງປະເທດຂອງພັກໃນໄລຍະໃໝ່”, ວຽກງານການຕ່າງປະເທດຂອງພັກປີ 2021 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຈຸດໜັກໃຈກາງ ແລະ ບັນລຸໄດ້ບັນດາຜົນງານອັນສຳຄັນ, ເຊິ່ງປະກອບສ່ວນເຂົ້າໃນຜົນງານຮ່ວມກັນຂອງວຽກງານການຕ່າງປະເທດຂອງລັດຫວຽດນາມ.
ບາງຜົນງານອັນພົ້ນເດັ່ນຂອງການຕ່າງປະເທດຂອງພັກໃນປີ 2021
ປີ 2021, ສະພາບການໂລກ, ພາກພື້ນສືບຕໍ່ຜັນແປຢ່າງໄວວາ ສັບສົນ. ການລະບາດໃຫຍ່ຂອງໂຄວິດ-19 ສືບຕໍ່ກໍ່ໃຫ້ເກີດວິກິດການລະດັບໂລກ, ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ສຸກຂະພາບ, ເສດຖະກິດ, ການເມືອງ, ສັງຄົມ ແລະ ກໍ່ໃຫ້ເກີດສິ່ງທ້າທາຍອັນໃຫຍ່ຫຼວງ ຕໍ່ຄວາມສາມາດຕອບໂຕ້ຂອງບັນດາປະເທດ. ບັນດາປະເທດໃຫຍ່ໄດ້ເພີ່ມມາດຕະການ ເພື່ອບັນລຸເປົ້າໝາຍຍຸດທະສາດ ເຮັດໃຫ້ການແຂ່ງຂັນລະຫວ່າງປະເທດໃຫຍ່ຜັນແປຢ່າງດຸເດືອດ ແລະ ຮອບດ້ານໃນທຸກຂົງເຂດ ໂດຍມີພື້ນທີ່ແຂ່ງຂັນຕົ້ນຕໍແມ່ນພາກພື້ນອາຊີ - ປາຊີຟິກ. ສະພາວະລະບຽບໂລກແບບຫຼາຍຂົ້ວຫຼາຍຈຸດສູນກາງ ໄດ້ຖືກຊຸກຍູ້ໃຫ້ປ່ຽນແປງໄວກວ່າອີກ. ການເຕົ້າໂຮມກຳລັງເກີດຂຶ້ນຢ່າງແຊກຊ້ອນກັນ, ຫຼາກຫຼາຍ ແລະ ສັບສົນ. ເສດຖະກິດໂລກຍັງມີທ່າອ່ຽງຟື້ນຕົວ, ແຕ່ບໍ່ໝັ້ນຄົງ ແລະ ບໍ່ສະໝ່ຳສະເໝີ, ມີຫຼາຍປັດໄຈສ່ຽງທີ່ອາດຈະເກີດຂຶ້ນ. ບັນດາບັນຫາຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມນັບມື້ນັບສັບສົນຂຶ້ນ. ບັນດາປັດໄຈດັ່ງກ່າວໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ ເຖິງສະພາບແວດລ້ອມຄວາມປອດໄພ ແລະ ການພັດທະນາຂອງປະເທດຫວຽດນາມ, ເຮັດໃຫ້ເກີດບັນຫາໃໝ່ຫຼາຍຢ່າງທີ່ຮຽກຮ້ອງໃຫ້ວຽກງານການຕ່າງປະເທດຕ້ອງປັບຕົວຢ່າງໄວ ແລະ ຕອບໂຕ້ກັບສິ່ງທ້າທາຍຢ່າງມີປະສິດທິຜົນ, ພ້ອມກັນນັ້ນຍາດແຍ່ງກາລະໂອກາດ ເພື່ອນຳມາເຊິ່ງຜົນປະໂຫຍດອັນສູງສຸດໃຫ້ປະຊາຊົນ-ປະເທດຊາດ.
ໃນສະຖານະການດັ່ງກ່າວ, ພັກກອມມູນິດຫວຽດນາມ ກໍ່ໄດ້ຮັບມືຢ່າງໄຫວພິບ, ທັນເວລາ ກັບການຜັນແປຂອງສິ່ງແວດລ້ອມການຕ່າງປະເທດ, ໄດ້ຜັນຂະຫຍາຍກິດຈະກຳການຕ່າງປະເທດຢ່າງຕັ້ງໜ້າແລະເປັນເຈົ້າການ, ບັນລຸຜົນງານທີ່ພົ້ນເດັ່ນຈຳນວນຫຼາຍ:
ທີໜຶ່ງ, ການຕ່າງປະເທດຂອງພັກ ໄດ້ເປັນເຈົ້າການໃນການຜັນຂະຫຍາຍຫຼາຍມາດຕະການ, ປະກອບສ່ວນແທດຈິງເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ປັບປຸງການພົວພັນກັບບັນດາພັກການເມືອງ ແລະ ປະເທດຕ່າງໆ. ຫວຽດນາມໄດ້ຜັນຂະຫຍາຍມາດຕະການຕ່າງໆຢ່າງຍືດຫຍຸ່ນ ເພື່ອແຈ້ງໃຫ້ບັນດາພັກ ແລະ ບັນດາຄູ່ຮ່ວມມື ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ປະກອບສ່ວນໃນການເຜີຍແຜ່ແນວທາງ, ນະໂຍບາຍ ແລະ ວິໄສທັດການພັດທະນາຂອງປະເທດຢ່າງທັນທ່ວງທີ. ຜ່ານນັ້ນ, ສ້າງຄວາມເຂົ້າໃຈແລະການສະໜັບສະໜູນແນວທາງ, ນະໂຍບາຍ ຂອງພັກແລະລັດຫວຽດນາມ, ພ້ອມກັນນັ້ນ ໄດ້ປຶກສາຫາລືແລະ ເຫັນດີເປັນເອກະພາບ ກ່ຽວກັບຫຼາຍມາດຕະການຊຸກຍູ້ການພົວພັນກັບບັນດາພັກການເມືອງ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ຮັບຈົດໝາຍແລະໂທລະເລກສະແດງຄວາມຍິນດີຈຳນວນຫຼາຍເປັນປະຫວັດການ ໂດຍມີຈົດໝາຍສະແດງຄວາມຊົມເຊີຍເຖິງກອງປະຊຸມໃຫຍ່ 401 ສະບັບ ແລະ ຈົດໝາຍແລະໂທລະເລກຈຳນວນ 118 ສະບັບ ສະແດງຄວາມອວຍພອນສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ສະໄໝທີ 13 ເພື່ອສະແດງຄວາມເຄົາລົບ ແລະ ຕີລາຄາສູງບົດບາດການນຳພາ, ພາລະກິດການປ່ຽນແປງໃໝ່, ຖານະບົດບາດ ແລະ ກຽດສັກສີຂອງພັກ ແລະ ລັດ ຫວຽດນາມ. ພິເສດ, ບົດຂຽນຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ” ໄດ້ຖືກສື່ສານໄປໃຫ້ບັນດາພັກການເມືອງ ແລະ ເພື່ອນມິດສາກົນໃນທັນທີ, ເຮັດໃຫ້ເກີດຄວາມເຂົ້າໃຈທີ່ເລິກເຊິ່ງແລະຄົບຖ້ວນກວ່າອີກ, ຜ່ານນັ້ນເພີ່ມທະວີການສະໜັບສະໜູນຂອງບັນດາພັກການເມືອງແລະເພື່ຶນມິດສາກົນ ຕໍ່ພາລະກິດການປ່ຽນແປງໃໝ່ ແລະ ການກໍ່ສ້າງສັງຄົມນິຍົມຂອງຫວຽດນາມ.
ນອກຈາກນີ້, ດ້ວຍການຈັດກອງປະຊຸມອອນລາຍ 9 ຄັ້ງ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ໃຫ້ກັບບັນດາພັກການເມືອງ ແລະ ຄູ່ຮ່ວມມືສາກົນ, ພັກກອມມູນິດຫວຽດນາມໄດ້ຖ່າຍທອດຢ່າງທັນການ ບັນດາແຜນນະໂຍບາຍ, ແນວທາງ ແລະ ວິໄສທັດການພັດທະນາປະເທດໃນເວລາຕໍ່ໄປ; ຜ່ານນັ້ນ, ສ້າງຄວາມເຂົ້າໃຈ ແລະ ຄວາມສະໜັບສະໜູນຕໍ່ແນວທາງ, ນະໂຍບາຍຂອງຫວຽດນາມ; ພ້ອມທັງ, ປະສາມການແລກປ່ຽນ, ເປັນເອກະພາບຫຼາຍມາດຕະການຊຸກຍູ້ການພົວພັນກັບພັກການເມືອງຕ່າງໆ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໂທລະສັບ 9 ເທື່ອກັບການນຳຂອງພັກການເມືອງ ແລະ ປະມຸກລັດຈຳນວນໜຶ່ງເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່. ບັນດາສະຫາຍປະຈຳຄະນະເລຂາທິການ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະການຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການເຄື່ອນໄຫວການຕ່າງປະເທດອອຍລາຍ 40 ຄັ້ງ ແລະ 7 ກິດຈະກຳການຕ່າງປະເທດໃນຮູບການບັນທຶກວິດີໂອ, ໂພສດ໌… ຜ່ານນັ້ນ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີພື້ນຖານການເມືອງໃຫ້ແກ່ການພົວພັນທະວິພາຄີກັບປະເທດອື່ນໆ ແລະ ໃນຂະນະດຽວກັນ ກໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງ ແລະ ກຽດສັກສີຂອງພັກຂອງພວກເຮົາໃນເວທີສາກົນ.
ທີສອງ, ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກກຳອຳນາດໃນບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນບ້ານທີ່ມີຊາຍແດນຮ່ວມກັນ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ມີບາດກ້າວພັດທະນາໃໝ່, ປະກອບສ່ວນສຳຄັນເຂົ້າໃນການປັບປຸງພື້ນຖານການເມືອງ, ຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ, ສ້າງກຳລັງແຮງຊຸກຍູ້ການພົວພັນທະວິພາຄີລະຫວ່າງຫວຽດນາມ ແລະ ບັນດາປະເທດເພື່ອນມິດ. ການພົບປະຂັ້ນສູງລະຫວ່າງສາມຜູ້ນຳສູງສຸດຂອງສາມພັກ (ເດືອນກັນຍາ 2021), ລວມມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານຮຸນເຊນ ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະອານະຈັກກຳປູເຈຍ, ໄດ້ຢືນຢັນຄວາມໝາຍແລະມູນເຊື້ອພິເສດ ຂອງການພົວພັນລະຫວ່າງສາມພັກ, ສາມປະເທດ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ປັບປຸງສາຍພົວພັນສະໜິດແໜ້ນລະຫວ່າງສາມພັກ, ສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ. ພັກກອມມູນິດຫວຽດນາມສືບຕໍ່ຊຸກຍູ້ການພົວພັນທີ່ສະໜິດແໜ້ນກັບ ພັກປະຊາຊົນປະຕິວັດລາວ ໃຫ້ເຂົ້າສູ່ລວງເລິກ. ຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຄວາມສາມັກຄີພິເສດລະຫວ່າງສອງພັກ, ສອງປະເທດ ຫວຽດນາມແລະລາວ ໄດ້ຮັບການຮັດແໜ້ນນັບມື້ນັບແໜ້ນແຟ້ນ ໂດຍຜ່ານການໂອ້ລົມສົນທະນາທາງໂທລະສັບ ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ການຢ້ຽມຢາມຂັ້ນສູງຂອງສອງພັກ, ສອງປະເທດ, ເປັນຕົ້ນແມ່ນ ການຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ (ເດືອນມິຖຸນາ 2021); ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ (ເດືອນທັນວາ 2021); ປະທານປະເທດ ຫງວຽນຊວັນຟຸກ ໄປຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການ ສປປ ລາວ (ເດືອນສິງຫາ 2021). ບັນດາການຢ້ຽມຢາມ ແລະ ການສົນທະນາທາງໂທລະສັບລະດັບສູງ ສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈທາງຍຸດທະສາດ, ຄວາມຜູກພັນສະໜິດແໜ້ນລະຫວ່າງສອງພັກ, ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດຫວຽດນາມແລະລາວ. ບັນດາກົນໄກຮ່ວມມືລະຫວ່າງສອງພັກ, ໃນນັ້ນມີຄະນະພັກທ້ອງຖິ່ນ, ສືບຕໍ່ໄດ້ຮັບການຮັກສາແລະຊຸກຍູ້, ນັບມື້ໄດ້ຮັບການປ່ຽນໃໝ່ ເຂົ້າສູ່ລວງເລິກ, ກ້ວາງຂວາງ, ສຸມໃສ່ແກ້ໄຂບັນດາບັນຫາຍຸດທະສາດ. ນັບມື້ນັບໄດ້ປ່ຽນແປງໃໝ່, ໄປສູ່ລວງເລິກ, ມີເນື້ອແທ້ ແລະ ສຸມໃສ່ບັນຫານຍຸດທະສາດ.
ພັກກອມມູນິດຫວຽດນາມຮັກສາທ່າພັດທະນາຢ່າງຕັ້ງໜ້າໃນການພົວພັນກັບ ພັກກອມມູນິດຈີນ. ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ ໄດ້ດຳເນີນໄປຢ່າງຕັ້ງໜ້າ ດ້ວຍຫຼາຍຮູບແບບທີ່ຍືດຫຍຸ່ນ, ເໝາະກັບການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ໂອ້ລົມສົນທະນາທາງໂທລະສັບສອງຄັ້ງ; ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມສຸດຍອດທາງອອນລາຍ ລະຫວ່າງພັກກອມມູນິດຈີນ ກັບບັນດາພັກການເມືອງໃນໂລກ, ຜ່ານນັ້ນ ປະກອບສ່ວນປັບປຸງຄວາມໄວ້ວາງໃຈທາງດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງສອງປະເທດ ໃນໂອກາດເຫດການສຳຄັນຂອງແຕ່ລະຝ່າຍ, ພິເສດແມ່ນໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມູນິດຫວຽດນາມ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ. ຄຽງຄູ່ກັນນັ້ນ, ການແລກປ່ຽນຮ່ວມມືລະຫວ່າງບັນດາຄະນະພັກທ້ອງຖິ່ນຂອງສອງປະເທດກໍ່ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ, ໃນນັ້ນມີການພົບປະຕົ້ນລະດູບານໃໝ່ ລະຫວ່າງເລຂາທີການພັກແຂວງຂອງສີ່ແຂວງຕາເວັນອອກສ່ຽງເໜືອຫວຽດນາມ ກັບເລຂາທິການຄະນະພັກກວາງຊີ, ຈີນ ແລະ ເປັນຄັ້ງທຳອິດທີ່ຈັດຕັ້ງກອງປະຊຸມອອນລາຍລະຫວ່າງເລຂາທິການພັກແຂວງຂອງສີ່ແຂວງຕາເວັນຕົກສ່ຽງເໜືອຫວຽດນາມ ກັບເລຂາທິການພັກແຂວງຢູນນານ, ຈີນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນໃນເຂດຊາຍແດນຂອງສອງປະເທດ, ແກ້ໄຂບັນຫາຕ່າງໆ.
ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ນຳໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ລະຫວ່າງພັກກອມມູນິດຈີນ ກັບບັນດາພັກການເມືອງໃນໂລກ _ ພາບ: TTXVN
ການພົວພັນກັບພັກປະຊາຊົນກຳປູເຈຍ ໄດ້ພັດທະນາຢ່າງໝັ້ນຄົງ. ການນຳຂັ້ນສູງ ແລະ ການນຳທຸກຂັ້ນຂອງສອງພັກແລະສອງປະເທດ ໄດ້ໂອ້ລົມສົນທະນາທາງໂທລະສັບເປັນປະຈຳ, ຈັດການສົນທະນາທາງອອນລາຍ, ສົ່ງຈົດໝາຍເຖິງກັນ ໃນສະພາບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໂດຍສະເພາະ ເຫດການທີ່ທ່ານປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ຮຸນ ເຊນ ເດີນທາງມາຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງ ລະຫວ່າງສາມຜູ້ນຳລະດັບສູງ ຂອງທັງສາມພັກ; ທ່ານປະທານປະເທດ ຫງວຽນຊວັນຝຸກ ຢ້ຽມຢາມກຳປູເຈຍໃນລະດັບລັດ (ເດືອນທັນວາ 2021), ເປີດກິດຈະກຳສະເຫຼີມສະຫຼອງ “ປີມິດຕະພາບຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ” ແລະ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດຄົບຮອບ 55 ປີ (24 ມິຖຸນາ 1967 - 24 ມິຖຸນາ 2022).
ການພົວພັນກັບ ພັກກອມມູນິດກູບາ ສືບຕໍ່ໄດ້ຮັບການຊຸກຍູ້ໂດຍຜ່ານການສົນທະນາທາງໂທລະສັບຂັ້ນສູງ ແລະ ການປະຊຸມທາງອອນລາຍລະຫວ່າງສອງຝ່າຍ. ຈຸດພົ້ນເດັ່ນແມ່ນການໂອ້ລົມທາງໂທລະສັບ ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບເລຂາທິການທີໜຶ່ງ ພັກກອມມູນິດກູບາ ຣາອຸນ ກາດສະໂຕຣ (ເດືອນກຸມພາ 2021), ປະທານປະເທດກູບາ ມີເຈັນ ດີອາດ ຄາເນັນ (ເດືອນພຶດສະພາ 2021), ເລຂາທີໜຶ່ງພັກກອມມູນິດກູບາ, ປະທານປະເທດກູບາ ມີເຈັນ ດີອາດ ຄາເນັນ (ເດືອນກໍລະກົດ 2021); ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຢ້ຽມຢາມປະເທດກູບາຢ່າງເປັນທາງການ. ຄຽງຄູ່ກັນນັ້ນ, ຫວຽດນາມກໍໄດ້ຜັນຂະຫຍາຍຫຼາຍເຄື່ອນໄຫວສະໜັບສະໜູນ, ຊ່ວຍເຫຼືອຢ່າງທັນເວລາ ໃຫ້ແກ່ກູບາ ແລະ ສົ່ງເສີມສັນຍາວັກຊີນກັບກູບາ. ບັນດາການເຄື່ອນໄຫວເຫຼົ່ານີ້ ໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບພິເສດລະຫວ່າງສອງພັກ, ສອງປະເທດ; ສະແດງຄວາມຮັກແພງ ຄວາມໄວ້ເນື້ອເຊື່ອໃຈທີ່ສຸດຈິດສຸດໃຈຂອງຫວຽດນາມທີ່ມີຕໍ່ກູບາໃນສະພາບການຫຍຸ້ງຍາກໃນປະຈຸບັນ.
ພັກກອມມູນິດຫວຽດນາມຮັກສາການພົວພັນທີ່ໝັ້ນຄົງກັບພັກແຮງງານແຫ່ງເກົາຫຼີເໜືອ ດ້ວຍຫຼາຍຮູບການທີ່ຍືດຫຍຸ່ນ, ທັງສອງຝ່າຍແລກປ່ຽນຈົດໝາຍແລະໂທລະເລກເພື່ອຢ້ຽມຢາມຖາມຂ່າວ, ສະແດງຄວາມຍິນດີ ອວຍພອນ ແລະ ແບ່ງປັນ ເນື່ອງໃນໂອກາດສຳຄັນຂອງທັງສອງພັກແລະສອງປະເທດ.
ທີສາມ, ຫວຽດນາມສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນກັບຫຼາຍພັກການເມືອງ, ພັກກຳອຳນາດການປົກຄອງ ແລະ ພັກການເມືອງທີ່ສຳຄັນ ໃນປະເທດໃຫຍ່ ປະເທດຄູ່ຮ່ວມມືສຳຄັນໃນພາກພື້ນ, ກັບບັນດາພັກກອມມູນິດ ພັກກຳມະກອບ ແລະ ປະເທດເພື່ອນມິດດັ້ງເດີມ ໂດຍຜ່ານການໂທລະສັບ, ໂອ້ລົມອອນລາຍ ແລະ ແລກປ່ຽນໃນລະດັບສູງ, ປະກອບສ່ວນສ້າງພື້ນຖານທີ່ດີສຳລັບການພົວພັນທະວິພາຄີ. ການພົວພັນອັນດີງາມລະຫວ່າງພັກກອມມູນິດຫວຽດນາມ ກັບ ພັກກອມມູນິດສະຫະພາບລັດເຊຍ ສືບຕໍ່ໄດ້ຮັກສາທ່າພັດທະນາ, ພົ້ນເດັ່ນແມ່ນເຫດການທີ່ຄະນະຜູ້ແທນ ພັກກອມມູນິດສະຫະພາບລັດເຊຍນຳໂດຍທ່ານ ລ. ກາລາສຍີກົບ ຮອງປະທານພັກ ມາຢ້ຽມຢາມ, ເຮັດວຽກ ແລະ ມອບລາງວັນເລນິນອັນລ້ຳຄ່າທີ່ສຸດຂອງຄະນະບໍລິຫານງານສູນກາງພັກກອມມູນິດສະຫະພາບລັດເຊຍ ໃຫ້ແກ່ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ - ສະແດງຄວາມເຄົາລົບ ແລະ ຕີລາຄາສູງຂອງພັກກອມມູນິດສະຫະພັນລັດເຊຍ ຕໍ່ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫງວຽນຝູຈ້ອງ ແລະ ສ່ວນປະກອບຂອງພັກກອມມູນິດຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ຕໍ່ການພັດທະນາຂອງລັດທິມາກເລນິນ, ເພື່ອການພົວພັນມິດຕະພາບລະຫວ່າງບັນດາປະຊາຊາດ, ເພື່ອຊີວິດອັນດີງາມຂອງປະຊາຊົນໂລກ ແລະ ຄວາມຕິດພັນສະໜິດແໜ້ນລະຫວ່າງສອງພັກ, ສອງປະເທດ. ການພົວພັນກັນພັກປະເທດລັດເຊຍເອກະພາບ ໄດ້ພັດທະນາຢ່າງຕັ້ງໜ້າ ໂດຍຜ່ານການໂອ້ລົມທາງໂທລະສັບ ລະຫວ່າງທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ກັບປະທານາທິບໍດີລັດເຊຍ ວະລາດີເມຍ ປູຕີນ ແລະ ກັບທ່ານປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົມແຫ່ງລັດເຊຍ ເດິມີຕຣີ ເມັດເວເດັບ. ພັກກອມມູນິດຫວຽດນາມໄດ້ສົ່ງເສີມການພົວພັນທີ່ເລິກເຊິ່ງກັບພັກເສລີປະຊາທິປະໄຕຍີ່ປຸ່ນ ຜ່ານການສົນທະນາທາງໂທລະສັບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບປະທານພັກເສລີປະຊາທິປະໄຕຍີ່ປຸ່ນ, ນາຍົກລັດຖະມົນຕີຍິ່ປຸ່ນ…
ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກກຳອຳນາດການປົກຄອງ, ພັກຮ່ວມລັດຖະບານ, ພັກກອມມູນິດ ແລະ ພັກກຳມະກອນອື່ນໆ, ເປັນຕົ້ນແມ່ນບັນດາພັກຢູ່ ສິງກະໂປ, ອິນເດຍ, ຝຣັ່ງ, ເຢຍລະມັນ, ອີຢິບ, ປອກຕຸຍເກດ, ອາຟຣິກາໃຕ້, ຊີເລ, ເວເນຊູເອລາ, ບຣາຊິນ, ອານເຊລີ, ອີຕາລີ…, ກໍ່ໄດ້ຮັບການຮັກສາແລະປັບປຸງ ຜ່ານຫຼາຍມາດຕະການທີ່ໄຫວພິບ, ເຊັ່ນ: ການແລກປ່ຽນຈົດໝາຍ, ໂທລະເລກສະແດງຄວາມຍິນດີ, ການສົນທະນາທາງອອນລາຍ, ສົ່ງວີດີໂອອວຍພອນ ແລະ ການແລກປ່ຽນໂດຍກົງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ນາຍົກລັດຖະມົນຕີ ຟ້ານມິນຈິ໊ນ, ປະທານສະພາແຫ່ງຊາດ ເວືອງດິ່ນເຫ້ວ, ຮອງປະທານປະເທດ ຫວໍທິແອ໋ງຊວນ, ຫົວໜ້າຄະນະການຕ່າງປະເທດສູນກາງພັກ ເລຮວ່າຍຈູງ.
ທີສີ່, ພັກກອມມູນິດຫວຽດນາມ ສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການແລະຕັ້ງໜ້າ ໃນບັນດາກົນໄກພະຫຸພາຄີຂອງພັກການເມືອງ, ຮັກສາຄວາມເຊື່ອມໂຍງກັບພັກການເມືອງທີ່ເປັນຄູ່ຮ່ວມມືໃນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19; ຕັ້ງໜ້າເສີມຂະຫຍາຍບົດບາດແລະຄວາມຮັບຜິດຊອບຂອງການເປັນສະມາຊິກໃນບັນດາເວທີປາໄສພະຫຸພາຄີ, ໃນນັ້ນມີກອງປະຊຸມສາກົນບັນດາພັກການເມືອງໃນອາຊີ (ICAPP); ກອງປະຊຸມສາກົນຂອງບັນດາພັກກອມມູນິດແລະພັກກຳມະກອນ (IMCWP); ກົນໄກເປັນໄລຍະທີ່ລິເລີ່ມໂດຍບັນດາພັກຝ່າຍຊ້າຍໃນພາກພື້ນອາເມລິກາລາຕິນ ເຊັ່ນ: ກອງປະຊຸມສຳມະນາ “ພັກການເມືອງ ແລະ ສັງຄົມໃໝ່”, ເວທີປາໄສ ຊາວ ປາວໂລ. ຜູ້ປະຈຳການຂອງຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍທີ່ສຳຄັນຈຳນວນໜຶ່ງ ເຊິ່ງຈັດໂດຍລັດເຊຍ ເຊັ່ນ: ກອງປະຊຸມໂຕະມົນຂອງບັນດາພັກການເມືອງລັດເຊຍ - ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນຫົວຂໍ້ “ບົດບາດຂອງກອງກຳລັງທາງການເມືອງທີ່ຮັບຜິດຊອບຂອງລັດເຊຍ ແລະ ອາຊຽນ ໃນການປັບປຸງບັນດາໂຄງສ້າງຄວາມໝັ້ນຄົງແລະ ການຮ່ວມມືໃນພາກພື້ນອາຊີ - ປາຊີຟິກ” (ເດືອນມິຖຸນາ 2021), ກອງປະຊຸມອອນລາຍສາກົນລະຫວ່າງພັກການເມືອງ ໃນຫົວຂໍ້ “ຄວາມທ້າທາຍລະດັບໂລກແຫ່ງສັດຕະວັດທີ 21: ການປະເມີນຂອງພັກຕ່າງໆ” (ເດືອນທັນວາ 2021) ຈັດໂດຍພັກປະເທດລັດເຊຍເອກະພາບ…, ຜ່ານກິດຈະກຳເຫຼົ່ານີ້ ເພີ່ມທະວີການພົວພັນທາງພັກ, ຍາດແຍ່ງການສະໜັບສະໜູນນັບມື້ນັບກວ້າງຂວາງ ຂອງພັກການເມືອງຕ່າງໆ ຕໍ່ແຜນນະໂຍບາຍ ແລະ ທັດສະນະຂອງຫວຽດນາມໃນຫຼາຍບັນຫາ. ການເຄື່ອນໄຫວຂອງພັກກອມມູນິດຫວຽດນາມໃນບັນດາເວທີປາໄສພັກການເມືອງພະຫຸພາຄີ ຍັງຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈເຕີ່ມອີກ ກ່ຽວກັບຜົນສຳເລັດໃນການພັດທະນາປະເທດ ແລະ ຜົນຂອງການປ້ອງກັນແລະຄວບຄຸມການແຜ່ລະບາດຂອງໂຄວິດ-19, ຍາດແຍ່ງການສະໜັບສະໜູນນັບມື້ນນັບກວ້າງຂວາງຂອງບັນດາພັກການເມືອງ ກ່ຽວກັບບັນດາບັນຫາຜົນປະໂຫຍດຂອງປະຊາຊົນ-ປະເທດຊາດຫວຽດນາມ.
ທີຫ້າ, ການຕ່າງປະເທດຂອງພັກກໍ່ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນວຽກງານ “ການທູດວັກຊີນ”. ໃນສະພາບການຜັນປ່ຽນຢ່າງສັບສົນຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດແລະໃນໂລກ, ການນຳພັກແລະລັດຫວຽດນາມ ໄດ້ກຳນົດການທູດວັກຊີນ ແມ່ນໜ້າທີ່ຮີບດ່ວນອັນດັບໜຶ່ງໃນປະຈຸບັນ. ການຕ່າງປະເທດຂອງພັກໃນຖານະໜຶ່ງໃນສາມເສົາຫຼັກຂອງການຕ່າງປະເທດໃນການພົວພັນຕ່າງປະເທດຮອບດ້ານຂອງປະເທດ, ໄດ້ເສີມຂະຫຍາຍບົດບາດໃນການໃຫ້ຄຳປຶກສາ ແລະ ເຮັດບົດສະເໜີຢ່າງທັນການ ຕໍ່ການນຳພັກແລະລັດ ແລະ ແຈ້ງໃຫ້ໜ່ວຍງານທີ່ກ່ຽວຂ້ອງຊາບ ກ່ຽວກັບຄູ່ຮ່ວມງານທີ່ພວກເຮົາສາມາດຮ່ວມມືໄດ້, ຍົກບັນຫາຍາດແຍ່ງການຊ່ວຍເຫຼືອ ແລະ ເປີດກວ້າງຄວາມສາມາດເຂົ້າເຖິງວັກຊີນຂອງຫວຽດນາມ; ເປັນເຈົ້າການສັບຊ້ອນເນື້ອໃນການທູດດ້ານວັກຊີນ ເຂົ້າໃນການພົບປະແລກປ່ຽນຂອງການນຳພັກ ກັບບັນດາຄູ່ຮ່ວມມືສາກົນ; ພ້ອມກັນນັ້ນ, ປະສານສົມທົບ ແລະ ໜູນຊ່ວຍບັນດາອົງການອື່ນ ໃນການຄົ້ນຄ້ວາ, ລາຍງານ ແລະ ແບ່ງປັນຂໍ້ມູນທີ່ກ່ຽວຂ້ອງ. ໂດຍສະເພາະຢ່າງຍິ່ງ ຫຼັງຈາກການສົນທະນາທາງໂທລະສັບລະຫວ່າງເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ເລຂາທິການທີໜຶ່ງພັກກອມມູນິດກູບາ, ປະທານປະເທດກູບາ ມີເຈັນ ດີອາດ ຄາເນັນ, ທັງສອງຝ່າຍໄດ້ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນການຜະລິດວັກຊີນ; ຕາມນັ້ນ, ກູບາຈະສະໜອງວັກຊີນ ອາບດາລາ ໃຫ້ຫວຽດນາມປະມານ 10 ລ້ານໂດສໃນລາຄາພິເສດ ແລະ ຫວຽດນາມໄດ້ຮັບການຖ່າຍທອດເຕັກໂນໂລຊີຈາກກູບາ.
ທີຫົກ, ສືບຕໍ່ເພີ່ມທະວີການແລກປ່ຽນທິດສະດີ ແລະ ປະສົບການຕົວຈິງກັບບັນດາພັກການເມືອງ, ພິເສດແມ່ນກັບບັນດາພັກກອມມູນິດທີ່ກຳອຳນາດໃນບັນດາປະເທດສັງຄົມນິຍົມ. ພັກກອມມູນຫວຽດນາມໄດ້ປະສານງານສຳມະນາທິດສະດີຄັ້ງທີ 16 ກັບພັກກອມມູນິດຈີນ ແລະ ກອງປະຊຸມສຳມະນາທິດສະດີຄັ້ງທີແປດກັບພັກປະຊາຊົນປະຕິວັດລາວ ຢ່າງສຳເລັດຜົນ. ກອງປະຊຸມສຳມະນາແລກປ່ຽນທິດສະດີມີຄວາມໝາຍສຳຄັນທີ່ສຸດ ເພື່ອໃຫ້ບັນດາຝ່າຍສະຫຼຸບ ແລະ ແບ່ງປັນຜົນງານດ້ານທິດສະດີແລະພຶດຕິກຳ ພ້ອມທັງປະສົບການຂອງພັກ ໃນຂະບວນການນຳພາ, ຄົ້ນຄ້ວາ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ຜ່ານນັ້ນ, ປະກອບສ່ວນແທດຈິງເຂົ້າໃນວຽກງານພັດທະນາທິດສະດີ ເພື່ອຮັບໃຊ້ພາລະກິດກໍ່ສ້າງພັກ, ຄຸ້ມຄອງປະເທດ, ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດຢ່າງສຳເລັດຜົນ; ພ້ອມກັນນັ້ນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊຸກຍູ້ການພົວພັນຮ່ວມມືທະວິພາຄີໃຫ້ມີການພັດທະນາຢ່າງໝັ້ນຄົງ.
ອາດເວົ້າໄດ້ວ່າ ໃນປີ 2021, ການພົວພັນຕ່າງປະເທດຂອງພັກກອມມູນິດ ຫວຽດນາມໄດ້ຮັບການຊຸກຍູ້ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນການພົວພັນກັບບັນດາພັກກອມມູນິດທີ່ກຳອຳນາດ ຢູ່ບັນດາປະເທດສັງຄົມນິຍົມ ແລະ ປະເທດເພື່ອນບ້ານທີ່ມີຊາຍແດນຮ່ວມກັນ ແລະ ບັນດາພັກກຳອຳນາດ, ພັກຮ່ວມລັດຖະບານໃນພາກພື້ນ ແລະ ບັນດາຄູ່ຮ່ວມມືສຳຄັນ, ປະກອບສ່ວນສ້າງພື້ນຖານທາງການເມືອງທີ່ໝັ້ນຄົງ ໃຫ້້ແກ່ການພົວພັນຂອງຫວຽດນາມກັບປະເທດຕ່າງໆ; ສ້າງ, ປັບປຸງຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນທາງການເມືອງຂອງບັນດາພັກການເມືອງ ແລະ ກອງກຳລັງການເມືອງ ຕໍ່ພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມຂອງພວກເຮົາ; ປະກອບສ່ວນເຂົ້າໃນການຕໍ່ສູ້ຮ່ວມກັນຂອງປະຊາຊົນໃນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ; ຍົກສູງຖານະບົດບາດ ແລະ ກຽດສັກສີຂອງພັກ ແລະ ປະເທດຫວຽດນາມໃນເວທີສາກົນ.
ບາງຈຸດສຸມໃນວຽກງານການຕ່າງປະເທດຂອງພັກໃນໄລຍະຈະມາເຖິງ
ໃນຊຸມປີຕໍ່ໜ້າ, ສະພາບການໂລກແລະພາກພື້ນຄາດວ່າຈະສືບຕໍ່ຫັນປ່ຽສັບສົນທີ່ສຸດ, ສົ່ງຜົນກະທົບຢ່າງເລິກເຂິ່ງເຖິງສະພາບແວດລ້ອມດ້ານຄວາມປອດໄພແລະການພັດທະນາຂອງປະເທດຫວຽດນາມ. ສັນທິພາບ, ການຮ່ວມມື ແລະ ການພັດທະນາຍັງເປັນທ່າອຽງໃຫຍ່, ແຕ່ກໍ່ຈະປະເຊີນກັບອຸປະສັກແລະຄວາມທ້າທາຍຫຼາຍຢ່າງ. ການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ຈະຮຸນແຮງຂຶ້ນເລື້ອຍໆ, ຂະຫຍາຍຂອບເຂດເພື່ອສ້າງຫຼັກການໃຫມ່ ແລະ “ກົດລະບຽບຂອງເກມ” ໃຫ້ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະປະເທດ. ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງເປັນຄວາມທ້າທາຍທີ່ສຳຄັນສຳລັບການພັດທະນາເສດຖະກິດ, ຄວາມໝັ້ນຄົງດ້ານສາທະລະນະສຸດ ແລະ ລະບົບຄວາມປອດໄພທາງສັງຄົມ, ສະຫວັດດີການ ແລະ ສະຖຽນລະພາບໃນປະເທດຕ່າງໆ, ໂດຍສະເພາະປະເທດກຳລັງພັດທະນາ. ເຖິງວ່າເສດຖະກິດໂລກກຳລັງຟື້ນຕົວ ແຕ່ກໍ່ຍັງມີຄວາມສ່ຽງທີ່ຈະຫຼຸດລົງ ແລະ ການເຕີບໂຕຕ່ຳເນື່ອງຈາກໜີ້ໂລກທີ່ສູງ, ອັດຕາເງິນເຟີ້ສູງ, ການຢຸດຊະງັກຂອງຕ່ອງໂສ້ການສະໜອງ, ການປ່ຽນແປງສະພາບອາກາດ ແລະ ໂລກລະບາດທີ່ບໍ່ສາມາດຄວບຄຸມໄດ້ໃນໄວໆນີ້.
ສະພາບການດັ່ງກ່າວຮຽກຮ້ອງໃຫ້ວຽກງານການຕ່າງປະເທດເວົ້າລວມ ແລະ ການຕ່າງປະເທດຂອງພັກເວົ້າສະເພາະ ຕ້ອງດັດປັບຢ່າງວ່ອງໄວ, ເສີມຂະຫຍາຍຖານະບົດບາດແລະກຽດສັກສີຂອງພັກ ແລະ ທ່າແຮງຂອງປະເທດ, ສວຍໃຊ້ໂອກາດ, ຫຼຸດຜ່ອນຄວາມທ້າທາຍຈາກພາຍນອກ, ຮັບປະກັນຜົນປະໂຫຍດຂອງປະຊາຊົນ-ປະເທດຊາດ ໂດຍມີເປົ້າໝາຍຫຼັກໃນການຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ; ປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໜັກໝັ້ນ, ໃຊ້ຊັບພະຍາກອນພາຍນອກຢ່າງມີປະສິດທິຜົນ ໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ.
ບົນຈິດໃຈດັ່ງກ່າວນັ້ນ, ເພື່ອເສີມຂະຫຍາຍບົດບາດເປັນເສົາຄ້ຳ ແລະ ບົດບາດນຳໜ້າຂອງການຕ່າງປະເທດ, ວຽກງານການຕ່າງປະເທດຂອງພັກໃນເວລາຕໍ່ໄປຄວນສຸມໃສ່ເນື້ອໃນຫຼັກດັງຕໍ່ໄປນີ້:
ທີໜຶ່ງ, ໃຫ້ຄວາມສຳຄັນ ແລະ ຍົກສູງຄຸນນະພາບການຄົ້ນຄ້ວາ, ການຄາດຄະເນ, ຄໍາແນະນໍາຍຸດທະສາດ, ການເຂົ້າໃຈກຳໄດ້ຢ່າງທັນການ ກ່ຽວກັບທ່າອຽງ, ຈຸດພິເສດສະເພາະຂອງໂລກ ແລະ ພາກພື້ນ; ບັນດາບັນຫາສາກົນທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ; ບັນດາທ່າອຽງການເມືອງ ແລະ ກະແສແນວຄິດ, ບັນດາຂະບວນການການເມືອງ - ສັງຄົມໃນໂລກ, ວາງແຜນນະໂຍບາຍ ແລະ ແນວທາງ ອອກມາຢ່າງທັນເວລາ, ໃຊ້ປະໂຫຍດຈາກໂອກາດ, ຈັດການແກ້ໄຂຄວາມທ້າທາຍທີ່ວາງໄວ້, ບໍ່ໃຫ້ຖືກຕົກໃສ່ທ່າຮັບ ທີ່ບໍ່ຄາດຄິດ.
ທີສອງ, ຜັນຂະຫຍາຍຢ່າງມີປະສິດທິຜົນ ວຽກງານການຕ່າງປະເທດຂອງພັກຕາມຄຳສັ່ງເລກທີ 32-CT/TW, ສະບັບລົງວັນທີ 18 ທັນວາ 2019, ຂອງກົມການເມືອງສູນກາງພັກ, “ກ່ຽວກັບການເພີ່ມທະວີ ແລະ ຍົກສູງປະສິດທິຜົນການພົວພັນການຕ່າງປະເທດຂອງພັກໃນສະພາບການໃໝ່”, ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດຂອງພັກ, ເປີດກວ້າງແລະພັດທະນາການພົວພັນການຕ່າງງປະເທດຂອງພັກຢ່າງເລິກເຊິ່ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງພື້ນຖານການເມືອງອັນໜັກແໜ້ນໃຫ້ແກ່ການພົວພັນທະວິພາຄີ; ສ້າງແລະປັບປຸງສັນທາມະຕິ ແລະ ການສະໜັບສະໜູນທາງການເມືອງ ຂອງບັນດາພັກການເມືອງ ແລະ ບັນດາກຳລັງການເມືອງ ຕໍ່ພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດສັງຄົມນີ້ຍົມຂອງຫວຽດນາມ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຊີ ຮັບໃຊ້ການພັດທະນາປະເທດຂອງປະຊາຊົນເຮົາ. ໃນນັ້ນ, ເອົາໃຈໃສ່ເປັນພິເສດ ແລະ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມືຮອບດ້ານ ແລະ ຄວາມໄວ້ເນື້ອເຊື່ອໃຈ ກັບພັກກອມມູນິດທີ່ກຳອຳນາດ ແລະ ພັກຮ່ວມລັດຖະບານ ໃນບັນດາປະເທດບ້ານໃກ້ເຮືອນຄຽງ, ຮັດແໜ້ນການພົວພັນຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ບົດບາດກຳນົດທິດທາງຍຸດທະສາດລວມ ໃຫ້ແກ່ການພົວພັນທະວິພາຄີ; ຍູ້ແຮງການພົວພັນກັບບັນດາພັກທີ່ກຳອຳນາດ, ພັກເຂົ້າຮ່ວມລັດຖະບານ, ພັກທີ່ມີທີ່ຕັ້ງແລະບົດບາດສຳຄັນ ໃນການສ້າງຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງບັນດາປະເທດຕໍ່ຫວຽດນາມ; ເພີ່ມທະວີການພົວພັນກັບບັນດາພັກກອມມູນິດ ແລະ ພັກກຳມະກອນ, ສືບຕໍ່ຍາດແຍ່ງການສະໜັບສະໜູນທາງການເມືອງ; ເປັນເຈົ້າການແລະຕັ້ງໜ້າເສີມຂະຫຍາຍບົດບາດຂອງຕົນໃນບັນດາເວທີພະຫຸພາຄີພັກການເມືອງ.
ທີສາມ, ເພີ່ມທະວີການແລກປ່ຽນທິດສະດີ ແລະ ປະສົບການຕົວຈິງ ກັບບັນດາພັກການເມືອງ ເພື່ອຍາດແຍ່ງເອົາບົດຮຽນສາກົນກ່ຽວກັບການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ, ກໍ່ສ້າງພັກ, ກ່ຽວກັບການນຳພາ, ຄຸ້ມຄອງປະເທດ ແລະ ແກ້ໄຂບັນດາບັນຫາທີ່ວາງອອກໃນຂະບວນວິວັດການພັດທະນາ; ປະກອບສ່ວນເຂົ້າໃນການຕໍ່ສູ້ຮ່ວມກັນຂອງປະຊາຊົນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ທີສີ່, ເສີມຂະຫຍາຍຢ່າງແຂງແຮງ ບົດບາດຈຸດເຊື່ອມຕໍ່ໃນການຄຸ້ມຄອງເປັນເອກະພາບບັນດາກິດຈະກຳການການຕ່າງປະເທດ, ຮັບປະກັນການນຳພາໂດຍກົງແລະຮອບດ້ານຂອງພັກ, ການຄຸ້ມຄອງເປັນເອກະພາບຂອງລັດ ຕໍ່ກິດຈະກຳການຕ່າງປະເທດຂອງທົ່ວລະບົບການເມືອງ, ຍົກສູງຄວາມແທດຈິງ ແລະ ປະສິດທິຜົນຂອງການຕ່າງປະເທດ; ພ້ອມກັນນັ້ນ, ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາຊ່ອງການຕ່າງປະເທດ, ສ້າງຄວາມສະໜິດຕິດພັນເປັນເອກະພາບ, ແໜ້ນແຟ້ນ, ຄົບຊຸດ ແລະ ຮອບດ້ານ ລະຫວ່າງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ເສີມຂະຫຍາຍທ່າໄດ້ບຽບ ແລະ “ແບ່ງບົດບາດ” ຢ່າງປະສິດທິຜົນ ລະຫວ່າງບັນດາເຫຼົ່າທັບການຕ່າງປະເທດ, ສ້າງກຳລັງແຮງສັງລວມຂອງແນວໂຮມການຕ່າງປະເທດ.
ທີຫ້າ, ຕ້ອງເອົາໃຈໃສ່ວຽກງານກໍ່ສ້າງອົງການ, ກົງຈັດ ແລະ ການຝຶກອົບຮົມ, ບຳລຸງສ້າງຖັນແຖວພະນັກງານທີ່ເຮັດວຽກງານການຕ່າງປະເທດຂອງພັກ.
ບັນດາຜົນງານອັນຕັ້ງໜ້າຂອງການຕ່າງປະເທດຂອງພັກໃນປີ 2021, ປີທຳອິດແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງພັກກອມມູນິດຫວຽດນາມ, ມີຄວາມໝາຍສຳຄັນ, ສ້າງພື້ນຖານເພື່ອໃຫ້ການຕ່າງປະເທດຂອງພັກ ພ້ອມກັບການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ປະຕິບັດຢ່າງສຳເລັດມີໄຊ ແນວທາງ, ນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງພັກກອມມູນິດຫວຽດນາມ, ກໍ່ຄືບັນດາວິໄສທັດ ແລະ ເປົ້າໝາຍຍຸດທະສາດຂອງປະເທດຫວຽດນາມໃນປີ 2025, ປີ 2030 ແລະ ປີ 2045./.
----------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 983 (ເດືອນກຸມພາ 2022)