ວັນທີ 29 ເມສາ 2013, ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍຕາງໜ້າປະທານປະເທດແຫ່ງ ສປປ ລາວ, ທ່ານກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ ສະຫາຍພັນເອກ ຫງວຽນຂັກເລິມ, ຜູ້ອຳນວຍການໂຮງຮຽນຊັ້ນກາງປ້ອງກັນຊາຍແດນ ໝາຍເລກ 1.

ພາບປະກອບ: ພິທີເປີດນຳໃຊ້ແລະມອບຮັບ ຫໍມູນເຊື້ອອະດີດນັກຮຽນລາວ ທີ່ຮຽນຢູ່ຫວຽດນາມ
ໃນໂອກາດດຽວກັນນີ້, ທ່ານກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການແລະກິລາ ກໍ່ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ ໂຮງຮຽນຊັ້ນກາງປ້ອງກັນຊາຍແດນ ໝາຍເລກ 1 ແລະ ບໍລິສັດ ຫ່ວາບິ່ງແຊງ; ປະດັບຫຼຽນໄຊການພັດທະນາຊັ້ນ II ໃຫ້ແກ່ທ່ານ ກູ່ແທງຕ໋ຽນ ຜູ້ອຳນວນການໃຫຍ່ບໍລິສັດ ຫ່ວາບິ່ງແຊງ ຍ້ອນໄດ້ມີຄຸນງາມຄວາມດີໃນການປະກອບສ່ວນຊ່ວຍເຫຼືອກໍ່ສ້າງ ຫໍມູນເຊື້ອອະດີດນັກຮຽນລາວ ຢູ່ຫວຽດນາມໃນສະໄໝສົງຄາມ.
ຕາງໜ້າລັດຖະບານລາວ, ທ່ານລັດຖະມົນຕີຊ່ວຍວ່າການ ກອງສີ ແສງມະນີ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ພັກ ແລະ ລັດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນຫຼາຍສິບປີທີ່ຜ່ານມາ, ໃນນັ້ນມີການລ້ຽງດູ ສັ່ງສອນ ແລະ ກໍ່ສ້າງນັກຮຽນນັກສຶກສາລາວຫຼາຍພັນຄົນໃນສະໄໝສົງຄາມ. ອາໃສການຫຸ້ມຫໍ່ລ້ຽງດູ ບອກສອນ ແລະ ອົບຮົມສຶກສາຂອງປະຊາຊົນຫວຽດນາມ ໄດ້ຊ່ວຍໃຫ້ນັກຮຽນລາວເຕີບໃຫຍ່ ແລະ ປະກອບສ່ວນອັນຕັ້ງໜ້າຫຼາຍຢ່າງເຂົ້າໃນການສ້າງສາພັດທະນາປະເທດລາວ, ໃນນັ້ນອະດີດນັກຮຽນນັກສຶກສາຫຼາຍຄົນໄດ້ ແລະ ພວມຖືບົດບາດທີ່ຕັ້ງສຳຄັນໃນກົງຈັກຂອງພັກ-ລັດ ຢູ່ສູນກາງ ແລະ ທ້ອງຖິ່ນຕ່າງໆ ຂອງລາວ.
ການທີ່ ໂຮງຮຽນຊັ້ນກາງປ້ອງກັນຊາຍແດນ ໝາຍເລກ 1 ແລະ ບໍລິສັດ ຫ່ວາບິ່ງແຊງ ຊ່ວຍເຫຼືອຢ່າງສຸດອົກສຸດໃຈໃນການກໍ່ສ້າງ ຫໍມູນເຊື້ອອະດີດນັກຮຽນລາວ ຢູ່ແຂວງບັກຢາງ ທີ່ກວ້າງໃຫຍ່ໂອ້ຖົງ ແລະ ມີຄົບເຄື່ອງໃຊ້ເຄື່ອງປະກອບນັ້ນ ເປັນວຽກງານທີ່ມີຄວາມໝາຍທີ່ສຸດ ຕໍ່ກັບບໍ່ພຽງແຕ່ອະດີດນັກຮຽນນັກສຶກສາລາວເທົ່ານັ້ນ ຫາກຍັງມີຄວາມໝາຍສຶກສາອົບຮົມໃຫ້ຊາວໜຸ່ມສອງປະເທດ ກ່ຽວກັບມິດຈິດມິດໃຈສະໜິດສະໜົມຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີສາມັກຄີມິດຕະພາບລາວ - ຫວຽດນາມ 2012, ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ ໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ຕາງໜ້າໃຫ້ບັນດາຜູ້ທີ່ໄດ້ຮັບລາງວັນອັນປະເສີດເຫຼົ່ານີ້, ສະຫາຍພັນເອກ ຫງວຽນຂັກເລິມ ສະແດງຄວາມຮູ້ບຸນຕໍ່ພັກ ລັດ ປະຊາຊົນ ກະຊວງສຶກສາທິການແລະກິລາລາວ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ເບິ່ງແຍງສ້ອມແປງ ແລະ ນຳໃຊ້ຫໍມູນເຊື້ອຢ່າງມີປະສິດທິຜົນ ຊ່ວຍໃຫ້ເຊັ່ນຄົນປັດຈຸບັນ ແລະ ໃນພາຍໜ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າອີກ ກ່ຽວກັບສາຍພົວພັນພິເສດຫວຽດນາມ - ລາວ ເພື່ອໃຫ້ສອງປະເທດຈະເລີນພັດທະນາຢ່າງໝັ້ນຢືນ./.
ແຫຼ່ງຂ່າວ: TTXVN