ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ
ຕໍ່ຂະ​ແໜງ​ການ​ການບິນ: ບາງ​ບັນຫາ​ທີ່​ເກີດ​ຈາກ​ວິ​ກິດ​ການ
ທີ່ມາຈາກຜົນກະທົບຂອງການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19

ໂດຍ ປອ ຫງວຽນດຶກກຽນ* - ດ່າວມິງຖັງ**
* ຫົວໜ້າກຸ່ມທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ - ** ຜູ້ຊ່ວຍຂອງກຸ່ມທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ
02:53, 07-11-2021

ວກ. - ການບິນ​ແມ່ນ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ສຳຄັນ​ພິ​ເສດ, ບໍ່​ພຽງ​ແຕ່​ໃນ​ການ​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນຫາ​ຄວາມ​ໝັ້ນຄົງ, ການ​ທະຫານ ​ແລະ ອະທິປະ​ໄຕ​ຂອງ​ຊາດ. ດັ່ງ​ນັ້ນ, ການ​ຄຸ້ມ​ຄອງ​ລັດ​ຕໍ່​ຂະ​ແໜງ​ການ​ການບິນພາຍ​ໃຕ້​ບັນດາ​ຮູບ​ການ​ທີ່​ຕ່າງ​ກັນ​ແມ່ນ​ຈຳ​ເປັນ ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ ຂອງຂະ​ແໜງ​ການ ​ແລະ ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ. ການ​ວິ​ກິດ​ຂອງ​ຂະ​ແໜງ​ການ​ການບິນທີ່​ເກີດ​ຈາກ​ຜົນ​ກະທົບ​ຂອງ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ກຳລັງວາງ​ບັນຫາ​ຮີບ​ດ່ວນຈຳນວນ​ໜຶ່ງທີ່​ຕ້ອງ​ແກ້​ໄຂຢ່າງ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ທີ່​ສຳຄັນ​ນີ້.  

ວິກິດການຂອງ​ຂະ​ແໜງ​ການການບິນ ໃນໄລຍະການລະບາດຂອງ​ໂຄ​ວິດ-19

​ບໍ່​ວ່າ​ພື້ນຖານເສດຖະກິດ​ໃດໆ ​ທີ່​ຢາກ​ກ້າວ​ໜ້າຢ່າງ​ໄວ​ແລະ​​ໄປໄກ ​ກໍ​ຕ້ອງ​ອີງ​ໃສ່​ພື້ນຖານ​ໂຄງ​ລ່າງ​ທີ່​ໝັ້ນຄົງ ແລະ ທັນ​ສະ​ໄໝ; ​ໃນ​ນັ້ນ, ​ໂຄງ​ສ້າງ​ພື້ນຖານ​ຄົມມະນາຄົມ​ມີ​ບົດບາດ​ສຳຄັນທີ່​ສຸດ, ມັນ​ຕັດສິນ​ຊີ້​ຂາດ​ການ​ໝູນວຽນ​ສິນຄ້າ, ການ​ບໍລິການ ​ແລະ ຜູ້​ໂດຍສານຢ່າງ​ໄວວາ ​ແລະ​ມີ​ປະສິດທິ​ຜົນ. ຂະ​ແໜງ​ການ​ການບິນ, ດ້ວຍ​ຂໍ້​ໄດ້​ປຽບທີ່​ໂດດ​ເດັ່ນ​ໃນ​ການ​ຂົນ​ສົ່ງຜູ້​ໂດຍສານ ​ແລະ ສິນຄ້າ ທັງ​ໃນ​ດ້ານ​ຄວາມ​ສະດວກ​ແລະ​ໄວວາ, ​ໄດ້​ສ້າງ​ແຮງຜັກ​ດັນ​ທີ່​ແຂງ​ແຮງ ຊຸກຍູ້​ການພັດທະນາ​ຂອງ​ຂະ​ແໜງ​ການທ່ອງທ່ຽວ ແລະ​ບໍລິການ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ເພື່ອ​ພັດທະນາ​ເສດຖະກິດຂອງ​ແຕ່ລະ​ປະ​ເທດ​ເວົ້າ​ສະ​ເພາະ ກໍ​ຄື​ເສດຖະກິດ​​ໂລກ​ເວົ້າ​ລວມ. ບັນດາ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ການບິນ, ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ເຊັ່ນການ​ຜະລິດ​ເຮືອບິນ, ການ​ບໍລິການ​ດ້ານ​ການບິນ, ບໍລິການ​ພາກ​ພື້ນ​ດິນ, ສາງ​ສິນຄ້າ,… ​​ຜົນ​ປະ​ໂຫຍ​ດທາງ​ອ້ອມ​ຈາກ​ການ​ແຜ່​ກະຈາຍ​ກວ້າງຂວາງ​ຂອງ​ຂະ​ແໜງ​ການການບິນ​ ໂດຍ​ຜ່ານ​ການ​ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ ແລະ ການ​ຂຸດ​ຄົ້ນ​ຕະຫຼາດ​ສົ່ງ​ອອກ​ໃໝ່… ຂະ​ແໜງ​ການ​ການບິນຍັງສ້າງ​ຜົນ​ປະ​ໂຫຍ​ດທາງ​ສັງຄົມອີກດ້ວຍ​ ໂດຍຜ່ານ​ການ​ຊຸກຍູ້ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ທຸລະ​ກິດ ​ແລະ ການ​ຄ້າ, ​ແມ່ນ​ແຮງ​ຜັກ​ດັນ​ການ​ພັດທະນາ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ, ສ້າງ​ລາຍ​ຮັບ​ແຫ່ງ​ຊາດ​ຜ່ານ​​ພາສີ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດ​ໃນ​ການ​ພັດທະນາ​ການ​ເຊື່ອມ​ຕໍ່​ລະຫວ່າງ​ປະ​ເທດ, ພາກ​ພື້ນ, ​ເຂດ; ຄຽງ​ຂ້າງ​ນັ້ນ, ຂະ​ແໜງ​ການ​ການບິນ​ຍັງ​ປະກອບສ່ວນ​ບໍ່​ໜ້ອຍ ​ເຂົ້າ​ໃນບັນຫາ​ຄວານ​ປອດ​ໄພ​ເຊັ່ນ ການ​ກູ້​ໄພ ກູ້​ຊີບ,…

ການບິນແມ່ນຂະແໜງການທີ່ມີຄວາມສຳຄັນພິເສດ, ບໍ່ພຽງແຕ່ໃນການພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງແມ່ນບັນຫາຄວາມໝັ້ນຄົງ, ການທະຫານ ແລະ ອຳນາດອະທິປະໄຕຂອງຊາດ (ໃນພາບ: ຫໍຄວບຄຸມການຈະລາຈອນທາງອາກາດ ເຕິນເຊີນເຍິ້ດ) _ພາບ: VGP

ກ່ອນ​ການລະບາດ​ຂອງ​ໂຄ​ວິດ-19, ຂະ​ແໜງ​ການ​ການບິນ​ໂລກ​ມີ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ທີ່​ສຸດ. ປີ 2019, ສາຍ​ການ​ບິນ​ທົ່ວ​ໂລກ​ໄດ້ບິນ​ອອກ​ໄປ 38,3 ລ້ານ​ຖ້ຽວ​ບິນ, ຂົນ​ສົ່ງ​ຜູ້​ໂດຍ​ສານ​ຫຼາຍ​ກວ່າ 4,3 ຕື້​ຄົນ ແລະ​ສິນ​ຄ້າ​ຫຼາຍ​ກວ່າ 58 ລ້ານ​ໂຕນ. ​ໃນ​ເວລາ​ນັ້ນ, ເຮືອ​ບິນ​ການ​ຄ້າ​ຂອງ​ໂລກ​ໄດ້​ເພີ່ມ​ຂຶ້ນ 1.234 ລຳ ແລະ ສາຍ​ການ​ບິນ​ໄດ້​ສ້າງ​ກຳ​ໄລ​ຫຼາຍ​ກວ່າ 45 ຕື້​ໂດ​ລາສະຫະລັດ. ​ເບິ່ງ​ໂດຍ​ລວມ​ແລ້ວ, ຂະ​ແໜງ​ການ​ການບິນ​ໃນ​ທົ່ວໂລກ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ 65,6 ລ້ານງານ, ​ໃນ​ຈຳນວນ​ນີ້, ມີ 10,2 ລ້ານ​ວຽກ​ເຮັດ​ງານ​ທຳ​ໂດຍ​ກົງ ​ແລະ ງານ​ທາງ​ອ້ອມ​ຫຼາຍ​ກວ່າ 55 ລ້ານ​ງານ, ກິດ​ຈະກຳ​ດ້ານ​ການບິນມີ​ຜົນ​ກະທົບ​ເຖິງ 2,7 ຕື້​ໂດ​ລາ​ສະຫະລັດ​ ໃນກິດ​ຈະກຳທາງ​ເສດຖະກິດ, ທຽບ​ເທົ່າ​ກັບ​ປະມານ 3,6% ຂອງ​ ຈີ​ດີ​ພີ ​ໂລກ. ການ​ພັດທະນາ​ດັ່ງກ່າວ ຍັງຊ່ວຍໃຫ້ຮູບແບບທຸລະກິດໃຫມ່ຈະເລີນເຕີບໂຕ, ເຊັ່ນ ການຂາຍໂດຍກົງ (B2C) ຫຼືການ​ຄ້າ​ເອ​ເລັກ​ໂຕຣນິກ (e-commerce), ຍ້ອນ​ຂໍ້​ໄດ້​ປຽບທາງດ້ານ​ຄວາມ​ໄວ​ແລະ​ຄວາມ​ປອດ​ໄພ​ຂອງຫໍ່​ສິນຄ້າ. ​ໃນ​ປີ 2018, ​ເຖິງ​ວ່າ​ປະລິມານ​ການ​ຂົນ​ສົ່ງ​ກວມ​ພຽງ 1% ​ແຕ່ມູນຄ່າ​ສິນຄ້າ​ທີ່​ຂົນ​ສົ່ງ​ທາງ​ອາກາດ​ກໍ​ບັນລຸ 6,8 ຕື້​ໂດ​ລາ​ສະຫະລັດ, ທຽບ​ເທົ່າ 35% ຂອງ​ຍອດ​ມູນ​ຄ່າ​ສິນຄ້າ​ທີ່​ຂົນ​ສົ່ງ​ດ້ວຍວິທີ​ການ​ຂົນ​ສົ່ງ​ທັງ​ໝົດ, ​ໃຫ້​ເຫັນ​ເຖິງ​ທ່າ​ດີ​ຂອງ​ການບິນ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ທີ່​ມີ​ຄຸນຄ່າ​ ເມື່ອ​ທຽບ​ກັບວິທີ​ການ​ຂົນ​ສົ່ງ​ອື່ນ. ​ເມື່ອ​ເກີດ​ການລະບາດ​ຂອງ​ໂຄ​ວິດ-19, ພື້ນຖານ​ເສດຖະກິດ​ໂລກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ, ​ເຊິ່ງຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ອາກາດ​ຖືກ​ເສຍ​ຫາຍ​ໜັກໜ່ວງ​ກວ່າ​ໝູ່. ​ເພື່ອ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຢ່າງ​ວ່ອງ​ໄວຂອງ​ພະຍາດ​ດັ່ງກ່າວ​, ບັນດາ​ປະ​ເທດ​ໄດ້​ປິດ​ດ່ານ​ຊາຍ​ແດນ​ຂອງ​ຕົນ, ພ້ອມ​ທັງ​ຢຸດ​ຖ້ຽວ​ບິນ​ສາກົນ. ຢູ່​ຕະຫຼາດ​ພາຍ​ໃນປະ​ເທດ, ນະ​ໂຍບາຍ​ຈຳກັດ​ການ​ໂຮມ​ຊຸມນຸມມະຫາຊົນ ​ແລະ ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສົງ​ຄົມ ຍັງ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່ຂະ​ແໜງ​ການທ່ອງທ່ຽວ​ແລະ​ບໍລິການ, ​ເຮັດ​ໃຫ້​ສາຍ​ການບິນ​ຢຸດ​ສະ​ງັກ ​ໃນ​ຂະນະ​ທີ່​ລາຄາ​ບ່ອນ​ຈອດ​ລົດ ​ແລະ ຄ່າ​ບໍລິການພື້ນ​ດິນ​ຍັງ​ເປັນ​ພາລະທີ່​ໜັກໜ່ວງ. ຕາມ​ລາຍ​ງານ​ຂອງອົງການການບິນພົນລະເຮືອນສາກົນ​ (ICAO) ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ການບິນ​ໃນ​ປີ 2020, ຈຳນວນ​ຜູ້​ໂດຍສານ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຫຼຸດ​ລົງ 1,32 ຕື້ ​ແລະ 1,38 ຕື້​ຄົນ​ຕາມ​ລຳ​ດັບ, ຫຼຸດ​ລົງ 50%​ ແລະ 74% ​ເມື່ອ​ທຽບ​ໃສ່​ປີ 2019, ​ເຮັດ​ໃຫ້​ລາຍ​ຮັບ​ຫຼຸດ​ລົງ 120 ຕື້ ​ແລະ 250 ຕື້​ໂດ​ລາ​ສະຫະລັດ​ຕາມ​​ລຳ​ດັບ.

​ເຖິງ​ວ່າ​ໂລກ​ໄດ້​ແລະ​ກຳລັງ​ຜະລິດວັກ​ແຊງ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ​ແຕ່​ມັນ​ເປັນ​ການ​ຍາກ​ຫຼາຍ​ທີ່​ຈະ​ດັບ​ພະຍາດນີ້​ໃຫ້​ໝົດ​ສິ້ນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້. ດັ່ງ​ນັ້ນ, ​ແງ່​ຫວັງການ​ພັດທະນາ​ຂອງຂະ​ແໜງ​ການ​ການບິນ​ໃນ​ປີ 2021 ຈຶງຂ້ອນ​ຂ້າງ​ມືດ​ມົນ. ຕາມ​ລາຍ​ງານ​ຂອງ​ສະມາ​ຄົນ​ການ​ຂົນ​ສົ່ງ​ທາງ​ອາກາດ​ສາກົນ (IATA), ວັນ​ທີ 24 ກຸມພາ 2021, ຄາດ​ຄະ​ເນ​ວ່າ, ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ໂລກ​ພຽງ 33% ​ເມື່ອ​ທຽບກັບ​ປີ 2019 (ຄາດ​ວ່າ​ເດືອນ​ທັນ​ວາ 2020 ​ແມ່ນ 51%)ແລະ ລະດັບ​ຂາດທຶນ​ຂອງບັນດາ​ບໍລິສັດ​ການບິນຈະຂຶ້ນ​ເຖິງ 95 ຕື້​ໂດ​ລາ​ສະຫະລັດ (ເກືອບສອງ​ເທົ່າ​ຂອງ​ການ​ຄາດ​ຄະ​ເນ​ເມື່ອເດືອນທັນວາ 2020). IATA ກໍ່​ໃຫ້​ທັດສະນະ​ວ່າ, ຕະ​ຫຼາດ​ການ​ບິນ​ທັງ​ຫມົດ​ຂອງ​ໂລກ​ເຖິງປີ 2024 ຈະ​​ສາ​ມາດ​ຟື້ນ​ຕົວ​ໄດ້​ເທົ່າກັບ​ຂະ​ໜາດ​ດຽວ​ກັນ​ຂອງ​ປີ 2019​. ICAO ກໍ່ມີຄວາມຄິດເຫັນທີ່ບໍ່ດີ ກ່ຽວກັບເຄິ່ງທໍາອິດຂອງປີ 2021, ເມື່ອຄາດຄະເນວ່າ ຈໍານວນບ່ອນນັ່ງຈະຫຼຸດລົງ 42% - 47%, ປະລິມານ​ນັກ​ທ່ອງ​ທ່ຽວຈະຫຼຸດລົງ 47% - 57%, ແລະລາຍຮັບຈະຫຼຸດລົງ 156 - 181 ຕື້​ໂດ​ລາ​ສະຫະລັດ ເມື່ອ​ທຽບກັບ​ປີ 2019. ສາມາດ​ຄາດ​ຄະ​ເນ​ວ່າ​ປີ 2021 ຍັງ​ແມ່ນ​ປີ​ທີ່​ຫຍຸ້ງຍາກ​ທີ່​ສຸດ ​ແລະ ມີ​ແນວ​ໂນ້ມ​ທີ່​ຈະ​ຮ້າຍ​ແຮງ​ກວ່າ​ການ​ຄາດ​ຄະ​ເນ​ທີ່​ຜ່ານ​ມາ, ​ຮ້າຍ​ແຮງ​ກວ່າ​ໃນ​ປີ 2020. 

​ເຖິງ​ວ່າ​ຫວຽດນາມ​ຖືກ​ຖື​ວ່າ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ ​ແລະ ມີ​ປະສິດທິ​ຜົນ​ ໃນ​ການ​ຄວບ​ຄຸມ​ການລະບາດ​ຂອງ​ໂຄ​ວິດ-19, ​ແຕ່ຂະ​ແໜງ​ການການບິນ​ກໍ່​ຖືກ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງຂອງພະຍາດ​ລະບາດ. ບັນດາ​ສາຍ​ການບິນ​ສາກົນ​ເກືອບ​ເປັນອຳມະພາດ, ຍົກເວັ້ນບາງຖ້ຽວບິນທີ່ມີລັກສະນະການຊ່ວຍພີ່ນ້ອງກັບ​ບ້ານ​ຈາກ​ຕ່າງປະ​ເທດ, ດັ່ງນັ້ນ ສາຍການບິນສ່ວນຫຼາຍແມ່ນສຸມໃສ່ການຂຸດຄົ້ນ​ເສັ້ນທາງ​ພາຍ​ໃນ​ປະ​ເທດ. ຫວຽດນາມ​ມີ 6 ບໍລິສັດ​ການບິນ​ທີ່​ກຳລັງ​ເຄື່ອ​ນ​ໄຫວ: 3 ບໍລິສັດ​ສັງກັດ​ກຸ່ມ VNA Group (Vietnam Airlines, Pacific Airlines, Vasco), Vietjet Air, Bamboo Airways, ພ້ອມ​ກັບ​ບໍລິສັດ​ການບິນ​ໃໝ່ທີ່​ເຂົ້າ​ເຄື່ອນ​ໄຫວ​ທ້າຍ​ປີ 2020 ​ແມ່ນ Vietravel Airlines. ຕາມ​ລາຍ​ງານ, ​ໃນ​ປີ 2020, ມີ​ພຽງ​ບໍລິສັດ Bamboo Airways ​ເທົ່າ​ນັ້ນ​ທີ່​ມີ​ການ​ເຕີບ​ໂຕ 40%, ​ໃນ​ຂະນະ​ນັ້ນ ກຸ່ມ VNA Group ​ແລະ Vietjet Air ​ເຫັນ​ວ່າ ຈຳນວນຜູ້​ໂດຍ​ສານທີ່​ຂົນ​ສົ່ງ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ເຖິງ 21% ແລະ 34% ຕາມ​ລໍາ​ດັບ. ກ່ຽວ​ກັບ​ປະສິດທິ​ຜົນ​ທາງການ​ເງິນ, ​ໃນ​ຂະນະ​ນີ້ ມີ​ພຽງ Vietnam Airlines ​ແລະ Vietjet Air ​ເທົ່າ​ນັ້ນ​ທີ່​ມີ​ລາຍ​ງານ​ກວດ​ສອບ​ງົບ​ການ​ເງິນ​ລວມ, ​ເຊິ່ງບົ່ງ​ຊີ້​ວ່າ​ລາຍ​ໄດ້​ແລະ​ກຳ​ໄລ​ໃນ​ປີ 2020 ຫຼຸດ​ລົງ​ຢ່າງ​ຫຼາຍ. ລະອຽດ​ຄື, Vietnam Airlines ຂາດທຶນ 8.743 ຕື້​ດົ່ງ (ກ່ອນ​ຫັກ​ພາສີ); ​ໃນ​ນັ້ນ, ປະສິດທິ​ຜົນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ (ຍົກ​ເວັ້ນລາຍ​ໄດ້​ອື່ນທີ່​ບໍ່​ແມ່ນ​ການ​ຂົນ​ສົ່ງ​ຜູ້​ໂດຍສານ) ຂາດທຶນ 10.975 ຕື້​ດົ່ງ, ເພີ່ມການ​ຂາດທຶນ 10.989 ຕື້​ດົ່ງ ​​ເມື່ອທຽບ​ກັບ​ເວລາ​ດຽວກັນ​ຂອງ​ປີ​ກ່ອນ, ລາຍ​ຮັບສະ​ເລ່ຍ​ຈາກ​ຜູ້​ໂດຍ​ສານ​ພາຍ​ໃນ​ປະ​ເທດ​ແມ່ນ 997.000 ​ດົ່ງ/ຄົນ, ຫຼຸດ​ລົງ 34,5% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. Vietjet Air ຂາດທຶນ 1.780 ຕື້​ດົ່ງ (ກ່ອນ​ຫັກ​ພາສີ); ປະສິດທິ​ຜົນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ (ຍົກ​ເວັ້ນລາຍຮັບ​ອື່ນທີ່​ບໍ່​ແມ່ນ​ການ​ຂົນ​ສົ່ງ​ຜູ້​ໂດຍສານ) ຂາດທຶນ 4.311 ຕື້​ດົ່ງ, ​ເພີ່ມ​ການ​ຂາດທຶນ 3.896 ຕື້​ດົ່ງ​ ທຽບ​ກັບ​ເວລາ​ດຽວ​ກັນ​ຂອງ​ປີ​ກ່ອນ, ລາຍ​ຮັບ​ສະ​ເລ່ຍ​ຈາກ​ຜູ້​ໂດຍ​ສານ​ພາຍ​ໃນ​ປະ​ເທດ​ແມ່ນ 450.000 ດົ່ງ/ຄົນ, ຫຼຸດ​ລົງ 34% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019.

ນອກຈາກຜົນກະທົບດ້ານການເງິນໂດຍກົງແລ້ວ, ບັນດາ​ບໍລິສັດ​ການບິນ​ຫວຽດນາມຍັງປະເຊີນກັບບັນຫາອື່ນໆອີກຫຼາຍດ້ານຄື:

ກ່ຽວກັບບັນຫາຊັບພະຍາກອນເຫຼື​ອ​ເຟືອ, ຈໍານວນເຮືອບິນຂອງ​ບັນດາ​ບໍລິສັດ​ການບິນຫວຽດນາມມາຮອດປັດຈຸບັນມີປະມານ 230 ລໍາ, ເພີ່ມຂຶ້ນ 24 ລໍາ​ເມື່ອ​ທຽບ​ກັບປີ 2019, ເທົ່າກັບກປະມານ 10% ຂອງຈໍານວນເຮືອບິນ. ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດທີ່ສະໜອງໃຫ້ໃນເດືອນເມສາ 2021 ​ເປັນ​ປະມານ 137% ​ເມື່ອ​ທຽບກັບ​ໄລຍະ​ດຽວ​ກັນຂອງປີ 2019; ​ໃນ​ຂະນະ​ນັ້ນ, ກໍາລັງຊື້ (ລາຍຮັບຕະຫຼາດທັງຫມົດ) ພຽງແຕ່ 76% ເມື່ອທຽບກັບປີ 2019. ຈໍານວນເຮືອບິນທີ່​ເຫຼືອ​ທັງ​ໝົດ​ຂອງບັນດາບໍລິສັດ​ການບິນ​ຫວຽດນາມ​ແມ່ນ 58 ລໍາ, ກວມ​ເອົາ 26% ຂອງຈໍານວນເຮືອບິນ​ທັງ​ໝົດ​ຂອງບັນດາ​ບໍລິສັດ​ການບິນ. ສະຖານະ​ການ​ດັ່ງກ່າວ​ພາ​ໃຫ້ການ​ນຳ​ໃຊ້​ເຮືອບິນ​ບໍ່​ມີ​ປະສິດທິ​ຜົນ, ການ​ໃຊ້ກຳລັງກາ​ນຜະລິດຕ່ຳ, ໃນຂະນະທີ່ຄ່າທຳນຽມ​ບ່ອນ​ຈອດ​ເຮືອບິນ​ຍັງ​ຕ້ອງ​ຈ່າຍ​ຢູ່. ຄຽງ​ຂ້າງ​ນັ້ນ, ຄວາມແອອັດຂອງອາຄານ​ຜູ້​ໂດຍສານ​ແລະສະໜາມ​ບິນ​ເຮັດ​ໃຫ້ຜູ້ໂດຍສານໃຊ້ເວລາດົນຂຶ້ນໃນແຕ່ລະຖ້ຽວບິນ, ຖ້ຽວບິນ​ໃຊ້​ເວລານານກວ່າ ສໍາລັບການເດີນທາງດຽວກັນ ​ແລະຄ່າໃຊ້ຈ່າຍພາກ​ພື້ນ​ດິນ​ອື່ນໆ​ຂອງ​ບໍລິສັດການບິນ​ເພື່ມຂຶ້ນຢ່າງ​ໄວ.

ກ່ຽວກັບລາຄາປີ້ຍົນ, ​ໃນ​ປະຈຸ​ບັນ, ປະກົດ​ການການ​ແຂ່ງຂັນ​ລະຫວ່າງ​ບໍລິສັດ​ການບິນຕ່າງ​ໆ ​ໂດຍ​ການ​ຫຼຸດ​ລາຄາ​ປີ້ຍົນລົງ​ຢ່າງ​​​ໄວ. ​ເຖິງ​ເດືອນ​ເມສາ 2021, ລາຄາ​ປີ້​ຍົນ​ໂດຍ​ສະ​ເລ່ຍ​ໃນ​ຕະຫຼາດ​ເທົ່າພຽງ​ແຕ່ 55% ຂອງໄລຍະດຽວກັນໃນປີ 2019. ລາຄາ​ປີ້​ຍົນ​ຫຼຸດ​ລົງ​ອາດ​ຈະ​ມີ​ສາ​ເຫດ​ມາ​ຈາກໂຄງການກະ​ຕຸ້ນ​ຜູ້​ບໍລິ​ໂພ​ກຂອງ​ບໍລິສັດ ​ໃນ​ສະພາບ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຫຼືອາດ​ຈະ​ມາ​ຈາກ​ການ​ສະໜອງ​ເກີນ, ​ແຕ່​ການ​ຫຼຸດ​ລາຄາ​ປີ້​ຍົນ​ຢ່າງ​ໄວ ຈະເຮັດໃຫ້ເກີດການບິດເບືອນໃນຮູບພາບຕະຫຼາດ, ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສົມ​ດຸນ ລະຫວ່າງລາຄາຕົ້ນ​ທຶນ ແລະລາຄາຂາຍ. ການ​ຫຼຸດ​ລາຄາ​ປີ້​ຍົນ​ລົງຕ່ຳກວ່າ​ລາຄາ​ຕົ້ນ​ທຶນ​ໃນ​ສະພາບ​ການ​ບັນດາ​ບໍລິສັດການບິນກຳລັງຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ທາງ​ດ້ານ​ການ​ເງິນທີ່ໜັກໜ່ວງ ອາດ​ຈະ​ເຮັດ​ໃຫ້​ລາຍ​ໄດ້​ຫຼຸດ​ລົງ​ຢ່າງ​ຮ້າຍ​ແຮງ, ຮ້າຍ​ແຮງ​ກວ່າ​ນັ້ນ​ແມ່ນ ບໍລິສັດ​ການບິນ​ຈະ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ລົ້ມ​ລະລາຍ​ ເມື່ອ​ລາຍ​ຮັບ​ບໍ່​ສາມາດທົນ​ແທນ​ຄ່າ​ໃຊ້​ຈ່າຍ​ທີ່​ມີ​ຢູ່​ໄດ້. ​ໃນ​ໄລຍະ​ສັ້ນ, ຜູ້​ບໍລິ​ໂພ​ກສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກລາຄາປີ້​ຕ່ຳ ​ແຕ່​ໃນ​ໄລຍະ​ຍາວ, ຖ້າ​ເກີດ​ການຜູກຂາດ, ​ເຖິງ​ຈະ​ເປັນ​ການ​ຜູກຂາດ​ໃນ​ບາງ​ຂັ້ນ​ຕອນ, ວິ​ສາ​ຫະກິດ​ຈະ​ຕ້ອງ​ເພີ່ມ​ລາຄາ​ຂາຍ​ປີ້​ຂຶ້ນ​ຢ່າງ​ແຮງ ​ເພື່ອ​ທົດ​ແທນ​ຄວາມ​ເສຍ​ຫາຍ, ຮອດ​ເວລາ​ນັ້ນ, ຜູ້​ບໍລິ​ໂພ​ກຈະ​ຖືກ​ເສຍ​ຫາຍ​ອີກ​ຄັ້ງ. 

ການ​ຄຸ້ມ​ຄອງ​ໃນ​ວິ​ກິດ​ການ ​ແລະ ບາງ​ບັນຫາ​ທີ່​ວາງ​ອອກ​ມາ

ດ້ວຍ​ຄວາມສຳຄັນ​ຂອງຂະ​ແໜງ​ການ​ການບິນ, ລັດຖະບານ​ບັນດາ​ປະ​ເທດບໍ່​ສາມາດຢືນຢູ່ຂ້າງ​ແລະເບິ່ງວິ​ສາ​ຫະກິດການບິນລົ້ມລະລາຍ​ໄດ້. ຫຼາຍ​ປະ​ເທດ​ໄດ້​ຜັນ​ຂະຫຍາຍ​ມາດ​ຕະການທີ່​ຈຳ​ເປັນ​ຕ່າງໆ​ຢ່າງ​ໄວວາ ​ເພື່ອສະໜັບສະໜູນ​ວິ​ສາ​ຫະກິດຜ່ານ​ຜ່າ​ວິ​ກິດ​ການຊົ່ວຄາວ. ຮອດ​ທ້າຍ​ປີ 2020, ລັດຖະບານ​ບັນດາ​ປະ​ເທດ​ໄດ້​ສະໜັບສະໜູນບັນດາ​ບໍລິສັດ​ການບິນ ດ້ວຍຈຳ​ນວນ​ເງິນຫຼາຍ​ກວ່າ 200 ຕື້​ໂດ​ລາ​ສະຫະລັດ ​ແລະຈະ​ສືບ​ຕໍ່​ຈ່າຍ​ເງິນ​ຕື່ມ​ອີກ​ປະມານ 80 ຕຶ້​ໂດ​ລາ​ສະຫະລັດ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ​ເບິ່ງ​ລວມ​ແລ້ວ, ກ່ຽວ​ກັບ​ບັນດາ​ມາດ​ຕະການ “ຊ່ວຍ​ກູ້” ຂະ​ແໜງ​ການ​ການບິນ,  ສາມາດ​ຈັດກຸ່ມ​​ບັນດາວິທີ​ແກ້​ໄຂ​ຕົ້ນຕໍ​ດັ່ງ​ຕໍ່​ໄປ​ນີ້:

ທີ່​ໜຶ່ງ, ລັດຖະບານ​ຈ່າຍ​ເງິນ​ໂດຍ​ກົງ​ ເພື່ອ​ທົດ​ແທນ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃຫ້​ວິ​ສາ​ຫະກິດ​ການບິນ​ເຊັ່ນ: ຈ່າຍເງິນຕົ້ນແລະດອກເບ້ຍເງິນກູ້, ອຸດ​ໜູນ​ເງິນ​ເດືອນ​ພະນັກງານ, ຫຼຸດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຂຶ້ນ​ເຄື່ອງ​ແລະ​ລົງ​ຈອດ,… ຫຼື ລັດຖະບານ​ຊື້​​ພັນທະບັດ​ປ່ຽນ​ແປງ​ໄດ້, ຊື້​ຫຸ້ນ​ເພື່ອ​ເພີ່ມ​ທຶນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ. ນີ້​ແມ່ນ​ມາດ​ຕະການ​ທີ່​ໄວ​ທີ່​ສຸດ, ​ໂດຍ​ກົງ​ທີ່​ສຸດ ​ແລະ ມີ​ປະສິດທິ​ຜົນ​ໃນ​ທັນທີ, ​ເພື່ອ​ແບ່ງປັນຫຼຸດຜ່ອນ​ພາລະ​ທາງ​ດ້ານ​ການ​ເງິນ​ໃນ​ສະພາບ​ທີ່​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ຖືກ​ຫຼຸດ​ລົງ​ຢ່າງ​ໜັກໜ່ວງ​ ເນື່ອງ​ຈາກ​ການ​ແຜ່​ລະບາດຂອງ​ພະຍາດ. ສາມາດ​ຍົກ​ບາງ​ຕົວຢ່າງ​ເຊັ່ນ: ລັດຖະບານ​ການ​ນາ​ດາ​ ຕົກລົງ​ທີ່​ຈະ​ໃຫ້​ເງິນ​ຊ່ວຍ​ເຫຼືອຈຳນວນ 5,9 ຕື້​ໂດ​ລາ​ສະຫະລັດ​ໃຫ້​ບໍລິ​ສັດ​ການບິນ Air Canada, ​​ເຊິ່ງລວມມີ​ເງິນ​ກູ້​ຢືມ 4 ຕື້​ໂດ​ລາ​ສະຫະລັດ, ​ເງິ​ນລົງທຶນ 500 ລ້ານໂດ​ລາ​ສະຫະລັດຜ່ານ​ການ​ຊື້​ຫຸ້ນ​ຂອງ Air Canada ​ແລະ​ເງິນ​ກູ້​ຢືມ 1,4 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ຊ່ວຍ​ໃນ​ການ​ຊຳລະ​ຄ່າ​ຜູ້​ໂດຍສານ; ລັດຖະບານ​ອັງກິດ, ເຖິງ​ເດືອນ​ກຸມພາ 2021, ​ໄດ້​ໜູນ​ຊ່ວຍຂະ​ແໜງ​ການ​ການບິນ​ທັງ​ໝົດ 10 ຕື້​ໂດ​ລາສະຫະລັດ, ​ໃນ​ນັ້ນ ຊ່ວຍ​ເຫຼືອ​ບໍລິສັດ EasyJet 2 ຕື້​ໂດ​ລາ​ສະຫະລັດ, British Airways 2,8 ຕື້​ໂດ​ລາ​ສະຫະລັດ ​ແລະ ຊ່ວ​ຍ​ເຫຼືອ​ເງິນ​ເດືອນ​ໃຫ້​ພະນັກງານ​ການບິນ 1,7 ຕື້​ໂດ​ລາ​ສະຫະລັດ(1); ​ເດືອນ​ມີນາ 2020, ສິງກະ​ໂປ, ຜ່ານກອງ​ທຶນ Temasek, ​ໃຫ້ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ສະໜັບສະໜູນ​ເງິນຈຳນວນ 13,5 ຕື້​ໂດ​ລາ​ສະຫະລັດ ​ໃຫ້​ສາຍ​ການບິນ Singapore Airlines, ​ເພື່ອທັງ​ເພີ່ມ​ທຶນ​ໂດຍ​ຜ່ານ​ການ​ອອກ​ຫຸ້ນ​ໃຫ້​ຜູ້​ຖື​ຮຸ້ນ​ທີ່​ມີ​ຢູ່​ແລ້ວ, ທັງອອກ​ພັນ​ທະ​ບັດ​ການ​ປ່ຽນ​ແປງ​ແລະ​ເງິນ​ກູ້​ຢືມ​ຕໍ່ຂົວ​(2).

ທີ​ສອງ, ນອກຈາກບັນດາ​ນະ​ໂຍບາຍ​ສະໜັບສະໜູນ​ການ​ເງິນ​ໂດຍ​ກົງ, ຫຼາຍ​ປະ​ເທດຍັງ​​ປະຕິບັດ​ມາດ​ຕະການ​ຜ່ອນຄາຍນະ​ໂຍບາຍ ​ເພື່ອ​ສະໜັບສະໜູນ​ບັນດາ​ບໍລິສັດ​ການບິນ​ຮັກສາການດໍາເນີນງານ​. ບັນດາ​ມາດ​ຕະການ​ຜ່ອນ​ຄາຍອາດ​ຈະ​ມຸ່ງ​ໃສ່​ບັນດາ​ບັນຫາ​ກ່ຽວ​ກັບພາສີ, ຄ່າ​ບໍລິການ, ຄ່າ​ທຳນຽມ, ຂໍ້​ກໍາ​ນົດ​ກ່ຽວ​ກັບ​ການ​ດໍາ​ເນີນ​ງານ​ແລະ​ຄ່າປີ້​ຍົນ​. ສາມາດ​ຍົກ​ຕົວຢ່າງ​ກ່ຽວ​ກັບ​ກໍລະ​ນີພິ​ເສດ​ເຊັ່ນ: ຈີນປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ​ອຸ​ປະ​ກອນ​ການ​ບິນ, ຫຼຸດ​ລາ​ຄາ​ນ້ຳມັນ​ເຊື້ອ​ໄຟ​ພາຍ​ໃນ​ປະ​ເທດ(3); ທ່າ​ອາກາດ​ສະ​ຢານໄທ (Airports of Thailand) ຂະຫຍາຍ​ເວລາ​ຊຳລະ​ພາສີອີກ 6 ​ເດືອນສຳລັບ​ພາສີ, ຄ່າທຳນຽມ, ຄ່າ​ເຊົ່າ,… ​ໃຫ້​ກັບ​ບັນດາ​ບໍລິສັດ​ການບິນ​ທີ່​ຖືກ​ຜົນ​ກະທົບ​ຢູ່​ສະໜາມ​ບິນ 6 ​ແຫ່ງ​ໃນ​ປະ​ເທດ​ໄທ (4); ອິນ​ເດຍປະຕິບັດ​ນະ​ໂຍບາຍ​ຄຸ້ມ​ຄອງ​ລາຄາຕາມ​ລາຄາ​ເພດານ/ລາຄາ​ພື້ນ ​ໂດຍ​ແບ່ງ​ຄ່າ​ໂດຍສານ​ໃນ​ປະ​ເທດ​ເປັນ 7 ກຸ່ມ ​ແລະ ອີງໃສ່ເວລາບິນຈະມີລາຄາເພດານ​ແລະລາຄາພື້ນ (ລາຄາ​ພື້ນ​ເທົ່າ​ກັບ 33% - 35% ຂອງ​ລາຄາ​ເພດານ), ຕາມ​ຫຼັກການ 40% ຂອງ​ທີ່​ນັ່ງ​ສໍາ​ລັບ​ການ​ຂາຍ​ແມ່ນ​ຢູ່​ໃນ​ລາ​ຄາ​ສະ​ເລ່ຍ​ຂອງ​ເພດານ​ແລະ​ພື້ນ, ​ເພື່ອຈຳກັດ​ບໍ່​ໃຫ້​ບໍລິສັດ​ການບິນ​ຂາຍ​ໃນ​ລະດັບ​ສູງ ​ແລະ​ຮັບປະກັນ​ສິດ​ຜົນປະ​ໂຫຍ​ດຂອງ​ລູກ​ຄ່າ(5).

ທີ​ສາມ, ກຸ່ມ​ບັນດາ​ວິທີ​ແກ້​ໄຂ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ບັນດາ​ວິ​ສາ​ຫະກິດ​ການບິນ. ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນສາ​ເຫດ​ຂອງການຫຼຸດລົງຢ່າງຮ້າຍແຮງຂອງລາຍຮັບ ແຕ່ຍັງສະແດງໃຫ້​ເຫັນ​ຈຸດ​ອ່ອນໃນການດໍາເນີນງານຂອງບໍລິສັດການບິນຈໍານວນຫຼາຍໃນທົ່ວໂລກ. ນີ້​ແມ່ນ​ໂອກາດ​ທີ່​ດີ​ ເພື່ອ​ໃຫ້​ລັດຖະບານດຳ​ເນີນການປັບ​ໂຄງສ້າງບໍລິສັດ​ການ​ບິນ​ແຫ່ງ​ຊາດ​ຄືນ​ໃໝ່ ຕາມ​ທິດ​ທາງທັນ​ສະ​ໄໝ​ກວ່າ​ເກົ່າ, ປັບປຸງ​ຄວາມ​ສາມາດ​ດ້ານ​ການ​ເງິນ ​ແລະ ປະສິທິຜົນ​ຂອງ​ການ​ທຸລະ​ກິດ. ນະ​ໂຍບາຍ​ປັບ​ໂຄງ​ສ້າງ​ຄືນ​ໃໝ່ລວມມີ ການ​ປົກ​ປ້ອງ​ການ​ລົ້ມ​ລະ​ລາຍ​ເພື່ອ​ຈັດ​ຕັ້ງ​ໃຫມ່​​ເຊັ່ນ ກໍລະນີ​ບໍລິສັດ Aero Mexico ທີ່​ຍື່ນ​ຂໍ​ການ​ປົກ​ປ້ອງ​ການ​ລົ້ມ​ລະລາຍໃນສະຫະລັດ ເພື່ອປັບໂຄງສ້າງດ້ານການເງິນຂອງຕົນ(6), ຫຼື​ດຳ​ເນີນ​ການຊື້​ຂາຍ​ແລະ​ການ​ລວມ​ຕົວ​ເຊັ່ນ ກໍລະນີ​ບໍລິສັດ Korean Air ຕົກລົງ​ຊື້ບໍລິສັດ Asiana Airlines ດ້ວຍ​ການ​ຊ່ວຍ​ເຫຼືອ​ທາງ​ການ​ເງິນ​ຂອງ​ທະນາຄານ​ແຫ່ງ​ລັດ ​ເພື່ອ​ຫຼຸດຜ່ອນ​ການ​ແກ່ງ​ແຍ້​ງ​ແບບປະ​ເຊີນ​ໜ້າ​ກັນ ​ເມື່ອ​ຄວາມ​ຕ້ອງການ​ເດີນທາງຫຼຸດລົງ(7).

​ເບິ່ງ​ລວມ​ແລ້ວ, ຫຼາຍ​ປະ​ເທດ​ໄດ້​ປະຕິບັດ​ສອງ​ບົດບາດ​ຂອງ​ລັດ​ຄື: ຄຸ້ມ​ຄອງ​ລັດ​ຕໍ່​ຂະ​ແໜງ​ການ​ການບິນ​ຜ່ານ​ນະ​ໂຍບາຍສະໜັບສະໜູນ​ເທົ່າ​ທຽມ​ກັນ​ສໍາ​ລັບບໍລິສັດ​ການ​ບິນ​ທັງ​ຫມົດ ​ແລະ ​ເປັນເຈົ້າຂອງພາກສ່ວນທຶນ​ຂອງ​ລັດ​ໃນ​ບໍລິສັດ​ການບິນແຫ່ງຊາດ ​ໂດຍ​ຜ່ານ​ວົງ​ເງິນ​ສະໜັບສະໜູນສະເພາະ. ​ໃນ​ສະພາບ​ການ​ນີ້, ລັດສະແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ບົດບາດ​ຂອງ​ຕົນ ຈະ​ຮັບປະກັນ​ຄວາມ​ຢູ່​ລອດ​ຂອງ​ບັນດາ​ບໍລິສັດ​ການບິນ ​ແລະຜົນ​ປະ​ໂຫຍ​ດຂອງລູກຄ້າ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ການ​ການບິນ​ຟື້ນ​ຕົວ​ໃນ​ອະນາຄົດ. ມີ​ຄວາມຈຳ​ເປັນ​ທີ່​ສຸດ​ທີ່​ຈະ​ຕ້ອງຈັດ​ແບ່ງ​ແລະລວມສູນ​ແຫຼ່ງພະລັງ​ເພື່ອ​ສະໜັບສະໜູນ​ຂະ​ແໜງ​ການ​ການບິນ, ​ໃນ​ສະພາບ​ການ​ເສດຖະກິດ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ, ຂະ​ແໜງ​ການ​ກາ​ນບິນຈະ​ມີ​ບົດບາດ​ສຳຄັນ​ເປັນ​ພິ​ເສດ, ​ເນື່ອງ​ຈາກ​ການ​ກະຈາຍ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ຕໍ່ການ​ຄ້າ, ການ​ບໍລິການ ​​ແລະ ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ການທ່ອງທ່ຽວນັ້ນ​ຫຼາຍ​ທີ່​ສຸດ.

ອາດ​ຈະ​ເຫັນ​ໄດ້​ວ່າ, ລັດ​ມິີບົດບາດ​ສຳຄັນ​ໃນ​ການ​ຄຸ້ມ​ຄອງ​ກວດກາຕໍ່ການດຳ​ເນີນ​ທຸລະ​ກິດຂອງ​ການບິນ ​ແລະ ​ເປັນ​ເຈົ້າຂອງຕໍ່​ບໍລິສັດ​ການບິນ​ແຫ່ງ​ຊາດ. ລັດ​ຍັງ​ມີ​ບົດບາດ​ເປັນ​ຜູ້​ທີ່​ກໍາ​ນົດ​ແລວ​ທາງ​ດ້ານ​ກົດ​ຫມາຍ ​ແລະ ປະຕິບັດ​ນະ​ໂຍບາຍ​ຕ່າງໆ ​ເພື່ອຮັບປະກັນ​ໃຫ້​ຕະ​ຫຼາດ​ດໍາ​ເນີນ​ການ​ຢ່າງ​ສະ​ດວກ​ແລະ​ປະ​ສິດ​ທິ​ຜົນ​. ບົດບາດ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ການບິນ​ສະ​ແດງ​ອອກ​ໃນ​ດ້ານຕ່າງໆ​ດັ່ງ​ນີ້: 1- ກຳນົດ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ໃນ​ການ​ປະຕິບັດ​ງານ​ດ້ານ​ການ​ບິນ​; 2- ກໍ່ສ້າງລະບົບ​ໂຄງ​ສ້າງ​ພື້ນຖານ​ທີ່​ເໝາະ​ສົມ, ທັນ​ສະ​ໄໝ​ເຊັ່ນ: ອາຄານຜູ້ໂດຍສານ, ທາງແລ່ນ, ຫໍ​ຄວບ​ຄຸມ​ການຈະລາຈອນ​ທາງ​ອາກາດ ແລະອື່ນໆ ​ເພື່ອ​ຮັບ​ໃຊ້ກິດຈະກໍາການບິນ; 3- ກຳນົດ​ບັນດາ​ນະ​ໂຍບາຍ​ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ​ເຊັ່ນ ພາສີ, ຄ່າທຳນຽມ, ການຮັກສາ​ສຸຂະພາບ, ການ​ປະກັນ​ໄພ ແລະ ບັນຫາອື່ນໆ ໃນເວລາບິນ; 4- ຮັບປະກັນ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ປອດ​ໄພ​ທາງ​ກາ​ນບິນ ​ແລະອຳນາດ​ອະທິປະໄຕ​ເໜືອ​ນ່ານຟ້າ​​ແຫ່ງ​ຊາດ; 5- ຮັບປະກັນ​ການ​ແຂ່ງຂັນ​ແບບສົດ​ໃສ, ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ​ໃນ​ຕະຫຼາດ; 6- ຕິດຕາມ​ກວດກາ​ຜົນ​ກະທົບ​ທາງ​ດ້ານ​ສັງຄົມ ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ຂົງ​ເຂດ​ການບິນ; 7- ວາງ​ຍຸດ​ທະ​ສາດ​ການ​ຮ່ວມ​ມືກັບ​ຕ່າງປະ​ເທດ​ ໃນການ​ພັດທະນາ ​ແລະ ການນຳໃຊ້ທ້ອງຟ້າ​ຢ່າງ​ມີ​ປະສິດທິ​ຜົນ.

​ໃນ​ເວລາ​ທີ່​ຜ່ານ​ມາ, ຕໍ່ໜ້າ​ສະພາບ​ການ​ວິ​ກິດ​ຂອງ​ຂະ​ແໜງ​ການ​ການບິນ​ເນື່ອງ​ຈາກ​ຜົນ​ກະທົບ​ຂອງ​ການລະບາດ​ຂອງ​ໂຄ​ວິດ-19, ຫວຽດນາມ​ໄດ້​ມີ​ມາດ​ຕະການ​ສະໜັບສະໜູນ​ຢ່າງ​ທັນ​ການ, ​ແທດ​ຈິງ ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະກິດ​ການບິນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ສະ​ເພາະ​ໜ້າ, ​ໂດຍ​ສະ​ເພາະ​ແມ່ນ​ ໃນ​ໄລຍະ​ທີ່​ໂລກລະບາດ​ເກີດ​ຂຶ້ນ​ຢ່າງ​ສັນ​ສົນ​ຮ້າຍ​ແຮງ. ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ​ແລະ​ການ​ເຄື່ອນ​ໄຫວຍັງຕິດ​ກັບ​ຂະ​ແໜງ​ການ​ການບິນ​ຢູ່, ມັນ​ຮຽກຮ້ອງ​ໃຫ້​ລັດ​ຕ້ອງ​ສືບ​ຕໍ່​ມີ​ການ​ຕົກລົງ​ນະ​ໂຍບາຍ​ໃໝ່, ທັນ​ການ ​ແລະ ​ເໝາະ​ສົມ ​ເພື່ອ​ຊ່ວຍ​ເຫຼືອ, ກະກຽມ​ກ້າວ​ໄປ​ສູ່​​ໄລຍະ​ຟື້ນ​ຟູ​ເສດຖະກິດພາຍຫຼັງ​ການລະບາດ​ຂອງ​ພະຍາດ​ຢຸດຕິ​ລົງ. ​ເພື່ອ​ເສີມຂະຫຍາຍ​ບົດບາດ​ການຄຸ້ມ​ຄອງ​ຂອງ​ລັດ​ຕໍ່​ຂົງ​ເຂດ​ການບິນ​ໃນ​ສະພາບ​ວິ​ກິດ​ການ, ​ເຊິ່ງປະຈຸ​ບັນ​ແມ່ນ​ໃນ​ເງື່ອນ​ໄຂ​ການລະບາດ​ຂອງ​ໂຄ​ວິດ-19, ອາດ​ຈະ​ຕ້ອງ​ຄົ້ນຄວ້າ​ປະຕິບັດ​ວິທີ​ແກ້​ໄຂຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ປັບ​​ການ​ອະນຸມັດ​ຊື້​ເຮືອບິນ​ໃໝ່​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ຕະຫຼາດ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ຄວາມ​ສາມາດດຳ​ເນີນ​ງານ​ຂອງ​ບັນດາ​ບໍລິສັດການບິນ, ລະບົບ​ໂຄງ​ສ້າງ​ພື້ນຖານ​ກ່ຽວ​ກັບ​ທາງ​ແລ່ນ, ອາຄານ​ຜູ້​ໂດຍສານ, ສາງ​ສິນຄ້າ, ບໍລິການ​ພື້ນ​ດິນ. ຄຽງ​ຂ້າງ​ນັ້ນ, ດຳ​ເນີນການ​ຄົ້ນຄວ້າ​ດັດ​ແປງບັນຫາ​ລາຄາ​ເພດານ, ລາຄາ​ພື້ນ​ໃຫ້​ສອດຄ່ອງ​ກັບການ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ບັນດາ​ບໍລິສັດ​ການບິນ. ນອກຈາກ​ນັ້ນ, ຕ້ອງ​ມີ​ມາດ​ຕະການ​ສ້າງ​ຄວາມ​ສົມ​ດຸນ​ລະຫວ່າ​ງລາຄາ​ປີ້​ຍົນ ກັບ​ລາຄາຂອງ​ຮູບ​ແບບ​ການ​ຂົນ​ສົ່ງ​ອື່ນ.

ທີ​ສອງ, ສືບສວນ, ຈັດ​ການ​ແກ້​ໄຂ, ທຳຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ບັນຫາ​ຄ່າ​ປີ້​ຍົນ ​ເພື່ອ​​ໃຫ້​ຮູ້​ວ່າ ການ​ແຂ່ງຂັນ​ແມ່ນ​ການ​ກະທຳຂາຍທຸ່ມ​ຕະຫຼາດ​ຫຼື​ບໍ່? ຂໍ້ 6 ມາດຕາ 45 ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ປີ 2018 ​ໄດ້​ກຳນົດວ່າ: ຫ້າມ​ການ​ຂາຍ​ສິນຄ້າ ຫຼື​ການ​ໃຫ້​ບໍລິການທີ່ຕ່ຳກວ່າ​ຕົ້ນ​ທຶນ​ລວມ ທີ່​ນຳ​ໄປ​ສູ່​ຫຼືມີ​ແນວ​ໂນ້ມວ່າ​ຈະນຳ​ໄປ​ສູ່ການປັດ​ເຂ່ຍວິ​ສາ​ຫະກິດ​ອື່ນທີ່​ຊື້​ຂາຍ​ສິນຄ້າຫຼືບ​ລິ​ການ​ປະ​ເພດ​ນັ້ນ. ຖ້າ​ຫາກ​ໃນ​ພາກ​ຕົວ​ຈິງ​ມີ​ການ​ແກ່ງ​ແຍ່ງ​ແຂ່ງຂັນທີ່​ບໍ່​ສົດ​ໃສ ​ແມ່ນ​ຕ້ອງ​ມີ​ບົດ​ລົງ​ໂທດ​ທີ່​ເຂັ້ມ​ງວດ, ​ໂດຍ​ສະ​ເພາະ​ໃນ​ສະພາບ​ການທີ່​ຂະ​ແໜງ​ການ​ການບິນ​ທັງ​ໝົດ​ຕ້ອງ​ມີ​ຄວາມ​ພະ​ຍາ​ຍາມ ສາມັກຄີ​ກັນ, ສະໜັບສະໜູນ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ອັນ​ໃຫຍ່​ຫຼວງ​ຍ້ອນ​ການລະບາດ​ຂອງ​ພະຍາດ.

ທີ​ສາມ, ສືບ​ຕໍ່​ຄົ້ນຄວ້າ​ກົນ​ໄກ​ສະໜັບສະໜູນ​ທີ່​ສອດຄ່ອງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ການ​ເງິນ ຜ່ານ​ນະ​ໂຍບາຍການ​ເລື່ອນ​ເວລາ, ການ​ຕໍ່​ກຳນົດ​ເວລາ​ພາສີ, ຄ່າ​ທຳນຽມ, ສິນ​ເຊື່ອ​ພິ​ເສດ ​ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການດຳ​ເນີນ​ງານ​ອື່ນໆ.

ທີ​ສີ່, ຕ້ອງການທຳ​ຄວາມ​ກະຈ່າງ​ແຈ້ງ​ຕື່ມ​ອີກ​ ກ່ຽວ​ກັບບົດບາດ​ເຈົ້າ​ຂອງ​ກຳມະສິດພາກສ່ວນ​ທຶນ​ຂອງ​ລັດ​ຢູ່​ໃນບໍລິສັດ​ການບິນ​ແຫ່ງ​ຊາດ Vietnam Airlines, ບໍ່​ພຽງ​ແຕ່​ໃນ​ກຳນົດ​ເວລາ​ສັ້ນ ​ແຕ່​ຍັງຕ້ອງ​ປະຕິບັດ​ບັນດາ​ວິທີ​ແກ້​ໄຂ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ນຳອີກ​ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​ນານ. ​ໃນ​ສະ​ເພາະ​ໜ້າ, ຈຳ​ເປັນຕ້ອງ​ປະ​ເມີນປະສິດທິ​ຜົນ​ຂອງວົງ​ເງິນ​ສະໜັບ​ສະ​ໜູນ 12.000 ຕື້​ດົ່ງ ​ແລະ ຊັ່ງຊາ​ຄວາມ​ສາມາດ​ທີ່​ຈະ​ມີ​ວົງ​ເງິນ​ສະໜັບສະໜູນ​ຕື່ມ​ອີກ​ໃນ​ເງື່ອນ​ໄຂ​ໂລກລະບາດ​ຍັງ​ແກ່ຍາວ ​ເພື່ອ​ຮັບປະກັນ​ຄວາມປອດ​ໄພ​ຂອງ​ທຶນ​ຂອງ​ລັດ. ພິຈາລະນາທົບ​ທວນ​ກົດ​ລະບຽບ​ດ້ານ​ການ​ເງິນສຳລັບ​ບໍລິສັດ​ການບິນ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ລັດ​ວິ​ສາ​ຫະກິດ​ອື່ນ ຕາມ​ກົນ​ໄກ​ທີ່​ຍືດຫຍຸ່ນກວ່າ​ອີກ, ສອດຄ່ອງ​ກັບ​ຈັງຫວະ​ແລະ​ກົນ​ໄກ​ເສດຖະກິດ​ຕະຫຼາດ. ພ້ອມ​ກັນ​ນັ້ນ, ພິຈາລະ​ນາ​ແຜນ​ງານ​ການ​ປ່ຽນ​ແປງ​ໃໝ່ກົດ​ລະບຽບ​ການ​ເຄື່ອນ​ໄຫວ, ກົງຈັກ​ຂອງ​ຄະນະ​ກຳ​ມະ​ການຄຸ້ມ​ຄອງ​ທຶນ​ຂອງ​ລັດຢູ່​ໃນ​ວິ​ສາ​ຫະກິດ​ທີ່​ຜະລິດ ທຸລະ​ກິດ, ຕາມ​ທິດທາງ​ການກຳນົດລະດັບການ​ປະກອບສ່ວນກຳ​ໄລຫຼັງ​ຫັກ​ພາສີ​ໃຫ້​ກັບ​ງົບປະມານ​ຂອງ​ລັດຢ່າງ​ໝັ້ນຄົງ​ເປັນ​ເວລາ 5 ປີ ຕາມ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ຂອງ​ລັດ ​ແລະ ລົງທຶນ​ຕາມ​ຄວາມ​ຕ້ອງການຂອງ​ຕະຫຼາດ, ສ້າງ​ຄວາມ​ເປັນ​ເຈົ້າ​ການ​ທີ່ຈຳ​ເປັນສຳລັບ​ວິ​ສາ​ຫະກິດ​ໃນ​ການ​ຜະລິດ, ທຸລະ​ກິດ. ດຳ​ເນີນ​ການ​ຄົ້ນຄວ້າ, ພິຈາລະນາ​ແຜນການ​ເພີ່ມ​ທຶນ​ໃຫ້​ກັບບໍລິສັດ​ການບິນ​​ແຫ່ງ​ຊາດຫວຽດນາມ ​ເພື່ອ​ຂະຫຍາຍ​ຂະໜາດ​ການ​ເຄື່ອນ​ໄຫວ, ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ປັບປຸງ​ຄຸນ​ນະພາ​ບການ​ບໍລິການ ​ເພື່ອກາຍ​ເປັນ​ບໍລິສັດ​ການບິນ 5 ດາວ​​ໂດຍ​ໄວ, ອັນ​ເປັນ​ສັນຍາ​ລັກ​ໃນ​ປະ​ເທດ ​ແລະ ​ໃນ​ພາກ​ພື້ນ, ສົ່ງ​ເສີມ​ພາບ​ລັກສະນະ​ຂອງ​ປະ​ເທດ ​ແລະ ປະຊາຊົນ​ຫວຽດນາມ​ໄປ​ທົ່ວ​ໂລກ./.

---------------------------

(1) ເບິ່ງ: “Aviation has seen £7.2bn in UK government aid, says Shapps”, https://travelweekly.co.uk/news/air/aviation-has-seen-7-2bn-in-uk-government-aid-says-shapps

(2) ເບິ່ງ: “Singapore Airlines obtains $13 billion rescue package amid coronavirus shock”, https://www.reuters.com/article/uk-health-coronavirus-singapore-air-tema-idUKKBN21E06M

(3) ເບິ່ງ:Lufthansa Technik Shenzhen: China introduces import tax exemptions on certain aviation equipment”, https://centreforaviation.com/news/lufthansa-technik-shenzhen-china-introduces-import-tax-exemptions-on-certain-aviation-equipment-1062179

(4) ຕາມ: IATA Covid Government Relief Measure

(5) ເບິ່ງ: “Domestic flight ticket rates set to rise as Centre relaxes cap on price bands”, https://www.hindustantimes.com/india-news/domestic-flight-ticket-rates-set-to-rise-as-centre-relaxes-cap-on-price-bands-101613049288872.html

(6) ເບິ່ງ: “Aeromexico concludes two union negotiations in bankruptcy proceedings”, https://www.reuters.com/article/us-mexico-aeromexico-idUSKBN29325T

(7) ​ເບິ່ງ: “Expectations, Concerns about Korean Air’s Takeover of siana”, https://world.kbs.co.kr/service/contents_view.htm?lang=e&menu_cate=business&id=&board_seq=394521

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 968 (​ເດືອນ​ມິຖຸນາ 2021)