ວກ. - ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຖືກວ່າ​ເປັນຮູບ​ແບບ​ເສດຖະກິດ​ທົ່ວ​ໄປ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ນັບ​ມື້​ນັບ​ກະຈ່າງ​ແຈ້ງ​ແລະສົມບູນ​ຍິ່ງ​ຂຶ້ນ. ມາ​ເຖິງ​ດຽວ​ນີ້, ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ທີ່​ຫວຽດນາມ​ກໍ່ສ້າງ​ນັ້ນ ຖືກກຳນົດວ່າເປັນ​ເສດຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ສາ​ກົນ, ດຳ​ເນີ​ການ​ຢ່າງຄົບ​ຖ້ວນ​ແລະຄົບ​ຊຸດ ​ຕາມບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ພ້ອມ​ທັງ​ມີ​ການ​ຄຸ້ມ​ຄອງ​ຂອງລັ​ດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມນຳພາ, ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ຂອງ​ປະ​ເທດ​ໃນ​ແຕ່ລະ​ໄລຍະ, ​ໄປ​ສູ່​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາ​ດເຂັ້ມ​ແຂງ ມີ​ປະຊາທິປະ​, ຍຸດຕິ​ທຳ, ສີວິ​ໄລ”.

ທ່ານຫງວຽນຊວັນຝຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ແລະຢ້ຽມຊົມໂຮງງານຜະລິດລົດໂອໂຕ Vinfast ໃນເຂດອຸດສາຫະກຳ ດິ່ງຫວູ, ນະຄອນຮາຍຟອງ _ແຫຼ່ງ: baochinhphu.vn

1- ການ​ພັດທະນາລະບົບ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນອັນ​ດັບ​ໜຶ່ງ ​ໃນ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງຫວຽດນາມ​ໃນ​ເກືອບ 35 ປີ​ທີ່​ຜ່ານ​ມາ. ນັ້ນ​ແມ່ນ​ລະບົບ​ເສດຖະກິດ​ທີ່​ມີ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍພາກສ່ວນ​ເສດຖະກິດ, ປະກອບ​ມີ​ເສດຖະກິດຂອງ​ລັດ​, ​ເສດຖະກິດ​ລວມໝູ່, ​ເສດຖະກິດ​ເອກະ​ຊົນ​ໃນປະ​ເທດ ​ແລະ ​ເສດຖະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ; ​ໃນ​ນັ້ນ, ​ເສດຖະກິດ​ຂອງ​ລັດ​ມີ​ບົດບາດ​ເປັນ​ເຈົ້າ​ພາທາງ, ​ເສດຖະກິດ​ຂອງ​ລັດ​ພ້ອມ​ກັບ​ເສດຖະກິດ​ລວມໝູ່​ນັບ​ມື້​ນັບ​ກາຍ​ເປັນ​ພື້ນຖານ​ທີ່​ໜັກ​ແໜ້ນຂອງລະບົບ​ເສດຖະກິດ, ​ເສດຖະກິດ​ເອກະ​ຊົນ​ແມ່ນກຳລັງຂັບເຄື່ອນທີ່ສຳຄັນ ຂອງລະບົບເສດຖະກິດ. ສິດທິ​ໃນ​ການເປັນເຈົ້າຂອງ, ສິດທິ​ໃນ​ຊັບ​ສິນ, ສິດ​ເສລີພາບ​ໃນ​ການທຸລະກິດ, ເສລີພາບໃນການໝູນວຽນ ​ໄດ້​ຮັບ​ການ​ຄຸ້ມ​ຄອງຕາມກົດໝາຍ. ວິ​ສາ​ຫະກິດ​ຂຶ້ນ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ, ຮ່ວມ​ມື​ແລະ​ແຂ່ງຂັນ​ກັນ​ຢ່າງ​ສະ​ເໝີ​ພາບ​ຕາມ​ກົດໝາຍ. ກົນ​ໄກການດຳງານ​ຂອງລະບົບ​ເສດຖະກິດ​ ແມ່ນ​ກົນ​ໄກ​ຕະຫຼາດພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ລັດ. ດ້ວຍ​ການ​ກະທົບ​ຂອງ​ບັນດາ​ກົດ​ເກນ​ພາວະ​ວິ​ໄສ​ຂອງ​ເສດຖະກິດ​ຕະຫຼາດ, ຕະຫຼາດ​ແມ່ນ​ປັດ​ໄຈຕົ້ນຕໍທີ່ກຳນົດລາຄາສິນຄ້າ, ການ​ລະດົມ, ການ​ແຈກ​ຢາຍ ​ແລະ​ການນຳ​ໃຊ້ຊັບພະຍາກອນຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ; ດັດສົມ​ການ​ຜະລິດ​ແລະການ​ຈໍລະ​ຈອນສິນຄ້າ; ສ້າງ​ກຳລັງ​ຂັບ​ເຄື່ອນການ​ພັດທະນາ ​ແລະ​ດັດ​ສົມ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ກັ່ນຕອງວິ​ສາ​ຫະກິດທີ່ອ່ອນແອ. ລັດ​ຄຸ້ມ​ຄອງ​ເສດຖະກິດ​ດ້ວຍ​ກົດໝາຍ, ນະ​ໂຍບາຍ, ມາດຕະຖານ​ແລະ​ບັນທັດຖານ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ ​ແລະນຳ​ໃຊ້ກຳລັງເສດຖະກິດ​ຂອງ​ຕົນ (ປະກອບມີຊັບພະຍາກອນ​ທີ່​ເປັນ​ຂອງ​ລັດ​ແລະລັດວິສາຫະກິດ) ​ເພື່ອ​ສ້າງ​ກອບ​ກົດໝາຍ ​ແລະ ສະພາບ​ແວດ​ລ້ອມ​ທີ່​ເປີ​ດເຜີຍ ​ໂປ່​ງໃສ, ອຳນວຍ​ຄວາມ​ສະດວກ​​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເຈົ້າພາບ​ເສດຖະກິດ​ແລະ​ບັນດາ​ຕະຫຼາດ, ​ໃຫ້​ແກ່​ການ​ຜະລິດ​ແລະການ​ຈໍລະ​ຈອນ​ສິນຄ້າ; ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ບົກພ່ອງ​ຂອງ​ກົນ​ໄກ​ຕະຫຼາດ; ພ້ອມ​ກັນ​ນັ້ນ, ຊຸກຍູ້​ແລະ​ກຳນົດ​ທິດ​ທາງ​ການ​ພັດທະນາ​ເສດຖະກິດ, ​ເຊື່ອມ​ຕິດ​ການ​ພັດທະນ​ເສດຖະກິດ​ ກັບ​ການ​ພັດທະນາ​ວັດທະນະທຳ-ສັງຄົມ, ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ. ການ​ແຈກ​ຢາຍ​ໄດ້​ປະຕິບັດ​ຕາມ​ຜົນ​ຂອງ​ການ​ອອກ​ແຮງ​ງານ, ປະສິທິຜົນ​ເສດຖະກິດ, ຕາມ​ລະດັບ​ການ​ປະກອບ​ທຶນ​ແລະຊັບພະຍາກອນອື່ນໆເຂົ້າໃນ​ເຄື່ອນ​ໄຫວເສດຖະກິດ ​ແລະ ຜ່ານ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ສະ​ວັດ​ດີກາ​ນສັງຄົມ. ການ​ກຳນົດ​ທິດ​ສັງຄົມ​ນິຍົມ​ຂອງ​ລະບົບເສດຖະກິດຕະຫຼາດ ​ໄດ້​ຮັບປະກັນ​ໂດຍ​ບົດບາດ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໄດ້​ສະ​ແດງ​ອອກ​ໃນ​ລະບົບ​ກົດ​ໝາຍ, ນະ​ໂຍບາຍ, ບັນດາ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳ​ນົກ, ​ແຜນການ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ​ທີ່​ເປີ​ດ​ເຜີຍ ​ໂປ່​ງ​ໃສ, ສະດວກ​ດີ, ສ້າງ​ກຳລັງ​ຜັດ​ດັນ​ການ​ພັດທະນາ​ເສດຖະກິດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ; ​ເຊື່ອມ​ຕິດ​ການ​ພັດທະນາ​ເສດຖະກິດ​ ກັບ​ການ​ພັດທະນາ​ວັດທະນະທຳ, ປະຕິບັດຄວາມ​ກ້າວໜ້າ ​ແລະ​ຄວາມ​ຍຸດຕິທຳທາງ​ສັງຄົມ ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ເສດຖະກິດ; ສະ​ແດງ​ອອກ​ໃນ​ການພົວພັນ​ແຈກ​ຢາຍ ​ເພື່ອ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ຜົນ​ຂອງ​ການ​ພັດທະນາ​ປະ​ເທດ, ​ໄປ​ສູ່​ເປົ້າ​ໝາຍ ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ”.

ຄວາມ​ຮັບ​ຮູ້​ແລະ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບ ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ​ໃນ​ກົດໝາຍ, ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ​ລອງ​ລັດ, ​ໄດ້​ຮັບ​ການ​ປະຕິບັດ​ແລະ​ບັນລຸ​ໝາກຜົນ ຜົນສຳ​ເລັດ​ທີ່​ຍິ່ງໃຫຍ່. ມາ​ເຖິງ​ດຽວນີ້, ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ຫວຽດນາມ ໂດຍພື້ນຖານແລ້ວ​ ໄດ້​ເປັນ​ໄປ​ຕາມອົງ​ປະກອບ​ຂອງ​ເສດຖະກິດ​ຕະຫຼາດ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຕາມ​ການ​ປະຕິບັດສາກົນ, ພ້ອມ​ກັນ​ນັ້ນ ບັນດາປັດ​ໄຈ​ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ​ສືບ​ຕໍ່​ໄດ້​ຮັບການປັບປຸງ, ເພີ່ມທະວີ; ​ເສດຖະກິດ​ຂອງ​ປະ​ເທດມີອັດຕາການເຕີບໂຕສູງ​ເປັນ​ເວລາດົນນານ, ​ໂຄງ​ປະກອບ​ແລະ​ລະດັບ​ເຕັກ​ໂນ​ໂລ​ຊີ​ມີ​ການ​ປ່ຽນ​ແປງ​ທີ່​ຕັ້ງໜ້າ ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ນຳປະ​ເທດ​ອອກ​ຈາກ​ຄວາມທຸກ​ຍາກ​ແລະ​ການ​ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດກຳລັງ​ພັດທະນາ​ທີ່ມີ​ລາຍ​ໄດ້ປານ​ກາງຕ່ຳ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ດີ​ຂຶ້ນ, ຊື່​ສຽງ​ສາກົນ​ຂອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

2- ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັບແຕ່ຫຼາຍປີທີ່ຜ່ານມາແລະມາຮອດປະຈຸບັນ, ບັນດາ​ອິດທິກຳລັງ​ສັດຕູ ແລະພວກສວຍໂອກາດທາງການເມືອງທັງ​ຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ ໄດ້​ເຄື່ອນ​ໄຫວ​ຢ່າງ​ເປັນປະຈຳ​ເພື່ອ​ຄັດຄ້ານ​ ທຳລາຍພັກ, ລັດ, ກິດຈະການ​ປ່ຽນ​ແປງ​ໃໝ່, ພາລະກິດ​ການກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຂອງ​ປະ​ຊາ​ຊົນ​ຫວຽດນາມ, ພວກເຂົາ​ເຄີຍ​ບິດ​ເບືອນວ່າ ບໍ່ມີເສດຖະກິດໃດທີ່ເປັນເສດຖະກິດຕະຫຼາດກຳນົດທິດ​ສັງຄົມ​ນິບົມ; ​ເສດຖະກິດ​ຕະຫຼາດ, ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ ທິດ​ທາງ​ສັງຄົມ​ນິຍົມ ​ແມ່ນ​ບັນດາ​ປັດ​ໄຈທີ່​ກົງກັນຂ້າມ, ກຳຈັດ​ປັດ​​ເຂ່ຍ​ຊຶ່ງ​ກັນ​ແລະ​ກັນ; ການ​ຕິດ​ທິດ​ທາງ​ສັງຄົມ​ນິຍົມ​ເຂົ້າ​ກັບ​ເສດຖະກິດ​ຕະຫຼາດ ແມ່ນການສົມທົບ​ແບບ​ອັດຕະວິ​ໄສ, ​ເຈດຈຳນົງ​ນິບົມ, ບໍ່​ມີ​ພື້ນຖານ​ວິທະຍາສາດ, ບໍ່​ສາມາດ​ຊວນ​ເຊື່ອ​ໄດ້, ມັນກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງຫຼາຍຢ່າງ; ຖ້າ​ຫາກ​ຂີດຂ້າ ​​ບໍ່​ໃຊ້​ວັກ “ກຳນົດທິດ​ສັງຄົມ​ນິຍົມ” ອີກ, ​ເສດຖະກິດ​ຂອງ​ປະ​ເທດ​ຈະ​ພັດທະນາ​ໄວ​ກວ່າເກົ່າ ​ແລະຜົນໄດ້ຮັບກໍ່ຈະຍິ່ງໃຫຍ່ກວ່າເກົ່າ. ດັ່ງ​ນັ້ນ, ​ເຖິງ​ວ່າ​ຫວຽດນາມ​ໄດ້​ມີ​ການ​ໂຄສະນາ​ຊວນ​ເຊື່ອ​ແລະຂົນຂວາຍ, ​ແຕ່​ຫຼາຍ​ປະ​ເທດຍັງ​ບໍ່​ຍອມຮັບ​ເສດຖະກິດ​ຂອງ​ຫວຽດນາມວ່າ​ເປັນ​ເສດຖະກິດ​ຕະຫຼາດ.

ພວກ​ເຂົາ​ຍັງ​ໃຫ້​ທັດສະນະ​ວ່າ: ທີ​ໜຶ່ງ, ຫວຽດນາມ​ປະຕິບັດ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຕະຫຼາດ, ພັດທະນາ​ເສດຖະກິດ​ຫຼາຍ​ພາກສ່ວນ, ຫຼາຍ​ຮູບ​ການ​ກຳມະສິດ; ວິ​ສາ​ຫະກິດ​ຂຶ້ນ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ​ມີ​ຄວາມ​ສະ​ເໝີ​ພາບ, ຮ່ວມ​ມື​ແລະ​ແຂ່ງຂັນ​ກັນ​ຕາມ​ກົດໝາຍ. ​ແຕ່ດ້ານ​ອື່ນ, ຫວຽດນາມ​ກໍ່​ໄດ້​ກຳນົດວ່າ​ເສດຖະກິດ​ຂອງ​ລັດ​ມີ​ບົດບາດ​ເປັນ​ເຈົ້າພາ​ທາງ, ​ເສດຖະກິດ​ຂອງ​ລັດ​ພ້ອມ​ກັນ​ເສດຖະກິດ​ລວມໝູ່ນັບ​ມື້​ນັບ​ກາຍ​ເປັນ​ພື້ນຖານ​ທີ່​ໜັກ​ແໜ້ງຂອງ​ລະບົບ​ເສກ​ຖະກິດ, ຄື​ແນວ​ນັ້ນ​ແມ່ນ​ມີ​ການຈຳ​ແນ​ກການ​ປະພຶດ, ບໍ່​ອາດ​ຈະ​ສະ​ເໝີ​ພາບ​ໄດ້. ດັ່ງ​ນັ້ນ, ບໍ່ສາມາດມີເສດຖະກິດຕະຫຼາດທີ່ແທ້ຈິງ, ​ເສດຖະກິດ​ຕະຫຼາດ​ຕາມ​ການ​ປະຕິບັດ​ສາກົນ​ໄດ້. ຍິ່ງ​ກວ່າ​ນັ້ນ, ຫວຽດນາມ​​ໄດ້​ກຳນົດ​ວ່າ ​​ເສດຖະກິດ​ຕະຫຼາດ​ແມ່ນກຳລັງ​ໜູນ​ທີ່​ສຳຄັນ​ຂອງລະບົບເສດຖະກິດ, ​ໄດ້​ຮັບການ​ສົ່ງ​ເສີມ​ໃຫ້​ພັດທະນາ​ເປັນ​ບັນດາ​ບໍລິສັດ, ກຸ່​ມເສດຖະກິດ​ທີ່​ເຂັ້ມ​ແຂງ, ​ເຄື່ອນ​ໄຫວ​ຢູ່​ໃນ​ແລະ​ຕ່າງປະ​ເທດ, ດັ່ງ​ນັ້ນ​ເສດຖະກິດຕະຫຼາດຈະ​ພັດທະນາ​ຕາມ​ເສັ້ນທາງ​ທຶນ​ນິຍົມ ຄື​ກັບບັນດາ​ປະ​ເທດ​ທຶນ​ນິຍົມ​ອື່ນໆ, ບໍ່​ແມ່ນ​ການ​ພັດທະນາ​ແບບ​ສັງຄົມ​ນິຍົມ. ການ​ເວົ້າ​ວ່າ ກຳນົດ​ທິດ​ສັງຄົມ​ນິຍົມ​ແມ່ນ​ຄວາມ​ອັດຕະວິ​ໄສ, ​ເຈດຈຳນົງ​ນິຍົມ, ຫຼື​ພຽງແຕ່ຫຼອກລວງຕົວເອງ, ຫຼອກລວງຄົນອື່ນ​ເທົ່າ​ນັ້ນ...

ບັນດາ​ຖ້ອຍທຳນອງ​ດັ່ງ​ກ່າວບໍ່​ແມ່ນ​ວ່າ​ຈະບໍ່​ມີ​ຜົນ​ກະທົບ​ຕໍ່​ພະນັກງານ, ສະມາຊິກ​ພັກ​ແລະ​ປະຊາຊົນ, ​ເຮັດ​ໃຫ້​ບາງ​ຄົນ​ລະ​ແວງ​ສົງ​ໄສ, ​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ແລະ​ແນວ​ຄິດ​​ຢູ່​ໃນພັກ​ແລະ​ໃນ​ສັງຄົມ; ຫຼຸດຜ່ອນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະເສັ້ນທາງ​ໄປສູ່ສັງຄົມນິຍົມ; ​ເປັນ​ຜົນ​ສະທ້ອນ​ເຖິງ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ​ເຊິ່ງຕ້ອງຕໍ່ສູ້​ແລະຕຳໜິວິຈານຄວາມ​ຜິດພາດ​ເຫຼົ່າ​ນັ້ນ.

3- ຄວາມ​ຜິດພາດ​ຂອງຜູ້​ທີ່​ໂຕ້​ຖຽງ​ວ່າ​ບໍ່​ສາມາດ​ມີ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມນັ້ນ​ແມ່ນ​ຍ້ອນ: ທີ​ໜຶ່ງ, ຍ້ອນ​ພວກ​ເຂົາ​ໄດ້ຖື​ວ່າ​ເສດຖະກິດ​ຕະຫຼາດ​ແລະ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັບ, ​ແລະ​ຖື​ວ່າ, ​ມີ​ພຽງ​ປະ​ເພດ​ດຽວ​ຂອງ​ເສດຖະກິດ​ຕະຫຼາດ​ຄື​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ​ເທົ່າ​ນັ້ນ. ​ແຕ່ ໂດຍເນື້ອແທ້ແລ້ວ, ບັນດາ​ການ​ພົວພັນເສດຖະກິດຕະຫຼາດ ​ແລະ​ບັນດາ​ການ​ພົວພັນ​ທຶນ​ນິຍົມແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ຕົ້ນກຳເນີດແລະທາດ​​ແທ້​ຂອງ​ເສດຖະກິດ​ຕະຫຼາດແມ່ນເສດຖະກິດສິນຄ້າ; ບັນດາ​ມາດຕາ​ເກນ​ເຊັ່ນ ຄຸນຄ່າ, ລາຄາ, ສິນຄ້າ, ​ເງິນຕາ, ບັນດາ​ກົດ​ເກນ​ການ​ແຂ່ງຂັນ (ການ​ແກ່ງ​ແຍ້​ງ), ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ, ກົດ​ເກນ​ຄຸນຄ່າ​ຂອງ​ເສດຖະກິດ​ສິນຄ້າ​ກໍ່​ແມ່ນມາດຕາ​ເກນ​ແລະ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ. ບັນດາ​ມາດຕາ​ເກນ​ແລະ​ກົດ​ເກນ​ເຫຼົ່າ​ນີ້​ມີ​ກ່ອນ​ລັດ​ທິທຶນ​ນິຍົມ, ຖືກ​ລັດທິ​ທຶນ​ນິຍົມກຳເອົາແລະນຳ​ໃຊ້​ເພື່ອ​ພັດທະນາ​ໄປ​ສູ່​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ. ຄຸນຄ່າ​ແລະທຶນແມ່ນບັນດາ​ມາດຕາ​ເກນ​ທີ່​ແຕກຕ່າງກັນ, ຄືກັນກັບກົດ​ເກນຄຸນຄ່າແລະກົດ​ເກນ​ຄຸນຄ່າ​ສ່ວນເກີນແມ່ນບັນດາກົດ​ເກນ​ທີ່​ແຕກ​ຕ່າງ​ກັນ.

ທີສອງ, ຄວາມ​ຜິດພາດ​ຂອງ​ຄົນ​ເຫຼົ່າ​ນີ້ຄື​ການ​ສັນນິຖານ​ວ່າ ​ເສດ​ຖະກິດ​ຕະຫຼາດ​ທຶນ​ນິຍົມຕັ້ງ​ແຕ່​ເລີ່​ມກໍ່​ຕັ້ງຈົນເຖິງດຽວ​ນີ້​ບໍ່​ມີ​ການປ່ຽນແປງ, “​ເກີດ​ຂຶ້ນ​ແລ້ວ​ບໍ່​ປ່ຽນ​ແປງ”. ພວກ​ເຂົາ​ບໍ່​ເຫັນ​ວ່າ ​ເມື່ອ​ເວລາ​ຜ່ານ​ໄປ​ ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ​ກໍ່​ມີ​ການ​ປ່ຽນ​ໄປ​ຄື​ກັນ. ໃນໄລຍະຕົ້ນຂອງການກຳເນີດ, ເສດຖະກິດຕະຫຼາດທຶນນິຍົມ​ແມ່ນ​ເສດຖະກິດ​ຕະຫຼາດ ແມ່ນເສດຖະກິດຕະຫຼາດເສລີທີ່ມີການແຂ່ງຂັນ ​ໂດຍບໍ່ມີການ​ແຊກ​ແຊງ​ຂອງລັດ. ການ​ດັດສົມ​ດ້ວຍ “ຝ່າມື​ທີ່​ບໍ່​ມີ​ຮູບ” ຂອງ​ຕະຫຼາດ​ໄດ້ນຳ​ໄປ​ສູ່​ຜົນ​ກະທົບ​ທາງ​ລົບ​ຫຼາຍ​ຢ່າງ, ໂດຍສະເພາະວິກິດການ​ເສດຖະກິດ​ຮອບ​ວຽນ ​ເຊິ່ງຕ້ອງ​ໃຊ້ຝ່າມື​ຄຸ້ມ​ຄອງ​ຂອງ​ລັດ​ເພື່ອຈຳກັດ​ແລະ​ແກ້​ໄຂຂໍ້​ບົກພ່ອງທີ່​ເກີດ​ຈາກ​ການ​ດັດ​ສົມແບບ​ເກີດ​ເອງ​ຂອງ​ກົນ​ໄກ​ຕະຫຼາດ. ປະຈຸບັນ, ເສດຖະກິດຕະຫຼາດທີ່​ທັນ​ສະ​ໄໝ​ຂອງບັນດາປະເທດທຶນ​ນິຍົມທີ່ພັດທະນາໃນໂລກ ລ້ວນ​ແຕ່​ແມ່ນ​ເສດຖະກິດ​ຕະຫຼາດທີ່ທີ​ການ​ຄຸ້ມຄອງ​ຂອງລັດ, ທັງ​ມີ​ການ​ດັດ​ສົມ​ດ້ວຍ “ຝ່າມື​ທີ່​ບໍ່​ມີ​ຮູບ” ຂອງ​ຕະຫຼາດ, ທັງ​ມີ​ການ​ດັດສົມ​ດ້ວຍ “ຝ່າມື​ທີ່​ມີ​ຮູບ” ຂອງ​ລັດ; ​ໃນ​ນັ້ນ, ການ​ດັດ​ສົມ​ຂອງ​ຕະຫຼາດ​ແມ່ນ​ພື້ນຖານສຳຄັນ ​ແລະ ການ​ດັດ​ສົມຂອງ​ລັດ​ບົນ​ພື້ນຖານ​ເຄົາລົບ​ການ​ດັບ​ສົມ​ຂອງ​ຕະຫຼາດ (​ເຄື່ອງມື​ຄຸ້ມ​ຄອງ​ແລະດັດ​ສົມ​ເສດຖະກິດ​ຂອງ​ລັດ​ແມ່ນ​ກົດໝາຍ, ນະ​ໂຍບາຍ​ແລະຊັບພະຍາກອນ​ເສດຖະກິດ).

ຍິ່ງ​ກວ່າ​ນັ້ນ, ​ເສດຖະກິດ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​​ໃນ​ບັນດາ​ປະ​ເທດທົ່ວ​ໂລກ​ບໍ່​ຄື​ກັນ​ໂດຍ​ສິ້ນ​ເຊີງ, ແຕ່ມີຫຼາຍຮູບແບບທີ່ແຕກຕ່າງກັນ, ຂຶ້ນ​ກັບ​ລະດັບ​ການແຊກແຊງ ແລະເນື້ອໃນ, ທິດທາງການແຊກແຊງຂອງລັດ. ມີ​ຮູບ​ແບບ​ເສດຖະກິດ​ຕະຫຼາດ​ເສລີ​​ ໃນ​ບັນດາ​ປະ​ເທດທີ່ມີການແຊກແຊງຂອງລັດໃນລະດັບຕໍ່າ ໃນລະບົບເສດຖະກິດ; ລັດພຽງ​ແຕ່ປົກ​ປ້ອງ​ສິດ​ກຳມະສິດ, ສິດທິ​ໃນ​ຊັບ​ສິນ, ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະຄວາມໝັ້ນ ຄົງຂອງສັງຄົມ​ເທົ່າ​ນັ້ນ, ສ່ວນ​ຂອບ​ເຂດ​ການ​ດັດ​ສົມ​ຂອງ​ຕະຫຼາດ​ແມ່ນ​ກວ້າງ​ໃຫຍ່ ​ເຊິ່ງມັນ​ດັດ​ສົມ​ການ​ເຄື່ອນ​ໄຫວ​ເສດຖະກິດ​ທັງ​ໝົດ (ເຊັ່ນ​ໃນສະຫະລັດອາ​ເມ​ລິ​ກາ​ກ່ອນ​ປະທານາທິບໍດີ ​ໂດ​ນັນ ຕຣຳ). ມີ​ຮູບ​ແບບ​ເສດຖະກິດ​ຕະຫຼາດ​ສັງຄົມ, ລັດ​ແຊກ​ແຊງ​ເຂົ້າ​ໃນລະບົບເສດຖະກິດ​ເພື່ອ​ສ້າງ​ໂອກາດ​ທີ່​ສະ​ເໝີ​ພາບ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ພັດທະນາ ​ແລະ ຊົ​ມ​ໃຊ້​ຜົນ​ຂອງ​ການ​ພັດທະນາ, ຕ້ານ​ການ​ຜູກຂາດ, ພັດທະນາ​ເສດຖະກິດ​ຕາມ​ທິດ​ທາງ​ສັງ​ຄົມ (​ເຊັ່ນ​ຢູ່​ປະ​ເທດ​​ເຢຍລະ​ມັນ). ມີ​ຮູບ​ແບບ​ເສດຖະກິດ​ຕະຫຼາດ​ສະ​ວັດ​ດີກາ​ນສັງຄົມ, ລັດ​ແຊກ​ແຊງ​ເຂົ້າ​ໃນ​ລະບົບເສດຖະກິດ​ເພື່ອ​ດັດ​ສົມ​ລາຍ​ໄດ້, ພັດທະນາບໍລິການສັງຄົມສາທາລະນະ, ຮັບປະກັນ​ສະ​ວັດ​ດີກາ​ນ​ຂອງ​ປະ​ຊາ​ຊົນ, ​ໂດຍ​ສະ​ເພາະ​ແມ່ນບັນດາ​ຜູ້​ທີ່​ຕ້ອງການ​ການ​ຊ່ວຍ​ເຫຼືອຄື ​ເດັກນ້ອຍ, ຜູ້​ສູງ​ອາຍຸ, ຜູ້​ວ່າງ​ງານ,... (​ເຊັ່ນ​ໃນ​ບັນດາ​ປະ​ເທດ​ເອີຣົບ​ເໜືອ). ​ມີຮູບ​ແບບ​ເສດຖະກິດ​ຕະຫຼາດຂອງ​ລັດ​ທີ່​ພັດທະນາ​ແລ້ວ, ລັດ​ບໍ່​ພຽງ​ແຕ່​ສ້າງ​ສະ​ຖາ​ບັນ​ກົດໝາຍ​ແລະ​ສະພາບ​ແວດ​ລ້ອມ​ໃຫ້ນັກທຸລະກິດດຳ​ເນີນ​ງານທົ່ານັ້ນ, ​ແຕ່​ຍັງ​ມີ​ແຜນ​ຍຸດ​ທະ​ສາດ, ນະ​ໂຍບາຍ ​ແລະ ນຳໃຊ້ບັນດາ​ຊັບພະຍາກອນ​ເສດຖະກິດ​ຂອງ​ລັດ​ ເພື່ອກຳນົດທິດ​ທາງ​ແລະ​ຊຸກຍູ້ການ​ພັດທະນາ​ຂອງລະບົບເສດຖະກິດ (​ເຊັ່ນ​ໃນ​ປະ​ເທດ​ຍີ່ປຸ່ນ, ສ.​ເກົາຫຼີ)...

​​ເສດຖະກິດ​ຕະຫຼາດ​ແມ່ນ​ຜະ​ລິດ​ຕະພັນ​ຂອງ​ອາລະຍະທຳມະນຸດ. ລັດທິ​ທຶນ​ນິຍົມ​ໄດ້​ຍຶດເອົາ​ເສດຖະກິດ​ຕະຫຼາດ​ເປັນ​ພື້ນຖານ​ໃຫ້​ແກ່​ກາ​ນດຳລົງຄົງ​ຕົວ, ການ​ເຄື່ອນ​ໄຫວ​ແລະ​ການຂະຫຍາຍຕົວ​ຂອງ​ຕົນ. ໃນຍຸກປະຈຸບັນ, ຍຸກ​ແຫ່ງ​ການ​ຂ້າມ​ຜ່ານ​ໄປ​ສູ່​ສັງຄົມ​ນິຍົມໃນຂອດ​ເຂດທົ່ວໂລກ, ​ໄດ້​ມີ​ຫຼາຍ​ຮູບ​ແບບ​ເສດຖະກິດ​ຕະຫຼາດ​ຢູ່​ບັນດາ​ປະ​ເທດທີ່​ພັດທະນາ​ແລ້ວ, ​ເຖິງ​ວ່າ​ຈະ​ຢູ່​ໃນ​ລະດັບ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ກໍ​ມີ​ແນວທາງ​ສັງຄົມ​. ນີ້​ແມ່ນ​ທ່າ​ອຽງ​ທີ່​ກ້າວໜ້າ, ​ແມ່ນ​ໜໍ່​ແໜງ​ຂອງ​ລັດທິ​ສັງຄົມ​ນິຍົມ​​ຢູ່​ພາຍໃນລັດທິ​ທຶນ​ນິຍົມ (​ແມ່ນ​ການ​ປະຕິ​ເສດ​ຕໍ່​ກະ​ໂຕທຶນນິຍົມເອກະຊົນ, ​ເຖິງ​ວ່າ​ຍັງ​ບໍ່​ທັນ​ມ້າງ​ລະບອບ​ທຶນ​ນິຍົມ​ໄດ້​ກໍ​ຕາມ). ຍ້ອນ​ລັກສະນະ​ຂອງ​ຍຸກ​ສະ​ໄໝ, ປະ​ເທດທີ່​ຍັງ​ບໍ່​ພັດທະນາ​ທາງ​ເສດຖະກິດ​, ຍັງ​ບໍ່​ຜ່ານ​ຂັ້ນ​ຕອນການ​ພັດທະນາ​ທຶນ​ນິຍົມ​ ກໍ່​ອາດຈະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ໄດ້. ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ແມ່ນ​ຮູບ​ແບບ​ເສດຖະກິດ​ໃນ​ສະ​ໄໝຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຫຼົ່າ​ນີ້, ນຳ​ໃຊ້ທັງ​ເສດຖະກິດ​ຕະຫຼາດ​ແລະ​ທັງ​ເສດຖະກິດ​ທຶນ​ນິຍົມ​ ເພື່ອ​ກໍ່ສ້າງ​ພື້ນຖານ​ວັດຖຸ​ໃຫ້​ລັດທິ​ສັງຄົມ​ນິຍົມ.

ຄວາມ​ຜິດພາດ​ຂອງ​ຂໍ້​ພິນິດ​ທີ່​ວ່າ ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ ການ​ກຳນົດ​ທິດ​ສັງ​ຄົມ​ນິຍົມ​ນັ້ນ​​ກົງກັນຂ້າມ, ປັດ​ເຂ່ຍ​ຊຶ່ງ​ກັນ​ແລະ​ກັນ​ໂດຍ​ສິ້ນ​​ເຊີງ: ເປັນເສດຖະກິດຕະຫຼາດ ​ແມ່ນຕ້ອງດຳເນີນງານຕາມກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ. ນັ້ນ​ແມ່ນ​ບັນດາ​ກົດ​ເກນການ​ແຂ່ງຂັນ, ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ, ກົດ​ເກນ​ຄຸນຄ່າ, ກົດ​ເກນ​ການ​ຈໍລະ​ຈອນ​ເງິນຕາ, ​ໃນ​ນັ້ນກົດ​ເກນ​ຄຸນຄ່າ​ເປັນ​ໃຈກາງ. ລັກສະນະ​ສະ​ເພາະ​ຂອງ​ເສດຖະກິດ​ຕະຫຼາດ​ແມ່ນ​ການ​ແຂ່ງຂັນ. ບັນດາ​ວິ​ສາ​ຫະກິດ (ໃຊ້ວິ​ສາ​ຫະກິດເພື່ອອ້າງອີງເຖິງບັນດາ​ເຈົ້າພາບເສດຖະກິດທັງໝົດ) ຕ້ອງ​ມີ​ການ​ແຂ່ງຂັນ​ກັນ​ສະ​ເໝີ​ ເພື່ອຍາດ​ຊີງ​ຊັບພະຍາກອນ​ການ​ຜະລິດ (ທີ່​ດິນ, ຊັບພະຍກອນທຳ​ມະ​ຊາດ, ​ເງິນ​ທຶນ, ​ແຮງ​ງານ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ...), ໂຄງການ​ການ​ລົງທຶນ, ຍາດ​ເອົາ​ຕະຫຼາດ​ຈຳໜ່າຍ​ສິນຄ້າ. ການ​ແຂ່ງຂັນ​ແມ່ນ​ແຮງ​ກົດ​ດັນ​ແລະ​ແຮງ​ຜັດ​ດັນທີ່​ກະ​ຕູ້ນ​ໃຫ້​ວິ​ສາ​ຫະກິດ​ປະດິດ​ສ້າງ, ຂະຫຍັ​ນຂັນ​ເຄື່ອນ, ດັດ​ແປງ​ການ​ຄຸ້ມ​ຄອງ ​ແລະຈັດ​ຕັ້ງ​ການ​ຜະລິດທຸລະ​ກິດຢ່າງ​​ເໝາະ​ສົມ; ນຳ​ໃຊ້ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ປ່ຽນ​ແປງ​ໃໝ່​, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ; ປະຢັດ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ, ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ​ແລະ​ປະສິດທິ​ຜົນ​ຂອງ​ການ​ຜະລິດ​ທຸລະ​ກິດ; ຜ່ານ​ສິ່ງ​ດັ່ງກ່າວ, ຊຸກຍູ້ການ​ພັດທະນາ​ເສດຖະກິດ, ກັ່ນ​ຕອງ​ວິ​ສາ​ຫະກິດ​ທີ່​ອ່ອນ​ແອ. ກົດ​ເກນ​ການ​ແຂ່ງຂັນ​ແມ່ນ​ ຜູ້ເຂັ້ມ​ແຂງ​ຈະ​ຊະນະ, ຜູ້ອ່ອນ​ແອ​ຈະ​ເສຍ​ໃຊ. ນີ້​ແມ່ນ​ດ້ານ​ຕັ້ງໜ້າ​ຂອງ​ການ​ແຂ່ງຂັນ. ​ແຕ່​ການ​ແຂ່ງຂັນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດຍັງນຳໄປ​ສູ່​ຜົນ​ກະທົບ​ທີ່​ຫຍໍ້​ທໍ້: ຂຸດ​ຄົ້ນ​ສຸດ​ຂີດ​ກຳລັງວັງຊາ​ຂອງ​ຜູ້​ອອກ​ແຮງ​ງານ (​ແກ່ຍາວ​ເວລາ​ເຮັດ​ວຽກ,​ເພີ່ມ​ຄວາມ​ເຂັ້ມ​ຂອງ​​ແຮງງານ), ຫຼຸດຜ່ອນຄ່າໃຊ້ຈ່າຍ​ໃຫ້​ແຮງງານ (ການ​ຕັດຄ່າ​ແຮງ​ງານ, ຫຼຸດຜ່ອນການປົກປ້ອງແຮງງານ); ການຂຸດຄົ້ນຊັບພະຍາກອນຢ່າງໝົດສິ້ນ, ກໍ່​ໃຫ້​ເກີດມົນລະພິດຕໍ່ສິ່ງແວດລ້ອມ; ການນຳໃຊ້ວິທີການແຂ່ງຂັນທີ່ບໍ່​ເປັນທຳ, ເຊັ່ນ: ການຜະ​ລິດ​ຂອງປອມ ຄຸນ​ນະພາ​ບບໍ່​ດີ, ການລັກເຕັກໂນໂລຢີ, ການ​ລັກລອບ​ຄ້າຂາຍ, ການຫຼົບໜີພາສີ, ການໂອນລາຄາ, ການກຳຈັດຄູ່ແຂ່ງ... ​ໃນລະບົບ​ເສດຖະກິດ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຢູ່​ບັນດາ​ປະ​ເທດ​ໃນ​ໂລກ, ​ໂດຍ​ສະ​ເພາະ​ຢູ່​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃນ​ປະຈຸ​ບັນ, ລັດ​ສ້າງ​ກອບ​ກົດໝາຍ​ສຳລັບ​ການ​ແຂ່ງຂັນ; ປົກ​ປ້ອງ, ​ເຄົາລົບ, ຊຸກຍູ້​ການ​ແຂ່ງຂັນທີ່​ສົດ​ໃສ; ​ແຕ່​ພ້ອມ​ກັນ​ນັ້ນ​ກໍ​ໄດ້​ປ້ອງ​ກັນກີດ​ກັ້ນ​ແລະ​ຈຳກັດການ​ຜູກຂາດ ທີ່​ຂັດຂວາງ​ການ​ແຂ່ງຂັນ ​ແລະ ຕໍ່ສູ້ຕ້ານ​ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ.

ການໝູນວຽນຂອງສິນຄ້າໃນລະບົບເສດຖະກິດຕະຫຼາດ (ທັງ​ສິນຄ້າ​ທີ່​ເປັນ​ປັດ​ໄຈ​ການ​ຜະລິດ ​ແລະທັງ​ສິນຄ້າຄື​ຜະລິດ​ຕະພັນທີ່​ຜະລິດ​ໂດຍ​ການ​ຜະລິດ) ຖືກ​ດັດ​ສົມ​ດ້ວຍ​ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ. ​ເມື່ອ​ການ​ສະໜອງ​ຫຼາຍ​ກວ່າ​ຄວາມ​ຕ້ອງການ, ລາຄາ​ສິນຄ້າ​ຈະ​ຫຼຸດ​ລົງ; ​ເມື່ອ​ການ​ສະໜອງ​ໜ້ອຍ​ກວ່າ​ຄວາມ​ຕ້ອງການ, ລາຄາ​ສິນຄ້າ​ຈະ​ເພີ່ມ​ຂຶ້ນ. ການ​ເພີ່ມ​ຂຶ້ນ​ຫຼື​ຫຼຸດ​ລົງ​ຂອງ​ລາຄາ​ສິນຄ້າ​ແມ່ນ​ສັນຍານ​ຂອງ​ຕະຫຼາດ ​ເພື່ອ​ໃຫ້ນັກທຸລະກິດ​ການ​ຄ້າເຄື່ອນຍ້າຍສິນຄ້າຈາກບ່ອນທີ່ລາຄາຕໍ່າ ​ໄປ​ບ່ອນ​ທີ່​ລາຄາ​ສູງ, ຈາກບ່ອນທີ່ມີສິນຄ້າຫຼາຍໄປສະຖານ​ທີ່ທີ່ຂາດ​ແຄນສິນຄ້າ; ​ເພື່ອ​ໃຫ້​ຜູ້​ຜະລິດ​ຫຼຸດ​ຫຼື​ຢຸດ​ການ​ຜະລິດ​ສິນຄ້າທີ່​​ເຫຼືອ​ຫຼາຍ ​ເມື່ອການ​ສະໜອງ​ຫຼາຍ​ກວ່າ​ຄວາມ​ຕ້ອງການ, ​ເພີ່ມ​ທະວີ​ແລະ​ເປີດ​ກວ້າງການ​ຜະລິດສິນຄ້າ​ທີ່ຂາດ​ແຄນ ​ເມື່ອ​ການ​ສະໜອງ​ໜ້ອຍ​ກວ່າ​ຄວາມ​ຕ້ອງການ. ນີ້​ແມ່ນ​ການ​ດັດ​ສົມ​ການ​ຜະລິດ​ແລະ​ການ​ຈໍລະ​ຈອນຂອງ​ກົນ​ໄກ​ຕະຫຼາດ​ໂດຍ​ອັດຕະ​ໂນ​ມັດ, ຍືດຫຍຸ່ນ, ຄ່ອງ​ຕົວ ​ແລະ​ວ່ອງ​ໄວ, ​ແມ່ນ​ດ້ານ​ຕັ້ງໜ້າ​ຂອງ​ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ. ​ແຕ່, ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ​ແຂ່ງຂັນ​ໂດຍ​ເສລີ, ບັນດາ​ຜູ້​ຜະລິດ​ແລະ​ທຸລະ​ກິດ​ການ​ຄ້າ​ລ້ວນ​ແຕ່ ໄລ່ຕາມກຳໄລສູງສຸດ ​ແລະ ຕ້ອງການທີ່ຈະ​ເອົາ​ຊະນະ​ຄູ່​ແຂ່ງຂັນ​ສະ​ເໝີ, ​ແຕ່​ບໍ່​ສາມາດກຳນົດຄວາມ​ຕ້ອງການ​ໂດຍ​ລວມຂອງ​ສັງຄົມ​ໄດ້ (ຈາກຜູ້​ຜະລິດ​ຈົນ​ຮອດ​ຜູ້​ບໍລິ​ໂພ​ກ, ມີຜູ້ສື່ກາງຫຼາຍຄົນ), ດັ່ງ​ນັ້ນຈຶ່ງ​ມັກ​ຈະ​ຜະລິດ​ຫຼາຍ​ເກີນ​ໄປ, ນຳ​ໄປ​ສູ່​ວິ​ກິດ​ການ​ເສດຖະກິດ​ຮອບ​ວຽນ, ທຳລາຍລະບົບ​ເສດຖະກິດ, ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ. ນີ້​ແມ່ນ​ດ້ານ​ລົບ​ຂອງ​ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ, ຂອງ​ກົນ​ໄກ​ດັດ​ສົມ​ດ້ວຍ​ຕົນ​ເອງ​ຂອງ​ຕະຫຼາດ. ​ໃນ​ລະບົບ​ເສດຖະກິດ​ຕະຫຼາດທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ, ລັດ​ມີ​ຄວາມ​ສາມາດ​ເຫັນ​ແຈ້ງ​ກວ່າ​ຜູ້​ຜະລິດ​ທຸລະ​ກິດ​ແຕ່ລະຄົນ ກ່ຽວ​ກັບ​ການ​ສະໜອງ​ໂດຍ​ລວມ​ແລະ​ຄວາມ​ຕ້ອງການ​ໂດຍ​ລວມຂອງ​ສັງຄົມ; ການ​ແຊກ​ແຊງ​ຂອງ​ລັດ​ແມ່ນ​ເພື່ອ​ແກ້​ໄຂ​ຂໍ້​ບົກພ່ອງ​ນີ້, ​ແກ້​ໄຂ​ຄວາມ​ບໍ່​ສົມ​ດຸນທີ່​ສຳຄັນ​ແລະ​​ວິ​ກິດ​ການ​ຮອບ​ວຽນທີ່​ເກີດ​ຈາກ​ການດັດ​ສົມ​ແບບ​ເກີດ​ເອງ​ຂອງ​ກົນ​ໄກ​ຕະຫຼາດ.

ກົດ​ເກນ​ຄຸນຄ່າ​ແມ່ນ​ກົດ​ເກນ​ພື້ນຖານ​, ​ໃຈ​ກາງຂອງ​ເສດຖະກິດ​ຕະຫຼາດ. ຄຸນຄ່າ​ສິນຄ້າ​ແມ່ນແຮງງານສັງຄົມທີ່ຈຳເປັນທີ່​ຕົກ​ຜະລຶກ​ໃນສິນຄ້າ. ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ສິນຄ້າ, ພິຈາລະນາ​ຈົນ​ສຸດ​ແລ້ວ​ ແມ່ນ​ຄ່າ​ໃຊ້​ຈ່າຍ​ແຮງ​ງານ ​ເຊິ່ງປະກອບ​ດ້ວຍແຮງງານຂອງຄົນທີ່ຜະລິດສິນຄ້າໂດຍກົງ (​ແຮງ​ງານ​ດິບ) ​ແລະ​ແຮງ​ງານ​ທີ່​ໃຊ້​ເພື່ອ​ຜະລິດ​ອຸປະກອນ​ການ​ຜະລິດ​ທີ່​ຖືກ​ໃຊ້​ເພື່ອ​ຜະລິດ​ສິນຄ້າ​ນີ້ (​ແຮງ​ງານ​​ໃນອະ​ດີດ). ກ່ຽວ​ກັບ​ປະລິມານ​ຄຸ​ຄ່າ, ບໍ່​ແມ່ນ​ວ່າການ​ສິ້ນ​ເປືອງ​ແຮງ​ງານ​ສ່ວນ​ບຸກຄົນ​ຂອງ​ຜູ້​ຜະລິດສິນຄ້າ​ທຸກ​ສ່ວນ​ຈະ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ສັງຄົມ​ວ່າ​ມີ​ມູນ​ຄ່າ, ພຽງ​ແຕ່​ການ​ສິ້ນ​ເປືອງ​ແຮງ​ງານ​ໂດຍ​ສະ​ເລ່ຍທາງ​ສັງຄົມ, ທີ່​ເກີດ​ຈາກການແຂ່ງຂັນ​ເທົ່າ​ນັ້ນ ຈຶ່ງ​ຖືກ​ຖື​ວ່າ​ເປັນ​ການ​ສິ້ນ​ເປືອງ​ແຮງ​ງານ​ສັງຄົມທີ່ຈຳເປັນ, ຄື​ປະລິມານຄຸນຄ່າ. ຄຸນຄ່າ​ສະ​ແດງ​ອອກ​ເປັນ​ລາຄາ, ລາຄາແມ່ນການສະແດງອອກຂອງຄຸນຄ່າ. ຄຸນຄ່າ​ແມ່ນ​ຮູບ​ຖານ​ຊັບ​ສິນ​ໃນ​ລະບົບ​ເສດ​ຖະກິດ​ຕະຫຼາດ, ​ແມ່ນ​ເປົ້າ​ໝາຍ, ​ແມ່ນ​ປັດ​ໄຈ​ທີ່​ແຊກ​ຄຸມ​ທຸກໆ​ການ​ເຄື່ອນ​ໄຫວ​ຜະລິດ​ແລະ​ຈໍລະ​ຈອນ​ສິນຄ້າ ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ.

ໃນ​ລະບົບ​ເສດຖະກິດ​ຕະຫຼາດ, ສຳລັບ​ຜູ້​ຜະລິດ, ການຜະລິດສິນຄ້າ​ໃດໆ​ກໍ່​ເປັນພຽງວິທີການສ້າງ​ຮັ່ງ​ຄູນ​ມີ, ເພື່ອໃຫ້ໄດ້ຄຸນຄ່າສູງທີ່ສຸດ. ​ໃນ​ການ​ຜະລິດ, ພວກ​ເຂົາ​ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ດັດ​ແປງ, ປ່ຽນ​ແປງ​ໃໝ່​... ​ແມ່ນ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍການ​ຜະລິດ, ​ເພື່ອ​ໃຫ້​ຄ່າ​ໃຊ້​ຈ່າຍ​ການ​ຜະລິດ​ຂອງ​ເຂົາ​ຕ່ຳກວ່າລະດັບ​ສິ້ນ​​ເປືອງ​ແຮງ​ງານສັງຄົມ​ທີ່​ຈຳ​ເປັນ, ຈາກ​ນັ້ນຈະ​ໄດ້​ຮັບ​ຄຸນຄ່າ​ສ່ວນ​ເກີນ​ຫຼາຍກວ່າ. ສຳລັບ​ຜູ້ຈໍ​ລະ​ຈອນ​ສິນຄ້າກໍ່​ເຊັ່ນ​ດຽວ, ການ​ຊື້​ແລະ​ຂາຍ​ສິນຄ້າ​ປະ​ເພດໃດ​ກໍ່​ບໍ່​ສຳຄັນສຳລັບ​ພວກ​ເຂົາ, ບັນຫາສຳຄັນ​ແມ່ນ​ໄດ້​ຮັບ​ຄຸນຄ່າ​ສູງ​ສຸດ​ເພື່ອ​ໃຫ້​ຮັ່ງມີ. ພວກ​ເຂົາ​ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ກຳຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຢ່າງ​ທັນ​ການ, ນຳສິນຄ້າ​ຈາກ​ບ່ອນ​ເຫຼືອ​ຫຼາຍ​ໄປ​ສະຖານ​ທີ່​ທີ່​ຂາດ​ແຄນ, ຈາກ​ບ່ອນ​ທີ່​ການ​ສະໜອງ​ຫຼາຍ​ກວ່າ​ຄວາມ​ຕ້ອງການ​ໄປ​ຍັງ​ບ່ອນ​ທີ່​ການ​ສະໜອງ​ໜ້ອຍ​ກວ່າ​ຄວາມ​ຕ້ອງການ, ຈາກສະຖານທີ່ລາຄາຕໍ່າ​ໄປ​ຍັງສະຖານທີ່ລາຄາສູງ; ດັດ​ແປງ​ການ​ຄຸ້ມ​ຄອງ​ເພື່ອ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍການ​ຈໍລະ​ຈອນ;... ກໍ່​ເພື່ອ​ປະຕິບັດ​ຈຸດປະສົງ​ນີ້. ນີ້​ແມ່ນ​ວິທີ​ການ​ດຳ​ເນີນ​ງານ​ຂອງ​ກົດ​ເກນ​ຄຸນຄ່າ, ວິທີ​ການດຳ​ເນີນ​ງານນີ້​ຕິດ​ພັນ​ສະໜິດ​ແໜ້ກັບ​ກົດ​ເກນ​ການ​ແຂ່ງຂັນ, ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ. ສາມາດ​ເວົ້າ​ວ່າ, ກົດ​ເກນ​ການ​ແຂ່ງຂັນ ​ແລະ ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ ​ແມ່ນ​ບັນດາ​ຮູບ​ການສະ​ແດງ​ອອກ, ວິທີ​ການດຳ​ເນີນ​ງານຂອງ​ກົດ​ເກນ​ຄຸນຄ່າ. ການ​ກະທົບ​ຂອງ​ກົດ​ເກນ​ຄຸນຄ່າລວມທັງ​ການ​ກະທົບ​ຂອງກົດ​ເກນ​ການ​ແຂ່ງຂັນ ​ແລະ ກົດ​ເກນ​ການ​ສະໜອງ-ຄວາມ​ຕ້ອງການ (​ແນ່ນອນ​ວ່າ, ກົດ​ເກນ​ຄຸນຄ່າຍັງ​ມີ​ເນື້ອ​ໃນ​ທີ່​ກວ້າງ​ກວ່າສອງ​ກົດ​ເກນ​ນີ້), ນັບ​ທັງ​ການ​ກະທົບ​ທີ່​ຕັ້ງໜ້າ​ເຊັ່ນ: ສົ່ງ​ເສີມ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​, ​ການ​ປະດິດ​ສ້າງ, ການ​ດັດ​ແປງ​ການ​ຄຸ້ມ​ຄອງ​ແລະ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ຢ່າງ​ບໍ່​ຢຸດ​ຢັ້ງ,... ຊຸກຍູ້​ການ​ພັດທະນາ​ເສດຖະກິດ; ດັດ​ສົມການ​ຜະລິດ​ແລະ​ການ​ຈໍລະ​ຈອນ​ຢ່າງ​ຍືດຫຍຸ່ນ​ໄວວາ,... ​ແລະ​ບັນດາ​ຜົນ​ກະທົບ​ທາງ​ລົບ​ເຊັ່ນ: ວິ​ກິດ​ການ​ເສດຖະກິດ​ຮອບ​ວຽນ, ຜັນ​ແຍກ​ສັງຄົມ, ​ເຮັດ​ໃຫ້​ຊັບພະຍາກອນ​ທຳ​ມະ​ຊາດບົກ​ແຫ້ງ, ມົນ​ລະພິ​ດສິ່ງ​ແວດ​ລ້ອ​ມ,... ​ໃນ​ບັນດາ​ລະບົບ​ເສດຖະກິດ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ, ການ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ລະບົບ​ເສດຖະກິດ​ແມ່ນ​ເພື່ອສ້າງ​ກອບ​ກົດໝາຍ​ແລະ​ເງື່ອນ​ໄຂທີ່​ສະດວກ ​ໃຫ້​ກົດ​ເກນ​ຄຸນຄ່າ​ເຄື່ອນ​ໄຫວ, ພ້ອມ​ກັນ​ນັ້ນ​ກໍ່​ຈຳກັດ​ແລ​ະແກ້​ໄຂ​ຜົນ​ກະທົບ​ທາງ​ລົບ​ເຫຼົ່າ​ນີ້.

ໃນ​ລະບົບ​ເສດຖະກິດ​ຕະຫຼາດ, ຍັງ​ມີ​ກົດ​ເກນການ​ໜູນ​ວຽນ​​ເງິນຕາ ​ເຊິ່ງ​ເປັນ​ກົດ​ເກນ​ທີ່ມາຈາກກົດ​ເກນ​ຄຸນຄ່າ. ນັ້ນ​ແມ່ນ​ກົດ​ເກນ​ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ສິນຄ້າ​ແລະ​ເງິນຕາ​ໃນ​ການ​ຈໍ​ລະ​ຈອນ, ກ່ຽວ​ກັບ​ຈຳນວນ​ເງິ​ນທີ່ຕ້ອງ​ໃຊ້​ໃນການຈໍລະ​ຈອນ​ສິນຄ້າ, ຮັບປະກັນການຈໍລະຈອນສິນຄ້າລຽບງ່າຍແລະສະດວກສະບາຍ. ຕາມ​ກົດ​ເກນ​ນີ້, ຈຳນວນ​ເງິ​ນທີ່ຕ້ອງ​ໃຊ້​ໃນການຈໍລະ​ຈອນ​ສິນຄ້າຖືກ​ຕັດສິນ​ໂດຍມູນ​ຄ່າ​ສິນຄ້າທັງໝົດທີ່ຕ້ອງການໝູນວຽນ ແລະຄວາມໄວ​ໃນການໝູນວຽນຂອງເງິນ. ໃນໄລຍະເວລາຂອງການໃຊ້ເງິນຫຼຽນຄຳ, ເງິນມີຄ່າພຽງພໍ, ດັ່ງນັ້ນ ເມື່ອຈຳນວນ​ເງິນ​ເກີນ​ຄວາມ​ຕ້ອງການຂອງການຈໍລະ​ຈອນສິນຄ້າ, ເງິນຫຼຽນຄຳຈະຖືກຖອນອອກຈາກ​ການໝູນວຽນໂດຍອັດຕະໂນມັດ. ເມື່ອເງິນເຈ້ຍ​​ເຂົ້າ​ມາແທນທີ່​ເງິນ​ຫຼຽນຄຳ, ຖ້າຈຳນວນ​ເງິນເກີນຄວາມຕ້ອງການຂອງການຈໍລະຈອນສິນຄ້າ, ເງິນຈະລົດ​ຄ່າ​ລົງ ​ເຮັດ​ໃຫ້​ເກີດ​ພາວະ​ເງິນ​ເຟີ້. ການຮັກສາຄຸນຄ່າເງິນແມ່ນໜ້າທີ່ອັນດັບໜຶ່ງຂອງ​ລັດ​ໃນ​ບັນດາປະເທດທີ່ມີເສດຖະກິດຕະຫຼາດໃນໂລກ.

ສະຫຼຸບ​ລວມ, ​ໃນ​ທຸກ​ລະບົບ​ເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ​ໃນ​ໂລກ, ລ້ວນ​ແຕ່​ມີ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກົດ​ເກນ​ເສດຖະກິດ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ ມີ​ບົດບາດ​ການ​ຄຸ້ມ​ຄອງ​ຂອງ​ລັດ. ລັດ​ທັງ​ຕ້ອງ​ຮັບປະກັນ​ແລະ​ເຄົາລົບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກົດ​ເກນ​ເສດຖະກິດ​ຕະຫຼາດ, ທັງ​ຈຳກັດ​ແລະ​ແກ້​ໄຂ​ຜົນ​ກະ​ທົບຫຍໍ້​ທໍ້, ​ເກີດ​ເອງ​ຈາກບັນດາ​ກົດ​ເກນ​ເສດຖະກິດ​ຕະຫຼາດ, ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນຄົງ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ ຊີ້ນຳການພັດທະນາເສດຖະກິດໄປສູ່ເປົ້າໝາຍສັງຄົມ, ຮັບປະກັນຄວາມສະເໝີພາບທາງສັງຄົມ, ​ເອົາ​ໃຈ​ໃສ່​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ​ແຕ່, ບໍ່​ມີ​ການ​ຕຳໜິວິຈານ​ໃດໆ​ກ່ຽວ​ກັບ​ບົດບາດ​ຂອງ​ລັດ, ຖື​ວ່າ​ເລື່ອງ​ນີ້​ມັນ​ກົງກັນ​ຂ້າງ​ກັບການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ.

ຢູ່​ປະ​ເທດ​ຫວຽດນາມ, ພາຍຫຼັງ​ເກືອບ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ຫວຽດນາມ, ​ໂດຍ​ພື້ນຖານ​ແມ່ນ​ໄດ້​ມີ​ຄົບ​ທຸກ​ອົງ​ປະກອບ​ຂອງ​ລະບົບ​ເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ​ຕາມ​ມາດຕະຖານ​ສາກົນ: ມີ​ບັນດາ​ຮູບ​ການ​ກຳມະສິດ​ທີ່​ຫຼາກ​ຫຼາຍ, ບັນດາ​ພາກສ່ວນ​ເສດຖະກິດ, ມີ​ເສລີພາບ​ໃນການ​ທຸລະ​ກິດ, ​ເສລີພາບ​ໃນ​ການ​ຈໍລະ​ຈອນ​ສິນຄ້າ, ບັນດາວິ​ສາຫະກິດ​ແຂ່ງຂັນ​ກັນ​ຢ່າງ​ສະ​ເໝີ​ພາບ, ລະບົບ​ຕະຫຼາດ​ພັດທະນາ​​ແລະນັບ​ມື້​ນັບ​ຄົບ​ຊຸດ...; ການ​ຄຸ້ມ​ຄອງ​ຂອງ​ລັດ​ໄດ້​ປ່ຽນ​ແປງ​ໃໝ່, ການ​ຄຸ້ມ​ຄອງດ້ວຍ​ກົດໝາຍ, ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນກຳນົດ, ​ແຜນການ ​ແລະ ນຳໃຊ້​ຊັບພະຍາກອນ​​ເສດຖະກິດ​ຂອງ​ລັດ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ຜະລິດທຸລະ​ກິດຂອງ​ວິ​ສາ​ຫະກິດ, ຮັກສາ​ຄຸນຄ່າ​ຂອງ​ເງິນຕາ, ຮັກສາ​ຄວາມ​ສະຫງົບຂອງ​ເສດຖະກິດ​ມະຫາ​ພາກ, ຈຳກັດ​ແລະ​ແກ້​ໄຂ​ຂໍ້​ບົກພ່ອງ​ຂອງ​ກົນ​ໄກ​ຕະຫຼາດ,... ​ໃນ​ເງື່ອນ​ໄຂ​ດັ່ງກ່າວ, ບັນດາ​ກົດ​ເກນ​ເສດຖະກິດ​ຕະຫຼາດ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຄົບ​ຊຸດ: ບັນດາ​ວິ​ສາ​ຫະກິດຕ້ອງ​ພະຍາຍາມ​ແຂ່ງຂັນ​ເພື່ອ​ດຳລົງ​ຄົງ​ຕົວ​ແລະ​ຂະຫຍາຍຕົວ; ລາຄາ​ສິນຄ້າ​ໂດຍ​ພື້ນຖານ​ແລ້ວ​ຖືກ​ຕັດສິນ​ໂດຍ​ຕະຫຼາດ; ການ​ຜະລິດ​ແລະ​ການ​ຈໍ​ລະ​ຈອນ​ໄດ້​ເອົາ​ໃຈ​ໃສ່​ເຖິງບັນດາ​ສັນຍານລາຄາ, ການ​ສະໜອງ-ຄວາມ​ຕ້ອງການ​ໃນ​ຕະຫຼາດ; ຕະຫຼາດ​​ໄດ້ຖື​ບົດບາດ​ດັດສົມ​ໂດຍ​ກົງ​ຕໍ່ການ​ຜະລິດ​ແລະ​ຈໍລະ​ຈອນ, ດັດສົມ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ລະດົມ​ແລະ​ຈັດ​ແບ່ງຊັບພະຍາກອນ​ໃນ​ການ​ຜະລິດ,... ບັນດາ​ປັດ​ໄຈ​ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ​ຂອງລະບົບ​ເສດຖະກິດ​ຕະຫຼາດ ຕິດ​ແໜ້ນ​ກັບ​ບົດບາດ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​ ໂດຍພັກ​ກອມ​ມູນິດ​ຫວຽດນາມ ນຳພາ ​ເພື່ອຈຳກັດ​ແລະ​ແກ້​ໄຂຜົນ​ກະທົບ​ທາງ​ລົບ​ຂອງ​ກົນ​ໄກ​ຕະຫຼາດ, ​ເພື່ອ​ຮັກສາ​ຄວາມ​ດຸ່ນດ່ຽງທີ່ສຳຄັນຂອງເສດຖະກິດແລະສະຖຽນ​ລະ​ພາບ​ທາງສັງຄົມ, ​ເຊື່ອມ​ຕິດ​ການ​ພັດທະນາ​ເສດຖະກິດ​ ກັບ​ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິທຳທາງ​ສັງ​ຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ... ​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ຄຸ້ມ​ຄອງດັ່ງກ່າວ​ຂອງ​ລັດຫ​ວຽດນາມ ບໍ່ຂັດແຍ້ງຫຼື​ຂັດຂວາງການດຳ​ເນີນ​ງານ​ຂອງກົດ​ເກນເສດຖະກິດຕະຫຼາດ, ​ແຕ່​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ເສີມ​ດ້ານ​ບວກ, ຈຳກັດດ້ານລົບຂອງກົດ​ເກນ​ເຫຼົ່າ​ນີ້, ​ ເພື່ອໃຫ້ເສດຖະກິດພັດທະນາ​ຢ່າ​ງວ່ອງ​ໄວ​, ຍືນຍົງ ແລະມຸ່ງໄປສູ່ເປົ້າໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ​ຍຸດຕິທຳ, ສີວິ​ໄລ”.

ກ່ຽວກັບບັນດາ​ຂໍ້​ພິນິດທີ່ຜິດພາດກ່ຽວກັບບົດບາດຂອງເສດຖະກິດຂອງລັດ, ​ເສດຖະກິດ​ລວມໝູ່ ​ແລະ ​ເສດຖະກິດ​ເອກະ​ຊົນ​ ໃນ​ລະບົບເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ: ຄວາມ​ຜິດພາດ​ຂອງ​ຜູ້​ທີ່ຄິດ​ວ່າ ຖ້າ​ເສດຖະກິດ​ຂອງ​ລັດຖື​ບົດບາດ​ເປັນ​ເຈົ້າພາທາງ ​​ຈະ​ບໍ່​ມີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງບັນດາ​ວິ​ສາ​ຫະກິດ​ໃນ​ລະບົບ​ເສດຖະກິດ ​ແລະ ບໍ່​ມີ​ລະບົບ​ເສດຖະກິດ​ຕະຫຼາດ, ທີ່​ໜຶ່ງ, ຍ້ອນ​ຄວາມ​ອະຄະຕິ​ຕໍ່ເສດຖະກິດ​ຂອງ​ລັດ​ໃນ​ລະບົບ​ເສດຖະກິດ​ຫັນ​ເປັນ​ແຜນການ​ລວມສູນ​ອາດຍາ​ສິດ, ​ເກື້ອກູນ​ກ່ອນ​ໜ້າ​ນີ້; ທີ​ສອງ, ຍ້ອນ​ການ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ບົດບາດ​ເປັນ​ເຈົ້າ​ພາທາງ, ພວກ​ເຂົາ​ຄິດ​ວ່າການ​ເປັນ​ເຈົ້າພາທາງ​ແມ່ນ​ການ​ໃຫ້​ບຸລິມະສິດ​ແກ່​ລັດ, ​ໃຫ້​ລັດ​ມີ​ຜົນ​ດີ​ຫຼາຍ​ຢ່າງ, ​ກວມ​​ເອົາອັດຕາ​ສ່ວນ​ໃຫຍ່, ບັງ​ບຽດ, ຄອບງຳພາກສ່ວນ​ເສດຖະກິດ​ອື່ນ. ​ໃນ​ລະບົບ​ເສດຖະກິດ​ກ່ອນ​ການ​ປ່ຽນ​ແປງ​ໃໝ່, ມີ​ພຽງ​ເສດຖະກິດ​ຂອງ​ລັດ​ແລະ​ເສດຖະກິດ​ລວມໝູ່, ບໍ່​ມີ​ເສດຖະກິດ​ເອກະ​ຊົນ (​ເສດຖະກິດ​ເອກະ​ຊົນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຢູ່); ເສດຖະກິດຂອງລັດກວມ​ອັດຕາ​ສ່ວນ​ເກືອບ​ທັງ​ໝົດ​ໃນ​ເສດຖະກິດ ​ເຊິ່ງ​ລັດ​ຄຸ້ມ​ຄອງ​ໂດຍ​ກົງດ້ວຍ​ແຜນການ​ລວມສູນ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ເສດຖະກິດ​ຕະຫຼາດ. ​ໃນ​ປະຈຸ​ບັນ, ເສດຖະກິດຂອງລັດແມ່ນແຕກຕ່າງຢ່າງ​ສິ້ນ​ເຊີງ​ກັບ​ແຕ່​ກ່ອນ. ເສດຖະກິດ​ຂອງລັດປະກອບ​ດ້ວຍ​ບັນດາ​ຊັບພະຍາກອນເສດຖະກິດຂອງລັດ ​ແລະ ບັນດາ​ລັດ​ວິ​ສາ​ຫະກິດ. ເສດຖະກິດຂອງລັດ​ແມ່ນ​ເຄື່ອງມື​ໜຶ່ງ​ຂອງ​ລັດ, ​ເພື່ອ​ພ້ອມ​ກັນ​ກັບ​ບັນດາ​ເຄື່ອນ​ມື​ອື່ນໆ​ເຊັ່ນ: ກົດໝາຍ, ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ ​​ເຊິ່ງ​ລັດ​ໃຊ້​ໃນ​ການ​ຄຸ້ມຄອງ​ແລະດັດສົມການ​ເຄື່ອນ​ໄຫວ​ໃນ​ລະບົບ​ເສດຖະກິດ. ບັນດາ​ຊັບພະຍາກອນເສດຖະກິດຂອງລັດທີ່​ຖືກ​ລະດົມ, ຈັດ​ແບ່ງ ​ແລະ​ນຳ​ໃຊ້​ຕາມ​ຄວາມ​ຕ້ອງການຕ້ອງ​ສອດຄ່ອງ ​ແລະຮັບ​ໃຊ້​ກາ​ປະຕິບັດ​ແຜນ​ຍຸດ​ທະ​ສາດ, ​ແຜນກຳນົດ, ​ແຜນການ​ພັດທະນາ​ປະ​ເທດ; ​ແຕ່​ໃນ​ເມື່ອ​ປະຕິບັດ​ນັ້ນ ​ຕ້ອງ​ອີງ​ຕາມ​ກົນ​ໄກ​ຕະຫຼາດ, ຜ່ານການປະມູນທີ່ມີການແຂ່ງຂັນ ​ແລະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດທີ່​ຂຶ້ນ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ, ​ເພື່ອ​ໃຫ້​ມີ​ການຈັດ​ແບ່ງ​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ການ​ນຳໃຊ້​ມີ​ປະສິດທິ​ຜົນ​ສູງ. ລັດ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ລົງທຶນ​ຈາກ​ລັດ, ພັດທະນາ​ໃນ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ, ພື້ນ​ທີ່ທີ່ສຳຄັນ​ໃນເສດຖະກິດ-ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ ຂອງ​ປະ​ເທດ (​ໂດຍ​ສະ​ເພາະ​ແມ່ນ​ ເມື່ອ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ບໍ່​ໄດ້​ຮັບ​ອະນຸຍາດ, ບໍ່​ຢາກ ຫຼື​ບໍ່​ມີຄວາມ​ສາມາດ​ໃນ​ການ​ລົງທຶນ), ​ເປັນ​ກຳລັງນຳ​ໜ້າ, ຫຼັກ​ແຫຼ່ງ​ໃນ​ການ​ພັດທະນາ​ຂະ​ແໜງ​ການ, ຂົງ​ເຂດ, ພື້ນ​ທີ່​ນັ້ນ. ລັດ​ວິ​ສາ​ຫະກິດ​ເປັນ​ເຈົ້າ​ຕົນ​ເອງ, ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ, ​ແຂ່ງຂັນ​ແບບ​ສະ​ເໝີ​ພາບ ​ກັບ​​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບບັນດາ​ພາກສ່ວນ​ເສດຖະກິດ​ອື່ນ. ​ເມື່ອ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ໄດ້​ລົງທຶນ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ, ພື້ນ​ທີ່​ນີ້​ແລ້ວ ​ແລະ ບໍ່ຈຳ​ເປັນ​ຕ້ອງ​ມີລັດ​ວິ​ສາ​ຫະກິດ​ອີກ, ລັດ​ອາດ​ຈະ​ຖອນ​ທຶນ, ຫັນ​ລັດວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ​ໂອນ​ທຶນ​ຂອງ​ລັດ​ໄປ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ, ຂົງ​ເຂດ, ພື້ນ​ທີ່​ທີ່​ສຳຄັນ​ອື່ນ ​ເພື່ອ​ປະຕິບັດ​ແຜນ​ຍຸດ​ທະ​ສາດ, ​ເປົ້າ​ໝາຍ​ໃໝ່​ຂອງ​ລັດ. ດັ່ງ​ນັ້ນ, ບົດບາດ​ເປັນ​ເຈົ້າ​ພາທາງ​ຂອງ​ເສດຖະກິດຂອງລັດ ​ໃນ​ຄວາມ​ໝາຍ​ເປັນ​ເຄື່ອງມື​ທີ່ສຳຄັນ ​ເພື່ອ​ໃຫ້​ລັດ​ດັດສົມ, ຊຸກຍູ້, ກຳນົດ​ທິດ​ທາງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ. ບົດບາດ​ດັ່ງກ່າວ, ບົດບາດ​ເປັນ​ເຈົ້າ​ພາທາງ​ຂອງ​ເສດຖະກິດ​ຂອງ​ລັດບໍ່​ໄດ້​ຂັດ​ແຍ້​ງ, ກີດຂວາງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກົດ​ເກນ​ເສດຖະກິດ, ​ແລະ​ບໍ່​ຂັດ​ແຍ້​ງກັບ​ການ​ພັດທະນາ​ຂອງເສດຖະກິດ​ຕະຫຼາດ.

​ໃນ​ສະ​ໄໝ​ກ່ອນ​ການ​ປ່ຽນ​ແປງ​ໃໝ່, ​ເສດຖະກິດ​ລວມໝູ່, ພາຍ​ໃຕ້​ຮູບ​ການ​ຂອງ​ບັນດາ​ສະຫະກອນ​ທີ່​ມີ​ການ​ກຳມະສິດ​ລວມໝູ່​ທາງ​ດ້ານ​ທີ່​ດິນ ​ແລະ​ບັນດາ​ອຸປະກອນການ​ຜະລິດ​ຕົ້ນຕໍ, ການ​ຄຸ້ມ​ຄອງ​ຕາມ​ແຜນການ, ການ​ແຈກ​ຢາຍ​ຕາມ​ແຮງ​ງານ ​ແລະ ຢູ່​ໃນ​ກົນ​ໄກ​ເສດຖະກິດ​ຫັນ​ເປັນ​ແຜນການ​ລວມສູນ​ອາດຍາ​ສິດ, ​ເກື້ອກູນ​ລວມຂອງ​ປະ​ເທດ ​ເຊິ່ງກົງກັນຂ້າມ​ກັບ​ເສດຖະກິດ​ຕະຫຼາດ. ​ໃນ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ບັນດາ​ສະຫະກອນ​ກໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​​ໃໝ່ ທັງ​ດ້ານ​ການຈັດ​ຕັ້ງ ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ, ມັນ​ແຕກ​ຕ່າງຈາກ​ສະຫະກອນ​ກ່ອນ​ໜ້າ​ນີ້. ສະຫະກອນ​ໃນ​ປະຈຸ​ບັນ​ນີ້ (ສະຫະກອນ​ແບບ​ໃໝ່) ​ແມ່ນອົງ​ກອນ​ເສດຖະກິດລວມໝູ່​ທີ່​ຈັດ​ຕັ້ງ​ຂຶ້ນ​ໂດຍສະໝັກ​ໃຈ​ໂດຍ​ຄົວ​ເຮືອນ​ການ​ຜະລິດ​ແລະ​ທຸລະ​ກິດ ​ເພື່ອ​ໃຫ້​ບໍລິການ​ແກ່​ຄົວ​ເຮືອງ​ສະມາຊິກ, ສະໜັບສະໜູນ​ສະມາຊິກ, ຜູ້​ຜະລິດ​ນ້ອຍ ​ແລະ​ຜູ້​ດ້ອຍ​ໂອກາດ​ເມື່ອ​ເຂົ້າ​ຮ່ວມ​ໃນ​ຕະຫຼາດ, ຊ່ວຍ​ພວກ​ເຂົາ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ແລະ​ທຸລະ​ກິດ. ​ໂດຍ​ແລ້ວ​ແຕ່​ຄວາມ​ສາມາດ​ຂອງ​ສະຫະກອນ ​ແລະ​ຄວາມ​ຕ້ອງການ​ຂອງ​ບັນດາ​ຄົວ​ເຮືອນ​ສະມາຊິກ, ສະຫະກອນ​ອາດ​ຈະ​ສະໜອງ​ວັດ​ຖຸກິດ, ອຸປະກອນ, ​ປັດ​ໄຈການ​ຜະລິດ​ສຳລັບ​ຄົວ​ເຮືອນ (ດ້ວຍ​ລາຄາ​ຖືກ, ຄຸນ​ນະພາ​ບ​ໄດ້​ຮັບປະກັນ​ກວ່າ​ເມື່ອ​ຊື້​ຕາມ​ແຕ່ລະ​ຄົວ​ເຮືອນ); ຮັບຜິດຊອບດ້ານບໍລິການການຜະລິດຕ່າງໆ​ເຊັ່ນ: ການຄາດ​ໄຖ, ​ເບິ່ງ​ແຍງ​ພືດ​ພັນ, ​ເກັບ​ກ່ຽວ ສຳລັບຄົວເຮືອນສະມາຊິກ (ປະຢັດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ຂອງຄົວເຮືອນສະມາຊິກ); ​ເກັບຮັກສາ, ປຸງ​ແຕ່ງ​ແລະ​ຈຳໜ່າຍຜະລິດ​ຕະພັນ ສຳລັບຄົວເຮືອນສະມາຊິກ (ມີ​ປະ​ໂຫຍ​ດຕໍ່​ຄົວ​ເຮືອນ​ຫຼາຍ​ກວ່າ​ການ​ການ​ທີ່​ແຕ່ລະ​ຄົວ​ເຮືອນ​ເກັບ​ຮັກສາ, ປຸງ​ແຕ່ງ ​ແລະຈຳໜ່າຍ); ສະໜັບສະໜູນບັນດາ​ຄົວ​ເຮືອນ​ສະມາຊິກ​ໃນ​ການກູ້ຢືມ​ເງິນຈາກສະຖາບັນສິນ​ເຊື່ອແລະທະນາຄານ,... ສະຫະກອນບໍ່​ພຽງ​ແຕ່​ພັດທະນາໃນຂົງເຂດກະສິກຳເທົ່ານັ້ນ, ແຕ່ຍັງມີໃນຂົງເຂດຫັດຖະກຳ, ອຸດສາຫະກຳ​ນ້ອຍ, ການຄ້າ, ການຂົນສົ່ງ,... ສະຫະກອນໄດ້ຄ່ອຍໆສະສົມທຶນ, ​ເງິນ, ຊັບສິນ ແລະຂະຫຍາຍຂະໜາດຂອງການດຳເນີນງານ; ​ເຊື່ອມ​ໂຍງ​ເຂົ້າກັນ​ເປັນສະມາຄົມ, ສະຫະພັນສະຫະກອນ ຕາມ​ຂະ​ແໜງ​ການ ອາຊີບ, ຕາມ​ພື້ນ​ທີ່​ການ​ເຄື່ອນ​ໄຫວ... ສ້າງ​ເປັນ​ເຄືອ​ຂ່າຍ​ທີ່​ກວ້າງຂວາງ ​ເພື່ອ​ສະໜັບສະໜູນ​ຜູ້​ຜະລິດ​ນ້ອຍ, ນຳເອົາຜູ້ຜະລິດນ້ອຍ​ໄປສູ່ສັງຄົມນິຍົມ, ພັດທະນາຕາມທິດສັງຄົມນິຍົມ.

​ເສດຖະກິດ​ລວມໝູ່ມີ​ບົດບາດ​ສະໜັບສະໜູນ​ໃຫ້​ຜູ້​ຜະລິດ​ນ້ອຍດຳ​ເນີນ​ການ ​ແລະ​ພັດທະນາ​ໃນ​ລະ​ບົບ​ເສດຖະກິດ​ຕະຫຼາດ ​ແລະ ພ້ອມ​ກັນ​ກັບ​ເສດຖະກິດ​ຂອງ​ລັດ, ມີ​ບົດບາດ​ເປັນ​ເຄື່ອງມື ​ເພື່ອ​ໃຫ້​ລັດ​ຊຸກຍູ້​ແລະ​ກຳນົດ​ທິດ​ທາງ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ, ນຳໜ້າ​ໃນ​ການ​ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ​ໃຫ້​ເຂົ້າ​ມາ​ລົງທຶນ​ໃນ​ຂະ​ແໜງ​ການ, ຂົງ​ເຂດ, ພື້ນ​ທີ່​ທີ່​ສຳຄັນຂອງ​ປະ​ເທດ ດັ່ງ​ນັ້ນການ​ກຳນົດ​ວ່າ ​ສອງ​ພາກສ່ວນ​ເສດຖະກິດ​ນີ້​ເປັນ​ຮາກ​ຖານ​ຂອງ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແມ່ນ​ຖືກຕ້ອງ, ບໍ່​ຂັດຂວາງ​ການ​ພັດທະນາ​ຂອງ​ພາກສ່ວນ​ເສດຖະກິດ​ອື່ນ, ບໍ່​ຂັດຂວາງ​ການ​ພັດທະນາ​ຂອງເສດຖະກິດ​ຕະຫຼາດ.

ກ່ຽວ​ກັບ​ຄວາມ​ຜິດພາດ​ຂອງ​ຂໍ້​ພິນິດ​ທີ່​ວ່າ, ​ເສດຖະກິດ​ເອກະ​ຊົນ​ ໃນ​ຖານະ​ກຳລັງ​ຂັບ​ເຄື່ອນ​ທີ່ສຳຄັນຂອງ​ລະບົບ​ເສດຖະກິດ ​ໄດ້​ຮັບ​ການ​ສະໜັບສະໜູນ​ໃຫ້​ພັດທະນາ​ໄປ​ສູ່ສະຫະ​ບໍລິສັດ, ກຸ່ມ​ເສດຖະກິດ​ທີ່​ເຂັ້ມ​ແຂງ ເສດຖະກິດ​ບໍ່​ສາມາດ​ພັດທະນາຕາມ​ທິດ​ທາງ​ສັງຄົມ​ນິຍົມ​ໄດ້, ​ແຕ່​ຈະ​ກາຍ​ເປັນ​ເສດຖະກິດ​ທຶນ​ນິຍົມ. ແທ້ຈິງແລ້ວ, ຖ້າພວກ​ເຮົາ​ປ່ອຍ​ໃຫ້ເສດຖະກິດເອກະຊົນພັດທະນາ​ໄປ​ຕາມ​ທຳ​ມະ​ຊາດ ເສດຖະກິດຕະຫຼາດຂອງພວກເຮົາຈະດຳເນີນໄປຕາມ​ເສັ້ນທາງທຶນນິຍົມ. ​ແຕ່​ລະບົບ​​ເສດຖະກິດ​ຕະຫຼາດ​ຫວຽດນາມ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​ໂດຍພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ຜູ້ນຳ​ພາ, ​ເສດຖະກິດ​ເອກະ​ຊົນ​ບໍ່​ພັດທະນາ​ແບບ​ເກີດ​ເອງ, ​ແຕ່​ຕ້ອງ​ປະຕິບັດ​ຕາມກົດໝາຍ​ແລະ​ນະ​ໂຍບາຍ​ຂອງ​ລັດ, ​ໄດ້​ຮັບ​ການ​ກຳນົດ​ທິນທາງ​ການ​ເຄື່ອນ​ໄຫວສອດຄ່ອງ​ກັບ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ ​ແລະ​ແຜນການ​ພັດທະນາ​ເສດຖະກິດ​ຂອງ​ລັດ, ຮັບປະກັນ​ເງື່ອນ​ໄຂ​ການ​ອອກ​ແຮງ​ງານ, ການ​ພົວພັນ​ແຮງ​ງານ​ທີ່​ກົມກຽວ, ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່ຊອບທຳ​ແລະ​ຖືກຕ້ອງຕາມກົດໝາຍຂອງຜູ້​ອອກ​ແຮງ​ງານ, ຄວາມ​ຮັບຜິດຊອບ​ສັງຄົມ​ແລະ​ການປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ວິ​ສາ​ຫະກິດຕາມ​ກົດໝາຍ. ຄຽງຂ້າງນັ້ນ, ​ເມື່ອ​ລັດ​ສົ່ງ​ເສີມ​ເສດຖະກິດ​ເອກະ​ຊົນພັດທະນາໃຫ້ກາຍເປັນສະຫະບໍລິສັດ ກຸ່ມ​ເສດຖະກິດ​ທີ່​ເຂັ້ມ​ແຂງ ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດນັ້ນ ກົດໝາຍ, ນະ​ໂຍບາຍຂອງ​ລັດກໍ່​ໄດ້​ແນະນຳ​ໃຫ້ບັນດາສະຫະບໍລິສັດ ກຸ່ມ​ເສດຖະກິດ​ເຫຼົ່າ​ນັ້ນ ພັດທະນາ​ເປັນ​ບໍລິສັດ​ຫຸ້ນ​ສ່ວນທີ່​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງ​ບັນດາ​ກຳລັງ​ສັງຄົມ. ດ້ວນ​ວິທີ​ນັ້ນ, ລັດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ຈະ​ນຳ​ເອົາ​ເສດຖະກິດ​ເອກະ​ຊົນກ້າວ​ສູ່​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ, ຂັ້ນ​ໄດແຫ່ງການ​ຂ້າມ​ຜ່ານສູ່​ສັງຄົມ​ນິຍົມ, ​ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ./.

--------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 947 (​ເດືອນ​ສິງຫາ 2020)