ຈາກການສ້າງຕັ້ງປະເທດ ຈົນເຖິງຄວາມປາດຖະໜາຢາກກາຍເປັນຊາດ - ປະເທດ
ທີ່ຈະ​ເລີ​ນເຂັ້ມແຂງ

ໂດຍ ຮສ, ປອ ຟ້າມຮົ່ງຕູງ
ຜູ້ອຳນວຍການສະຖາບັນຫວຽດນາມສຶກສາແລະວິທະຍາສາດພັດທະນາ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ
13:13, 11-04-2021

ກ. - ປະຫວັດສາດຂອງຊາດຫວຽດນາມ ແລະ ປະຫວັດສາດຂອງພັກກອມ​ມູນິດຫວຽດນາມສະແດງໃຫ້ເຫັນວ່າ ມານະ​ຈິດ​ແລະຄວາມປາດຖະໜາຂອງ​ຊາດ​ແມ່ນ​ອາລົມ​ຈິດ ​ແຕ່​ກໍ່​ແມ່ນ​ຄວາມ​ເຊື່ອ​​ແບບ​ເຫດຜົນ​ນິຍົມ, ​ເມື່ອ​ໄດ້​ປຸກ​ຕື່ນ​ແລະ​ເສີມຂະຫຍາຍມັນ​ຈະ​ກາຍ​ເປັນ​ອຸດົມ​ຄະຕິ ​ແລະ​ເຈດ​ຈຳນົງ​ ຂອງ​ປວງ​ຊົນ​ທັງ​ຊາດ. ຫຼັກ​ຂອງຄວາມ​ເຊື່ອ​​ແບບ​ເຫດຜົນນິຍົມ​ນັ້ນ​ ແມ່ນການ​ທົດ​ສອບ​ໃນ​ຄວາມ​ເປັນ​ຈິງ​ຂອງ​ຫຼັກການ​ທາງ​ການ​ເມືອງ​ຂອງ​ພັກ: ຍາມໃດກໍ່ຖືເອົາພາລະກິດອັນເປັນທຳຂອງຊາດ, ຄວາມສຸກຂອງປະຊາຊົນ ແລະຜົນປະໂຫຍດຂອງ​ປະ​ເທດ​ ເປັນອັນ​ດັບ​ໜຶ່ງ. ນີ້​ແມ່ນ​ສິ່ງ​ທີ່​ປະທານ​ໂຮ່ຈີ​ມິນ​ ແລະ​ພັກ​ກອມ​ມູນິດ​ຫວຽດນາມ​ ເຂົ້າ​ໃຈຊາບ​ຊຶມ​ຕະຫຼອດ.

ມານະຈິດແລະຄວາມປາດຖະໜາຂອງຊາດແມ່ນອາລົມຈິດ ແຕ່ກໍ່ແມ່ນຄວາມເຊື່ອແບບເຫດຜົນນິຍົມ, ເມື່ອໄດ້ປຸກຕື່ນແລະເສີມຂະຫຍາຍ ມັນຈະກາຍເປັນອຸດົມຄະຕິແລະເຈດຈຳນົງ ຂອງປວງຊົນທັງຊາດ (ຜົນງານ: “ລຸງໂຮ່ຝາກໃຈໃຫ້ປະຊາຊົນ” ໂດຍຈິດຕະກອນ ເຈິ່ນງວຽນດ໊ານ ຈັດສະແດງທີ່ ຫໍພິພິທະພັນສິລະປະຫວຽດນາມ) _ ພາບ: ເອກະສານ

ຫວນຄືນເມື່ອ 75 ປີກ່ອນ, ໃນເດືອນກັນຍາປີ 1945, ໃນຈົດໝາຍ​ເຖິງ​ນັກຮຽນໃນມື້ທຳອິດຂອງການເຂົ້າໂຮງຮຽນ ເມື່ອປະເທດໄດ້ຮັບເອກະລາດ​ແລະ​ເສລີພາບຄືນໃໝ່, ປະທານ​ໂຮ່ຈີ​ມິນ​ຂຽນ​ວ່າ: “ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດ​ທີ່ສວຍງາມຫຼືບໍ່, ຊາດ​ຫວຽດນາມຈະສາມາດກ້າວຂຶ້ນສູ່ຄວາມສະຫງ່າລາສີ ​ເພື່ອ​ຢືນ​ຄຽງ​ບ່າຄຽງໄຫຼ່ກັບບັນດາ​ປະ​ເທດ​ມະຫາອຳນາດ​ໃນ 5 ທະວີບ​ໄດ້​ຫຼື​ບໍ່, ສິ່ງ​ດັ່ງກ່າວ​ສ່ວນໃຫຍ່ແມ່ນອາໄສຄວາມພະຍາຍາມຮ່ຳຮຽນຂອງພວກນ້ອງນັກຮຽນ”(1).

ກ່ອນ​ໜ້າ​ນີ້ 20 ປີ, ທ່ານ​ພົນ​ເອກ ຫວໍ​ ງວຽນ​ຢ໊າບ ຂຽນ​ວ່າ: “​ເມື່ອ​ເບິ່ງ​ຄືນ​ໄປ​ໃນສະຕະວັດທີ 20, ຄົນຫວຽດທີ່ກ້າຫານແລະສະຫຼາດ, ໄດ້ເຮັດສິ່ງທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້, ໄດ້ເຮັດໃຫ້ຄວາມເປັນຈິງທາງປະຫວັດສາດກາຍເປັນຕຳນານ. ​ເຂົ້າ​ສູ່​ສະຕະວັດ​ທີ 21 ແລະສະຫັດສະຫວັດໃໝ່, ຊາດ​ຫວຽດນາມ​ດ້ວຍ​ຄວາມ​ປາດ​ຖະໜາ​ອັນ​ຍິ່ງ​ໃຫຍ່​ແລະປັນຍາປະດິດຄິດສ້າງ, ຈະມີຄວາມໄຝ່ຝັນອັນສັກກາລະແລະຫັນ​ຄວາມ​ໄຝ່ຝັນເຫຼົ່ານັ້ນກາຍເປັນຄວາມເປັນຈິງທາງປະຫວັດສາດ”(2).

​ໃນ​ບົດ​ປາ​ໄສ​ທີ່​ຜ່ານ​ມາ​ມໍ່​ນີ້, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫງວຽນ​ຝູຈ້ອງ ​ໄດ້​ຢືນຢັນ​ວ່າ: “ປະ​ເທດ​ຫວຽດນາມບໍ່ເຄີຍມີພາລະກິດ​ອັນ​ໃຫຍ່​ໂຕ, ຄວາມ​ສາມາດ​ບົ່ມ​ຊ້ອນ, ຖານະຕຳແໜ່​ງແລະຊື່ສຽງລະດັບສາກົນຄືປະຈຸບັນ”(3). ​ອາດ​ຈະ​ເວົ້າ​ໄດ້​ວ່າ, ພາລະກິດ​ອັນຍິ່ງ​ໃຫຍ່, ຄວາມ​ສາມາດ​ບົ່ມ​ຊ້ອນ, ຖານະຕຳແໜ່​ງ​ ແລະ​ຊື່​ສຽງ​ລະດັບ​ສາກົນ ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ​ນີ້ ​ແມ່ນ​ຜົນສຳ​ເລັດ​ໂດຍ​ກົງ​ຂອງ​ກິດຈະການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ໃນ​ເກືອບ 35 ປີ​ທີ່​ຜ່ານ​ມາ, ​ແຕ່​ມັນ​ຍັງ​ເປັນ​ຜົນສຳ​ເລັດທົ່ວໄປ ຂອງການຕໍ່ສູ້ຢ່າງ​ບໍ່​ຮູ້ອິດຮູ້ເມື່ອຍ ເພື່ອປະຕິບັດຄວາມມຸ່ງຫວັງ​ໃນ​ຄວາ​ມຈະ​ເລີ​ນ​ເຂັ້ມ​ແຂງ​ຂອງ​ຊາດ​ໃຫ້​ປະກົດ​ເປັນ​ຈິງ ໃນຕະຫຼອດປະຫວັດສາດ. ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້ຊາດ​ຫວຽດນາມບືນ​ຕົວ​ຂຶ້ນສູ່​ຈຸດ​ສູງສຸດ​ຂອງ​ເຈດຈຳນົງ ​ແລະຄວາມປາດ​ຖະໜາຂອງ​ຕົນ ​ໃນ​ຍຸກ​ແຫ່ງອາລະຍະທຳ​ທາງ​ປັນຍາ, ໂລກາ​ພິວັດ ​ແລະການ​ພັດທະນາ​ແບບ​ຍືນ​ຍົງ.

ພາລະກິດ​ຂອງ​ປະ​ເທດ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ຊາດ​ໃນ​ປະຫວັດສາດ

ອາດ​ຈະ​ເຫັນ​ໄດ້​ວ່າ, ​ໃນ​ຕະຫຼອດ​ປະຫວັດສາດ​ແຫ່ງ​ການ​ສ້າງສາ​ປະ​ເທດ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດນັ້ນ, ຊາດ​ຫວຽດນາມ​ຍາມ​ໃດ​ກໍ່ສະແດງໃຫ້ເຫັນວ່າ​ເປັນ​ຊາດ​ທີ່ມີຄວາມສາມັກຄີໃນຊຸມຊົນສູງ, ມີຄວາມເຂັ້ມແຂງທົນທານ ແລະມີ​ຄວາມ​ປາດ​ຖະໜາ​ທີ່​ແຮງ​ກ້າທີ່ສຸດ. ​ເນື້ອ​ໃນ​ຂອງ​ຄວາມ​ປາດ​ຖະໜາ​ແຫ່​ຊາດ​ໄດ້​ສະ​ແດງ​ອອກ ​ແລະຖ່າຍ​ທອດ​ຈາກ​ຮຸ່ນ​ກ່ອນ​ໄປ​ສູ່​ຮຸ່ນ​ຕໍ່ໆ​ໄປ ພາຍ​ໃຕ້​ບັນດາ​ຮູບ​ການ​ທີ່​ຕ່າງ​ກັນ ​ແລະດ້ວຍ​ບັນດາ​ເນື້ອ​ໃນ​ສະ​ເພາະ​ທີ່​ຕ່າງ​ກັນ - ກຳນົດ​ໂດຍເງື່ອນໄຂປະຫວັດສາດ, ​ແຕ່, ​ເນື້ອ​ໃນ​ທີ່​ກວມ​ລວມຄື: ເອກະລາດ, ເສລີພາບ, ອາລະຍະທຳ ແລະ ຈະ​ເລີ​ນ​ເຂັ້ມ​ແຂງ.

​ບັນດາຫຼັກຖານທາງໂບຮານຄະດີໄດ້ສະແດງໃຫ້ເຫັນວ່າ, ແຕ່ສະໄໝທຳອິດ​ຂອງປະຫວັດສາດຂອງຊາດ - ຍຸກຂອງສະໄໝລັດ ວັນ​ລາ​ງ ​ແລະ ​ເອົາ​ຫຼາກ, ບັນພະບຸລຸດຂອງຊາວຫວຽດນາມ ຮູ້ວິທີການຈັດຕັ້ງສັງຄົມທີ່ຂ້ອນ​ຂ້າງເຂັ້ມງວດ ​ແລະມີ​ລະບຽບໂດຍອີງໃສ່ການພັດທະນາທີ່ສະຫງ່າລາສີຂອງອາລະຍະທຳແມ່ນ້ຳແດງ. ລາຍຄວັດຕ່າງໆຢູ່ທາງໜ້າຂອງກອງທອງແດງ ງ້ອກຫລຸ ​ແລະ​ໃນ​ກອງ​ທອງ​ແດງ​ປະ​ເພດ​ອື່ນໆ ລ້ວນ​ແຕ່ສະແດງ​ໃຫ້​ເຫັນ​ເຖິງວັນບຸນຕ່າງໆຂອງຊາວກະສິກອນ - ແມ່ນ້ຳ ລຳ​ເຊ, ສະທ້ອນ​​ໃຫ້​ເຫັນເຖິງ​ສັງຄົມທີ່​ມີ​ປະຊາກອນ​ເຕົ້າ​ໂຮມ​ສູງ ​ແລະ ມີການຈັດ​ຕັ້ງ-ແບ່ງບົດບາດ​ຢ່າງ​ຈະ​ແຈ້ງ, ​ແໜ້ນ​ແຟ້ນ. ການ​ມີ​ຢູ່​ຂອງ​ສົບ​ໄຖ​ທອງ​ແດງ​ຫຼາຍ​ປະ​ເພດ​ເປັນ​ຫຼັກ​ຖານ​ວ່າ ກະສິກຳເຂົ້າປຽກໄດ້ຮັບ​ການຈັດລະບຽບແລະພັດທະນາດີພໍສົມຄວນ. ຄຽງ​ຄູ່​ກັນ​ນັ້ນ, ການ​ຄົ້ນ​ພົບ​ອາວຸດ​ຫຼາຍ​ຊະນິດ​ທີ່​ຕ່າງ​ກັນ, ຕັ້ງ​ແຕ່​ອາວຸດ​ດັ້ງ​ເດີມ​ທີ່​ເປັນ​ເຄື່ອງມື​ໃນ​ການ​ອອກ​ແຮງ​ງານ ຈົນ​ເຖິງ​ອາວຸດ​ທີ່​ມີ​ໄວ້ສຳລັບ​ນັກຮົບ​ມື​ອາຊີບ​​ເຊັ່ນ ລູກສອນທອງ​ແດງສາມຫຼ່ຽມ, ມີດສັ້ນ, ດາບ, ຫອກ, ງ້າວ,... ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ດິນ​ແດນ​ທີ່​ຊຸມ​ຊົນ​ຊາວ​ຫວຽດນາມ​ບູຮານ​ອາ​ໄສ​ຢູ່​ນັ້ນ ອຸດົມສົມບູນຫຼາຍ ​ແລະ​ສັງຄົມ​ຂອງ​ຊຸມ​ຊົນ​ເຫຼົ່າ​ນີ້ ຈະ​ເລີ​ນຮຸ່ງ​ເຮືອງ​ພໍ​ສົມຄວນ. ​ແລະ​ບາງທີ​ ມັນ​ອາດ​ຈະ​ແມ່ນ​ເຫດຜົນທີ່​ເຮັດ​ໃຫ້ດິນແດນເຫຼົ່ານີ້ ມັກຈະຖືກກອງກຳລັງຮຸກຮານ​ຕ່າງປະ​ເທດ​ທີ່​ພະຍາ​ຍາມຍຶດຄອງ.

​ໃນ​ເງື່ອນ​ໄຂ​ປະຫວັດສາດ​ຄື​ແນວ​ນັ້ນ, ບັນພະບຸລຸດ​ຊາວ​ຫວຽດນາມ​ໃນ​ເວລາ​ນັ້ນ ​ໄດ້​ສະ​ແດງ​ອອກ​ແລະ​ຝາກຝັງ​ຄວາມ​ປາດ​ຖະໜາ​ຂອງ​ພວກ​ເຂົາ​ໃນ​ຕຳນານ ​ເຊິ່ງຖ້າ​ປອກລອກ​ສິ່ງ​ປົກ​ຄຸມ​ທີ່​ເພີ້​ຝັນ​ອອກ​ໄປ​ ຈະ​ເຫັນ​ຂໍ້ຄວາມ​ເນື້ອ​ໃນມະນຸດ​ອາລະຍະທຳທີ່​ຈະແຈ້ງແລະແທ້ຈິງທີ່​ສຸດ. ນັ້ນແມ່ນຈິດສຳນຶກ​ກ່ຽວ​ກັບຕົ້ນກໍາເນີດຮ່ວມ​ກັນ​ແລະ​ຄວາມ​ສາມັກຄີ​ຊຸມ​ຊົນ (ນິທານ “​ເກີດ​ດິນ, ​ເກີດ​ນ້ຳ”, “ຫຼາກ​ລອງ​ກວັນ ​ແລະ ​​ໂອເກີ”), ຄວາມ​ປາດ​ຖະໜາທີ່​ຈະ​ພິຊິດ​ແລະ​ຄວບ​ຄຸມ​ທຳ​ມະ​ຊາດ (ນິທານ “ພະຍາ​​ແຫ່ງ​ພູ​ເຂົາ ​ແລະ ພະຍາ​ແຫ່ງ​ແມ່​ນ້ຳ”, ນິທານ “ມາຍ​ອານ​ຕຽມ”), ສາມັກຄີ​ກັນ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ (ນິທານ “​ແຖນ​ຢ໋ອງ”, ນິທານ​ “ກາວ​ໂລ້”, ນິທານ​ “ໜ້າໄມ້​ກາຍ​ຍະ​ສິດ”...).

ຖັດຈາກນັ້ນ, ໃນໄລຍະເວລາກວ່າພັນປີພາຍໃຕ້ການຄອບຄອງຂອງສັກດິນາ​ພາກເໜືອ, ຊາດຫວຽດນາມຍັງຄົງຮັກສາຄວາມມຸ່ງມາດປາດຖະໜາ ​ແລະ ຫຼໍ່ໍລ້ຽງ​ເຈດຈຳນົງ​ເອກະລາດ, ເສລີພາບ​ແຫ່ງ​ຊາດຢ່າງບໍ່ຢຸດຢັ້ງ. ​ໃນ​ສະພາບ​ການ​ທີ່​ຍິ່ງ​ຖືກກົດ​ຂີ່​ຂົ່ມ​ເຫັງ​ເທົ່າ​ໃດ, ປະຊາຊົນ​ຫວຽດນາມ​ຍິ່ງ​ຕໍ່ສູ້ຢ່າງເ​ດັດ​ດ່ຽວ ແລະສະ​ແດງ​ຄວາມ​ປາດ​ຖະໜາ​ຂອງ​ຊາດ​ຢ່າງ​ຈະ​ແຈ້ງ​ເທົ່າ​ນັ້ນ. ນັ້ນ​ແມ່ນ​ໃນ​ລະດູບານ​ໃໝ່​ປີ 40, ສອງພະນາງຈຶງຈັກ​ແລະ​ຈຶງຍີ້ ​ໄດ້ “​ໂບກ​ທຸງ​ແດງ​ເທິງ​ຫົວ​ຊ້າງ” ​ຮຽກຮ້ອງ​ປະຊາຊົນ​ລຸກ​ຮື​ຂຶ້ນຕໍ່ສູ້ຕ້ານ​ພວກປົກຄອງ, ​ໃນ​ທັນທີ, ຜູ້ນຳແລະປະຊາຊົນ​ໃນ​ທຸກແຂວງ, ​ເມືອງ​ໄດ້ຕອບ​ສະໜອງຢ່າງ​ພ້ອມພຽງ​ຮຽງ​ໜ້າ, ​ໃນ​ເວລາ​ອັນສັ້ນ​ໄດ້​ຂັບ​ໄລ່​ເຈົ້າ​ນາຍ​ຜູ້ປົກຄອງ ຊູ່​ຢິ່ງ, ​ໂຄ່ນ​ລົ້ມ​ແອກ​ປົກຄອງ​ຂອງ​ລາຊະວົງ​ຮັ່ນ​ທັງ​ໝົດ.

ກວ່າ 200 ປີຕໍ່ມາ, ໃນປີ 248, ​ໂດຍປະຕິບັດຕາມແບບຢ່າງຂອງສອງ​ພະນາງຈຶງຈັກ​ແລະ​ຈຶງຍີ້ນັ້ນ, ພະນາ​ງຈ້ຽວທິຈິງ ໄດ້ຍົກສູງທຸງຊາດດຳ​ເນີນການ​ລຸກ​ຮື​ຂຶ້ນ​ອີກ. ​ເຖິງ​ວ່າ​ບໍ່​ມີ​ການ​ບັນທຶ​ກໄວ້​ໃນປື້ມປະຫວັດສາດກໍ່​ຕາມ, ​ແຕ່ຊາວພື້ນ​ເມືອງ​ຈາກຫຼາຍລຸ້ນຄົນ ຍັງໄດ້ເຜີຍແຜ່ຄຳເວົ້າແລະຄວາມກ້າຫານຂອງພະນາ​ງຈ້ຽວ: “ຂ້າພະ​ເຈົ້າ​ຢາກ​ຂີ່​ສາຍ​ລົມ​ແຮງ, ຢຽບ​ກະ​ແສ​ຄື້ນຮ້າຍ, ຟັນ​ຝ່າ​ປາວານ​ເພັດຊະ​ຂາດ​ໃນ​ທະ​ເລ​ຕາ​ເວັນ​ອອກ, ຂັບ​ໄລ່​ສັດຕູ​ອອກ​ຈາກ​ເຂດ​ແດນ​ຂອງ​ປະ​ເທດ, ​ເພື່ອ​ກູ້​ປະຊາຊົນ​ອອກ​ຈາກ​ຄວາມ​ເປັນ​ຂ້າ​ທາດ, ບໍ່​ຍອມ​ກົ້ມຫົວຄຸເຂົ່າ​ເປັນ​ລູກ​ແຫຼ້ງ​ຕີນ​ມື​ຂອງ​ພວກ​ຕ່າງ​ດ້າວ”(4). ຄວາມ​ປາດ​ຖະໜາ​ນັ້ນ, ​ເຈດ​ຈຳນົງ​ແລະ​ຄວາ​ມກ້າຫານ​ນັ້ນ​ ຂອງ​ພະນາ​ມຈ້ຽວ ​ແລະປະຊາຊົນ ຢາ​ວ​​ເຈົາ ​ໃນ​ສະ​ໄໝ​ນັ້ນ​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ເສິກ​ທາງ​ພາກ​ເໜືອ​ຕ້ອງ​ຫວາດ​ຫວັ່ນ​ຂວັນ​ເສຍ, ເຮັດໃຫ້ນາຍພົນ ຫຼິ້ວ​ເຢີ້ນ ຂອງສັດຕູຈົ່ມວ່າ: “ຖື​ງ້າວຕໍ່ສູ້ກັບເສືອບໍ່​ຍາກ. ​ແຕ່ການຮັບມືກັບພະນາ​ງກະສັດແມ່ນຫຍຸ້ງຍາກ​ແທ້​ໆ(5).

​ເຖິງ​ປີ 540, ທ່ານ ຫຼີບີ໋ ​ໄດ້ນຳພາ​ປະຊາຊົນ ຢາ​ວ​​ເຈົາ ລຸກ​ຮື​ຂຶ້ນ​ແລະ​ໂຄ່ນ​ລົ້ມ​ແອກ​ປົກຄອງ​ຂອງ​ຂ້າ​ເສິກ​ທາງພາກ​ເໜືອອີກ​ຄັ້ງ, ຍາ​ດ​ເອົາ​ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ຄືນ​ມາ​ໄດ້. ທ່ານ​ໄດ້​ສ້າງ​ຕັ້ງ​ລາຊະວົງ​ໃໝ່​ຂຶ້ນ​ໂດຍປະກາດ​ວ່າ ນາມ​ເດ໋ ຕັ້ງ​ຊື່​ຊາດ​ວ່າວ້ານຊວັນ ​ແລະ​ຕັ້ງ​ເມືອງ​ຫຼວງ​ໃນລອງ​ບຽນ. ການປະກາດຂອງ​ຈັກກະພັດ ຫຼີບີ໋ ແລະການຕັ້ງຊື່ປະເທດວ່າວ້ານຊວັນ ໄດ້ສະແດງໃຫ້ເຫັນຢ່າງ​ຈະ​ແຈ້ງ​ເຖິງ​ຄວາມກ້າຫານແລະຄວາມປາດຖະໜາ ຂອງບັນພະບຸລຸດ​ຂອງພ​ວກ​ເຮົາ ​ໃນ​ການ​ເປັນເອກະລາດ, ຄວາມຍືນຍົງ ​ແລະ​​ເທົ່າ​ທຽມ​ກັນກັບພາກເໜືອໃນເວລານັ້ນ.

ສະຕະວັດ​ທີ X, ພາຍຫຼັງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ແມ່ນ້ຳ ​ແບັດ​ດັ່ງ ປີ 938,  ໂສ້ຄາ​​ແຫ່ງການປົກຄອງ​ຂອງສັດຕູ​ທາງ​ເໜືອຖືກທຳລາຍໝົດ. ວິລະ​ຊົນ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່ເຈດຈຳນົງແລະຄວາມມຸ່ງມາດປາດຖະໜາຂອງປະເທດຊາດ ທີ່ນຳພາ​ປະຊາ​ຊົນຫວຽດນາມສ້າງວິລະກຳອັນ​ສະຫງ່າ​ອົງອາດ​ນັ້ນແມ່ນພະນະ​ທ່ານ ​ໂງ ກວ່ຽນ - ຜູ້​ໄດ້​ຮັບ​ການຍອມຮັບຈາກ​ໜັງສືປະຫວັດສາດ​ວ່າ​ “ຜູ້​ມີ​ທັກ​ສະ​​​ໃນ​ການ​ສູ້​ຮົບ​ທີ່​ດີ, ມີ​ຄຸນ​ງາມ​ຄວາມ​ດີ​ທີ່​ຍິ່ງ​ໃຫຍ່ໃນ​ການກໍ່​ຕັ້ງ​ປະ​ເທດ​ຄັ້ງ​ໃໝ່, ນຳໜ້າບັນດາ​ກະສັດ”(6). ທ່ານ​ຍັງໄດ້ສ້າງພື້ນຖານສຳລັບການຟື້ນຟູປະເທດ​ໃຫ້​ຈະ​ເລີ​ນ ພາຍຫຼັງຍຸກ​ແຫ່ງ​ການ​ປົກຄອງຂອງສັດຕູທາງທິດເໜືອ.

ຜ່ານ​ບັນດາ​ລາ​ຊະ​ວົງ ​ໂງ, ດິງ, ​ເລກ່ອນ​ໜ້າ, ພື້ນຖານ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ຍິ່ງ​ຂຶ້ນ, ພິ​ເສດ​ແມ່ນ ​ພາຍຫຼັງ​ທີ່​ລາຊະວົງຫຼີ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ຕັດສິນ​ຕົກ​ລົງ​ຍ້າຍ​​ເມືອງ​ຫຼວງ​ຈາກ ຮວາ​ລື ມາ​ທີ່​ເມືອງ​ ດ້າຍ​ລາ (ປີ 1010), ​ເປີດ​ຊະ​ຕາ​ຊີວິດ​ໃໝ່​ໃຫ້​ກັບປະ​ເທດ​ດ້າຍ​ຫວຽດ(*) - ຊະ​ຕາ​ຊີວິດ​ແຫ່ງການບິນ​ຂຶ້ນ ຖືກ​ຕາມ​ຊື່​ໃໝ່​ຂອງ​ເມືອງ​ຫຼວງທັງ​ລອງ (ທັງ​ລອງ - ມັງກອນ​ບິນ​ຂຶ້ນ).

ພາລະກິດ​ແລະ​ຊະ​ຕາ​ຊີວິດ​ຂອງ​ປະ​ເທດນັບ​ມື້​ນັບ​ໝັ້ນຄົງ ​ແມ່ນພື້ນຖານ​ເພື່ອ​ໃຫ້ປະຊາຊົນ​ຫວຽດນາມປົກ​ປັກ​ຮັກສາ​ພື້ນຖານ​ເອກະລາດ ​ແລະ​ຄວາມ​ເປັນ​ເຈົ້າ​ຕົນ​ເອງຂອງ​ຊາດ ຂຶ້ນ​ສູ່​ລະດັບ​ໃໝ່. ປີ 1075, ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ​ລາຊະວົງ​ຊົ້ງ​ໄດ້​ລວບ​ລວມກອງ​ກຳລັງ​ຂອງ​ພວກ​ເຂົາທີ່​ເມືອງຊົວຄຳ ​ແລະ ​ເມືອງ​ຊົວຫຼີມທີ່​ຕິດ​ກັບ​ຊາຍ​ແດນ, ແລະໄດ້ກະກຽມຢ່າງຮີບດ່ວນ ສຳລັບສົງຄາມບຸກໂຈມຕີປະ​ເທດ​ດ້າຍ​ຫວຽດ, ກະສັດ​ແລະ​​ເສນາ​ອາມາດ​ຂອງລາຊະວົງ​ຫຼີ ມີ​ຄວາມ​ກ້າຫານພຽງ​ພໍ​​ທີ່​ຈະ​ປະຕິບັດ​ແຜນການ​ “ລົງມື​ກ່ອນ​ເພື່ອ​ເອົາ​ຊະນະ​” ​ເພື່ອສະກັດກັ້ນ​ແລະ​ທັບ​ມ້າງກົນອຸບາຍ​ຮຸກ​ຮານຂອງ​ລາຊະວົງຊົ້ງ. ​ໃນ​ປີ​ຕໍ່​ມາ, 1076, ລາຊະວົງຊົ້ງສົ່ງ​ກອງ​ກຳລັງ​ທະຫານ​ມາ​ຮຸກ​ຮານ​ປະ​ເທດ​ດ້າຍ​ຫວຽດ, ​​ທ່າມກາງສົງຄາມ​ທີ່​ດຸ​ເດືອດນັ້ນ ບົດ​ກະວີ “ກະວີ​ນິພົນ​ທີ່ສັກສິດ” ​ໄດ້​ດັງ​ກ້ອງ​ກັງວານ, ປຸກລຸກຄວາມມຸ່ງມາດປາດຖະໜາ​ຂອງປະຊາຊົນດ້າຍຫວຽດຕໍ່​ເສລີ​ພາບ, ເອກະລາດ, ຄວາມ​ເຂັ້ມ​ແຂງ ​ແລະ ທຽບ​ເທົ່າ​ກັບ​ບັນດາ​ປະ​ເທດໃຕ້ - ເໜືອ: 

“ດິນ​ແດນປະ​ເທດທາງ​​ຕອນໃຕ້​​ແມ່ນຂອງກະສັດ​ແຫ່ງພາກ​ໃຕ້,

ສິ່ງ​ດັ່ງກ່າວ​​ໄດ້​ລະບຸຢ່າງ​ຈະ​ແຈ້ງ​ໃນໜັງສື​​ແຫ່ງສະຫວັນ​,

ເປັນຫຍັງພວກສັດຕູຈຶ່ງມາ​ຮຸກ​ຮານ,

ພວກເຈົ້າຈະຖືກຕີ​ໃຫ້​ແຕກ​ທະລາ​ຍ!” (7). ​​

ບົດ​ກະວີ​ນິລະນາມ​ນີ້​ໄດ້​ຮັບ​ການບັນທຶກ​ໄວ້​ໃນ​ໜັງສື​ປະຫວັດສາດ​ ​ເຊິ່ງເປັນ​ການ​ປະກາດ​ເອກະລາດ​ຄັ້ງ​ທຳ​ອິດ​ຂອງ​ຊາດ-ປະ​ເທດ​ຊາດຫວຽດນາມ. ຜ່ານ​ບັນດາ​ລາຊະວົງ ຫຼີ, ​ເຈິ່ນ, ປະ​ເທດ​ນັບ​ມື້​ນັບ​ມີ​ຄວາມ​ໝັ້ນຄົງ​ຍືນ​ຍົງ, ພື້ນຖານ​ອາລະຍະທຳ​ຂອງ​ດ້າຍ​ຫວຽດນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ, ​ໄຊຊະນະ​ອັນ​ພິລະ​ອາດ​ຫານ - ດ້ວຍ​ການຕໍ່ຕ້ານການຮຸກຮານຂອງຕ່າງປະເທດສາມຄັ້ງ, ​ເອົາ​ຊະນະກອງທັບ​ມອງ​ໂກນ - ຢ໋ວນຜູ້​ຮຸກ​ຮານ. “ປະ​ເທດ​ໝັ້ນຄົງ​ຍືນຍົງ​ໝື່ນ​ປີ”(8).

ຮອດ​ຕົ້ນສະຕະວັດ​ທີ XV, ຫຼັງຈາກຄວາມລົ້ມເຫຼວຂອງສົງຄາມຕໍ່ຕ້ານທີ່ນຳ​ໂດຍພໍ່ແລະລູກຊາຍ ​ໂຮ່ກູ໋ວລີ, ອີກເທື່ອໜຶ່ງ ປະເທດຂອງພວກເຮົາຖືກຕົກຢູ່ພາຍໃຕ້​ແອກ​ປົກຄອງອັນ​ໂຫດຮ້າຍຂອງພວກສັດຕູທາງເໜືອ. ກະສັດ​ແຫ່ງ​ລາຊະວົງ​ໝິງ ໄດ້ສັ່ງ​​ໂດຍ​ກົງໃຫ້ ​ຈ໋າງ​ຝູ ​ແລະ​ຜູ້​ບັນຊາ​ການ​ກອງທັບ​ແຫ່ງ “ລາຊະວົງ​ສະຫວັນ” ​ເມື່ອ​ບຸກເຂົ້າມາ​ຮຸກ​ຮານ​ດ້າຍ​ຫວຽດ: ​ພົບເຫັນ​ສິລາ​ຈາລຶກ​ໃຫ້​ທຳລາຍ​ສິລາ​ຈາລຶກ, ພົບເຫັນປື້ມໜັງສືແມ່ນຕ້ອງຍຶດ​ເອົາແລະນຳກັບໄປຍັງ​ປະ​ເທດຈີນ ຫຼືເຜົາຖິ້ມ, ​ໄລ່​ລ້າ​ຫາ​ຜູ້​ມີ​ຄວາມ​ສາມາດ​ເພື່ອ​ນຳ​ໄປ​ຍັງ​ພາກ​ເໜືອ. ຈຸດປະສົງ​ຂອງ​ນະ​ໂຍບາຍ​ນີ້​ບໍ່​ແມ່ນ​ສິ່ງ​ອື່ນ​ໃດ​ນອກ​ເໜືອຈາກ​ການ​ເຮັດ​ໃຫ້ຊາດ​ຫວຽດນາມລືມ​ຮາກ​ເຫງົ້າ​ຂອງ​ຕົນ, ລົບ​ຮາກ​ຖານ​ອາລະ​ຍະທຳ​​ວັດທະນະທຳ​ ​ເພື່ອ​ຂະ​ຈັດ​ຄວາມ​ປາດ​ຖະໜາ​ ແລະທຳລາຍ​ດັບ​ສູນ​ເຈດຈຳນົງ​ໃນ​ເອກະລາດ​ແລະ​ເສລີພາບ​ຂອງ​ປະ​ເທດ​ຫວຽດນາມ. ພາຍ​ໃຕ້ການນຳ ພາ​ຂອງ ​ເລ​ເລີ້​ຍ, ຫງວຽນ​ຈ້າຍ ​ແລະວິລະ​ຊົນ​ຂອງ​ປະ​ເທດ​ຫວຽດນາມ, ປະຊາຊົນ​ເຮົາ​ໄດ້ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ​ລຸກ​ຮື​ຂຶ້ນ​ຕໍ່ສູ້ຢ່າງ​ເດັດ​ກ່ຽວ​ໜຽວ​ແໜ້ນ ​ແລະ​ໄດ້​ຂັບ​ໄລ່​ກອງ​ທະຫານ​ໝິງອອກ​ຈາກ​ດິນ​ແດນ​ປະ​ເທດ​ເຮົາ. ຜ່ານ​ການ​ທົດ​ສອບອັນ​ດຸ​ເດືອດຮ້າຍ​ແຮງ​ນັ້ນ, ​ມານ​ະຈິດແລະຄວາມປາດຖະໜາຂອງ​ຊາດ​ກໍ່​ຈະ​ເລີ​ນຮຸ່ງ​ເຮືອງ​ອີກ​ຄັ້ງ, ກາຍເປັນກຳລັງຂັບເຄື່ອນທາງ​ຈິດ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ:

“​ເມື່ອ​ພິຈາລະ​ນາ​ເບິ່ງ​ປະ​ເທດ​ດ້າຍ​ຫວຽດຂອງ​ພວກ​ເຮົາ,

​ແທ້​ຈິງ​ແລ້ວ​ເປັນ​ປະ​ເທດ​ທີ່​ມີ​ອາລະຍະທຳ,

ດິນ​ແດນ​ອານາ​ເຂດ​ເປັນ​ຂອງ​ພວກ​ເຮົາ,

ປະ​ເພນີ​ເໜືອ​, ​ໃຕ້​ກໍ່​ແຕກ​ຕ່າງ​ກັນ.

ຜ່ານ​ຈ້ຽວ, ດິງ, ຫຼີ, ​ເຈິ່ນ ສືບ​ຕໍ່​ກັນ​ສ້າງ​ປະ​ເທດ;

ພ້ອມ​ກັນກັບ ຮັ່ນ, ຖັງ, ຊົ້ງ, ຢ໋ວນ ​ເປັນ​ເຈົ້າ​ຂອງ​ຜູ້​ລະ​​ເຂດ.

ເຖິງວ່າ​ບາງຄັ້ງຈະເຂັ້ມແຂງແລະອ່ອນແອແຕກຕ່າງກັນ​,

ແຕ່ວິລະ​ຊົນ​ຜູ້​ອົງອາດ​ກ້າຫານແມ່ນບໍ່ເຄີຍຂາດ”(9). 

ປະເທດໄດ້ມີອິດ​ສະລະ​ເສລີ​ອີກ​ຄັ້ງ, ປະຊາຊົນຫວຽດນາມ​ໄດ້​ຟື້ນ​ຟູ​ຄວາມ​ເປັນ​ເຈົ້າຕົນເອງ ແລະ ເອກະລັກວັດທະນະທຳກໍ່ໄດ້ຮັບການຮັກສາໄວ້.

ນັບແຕ່ໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມປົດປ່ອຍຊາດໃນຕົ້ນສະຕະວັດທີ XV, ພາລະກິດ​ອັນ​ຍິ່ງ​ໃຫຍ່​ແລະ​ຖານະ​ບົດບາດ​ຂອງ​ປະ​ເທດ​ດ້າຍ​ຫວຽດນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ. ອາລະຍະທຳວັດທະນະທຳ​ແຫ່ງ​ຊາດ​ໄດ້​ຂະຫຍາຍຕົວ​ຢ່າງຮຸ່ງເຮືອງ ບົນພື້ນຖານເສດຖະກິດກະສິກຳເຂົ້າປຽກທີ່​ມີ​ການຈັດ​​ລະບຽບ; ອານາຈັກ​ນັບ​ມື້​ນັບ​ຂະຫຍາຍ​ໄປ​ທາງ​ທິດ​ໃຕ້ ​ແລະ​ໄດ້​ດຶງ​ດູດ​ຊຸມ​ຊົນ​ຕ່າງໆ​ເຂົ້າ​ກັບຊົນ​ຊາດ​ຫວຽດນາມຢ່າງຍືນຍົງແລະສັນຕິພາບ. ເຖິງວ່າປະເທດຈະ​ຕົກ​ຢູ່​ໃນ​ສະພາບ​ການ​ແບ່ງ​ແຍກ​ແລະການຜິດຖຽງກັນ, ຈາກ​ເລ - ມາກ ​ເຖິງຈິ້ງ - ຫງວຽນ ກໍ່ຕາມ, ​ແຕ່ ກຳລັງ​ພາຍ​ໃນ​ຂອງປະເທດຊາດຍັງໄດ້ຮັບການ​ເພີ່ມ​ພູນ​ຄູນ​ສ້າງຢ່າງຕໍ່ເນື່ອງ. ດັ່ງ​ນັ້ນ​ເຖິງ​ທ້າຍ​ສະຕະວັດ​ທີ XVIII, ຫວຽດນາມ​ເປັນປະເທດມະຫາອຳນາດ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງໃຕ້. ຄວາມຈິງທີ່ວ່າ ລາຊະວົງໄຕ​ເຊີນຍັງ​ໜຸ່ມ​ນ້ອຍ ​ແຕ່​ກໍ່​ໄດ້​ສາມາດ​ເອົາ​ຊະນະ​ສົງຄາມຮຸກ​ຮານ​ສອງ​ຄັ້ງ​ໄດ້​ຢ່າງ​ວ່ອງ​ໄວ: ການ​ຮຸກ​ຮານ​ຂອງສະຫຍາມທາງ​ທິດໃຕ້ (ປີ 1785) ແລະການ​ຮຸກ​ຮານ​ຂອງ​ກອງທັບ​ລາຊະວົງ​ຊິງ​ທາງ​ພາກ​ເໝືອ (ປີ 1789) ​ໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ຕັ້ງ, ຄວາມເຂັ້ມແຂງແລະເຈດຈຳນົງຂອງ​ຊາດ​ຫວຽດນາມໃນເວລານັ້ນ. ຄຳ “ຮຽກຮ້ອງ​ນາຍ​ແລະ​ພົນທະຫານ” ຂອງຈັກກະພັດ ກວາງ​ຈູງ ໃນພິທີອອກເດີນທາງການທະຫານກ່ອນບຸນປີໃໝ່ປີ​ລະກາ (ປີ 1789)​ໄດ້ສະ​ແດງໃຫ້ເຫັນ​ເຖິງ​ຄວາມມຸ່ງມາດປາດຖະໜາຂອງ​ປະ​ເທດ​ຊາດ​ຕໍ່ເອກະລາດ ​ແລະເສລີພາບໄດ້ຖືກເປີດເຜີຍໃນຮູບແບບຖະແຫຼງການວັດທະນະທຳການເມືອງ: 

“ຕີ​ສັດຕູໃຫ້​ມັນ​ຕ້ອງ​ປະ​​​ໃຫ້ຜົມ​ຍາວ!

ຕີສັດຕູ​ໃຫ້​ມັນ​ຕ້ອງ​ປະ​ໃຫ້​ແຂ້ວ​ດຳ!

ຕີ​ສັດຕູ​ໃຫ້​ມັນ​ບໍ່​ມີເຫຼືອ​ເສື້ອ​ຫຸ້ມ​ເຫຼັກ​ພຽງ​ປ່ຽງ,

ຕີ​ສັດຕູ​ໃຫ້​ມັນບໍ່ມີ​ເຫຼືອລົດພຽງ​ຄັນ​ເພື່ອກັບປະ​ເທດ,

ຕີ​ໃຫ້​ສັດຕູ​ຮູ້​​ເຖິງ​ກຳລັງ​ແຮງ​ຂອງຊາດ​ເຮົາ

               ວ່າ​ເປັນ​ປະ​ເທດ​ເອກະລາດ​ອະທິປະ​ໄຕ!”(10).

ຮອດ​ເຄິ່ງທ້າຍ​ສະຕະວັດ​ທີ XIX, ຍ້ອນ​​ເຫດຜົນ​ຫຼາຍ​ປະການ​ທີ່ປະ​ເທດ​ເຮົາຖືກ​ຕົກ​ໃນການປົກຄອງ, ເປັນອານານິຄົມ​ຂອງ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ. ປະຊາຊົນຫວຽດນາມ​ຫຼາຍຊັ້ນ​ຄົນ​ໄດ້​ລຸກ​ຂຶ້ນ​ຢ່າງ​ອົງອາດ​ກ້າຫານ, ດ້ວຍ​ຈິດ​ໃຈ “​ໃຊ້ເລືອດຮ້ອນ​ລ້າງ​ຮອຍ​ເປື້ອນຂ້າທາດ”, ຕັດສິນ​ໃຈ​ຍາດ​ເອົາ​ເອກະລາດ​ແລະ​ເສລີ​ພາບ​ຄືນ​ມາ​ໃຫ້​ປະ​ເທດ​ຊາດ. ​ແລະ​ອີກ​ເທື່ອ​ໜຶ່ງ, ​ໃນ​ການ​ຕໍ່ສູ້​ດ້ວຍເລືອດແລະໄຟນັ້ນ, ຄວາມ​ມຸ່ງ​ມາດ​ປາດຖະໜາ​ຂອງຊາດໄດ້ສະຫວ່າງສະໄຫວຂຶ້ນອີກ. ໃນສະພາບການປະຫວັດສາດໃໝ່, ຄຽງ​ຂ້າງ​ກັນ​ກັບຄວາມປາດຖະໜາອັນ​ແຮງ​ກ້າ​ໃນ​ການຟື້ນຟູເອກະລາດ​ແລະເສລີພາບນັ້ນ ປະຊາຊົນຫວຽດນາມໄດ້ສະແດງຄວາມປາດຖະໜາຢາກໃຫ້ປະເທດຫວຽດນາມໃໝ່ ທີ່ມີປະຊາທິປະໄຕ, ຈະ​ເລີ​ນ​ເຂັ້ມ​ແຂງ ​ແລະ ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ບັນດາ​ມະຫາອຳນາດ​ຂອງ 5 ທະວີບ ໃນໂລກ​ແຫ່ງການແຂ່ງຂັນທີ່ດຸເດືອດແບບ “ຜູ້ເຂັ້ມແຂງຈະຊະນະ, ຜູ້ອ່ອນແອຈະພ່າຍແພ້”. ນີ້​ແມ່ນ​ເນື້ອ​ໃນ​ໃໝ່, ​ແມ່ນ​ລະດັບ​ສູງ​ໃໝ່​ ຂອງ​ວິ​ໄສ​ທັດ​ແລະ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາດ​ຫວຽດນາມ, ກາຍ​ເປັນ​ຄັນ​ທຸງ​ແນວ​ຄິດ​ຂອງ​ຂະ​ບວນການ​ຮັກ​ຊາດຫວຽດນາມ​ໃນ​ຕົ້ນ​ສະຕະວັດ​ທີ XX ນຳ​ໂດຍບັນດາ​ນັກ​ຂົງຈື໊ທີ່​ກ້າວໜ້າ ​ໂດຍ​ມີ​ຜູ້ນຳທີ່​ໂດດ​ເດັ່ນ​ທີ່​ສຸດ​ສອງ​ຄົນ​ຄື ຟາຍ​ໂບ້ຍ​​​​ເຈົາ ​ແລະ ຟານ​ເຈົາຈິງ.

ໂດຍໄດ້ຮັບຜົນ​ກະທົບ​ຈາກລັດທິປະຊາທິປະໄຕນາຍ​ທຶນ​ຕາ​ເວັນ​ຕົກ, ອາບຢູ່ໃນ “ນໍ້າຝົນ​ເອີຣົບ​ແລະລົມອາຊີ”, ບັນດາ​ນັກ​ຂົງຈື໊ທີ່​ກ້າວໜ້າ​ໄດ້​​ພະຍາຍາມ “ປົດປ່ອຍ” ຂະ​ບວນການຮັກຊາດຂອງຫວຽດນາມອອກຈາກຂໍ້ຈຳກັດ​ໂດຍ​ທຳ​ມະຊາດ ​ຂອງ​ກອບ​ປະ​ເພນີ, ວາງ​ການ​ຕໍ່ສູ້ປົດປ່ອຍຊາດຂອງຫວຽດນາມໃນສະພາບການຂອງຍຸກສະ ໄໝ, ຮຽກຮ້ອງໃຫ້ທະຫານ​ແລະປະຊາຊົນຕື່ນຕົວ ​ແລະ ຮັບ​ເອົາສິ່ງ​ທີ່​ຍອດ​ຍິ່ງ​ຂອງ​ອາລະຍະ​ທຳຕາເວັນຕົກ, ໂດຍສະເພາະແມ່ນການສຶກສາຕາມຫຼັກການ “ການ​ຮຽນ​ຮູ້​ແທ້​ຈິງ” ເພື່ອສົ່ງເສີມ “ອາຊີ​ບທີ່​ແທ້​ຈິງ”, ມຸ່ງໄປສູ່ “ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ”, ນັ້ນໝາຍຄວາມວ່າ ຕ້ອງ​ປະຕິ​ຮູບປະເທດ, ຕ້ອງ“ຂະຫຍາຍ​ຄວາມ​ຮັບ​ຮູ້ຂອງປະຊາຊົນ; ປັບປຸງ​ຄວາມມຸ່ງມາດປາດຖະໜາແລະຄວາມກ້າຫານຂອງ​ປະຊາຊົນ; ເຮັດໃຫ້ຊີວິດຂອງປະຊາຊົນອິ່ມໜຳສຳລານແລະ​ເຂັ້ມ​ແຂງ​ແຮງ​ກ້າ”.

​ເຖິງ​ວ່າ​ບາງ​ຄັ້ງ​ຂະ​ບວນການ​ຖືກ​ແບ່ງ​ແຍກ​ອອກ​ເປັນຫຼາຍ​ທ່າ​ອຽງ​ທີ່​ຕ່າງ​ກັນ (“ຈະລາຈົນ” ຫຼື “ປະຕິ​ຮູບ”, “ສະມາຄົມ​ອັດ​ສະ​ລິ​ຍະ” ຫຼື “ສະມາ​ຄົນ​ໝົ່ນ​ໝອງ”) ແລະ​ສະ​ແດງ​ອອກ​ໃນ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ ດົງ​ຊູ (ການ​ສຶກສາ​ກ່ຽວ​ກັບ​ຕາ​ເວັນ​ອອກ), ດົງ​ຄິງ​ເງ້ຍທຸກ (ການ​ປະຕິ​ຮູບພາສາ) ຫຼື​ສະໜັບສະໜູນໃຫ້ຕັດຜົມ, ປ່ຽນ​ເຄື່ອງນຸ່ງ,... ​ແຕ່​ຄັນ​ທຸງ​ແນວ​ຄິດ​ແມ່ນ​ການ​ລວມ​ເຂົ້າກັນ​ລະຫວ່າງສອງເປົ້າໝາຍສູງ​ສຸດຄື ​ເອກະລາດ​ແຫ່ງ​ຊາດ​ແລະ​ປະຕິ​ຮູບ​ປະ​ເທດ. ທ່ານ ຟາ​ມ​ໂບ້ຍ​ເຈົາ ​ໄດ້​ຂຽນ​ປຶ້ມ “ຫວຽດນາມ​ໃໝ່” ​(ປີ 1907) ເຊິ່ງສາມາດຖືວ່າເປັນ​ໂຄງການ​ການ​ເມືອງຂອງຂະ​ບວນການ​ຮັກ​ຊາດຫວຽດນາມທັງ​ໝົດ​ ໃນຕົ້ນສັດຕະວັດທີ XX.

​ໃນ​ປຶ້ມ​ດັ່ງກ່າວ, ທ່ານ ຟາ​ມ​ໂບ້ຍ​ເຈົາ ໄດ້ໃຊ້ຈິດໃຈແລະຄວາມຄິດຂອງ​ຕົນ​ເພື່ອຊີ້ແຈງບັນດາບັນຫາດັ່ງຕໍ່ໄປນີ້: ເປັນຫຍັງຕ້ອງປະຕິ​ຮູບປະເທດ? ພາລະກິດ​ການ​ປະຕິ​ຮູບປະ​ເທດມີເປົ້າໝາຍຫຍັງແດ່? ດຳ​ເນີນ​ການ​ປະຕິ​ຮູບ​ປະ​ເທດ​ຕາມ​ທິດທາງ ແລະດ້ວຍວິທີແກ້ໄຂໃດ​ແດ່? ຜ່ານການ​ຊີ້​ແຈງບັນດາ​ບັນຫາ​ເທິງ​ນີ້, ປະຊາຊົນ​ຫວຽດນາມຈະມີຄວາມ​ສຳນຶກພື້ນຖານຂອງປະ​ເທດຫວຽດນາມ​ໃໝ່” ຫຼັງ​ຈາກ​ການ​ປະຕິ​ຮູບ​ປະ​ເທດບັນລຸຜົນສຳເລັດ, ​ເຫັນ​ແຈ້ງ​ພາລະກິດ​ອັນ​ສູງ​ສົ່ງ​ແລະ​ອະນາຄົດ​ທີ່​ສົດ​ໃສ​ຂອງ​ປະ​ເທດ​ແລະ​ເຊື້ອ​ຊາດ, ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ໃຫ້​ມີຄວາມກ້າຫານ, ຄວາມ​ກະຕືລື​ລົ້ນ ແລະຄວາມຕັ້ງໃຈທີ່ຈະເຂົ້າຮ່ວມໃນການ​ຂົນຂວາຍ​ປະຕິ​ຮູບ​ແລະ​ກູ້​ຊາດ. ຈົນ​ກວ່າການກຳເນີດຂອງພັກກອມມູນິດຫວຽດນາມ, ນີ້ແມ່ນ​ໂຄງການ​ການ​ເມືອງ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມມຸ່ງມາດປາດຖະໜາຂອງຊາດຫວຽດນາມໃນຍຸກ​ໃກ້​ປະຈຸ​ບັນ.

ຕາມ​ທ່ານ ຟານ​ໂບ້ຍ​ເຈົາ, ​ເປົ້າ​ໝາຍ​ທີ່ສຳຄັນ​ທີ່​ສຸດ​ຂອງການ​ປະຕິ​ຮູບ​ແມ່ນ​ກໍ່ສ້າງປະ​ເທດ​ຫວຽດນາມ​ໃໝ່​ທີ່​ມີ​ເອກະລາດ​ແລະ​ມີ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ​ຄົບ​ທຸກ​ຢ່າງ ​ແລະ​ ເປັນ​ປະ​ເທດ​ຫວຽດນາມ​ທີ່​ຈະ​ເລີ​ນ​ເຂັ້ມ​ແຂງ. “ຫຼັງ​ຈາກ​ປະຕິ​ຮູບ​ແລ້ວ, ຄວາມ​ຮູ້​ຂອງ​ປະຊາຊົນ​ຈະ​ຂະຫຍາຍ​ອອກ​ໄປ, ຈິດ​ໃຈອົງອາດ​ກ້າຫານ​ຂອງປະຊາຊົນ​ຈະ​ເພີ່ມ​ສູງ​ຂຶ້ນ, ສິດທິຂອງປະຊາຊົນຈະຈະເລີນຮຸ່ງເຮືອງ; ຊະ​ຕາ​ກຳ​ຂອງ​ປະ​ເທດ​ຫວຽດນາມ​ແມ່ນ​ຂອງ​ຄົນ​ຫວຽດນາມ (...) ພວກເຮົາຈະ​ເລີ​ນຮຸ່ງເຮືອງຮອດ​ລະດັບ​ນັ້ນ, ພວກເຮົາມີຄວາມສຸກຫລາຍປານໃດ ! (11). ປະ​ເທດ​ຫວຽດນາມ​ຈະ​ເປັນ​ປະ​ເທດ​ປະຊາທິປະ​ໄຕ ແລະເປັນປະເທດຫວຽດນາມເສລີ. ນັ້ນ​ແມ່ນ​ພື້ນຖານ​ການ​ເມືອງ, ວັດທະນະທຳ, ຈິດ​ໃຈ, ​ເປີດທາງໃຫ້ຫວຽດນາມກາຍເປັນປະ​ເທດ​ມະຫາອຳນາດທາງ​ເສດຖະກິດລະດັບໂລກ.

ຄວາມ​ມຸ່ງ​ມາດ​ປາດ​ຖະໜາຂອງ​ຄົນ​ເຮົາ​ແມ່ນ​ແຮງ​ກ້າ​ຫຼາຍ, ​ແມ່​ນວິທີ​ທີ່​ຄົນ​ເຮົາ​ວາດ​ພາບ​ກ່ຽວ​ກັບ​ອະນາຄົດ, ​ແລະ​ໃນ​ສະພາບ​ການ​ປະຫວັດສາດ​ຕົ້ນ​ສະຕະວັດ​ທີ XX ນັ້ນ ຄວາມຄາດຫວັງຂອງ​ຟານ​ໂບ້ຍ​ເຈົາ ​​ມີ​ຄວາມໂຣແມນຕິກ, ​ແຕ່ບໍ່ແມ່ນຄວາມ​ເພີ້​ຝັນທາງການເມືອງ. ຕົວຢ່າງ​ຂອງ​ຍີ່ປຸ່ນ​ແລະອີກຫຼາຍ​ປະ​ເທດ​ໃນ​ຕາ​ເວັນ​ຕົກ ​ເຊິ່ງ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ ແຕ່ຍ້ອນການ​ປະຕິ​ຮູບຈຶ່ງໄດ້ກາຍເປັນປະເທດມະຫາອຳນາດ ແມ່ນການພິສູດໃຫ້ເຫັນເຖິງຄວາມປາຖະໜາ​ຕໍ່​ຄວາມ​ຈະ​ເລີ​ນ​ເຂັ້ມ​ແຂງ.

ພື້ນຖານແຫ່ງພາລະກິດຂອງປະເທດແລະຄວາມປາດຖະໜາຂອງຊາດ ທີ່​ເຫັນຈາກປະຫວັດສາດ

​ເບິ່ງ​ຄືນ​ຫຼັງ​ສາມາດ​ເຫັນ​ວ່າ, ຄວາມປາດຖະໜາທີ່​ເປັນ​ປະຈຳ​ແລະ​ແຮງກ້າ ​ໃນ​ຕະຫຼອດປະຫວັດສາດ ແຫ່ງການສ້າງສາແລະປົກປັກຮັກສາປະເທດ ຂອງປະຊາຊົນ​ຫວຽດນາມ​ແມ່ນ ​ເອກະລາດ, ​ເສລີພາບ, ອາລະຍະ​ທຳ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ. ນັ້ນ​ແມ່ນ​ເນື້ອ​ໃນ​ຫຼັກ​ຂອງ​ລັດທິ​ຮັກ​ຊາດ​ດັ້ງ​ເດີມ​ຂອງຫວຽດນາມ, ​ແມ່ນ​ປັດ​ໄຈ​ສາມັກຄີ​ແລະ​ເຕົ້າ​ໂຮມກຳລັງແຮງຂອງທົ່ວປວງຊົນ, ສ້າງພື້ນຖານວັດທະນະທຳ​ແລະ​ການ​ເມືອງໃຫ້ແກ່ພາລະກິດ​ອັນ​ຍິ່ງ​ໃຫຍ່ຂອງປະເທດຊາດ.

ແຫຼ່ງກຳເນີດຂອງຄວາມປາດຖະໜານັ້ນ, ບໍ່ແມ່ນມາມະ​ທຳ, ບໍ່ແມ່ນຢູ່​ບ່ອນ​ໄກ​ລິບ​ໃນທິດ​ສະ​ດີການເມືອງ, ຄຳສອນຂອງສາດສະໜາ ຫລືເຈດຈຳນົງ​ອັດຕະວິ​ໄສ​ຂອງລາຊະວົງ​ໃດໆ ຫຼື​ຂອງ “ກະສັດ, ພະ​ເຈົ້າ​ສັກສິດ” ​ໃດໆ, ​ແຕ່​ມັນ​ນອນ​ຢູ່​ໃນ​ຄວາມ​ປາດ​ຖະໜາ​ປະຈຳວັນຂອງຊາວຫວຽດນາມ. ແຕ່ເພື່ອໃຫ້ປະຊາຊົນທັງຊາດມີ​ຊີວິດທີ່ສະຫງົບສຸກ, ອິ່ມໜຳສຳລານ ແລະຖືກຕ້ອງປອງ​ດອງກັນ, ບໍ່ພຽງແຕ່​ໄດ້​ຮັບ “ບຸນຄຸນ​ຂອງ​ຟ້າຝົນແລະແສງແດດ” ເທົ່ານັ້ນ, ແຕ່ປະເທດຍັງຕ້ອງຫຼີກລ້ຽງ​ໄພພິບັດ​ການ​ຮຸກ​ຮານຈາກພາຍນອກແລະຄວາມວຸ້ນວາຍພາຍໃນ, ໝາຍ​ຄວາມ​ວ່າ​ປະ​ເທດ​ຕ້ອງ​ມີ​ເອກະລາດ, ​ເສລີພາບ ​ ແລະຍິ່ງກວ່ານັ້ນແມ່ນ, ປະຊາຊົນ​ຕ້ອງ​ໄດ້​ຮັບການ​ຮັບປະກັນ​ບັນດາ​ເງື່ອນ​ໄຂ​ທີ່ຈຳເປັນ ສຳລັບການອອກແຮງງານທີ່ມີຜົນຜະລິດ, ມີຊີວິດທີ່ສະຫງົບສຸກ ໃນສັງຄົມທີ່ກົມກຽວແລະມີຄວາມເມດຕາ.

ປະສົບການທາງປະຫວັດສາດທີ່ໄດ້ມາຈາກການຟື້ນຟູບັນດາລາຊະວົງ ຕັ້ງ​ແຕ່​ສະຕະວັດ​ທີ X ເຖິງສະຕະວັດທີ XIX ​ໃຫ້​ເຫັນ​ວ່າ, ​ເພື່ອ​ຕອບ​ສະໜອງ​ຄວາມ​ປາດ​ຖະໜາງ່າຍໆທີ່ກ່າວມາຂ້າງເທິງຂອງປະຊາຊົນ, ​ເພື່ອ​ປັບປຸງ​ພາລະກິດ​ຂອງ​ຊາດ​ ແລະສົ່ງເສີມ​ຄວາມປາດຖະໜາຂອງຊາດ​ໃຫ້​ສູງ​ສະຫງ່າ, ກາຍເປັນມານະ​ຈິດອັນ​ສູງ​ສົ່ງຂອງປະ​ເທດ​ຊາດ​ນັ້ນ ​ແມ່ນຕ້ອງມີ “​ເຈົ້າ​ກະສັດບໍລິສຸດ, ​ເສນາ​ອາມາດ​ທີ່ດີ”. “ປະຊາຊົນຖືເອົາການກິນຄືສະຫວັນ” - ຍ້ອນຮັບຮູ້ໄດ້ສິ່ງດັ່ງກ່າວ, ບັນດາ “ກະສັດ​, ​ເຈົ້າພະຍາບໍລິສຸດ” ​ແລະ​ບັນດາ “​ເສນາ​ບໍດີ​ທີ່​ສະຫຼາດ, ​ແມ່ທັບທີ່​ເກ່ງກ້າ​ສາມາດ” ລ້ວນ​ແຕ່​ໄດ້​ອອກ​ແຮງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ ​ແລະ​ຮັບປະກັນບັນດາ​ເງື່ອນ​ໄຂ ຂອງ​ພື້ນຖານການ​ກະສິກຳເຂົ້າປຽກ. ເພື່ອໃຫ້ການເກັບກ່ຽວໄດ້ຮັບຜົນດີ, ກະ​ສັດ​ແລະ​ເສນາບໍດີ ຕ້ອງປະຕິບັດພິທີກຳທີ່ສຳຄັນທີ່ສຸດເຊັ່ນ: ພິທີໄຫວ້ພະທີ່ຫໍບູຊາປະເທດ, ພິທີການໄຖຄາດທີ່ທົ່ງນາ; ກະສັດຍັງ​ຕ້ອງ​ໄດ້​ແຕ່ງ​ຕັ້ງຂ້າ​ລາຊະ​ບໍລິພານ​​ເພື່ອ​ເບິ່ງ​ແຍງ​ລະບົບ​ຄັນ​ຄູ, ຊຸກຍູ້ໃຫ້ເຈົ້າໜ້າທີ່ທ້ອງຖິ່ນເອົາໃຈໃສ່ວຽກງານຊົນລະປະທານ; ຈັດ​ຕັ້ງ​ການ​ບຸກ​ເບີກທີ່ດິນ, ຄວບຄຸມພວກ​ນາຍບ້ານ ເພຍກວານ​, ບໍ່ໃຫ້ພວກເຂົາສວຍໃຊ້ສິດ ອຳນາດໃນການຂົ່ມເຫັງຊາວບ້ານ, ລະເມີດກົດໝາຍ ຫຼືກໍ່ກວນ. ຖ້າໂຊກບໍ່ດີ, ​ເມື່ອ​ປະສົບກັບໄພພິບັດທາງທຳມະຊາດ, ບາງຄັ້ງກະສັດກໍ່ຕ້ອງຈັດພິທີ​ອະທິຖານ​ຕໍ່​ສະຫວັນ, ບາງຄັ້ງກໍ່ຕ້ອງໄດ້ກັບໃຈເພື່ອ “ຄືນ​ຟ້າສະຫວັນ” ເພື່ອເປັນພອນ​ໃຫ້​ແກ່​ປະຊາຊົນ... ປະຊາຊົນ​ເຊື່ອ​ວ່າ, ​ເມື່ອ​ກະສັດ​ຈັດ​ພິທີ​​ນະມັດສະການ​ດັ່ງກ່າວ​​ໄດ້ເປັນ​ຢ່າງ​ດີ, ປະຊາຊົນ​ຈະ​ໄດ້​ຢູ່​ເຢັນ​ເປັນ​ສຸກ, ອິ່ມໜຳສຳລານ, ປະ​ເທດ​ຈະ​ມີ​ຄວາມ​ສະຫງົບ, ​ ເຕັມໄປດ້ວຍສຽງຮ້ອງເພງທີ່​ມ່ວນ​ຊື່ນຄຶກຄື້ນ. ກົງ​ກັນຂ້າມ, ​ໃນ​​ໄລຍະ​ເວລາ​ປະ​ຫວັດ​ສາດທີ່​ແນ່ນອນ, ​ເມື່ອ​ກະສັດ​ແລະ​ເສນາ​ອາມາດ​ບໍ່​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງຊີວິດ​ຂອງ​ບ່າວ​ໄພ່​ລາສະ​ດອນ, ຫຼື​ມີ​ພຶດຕິການ​ບໍ່​ດີທີ່​ເຮັດ​ໃຫ້​ປະຊາຊົນ​ຕົກ​ສູ່​ຄວາມ​ອຶດ​ຫິວ, ຄວາມທຸກຍາກລຳບາກ, ຕ້ອງອົບພະຍົບຍ້າຍຖິ່ນຖານເພື່ອຫາອາຫານ, ​ໃນ​ເວລາ​ນັ້ນ ຈິດ​ໃຈ​ຂອງ​ປະຊາຊົນ​ກໍ່​ແຕກ​ສະຫຼາຍ ​ແລະ ປະຊາຊົນຢູ່ໃນຄວາມວຸ້ນວາຍ. ​ໃນ​ເງື່ອນ​ໄຂ​ດັ່ງກ່າວ, ຖ້າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຮຸກ​ຮານ​ຈາກ​ພາຍ​ນອກຫຼືການ​ຈະລາ​ຈົນ​ຢູ່​ພາຍ​ໃນ, ປະ​ເທດ​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ, ​​ຊະ​ຕາກຳ​ຂອງປະ​ເທດ​ບໍ່​ສາມາດ​ຟື້ນ​ຟູ​ໄດ້.

ດັ່ງ​ນັ້ນ, ສິ່ງ​ທີ່​ສ້າງ​ແກນ​ກາງຂອງ​ຄວາມ​ປາດ​ຖະໜາ​ ວິ​ໄສ​ທັດ​ແລະ​ເຈດຈຳນົງ​ຂອງ​ຊາດ​ໃນ​ປະຫວັດສາດ​ຫວຽດນາມ​ນັ້ນ ບໍ່​ພຽງ​ແຕ່​ແມ່ນປັດຊະຍາແຫ່ງຄວາມປອດ​ໄພ​ຂອງປະຊາຊົນ​ແລະເພື່ອປະຊາຊົນເທົ່ານັ້ນ, ແຕ່ທີ່ສຳຄັນກວ່ານັ້ນແມ່ນລັກສະນະ​ນຳ​ໜ້າ, ນຳພາ, ເປີດທາງໃຫ້ແກ່ປະຊາຊົນ ​ແລະປະເທດຊາດກ້າວສູ່​ອະນາຄົດ​ທີ່​ສົດ​ໃສ.

ຄວາມ​ປາດ​ຖະໜາ, ວິ​ໄສ​ທັດ ​ແລະ​ເຈດຈຳນົງຂອງ​ຊາດ​ຫວຽດນາມ ​ໃນ​ຍຸກສະ​ໄໝ​ໂຮ່ຈີ​ມິນ

ພາຍຫຼັງ​ທີ່​ໄດ້​ຮັບ​ເອົາ​ລັດທິ​ມາກ-​ເລ​ນິນ, ປີ 1925 ທ່ານ​ຫງວຽນ​ອ໋າຍກວັກກໍ່​ຕັ້ງສະມາຄົມ​ຊາວ​ໜຸ່ມ​ປະຕິວັດ​ຫວຽດນາມ ​ໂດຍ​ມີ​ແກນ​ກາງຄື​ຄະນະ​ກອມ​ມູນິດ, ​ເລີ່​ມຕົ້ນ​ການກະກຽມ​ທາງ​ດ້ານ​ທິດ​ສະ​ດີ​ແລະ​ການຈັດ​ຕັ້ງ ​ເພື່ອ​ກ້າວ​ໄປ​ເຖິງການ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຢູ່​ປະ​ເທດ​ຫວຽດນາມ, ນຳພາພາລະກິດ​ປະຕິ​ວັດ​ຫວຽດນາມ​ໄປ​ຕາມ​ເສັ້ນທາງ​ຂອງ​ການ​ປະຕິວັດ​ກຳມາ​ຊີບ. ​ໃນ​ລະຫວ່າງ​ປີ 1925 ຮອດ​ປີ 1927, ທ່ານ​ຫງວຽນ​ອ໋າຍກວັກສຸມ​ໃສ່ການ​ຝຶກ​ອົບຮົມ​ແລະ​ບຳລຸງ​ສ້າງພະນັກງານ​ຊຸດທຳ​ອິດ, ຊ່ວຍ​ໃຫ້​ຊາວ​ໜຸ່ມ-ນັກຮຽນ​ຮູ້​ໜຸ່ມ​ນ້ອຍຈາກ​ຕ​າ​ເວັນ​ຕົກ ​ເປີດ​ກວ້າງ​ສາຍຕາ, ຄວາມ​ຮູ້​ທິດ​ສະ​ດີ, ທັກ​ສະ​ໃນ​ການ​ໂຄສະນາ, ຈັດ​ຕັ້ງ, ນຳພາ ​ແລະ ພິ​ເສດ​ແມ່ນຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ. ຜ່ານ​ນັ້ນເຮັດໃຫ້ພວກເຂົາມີຄວາມເຊື່ອໃໝ່, ວິໄສທັດໃໝ່ ​ແລະ​ຄວາມ​ປາດ​ຖະໜາໃໝ່.

ສຳຫຼວດປະສົບການການປະຕິວັດໂລກ, ທ່ານ​ຫງວຽນ​ອ໋າຍກວັກ​ໄດ້​ສະຫຼຸບ​ວ່າ: “​ໃນ​ໂລກ​ປະຈຸ​ບັນ, ພຽງແຕ່ການປະຕິວັດລັດເຊຍໄດ້ປະສົບຄວາມສຳເລັດ, ແລະ ຜົນສຳ​ເລັດໄດ້ມາເຖິງ, ຊຶ່ງໝາຍຄວາມວ່າ ປະຊາຊົນໄດ້ຮັບຄວາມສຸກຈາກເສລີພາບ, ຄວາມສະເໝີພາບທີ່ແທ້ຈິງ, ບໍ່ແມ່ນເສລີພາບແລະຄວາມສະເໝີພາບ​​ຈອມ​ປອມຄື​ທີ່​ຈັກກະພັດຝຣັ່ງອວດອ້າງໃນອານນາມ. (...) ການ​ປະຕິວັດລັດເຊຍສອນຜູ້ນຳ ຫວຽດນາມ​ວ່າ ​ເພື່ອ​ໃຫ້ການ​ປະຕິວັດ​ປະສົບຄວາມສຳ​ເລັດ ​ແມ່ນ​ຕ້ອງຖື​ປະຊາຊົນ (ກຳມະການ​ແລະ​ຊາວນາ) ​ເປັນ​ຮາກ​ຖານ, ຕ້ອງ​ມີ​ພັກ​ການ​ເມືອງ​ທີ່​ໝັ້ນຄົງ, ຕ້ອງ​ອົດທົນ​ໜຽວ​ແໜ້ນ, ຈະຕ້ອງ​ເສຍ​ສະລະ, ຕ້ອງ​ເປັນ​ເອກະ​ພາບ. ​ເວົ້າ​ລວມ​ແມ່ນ​ຕ້ອງຕາ​ມລັດທິ​ກາກມາກ​ແລະ​ເລ​ນິນ”(12).

“ກຳມະການ​ແລະ​ຊາວນາ​ແມ່ນ​ກົດ​ຮາກ​ຂອງ​ການ​ປະຕິວັດ”, ຕ້ອງ​ເຮັດ​ການ​ປະຕິວັດຈົນ​ເຖິງ “ຈຸດໝາຍ” ​ເພື່ອ​ໃຫ້​ປະຊາຊົນ “​ໄດ້​ຊົມ​ໃຊ້​ຄວາມສຸກ​ແຫ່ງ​ເສລີພາບ​ແລະ​ສະ​ເໜີ​ພາບ​ທີ່​​ແທ້ຈິງ”  - ນັ້ນ​ແມ່ນ​ຫຼັກການ​ຫຼັກ​ຂອງທ່ານ​ຫງວຽນ​ອ໋າຍກວັກ - ​ໂຮ່ຈີ​ມິນ ​ແລະ​ ກໍ່​ແມ່ນ​ຮາກ​ຖານ​ປັດ​ຊະ​ຍາ​ການ​ເມືອງ​ຂອງ​ພັກ​ຂອງ​ພວກ​ເຮົາ. ນັ້ນ​ກໍ່​ແມ່ນ​ຄວາມ​ປາດ​ຖະໜາ​ຂອງ​ປວງ​ຊົນ​ທັງ​ຊາດ​ ໃນ​ການ​ຕໍ່ສູ້​ເອົາ​ເປັນ​ເອົາ​ຕາຍ ​ເພື່ອ​ປົດ​ປ່ອຍ​ປະ​ເທດຊາດ, ປົດປ່ອຍ​ຊົນ​ຊັ້ນ, ປົດປ່ອຍ​ສັງຄົມ ​ແລະ​ປົດ​ປ່ອຍມະນຸດ. ຈາກ​ໂຄງການ​ການ​ເມືອງທຳອິດ (​ເດືອນກຸມພາ 1930) ໂດຍມີເປົ້າໝາຍດັ່ງຕໍ່ໄປນີ້: “ໂຄ່ນ​ລົ້ມ​ຈັກກະພັດນິຍົມ​ຝຣັ່ງ​ແລະ​ພວກ​ສັກດິນາ; ​ເຮັດ​ໃຫ້​ປະ​ເທດ​ຫວຽດນາມ​ເປັນ​ເອກະ​ພາບ​ຢ່າງສົມບູນ” ຕິດ​ກັບ​ການ: “ປະຊາຊົນ​ມີ​ເສລີພາບ​ໃນ​ການຈັດ​ຕັ້ງ. ຊາຍ​ແລະ​ຍິງ​ມີ​ສິດສະ​ເໝີ​ພາບ ​ແລະ​ອື່ນໆ; ປະຕິບັດ​ການ​ສຶກສາ​ສາມັນຕາມກຳມະກອນ​ແລະ​ຊາວນາ”(13) ​ໄດ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ ເຖິງ​ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ​ຂອງຊາດ​ຫວຽດນາມ ​ເຊິ່ງ​ໄດ້​ຫັນ​ເປັນອັນ​ລະອຽດ​ແລະ​ຍົກ​ຂຶ້ນສູ່​ລະດັບ​ໃໝ່​ ໃນ​ແນວທາງຂອງ​ພັກ. ຕາມ​ຄັນ​ທຸງ​ແນວ​ຄິດ​ດັ່ງກ່າວ​ຂອງ​ພັກ, ປະຊາຊົນ​ຫວຽດນາມ​ນັບ​ມື້​ນັບ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍທີ່​ຮຸນ​ແຮງ​ ເພື່ອ “​ເອົາ​ກຳລັງ​ແຮງ​ຂອງ​ພວກ​ເຮົາ​ເພື່ອ​ປົດ​ປ່ອຍ​ເຮົາ​ເອງ”, ຟື້ນ​ຟູ​ເອກະລາດ​ແລະ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ, ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ ໃນ​ລະດູ​ໃບ​ໄມ້​ຫຼົ່ນປີ 1945.

ທັນທີພາຍຫຼັງທີ່ປະເທດໄດ້ຮັບເອກະລາດ, ປະທານ​ໂຮ່ຈີ​ມິນ​ໄດ້ຂຽນ​ຈົດໝາຍ​ເຖິງ​ອຳນາດ​ການ​ປົກຄອງ​ປະຕິວັດ​ທຸກ​ຂັ້ນ. ​ເພິ່ນ​ໄດ້​ຕັກ​ເຕືອນ​ວ່າ: “ຖ້າ​ປະ​ເທດ​ມີ​ເອກະລາດ, ​ແຕ່​ປະຊາຊົນ​ບໍ່​ມີ​ຄວາມສຸກ​ແລະ​ເສລີພາບ, ​ຄວາມເປັນເອກະລາດກໍ່​ບໍ່​ມີ​ຄວາມໝາຍຫຍັງເລີຍ”(14). ປະທານ​ໂຮ່ຈີ​ມິນຍັງ​ຕັ້ງຫຼັກການການເມືອງສຳລັບອຳນາດ​ການ​ປົກຄອງປະຕິວັດ: “ສິ່ງ​ໃດ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ປະຊາຊົນ​ ເຮົາ​ຕ້ອງ​ເຮັດ​ໃຫ້​ດີ​ທີ່​ສຸດ. ສິ່ງ​ທີ່​ທຳຮ້າຍປະຊາຊົນ​ ເຮົາ​ຕ້ອງ​ຫຼີກ​ລ່ຽງ”(15).

ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ຄວາມ​ປາດ​ຖະໜາ​ແຫ່ງ​ຊາດ​ ແລະ​ເຈດ​ຈຳນົງການ​ເມືອງ​ ໃນ​ແນວ​ຄິດ​ຂອງປະທານ​ໂຮ່ຈີ​ມິນ ​ແມ່ນ​ການ​ສືບ​ທອດຄວາມ​ປາດ​ຖະໜາ​ແລະ​ເຈດຈຳນົງ ​ຂອງຄົນຫວຽດຫຼາຍ​ລຸ້ນ ໃນປະຫວັດສາດນັບພັນປີຂອງຊາດ. ຄວາມ​ປາດ​ຖະໜາ​ແລະ​ເຈດຈຳນົງດັ່ງກ່າວ ​ໄດ້​ປະກອບສ່ວນ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີຂອງ​ຊາດ ​ແລະ​ປະກອບສ່ວນ​ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນຂອງ​ປະຊາຊົນ ຕໍ່ການນຳພາຂອງພັກ ໃນໄລຍະສົງຄາມທີ່​ດຸ​ເດືອດ 2 ຄັ້ງ​ແຕ່ປີ 1945 ​ເຖິງປີ 1975.

ກ່ອນ​ທີ່​ຈະ​ຈາກ​ໄປ, ປະທານ​ໂຮ່ຈີ​ມິນ​ໄດ້​ຂຽນ ພິ​ໄນ​ກຳ ​ເຊິ່ງ​ໄດ້​​ຊ່ວຍ​ໃຫ້​ປະ​ເທດ​, ​ພັກ ​ແລະ​ປະຊາຊົນ​ຫວຽດນາມ​ ເພີ່ມ​ທະວີ​ເຈດ​ຈຳນົງ​ແລະ​ຄວາມ​ປາດຖະໜາ​ອັນ​ແຮງ​ກ້າ​ແລະ​ຍິ່ງ​ໃຫຍ່: 

“ພູຜາ, ​ແມ່​ນ້ຳ, ຜູ້​ຄົນ​ບໍ່​ສູນ​ສິ້ນ;

​​ຊະນະ​ຂ້າ​ເສິກ​ອາ​ເມ​ລິ​ກາ, ພວກ​ເຮົາ​ຈະ​ສ້າງສາ​ລື່ນ​ນີ້​ສິບ​ເທົ່າ!”(16).

ປະທານ​ໂຮ່ຈີ​ມິນຍັງ​ໄດ້​ຕັກ​ເຕືອນ​ຢ່າງ​ຈົດ​ຈໍ່​ວ່າ: “ພັກ​ຕ້ອງ​ມີ​ແຜນການ​ ທີ່​ດີ​ທີ່​ສຸດ ​ເພື່ອ​ພັດທະນາ​ເສດຖະກິດ​ແລະ​ວັດທະນະທຳ, ​ແນ​ໃສ່ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ຢ່າງ​ບໍ່​ຢຸດ​ຢັ້ງ”(17).

ປະທານ​ໂຮ່ຈີ​ມິນກໍ່​ໄດ້​ເລັງ​ເຫັນເຖິງຄວາມຫຍຸ້ງຍາກທີ່ກ່າຍກອງ​ ໃນ​ພາລະກິດ​ການ​ສ້າ​ງສາປະເທດຄືນໃໝ່ ໃນສະໄໝຫຼັງສົງຄາມ, ​ແລະ​ໃຫ້ຄຳ​ແນະນຳພິເສດ: “ວຽກ​ງານ​ເທິງ​ນີ້​ແມ່ນ​ໃຫຍ່​ຫຼວງ, ໜັກໜ່ວງ ​ແລະ​ສັບສົນ​ທີ່​ສຸດ, ​ແຕ່​ກໍ່​ສະຫງ່າ​ລາສີ​ທີ່​ສຸດ. ນີ້​ແມ່ນ​ການ​ຕໍ່ສູ້ຕ້ານ​ສິ່ງ​ທີ່​ເກົ່າ​ແກ່ ​ເປ່​ເພ, ​ເພື່ອ​ສ້າງ​ສິ່ງ​​ໃໝ່ທີ່​ຂຽວງາມ. ​ເພື່ອ​ຍາດ​ເອົາ​​ໄຊຊະນະ​ໃນ​ການ​ສູ້ຮົບຍັກໃຫຍ່ນີ້ ​ແມ່ນ​ຕ້ອງປຸກລະດົມປະຊາຊົນ​ທັງ​ຊາດ, ຈັດຕັ້ງແລະອົບຮົມສຶກສາທົ່ວປວງຊົນ, ອີງໃສ່ກຳລັງແຮງອັນ​ມະຫາສານ​ຂອງ​ປະຊາຊົນທັງ​ຊາດ”(18). “ວຽກ​ງານ​ທີ່​ຕ້ອງ​ເຮັດ​ກ່ອນ​ອື່ນ​ໝົດ​ແມ່ນປັບປຸງ​ພັກ, ເຮັດ​ໃຫ້​ສະມາຊິກພັກ​ແຕ່ລະຄົນ, ສະມາຊິກ​ຄະນະ​ຊາວ​ໜຸ່ມ​ແຕ່ລະຄົນ, ​ແຕ່ລະ​ໜ່ວຍ​ພັກ ພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ພັກມອບໝາຍໃຫ້, ຮັບໃຊ້ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ”(19).

ຈຸດປະສົງຂອງ​ການ​ປັບປຸງ​ພັກ​ແມ່ນ​ເຮັດ​ໃຫ້​ພັກໝັ້ນ​ຄົງ​ເຂັ້ມ​ແຂງ​ກວ່າ​ອີກ, ສົມ​ກັບ​ໜ້າ​ທີ່​ແລະບົດບາດຂອງ​ພັກກຳອຳນາດ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດຈຳນົງ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ປວງ​ຊົນ​ທັງ​ຊາດ. ປະທານ​ໂຮ່ຈີ​ມິນຂຽນ​ວ່າ: “ພັກ​​ເຮົາ​ແມ່ນ​ພັກ​ກຳອຳນາດ. ສະມາຊິກ​ພັກ​ແລະ​ພະນັກງານ​ແຕ່ລະຄົນ​ຕ້ອງ​ເຊື່ອມ​ຊຶມຄຸນສົມບັດ​ປະຕິວັດ ຢ່າງ​ແທ້​ຈິງ, ດຸ​ໝັ່ນ ປະຢັດ ຊື່​ຕົງ​ບໍລິສຸດ, ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ລວມບໍ່​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ. ຕ້ອງ​ຮັກສາ​ໃຫ້​ພັກ​ມີ​ຄວາມ​ສະອາດ​ປອດ​ໃສ​ອີ່ຫຼີ, ຕ້ອງ​​ໃຫ້ສົມກັບ​ເປັນ​ຜູ້ນຳພາ, ​ເປັນ​ຜູ້​ຮັບ​ໃຊ້​ທີ່​ບໍລິສຸດ​ຂອງ​ປະຊາຊົນ”(20). ປະທານ​ໂຮ່ຈີ​ມິນຢືນຢັນ​ວ່າ ຖ້າ​ເຮັດ​ໄດ້​ຄື​ແນວນັ້ນ, ​ເຖິງ​ວ່າ​ວຽກ​ງານ​ຈະ​ໄຫ​ຍ່ຫຼວງ​ພຽງ​ໃດ, ຫຍຸ້ງຍາກ​ພຽງ​ໃດ​ກໍ່ຕາມ ​ແຕ່​ປະຊາຊົນ​ຫວຽດນາມກໍ່ຕ້ອງຊະນະ​ຢ່າງ​ແນ່ນອນ.

​ໃນ​ເວລາຫຼາຍກວ່າເຄິ່ງສັດຕະວັດທີ່​ຜ່ານ​ມາ, ພັກແລະປະຊາຊົນຫວຽດນາມ​ໄດ້​ພະຍາຍາມປະຕິບັດຄຳ​ແນະນຳ​ແລະຄຳຕັກ​ເຕືອນຂອງປະທານ​ໂຮ່ຈີ​ມິນ, ຍ້ອນ​ແນວ​ນັ້ນ ພາລະກິດ​ຂອງ​ປະ​ເທດ​ຫວຽດນາມ​ໃນ​ປະຈຸ​ບັນ ​ຈຶ່ງ​ໃຫຍ່​ຫຼວງ​ແລະ​ໝັ້ນຄົງກວ່າ​ເວລາ​ໃດ​ໝົດ, ຖານະບົດບາດ​ແລະ​ອິດ​ທິພົນ​ຂອງ​ປະ​ເທດ​ຊາດ​ໃນ​ເວທີ​ສາກົນ​ ໄດ້​ຮັບ​ການ​ຢັ້ງຢືນ​ແລະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ​ເມື່ອ​ເບິ່ງ​ຄືນ​ຫຼັງ​ໄປ​ໃນ​ເສັ້ມທາງ​ທີ່​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເດີນທາງ​ຂອງ​ປະ​ເທດ ແຕ່ພາຍຫຼັງໄຊຊະນະອັນ​ຍິ່ງ​ໃຫຍ່ໃນລະດູບານ​ໃໝ່ປີ 1975 ຈົນເຖິງທຸກ​ວັນ​ນີ້, ສາມາດຖອດ​ຖອນ​ໄດ້ບົດຮຽນ​ທີ່ສຳຄັນຈຳນວນໜຶ່ງ.

ທີ​ໜຶ່ງ, ບົດຮຽນກ່ຽວ​ກັບ​ການ “ປຸກ​ລະດົມ​ປວງ​ຊົນ, ຈັດ​ຕັ້ງ​ແລະ​ອົບຮົມ​ສຶກສາ​ປວງ​ຊົນ, ອີງ​ໃສ່​ກຳລັງ​ແຮງ​ທີ່​ຍິ່ງ​ໃຫຍ່​ຂອງ​ປວງ​ຊົນ”. ນີ້ແມ່ນສິ່ງທີ່ພັກ​ກອມ​ມູນິດ​ຫວຽດນາມປະຕິບັດໄດ້ດີທີ່ສຸດ​ ໃນ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ຍາດ​ອຳນາດ​ການ​ປົກຄອງ ​ແລະ​ໃນ​ສົງຄາມ​ປະຕິວັດ. ຍ້ອນເຫດນັ້ນ, ການປະຕິວັດຫວຽດນາມໄດ້ຜ່ານຜ່າ​ສິ່ງ​ທ້າ​ທາຍ​ທັງ​ໝົດ, ປະ​ເທດ​ຫວຽດນາມ​ໄດ້​ສ້າງ​ຜົນງານ​ອັນ​ຍິ່ງ​ໃຫຍ່​ໃນ​ສະຕະວັດ​ທີ XX. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຫຼັງສົງຄາມ, ບົດຮຽນກ່ຽວ​ກັບການເຕົ້າໂຮມກຳລັງ​ແຮງ​ຂອງ​ປະຊາຊົນ, ຕາມຄຳຕັກ​ເຕືອນຂອງປະທານ​ໂຮ່ຈີ​ມິນ, ບາງ​ຄັ້ງບໍ່ໄດ້ຮັບການຊາບ​ຊຶມແລະປະຕິບັດຢ່າງມີປະສິດທິຜົນ. ຄວາມ​ຜິດພາດ​ອັດຕະວິ​ໄສ​ໃນ​ໄລຍະປີ 1975 - 1986 ບາງຄັ້ງ​ໄດ້​ເຮັດ​ໃຫ້ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ “ຊຸດ​ໂຊມ​ລົງ​ຢ່າງ​ຮຸນ​ແຮງ”. ໂດຍຮັບຮູ້ຂໍ້ບົກຜ່ອງດັ່ງກ່າວ, ​ໃນ​ເມື່ອເລີ່ມຕົ້ນການ​ປ່ຽນ​ແປງ​ໃໝ່, ພັກໄດ້ນຳສະເໜີ ຄຳຂວັນທີ່ວ່າ “​ເອົາ​ປະຊາຊົນ​ເປັນກົກ​ຮາກ” ​ແລະ ຜັນ​ຂະຫຍາຍ​ສາມ​ໂຄງການ​ເສດຖະກິດ​ໃຫຍ່ (ສະບຽງອາຫານ, ເຄື່ອງອຸປະໂພກບໍລິໂພກ ແລະສິນຄ້າສົ່ງອອກ), ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິ​ດດ້ານວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ. ດັ່ງ​ນັ້ນ, ຫວຽດນາມໄດ້ຜ່ານຜ່າໄລຍະວິກິດເສດຖະກິດ-ສັງຄົມ ​ແລະຄວາມຫຍຸ້ງຍາກທີ່​ຮ້າຍ​ແຮງໃນຊຸມປີຕົ້ນໆຂອງໄລຍະແຫ່ງການປ່ຽນ​ແປງ​ໃໝ່.

​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ໃນ​ບາງ​ຄັ້ງ ຢູ່​ບາງ​ແຫ່ງ, ​ການ​ພົວພັນ​ລະຫວ່າງ​ພັກ​ແລະ​ປະຊາຊົນ, ລະຫວ່າງອຳນາດ​ການ​ປົກຄອງ​ແລະ​ປະຊາຊົນ ​ແລະ​ລະຫວ່າງ​ພະນັກງານ​ແລະ​ປະຊາຊົນ ບໍ່​ດີ, ຊ້ຳ​ພັດຍັງ​ມີ​ການລະ​ເມີດຢ່າງ​ຮ້າຍ​ແຮງ.  ​ໃນ​ເວລາ​ນັ້ນ ​ໄດ້​ເກີດ​ຄວາມບໍ່​ສະຫງົບ ​ແລະ “ຈຸດ​ຮ້ອນ” ຢູ່​ບາງ​ແຫ່ງ​ເຊັ່ນ ຢູ່​ແຂວງ​ຖາ​ຍບິ່ງປີ 1996 - 1997; ຢູ່​ເຂດ​ໄຕ​ງວຽນ, ​ໄຕ​ບັກ ​ແລະ ​ທີ່​ຜ່ານ​ມາ​ມໍ່​ນີ້​ແມ່ນ​ຢູ່ ຖູ​ທຽມ (ນະຄອນ​ໂຮ່ຈີ​ມິນ), ຢູ່ ດົ່ງ​ເຕິ​ມ (ນະຄອນ​ຮ່າ​ໂນ້ຍ)...ການ​ປະ​ໃຫ້​ພະນັກງານ​ສະມາຊິກຈຳນວນ​ໜຶ່ງ, ລວມທັງພະນັກງານຊັ້ນສູງ​ແລະນາຍທະ​ຫາຍ​ຂອງກຳລັງ​ປະກອບ​ອາວຸດ, ລະເມີດລະບຽບວິໄນຂອງພັກແລະກົດໝາຍຂອງລັດ, ຕົກຢູ່ໃນວິຖີ​ຊີວິດ​ທີ່ບໍ່ດີ, ທຸ​ຈະລິດ, ສໍ້ລາດບັງຫຼວງ,... ທັງໝົດນີ້ໄດ້ສ້າງຜົນກະທົບທາງ​ລົບ​ຕໍ່​ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບອບ​ແລະຕໍ່​ອະນາ​ຄົດຂອງປະເທດ.

ຕໍ່ໜ້າ​ສະພາບ​ການດັ່ງກ່າວ, ​ໃນ​ແຕ່ລະ​ໄລຍະ​ແລະ​ສຳລັບ​ບັນຫາແຕ່ລະ​ປະ​ເພດ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ແຜນ​ນະ​ໂຍບາຍ​ທີ່​ເໝາະ​ສົມ ຖືກຕ້ອງ. ບັນດາ​ນະ​ໂຍບາຍ​ເສດຖະກິດ​ທີ່​ບຸກທະລຸ, ທັນ​ການ​ແລະ​ຖືກຕ້ອງ, ​ເຊັ່ນ​ນະ​ໂຍບາຍ​ມອບ​ເໝົາການ​ປະລິດ​ໃນ​ກະສິກຳ, ບັນດາ​ນະ​ໂຍບາຍ​ຕ້ານ​ໄພ​ເງິນ​ເຟີ້, ຕັ້ງ​ແຕ່​ແຜນ​ນະ​ໂຍບາຍ​ພັດທະນາ​ພື້ນຖານ​ເສດຖະກິດການ​ຜະລິດ​ສິນຄ້າ​ຫຼາຍ​ພາກສ່ວນ ຈົນ​ເຖິງການ​ພັດທະນາ​ພື້ນຖານ​ເສດຖິກີດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ການ​ເຊື່ອມ​ໂຍງ​ສາກົນ, ​ເປີດ​ປະຕູ​ປະ​ເທດ, ​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນ,...ບໍ່ພຽງແຕ່ໄດ້ນຳປະ​ເທດຫວຽດນາມ ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ແຕ່ຍັງກາຍເປັນປະເທດທີ່ກຳລັງພັດທະນາ​ທີ່ຂະຫຍັນຂັນເຄື່ອນ ດ້ວຍຄວາມພະຍາຍາມເພື່ອຮັດແຄບຊ່ອງ​ຫວ່າງ​ທີ່ຢູ່​ເບື້ອງ​ຫຼັງ​ປະ​ເທດອື່ນໆ ໃນພາກພື້ນແລະໃນໂລກ.

ພ້ອມ​ກັນ​ກັບ​ບັນດາ​ນະ​ໂຍບາຍ​ການ​ປ່ຽນ​ແປງ​​ໃໝ່ທີ່​ນັບ​ມື້​ນັບ​ຄົບ​ຊຸດ ​ແລະ​ເປີດ​ກວ້າງ​ໃນ​ທຸກ​ຂົງ​ເຂດນັ້ນ, ການ​ຂົນຂວາຍ​ປັບປຸງ​ພັກ, ການ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ແລະ​ມີ​ປະສິດທິ​ຜົນ​ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ແລະ​ອາ​ຊະ​ຍາ​ກຳ​ທາງ​ເສດຖະກິດ​ອື່ນໆ ​ໄດ້​​ເຮັດ​ໃຫ້​ຄວາມ​​ເຊື່ອ​ໝັ້ນ​ຂອງ​ປະຊາຊົນຕໍ່​ການ​ນຳພາ​ຂອງ​ພັກ​ແລະ​ອະນາຄົດ​ຂອງ​ການ​ປະຕິວັດ ນັບ​ມື້​ນັບໝັ້ນຄົງ. ນັບ​ແຕ່ປີ​ທີ່​ແລ້ວ, ຄວາມ​ພະຍາຍາມ​ແລະຄວາມສຳ​ເລັດເບື້ອງຕົ້ນ ໃນການຕໍ່ສູ້ກັບການລະບາດຂອງພະຍາດ​ໂຄ​ວິດ 19 ຍິ່ງສະ​ແດງ​ໃຫ້​ເຫັນ​ວ່າ ​ເມື່ອ​ພັກ​ແລະ​ລັດອີງ​ໃສ່​ກຳລັງ​ແຮງ​ຂອງ​ປະຊາຊົນ, ຮູ້​ວິທີ​ການຈັດ​ຕັ້ງ ຂົນຂວາຍ​ແລະ​ເສີມ​ຂະຫຍາຍກຳລັງ​ແຮງ​ຂອງ​ປະຊາຊົນ, ປະ​ເທດ​ຫວຽດນາມ​ຈະ“ປະສົບ​ຄວາມສຳ​ເລັດ​ຢ່າງ​ແນ່ນອນ”. ຄວາມ​ສາມັກຄີທີ່​ໝັ້ນ​ແກ່ນຍາມ​ໃດ​ກໍ່​ເປັນ​ບ່ອນ​ອີງທີ່​ໝັ້ນຄົງ ເພື່ອໃຫ້ທົ່ວທັງຊາດສາມາດຜ່ານຜ່າສິ່ງທ້າທາຍທຸກ​ຢ່າງ, ບໍ່ວ່າສິ່ງທ້າທາຍນັ້ນຈະຍິ່ງໃຫຍ່ພຽງໃດ.

​ທີສອງ, ບົດບາດນຳໜ້າ​ຂອງ​ພັກກຳອຳນາດ. ປະທານ​ໂຮ່ຈີ​ມິນ​ໃຫ້​ທັດສະນະ​ວ່າ: “ພັກມີຄວາມໝັ້ນຄົງ ການປະຕິວັດຈຶ່ງຈະປະສົບຜົນສຳເລັດ, ຄືກັນກັບຜູ້​ຂັດທ້າຍ​ເຮືອ​ດີ ເຮືອຈະແລ່ນໄປໄດ້”(21). ພັກ​ກອມ​ມູນິດ​ຫວຽດນາມເປັນພັກກຳອຳນາດ, ​ເປັນ​ແກນນຳຂອງການປ່ຽນ​ແປງ​ໃໝ່, ບົດບາດນຳ​ໜ້າ​ຂອງພັກແມ່ນປັດ​ໄຈຕັດສິນທີ່ສຸດ ສຳລັບການຢູ່ລອດຂອງລະບອບ ​ແລະການຟື້ນຟູຂອງປະເທດຊາດ. ​ເມື່ອ​ປະ​ເທດ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ປະຊາຊົນ​ຫວຽດນາມ​ຕ້ອງຊອກ​ຫາ​ເສັ້ນທາງ​ກ້າວ​​ເດີນສະ​ເພາະທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ໂດຍ​ສະ​ເພາະ​ໃນ​ການ​ປິດ​ລ້ອມ ຄວ້ຳບາດ​ຂອງ​ສັດຕູ ​ໃນ​ຂະນະ​ທີ່​ສະຫະພາບ​ໂຊ​ວຽດ​ແລະ​ລະບອບ​ສັງຄົມ​ນິຍົມ​ຢູ່​ເອຣົບຕາ​ເວັນ​ອອກຖືກ​ພັງ​ທະລາ​ຍລົງ ຍ້ອນ​ຄວາມ​ຜິດພາດ​ຂອງ​ການ​ແປ​ແຣສະ​ໂຕຣຍກາ. ​ໃນ​ເງື່ອນ​ໄຂ​ດັ່ງກ່າວ, ຄວາມ​ຄິດປະດິດ​ສ້າງ​ແລະ​ລັກສະນະນຳໜ້າ​ຂອງ​ພັກ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ ໃນ​ການ​ຕັດ​ສິນ​ຕົກລົງນະ​ໂຍບາຍ​ທີ່​ບຸກທະລຸ ​ແລະ ​ໃນ​ການ​ເລືອກ​ເອົາ​ບາດກ້າວ​​ແລະ​ວິທີ​ການ​ທີ່​ເໝາະສົມ, ກ້າຫານແຕ່ບໍ່ອັດຕະວິ​ໄສ, ຮີບດ່ວນແຕ່ບໍ່ຮ້ອນຮົນ​ຟ້າ​ວຝັ່ງ, ​ເດັດດ່ຽວແຕ່ທົນທານໝັ້ນ​ໜຽວ. ອາ​ໄສ​ສິ່ງ​ດັ່ງກ່າວ, ພາລະກິດ​ແລະທ່າແຮງຂອງປະເທດໄດ້ຮັບການເພີ່ມທະວີຂຶ້ນ. ຕັ້ງແຕ່ປີ 1995, ລັກສະນະ​ນຳ​ໜ້າ​ແລະ​ປູ​ທາງ​ຂອງ​ພັກ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຕັດສິນ​ໃຈຍຸດທະສາດ ເພື່ອ​ໃຫ້​ຫວຽດນາມໝູນໃຊ້ກາລະໂອກາດເພື່ອເປີດປະຕູ​ປະ​ເທດ, ເຊື່ອມໂຍງເຂົ້າກັບພາກພື້ນແລະໂລກເທື່ອລະກ້າວ, ຮັກສາສະຖຽນລະພາບ, ພັດທະນາຢ່າງບໍ່ຢຸດຢັ້ງ ​ແລະ ປັບປຸງ​ພາລະກິດຂອງ​ປະ​ເທດ​ຢ່າ​ໜັກແໜ້ນ, ຮອບດ້ານ.

ທີ​ສາມ, ການເປັນແບບຢ່າງທີ່ດີຂອງຜູ້ນຳປະເທດ. ໃນຍຸກໃດກໍ່ຕາມ, ຕັ້ງ​ແຕ່​ສະ​ໄໝ ກະສັດຮຸ່ງ, ອານ​ເຢືອງ​ເວື​ອງ, ສອງພະນາ​ງຈຶງ, ພະນາ​ງຈ້ຽວ, ​ເຈິ່ນ​ເຍິນ​ຕົງ, ​ເຈິ່ນກວັກ​ຕວັນ, ​ເລ​ເລີ້​ຍ, ຫງວຽນ​ຈ້າຍ, ​ເຈືອງ​ດິ້ງ, ຟານ​ໂບ້ຍ​ເຈົາ,... ຈົນ​ເຖິງ​ສະ​ໄໝ​ໂຮ່ຈີ​ມິນ ແລະພັກກອມມູນິດຫວຽດນາມ, ບັນດາຜູ້ທີ່ຍອມຮັບຄວາມຮັບຜິດຊອບ​ໃນ​ການນຳພາ​ປະ​ເທດ ຕ້ອງແມ່ນຜູ້ທີ່ມີຄວາມຮັບຜິດຊອບສູງສຸດຕໍ່​ພາລະກິດ​ຂອງ​ປະ​ເທດ ແລະເປັນຕົວແທນໃຫ້ແກ່ຄວາມປາດຖະໜາຂອງປະເທດຊາດ. ພວກເຂົາບໍ່​ພຽງ​ແຕ່​ເປັນຜູ້ຮັກຊາດ, ຮັກ​ແພງ​ປະຊາຊົນ​ ແລະ​ມີນໍ້າໃຈອຸທິດຕົນ​ເພື່ອ​ຊາດ-ປະ​ເທດ​ຊາດ, ແຕ່ພວກເຂົາຍັງຕ້ອງເປັນຄົນໃກ້ຊິດກັບປະຊາຊົນ, ເຂົ້າໃຈຢ່າງເລິກເຊິ່ງກ່ຽວ​ກັບ​ຄວາມມຸ່ງຫວັງແລະຄວາມປາດຖະໜາຂອງປະຊາຊົນ, ຮູ້ວິທີເຮັດໃຫ້ປະຊາຊົນ​ມີ​ຄວາມໄວ້ເນື້ອເຊື່ອໃຈແລະຊົມເຊີຍນັບຖື. ຍິ່ງ​ກວ່າ​ນັ້ນ, ພວກເຂົາກໍ່ຕ້ອງແມ່ນຜູ້​ທີ່​ຮູ້​ວິທີການປະສານສົມທົບແລະຍົກສູງຄວາມມຸ່ງມາດປາດຖະໜາຂອງ​ຊາດ​ຫວຽດນາມ​ໃນລະດັບດຽວກັນກັບຍຸກ​ສະ​ໄໝ. ພຽງແຕ່ຫຼັງຈາກນັ້ນ, ຜູ້ປົກຄອງ - ຜູ້ນຳຈຶ່ງ​ເປັນ​ຕົວ​ແທນ​ທີ່ແທ້ຈິງຂອງພູມປັນຍາ, ວິໄສທັດແລະຄວາມປາດຖະໜາຂອງຊາດ.

ຖືກຕ້ອງຕາມ​ທີ່ທ່ານ ​ເລ​ເລີ້​ຍ ​ແລະ ຫງວຽນຈ້າຍ ໄດ້ກ່າວວ່າ, ປະ​ເທດ​ຫວຽດນາມ “ເຖິງວ່າ​ບາງຄັ້ງຈະເຂັ້ມແຂງແລະອ່ອນແອແຕກຕ່າງກັນ​, / ​ແຕ່​ວິລະ​ຊົນ​ຜູ້ອົງອາດ​ກ້າຫານແມ່ນບໍ່ເຄີຍຂາດ”, ​ແຕ່​ໃນ​ທຸກ​ວັນ​ນີ້, ໃນຍຸກແຫ່ງອາລະ​ຍະ​ທຳທາງ​ປັນຍາແລະການປະຕິວັດອຸດສາຫະກຳໃໝ່, ປະເທດຫວຽດນາມບໍ່​ສາມາດ​ລໍຖ້າ​ໃຫ້​ຜູ້​ມີ​ຄວາມ​ສາມາດແລະ​ອົງອາດ​ກ້າຫານປະກົດຕົວຂຶ້ນ​ເອງ, ແຕ່ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການຊອກ​ຫາ ​ແລະ ​ອົບຮົມ​ສຶກສາ, ຝຶກຝົນຫຼໍ່​ຫຼອມ. ດັ່ງ​ນັ້ນ, ປະທານ​ໂຮ່ຈີ​ມິນ​ໄດ້​​ໃຫ້ຄຳແນະນຳວ່າ: “ການ​ອົບຮົມ​ສຶກສາ​ພະນັກງານ​ຮຸ່ນ​ໃໝ່​ເພື່ອ​ການ​ປະຕິວັດ​ໃນ​ຍຸກ​ຕໍ່​ໄປ ​ເປັນ​ສິ່ງ​ທີ່ສຳຄັນແລະຈຳເປັນທີ່ສຸດ”(22).

ທີ​ສີ່, ປຸກລຸກ​ແລະ​ເສີມ​ຂະຫຍາຍ​ມານະ​ຈິດ​ຂອງ​ຊາດ​ຢ່າງ​ສຸດ​ຂີດ. ປະຫວັດສາດໃຫ້​ເຫັນ​ວ່າ, ຕໍ່ໜ້າ​ທາງໂຄ້ງ, ໃນເວລາທີ່ຕັດສິນຊີ້​ຂາດ, ຖ້າ​ມານະ​ຈິດ​ຂອງ​ຊາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ​ເຈດ​ຈຳນົງ​ແລະຄວາມມຸ່ງມາດປາດຖະໜາຂອງ​ຊາດໄດ້ຮັບ​ການ​ສົ່ງ​ເສີມ, ປະຊາຊົນຫວຽດນາມຈະ​ເອົາ​ຊະນະ​ຄວາມ​ທ້າ​ທາຍ​ທັງ​ໝົດ​ແລະສ້າງຜົນງານ​ທີ່​ສະຫງ່າ​ອົງອາດ​ໄດ້​ຢ່າງ​ແນ່ນອນ. ບັນດາໜ້າປະຫວັດສາດທອງ ຄຳ​ຂອງ​ປະ​ເທດ ໄດ້ບັນທຶກຈຸດເວລາດັ່ງກ່າວ​ໄວ້ຢ່າງຈະ​ແຈ້ງ: ນັ້ນ​ແມ່ນ​ເວລາ​ທີ່​ບົດ​ກະວີ “ດິ​ນ​ແດນປະ​ເທດ​​”  ດັງ​ກ້ອງ​ກັງວານ​​ໃນ​ເມື່ອ​ສົງຄາມຕໍ່​ຕ້ານ​ກອງທັບຊົ້ງ​ໃນ​ປີ 1075 ​ເຂົ້າ​ສູ່​ຕອນ​ດຸ​ເດືອດ; ນັ້ນ​ແມ່ນ​ເມື່ອ​ທີ່ບັນດາ​ຜູ້​ອາວຸ​ໂສພ້ອມກັນຮ້ອງຄຳວ່າ “ຕີ” ໃນກອງປະຊຸມຢຽນ​ໂຫ່​ງ ​ໃນ​ປີ 1284 ເພື່ອຕອບຄຳຖາມຂອງກະສັດ ​ເຈີ່ນ​ເຍີນຕົງ  ກ່ຽວກັບການປະ​ເຊີນ​ໜ້າ​ກັບສັດຕູ ມອງ​ໂກນ-ຢ໋ວນ; ນັ້ນ​ກໍ່​​ແມ່ນ​ເວ​ລາ​ທີ່ປະຊາຊົນ​ຫວຽດນາມ​ທັງ​ປະ​ເທດລຸກ​ຮື​ຂຶ້ນພ້ອມ​ກັນທັບ​ມ້າງ​ໂສ້​ຄາ​ຂ້າ​ທາດ,“​ເອົາ​ກຳລັງ​ຂອງ​ພວກ​ເຮົາ​ເພື່ອ​ປົດ​ປ່ອຍ​ເຮົາ​ເອງ” ຕາມຄຳ​ຮຽກຮ້ອງ​ຂອງພັກ ​ແລະຂອງ​ຜູ້ນຳ ຫງວຽນ​ອ໋າຍກວັກ​ ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 1945.

ໃນສະພາບການໃໝ່ຂອງການກໍ່ສ້າງແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ມານະ​ຈິດ​ແລະ​ຄວາມ​ປາດ​ຖະໜາ​ໃນ​ຄວາມ​ຈະເລີ​ນ​ເຂັ້ມ​ແຂງ​ຂ​ອງ​ຊາດຍິ່ງ​ຕ້ອງ​ໄດ້​ຮັບ​ການປຸກ​ຕື່ນ​ແລະ​​ເສີມ​ຂະຫຍາຍ ​ເພື່ອ​ໃຫ້​ປະຊາຊົນ​ທັງ​ປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​, ​ສຸມ​ສະຕິ​ປັນຍາ​ແລະ​ກຳລັງວັງຊາ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ, ປົກ​ປ້ອງ​ ອຳນາດ​ອະທິປະ​ໄຕ, ຜົນ​ປະ​​ໂຫຍ​ດ ​ແລະ​ຜືນ​​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນຄົງ./.

-------------------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ​ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 4, ໜ້າ 35.

(2) ວາລະສານອະດີດ​ແລະ​ປະຈຸ​ບັນ, ສະບັບ​ເລກທີ 1-2000, ໜ້າ 3.

(3) ຫງວຽນ​ຝູຈ້ອງ: “ບົດປາ​ໄສ​ຂອງ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫງວຽນ​ຝູຈ້ອງ ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ​ຄົບຮອບ 130 ປີ”, ໜັງສືພິມ​ປະຊາຊົນ, ສະບັບ​ອອກ​ວັນ​ທີ 18 ພຶດສະພາ 2020 (https://nhandan.com.vn/tin-tuc-su-kien/dien-van-cua-tong-bi-thu-chu-tich-nuoc-nguyen-phu-trong-tai-le-ky-niem-130-nam-ngay-sinh-chu-tich-ho-chi-minh-458617). ກ່ອນ​ນັ້ນ, ​ໃນ​ບົດ​ປາ​ໄສ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມຄົບຮອບ 90 ປີ, ສະຫາຍ ຫງວຽນ​ຝູຈ້ອງ ກໍ່​ໄດ້​ຢືນຢັນ​ວ່າ: “ດ້ວຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ບັນລຸ​ໄດ້, ພວກ​ເຮົາ​ມີ​ພື້ນຖານ​ເພື່ອ​ຢືນຢັນ​ວ່າ, ບໍ່​ມີ​ເວລາ​ໃດ​ທີ່​ປະ​ເທດ​ເຮົາມີ​ພາລະກິດ, ທ່າແຮງ, ຖານະຕຳ ແໜ່ງ ແລະກຽດສັກສີຄືກັບມື້ນີ້”. ​ເບິ່ງ: https://baoquocte.vn/toan-van-bai-phat-bieu-cua-tong-bi-thu-chu-tich-nuoc-tai-le-ky-niem-90-nam-ngay-thanh-lap-dang-108832.htmlhttp://dangcongsan.vn/xay-dung-dang/ky-niem-trong-the-90-nam-ngay-thanh-lap-dang-cong-san-viet-nam-547821.html

(4) ຄຳ​ປະກາດ​ນີ້​ຂອງ​ ພະນາ​ງຈ້ຽວທິຈິງ​ ຖືກ​ຂຽນ​ໄວ້​ໃນ “ບັນທຶກ​ໄຊຊະນະ​ຂອງ​ແທງ​ຮວ໋າ” ຂອງທ່ານ ​ເວື​ອງຢຸຍຈິງ ​ໃນ​ສະຕະວັດ​ທີ XIX, ຕໍ່​ມາ​ຖືກ​ສືບປາກ​ມາ​ຕະຫຼອດ​​ໃນຊຸມ​ຊົນ​ພື້ນ​ເມືອງ.

(5) ຄັດ​ຈາກ: ຟານ​ຮຸຍ​ເລ (ຫົວໜ້າ​ບັນນາທິການ), ຟານ​ດ້າຍ​ຢວ໋ານ, ຫງວຽນ​ກວາງ​ງ້ອກ, ​ເລືອງນິງ, ​ເຈິ່ນກວັກ​ເວື້ອງ, ປະຫວັດສາດ​ຫວຽດນາມ, ​ເຫຼັ້ມ I, ສພຈ. ມະຫາວິທະຍາ​ໄລຮ່າ​ໂນ້ຍ, 2014, ໜ້າ 407.

(6), (7) ພົງສາວະດານ​ປະ​ເທດດ້າຍ​ຫວຽດສະບັບ​ສົມບູນ, ສພຈ. ວິທະຍາສາດ​ສັງຄົມ, ຮ່າ​ໂນ້ຍ, 1998, ​ເຫຼັ້ມ 1, ໜ້າ 204, 279.

(8) ກະວີ​ນິພົນ​ຂອງພະ​ມະຫາ​ກະສັດ​ເຈິ່ນນ​ເຍິນ​ຕົງ, ລົງ​ພິມ​ໃນ: ພົງສາ​ວະ​ດານ​ປະ​ເທດດ້າຍ​ຫວຽດສະບັບ​ສົມບູນ, ສພຈ. ວິທະຍາສາດ​ສັງຄົມ, ຮ່າ​ໂນ້ຍ, 1998, ​ເຫຼັ້ມ 2, ໜ້າ 62.

(9) ພົງສາ​ວະ​ດານ​ປະ​ເທດດ້າຍ​ຫວຽດສະບັບ​ສົມບູນ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 282.

(10) ປະຫວັດສາດ​ເມືອງ​ຫຼວງຕົ້ນ​ສະບັບ​ບັນທຶກ​ໄວ້ທີ່ສະຖາບັນປະຫວັດ​ມາດ, ລະຫັດ HV.285, ​ເຫຼັ້ມ 44. ຄັດ​ຈາກ: ຟານ​ຮຸຍ​ເລ (ຫົວໜ້າ​ບັນນາທິການ), ຫງວຽນ​ເທື່ອ​ຫິວ, ຫງວຽນ​ກວາງ​ງ້ອກ, ຫງວຽນ​ຫາຍ​ເກ໊, ຫວຸວັນ​ກວັນ, ປະຫວັດສາດ​ຫວຽດນາມ, ສພຈ. ມະຫາວິທະຍາ​ໄລຮ່າ​ໂນ້ຍ, 2016, ​ເຫຼັ້ມ 2, ໜ້າ 602.

(11) ຟານ​ໂບ້ຍ​ເຈົາ: ນິພົນ​ຄົບ​ຊຸດ, ສພຈ. ຖ້ວນ​ຫວ້າ, ​ເຫວ້, 1990, ​ເຫຼັ້ມ 2, ໜ້າ 255 – 256.

(12) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​​ແຫ່ງຊາດ​ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 2, ໜ້າ 304.

(13) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 3, ໜ້າ 1.

(14), (15) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 64, 65.

(16), (17), (18), (19), (20) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, ໜ້າ 623, 612, 617, 616, 611 – 612.

(21) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 289.

(22) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, ໜ້າ 612.

 (*) ດ້າຍຫວຽດ ​ແມ່ນຊື່ຂອງ​ປະ​ເທດ​ຫວຽດນາມ​ໃນ​ໄລຍະປີ 1054-1400 ແລະ ປີ 1428-1804.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 949 (​ເດືອນ​ກັນຍາ 2020)