ການ​ພັດທະນາ​ອຸດສາຫະກໍາປະດິດ, ປຸງ​ແຕ່ງຢູ່ຫວຽດນາມ:
ຄວາມ​ຮັບ​ຮູ້ ​ແລະ ການ​ກໍານົດ​ນະ​ໂຍບາຍ

(ຕອນທີ 1: ບົດບາດຂອງ​ອຸດສາຫະກໍາ​ປະດິດ, ປຸງ​ແຕ່ງ ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ)

ໂດຍ ປອ ເຈິ່ນຕວັນແອັງ
ກໍາມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງ, ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ
14:16, 03-05-2021

ວກ. - ອຸດສາຫະກໍາ​ປະດິດ, ປຸງ​ແຕ່ງ ​ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ບົດບາດຄວາມ​ສໍາຄັນ​ ໃນ​ຂະ​ບວນວິວັດການຫັນ​ເປັນ​ອຸດສາຫະກໍາ ​ແລະການ​ພັດທະນາ​ເສດຖະກິດ, ນັບ​ຕັ້ງ​ແຕ່​ການ​ຟື້ນ​ຕົວຂອງປະ​ເທດອັງກິດ ​ໃນ​ສະຕະວັດ​ທີ 19, ຕໍ່​ມາ​ແມ່ນ​ປະ​ເທດ​ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຍີ່​ປຸ່ນ ​ໃນ​ລະຫວ່າງ​ສະຕະວັດ​ທີ 20, ຫຼືວ່າ ບັນດາ​ປະ​ເທດ​ອຸດສາຫະກໍາ​ໃໝ່ ​ໃນທ້າຍ​ສະຕະວັດ​ທີ 20 ​ແລະມໍ່ໆນີ້​ແມ່ນ​ປະ​ເທດ​ຈີນ. ຄວາມ​ສໍາ​ເລັດ​ໃນ​ການ​ຫັນ​ເປັນ​ອຸດສາຫະກໍາ ຂອງ​ແຕ່ລະ​ປະ​ເທດ​ເຫຼົ່ານີ້ ​ໄດ້​ເຮັດໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ, ອັນ​ນີ້​ແມ່ນຫຼັກ​ຖານ​ທີ່​ພິສູດ​ໃຫ້​ເຫັນ​ວ່າ ອຸດສາຫະກໍາ​ປະດິດ, ປຸງ​ແຕ່ງ ​​ເປັນເສັ້ນ​ທາງ​ແຫ່ງ​ການ​ພັດທະນາ, ​ເປັນ​ຂໍ​ກຸນ​ແຈ​ເພື່ອ​ສ້າງ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງ​​ແຕ່ລະ​ປະ​ເທດ.

ຄວາມສໍາເລັດຂອງບັນດາປະເທດໃນຂະບວນວິວັດການຫັນເປັນອຸດສາຫະກໍາ, ກາຍເປັນປະເທດທີ່ມີລາຍໄດ້ສູງ ແມ່ນຫຼັກຖານພິສູດໃຫ້ເຫັນວ່າ ອຸດສາຫະກໍາປະດິດ, ປຸງແຕ່ງເປັນເສັ້ນທາງແຫ່ງການພັດທະນາ, ເປັນຂໍກຸນແຈເພື່ອສ້າງຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ - ຮູບພາບ:ເອກະສານ

ການປະກອບສ່ວນຂອງອຸດສາຫະກໍາປະດິດ​, ປຸງແຕ່ງເຂົ້າໃນລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ
ແລະ ສ້າງວຽກເຮັດງານທໍາ​

ລວມຍອດຜະລິດຕະພັນພາຍໃນ (GDP - ຈີ​ດີ​ພີ) ຂອງປະເທດໜຶ່ງໆ ​ໄດ້​ຖືກ​ສ້າງຂຶ້ນຈາກບັນດາການເຄື່ອນໄຫວເສດຖະກິດທີ່ແຕກຕ່າງກັນ, ສ່ວນຫຼາຍແລ້ວ ຈະ​ຖືກແບ່ງອອກເປັນ 3 ຂົງເຂດເສດຖະກິດຕົ້ນຕໍຄື: ກະສິກໍາ, ອຸດສາຫະກໍາ-ກໍ່ສ້າງ ແລະ ບໍລິການ. ຂົງເຂດກະສິກໍາ, ອຸດສາຫະກໍາ-ກໍ່ສ້າງ ເປັນສອງຂົງເຂດທີ່​ຜະລິດ​ວັດຖຸ, ຊັບສິນທີ່ມີຮູບຮ່າງ ແລະ ຂົງເຂດບໍລິການສ້າງຜະລິດຕະພັນທີ່ບໍ່ມີຮູບຮ່າງ. ບັນດາຜະລິດຕະພັນທີ່ມີຮູບຮ່າງແລະບໍ່ມີຮູບຮ່າງ ມີສາຍກ່ຽວພັນອັນສະໜິດ​ແໜ້ນ​ນຳ​ກັນ ໃນຕ່ອງໂສ້ຄຸນຄ່າ ແລະ ທັງໝົດນັ້ນລ້ວນແຕ່ສ້າງຄຸນຄ່າໃຫ້ພື້ນຖານເສດຖະກິດ. ຕ່ອງໂສ້ຄຸນຄ່າແມ່ນຕ່ອງໂສ້ຂອງບັນດາການເຄື່ອນໄຫວທີ່ຜະລິດຕະພັນໜຶ່ງໆຕ້ອງໄດ້ຜ່ານ ຕາມລໍາດັບການເຄື່ອນໄຫວດັ່ງກ່າວ ເພື່ອຫັນປ່ຽນຈາກອຸດົມຄະຕິ​ໄປ​ສູ່​ຜະລິດ​ຕະພັນຕົວຈິງ ແລະ ຢູ່ໃນແຕ່ລະການເຄື່ອນໄຫວທີ່ຜະລິດຕະພັນດັ່ງກ່າວໄດ້ຜ່ານນັ້ນ, ຄຸນຄ່າຂອງຜະລິດຕະພັນກໍ່ໄດ້ເພີ່ມຂຶ້ນຕື່ມອີກ.

ຕາມທໍາມະດາແລ້ວ, ຕ່ອງໂສ້ຄຸນຄ່າໄດ້ເລີ່ມຕົ້ນນັບແຕ່ການເຄື່ອນໄຫວຄົ້ນຄວ້າ ພັດທະນາ, ໄປເຖິງການອອກແບບຜະລິດຕະພັນ, ການຜະລິດ, ການຕະຫຼາດ, ການ​ແຈກ​ຢາຍ ແລະການບໍລິການຫຼັງການຂາຍສິນຄ້າ. ການເຄື່ອນໄຫວຜະລິດຢູ່ໃນຂອບ​ເຂດລະຫວ່າງກາງ, ມີບົດບາດເຊື່ອມຕໍ່ກັບບັນດາການເຄື່ອນໄຫວໃນສອງສົ້ນຂອງ​ຕ່ອງໂສ້ - ຕົ້ນຕໍແມ່ນບັນດາການເຄື່ອນໄຫວຂອງຂົງເຂດບໍລິການ. ເຖິງວ່າການ​ເຄື່ອນ​ໄຫວຜະລິດເປັນຂອດການສ້າງມູນຄ່າເພີ່ມຕໍ່າສຸດຢູ່ໃນຕ່ອງໂສ້, ແຕ່ກໍ່ບໍ່ອາດ​ຂາດໄດ້, ຍ້ອນວ່າ ຫາກຂາດຂັ້ນຕອນການຜະລິດ ກໍ່ຈະບໍ່ອາດສ້າງ​ຕ່ອງ​ໂສ້​ຄຸນຄ່າ​ໜຶ່ງ​ທີ່ສົມບູນແບບໄດ້. ໃນປັດຈຸບັນ, ຍ້ອນມີການເຊື່ອມໂຍງທາງດ້ານເສດຖະກິດ ​ແລະ​ໂລກາພິວັດ, ໄດ້ເຮັດໃຫ້ຕ່ອງໂສ້ຄຸນຄ່າລື່ນຂ້າມອອກຈາກຂອບເຂດຂອງ​ປະ​ເທດ​ໜຶ່ງ ເພື່ອກາຍເປັນຕ່ອງໂສ້ຄຸນຄ່າທົ່ວໂລກ. ບັນດາຂັ້ນຕອນການຜະລິດທີ່ນໍາໃຊ້​ແຮງ​ງານຈໍານວນຫຼາຍ, ສ້າງມູນຄ່າເພີ່ມຕໍ່າ ໄດ້ເຄື່ອນຍ້າຍໄປສູ່ບັນດາປະເທດພວມ​ພັດທະນາ ເພື່ອໝູນໃຊ້ທ່າໄດ້ປຽບທາງດ້ານຄ່າຈ້າງແຮງງານ ແລະທ່າໄດ້ປຽບ ​ເມື່ອ​ສົມທຽບກັບບັນດາປະເທດເຫຼົ່ານີ້. ເຖິງວ່າໄດ້ເຄື່ອນຍ້າຍອອກສູ່ຕ່າງປະເທດ, ​ແຕ່​ການເຄື່ອນໄຫວຜະລິດຂອງບັນດາຕ່ອງໂສ້ດັ່ງກ່າວນີ້ ກໍ່ຍັງຂຶ້ນກັບບັນດາວິ​ສາ​ຫະກິດ​ທີ່ຢູ່ສົ້ນຕ່ອງໂສ້, ເຈົ້າກໍາມະສິດຂອງບັນດາຜະລິດຕະພັນການບໍລິການ ທີ່​ສ້າງ​ຂຶ້ນ​ຈາກບັນດາການເຄື່ອນໄຫວຄົ້ນຄວ້າພັດທະນາ, ລະບົບການແຈກຢາຍ, ເຄື່ອງໝາຍ​ການ​ຄ້າຜະລິດຕະພັນ… ແມ່ນຕັ້ງຢູ່ບັນດາປະເທດອຸດສາຫະກໍາຂະຫຍາຍຕົວ.

ການເຄື່ອນໄຫວຜະລິດໄດ້ສະໜອງພື້ນຖານທີ່ສໍາຄັນໃຫ້ແກ່ການຮຽນຮູ້ແລະພັດທະນາທັກສະ, ປ່ຽນແປງໃໝ່ໃນການປະດິດສ້າງ, ຕິດພັນກັບການເຄື່ອນໄຫວຄົ້ນຄວ້າ​ພັດທະນາ. ບັນດາປະເທດອຸດສາຫະກໍາຂະຫຍາຍຕົວ ກໍ່ເປັນບ່ອນໃຫ້ກໍາເນີດບັນດາ​ແນວ​ຄິດ ແລະການຄົ້ນພົບ, ປະດິດຄິດສ້າງໃໝ່, ບັນດາຂະແໜງອຸດສາຫະກໍາທີ່​ສຳຄັນຕໍ່ກັບອະນາຄົດເສດຖະກິດຂອງປະເທດຊາດ, ປະກອບມີບັນດາວັດສະດຸທີ່​ກ້າວໜ້າ, ເຕັກໂນໂລຊີ-ຊີວະສາດ, ເຕັກໂນໂລຊີນາໂນ ແລະບັນດາພາຫະນະ ອຸປະກອນກົນຈັກທີ່ແນ່ນອນ. ການກໍາເນີດເກີດຂຶ້ນຂອງບັນດາເຕັກໂນໂລຊີ ທີ່​ມີ​ລັກສະນະບຸກທະລຸກໍ່ລ້ວນແຕ່ເລີ່ມຈາກບັນດາຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ, ອັນເປັນພື້ນຖານຂອງບັນດາການປະຕິວັດອຸດສາຫະກໍາ. ໂລກປັດຈຸບັນໄດ້ຜ່ານ​ການ​ປະຕິວັດອຸດສາຫະກໍາແລ້ວສີ່ຄັ້ງ, ການປະຕິວັດອຸດສາຫະກໍາແຕ່ລະຄັ້ງລ້ວນ​ແຕ່ລິ​ເລີ່​ມ ຈາກການປ່ຽນແປງທີ່ມີລັກສະນະບຸກທະລຸທາງດ້ານເຕັກໂນໂລຊີການຜະລິດ. ຖ້າ​ຫາກວ່າການຄົ້ນຄິດ, ປະດິດຄິດສ້າງທີ່ກ່ຽວພັນເຖິງກົນຈັກ, ການປະດິດ​ເປັນ​ພື້ນຖານ​ໃຫ້ແກ່ການປະຕິວັດອຸດສາຫະກໍາຄັ້ງທໍາອິດແລະຄັ້ງທີສອງ ແມ່ນການຄົ້ນຄິດ, ປະດິດ​ຄິດສ້າງທາງດ້ານເອເລັກໂຕນິກ, ກົນຈັກໄຟຟ້າເປັນພື້ນຖານໃຫ້ແກ່ການ​ປະຕິວັດອຸດສາຫະກໍາຄັ້ງທີສາມ, ທີສີ່ໃນມໍ່ໆມານີ້. ບັນດາກຸ່ມບໍລິສັດຂ້າມຊາດ, ບັນດາວິສາຫະກິດສົ້ນຕ່ອງໂສ້ໃນຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ​ເປັນ​ບັນດາ​ຜູ້ນໍາໜ້າໃນການສ້າງບັນດາເຕັກໂນໂລຊີດັ່ງກ່າວນີ້ ແລະບັນດາກຸ່ມບໍລິສັດເຫຼົ່ານີ້ ສ່ວນຫຼາຍແມ່ນຂຶ້ນກັບບັນດາປະເທດທີ່ມີຂະແໜງອຸດສາຫະກໍາຂະຫຍາຍຕົວ.

ຂົງເຂດອຸດສາຫະກໍາປະກອບມີ 4 ຂະແໜງການຕົ້ນຕໍຄື: ຂຸດຄົ້ນແຮ່ທາດ; ອຸດສາຫະກໍາປະດິດ, ປຸງແຕ່ງ; ການຜະລິດຈໍາໜ່າຍໄຟຟ້າ; ການສະໜອງນໍ້າ ແລະລະບາຍນ້ຳ, ໃນນັ້ນອຸດສາຫະກໍາປະດິດ, ປຸງແຕ່ງມີບົດບາດເປັນເຈົ້າພາທາງ, ສ້າງມູນຄ່າເພີ່ມສູງສຸດໃຫ້ແກ່ຂົງເຂດອຸດສາຫະກໍາ. ຢູ່ບັນດາປະເທດອຸດສາຫະກໍາ, ບໍ່ວ່າປະເທດທີ່ພັດທະນາມາແຕ່ດົນນານແລ້ວ ຫຼືຫາກໍ່ເລີ່ມພັດທະນາ, ໃນຕະຫຼອດ 20 ປີທີ່ຜ່ານມາ, ອຸດສາຫະກໍາປະດິດ, ປຸງແຕ່ງ ເວລາໃດກໍ່ໄດ້ປະກອບສ່ວນປະມານ 20% ເຂົ້າໃນ ຈີ​ດີ​ພີ. ປີ 2019, ຂົງເຂດການການຜະລິດປະດິດ, ປຸງແຕ່ງ ຂອງ​ປະ​ເທດຈີນກວມເອົາ 27,1% ຂອງ ຈີ​ດີ​ພີ; ປະເທດເກົາຫຼີໃຕ້ກວມເອົາ 25,3% ຂອງ ຈີ​ດີ​ພີ; ປະເທດໄທກວມເອົາ 25,3% ຂອງ ຈີ​ດີ​ພີ; ປະເທດມາເລເຊຍກວມເອົາ 21,5% ຂອງ ຈີ​ດີ​ພີ; ປະເທດຍີ່ປຸ່ນກວມເອົາ 20,7% ຂອງ ຈີ​ດີ​ພີ; ປະ​ເທດ​ສິງ​ກາ​ໂປກວມເອົາ 19,8% ຂອງ ຈີ​ດີ​ພີ ແລະປະເທດເຢຍລະມັນກວມເອົາ 19,4% ຂອງ ຈີ​ດີ​ພີ, ໃນນັ້ນຫວຽດນາມຫາກໍ່ບັນລຸໄດ້ 16,5% ຂອງ ຈີ​ດີ​ພີ. ຄຽງຄູ່ກັນນັ້ນ, ບັນດາ​ພື້ນຖານການຜະລິດ, ອຸດສາຫະກໍາປະດິດ, ປຸງແຕ່ງ ຂອງບັນດາປະເທດພັດທະນາ ທີ່ໄດ້ເຄື່ອນຍ້າຍອອກສູ່ຕ່າງປະເທດຍ້ອນກະແສໂລກາພິວັດ ແລະການຈັດແບ່ງ​ແຮງ​ງານສາກົນ ໂດຍຜ່ານກະແສທຶນຈາກການລົງທຶນຕ່າງປະເທດ, ດ້ວຍເຫດນັ້ນ ​ໃນ​ພຶດຕິ​ກຳ​ຕົວຈິງ, ປະເທດເຫຼົ່ານີ້ຍັງມີຄວາມອາດສາມາດດ້ານອຸດສາຫະກໍາປະດິດ, ປຸງແຕ່ງໃຫຍ່ຫຼວງກວ່ານີ້ອີກ.

ພິຈາລະນາຕາມລະດັບການປະກອບສ່ວນເຂົ້າໃນ ຈີ​ດີ​ພີ ຂອງບັນດາຂະແໜງ​ເສດຖະກິດ, ຕົວເລກສະຖິຕິແຕ່ປີ 2010 ມາຮອດປັດຈຸບັນ ໄດ້ໃຫ້ເຫັນວ່າ: ​ໂຄງ​ປະກອບຂອງພື້ນຖານເສດຖະກິດຫວຽດນາມພວມມີການຫັນປ່ຽນຢ່າງຕັ້ງໜ້າ ຕາມ​ທິດຫັນເປັນອຸດສາຫະກໍາ ດ້ວຍການຄ່ອຍໆຫຼຸດລົງຂອງກະສິກໍາ ແລະການ​ເພີ່ມຂຶ້ນ​ຂອງອຸດສາຫະກໍາແລະບໍລິການເທື່ອລະກ້າວ. ສີ່ຂະແໜງການທີ່​ປະກອບສ່ວນຢ່າງ​ໃຫຍ່ຫຼວງທີ່ສຸດ ເຂົ້າໃນພື້ນຖານເສດຖະກິດ ປະກອບມີ: ການປະດິດ, ປຸງແຕ່ງ, ກະສິກໍາ, ການຄ້າຂາຍຍົກ, ຂາຍຍ່ອຍແລະແຮ່ທາດ. ສ່ວນບັນດາຂະແໜງການອື່ນໆ ທີ່ຍັງເຫຼືອແມ່ນລ້ວນແຕ່ມີລະດັບການປະກອບສ່ວນຕ່ຳ​ກວ່າ 5%. ສະນັ້ນ, ສາມາດ​ເຫັນ​ໄດ້ວ່າ ອຸດສາຫະກໍາປະດິດ, ປຸງແຕ່ງ ມີບົດບາດເປັນກໍາລັງຜັກດັນ​ໃຫ້​ແກ່​ການ​ຂະຫຍາຍຕົວ ຂອງພື້ນຖານເສດຖະກິດ ໃນໄລຍະເວລາທີ່ຜ່ານມາ.

ອຸດສາຫະກໍາປະດິດ, ປຸງແຕ່ງ ກໍ່ຖືເປັນແຫຼ່ງສະໜອງວຽກເຮັດງານທໍາ ​ໃນ​ໄລຍະ​ຍາວ ແລະມີລາຍຮັບທີ່ໝັ້ນຄົງ. ເກືອບວ່າທັງໝົດບັນດາວຽກງານທາງກົງ ຫຼືທາງອ້ອມ ແມ່ນລ້ວນແຕ່ຂຶ້ນກັບການຜະລິດ. ກ່ອນນີ້, ຍ້ອນການຟື້ນຕົວຂອງ​ບັນດາຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ຈິ່ງເຮັດໃຫ້ປະເທດອາເມລິກາໃນຊຸມປີ 1920, 1930 ສາມາດສະໜອງວຽກເຮັດໃໝ່ຫຼາຍສິບລ້ານຕໍາແໜ່ງງານ, ຫຼຸດ​ພົ້ນ​ຈາກວິກິດເສດຖະກິດຖົດຖອຍຄັ້ງຍິ່ງໃຫຍ່ ແລະກາຍເປັນປະເທດມະຫາອໍານາດ​ໃນ​ໂລກຢ່າງໄວວາ. ປີ 2019, ຢູ່ປະເທດຈີນ 28,2% ຂອງວຽກເຮັດງານທໍາ​ແມ່ນ​ເກີດ​ຂຶ້ນຈາກຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ; ຢູ່ປະເທດເຢຍລະມັນແມ່ນ 26,8%; ປະເທດຍີ່ປຸ່ນແມ່ນ 24,3%; ປະເທດເກົາຫຼີໃຕ້ແມ່ນ 24,8%; ປະເທດມາເລເຊຍ ແມ່ນ 27,2%; ປະເທດໄທແມ່ນ 23,4%; ຫວຽດນາມແມ່ນ 25,8%. ວ່າງມໍ່ໆມານີ້, ຍ້ອນຮັບຮູ້ໄດ້ເຖິງຄວາມສໍາຄັນຂອງບັນດາຂະແໜງການຜະລິດ, ປະດິດ, ປຸງແຕ່ງ ຕໍ່ກັບການເຕີບໂຕດ້ານເສດຖະກິດ ແລະການສ້າງວຽກເຮັດງານທໍາ, ລັດຖະບານອາ​ເມ​ລິ​ກາຂອງປະທານາທິບໍດີ ໂດນັນ ທຣໍາ ໄດ້ຜັນຂະຫຍາຍຫຼາຍມາດຕະການທີ່​ເຂັ້ມ​ແຂງເພື່ອນໍາພາເອົາການເຄື່ອນໄຫວຜະລິດກັບຄືນສູ່ປະເທດຊາດ.

ພິຈາລະນາໃນແງ່ມູມການສ້າງວຽກເຮັດງານທໍາຂອງບັນດາຂະແໜງເສດຖະກິດ, ຕົວເລກສະຖິຕິນັບແຕ່ປີ 2010 ມາຮອດປັດຈຸບັນ ໄດ້ໃຫ້ເຫັນວ່າ ການປ່ຽນແປງທາງ​ດ້ານໂຄງປະກອບເສດຖະກິດ ໄດ້ພາໄປເຖິງບັນດາການປ່ຽນແປງທາງ​ດ້ານ​ໂຄງ​ປະກອບແຮງງານ, ດ້ວຍການຫຼຸດຈໍານວນແຮງງານທີ່ເຮັດວຽກໃນຂະແໜງກະສິກຳ​ລົງ​ຈຳນວນຫຼາຍສົມຄວນ, ຈາກ 49,5% (ປີ 2010) ຫຼຸດລົງເຫຼືອ 37,7% (ປີ 2018) ແລະການເພີ່ມຂຶ້ນຂອງແຮງງານທີ່ເຮັດວຽກໃນຂະແໜງອຸດສາຫະກໍາ ແລະບໍລິການ. ຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ໄດ້ໃຫ້ເຫັນເຖິງບົດບາດເປັນເຈົ້າພາທາງຂອງ​ຕົນ ໃນການດຶງດູດເອົາແຮງງານທີ່ເຄື່ອນຍ້າຍມາຈາກຂົງເຂດກະສິກໍາ, ດ້ວຍອັດຕາ​ສ່ວນແຮງງານທີ່ເພີ່ມຂຶ້ນຈາກ 13,5% ມາເປັນ 17,9%; ຕໍ່ມາແມ່ນຂະ​ແໜງ​ບໍລິການຄ້າຂາຍຍົກ, ຂາຍຍ່ອຍ ດ້ວຍອັດຕາສ່ວນແຮງງານທີ່ເພີ່ມຂຶ້ນຈາກ 11,3% ມາເປັນ 13,5% ໃນໄລຍະດຽວກັນ. ຄືແນວນັ້ນແມ່ນ ແຮງານໃນທົ່ວ​ປະ​ເທດ​ຫຼາຍ​ກວ່າ 60% ພວມເຮັດວຽກຢູ່ໃນ 3 ຂະແໜງເສດຖະກິດຕົ້ນຕໍ່ຄື: ກະສິກໍາ, ອຸດສາຫະກໍາປະດິດ, ປຸງແຕ່ງ ແລະ ບໍລິການຄ້າຂາຍຍົກ, ຂາຍຍ່ອຍ. ດ້ວຍ​ທ່າ​ອ່ຽງຫຼຸດລົງຂອງແຮງງານໃນຂະແໜງກະສິກໍາ, ໃນໄລຍະຕໍ່ໜ້ານີ້, ຂະ​ແໜງ​ອຸດສາຫະປະດິດ, ປຸງແຕ່ງ ແລະ ບໍລິການຄ້າຂາຍຍົກ, ຂາຍຍ່ອຍ ຈະ​ຕ້ອງ​ສ້າງ​ວຽກ​ເຮົດງານທໍາໃຫ້ຫຼາຍກວ່າເກົ່າອີກ ເພື່ອຕອບສະໜອງຄວາມຕ້ອງການ​ວຽກ​ເຮັດ​ຂອງ​ສັງຄົມ.

ຫວຽດນາມພວມຢູ່ໃນຍຸກປະຊາກອນຄຳ, ດ້ວຍຈໍານວນປະຊາກອນນອນໃນ ເກນອາຍຸອອກແຮງງານກວມເອົາເຖິງ 50% ຂອງຈໍານວນປະຊາກອນທັງໝົດ, ອັນ​ນີ້​ທັງເປັນແຫຼ່ງກໍາລັງໃຫ້ແກ່ການພັດທະນາ, ທັງເປັນແຮງກົດດັນໃນການສ້າງວຽກ​ເຮັດ​ງານ​ທຳ ຕໍ່ກັບພື້ນຖານເສດຖະກິດ. ອຸດສາຫະກໍາປະດິດ, ປຸງແຕ່ງເປັນຂະ​ແໜງ​ການ​ໜຶ່ງ​ທີ່ສ້າງວຽກເຮັດງານທໍາຕົ້ນຕໍ ໃຫ້ແກ່ພື້ນຖານເສດຖະກິດ, ແຕ່ວ່າ ຢູ່ພາຍ​ໃນ​ຂະ​ແໜງ​ການປະດິດແລະປຸງແຕ່ງ, ບົດບາດຂອງແຕ່ລະຂະແໜງການຂັ້ນ 2 ກໍ່ມີ​ຄວາມ​ແຕກ​ຕ່າງກັນ. ຕັດຫຍິບ, ຜະລິດເກີບ ແລະປຸງແຕ່ງອາຫານ ກໍ່ຍັງເປັນບັນດາ​ຂະ​ແໜງການທີ່ສ້າງວຽກເຮັດງານທໍາຫຼັກ ໃຫ້ແກ່ພື້ນຖານເສດຖະກິດ, ດ້ວຍລະດັບ​ການເຕີບໂຕທາງດ້ານແຮງງານສະເລ່ຍ ໃນໄລຍະແຕ່ປີ 2014 ຫາ 2017 ບັນລຸ 6%. ວ່າງມໍ່ໆມານີ້, ເອເລັກໂຕນິກກໍ່ພົ້ນຂຶ້ນ ຄືກັບຂະແໜງການໜຶ່ງທີ່​ນຳ​ໃຊ້​ແຮງ​ງານຈໍານວນຫຼາຍ, ສ້າງວຽກເຮັດງານທໍາຕົ້ນຕໍ, ດ້ວຍລະດັບການເຕີບ​ໂຕ​ທາງ​ດ້ານ​ວຽກ​ເຮັດ​ງານທຳສະເລ່ຍ 21% ໃນໄລຍະດຽວກັນ. ບັນດາຂະແໜງການອື່ນໆເຊັ່ນ: ຢາງພາລາ, ຟຣາດສະຕິກ, ກົນຈັກ, ລົດຍົນ ກໍ່ມີທ່າອ່ຽງເພີ່ມຂຶ້ນຂອງ​ຄວາມ​ຕ້ອງການ​ແຮງງານ, ສອດຄ່ອງກັບການເຄື່ອນຍ້າຍຂອງໂຄງປະກອບອຸດສາຫະກໍາ, ກັບລະດັບການເຕີບໂຕສະເລ່ຍຫຼາຍກວ່າ 8%.

ເພື່ອໝູນໃຊ້ໂອກາດໃນຍຸກປະຊາກອນຄໍາຢ່າງມີປະສິດທິຜົນ, ນອກຈາກການ​ສ້າງວຽກເຮັດງານທໍາຈໍານວນຫຼາຍ ເພື່ອຕອບສະໜອງກັບຄວາມຕ້ອງການຂອງ​ຊາວ​ຜູ້​ອອກແຮງງານແລ້ວ, ກໍ່ຕ້ອງເອົາໃຈໃສ່ເຖິງຄຸນນະພາບວຽກເຮັດງານທໍານໍາອີກ, ໝາຍວ່າ ບັນດາວຽກເຮັດງານທໍາສາມາດສ້າງສະມັດຕະພາບແລະລາຍ​ໄດ້ສູງ, ຍ້ອນ​ວ່າ ອັນນີ້ແມ່ນປັດໄຈປະກອບສ່ວນຊຸກຍູ້ການເຕີບໂຕຂອງເສດຖະກິດ, ພາປະ​ເທດ​ຫວຽດນາມຈາກປະເທດທີ່ມີລາຍ​ໄດ້ປານກາງ ກາຍເປັນປະເທດທີ່ມີລາຍ​ໄດ້ສູງ. ຖ້າ​ຫາກພຽງແຕ່ສຸມໃສ່ການເຕີບໂຕທາງດ້ານປະລິມານ, ຂະຫຍາຍບັນດາຂະ​ແໜງ​ການ​ທີ່ນໍາໃຊ້ແຮງງານຈໍານວນຫຼາຍ ເພື່ອແກ້ໄຂວຽກເຮັດງານທໍາເທົ່ານັ້ນ ໂດຍບໍ່ຖືສຳຄັນ​ຕໍ່ຄຸນນະພາບວຽກເຮັດງານທໍາ, ເຄື່ອນຍ້າຍໂຄງປະກອບພາຍໃນຂະແໜງການ​ອຸດສາຫະກຳປະດິດ, ປຸງແຕ່ງ ຈາກບັນດາຂະແໜງການທີ່ນໍາໃຊ້​ແຮງ​ງານ​ຈຳນວນ​ຫຼາຍ, ສະມັດຕະພາບຕໍ່າ ໄປສູ່ບັນດາຂະແໜງການທີ່ນໍາໃຊ້ທຶນ ແລະເຕັກໂນໂລຊີ, ມີສະມັດຕະພາບສູງກວ່າ ແມ່ນເຖິງເວລາໝົດຍຸກປະຊາກອນຄໍາ, ແຫຼ່ງແຮງງານ​ຂາດ​ແຄນ, ກ້າວສູ່ຍຸກປະຊາກອນສູງອາຍຸຢ່າງເຕັມຕົວ, ຫວຽດນາມຕ້ອງປະເຊີນໜ້າກັບ​ໄພ​ອັນຕະລາຍທີ່ວ່າ “ເຖົ້າກ່ອນຮັ່ງ” ແລະຖືກ​ຕົກ​​ໃນ​ກັບ​ດັກລາຍ​ໄດ້​ປານ​ກາງ​ຕະຫຼອດ​ໄປ.

ຄືແນວນັ້ນ, ຖ້າຫາກຈຸດໝາຍການສ້າງວຽກເຮັດງານທໍາພຽງ​ແຕ່​ອີງ​ໃສ່​ໂຄງ​ປະກອບ​ວຽກ​ເຮັດງານທໍາໃນຂະແໜງການປະດິດ, ປຸງແຕ່ງເທົ່ານັ້ນ ກໍ່ຈະບໍ່ມີປະສິດທິ​ຜົນຢ່າງແທ້ຈິງ, ຍ້ອນວ່າ ບັນດາຂະແໜງການທີ່ນໍາໃຊ້ແຮງງານຈໍານວນຫຼາຍເຊັ່ນ: ຕັດຫຍິບແລະຜະລິດເກີບ ແມ່ນສາມາດສ້າງວຽກເຮັດງານທໍາໄດ້ຫຼາຍທີ່ສຸດ ​ແຕ່​ຊ້ຳພັດ​ມີສະມັດຕະພາບແຮງງານທີ່ຕໍ່າທີ່ສຸດ. ສິ່ງດັ່ງກ່າວ ໄດ້ສ່ອງແສງຢ່າງຖືກຕ້ອງ ​ຕໍ່ສະພາບຕົວຈິງ ຂອງຂະແໜງການຕັດຫຍິບແລະຜະລິດເກີບ ຂອງຫວຽດນາມ​ທີ່​ພວມຂຶ້ນກັບບັນດາວິສາຫະກິດຕ່າງປະເທດຫຼາຍທີ່ສຸດ. ບັນດາຂັ້ນຕອນການ​ສ້າງ​ມູນ​ຄ່າເພີ່ມສູງ ລ້ວນແຕ່ແມ່ນບັນດາວິສາຫະກິດຕ່າງປະເທດ​ເປັນ​ຜູ້​ຖື​ກຳມະສິດ, ສ່ວນ​ບັນດາວິສາຫະກິດໃນປະເທດ ພຽງແຕ່ຮັບຈ້າງເຮັດບັນດາ​ຜະລິດຕະພັນ​ທີ່​ມີ​ເຄື່ອງໝາຍການຄ້າຕ່າງປະເທດ, ດໍາເນີນຂັ້ນຕອນການຜະລິດທີ່​ສ້າງ​ມູນຄ່າ​ເພີ່ມ​ຕ່ຳ​ທີ່​ສຸດ ໃນຕ່ອງໂສ້ຄຸນຄ່າເທົ່ານັ້ນ. ຂະແໜງອຸດສາຫະກໍາໃໝ່ຈໍານວນໜຶ່ງທີ່ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນເຊັ່ນ: ເອເລັກໂຕນິກ, ທາດເຄມີ, ເຄື່ອງຍົນ, ອຸປະກອນ, ລົດຍົນ ​ໄດ້​ເພີ່ມ​ຂະໜາດທາງດ້ານແຮງງານ ແຕ່ຍັງຄົງຮັກສາໄດ້ການເຕີບໂຕດ້ານ​ສະມັດຕະພາບ​ໄວ້​ຢ່າງໝັ້ນຄົງ, ອັນນັ້ນເຮັດໃຫ້ເຫັນວ່າ ຂະແໜງການປະດິດ, ປຸງແຕ່ງຂອງຫວຽດນາມ​ພວມມີການປ່ຽນແປງທາງດ້ານໂຄງປະກອບ ຕາມທິດທີ່ດີຂຶ້ນກວ່າເກົ່າ, ຕ້ອງການ​ການຊຸກຍູ້ທີ່ແຂງແຮງກວ່າເກົ່າ ໃນໄລຍະຕໍ່ໜ້ານີ້.

ອຸດສາຫະກໍາປະດິດ, ປຸງແຕ່ງ ແລະ ຈຸດໝາຍຂອງຫວຽດນາມ
ທີ່​ຈະ​ກາຍ​ເປັນ​ປະ​ເທດອຸດສາຫະກໍາທັນສະໄໝ

ດ້ວຍຖ່ວງທ່າການເຕີບໂຕ ຂອງຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ຄື​ໃນ​ປັດຈຸບັນ, ໃນສອງສາມປີຂ້າງໜ້າ, ຫວຽດນາມຈະສາມາດເຂົ້າຮ່ວມກຸ່ມບັນດາ​ປະ​ເທດ​ອຸດສາຫະກໍາຂະຫຍາຍຕົວໃໝ່ ຕາມເງື່ອນໄຂ, ມາດຖານການແບ່ງປະເພດ ຂອງ​ອົງການພັດທະນາອຸດສາຫະກໍາ​ແຫ່ງສະຫະປະຊາຊາດ (UNIDO). UNIDO ຖື​ເອົາ​ມູນ​ຄ່າເພີ່ມຂອງຂະແໜງການປະດິດ, ປຸງແຕ່ງສະເລ່ຍຕໍ່ຫົວຄົນ ເປັນຕົວເລກຊີ້​ບອກ​ຕົ້ນຕໍ, ສ່ອງແສງເຖິງລະດັບການຂະຫຍາຍຕົວ ຂອງການຜະລິດອຸດສາຫະກໍາ ​ໃນ​ສາຍພົວພັນກັບຂະໜາດປະຊາກອນຂອງປະເທດໜຶ່ງໆ. ຄວາມສໍານຶກນີ້ ຖືກນໍາ​ໃຊ້​ຢ່າງເປັນເອກະພາບຕະຫຼອດມາ ໃນພວງພະນັງບົດລາຍງານການ​ພັດທະນາ​ອຸດສາຫະກໍາແຕ່ລະປີຂອງ UNIDO. ໂດຍການສະຫຼຸບສັງລວມຈາກຂະ​ບວນວິວັດ​ການຂະຫຍາຍຕົວຂອງບັນດາປະເທດໃນໂລກ, UNIDO ໄດ້ຊີ້ໃຫ້ເຫັນວ່າ ມາດຕາ​ສ່ວນຂອງຂະແໜງການປະດິດ, ປຸງແຕ່ງຢູ່ໃນ ຈີ​ດີ​ພີ ຈະບໍ່ເພີ່ມຂຶ້ນອີກ ເມື່ອໄດ້ບັນ ລຸເຖິງມາດຖານກໍານົດທີ່ແນ່ນອນ - ເມື່ອປະເທດນັ້ນສາມາດບັນລຸເຖິງການ​ຫັນ​ເປັນ​ອຸດສາຫະກໍາໃນລະດັບສູງສຸດ. ຈີ​ດີ​ພີ ສະເລ່ຍຕໍ່ຫົວຄົນໃນເວລານີ້ ຖືກຄາດ​ຄະ​ເນປະມານ 13.000 ​ໂດ​ລາ​ສະຫະລັດ (ກໍາລັງຊື້ທຽບຖານ - PPP, ປີ 2010) ແລະຂະແໜງການປະດິດ, ປຸງແຕ່ງຖືກຮັກສາຢູ່ໃນມາດຕາສ່ວນປະມານ 20%. ໃນສະຖິຕິຂອງ UNIDO, ພື້ນຖານເສດຖະກິດໜຶ່ງໆຈະຖືກຮັບຮູ້ວ່າ ​ໄດ້​ຫັນ​ເປັນ​ອຸດສາຫະກໍາແລ້ວ ກໍ່ຕໍ່ເມື່ອມູນ​ຄ່າຂະແໜງການປະດິດ, ປຸງແຕ່ງສະເລ່ຍຕໍ່ຫົວຄົນ ພາຍຫຼັງການດັດປັບ ໄດ້ລື່ນກາຍລະດັບ 2.500 ໂດ​ລາ​ສະຫະລັດ (PPP, ປີ 2010).

ປະເທດໜຶ່ງໆຈະຖືກຈັດອັນດັບເປັນ “ພື້ນຖານເສດຖະກິດອຸດສາຫະກໍາຫາ​ກໍ່​ຂະຫຍາຍຕົວໃໝ່”, ຫາກປະເທດນັ້ນໆ ໄດ້ມີຜົນສໍາເລັດໃນການຫັນເປັນອຸດສາຫະກໍາ ແລະມີມູນ​ຄ່າຂະແໜງການປະດິດ, ປຸງແຕ່ງສະເລ່ຍຕໍ່ຫົວຄົນພາຍຫຼັງການ​ດັດ​ປັບ​ທີ່​ນອນໃນລະຫວ່າງ 1.000 ໂດ​ລາ​ສະຫະລັດຫາ 2.500 ໂດ​ລາ​ສະຫະລັດ, ຫຼື ຈີ​ດີ​ພີ ສະເລ່ຍຕໍ່ຫົວຄົນລະຫວ່າງປະມານ 10.000 ໂດ​ລາ​ສະຫະລັດຫາ 20.000 ໂດ​ລາ​ສະຫະລັດ. ອີກມາດຖານໜຶ່ງທີ່ໄດ້ຖືກນໍາເຂົ້າໃນຄໍານິຍາມ ເພື່ອເພີ່ມເຕີມ​ເຂົ້າ​ໃສ່​ບັນຊີ​ລາຍຊື່ພື້ນຖານເສດຖະກິດຈໍານວນໜຶ່ງ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ​ໃຫ້​ແກ່​ການຜະລິດອຸດສາຫະກໍາໃນທົ່ວໂລກ. ທາງດ້ານເດັດຖານ, ແມ່ນບັນດາປະ​ເທດ​ເຫຼົ່າ​ນີ້​ມີຄົບຖ້ວນບັນດາມາດຖານທີ່ກ່າວມາຂ້າງເທິງ ຂອງພື້ນຖານເສດຖະກິດອຸດສາຫະກໍາ ທີ່ຫາກໍ່ພັດທະນາໃໝ່, ແຕ່ທາງດ້ານທຽບຖານ, ຍ້ອນຂະໜາດປະຊາ​ກອນ​ ມີຈໍານວນ ຫຼວງຫຼາຍ ສະນັ້ນມູນ​ຄ່າ​ຂອງຂະແໜງການປະດິດ, ປຸງ​ແຕ່ງສະເລ່ຍຕໍ່ຫົວຄົນຈິ່ງ​ບໍ່​ທັນບັນລຸໄດ້ລະດັບຄືກັບບັນດາປະເທດອື່ນໆ. ຍ້ອນແນວນັ້ນ, ບັນຊີລາຍຊື່ນີ້ຈິ່ງ​ປະກອບມີທັງບັນດາໂຮງງານໃຫຍ່ຂອງໂລກ (ປະກອບສ່ວນ 0,5% ຫຼືຫຼາຍກວ່າ ຂະແໜງການປະດິດ, ປຸງແຕ່ງໃນທົ່ວໂລກ) ເຊັ່ນ: ອິນເດຍ ແລະ ຈີນ. ຕາຕະລາງ​ການຈັດແບ່ງປະເພດປະເທດທີ່ອີງໃສ່ລະດັບການຫັນເປັນອຸດສາຫະກໍາ ປະກອບມີ 4 ກຸ່ມຕົ້ນຕໍ, ດ້ວຍບັນດາມາດຖານກໍານົດດ້ານສະຖິຕິແລະມາດຖານ ລະອຽດ​ຕົວ​ຈິງ​ຄື​ດັ່ງນີ້:

ປັດຈຸບັນ, ຫວຽດນາມພວມຖືກຈັດເຂົ້າໃນກຸ່ມບັນດາ​ພື້ນຖານ​ເສດຖະກິດ​ທີ່​ພວມ​ພັດທະນາ, ດ້ວຍມູນ​ຄ່າຂະແໜງການປະດິດ, ປຸງແຕ່ງສະເລ່ຍຕໍ່ຫົວຄົນພາຍຫຼັງ​ການດັດປັບ ເກືອບບັນລຸເຖິງມາດຖານກໍານົດ 1.000 ​ໂດ​ລາ​ສະຫະລັດ. ຖ້າ​ຫາກ​ຮັກສາໄດ້​ລະດັບການເຕີບໂຕຂອງຂະແໜງການປະດິດ, ປຸງແຕ່ງທີ່ສູງ, ຫຼາຍກວ່າ 8% ຄືໃນໄລຍະທີ່ຜ່ານມາ, ຄາດຄະເນວ່າ ໃນລະຫວ່າງແຕ່ 5 ຫາ 7 ປີຕໍ່ໜ້າ, ຫວຽດນາມຈະສາມາດບັນລຸໄດ້ມາດຖານ ເພື່ອເຂົ້າຮ່ວມກຸ່ມບັນດາພື້ນຖານ​ເສດຖະກິດ​ອຸດສາຫະກໍາຂະຫຍາຍຕົວໃໝ່ ຕາມມາດຖານການຈັດປະເພດຂອງ UNIDO.

ການພົວພັນລະຫວ່າງອຸດສາຫະກຳປະດິດ, ປຸງແຕ່ງ ແລະການບໍລິການ -
ທິດທາງນະໂຍບາຍໃນໄລຍະຕໍ່ໜ້າ

ໃນມໍ່ໆມານີ້, ເມື່ອສັງເກດເຫັນວ່າ ຂະແໜງອຸດສະຫະກຳສະ​ແດງ​ໃຫ້​ເຫັນ​ສັນຍານຂອງການເຕີບໂຕຊ້າກວ່າທຽບກັບການບໍລິການ ແລະຈຸດໝາຍຮອດປີ 2020 ກາຍເປັນປະເທດອຸດສາຫະກໍາ ທີ່ສາມາດບັນລຸໄດ້ຍາກ, ມີຄໍາຄິດເຫັນຈໍານວນ​ໜຶ່ງກ່າວວ່າ ໃນສະພາບແວດລ້ອມປັດຈຸບັນ, ດ້ວຍສິ່ງທີ່ມີຢູ່ແລ້ວຂອງ​ບັນດາ​ເຕັກ​ໂນ​ໂລ​ຊີໃໝ່ ໃນການປະຕິວັດອຸດສາຫະກໍາຄັ້ງທີສີ່, ຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ຈະບໍ່ຫຼົງເຫຼືອບົດບາດສໍາຄັນໃນພື້ນຖານເສດຖະກິດ ຄືເມື່ອກ່ອນນີ້, ​ແທນ​ໃຫ້​ບ່ອນ​ນັ້ນ, ແມ່ນການບໍລິການຈະເປັນກໍາລັງດັນໃຫ້ແກ່ການພັດທະນາເສດຖະກິດ, ຊ່ວຍພາໃຫ້ບັນດາປະເທດທີ່ມີລາຍ​ໄດ້ປານກາງ ກາຍເປັນປະເທດມີລາຍ​ໄດ້ສູງ ແລະໃຫ້ຄໍາຄິດເຫັນວ່າ ເສັ້ນທາງການຂະຫຍາຍຕົວທີ່ອີງໃສ່ການຫັນ​ເປັນ​ອຸດສາຫະກໍາ ບໍ່ສອດຄ່ອງກັບສະພາບແວດລ້ອມທີ່ເຕັກໂນໂລຊີ ແລະການ​ບໍລິການ​ຫັນ​ເປັນອຸດສາຫະກໍາ ພວມນັບມື້ຍິ່ງຂະຫຍາຍຕົວຄືໃນປັດຈຸບັນ. ຄໍາພິນິດໄສດັ່ງກ່າວ​ນີ້​ອາດ​ຈະອີງໃສ່ພຶດຕິກໍາທີ່ພວມເກີດຂຶ້ນຢູ່ບັນດາປະເທດພັດທະນາ ​ເມື່ອ​ການ​ປະກອບສ່ວນ​ຂອງຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ນັບມື້ຍິ່ງຫຼຸດລົງ ແລະ ການປະກອບສ່ວນຂອງການບໍລິການ ນັບມື້ຍິ່ງເພີ່ມຂຶ້ນ ແລະ ຢູ່ຫວຽດນາມ, ເຖິງວ່າ ອຸດສາຫະກໍາປະດິດ, ປຸງແຕ່ງ ຍັງຢູ່ໃນທ່າຂະຫຍາຍຕົວ, ແຕ່ການບໍລິການກໍ່​ເຕີບ​ໃຫຍ່ຂະຫຍາຍຕົວດ້ວຍລະດັບທີ່ໄວກວ່າ ແລະ ມີການປະກອບສ່ວນທີ່ນັບ​ມື້​ຍິ່ງ​ໃຫຍ່​ກວ່າເກົ່າ ​ເຂົ້າ​ໃນພື້ນຖານເສດຖະກິດ. ແຕ່ວ່າ ຄໍາພິນິດໄສດັ່ງກ່າວນີ້ ຫາກໍ່ພຽງ​ແຕ່​ອີງ​ໃສ່ຕົວເລກທີ່ສະແດງອອກເບື້ອງນອກ ຂອງຂະແໜງການບໍລິການເທົ່ານັ້ນ, ຫາກ​ຍັງ​ບໍ່​ທັນ​ໄດ້ເບິ່ງເຖິງໂຄງສ້າງຂອງຕ່ອງໂສ້ຄຸນຄ່າທັງໝົດ, ຍ້ອນວ່າ ​ໃນ​ພຶດຕິກໍາຕົວ​ຈິງ, ຂະແໜງການບໍລິການ ຍັງຂຶ້ນຢູ່ກັບຂະໜາດແລະລະດັບການຂະຫຍາຍຕົວ ຂອງ​ບັນດາຂະແໜງການຜະລິດຫຼາຍທີ່ສຸດ, ຫາກບໍ່ມີຂະແໜງການຜະລິດແລ້ວ ການ​ບໍລິການກໍ່ຈະບໍ່ມີໂອກາດຂະຫຍາຍຕົວໄດ້.

ຂົງເຂດບໍລິການປະກອບດ້ວຍ 15 ຂະແໜງການແຕກຕ່າງກັນ, ໄດ້ຈັດ​ແບ່ງ​ອອກເປັນ 4 ກຸ່ມຕົ້ນຕໍ ຄື: 1. ການບໍລິການແຈກຢາຍ (ປະກອບດ້ວຍບັນດາ​ຂະ​ແໜງຄື: ຄ້າຂາຍຍົກ, ຂາຍຍ່ອຍ, ຂົນສົ່ງ, ຄັງສາງ); 2. ການ​ໃຫ້ບໍລິການ​ແກ່​ອົງການຜະລິດ (ປະກອບດ້ວຍບັນດາຂະແໜງການຄື: ການສື່ສານ, ການເງິນ, ປະກັນໄພ, ບໍລິການເຊົ່າພາຫະນະອຸປະກອນ, ການໂຄສະນາ); 3. ການບໍລິການ​ສັງ​ຄົມ (ປະກອບດ້ວຍບັນດາຂະແໜງການຄື: ບໍລິຫານລັດ, ປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ, ການສຶກສາ - ກໍ່ສ້າງ, ສາທາລະນະສຸກ); 4. ການບໍລິການບຸກຄົນ (ປະກອບດ້ວຍບັນດາຂະແໜງການຄື: ໂຮງແຮມ, ຮ້ານຄ້າ, ການບັນເທີງ, ວັດທະນະທໍາ). ໃນບັນດາຂະແໜງການບໍລິການ ຢູ່ເກືອບທັງໝົດບັນດາປະເທດທີ່​ພັດທະນາແລະກໍາລັງພັດທະນາ, ກຸ່ມການບໍລິການແຈກຢາຍ ມັກຈະກວມ​ເອົາ​ມາດຕາ​ສ່ວນໃຫຍ່ທີ່ສຸດ (ປະກອບສ່ວນໃຫ້ ຈີ​ດີ​ພີ ປະມານ 15% ຫາ 20%), ແຕ່ການຄ້າຂາຍຍົກ, ຂາຍຍ່ອຍ ແມ່ນກິດຈະກຳຂອງການຊື້ແລະຂາຍສິນຄ້າ​ທີ່​ຜະລິດ​ໂດຍອຸດສາຫະກຳປະດິດ, ປຸງແຕ່ງ, ແລະ​ໂລ​ຈິ​ສະຕິ​ກ, ການຂົນສົ່ງ, ການ​ບໍລິການ​ຄັງສາງ ກໍ່ບໍ່ອາດຈະຂະຍາຍຕົວໄດ້ ຖ້າຫາກບໍ່ມີການ​ເຄື່ອນໄຫວແລກປ່ຽນສິນຄ້າ ທີ່ເກີດຂຶ້ນຈາກບັນດາຂະແໜງການຜະລິດດັ່ງກ່າວນີ້. ສິ່ງ​ດຽວ​ກັນ​ທີ່​ເກີດ​ຂຶ້ນ​ກັບ​ຂະ​ແໜງອະສັງຫາລິມະຊັບ, ທີ່​ແມ່ນ​ຂະ​ແໜງ​ການ​ບໍລິການທີ່ມີມາດຕາສ່ວນໃຫຍ່ (ປະກອບສ່ວນໃຫ້ ຈີ​ດີ​ພີ ປະມານ 10%), ການ​ຊື້ແລະຂາຍອະສັງຫາລິມະ​ຊັບ​ເຊັ່ນ: ເຮືອນຢູ່ ຫຼື ອາຄານ, ກໍ່​ເປັນ​ຜະລິດຕະພັນທີ່ໄດ້ສ້າງຂຶ້ນຈາກບັນດາສິນຄ້າຂອງ​ຂະ​ແໜງການຜະລິດ (ຊີມັງ, ເຫຼັກ, ຊຸດເຟີນີເຈີ). ເຖິງວ່າການຄ້າ, ການ​ບໍລິການ​ພວມ​ນັບ​ມື້ນັບຂະຫຍາຍຕົວ, ແຕ່ຕາມອົງການການຄ້າໂລກແລ້ວ, 80% ຂອງ​ການ​ຄ້າ​ໂລກລະຫວ່າງບັນດາພາກ​ພື້ນ​ປັດຈຸບັນ ຕົ້ນຕໍແລ້ວ ຍັງແມ່ນການຄ້າສິນຄ້າ, ໝາຍຄວາມວ່າ 20% ຂອງການ​ຄ້າ​ໃນທົ່ວໂລກແມ່ນການບໍລິການ. ຄືແນວນັ້ນ, ການບໍລິການແຈກຢາຍ ກໍ່ບໍ່ອາດຈະ​ຂະຫຍາຍຕົວໄດ້ ຫາກບໍ່ມີການຄ້າສິນຄ້າ. ສິ່ງທີ່ຄວນເອົາໃຈໃສ່ແມ່ນຂະແໜງ ​ໂລ​ຈິ​ສະຕິ​ກ, ການຂົນສົ່ງ, ບໍລິການຄັງສາງ ທັງເປັນຂະແໜງການບໍລິການ​ທີ່​ປະກອບສ່ວນໃຫ້ແກ່ ຈີ​ດີ​ພີ, ທັງ​ເປັນ​ສ່ວນ​ປະກອບ​ໜຶ່ງ ໃນລາຍຈ່າຍສົ້ນເຂົ້າຂອງ​ຂະ​ແໜງ​ການປະດິດ, ປຸງແຕ່ງ ແລະ ການຄ້າສິນຄ້າ. ຖ້າຫາກບັນດາຂະແໜງການນີ້​ເຄື່ອນ​ໄຫວບໍ່ມີປະສິດທິຜົນ, ກໍ່ຈະເຮັດໃຫ້ລາຍ​ຈ່າຍ​ເພີ່ມ​ຂຶ້ນ ແລະເຮັດໃຫ້ສະມັດ​ຕະພາບຂອງບັນດາຂະແໜງການອຸດສາຫະກໍາປະດິດ, ປຸງແຕ່ງຫຼຸດລົງ. ນັບ​ທັງ​ໃນ​ຂະ​ແໜງສາທາລະນະສຸກ ແລະ ທ່ອງທ່ຽວ ກໍ່ລ້ວນແຕ່ ເປັນການເຄື່ອນໄຫວນໍາໃຊ້ ແລະບໍລິໂພກ ບັນດາຜະລິດຕະພັນຂອງ​ຂະ​ແໜງ​ການ​ຜະລິດປະດິດ, ປຸງແຕ່ງ ເຊັ່ນ: ພາຫະນະ, ອຸປະກອນການແພດ, ຢຸກຢາ, ການ​ຢາ​ໃນ​ການ​ແພດ ແລະບັນດາ​ຜະລິດ​ຕະພັນຊົມໃຊ້ຢູ່ໃນໂຮງແຮມ, ຮ້ານ​ຄ້າ​ບໍລິການ​ນັກ​ທ່ອງ​ທ່ຽວ. ການເງິນກໍ່​ເປັນ​ອີກ​ຂະ​ແໜງການບໍລິການໜຶ່ງ ທີ່ຫຼາຍຄົນໃຫ້ທັດສະນະວ່າ ບໍ່ກ່ຽວຂ້ອງກັບການຜະລິດ, ຍ້ອນວ່າ ການເຄື່ອນໄຫວຂອງຂະແໜງການນີ້ ​ແມ່ນ​ການໝູນວຽນແຫຼ່ງກໍາລັງລົ້ນ​ເຫຼືອ ຂອງຂົງເຂດທີ່ບໍ່ແມ່ນການເງິນ​ໃນ​ພື້ນຖານ​ເສດຖະກິດ, ແຕ່ຂົງເຂດທີ່ບໍ່​ແມ່ນ​ການ​ເງີ​ນ ພັດເປັນຂົງເຂດການຜະລິດ, ສິ່ງ​ດັ່ງກ່າວໝາຍຄວາມວ່າ ການເງິນ, ໂດຍທາງອ້ອມແລ້ວ, ກໍ່ຂຶ້ນກັບຂົງເຂດການ​ຜະລິດ ເພື່ອການພັດທະນາ. ເປົ້າໝາຍ​ເພື່ອຮັບໃຊ້ຂອງບັນດາຂະ​ແໜງ​ການ​ວິຊາ​ສະ​ເພາະ (ໃຫ້ຄໍາປຶກສາ, ຄົ້ນຄວ້າພັດທະນາ, ສຶກສາ - ກໍ່ສ້າງ…) ສ່ວນ​ໃຫຍ່​ແລ້ວ​ແມ່ນບັນດາວິ​ສາ​ຫະກິດ​ໃນ​ຂົງ​ເຂດການຜະລິດ, ຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງ ຍິ່ງຂະຫຍາຍຕົວ, ຄວາມຕ້ອງການກ່ຽວ​ກັບລະດັບແຮງງານ, ກ່ຽວ​ກັບ​ການ​ຄົ້ນຄວ້າ ກໍ່ຍິ່ງໃຫຍ່ຫຼວງ ແລະກົງກັນຂ້າມ.

ສະຫຼຸບລວມແລ້ວ, ຄວາມເຂັ້ມແຂງຂອງພື້ນຖານເສດຖະກິດ ແມ່ນຂຶ້ນກັບຄວາມ​ເຂັ້ມ​ແຂງຂອງຂົງເຂດການຜະລິດຫຼາຍທີ່ສຸດ. ສົງຄາມການຄ້າລະຫວ່າງອາເມລິກາ - ຈີນ ແລະ ການລະບາດຂອງ​ພະຍາດໂຄວິດ-19 ທີ່ເກີດຂຶ້ນໃນມໍ່ໆມານີ້ ຍິ່ງ​ເຮັດ​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ເຖິງ ບົດບາດຄວາມສໍາຄັນຂອງພື້ນຖານການຜະລິດ ທີ່​ສ້າງ​ຄວາມ​ເຂັ້ມແຂງດ້ວຍ​ຕົນ​ເອງ ແລະຕ່ອງໂສ້ຄຸນຄ່າ ກັບການຕິດພັນສະນິດແໜ້ນລະຫວ່າງ​ການຜະລິດ ແລະບັນດາຂະແໜງການບໍລິການຮັບໃຊ້ການຜະລິດ. ປະເທດຈີນ ຍັງ​ບໍ່​ທັນສາມາດ​ເປັນ​ເຈົ້າ​ທາງດ້ານເຕັກໂນໂລຊີຫຼັກ, ສະນັ້ນ ເຖິງວ່າຈະເປັນໂຮງງານ​ໃຫຍ່​ຂອງໂລກ, ​ແຕ່​ເມື່ອ​ຖືກຕັດແຫຼ່ງສະໜອງເຕັກໂນໂລຊີ ແລະ ບັນດານັກລົງທຶນ​ຖອນ​ຕົວອອກຈາກຕະຫຼາດ​ແລ້ວ, ເສດຖະກິດຈີນກໍ່ພວມປະເຊີນໜ້າກັບສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ບັນດາປະ​ເທດ​ພັດທະນາ ເຊັ່ນ: ອາເມລິກາ, ສະຫະພາບເອີຣົບ, ຍ້ອນ​ການ​ເຄື່ອນຍ້າຍຂັ້ນຕອນ​ການ​ຜະລິດອອກຈາກປະ​ເທດ ​ເຮັດ​ໃຫ້​ຕ່ອງ​ໂສ້​ຄຸນຄ່າ​ພາຍ​ໃນ​ຖືກ​ຕັດ​ຕອນ, ສະນັ້ນ ເມື່ອເກີດໂລກລະບາດ, ບັນດາປະເທດເຫຼົ່ານີ້ຈິ່ງ​ບໍ່​ອາດ​ເປັນ​ເຈົ້າ​ການ ໃນການຕອບ​ສະໜອງຄວາມຕ້ອງການກ່ຽວ​ກັບສິນຄ້າພື້ນຖານ ຍ້ອນ​ຂຶ້ນ​ກັບ​ຂັ້ນ​ຕອນການຜະລິດ ຢູ່ຕ່າງປະເທດຫຼາຍເກີນໄປ. ເປັນອັນຈະແຈ້ງວ່າ ການກໍານົດຕົວ​ແບບ​ການ​ເຕີບ​ໂຕ​ທາງດ້ານເສດຖະກິດ ບໍ່​ແມ່ນ​ການ​ເລືອກ​ເຟັ້ນລະຫວ່າງ​ອຸດສາຫະ ກໍາ ຫຼືການ​ບໍລິການ, ແຕ່ຕ້ອງກໍານົດເອົາການຜະລິດເປັນຫຼັກແຫຼ່ງແກ່ນສານ ແລະ ການບໍລິການຮັບໃຊ້​ໃຫ້​ແກ່ການຜະລິດ ເວລາໃດກໍ່ຕ້ອງຮ່ວມເດີນທາງ​ໄປ​ພ້ອມ​ກັບ​ການ​ຜະລິດ, ຮັບ​ໃຊ້​ໃຫ້​ແກ່​ການຜະລິດ ແລະສ້າງມູນຄ່າເພີ່ມ​ໃຫ້ແກ່ບັນດາ​ຂະ​ແໜງ​ການ​ຜະລິດ. ສໍາລັບປະເທດ, ອານາເຂດທີ່ມີຂະໜາດນ້ອຍ (ປະເທດແຫ່ງຕົວເມືອງ) ເຊັ່ນ: ສິງກາໂປ ຫຼື ຮົ່ງກົງ (ຈີນ), ຍ້ອນຖືກຈໍາກັດດ້ານແຫຼ່ງກໍາລັງ ກໍ່​ຄື​ມີ​ບັນດາ​ທ່າ​ໄດ້​ປຽບທາງດ້ານທີ່​ຕັ້ງ​ພູມ​ສາດ ແລະ ຍ້ອນບັນດາປັດໄຈປະຫວັດສາດທີ່ເອື້ອອໍານວຍ ຈິ່ງເຮັດໃຫ້ສາມາດ​ສຸມ​ໃສ່ການບໍລິການເປັນສ່ວນຫຼາຍ ແລະ ຂຶ້ນກັບພື້ນຖານການ​ຜະລິດຂອງ​ບັນດາ​ປະ​ເທດ​ອື່ນໆ (ເຖິງແນວນັ້ນກໍ່ຕາມ, ການ​ປະກອບສ່ວນ​ຂອງ​ອຸດສາຫະກໍາປະດິດ, ປຸງແຕ່ງເຂົ້າໃນ ຈີ​ດີ​ພີ ຂອງສິງກາໂປ ກໍ່ຍັງບັນລຸເກືອບ 20%), ແຕ່ດ້ວຍພື້ນຖານ​ເສດຖະກິດຂອງຫວຽດນາມທີ່​ມີ​ຂະໜາດ​ປະຊາກອນ​ປະມານ 100 ລ້ານຄົນ, ໂຄງປະກອບປະຊາກອນໜຸ່ມ, ຄວາມຕ້ອງການວຽກເຮັດງານທໍາສູງ ແລະປະຊາກອນ​ເກືອບ 70% ຢູ່ຂົງເຂດຊົນນະບົດ, ຖ້າຢາກເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ແລະ ມີຄວາມຈະເລີນຮຸ່ງເຮືອງນັ້ນ, ຫວຽດນາມຕ້ອງມີຂະແໜງການ​ຜະລິດ​ປະດິດ, ປຸງແຕ່ງ ທີ່ເຕີບໃຫຍ່ເຂັ້ມແຂງ ເພື່ອຫັນປະເທດ​ເປັນທັນສະໄໝ ແລະຫັນ​ເປັນ​ຕົວ​ເມືອງຢ່າງໄວວາ ແລະ ໝັ້ນຄົງ. ການເຕີບໃຫຍ່ເຂັ້ມ​ແຂງ​ຂອງ​ຂົງ​ເຂດການຜະລິດ, ຂອງບັນດາຂະແໜງການປະດິດ, ປຸງແຕ່ງ ຈະ​ສ້າງ​ເປັນ​ການ​ເຄື່ອນຍ້າຍ​ທີ່​ດຶງ​ດູດ​ເອົາ​ແຮງ​ງານອອກຈາກຂົງເຂດກະສິກໍາ, ຫັນປ່ຽນ​ແຮງ​ງານ​ຈາກ​ກະສິກໍາ ໄປ​ສູ່​ອຸດສາຫະກໍາແລະບໍລິການ, ສ້າງເງື່ອນໄຂທ້ອນໂຮມທີ່ດິນກະສິກໍາ ​ແລະນໍາ​ໃຊ້​ວິທະຍາສາດ - ເຕັກໂນໂລຊີ ເພື່ອຍົກສູງມູນຄ່າເພີ່ມ ແລະປະສິດທິ​ຜົນ​ໃນ​ຂົງ​ເຂດ​ກະສິກໍາ.

ບັນດາຕົວເລກແລະການພິນິດໄສຂ້າງເທິງນີ້ ໃຫ້ເຫັນວ່າ ອຸດສາຫະກໍາປະດິດ, ປຸງແຕ່ງ ມີບົດບາດສໍາຄັນໃນພື້ນຖານເສດຖະກິດ. ໃນໄລຍະຕໍ່ໜ້ານີ້, ເພື່ອຮັກສາ​ໄດ້​ລະດັບການເຕີບໂຕທາງດ້ານເສດຖະກິດ, ຫຼີກລ່ຽງກັບ​ດັກລາຍ​ໄດ້ປານກາງ, ຫວຽດນາມຕ້ອງໄດ້ສືບຕໍ່ມຸ່ງໝັ້ນປະຕິບັດ ຈຸດໝາຍການຫັນເປັນອຸດສາຫະກໍາ, ຖືເອົາອຸດສາຫະກໍາປະດິດ, ປຸງແຕ່ງເປັນໃຈກາງ, ພ້ອມກັນນັ້ນ, ກໍ່​ຕ້ອງ​ພັດທະນາ​ບັນດາຂະແໜງການບໍລິການແຈກຢາຍ ແລະການບໍລິການ ແກ່ບັນດາອົງການຜະລິດ​ຢ່າງມີປະສິດທິຜົນ ເພື່ອສ້າງເປັນກໍາລັງຜັດດັນຄວບຄູ່ຊຸກຍູ້ການ​ເຕີບ​​ໃຫຍ່​ຂະຫຍາຍຕົວທາງດ້ານເສດຖະກິດ. ການພັດທະນາອຸດສາຫະກໍາປະດິດ, ປຸງແຕ່ງ ກໍ່ແມ່ນການສ້າງຕະຫຼາດ ໃຫ້ແກ່ບັນດາຂະແໜງການບໍລິການມີການຂະຫຍາຍຕົວ; ດ້ວຍເຫດນັ້ນ, ແຫຼ່ງກໍາລັງສັງຄົມກໍ່ຄວນສຸມໃສ່ການສ້າງ ແລະຍົກ​ສູງກໍາລັງຄວາມ​ສາມາດ, ສະມັດຕະພາບໃຫ້ແກ່ບັນດາວິສາຫະກິດອຸດສາຫະກໍາພາຍໃນປະເທດ, ໃຫ້ກໍາເນີດແລະພັດທະນາບັນດາວິສາຫະກິດອຸດສາຫະກໍາທີ່ເຂັ້ມແຂງ, ບັນດາຕ່ອງ ໂສ້ການສະໜອງ ແລະຕ່ອງໂສ້ຄຸນຄ່າພາຍໃນປະເທດ (ລວມທັງການ​ເຄື່ອນ​ໄຫວ​ຜະລິດ ແລະ ບໍລິການບົນຕ່ອງໂສ້ທັງໝົດ), ມີຄວາມອາດສາມາດໃນການ​ແຂ່ງຂັນ​ທົ່ວໂລກ; ສ້າງສະພາບແວດລ້ອມການລົງທຶນ, ທຸລະກິດທີ່ປອດໂປ່ງ,​ ເອື້ອອໍານວຍ ເພື່ອໃຫ້ບັນດາວິສາຫະກິດອຸດສາຫະກໍາພາຍໃນປະເທດ ໄດ້ເຕີບໃຫຍ່ເຂັ້ມແຂງ, ສ້າງມູນຄ່າເພີ່ມພາຍໃນປະເທດທີ່ໃຫຍ່ກວ່າເກົ່າ, ສາມາດເຊື່ອມຈອດກັບບັນດາ​ຂົງ​ເຂດການລົງທຶນຈາກຕ່າງປະເທດ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ຄຸນຄ່າ​ໃນ​ທົ່ວໂລກ. ການພັດທະນາຂະແໜງອຸດສາຫະກໍາປະດິດ, ປຸງແຕ່ງພາຍໃນປະເທດ​ໃຫ້​ເຕີບ​ໃຫຍ່ເຂັ້ມແຂງ ກໍ່ແມ່ນການສ້າງພື້ນຖານທີ່ໜັກແໜ້ນ ແລະການ​ເປີດ​ກວ້າງ​ຕະຫຼາດໃຫ້ແກ່ບັນດາຂະແໜງການບໍລິການ ແລະ ກົງກັນຂ້າມ, ການ​ພັດທະນາ​ບັນດາຂະແໜງການບໍລິການຮັບໃຊ້ການຜະລິດຢ່າງມີປະສິດທິຜົນ, ກໍ່​ປະກອບສ່ວນ​ໃນການຍົກສູງສະມັດຕະພາບ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງ​ຂະ​ແໜງ​ການປະດິດ, ປຸງແຕ່ງນໍາອີກ./.

(ຍັງມີຕໍ່)

  • ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 951 (​ເດືອນ​ຕຸລາ 2020)