ການພັດທະນາອຸດສາຫະກໍາປະດິດ, ປຸງແຕ່ງຢູ່ຫວຽດນາມ:
ຄວາມຮັບຮູ້ ແລະ ການກໍານົດນະໂຍບາຍ

(ຕອນທີ 2: ການພັດທະນາອຸດສາຫະກໍາປະດິດ, ປຸງແຕ່ງ ເພື່ອຫຼຸດພົ້ນຈາກກັບດັກ ລາຍໄດ້ປານກາງ, ກາຍເປັນປະເທດທີ່ມີລາຍໄດ້ສູງ)

ໂດຍ ປອ ເຈິ່ນຕວັນແອັງ
ກໍາມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ
14:02, 29-05-2021

ວກ. - ກັບດັກລາຍໄດ້ປານກາງມັກຈະເກີດຂຶ້ນຢູ່ບັນດາພື້ນຖານເສດຖະກິດ ພວມພັດທະນາ - ເມື່ອຄ່າແຮງງານເພີ່ມຂຶ້ນ - ໃນຂະນະທີ່ຄວາມສາມາດ​ໃນ​ການ​ແຂ່ງຂັນດ້ານລາຄາຫຼຸດລົງ, ກໍ່ຍາກທີ່ຈະສາມາດແຂ່ງຂັນກັບ ບັນດາພື້ນຖານເສດຖະກິດ ທີ່ກ້າວໜ້າທາງດ້ານເຕັກໂນໂລຊີ, ຫຼື ກັບບັນດາພື້ນຖານເສດຖະກິດທີ່​ມີຄ່າ​ແຮງ​ງານ ຕໍ່າກວ່າໃນການຜະລິດສິນຄ້າລາຄາຖືກ. ພິຈາລະນາໃນຂະບວນວິວັດການຂະຫຍາຍຕົວ ຂອງບັນດາປະເທດທີ່ປະສົບຜົນສໍາເລັດ ໃນການຫັນປ່ຽນ ຈາກປະເທດທີ່​ມີ​ລາຍ​ໄດ້ຕໍ່າ ຂຶ້ນ​ເປັນປະເທດມີລາຍໄດ້ສູງ ໃນຊຸມທົດສະວັດກ່ອນນີ້, ຫວຽດນາມຈະ​ສາມາດ​ຖອດ​ຖອນ​ໄດ້ບັນດາບົດຮຽນປະສົບການທີ່ເປັນປະໂຫຍດ ​ເພື່ອ​ຫຼີດລ່ຽງກັບ​ດັກ​ລາຍ​ໄດ້​ປານ​ກາງ.

ທ່ານ ຫງວຽນຊວັນຟຸກ ກໍາມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຢ້ຽມບິ່ງສິ້ນສ່ວນເຄື່ອງຈັກເຮືອບິນ (ອຸປະກອນທີ່ຕິດຕັ້ງໃຫ້ເຮືອບິນ A320Neo/C919) ທີ່ໂຮງງານ Hanwha Aero Engines ໄດ້ປະດິດຢູ່ຫວຽດນາມ, ທີ່ງານວາງສະແດງ “ຜົນງານ 60 ປີ ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ” - ຮູບພາບ: ເອກະສານ

ກັບດັກລາຍໄດ້ປານກາງ ແລະ ປັດໄຈຊ່ວຍໃຫ້ສາມາດຫຼີກລ່ຽງຈາກ​ກັບ​ດັກ​ລາຍ​ໄດ້​ປານ​ກາງ

ກັບດັກລາຍໄດ້ປານກາງຖືກເຂົ້າໃຈວ່າ ເປັນສະພາວະທີ່ປະເທດໜຶ່ງໆສາມາດບັນລຸ​ລະດັບລາຍໄດ້ທີ່ແນ່ນອນ ຍ້ອນບັນດາທ່າໄດ້ປຽບຕ່າງໆ ທີ່ມີຢູ່ແລ້ວນັ້ນ, ແຕ່ກໍ່ຢຸດຢູ່ພຽງ​ແຕ່ໃນມາດຖານກໍານົດດັ່ງກ່າວເທົ່ານັ້ນ ຫາກບໍ່ອາດສາມາດເຮັດໃຫ້ເພີ່ມຂຶ້ນ​ເພື່ອ​ກາຍ​ເປັຍປະເທດທີ່ຮັ່ງມີຕື່ມອີກ. ກັບດັກລາຍໄດ້ປານກາງເກີດຂຶ້ນ ເມື່ອປະເທດພັດທະນາ​ຖືກ​ຢຸດສະຫງັກ ຫຼືຊໍ້າບໍ່ໜໍາແມ່ນກາຍເປັນຄວາມສະຫງັກຊັກຊ້າ ພາຍຫຼັງທີ່ບັນລຸ​ເຖິງ​ລວມຍອດຜະລິດຕະພັນພາຍໃນປະເທດ (GDP - ຈີ​ດີ​ພີ) ສະເລ່ຍຕໍ່ຫົວຄົນ ນອນໃນລະດັບ​ແຕ່ 1.000 ໂດລາສະຫະລັດເຖິງ 12.000 ໂດລາສະຫະລັດ ຕາມມາດຕະຖານຂອງ​ທະນາຄານ​ໂລກ (WB).

ເບິ່ງຈາກຂະບວນວິວັດການຂະຫຍາຍຕົວ ຂອງບັນດາປະເທດທີ່ແຕກຕ່າງກັນ ໃນໄລຍະ 60 ປີທີ່ຜ່ານມາ, ສາມາດເຫັນໄດ້ວ່າ ປະເທດຈໍານວນໜຶ່ງໄດ້ປະສົບ​ຜົນສໍາເລັດ ໃນການຮັກສາລະດັບການເຕີບໂຕຢ່າງຕໍ່ເນື່ອງ ເພື່ອຫັນປ່ຽນຈາກປະ​ເທດ​ທີ່​ມີ​ລາຍໄດ້ຕໍ່າ ກ້າວຂຶ້ນເປັນປະເທດມີລາຍໄດ້ສູງ (ເຊັ່ນ: ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ), ໃນຂະນະທີ່ມີປະເທດຈໍານວນໜຶ່ງຍັງນອນໃນລະດັບລາຍໄດ້ປານກາງ, ຍັງບໍ່ສາມາດ​ກ້າຍຂຶ້ນເຖິງລະດັບລາຍໄດ້ສູງ (ເຊັ່ນ: ມາເລເຊຍ, ໄທ, ອິນໂດເນເຊຍ, ຟີລິບປິນ). ຈາກຂໍ້ມູນຂອງທະນາຄານ​ໂລກໄດ້ໃຫ້ເຫັນວ່າ: ໃນປີ 1966, ຍີ່ປຸ່ນຫາ​ກໍ່​ກາຍ​ເປັນ​ປະ​ເທດທີ່ມີລາຍໄດ້ປານກາງ, ສິງກະໂປບັນລຸຈີ​ດີ​ພີສະເລ່ຍຕໍ່ຫົວຄົນຫຼາຍກວ່າ 1.000 ໂດລາສະຫະລັດໃນປີ 1971, ເກົາຫຼີໃຕ້ ແລະ ມາເລເຊຍ ພ້ອມກັນບັນລຸມາດຖານ ກໍານົດນີ້ໄດ້ໃນປີ 1977, ໄທ ບັນລຸໄດ້ໃນປີ 1988, ອິນໂດເນເຊຍ ແລະ ຟີລິບປິນ ບັນລຸໄດ້ໃນປີ 1995. ມາຮອດປີ 2019, ຈີ​ດີ​ພີສະເລ່ຍຕໍ່ຫົວຄົນຂອງບັນດາ​ປະ​ເທດ​ເຫຼົ່ານີ້ ສາມາດບັນລຸໄດ້ຕາມລໍາດັບຄື: ຍີ່ປຸ່ນ ບັນລຸ 40.248 ໂດລາສະຫະລັດ, ສິງກະໂປ ບັນລຸ 65.233 ໂດລາສະຫະລັດ, ເກົາຫຼີໃຕ້ ບັນລຸ 31.761 ​ໂດ​ລາ​ສະຫະລັດ, ມາເລເຊຍ ບັນລຸ 11.414 ໂດລາສະຫະລັດ, ໄທ ບັນລຸ 7.808 ໂດລາສະຫະລັດ, ອິນໂດເນເຊຍ ບັນລຸ 4.135 ໂດລາສະຫະລັດ ແລະ ຟີລິບປິນ ບັນລຸ 3.485 ໂດລາສະຫະລັດ. ຄືແນວນັ້ນ, ຢູ່ບັນດາປະເທດເຫຼົ່ານີ້, ມີພຽງຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປເທົ່ານັ້ນທີ່ໄດ້ກາຍເປັນປະເທດທີ່ມີລາຍໄດ້ສູງ, ບັນດາປະເທດຍັງເຫຼືອ​ແມ່ນ​ຍັງ​ຢູ່ໃນສະພາວະລາຍໄດ້ປານກາງ.

ຂະບວນວິວັດຈາກປະເທດມີລາຍໄດ້ປານກາງ ກ້າວຂຶ້ນເປັນປະເທດທີ່ມີລາຍໄດ້ສູງ ຂອງແຕ່ລະປະເທດມີຄວາມແຕກຕ່າງກັນທັງທາງດ້ານເວລາ ແລະ ກໍາລັງຜັດດັນການ​ຂະຫຍາຍຕົວ. ຈາກການຄົ້ນຄວ້າຂອງທະນາຄານພັດທະນາອາຊີ (ADB) ໃນປີ 2017 ໄດ້ຊີ້ໃຫ້ເຫັນວ່າ: ໄລຍະເວລາສະເລ່ຍເພື່ອໃຫ້ປະເທດໜຶ່ງໆ ຫັນປ່ຽນຈາກປະ​ເທດ​ລາຍ​ໄດ້ປານກາງຕໍ່າ ກ້າວຂຶ້ນເປັນປະເທດທີ່ມີລາຍໄດ້ສູງ ແມ່ນປະມານ 30 ຫາ 40 ປີ. ຖ້າຫາກປະເທດໜຶ່ງໆ ໃນໄລຍະເວລາ 40 ປີ ນັບແຕ່ເວລາສາມາດບັນລຸ​ໄດ້​ມາດຖານ ກໍານົດລາຍໄດ້ປານກາງ ຫາກຍັງບໍ່ສາມາດກາຍເປັນປະເທດທີ່ມີລາຍໄດ້ສູງ, ແມ່ນປະ ເທດດັ່ງກ່າວຖືກຖືວ່າພວມຕິດໃນກັບດັກລາຍໄດ້ປານກາງ. ຖ້າຫາກພິຈາລະນາສະພາບ​ໃນ​ແຕ່ລະປະເທດ, ປະເທດອາຊີຕາເວັນອອກຈໍານວນໜຶ່ງ ໄດ້ຫຍໍ້ໄລຍະເວລາການ​ຫັນປ່ຽນໃຫ້ສັ້ນລົງຫຼາຍທີ່ສຸດ, ຍີ່ປຸ່ນ ແລະ ສິງກະໂຕ ຕ້ອງການເວລາ 20 ປີ, ດ້ວຍ​ລະດັບການເຕີບໂຕຂອງຈີ​ດີ​ພີສະເລ່ຍຕໍ່ຫົວຄົນ ບັນລຸເຖິງ 6% ຫາ 8% ຕໍ່ປີ; ເກົາຫຼີໃຕ້ ຕ້ອງການເວລາພຽງ 18 ປີ, ດ້ວຍລະດັບການເຕີບໂຕຂອງຈີ​ດີ​ພີສະເລ່ຍຕໍ່ຫົວຄົນບັນລຸ 9% ຕໍ່ປີ. ມາເລເຊຍມີຈຸດເລີ່ມຕົ້ນພ້ອມກັບເກົາຫຼີໃຕ້, ແຕ່ມາຮອດປັດຈຸບັນ, ພາຍຫຼັງ​ເວລາ 40 ປີ, ຈີ​ດີ​ພີສະເລ່ຍຕໍ່ຫົວຄົນຫາກໍ່ພວມກ້າວເຂົ້າໃກ້ລະດັບ 12.000 ໂດລາສະ ຫະລັດ, ລະດັບການເຕີບໂຕຂອງຈີ​ດີ​ພີບັນລຸ 6% ຕໍ່ປີ.

ເພື່ອສາມາດກໍານົດໄດ້ກໍາລັງຜັດດັນການເຕີບໂຕ, ເບິ່ງຈາກໂຄງປະກອບຈີ​ດີ​ພີ ຂອງບັນດາປະເທດໃນຂະບວນວິວັດການຫັນປ່ຽນ ກໍ່ສາມາດເຫັນໄດ້ຢ່າງຈະແຈ້ງ​ເຖິງ​ການຄ່ອຍໆຫຼຸດລົງຂອງຂະແໜງກະສິກໍາ ແລະການເພີ່ມຂຶ້ນຂອງອຸດສາຫະກໍາ - ກໍ່ສ້າງ ແລະບໍລິການ, ພິເສດແມ່ນການປະກອບສ່ວນຂອງຂະແໜງປະດິດ​ແລະປຸງແຕ່ງໃນຈີ​ດີ​ພີ. ຈາກຂໍ້ມູນຂອງທະນາຄານ​ໂລກໄດ້ໃຫ້ເຫັນວ່າ: ຂະບວນວິວັດການຫັນປ່ຽນຂອງ​ເກົາຫຼີ​ໃຕ້ໄດ້ແກ່ຍາວແຕ່ປີ 1977 ເຖິງປີ 1995, ໃນໄລຍະເວລາດັ່ງກ່າວນັ້ນ, ການ​ປະກອບສ່ວນຂອງກະສິກໍາໃນຈີ​ດີ​ພີໄດ້ຫຼຸດລົງຈາກ 22% ມາເປັນ 5%, ອຸດສາຫະກໍາ - ກໍ່ສ້າງ ໄດ້ເພີ່ມຂຶ້ນຈາກ 28% ມາເປັນ 36% (ໃນນັ້ນ, ການປະດິດ​ແລະປຸງແຕ່ງ ໄດ້ເພີ່ມຂຶ້ນຈາກ 21% ມາເປັນ 26%), ການບໍລິການເພີ່ມຂຶ້ນຈາກ 39% ມາເປັນ 49%. ຂະບວນວິວັດການຫັນປ່ຽນຂອງສິງກະໂປ ໄດ້ແກ່ຍາວເປັນເວລາ 20 ປີ, ນັບແຕ່ປີ 1971 ເຖິງປີ 1991, ໃນໄລຍະດັ່ງກ່າວນີ້, ການປະກອບສ່ວນຂອງ​ກະສິກໍາ ໃນຈີ​ດີ​ພີໄດ້ຫຼຸດລົງຈາກ 3% ມາເປັນ 0,2%, ອຸດສາຫະກໍາ - ກໍ່ສ້າງ ໄດ້ເພີ່ມຂຶ້ນຈາກ 28% ມາເປັນ 33% (ໃນນັ້ນ, ການປະດິດ​ແລະປຸງແຕ່ງ​ໄດ້​ເພີ່ມ​ຂຶ້ນ​ຈາກ 19% ມາເປັນ 25%), ການບໍລິການຫຼຸດລົງຈາກ 64% ມາເປັນ 63%. ມາເລເຊຍໃຊ້ເວລາຫຼາຍກວ່າ 40 ປີ, ນັບແຕ່ປີ 1977 ເຖິງປີ 2019, ເພື່ອເຮັດໃຫ້ຈີ​ດີ​ພີສະ​ເລ່ຍຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ຈາກ 1.000 ໂດລາສະຫະລັດມາເປັນ 11.414 ໂດລາສະຫະລັດ, ອາດຈະບັນລຸມາດຖານ​ກຳນົດເປັນປະເທດທີ່ມີລາຍໄດ້ສູງໃນສອງສາມປີຕໍ່ໜ້າ. ໃນໄລຍະນີ້, ການປະກອບສ່ວນ ຂອງກະສິກໍາໃນຈີ​ດີ​ພີໄດ້ຫຼຸດລົງຈາກ 28% ມາເປັນ 7%, ອຸດສາຫະກໍາ-ກໍ່ສ້າງ​ໄດ້​ເພີ່ມ​ຂຶ້ນໃນລະດັບສູງສຸດເຖິງ 49% ໃນປີ 2004 ແລ້ວຫຼຸດລົງມາຢູ່ລະດັບ 37% ໃນປີ 2019 (ໃນນັ້ນ, ອຸດສາຫະກໍາປະດິດ​ແລະປຸງແຕ່ງໄດ້ເພີ່ມຂຶ້ນຈາກ 20% ສູ່​ລະດັບ​ສູງ​ສຸດເຖິງ 37% ໃນຕົ້ນຊຸມປີ 2000 ແລ້ວຄ່ອຍໆຫຼຸດລົງມາໃນລະດັບ 21% ໃນປີ 2019), ການບໍລິການເພີ່ມຂຶ້ນຈາກ 33% ມາເປັນ 55%.

ຫວຽດນາມກາຍເປັນປະເທດທີ່ມີລາຍໄດ້ປານກາງນັບແຕ່ປີ 2008, ໃຊ້ເວລາຫຼາຍ​ກວ່າ 10 ປີ, ຂະບວນວິວັດການຫັນປ່ຽນໂຄງປະກອບເສດຖະກິດຂອງຫວຽດນາມ ​ໄດ້ດໍາເນີນການຊັກຊ້າກວ່າ ເມື່ອທຽບກັບບັນດາປະເທດທີ່ລິເລີ່ມກ່ອນ, ເສັ້ນທາງການ​ຂະຫຍາຍຕົວຍັງບໍ່ທັນມີບາດກ້າວບຸກທະລຸ ນັບຕັ້ງແຕ່ຊຸມປີທໍາອິດ, ຄືກັບຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ. ແຕ່ປີ 2010 ເຖິງປີ 2019, ການປະກອບສ່ວນຂອງກະສິກໍາໃນ ຈີ​ດີ​ພີ ຫວຽດນາມໄດ້ຫຼຸດລົງຈາກ 18,3% ມາເປັນ 13,9%, ອຸດສາຫະກໍາ-ກໍ່ສ້າງ ໄດ້ເພີ່ມຂຶ້ນຈາກ 32,1% ມາເປັນ 34,4% (ໃນນັ້ນ, ອຸດສາຫະກໍາປະດິດ​ແລະປຸງແຕ່ງ ໄດ້ເພີ່ມຂຶ້ນຈາກ 12,9% ມາເປັນ 16,4%), ການບໍລິການເພີ່ມຂຶ້ນຈາກ 36,9% ມາເປັນ 41,6%. ລະດັບການເຕີບໂຕສະເລ່ຍຂອງຫວຽດນາມໃນ 10 ປີທໍາອິດ ບັນລຸ 6%, ຕໍ່າກວ່າລະດັບສະເລ່ຍ 10 ປີທໍາອິດຂອງບັນດາປະເທດທີ່ລິເລີ່ມກ່ອນ (ຍີ່ປຸ່ນ ບັນລຸ 7%, ເກົາຫຼີໃຕ້ ບັນລຸ 8,9%, ສິງກະໂປ ບັນລຸ 8,8%).

ເສັ້ນທາງການເຕີບໂຕຂອງແຕ່ລະປະເທດໄດ້ໃຫ້ເຫັນເຖິງຄວາມແຕກຕ່າງ ລະຫວ່າງບັນດາປະເທດທີ່ບໍ່ຕິດກັບດັກ ແລະພວມຕິດກັບດັກລາຍໄດ້ປານກາງ. ເຖິງວ່າລະດັບການເຕີບໂຕສະເລ່ຍ ໃນຕະຫຼອດໄລຍະຂອງ​ບັນດາ​ປະ​ເທດ​ບໍ່​ມີ​ຄວາມ​ຜິດ​ໂຕນທີ່ໃຫຍ່ຫຼວງ, ພຽງແຕ່ຢູ່ໃນລະດັບ 6% ຫາ 8% ເທົ່ານັ້ນ, ແຕ່ບັນດາປະເທດທີ່​ປະສົບ​ຜົນສໍາເລັດເຊັ່ນ: ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ ສາມາດບັນລຸໄດ້ລະດັບ​ການ​ເຕີບ​ໂຕທີ່ໄວແລະຕໍ່ເນື່ອງ ໃນສອງສາມປີທໍາອິດ, ສ້າງເປັນຖ່ວງທ່າຂະຫຍາຍຕົວທີ່ເຂັ້ມ ແຂງໃຫ້ແກ່ຊຸມປີຕໍ່ໄປ, ໃນຂະນະນັ້ນ, ບັນດາປະເທດທີ່ພວມຕິດກັບດັກລາຍໄດ້ປານກາງ ບໍ່ສາມາດສ້າງໄດ້ບາດກ້າວບຸກທະລຸທີ່ເຂັ້ມແຂງໃນໄລຍະທໍາອິດ, ພາຍຫຼັງທີ່ບັນລຸໄດ້ ມາດຖານກໍານົດລາຍໄດ້ປານກາງແລ້ວ, ການເຕີບໂຕກໍ່ມີສັນຍານສະຫງັກຊັກຊ້າລົງ, ແກ່ຍາວເວລາການກ້າວຂຶ້ນສູ່ມາດຖານກໍານົດລາຍໄດ້ທີ່ສູງກວ່າ. ເກົາຫຼີໃຕ້ ແລະ ສິງກະໂປ ມີຈຸດເລີ່ມຮ່ວມກັນຄືແຕ່ປີ 1977, ໃນສອງສາມປີທໍາອິດພາຍຫຼັງ​ທີ່​ການ​ເປັນ​ປະ​ເທດມີລາຍໄດ້ປານກາງ, ສອງປະເທດນີ້ ມີເສັ້ນທາງການເຕີບໂຕທີ່ໃກ້ຄຽງກັນ, ແຕ່ວ່າ ນັບແຕ່ປີ 1984 ເປັນຕົ້ນມາ, ສອງປະເທດມີທິດທາງເດີນທີ່ແຕກຕ່າງກັນ ຢ່າງສິ້ນເຊີງ. ໃນຂະນະທີ່ເກົາຫຼີໃຕ້ ມີການເຕີບໂຕຢ່າງໄວວາ, ຄ່ອຍຮັດແຄບໄລຍະຫ່າງ​ກັບຍີ່ປຸ່ນ, ສິງກະໂປ ແລະ ໜີຫ່າງຈາກບັນດາປະເທດທີ່ຍັງເຫຼືອເທື່ອລະກ້າວ, ສ່ວນ​ມາ​ເລ​ເ​ຊຍ ພັດບໍ່ສາມາດສ້າງໄດ້ບາດກ້າວບຸກທະລຸຄືກັບເກົາຫຼີໃຕ້, ມີການເຕີບໂຕທີ່​ຊັກ​ຊ້າ​ກວ່າ ແລະ ໃຊ້ເວລາຫຼາຍກວ່າ ເພື່ອບັນລຸເຖິງລະດັບລາຍໄດ້ອັນດຽວກັນ. ​ໃນ​ໄລຍະ​ເສລາ 10 ປີ, ແຕ່ປີ 1985 ເຖິງປີ 1995, ຈີ​ດີ​ພີສະເລ່ຍຕໍ່ຫົວຄົນ ຂອງເກົາຫຼີໃຕ້ ໄດ້ເພີ່ມຂຶ້ນ 5 ເທື່ອ, ໃນຂະນະທີ່ມາເລເຊຍ ເພີ່ມຂຶ້ນພຽງ 2 ເທື່ອເທົ່ານັ້ນ. ​ເມື່ອ​ສົມ​ທຽບດ້ານມາດຕະການ, ນະໂຍບາຍທີ່ສອງປະເທດໄດ້ຈັດຕັ້ງຜັນຂະຫຍາຍໃນໄລຍະນີ້ ກໍ່ສາມາດຖອດຖອນໄດ້ບົດຮຽນປະສົບການທີ່ເປັນປະໂຫຍດ ໃຫ້ແກ່ບັນດາປະເທດທີ່​ເດີນ​ຕາມຫຼັງ ເພື່ອໃຫ້ຫຼີກລ່ຽງໄດ້ຈາກກັບດັກລາຍໄດ້ປານກາງ.

ໃນໄລຍະແຕ່ປີ 1960 ເຖິງປີ 1990, ເກົາຫຼີໃຕ້ ແລະ ມາເລເຊຍ ລ້ວນ​ແຕ່​ໄດ້ນໍາໃຊ້ບັນດາແຜນການ 5 ປີ ເພື່ອເປັນພື້ນຖານໃຫ້ແກ່ການປະກາດໃຊ້ບັນດາ​ນະ​ໂຍບາຍພັດທະນາເສດຖະກິດ, ການຫັນເປັນອຸດສາຫະກໍາໃນໄລຍະກາງ. ​ແຜນການ​ຄັ້ງ​ທີ​ໜຶ່ງຂອງເກົາຫຼີໃຕ້ ເລີ່ມຕົ້ນແຕ່ປີ 1962 ເຖິງປີ 1966, ໃນໄລຍະເວລາ 30 ປີ, ດ້ວຍພວງພະນັງ 7 ແຜນການ ແລະ ສິ້ນສຸດດ້ວຍແຜນການຄັ້ງທີ 7 ໃນປີ 1992 ເຖິງປີ 1996. ສາມແຜນການທໍາອິດໄດ້ພາເກົາຫຼີໃຕ້ ຈາກປະເທດດ້ອຍພັດທະນາ ກາຍເປັນປະເທດທີ່ມີລາຍໄດ້ປານກາງ ແລະ ສີ່ແຜນການຕໍ່ມາ, ໄດ້ນໍາພາເກົາຫຼີໃຕ້ ກາຍເປັນປະເທດທີ່ມີລາຍໄດ້ສູງ. ພວງພະນັງແຜນການຂອງມາເລເຊຍ ໄດ້ເລີ່ມຕົ້ນແຕ່ປີ 1966 ແລະ ຍັງສືບຕໍ່ມາຮອດປັດຈຸບັນນີ້, ດ້ວຍແຜນການໃນມໍ່ໆມານີ້ ແມ່ນ​ແຜນການ​ຄັ້ງ​ທີ 12 ສໍາລັບໄລຍະແຕ່ປີ 2021 ເຖິງປີ 2025. ກ້າວເຂົ້າສູ່ໄລຍະແຜນການຄັ້ງ​ທີ​ສາມ (1976 - 1980), ມາເລເຊຍ ໄດ້ກາຍເປັນປະເທດທີ່ມີລາຍໄດ້ປານກາງ, ​ໂດຍ​ຜ່ານ​ການປະຕິບັດ 10 ແຜນການ, ມາເລເຊຍຈິ່ງສາມາດກາຍເປັນປະເທດທີ່ມີລາຍໄດ້ສູງ.

ມາຮອດຊຸມປີ 1960, ເກົາຫຼີໃຕ້ຍັງເປັນໜຶ່ງໃນບັນດາພື້ນຖານເສດຖະກິດກະສິກໍາ ທີ່ທຸກຈົນ, ລ້າຫຼັງ, ຖືກສົງຄາມທໍາລາຍມ້າງເພ ແລະ ຕົກຢູ່ໃນວົນວຽນແຫ່ງຄວາມທຸກ​ຍາກຂາດເຂີນ, ດ້ວຍມາດຕາຖ່ວງກະສິກໍາໃນຈີ​ດີ​ພີກວມເອົາເຖິງ 36%, ຈີ​ດີ​ພີສະ​ເລ່ຍຕໍ່​ກົວຄົນຢູ່ໃນລະດັບ 158 ໂດລາສະຫະລັດ. ພາຍຫຼັງທີ່ປະທານາທິບໍດີ ປາກຈຸງຮີ ຂຶ້ນກໍາອໍານາດການປົກຄອງໃນປີ 1961 ແລະ ຕັດສິນໃຈນຳພາປະເທດຊາດກ້າວ​ເຖິງ​ຄວາມເປັນເຈົ້າຕົນເອງທາງດ້ານເສດຖະກິດ, ບັນດາແຜນການ 5 ປີໄດ້ຮັບການ​ສ້າງ​ຂຶ້ນ​ດ້ວຍບັນດາຈຸດໝາຍທີ່ເຕັມດ້ວຍຄວາມມຸ່ງຫວັງອັນສູງສົ່ງ ແລະ ບັນດານະໂຍບາຍທີ່ ເຂັ້ມແຂງ ເພື່ອບັນໄດ້ຈຸດໝາຍທີ່ວາງອອກ. ເຊັ່ນດຽວກັນ, ມາເລເຊຍ ​ໃນ​ໄລຍະ​ຕົ້ນ​ຊຸມ​ປີ 1960, ກໍ່ເປັນປະເທດກະສິກໍາໜຶ່ງທີ່ມີມາດຕາຖ່ວງກະສິກໍາກວມເອົາເຖິງ 43,7% ຂອງຈີ​ດີ​ພີ ແລະລະດັບລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸພຽງ 235 ໂດລາສະຫະລັດ.

ເຖິງວ່າຈະຢູ່ໃນລະດັບການຂະຫຍາຍຕົວຮ່ວມກັນ ແລະ ຮ່ວມປະເຊີນໜ້າກັບ ບັນດາບັນຫາທີ່ຄ້າຍຄືກັນ ຄື: ຄວາມທຸກຍາກ, ຄວາມດ້ອຍພັດທະນາ, ແຕ່ວິທີການ​ແກ້​ໄຂບັນຫາຂອງແຕ່ລະປະເທດ ມີຄວາມແຕກຕ່າງກັນ. ໃນຂະນະທີ່ເກົາຫຼີໃຕ້ມີ​ການ​ກຳນົດ​ທິດທີ່ຈະແຈ້ງ ໃນການກໍານົດບັນດາບຸລິມະສິດການພັດທະນາ, ສຸມໃສ່ການພັດທະນາ​ບັນດາຂະແໜງອຸດສາຫະກໍາ, ເລີ່ມຕົ້ນຈາກບັນດາຂະແໜງອຸດສາຫະກໍາທີ່ເປັນພື້ນຖານ (ການຫັນເປັນໄຟຟ້າ, ກັ່ນຕອງນໍ້າມັນ, ຝ້າຍສັງເຄາະ…), ຕໍ່ມາແມ່ນບັນດາ​ຂະ​ແໜງ​ນໍາໃຊ້ເຕັກໂນໂລຊີ ແລະ ທັກສະຂອງຄົນງານ, ການ​ເຂົ້າ​ເຖິງ​ຕາມ​ຕ່ອງ​ໂສ້ການ​ສະໜອງ, ຕ່ອງໂສ້ມູນຄ່າ (ຝຸ່ນ ຕິດພັນກັບກະສິກໍາ; ໂລຫະ, ເຫຼັກ, ທາດເຄມີ ກັບການຕໍ່ກໍາປັ່ນ, ເຄື່ອງຈັກ, ອຸປະກອນ; ທາດທຣານຊິດເຕີ້ຕິດ​ພັນ​ກັບ​ເອ​ເລັກ​ໂຕຣນິກ …), ມາເລເຊຍພັດສຸມໃສ່ບັນດາບັນຫາສັງຄົມເປັນຕົ້ນຕໍ ຕະຫຼອດ​ທັງ​ບັນດາ​ໄລຍະ​ປະຕິບັດ​ແຜນການ (ລົບລ້າງຄວາມທຸກຍາກ, ຄວາມຍຸຕິທໍາສັງຄົມ, ການພັດທະນາ​ທີ່​ເທົ່າທຽມກັນລະຫວ່າງບັນດາຊົນເຜົ່າ…). ເຖິງວ່າໃນພຶດຕິກໍາຕົວຈິງ, ລັດຖະບານ ມາເລເຊຍໄດ້ຈັດຕັ້ງຜັນຂະຫຍາຍນະໂຍບາຍຫຼາຍຢ່າງ ເພື່ອໜູນຊ່ວຍການພັດທະນາ​ອຸດສາຫະກໍາພາຍໃນປະເທດ ເຊັ່ນ: ແຜນງານພັດທະນາຜູ້ຮັບເໝົາສໍາຮອງ, ແຜນງານ​ພັດທະນາເຄື່ອງໝາຍການຄ້າຍານຍົນພາຍໃນປະເທດ (Proton, Perodua), ​ແຕ່​ວ່າ​ບັນດານະໂຍບາຍເຫຼົ່ານີ້ ພັດບໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງ​ເປັນ​ລະ​ບົບ ຄື​ກັບ​ເກົາຫຼີໃຕ້ ແລະບໍ່ໄດ້ສະແດງອອກຢ່າງຈະແຈ້ງ ໃນຈຸດໝາຍສັງລວມຂອງບັນດາ​ແຜນການ 5 ປີ. ກົງກັນຂ້າມ, ສໍາລັບເກົາຫຼີໃຕ້ແລ້ວ, ການທີ່ບໍ່ສະເໜີບັນຫາສັງຄົມຢູ່​ໃນ​ຈຸດໝາຍການພັດທະນາຂອງບັນດາແຜນການ 5 ປີນັ້ນ ບໍ່ໝາຍຄວາມວ່າ ເກົາຫຼີໃຕ້ ບໍ່ຖືສໍາຄັນຕໍ່ການແກ້ໄຂບັນດາບັນຫາເຫຼົ່ານີ້, ຫາກໃນຕົວຈິງແລ້ວ, ເກົາຫຼີໃຕ້​ໄດ້​ເລືອກ​ເຟັ້ນການພັດທະນາອຸດສາຫະກໍາເປັນຈຸດເລີ່ມຕົ້ນ, ຜ່ານການພັດທະນາຂອງບັນດາຂະ​ແໜງອຸດສາຫະກໍາ, ບັນດາບັນຫາສັງຄົມ ກໍ່ໄດ້ຮັບການແກ້ໄຂໄປພ້ອມໆກັນ. ການ​ພັດທະນອຸດສາຫະກໍາສາມາດສ້າງໄດ້ວຽກເຮັດງານທໍາຫຼາຍຂຶ້ນ, ເພີ່ມລາຍໄດ້​ໃຫ້​ແກ່​ຊາວ​ຜູ້ອອກແຮງງານ ແລະທົ່ວສັງຄົມ, ຮັບປະກັນການພັດທະນາທີ່ສະເໝີພາບລະຫວ່າງ​ບັນດາ​ເຂດ, ທ້ອງຖິ່ນຕ່າງໆ.

ກັບດັກມູນຄ່າເພີ່ມຕໍ່າ ແລະ ກໍາລັງອຸດສາຫະກໍາພາຍໃນປະເທດ

ຄຽງຄູ່ກັບນິຍາມກັບດັກລາຍໄດ້ປານກາງ, ນິຍາມກັບດັກມູນຄ່າເພີ່ມຕໍ່າ ກໍ່​ຖືກນໍາໃຊ້ ເພື່ອເວົ້າເຖິງສະພາບການພັດທະນາເສດຖະກິດຂອງປະເທດໜຶ່ງໆ. ກອງປະຊຸມຂອງ​ອົງການສະຫະປະຊາຊາດ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ​ໄດ້​ໃຫ້ການພັນລະນາເຖິງປະເທດຊາດໜຶ່ງທີ່ຕິດກັບດັກມູນຄ່າເພີ່ມຕໍ່າວ່າ: ​ເມື່ອ​ປະ​ເທດ​ຊາດ​ດັ່ງກ່າວມີແຕ່ດຶງດູດໄດ້ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ​ເປັນ​ອັນ​ຕົ້ນຕໍ​ຈາກ​ບັນດາວິສາຫະກິດທີ່ບໍ່ມີຈຸດປະສົງ ສ້າງການເຊື່ອມໂຍງກັບບັນດາພື້ນຖານ​ເສດຖະກິດ​ພາຍ​ໃນປະເທດ, ບໍ່ສາມາດສ້າງໄດ້ຜົນກະທົບທີ່ແຜ່ກວ້າງ ແລະ ເຄື່ອນໄຫວດ້ວຍ​ຈຸດໝາຍໄລຍະສັ້ນໆ, ບັນດາວິສາຫະກິດດັ່ງກ່າວ ມີປະສິດທິພາບການເຄື່ອນໄຫວທີ່ຕໍ່າ ເມື່ອພິຈາລະນາໃນທຸກດ້ານ: ການລົງທຶນ, ສະມັດຕະພາບ ແລະ ການພັດທະນາທັກສະ, ການລົງທຶນຕົ້ນຕໍເຂົ້າໃນບັນດາຂະແໜງການທີ່ນໍາໃຊ້ແຮງງານ, ການແຂ່ງຂັນດ້ານ​ລາຄາ​ແທນໃຫ້ການແຂ່ງຂັນດ້ານຄຸນນະພາບ, ໄລຍະເວລາການສົ່ງມອບສິນຄ້າ ແລະມັກ​ຈະ​ມອງ​ວ່າແຮງງານເປັນປັດໄຈດ້ານລາຍຈ່າຍຫຼາຍກວ່າ ທີ່ຈະເປັນແຫຼ່ງກໍາລັງແຮງທີ່​ຕ້ອງ​ໄດ້ຮັບການພັດທະນາ.

ນິຍາມຂອງ UNCTAD ຫາກໍ່ເປັນພຽງການສັງເກດດ້ານດຽວຈາກຂົງເຂດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ໃນຂະນະທີ່ປະເທດຕິດກັບດັກມູນຄ່າເພີ່ມຕໍ່າອາດ​ຈະ​ບໍ່​ແມ່ນພຽງແຕ່ຍ້ອນຂົງເຂດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດເທົ່ານັ້ນ, ຫາກຍັງແມ່ນ ຍ້ອນສາເຫດອື່ນໆອີກ, ຕົ້ນຕໍແມ່ນຂຶ້ນກັບຄວາມອາດສາມາດເປັນເຈົ້າຕົນເອງ, ສ້າງ​ຄວາມເຂັ້ມແຂງດ້ວຍຕົນເອງ ຂອງຂົງເຂດເອກະຊົນພາຍໃນປະເທດ, ຂຶ້ນກັບຄວາມ​ອາດ​ສາມາດຂອງຂົງເຂດເອກະຊົນທີ່ອາດຈະເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເປັນ​ເອກະ​ພາບ, ເປັນເຈົ້າດ້ານພື້ນຖານເສດຖະກິດ ແລະມີກໍາລັງຄວາມສາມາດ​ແຂ່ງຂັນ​ເທິງ​ຕະຫຼາດໂລກ, ຄ່ອຍໆຫຼຸດພົ້ນຈາກການຂຶ້ນກັບແຫຼ່ງກໍາລັງແຮງຈາກທາງນອກ. ພິຈາລະນາທາງດ້ານທາດແທ້ແລ້ວ, ກັບດັກມູນຄ່າເພີ່ມຕໍ່າ ກໍ່ແມ່ນໜຶ່ງໃນການສະ ແດງອອກຂອງກັບດັກລາຍໄດ້ປານກາງ, ມັນເກີດຂຶ້ນກໍ່ຕໍ່ເມື່ອປະເທດໜຶ່ງໆບໍ່​ສາມາດ​ສ້າງ​ພື້ນຖານອຸດສາຫະກໍາພາຍໃນປະເທດໃຫ້ເຂັ້ມແຂງໄດ້ (ຂົງເຂດວິສາຫະກິດ​ເອກະຊົນ​ພາຍ​ໃນປະເທດ), ການເຕີບໂຕຕົ້ນຕໍແມ່ນອີງໃສ່ແຫຼ່ງກໍາລັງແຮງພາຍນອກ (ຂົງເຂດ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ), ເມື່ອທ່າໄດ້ປຽບພາຍໃນປະເທດບໍ່ມີຫຼົງຫຼົງ​ເຫຼືອ​ແລ້ວ (ລາຍຈ່າຍແຮງງານທີ່ຕໍ່າ, ສິດພິເສດດ້ານພາສີອາກອນທີ່ໜ້າຈັບໃຈ…), ບັນດາ​ວິ​ສາ​ຫະກິດ​ທີ່​ມີການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ໄດ້ຫັນໄປສູ່ບັນດາປະເທດທີ່​ມີ​ທ່າ​ໄດ້​ປຽບດີກວ່າ ແລະ ລາຍຈ່າຍໃນການຜະລິດເພື່ອການແຂ່ງຂັນດີກວ່າ (ບັນດານັກ​ເສດຖະກິດເອີ້ນປະກົດການດັ່ງກ່າວນີ້ວ່າ ຮູບແບບການໂບຍບິນຂອງຝູງຫ່າ​ນຟ້າ - flying geese) ອັນພາໄປເຖິງຂະບວນວິວັດຫຼຸດຜ່ອນອຸດສາຫະກໍາ (deindustrialzation), ເຫຼືອໄວ້ແຕ່ຂະແໜງອຸດສາຫະກໍາທີ່ປະກອບດ້ວຍບັນດາ​ວິ​ສາ​ຫະກິດພາຍໃນປະເທດ ທີ່ບໍ່ມີຄວາມສາມາດແຂ່ງຂັນກັບ​ບັນດາ​ເສດຖະກິດ​ທີ່​ຂະຫຍາຍຕົວທາງດ້ານເຕັກໂນໂລຊີ, ຫຼື ກັບພື້ນຖານເສດຖະກິດທີ່ມີຄ່າແຮງງານຕໍ່າກວ່າ ໃນການຜະລິດສິນຄ້າລາຄາຖືກ.

ໃນໄລຍະແຕ່ປີ 1951 ເຖິງປີ 1989, ບັນດາພື້ນຖານເສດຖະກິດໃໝ່ທີ່​ຫັນ​ເປັນ​ອຸດສາຫະກໍາ (NIEs) ເຊັ່ນ: ເກົາຫຼີໃຕ້, ສິງກະໂປ, ບັນດາອານາເຂດໄຕ້ຫວັນ, ຮົງກົງ (ສປ ຈີນ) ແລະບັນດາປະເທດ ASEAN 4 (ມາເລເຊຍ, ໄທ, ອິນໂດເນເຊຍ, ຟີລິບປິນ) ລ້ວນແຕ່ສາມາດດຶງດູດແຫຼ່ງທຶນໃຫຍ່ ຈາກບັນດາວິສາຫະກິດຍີ່ປຸ່ນ, ດ້ວຍ​ລວມຍອດທຶນທີ່​ລົງ​ໂດຍ​ກົງທັງໝົດເຂົ້າໃນ NIEs ຈໍານວນ 19.919 ຕື້​ໂດ​ລາ​ສະຫະລັດ ແລະ ເຂົ້າໃນ ASEAN ຈໍານວນ 17.531 ຕື້ໂດລາສະຫະລັດ(1). ພາຍຫຼັງສອງ, ສາມ​ທົດ​ສະ​ວັດຕໍ່ມາ, ບັນດາພື້ນຖານເສດຖະກິດໃໝ່ທີ່​ຫັນ​ເປັນ​ອຸດສາຫະກໍາ ກໍ່​ສາມາດ​ສ້າງສາພື້ນຖານອຸດສາຫະກໍາພາຍໃນປະເທດທີ່ເຂັ້ມແຂງດ້ວຍຕົນເອງ​ໄດ້, ​ໂດຍ​ບໍ່​ຂຶ້ນ​ກັບ​ຕ່າງປະ​ເທດອີກຕໍ່ໄປ, ຊໍ້າບໍ່ໜໍາຍັງສາມາດແຂ່ງຂັນໂດບກົງກັບບັນດາວິສາຫະກິດຍີ່ປຸ່ນ, ໃນຂະນະດຽວກັນນັ້ນ ບັນດາປະເທດ ASEAN4 ມາເຖິງປັດຈຸບັນຍັງຂຶ້ນ​ກັບ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ໃນເກືອບວ່າທຸກຂະແໜງອຸດສາຫະກໍາ. ມາໃນຊຸມປີ 1980, ໃນຂະນະທີ່ບັນດາວິສາຫະກິດຍີ່ປຸ່ນ ຢູ່ບັນດາພື້ນຖານເສດຖະກິດ NIEs ສາມາດບັນລຸໄດ້ມາດຕາສ່ວນການຫັນເປັນພາຍໃນຫຼາຍກວ່າ 50% ແຕ່ຢູ່ ASEAN4, ມາດຕາສ່ວນການເກັບຊື້ພາຍໃນປະເທດຂອງບັນດາວິສາຫະກິດຍີ່ປຸ່ນ ພຽງແຕ່ຢູ່ໃນລະດັບ 42% ເທົ່ານັ້ນ, ແຕ່ຕົ້ນຕໍແລ້ວກໍ່ແມ່ນຈາກບັນດາວິສາຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ຢູ່ບັນດາພື້ນຖານເສດຖະກິດ​ NIEs, ສ່ວນ​ໃຫຍ່​ແລ້ວແມ່ນບັນດາວິສາຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກຍີ່ປຸ່ນ ສາມາດ​ຖອດ​ຊ່ຽວຊານ​ຄົນຍີ່ປຸ່ນກັບຄືນປະເທດ, ປ່ອຍໃຫ້ຄົນປະຈໍາຖິ່ນນັ້ນເປັນຜູ້ຄຸ້ມຄອງ​ແລະ​ຂັບ​ເຄື່​ອນ​ໂຮງງານດ້ວຍຕົນເອງ; ແຕ່ຢູ່ບັນດາປະເທດ ASEAN4 ມາຮອດປັດຈຸບັນນີ້ ຍັງຂຶ້ນກັບການນໍາຂັ້ນກາງແລະຂັ້ນສູງ ຂອງຄົນຍີ່ປຸ່ນ ​ໂດຍ​ບໍ່​ໄດ້​ຖ່າຍ​ທອດ​ໃຫ້​ແກ່​ຖັນ​​ແຖວບຸກຄະລາກອນທີ່ເປັນຄົນປະຈໍາຖິ່ນ. ຄວາມແຕກຕ່າງລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ NIEs ແລະ ASEAN4 ໄດ້ໃຫ້ເຫັນເຖິງບົດບາດນໍາພາຂອງ​ຂະ​ແໜງ​ອຸດສາຫະກໍາປະດິດ, ປຸງແຕ່ງ ແລະ ຄວາມສໍາຄັນຂອງກໍາລັງຄວາມສາມາດ ຂອງວິສາຫະກິດອຸດສາຫະກໍາ ກໍ່ຄືຊັບພະຍາກອນມະນຸດຂະແໜງອຸດສາຫະກໍາພາຍໃນ ປະເທດ ໃນຂະບວນວິວັດການຫັນເປັນປະເທດອຸດສາຫະກໍາ, ທັນສະໄໝ ແລະພາ​ປະ​ເທດ​ຊາດຫຼີກລ່ຽງຈາກກັບດັກລາຍໄດ້ປານກາງ.

ນັບແຕ່ການເປີດປະຕູເສດຖະກິດ, ຫວຽດນາມໄດ້ກາຍເປັນສະຖານ​ທີ່​ທີ່ດຶງ​ດູດ​ນັກລົງທຶນຕ່າງປະເທດ. ໃນຊຸມປີມໍ່ໆມານີ້, ເວລາໃດຫວຽດນາມກໍນໍາໜ້າບັນດາ​ປະ​ເທດ​ອາ​ຊຽນ ດ້ານການດຶງດູດການລົງທຶນຈາກຕ່າງປະເທດ. ມາຮອດທ້າຍປີ 2019, ຫວຽດນາມສາມາດດຶງດູດໄດ້ເກືອບ 40.000 ໂຄງການ, ດ້ວຍລວມຍອດທຶນຈົດ​ທະບຽນ​ທັງ​ໝົດບັນລຸຫຼາຍກວ່າ 363,3 ຕື້ໂດລາສະຫະລັດ. ຖ້າຄິດໄລ່ຕາມອັດຕາສ່ວນຮ້ອຍ (%) ຂອງ​ຈີ​ດີ​ພີ ຫຼືຄິດໄລ່ຕາມຫົວຄົນແລ້ວ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນຫວຽດນາມໄດ້ລື່ນກາຍຈີນ, ອິນເດຍ ແລະ ຫຼາຍປະເທດໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ໃນບັນດາໂຄງການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຢູ່ຫວຽດນາມ, ຫຼາຍໂຄງການມີ​ມູນ​ຄ່າສູງຂອງບັນດາກຸ່ມບໍລິສັດຂ້າມຊາດແຖວໜ້າໃນຫຼາຍຂົງເຂດ. ແຕ່ວ່າ ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດໃນຫວຽດນາມ ສ່ວນໃຫຍ່ແມ່ນສຸມໃສ່ບັນດາຂະແໜງການຂຸດ​ຄົ້ນຕະຫຼາດ ເຊັ່ນການເຄື່ອນໄຫວທຸລະກິດອະສັງຫາລິມະຊັບ ຫຼື ບັນດາ​ຂະ​ແໜງ​ປະດິດ, ປຸງແຕ່ງ ທີ່ນໍາໃຊ້ແຮງງານ, ມູນຄ່າເພີ່ມຕໍ່າ ເຊັ່ນ: ຕັດຫຍິບ, ຜະລິດເກີບ, ຜະລິດ​ຕະພັນຈາກຢາງພາລາ, ພາດສະຕິກ, ສະບຽງອາຫານ, ເຄື່ອງດື່ມ, ເຄື່ອງເຟີນີເຈີ ແລະ ໄມ້, ເຈ້ຍ… ຕາມບົດລາຍງານຂອງທະນາຄານ​ໂລກ (ປີ 2018) ໄດ້ໃຫ້ຮູ້ວ່າ: ນັກລົງທຶນຈໍານວນຫຼາຍມັກກ່າວວ່າ ລາຍຈ່າຍຄ່າແຮງງານ ແລະ ພະລັງງານຕໍ່າ ກໍ່ຄືນະໂຍບາຍການໃຫ້ສິດພິເສດດ້ານພາສີອາກອນທີ່ຈັບໃຈ ແມ່ນບັນດາເຫດຜົນຫຼັກໆ ເພື່ອເຮັດໃຫ້ທຶນຫຼັ່ງໄຫຼເຂົ້າມາຫວຽດນາມ, ໃນຂະນະດຽວກັນນັ້ນ, ກໍ່ມີວິສາຫະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດຈໍານວນນ້ອຍທີ່ສຸດທີ່ກ່າວວ່າ: ສີມືແຮງງານສູງ ຫຼື ຕ່ອງໂສ້ການສະໜອງພາຍໃນປະເທດມີຄວາມສາມາດພຽງພໍເພື່ອການແຂ່ງຂັນ ​ແມ່ນ​ທ່າ​ແຮງຂອງຫວຽດນາມ. ບົດລາຍງານຍັງຊີ້ໃຫ້ເຫັນວ່າ ເພື່ອສາມາດຫຼີກລ່ຽງກັບດັກລາຍ​ໄດ້​ປານ​ກາງ ຫຼື ກັບດັກມູນຄ່າເພີ່ມຕໍ່າ ແລະ ກາຍເປັນປະເທດທີ່ມີລາຍໄດ້ສູງ, ຫວຽດນາມ ຕ້ອງມີຍຸດທະສາດດຶງດູດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດລຸ່ນໃໝ່, ຕິດພັນກັບ​ບັນດາ​ຍຸດ​ທະ​ສາດ ແລະ ການກໍານົດແຜນພັດທະນາຂອງປະເທດຊາດ, ສ້າງບັນດາຕ່ອງ​ໂສ້ການ​ສະໜອງ ແລະ ກຸ່ມເຊື່ອມໂຍງຂະແໜງອຸດສາຫະກໍາ, ສຸມໃສ່ບັນດາຂະແໜງ, ຂັ້ນຕອນຕ່າງໆທີ່ສ້າງເປັນມູນຄ່າເພີ່ມສູງ, ນໍາໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ ແລະ ສິ້ນເປືອງພະລັງງານໜ້ອຍ, ດຶງດູດເອົາບັນດາໂຄງການ, ບັນດານັກລົງທຶນ ​ເພື່ອ​ການພັດທະນາທີ່ຍືນຍົງ ຕາມທິດຖືສໍາຄັນຄຸນນະພາບ ແລະ ປະສິດທິພາບທາງ​ເສດຖະກິດ - ສັງຄົມ, ຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ເພີ່ມທະວີການເຊື່ອມຈອດກັບບັນດາວິສາຫະກິດພາຍໃນປະເທດ.

ເພື່ອໃຫ້ຂົງເຂດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດສາມາດປະກອບສ່ວນ, ຊ່ວຍເຫຼືອໃຫ້ພື້ນຖານເສດຖະກິດຫວຽດນາມໄດ້ດີກວ່າເກົ່າ ໃນຂະບວນວິວັດການ​ຫັນ​ເປັນ​ອຸດສາຫະກໍາ ທັນສະໄໝ ແລະ ການສັບຊ້ອນໂຄງປະກອບເສດຖະກິດ​ຄືນ​​ໃໝ່ ຕາມ​ທິດ​ຍົກ​ສູງສູງສະມັດຕະພາບ ແລະ ຄຸນຄ່າທີ່ສ້າງຂຶ້ນພາຍໃນປະເທດ, ຮັດແຄບໄລຍະຫ່າງ ກັບບັນດາປະເທດພັດທະນາ, ຫວຽດນາມຕ້ອງປ່ຽນແປງວິທີການດຶງດູດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ອີງໃສ່ບັນດາທ່າໄດ້ປຽບເພື່ອແຂ່ງຂັນດ້ວຍຄວາມເປັນເຈົ້າການ (ສີມືແຮງງານ, ຄວາມສາມາດປະດິດສ້າງ ແລະ ສິ່ງແວດລ້ອມທໍາມະຊາດ ແລະ ການດໍາເນີນທຸລະກິດ, ການລົງທຶນທີ່ສະດວກ), ແທນໃຫ້ຂໍ້ໄດ້ປຽບດ້ານ​ການ​ແຂ່ງ​ຂັນ​ແບບຄົງທີ່ແລະບໍ່ຍືນຍົງຄືແຕ່ກ່ອນ (ຊັບພະຍາກອນທໍາມະຊາດ, ແຮງງານທໍາມະດາ, ກົນໄກໃຫ້ສິດພິເສດທີ່ງ່າຍດາຍ ແລະ ດຶງດູດໃຈ).

ເວົ້າແບບລະອຽດຕົວຈິງແລ້ວ, ຫວຽດນາມຕ້ອງສຸມໃສ່ການດຶງດູງບັນດານັກລົງທຶນ ຕ່າງປະເທດທີ່ສາມາດ: 1. ສ້າງຄ່າແຮງງານທີ່ສູງກວ່າ (ສົ້ນ​ອອກ/​ແຮງ​ງານ​ມີ​ຄຸນຄ່າ​ສູງ​ຂຶ້ນ); 2. ຊຸກຍູ້ການພັດທະນາທັກສະ, ການຖ່າຍທອດເຕັກໂນໂລຊີ, ການຄົ້ນຄວ້າ ແລະ ພັດທະນາພາຍໃນປະເທດ; 3. ຊຸກຍູ້ການນໍາໃຊ້ແຫຼ່ງກໍາລັງແຮງຢ່າງ​ມີ​ປະສິດທິພາບກວ່າ​ເກົ່າ (ບໍ່ພຽງແຕ່ພະນັກງານເທົ່ານັ້ນ, ຫາກນັບທັງທີ່ດິນ, ແຫຼ່ງນໍ້າ, ວັດຖຸດິບ,…); 4. ສ້າງ​ໂອກາດ​ໃຫ້ວິສາຫະກິດ ແລະ ນັກລົງທຶນພາຍໃນປະ​ເທດ​ໄດ້​ຮ່ວມື​ກັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ຢູ່ໃນບັນດາຕ່ອງໂສ້ຄຸນຄ່າທົ່ວໂລກ, ໃນຂະນະທີ່ບໍ່ສາມາດ​ກົດ​ໜ່ວງ​ນັກລົງທຶນ ແລະ ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍພາຍໃນປະເທດ; 5. ຍົກສູງຄວາມສາມາດແຂ່ງຂັນຂອງບັນດາວິສາຫະກິດຫວຽດນາມ, ພາຍໃນປະເທດກໍ່ຄື ຕ່າງປະເທດ (ດ້ວຍການປົວແປງຕ່ອງໂສ້ການສະໜອງ, ​ໂລ​ຈິ​ສະຕິ​ກ…).

ແຝງຄວາມໝາຍດ້ານນະໂຍບາຍ

ຈາກການໄຈ້ແຍກມາຂ້າງເທິງນີ້ໄດ້ໃຫ້ເຫັນວ່າ: ເສັ້ນທາງກ້າວຂຶ້ນ ຈາກ​ປະ​ເທດ​ມີ​ລາຍ​ໄດ້ປານກາງ ກາຍເປັນປະເທດທີ່ມີລາຍໄດ້ສູງ ​ແມ່ນ​ບໍ່​ອາດ​ປະລະ​ອຸດສາຫະກໍາ ປະດິດ, ປຸງແຕ່ງ ແລະ ບົນເສັ້ນທາງດັ່ງກ່າວນັ້ນ ກະໂຕວິສາຫະກິດອຸດສາຫະກໍາພາຍ​ໃນ​ປະເທດ ເປັນປັດໄຈຊຸກຍູ້ການພັດທະນາເສດຖະກິດທີ່ຍືນຍົງ ແລະສາມາດ​ເຮັດ​ໃຫ້​ຫຼຸດ​ພົ້ນຈາກກັບດັກລາຍໄດ້ປານກາງ, ຫຼຸດພົ້ນຈາກກັບດັກມູນຄ່າເພີ່ມຕໍ່າ. ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າໃນອຸດສາຫະກໍາປະດິດ​ແລະປຸງແຕ່ງ ​ແມ່ນກໍາລັງຜັດດັນ ນໍາພາ, ແຕ່ວ່າ ວິສາຫະກິດອຸດສາຫະກໍາພາຍໃນປະເທດ ຈິ່ງເປັນພື້ນຖານທີ່ແໜ້ນແກ່ນ ເພື່ອຊ່ວຍໃຫ້ປະເທດໜຶ່ງໆ ສາມາດຫຼຸດພົ້ນອອກຈາກກັບດັກລາຍໄດ້ປານກາງ. ຍ້ອນ​ແນວນັ້ນ, ການດຶງດູດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດຕ້ອງມີຍຸດທະສາດ ແລະ ມີການເລືອກເຟັ້ນ, ຫຼີກລ່ຽງການຮັບເອົາເຕັກໂນໂລຊີຕໍ່າເຂົ້າມາແກ່ງແຍ້ງ​ແຂ່ງຂັນ​ໂດຍ​ກົງ​ກັບບັນດາວິສາຫະກິດອຸດສາຫະກໍາພາຍໃນປະເທດ ເພື່ອຫຼີກລ່ຽງກັບດັກມູນຄ່າເພີ່ມຕໍ່າ; ສ້າງແລະພັດທະນາກໍາລັງວິສາຫະກິດອຸດສາຫະກໍາພາຍໃນປະເທດໃຫ້ເຂັ້ມແຂງ, ຕິດ​ພັນ​ສະໜິດແໜ້ນກັບຂົງເຂດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ແລະສາມາດ​ສ້າງ​ໄດ້ ກໍາລັງວິສາຫະກິດພາຍໃນປະເທດທີ່ເຂັ້ມແຂງເທື່ອລະກ້າວ, ເມື່ອວິສາຫະກິດພາຍໃນປະ ເທດມີຂະໜາດໃຫຍ່ແລ້ວ, ກໍ່ມີບົດບາດນຳພາ ແລະສາມາດສ້າງເປັນຕ່ອງໂສ້ການ​ສະໜອງພາຍໃນປະເທດໄດ້.

ຈາກບົດຮຽນປະສົບການຂອງເກົາຫຼີໃຕ້, ມາເລເຊຍ ແລະ ບັນດາປະເທດທີ່​ໄປ​ກ່ອນ​ໄດ້ໃຫ້ເຫັນວ່າ: ມີຫຼາຍເສັ້ນທາງເພື່ອນໍາພາປະເທດຊາດ ຈາກປະເທດມີລາຍ​ໄດ້​ປານ​ກາງ ກາຍ​ເປັນປະເທດທີ່ມີລາຍໄດ້ສູງ, ແລະເສັ້ນທາງດັ່ງກ່າວຈະສັ້ນຫຼືຍາວນັ້ນ ​ແມ່ນ​ຂຶ້ນ​ກັບ​ວິທີ​ທີ່ປະເທດນັ້ນໆໄດ້ກໍານົດຈຸດໝາຍທີ່ຖືກຕ້ອງກັບແຕ່ລະໄລຍະກາງ ແລະສຸມ​ໃສ່ກໍາລັງ​ແຮງ, ນະໂຍບາຍ ເພື່ອບັນລຸໄດ້ຈຸດໝາຍທີ່ວາງອອກ. ເກົາຫຼີໃຕ້ສາມາດຫຍໍ້​ໄລຍະ​ທາງ​ກ້າວ​ໄປສູ່ປະເທດທີ່ມີລາຍໄດ້ສູງ ກໍ່ຍ້ອນວ່າພວກເຂົາສາມາດກໍານົດໄດ້ຈຸດໝາຍ​ການ​ຫັນ​ເປັນອຸດສາຫະກໍາທີ່ຈະແຈ້ງ, ສອດທະລຸຕະຫຼອດໄລຍະແຜນການ 5 ປີ ແລະທຸກ​ນະ​ໂຍບາຍ, ແຫຼ່ງກໍາລັງແຮງສັງຄົມໄດ້ຖືກລະດົມ, ນໍາໃຊ້ເພື່ອບັນລຸຈຸດໝາຍດັ່ງກ່າວ. ນະໂຍບາຍພັດທະນາອຸດສາຫະກໍາ ຕ້ອງໄດ້ຖືກກໍານົດໃນສະພາບແວດລ້ອມທີ່​ກວ້າງ​ກວ່າ, ກວມລວມເອົາທັງບັນດານະໂຍບາຍທີ່ກະທົບໂດຍກົງເຖິງວິສາຫະກິດອຸດສາຫະກໍາ ແລະ ບັນດານະໂຍບາຍທາງອ້ອມ ແຕ່ພັດມີຜົນສະທ້ອນທີ່ໃຫຍ່ຫຼວງ ເຖິງການຂະຫຍາຍຕົວ ຂອງຂະແໜງອຸດສາຫະກໍາເວົ້າລວມ, ເວົ້າສະເພາະແມ່ນ ວິສາຫະກິດອຸດສາຫະກໍາ. ເພື່ອໃຫ້ສາມາດກໍານົດໄດ້ຈຸດໝາຍຢ່າງຖືກຕ້ອງ, ຕ້ອງ​ມີ​ກົນ​ໄກປະສານງານ ລະຫວ່າງລັດແລະວິສາຫະກິດ ເພື່ອມີຄວາມເຫັນດີເປັນເອກະພາບ ລະຫວ່າງບັນດາອົງການລັດຖະບານ ແລະ ລະຫວ່າງລັດກັບຂົງເຂດເອກະຊົນ. ດ້ວຍເຫດນັ້ນ, ຕ້ອງສ້າງແລະຮັກສາກົນໄນການເຈລະຈານະໂຍບາຍ ກັບ​ບັນດາ​ວິ​ສາ​ຫະກິດອຸດສາຫະກໍາ, ຕິດຕາມ, ກວດກາແລະວັດແທກ, ຕີລາຄາການປົວແປງຄຸນ​ນະພາ​ບນະໂຍບາຍ ແລະຄວາມສາມາດແຂ່ງຂັນ ຂອງອຸດສາຫະກໍາຫວຽດນາມ ສົມ​ທຽບ​ກັບ​ບັນດາປະເທດໃນພາກພື້ນ ແລະ ປະເທດຈໍານວນໜຶ່ງໃນໂລກ.

ເພື່ອດຶງດູດໄດ້ການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດທີ່ມີມູນຄ່າສູງ, ຕ້ອງ​ແກ້​ໄຂ​ສິ່ງ​ທ້າ​ທາຍຈໍານວນໜຶ່ງ ແລະ ສິ່ງກີດຂວາງທາງດ້ານກົນໄກ, ນະໂຍບາຍ​ໃນ​ວົງ​ໂຄຈອນ​ການລົງທຶນທັງໝົດຂອງວິສາຫະກິດ ແລະ ປ່ຽນແປງວິທີການເຂົ້າເຖິງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດຄືໃນປັດຈຸບັນ. ທີໜຶ່ງ, ຕ້ອງຫັນສູ່ບັນດານັກລົງທຶນທີ່ມີກໍາລັງຜັດດັນ ການພັດທະນາທີ່ອີງໃສ່ແຮງງານທີ່ມີທັກສະ, ສີມືການຊ່າງສູງ, ເຕັກໂນໂລຊີທີ່​ໃຊ້​ຊັບພະຍາກອນ​ຢ່າງ​ປະຢັດ ແທນທີ່​ຈະ​ເພິ່ງພາ​ຄ່າ​ແຮງ​ງານ​ຕໍ່າ, ການ​ບໍລິການ​ພື້ນຖານ​ໂຄງ​ລ່າງທີ່ມີລາຍຈ່າຍຕໍ່າ; ຕ້ອງມີມາດຖານການກັ່ນຕອງ, ເລືອກເຟັ້ນນັກ​ລົງທຶນ​ທີ່​ເປັນ​ເອກະ​ພາບ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອຮັບປະກັນການດຶງດູດການ​ລົງທຶນ​ທີ່ຖືກຕ້ອງ ຕາມຄວາມຮຽກຮ້ອງຂອງພື້ນຖານເສດຖະກິດ. ສືບຕໍ່ຜັນຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ ໃນບັນດາການເຄື່ອນໄຫວເຊື່ອມໂຍງວິສາຫະກິດພາຍໃນປະເທດ ກັບ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ກໍ່ສ້າງກໍາລັງຊ່ວຍໃຫ້ວິສາຫະກິດພາຍ​ໃນ​ປະ​ເທດໄດ້ເຂົ້າຮ່ວມໃນ ຕ່ອງໂສ້ການສະໜອງ ຂອງວິສາຫະກິດທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (ຕໍ່ໄລຍະເວລາປະຕິບັດແຜນງານພັດທະນາອຸດສາຫະກໍາສະໜັບ ສະໜູນ). ທີ​ສອງ, ການຊຸກຍູ້ການລົງທຶນຕ້ອງມີຄວາມເປັນເຈົ້າການ, ມີຈຸດໝາຍ ເພື່ອສາມາດດຶງດູດໄດ້ ບັນດານັກລົງທຶນທີ່ພື້ນຖານເສດຖະກິດມີຄວາມຕ້ອງການ, ແທນໃຫ້ການຕົກທ່າຮັບ, ເປີດກວ້າງຕະຫຼາດລໍຖ້າໃຫ້ນັກລົງທຶນເຂົ້າມາຫາ. ທີ​ສາມ, ເຄື່ອງມືທາງ​ການ​ຕະຫຼາດ​ເພື່ອ​ການລົງທຶນ ຕ້ອງເຂົ້າເຖິງຕາມຂະແໜງການ, ຕາມ ຕ່ອງໂສ້ຄຸນຄ່າ ເພື່ອໃຫ້ສາມາດດຶງດູດໄດ້ ນັກລົງທຶນທີ່ອີງໃສ່ທ່າໄດ້ປຽບແຂ່ງຂັນ ໄລຍະຍາວ, ແທນໃຫ້ເຄື່ອງມືທາງ​ການ​ຕະຫຼາດແບບດັ້ງ​ເດີມທີ່ອີງໃສ່ການ​ໃຫ້​ສິດ​ພິ​ເສດ​ສູງ ເພື່ອດຶງດູດນັກລົງທຶນທີ່ອາໄສແຕ່ທ່າໄດ້ປຽບດ້ານລາຍຈ່າຍໃນໄລຍະສັ້ນ; ໜູນຊ່ວຍ, ສ້າງເງື່ອນໄຂອັນສະດວກທີ່ສຸດ ໃຫ້ແກ່ການເຄື່ອນໄຫວຜະລິດ, ທຸລະກິດ ຂອງ​ບັນດາ​ນັກລົງທຶນຕ່າງປະເທດທີ່ມີໃນປັດຈຸບັນ ແທນໃຫ້ການຈັດຕັ້ງບັນດາ​ເຫດການ​ຊຸກຍູ້​ການ​ລົງທຶນທີ່ບໍ່ມີປະສິດທິຜົນ, ຍ້ອນວ່າ ກະໂຕບັນດານັກລົງທຶນໃນປັດຈຸບັນກໍ່ແມ່ນ “ນັກການທູດ”, ເປັນຊ່ອງທາງໂຄສະນາກ່ຽວກັບນະໂຍບາຍ, ສະພາບແວດລ້ອມການ​ລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມຢ່າງພາວະວິໄສ, ມີປະສິດທິຜົນສູງສຸດ. ທີ​ສີ່, ການ​ໃຫ້ສິດພິເສດແກ່ນັກລົງທຶນ ຕ້ອງອີງໃສ່ປະສິດທິຜົນ, ມູນຄ່າເພີ່ມທີ່ສ້າງຂຶ້ນພາຍ​ໃນ​ປະ​ເທດ, ໝາກຜົນເຄື່ອນໄຫວ ພາຍຫຼັງການລົງທຶນ​ແທນ​ໃຫ້ການ​ໃຫ້​ສິດ​ພິ​ເສດທີ່​ອີງ​ໃສ່ຈໍານວນທຶນຈົດທະບຽນ ແລະ ຂະໜາດການລົງທຶນເທົ່ານັ້ນ./.

-------------------------------

(1) ເບິ່ງ: S. Urata: “Japanese Foreign Direct Investment and Its Effect on Foreign”, In T. Ito, & A. O. Krueger: Trade and Protectionism, NBER-EASE Volume 2 (pp. 273 - 304), Chicago: University of Chicago Press, 1993.

- ບົດ​ນີ້​ໄດ້​ລົງ​ພິມ​​ໃນວາລະສານກອມ​ມູນິດ ສະບັບທີ 952 (​ເດືອນ​ຕຸລາ 2020)