ບາງ​ບັນຫາ​ກ່ຽວ​ກັບ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ການຖອນ​ທຶນ ​
ແລະ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ທຸລະ​ກິດ ຂອງ​ລັດ​ວິ​ສາ​ຫະກິດ

ໂດຍ ຮວ່າງແອັງ
ກຳມະການສູນກາງພັກ, ປະທານຄະນະກຳມະການຄຸ້ມຄອງທຶນຂອງລັດໃນວິສາຫະກິດ
04:24, 17-06-2021

ວກ. - ການແກ້ໄຂຂໍ້​ກຳນົດກ່ຽວກັບການຫັນ​ເປັນ​ຫຸ້ນ​ສ່ວນ​ແລະການຖອນ​ທຶນ​ຂອງ​ລັດຈາກ​ວິ​ສາ​ຫະກິດ ແມ່ນບັນຫາທີ່ສັບສົນ, ມັນ​ສ່ອງ​ແສງ​ແລະ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ກົດ​ເກນ​ຕະຫຼາດ ກັບ​ການ​ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ; ລະຫວ່າງ​ລັດ, ຕະຫຼາດ ​ແລະ​ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້​ແມ່ນ​ບັນດາ​ບັນຫາ​ພື້ນຖານ​ຂອງ​ເສດຖະກິດ ທີ່ຕ້ອງໄດ້ຮັບການແກ້ໄຂໂດຍໄວ ເພື່ອຍົກສູງປະສິດທິຜົນການດຳ​ເນີນ​ງານ​ຂອງລັດວິສາຫະກິດ ເພື່ອໃຫ້ລັດວິສາຫະກິດ​ເປັນກຳລັງວັດຖຸທີ່ສຳຄັນ​ ຂອງ​ເສດຖະກິດ​ແຫ່ງລັດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ສ້າງຄວາມກ້າວໜ້າ, ຄວາມຍຸດຕິທຳທາງສັງຄົມ...

ການຂຸດຄົ້ນຖ່ານຫິນດ້ວຍເຕັກໂນໂລຊີສູງ ຂອງບໍລິສັດສະມາຊິກສັງກັດກຸ່ມບໍລິສັດຖ່ານຫິນແລະແຮ່ທາດຫວຽດນາມ _ພາບ: ຂໍ້ມູນ

ກ່ຽວກັບການຫັນ​ເປັນ​ຫຸ້ນ​ສ່ວນ​ແລະການຖອນ​ທຶນ​ຂອງ​ລັດຈາກ​ວິ​ສາ​ຫະກິດ

ເມື່ອທຽບໃສ່​ແຜນການ​ທີ່​ວາງ​ໄວ້, ຫວຽດນາມດຳ​ເນີນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ແລະຖອນທຶນຂອງລັດໃນວິສາຫະກິດຂ້ອນຂ້າງຊ້າ. ​ໃນ​ເຄິ່ງຕົ້ນ​ປີ 2020, ​ໃນ​ທົ່ວ​ປະ​ເທດ​ມີ​ພຽງ 6 ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ການ​ອະນຸມັດ​ໂຄງການ​ຫັນ​ເປັນ​ຫຸ້ນ​ສ່ວນ, ມີ 10 ລັດວິ​ສາ​ຫະກິດທີ່​ໄດ້​ຖອນ​ທຶນ​ຂອງ​ລັດ ​ໂດຍ​ເກັບ​ເງິນ​ມອບ​ງົບປະມານ​ໄດ້ 678 ຕື້​ດົ່ງ. ຕາມ​ບັນຊີລາຍ​ຊື່ລັດ​ວິ​ສາ​ຫະກິດ​ທີ່​ຫັນ​ເປັນ​ຫຸ້ນ​ສ່ວນ ທີ່ໄດ້ຮັບອະນຸມັດ​ຈາກນາຍົກລັດຖະມົນຕີ ໃນ​ແຜນການ​ປີ 2016 - 2020, ມາຮອດປະຈຸບັນ, ສາມາດ​ປະຕິບັດໄດ້ພຽງ 28% ຂອງແຜນການເທົ່ານັ້ນ. ມີ​ຫຼາຍ​ສາ​ເຫດ, ​ໃນ​ນັ້ນ, ສາ​ເຫດ​ພາວະ​ວິ​ໄສ​ແມ່ນ​ຍ້ອນ​ຜົນ​ກະທົບ​ຂອງ​ການລະບາດ​ຂອງ​ໄວຣັດ​ໂຄ​ວິດ-19 ຈຳກັດ ກຳລັງຊື້ຂອງຕະຫຼາດ, ມູນຄ່າຫຸ້ນຂອງບໍລິສັດຈົດທະບຽນຖືກຫຼຸດລົງ. ​ເຮັດ​ໃຫ້​ມູນ​ຄ່າຂອງ​ບໍລິສັດ​ຈົດ​ທະບຽນຖືກ​ຫຼຸດ​ລົງ. ຍິ່ງ​ກວ່າ​ນັ້ນ, ບັນດາວິສາຫະກິດທີ່​ຫັນ​ເປັນ​ຫຸ້ນ​ສ່ວນຫຼື​ຖອນ​ທຶນ​ຂອງ​ລັດ ລ້ວນ​ແຕ່​ແມ່ນ​ວິ​ສາ​ຫະກິດຂະໜາດໃຫຍ່, ດຳ​ເນີນ​ງານ​ກວ້າງຂວາງ, ມີທີ່ດິນຫຼາຍ ແລະທຸລະກຳທີ່ຊັບຊ້ອນ. ກ່ຽວ​ກັບ​ສາ​ເຫດ​ອັດຕະວິ​ໄສ, ສິ່ງສຳຄັນ​ແມ່ນ​ ການ​ຮັບປະກັນ​ການ​ປະ​ເມີນ​ມູນ​ຄ່າຂອງ​ວິ​ສາ​ຫະກິດ​ຕ້ອງ​ພຽງພໍ​ແລະ​ແໜ້ນ​ແຟ້ນ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ລັດ; ຕ້ອງ​ເຮັດສຳເລັດ​ແຜນ​ແມ່​ບົດ​ ກ່ຽວກັບການນຳໃຊ້ທີ່ດິນທີ່​ໄດ້​ຮັບອະນຸມັດ ກ່ອນທີ່ຈະຕັດສິນໃຈກ່ຽວກັບການຫັນ​ເປັນ​ຫຸ້ນ​ສ່ວນ. ​ເລື່ອງນີ້ໄດ້ກຳນົດໄວ້ໃນດຳລັດສະບັບເລກທີ 126/2017/NĐ-CP, ວັນ​ທີ 16 ພຶດສະພາ 2017, ຂອງ​ລັດຖະບານ, “ກ່ຽວ​ກັບການ​ຫັນ​ລັດ​ວິ​ສາ​ຫະກິດ ​ແລະ​ ບໍລິສັດ​ຈຳກັດ​ໜຶ່ງ​ສະມາ​ຊິກທີ່​ມີ​ທຶນ​ຈົດ​ທະບຽນ 100% ​ຂອງ​ລັດ​ວິ​ສາ​ຫະກິດລົງທຶນ ​ໄປ​​ເປັນ​ບໍລິສັດ​ຫຸ້ນ​ສ່ວນ” ດັ່ງ​ນັ້ນ ລຳດັບ​​ແລະ​ຂັ້ນ​ຕອນ​ໃນ​ການ​ຫັນ​ເປັນ​ຫຸ້ນສ່ວນ, ການ​ຖອນ​ທຶນຈຶ່ງ​ຫຼາຍ​ກວ່າ​ແລະ​ຍາ​ວນານກວ່າ​ເກົ່າ.

ຄະນະກຳມະ​ການ​ຄຸ້ມ​ຄອງ​ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ (ຕໍ່​ໄປ​ນີ້​ເອີ້ນວ່າຄະນະ​ກຳມະ​ການ) ມີ​ກຸ່ມ​ບໍລິສັດ​ຖ່ານ​ຫິນ​ແລະ​ແຮ່​ທາດ​ຫວຽດນາມ, ກຸ່ມ​ບໍລິສັດ​ໄປສະນີ​ແລະໂທລະຄົມມະນາຄົມຫວຽດນາມ (VNPT), ກຸ່ມ​ບໍລິສັດເຄມີຫວຽດນາມ, ສະຫະ​ບໍລິສັດ​ສະບຽງ​ອາຫານ​ພາກ​ເໜືອ, ສະຫະ​ບໍລິສັດ​ໂທລະ​ຄົມມະນາຄົມ Mobifone, ສະຫະ​ບໍລິສັດ​ຜະລິດ​​ໄຟຟ້າທີ 2 (EVN Genco2), ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໃນ​ບັນຊີ​ລາຍ​ຊື່ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ຫຼັງ​ຈາກ​ໄດ້​ຮັບ, ຄະນະກຳມະ​ການ​ໄດ້​ສືບ​ທອດ​ແລະ​ຈັດ​ຕັ້ງ​ຄະນະ​ຊີ້​ນຳ​ການ​ຫັນ​ເປັນຫຸ້ນ​ສ່ວນ​ໃນ​ແຕ່​ລະ​ກຸ່ມ​ບໍລິສັດ, ສະຫະບໍລິສັດ​ນີ້ ​ແລະ ​ຊີ້​ນຳ​ການ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຮີບ​ດ່ວນ, ແຕ່ວ່າ ຫຼັງຈາກໜຶ່ງປີເຄິ່ງທີ່ຜ່ານ​ມາ, ສ່ວນ​​ໃຫຍ່​ໄດ້​ສຸມ​ໃສ່​ການ​ທົບ​ທວນ, ວັດແທກ ກວດກາທີ່ດິນ ແລະສົ່ງ​ໃຫ້ທ້ອງຖິ່ນ​ເພື່ອ​ຂໍອະນຸມັດ​ການວາງ​ແຜນ ແລະຍື່ນສະເໜີຕໍ່ອົງການຄຸ້ມຄອງ ເພື່ອພິຈາລະນາອະນຸມັດ. ​ເຊັ່ນ​ກໍ​ລະ​ນີຂອງກຸ່ມ​ບໍລິສັດ​ໄປສະນີ​ແລະໂທລະຄົມມະນາຄົມຫວຽດນາມ, ມີທີ່ດິນທີ່​ຕ້ອງກວດ​ແລະ​ວັດ​ແທກ​ເຖິງ 4.500 ​ແຫ່ງ; ​ເຖິງ​ປະຈຸ​ບັນ, ​ໄດ້​ກວດ​ແລະ​ວັດ​ແທກປະມານ 4.200 ​ແຫ່ງ, ສູ້​ຊົນ​ຮອດ​ທ້າຍ​ປີ 2020 ຈະ​ສຳເລັດ​ການກວດ​ແລະ​ວັດ​ແທກ ​ແລະ ​ເຂົ້າ​ສູ່​ຂັ້ນ​ຕອນ​ຂອງ​ການ​ອະນຸມັດ​ການວາງ​ແຜນ​ແລະ​ການ​ອະນຸມັດ​ໂຄງການ.

​ໃນ​ບັນດາ​ວິ​ສາ​ຫະກິດ​ຂ້າງ​ເທິງ, ຄະນະກຳມະ​ການ​ໄດ້​ສຸມ​ໃສ່​ຊີ້​ນຳ​ກໍລະນີ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​​ໃນສະຫະ​ບໍລິສັດ​ຜະລິດ​​ໄຟຟ້າທີ 2. ນີ້​ແມ່ນ​ກໍລະນີ​ຂອງ​ບໍລິສັດ​ຂະໜາດ​ໃຫຍ່ (ທຶນຂອງລັດເກືອບ 12 ພັນຕື້ດົ່ງ, ຊັບສິນທັງໝົດມີຫຼາຍກວ່າ 25 ພັນຕື້ດົ່ງ), ສະຫະບໍລິສັດດຽວ​ຈົນ​ເຖິງ​ປະຈຸ​ບັນ​ທີ່​ສາມາດສຳ​ເລັດການ​ຫັນ​ເປັນ​ຫຸ້ນ​ສ່ວນ ຕາມດຳລັດ​ສະບັບເລກທີ 126/2017/ND-CP, ບັນລຸຕາມ​ແຜນການທີ່ໄດ້ກຳນົດໄວ້ໃນປີ 2020.

ກ່ຽວກັບການຈັດການກັບ 12 ໂຄງການ ຂອງ​ຂະ​ແໜງອຸດສະຫະກຳການ​ຄ້າ ທີ່ບໍ່ມີປະສິດຕິຜົນ

ຄະນະກຳມະ​ການຄຸ້ມ​ຄອງທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ​ໄດ້​ຮັບຜິດຊອບ​ໃນ​ການ​ຈັດການ 12 ໂຄງການທີ່ບໍ່ມີປະສິດຕິຜົນຈາກກະຊວງອຸດສາຫະກຳແລະການຄ້າ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ. ​ໃນ​ເກືອບ 9 ​ເດືອນ​ທີ່​ຜ່ານ​ມາ, ຄະນະກຳມະ​ການໄດ້ສືບຕໍ່​ການ​ທົບ​ທວນ, ລາຍງານ ແລະ ສົ່ງ​ໃຫ້ຄະນະຊີ້ນຳເພື່ອຈັດຕັ້ງ 4 ກອງ​ປະຊຸມຕາມເນື້ອໃນສະເພາະ; ພ້ອມ​ກັນ​ນັ້ນ, ສ້າງບົດລາຍງານ 16 ປະ​ເພດ​ເພື່ອ​ສົ່ງ​ໃຫ້​ສະພາແຫ່ງຊາດ, ບັນດາ​ສະຫາຍກຳມະການກົມການເມືອງ, ກອງເລຂາທະ​ການ ແລະຄະນະກຳມະການເສດຖະກິດສູນກາງ ເພື່ອສະເໜີແລະຮັບເອົາຄຳຊີ້ນຳ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນາຍົກ​ລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີຜູ້ປະຈຳການ​ລັດຖະບານ​ຄວບຕຳແໜ່ງຫົວໜ້າຄະນະຊີ້ນຳການຈັດການ​ແກ້​ໄຂ 12 ໂຄງການ, ຄະນະກຳມະ​ການໄດ້ສົ່ງ, ສະເໜີ ແລະ ມາຮອດປະຈຸບັນ​ໄດ້ກຳນົດຕາຕະລາງການຈັດ​ຕັ້ງ​ປະຕິບັດດັ່ງນີ້:

- ​ໄດ້ຈັດແບ່ງ 12 ໂຄງການອອກເປັນ 3 ກຸ່ມ ເພື່ອໃຫ້ມີພື້ນຖານໃນການນຳ​ໃຊ້​ວິທີແກ້ໄຂແລະຊີ້​ນຳທີ່ເໝາະສົມ, ນັ້ນ​ຄື: ກຸ່ມທີ 1, ​ແມ່ນ​ກຸ່ມ​ທີ່​ມີ​ຄວາມ​ສາມາດ​ຟື້ນຟູ, ລວມມີ ​ໂຄງການ DAP2 ຮາຍຟອງ, ​ໂຄງການ PVtex ຮາ​ຍຟອງ; ກຸ່ມທີ 2, ​ແມ່ນ​ກຸ່ມ​ບັນດາ​ໂຄງການ​ທີ່​ສາມາດປັບ​ໂຄງ​ສ້າງ​ເພື່ອ​ຟື້ນ​ຟູ​ໄດ້, ລວມມີ ​ໂຄງການ​ເຊື້ອ​ເພີງ​ຊີວະ​ພາບ​ກວ໋າງງ້າ​ຍ, ບໍລິສັດອຸດສາຫະກຳຕໍ່ເຮືອຢຸງກວັດຈຳກັດ, ບໍລິສັດ​ຫຸ້ນ​ສ່ວນ​ຝຸ່ນ​ແລະ​ເຄມີ​ພັນ ຮ່າ​ບັກ, DAP 2 ​ແລະ 2 ​ໂຄງການ​ຂ​ອງສະຫະ​ບໍລິສັດ​ເຫຼັກ​ກ້າ​ຫວຽດນາມ; ກຸ່ມທີ 3, ​ແມ່ນ​ກຸ່ມ​ບັນດາ​ໂຄງການ​ທີ່ບໍ່​ສາ​ມາດປັບ​ໂຄງ​ສ້າງ​ເພື່ອ​ຟື້ນ​ຟູ​ຄືນ​ໃໝ່, ຈະ​ຕ້ອງ​ເດັດຂາດ​ໃນ​ການ​ໃຫ້​ລົ້ມ​ລະລາຍ ຍຸບ​ເລີກ, ຂາຍ​ໂຄງການ ຫຼືດຳ​ເນີນ​ການ​ຕາມ​ແຜນ​ອື່ນ ເພື່ອຫຼຸດຜ່ອນຄວາມເສຍຫາຍຂອງລັດ, ລວມມີ ໂຄງການ​ເຊື້ອ​ເພີງ​ຊີວະ​ພາບ​ຝູທໍ້, ໂຄງການ​ເຊື້ອ​ເພີງ​ຊີວະ​ພາບ​ບິ່ງ​ເຝື້ອກ, ບໍລິສັດ​ຝຸ່ນ​ອາ​ຊົດ​ນິງບິ່ງ, ​ໂຮງງານ​ຜະລິດ​ເຍື່ອກະດາດ​ເຟືອງ​ນາມ. ການຈັດປະເພດ​ເປັນ​ແບບເຄື່ອນ​ເໜັງ, ໝາຍ​ຄວາມ​ວ່າ ມີການໝູນວຽນລະຫວ່າງກຸ່ມ ຂຶ້ນກັບຜົນໄດ້ຮັບຂອງແຕ່ລະໂຄງການໃນເວລາທົບທວນ.

- ບົນ​ພື້ນຖານ​ການ​ຈັດ​ກຸ່ມ, ສະ​ເໜີ​ໃຫ້​ຖອດ​ໂຄງການ DAP2 ຮາ​ຍຟອງ​ອອກ​ຈາກ​ບັນຊີ​ລາຍ​ຊື່ວິ​ສາ​ຫະກິດ​ ທີ່​ຈະ​ຖອນ​ທຶນ​ຂອງ​ລັດ ຕາມລະບຽບການໃນປະຈຸບັນ ​ໂດຍ​ອີງຕາມຂໍ້ຕົກລົງສະບັບເລກທີ 1468/QĐ-TTg, ວັນ​ທີ 29 ກັນຍາ 2017, ຂອງ​ນາຍົກລັດຖະມົນຕີ ກ່ຽວກັບ “ການອະນຸມັດໂຄງການຈັດການກັບຂໍ້ບົກຜ່ອງ, ຈຸດ​ອ່ອນ​ຂອງໂຄງການແລະວິສາຫະກິດຈຳນວນໜຶ່ງ ທີ່ຫຼ້າ​ຊ້າ​ກວ່າ​ກຳນົດ​ແລະບໍ່​ມີ​ປະສິດທິ​ຜົນ ໃນຂະ​ແໜງ​ອຸດສາຫະກຳການຄ້າ”. ພ້ອມ​ກັນ​ນັ້ນ, ສະ​ເໜີ​ໃຫ້​ຖອດ​ໂຄງການ​ໂຮງງານ​ເຊື້ອ​ເພີງ​ຊີວະ​ພາບ​ຝູທໍ້ ​ແລະ​ໂຮງງານ​ເຊື້ອ​ເພີງ​ຊີວະ​ພາບບິ່ງ​ເຝື້ອກ ອອກ​ຈາກ​ບັນຊີ​ລາຍ​ຊື່​ວິ​ສາ​ຫະກິດ ​ເພື່ອຈັດການ​ກັບຊັບ​ສິນ​ຈຳນອງ ​ແລະດຳເນີນຂັ້ນຕອນການລົ້ມລະລາຍ. ​ໂຄງການ​ທັງ​ສອງ​ນີ້​ ມີ​ສ່ວນ​ປະກອບ​ທຶນ​ໃນ​ລະດັບບໍລິສັດ​ສາຂາ ຂອງກຸ່ມບໍລິສັດນ້ຳມັນ ອາຍ​ແກັສຫວຽດນາມ; ອັດຕາການປະກອບສ່ວນ 29% ເຖິງ 39%, ອັດຕາ​ສ່ວນ​ບໍ່​ພຽງພໍສຳລັບ​ການ​ຄວບ​ຄຸມ, ການຕັດສິນຕົກລົງ.

- ກຳລັງ​ສະ​ເໜີ​ແລະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​ເພື່ອ​ຫາ​ວິທີ​ແກ້​ໄຂທາງກົດໝາຍ​ ເພື່ອ​ຂະ​ຈັດການ​ຢຸດ​ຊະ​ງັກ​ໃນ​ການສະຫຼຸບ​ບັນຊີ​ການ​ເງິນ​ຂອງ​ສັນຍາ EPC ຍ້ອນການຂັດແຍ້ງທີ່ແກ່ຍາວກັບຜູ້ຮັບເໝົາ. ​ໃນ​ນັ້ນ, ວາງ​ແຜນການ​ທີ່ຈະອະນຸຍາດໃຫ້ຖອນ​ທຶນ​ອອກ​ຈາກ​ວິ​ສາ​ຫະກິດ ໃນເວລາທີ່ການສະຫຼຸບ​ບັນຊີ​ການ​ເງິນ​ຂອງ​ສັນຍາ EPC ຍັງບໍ່ສຳເລັດ ສຳລັບ 5 ໂຄງການທີ່ກຳລັງມີການຂັດ​ແຍ້​ງ. ນີ້​ແມ່ນ​ວິທີ​ແກ້​ໄຂທີ່​ມີ​ຄວາມ​ສົມຈິງ​ສູງ ເນື່ອງຈາກວ່າ ໂຄງການເຫຼົ່ານີ້ມີຄວາມຫຍຸ້ງຍາກ​ໃນ​ການ​ຈັດການຂໍ້ຂັດແຍ້ງ, ຫຼືຖ້າດຳ​ເນີນການແກ້ໄຂຂໍ້ຂັດແຍ່ງ, ມັນຕ້ອງໃຊ້ເວລາດົນ ​ແລະ​ບໍ່​ເໝາະ​ສົມກັບຄວາມຕ້ອງການແລະການ​ຊີ້​ນຳ.

ຄຽງ​ຄູ່​ກັນ​ນັ້ນ, ຄະນະກຳມະ​ການສະ​ເໜີ​ໃຫ້​ຄະນະ​ຊີ້​ນຳ​ສື​ບຕໍ່​ຊຸກຍູ້​ວິ​ສາ​ຫະກິດຫາ​ວິທີ​ເຈລະຈາ, ​ແກ້​ໄຂຂໍ້ຂັດແຍ້ງ; ຊ້ຳ​ຍັງກຽມ​ຄວາມ​ພ້ອມ​ເພື່ອ​ເຂົ້າ​ຮ່ວມການ​ແກ້​ໄຂ​​ຂໍ້​ພິພາດໂດຍ​ອະນຸຍາ​ໂຕ​ຕຸລາການຫຼື​ສານ ​ຕາມ​ກົດໝາຍ.

​ເບິ່ງ​ລວມ, 12 ​ໂຄງການ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ “ກໍລະນີ​ຍາກ”. ເພື່ອຄຳຊີບພະ​ຈອນ “ພະຍາດ” ​ໄດ້​ຢ່າງຖືກຕ້ອງມັນບໍ່ແມ່ນເລື່ອງງ່າຍ, ມັນ​ຍິ່ງມີຄວາມ​ຫຍຸ້ງຍາກ​ຫຼາຍ​ທີ່​ຈະກຳນົດ “​ດຳລາຢາ” ໃນສະພາບທີ່ວິສາຫະກິດປະສົບ​ຄວາມ​ຫຍຸ້ງຍາກ​ແລະອ່ອນແອ. ຈຸດ​ດີ​ແມ່ນ ຄະນະກຳມະ​ການ​ໄດ້​ລາຍ​ງານ ​ແລະ​​ໄດ້​ຮັບຄວາມ​ເຫັນ​ພ້ອມ​ຈາກ​ຄະນະ​ຊີ້​ນຳ ​ແລະ​ນາຍົກລັດຖະມົນຕີ​ ໃຫ້​ຮ່າງ​ແຜນ​ງານ​ແລະ​ແນວທາງ​ການດຳ​ເນີນ​ການຕາມ​ທີ່​ກ່າວ​ຂ້າງ​ເທິງ.  

ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ​ແກ້​ໄຂຂໍ້ອຸດ​ຕັນສຳລັບ​ວິ​ສາ​ຫະກິດ

ເນື່ອງໃນໂອກາດວັນຊາດທີ 2 ກັນຍາ 2020 ​ແລະ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່ຂອງບັນດາຄະນະພັກສັງກັດສູນກາງ ກ້າວ​ໄປ​ເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫງວຽນ​ຝູຈ້ອງ, ຫົວໜ້າ​ອະນຸ​ກຳມະການ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ມີ​ບົດ​ຄວາມ​ສຳຄັນ “ກະກຽມ​ແລະ​ດຳເນີນກອງປະຊຸມໃຫຍ່ຄັ້ງ​ທີ 13 ຂອງ​ພັກ​​ໃຫ້ດີ, ນຳປະ​ເທດເຂົ້າສູ່ໄລຍະໃໝ່ຂອງການພັດທະນາ”. ​ໃນບົດ​ຄວາມ, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດເນັ້ນຢ້ຳ 2 ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ລັດ​ວິ​ສາ​ຫະກິດ: ທີ​ໜຶ່ງ, ຕ້ອງ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ເສດຖະກິດ​ຂອງ​ລັດ ​ແລະ​ລັດ​ວິ​ສາ​ຫະກິດ; ທີ​ສອງ, ​ເສດຖະກິດ​ຂອງ​ລັດ, ​ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະກິດ ຍັງ​ປະສົບ​ກັບ​ຄວາມຫຍຸ້ງຍາກ ແລະຂໍ້​ອຸດ​ຕັນຫຼາຍຢ່າງ.

ນີ້ແມ່ນບັນຫາທີ່ໄດ້ຍົກຂຶ້ນມາເປັນເວລາຫຼາຍປີແລ້ວ, ​​ໂດຍ​ສະ​ເພາະ​ໃນ​ບາງ​ວາລະ​ການ​ປະຊຸມ​ທີ່​ຜ່ານ​ມາ​ມໍ່​ນີ້. ການ​ເນັ້ນ​ໜັກ​ບັນຫາ​ເຫຼົ່າ​ນີ້​ຂອງສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ໃນ​ສະພາບ​ການ​ປະຈຸ​ບັນ​ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ​ໝາຍ​ຄວາມ​ວ່າ ວິ​ສາ​ຫະກິດ​ຕ້ອງ​ມີ​ກຳ​ໄລ, ຂະໜາດ​ທຶນ​ຕ້ອງ​ເພີ່ມຂຶ້ນ, ສ່ວນແບ່ງຕະຫຼາດຕ້ອງໄດ້ຮັບການຮັກສາແລະພັດທະນາ, ​​ໂດນ​ສະ​ເພາະ​ແມ່ນ ຮັກສາ​ຕຳ​ແໜ່​ງ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ໄດ້, ສາມາດ​ເຂົ້າ​ເຖິງ​ແລະຂະຫຍາຍ​ຕະຫຼາດ​ຕ່າງ​ປະ​ເທດ. ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ ຂໍ້ອຸດ​ຕັນ: ຫຼາຍ​ຄົນ​ໃຫ້​ທັດສະນະ​ວ່າ, ລັດ​ວິ​ສາ​ຫະກິດ​ມີ​ຂໍ້​ໄດ້​ປຽບ​ຫຼາຍ​ຢ່າງ​ທີ່ຍັງບໍ່ທັນໄດ້ນຳໃຊ້, ນີ້ແມ່ນຄວາມຈິງ ແລະມັນແມ່ນກາ​ນສະ​ແດງ​ອອກ​ຂອງ​ຄວາມຫຍຸ້ງຍາກ ຂໍ້ອຸດ​ຕັນ. ຄວາມຫຍຸ້ງຍາກ, ຂໍ້​ອຸດ​ຕັນ​ເຫຼົ່າ​ນີ້ ໄດ້ຖືກກຳນົດຢ່າງ​ຈະ​ແຈ້ງ, ເຊິ່ງແມ່ນສະຖາບັນແລະກົນໄກທີ່ກຳລັງເຮັດໃຫ້ລັດ​ວິ​ສາ​ຫະກິດຕ້ອງ​ໃຊ້​ເວລາ​ແລະ​ຊັບພະຍາກອນຫຼາຍຢ່າງ ເພື່ອຕິດຕາມ.

​ເພື່ອປະຕິບັດ​ການ​ຊີ້ນຳຂອງສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫງວຽນ​ຝູຈ້ອງ ​ແນ​ໃ​ສ່ຍົກ​ສູງ​ປະສິດທິ​ຜົນ ​ແລະ​ແກ້ຄວາມ​ຫຍຸ້ງຍາກ, ຂໍ້​ອຸດ​ຕັນ​ຂອງ​ລັດ​ວິ​ສາ​ຫະກິດ, ຫວຽດນາມ​ຈຳ​ເປັນ​ຕ້ອງສະຫຼຸບ​ແລະ​ແກ້​ໄຂ​ບັນຫາ​ຕໍ່​ໄປ​ນີ້​ໃຫ້​ດີ:

ບັນຫານ​ທີ​ໜຶ່ງ, ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ. ການດຳລົງ​ຢູ່ຂອງລັດວິສາຫະກິດແມ່ນຄວາມເປັນຈິງໃນທຸກປະເທດ, ລວມທັງ​ປະ​ເທດ​ເສດຖະກິດ​ການ​ຕະຫຼາດທີ່ພັດທະນາ​ແລ້ວ, ຄວາມແຕກຕ່າງຢູ່​ທີ່​ ລະດັບຂອງຂະໜາດແລະຂົງ​ເຂດ​ການ​ເຄື່ອນ​ໄຫວເທົ່ານັ້ນ, ຢູ່​ຫວຽດນາມ, ລັດ​ມີ​ແຜນ​ນະ​ໂຍບາ​ຍຈະ​ຖອນ​ທຶນ​ຂອງ​ລັດ​ແລະ​ລັດ​ວິ​ສາ​ຫະກິດ ອອກ​ຈາກຂະ​ແໜງ​ການ​ແລະ​ຂົງ​ເຂດທີ່​ພາກ​ເອກະ​ຊົນສາມາດສະ ໜອງສິນຄ້າແລະບໍລິການທີ່ດີກວ່າ, ມີປະສິດທິຜົນຫຼາຍກ​ວ່າ ແລະ​ແຂ່ງຂັນ​ໄດ້​ດີ​ກວ່າ. ໝາຍ​ຄວາມ​ວ່າ, ບ່ອນໃດທີ່ມີປະສິດຕິຜົນຫຼາຍຂຶ້ນໃຫ້​ເອກະ​ຊົນເຮັດ, ດັ່ງ​ນັ້ນ, ລັດ​ວິ​ສາ​ຫະກິດ​ສ່ວນ​ໃຫຍ່ຈະ​ຍັງ​ຄົງ​ຢູ່​ໃນ​ຂະ​ແໜງ​ການ​ແລະ​ຂົງ​ເຂດທີ່​ມີ​ປະສິດທິ​ຜົນຕ່ຳກວ່າ. ຕາມທ່າ​ອຽງ​ນີ້, ຈຳນວນລັດວິ​ສາ​ຫະກິດສືບ​ຕໍ່​ຫຼຸດ​ລົງ ​ແລະ​ພຽງ​ແຕ່ດຳເນີນກິດຈະກຳ ໃນບາງຂະ​ແໜງ​ການທີ່ຕ້ອງການ​ໃຫ້​ລັດຮັກສາການ​ລົງທຶນ. ​ແຕ່ມູນ​ຄ່າລວມຂອງ​ທຶນລັດ​ໃນ​ວິ​ສາ​ຫະກິດ​ແມ່ນ​ຍັງ​ໃຫຍ່ຫຼວງ​ຫຼາຍ, ໂດຍສຸມໃສ່ບັນດາກຸ່ມບໍລິສັດ, ສະຫະບໍລິສັດທີ່ ສຳຄັນ ເຊິ່ງກວມເອົາຫຼາຍກ່ວາ 80% ຂອງຊັບສິນແລະທຶນຂອງພາກລັດວິສາຫະກິດ. ​ໂດຍ​ສະ​ເພາະ 6 ກຸ່ມ​ບໍລິສັດ (ບໍ່​ລວມກຸ່ມ​ບໍລິສັດ Viettel ສັງກັດ​ກະຊວງ​ການ​ປ້ອງ​ກັນ​ປະ​ເທດ) ມີ​ມູນ​ຄ່າ​ຊັບ​ສິນ​ລວມກວ່າ 1,4 ລ້ານ​ຕື້​ດົ່ງ. 

​ເປັນ​ອັນວ່າ, “ບົດເລກຄະນິດ” ທີ່​ວາງ​ອອກ​ມາ​ແມ່ນ, ດ້ວຍ​ຍອດຈຳນວນ​ທຶນ​ຂອງ​ລັດໃນວິສາຫະກິດຍັງຄົງມີຫຼວງຫຼາຍ, ​ແຕ່​ບັນດາວິສາຫະກິດພຽງແຕ່ດຳເນີນທຸລະ​ກິດ​ໃນ​ຂົງ​ເຂດທີ່ລັດຕ້ອງການຮັກສາການລົງທຶນ, ມີ​ປະສິດທິ​ຜົນຕ່ຳກວ່າ, ຈັ່ງ​ຊັ້ນ​ຈະສືບ​ຕໍ່​ປົກ​ປັກ​ຮັກສາທຶນແລະພັດທະນາໃນໄລຍະຍາວຄື​ແນວ​ໃດ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ທີ່ໃຫຍ່​ທີ່​ສຸດ. ອັດຕາ​ກຳ​ໄລຈາກຊັບສິນ (ROA) ຂອງຂົງ​ເຂດ​ລັດ​ວິ​ສາ​ຫະກິດໃນປີ 2017 ແມ່ນ 2,2%, ຕ່ຳກວ່າ​ຄ່າ​ສະ​ເລ່ຍ 2,9% ຂອງພາກ​ທຸລະ​ກິດ​ທັງ​ໝົດ, ຕໍ່າກວ່າຕັ້ງ​ຫຼາຍ​ທຽບ​ກັບລະດັບ 7% ຂອງພາກການລົງທຶນໂດຍກົງຈາກຕ່າງປະເທດ (FDI). ອັດຕາ​ກຳ​ໄລຈາກ​ທຶນ​ຂອງ​ເຈົ້າ​ຂອງ (ROE) ຂອງຂົງ​ເຂດ​ລັດ​ວິ​ສາ​ຫະກິດ​ແມ່ນ 11,4%, ​ເຖິງ​ວ່າ​ສູງ​ກວ່າ​ລະດັບສະ​ເລ່ຍ 10% ຂອງພາກ​ທຸລະ​ກິດ​ທັງ​ໝົດ, ​ແຕ່ຕໍ່າກວ່າລະດັບ 18,1% ຂອງພາກການລົງທຶນໂດຍກົງຈາກຕ່າງປະເທດ.

​ເພື່ອ​ແກ້ “ບົດເລກຄະນິດ” ທີ່​ຂັດ​ແຍ້​ງນີ້, ຫວຽດນາມຈຳ​ເປັນ​ຕ້ອງສືບຕໍ່ຍູ້​ແຮງ​ການ​ປັບ​ໂຄງ​ສ້າງ, ທົບ​ທວນ ​ແລະຈັດປະ​ເພດວິ​ສາ​ຫະກິດ ​ເພື່ອຈັດ​ແຈງ​ລັດ​ວິ​ສາ​ຫະກິດ, ສຸມ​ໃສ່​ບັນດາ​ຂົງ​ເຂດທີ່ສຳຄັນແລະຈຳເປັນ; ​ໃນບັນດາ​ພື້ນ​ທີ່​ທີ່ສຳຄັນ, ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ແລະປ້ອງ​ກັນ​ຄວາມ​ໝັ້ນຄົງ; ບັນດາ​ຂົງ​ເຂດທີ່​ວິ​ສາ​ຫະກິດຂອງ​ພາກສ່ວນ​ເສດຖະກິດ​ອື່ນ​ບໍ່​ລົງທຶນ. ພ້ອມ​ກັນ​ນັ້ນ, ພິຈາລະນາແລະສ້າງເງື່ອນໄຂ​ໃນ​ການ​ພັດທະນາ​ກິດຈະກຳການຜະລິດ ແລະການດຳເນີນທຸລະກິດ ທີ່ມີປະສິດທິຜົນສູງ ບົນພື້ນຖານຂອງ​ຂໍ້​ໄດ້​ປຽບ “ທີ່ມີຢູ່”, ຕາມເງື່ອນໄຂສະເພາະຂອງແຕ່ລະກຸ່ມບໍລິສັດ ຫຼືສະຫະບໍລິສັດ.

ຍົກ​ຕົວຢ່າງ: ​ໃນ​ຊຸມ​ປີ​ທີ່​​ແລ້ວ, ກຸ່ມ​ບໍ​ລະ​ສັດ​ອຸດສາຫະກຳ​ຢາງພາລາຫວຽດນາມ, ມີກຳ​ໄລ​ສະ​ເລ່ຍປະມານ 3.000 ຕື້​ດດົ່ວ​ເຖິງ 4.000 ຕື້​ດົ່ງ​ຕໍ່​ປີ. ​​ແຕ່, ອັດຕາກຳ​ໄລພຽງ 7,5% ​ເຖິງ 10%, ຕ່ຳກວ່າ​ລະດັບ​ສະ​ເລ່ຍຂອງ​ຂົງ​ເຂດ​ລັດ​ວິ​ສາ​ຫະກິດ (11,4%), ຕ່ຳກວ່າຕັ້ງ​ຫຼາຍ​ເມື່ອ​ທຽບ​ກັບ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (18,1%). ດ້ວຍສະມັດຕະພາບການຂຸດຄົ້ນຢາງພາລາຂອງ​ກຸ່ມ​ບໍລິສັດ ບັນລຸ​ເຖິງ​ລະດັບສູງອັນດັບທີ​ໜຶ່ງ​ທີສອງຂອງອາຊີ, ອາດ​ຈະ​ເວົ້າ​ໄດ້​ວ່າ ປະສິດທິ​ຜົນ​ຂອງ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢາງພາລາຫວຽດນາມ ດ້ວຍ​ຂົງ​ເຂດ​ຫຼັກຄື​ກະສິກຳ ​ໄດ້​ເຖິງ​ຂີດຈຳກັດ​ແລ້ວ. ດັ່ງ​ນັ້ນ, ຄວນ​ສະໜັບສະໜູນ​ແລະ​ຊຸກຍູ້​ໃຫ້ກຸ່ມ​ບໍລິສັດ​ນີ້​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຂດ​ອຸດສາ​ຫະກຳ. ນາຍົກລັດຖະມົນຕີ​ໄດ້​ພິຈາລະນາ ​ແລະສິ່ງສຳຄັນແມ່ນບັນດາ​ທ້ອງຖິ່ນ​ສ້າງ​ເງື່ອນ​ໄຂ​ສະດວກ ເພື່ອໃຫ້ກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ ລົງທຶນ​ເຂົ້າ​ເຂດ​ອຸດສາຫະກຳ​ໃນ​ເນື້ອ​ທີ່ດິນປູກຢາງພາລາຂອງ​ກຸ່ມ​ບໍລິສັດ ຕາມແຜນການນຳໃຊ້ທີ່​ດິນ​ຂອວທ້ອງຖິ່ນ.

ກຸ່ມບໍລິສັດເຄມີຫວຽດນາມກໍ່ຢູ່ໃນສະພາບການທີ່ຄ້າຍຄືກັນ. ປະຈຸ​ບັນ 70% ຂອງ​ແຫຼ່ງ​ເງິນ​ທຶນ​ຂອງ​ກຸ່ມ​ບໍລິສັດ ແມ່ນລົງທຶນໃນການຜະລິດຝຸ່ນ, ແຕ່ມັນບໍ່ໄດ້ນຳຜົນກຳ​ໄລ​ມາ​ໃຫ້​ກຸ່ມ ແລະຍັງປະສົບບັນຫາ​ການຂາດ​ເງິນ​ທຶນ ເນື່ອງຈາກຄ່າໃຊ້ຈ່າຍ​ໃນ​ການ​ກູ້​ຢືມ​ຫຼາຍ​ເກີນ​ໄປ. ການ​ຜະລິດ​ແລະທຸລະ​ກິດ​ຝຸ່ນ​ມີ​ປະສິດທິ​ຜົນຕໍ່າທີ່​ສຸດ ​ເນື່ອງ​ຈາກ​ສາ​ເຫດ​ຫຼາຍ​ປະການ, ​ໃນ​ນັ້ນ​ມີ​ບົດ​ບັນຍັດ​ຂອງ​ກົດໝາຍ​ເລກ 71/2014/QH13 “ການ​ແກ້​ໄຂ​ແລະ​ເພີ່ມ​ເຕີມ​ບົດ​ຄວາມ​ກົດໝາຍພາສີຈຳນວນ​ໜຶ່ງ”, ​ເຊິ່ງກຳນົດຜະລິດ​ຕະພັນ​ຝຸ່ນທີ່​ບໍ່​ຕ້ອງ​ເສຍ​ພາສີ​ມູນ​ຄ່າ​ເພີ່ມ, ດ້ວຍເຫດນີ້, ບັນດາວິ​ສາ​ຫະກິດ​ຂອງ​ກຸ່ມ​ບໍລິສັດບໍ່​ມີ​ສິດຂໍ​ຄືນ​ພາສີ, ໃນຂະນະທີ່ ຖ້າກຳນົດອັດຕາພາສີ​ໄວ້​ທີ 0% ກຸ່​ມບໍລິສັດ​ຈະ​ໄດ້​ຮັບ​ສິດທິ​ໃນ​ການ​ຂໍ​ຄືນ​ພາສີ ຄືກັບວິສາຫະກິດທີ່ນຳເຂົ້າຝຸ່ນໃນປະຈຸບັນ. ​ໃນ​ຂະນະ​ດຽວ​ກັນ ຊັບພະຍາກອນທີ່​ເຫຼື​ອອີກ 30% ຂອງ​ກຸ່ມ​ບໍລິສັດ​ ໄດ້ສ້າງ​ແຫຼ່ງລາຍ​ໄດ້​ຫຼັກ ປະມານ 500 ຕື້​ດົ່ງ​ຕໍ່​ປີ. ​ແຫຼ່ງລາຍ​ໄດ້​ນີ້​ມາ​ຈາກ​ການ​ຜະລິດ​ສານ​ເຄມີພື້ນຖານ, ຜົງ​ຊັດ​ຟອກ, ໝໍ້​ໄຟ, ຢາງ​ລົດ,... ແມ່ນບັນດາຂົງເຂດທີ່ອີງຕາມລະບຽບການ, ຕ້ອງຖອນທຶນ​ໃຫ້​ຫຼຸດ​ລົງຕໍ່າກວ່າ​ລະດັບການຄວບຄຸມຂອງລັດ (ໝາຍ​ຄວາມ​ວ່າ ​ລັດ​ອາດ​ຈະ​ຂາຍ​ທຶນທັງ​ໝັດ​ໃນ​​ວິສາ​ຫະກິດ​ນັ້ນ).

ດ້ວຍ​ທ່າ​ອຽງຂ້າງ​ເທິງ, ​ໃນ​ເວລາ​ອີກ​ສອງ​ສາມ​ປີ​ຂ້າງ​ໜ້າ, ກຸ່ມ​ບໍລິສັດ​ເຄມີ​ຫວຽດນາມ ຈະ​ບໍ່​ມີ​ແຫຼ່ງກຳ​ໄລ​ອີກ, ການ​ເຄື່ອນ​ໄຫວ​ຂອງ​ມັນ​ມີ​ລັກສະນະໜ່ວງ​ໜ່ຽວ​ແລະ​ອ່ອນເພຍ, ໃນຂະນະທີ່ບັນດາ​ວິ​ສາຫະກິດ​ອື່ນກຳລັງ​ເຕີບ​ໃຫຍ່​ຂະຫຍາຍຕົວ.

ຈາກ​ສອງ​ຕົວຢ່າງ​ຂ້າງ​ເທິງ, ສາມາດ​ຖອດ​ຖອນ​ທັດສະ​ນາ​ທີ່​ວ່າ ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດຕ້ອງ​ມີ​ຄວາມ​ຍືດຫຍຸ່ນຕາມ​ທິດ​ທາງຂອງການ​ລົງທຶນ ​ທີ່​ແຄບ​ລົງ ​ແລະ​ກໍ່ ມີ​ການ​ລົງທຶນ​ໃໝ່​ແລະ​ຂະຫຍາຍ​ການ​ລົງທຶນ ​ເພື່ອ​ໃຫ້ໄດ້ດັດຊະນີປະສິດທິຜົນຕາມ​ກົນ​ໄກ​ຕະຫຼາດ. ການ “ລົງທຶນ​ໃໝ່” ​ແລະ “ຂະຫຍາຍ​ການ​ລົງທຶນ” ນີ້ພຽງ​ແຕ່​ອີງ​ໃສ່ພື້ນຖານ​ຄວາມ​ໄດ້​ປຽ​ບ “ທີ່​ມີ​ຢູ່” ຂອງ​ວິ​ສາ​ຫະກິດ, ຊ້ຳບໍ່ໜຳຍັງ​ອະນຸຍາດ​ໃຫ້​ລົງທຶນ​ໃສ່​ໂຄງການຕົວ​ເມືອງ ຖ້າວ່າເນື້ອທີ່ດິນນັ້ນຢູ່ພາຍໃຕ້ການນຳໃຊ້ຂອງ​ລັດ​ວິ​ສາ​ຫະກິດ, ຈຶ່ງ​ຈະຮັກສາຜົນປະໂຫຍດຂອງລັດ​ໄວ້​​ໄດ້.

ບັນຫາ​ທີ​ສອງ, ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ແລະຂໍ້​ອຸດ​ຕັນ​​ໃຫ້​ລັດ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ສະ​ຖາ​ບັນ. ດ້ວຍ​ການ​ສ້າງ​ຕັ້ງຄະນະກຳມະການຄຸ້ມຄອງທຶນ​ຂອງລັດ​ໃນວິສາຫະກິດ, ມາຮອດປະຈຸບັນ, ຄ່ອຍໆ​ສະ​ແດງວ່າ ມີ​ສອງ​ກຸ່ມ​ສະ​ຖາ​ບັນ​ທີ່​ມີ​ຄວາມສັບສົນ: ທີ​ໜຶ່ງ, ກຸ່ມ​ສະ​ຖາ​ບັນ​ການ​ຄຸ້ມ​ຄອງ​ລັດ​ຕໍ່​ລັດ​ວິ​ສາ​ຫະກິດ ​ແລະ​ ຂະ​ແໜງ​ການວີຊາຊີບຂອງ​ວິ​ສາ​ຫະກິດ; ​ແລະ ທີ​ສອງ, ກຸ່ມ​ສະ​ຖາ​ບັນທີ່​ໃຊ້​ສິດທິ​ການ​ເປັນ​ເຈົ້າ​ຂອງ​ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ.

ກ່ຽວ​ກັບກຸ່ມ​ສະ​ຖາ​ບັນ​ການ​ຄຸ້ມ​ຄອງ​ລັດ, ຂໍ້​ອຸດ​ຕັນ​ທີ່​ເດັ່ນ​ໃນ​ປະຈຸ​ບັນ​ແມ່ນລະບຽບ​ການ​ລົງທຶນ. ຖ້າ​​ພິຈາລະນາ​ແຕ່​ລະ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ການ​ລົງທຶນກໍ່​ຈະ​ເຫັນ​ວ່າ​ ມີ​​ເນື້ອ​ໃນທີ່​ສົມ​ເຫດ​ສົມ​ຜົນ, ຕັກ​ກະ,​ ເຊັ່ນ: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍ​ວ່າ​ດ້ວຍການກໍ່ສ້າງ, ກົດໝາຍວ່າ​ດ້ວຍການລົງທຶນຂອງລັດ; ນັບ​ທັງ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຊັ່ນ: ກົດໝ​າຍທີ່​ດິນ, ກົດໝາຍວ່າດ້ວຍປ່າໄມ້ (ກ່ຽວກັບທີ່ດິນປ່າໄມ້), ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ... ​ແຕ່​ໃນ​ຄວາມ​ເປັນ​ຈິງ, ວິ​ສາ​ຫະກິດ​ຕ້ອງດຳ​ເນີນ​ການ​ຕາມ​ຫຼາຍກົດໝາຍໃນເວລາດຽວກັນ, ​ເຮັດ​ໃຫ້​ປະລິມານ​ຂັ້ນ​ຕອນ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ; ຫຼາຍ​ຂັ້ນ​ຕອນ​ມີ​ເນື້ອ​ຫາ​ທີ່ຊ້ຳກັນ, ລໍາດັບບໍ່​ຊັດ​ເຈນ; ມີ​ທັງ​ລະບຽບ​ການ​ທີ່​ຕ່າງ​ກັນ, ບິດ​ບ້ຽວ​ກັນ. ນັບແຕ່ປີ 2015, 2016 ເປັນຕົ້ນໄປ, ໂຄງການລົງທຶນ ທີ່ສຳຄັນ ຍັງຢູ່ລະຫວ່າງດຳ​ເນີນ​ການ​ໃຫ້ສຳເລັດ​ເສັດ​ສິ້ນ. ​ໃນ​ນັ້ນ ​ມີ​ໂຄງການ​ສາຍ​ໄຟຟ້າ 500ກວ. ​ເວິນ​ຟອງ-ຫວິ​ງ​ເຕິ​ນ ຜ່ານ 4 ​ແຂວງ, ​ໄດ້​ກະກຽມ​ໃນ​ເວລາ 3 ປີ​ແລ້ວ, ​ແຕ່​ດຽວ​ນີ້​ຫຼ້າ​ຊ້າ ຍ້ອນຕ້ອງດຳເນີນຂັ້ນຕອນເພີ່ມເຕີມໃນການນຳໃຊ້ທີ່ດິນປ່າໄມ້ ​ເພື່ອ​ຮັບປະກັນ​ການປະຕິບັດຕາມກົດໝາຍວ່າດ້ວຍປ່າໄມ້, ມີຜົນບັງຄັບໃຊ້ຕັ້ງແຕ່ປີ 2019.

ຈຳເປັນຕ້ອງມີຂໍ້ກຳນົດກ່ຽວກັບການຄຸ້ມຄອງລັດ, ສ້າງກອບການດຳ​ເນີນ​ງານ​ຮ່ວມ​ກັນ. ​ແຕ່ກໍ່ຈຳເປັນຕ້ອງປະສານ​ບົດ​ບັນຍັດ​ຂອງ​ກົດໝາຍ​ເຂົ້າ​ດ້ວຍ​ກັນ, ລວມກັນ​ເປັນ​ຂະ​ບວນການ​ທີ່ລຽບ​ງ່າຍ ​ເພື່ອອຳນວຍຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດປະຕິບັດ​ຕາມ​ແລະ ປະຢັດ​ເວລາ​ແລະ​ຄ່າ​ໃຊ້​ຈ່າຍ​ໄດ້​ຢ່າງ​ງ່າຍດາຍ.

ບັນດາສິ່ງກີດຂວາງຂໍ້​ອຸດ​ຕັນດັ່ງກ່າວມີມາເປັນເວລາຫຼາຍປີແລ້ວ. ລັດຖະບານ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງຄະນະກຳມະ​ການຄຸ້ມ​ຄອງ​ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ ​ແລະ​ໄດ້​ອອກ​ມະຕິ​ເລກທີ 75/NQ-CP, ວັນ​ທີ 21 ພຶດສະພາ 2020, “ກ່ຽວກັບ​ການ​ຈັດການ​ແກ້​ໄຂ​ຂໍ້​ອຸດ​ຕັນສຳລັບ​ໂຄງການລົງທຶນຂອງວິສາຫະກິດຈຳນວນໜຶ່ງ ​ໂດຍຄະນະກຳມະ​ການ​ຄຸ້ມ​ຄອງທຶນຂອງລັດ​ໃນວິສາຫະກິດ ເປັນຕົວແທນຂອງເຈົ້າຂອງ”. ຫຼັງ​ຈາກ​ນັ້ນ, ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ​ແຫ່ງ​ຊາດ​ໃຫ້​ອອກ​ກົດໝາຍ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ ​ແລະ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນພາກ​ລັດສະບັບ​ປັບປຸງທີ່​ຜ່ານ​ມາ. ​ແຕ່, ສິ່ງ​ກີດຂວາງ​ຂໍ້​ອຸດ​ຕັນໃນປະຈຸບັນຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ສົມ​ບຸນ​ເທື່ອ.

ກ່ຽວ​ກັບກຸ່ມ​ສະ​ຖາ​ບັນບໍລິຫານ​ຄຸ້ມ​ຄອງ​ຂອງ​ຜູ້​ເປັນ​ເຈົ້າ​ຂອງລັດ​ດ້ວຍ​ເງິນ​ລົງ​ທຶນໃນ​ວິ​ສາ​ຫະກິດ. ອີງຕາມກົດລະບຽບໃນປະຈຸບັນ, ມີອົງການທີ່ກ່ຽວຂ້ອງ 5 ລະດັບ​ທີ່​ເຂົ້າ​ຮ່ວມ​ໃນການໃຊ້ສິດທິຄວາມ​ເປັນເຈົ້າຂອງ, ລວມມີ:

- ລັດຖະບານ: ປະກາດໃຊ້ລະບຽບການທົ່ວໄປໃນລະດັບຂອງດຳລັດ;

- ນາຍົກລັດຖະມົນຕີ: ຕັດສິນ​ຕົກລົງ​ບາງບັນຫາສະເພາະທີ່ສຳຄັນຂອງວິ​ສາ​ຫະກິດ, ເຊັ່ນ: ບຸກຄະລາກອນທີ່​ເປັນຫົວໜ້າ, ຍຸດທະສາດ, ການປ່ຽນ​ແປງ​ຄວາມ​ເປັນເຈົ້າຂອງ;

- ບັນດາ​ກະຊວງສັງ​ລວມ, ​ເຊັ່ນ: ກະຊວງ​ການ​ເງິນ​ຮັບຜິດຊອບ​ກ່ຽວ​ກັບ​ກົນ​ໄກການ​ເງິນ​ຂອງ​ວິ​ສາ​ຫະກິດ, ຮັບຮອງລາຍ​ງານ​ການ​ເງິນ, ການແຈກຢາຍກຳໄລ; ກະຊວງ​ແຜນການ​ແລະ​ການ​ລົງທຶນ​ກ່ຽວ​ກັບການ​ແບ່ງ​ປະ​ເພດ, ການຈັດ​ແຈງ​ວິ​ສາ​ຫະກິດ, ການ​ປະ​ເມີນ​ຍຸດ​ທະ​ສາດ​ທາງ​ທຸລະ​ກິດ, ການ​ຈັດ​ຕັ້ງ​ວິ​ສາ​ຫະກິດ; ກະຊວງ​ແຮງ​-ທະຫານເສຍອົງຄະແລະສັງຄົມ ກ່ຽວ​ກັບ​ແຜນ​​ແຮງງານ​​ປະຈຳ​ປີ ແລະ​ກ້ອນ​ທຶນ​ເງິນ​ເດືອນ; ກະຊວງພາຍໃນກ່ຽວກັບການຄຸ້ມຄອງບຸກຄະລາກອນຂອງວິສາຫະກິດ.

- ບັນດາ​ກະຊວງ​ທີ່​ຄຸ້ມຄອງ​ຂະ​ແໜງ​ການ, ກ່ຽວຂ້ອງ​ກັບ​ຍຸດ​ທະ​ສາດ​ຂອງ​ວິ​ສາ​ຫະກິດ​ຕາມ​ຂະ​ແໜງ​ການ, ​ໂຄງການລົງທຶນ​ຂະໜາດ​ໃຫຍ່.

- ຜູ້ຕາງໜ້າການຄຸ້ມຄອງທຶນ, ລວມທັງຄະນະກຳມະ​ການ​ຄຸ້ມ​ຄອງທຶນຂອງລັດ​ໃນວິສາຫະກິດ, ​ເປັນ​ຜູ້​ຮັບ​ຜິດ​ຊອບ​ແລະສຳຄັນກວ່ານັ້ນແມ່ນ ຜູ້ຕາງໜ້າການ​ຄຸ້ມ​ຄອງທຶນໂດຍກົງ​ໃນວິສາຫະກິດ (ສະມາຊິກ​ສະພາ) ເພາະວ່າຄົນເຫຼົ່ານີ້​ແມ່ນ​ຜູ້​ທີ່​ໄດ້​ຮັບມອບໝາຍໃຫ້ເປັນຕົວແທນຂອງທຶນ ແລະພ້ອມດຽວກັນນັ້ນ ກໍ່ຂັບ​ເຄື່ອນ​ວິ​ສາ​ຫະກິດ, ຄຸ້ມຄອງການຜະລິດແລະທຸລະກິດໂດຍກົງ.

​ໃນ​ສະພາບ​ການ​ປະຈຸ​ບັນ, ຄວາມຈິງທີ່ວ່າ ມີຫຼາຍອົງການທີ່​​ເຂົ້າ​ຮ່ວມ​ການ​ປະຕິບັດສິດເປັນເຈົ້າຂອງຂອງລັດ ມີຄວາມໝາຍໃນທາງບວກ, ສ້າງຄວາມໂປ່ງໃສ ແລະຄວາມເຫັນດີເຫັນພ້ອມ. ຄຽງ​ຂ້າງ​ນັ້ນ, ຈຳເປັນຕ້ອງມີໜ່ວຍ​ງານ​ກາງ​ໃນ​ການ​ປະສານ​ງານ ແລະລວມການ​ມີ​ສ່ວນ​ຮ່ວມຂອງຫຼາຍຝ່າຍ  ເພື່ອຮັບປະກັນ​ໃຫ້​ພວກ​ເຂົາປະຕິບັດຕາມແນວໂນ້ມດຽວ​ກັນແລະມຸ່ງ​ສູ່ຈຸດປະສົງດຽວກັນ.

ຈາກ​ຄວາມ​ເປັນ​ຈິງ​ທີ່​ກ່າວ​ມາ​ຂ້າງ​ເທິງ, ຫວຽດນາມຕ້ອງພິຈາລະນາ​ແລະ​ແກ້​ໄຂ​ໂດຍ​ທັນທີ ​ໃນການ​ປັບປຸງ​ບູລະນະສະຖາບັນຄຸ້ມຄອງນຳໃຊ້ແຫຼ່ງທຶນຂອງລັດ ​ເພື່ອ​ລົງທຶນເຂົ້າໃນການຜະລິດ ທຸລະກິດຂອງວິສາຫະກິດ. ພ້ອມ​ກັນ​ນັ້ນ, ມອບ​ໃຫ້​ຄະນະ​ກຳມະ​ການຄຸ້ມ​ຄອງ​ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ ​ເຮັດ​ໜ້າ​ທີ່​ເປັນ​ສູນກາງ​ໃຫ້​ການຊ່ວຍ​ເຫຼືອ​ນາຍົກລັດຖະມົນຕີ ໃນການປະສານງານ ແລະປະຕິບັດລະບຽບການຄຸ້ມຄອງຂອງ ເຈົ້າຂອງ ເພື່ອ​ໃຫ້​ສອດຄ່ອງ​ ຄົບ​ຊຸດ​ ແລະເປັນເອກະພາບ. ​ໃນ​ສະ​ເພາະ​ໜ້າ, ຍົກຍ້າຍ​ຄະນະປ່ຽນ​ແປງ​ໃໝ່​ແລະ​ພັດທະນາ​ວິ​ສາ​ຫະກິດ​ສູນ​ກາງ ​ໄປ​ໃຫ້ຄະນະກຳມະ​ການຄຸ້ມ​ຄອງ​ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ ຊີ້ນຳຄະນະກຳມະການ ປະຕິບັດໜ້າທີ່ຈຸດສຸມແລະປະສານງານນີ້./.

----------------------------------

ບົດນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 954 (​ເດືອນ​ພະຈິກ 2020)