ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຄວນ​ໄດ້​ຮັບ​ການຖື​ວ່າ​ເປັນການ​ບຸກທະລຸ
ຍຸດ​ທະ​ສາດທີ່ສຳຄັນ​ ເພື່ອນຳ​ຫວຽດນາມ​ໄປ​ສູ່​ການ​ພັດທະນາ​ທີ່​ໄວ​ແລະ​ຍືນ​ຍົງ

ໂດຍ ສຈ. ສສບ ເຈົາວັນມິງ
ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກ, ປະທານສະພາບັນດິດວິທະຍາສາດແລະເຕັກໂນໂລຊີຫວຽດນາມ
02:41, 04-08-2021

ວກ. - ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ຂອງ​ມະນຸດຊາດ​ໃຫ້​ເຫັນ​ວ່າ, ປະ​ເທດ​ໃດໆ​ໃນ​ໂລກທີ່ໃຫ້ຄວາມສໍາຄັນ ແລະເສີມຂະຫຍາຍການນໍາໃຊ້ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ກໍ່​ໄດ້ບັນລຸຜົນສໍາເລັດຫຼາຍຢ່າງ ໃນການພັດທະນາເສດຖະກິດ-​ສັງຄົມ ​ແລະ ​ໄດ້​ຍົກ​ສູງ​ຖານະ​ບົດບາດ​ຂອງຊາດ​ຕົນ​ໃນ​ເວທີ​ສາກົນ​ຢ່າງ​ຕໍ່​ເນື່ອງ. ​ໃນ​ປະຈຸ​ບັນ, ຕໍ່ໜ້າ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ​ໃນ​ໄລຍະ​ໃໝ່, ຫວຽດນາມ​ຕ້ອງ​ຖື​ວ່າ​ ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ແມ່ນ​ການ​ບຸກທະລຸ​ຍຸດ​ທະ​ສາດ, ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດຢ່າງ​ສຳ​ເລັດ​ຜົນ ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບັນລຸ​ເປົ້າ​ໝາຍ​ ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ​ອາລະຍະທຳ

ທ່ານຫງວຽນຊວັນຝຸກ ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຢ້ຽມຊົມຫ້ອງວາງສະແດງຢູ່ງານວາງສະແດງສາກົນນະວັດຕະກໍາຫວຽດນາມ 2021 ແລະ ເປີດສູນປະດິດສ້າງແຫ່ງຊາດ, ວັນທີ 9 ມັງກອນ 2021 _ພາບ: TTXVN

1 - ​ໃນ​ປະຫວັດສາດ, ບັນດາ​ການ​ປະຕິວັດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ສົ່ງ​ຜົນ​ກະທົບຢ່າງ​ແຮງ​ແລະ​ເລິກ​ເຊິ່ງ ​ເຖິງ​ຂະ​ບວນການ​ພັດທະນາ​ຂອງ​ສັງຄົມ, ນຳ​ມະນຸດຊາດ​ກ້າວ​ຂ້າມ​ຂໍ້​ຈຳກັດ​ແລະຄວາມ​ທ້າ​ທາຍ​ຫຼາຍ​ຢ່າງ​ ໃນ​ທຳ​ມະ​ຊາດ, ​ເສດຖະກິດ-ສັງຄົມ, ກຳນົດຖານະ​ບົດບາດຂອງປະເທດຕ່າງໆໃນໂລກ.

ພຶດຕິ​ກຳ​ໃຫ້​ເຫັນ​ວ່າ, ຄວາມ​ຄິດ​ປະດິດ​ສ້າງ​ແລະ​ສິ່ງ​ປະດິດ​ທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ ​ໄຟຟ້າ, ພະລັງງານ, ວັດ​ສະດຸ​ໃໝ່, ພະລັງງານ​ປະລຳມານູ... ໄດ້ຖືກນຳໃຊ້ໂດຍມະນຸດມາເປັນເວລາດົນນານ, ມີ​ການ​ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາສັງຄົມ. ທາດ​ປະສົມ​ໃໝ່​ຈຳນວນ​ຫຼາຍ​ໃນຂະແໜງເຄມີທີ່ມີລັກສະນະທາງຊີວະພາບ, ຄຸນສົມບັດສະເພາະ ​ເປັນ​ວັດຖຸ​ດິບ​ໃນ​ການ​ຜະລິດຢາຕ້ານເຊື້ອ, ວັກຊີນ... ​ໃຊ້​ໃນ​ການ​ປິ່ນປົວ​ພະຍາດ​ຕ່າງໆ, ຊ່ວຍ​ໃຫ້ມະນຸດ​​ເອົາ​ຊະນະ​​ພະຍາດລະບາດຫຼາຍ​​ປະ​ເພດ. ໃນຂົງ​ເຂດກົນລະ​ສາດ, ການ​ຜະລິດ​ເຄື່ອງ​ຈັກ​ຫຼາຍລຸ້ນເຊັ່ນ: ເຄື່ອງຈັກອາຍນໍ້າ, ເຄື່ອງຈັກເຜົາພາຍໃນ, ​ໂມເຕີ​ໄຟຟ້າ, ເຄື່ອງຈັກ​ໄອ​ພົ່ນ, ເຄື່ອງຈັກ​ໄຮ​ບຣິດ... ​ໄດ້ແກ້ໄຂບັນຫາການເຄື່ອນຍ້າຍ ​ແລະ​ການຂົນສົ່ງຂອງມະນຸດ​. ການ​ພັດທະນາດ້ານ​ໂທລະ​ຄົມມະນາຄົມ, ວິທະຍຸ, ​ໂທລະທັດ, ​ເຄື່ອງ​ຄອມ​ພິວ​ເຕີ ​​ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ​ໃນ​ຊີວິດ​ວັດທະນະທຳ, ສັງຄົມ, ​ເສດຖະກິດ ​ແລະ​ຈິດ​ໃຈ​ຂອງ​ມະນຸດ, ​ເພີ່ມ​ທະວີ​ແລະ​ຂະຫຍາຍ​ໂອກາດ​ໃນ​ການ​ແລກປ່ຽນວັດທະນະທຳ​ ແລະ​ຄວາມ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ,...ຂອງ​ບັນດາ​ຊຸມ​ຊົນ, ຊາດ-ປະຊາ​ຊາດ​ໃນ​ໂລກ. ພິ​ເສດ​ແມ່ນ​ ເຖິງ​ທ້າຍ​ສະຕະວັດ​ທີ 20 ຕົ້ນ​ສະຕະວັດ​ທີ 21, ການພັດທະນາຢ່າງວ່ອງໄວຂອງ​ເຕັກ​ໂນ​ໂລ​ຊີຂໍ້ມູນຂ່າວສານ, ອິນ​ເຕີ​ເນັດ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ​ແພດສາດ, ຫຸ່ນ​ຍົນ​ຮຸ່ມ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ການ​ວິ​ເຄາະ... ​ໄດ້​ນຳພາ​ມະນຸດ​ເຂົ້າ​ສູ່​ຍຸກ​ໃໝ່, ບັນດາ​ຂີດຈຳກັດ​ທີ່ຫຍຸ້ງຍາກທີ່ເບິ່ງຄືວ່າເອົາຊະນະບໍ່ໄດ້ ໄດ້ຖືກມະນຸດເອົາຊະນະ ຜ່ານການນຳ​ໃຊ້​ວິທະຍາສາດແລະເຕັກໂນໂລຍີ. ການ​ເຊື່ອມ​ຕໍ່​ລະຫວ່າງ​ຊູ​ເປີຣ໌ຄອມ​ພິວ​ເຕີຜ່ານ​ລະບົບ​ອິນ​ເຕີ​ເນັດ ຊ່ວຍໃນການຜັນ​ຂະຫຍາຍຕົວແບບການຄໍານວນ, ການ​ຈຳລອງ​ ແລະການພະຍາກອນ ດ້ວຍການຄໍານວນຫຼາຍຕື້ຄັ້ງຕໍ່​ວິນາທີ. ​ເຕັກ​ໂນ​ໂລ​ຊີ​ຊີວະພາບ​ລະດັບ​ໂມເລກຸນ, ພັນທຸກຳ, ການເຊື່ອມໂຍງທາງຊີວະພາບ​ໄດ້​ເຂົ້າ​ເລິກໃນອົງປະກອບທີ່​ນ້ອຍທີ່ສຸດຂອງເຊລ, ແຊກແຊງເຂົ້າ​ໃນ​ແຕ່​ລະ​ພາກສ່ວນ​ຂອງຮ່າງກາຍ, ດັດປັບສິ່ງ​ມີຊີວິດໜຶ່ງ, ຫຼືຈຳພວກ​ສັດພືດໜຶ່ງ, ທົ່ງ​ນາ, ຟາມ… ຫຸ່ນຍົນ​ຮຸ່ນ​ໃໝ່ຊ່ວຍ​ຜູ້ຄົນເຮັດຫຼາຍສິ່ງຫຼາຍຢ່າງ​ເລິກ​ລົງ​ໄປ​ໃນມະຫາສະໝຸດ, ໃນໃຈກາງໂລກ, ໃນອາວະກາດ ​ແລະ ຢູ່ໃນດາວເຄາະອື່ນໆທີ່ຢູ່ຫ່າງໄກ.

ຈາກ​ການ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ໃນ​ພາລະກິດ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັກ​ກອມ​ມູນິດ​ຫວຽດນາມຢັ້ງຢືນ​ສະ​ເໝີ​ວ່າ ພ້ອມ​ກັນ​ກັບ​ການ​ສຶກສາ​ແລະ​ຝຶກ​ອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຍາມ​ໃດ​ກໍ່​ແມ່ນ​ນະ​ໂຍບາຍ​ແຫ່ງ​ຊາດທີ່​​ສຳຄັນ​ອັນ​ດັບ​ໜຶ່ງ, ບັນດາ​ຍຸດ​ທະ​ສາດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຕ້ອງ​ແນ​ໃສ່​ເປົ້າ​ໝາຍ​ ຫັນ​ເປັນ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ, ບືນ​ຕົວ​ຂຶ້ນ​ສູ່​ລະດັບກ້າວໜ້າ​ຂອງ​ໂລກ; ນຳ​ໃຊ້ຢ່າງ​ມີ​ປະສິດທິ​ຜົນ​ແລະ​ເພີ່ມ​ຄວາມ​ສາມາດ​ດ້ານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຂອງ​ປະ​ເທດ​ຂຶ້ນ​ຢ່າງ​ໄວ; ຕ້ອງ​ພັດທະນາ​ວິທະຍາສາດ​ສັງຄົມ, ວິທະຍາສາດ​ທຳ​ມະ​ຊາດ, ວິທະຍາສາດ​ເຕັກນິກ​ຢ່າງ​ຄົບ​ຊຸດ ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ການ​ສຶກສາ, ວັດທະນະທຳ ​ແລະ ຍົກລະດັບ​ປັນຍາ​ຄວາມ​ຮູ້​ຂອງ​ປະຊາຊົນ.

2 - ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຫວຽດນາມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​​ປະກອບສ່ວນ​ອັນສຳຄັນ​​ຫຼາຍຢ່າງ. ​ໃນ​ໄລຍະປີ 1991-2000, ພື້ນຖານ​ເສດຖະກິດຫວຽດນາມ ມີການພັດທະນາໃໝ່່ໃນກຳລັງການຜະລິດ, ການ​ພົວພັນ​ການ​ຜະລິດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ; ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້ດີ​ຂຶ້ນຢ່າງ​ຈະ​ແຈ້ງ, ວັດທະນະທຳ-ສັງຄົມມີ​ຄວາມ​ກ້າວໜ້າ​ຢ່າງ​ຕໍ່​ເນື່ອງ; ຄວາມ​ສະຫງົບ, ການ​ເມືອງ​ມີ​ສະຖຽນ​ລະ​ພາບ ສ້າງ​ເງື່ອນ​ໄຂ​ເພື່ອ​ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ພາຍຫຼັງ 10 ປີເພີ່ມຂຶ້ນທົບສອງກວ່າເທົ່າ (2,07 ​ເທື່ອ). ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ໄລຍະ​ນີ້​ມີບັນດາ​ເນື້ອ​ໃນ​ໃໝ່​ທີ່​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນຄວາມ​ສຳ​ເລັດ​ຂອງ​ປ​ະ​ເທດ, ​ເຊັ່ນ ລະບົບ​ເອກະສານ​ທາງ​ກົດໝາຍຖືກ​ສ້າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ​ແລະ​ດຳ​ເນີນ​ການ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ຜ່ານ​ການ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ, ​ເຊັນ​ສັນຍາ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ; ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ທີ່​ຫຼ້າ​ຫຼັງ​ຂອງ​ວິ​ສາ​ຫະກິດ​ໃນ​ປະ​ເທດ; ເລີ່ມນຳ​ເຕັກ​ໂນ​ໂລ​ຊີ​ມາໃຊ້ໃນວຽກ​ງານການຄຸ້ມຄອງ. ​ໃນ​ໄລຍະ​ນີ້ ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ຜັນ​ຂະຫຍາຍ​ເນື້ອ​ໃນ​ຕ່າງໆ​ເຊັ່ນ ຄົ້ນຄວ້າ​ວິທະຍາສາດ (ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ​ຄົ້ນຄວ້າ​ວິທະຍາສາດຈຸດ​ສຸມ​ຂອງ​ລັດ, ຂະຫຍາຍ​ຂອບ​ເຂດ​ການ​ຄົ້ນຄວ້າວິທະຍາສາດ​ລົງ​ສູ່​ທ້ອງ​ຖິ່ນ); ພັດທະນາ​ເຕັກ​ໂນ​ໂລ​ຊີ (ພັດທະ​ນາ​ບັນດາ​ເຕັກ​ໂນ​ໂລ​ຊີຈຸດ​ສຸມ​ຂອງ​ລັດ); ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ປະກາດ​ໃຊ້​ບັນດາລະບຽບ​ການ​ແລະ​ມາດຕະຖານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຜັນ​ຂະຫຍາຍ​ເນື້ອ​ໃນປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຂອງ​ບັນດາ​ໂຄງການ​ພັດທະນາ​ເສດຖະ​ກິດ-ສັງຄົມ); ການພັດທະນາມາດຕະຖານ, ການວັດແທກ, ຄຸນນະພາບ; ເລີ່​ມ​ເຂົ້າ​ເຖິງ​ບັນຫາ​ຊັບ​ສິນ​ທາງ​ປັນຍາ; ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ, ​ເປີດ​ກວ້າງ​ການ​ດຶງ​ດູດ​ແຫຼ່ງພະລັງ​ເພື່ອ​ພັດທະນາວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ; ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ທາງ​ດ້ານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ...

​ໃນ​ໄລຍະ​ປີ 2001-2010, ຫວຽດນາມໄດ້ປະສົບ​ຄວາມ​ສຳ​ເລັດທີ່​ສຳຄັນ​ໃນ​ການ​ປະຕິບັດເປົ້າໝາຍລວມ​ ໃນ​ການ​ເຄື່ອນ​ຍ້າຍຈາກກຸ່ມປະເທດທີ່ມີລາຍ​ໄດ້ຕ່ຳ​ ໄປ​ສູ່​ກຸ່​ມ​ປະ​ເທດທີ່ມີລາຍ​ໄດ້ປານກາງ. ນີ້​ແມ່ນ​ບາດກ້າວສຳຄັນ​ໃນ​ການປ່ຽນ​ແປງ​ບົດບາດທີ່​ຕັ້ງຂອງຫວຽດນາມ. ຈີ​ດີ​ພີ​ຕໍ່​ຫົວ​ຄົນ​ບັນລຸ​ໄດ້​ຫຼາຍ​ກວ່າ 42% ຂອງ​ລະດັບ​ສະ​ເລ່ຍ ​ແລະ​ຢູ່​ອັນ​ດັບ​ທີ 7 ​ໃນ 11 ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ເພີ່ມ​ຂຶ້ນ 10 % ທຽບ​ກັບ​ໄລຍະ​ກ່ອນ); ຈີ​ດີ​ພີ ໃນປີ 2010 ສູງ​ກວ່າສອງເທົ່າໃນປີ 2000. ລະດັບ​ແລະ​ຄຸນ​ນະພາ​ບຊີວິດ​ດ້ານ​ວັດຖຸ, ວັດທະນະທຳ​ແລະ​ຈິດ​ໃຈ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ຈະ​ແຈ້ງ. ​ໂຄງ​ສ້າງ​ພື້ນຖານ​ຄ່ອຍໆຕອບສະໜອງ​ໄດ້​ກັບ​ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ, ການປ້ອງກັນຊາດ ແລະຄວາມັ້ນຄົງ. ລະບົບ​ກົດໝາຍ​ກ່ຽວ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ໄລຍະ​ນີ້​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ. ການ​ຄົ້ນຄວ້າພື້ນຖານ​ໃນ​ວິທະຍາສາດ​ທຳ​ມະ​ຊາດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ທາງ​ດ້ານຄຸນ​ນະພາ​ບຕາມ​ມາດຕະຖານ​ສາກົນ; ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຄ່ອຍໆ​ເຂົ້າ​ໃກ້​ກັບ​ລະດັບ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ຂອງ​ພາກ​ພື້ນ ​ແລະແກ້ໄຂຫຼາຍໜ້າທີ່​ທີ່​ສຳຄັນຂອງຊາດ; ທ່າ​ແຮງທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ເພີ່ມ​ທະວີ; ເພີ່ມຄວາມເປັນເຈົ້າຕົນ​ເອງ, ຄວາມຮັບຜິດຊອບດ້ວຍຕົນເອງ ​ແລະ​ສ້າງ​ຕັ້ງ​ວິ​ສາ​ຫະກິດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ກົນ​ໄກຈັດ​ຕັ້ງ, ຄຸ້ມ​ຄອງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່, ກົນ​ໄກ​ການ​ເງິນ​ສຳລັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການສ້າງຕັ້ງຂຶ້ນໃນເບື້ອງຕົ້ນ; ພັດທະນາອົງການຈັດຕັ້ງ ເພື່ອຕິດຕໍ່ແລະເຊື່ອມ​ໂຍງ​ການ​ເຄື່ອນ​ໄຫວວິທະຍາສາດ ກັບການຜະລິດ, ທຸລະ​ກິດ. ການ​ຮ່ວມ​ມື​ສາກົນ​ໃນວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ​ເພີ່ມ​ທະວີ.

​ໃນ​ໄລຍະ​ປີ 2010-2020, ຍຸດທະສາດການພັດທະນາປະເທດຊາດບັນລຸ​ໄດ້ຜົນສຳເລັດທີ່ສຳຄັນຫຼາຍ, ຖານະ​ບົດບາດ​ຂອງ​ຫວຽດນາມໃນ​ເວທີສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​. ອັດຕາການເຕີບໂຕທາງດ້ານເສດຖະກິດໄດ້ຮັກສາຢູ່​ໃນ​ລະດັບ​ສູງ​ພໍ​ສົມຄວນ. ​ໃນ​ໄລຍະ​ປີ 2011-2015, ອັດຕາ​ການ​ເຕີບ​ໂຕ ຈີ​ດີ​ພີ ສະ​ເລ່ຍ 5,9% ຕໍ່​ປີ, ​ໄລຍະ​ປີ 2016-2019 ອັດຕາການ​ເຕີບ​ໂຕສະ​ເລ່ຍ 6,8% ຕໍ່​ປີ, ປີ 2020 ຍ້ອນ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ອັດຕາ​ການ​ເຕີບ​ໂຕ​​ເກືອບ 3%, ສະ​ເລ່ຍໄລຍະປີ 2016-2020 ແມ່ນປະມານ 5,9% ຕໍ່​ປີ. ຄິດ​ສະ​ເລ່ຍ​ແລ້ວ ​ໃນ​ໄລຍະ​ປີ 2011-2020, ການ​ເຕີບ​ໂຕ ຈີ​ດີ​ພີ ​ແມ່ນ​ປະມານ 5,9% ຕໍ່​ປີ, ​ເຊິ່ງຢູ່​ໃນ​ກຸ່ມ​ປະ​ເທດທີ່​ມີ​ການ​ເຕີບ​ໂຕ​ສູງ​ໃນ​ພາກພື້ນ​ແລະ​ໃນ​ໂລກ. ຂະໜາດ​ຂອງ ຈີ​ດີ​ພີ ເພີ່ມຂຶ້ນ 2,95 ເທົ່າ, ຈາກ 116 ຕື້ໂດ​ລາ​ສະຫະລັດປີ 2010 ຂຶ້ນ​ເປັນ 343 ຕື້​ໂດ​ລາ​ສະຫະລັດ​​ປີ 2020. ຈີ​ດີ​ພີ ຕໍ່ຫົວຄົນເພີ່ມຂຶ້ນຈາກ 1.331 ໂດ​ລາສະຫະລັດ​ໃນ​ປີ 2010 ເປັນ 3.521 ໂດ​ລາ​ສະຫະລັດໃນປີ 2020. ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ໄດ້​ຮັບ​ການ​ປັບປຸງ, ສະມັດ​ຕະພາບ​ຂອງ​ງານ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ການ​ເຕີບ​ໂຕ​ເສດຖະກິດ​ຄ່ອຍໆ​ຫຼຸດຜ່ອນ​ການ​​ເພິ່ງ​ພາ​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ, ​ເພີ່ມ​ການ​ອີງ​ໃສ່​ການ​ນຳ​ໃຊ້ວິທະຍາສາດ​, ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຮູບ​ແບບ​ການ​ເຕີບ​ໂຕ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ໃຫ້​ສອດຄ່ອງ​ກັບ​ທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ. ​ໂຄງ​ສ້າງ​ເສດຖະກິດ​ຂະ​ແໜງ​ການ ​ແລະ​ພາຍ​ໃນ​ຂະ​ແໜງ​ການ​ ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ, ອັດຕາ​ສ່ວນ​ອຸດສາຫະກຳປຸງ​ແຕ່ງ, ປະດິດ​ ແລະ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ໄດ້​ເພີ່ມ​ຂຶ້ນ. ​ໂຄງ​ສ້າງການຜະລິດ​ກະສິກຳ ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ ມຸ່ງ​​ໃສ່​ການ​ເສີມ​ຂະຫຍາຍ​ທ່າ​ແຮງ, ທ່າ​ໄດ້​ປຽບ​ຂອງ​ເຂດ ພາກ​ພື້ນ, ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. ການ​ຜະລິດ​ກະສິກຳ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ລວມສູນ​ ຕາມ​ທິດ​ທາງ​ຜະລິດ​ສິນຄ້າ, ທັນ​ສະ​ໄໝ, ມີ​ຄຸນຄ່າ​ເພີ່ມ​ສູງ ​ແລະ​ຍືນ​ຍົງ. ກໍ່​ຕັ້ງ​ຫຼາຍ​ຮູບ​ແບບ​ການ​ຜະລິດ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ການ​ຜະລິດ​ກະສິກຳ​ຕາມ​ພວງ​ພະນັງ​ຄຸນຄ່າ. ການ​ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ກະສິກຳ​ສະອາດ, ກະສິກຳ​ອິນ​ຊີ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຄ່ອຍໆຫັນໄປສູ່ການປູກພືດແລະລ້ຽງສັດທີ່​ມີຜົນຜະລິດສູງ, ມີຄຸນ​ນະພາ​ບ​ແລະປະສິດທິພາບດີ. ຄຸນະພາບຂອງຜະລິດຕະພັນຫຼາຍປະ​ເພດຕອບສະໜອງ​ໄດ້​ກັບຄວາມປອດໄພຕາມມາດຕະຖານສາກົນ. ຮູບ​ແບບ​​ເສດຖະກິດ​ຮ່ວມ​ມື ​ແລະ​ວິ​ສາ​ຫະກິດ​ກະສິກຳ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ. ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕໍ່​ເນື່ອງ.

ບັນດານັກວິທະຍາສາດໜຸ່ມ ໃນສູນອາວະກາດຫວຽດນາມ, ສະພາບັນດິດວິທະຍາສາດແລະເຕັກໂນໂລຊີຫວຽດນາມ ເຂົ້າຮ່ວມການຄົ້ນຄວ້າແລະຜະລິດດາວທຽມ MicroDragon _ພາບ: vnsc.org.vn

ປີ 2019, ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ສູງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ກວມ​ເອົາຫຼາຍ​ກວ່າ 13% ​ໃນ​ຈຳນວນ​ວິ​ສາ​ຫະກິດ​ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ. ມູນຄ່າຂອງຜະລິດຕະພັນເຕັກໂນໂລຢີສູງ, ນໍາໃຊ້ເຕັກໂນໂລຢີສູງ​ ເພີ່ມ​ຂຶ້ນ​ຈາກ 26% ​ໃນ​ປີ 2010 ​ເປັນ​ຫຼາຍ​ກວ່າ 40% ປີ 2019. ບາງ​ຂະ​ແໜງການ​ອຸດສາຫະກກຳສະໜັບສະໜູນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ​ເພີ່ມ​ອັດຕາ​ສ່ວນ​ຂອງ​ການ​ຫັນ​ເປັນ​ພາຍ​ໃນ. ຄວາມ​ສາມາດ​ແຂ່ງຂັນ​ລະດັບ​ໂລກ​ຂອງ​ຂະ​ແໜງ​ການ​ອຸດສາຫະກຳ​ຫວຽດນາມ​ເພີ່ມ​ຂຶ້ນ​ຈາກ​ຕຳ​ແໜ່​ງ 58 (ປີ 2009) ຂຶ້ນ​ເປັນ 42 (ປີ 2019). ຕຳ​ແໜ່​ງການຈັດ​ອັນ​ດັບ​ສະພາບ​ແວ​ດລ້ອມທາງ​ທຸລະ​ກິດ​ທົ່ວ​ໂລກຂອງ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຫຼາຍ. ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໄດ້​ຮັບ​ການ​ຍູ້​ແຮງ, ​ໂດຍ​ສະ​ເພາະ​ບຸກຄະລາ​ກອນ​ຄຸນ​ນະພາ​ສູງ, ​ໂດຍ​ຕິດ​ແໜ້ນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ. ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງວິທະຍາສາດ, ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​ ໄດ້​ຮັບ​ການ​ເພີ່ມ​ທະວີ. ບາງ​ຂົງ​ເຂດ​ວິທະຍາສາດ​ທຳ​ມະ​ຊາດ​ບັນລຸ​ລະດັບ​ສູງ​ຂອງ​ພາກ​ພື້ນ​ແລະ​ໂລກ. ການ​ຄົ້ນຄວ້າ, ປະ​ຢຸກ​ໃຊ້, ຍົກ​ສູງ​ຄວາມ​ສາມ​າດ​ແລະລະດັບ​ວິທະຍາສາດ​, ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ຄວາມ​ເອົ​ໃຈ​ໃສ່. ຫວຽດນາມ​ມີ​ຄວາມ​ສາມາດ​ພຽງພໍ​ໃນ​ການ​ອອກ​ແບບ ​ແລະ ຜະລິດເຕັກໂນໂລຍີ ອຸປະກອນຈໍານວນຫຼາຍຕາມມາດຕະຖານສາກົນ. ຫຼາຍ​ວິ​ສາ​ຫະກິດ, ກຸ່ມ​ບໍລິສັດ​ຂະໜາດ​ໃຫຍ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​ໄດ້​ລົງທຶນຂະໜາດ​ໃຫຍ່​ເພື່ອ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີສູງ​ເຂົ້າ​ໃນ​ການ​ຜະລິດ​ສິນຄ້າ​ເຕັກ​ໂນ​ໂລ​ຊີຈຳໜ່າຍກະຈາຍ​ໄປ​ທົ່ວ​ໂລກ.​ ລະບົບ​ຫ້ອງ​ທົດ​ລອງ​ຈຸດ​ສຸມ, ຫ້ອງ​ທົດ​ລອງ​ສະ​ເພາະ​ຂະ​ແໜງ​ການ ສື​ບຕໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ໃນ​ການ​ລົງທຶນ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ. ​ໂຄງ​ສ້າງ​ພື້ນຖານ​ດ້ານ​ການ​ວິ​ໄຈ​ໃນ​ບາງ​ຂົງ​ເຂດສຳຄັນ​ເຊັ່ນ ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ປິ​ໂຕ​ເຄມີ, ວັດ​ສະດຸ​ໃໝ່, ລະບົບອັດຕະໂນມັດ, ນາ​ໂນ, ເຕັກໂນໂລຊີ​ຄອມ​ພິວ​ເຕີ, ການ​​ແພດ...​ໄດ້​ຮັບ​ການ​ເພີ່ມ​ທະວີ. ​​ໄດ້ເປີດຕົວແລະພັດທະນາ ລະບົບຄວາມຮູ້ດິຈິຕອນ ຫວຽດນາມ. ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ມີ​ການ​ຜັນ​ປ່ຽນ​ທາງ​ບວກ. ຕະຫຼາດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ມີ​ການພັດທະນາ​ຢ່າງ​ໄວ, ມີສະຖານ​ທີ່ແລກປ່ຽນ 15 ​ແຫ່ງ, ສະຖານ​ທີ່​ບົ່ມ​ເພາະເຕັກໂນໂລຍີ 50 ແຫ່ງ. ການ​ຄຸ້ມ​ຄອງ​ຊັບ​ສິນ​ທາງ​ປັນຍາ ​ແລະການ​ບັງຄັບ​ໃຊ້​ສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຈຳນວນໃບປະກາດຊັບສິນທາງປັນຍາ ແລະ ​ໃບ​ປະກາດ​ຊັບ​ສິນ​ອຸດສາຫະກຳ ໄດ້ເພີ່ມຂຶ້ນຢ່າງໄວ. ລະບົບ​ມາດຕະຖານ​ແຫ່ງ​ຊາດ​ນັບ​ມື້​ນັບ​ເຂົ້າ​ເຖິງ​ກັບ​ມາດຕະຖານ​ສາກົນ. ຖານ​ຂໍ້​ມູນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ແລະ​ຜູ້​ຊ່ຽວຊານ ​ໄດ້​ຮັບ​ການ​ສ້າງຕັງ​ຂຶ້ນ​ແລ້ວ. ລະບົບ​ນິ​ເວດ​ການ​ເລີ່​ມຕົ້ນ​ນະວັດຕະ​ກຳ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີ. ດັດຊະນີ​ນະ​ວັດຕະ​ກຳຂອງ​ຫວຽດນາມ​ໃນ​ປີ 2019 ຢູ່​ໃນ​ອັນ​ດັບ​ຕົ້ນໆ​ຂອງ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ຕ່ຳ.

​ໃນ​ໄລຍະ​ນີ້, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຖືກ​ປະ​ເມີນ​ວ່າ​ເປັນ​ໄມ້​ງັດ​ໃນ​ຂະ​ບວນການປັບ​ໂຄງ​ສ້າງ​ເສດຖະກິດ, ການ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ການ​ຍົກ​ສູງ​ສະ​ມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ​ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ທ່າ​ອຽງ​ການ​ເຊື່ອມ​ໂຍງ. ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ແມ່ນ​ກຸນ​ແຈ​ສຳຄັນ​ໃນ​ການ​ຫຍໍ້​ຂະ​ບວນການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ຂອງ​ຫວຽດນາມ ກໍ່​ຄື​ສຳລັບ​ຄວາມ​ສຳ​ເລັດ​ຜົນ​ໃນ​ການ​ເຊື່ອມ​ໂຍງ​ສາກົນ, ​ໄປ​ທັນ​ກັບປະ​ເທດ​ອື່ນ​ໃນ​ໂລກ. ນັ້ນກໍ່​ແມ່ນ​ປັດ​ໄຈ​ທີ່​ຕັດສິນ​ໃນ​ການຫັນປ່ຽນ​ພື້ນຖານ​ເສດຖະກິດ​ເປັນ​ເສດຖະກິດ​ພູມ​ປັນຍາ, ຂະຫຍາຍ​ອັດຕະພາບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຈາກ​ສະ​ຖາ​ບັນ, ​ໂຮງຮຽນ ​ໄປ​ເປັນ​ຂອງ​ວິ​ສາ​ຫະກິດ... ກົດໝາຍ​ວ່າດ້ວຍ​ວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີຫວຽດນາມ​ປີ 2013 ​ໄດ້ສ້າງຄວາມກ້າວໜ້າອັນ​ພື້ນຖານໃນການ​ເຄື່ອນ​ໄຫວວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ການຈັດ​ຕັ້ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ບຸກທະລຸ​ທາງ​ດ້ານ​ນະ​​ໂຍບາຍ​ການ​ນຳ​ໃຊ້​ແລະ​ຄ່າ​ຕອບ​ແທນສຳລັບ​ບຸກຄະລາ​ກອນທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ແບບ​ວິທີ​ການ​ລົງທຶນສຳລັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ປ່ຽນ​ແປງ​ໃໝ່ການ​ປະ​ຢຸກ​ໃຊ້​ຜົນ​ການ​ວິ​ໄຈ​ແລະ​ເຜີຍ​ແຜ່​ຄວາມ​ຮູ້ທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ງົບປະມານ​ຂອງ​ລັດ, ການ​ເງິນ​ສຳລັບ​ການ​ຄົ້ນຄວ້າວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ໃຫ້​ກຽດ​ແກ່​ນັກວິທະຍາສາດ, ຖື​ເອົາ​ວັນ​ທີ 18 ພຶດສະພາ ຂອງ​ທຸກ​ປີ​ ເປັນ​ວັນວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຫວຽດນາມ. ລະບົບ​ເອກະສານ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ຂໍ້​ກຳນົດ​ກົດໝາຍ​ກ່ຽວ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໂດຍ​ພື້ນຖານ​ແລ້ວ​ໄດ້ຂັບ​ນຳຂະ​ແໜງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃຫ້​ພັດທະນາ​ຢ່າງ​ໄວ. ຄຽງ​ຂ້າງ​ກັນ​ນັ້ນ, ຕໍ່ໜ້າ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ໃນ​ສະ​ໄໝ​ໃໝ່, ຫຼາຍ​ບັນຫາ​ທີ່​ກ່ຽວຂ້ອງ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກໍ່​ໄດ້​ຮັບ​ການ​ຄົ້ນຄວ້າ​ແລະ​ຜັນ​ຂະຫຍາຍ, ​ເຊັ່ນ ລະບົບ​ນິ​ເວດ​ເລີ່​ມຕົ້ນ​ທຸລະ​ກິດ, ​ເສດຖະກິດ​ໝູນວຽນ, ​ເສດຖະກິດ​ສີຂຽວ, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ການ​ພັດທະນາ​ເຂດ​ແລະ​ສະຫະ​ເຂດ,​ເສດຖະກິດ​ດິຈີ​ຕອນ, ການ​ປ່ຽນ​ດິຈີ​ຕອນ​ແຫ່ງ​ຊາດ, ການ​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ, ລັດຖະບານ​ສ້າງສັນ,...

3 – ປະຈຸ​ບັນ, ​ໃນສະພາບ​ການ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງ​ສາກົນທີ່​ໄດ້​ແລະ​ກຳລັງ​ນຳ​ມາ​ເຊິ່ງ​ໂອກາດດີ ​ແຕ່​ຍັງ​ກໍ່​ໃຫ້​ເກີດ​ຄວາມ​ທ້າ​ທາຍ​ບໍ່​ໜ້ອຍ ​ສຳລັບ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ຫວຽດນາມ. ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 13 ຂອງພັກ​ກອມ​ມູນິດ​ຫວຽດນາມພິນິດ​ໄສ​ວ່າ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​​ໃໝ່​ປະດິດ​ສ້າງ ​ແລະ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່ ກຳລັງຜັນ​ປ່ຽນ​ຢ່າງ​ໄວວາ, ທະລຸ​ທະລວງ, ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ແລະ​ຫຼາຍ​ດ້ານ​ ໃນ​ຂອບ​ເຂດ​ທົ່ວ​ໂລກ. ວິທະຍາສາດ​-​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ ນັບ​ມື້​ນັບ​ກາຍ​ເປັນປັດ​ໄຈ​ຕັດສິນ​ຕໍ່​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ທຸກ​ປະ​ເທດ. ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​​ແບບ​ວິທີ​ການ​ຄຸ້ມ​ຄອງ​ລັດ, ຮູບ​ແບບ​ການ​ຜະລິດ ທຸລະ​ກິດ, ການ​ບໍລິ​ໂພ​ກ​ແລະ​ຊີວິດ​ວັດທະນະທຳ ສັງຄົມ; ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ, ສັງຄົມດິຈິ​ຕອນ. ພຶດຕິ​ກຳ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງ​ຍູ້​ແຮງການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ໄປ​ສູ່​ການ​ພັດທະນາ​ຕາມ​ລວງ​ເລິກ, ການຫັນປ່ຽນໂຄງປະກອບເສດຖະກິດໄປສູ່ຄວາມທັນສະໄໝຢ່າງໄວ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ, ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝບົນ​ພື້ນຖານ​ຂອງວິທະຍາສາດ​, ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຄວນ​ໄດ້​ຮັບ​ການ​ຖື​ວ່າ​ເປັນ ການ​ບຸກທະລຸ​ຍຸດ​ທະ​ສາດທີ່​ສຳຄັນ ​ເພື່ອນຳ​ຫວຽດນາມ​ໄປ​ສູ່​ການ​ພັດທະນາ​ທີ່​ໄວ​ແລະ​ຍືນ​ຍົງ. ດັ່ງ​ນັ້ນ, ຂະ​ແໜງ​ການວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່​ບາງ​ທິດ​ທາງ​ການ​ພັດທະນາ​ຈຸດ​ໜັກ​ດັ່ງ​ນີ້:

ທີ​ໜຶ່ງ, ສ້າງລະບົບ​ນິ​ເວດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ທຸກ​ໂຄງ​ສ້າງ, ທຸກ​ເສົາ​ຫຼັກ​ຂອງ​ການ​ພັດທະນາ. ຕາມ​ໂຄງ​ສ້າງ​​ແນວ​ນອນ, ທຸກ​ພາກສ່ວນ, ​ເຈົ້າພາບ​ເສດຖະກິດ ​ແລະ ອົງ​ປະກອບ​ໂຄງ​ສ້າງ​ຂອງ​ສັງຄົມ ຕ້ອງ​ຖືວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ ເປັນແຮງຂັບເຄື່ອນທີ່ສ້າງແຮງກະຕຸ້ນ​ໃຫ້​ແກ່ການ​ພັດທະນາຂອງອົງກອນ, ​ເຈົ້າພາບ​ນັ້ນ​ເອງ. ການ​ພັດທະນາ​ຂອງ​ແຕ່​ລະ​ພາກ​ສ່ວນ, ​ແຕ່ລະ​ເຈົ້າພາບ​ໃນ​ລະບົບ ​ແມ່ນ​ແຮງ​ຂັບ​ເຄື່ອນ​ໃຫ້​ແກ່​ການພັດທະນາ​ພາກສ່ວນ​ແລະ​ເຈົ້າພາບເສດຖະກິດທີ່ຍັງເຫຼືອ. ການ​ພັດທະນາ​ຢ່າງ​ສະ​ໝ່ຳສະ​ເໝີ​ບັນດາ​ຂົງ​ເຂດ​ວິທະຍາຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ລະບົບ​ໂດຍ​ລວມ. ຕາມ​ໂຄງ​ສ້າງ​ແນວ​ຕັ້ງ, ​ໃນ​ພາກສ່ວນ, ​ເຈົ້າພາບ​ເສດຖະກິດ​ໜຶ່ງ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຕ້ອງ​ປະຕິບັດ​ໜ້າ​ທີ່​ເປັນ “ສາຍ​ເຊືອກ” ເພື່ອສ້າງຄວາມສໍາພັນທາງ​ອິນ​ຊີ​ແລະ​ຕ່ອງ​ໂສ້ມູນຄ່າ.

ທີ​ສອງ, ໃຫ້ຄວາມ​ສຳຄັນ​ກັບ​ການ​ຝຶກ​ອົບຮົມ​ຊັບພະຍາກອນ​ມະນຸດ​ທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຮັບປະກັນອາຍຸແລະຄຸນສົມບັດ​ຂອງ​ພະນັກງານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຢ່າງເຕັມສ່ວນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທຸກຂະ​ແໜງ​ການ, ທຸກ​ຂົງ​ເຂດ ​ແລະ​ໄລຍະ​ການ​ພັດທະນາ ​ຂອງ​ສັງຄົມ​ຫວຽດນາມ. ປຸກ​ຕື່ນ​ແລະສົ່ງເສີມຄວາມທະ​ເຍີ​ທະຍານ, ຄວາມ​ໄຝ່ຝັນ, ຄວາມ​ປາດ​ຖະໜາ ​ແລະ​ແຮງ​ບັນດານ​ໃຈ​ໃນ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃຫ້​ກັບ​ທຸກ​ຄົນ ​ໃນ​ຂະ​ບວນການ​ຄົ້ນຄວ້າ ​ແລະ​ຝຶກ​ອົບຮົມ​ທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ພະນັກງານ​ທີ່​ເຮັດ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ.

ເອົາໃຈໃສ່ວຽກງານຝຶກອົບຮົມພະນັກງານວິທະຍາສາດແລະເຕັກໂນໂລຊີ, ຮັບປະກັນອາຍຸແລະຄຸນສົມບັດຂອງພະນັກງານວິທະຍາສາດແລະເຕັກໂນໂລຊີຢ່າງເຕັມທີ່ ເພື່ອຕອບສະໜອງຄວາມຕ້ອງການຂອງທຸກຂະແໜງການ ທຸກຂົງເຂດ ແລະໄລຍະການພັດທະນາຂອງສັງຄົມ (ໃນພາບ: ນັກສຶກສາຝຶກຫັດປະຕິບັດໄຟຟ້າອຸດສາຫະກຳທີ່ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ) _ພາບ: TTXVN

ທີ​ສາມ, ​ແກ້​ໄຂ ​ເພີ່ມ​ເຕີມ ​ແລະ​ບູລະຍະ​ ເອກະສານ​ກົດໝາຍ ​ແລະ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ປະກອບສ່ວນ​ສ້າງ​ແລວ​ທາງ​ກົດໝາຍແລະສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ກົນ​ໄກ​ການ​ເງິນຕ້ອງ​ໂປ່​ງ​ໃສ ​ແໜ້ນ​ແຟ້ນ, ສອດຄ່ອງ​ກັບ​ສະ​ໄໝ​ໃໝ່, ຕ້ອງ​ຜັນ​ຂະຫຍາຍ​ຂໍ້​ກຳນົດ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ແຂງ​ແຮງ​ແລະ​ເຂັ້ມ​ງວດ​ກວ່າ​ອີກ, ປະກອບສ່ວນ​ສົ່ງ​ເສີມ​ແລະ​ຊຸກຍູ້​ການ​ຄົ້ນຄວ້າ, ຜະລິດ​ທຸລະ​ກິດ, ລົງທຶນ​ເຂົ້າ​ໃນວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ.

ທີ​ສີ່, ກຳນົດ, ຄັດ​ເລືອ​ກບາງ​ຂະ​ແໜງ​ການ, ຂົງ​ເຂດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ເປັນ​ແກນ​ກາງ, ​ເສົາ​ຫຼັກ, ຈຳ​ເປັນ, ປາຍ​ແຫຼມ ​ເພື່ອ​ລົງທຶນ​ພັດທະນາຕາມ​ມາດຕະຖານ​ຂອງ​ການ​ເຊື່ອມ​​ໂຍງ​ສາກົນ. ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ທາງດ້ານ​ວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີ, ຖື​ວ່າການ​ຝຶກ​ອົບຮົມ​ທາງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ແມ່ນ​ຕະຫຼາດ​ທີ່​ດຶງ​ດູດ​ການ​ລົງທຶນ​ຈາກ​ພາບ​ໃນ​ແລະ​ຕ່າງ​ປະທ​​ເທດ. ຍູ້​ແຮງ​ການ​ຄົ້ນຄວ້າວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ-ການ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ, ກ້າວ​ໄປ​ສູ່​ການ​ເປັນ​ເຈົ້າຂອງເຕັກໂນໂລຍີທີ່ສໍາຄັນຫຼາຍຊະນິດ. ສຸມ​ໃສ່​ການ​ພັດທະນາ​ບັນດາ​ຂົງ​ເຂດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ເສົາຫຼັກຂ​ອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ (ປະກອບ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ຟີ​ຊິກ, ວັດ​ສະດຸ​ຂັ້ນ​ສູງ, ພະລັງງານ ​ແລະ​ສິ່ງ​ແວດ​ລ້ອມ).

ທີ​ຫ້າ, ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ, ສືບສວນ​ພື້ນຖານ, ສ້າງ​ສະພາບ​ແວ​ດລ້ອມ​ເພື່ອ​ປະສົມ​ປະສານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຫຼາຍ​ຂະ​ແໜງ​ການ, ສະຫະ​ວິຊາ​ການ ​ໃນ​ການ​ເຂົ້າ​ຮ່ວມ​ໃຫ້​ຄຳ​ປຶກສາການ​ກຳນົດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ​ໃຫ້​ຄຳ​ປຶກສາ​ການ​ປະ​ເມີນ​ງານ​ທີ່​ສຳຄັນ​ຂອງ​ລັດ. ​ເພີ່ມ​ທະວີ​ບົດບາດອະນຸຍາ​ໂຕ​ຕຸ​ລະກາ​ນ, ທີ່​ປຶກສາ​ເອກະລາດ​ ກ່ຽວ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຂອງອົງການ​ຈັດ​ຕັ້ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໃນ​ບັນດາ​ບັນຫາ​ເສດຖະກິດ-ສັງຄົມ. ສ້າງ​ແຜນ​ຍຸດ​ທະ​ສາດ​ຂະ​ແໜງ​ການວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຫວຽດນາມ​ໄລຍະ​ປີ 2020-2030 ​ແລະ​ວິ​ໄສ​ທັດ​ເຖິງ​ປີ 2040 ທີ່​ເປັນ​ໄປ​ໄດ້ ​ແລະ​ສອດຄ່ອງ​ເໝາະ​ສົມ (ມີ​ພາກສ່ວນ​ແກນ​ກາງ, ພາກສ່ວນ​ສຳຄັນ​ແລະ​ພາກສ່ວນສຳຮອງ).

ທີ​ຫົກ, ຍູ້​ແຮງການສື່ສານທາງວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີ. ​ແຜ່​ກະຈາຍ​ແລະ​ເສີມ​ຂະຫຍາຍ​ຈິດ​ໃຈ​ຄົ້ນຄວ້າ, ຮ່ຳຮຽນ ​ແລະ​ປະ​ຢຸກ​ໃຊ້ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ລະບົບ​ການ​ເມືອງ​ແລະ​ອົງຄະ​ນະມະ​ຫາ​ຊົນ​ທັງ​ໝົດ, ​ໃນ​ທຸກໆ​ການ​ເຄື່ອນ​ໄຫວ​ສັງຄົມ. ສ້າງສະພາບແວດລ້ອມການແຂ່ງຂັນໃນກິດຈະກໍາວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ສ້າງຄວາມຍືດຫຍຸ່ນໃນການຫັນປ່ຽນອາຊີບ ຈາກ​ການ​ຄົ້ນຄວ້າ​ວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີ ໄປສູ່ອາຊີບອື່ນ. ຍ້ອງຍໍ​ໃຫ້​ລາງວັນຢ່າງ​ທັນ​ທ່ວງທີ​ແກ່​ຜູ້​ທີ່​ມີ​ສິ່ງ​ປະດິດ ນະ​ວັດຕະ​ກຳ ​ແລະຊຸກຍູ້​ການ​ປະ​ຢຸກ​ໃຊ້ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ./.

-----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດສະບັບ​ທີ 958 (​ເດືອນ​ມັງກອນ 2021).