ວກ. - ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຢູ່​ຫວຽດນາມ, ​ເສດຖະກິດ​ດິຈິ​ຕອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ແລະ ບຸລິ​ມະ​ສິດ​ການ​ພັດທະນາ ດັ່ງ​ນັ້ນ​ຈຶ່ງ​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ. ມະຕິ​ເລກ​ທີ່ 52-NQ/TW, ວັນ​ທີ 27 ກັນຍາ 2019, ຂອງ​ກົມ​ການ​ເມືອງ, “ກ່ຽວກັບ​ແຜນ​ນະ​ໂຍບາຍແລະນະໂຍບາຍຈໍານວນໜຶ່ງ ເພື່ອເຂົ້າຮ່ວມຢ່າງ​ຫ້າວຫັນ​ໃນ​ການປະຕິວັດອຸດສາຫະກໍາຄັ້ງທີສີ່” ກຳນົດ​ເປົ້າ​ໝາຍຮອດ​ປີ 2025, ​ເສດຖະກິດ​ດິຈິ​ຕອນຈະ​ປະກອບສ່ວນ 20% ​ເຂົ້າ​ໃນລວມຍອດຜະລິດຕະພັນພາຍໃນປະ​ເທດ (ຈີ​ດີ​ພີ). ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແມ່ນ​ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ເງິນຕາ ​ແລະການ​ເຄື່ອນ​ໄຫວຂອງ​ທະນາຄານ, ​ໃນ​ໄລຍະ​ປີ 2016-2020 ​ໄດ້​ຄາດ​ຄະ​ເນ, ປະ​ເມີນ​ການ​ກະທົບ​ຂອງ​ທ່າ​ອຽງ​ນີ້ຕໍ່​ຂົງ​ເຂດ​ການ​ເງິນ, ທະນາຄານ​ໃນ​ສາມ​ດ້ານ​ແມ່ນ ນະ​ໂຍບາຍ​ການ​ເງິນ, ການກວດສອບຄວາມປອດໄພທາງການເງິນ ແລະ ການຊໍາລະເງິນ, ພ້ອມ​ກັນ​ນັ້ນ​ກໍ​ຜັນ​ຂະຫຍາຍ​ຫຼາຍວິທີ​ແກ້​ໄຂຢ່າງຄົບ​ຊຸດ ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ກ່ຽວ​ກັບ​ເສດຖະກິດ​ດິຈິ​ຕອນ.

ເວທີປາໄສ “ຍຸດທະສາດການທະນາຄານດິຈິຕອນໃນອະນາຄົດຢູ່ຫວຽດນາມ”, ໄດ້ຈັດຂຶ້ນໂດຍສະຖາບັນຄົ້ນຄວ້າຍີ່ຫໍ້ແລະຍຸດທະສາດການແຂ່ງຂັນ ໃນວັນທີ 25 ມີນາ, ທີ່ຮ່າໂນ້ຍ. _ພາບ: baochinhphu.vn

ຂໍ້​ດີ​ແລະ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ເສດຖະກິດ​ດິຈິ​ຕອນ

​ເສດຖະກິດ​ດິຈິ​ຕອນ​ນັບ​ມື້​ນັບ​ກາຍ​ເປັນອົງປະກອບທີ່ສຳຄັນຂອງພື້ນຖານ​ເສດຖະກິດ; ​ມັນໄດ້​ຮັບ​ການ​ພັດທະນາ​ບົນ​ພື້ນຖານ​ການປະຍຸກ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ ​ແລະ ຂໍ້​ມູນ​ໃຫຍ່ ​ເພື່ອສ້າງຮູບແບບທຸລະກິດໃຫມ່, ສ້າງ​ຜະລິດ​ຕະພັນ​ແລະ​ບໍລິການ​ຫຼາຍ​ຢ່າງ, ສະໜັບສະໜູນ​ການການສະໜອງການບໍລິການດິຈິຕອນ​ ໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ ຜ່ານ​ການປະສົມເຕັກໂນໂລຍີທີ່ທັນສະໄໝຫຼາຍອັນ (ການ​ປະມວນ​ຜົນ​ແບບ​ກຸ່ມ​ເມກ, ປັນຍາປະດິດ (AI), ອິນເຕີເນັດເຊື່ອມຕໍ່ທຸກສິ່ງ (IoT),...). ​ໃນ​ພື້ນຖານ​ເສດຖະກິດ​ດິຈິ​ຕອນ, ບັນດາ​ວິ​ສາ​ຫະກິດຈະ​ປ່ຽນ​ຂະ​ບວນການ​ຜະລິດ, ທຸລະ​ກິດ​ໄປ​ເປັນ​ຮູບ​ແບບ​ຕາມ​ລະບົບ​ນິ​ເວດທີ່​ເຊື່ອມ​ຕໍ່​ຕ່ອງ​ໂສ້​ຄຸນຄ່າ ຕັ້ງ​ແຕ່​ການ​ຜະລິດ, ການ​ຄ້າ, ​ໂລ​ຈິ​ສະຕິ​ກສ໌... ຈົນ​ເຖິງການ​ຊົມ​ໃຊ້​ບໍລິ​ໂພ​ກ, ປະກອບສ່ວນ​ຫັນປ່ຽນ​ພື້ນຖານ​ເສດຖະກິດ​ໂດຍ​ພື້ນຖານ, ສ້າງ​ວຽກ​ເຮັດ​ງານທຳ​ໃໝ່​ເປັນ​ຈຳນວນ​ຫຼາຍ, ປະກອບສ່ວນ​ເພີ່ມ​ສະ​ມັດ​ຕະພາບ​ຂອງ​ງານ.

ຂະ​ບວນການ​ປ່ຽນ​ດິຈິ​ຕອນ​ໄດ້​ແລະ​ພວມ​ກະທົບ​ໂດຍ​ພື້ນຖານ​ເຖິງ​ໂຄງ​ສ້າງ​ລະບົບການເງິນ, ຜ່ານ​ການປະຍຸກເຕັກໂນໂລຍີການເງິນທີ່ທັນສະໄໝເຊັ່ນ: ການ​ລະບຸ​ຕົວ​ຕົນລູກຄ້າທາງເອເລັກໂຕຣນິກ (e-KYC), ການຊຳລະ​ເງິນ​ທີ່​ບໍ່​​ໃຊ້​ເງິນສົດ, ສະກຸນ​ເງິນ​ສະ​ເໝືອນ (1), ​ເງິນ Stablecoins(2), ສະກຸນ​ເງິນ​ດິຈິ​ຕອນ​ຂອງ​ທະນາຄານ​ກາງ(3), ການໃຫ້ກູ້ຢືມແບບເພື່ອນຕໍ່ເພື່ອນ (Peer-to-Peer Lending)... ຊຸກຍູ້​ການ​ປະດິດ​ສ້າງ ​ແລະ ການ​ແຂ່ງຂັນ​ເຕັກ​ໂນ​ໂລ​ຊີ; ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງຢ່າງ​ເລິກ​ເຊິ່ງຕໍ່​ໂຄງ​ສ້າງ​ລະບົບ​ການ​ເງິນ​ໂດຍ​ລວມ ​ແລະ​ໂຄງ​ສ້າງ​ແຮງ​ງານ​ໃນ​ຂະ​ແໜງ​ການ​ການ​ເງິນ​ໂດຍ​ສະ​ເພາະ ​ໂດຍ​ປ່ຽນ​ທິດ​ທາງ​ການ​ເພີ່ມ​ການ​ໃຊ້​ປັນຍາປະດິດ​ແທນ​ແຮງ​ງານ​ທຳ​ມະ​ດາ. ຜົນ​ກະທົບ​ເຫຼົ່າ​ນີ້​ໄດ້​ສ້າງ​ຄວາມ​ສະດວກ​ແລະ​ສິ່ງ​ທ້າ​ທາຍ​ໃຫ້​ກັບ​ລະບົບ​ການ​ເງິນ, ຈາກ​ນັ້ນ​ກະທົບ​ເຖິງ​ປະສິດທິ​ຜົນ​ແລະ​ປະສິດທິພາບຂອງ​ການ​ບໍລິຫານ​ນະ​ໂຍບາຍ​ການ​ເງິນ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານສູນ​ກາງ.

ການນຳໃຊ້ເຕັກໂນໂລຍີຂໍ້ມູນຂ່າວສານຊ່ວຍສົ່ງເສີມການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເພື່ອ​ສ້າງພື້ນຖານ​ເພີ່ມ​ສະມັດ​ຕະພາບ​ຂອງ​ງານ, ປັບປຸງ​ຄຸນ​ນະພາ​ບຊີ​ວິດ​ໃຫ້​ດີ​ຂຶ້ນ. ຕາມ​ເສດຖະສາດ​ກຼາດຊິກ ​ແລະ ​ເສດຖະສາດ​ການ​ເງິນ, ການປະຍຸກ​ເຕັກ​ໂນ​ໂລ​ຊີ​ການ​ທະນາຄານ​ເພີ່ມ​ຂຶ້ນ ເຮັດໃຫ້ວົງຈອນການເງິນມີການຂະຫຍາຍຕົວໄວຂຶ້ນ, ສົ່ງ​ເສີມທຸລະກຳທາງເສດຖະກິດທີ່ໄວແລະສະດວກກວ່າ, ປະຫຍັດຕົ້ນທຶນຕົວກາງ, ປະກອບສ່ວນເພີ່ມປະສິດທິພາບທາງເສດຖະກິດ. ຄຽງ​ຂ້າງ​ກັນ​ນັ້ນ, ສັງຄົມ​ທີ່​ໃຊ້​ເງິນສົດ​ໜ້ອຍ​ລົງ​ດ້ວຍ​ການ​ປ່ຽນ​ເປັນ​ດິຈິ​ຕອນ ຍັງ​ຊ່ວຍຈຳກັດເສດຖະກິດໃຕ້ດິນ, ຫຼຸດການສູນເສຍລາຍ​ໄດ້​ຈາກພາສີ. ສະມັດ​ຕະພາບ​ແຮງ​ງານ​ສັງຄົມ​ເພີ່ມຂຶ້ນ​ຊ່ວຍ​ຫຼຸດ​ຕົ້ນທຶນ​ການ​ຜະລິດ, ສະໜັບສະ​ໜູນການ​ຮັກສາ​ສະຖຽນ​ລະ​ພາບອັດຕາ​ເງິນ​ເຟີ້ ​ເຊິ່ງ​ເປັນ​ເປົ້າ​ໝາຍຂອງ​ການ​ບໍລິຫານ​ນະ​ໂຍບາຍ​ການ​ເງິນ​​ໃນ​ປະ​ເທດ​ສ່ວຍ​ໃຫຍ່. ການນຳໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃນ​ດ້ານ​ການ​ເງິນ-ທະນາຄານ​ ກໍ່​ຊຸກຍູ້​ການ​ເງິນ​ຢ່າງຮອບດ້ານ, ​ເພີ່ມ​ຄວາມ​ສາມາດ​ເຂົ້າ​ເຖິງ​ແຫຼ່ງການ​ເງິນ​ຂອງ​ເຂດຫ່າງ​ໄກສອກຫຼີກ, ໂດຍສະເພາະກຸ່ມຄົນດ້ອຍໂອກາດໃນສັງຄົມ.

ທ່າອ່ຽງທີ່ໄດ້ປະກົດຕົວແລະພັດທະນາຢ່າງໄວເມື່ອບໍ່ດົນມານີ້ແມ່ນ ການ​ສົ່ງ​ເສີມ​ການ​ຄົ້ນຄວ້າ​ສະກຸນ​ເງິນ​ດິຈິ​ຕອນ​ ໂດຍທະນາຄານ​ກາງ​ທີ່​ສຳຄັນ​ບາງ​ແຫ່ງ​ເຊັ່ນ: ອາ​ເມ​ລິ​ກາ, ອັງກິດ, ສະ​ວິ​ເດນ ​ແລະ​ອື່ນໆ, ໃນນັ້ນຜູ້ບຸກເບີກຄືທະນາຄານກາງຂອງຈີນ​ໄດ້​ກ້າວ​ໄປ​ສູ່ການທົດສອບຂະໜາດໃຫຍ່, ​ເພື່ອ​ໃຊ້​ປະ​ໂຫຍ​ດຈາກ​ເຕັກ​ໂນ​ໂລ​ຊີ, ສ້າງ​ເຄື່ອງມື ​ແລະ​ແບບ​ວິທີ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ໃໝ່, ຫຼຸດ​ຄ່າ​ໃຊ້​ຈ່າຍ​​ໃນ​ການ​ອອກ​ແລະ​ຮັກສາ​ສະກຸນ​ເງິນ ​ແລະ ​ເພີ່ມ​ຄວາມ​ໂປ່​ງ​ໃສ​ໃນ​ການ​ເຮັດ​ທຸລະ​ກຳ​ທາງ​ເສດຖະກິດ, ​ເພີ່ມ​ຄວາມ​ເປີດ​ກວ້າງ​ທາງ​ການ​ເງິນ.

ຢ່າງໃດກໍ່ຕາມ, ເສດຖະກິດດິຈິຕອນຍັງເປັນສິ່ງທ້າທາຍຫຼາຍຢ່າງຕໍ່​ການ​ບໍລິຫານ​ນະໂຍບາຍການເງິນ ແລະ ການ​ເຄື່ອນ​ໄຫວ​ຂອງທະນາຄານ, ລວມທັງ:

ທີ​ໜຶ່ງ, ທ້າທາຍຄວາມສາມາດໃນການຄຸ້ມຄອງການສະໜອງເງິນ ​ແລະ ຖານະ​ພິ​ເສດ​ຂອງທະນາຄານກາງ ໃນການອອກເງິນ ຖ້າສະກຸນເງິນສະ​ເໝືອນ, ​ໂດຍ​ສະ​ເພາະສະກຸນເງິນສະ​ເໝືອນທີ່ອອກ​ໂດຍເອກະຊົນ ​ໄດ້​ຮັບ​ການ​ຍອມຮັບ​ຢ່າງກວ້າງຂວາງໃນລະບົບເສດຖະກິດ ​ໃນ​ຖານະວິທີການຊໍາລະ​ເງິນ ຫຼືການສະ​ສົມຊັບສິນ; ​ເວລານັ້ນ, ປະສິດທິພາບແລະປະສິດທິຜົນຂອງຜົນ​ກະທົບ​ຂອງ​ນະ​ໂຍບາຍການເງິນ ຕໍ່ການ​ເຄື່ອນ​ໄຫວເສດຖະກິດ ຜ່ານເຄື່ອງມືນະໂຍບາຍການເງິນທີ່​ດຳ​ເນີນ​ການຢູ່​ ຈະ​ຫຼຸດ​ລົງ​ຢ່າງ​ຫຼາຍ.

ທີ​ສອງ, ​ເຕັກ​ໂນ​ໂລ​ຊີ​ການຊໍາລະເງິນ​ທີ່​ທັນ​ສະ​ໄໝຊ່ວຍ​ເພີ່ມ​ການ​ໝູນວຽນຂອງ​ສະກຸນ​ເງິນ, ມີອິດທິພົນຕໍ່ການວາງແຜນແລະການຈັດການ ການສະໜອງ​ເງິນ​ຂອງ​ທະນາຄານ​ກາງ ໃນການຄວບຄຸມ​ແຮງ​ກົດດັນດ້ານເງິນເຟີ້; ມັນຍັງສ້າງສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງໃຫ້ກັບຂອບການຄຸ້ມຄອງປະລິມານການສະໜອງເງິນຂອງທະນາຄານກາງ.

ທີ​ສາມ, ບົດບາດຂອງຊ່ອງທາງສິນເຊື່ອດັ້ງເດີມ, ໂດຍສະເພາະແມ່ນສິນ​ເຊື່ອ​ບຸກຄົນ​ທໍາມະດາ ແລະ ສິນເຊື່ອຂອງຜູ້ບໍລິໂພກ ຈະປະເຊີນກັບການ​ແຂ່ງຂັນ​ທີ່​ຮຸນ​ແຮງ ໃນສະພາບການພັດທະນາການໃຫ້ກູ້ຢືມແບບເພື່ອນຕໍ່ເພື່ອນ (Peer-to-peer Lending).

ທີ​ສີ່, ສິ່ງທ້າທາຍດ້ານຄວາມປອດໄພທາງການເງິນ, ອາດຊະຍາກຳທາງ​ດິຈິ​ຕອນ, ໄພຂົ່ມຂູ່ດ້ານຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ນັບມື້ນັບສັບສົນຂຶ້ນ ​ເມື່ອ​ສະກຸນ​ເງິນສະ​ເໝືອນ​ສ່ວນຕົວ ຫຼືການບໍລິການ ແລະ ຜະລິດຕະພັນການເງິນໃໝ່ ບົນ​ພື້ນຖານ​ຂອງເຕັກໂນໂລຊີການເງິນ (fintech) ໄດ້ຖືກພັດທະນາແລະນຳໄປໃຊ້​ເຂົ້າ​ໃນ​ການປິດບັງການເຮັດທຸລະກໍາເຊັ່ນ: ການຟອກເງິນ, ການສໍ້ໂກງຫຼາຍລະດັບການເງິນ, ບັນດາຮູບແບບ “ສິນເຊື່ອດໍາ” ທີ່ປອມຕົວ...

ທີ​ຫ້າ, ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ລະບົບ​ການ​ເງິນ​ເມື່ອ​ມູນ​ຄ່າ​ຊັບ​ສິນ​ສະ​ເໝືອນ​ແລະ​ສະກຸ​ນເງິນ​ສະ​ເໝືອນ​ຜັນ​ຜວຍຢ່າງ​ໄວວາ, ສົ່ງ​ຜົນ​ກະທົບ​ຢ່າງໃຫຍ່ຫຼວງຕໍ່​ຈິດຕະວິທະຍາຂອງນັກລົງທຶນ, ຕໍ່ກັບກະແສທຶນສາກົນທີ່​ເຄື່ອນ​ຍ້າຍ​ລະຫວ່າງ​ປະ​ເທດ​ທີ່ກິດຈະກໍາ fintech ທີ່ພັດທະນາແລ້ວ.

ທີ​ຫົກ, ສິ່ງທ້າ​ທາຍ​ທັງ​ໝົດ​ເທິງ​ນີ້ນໍາໄປສູ່ບັນຫາໃຫຍ່ທີ່ສຸດ ທີ່​ຫຼາຍ​ປະ​ເທດກໍາລັງປະເຊີນຢູ່ໃນທຸກມື້ນີ້​ແມ່ນ “ຊ່ອງຫວ່າງນະໂຍບາຍ” ​ໃນ​ການ​ຄຸ້ມ​ຄອງ​ກິດຈະກໍາການຫັນເປັນດິຈິຕອນ ໃນຂົງ​ເຂດ​ການເງິນ, ​ເພື່ອ​ເພີ່ມ​ປະສິດທິ​ພາບ​ຂໍ້​ດີ​ທີ່​ໄດ້​ມາຈາກເຕັກໂນໂລຊີ ແຕ່ຍັງເພື່ອຮັບປະກັນການຄວບຄຸມຄວາມສ່ຽງ​ແລະ​ສິ່່ງ​ທ້າ​ທາຍ ​ເຊິ່ງຂົງ​ເຂດ​ນີ້​ສາມາດສ້າງ​ໄດ້, ຮັບປະກັນ​ຄວາມ​ໝັ້ນຄົງ​ແລະ​ຄວາມປອດ​ໄພຂອງ​ລະບົບ​ການ​ເງິນ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງຜູ້​ບໍລິ​ໂພ​ກ, ບໍ່​ພຽງ​ແຕ່​ໃນ​ແຕ່ລະ​ປະ​ເທດ​ ແຕ່​ຍັງ​ໃນ​ລະດັບ​ໂລກ​ອີກ​ດ້ວຍ. ​ເນື່ອງ​ຈາກ​ການ​ປ່ຽນ​ແປງ​ຢ່າງ​ໄວວາ​ຂອງ​ຂະ​ບວນການ​ຫັນ​ເປັນ​ດິຈິ​ຕອນ​ໃນລະບົບ​ເສດຖະກິດ, ລະບຽບກົດໝາຍບໍ່ໄດ້ມີການປ່ຽນ​ແປງ​ທັນ​ກັບເວລາທີ່ຈະປັບປ່ຽນ, ດັ່ງ​ນັ້ນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊີວິດ ​ແລະ ສາມາດ​ນຳ​ເອົາ​ການ​ປະດິດ​ສ້າງ​ທາງ​ດິຈິ​ຕອນ, ​ໂດຍ​ສະ​ເພາະຄວາມ​ຄິດ​ປະດິດ​ສ້າງ​ໃນ​ຂົງ​ເຂດ​ການ​ເງິນ​ແລະ​ທະນາຄານ, ​ເຂົ້າ​ຄຸ້ມ​ຄອງ​ໃນ​ກອບ​ກົດໝາຍ, ຈາກ​ນັ້ນ​ຈັດການ​ແກ້​ໄຂ​ໄດ້ກັບຄວາມບໍ່ພຽງພໍ ຂອງສະພາບແວດລ້ອມທາງ​ດ້ານ​ກົດໝາຍດັ່ງທີ່ໄດ້ກ່າວມາຂ້າງເທິງ, ຫຼາຍ​ປະ​ເທດຕ້ອງ​ໄດ້​ອອກ​ກົດໝາຍ​ແລະບັງຄັບ​ໃຊ້​ກອບ​ກົດໝາຍທົດ​ລອງ (Sandbox) ​ເພື່ອຄວບຄຸມກິດຈະກໍາເຫຼົ່ານີ້. 

ການ​ຄຸ້ມ​ຄອງ​ເງິນຕາ​ໃນ​ພື້ນຖານ​ເສດຖະກິດ​ດິຈິ​ຕອນ​ຢູ່​ຫວຽດນາມ

ທີ​ໜຶ່ງ, ສຳລັບ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ, ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ ໄດ້​ແລະ​ກຳລັງອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່ການ​ປະຕິບັດ​ເປົ້າ​ໝາຍ​ຄວບ​ຄຸມ​ເງິນ​ເຟີ້ ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ຢູ່​ຫວຽດນາມ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ວຽກ​ງານ​ການ​ບໍລິຫານ, ຄວບ​ຄຸມ ​ແລະ ຮັກສາຄວາມ​ເປັນ​ປົກກະຕິຂອງ​ເງິນ​ເຟີ້​ຢູ່​ຫວຽດນາມ​ ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາອົງ​ກອນຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ວ່າ​ເປັນ​ຜົນງານ​ຂອງ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ທີ່ຮອບ​ຄອບ, ຍືດຫຍຸ່ນ, ​ເປັນ​ເຈົ້າ​ການ ​ແລະ ຢຶດໝັ້ນ​ ຂອງ​ທະນາຄານ​ແຫ່ງ​ລັດ. ອັນ​ນີ້​ກໍ່​ແມ່ນ​ຍ້ອນ​ການປະກອບສ່ວນຂອງການປັບປຸງປັດໃຈດ້ານການສະໜອງ ​ໂດຍ​ຜ່ານ​ການນຳໃຊ້ວິທະຍາສາດແລະເຕັກໂນໂລຊີ ເຂົ້າໃນການຜະລິດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ເປັນ​ດິຈິ​ຕອນ. ການ​ປະ​ຍຸກ​ເຫຼົ່າ​ນີ້​ໄດ້​ປ່ຽນ​ຮູບ​ແບບ​ການ​ຜະລິດ​ໂດຍ​ພື້ນຖານ, ສ້າງ​ການ​ປ່ຽນ​ແປງດ້ານຄຸນນະພາບໃນສະມັດ​ຕະພາບແຮງງານ, ຫຼຸດຜ່ອນ​ການ​ມີ​ສ່ວນ​ຮ່ວມ​ຂອງ​ມະນຸດເຂົ້າໃນຂະບວນການຜະລິດ, ຈາກ​ນັ້ນ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ການ​ຜະລິດ​ໃນ​ປະ​ເທດ​ທີ່​ມີ​ພື້ນຖານ​ດິຈິ​ຕອນ​ທີ່​ໂດດ​ເດັ່ນ. ​ໃນ​ໂລກ​​ໂລກາ​ພິວັດ, ທ່າອ່ຽງອັດຕາ​ເງິນ​ເຟີ້ຕໍ່າ ຍ້ອນຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ຈະ​ແຜ່​ຂະຫຍາຍ​ໃນທົ່ວ​ສາຍ​​ໂສ້​ຄຸນຄ່າ​ທີ່​ຫວຽດນາມ​ແມ່ນຕ່ອງ​ໂສ້​ໜຶ່ງ. ຄຽງ​ຄູ່​ກັນ​ນັ້ນ, ການພັດທະນາການ​ຄ້າ​ເອ​ເລັກ​ໂຕຣນິກ​ໄດ້ເຮັດໃຫ້ສິນຄ້າພາຍໃນປະເທດປະເຊີນກັບຄວາມກົດດັນຂອງ​ການ​ແຂ່ງຂັນ​ຫຼຸດ​ລາຄາກັບສິນຄ້າຕ່າງປະ​ເທດ, ຈາກ​ນັ້ນ​ຈຶງຊ່ວຍ​ຫຼຸດ​ແຮງ​ກົດ​ດັນ​ຕໍ່​ລະດັບ​ເງິນ​ເຟີ້.

ພະນັກງານຂອງບໍລິສັດໄຟຟ້າ ສ້ອກເຊີນ, ຮ່າໂນ້ຍ ແນະນຳໃຫ້ລູກຄ້າຊຳລະຄ່າໄຟຟ້າຜ່ານບັນຊີທະນາຄານທາງໂທລະສັບ _ພາບ: TTXVN

ທີ​ສອງ, ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ຊຸກຍູ້​ລະບົບການຊໍາລະ​ເງິນທີ່​ຂະຫຍາຍຕົວ​ໄວ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ, ສ້າງ​ການປ່ຽນ​ແປງ​ທີ່​ໂດດ​ເດັ່ນກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ, ຜະລິດ​ຕະພັນ ​ແລະ​ບໍລິການ. ພ້ອມ​ກັນ​ກັບ​ລະບົບ​ນິ​ເວດ​ນັ້ນ, ທະນາຄານ​ແຫ່ງ​ລັດ​ໄດ້​ອອກ​ນະ​ໂຍບາຍ​ແລະວິທີແກ້ໄຂຫຼາຍຢ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການ​ພັດທະນາຕົວກາງການຊໍາລະເງິນ ທີ່ນຳເອົາສິ່ງອຳນວຍຄວາມສະດວກ ​ແລະ​ປະສົບ​ການ​ດິຈິ​ຕອນໃໝ່່ມາສູ່ຜູ້ໃຊ້. ​ເພື່ອ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ການ​ຊຳ​ເງິນມຸ່ງ​ສູ່​ມາດຕະຖານ​ສາກົນ, ທະນາຄານແຫ່ງລັດ​ໄດ້ປັບປຸງລະບົບການຊໍາລະ​ເງິນ​ເອ​ເລັກ​ໂຕຣນິກລະຫວ່າງທະນາຄານທີ່ທັນສະໄໝເປັນປົກກະຕິ ຕາມ​ທິດ​ລວມສູນ, ມີ​ບົດບາດ​ເປັນກະດູກສັນຫຼັງຂອງລະບົບການຊໍາລະເງິນຂອງປະເທດ. ​ໃນ 9 ​ເດືອນ​ຕົ້ນ​ປີ 2020, ລະບົບການຊໍາລະເງິນ​ເອ​ເລັກ​ໂຕຣນິກລະຫວ່າງ​ທະນາຄານ​ໄດ້ດຳ​ເນີນ​ການ ທຸລະກໍາຫຼາຍກວ່າ 106 ລ້ານຄັ້ງ, ເທົ່າກັບ 75.539 ພັນຕື້ດົ່ງ (ຫຼຸດ​ 9,69% ທາງ​ດ້ານ​ປະລິມານ ​ແລະ ​ເພີ່ມ 8,49% ທາງ​ດ້ານ​ຄຸນຄ່າ​ຂອງ​ທຸລະ​ກຳ​ ​ເມື່ອທຽບ​ກັບ​ເວລາ​ດຽວ​ກັນ​ຂອງ​ປີ 2019). ລະບົບການຫັກບັນຊີ​ອັດຕະ​ໂນມັດ​ສຳລັບ​ທຸລະ​ກຳ​ຂາຍຍ່ອຍ (ACH) ກໍ່​ໄດ້​ຖືກທະນາຄານ​ແຫ່ງ​ລັດຊີ້​ນຳ​ ໃຫ້ບໍລິສັດ​ຫຸ້ນ​ສ່ວນຊຳລະ​ເງິນ​ແຫ່ງ​ຊາດຫວຽດນາມ (NAPAS) ສ້າງ​ຂຶ້ນ​ແລະ​ນຳ​ໃຊ້ຕັ້ງ​ແຕ່​ເດືອນກໍລະກົດ 2020 ດ້ວຍ​ຄວາມ​ສາມາດ​ຊຳລະ​ເງິນຕາມ​ເວລາ​ແທ້ (real-time), ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງຕະຫຼອດ 24 ຊົ່ວ​ໂມງ​ທຸກ​ວັນ, ການປະມວນຜົນທຸລະກຳຫຼາຍຊ່ອງທາງ.

ຜະລິດ​ຕະພັນ​ແລະ​ບໍລິການ​ດ້ານ​ການ​ທະນາຄານຈຳນວນ​ຫຼາຍຖືກ​ນຳ​ໃຊ້​ໂດຍທະນາຄາ​ມບົນ​ພື້ນຖານ​ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່ທັນ​ສະ​ໄໝ, ​ເພີ່ມ​ປະສົບ​ການ​ຂອງ​ລູກ​ຄ່າ​ເຊັ່ນ: ບໍລິການ​ຂອງ​ທະນາຄານ, ການ​ຊຳລະ​ເງິນ​ທາງ​ເອ​ເລັກ​ໂຕຣນິກບົນ​ອິນ​ເຕີ​ເນັດ, ​ໂທລະສັບມື​ຖື​ພ້ອມ​ການ​ປະຍຸກອິນ​ເຕີ​ເນັດ​ເຊື່ອມ​ຕໍ່​​ທຸກສິ່ງ (IoT) ອະນຸຍາດ​ໃຫ້​ລູກ​ຄ້າ​ເຂົ້າ​ເຖິງແລະ​ໃຊ້​ບໍລິການ​ທະນາຄານ ຫຼື​ເຊື່ອມ​ຕໍ່​ກັບ​ລະບົບ​ນິ​ເວດ​ດິຈິ​ຕອນ​ອື່ນໆ; ​ໃຫ້​ບໍລິການ​ເບີກ​ຈ່າຍ​ແລະ​ໃຫ້​ຢືມ​ບົນ​ພື້ນຖານ​ຂອງການສະໜັບສະໜູນ​ຈາກ​ແອບ​ພຼີ​ເຄຊັນ​ປັນຍາ​ປະດິດ (A.I), ຫັນ​ເປັນຂະບວນການອັດຕະໂນມັດກ້ວຍ​ຫຸ່ນ​ຍົນ (R.P.A) ​ແລະ ຂໍ້​ມູນ​ໃຫຍ່ (Big data) ​ເພື່ອ​ເກັບກຳ ວິ​ເຄາະ​ຂໍ້​ມູນ ​ແລະ ປະເມີນແລະ​ແຍກ​ປະ​ເພດ​ລູກ​ຄ່າສໍາລັບການຕັດສິນໃຈເບີກຈ່າຍ,… ​ໃນ​ນັ້ນ, ການບໍລິການທະນາຄານຜ່ານມືຖື (mobile banking) ບັນລຸ​ຜົນ​ໄດ້​ຮັບ​ທີ່​ໜ້າ​ປະ​ທັບ​ໃຈ ດ້ວຍການເຕີບໂຕຂອງການຊຳລະຜ່ານມືຖືໃນປີ 2020 ​ເພີ່ມ​ຂຶ້ນ 123,9% ທາງ​ດ້ານ​ຄຸນຄ່າ ​ແລະ 125,4% ທາງ​ດ້ານ​ປະລິມານ​ ເມື່ອ​ທຽບ​ກັບ​ປີ 2019, ການ​ຊຳລະ​ເງິນດ້ວຍ​ລະຫັດ QR ​ເພີ່ມ​ຂຶ້ນ 82,4% ກ່ຽວ​ກັບ​ປະລິມານ​ການ​ເຮັດ​ທຸລະ​ກຳ ​ແລະ ຈາກ​ການສໍາຫຼວດຜູ້​ບໍລິ​ໂພ​ກທົ່ວ​ໂລກ​ຂອງ PwC (ໜຶ່ງ​ໃນ​ສີ່​ບໍລິສັດ​ກວດ​ສອບ​ບັນຊີ​ຊັ້ນ​ນຳ​ຂອງ​ໂລກ) ຕໍ່ 27 ປະ​ເທດ​ແລະ​ດິນ​​ແດນ, ຫວຽດນາມ​ແມ່ນ​ໜຶ່ງ​ໃນຕະຫຼາດທີ່​ເຕີບ​ໂຕ​​ໄວ​ທີ່​ສຸດ​ໃນ​ໂລກສໍາລັບການ​ຊໍາລະເງິນຜ່ານມືຖືໃນປີ 2019. ຢ່າງ​ໃດ​ກໍ​ຕາມ, ຂະ​ບວນການ​ປ່ຽນ​ດິຈິ​ຕອນ​ໃນ​ຂົງ​ເຂດ​ການ​ເງິນ​ແລະ​ການທະນາຄານ​ຂອງ​ຫວຽດນາມປະຈຸ​ບັນ​ກຳລັງ​ປະ​ເຊີນ​ໜ້າກັບຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຫຼາຍ​ຢ່າງ ຈາກ​ທ່າ​ອຽງທີ່​ເພີ່ມ​ຂຶ້ນ​ຂອງ​ອາດຊະຍາ​ກຳ​ໃນ​ໂລກ​ໄຊ​ເບີຣ໌​ ແລະ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ. ກໍລະນີ​ທີ່​ຜ່ານ​ມາ ມີການລັກຍອດເງິນ​ໃນ​ບັນຊີ​ທະນາຄານ ຂອງ​ຜູ້​ໃຊ້​ບໍລິການຊໍາລະ​ເງິນ​ອອກ​ໄລຜ່ານທາງອິນເຕີເນັດ ຫຼື​ໂທລະສັບມື​ຖື ເປັນຫຼັກຖານຂອງບັນຫານີ້. ​ໃນ​ສະພາບ​ການ​ດັ່ງກ່າວ, ທະນາຄານ​ແຫ່ງ​ລັດ​ໄດ້​ແລະກຳລັງ​ປະສານ​ສົມທົບ​ຢ່າງ​ຕັ້ງໜ້າ ກັບ​ກະຊວງ​ຕຳຫຼວດ​ແລະ​ບັນດາ​ອົງການ​ຮັບຜິດຊອບ​ພາຍໃນ​ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສ່າ​ນ... ເພື່ອຮັບໃຊ້ການ​ປ້ອງ​ກັນ​ແລະຕ້ານ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.  

ທີ​ສາມ, ທີ່ກ່ຽວຂ້ອງ​ກັບ​ຄວາມ​ໝັ້ນຄົງ​ທາງ​ເງິນຕາ​ແລະ​ການ​ເງິນ, ​ໃນ​ເວລາ​ທີ່​ຜ່ານ​ມາ, ທະນາຄານ​ແຫ່ງ​ລັດ​ໄດ້ຜັນ​ຂະຫຍາຍ​ມາດ​ຕະການ​ຕ່າງໆ​ຢ່າງ​ແຂງ​ແຮງ ຄົບ​ຊຸດ ​ເພື່ອ​ເພີ່ມ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ຂອງ​ວຽກ​ງານກວດກາ, ຕິດຕາມ​ກວດກາ​ທະນາຄານ ໃນທິດທາງທີ່​ເຂົ້າ​ເຖິງກັບການປະຕິບັດແລະມາດຕະຖານສາກົນ ​ແລະ ສອດຄ່ອງ​ກັບ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ຂອງ​ຂະ​ແໜງ​ການ​ທະນາຄານ​ໃນ​ໄລຍະ​ໃໝ່, ປັບປຸງ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ມະຫາ​ພາກ​ເທື່ອ​ລະ​ກ້າວ ​ເພື່ອ​ສ້າງ​ພື້ນຖານ​ກົດໝາຍຊ່ວຍປ້ອງ​ກັຍ​ຄວາມ​ສ່ຽງ​ຂອງ​ລະບົບ. ອາ​ໃສ​ສິ່ງ​ດັ່ງກ່າວ, ສະຖຽນ​ລະ​ພາບ​ຂອງ​ການ​ເງິນ, ​ເງິນຕາ​ໄດ້ຮັກສາ; ສະ​ຖາ​ບັນ​ສິນ​ເຊື່ອປັບປຸງ​ຄວາມ​ສາມາດ​ທາງ​ການ​ເງິນ, ປັບປຸງ​ອັດຕາ​ສ່ວນ​ຄວາມ​ປອດ​ໄພ, ​ເສີມ​ສ້າງການຄວບ​ຄຸມ​ຄວາມ​ສ່ຽງຕາມ​ກົດໝາຍ ​ແລະສອດຄ່ອງ​ກັບ​ການ​ປະຕິບັດ​ສາກົນ, ອັດຕາ​ສ່ວນ​ໜີ້​ເສຍ​ຖືກ​ຄວບ​ຄຸມ​ໃນ​ລະດັບ​ທີ່​ປອດ​ໄພ.

​​ເຖິງຢ່າງ​ໃດ​ກໍ່ຕາມ, ສະຖຽນລະພາບທາງດ້ານການເງິນແລະເງິນຕາຢູ່​ຫວຽດນາມຍັງປະເຊີນກັບດ້ານ​ລົບຈາກ​ການ​ພັດທະນາໄວແລະຍາກທີ່ຈະຄວບຄຸມ ຂອງບໍລິການແລະຜະລິດຕະພັນ fintech. ​ໃນ​ເວລາ​ທີ່​ຜ່ານ​ມາ, ການ​ຫຼອກ​ລວງ​ເພີ່ມ​ຂຶ້ນ ເພາະວ່າຜູ້​ຄົນຖືກຈອບ​ອອຍແລະລໍ້ລວງໃຫ້ໄດ້ກໍາໄລສູງ​ເມື່ອ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ເງິນຫຼາຍລະດັບ ແລະລົງທຶນໃນສະກຸນເງິນສະເໝືອນຈິງ; ​ພວກບໍ່​ດີ​ບາງ​ຄົນ​ໄດ້​ສວຍ​ໂອກາດ, ປອມແປງກິດຈະການໃຫ້ກູ້ຢືມແບບເພື່ອນຕໍ່ເພື່ອນ ​ເພື່ອດໍາເນີນການ​ກະທໍາທີ່​ຜິດ​ກົດໝາຍ: ​ໃຫ້ກູ້ຢືມເງິນດອກ​ເບ້ຍ​ສູງ, ນໍາໃຊ້ສິນເຊື່ອດໍາ. ​ເພື່ອ​ຈັດການ​ແກ້​ໄຂ​ບັນຫາ​ນີ້, ທະນາຄານ​ແຫ່ງ​ລັດ​ໄດ້​ຢືນຢັນ​ຕັ້ງ​ແຕ່​ຕົ້ນ​ວ່າ ສະກຸນ​ເງິນ​ສະ​ເໝືອນບໍ່​ແມ່ນ​ວິທີ​ການ​ຊຳລະ​ເງິນຕາ​ມກົດໝາຍ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ​ໄດ້​ຍູ້​ແຮງ​ວຽກ​ງານ​ການ​ໂຄສະນາ ​ເພື່ອຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ​ໃນ​ການ​ນຳ​ໃຊ້ຜະລິດ​ຕະພັນ​ການ​ເງິນ ​ເຕັກ​ໂນ​ໂລ​ຊີ​ທີ່​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ກົດໝາຍ. ​ແຕ່​ວ່າ, ການ​ສ້າງ​ສະພາບ​ແວດ​ລ້ອມດ້ານກົດລະບຽບທີ່ເອື້ອອໍານວຍ ເພື່ອສະໜັບສະໜູນບໍລິສັດ fintech ໃຫ້ດໍາເນີນການໃນລັກສະນະທີ່ດີ, ​ແນະນຳສິ່ງ​ຜະລິດ​ແລະ​ສິ່ງ​ປະດິດ​ໃໝ່​ໆ ປະກອບສ່ວນ​ຊຸກຍູ້​ການພັດທະນາ​ເສດຖະກິດ ​ແລະ​ເຜີຍ​ແຜ່​ການ​ເງິນ, ພ້ອມ​ກັນ​ນັ້ນ ການຄວບຄຸມຄວາມສ່ຽງດ້ານການເງິນທີ່ອາດເກີດຂຶ້ນຈາກການພັດທະນາໄວຂອງ fintech ແລະນະວັດຕະກໍາດິຈິຕອນ ເປັນສິ່ງຈໍາເປັນທີ່​ສຸດ.

ທິດທາງການ​ຄຸ້ມ​ຄອງ​ເງິນຕາ​ໃນ​ເງື່ອນ​​ໄຂ
ຂອງການ​ພັດທະນາລະບົບ​ເສດຖະກິດ​ດິຈິ​ຕອນ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ 

ທີ​ໜຶ່ງ, ຢຶດໝັ້ນ​ໃນ​ເປົ້າ​ໝາຍ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ເງິນ​ເຟີ້, ສືບ​ຕໍ່ປະຕິບັດນະໂຍບາຍການເງິນຢ່າງຮອບຄອບ​ແລະ​ໄຫວ​ພິບ. ຍູ້​ແຮງ​ການ​ຄົ້ນຄວ້າ​ແລະ​ປະກາດ​ໃຊ້​ໂດຍ​ໄວ​ ກອບ​ກົດໝາຍເພື່ອຄວບ​ຄຸມ​ການ​ໃຫ້ກູ້ຢືມແບບເພື່ອນຕໍ່ເພື່ອນ, ສະກຸນເງິນດິຈິຕອນຂອງທະນາຄານສູນກາງ (CBDC)... ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ​ປັບ​ກອບ​ການ​ດຳ​ເນີນນະ​ໂຍບາຍ​​ເງິນຕາ, ຄ່ອຍໆຫັນປ່ຽນ​ຈາກ​ການ​ຄວບ​ຄຸມ​ນະ​ໂຍບາຍ​ເງິນຕາ​ຕາມ​ເປົ້າ​ໝາຍ​ປະລິມານ​ການ​ສະໜອງ​ເງິນ ສູ່ເປົ້າໝາຍການດຳເນີນງານຕາມອັດຕາດອກເບ້ຍ ​ເພື່ອ​ເພີ່ມ​ຄວາມ​ຍືດຫຍຸ່ນຂອງ​ນະ​ໂຍບາຍເງິນຕາ ຕາມ​ມະຕິ​ເລກທີ 986/QĐ-TTg, ວັນ​ທີ 8 ສິງຫາ 2018, ຂອງ​ນາຍົກລັດ​ຖະມົນຕີ, “ກ່ຽວ​ກັບ​ການ​ອະນຸມັດຍຸດ​ທະ​ສາດ​ການ​ພັດທະນາ​ຂະ​ແໜງ​ການ​ທະນາຄານຂອງ​ຫວຽດນາມ​ຮອດ​ປີ 2025, ກຳນົດ​ທິດ​ຮອດ​ປີ 2030”, ຜ່ານ​ນັ້ນ ​ເພີ່ມ​ຄວາມສາມາດໃນການປັບຕົວ​ເຂົ້າ​ກັບ​ການ​ຫັນປ່ຽນ​ດິຈິ​ຕອນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ໄວໃນຂົງ​ເຂດການເງິນ ແລະການທະນາຄານ.   

ທີ​ສອງ, ປັບປຸງກອບ​ກົດໝາຍ​ສຳລັບການ​ເຄື່ອນ​ໄຫວ​ຊຳລະ​ເງິນທີ່ບໍ່​​ໃຊ້ເງິນສົດ ຜ່ານ​ການ​ປະກາດ​ໃຊ້​ດຳລັດ​ໃໝ່ ​ແທນ​ໃຫ້ດຳລັດ​ເລກທີ 101/2012/NĐ-CP ກຳນົດກ່ຽວ​ກັບ​ການຊຳລະ​ເງິນທີ່​ບໍ່​ໃຊ້​ເງິນສົດ; ດໍາລັດວ່າ​ດ້ວຍ​ການ​ປັບປຸງ​ແລະ​ເພີ່ມ​ເຕີມດໍາລັດສະບັບເລກທີ 222/2013/NĐ-CP ກຳນົດກ່ຽວ​ກັບການຊຳລະ​ເງິນ​ດ້ວຍ​ເງິນສົດ. ​ເພີ່ມ​​ຄວາມປອດ​ໄພ ​ແລະ​ການ​ຮັກສາຄວາມລັບ, ຮັບປະກັນ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ​ ຂອງ​ລະບົບ​ການຊຳລະ​ເງິນ​; ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳຂອງ​ລູກ​ຄ້າ. ຊີ້​ນຳ​ບັນດາ​ອົງການ​ສິນ​ເຊື່ອ​​ໃນ​ການ​ຍູ້​ແຮງ​ການ​ປະຍຸກ​ໃຊ້​ນະ​ວັດຕະ​ກຳ​ ແລະ​ການ​ປະດິດ​ສ້າ​ງ​ເຕັກ​ໂນ​ໂລ​ຊີ​ການ​ທະນາຄານ, ປ່ຽນ​ແປງ​ແລະ​ກ້າວ​ໄປ​ສູ່​ຮູບ​ແບບ​ການ​ດຳ​ເນີນ​ງານທະນາຄານ​ດິຈິ​ຕອນ​ເຕັມ​ຮູບ​ແບບ, ອະນຸຍາດໃຫ້ລູກຄ້າສາມາດ​ເຮັດທຸລະ​ກຳ ກັບ​ທະນາຄານໄດ້ທຸກເວລາ, ທຸກບ່ອນ; ຄົ້ນຄວ້າ​ແລະ​ສະ​ເໜີ​ໃຫ້​ທະນາຄານ​ເຂົ້າ​ເຖິງ​ເອກະສານຮັບຮອງ​ຄວາມ​ຖືກຕ້ອງ​ຂອງ​ພົນລະ​ເມືອງ​ເອ​ເລັກ​ໂຕຣນິກ ​ແລະ​ຂໍ້​ມູນ​ປະຈຳຕົວ ​ເພື່ອ​ຫຼຸດ​ເອກະສານ​ແລະ​ຂັ້ນ​ຕອນ​ການ​ເຮັດ​ທຸລະ​ກຳລະຫວ່າງ​ທະນາຄານ​ແລະ​ລູກ​ຄ້າ.

ທີ​ສາມ, ສ້າງ​ກົນ​ໄກ​ການຄຸ້ມ​ຄອງ​ການ​ທົດລອງ (Regulatory Sandbox) ອະນຸຍາດ​ໃຫ້​ວິ​ສາ​ຫະກິດ fintech ​ແລະ ຮູບແບບການຊໍາລະເງິນໃຫມ່... ນຳໃຊ້ນະ​ວັດຕະ​ກຳເຕັກໂນໂລຊີ ແລະນະວັດຕະກຳດິຈິຕອນ ເຂົ້າໃນກິດຈະກຳການ​ທະນາຄານ; ສ້າງ​ແລະ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ເງິນ​ຮອບດ້ານ​ແຫ່ງ​ຊາດຮອດ​ປີ 2025, ກຳນົດ​ທິດ​ຮອດ​ປີ 2030.

ທີ​ສີ່, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ, ການ​ປ້ອງ​ກັນ​ ກີດ​ກັ້ນ ແລະ ຕ້ານການລະ​ເມີດ​ກົດໝາຍ​ໃນ​ຂົງ​ເຂດ​ທະນາຄານ; ປັບປຸງ​ຂອບ​ການ​ວິ​ເຄາະ​ຄວາມປອດ​ໄພ​ມະຫາ​ພາກ, ເພີ່ມການເຕືອນໄພ, ການກວດພົບຄວາມ​ສ່ຽງ​ຂອງ​ລະບົບ​ໂດຍ​ໄວ, ລວມທັງຄວາມສ່ຽງດ້ານເຕັກໂນໂລຊີທາງດ້ານການເງິນ. ສືບຕໍ່​ການ​ສ້າງ​ແລະປັບປຸງ​ຂອບ​ກົດ​ໝາຍ, ຂໍ້​ກຳນົດກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເງິນ ​ແລະ ນະ​ໂຍບາຍຮັກສາ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ມະຫາ​ພາກ ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ທີ່​ມີ​ລັກສະນະ​ລະບົບ./.

-------------------

 (1) ສະກຸນ​ເງິນສະ​ເໝືອນ​ແມ່ນ​ເງິນ​ທີ່​ອອກ​ໂດຍ​ເອກະ​ຊົນ, ບໍ່​ມີ​ຊັບ​ສິນ​ຮັບປະກັນ, ດັ່ງ​ນັ້ນຄວາມ​ຜັນ​ຜວນ​ຂອງ​ລາຄາ​ຂອງ​ສະກຸນ​ເງິນ​ນີ້ແມ່ນໃຫຍ່ຫຼາຍ. ສະກຸນເງິນສະ​ເໝືອນທີ່ໃຊ້ທົ່ວໄປ, ລວມມີ Bitcoin, Ethereum,...

(2) ສະກຸນ​ເງິນ Stablecoins ​ແມ່ນ​ສະກຸນ​ເງິນ​ສະ​ເໝືອນ ທີ່​ອອກ​ໂດຍ​ເອກະ​ຊົນ, ​ແຕ່​ມີ​ຊັບ​ສິນຮັບ​ປະກັນ ​ເພື່ອ​ຈຳກັດຄວາມ​ຜັນ​ຜວນ​ຂອງ​ລາຄາ​ເມື່ອ​ທຽບ​ກັບ​ສະກຸນ​ເງິນ​ສະ​ເໝືອນ​ປົກກະຕິ. ບັນດາ​ຊັບ​ສິນ​ຮັບປະກັນ​ອາດ​ຈະ​ແມ່ນສະກຸນ​ຫຼັກ​ເຊັ່ນ ​ໂດ​ລາ​ສະຫະລັດ, ​ເອີ​ໂຣ; ສະກຸນ​ເງິນ​ສະ​ເໝືອນ​ເຊັ່ນ Bitcoin, Ethereum,... ​ແຕ່​ໃຊ້​ອັດຕາ​ການຄໍ້າປະກັນສູງ (ຍົກຕົວຢ່າງ: 1000 ​ໂດ​ລາ​ສະຫະລັດ​ທຽບ​ເທົ່າ​ຂອງ Bitcoin ທີ່​ໄດ້​ໃຊ້​ເປັນ​ຊັບ​ສິນ​ຮັບປະກັນສຳລັບການ​ອອກ 500 USD ທຽບ​ເທົ່າ​ຂອງ Stablecoins); ສູດການຄິດໄລ່​ແມ່ນຂອງຜູ້ອອກຫຼຽນເອງ ເພື່ອຮັບປະກັນການສະ ໜອງ/ຄວາມຕ້ອງການຂອງຫຼຽນ ຈະຈໍາກັດຄວາມ​ຜັນ​ຜວນ​ຂອງລາຄາຂະໜາດໃຫຍ່. ບັນດາ​ສະກຸນ​ເງິນ​ສະ​ເໝືອນ​ທີ່​ໄດ້​ໃຊ້​ຫຼາຍ​ລວມມີ: Tether, TrueUSD,...

(3) ສະກຸນ​ເງິນ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນທີ່​ອອກ​ໂດຍ​ທະນາຄານ​ສູນ​ກາງ ​ເຊິ່ງ​ເປັນ​ວິທີ​ການ​ຊຳລະ​ເງິນທຽບ​ເທົ່າ​ເງິນສົດ​ ແຕ່​ໃນ​ຮູບ​ແບບ​ເອ​ເລັກ​ໂຕຣນິກ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 962 (​ເດືອນມີ​ນາ 2021)