“ຕາມທັນ, ໄປພ້ອມກັນ ແລະ ໄປຂ້າງ​ໜ້າ​ໃນບາງຂົງເຂດ” ​
ໃນ​ຂະ​ບວນການ​ເຂົ້າ​ເຖິງ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່
​ເພື່ອ​ພັດທະນາ​ລະບົບອຸດສາຫະກຳ​ທັນ​ສະ​ໄໝ​ຂອງ​ຫວຽດນາມ

ໂດຍ ປອ ເຈິ່ນຕວັ໋ນແອັງ
ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ
09:09, 22-09-2021
ວກ. - ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່ທີ່ກໍາລັງດໍາເນີນຢູ່ ແມ່ນຍຸກຂອງອິນ​ເຕີ​ເນັດ​ເຊື່ອມ​ຕໍ່​ທຸກສິ່ງ, ນໍາໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການຜະລິດອັດຕະໂນມັດ. ​ເນື້ອ​ແທ້​ຂອງການ​ປະຕິວັດ​ນີ້​ແມ່ນ ​ທ່າ​ອຽງ​ຫັນ​ເປັນ​ດິຈິ​ຕອນ​ຕໍ່​ບັນດາ​ແບ​ດວິທີ​ການ​ຜະລິດ, ການ​ຜະລິດ​ແບບ​ດັ້ງ​ເດີມ.

ການ​ປະຕິວັດອຸດສາຫະຄັ້ງ​ທີສີ່​ ແລະ ​ຜົນກະທົບ​ເຖິງຂະ​ແໜງ​ອຸດສາຫະກຳ

ມາ​ເຖິງ​ປະຈຸ​ບັນ, ອຸດສາຫະກຳ​ໂລກ​ໄດ້​ຜ່ານການ​ປະຕິວັດ​ອຸດສາຫະກຳສາມ​ຄັ້ງ. ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີໜຶ່ງ (ກປອຄ1) ເກີດຂຶ້ນໃນຊຸມປີ 80 ຂອງ​ສະຕະວັດ​ທີ 18, ແມ່ນຂະບວນການຫັນ​ເປັນກົນຈັກ ດ້ວຍການ​ໃຊ້​ເຄື່ອງ​ຈັກ​ໄຮ​ໂດຼລິກ​ແລະ​ອາຍນໍ້າ ແທນແຮງງານຂອງມະນຸດ. ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສອງ (ກປອຄ2) ​ເກີດ​ຂຶ້ນ​ໃນປີ 70 ຂອງສະຕະວັດທີ 19, ​ແຮງ​ຂັບ​ເຄື່ອນ​ຂອງ​ການປະຕິວັດ​ນີ້​ແມ່ນ​ເຄື່ອງ​ຈັກ​ເຜົາ​ໄໝ້ພາຍໃນແລະໄຟຟ້າ. ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສາມ (ກປອຄ3) ​ເກີດ​ຂຶ້ນ​ໃນ​ທ້າຍຊຸມປີ 60, ຕົ້ນຊຸມປີ 70 ຂອງສະຕະວັດທີ 20 ດ້ວຍ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເອ​ເລັກ​ໂຕຣນິກ ​ເພື່ອ​ຍູ້​ແຮງ​ຂະ​ບວນການ​​ເປີດ​ກວ້າງການຜະລິດ​ອັດຕະ​ໂນ​ມັດ.

ສຳລັບການປະຕິວັດສາມຄັ້ງກ່ອນໜ້ານີ້, ໄລຍະຫ່າງລະຫວ່າງສອງ​ການ​ປະຕິວັດ ໄດ້ແກ່ຍາວເກືອບໜຶ່ງສະຕະວັດ, ​ໃນ​ຂະນະນັ້ນ, ​ເວລາ​ລະຫວ່າງການ​ປະຕິວັດອຸດສາຫະກຳຄັ້ງ​ທີສາມ (ກປອຄ3) ​ແລະການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່ (ກປອຄ4) ​ແມ່ນ​ໜ້ອຍ​ກວ່າ​ເຄິ່ງສະຕະວັດ. ການ​ປະຕິວັດ​ແຕ່​ລະ​ຄັ້ງລ້ວນ​ແຕ່​ຖືກ​ຂັບ​ເຄື່ອນ​ໂດຍ​ການ​ພັດທະນາເຕັກໂນໂລຊີທີ່ກ້າວກະ​ໂດດ ທີ່​ປ່ຽນ​ແປງລະບົບ​ການ​ຜະລິດ​ທົ່ວ​ໂລກ​ໂດຍ​ພື້ນຖານ ​ແລະ ປ່ຽນ​ແປງ​ວິທີ​ທີ່​ຜູ້​ຄົນສ້າງຄວາມຮັ່ງມີທາງວັດຖຸ​ໂດຍ​ສິ້ນ​ເຊີງ.

ຮຸບທີ 1: ​ຈຸດ​ພິ​ເສດ​ຕົ້ນຕໍ​ຂອງບັນດາການ​ປະຕິວັດ​ອຸດສາຫະກຳ

ກ​ປອຄ 1

ກ​ປອຄ 2

ກ​ປອຄ 3

ກ​ປອຄ 4

- ການຫັນ​ເປັນກົນຈັກ
- ເຄື່ອງ​ຈັກ​ໄຮ​ໂດຼລິກ​
​- ເຄື່ອງ​ຈັກອາຍນໍ້າ

- ຜະລິດ​ເປັນ​ລວາດ
- ສາຍ​ການ​ປະກອບ
- ພະລັງ​ໄຟຟ້າ

- ​ເຄື່ອງ​ຄອມ​ພິວ​ເຕີ
- ລະບົບອັດຕະ​ໂນ​ມັດ

- ບັນດາລະບົບ​ໄຊ​ເບີສະ​ເໝືອນ​ຈິງ
(Cyber Physical Systems)

                       ແຫຼ່ງ: A Critical Look at Industry 4.0 Roser; ປີ 2015

ກ່ອນ​ໜ້າ​ນີ້, ພຽງແຕ່ບາງຂັ້ນຕອນການຜະລິດ​ເທົ່າ​ນັ້ນທີ່​ເປັນ​ໄປ​ຕາມ​ອັດຕະ​ໂນ​ມັດໂດຍການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ແຕ່ວ່າບໍ່ດົນມານີ້, ທ່າ​ອຽງ​ໄປ​ສູ່​ການ​ຜະລິດອັດຕະໂນມັດໄດ້ເກີດຂຶ້ນໃນຂອບເຂດທີ່ໃຫຍ່ກວ່າສິ່ງທີ່ເກີດຂຶ້ນໃນຊຸມປີ 1970​ເຊິ່ງ​ແມ່ນ​ໄລຍະ​ຕົ້ນ​ຂອງ ກປອຄ3. ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະການ​ສື່ສານ (ICT) ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ການ​ອຸດສາຫະກໍາການຜະລິດ, ດໍາເນີນການຜະລິດໃນຂະໜາດໃຫຍ່ ກຳລັງ​ເຮັດ​ໃຫ້​ເສັ້ນ​ແບ່ງ​ລະຫວ່າງ​ໂລກ​ແຫ່ງ​ຄວາມ​ຈິງ​ກັບ​ໂລກ​ສະ​ເໝືອນ​ຈິງຈາງ​ຫາຍ​ໄປ, ​ເຊິ່ງ​ໄດ້​ເອີ້ນວ່າ​ລະບົບ​ການ​ຜະລິດ​ແທ້ - ສະ​ເໝືອນ​ຈິ​ງ (CPPS)(1). ລະບົບ​ການ​ຜະລິດ​ແບບ​ປະຕິ​ສຳພັນ​ແມ່ນ​ເຄືອ​ຂ່າຍ​ການ​ສື່ສານອອນ​ໄລ​ລະຫວ່າງ​ເຄື່ອງ​ຈັກ, ກຸ່ມ​ຂອງ​ສ່ວນ​ປະກອບ ​ແລະ ສ່ວນ​ປະກອບນຳ​ກັນ. ນີ້​ແມ່ນ​ທ່າ​ອຽງ​ຂອງ ກປອຄ4, ນັ້ນແມ່ນອີງໃສ່ການພັດທະນາທີ່ໂດດເດັ່ນຂອງ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ ແລະ ວິທະຍາສາດຄອມພິວເຕີ​ ເພື່ອ​ສ້າງ​ຜະລິດ​ຕະພັນ, ຂໍ້ມູນແລະບໍລິການ ທີ່ຊ່ວຍ​ໃຫ້​ທຸກ​ຄົນແລະທຸກຢ່າງສາມາດເຊື່ອມຕໍ່ກັນໄດ້

 

ການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານ ເຂົ້າໃນຂະແໜງອຸດສາຫະກຳການຜະລິດ, ດຳເນີນການຜະລິດຂະໜາດໃຫຍ່ ກຳລັງເຮັດໃຫ້ເສັ້ນແບ່ງລະຫວ່າງໂລກແຫ່ງຄວາມຈິງກັບໂລກສະເໝືອນຈິງຈາງຫາຍໄປ _ພາບ: ເອກະສານຂໍ້ມູນ

ຄຽງ​ຄູ່​ກັບເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີການພິມ 3 ມິຕິ, ປັນຍາ​ປະດິດ, ຫຸ່ນຍົນ, ເຕັກໂນໂລຊີນາໂນ, ​ເຕັກ​ໂນ​ໂລ​ຊີວັດ​ສະດຸ​ໃໝ່ ​ແມ່ນ​ເຕັກ​ໂນ​ໂລ​ຊີ​ແບບຢ່າງທີ່ກຳລັງຂະຫຍາຍຕົວ​ແບບ​ທະວີຄູນ, ສ້າງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຂະ​ບວນການ​ຜະລິດ, ເຮັດໃຫ້ການຜະລິດອຸດສາຫະກຳມີຄວາມຍືດຫຍຸ່ນຫຼາຍຂຶ້ນ. ​ເຕັກ​ໂນ​ໂລ​ຊີ​ເຫຼ່າ​ນີ້​ບໍ່​​ແມ່ນ​ສິ່ງໃໝ່, ແມ້ແຕ່ຖືກຄົ້ນພົບເມື່ອ 20, 30 ປີກ່ອນ, ​ແຕ່​ຍ້ອນ​ພະລັງ​ການ​ຄຳນວນ​ເພີ່ມ​ຂຶ້ນຢ່າງໄວວາ, ຄ່າໃຊ້ຈ່າຍການນຳໃຊ້ຫຼຸດລົງ ແລະ ຂະໜາດ​ອຸປະກອນນ້ອຍລົງ, ດັ່ງ​ນັ້ນ​ຈຶ່ງອະນຸຍາດໃຫ້ນຳໃຊ້ເຕັກໂນໂລຊີເຫຼົ່ານີ້​ເຂົ້າ​ໃນ​ການ​ຜະລິດ​ອຸດສາຫະກຳ.

ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່ ໄດ້ປ່ຽນ​ແປງບັນດາ​ພາກສ່ວນ​ຂອງ​ຕ່ອງ​ໂສ້ຄຸນຄ່າ​ແບບດັ້ງເດີມ. ​ໃນ​ຄວາມ​ເປັນ​ຈິງ, ຈະ​ມີ​ຫຼື​ບໍ່​ມີ ກປອຄ4, ຕ່ອງ​​ໂສ້​ຄຸນຄ່າ​ກໍ​ປະກອບ​ດ້ວຍພາກສ່ວນຕ່າງໆ ຕັ້ງ​ແຕ່​ການ​ຄົ້ນຄວ້າ​ພັດທະນາ, ການ​ອອກ​ແບບ ຈົນ​ເຖິງການຜະລິດ, ​ແລ້ວ​ເຖິງ​ການ​ແຈກ​ຢາຍ, ​ໂລ​ຈິ​ສະຕິ​ກ ​ແລະ ການຂາຍ​ສິນຄ້າ, ​ແຕ່​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ ກປອຄ4 ໄດ້ປ່ຽນວິທີການດຳເນີນການ​ໃນ​ພາກສ່ວນ​ເຫຼົ່າ​ນີ້. ​ໃນ​ຮູບ​ແບບ​ຕ່ອງ​ໂສ້​ຄຸນຄ່າ​ດັ້ງ​ເດີມ, ຂັ້ນຕອນການຄົ້ນຄວ້າແລະການອອກ​ແບບ​ດໍາ​ເນີນ​ການ​ບົນພື້ນຖານຂອງຜົນການວິເຄາະທ່າ​ອຽງຕະຫຼາດ, ມັກ​ຈະ​ມີຄວາມ​ຊັກ​ຊ້າ​ທາງ​ເວລາ​ເນື່ອງ​ຈາກ​ການ​ເກັບກໍາຂໍ້ມູນ ການ​ວິ​ເຄາະ​ແລະ​ການ​ປະ​ມວນຜົນທີ່​ເສຍ​ຄ່າ​ໃຊ້​ຈ່າ​ຍຫຼາຍ ​ແລະການ​ເຂົ້າ​ເຖິງ​ຂໍ້​ມູນ​ຖືກຈໍາກັດ. ​ໃນ​ປະຈຸ​ບັນ, ດ້ວຍ​ການສະໜັບສະໜູນ​ຂອງ​ຖານ​ຂໍ້​ມູນ​ໃຫຍ່​, ການກຳນົດທ່າ​ອຽງຂອງຕະຫຼາດກາຍເປັນງ່າຍ ແລະ ໄວຂຶ້ນ, ຖືກຕ້ອງ​ຫຼາຍ​ຂຶ້ນ. ​ໃນ​ຂອດ​ການ​ປະດິດ​ຜະລິດ, ກ່ອນ​ໜ້າ​ນີ້, ພຽງແຕ່ເປັນກິດຈະກໍາ ການສ້າງ​ຜະລິດ​ຕະພັນແລະສິນຄ້າ, ມີຄວາມສ່ຽງຫຼາຍຢ່າງ​ໃນ​ສິນຄ້າ​ແຕກ​ຫັກ​ແລະ​ສິນຄ້າເສຍຫາຍ ເນື່ອງຈາກບໍ່​ສາມາດຄວບຄຸມຕ່ອງ​ໂສ້​ຄຸນຄ່າທັງໝົດ​ໄດ້, ຫຼື​ຄວາມ​ສ່ຽງ​ຈາກ​ການ​ຜະລິດຫຼາຍເກີນ​ໄປ, ບໍ່ກົງກັບຄວາມຕ້ອງການຂອງຕະຫຼາດ; ​ໃນ​ປະຈຸ​ບັນ, ດ້ວຍ​ການ​ສະໜັບສະໜູນ​ຂອງລະບົບ​ການ​ຜະລິດ​ແທ້ - ສະ​ເໝືອນ​ຈິ​ງ (CPPS)​ ແລະ ບັນດາ​ເຕັກ​ໂນ​ໂລ​ຊີ​ຄຸ້ມ​ຄອງ​ເວລາ​ແທ້ (real-time), ຄວາມສ່ຽງເຫຼົ່ານີ້ສ່ວນ​ຫຼາຍ​ຖືກ​ຄວບ​ຄຸມ, ດັ່ງ​ນັ້ນ ຂະ​ບວນການ​ຜະລິດ​ຈຶ່ງ​ໄດ້​ຮັບ​ການ​ປັບ​ໃຫ້​ເໝາະ​ສົມ, ຊ່ວຍ​ຫຼຸດ​ຄວາມ​ສິ້ນ​ເປືອງ​ໃນ​ການ​ຜະລິດ. ຕາມ​ວິທີການຂອງການຄຸ້ມຄອງການຜະລິດ​ແບບທັນ​ເວລາ (JIT), ສິນຄ້າຄ້າງ​ສາງແລະຄ່າໃຊ້ຈ່າຍໃນການເກັບຮັກສາຖືກ​ລະບຸ​ວ່າ​ເປັນ​ໜຶ່ງ​ໃນ​ຂອງ​ເສຍ​ທີ່​ຕ້ອງຫຼຸດ​ໃຫ້​ເຫຼືອໜ້ອຍທີ່ສຸດ ແລະ ການຜະລິດ​ໂດຍບໍ່ມີສິນຄ້າ​ຄ້າງສາງ (zero inventory) ​ແມ່ນ​ເປົ້າ​ໝາຍ​ທີ່​ວິ​ສາ​ຫະກິດ​ມຸ່ງ​ໃສ່.

​ໃນ​ຮູບ​ແບບ​ຕ່ອງ​ໂສ້​ຄຸນຄ່າ​ດັ້ງ​ເດີມ, ຈຳນວນສິນຄ້າຄ້າງສາງຈະຖືກ​ລະບຸ​ໃນ​ອັດຕາ​ທີ່ແນ່ນອນ, ​ແຕ່​ດ້ວຍ​ການ​ສະໜັບສະໜູນ​ຂອງ ກປອຄ4, ຈຳນວນສິນຄ້າ​ຄ້າງ​ສາງຈະຖືກ​ປັບ​ໃຫ້​ເໝາະ​ສົມ​ຕາມ​ເວລາຈິງ, ດັ່ງນັ້ນ, ວິສາຫະກິດສາມາດ​ເພີ່ມ​ປະສິດທິພາບ​ຄວາມ​ຕ້ອງການ​ເງິນທຶນໝູນວຽນ, ລາຄາ​ສຳ​ເລັດ​ຮູບ ​ແລະ ຍົກ​ສູງ​ປະສິດທິ​ຜົນຂອງການຜະລິດແລະການທຸລະກິດ.

ຄ້າຍຄື​ແນວ​ນັ້ນ, ​ໃນ​ສ່ວນ​ການ​ໂລ​ຈິ​ສະຕິ​ກ, ການ​ຄຸ້ມ​ຄອງ​ຕາມ​ເວລາ​ຈິງ​ເຮັດ​ໃຫ້​ຂະ​ບວນການ​ຄວບ​ຄຸມ​ການ​ຂົນ​ສົ່ງ​ສິນຄ້າ​ງ່າຍ​ຂຶ້ນ, ​ເພີ່ມ​ຄວາມຖືກຕ້ອງ​ຊັດ​ເຈນ ​ແລະ ຫຼຸດ​ຄ່າ​ໃຊ້​ຈ່າຍ​ລົງ. ​ການ​ຂາຍ​ສິນຄ້າ​ແມ່ນ​ຂັ້ນ​ຕອນ​ທີ່​ມີ​ການ​ປ່ຽນ​ແປງຫຼາຍ​ທີ່​ສຸດ​ເນື່ອງ​ຈາກຜົນກະທົບຂອງ ກປອຄ4, ແທນທີ່ຈະຕ້ອງຮັກສາລະບົບຮ້ານຄ້າໃຫຍ່ທີ່​ມີ​ຕົ້ນ​ທຶນ​ແພງ​ເພື່ອ​ການສະແດງແລະຂາຍສິນຄ້າ, ການຄ້າທາງ​ເອເລັກໂຕຣນິກ ແລະຊ່ອງທາງ​ການໂຄສະນາອອນໄລ ຊ່ວຍ​​ໃຫ້ຜູ້ຜະລິດສາມາດ​ຫຼຸດຈໍານວນຮ້ານຄ້າລົງຢ່າງ​ຫຼວງ​ຫຼາຍ ​ແລະ ສືບຕໍ່ຂາຍສິນຄ້າ​ໂດຍກົງ​ໃຫ້ລູກຄ້າ. ການປ່ຽນແປງທັງໝົດເຫຼົ່ານີ້ສາມາດ​ເກີດ​ຂຶ້ນ​ໄດ້ພຽງແຕ່ຢູ່ໃນສັງຄົມທີ່ຂໍ້ມູນຂ່າວສານທັງໝົດຖືກຫັນເປັນດິຈິຕອນແລະປະມວນຜົນ ​ເພື່ອ​ໃຫ້​ຂໍ້​ມູນຂະໜາດ​ໃຫຍ່​ມີ​ປະ​ໂຫຍ​ດ​ແລະ​ມີ​ຄວາມ​ໝາຍຕໍ່​ຜູ້​ໃຊ້. ດັ່ງ​ນັ້ນ​ຈຶ່ງສາມາດ​ເວົ້າ​ໄດ້​ວ່າ, ກປອຄ4, ຫຼືຊັດເຈນກວ່າ, ການຫັນເປັນດິຈິຕອນໄດ້ປ່ຽນແປງລະບົບ​ການ​ຜະລິດຂອງໂລກ​ໂດຍພື້ນຖານ​, ປ່ຽນແປງວິທີທີ່​ຜູ້​ຄົນ​ອາ​ໄສ ​​ເຮັດ​ວຽກ ​ແລະ ​ເຊື່ອມ​ຕໍ່​ກັບຜູ້ອື່ນ​ໂດຍ​ສິ້ນ​ເຊີ​ງ; ການ​ຫັນ​ເປັນ​ດິຈິ​ຕອນ​ກໍ​ໄດ້​ສ້າງ​ວິສາ​ຫະກິດ​ແລະຂະ​ແໜງ​ການ​ອຸດສາຫະກຳ​ໃໝ່​ຂຶ້ນ, ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນຮູບແບບທຸລະກິດດັ້ງເດີມ ແລະ ປັບປ່ຽນລະບົບເສດຖະກິດໂລກ; ການ​ປະຍຸກ big data, real-time, IOTs, ການ​ຄ້າ​ເອ​ເລັກ​ໂຕຣນິກ,... ມີ​ຢູ່​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ຕ່ອງ​ໂສ້​ຄຸນຄ່າ. ຢ່າງ​ໃດ​ກໍຕາມ ຄວນ​ເນັ້ນ​ວ່າ, ການ​ເຄື່ອນ​ໄຫວ​ຫຼັກ​ຍັງ​ແມ່ນການ​ເຄື່ອນ​ໄຫວ​ຈິງ ​ເຊັ່ນ​ການ​ອອກ​ແບບ, ການ​ຜະລິດ​ສິນຄ້າ, ການ​ຂົນ​ສົ່ງ (​ໂລ​ຈິ​ສະຕິ​ກ), ການ​ຂາຍ​ສິນຄ້າ ​ເຊິ່ງ​ເປັນ​ການ​ສ້າງ​ຮາກ​ຖານ​​ເພື່ອນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ​ໃນຕ່ອງໂສ້ຄຸນຄ່າທັງໝົດ.

ປຶ້ມປົກຂາວກ່ຽວ​ກັບອຸດສາຫະກຳຫວຽດນາມປີ 2019 ​ໄດ້​ຊີ້​ໃຫ້​ເຫັນ​ທ່າ​ອຽງ​ທົ່ວ​ໂລກຂອງການຫັນເປັນດິຈິຕອນທີ່ກຳລັງດຳເນີນຢູ່​ໃນ ກປອຄ4. ຂະ​ບວນການຫັນປ່ຽນ​ດິຈິ​ຕອນທັງໝົດເກີດຂຶ້ນ​ໄດ້​ຈາກທຸກສິ່ງທີ່ເຊື່ອມຕໍ່ກັບອິນເຕີເນັດ, ອາ​ໄສ​ການ​ປະສົມ​ປະສານລະຫວ່າງເຕັກໂນໂລຊີການຜະລິດ (OT) ກັບເຕັກໂນໂລຊີຂໍ້ມູນຂ່າວສານ (IT), ສ້າງໂລກສະເໝືອນຈິງທີ່​ຈຳລອງ​ໂລກ​ແຫ່ງ​ຄວາມ​ເປັນ​ຈິງ ​ແລະ ຮູບ​ແບບ​ໃໝ່​ຂອງ​ການ​ຜະລິດ - ການບໍລິໂພກ. ການ​ປະສົມ​ປະສານ​ລະຫວ່າງ OT ​ແລະ IT ​ແມ່ນ​ບັນຫາ​ແກນ​ກາງຂອງ​ຂະ​ບວນການ​ຫັນປ່ຽນ​ດິຈິ​ຕອນ, IT ສ້າງສະພາບແວດລ້ອມທີ່ສະ ໜັບສະໜູນ ອະນຸຍາດໃຫ້ການຫັນປ່ຽນດິຈິຕອນ​ເປັນ​ຮູບ​ປະ​ທຳ (enabler), OT​ແມ່ນເຕັກໂນໂລຊີພື້ນຖານໃນທຸກຂົງເຂດຂອງຊີວິດ, ການຜະລິດ, ພະລັງງານ, ​ໂລ​ຈິ​ສະຕິ​ກ, ສາທາລະນະ​ສຸກ, ການ​ເງິນ... ​ແມ່ນ​ພື້ນຖານສໍາລັບການນໍາໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານເຂົ້າໃນການປະຕິບັດຈິງ (adopter). ປະເທດທີ່ບໍ່ມີການພັດທະນາ OT ທີ່ເຂັ້ມແຂງ ຈະບໍ່ສ້າງໂອກາດ​ແລະສະພາບແວດລ້ອມອັນໃຫຍ່ຫຼວງ ສໍາລັບການນໍາໃຊ້ IT, ດັ່ງ​ນັ້ນ, ທັງ OT ​ແລະ IT ຕ້ອງໄດ້ຮັບການພັດທະນາ​ໃນ​ສະພາບ​ການຂອງ ກປອຄ4, ​ໂດຍ​ສະ​ເພາະ​ຢູ່​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ເມື່ອ OT ຍັງ​ບໍ່​ທັນ​ພັດທະນາ​ຢ່າງ​ແຂງ​ແຮງແລະມີຄວາມຫຼາກຫຼາຍ ຄືກັນກັບຢູ່ໃນປະເທດທີ່​ພັດທະນາ​ແລ້ວ. ສິ່ງ​ນີ້​ອີກ​ເທື່ອ​ໜຶ່ງ​ໃຫ້​ເຫັນ​ນັບ​ມື້​ນັບ​ຈະ​ແຈ້ງ ເຖິງ​ບົດບາດ​ແລະ​ຄວາມ​ສຳຄັນ​ຂອງ IT ​ເວົ້າ​ສະ​ເພາະ ​ແລະ ຂອງ​ບັນດາ​ຂະ​ແໜງ​ການ​ບໍລິການ​ເວົ້າ​ລວມ​ ໃນ​ພື້ນຖານ​ເສດຖະກິດ​, ​ແຕ່​ເຖິງວ່າຈະ​ມີ​ຄວາມສຳຄັນພຽງໃດ, IT ກໍບໍ່ສາມາດແທນທີ OT ໄດ້ທັງ​ໝົດ, OT ​ແມ່ນ​ເງື່ອນ​ໄຂທີ່ຈໍາເປັນ ແລະ IT ແມ່ນເງື່ອນໄຂພຽງພໍ ​ເພື່ອ​ສ້າງ​ການ​ປະຕິວັດ​ອຸດສາຫະກໍາຄັ້ງທີ 4​.

ໃນຊຸມປີມໍ່ມານີ້, ແນວຄວາມຄິດກ່ຽວ​ກັບການປະຕິວັດອຸດສາຫະກໍາຄັ້ງ​ທີ 4 ຫຼື​ອຸດສາຫະກໍາ 4.0 ໄດ້ກາຍເປັນທີ່​ແຜ່​ຫຼາຍ​ທົ່ວ​ໄປ, ຫຼາຍປະເທດມີ​ຍຸດ​ທະ​ສາດ​ຂອງ​ຕົນ​ເອງເພື່ອຮັກສາຄວາມໄດ້ປຽບດ້ານການແຂ່ງຂັນ ແລະ ​ໃຊ້​ປະ​ໂຫຍ​ດຈາກການ​ປະຕິວັດ​ນີ້. ສຳລັບບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ເຕັກ​ໂນ​ໂລ​ຊີ OT ທີ່​ພັດທະນາ​ແລ້ວ, ຍຸດ​ທະ​ສາດ​ການ​ປະສານ​ສົມທົບ​ລະຫວ່າງ OT ​ແລະ IT ​ເປັນອັນ​ຈະ​ແຈ້ງ​ທີ່​ສຸດ, ​ແຕ່ ສຳລັບບັນດາ​ປະ​ເທດ​ກຳລັງ​ພັດທະນາ, ວິທີ​ເຂົ້າ​ເຖິງ ກປອຄ4 ​ເບິ່ງ​ຄື​ວ່າ​ພວມ​ຖືກ​ລວມສູນ​ເກີນ​ຄວນ​ເຂົ້າ​ໃສ່ IT ​ໂດຍ​ລືມ​ວ່າ, ກ່ອນ​ອື່ນ​ໝົດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ປະຍຸກ IT ຕ້ອງ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ແລະ​ຂະຫຍາຍ​ກວ້າງ ​ແລະວ່າ ລະ​ບົບ IT ທີ​ໝັ້ນຄົງ​ແລະ​ເຊື່ອ​ຖື​ໄດ້​ສາມາດ​ສ້າງ​ຂຶ້ນ​ໄດ້ກໍ​ຕໍ່​ເມື່ອ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຄວາມ​ຈິງຈຳນວນ​ຫຼວງ​ຫຼາຍພຽງພໍ​ກ່ຽວ​ກັບ​ໂລກ​ແຫ່ງ​ຄວາມ​ເປັນ​ຈິງ​ຂອງ OT.

ຮຸບທີ 2​: ​ທ່າ​ອຽງ​ລະດັບ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ດິຈິ​ຕອນ ​ໃນ​ການ​ປະຕິວັດ​ອຸດສາຫະກໍາ​ຄັ້ງ​ທີສີ່

ການ​ປ່ຽນ​ດິຈິ​ຕອນ

ການປ່ຽນ​ແປ​ງ​ໃໝ່​ການ​ຜະລິດ

ໂຄງ​ສ້າງ​ພື້ນຖານ IT

 

ປະ
ສານ​
ສົມ
ທົບ

IT

​ແລະ

OT

ເຕັກ​ໂນ…ການ​ຜະລິດ (OT)

ການ
ປະ
ຕິ
ວັດ
​ອຸດ
ສາ
ຫະ
ກຳ
ຄັ້ງ​
ທີ
ສີ່

 


ເວລາຈິງ

MES/ERP   CPS  ​ເຊັນເຊີ

(​ໂຮງງານ​ອັດ​ສະ​ລິ​ຍະ)

​ວັດ​ສະດຸໃໝ່    ຜ.​ເຕີມ​ເຕັມ

ຫັນ​ຂະບວນການ
​ເປັນ​ທັນ​ສະ​ໄໝ

ພື້ນຖານ

ຊັ້ນ​ສູງ

ປຸງ​ແຕ່ງ,
ຜະລິດ

ພະລັງງານ,

​ໂລ​ຈິ​ສະຕິ​ກ,

ສາທາລະນະ​ສຸກ

ການ​ເງິນ

IOT

ຂໍ້​ມູນ​ໃຫຍ່,

ການ​
ປະມວນ​ຜົນ
​ແບບ​ກຸ່ມ​ເມກ

Al

ຄວາມ​ຈິງ​
ສະ​ເໝືອນ

= AR+VR
Robot

ການສະໜັບສະໜູນ

ການປະຍຸກ

ການຜະລິດອັດສະລິ​ຍະ

ທ່າ

ອຽງ

​ໃຫຍ່

ຫຼຸດຈຳນວນ​ປະຊາກອນ
​ໃນ​ໄວ​ອອກ​ແຮງ​ງານ

ຫຼຸດ​ຄຸນຄ່າ​ເພີ່ມ

ກຳນົດກ່ຽວ​ກັບ​ການ​ຄ້າ
ທົ່ວ​ໂລກ

​ເພີ່ມ​ການ​ແຂ່ງ​ຂັນ
ທົ່ວ​ໂລກ

ອັດຕາ​ການ​ເກີດ​ຕ່ຳ/
ປະຊາກອນ​ສູງ​ອາຍຸ

ສະຖານະ​ພາບ
ປົກກະຕິ​ໃໝ່

​ເພີ່ມ​ການ​ກະທົບ​ເຖິງ
ສິ່ງ​ແວດ​ລ້ອມ / ພະລັງງານ

ສະ​ເພາະ​ພິ​ເສດ
ທົ່ວ​ໂລກ

ແຫຼ່ງ: ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ອຸດສາຫະກຳ​ຫວຽດນາມ​ປີ 2019, ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ ​ແລະ ອົງການ​ພັດທະນາ​ອຸດສາຫະກຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNIDO)

ຮູບ​ທີ​ສອງ​ເທິງ​ນີ້​ໃຫ້​ເຫັນ​ວ່າ, ຂະ​ບວນການ​ປ່ຽນ​ດິຈິ​ຕອນ, ຈາກ​ງ່າຍດາຍ​ເຖິງ​ສັບສົນ, ອາກຈະ​ເກີດ​ຂຶ້ນ​ໃນ​ທຸກ​ຂົງ​ເຂດ, ທຸກຂະ​ແໜງ​ການ​ເສດຖະກິດ, ​ເຮັດ​ໃຫ້ການ​ປະຕິວັດ​ອຸດສາຫະກຳຄັ້ງທີ​ສີ່ ​ແລະ ຂະ​ບວນການ​ປ່ຽນ​ດິຈິ​ຕອນ​ເກີດ​ຂຶ້ນ​ໃນຂະ​ແໜງ​ການ​ປຸງ​ແຕ່ງ​ແລະ​ຜະລິດ ​ໄດ້​ປະກອບສ່ວນ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ຂະ​ແໜງ​ການ​ອຸດສາຫະກຳ, ສ້າງ​ບັນດາ​ໂຮງງານອັດ​ສະລິ​ຍະ ​ແລະ ຈາກ​ນັ້ນ​ສ້າງ​ພື້ນຖານ​ການ​ຜະລິດ​ອັດ​ສະລິ​ຍະ​ຂຶ້ນ. ການ​ປະຍຸກ IT ​ແລະ ການ​ປ່ຽນ​ດິຈິ​ຕອນ​ໃນ​ແຕ່ລະ​ຂະ​ແໜງ​ການ​ເສດຖະກິດມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ, ​ໂດຍ​ແລ້ວ​ແຕ່​ລະດັບ​ກຽມພ້ອມ​​ຂອງ​ແຕ່ລະ​ຂະ​ແໜງ​ການ. ຢູ່​ປະ​ເທດ​ຫວຽດນາມ​ກໍ​ເຫັນ​ມີ​ການ​ປະຍຸກ IT ຢ່າງ​ແຂງ​ແຮງ​ໃນ​ຂົງ​ເຂດ​ທະນາຄານ - ການ​ເງິນ (fin-tech); ​ເຮືອນ​ອັດສະລິ​ຍະ (ອະສັງຫາລິມະ​ຊັບ); ການ​ຄ້າ​ເອ​ເລັກ​ໂຕຣນິກ (e-commerce); ການ​ຂົງສົ່ງ (grab, be),... ​ແຕ່​ໃນ​ການ​ຜະລິດ​ຍັງ​ຈຳກັດ​ຫຼາຍ, ດ້ານ​ໜຶ່ງ, ຍ້ອນ​ຄວາມ​ຕ້ອງການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂອງ​ຂະ​ແໜງ​​ອຸດສາຫະກຳສັບສົນ​ກວ່າ ​ທຽບ​ກັບ​ຂະ​ແໜງ​ການ​ອື່ນ; ດ້ານອື່ນ, ຍ້ອນ​ລະດັບ​ຄວາມ​ພ້ອມ​ຂອງ​ບັນດາ​ວິ​ສາ​ຫະກິດ​ບໍ່​ທັນ​ສູງ.

ປະສົບການຂອງໂລກກ່ຽວ​ກັບການພັດທະນາອຸດສາຫະກຳ​
ໃນ​ສະພາບ​ການ​ຂອງ​ການ
​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່

​ແຕ່ລະ​ປະ​ເທດ​ມີ​ວິທີ​ເຂົ້າ​ເຖິງການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່ທີ່​ຕ່າງ​ກັນ, ​ແຕ່​ໂດຍ​ພື້ນຖານ​ແລ້ວ, ວິທີ​ເຂົ້າ​ເຖິງ ກປອຄ4 ຂອງ​ບັນດາ​ປະ​ເທດ​ໃນ​ປະຈຸ​ບັນ​ອາດ​ຈະ​ແບ່ງ​ອອກ​ເປັນບັນດາ​ກຸ່ມ​ຍຸດ​ທະ​ສາດທີ່​ຕ່າງ​ກັນ ແລະ ສະຫຼຸບໂດຍປຶ້ມປົກຂາວກ່ຽວ​ກັບ​ອຸດສາຫະກໍາຫວຽດນາມໃນປີ 2019 ໃນຕາຕະລາງ 1.   

ຕາຕະລາງ 1: ຍຸດ​ທະ​ສາດ​ການ​ເຂົ້າ​ເຖິງ ກປອຄ4 ຂອງ​ບາງ​ປະ​ເທດ

ຍຸດ​ທະ​ສາດ

ການ​ນຳ​ໃຊ້

ຈຸດ​ພິ​ເສດ​ຕົ້ນຕໍ

ຄວາມ​ສ່ຽງ

ການ​ຄຸ້ມ​ຄອງ
ຕະຫຼາດ

ບັນດາປະເທດສະ
ຫະພາບເອີຣົບ
ເກືອບທັງໝົດ
(ອີ​ຢູ, ລວມທັງ​ເຢຍລະ​ມັນ), ອາ​ເມ​ລິ​ກາ ​ແລະ ​ບາງ​ປະ​ເທດ​ໃນ​ສະມາ​ຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ).

ສ້າງ​ຍຸດ​ທະ​ສາດ “ຕະຫຼາດ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ” ​ແລະ ວາງ​ກອບ​ກຳ ນົດ ປະກອບ​ດ້ວຍກົດລະບຽບ ເພື່ອ ຮັບປະກັນການປ່ຽນແປງທາງດ້ານ ເຕັກໂນໂລຊີ ​ໂດຍບໍ່​ກະທົບ​ຕໍ່​ຄວາມ​ໝັ້ນຄົງແລະຄວາມຍຸຕິທຳ ສຳລັບ ທຸກຄົນ.

ບໍ່​ມີ​ຄວາມ​ສາມາດ​ຄວບ​ຄຸມ​ການ​ເພີ່ມ​ຂຶ້ນ​ຢ່າງ​ໄວ ຂອງ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ໃໝ່ ຫຼື​ບັນດາ​ປັດ​ໄຈ​ຕ້ານ​ການ​ປ່ຽນ​ແປງ, ​ເຮັດ​ໃຫ້ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ນີ້ ມີຄວາມ ດຶງດູດໜ້ອຍລົງ, ເຮັດໃຫ້ເສດຖະ ກິດຕົກ​ຕ່ຳ.

ການ​ກວດກາ

ຈີນ, ສ່ວນ​ໜຶ່ງ​ຢູ່​ເຢຍລະ​ມັນ ​ແລະ
ສ.ເກົາຫຼີ.

 

ລັດເປັນເຈົ້າຂອງເຕັກໂນໂລຊີໃໝ່ ແລະນຳໃຊ້ ເພື່ອຜົນປະໂຫຍດຂອງ ຊາດ, ​ເພື່ອ​ຈຸດປະສົງ​ເສດຖະກິດ ​ແລະ ການ​ເມືອງ​ໃນ​ປະ​ເທດ ຫຼື​ເພື່ອ​ບັນດາ​ເປົ້າ​ໝາຍ​ທີ່ໃຫຍ່ຫຼວງກວ່າ.

ບັນດາປະເທດທີ່​ເສລີສາມາດກ້າວ ໜ້າໄວຂຶ້ນ ແລະ ພັດທະນາຮູບ ແບບທຸລະກິດ ​ແລະ ສັງຄົມໃໝ່ ຢ່າງໄວ, ​ໃນ​ຂະນະ​ນັ້ນ ບັນດາ​ປະ​ເທດ “ຄວບ​ຄຸມ” ຍັງ​ກຳລັງ​ໄລ່​ຕາມ.

​ເປີດ​ໃຫ້
ວິ​ສາ​ຫະກິດ

ສິງກະ​ໂປ, ​ເກືອບ​ທັງ​ໝົດ​ຢູ່​ບັນດາ ​ປະ​ເທດອາ​ຊຽນ, ບາງ​ປະ​ເທດ​ອີ​ຢູ, ສ່ວນ​ໜຶ່ງ​ ຢູ່ສ.ເກົາຫຼີ, ອຽກລັງ, ອັງກິດ, ຍີ່ປຸ່ນ ແລະ ອົດ​ສະຕຣາລີ.

ບັນດາ​ລັດຖະບານ, ​ໂດຍ​ສະ​ເພາະ (ແຕ່ບໍ່ພຽງແຕ່) ບັນດາ​ລັດຖະບານ​
ທີ່​ນ້ອຍ​ກວ່າ, ອາດ​ຈະ​ບໍ່​ມີ​ຄວາມ​ສາມາດຄວບ​ຄຸມ ກປອຄ4, ​ແຕ່​ອາດ​ຈະ​ອີງ​ໃສ່​ແຫຼ່ງພະລັງ​ຈາກ​ພາຍ​ນອກ ດ້ວຍ​ວິທີ​ດຶງ​ດູດ​ການ​ລົງທຶນ ຜ່ານ​ນະ​ໂຍບາຍ​ພາສີ​ທີ່​ໜ້າສົນໃຈ, ກົດລະ ບຽບບໍ່ເຄັ່ງຄັດເກີນໄປ, ການ​ລົງທຶນ​ໃນ​ໂຄງ​ສ້າງ​ພື້ນຖານ (ຕົວຢ່າງ​ເຊັ່ນ 5G) ​ແລະ ​ເປີດ​ການ​ຄ້າຂາຍ​ກັບ​ໂລກ.

ຕ້ອງການ​ຍຸດ​ທະ​ສາດ​ທີ່​ມີ ຄວາມ ຍືດຍຸ່ນ ແລະ ກຽມຕົວໄດ້ດີ.

ສິງກະ​ໂປ​ ແລະ ສ.​ເກົາຫຼີ ​ແມ່ນ​ສອງ​ໃນ​ຫຼາຍປະ​ເທດ​ໃນ​ໂລກທີ່​ໄດ້​ປະກາດ​ໂຄງການ​ທີ່​ກ່ຽວຂ້ອງ​ກັບ​ອຸດສາຫະກຳ 4.0 ​ໂດຍ​ໄວ.

ເຖິງວ່າຈະເປັນປະເທດເກາະທີ່ມີພື້ນທີ່ຈໍາກັດແລະເສດຖະກິດສ່ວນໃຫຍ່ແມ່ນຂຶ້ນກັບການບໍລິການ, ແຕ່​ສິງກະ​ໂປໄດ້ຮັບຮູ້ສະເໝີເຖິງຄວາມສໍາຄັນຂອງອຸດສາຫະກໍາປຸງ​ແຕ່ງແລະການຜະລິດໃນການສົ່ງເສີມການປະດິດສ້າງນະວັດຕະກໍາ, ຈາກ​ນັ້ນ​ເພື່ອ​ນຳ​ເອົາແນວຄວາມຄິດເຫຼົ່ານັ້ນໄປໃຊ້​ໃນອຸດສາຫະກໍາອື່ນ. ​ໃນ​ໂຄງ​ປະກອບ​ເສດຖະກິດ​ຂອງ​ສິງກະ​ໂປ, ອຸດສາຫະກໍາປຸງ​ແຕ່ງແລະການຜະລິດ ຍາມ​ໃດ​ກໍ​ກວມ​ເອົາ​ອັດຕາ​ສ່ວນ​20%. ​ໂຄງການ​ອຸດສາຫະກໍາ 4.0 ຂອງ​ສິງກະ​ໂປ​ສຸມ​ໃສ່​ການ​ພັດທະນາຮູບ​ແບບ​ໂຮງງານ, ວິ​ສາ​ຫະກິດ ​ແລະຕ່ອງ​ໂສ້​ຄຸນຄ່າ​ໃນ​ອະນາຄົດ ອີ​ງໃສ່ພື້ນຖານອຸດສາຫະກໍາ 4.0, ນຳໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ໂດດ​ເດັ່ນ​ຂອງການ​ປະຕິວັດ​ອຸດສາຫະກໍາຄັ້ງ​ທີ​ສີ່, ປະກອບ​ມີ IOT ​ໃນ​ອຸດສາຫະກໍາ (IIoT), ວັດສະດຸຂັ້ນສູງ, ການ​ຜະລິດ​ເຕີມ​ເຕັມ (ການພິມ 3D), ຫຸ່ນຍົນແລະອັດຕະໂນມັດ. ຮູບ​ແບບ​ໂຮງງານ​ອະນາຄົດ​ໄດ້​ຮັບການ​ຄົ້ນຄວ້າ ສຳລັບບັນດາ​ຂົງ​ເຂດອຸດສາຫະກໍາຫຼັກ​ຂອງ​ສິງກະ​ໂປ, ລວມມີສານເຄມີ, ​ເອ​ເລັກ​ໂຕຣນິກ, ຢາ, ກົນຈັກຊັດເຈນ, ກົນຈັກລົດຍົນ... ໂຄງການອຸດສາຫະກໍາ 4.0 ຂອງ​ສິງກະ​ໂປ​ມຸ່ງ​ສູ່​ເປົ້າ​ໝາຍ​ການ​ຍົກ​ສູງ​ຄວາມ​ສາມາດດຶງ​ດູດ​ເຕັກ​ໂນ​ໂລ​ຊີ​ໃໝ່ ຂອງ​ວິ​ສາ​ຫະກິດ ​ແລະ ຂະ​ແໜງ​ການອຸດສາຫະກໍາ​ໃນ​ປະ​ເທດ ຜ່ານ 3 ຍຸດ​ທະສາດ​ການ​ຍົກ​ລະດັບຄວາມສາມາດທາງດ້ານເຕັກໂນໂລຊີ, ການ​ປ່ຽນ​ດິຈິ​ຕອນ​ໃນ​ລະດັບ​ຂະ​ແໜງ​ການ ​ແລະ​ລະດັບ​ວິ​ສາ​ຫະກິດ, ​ແລະ ​ການພັດທະນາ​ບຸກຄະລາ​ກອນ​ໃນອຸດສາຫະກໍາ 4.0. ​ເພື່ອ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ເຫຼົ່າ​ນີ້ຢ່າງ​ມີ​ປະສິດທິ​ຜົນ, ສິງກະ​ໂປ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ສາມ​ຝ່າຍ ສຳລັບ​ຍຸດ​ທະ​ສາດ​ຕ່າງໆ ດ້ວຍການ​ເຂົ້າ​ຮ່ວມຂອງ​ບັນດາ​ອົງການ​ຈັດ​ຕັ້ງອຸດສາຫະກໍາ, ວິ​ສາ​ຫະກິດ ​ແລະ ມະຫາວິທະຍາ​ໄລ. ມະຫາວິທະຍາໄລນາຍາງ​ເປັນສະມາຊິກທາງການທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງແລະປະຕິບັດຍຸດທະສາດກ່ຽວ​ກັບ​ຄວາມອາດສາມາດທາງດ້ານເຕັກໂນໂລຊີ ແລະການພັດທະນາຊັບພະຍາກອນມະນຸດ.

ສ.​ເກົາຫຼີໄດ້ຈັດຕັ້ງປະຕິບັດກິດຈະກໍາທໍາອິດທີ່ກ່ຽວຂ້ອງກັບອຸດສາຫະກໍາ 4.0 ນັບແຕ່ປີ 2014 ເປັນຕົ້ນມາ. ຄະນະກໍາມະການປະທານາທິບໍດີກ່ຽວກັບການ​ປະຕິວັດ​ອຸດສາຫະກໍາຄັ້ງທີສີ່ ໄດ້ຖືກສ້າງຕັ້ງຂຶ້ນໂດຍມີຜູ້ຕາງໜ້າ 20 ຄົນຈາກວິ​ສາ​ຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ຜູ້​ແທນ​ຈາກ​ກະຊວງ 5 ຄົນ. ​ໂຄງການ I-Korea 4.0 ຂອງ ສ.​ເກົາຫຼີ​ມຸ່ງ​​ເຂົ້າສູ່ 4 ​ເປົ້າ​ໝາຍ “I”: intelligence (ຄວາມສະ​ຫຼາດ), innovation (ການ​ປ່ຽນ​ແປງ​ໃໝ່), inclusiveness (ຄວາມ​ກວມ​ລວມ), interaction (ປະຕິສໍາພັນ) ​ແລະ ຖື​ເອົາ​ປະຊາຊົນ​ເປັນ​ສູນ​ກາງ. ການ​ຄົ້ນຄວ້າ​ຂອງ ຄິມ (ປີ 2019)(2) ຊີ້​ໃຫ້​ເຫັນ​ວ່າ, ໃນເບື້ອງຕົ້ນ ໃນເວລາທີ່ລັດຖະບານສຸມໃສ່ວຽກ​ງານ IT, ບັນດາ​ວິ​ສາ​ຫະກິດອຸດສາຫະກໍາດັ້ງ​ເດີມ, ສ່ວນ​ຫຼາຍ​ແມ່ນວິ​ສາ​ຫະກິດຂະໜາດນ້ອຍ​ແລະ​ຂະໜາ​ດກາງ, ຮູ້ສຶກວ່າຖືກປະຖິ້ມແລະງົງ​ງວຍ. ທັດ​ສຳນຶກຂອງສັງຄົມ​ເວົ້າ​ລວມກ່ຽວ​ກັບ​ຂະ​ແໜງການ​ເຫຼົ່າ​ນີ້ແມ່ນ 3D (dirty - ​ເປື້ອນ​ເປິ, dangerous - ອັນຕະລາຍ ​ແລະ difficult - ຫຍຸ້ງຍາກ) ​ແລະ​ໃກ້​ຈະ​ໝົດ​ເວລາ​ແລ້ວ. ຢ່າງ​ໃດ​ກໍ​ຕາມ, ລັດຖະບານ​ແລະ​ອົງການ​ຕ່າງໆ​ຂອງ​ ສ.​ເກົາຫຼີ ຄ່ອຍໆ​ປ່ຽນ​ທັດສະນະ, ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນຂອງ​ບັນດາ​ເຕັກ​ໂນ​ໂລ​ຊີ​ການດຳເນີນງານ (OT) ຕໍ່​ຄວາມ​ສາມາດ​ແຂ່ງຂັນ​ແຫ່ງ​ຊາດ, ​ແລະ​ຈາກ​ນັ້ນ​ ສ້າງ​ໂຄງການ​ເພື່ອເຊື່ອມຕໍ່ແລະລວມເຕັກໂນໂລຊີເຫຼົ່ານີ້ ເຂົ້າກັບນະໂຍບາຍທີ່ກ່ຽວຂ້ອງກັບ ກປອຄ4. ມາ​ເຖິງ​ປະຈຸ​ບັນ, ສ.​ເກົາຫຼີ ​ໄດ້​ກໍານົດ 6 ​ເຕັກ​ໂນ​ໂລ​ຊີ​ຕົ້ນ​ທາງ​ຂອງອຸດສາຫະກໍາການຜະລິດຄື: ການຫຼໍ່, ການ​ເຮັດ​ແບບ​ເບົ້າ, ການຂຶ້ນ​ຮູບ (ປຼາສະຕິກ), ການເຊື່ອມ​ເຫຼັກ, ການອົບ​ຊຸບດ້ວຍຄວາມຮ້ອນ​ແລະ​ການ​ຮັກສາພື້ນຜິວ, ແລະບັນດານະໂຍບາຍກ່ຽວ​ກັບອຸດສາຫະກໍາ 4.0 ​ເຊິ່ງຈະ​ເປັນ​ການ​ສົມທົບ​ລະຫວ່າງ​ເຕັກ​ໂນ​ໂລ​ຊີ​ຂອງ ກປອຄ4 ​ແລະ 6 ​ເຕັກ​ໂນ​ໂລ​ຊີ​ຕົ້ນ​ທາງ​ເຫຼົ່າ​ນີ້​ເພື່ອ​ສ້າງເຕັກໂນໂລຊີການຜະລິດອັດ​ສະ​ລິ​ຍະ, ຍົກ​ສູງປະສິດທິຜົນ​ແລະ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ. ເຕັກ​ໂນ​ໂລ​ຊີ​ຕົ້ນ​ທາງ​ເຫຼົ່າ​ນີ້​ ແມ່ນຫົວໃຈສຳຄັນຂອງຂະ​ແໜງການຜະລິດ, ​ເມື່ອ​ເຕັກ​ໂນ​ໂລ​ຊີ​ເຫຼົ່າ​ນີ້ ​ແລະ ບັນດາວິ​ສາ​ຫະກິດທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ພັດທະນາ​ເຖິງ​ລະດັບ​ທີ່​ແນ່ນອນ​ໜຶ່ງ ຈະ​ມີ​ຜົນ​ກະທົບ​ແຜ່​ກວ້າງ​ອອກ. ນີ້​ແມ່ນຄວາມ​ໄດ້​ປຽບດ້ານການແຂ່ງຂັນຂອງວິສາຫະກິດແລະປະເທດ ​ເພື່ອ​ຮັບປະກັນການຮັກສາ ຕໍາແໜ່ງຂອງປະເທດໃນຕະຫຼາດໂລກ ແລະ ​ເມື່ອ​ລວມ​ເຕັກ​ໂນ​ໂບຊີເຫຼົ່ານີ້​ເຂົ້າ​ກັບ​ເຕັກໂນໂລຊີຂອງ ກປອຄ4, ຄວາມ​ສາມາດ​ໃນ​ການ​ແຂ່ງຂັນຂອງ​ວິ​ສາ​ຫະກິດ​ແລະ​ຂອງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຕື່ມ.

ຮຸບທີ 3: ​ຄວາມ​ພ້ອມ​ຂອງ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳ​ຫວຽດນາມຕໍ່ໜ້າ ກປອຄ4

 

 

 

ການ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ສ

 

 

 

 

ຜະລິດ​ຜະລິດ​ຕະພັນ​ກົນ​ຈັກ

2,5

 

ຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກ

 

 

     ສິ່ງ​ທໍ

 

1,5

2

      ຜະລິດ​ລົດ​ມີ​ເຄື່ອງ​ຍົນ

 

            ຍິບ​ແສ່ວ

   ເຄື່ອງ​ໜັງ, ​ເກີບ

 

 

0,5

1
 

0

 

 ໄຟຟ້າ, ອາຍ​ແກ​ສ, ນ້ຳ

 ສານ​ເຄມີ, ຜະລິດ​ຕະພັນ​ເຄມີ

      ຜະລິດ​ເຄື່ອງ​ດື່ມ

 

 

 

 

      ອຸປະກອນ​ໄຟຟ້າ

ເຄື່ອງ​ຈັກ, ​ເຄື່ອງ​ປະກອບ

 

 

 

 

      ຜະລິດ​ເຄື່ອງ​​ໂລຫະ

 ຢາງ​ຢືດ, ປຼາສະຕິ​ກ

 

 

      ກຳປັ່ນ, ​ເຮືອ, ລົດ​ໄຟ

  ບັນດາ​ຂະ​ແໜງອຸດສາຫະກຳ​ອື່ນ

 

 

​  ເຈ້ຍ​ແລະ​ຜະລິດ​ຕະພັນ​ເຈ້ຍ

 

 

 

ການ​ປຸງ​ແຕ່ງອາຫານ

 

 

 

A- ຈຸດ​ກຽມພ້ອມ

B- ຍຸດ​ທະ​ສາດ​ແລະ​ ການຈັດ​ຕັ້ງ

C- ​ໂຮງງານ​ອັດ​ສະ​ລິ​ຍະ

D- ການ​ດຳ​ເນີນ​ງານ
​ອັດສະ​ລິ​ຍະ

E- ຜະລິດ​ຕະພັນ​ອັດ​ສະ​ລິ​ຍະ

F- ບໍລິການ​ຂໍ້​ມູນ

G- ຜູ້​ອອກ​ແຮງ​ງານ

 

                              ແຫຼ່ງ: ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ

ຄວາມ​ພ້ອມ​ຂອງ​ຫວຽດນາມສຳລັບການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່
ຕາມ​ຈິດ​ໃຈ “ຕາມທັນ, ໄປພ້ອມກັນ ແລະ ໄປຂ້າງ​ໜ້າໃນບາງຂົງເຂດ”

ຢູ່​ຫວຽດນາມ, ຄວາມ​ສຳນຶກ ກປອຄ4 ​ແລະ ອຸດສາຫະກຳ 4.0 ​ໄດ້​ກາຍ​ເປັນຄວາມ​ຮູ້​ທີ່​ແຜ່​ຫຼາຍ​ໃນຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້. ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ໄດ້ອອກຄຳສັ່ງເລກທີ 16/CT-TTg, ລົງ​ວັນ​ທີ 4 ພຶດສະພາ 2017, “ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ເຂົ້າ​ເຖິງການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່” ​ແລະ ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ອອກ​ມະຕິ​ເລກທີ 52-NQ/TW, ລົງ​ວັນ​ທີ 27 ກັນຍາ 2019, “ວ່າ​ດ້ວຍ​ບາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່”. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງພັກ​ກອມ​ມູນິດ​ ​ແລະ ລັດ​ຫວຽດນາມ​ໃນ​ການ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ ​ແລະ​ຮັບ​ມື​ກັບຄວາມ​ທ້າ​ທາຍ​ຕ່າງໆ​ຂອງການ​ປະຕິວັດ​ອຸດສາຫະກຳຄັ້ງ​ນີ້. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ (​ເດືອນ​ມັງກອນ 2021) ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈທີ່​ຈະ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ​ທີ່​ເກີດ​ຈາກການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່ ຕາມ​ຈິດ​ໃຈ “ຕາມທັນ, ໄປພ້ອມກັນ ແລະ ໄປຂ້າງໜ້າ​ໃນ​ບາງ​ຂົງ​ເຂດ​ເມື່ອທຽບ​ກັບ​ພາກ​ພື້ນ​ແລະ​ໂລກ”(4) ເພື່ອນໍາຫວຽດນາມ​ໄປ​ສູ່​ການ​ພັດທະນາ​ໄວ​ແລະ​ຍືນ​ຍົງ.

​ເພື່ອກຳ​ສະຖານະ​ການຂອງ​ບັນດາ​ວິ​ສາ​ຫະກິດອຸດສາຫະກຳຫວຽດນາມ​ໃນສະພາບ​ການ​ຂອງ ກປອຄ4, ກະຊວງອຸດສາຫະກຳ​ແລະ​ການ​ຄ້າ​ຫວຽດນາມ​ໄດ້ປະສານ​ງານ​ກັບ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP) ເພື່ອດໍາເນີນການສໍາຫຼວດກ່ຽວກັບຄວາມພ້ອມຂອງວິສາຫະກິດອຸດສາຫະກໍາຫວຽດນາມຕໍ່ໜ້າ ກປອຄ4. ຮູບ​ທີ​ 3 ສະແດງໃຫ້ເຫັນຜົນຂອງການປະເມີນຄວາມ​ພ້ອມ​ດ້ວຍມາ​ຕາ​ສ່ວນ 5 ຈຸດ, ຂະ​ແໜງ​ການ​ອຸດສາຫະກໍາ​ສ່ວນ​ໃຫຍ່ມີ​ຄະ​ແນນ​ຕ່ຳກວ່າ 2,5 ​ໃນ​ທຸກ​ມິ​ຕິ.  

ຂະ​ບວນການສໍາຫຼວດໄດ້ຖອດ​ຖອນ 9 ຈຸດສຳຄັນຂອງວິສາຫະກິດອຸດສາຫະ ກຳຢູ່ຫວຽດນາມ: 1- ວິສາຫະກິດຫວຽດນາມເກືອບທັງໝົົດຍັງຢືນຢູ່ນອກ ກປອຄ4. 2- ວິສາຫະກິດອຸດສາຫະກຳຫວຽດນາມສາມາດເຂົ້າເຖິງເສົາຄ້ຳຂອງການຜະລິດອັດ​ສະ​ລິ​ຍະ​ໄດ້​ໃນ​ລະດັບ​ຕໍ່າ. 3- ບັນດາ​ວິ​ສາ​ຫະກິດ​ໃຫຍ່​ມີ​ຄວາມ​ພ້ອມ​ສູງ​ກວ່າ​ໃນ​ການ​ເຂົ້າ​ເຖິງ​ບັນດາ​ເສົາຄ້ຳ. 4- ເຕັກໂນໂລຊີຂັ້ນສູງຍັງບໍ່ຄ່ອຍໄດ້ນຳໃຊ້ໃນວິສາຫະກິດອຸດສາຫະ ກຳຫວຽດນາມ. 5- ປະຈຸບັນ ວິສາຫະກິດຫວຽດນາມເກືອບທັງໝົດບໍ່​ມີ​ຍຸດ​ທະ​ສາດ​ກ່ຽວ​ກັບ ກປອຄ4 ແລະ ຈັດຕັ້ງການປະຕິບັດ. 6- ຍັງ​ບໍ່​​ມີ​ຮູບ​ແບບ​ໂຮງງານ​ອັດ​ສະ​ລິ​ຍະ. 7- ລະດັບຄວາມພ້ອມໃນການດຳເນີນງານອັດ​ສະ​ລິ​ຍະຢູ່ໃນວິສາຫະກິດນັ້ນ​ສູງ​ກວ່າ​ເສົາຄ້ຳທີ່ເຫຼືອ, ​ແຕ່​ວ່າ, ນີ້ເປັນພຽງເງື່ອນໄຂພື້ນຖານທີ່ສຸດສຳລັບແຕ່ລະວິ​ສາ​ຫະກິດເມື່ອ​ເຂົ້າ​ເຖິງ ກປອຄ4. 8- ວິ​ສາຫະກິດຫວຽດນາມເກືອບທັງໝົົດຍັງບໍ່​ທັນ​ມີ​ຜະລິດ​ຕະພັນ​ອັດ​ສະ​ລິ​ຍະ. ນີ້​ແມ່ນ​ຈຸດ​ອ່ອນ​ທີ່​ສຸດ​ໃນ​ການ​ເຂົ້າ​ເຖິງ ກປອຄ4 ຂອງວິ​ສາ​ຫະກິດ​ຫວຽດນາມ. 9- ເຖິງວ່າຈະມີການເຂົ້າເຖິງແຮງງານໃນລະດັບສູງກວ່າ, ແຕ່ປະຈຸບັນ ວິ​ສາ​ຫະກິດ​ຫວຽດນາມສ່ວນໃຫຍ່ບໍ່ມີທັກສະພຽງພໍສໍາລັບຄົນງານ ​ເພື່ອ​ເຮັດວຽກ​ຢູ່​ໃນ​ໂຮງງານອັດສະລິຍະ.

ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ ຢ້ຽມຊົມງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0 _ພາບ: TTXVN

ໃນ​ສະພາບ​ການຂອງ ກປອຄ4, ການປ່ຽນແປງທາງດ້ານເຕັກໂນໂລຊີ​ໄດ້​ຊ່ວຍ​ໃຫ້​ບັນດາ​ຂະ​ແໜງເສດຖະກິດ, ໂດຍສະເພາະຂະ​ແໜງການບໍລິການ, ປ່ຽນ​ຮູບ​ແບບການດໍາເນີນງານແບບດັ້ງເດີມ ເພື່ອພັດທະນາບໍລິການໃໝ່, ​ແລະ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ຕາມ​ທັນ​ກັບທ່າ​ອຽງ​ລວມ​ໃນ​ທົ່ວ​ໂລກ. ຄວນ​ມີ​ແລວ​ທາງ​ກົດໝາຍ​ເພື່ອ​ສົ່ງ​ເສີມ​ແບບ​ວິທີ​ການ​ພັດທະນາ​ໃໝ່, ​ໃຫ້​ບໍລິການ​ແລະ​ສະຫວັດດີ​ການ​ທີ່​ດີ​ກວ່າ​ອີກ​ແກ່​ປະຊາຊົນ​ເຊັ່ນ: ບັນດາ​ການ​ເຄື່ອນ​ໄຫວ​ອີງ​ບົນ​ພື້ນຖານ​ດິຈິ​ຕອນ​ຂອງ​ບັນດາ​ຂະ​ແໜງ​ການ​ສາທາລະນະ​ສຸກ, ທະນາຄານ, ການ​ຂົນ​ສົ່ງ, ການທ່ອງທ່ຽວ... ແນວໃດກໍ່ຕາມ, ສຳລັບຂະແໜງການຜະລິດ, ການນຳໃຊ້ເຕັກໂນໂລຊີຂອງ ກປອຄ4 ມີ​ຄວາມ​ຊັກ​ຊ້າ​ທີ່​ແນ່ນອນ ​ເນື່ອງ​ຈາກ​ຄວາມ​ສັບສົນ​ຂອງ​ເຕັກ​ໂນ​ໂລ​ຊີ ​ແລະ ລະດັບ​ຄວາມ​ພ້ອມ​ຂອງ​ວິ​ສາ​ຫະກິດ, ດັ່ງ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ໃນ​ທຸກ​ດ້ານ. ສາ​ເຫດ​ຕົ້ນຕໍ​ແມ່ນ​ຍ້ອນລະດັບ​ເຕັກ​ໂນ​ໂລຊີການ​ຜະລິດ (OT) ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຍັງຕໍ່າ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ຄວາມ​ພ້ອມ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂອງ​ ກປອຄ4 ​ເຂົ້າ​ໃນ​ການ​ຜະລິດ, ທຸລະ​ກິດ ​ເພື່ອ​ຍົກ​ສູງ​ປະສິດທິ​ພາບ, ສະມັດ​ຕະພາບ​ ແລະ​ຄຸນ​ນະພາ​ບ; ຍັງ​ບໍ່​ທັນ​ມີ​ຮູບ​ແບບ​ຂອງ​ໂຮງງານ​ອັດ​ສະ​ລິ​ຍະ ​ເພື່ອ​ໃຫ້​ວິ​ສາຫະກິດ​ສາມາດກຳນົດ​ທິດທາງ​ຍຸດ​ທະ​ສາດ​ກ່ຽວ​ກັບ ກປອຄ4 ​ແລະ ຈັດ​ຕັ້ງ​ປະຕິບັດ. ຄຳສັ່ງ​ເລກທີ 16/CT-TTg ກໍ​ຄື​ມະຕິ​ເລກທີ 52-NQ/TW ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາ​ຍ ຜ່ານແຜນປະຕິບັດການສະ​ເພາະ, ໂດຍມີຈຸດປະສົງທີ່ຈະແຈ້ງ, ຊັບພະຍາກອນການຈັດ​ຕັ້ງ​ປະຕິບັດ​ທີ່​ສົມ​ເຫດ​ສົມ​ຜົນ, ຂັ້ນ​ຕອນ​ການ​ຜັນ​ຂະຫຍາຍ​ປະຕິບັດງ່າຍດາຍ, ສະດວກ, ​ແລະ ທີ່​ສຳຄັນ​ທີ່​ສຸດ​ແມ່ນ ​ມີ​ລະບົບກວດ​ສອບ​ແລະ​ຕິດຕາມ​ທີ່​ສົມບູນ. ​ແຜນ​ປະຕິບັດ​ງານ​ເຫຼົ່າ​ນີ້​ຕ້ອງ​ຮັບປະກັນ​ໃຫ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີຕ້ອງ​ຕິດ​ກັບ​ວິ​ສາ​ຫະກິດ, ນຳ​ເອົາຜົນ​ປະ​ໂຫຍ​ດມາ​ໃຫ້​ວິ​ສາ​ຫະກິດ ​ເພື່ອ​ປັບປຸງ​ພື້ນຖານ​ອຸດສາຫະກຳ ​ແລະ​ຄວາມ​ສາມາດ​ຜະລິດ​ຢູ່​ໃນ​ປະ​ເທດ.

ຮູບ​ແບບ​ໂຮງງານ​ອັດ​ສະ​ລິ​ຍະ​ຂອງ ສ.​ເກົາຫຼີ ອາດ​ຈະ​ເປັນ​ຮູບ​ແບບ​ທີ່​ເໝາະ​ສົມ ​ເພື່ອ​ໃຫ້​ຫວຽດນາມ​ຄົ້ນຄວ້າ​ພ້ອມ​ກັບ​ບົດຮຽນ​ຂອງ​ປະ​ເທດ​ອື່ນ​ບາງ​ປະ​ເທດ​ເຊັ່ນ ​ເຢຍລະ​ມັນ, ຍີ່ປຸ່ນ ​ແລະ ​ສິງກະ​ໂປ. ຈໍາເປັນຕ້ອງກຳນົດກອບ​ການ​ໂດຍ​ລວມກ່ຽວ​ກັບຮູບ​ແບບ​ໂຮງງານອັດສະລິຍະ ກ່ອນທີ່​ຈະນຳສະ​ເໜີນະໂຍບາຍສະເພາະ, ​ເພາະວ່າ​ກອບ​ນີ້​ຈະ​ຊ່ວຍ​ໃຫ້ພາກສ່ວນກ່ຽວຂ້ອງເຫັນພາບໄດ້ວ່າ ແຕ່ລະພາກສ່ວນຢູ່ໃສ ແລະ ສາມາດ​ເຮັດ​ໄດ້​ຫຍັງ​ແດ່ ພາຍໃນກອບການໂດຍລວມນີ້. ຮູບ​ແບບ​ໂຮງງານ​ອັດ​ສະ​ລິ​ຍະຂອງ ສ.​ເກົາຫຼີ ຕັ້ງເປົ້າໝາຍ, ຕົວ​ຊີ້​ວັດການວັດແທກແລະປະເມີນຜົນການ​ເຄື່ອນ​ໄຫວ ຂອງ​ພາກສ່ວນ​ໜຶ່ງ​ໃນ​ບໍລິສັດ​ໜຶ່ງ ຫຼື​ການ​ດຳ​ເນີນ​ງານ​ຂອງ​ບໍລິສັດສະ​ເພາະ; ການ​ເຊື່ອມ​ຕໍ່​ລະຫວ່າງ​ພາກສ່ວນທີ່ກ່ຽວຂ້ອງ, ທັງໃນລະດັບມະຫາພາກການຄຸ້ມຄອງ, ລະດັບ​ວິ​ສາ​ຫະກິດ ແລະ ລະດັບເຕັກໂນໂລຊີການດໍາເນີນງານ; ​​ແລະ​ການ​ເຊື່ອມ​ຕໍ່​ລະຫວ່າງ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ (OT) ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີ​ໃໝ່ຂອງ ກປອຄ4 (IT).

​ໃນ​ສະພາບ​ການຂອງ ກປອຄ4, ຂໍ້​ມູນ​ຂ່າວສານ ການ​ສື່ສານ​ມີ​ບົດບາດ​ນັບ​ມື້​ນັບສຳຄັນ, ການເປັນເຈົ້າຂອງແລະການເຂົ້າເຖິງຂໍ້ມູນທີ່ຖືກຕ້ອງດ້ວຍ​ຄວາມ​ໄວ​ທີ່​ໄວວາ​ຈະເປັນໜຶ່ງ​ໃນປັດ​ໄຈທີ່ຕັດສິນຄວາມ​ສາມາດ​ໃນ​ການແຂ່ງຂັນໃນອະນາຄົດ. ສຳລັບ​ຜູ້​ກຳນົດ​ນະ​ໂຍບາຍ, ການ​ເຂົ້າ​ເຖິງ​ແລະ​ໄຈ້​ແຍກ​ຂໍ້​ມູນຂ່າວສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຂອງ​ວິ​ສາ​ຫະກິດ​ໃນ​ປະ​ເທດ ຈະ​ໃຫ້​ພາບ​ລວມຂອງ​ສະຖານະ​ທີ່​ເປັນ​ຢູ່ ​ແລະ ຊ່ວຍ​ໃຫ້​ພວກ​ເຂົາມີພື້ນຖານໃນການຕັດສິນໃຈດ້ານຍຸດທະສາດແລະນະໂຍບາຍ. ສຳລັບ​ວິ​ສາ​ຫະກິດ, ຂໍ້ມູນການຕະຫຼາດເປັນປັດ​ໄຈຕັດສິນຕໍ່ການຜະລິດແລະການດຳ​ເນີນ​ທຸລະ​ກິດຂອງວິສາຫະກິດ. ສຳລັບສະ​ຖາ​ບັນ​ການ​ຝຶກ​ອົດ​ຮົມ, ຂໍ້​ມູນ​ກ່ຽວ​ກັບ​ແຮງ​ງານ​ແລະ​ວຽກ​ເຮັດ​ງານ​ທຳ ຈະຊ່ວຍປັບປຸງໂຄງການ​ຝຶກອົບຮົມໃຫ້ໄວ ເພື່ອຕອບສະໜອງຄວາມ​ຕ້ອງການຂອງຕະຫຼາດແຮງງານ. ຢູ່​ຫວຽດນາມ​ປະ​ຈຸ​ບັນ, ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບລະບົບ​ເສດຖະກິດ​ເວົ້າ​ລວມ, ກ່ຽວ​ກັບ​ຕະຫຼາດ, ກ່ຽວ​ກັບ​ວິ​ສາ​ຫະກິດ, ກ່ຽວ​ກັບ​ແຮງ​ງານ... ​ເວົ້າ​ສະ​ເພາະ ລ້ວນ​ແຕ່​ສາມາດ​ຫາ​ໄດ້​ຈາກການ​ສຳ​ຫຼວດ​ແລະ​ສືບສວນມາດຕະຖານການ ດຳລົງຊີວິດຂອງຄົວເຮືອນ, ແຮງງານ, ການຈ້າງງານ, ວິສາຫະກິດ ​ແລະ​ອື່ນໆ ທີ່ດຳເນີນ​ການເປັນແຕ່ລະໄລຍະ​ໂດຍ​ກົມ​ໃຫຍ່​ສະຖິຕິ (ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ), ຢ່າງ​ໃດ​ກໍ​ຕາມ, ການເຂົ້າເຖິງແຫຼ່ງຂໍ້ມູນນີ້ແມ່ນຖືກຈຳກັດຫຼາຍ. ຍິ່ງ​ກວ່າ​ນັ້ນ, ຄວາມສາມາດໃນການປະມວນຜົນແລະວິເຄາະຂໍ້ມູນ ຂອງພະນັກງານ ລັດຖະກອນແລະພະນັກງານພາກລັດ, ນັບ​ທັງຢູ່ໃນສະຖາບັນຄົ້ນຄ້ວາ​ ແລະ ມະຫາວິທະຍາ​ໄລຢູ່ຫວຽດນາມກໍ່ຍັງບໍ່ສູງ. ໃນອະນາຄົດ, ແຫຼ່ງຂໍ້ມູນເຫຼົ່ານີ້ຕ້ອງ​ໄດ້​ເຊື່ອມຕໍ່​ແລະຫັນເປັນດິຈິຕອນ. ຖານຂໍ້ມູນເຫຼົ່ານີ້ອາດຈະຕ້ອງໄດ້ຮັບ​ການ​ພິຈາລະນາ ​ເພື່ອໃຫ້ສະຖາບັນຄົ້ນຄ້ວາສາມາດເຂົ້າເຖິງຂໍ້ມູນ​ເດີມ​ໄດ້ ​ໂດຍ​ເສຍ​ຄ່າ​ໃຊ້​ຈ່າຍ​ສຳລັບ​ການຄົ້ນຄວ້າແລະການປະເມີນ​ເລິກທີ່​ເປັນປະໂຫຍດຫຼາຍຂຶ້ນ. ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ຕົວ​ຊີ້​ວັດທີ່ກ່ຽວຂ້ອງກັບ ກປອຄ4 ກໍ​ຕ້ອງໄດ້ມີການປະເມີນຄືນໃໝ່ ແລະເພີ່ມໃສ່​ແບບ​ສອບ​ຖາມການສໍາຫຼວດຂອງການສືບສວນແລະສໍາຫຼວດເຫຼົ່ານີ້.

ບັນດາ​ແຜນການ​ຂອງ​ພັກ​ກອມ​ມູນິດ​ແລະ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ ກປອຄ4, ບັນດາ​ໂຄງການກ່ຽວ​ກັບ​ການ​ພັດທະນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ບັນຫາ​ການ​ເລີ່​ມຕົ້ນທຸລະ​ກິດ​ແລະ​ໂຄງການ​ເຄືອ​ຂ່າຍ​ນະ​ວັດຕະ​ກຳ​ແຫ່ງ​ຊາດ, ​ເປີດ​ໃຊ້​ງານ​ໂດຍ​ເຄືອ​ຂ່າຍ 4G ​ແລະ 5G, IoT, ​ໂທລະ​ຄົມມະນາຄົມ​ເຄື່ອນ​ທີ່​ຂັ້ນ​ສູງ, ກຳລັງ​ຊ່ວຍ​ໃຫ້​ຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ​ແລະ​ມີ​ລາຍ​ໄດ້​ສູງ, ສ້າງ​ຮາກ​ຖານ​ໂຄງ​ສ້າງ​ພື້ນຖານທີ່​​ເຂັ້ມ​ແຂງສຳລັບ ກປອຄ4. ແນວໃດກໍ່ຕາມ, ປະສົບ​ການ​ຂອງບັນດາປະເທດຕາມທີ່ໄດ້ວິເຄາະຂ້າງເທິງສະແດງໃຫ້ເຫັນວ່າ, ການເຂົ້າ​ເຖິງ ກປອຄ4 ບໍ່ພຽງແຕ່ມາຈາກ IT ເທົ່ານັ້ນ, ແຕ່ສໍາຄັນກວ່າແລະຫຍຸ້ງຍາກກວ່າ, ​ແມ່ນ​ການເຊື່ອມໂຍງແລະການລວມຕົວກັນຂອງ IT ແລະ OT, ​ແມ່ນ​ຄວາມ​ສາມາດ​ໃນ​ການ​ໃຊ້​ປະ​ໂຫຍ​ດຈາກ​ຂໍ້​ດີ​ແລະ​ໂອກາດ​ຂອງ ກປອຄ4 ເຂົ້າໃນການຜະລິດແລະຊີວິດ ​ເພື່ອ​ນຳ​​ເອົາຊີວິດທີ່​ດີງາມມາ​ໃຫ້​ປະຊາຊົນ ​ແລະ ​ໃຫ້​ວິ​ສາ​ຫະກິດພັດທະນາ​ແບບ​ຍືນ​ຍົງ​ກວ່າ​ເກົ່າ.

ຄຽງ​ຄູ່​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານນັ້ນ, ບັນດາ​ໂຄງການ​ແລະ​ນະ​ໂຍບາຍ​ຂອງ​ລັດ​ຖະບານຫວຽດນາມ​ໃນ​ໄລຍະ​ຕໍ່​ໄປ ຍັງ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ພັດທະນາກິດຈະກຳການ​ຜະລິດວັດຖຸ, ​ເນື່ອງ​ຈາກ​ບັນດາ​ຂະ​ແໜງ​ການ​ຜະລິດ​ວັດຖຸ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ພັດທະນາ ຈຶ່ງ​ຈະ​ສ້າງ​ໂອກາດ​ທາງ​ການ​ຕະຫຼາດ​ສຳລັບ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂອງ ກປອຄ4. ການ​ລົງທຶນ​ໃນ​ເຕັກ​ໂນ​ໂລ​ຊີ ຫຼື​ວິ​ສາ​ຫະກິດ​ເຕັກ​ໂນ​ໂລຊີ ຕ້ອງ​ຕິດ​ກັບ​ຄວາມ​ຕ້ອງການ​ນຳໃຊ້​ຂອງ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ​ແລະ ບັນ​ດາ​ເຕັກ​ໂນ​ໂລ​ຊີ​ຂອງ ກປອຄ4 ຕ້ອງ​​ເຊື່ອມ​ຕິດ​ແລະສະໜັບສະໜູນ​ການ​ພັດທະນາ​ຂອງ​ເຕັກ​ໂນ​ໂລ​ຊີ​ພື້ນຖານ ​ໃນ​ບັນດາ​ຂະ​ແໜງ​ການ​ກະສິກຳ, ອຸດສາຫະກຳ, ການ​ກໍ່ສ້າງ, ທະນາຄານ, ສາທາລະນະ​ສຸກ...  ການ​ພັດທະນາອຸດສາຫະກຳສາມາດດຳເນີນໂດຍວິສາຫະກິດເຕັກໂນໂລຊີເອກະລາດ,  ​ ​ແຕ່​ກໍ​ສາມາດດຳເນີນໂດຍວິ​ສາ​ຫະກິດທີ່​ກຳລັງ​ຜະລິດ, ທຸລະ​ກິດ​ໃນ​ປະຈຸ​ບັນ ດ້ວຍ​ການ​ຍົກ​ສູງຄວາມ​ສາມາດ​ໃນ​ການ​ຄົ້ນຄວ້າ​ແລະ​ພັດທະນາ (R&D) ​ໃນ​ວິ​ສາ​ຫະກິດ. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ໃໝ່ການ​ສຶກສາ-ຝຶກ​ອົບຮົມ, ​ເຊື່ອມ​ຕໍ່​ການ​ຝຶກ​ອົບຮົມ​ກັບພາກ​ປະຕິບັດ​ຕົວ​ຈິງ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ລະຫວ່າງ​ໂຮງຮຽນ​ກັບ​ວິ​ສາ​ຫະກິດ./.

--------------------------

(1) ​ເບິ່ງ: The fourth industrial revolution: What it means, how to respond, Schwab, K. 2016, 114

(2) ​ເບິ່ງ: The fourth industrial revolution and manufacturing innovation in South Korea, UNIDO Working Paper.

(3) ​ເບິ່ງ: ລາຍ​ງານ “ທິດ​ທາງ, ນະ​ໂຍບາຍ ​ແລະ ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງຂະ​ແໜງ​ການອຸດສາຫະກຳການ​ຄ້າ ໃນ​ການ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີສີ່”, ຮ່າ​ໂນ້ຍ, 2018.

(4) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ  2, ໜ້າ  329.

- ບົດ​ນີ້ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 963 (​ເດືອນ​ເມສາ 2021)