ວກ. - ສະຫວັດ​ດີການ​ສັງຄົມ​ແມ່ນ​ລາຍ​ໄດ້​ແຫ່ງ​ຊາດ​ສ່ວນ​ໜຶ່ງທີ່​ໃຊ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​​ສະມາຊິກ​ໃນ​ສັງຄົມ, ສ່ວນ​ໃຫຍ່​ແມ່ນການແຈກຢາຍຄືນໃໝ່, ນອກຈາກການແຈກຢາຍຕາມແຮງງານ. ການຮັບປະກັນ​ສະຫວັດ​ດີການ​ສັງຄົມ​ໃຫ້​ປະຊາຊົນ​ ຍາມ​ໃດ​ກໍ່ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນສຳຄັນ ຂອງ​ພັກ​ແລະ​ລັດ​ຫວຽດນາມ. ກອງ​ປະຊຸ​ມ​ໃຫຍ່​ຄັ້ງທີ 13 ຂອງພັກ​ໄດ້​ມີ​ບາດກ້າວ​ການ​ພັດທະນາ​ໃໝ່​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ທິດ​ສະ​ດີ ​ແລະ ​ທິດ​ທາງ​ນະ​ໂຍບາຍ​ ສຳລັບ​ບັນຫາ​ສະຫວັດ​ດີການ​ສັງຄົມ​ ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ.

ການຮັບປະກັນສະຫວັດດີການສັງຄົມໃຫ້ປະຊາຊົນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນຂອງພັກແລະລັດຫວຽດນາມ (ໃນພາບ: ເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢາມແລະ ມອບຂອງຂວັນໃຫ້ຄົນເຈັບທີ່ກຳລັງປິ່ນປົວຢູ່ທີ່ພະແນກໃຕທຽມ, ໂຮງໝໍທົ່ວໄປແຂວງບັກກ້ານ) _ພາບ : TTXVN

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ເວົ້າ​ເຖິງ​ສະຫວັດ​ດີການ​ສັງຄົມ ດ້ວຍ​ລະດັບ​ທີ່​ຫຼາຍຂຶ້ນ,
ຄວາມ​ຖີ່​​ໜາ​ຂຶ້ນ ​ແລະ​ ມີ​ວິທີ​ເຂົ້າ​ເຖິງ​ແບບ​ຫຼາຍ​ມິ​ຕິ ​ແລະ​ຮອບດ້ານ​ກວ່າ​ເກົ່າ

ສິ່ງທີ່​ເຫັນ​ໄດ້​ງ່າຍ​ແມ່ນ ລະດັບ, ຄວາມ​ຖີ່ ​ໃນ​ການ​ເຕື້ອງ​ເຖິງ​ບັນຫາ​ສະຫວັດ​ດີການ​ສັງຄົມ ​ໃນ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13(1) ນັ້ນຫຼາຍ​ກວ່າ, ໜາ​ກວ່າ ທຽບກັບ​ເອກະສານກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ຄັ້ງ​ກ່ອນ​ໜ້າ​ນີ້. ​ໃນ​ລາຍ​ງານ​ການ​ເມືອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ໄດ້​ລະບຸ​ຄວາມ​ສຳນຶກ “ສະຫວັດ​ດີການ​ສັງຄົມ” 8 ຄັ້ງ (2). ສະຫວັດ​ດີການ​ສັງຄົມປົກ​ຫຸ້ມ​ແລະ​ສອດ​ເຂົ້າ​ໃນ​ຫຼາຍ​ບັນຫາ ຕັ້ງ​ແຕ່​ການຈັດ​ສັນ​ແຫຼ່ງພະລັງ​​ໃນພື້ນຖານ​ເສດຖະກິດ​ຕະຫຼາດ; ສາຍ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ​ແລະ​ສັງຄົມ; ຮັບປະກັນ​ສິດ​ຂອງ​ປະຊາຊົນ ​ໃນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ສາທາລະນະ; ບົດບາດ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ລັດ ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ ຂອງ​ຂົງ​ເຂດ​ບໍລິການ​ພາລະກິດ​ສາທາລະນະ; ການ​ພັດທະນາ​ການ​ສຶກສາ, ວັດທະນະທຳ ​ແລະ​ສາທາລະນະ​ສຸກ; ການ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ; ການ​ເບິ່ງ​ແຍງ​ດູ​ແລຊົນ​ຊັ້ນ​ຕ່າງໆ​ໃນສັງຄົມ​ເຊັ່ນ: ກຳມະກອນ, ຊາວນາ, ປັນຍາ​ຊົນ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ພີ່ນ້ອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ... ຄວາມ​ສຳ​ນຶກ “ສະຫວັດ​ດີການ​ສັງຄົມ” ປະກົດ​ຂຶ້ນໃນບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ດ້ວຍ​ຄວາມ​ຖີ່​ໜາ​ຂຶ້ນ ​ແລະ​ຫຼາຍ​ຄັ້ງ​ກວ່ານັ້ນ ບໍ່ແມ່ນໂດຍບັງເອີນ, ​ແຕ່ມັນ​ສ່ອງ​ແສງຄວາມ​ຮັບ​ຮູ້ ​ແລະ ວິທີ​ເຂົ້າ​ເຖິງ​ໃໝ່ ຂອງພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ສຳຄັນ​ພິ​ເສດ​ນີ້.

ທີ​ໜຶ່ງ, ວິທີການ​ເຂົ້າ​ເຖິງ​ຈາກ​ແບບ​ວິທີ​ການ​ຮັບປະກັນ​ ການ​ປະຕິບັດ​ຄວາມ​ກ້າວໜ້າ​ ແລະ​ຍຸດຕິ​ທຳ​ທາງ​ສັງຄົມ ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ທີ່​ອີງ​ໃສ່​ສອງ​ເສົາຄ້ຳຄື ສະຫວັດ​ດີການ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ​ເຊິ່ງຕັ້ງ​ຢູ່​ໃນຄວາມ​ສຳພັນ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ ແລະ​ເຊື່ອມ​ໂຍງກັນ. ສິ່ງນີ້ໄດ້ຜ່ານພົ້ນຄວາມຄິດ​ປົນ​​ເປລະຫວ່າງ ສະຫວັດ​ດີການສັງຄົມ​ແລະຄວາມ​ປອດ​ໄພທາງສັງຄົມ, ນັບທັງຄວາມ​ລັ່ງ​ເລ​ໃຈ​​ໃນ​ເມື່ອ​ເວົ້າ​ເຖິງຄຳ​ສັບ ສະຫວັດ​ດີການ​ສັງຄົມ, ຄວາມ​ຄິດ​ທີ່ຖື​ວ່າ “ສະຫວັດ​ດີການ​ສັງຄົມ” ກັບ “ການ​ເກື້ອກູນ” ​ເປັນອັນ​ໜຶ່ງ​ອັນ​ດຽວ, ຖື​ວ່າສະຫວັດ​ດີການ​ສັງຄົມ​ເປັນ​ພຽງ​ການ​ຊົມ​ໃຊ້​ໝາກຜົນ​ເສດຖະກິດດ້ານ​ດຽວ. ​ແນວ​ຄວາມ​ຄິດເຫຼົ່ານີ້ບໍ່ໄດ້ລະບຸ​ຊັດ​ເຈນ ທັງຄວາມປອດໄພທາງສັງຄົມ ແລະສະຫວັດດີການ​ສັງຄົມ, ເຖິງແມ່ນວ່າທັງສອງມີສ່ວນຮ່ວມໃນການປະຕິບັດຄວາມກ້າວໜ້າ​ ແລະ​ຄວາມຍຸດຕິທໍາທາງສັງຄົມ, ​ແຕ່​ພວກ​ມັນ​ຮັບ​ພາລະ​ບົດບາດທີ່ແຕກຕ່າງກັນ. ຄວາມປອດ​ໄພທາງ​ສັງຄົມ​ດ້ວຍ​ເສົາ​ຫຼັກ​ຄື ການ​ປະກັນ​ໄພ​ສັງຄົມ​ແລະ​ການ​ປະກັນ​ສຸຂະພາບ (​ໃນ​ເຄືອ​ຂ່າຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຍັງ​​ໄດ້​ເນັ້ນ​ເຖິງ​ການ​ຮັບປະກັນ​ວຽກ​ເຮັດ​ງານ​ທຳ​ທີ່​ຍືນຍົງ), ມີ​ຈຸດໝາຍ​ເພື່ອຮັກສາ​ລາຍ​ໄດ້​ແລະຊົດ​ເຊີຍ​ລາຍ​ໄດ້​ທີ່​ຂາດ​ແຄນ​ເມື່ອ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ, ຕົ້ນຕໍ​ແມ່ນ​ອີງ​ໃສ່​ກົນ​ໄກທາງ​ການ​ເງິ​ນ​ແບບ​ປະກອບສ່ວນ - ຮັບ​ເງິນ ​ແລະ ​ແບ່ງປັນ, ປ້ອງ​ກັນ​ບໍ່​ໃຫ້​ຜູ້​ຄົນ​ຕົກ​ຢູ່​ໃນ​ຄວາມ​ອັບ​ຈົນ, ສ່ວນສະຫວັດ​ດີການ​ສັງຄົມນັ້ນ ​ແມ່ນ​ມຸ່ງ​ສູ່ບັນດາ​ຈຸດໝາຍ​ທີ່​ກວ້າງຂວາງ​ກວ່າອີກ.

ລັກສະນະ​ການ​ມຸ່ງ​ເປົ້າ​ໝາຍ​ຂອງສະຫວັດ​ດີການ​ສັງຄົມ ​ແມ່ນ: (1) ປະຕິບັດ​ຄວາມ​ສະ​ເໝີ​ພາບ​ທາງ​ການ​ແຈກ​ຢາຍ​ຜົນ​ຂອງ​ການ​ຜະລິດ ​ໂດຍ​ຜ່ານ​ການ​ແຈກ​ຢາຍ​ຄືນ​ໃໝ່, ຫຼຸດຜ່ອນການ​ແບ່ງຊັ້ນລາຍ​ໄດ້​ທີ່ຫຼາຍເກີນໄປໃນສັງຄົມ ທີ່ເກີດຈາກການ​ແຈກ​ຢາຍ​ເບື້ອງ​ຕົ້ນ; (2) ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ໂອກາດ​ການ​ພັດທະນາ ​ໂດຍການ​ຮັບປະກັນ​ສິດ​ເທົ່າ​ທຽມ​ກັນ​ຂອງ​ສະມາຊິກ​ທຸກ​ຄົນ​ໃນ​ສັງຄົມ ​ໃນ​ການ​ເຂົ້າ​ເຖິງການ​ບໍລິການ​ສັງຄົມຂັ້ນພື້ນຖານ​​ແລະຈຳ​ເປັນ ​ເຊິ່ງມີ​ຄວາມ​ໝາຍ​ສ້າງ​ພື້ນຖານ​ໃຫ້​ແກ່ການ​ພັດທະນາຂອງ​ແຕ່​ລະບຸ​ກຄົນ; (3) ຊຸກຍູ້​ຄວາມ​ກ້າວໜ້າ​ທາງ​ສັງຄົມ​ເມື່ອ​ປະຊາຊົນ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້ສະຫວັດ​ດີການ​ສັງຄົມ, ​ເຮັດ​ໃຫ້​ດັດຊະນີ​ຄວາມ​ຜາ​ສຸກ​ໄດ້​ຮັບ​ການ​ຍົກ​ສູງ, ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ດີກ​ວ່າ, ຜູ້​ມີ​ລາຍ​ໄດ້​ຕ່ຳບໍ່​ຖືກ “ທຸກ​ຍາກ” ຍ້ອນ​ບໍ່​ຕ້ອງ​ຈ່າຍ​ເງິນ​ຫຼາຍ​ເກີນ​ໄປ ​ໃນ​ການ​ໃຊ້​ບໍລິການ​ສາທາລະນະ.​ເສົາຄ້ຳຂອງສະຫວັດ​ດີການ​ສັງຄົມ​ແມ່ນ ບັນດາ​ບໍລິການ​ຂັ້ນ​ພື້ນຖານ​ແລະ​ຈຳ​ເປັນ​ໂດຍ​ບໍ່​ເສຍ​ຄ່າ ຫຼືມີຄ່າທໍານຽມການນໍາໃຊ້ຕໍ່າ (ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ ...); ສະຫວັດ​ດີການ​ຄົນ​ງານ (ທີ່ຢູ່​ອາ​ໄສສຳລັບກຳມະກອນ, ກິດຈະກຳວັດທະນະທຳ ຂອງຄົນ​ງານ, ລະບອບການພັກຜ່ອນ, ເງິນລາງວັນ); ບັນດາ​ສະຫວັດ​ດີການ​ຊຸມ​ຊົນ.

​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ, ສະຫວັດ​ດີການ​ສັງຄົມບໍ່​ແມ່ນ​ການ​ຊົມ​ໃຊ້​ໝາກຜົນ​ເສດຖະກິດ​ດ້ານ​ດຽວ, ການ​ໃຊ້​ຈ່າຍ​ເພື່ອສະຫວັດ​ດີການ​ສັງຄົມບໍ່​ແມ່ນ“ການ​ເກື້ອກູນ” ​ແຕ່​ຢ່າງ​ໃດ, ​ແຕ່​ມັນ​ແມ່ນ​ການ​ລົງທຶນ​ໃສ່​ການພັດທະນາ​ມະນຸດ, ພັດທະນາ​ພື້ນຖານ​ໂຄງລ່າງທາງ​ສັງຄົມ, ​ໂດຍ​ສະ​ເພາະ​ໃນ​ເງື່ອນ​ໄຂທີ່​ຊັບພະຍາກອນ​ມະນຸດ​ເປັນ​ຊັບພະຍາກອນ​ທີ່​ສຳຄັນ​ທີ່​ສຸດ ​ໃນ​ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ, ​ເສດຖະກິດ​ດິຈິ​ຕອນ. ສະຫວັດ​ດີການ​ສັງຄົມທີ່​ກ້າວໜ້າ, ມີ​ປະສິດທິ​ຜົນ ​ແລະ​ຄຸນ​ນະພາ​ບສູງ ຍັງ​ມີ​ຄວາມ​ໝາຍຮັບປະກັນ​ໃຫ້​ສັງຄົມພັດທະນາ​ໃນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປ້ອງ​ກັນ​ຄວາມສ່ຽງຈາກ​ຄວາມ​ຂັດແຍ່ງທາງສັງຄົມ ທີ່​ເກີດ​ຈາກ​ຄວາມ​ອະ​ຍຸດຕິທຳ​ທາງ​ສັງຄົມ. ດ້ວຍ​ບົດບາດ​ແລະພາລະ​ໜ້າ​ທີ່​ທີ່​ກວ້າງ​ໃຫຍ່​ຄື​ແນວ​ນັ້ນ, ສະຫວັດດີການ​ສັງຄົມ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ, ພ້ອມ​ກັນ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ຄວາມ​ຍຸດຕິທຳທາງ​ສັງຄົມ, ປະກອບສ່ວນ​ຮັບປະກັນ​ການ​ຮັກສາ​ທິດ​ທາງ​ສັງຄົມ​ນິຍົມຢ່າງ​ໝັ້ນຄົງ.

ຕ້ອງການຈໍາແນກ​ແລະແຍກຕ່າງຫາກລະຫວ່າງສະຫວັດ​ດີການ​ສັງຄົມ ກັບ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໃນ​ການ​ຄົ້ນຄວ້າ, ​ແຕ່​ເມື່ອອອກ​ແບບ​ນະ​ໂຍບາຍ​ແມ່ນ​ຕ້ອງ​ຫຼີກລ້ຽງ​ການ​ຕັດ​ແຍກ​ແບບ​ກົນ​ຈັກ, ຫາກ​ຕ້ອງ​ແຊກ​ຊ້ອນສະຫວັດ​ດີການ​ສັງຄົມ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃນ​ການ​ປະສົມ​ປະສານ, ລວມ​ເຂົ້າກັນ, ສ້າງ​ຄວາມ​ສຳພັນ​ເຊິ່ງກັນ​ແລະ​ກັນ, ​ເຊື່ອມ​ໂຍງ​​ແລະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ລະບົບສະຫວັດ​ດີການສັງຄົມ​ທີ່​ກ້າວໜ້າ, ມະນຸດສະທຳ, ມີ​ປະສິດທິ​ຜົນຈະ​ປະກອບສ່ວນ​ຊຸກຍູ້​ເປີດ​ກວ້າງ​ການ​ປົກ​ຫຸ້ມ ​ແລະ ຍຸກ​ສູງຄຸນນະພາ​ບຂອງ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ຕົວຢ່າງ, ລະບົບ​ການ​ສຶກສາ​ບໍ່​ເສຍ​ຄ່າ, ມີ​ຄຸນ​ນະພາ​ບດີ, ຊ່ວຍໃຫ້ຜູ້ໃຫຍ່ມີໂອກາດຊອກຫາວຽກເຮັດ, ມີ​ລາຍ​ໄດ້​ທີ່​ໝັ້ນຄົງ ​ແລະ​ສາມາດ​ຊື້ປະກັນໄພໄດ້; ຫຼື​ການ​ສະໜັບສະໜູນ​ຂອງ​ງົບປະ​ມານ​ຊ່ວຍ​ໃຫ້​ຜູ້​ທຸກ​ຍາກຊື້​ປະກັນ​ສຸຂະພາບ ເຮັດໃຫ້ການຈັດຕັ້ງປະຕິບັດການປົກຫຸ້ມ​ປະກັນ​ສະ​ຂະ​ພາບ​ທົ່ວປວງ​ຊົນ ບັນລຸເປົ້າໝາຍໂດຍໄວ.

ທີສອງ, ວິທີການ​ເຂົ້າ​ເຖິງອີງ​ໃສ່​ສິດທິ​ມະນຸດ​ທີ່​ໄດ້​ມີ​ຊີວິດ​ຢູ່ໃນສັນຕິພາບ, ອິດສະລະພາບ, ຄວາມສຸກ ​ເຊິ່ງການ​ຮັບປະກັນສະຫວັດ​ດີການ​ສັງຄົມ​ແມ່ນ​ເນື້ອ​ໃນ​ອັນ​ພື້ນຖານ​ໜຶ່ງເອກະສາ​ນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກວາງ​ກຳນົດ​ໜ້າ​ທີ່ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງ​ໄລຍະ​ປີ 2021 - 2025 ​ແມ່ນ “ປຸກ​ຕື່ນ​ຄວາມ​ຫວັງ​ອັນ​ແຮງ​ກ້າ​ໃຫ້​ປະ​ເທດ​ພັດທະນາຈະ​ເລີ​ນຮຸ່ງ​ເຮືອງ, ມີ​ຄວາມສຸກ..., ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ ແລະ​ດັດຊະນີ​ຄວາມສຸກ​ ຂອງ​ຄົນ​ຫວຽດນາມ”(3).

ພຶດຕິ​ກຳ​ຕົວ​ຈິງ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ​ແລະ​ເສດຖະກິດ​ຕະຫຼາດ​ໃຫ້​ເຫັນ​ວ່າ, ຫຼາຍປະເທດມີລາຍ​ໄດ້ລວມແຫ່ງຊາດແລະລາຍ​ໄດ້ຕໍ່ຫົວຄົນສູງ, ​ແຕ່​ປະຊາຊົນ​ບໍ່​ຮູ້ສຶກ​ວ່າ​ມີ​ຄວາມສຸກ; ກົງກັນຂ້າມ, ມີ​ປະ​ເທດ​ກຳ​ລັງພັດທະນາ​ທີ່​ມີ​ລາຍ​ໄດ້​ຕໍ່​ຫົວ​ຄົນ​ບໍ່​ສູງ ​ແຕ່ມີ​ດັດຊະນີ​ຄວາມສຸກ​ສູງ​ທີ່​ສຸດ​ໃນ​ໂລກ (​ເຊັ່ນ​ປະ​ເທດ ບູຕານ). ​ເຖິງ​ວ່າ​ຍັງ​ບໍ່​ມີ​ຊຸດ​ມາດຕະຖານທີ່​ເປັນ​ເອກະ​ພາບກ່ຽວ​ກັບ​ດັດຊະນີ​ຄວາມສຸກແຫ່ງຊາດ ແລະຄວາມສຸກ​ຂອງ​ມະນຸດ​ແຕ່ລະຄົນ, ​ແຕ່​ເບິ່ງ​ລວມ​ແລ້ວ, ດັດຊະນີ​ຄວາມສຸກ​ມຸ່ງ​ໄປ​ທີ່​ການ​ວັດ​ແທກ​ຄວາມ​ກ້າວໜ້າ, ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ ​ໂດຍ​ການ​ຮັບປະກັນ​ສະຫວັດ​ດີການ​ສັງຄົມ ​ແລະຄວາມ​ປອດ​ໄພ​ທາງ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ສຸຂະພາບ (ລວມທັງ​ສຸຂະພາບ​ຈິດ​ແລະ​ສຸຂະພາບ​ກາຍ), ການ​ເບິ່ງ​ແຍງ​ດູ​ແລ​ສຸຂະ​ພາບ, ຄວາມ​ກົມກຽວ​ລະຫວ່າງ​ຊີວິດ​ວັດຖຸ​ແລະຊີວິດ​ວັດທະນະທຳ​ ຈິດ​ໃຈ; ຄວາມ​ກົມກຽວ​ລະ​ຫວ່າງ​ເວລາ​ເຮັດ​ວຽກ​ແລະ​​ເວລາພັກ​ຜ່ອນ; ມີ​ໂອກາດ​ເຂົ້າ​ເຖິງ​ການ​ບໍລິການ​ສຶກສາ, ວັດທະນະທຳ, ສາທາລະນະ​ສຸກ (ບໍ່​ເສຍ​ຄ່າ ຫຼື​ເສຍຄ່າໜ້ອຍ); ມີລາຍຮັບທີ່ແນ່ນອນ ​ເພື່ອ​ຮັບປະກັນ​ການດໍາລົງຊີວິດ, ບໍ່ຕົກຢູ່ໃນຄວາມທຸກຍາກອັບ​ຈົນ; ວັດທະນະທຳອຸດົມສົມບູນ​ຫຼາກ​ຫຼາຍ ​ແລະຜູ້​ຄົນ​ໄດ້​ມີ​ຊີວິດ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທາງວັດທະນະທຳທີ່​ສົດ​ໃສ; ລະບົບ​ນິ​ເວດ​ວິທະຍາ​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ​ ຜູ້​ຄົນ​ອາ​ໄສ​ຢູ່​ແລະ​ເຮັດ​ວຽກຢ່າງກົມກຽວ​ກັບທຳມະ​ຊາດ; ອາຍຸຍືນແຕ່ມີສຸຂະພາບດີ; ຜູ້​ຄົນ​ມີ​ອິດ​ສະລະ, ອອກ​ແຮງ​ງານ ​ແລະ​ຄວາມ​ຄິດ​ສ້າງສັນຕາມຄວາມສາມາດ ຄວາມ​ຊ່ຽວຊຳນານຂອງຕົນ, ມີ​ເງື່ອນ​ໄຂ​ເພື່ອ​ຢືນຢັນ​ຕົນ​ເອງ; ມະນຸດໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະຫງົບແລະປອດໄພ, ປາສະຈາກ​ໄພຂົ່ມຂູ່ໃດໆ...

ດັດຊະນີ​ຄວາມສຸກ​ເຖິງວ່າຈະຕີຄວາມໝາຍຫຼືເສີມຕື່ມແນວໃດ ​ແກ່ນ​ແທ້​ຂອງ​ມັນ​ຍັງແມ່ນເພື່ອຮັບປະກັນສະຫວັດດີການຂອງປະຊາຊົນ. ນັບຕັ້ງແຕ່ລັດປະຕິວັດ​ຫວຽດນາມ​ໄດ້ຮັບການສ້າງຕັ້ງ, ຫຼັງ​ຈາກ​ຢືນຢັນ​ຮູບ​ການຈັດ​ຕັ້ງ​ລັດ​, ຊື່​ປະ​ເທດ “ສາທາລະນະ​ລັດ​ ປະຊາທິປະ​ໄຕ​ ຫວຽດນາມ” ​ແລ້ວ​ແມ່ນຄຳ​ຂວັນ ເອກະລາດ - ອິດສະລະພາບ - ຄວາມສຸກ ​ແລະ ປະທານ​ໂຮ່ຈີ​ມິນ ເອີ້ນສິ່ງເຫຼົ່ານີ້ວ່າ “ສາມ​ນະ​ໂຍບາຍ​ອັນ​ຍິ່ງ​ໃຫຍ່”. ພາຍຫຼັງ​ທີ່​ປະ​ເທດ​ໄດ້​ເປັນ​ເອກະ​ພາບ (ປີ 1975), ​ເຖິງ​ວ່າ​ຊື່​ປະ​ເທດ​ໄດ້​ປ່ຽນ​​ເປັນ “ສາທາລະນະ​ລັດ​ ສັງຄົມ​ນິຍົມ​ ຫວຽດນາມ”, ​ແຕ່ຄຳ​ຂວັນນີ້​ຍັງ​ໄດ້​ຮັກສາ​ໄວ້​ຄື​ເກົ່າ. ສືບ​ທອດ, ໝູນ​ໃຊ້​ ແລະ​ພັດທະນາ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ປະດິດ​ສ້າງ​ໃນ​ເງື່ອນ​ໄຂ​ໃໝ່, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກລະບຸ​ວ່າ “ຄວາມ​ຫວັງ​ອັນ​ແຮງ​ກ້າທີ່ຈະພັດທະນາປະເທດ​ໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ”.

ທີ​ສາມ, ວິທີ​ເຂົ້າ​ເຖິງສະຫວັດ​ດີການ​ສັງຄົມຈາກ​ທັດສະນະ​ປະສິດທິ​ຜົນ ​ຕິດກັບ​ການພັດທະນາ​​ເສດຖະກິດ​ຕະຫຼາດ ​ກຳນົດ​ທິດ​ສັງຄົມ​ນິຍົມ. ການ​ຮັບປະກັນສະຫວັດ​ດີການ​ສັງຄົມຍາມ​ໃດ​ກໍ​ຕ້ອງການຊັບພະຍາກອນ​ທີ່​ສົມ​ຄູ່, ລາຍ​ງານ​ການ​ເມືອງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ກຳນົດ: “ຕະຫຼາດ​ມີ​ບົດບາດ​ຕັດສິນ​ໃນ​ການກຳນົດລາຄາສິນຄ້າ​ແລະ​ບໍລິການ; ສ້າງກຳລັງ​ໜູນ​ໃນ​ການ​ລະດົມ​ແລະ​ຈັດ​ແບ່ງຊັບພະຍາກອນ​ຕ່າງໆ​ ຢ່າງ​ມີ​ປະສິດທິ​ຜົນ”(4), “ປະຕິບັດລາຄາຕາມກົນໄກຕະຫຼາດສໍາລັບສິນຄ້າ ​ແລະ​ການ​ບໍລິການ ລວມທັງລາຄາການບໍລິການສາທາລະນະຂັ້ນພື້ນຖານ”(5), “ຊັບພະຍາກອນທາງ​ດ້ານ​ເສດຖະກິດຂອງລັດໄດ້ນໍາໃຊ້ໃຫ້ສອດຄ່ອງກັບຍຸດທະສາດ, ແຜນແມ່ບົດ​ ແລະ​ແຜນການ​ພັດທະນາປະ​ເທດ, ແລະ ໄດ້ຈັດສັນໂດຍພື້ນຖານຕາມກົນໄກຕະຫຼາດ”(6).

ບັນດາ​ຂໍ້​ຄິດ​ທິດ​ສະ​ດີ​ເທິງ​ນີ້​ໝາຍ​ຄວາມ​ວ່າ: (1) ພຽງ​ແຕ່​ບົນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ປະສິດທິ​ຜົນ, ​ໄດ້​ຊຸກຍູ້​ໃຫ້​​ມີ​ການເຕີບ​ໂຕສູງ​ຢ່າງ​ຕໍ່​ເນື່ອງ​ເທົ່າ​ນັ້ນ ຈຶ່ງ​ຮັບປະກັນ​ແຫຼ່ງລາຍ​ຮັບ​ງົບປະມານ​ເພື່ອ​ໃຊ້​ຈ່າຍ​ໃຫ້​ແກ່ສະຫວັດ​ດີການ​ສັງຄົມ​ໄດ້; (2) ​ໃນການລະດົມ​ແລະ​ນຳ​ໃຊ້ຊັບພະຍາກອນ​ເພື່ອ​ສະຫວັດ​ດີການ​ສັງຄົມ​ນັ້ນ ຄວນ​ໝູນ​ໃຊ້​ກົນ​ໄກ​ຕະຫຼາດ​ທີ່​ເໝາະ​ສົມ ​ຈຶ່ງຮັບປະກັນປະສິດທິ​ຜົນ ​ແລະຫຼີກ​ລ້ຽງການ​ຟື້ນ​ຕົວ​ຂອງ​ “ການ​ເກື້ອກູນ”, ສ້າງ​ຈິດຕະສາດ​ເອື່ອຍ​ອີງ ລໍຖ້າຂອງ​ປະຊາຊົນ, ​ໂດຍຜ່ານ​ວິທີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ​ເຊັ່ນ ບໍ່​ລວມນະ​ໂຍບາຍ​ສັງຄົມ​ຢູ່​ໃນ​ລາຄາ, ​ເນັ້ນ​ການ​ລົງທຶນ​ໃນ​ຜູ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ໃຫ້​ເງິນ​ອຸດ​ໜູນ​ຜູ້​ໃຫ້​ບໍລິການ​ສາທາລະນະ, ​ເພີ່ມ​ການ​ແຂ່ງຂັນ (ລວມທັງ​ການ​ແຂ່ງຂັນ​ໃນ​ພາກ​ລັດ​ ແລະ​ການ​ແຂ່ງຂັນລະຫວ່າງ​ພາກ​ລັດ​ ກັບ​ພາກ​ເອກະ​ຊົນ) ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ; (3) ຊັບພະຍາກອນຂອງ​ລັດເພື່ອຈຸດປະສົງຂອງການຮັບປະກັນສະຫວັດດີການສັງຄົມ ຕ້ອງ​ໄດ້ຈັດສັນແລະນໍາໃຊ້ໃຫ້ຖືກຕາມແຜນການແລະແຜນແມ່ບົດ; (4) ລາຄາ​ບໍລິການ​ຕ້ອງ​ອີງ​ຕາມ​ຕະຫຼາດ, ນັບ​ທັງລາຄາ​ບໍລິການ​ສາທາລະນະ; ລາຄາ​ຫຼື​ຄ່າທຳນຽມທີ່​ມີ​ລັກ​ສະ​ນະລາ​ຄາ ຂອງໜ່ວຍພາລະກິດບໍລິການ​​ຂອງ​ລັດ​ທີ່​ເປັນ​ເຈົ້າ​ຕົນ​ເອງ ຕ້ອງ​ໄດ້​ຄິດ​ໄລ່​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ​ຕາມ​ກົນ​ໄກ​ຕະຫຼາດ.

ວິທີ​ເຂົ້າ​ເຖິງ​ນີ້​ອະນຸຍາດ​ໃຫ້​ເປີດ​ກວ້າງ​ຂະໜາດ​ ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະຫວັດດີການ​ສັງຄົມ ​ແລະ​ຍັງ​ສົ່ງ​ເສີມຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ປະຊາຊົນ ​ແລະ​ຂອງ​ຜູ້​ສະໜອງ​ບໍລິການ, ບໍ່ນຳໄປສູ່ການຟື້ນຕົວ​ຂອງ​ລະບອບ​ເກື້ອກູນ, ຊັບພະຍາກອນ​ໄດ້ນຳ​ໃຊ້​ຢ່າງ​ມິ​ປະສິດທິ​ຜົນ, ​ເຮັດ​ໃຫ້ສະຫວັດ​ດີການ​ສັງຄົມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ສ້າງ​ຮາກ​ຖານ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ.

ທີ​ສີ່, ວິທີ​ເຂົ້າ​ເຖິງ​ຈາກ​ຄວາມ​ຕ້ອງການ​ຮັກສາ​ທິດ​ທາງ​ສັງຄົມ​ນິຍົມ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຢ່າງ​ໝັ້ນຄົງ. ຍິ່ງພັດທະນາ​ເສດຖະກິດ​ຕະຫຼາດຍິ່ງ​ມີ​ຄວາມ​ຕ້ອງການຮັກສາ​ທິດ​ທາງ​ສັງຄົມ​ນິຍົມ​ໄວ້​ໃຫ້​ໝັ້ນຄົງ, ​ເຊິ່ງຢູ່​ນັ້ນ, ການ​ຮັບປະກັນ​ສະຫວັດ​ດີການ​ສັງຄົມ​ແມ່ນ​ວິທີ​ການ​ຄຸ້ມ​ຄອງ​ເປົ້າ​ໝາຍ​ສັງຄົມ​ນິຍົມ​ໃນ​ແຕ່​ລະບາດ​ກ້າວ​ຂອງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່. ກອງ​ປະຊຸມ​ໃຫຍ່​ຄັ້ງທີ 13 ຂອງ​ພັກ​ໄດ້​ເນັ້ນ​ວ່າ​ຕ້ອງ: “ຈັດການ​ກັບ​ຄວາມ​ບໍ່​ພຽງພໍ​ຂອງ​ກົນ​ໄກ​ຕະຫຼາດ​ໃຫ້​ດີ, ຮັບປະກັນສະຫວັດ​ດີການ​ສັງຄົມ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ...”(7). ສິ່ງ​ນີ້​ເກີດ​ຂຶ້ນຈາກຕະຫຼາດ​ເຊິ່ງມັກ​ຈະນໍາ​ໄປ​ສູ່ປັດ​ໄຈ​ພາຍ​ນອກ​ທີ່​ຫຍໍ້​ທໍ້, ຂໍ້​ມູນ​ທີ່​ບໍ່​ສົມບູນ, ການ​ຜັນ​ແຍກ​ຄົນ​ຮັ່ງມີ​ແລະ​ຄົນ​ທຸກ​ຍາກ, ຖ້າ​ບໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງສະຫວັດ​ດີການ​ສັງຄົມ ຕິດ​ກັບ​ການ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ລັດ ຈະນຳໄປສູ່ຜົນສະທ້ອນທີ່ຄາດເດົາບໍ່ໄດ້. ບັນດາກຳລັງ​ຕະຫຼາດ​ຍາມ​ໃດ​ກໍ​ຫາ​ວິທີ​ເພື່ອ​ເກັບກຳ​ໄລ​ຫຼາຍ​ສຸດ, ເຖິງແມ່ນໄດ້ເສຍສະລະຜົນປະໂຫຍດສາທາລະນະ (​ເຊັ່ນ ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ, ບໍ່ສົນໃຈສຸຂະພາບແລະຄວາມປອດໄພຂອງຄົນ, ແລະແບ່ງແຍກຄົນຮັ່ງມີແລະຄົນທຸກຍາກ...); ຍາດ​ເອົາ​ຄວາມ​ໄດ້​ປຽບ​ທາງ​ດ້ານ​ການ​ສື່ສານ ​ເພື່ອຊຸກຍູ້​ຜົນກຳ​ໄລ, ເສຍສະລະຜົນປະໂຫຍດຂອງລູກຄ້າ (​ເຊັ່ນ ຖ້າປ່ອຍ​ໃຫ້ການບໍລິການທາງການແພດລອຍຢູ່ໃນຕະຫຼາດ, ຂໍ້​ມູນ​ດຽວ​ທີ່​ທ່ານໝໍ​ໃຫ້​ມາ​ກ່ຽວຂ້ອງ​ກັບຂໍ້ຊີ້ບອກທາງການແພດ, ແລະຄົນເຈັບບໍ່ມີຂໍ້ມູນກ່ຽວກັບພະຍາດຂອງຕົນເອງ); ການ​ແຈກ​ຢາຍ​ຕາມ​ປະສິດທິ​ຜົນ​ເສດຖະກິດ​ແລະ​ເງິນ​ທຶນ​ທີ່​ໄດ້​ລົງ, ​ເຮັດ​​ໃຫ້​ພາກສ່ວນ​ທີ່​ໂຊກ​ບໍ່​ດີ ຂາດໂອກາດໃນການເຂົ້າເຖິງຊັບພະຍາກອນ, ຕົກຢູ່ໃນຂຸມຄວາມທຸກຍາກ, ຖືກ​ປະ​ໄວ້​ເບື້ອງ​ຫຼັງຂະບວນການພັດທະນາ.

ດັ່ງ​ນັ້ນ, ການ​ເບິ່ງ​ແຍງສະຫວັດ​ດີການ​ສັງຄົມຕິດ​ກັບການ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ລັດ ​ແມ່ນ​ວິທີ​ການປະກອບສ່ວນແກ້ໄຂຂໍ້ບົກພ່ອງຂອງຕະຫຼາດ, ຊົດ​ເຊີຍສ່ວນຂາດແຄນຂອງຜູ້ທີ່ໄດ້ຮັບຜົນກະທົບຈາກການຈັດສັນຊັບພະຍາກອນຕາມກົນ​ໄກຕະຫຼາດ, ​ໂດຍ​ສະ​ເພາະ​ເມື່ອ​ປະ​ເຊີນ​ກັບ​ປັດ​ໄຈ​ພາຍ​ນອກ​ທີ່​ຫຍໍ້​ທໍ້ ​ແລະ​ຂໍ້​ມູນ​ທີ່​ບໍ່​ສົມ​ດຸນ. ລະບົບສະຫວັດ​ດີການ​ສັງຄົມທີ່​ກ້າວໜ້າ​ແລະ​ມີ​ປະສິດທິ​ຜົນ (ການສຶກສາຊັ້ນ​ປະຖົມແລະມັດທະຍົມໂດຍບໍ່ເສຍຄ່າ; ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ; ສາທາລະນະ​ສຸກ​ທີ່​ດີ; ລາຄາຂອງບໍລິການ​ກວດ​ສຸຂະພາບ​ແລະການປິ່ນປົວພະຍາດ ​ແມ່ນ​ຖືກ​ຄວບ​ຄຸມ​ຢ່າງ​ມີ​ປະສິດທິ​ຜົນ ໂດຍບົດບາດຂອງລັດ; ການພັດທະນາທີ່ຢູ່​ອາ​ໄສ​ສັງຄົມ​ລາຄາ​ຖືກ...) ບໍ່​ພຽງ​ແຕ່​ຮັບປະກັນ​ສິດສະ​ເໝີ​ພາບ ​ໃນ​ການ​ເຂົ້າ​ເຖິງບໍລິການ​ສົງ​ຄົມ​ຂັ້ນ​ພື້ນຖານ​ແລະ​ຈຳ​ເປັນ​ເທົ່າ​ນັ້ນ, ແຕ່ກໍ່​ບໍ່ໄດ້ເຮັດໃຫ້ຜູ້ຊົມ​ໃຊ້​ສະຫວັດ​ດີການ “ທຸກຍາກ”. ສະຫວັດ​ດີການ​ສັງຄົມ​ຫຼາຍ​ຢ່າງ​ຍັງ​ມີ​ພາລະ​ບົດບາດປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ເຊັ່ນ ງົບປະມານ​ຂອງ​ລັດ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກແລະຊົນເຜົ່າສ່ວນນ້ອຍ ຊື້​ປະກັນ​ໄພ​ສຸຂະພາບ ເມື່ອລາຍ​ໄດ້ຂອງຄອບຄົວເຂົາເຈົ້າຕໍ່າ, ຫຼືປະຊາຊົນບໍ່ມີນິໄສສະໝັກໃຈຊື້​ປະກັນ​ໄພ ​ເຊິ່ງຕ້ອງການການຊ່ວຍເຫຼືອ ​ແບບ​ໃຫ້ເຫຍື່ອ ຈາກລັດ​ໃນ​ໄລຍະ​ເວລາ​ໃດໜຶ່ງ. ບັນດາ​ກິດຈະກຳທີ່​ກ້າວໜ້າ, ມີມະນຸດສະທຳ ແລະມີປະສິດທິຜົນຂ້າງ​ເທິງ ບໍ່​ພຽງ​ແຕ່ເຮັດໃຫ້ສະຫວັດ​ດີການ​ສັງຄົມມີ​ຄວາມ​ໝາຍກຳ​ນົດ​ທິດ​ສັງຄົມ​ນິຍົມ​ເທົ່າ​ນັ້ນ, ​ແຕ່​ຍັງ​ແມ່ນວິທີ​ການ​ຄຸ້ມ​ຄອງ​ເປົ້າໝາຍ​ສັງຄົມ​ນິຍົມ, ​ເຮັດ​ໃຫ້​ບັນດາ​ຄຸນຄ່າ​ອັນ​ດີ​ງານ, ມະນຸດສະທຳຂອງ​ລັດ​ທິສັງຄົມ​ນິຍົມ​ ໄດ້​ປະກອບ​ເຂົ້າ​ໃນ​ຊີວິດ​ປະຈຳວັນ ​ເຊິ່ງປະຊາຊົນ​ໄດ້​ຊົມ​ໃຊ້​​ແລະ​ພິສູດ​ຢືນຢັນ.

ກວດສຸຂະພາບໃຫ້ຄົນຊົນເຜົ່າສ່ວນນ້ອຍ _ພາບ: ເອກະສານຂໍ້ມູນ

ການ​ຮັບປະກັນສະຫວັດ​ດີການ​ສັງຄົມອີ​ງ​ໃສ່​ການ​ພັດທະນາ​ພື້ນຖານ​​
ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ເຊິ່ງ​ໄດ້​ວາງ​ແລະ​ຈັດການ
​ໃນ​ສາຍ​ພົວພັນ​ລະຫວ່າງລັດ, ຕະຫຼາດ​ແລະ​ສັງຄົມ, ​ໃນ​ນັ້ນ​ລັດ​ຖື​ບົດບາດ
ນໍາ​ພາ  

ທີໜຶ່ງ, ການຮັບປະກັນສະຫວັດ​ດີການ​ສັງຄົມ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ​ ຕ້ອງ​ອີງ​ໃສ່​ການ​ພັດທະນາພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ນີ້​ແມ່ນຄວາມ​ແຕກ​ຕ່າງ​ພື້ນຖານ​ ກັບສະຫວັດ​ດີການ​ສັງຄົມ​ ໃນ​ພື້ນຖານ​ເສດຖະກິດຫັນ​ເປັນ​ແຜນການ​ລວມສູນ​ກ່ອນ​ໜ້າ​ນີ້ ​ເຊິ່ງ​ໄດ້​ປະຕິບັດ​ດ້ວຍ​ບົດບາດ​ເດັດ​ຖານ​ຂອງ​ລັດ ​ໂດຍ​ຜ່ານ​ຮູບ​ການ “​ເກື້ອກູນ”, ປະຕິ​ເສດ​ບົດບາດ​ຂອງ​ຕະຫຼາດ. ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ຖອດ​ຖອນ​ໄດ້​​ບົດຮຽນທີ່​ມີຄ່າ​ຫຼາຍ​ບົດ, ​ໃນ​ນັ້ນ​ມີ​ບົດຮຽນວ່າ ຕ້ອງ​ເຄົາລົບ​ບັນດາ​ກົດ​ເກນ​ເສດຖະກິດ​ພາວະ​ວິ​ໄສ ຈຶ່ງອະນຸຍາດ​ໃຫ້​ປົດ​ປ່ອຍກຳລັງການ​ຜະລິດ​ໄດ້​ຫຼາຍ​ສຸດ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ, ສ້າງ​ແຫຼ່ງລາຍ​ຮັບ​ເພື່ອຮັບປະກັນ​ການ​ໃຊ້​ຈ່າຍສະຫວັດ​ດີການ​ສັງຄົມ ​ແລະ ມີ​ແຕ່​ຕັ້ງ​ຢູ່​ໃນພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ເທົ່າ​ນັ້ນ ​ຈຶ່ງ​ເຮັດ​ໃຫ້ການ​ໃຊ້​ຈ່າຍສະຫວັດ​ດີການ​ສັງຄົມມີ​ຄວາມ​ໝາຍ​ລົງທຶນ​ເພື່ອ​ການ​ພັດທະນາ​ຢ່າງ​ແທ້​ຈິງ. ການ​ເນັ້ນ​ຂໍ້​ນີ້​ເພື່ອ​ໃຫ້​ເຫັນ​ວ່າ, ຖ້າ​ບໍ່​ອີງ​ໃສ່​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ຂະຫຍາຍຕົວ, ການ​ຜະລິດ​ທີ່​ສົມສ່ວນ​ລະຫວ່າງ​ການ​ຜະລິດ​ແລະ​ການ​ຊົມ​ໃຊ້, ກໍ່​ຍາກ​ທີ່​ຈະ​ເວົ້າ​ເຖິງການ​ກໍ່ສ້າງ​ລະບົບສະຫວັດ​ດີການ​ທີ່​ມີ​ຄຸນ​ນະພາ​ບ​ແລະ​ມີ​ປະສິດທິ​ຜົນ, ມັນອາດຈະຂະຫຍາຍອອກໄປ​ໂດຍ​ບໍ່​ມີ​ການປັບປຸງ​ຄຸນ​ນະພາ​ບຂອງສະຫວັດດີການ.  ຈໍາເປັນຕ້ອງຫຼີກລ້ຽງຄວາມຫຼົ້ມເຫຼວຂອງ​ຮູບ​ແບບ​ສະຫວັດດີ​ການສັງຄົມທີ່​ມີ​ແຕ່​ເອົາ​ໃຈ​ໃສ່​ກັບ​ການ​ແຈກ​ຢາຍ​ຜົນ​ການ​ຜະລິດ​ເທົ່າ​ນັ້ນ ​ໂດຍ​ບໍ່​ໄດ້​ຫາ​ວິທີສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ເສດຖະກິດ, ທັງເຮັດໃຫ້ເກີດ​ແນວ​ຄິດ​ເອື່ອຍ​ອີງ, ການເພິ່ງພາອາໄສ ແລະຄວາມຢຸດ​ສະ​ງັກຊັກ​ຊ້າຂອງປະຊາຊົນ, ທັງ​ເຮັດ​ໃຫ້​ສະຫວັດ​ດີການສັງຄົມບໍ່ມີຄວາມໝາຍຂອງການລົງທຶນພັດທະນາ.

ດັ່ງນັ້ນ, ຕັ້ງ​ແຕ່​ເລີ່​ມ​ການ​ປ່ຽນ​ແປງ​ໃໝ່​ມາ​ເຖິງ​ປະຈຸ​ບັນ, ເມື່ອເວົ້າເຖິງວິທີ​ແກ້​ໄຂ​ເພື່ອຊຸກຍູ້ການ​ປ່ຽນ​ແປງ​ໃໝ່​ໃຫ້​ເຂົ້າ​ສູ່​ລວງເລິກ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເນັ້ນ​ເຖິງ​ຄວາມ​ເປັນ​ເອກະ​ພາບ ລະຫວ່າງ​ນະ​ໂຍບາຍ​ເສດຖະກິດກັບ​ນະ​ໂຍບາຍ​ສັງຄົມ, ການ​ຮັບປະກັນສະຫວັດ​ດີການ​ສັງຄົມ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ ຕ້ອງ​ຕິດ​ກັບ​ການປັບປຸງບູລະນະລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ການ​ເຕີບ​ໂຕ​ທາງເສດ​ຖະກິດ​ໂດຍ​ຕົວ​ທັນ​ເອງ​ບໍ່​ໄດ້ນໍາສະຫວັດ​ດີການ​ສັງຄົມມາສູ່​ປະຊາຊົນ, ​ແຕ່​ຂຶ້ນກັບທັດສະນະທີ່ກ້າວໜ້າຂອງລັດ ຕິດ​ກັບ​ພາລະ​ບົດບາດ​ແລະ​ຄວາມຮັບຜິດຊອບ​ສະ​ເພາະ ເພື່ອແຈກຢາຍຜົນຂອງການເຕີບໂຕທາງເສດຖະກິດຄືນໃໝ່່, ເຮັດໃຫ້ທຸກ​ພາກສ່ວນຂອງປະຊາຊົນມີສິດໄດ້ຮັບສະຫວັດດີການສັງຄົມ. ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ ​ໃນຂະນະທີ່ກໍານົດຕະຫຼາດມີບົດບາດຕັດສິນຕໍ່ການລະດົມແລະຈັດສັນ​ຊັບພະຍາກອນນັ້ນ ໄດ້​ຢືນຢັນ​ວ່າ: “ຮັບຮູ້ຢ່າງເຕັມສ່ວນແລະຮັບປະກັນ​ການກຳນົດທິດ​ສັງຄົມນິຍົມໃນນະໂຍບາຍສັງຄົມ. ເພີ່ມທະວີການຄຸ້ມຄອງການພັດທະນາສັງຄົມ, ຮັບປະກັນຄວາມກ້າວໜ້າ ແລະຄວາມຍຸດຕິທຳທາງສັງຄົມ, ຄວາມ​ຍືນ​ຍົງ​ໃນ​ນະ​ໂຍບາຍສັງຄົມ, ໂດຍສະເພາະສະຫວັດ​ດີການສັງຄົມ, ຄວາມ​ໝັ້ນຄົງສັງຄົມ​ແລະຄວາມໝັ້ນຄົງຂອງມະນຸດ”(8).

ທີ​ສອງ, ລັດ​ມີ​ບົດບາດ​ເປັນ​ເຈົ້ານໍາພາ​ໃນ​ການ​ຮັບປະກັນສະຫວັດ​ດີການ​ສັງຄົມ, ທັງ​ຢືນຢັນ​ທາດ​ແທ້​ທີ່​ດີງາມ​ຂອງ​ລະບອບ​ສັງຄົມ​ນິຍົມ, ທັງແກ້ໄຂຄວາມລົ້ມ​ເຫຼວຂອງ​ຕະຫຼາດ ແລະຊົດ​ເຊີຍ​ສ່ວນຂາດແຄນຫຼັງຈາກການ​ແຈກ​ຢາຍເບື້ອງຕົ້ນ. (1) ການນໍາ​ໃຊ້​ສະ​ຖາ​ບັນ, ນະ​ໂຍບາຍ, ​ແຜນການ​ເພື່ອ​ຊຸກຍູ້ສະຫວັດ​ດີການ​ສັງຄົມ; ຮັບປະກັນ​ການ​ດັດ​ປັບ​ທີ່​ເໝາະ​ສົມ ​ລະຫວ່າງການ​ເຕີບ​ໂຕທາງ​ເສດຖະກິດ​ແລະ​ການຈັດ​ແບ່ງຜົນ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ​ເພື່ອ​ປະຕິບັດຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິທຳ​ທາງ​ສັງຄົມ; ​ແຜນການ​ພັດທະນາ​ເສດຖະກິດມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ທາງ​ສັງຄົມ​ສະ​ເໝີ, ຖື​ເອົາ​ການ​ພັດທະນາ​ສັງຄົມ, ການພັດທະນາມະນຸດເປັນແຮງຂັບເຄື່ອນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ; ການວາງແຜນການພັດທະນາທົ່ວໄປ, ການພັດທະນາແຕ່ລະຂະ​ແໜງ​ການ, ຂົງ​ເຂດ ​ແລະ ​ພື້ນ​ທີ່ ຕ້ອງຄິດໄລ່ຢ່າງຄົບຖ້ວນແລະກົມກຽວ ລະຫວ່າງການ​ລົງທຶນເພື່ອການເຕີບໂຕທາງເສດຖະກິດ ​ແລະ​ເພື່ອ​ຮັບປະກັນສະຫວັດ​ດີການ​ສັງຄົມ, ​ໂດຍ​ສະ​ເພາະ​ເມື່ອ​ຕ້ອງສ້າງ​ສົມ​ດຸນ​ລະຫວ່າງ​ລະຫວ່າງ​ຊັບພະຍາກອນ​ທາງ​ການ​ເງິນ ​ແລະ​ການວາງ​ແຜນການນໍາ​ໃຊ້​ທີ່​ດິນ. (2) ການປັບໂຄງສ້າງການໃຊ້ຈ່າຍງົບປະມານ, ຄື​ທີ່ ທິດ​ທາງ, ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ 2021  - 2025 ​ໄດ້​ ກຳນົດ​ວ່າ: “ສືບ​ຕໍ່​​ປັບ​ໂຄງ​ສ້າງການ​ໃຊ້​ຈ່າຍ​ງົບປະມານຂອງ​ລັດ​ຕາມ​ທິດ​ທາງ​ຍືນ​ຍົງ, ​ເພີ່ມ​ອັດຕາ​ສ່ວນການໃຊ້ຈ່າຍລົງທຶນພັດທະນາ, ຫຼຸດອັດຕາສ່ວນການ​ໃຊ້ຈ່າຍສຳລັບ​ວຽກ​ງານ​ປົກກະຕິ, ສະໜັບສະໜູນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ... ປ່ຽນ​ແປງ​ໃໝ່, ສ້າງ​ແລະ​ປັບປຸງ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ​ໃຫ້​ສົມບູນ ​ເພື່ອ​ເພີ່ມປະສິດທິ​ຜົນ​ຂອງ​ການຈັດ​ແບ່ງ, ຄຸ້ມ​ຄອງ ​ແລະ​ ນໍາ​ໃຊ້ ແຫຼ່ງການເງິນຂອງງົບປະມານແຫ່ງລັດ ຕິດ​ພັນ​ກັບ​ຂະ​ບວນການ​ປັບ​ໂຄງ​ສ້າງພື້ນຖານເສດຖະກິດຄືນໃໝ່”(9). ການ​ໃຊ້​ຈ່າຍ​ເພື່ອ​ສະຫວັດ​ດີການສັງຄົມ​ຕ້ອງ​ຖື​ເປັນ​ການ​ລົງທຶນ​ເພື່ອ​ການ​ພັດທະນາ. ການ​ໃຊ້​ຈ່າຍ​ເພື່ອ​ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ຂົນ​ສົ່ງ​ສາທາລະນະ, ທີ່ຢູ່​ອາ​ໄສ​ສັງຄົມ,... ຕ້ອງໄດ້ຍົກຂຶ້ນເທື່ອລະກ້າວ​ໄປ​ຄຽງ​ຄູ່​ກັບ​ການ​ເຕີບ​ໂຕຂອງເສດຖະກິດ. ພ້ອມ​ກັບ​ການ​ເງິນ, ທີ່​ດິນກໍ່ເປັນຊັບພະຍາກອນສໍາຄັນທີ່​ຄວນ​ໄດ້​ຮັບ​ການ​ນໍາໃຊ້ຢ່າງຖືກຕ້ອງ ເພື່ອຂະຫຍາຍແລະປັບປຸງສະຫວັດດີການສັງຄົມ, ເຊັ່ນ: ບຸລິມະສິດທີ່ດິນສໍາລັບການເປີດໂຮງຮຽນ, ​ໂຮງໝໍ​ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​ກຳ​ໄລ, ພັດທະນາ​ທີ່ຢູ່​ອາ​ໄສ​ສັງຄົມ, ສ້າງ​ສວນສາທາລະນະ, ປູກ​ຕົ້ນ​ໄມ້, ພັດທະນາ​ຄົມມະນາຄົມ​ໃນ​ຕົວ​ເມືອງ ຊົນນະບົດ... ລັດ​ຍັງ​ຕ້ອງ​ຮັບ​ບົດບາດ “ການລົງທຶນ​ພາກ​ລັດນໍາພາ​ການ​ລົງທຶນ​ເອກະ​ຊົນ” ​ເພື່ອ​ຊັກ​ຈູງ, ດຶງ​ດູດ​ເອກະ​ຊົນ​ເຂົ້າ​ຮ່ວມ​ການຂະຫຍາຍສະຫວັດ​ດີການ​ສັງຄົມ, ​ໂດຍ​ສະ​ເພາະ​ບັນດາ​ບໍລິການ​ສັງຄົມທີ່​ມີ​ຄຸນຄ່າ​ເພີ່ມ, ​ເຊັ່ນ​ການ​ສຶກສາ​ມະຫາວິທະຍາ​ໄລ; ບໍລິການ​ກວດ​ສຸຂະພາບ​ແລະ​ປົວ​ພະຍາດ​ຕາມ​ຄວາມ​ຕ້ອງການ; ວັດທະນະທໍາ - ບັນ​ເທີ​ງ; ​ກິລາບານເຕະ... (3) ລັດ​ດ້ວຍ​ບົດບາດ​ເຈົ້າພາບ​ເສດຖະກິດ, ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ກວດກາ​ຄຸນ​ນະພາ​ບຂອງ​ການ​ບໍລິການ, ຄຸ້ມ​ຄອງກິດ​ຈະກຳທີ່​ມີ​ການ​ເກັບຄ່າທຳນຽມ​ແລະຄຸ້ມຄອງລາຄາ, ບໍ່ດໍາເນີນການຕາມຕະຫຼາດເສລີສໍາລັບການບໍລິການສາທາລະນະຂັ້ນພື້ນຖານທີ່ຈຳ​ເປັນ. ​ເສົາຄ້ຳຂອງສະຫວັດ​ດີການ​ສັງຄົມ​ແມ່ນ​ບັນດາ​ບໍລິການ​ສາທາລະນະ​ທີ່​ບໍ່​ເສຍ​ຄ່າ ຫຼື​ເສຍ​ຄ່າ​ໃຊ້​ຈ່າຍຕ່ຳ, ການບໍລິການຫຼາຍອັນແມ່ນລັດສະໜອງໃຫ້ໂດຍກົງ, ​ແຕ່​​ກໍ່​ມີ​ສະຖານະ​ການ “ເກັບເງິນເພີ່ມ” ຢູ່, ​ເນື້ອ​ແທ້​ແມ່ນ “ຄ່າ​ທຳນຽມປອມ​ຕົວ” ​ເຊິ່ງຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມແລະແກ້ໄຂໃຫ້ທັນເວລາ. ສຳລັບບໍລິການສາທາລະນະທີ່ໄດ້ມອບ​ສິດ​ໃຫ້​ພາກສ່ວນທີ່ບໍ່ແມ່ນລັດ​ເປັນ​ຜູ້ສະໜອງນັ້ນ, ຖ້າລັດບໍ່ຄວບຄຸມລາຄາບໍລິການ, ຈະນໍາໄປສູ່ການເປີດເສລີ, ສູນເສຍລັກສະນະຂອງສະຫວັດດີການສັງຄົມ, ​ເຮັດ​ໃຫ້ລັກສະນະ​ເກີດ​ເອງຂອງຕະຫຼາດສົ່ງ​ຜົນ​ກະທົບທາງ​ລົບ, ຜູ້ມີລາຍໄດ້ຕໍ່ານໍາໃຊ້ການ​ບໍລິການ​ຈະ “ຕົກທຸກ​ໄດ້ຍາກ”. ດັ່ງ​ນັ້ນ, ການ​ຄຸ້ມ​ຄອງ​ລັດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ເພື່ອ​ຮັກສາ​ລັກສະນະ​ສະຫວັດດີ​ການ​ສັງຄົມ​ຢ່າງ​ຖືກຕ້ອງ, ຕັ້ງ​ແຕ່​ການ​ຄຸ້ມ​ຄອງຄຸນ​ນະພາ​ບບໍລິການ ​ແລະ ການ​ຄຸ້ມ​ຄອງລາຄາ​ບໍລິການ, ລາຄາ​ອຸປະກອນ (ເຊັ່ນ: ລາຄາຢາ ​ແລະ​ອຸປະກອນ​ການ​ແພດ; ລາຄາປຶ້ມແບບຮຽນໃນການສຶກສາ; ລາຄາທີ່​ຢູ່​ອາ​ໄສ​​ສັງຄົມ;...). (4) ຄວາມ​ຮັບຜິດຊອບ​ຂອງ​ລັດ​ແມ່ນ​ສ້າງ​ສະພາບ​ແວດ​ລ້ອມສຳລັບ​ການ​​ແຂ່ງຂັນ​ໃນ​ຂົງ​ເຂດ​ສາທາລະນະ ​ແລະ ການ​ແຂ່ງຂັນ​ລະຫວ່າງ​ພາກ​ລັດ​ແລະ​ພາກ​ເອກະ​ຊົນ ​ເພື່ອ​ຊອກ​ຫາແຮງຈູງໃຈໃຫ້ຜູ້ໃຫ້ບໍລິການປັບປຸງຄຸນນະພາບບໍລິການ.

ທີ​ສາມ, ວິ​ສາ​ຫະກິດ - ​ເຈົ້າ​ຂອງ​ວິ​ສາ​ຫະກິດມີ​ບົດບາດສຳຄັນ​ໃນ​ການ​ຂະຫຍາຍສະຫວັດ​ດີການ​ສັງຄົມຕາມ​ທິດ​ທາງ​ທີ່​ຫອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ກຳນົດ​ໄວ້ຄື “ສົ່ງ​ເສີມ​ນັກທຸກິດປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ ແລະເຂົ້າຮ່ວມ​ໃນ​ການ​ພັດທະນາສັງຄົມ(10) ດ້ວຍ​ການ​ຍົກ​ສູງ​ຄຸນ​ນະພາ​ບສະຫວັດດີ​ການ​ກຳມະກອນ, ລົງທຶນ​ພັດທະນາ​ບັນດາ​ບໍລິການ​ສັງຄົມ​ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​ກຳໄລ ​ແລະ ປະຕິບັດ​ຄວາມ​ຮັບຜິດຊອບ​ທາງ​ສັງຄົມ. ​ໃນ​ກົນ​ໄກ​ຫັນ​ເປັນ​ແຜນການ​ລວມສູນ, ລັດ​ມອບ​ສິດ​ໃຫ້​ວິ​ສາ​ຫະກິດ​ເບິ່ງ​ແຍງ​ບໍລິການ​ຫຼາຍ​ຢ່າງ​ໃຫ້​ກຳມະກອນ​ເຊັ່ນ ທີ່ຢູ່​ອາ​ໄສ, ຄາບ​ເຂົ້າທ່ຽງ, ພັກຜ່ອນ, ຈັດ​ຕັ້ງ​ເຮືອນ​ຝາກ​ເດັກ​ໃນ​ວິ​ສາ​ຫະກິດ... ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ກັບ​ການ​ຊຸກຍູ້​ວັດທະນະທຳວິ​ສາ​ຫະກິດ, ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ຄວນ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ບໍລິຫານ ​ໂດຍ​ຖື​ການຍົກ​ສູງ​ສະຫວັດດີ​ການໃຫ້ ກຳມະກອນ​ແມ່ນ​ການ​ລົງທຶນ​ພັດທະນາ​ແຫຼ່ງບຸກຄະລາ​ກອນ, ຫັກກຳໄລສ່ວນໜຶ່ງ​ເພື່ອ​ປັບປຸງສະຫວັດດີການກຳມະກອນ​ເຊັ່ນ ສ້າງ​ທີ​ຢູ່ອາ​ໄສ​ສັງຄົມ​​ໃຫ້ກຳມະກອນຊື້​ຫຼື​ເຊົ່າ​ດ້ວຍ​ລາຄາ​ຖືກ, ລົງທຶນ​ພັດທະນາ​ສະ​ຖາ​ບັນ​ວັດທະນະທຳ, ບໍລິການ​ສັງຄົມ​ໃຫ້ກຳມະກອນ​, ປັບປຸງ​ຄາບ​ເຂົ້າທ່ຽງ, ການ​ພັກຜ່ອນ, ​ເງິນ​ເດືອນ, ​ເງິນ​ລາງວັນ... ລັດໃຫ້ບຸລິມະສິດກັບການເຊື້ອເຊີນນັກລົງທຶນທີ່ໄດ້ມາດຕະຖານສິ່ງແວດລ້ອມ ແລະ ຮັບປະກັນສະຫວັດດີການຂອງກຳມະກອນ, ນຳໃຊ້ທີ່ດິນເພື່ອສ້າງທີ່ຢູ່ອາໄສ​ໃຫ້ກຳມະກອນ ​ເພື່ອ​ເປັນ​ເຄື່ອງມື​ຈູງໃຈໃນການດຶງດູດການລົງທຶນຈາກວິ​ສາຫະກິດ​ທີ່​ສົ່ງ​ເສີມວັດທະນະທຳທຸລະກິດ. ນອກຈາກ​ນັ້ນ, ລັດຕ້ອງໃຊ້ງົບປະມານລົງທຶນ ​ເພື່ອ​ພັດທະນາພື້ນຖານໂຄງລ່າງ (ໄຟຟ້າ, ການ​ສະໜອງ​ແລະ​ລະບາຍ​ນ້ຳ, ການ​ຄົມມະນາ​ຄົນ, ​ໂຮງຮຽນ, ສຸກສາລາ) ​ໃນ​ພື້ນ​ທີ່​ທີ່​ໄດ້​ວາງ​​ແຜ​ນພັດທະນາ​ທີ່​ຢູ່​ອາ​ໄສ​ສັງຄົມ ສຳລັບກຳມະກອນ ​ເພື່ອ “​ເປັນ​ເຫຍື່ອ”, ຊ່ວຍ​ວິ​ສາ​ຫະກິດ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ລົງທຶນ​ພັດທະນາ​​ທີ່ຢູ່​ອາ​ໄສສັງຄົມ; ຕ້ອງສົ່ງເສີມວິ​ສາຫະກິດທີ່ມີ​ການ​ສະສົມຈໍານວນ​ຫຼາຍ ໂອນເງິນທຶນສ່ວນໜຶ່ງ​ໄປ​ລົງທຶນ​ພັດທະນາ​ການ​ບໍລິການ​ສັງຄົມ ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​ກຳ​ໄລ ​ໂດຍ​ຜ່ານ​ບັນດາ​ນະ​ໂຍບາຍການ​ຍົກ​ເວັ້ນພາສີ, ບຸລິມະ​ສິດ​ການ​ດຶງ​ດູດ​ການ​ລົງທຶນ.

ທີ​ສີ່, ສັງຄົມ​ມີ​ບົດບາດສຳຄັນທີ​ສຸດ​ໃນ​ການ​ຮັບປະກັນສະຫວັດ​ດີການ​ສັງຄົມ.  ລາຍ​ງານ​ການ​ເມືອງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໃນ​ຂະນະ​ທີ່​ສະ​ເໜີ​ຄວາມ​ຮຽກຮ້ອງ​ຕ້ອງການປັບປຸງ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໄດ້​ເນັ້ນ​ໜັກ​ວ່າ: “ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ມີ​ບົດບາດ​ສ້າງ​ການ​ເຊື່ອມ​ໂຍງ ປະສານ​ສົມທົບ​ການ​ເຄື່ອນ​ໄຫວ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ສະມາຊິກ; ຕາງໜ້າ​ແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ສະມາຊິກ​ໃນການ​ພົວພັນ​ກັບ​ບັນດາ​ເຈົ້າພາບ​ແລະ​ຄູ່​ຮ່ວມ​ມື​ອື່ນ; ​ໃຫ້​ບໍລິການ​ສະໜັບສະໜູນ​ສະມາຊິກ; ສະທ້ອນໃຫ້ເຫັນຄວາມ​ມຸ່ງ​ຫວັງແລະຜົນປະໂຫຍດຂອງປະຊາຊົນທຸກຊັ້ນຄົນກັບລັດ ​ແລະ ​ເຂົ້າ​ຮ່ວມ​ການ​ວິຈານ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ຂອງ​ລັດ, ຕິດຕາມ​ກວດກາ​ສຳນັກງານ ​ອົງການ ​ແລະ​ຖັນ​ແຖວ​ພະນັກງານ, ລັດຖະກອນ ​ໃນ​ການ​ປະ​ຕິ​ບັດ​ກົດໝາຍ”(11). ທິດທາງ, ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2021  - 2025 ລະບຸ​ຈະ​ແຈ້ງວ່າ: “ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ເສດຖະກິດ​ຢ່າງ​ແຂງ​ແຮງ ຕາມ​ທິດທາງ​ໂອນ​ວຽກ​ງານ​ທີ່​ລັດ​ບໍ່ຈຳ​ເປັນ​ຕ້ອງ​ເຮັດ ​ໄປ​ໃຫ້​ອົງການ​ຈັດ​ຕັ້ງ​ສັງຄົມ, ປ່ຽນການສະໜອງການ​ບໍລິການ​ສາທາລະນະ​ໂດຍ​ກົງ ​ເປັນຮູບແບບການສັ່ງຊື້”(12). ຕາມ​ຈິດ​ໃຈ​ນັ້ນ, ສະຫວັດ​ດີການ​ສັງຄົມຈະ​ໄດ້​ຮັບປະກັນ​ກໍ່​ຕໍ່​ເມື່ອ​ມີ​ການ​ເຂົ້າ​ຮ່ວມຢ່າງ​ຂະຫຍັນ​ຂັນ​ເຄື່ອນຂອງ​ສັງຄົມ, ລະອຽດ​ຄື​ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ໜ່ວຍ​ພາລະກິດບໍລິການ​ນອກ​ພາກລັດທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​ກຳ​ໄລ, ຄົວ​ເຮືອນ, ​ບຸກຄົນ​ຜູ້​ໃຊ້​ບໍລິການ. ລັດສາມາດສັ່ງໃຫ້ອົງການຈັດຕັ້ງສັງຄົມແລະໜ່ວຍພາລະກິດ​ ໃຫ້​ບໍລິການ​ສາທາລະນະ​ຂັ້ນ​ພື້ນຖານ​ແລະຈໍາເປັນ, ໂດຍບໍ່ຄໍານຶງເຖິງພາກລັດຫຼືບໍ່ແມ່ນພາກ​ລັດ. ມີ​ກົນ​ໄກ, ນະ​ໂຍບາຍສົ່ງ​ເສີມ​ຜູ້​ມີ​ລາຍ​ໄດ້​ສູງ, ຮັກ​ວຽກງານ, ຮັກ​ອາຊີບຂອງ​ເຂົາ​ເຈົ້າ, ປະກອບສ່ວນທຶນເຂົ້າໃນການພັດທະນາໂຮງຮຽນ, ໂຮງໝໍ, ກອງ​ທຶນ​ເພື່ອວິທະຍາ​ສາດ, ສູນປົກປ້ອງສັງຄົມ ດຳເນີນງານຕາມຫຼັກການບໍ່ສະ​ແຫວ​ງຫາກຳໄລ. ບັນດາຄົວ​ເຮືອນ​ທີ່​ໃຊ້​ບໍລິການສາທາລະນະຂອງ​ລັດ, ວິ​ສາ​ຫະກິດ ຫຼື​ຊຸມ​ຊົນ ຈະ​ຕ້ອງ​ສ້າງ​ນິ​ໄສ​ການ​ໃຊ້ຢ່າງ​ປະຢັດ​ ແລະ​ຫຼີກລ້ຽງການ​ສິ້ນ​ເປືອງ​ຫຼາຍ, ​ແຕ່​ການ​ຮັບຊຳລະ​ໂດຍ​ສະໝັກ​ໃຈ​ເປັນ​ຊ່ອງ​ທາງ​ໃຫ້​ຜູ້​ໃຊ້​ບໍລິການ​ມີ​ຄວາມ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ບໍ່​ເອື່ອຍ​ອີງ​ລໍຖ້າ​ການ​ຊ່ວຍ​ເຫຼືອ. ລັດ​ຊ່ວຍ​ເຫຼືອ​ຄົວ​ເຮືອນ, ບຸກຄົນທີ່ມີສະຖານະການຫຍຸ້ງຍາກ​ ຊື້​ປະກັນ​ສຸຂະພາບ (ສະຫວັດ​ດິການ​ສັງຄົມ​ມີ​ພາລະ​ບົດບາດ​ຄວາມ​ປອດ​ໄພ), ​ແຕ່​ນັ້ນ​ເປັນ​ພຽງ​ການ “ວາງ​ເຫຍື່ອ” ​ເມື່ອ​ລາຍ​ໄດ້​ຍັງຕ່ຳ, ສະພາບເສດຖະກິດຍັງຈຳກັດ, ​ແຕ່​ເມື່ອ​ລາຍ​ໄດ້ສ່ວນ​ບຸກຄົນ​ເພີ່ມ​ຂຶ້ນ ​ແມ່ນ​ຕ້ອງ​ປ່ຽນ​ນິ​ໄສ​ໄປ​ເປັນ​ການ​ຊື້​ປະກັນ​ໄພ​​ແບບ​ສະໝັກ​ໃຈ. ​ໃນ​ແຕ່ລະ​ຄົວ​ເຮືອນ​ຕ້ອງ​ສ້າງ​ໂຄງ​ປະກອບ​ການ​ໃຊ້​ຈ່າຍ​ທີ່​ເໝາະ​ສົມ, ສົມທົບ​ລະຫວ່າງ ສະຫວັດ​ດີການ​ຄົວ​ເຮືອນ​ແບບ​ດັ້ງ​ເດີມ ກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ລະບົບສະຫວັດ​ດີການ​ ​ໂດຍ​ລັດ​ແລະ​ສັງຄົມ​ຮັບປະກັນ, ​ໂດຍ​ສະ​ເພາະ​ແມ່ນ​ ການ​ໃຊ້​ຊັບພະຍາກອນ​ການ​ເງິນ​ຂອງຄອບຄົວເປັນ “ທຶນສົມທົບ” ​ເພື່ອ​ຊົມ​ໃຊ້ສະຫວັດ​ດີການ​ສັງຄົມຢ່າງ​ມີ​ປະສິດທິ​ຜົນ, ບໍ່​ເອື່ອຍ​ອີງ​ທັງ​ໝົດ​ໃສ່​ລັດ​ແລະ​ສັງຄົມ. ພ້ອມກັນ​ນັ້ນ, ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ຈັດ​ຕັ້ງ​ສັງຄົມ​ຢ່າງ​ເຕັມ​ສ່ວນ ​ໃນການ​ຕິດຕາມ​ກວດກາ, ວິຈານ​ສັງຄົມ, ປະກອບສ່ວນ​ຍົກ​ສູງ​ຄຸນນະພາ​ບສະຫວັດ​ດີການ​ສັງຄົມ.

ການສຶກສາບໍ່ເສຍຄ່າແມ່ນເນື້ອໃນສຳຄັນອັນດັບໜຶ່ງຂອງສະຫວັດດີການສັງຄົມ, ຮັບປະກັນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ໂຄງສ້າງພື້ນຖານທາງສັງຄົມ ເພື່ອພັດທະນາປະເທດ, ຊຸກຍູ້ຄວາມສະເໝີພາບທາງດ້ານໂອກາດພັດທະນາ ສຳລັບສະມາຊິກທຸກຄົນໃນສັງຄົມ (ໃນພາບ: ຄວາມສຸກໃນວັນຈົບການສຶກສາ) _ພາບ: ເອກະສານຂໍ້ມູນ

ສະຫວັດ​ດີການ​ສັງຄົມປົກ​ຫຸ້ມ​ແລະ​ສອດ​​ເຂົ້າ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ກວ້າງຂວາງ,
​ແຕ່​ສຸມ​ໃສ່​ບັນດາ​ຂອດ​ສຳຄັນ​ຄື ຮັບປະກັນ​ບັນດາ​ຄວາມ​ຕ້ອງການ​ຂັ້ນພື້ນຖານ​
ແລະຈຳ​ເປັນ​ເຊັ່ນ ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ​ເຮືອ​ຢູ່​ສັງຄົມ,
ການ​ຂົນ​ສົ່ງ​ສາທາລະນະ, ສະຫວັດ​ດີກາ​ນກຳມະກອນ

​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກໄດ້ກ່າວເຖິງຂອບ​ເຂດ​ສະຫວັດດີ​ການ​ສັງຄົມທີ່ກວ້າງຂວາງ, ລວມມີ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ເນັ້ນ​ເປັນ​ພິ​ເສດ ​ເຖິງການ​ຮັບປະກັນຄວາມ​ຕ້ອງການ​ຂັ້ນພື້ນຖານ​ແລະຈຳ​ເປັນ ຂອງ​ປະຊາຊົນ​ເຊັ່ນ ທີ່ຢູ່​ອາ​ໄສ, ການ​ໄປມາ, ການ​ສຶກສາ, ສະ​ທາ​ລະນະ​ສຸກ, ວຽກ​ເຮັດ​ງານທຳ...(13).

ການ​ສຶກສາ​ບໍ່​ເສຍ​ຄ່າ​ແມ່ນ​ເນື້ອ​ໃນສຳຄັນ​ອັນ​ດັບ​ໜຶ່ງຂອງສະຫວັດ​ດີການ​ສັງຄົມ, ຮັບປະກັນ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະພາ​ບ ​ແລະ ໂຄງສ້າງພື້ນຖານ​ທາງ​ສັງຄົມ​ ເພື່ອພັດທະນາ​ປະ​ເທດ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ໂອກາດການ​ພັດທະນາ ສຳລັບ​ສະມາຊິກ​ທຸກ​ຄົນ​ໃນ​ສັງຄົມ. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກຍົກ​ທິດ​ທາງ “ການພັດທະນາແລະຈັດຕັ້ງປະຕິບັດແຜນການຍົກເວັ້ນຄ່າຮຽນ ສຳລັບນັກຮຽນ​ສາມັນ​ສຶກສາ, ກ່ອນອື່ນໝົດແມ່ນ ນັກຮຽນຊັ້ນປະຖົມແລະມັດທະຍົມ​ຕອນ​ຕົ້ນ”(14) ​ແລະ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ສຶກສາ​ແຫ່ງ​ຊາດ, ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ລະດັບອະນຸບານ​ແລະ​ປະຖົມສຶກສາ(15), ຍ້ອນ​ວ່າ​ນີ້​ແມ່ນລະດັບ​ການ​ສຶກສາ​ຂັ້ນ​ພື້ນຖານ, ມີຄຸນລັກສະນະສະຫວັດດີການຢ່າງຈະ​ແຈ້ງ. ຕິດ​ກັບ​ບັນດາ​ທິດ​ທາງ​ນະ​ໂຍບາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ, ຕ້ອງ “ສືບຕໍ່ເພີ່ມການລົງທຶນໃສ່ການສຶກສາ ​ແລະ​ ການ​ຝຶກ​ອົບຮົມ ໂດຍສົມທົບກັບການປ່ຽນ​ແປງ​ໃໝ່ກົນໄກ​ແລະ​ນະ​ໂຍບາຍ ​ເພື່ອ​ປັບປຸງ​ປະສິດທິ​ຜົນ​ການ​ລົງທຶນ” ​ແລະ “ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ຍູ້​ແຮງ​ການ​ຫັນ​ການ​ສຶກສາ​ເປັນ​ສັງຄົມ​ຢ່າງ​ຖືກ​ທິດ​ທາງ​, ມີ​ປະສິດທິ​ຜົນ”(16). ​ການເພີ່ມ​ການ​ລົງທຶນ​ໃສ່​ການ​ສຶກສາ, ກ້າວໄປສູ່ການຍົກ​ເວັ້ນຄ່າຮຽນສໍາລັບຊັ້ນປະຖົມແລະມັດທະຍົມ ​ໄດ້​ເນັ້ນ​ໜັກ​ເຖິງ​ລັກສະນະ​ແລະ​ພາລະ​ບົດບາດ ຂອງສະຫວັດ​ດີການ​ສັງຄົມ ​ເມື່ອ​ໃຊ້​ງົບປະມານ​ການ​ເງິນເພື່ອໃຊ້ຈ່າຍໃນການສຶກສາ. ເມື່ອປະຊາຊົນ​ໄດ້ຮັບ​ການ​ສຶກສາ​ຂັ້ນ​ພື້ນຖານ​ແລະຈຳເປັນ​ໂດຍ​ບໍ່​ເສຍ​ຄ່າ​ຮຽນນັ້ນ ​ໝາຍ​​ເຖິງ​ການ​ສ້າງ​ໂອກາດ​ການ​ພັດທະນາ​ໃຫ້ກັບ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ມີ​ລາຍ​ໄດ້ຕ່ຳ ​ເຊິ່ງ​ໃຫ້​ເຂົາ​ມີ​ໂອກາດ​ເທົ່າ​ທຽມ​ກັນ​ກັບ​ຜູ້ມີ​ລາຍ​ໄດ້​ສູງ​ ໃນ​ການ​ເຂົ້າ​ເຖິງ​ບໍລິການ​ດ້ານ​ການສຶກສາ. ເນື້ອແທ້ຂອງ​ການ​ສຶກສາ​ບໍ່​ເສຍ​ຄ່າຮຽນແມ່ນລັດໄດ້ໂອນເງິນສົດຈໍານວນໜຶ່ງໃຫ້ກັບຄົວເຮືອນ, ຫຼື​ຍັງ​ໄດ້​ເອີ້ນ​ວ່າ ລັດຈ່າຍຄ່າທໍານຽມແທນຜູ້ຮຽນ, ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກມີເງື່ອນໄຂໃຊ້ລາຍ​ໄດ້ທີ່ຈໍາກັດ​ຂອງ​ຕົນເພື່ອໃຊ້ຈ່າຍໃນສິນຄ້າແລະການບໍລິການອື່ນ, ປັບປຸງຄຸນນະພາບຊີວິດ, ອາໄສສິ່ງ​ດັ່ງກ່າວ ການສຶກສາຂອງລູກເຂົາເຈົ້າຈະບໍ່ກາຍເປັນພາລະທີ່ເຮັດໃຫ້ຄອບຄົວ​ຂອງ​ເຂົາ​ເ​ຈົ້າທຸກຈົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໜັກ​ລັກສະນະ​ປະສິດທິ​ຜົນ ​ເມື່ອເພີ່ມລະດັບການລົງທຶນໃສ່ການສຶກສາ, ​ເຊິ່ງ​ແມ່ນກຳນົດການ​ໃຊ້​ຈ່າຍງົບປະມານເຂົ້າໃນການສຶກສາເປັນການລົງທຶນໃສ່ການພັດທະນາ, ​ເພີ່ມການ​ໃຊ້​ຈ່າຍ​ແມ່ນຈຳ​ເປັນ​ແຕ່ຕ້ອງ​ຮັບປະກັນການ​ໃຊ້​ຈ່າຍ​ຖືກຕ້ອງ​ກັບ​ເປົ້າ​ໝາຍ, ຖືກ​ກັບ​ລະດັບ​ວິຊາ​ສະ​ເພາະ, ແທນທີ່ຈະເປັນການໃຊ້ຈ່າຍອີງຕາມການ​ບັນຈຸ​ພະນັກງານ​ຂອງ​ແຕ່​ລະ​ສຳນັກງານ, ອົງການ, ຫຼືໜ່ວຍງານ ​​​ໂດຍ​ບໍ່ກຳນົດ​ແຈ້ງ​ປະສິດທິ​ຜົນ​ຂອງ​ຜູ້​ຊົມ​ໃຊ້​ບໍລິການ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 13 ຂອງ​ພັກ​ກໍໄດ້ລະບຸ​ວ່າ, ຈຳ​ເປັນ​ຕ້ອງ​ປະຕິບັດ​ການ​ເປີດການ​ສຶກສາ​ໃຫ້​ໄປໃນທິດທາງທີ່ຖືກຕ້ອງ ​ເຊິ່ງບັນຫາ​ທີ່​ໃຫຍ່​ແມ່ນການ​ແບ່ງ​ປະ​ເພດ​ກິດຈະກຳ​ການ​ສຶກສາຕາມຄວາມ​ຕ້ອງການ​ຂອງຜູ້​ຮຽນ​ແຕ່ລະຄົນ​ທີ່​ມີ​ຄວາມ​ສາມາດທາງ​ການ​ເງິນ​ທີ່ສອດຄ່ອງ, ກິດຈະກໍາການສຶກສາ​ໃດທີ່ບໍ່ສະ​ແຫວງຫາກໍາໄລ ຕິດ​ກັບ​ກົນ​ໄກແລະນະໂຍບາຍທີ່​ກ່ຽວຂ້ອງຂອງລັດ. ຕໍ່ກັບກິດຈະກໍາການ​ສຶກສາ​ທີ່​ບໍ່​ສະ​ແຫວ​ງຫາກໍາໄລ, ຕ້ອງການ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ລັດ ດ້ວຍ​ນະ​ໂຍບາຍ​ແລະ​ກຳລັງ​ຊັບ​ອີກ​ນຳ​ເຊັ່ນ ທີ່​ດິນ​ເພື່ອ​ສ້າງ​ໂຮງຮຽນ, ຍົກ​ເວັ້ນພາສີສຳລັບ​ກໍລະນີ​ໃຊ້​ລາຍ​ໄດ້​ສ່ວນ​ບຸກຄົນຫຼືຊັບ​ສິນ​ສືບ​ຖອດ ​ເພື່ອ​ລົງທຶນ​ໃນ​ການ​ພັດທະນາ​ການ​ສຶກສາ... ການ​ສຶກສາລະ​ດັບ​ອະນຸບານມີ​ບົດບາດ​ສຳຄັນ​ພິ​ເສດ ​ໃນ​ການ​ຮັບປະກັນສະຫວັດ​ດີການ​ສັງຄົມ, ບາງທີ ບາງ​ບ່ອນ​ໄດ້​ປ່ອຍ​ໃຫ້​ຕະຫຼາດ​ສະໜອງ, ນໍາໄປສູ່ຜົນສະທ້ອນທີ່ບໍ່ດີ, ເຊັ່ນ: ຄູ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ, ລະບອບການ​ລ້ຽງອາຫານ​ບໍ່​ຮັບປະກັນ​ໂພດ​ຊະນາ​ການ, ສຸຂະ​ອະນາ​ໄມ ​ແລະຄວາມປອດໄພຂອງອາຫານ, ຂາດ​ວິທີ​ການແລະ​ພາຫະນະ​ທີ່​ເໝາະ​ສົມກັບ​ຄຸນ​ລັກສະນະຂອງ “ການສຶກສາກ່ອນ​ໄວ”... ​ໃນ​ກົນ​ໄກ​ຕະຫຼາດ, ຄວນ​ສົ່ງ​ເສີມ​ພາກສ່ວນ​ນອກ​ພາກ​ລັດ ລົງທຶນ​ພັດທະນາ​ໂຮງຮຽນ​ຕ່າງໆ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ບັນດາ​ຄອບຄົວ​ທີ່​ມີ​ຄວາມ​ສາມາດ​ທາງດ້ານ​ການ​ເງິນ​ໃນ​ການ​ໃຊ້ຈ່າຍ ຕິດ​ກັບ​ເງື່ອນ​ໄຂ​ທີ່​ດີ​ທາງ​ດ້ານ​ພື້ນຖານ​ວັດຖຸ​ໂຮງຮຽນ, ອຸບປະກອນ​ການ​ສຶກສາ, ການ​ຂົນ​ສົ່ງ​ນັກຮຽນ, ລະບົບອາຫານການກິນ,... ​ແຕ່​ບັນດາ​ມາດຕະຖານ​ພື້ນຖານ (ຄູສອນ​ແລະອຸປະກອນ​ການຮຽນທີ່​ມີຄຸນ​ນະພາ​ບ, ຮັບປະກັນຄວາມສະອາດ, ຄວາມປອດໄພຂອງອາຫານ, ເງື່ອນໄຂການລ້ຽງການ​ສອນ...) ບໍ່​ສາມາດ​ມີ​ການຈຳ​ແນກ ລະຫວ່າງ​ພາກ​ລັດ​ແລະ​ເອກະ​ຊົນ.

ລະບົບ​ສາທາລະນະ​ສຸກ ​ການ​ຮັກສາ​ສຸຂະພາບ​​ຮັບປະກັນການ​ປ້ອງ​ກັນ​ພະຍາດ​ທີ່​ມີປະສິດທິຜົນ, ຕອບ​ສະໜອງຄວາມ​ຕ້ອງການ​ກວດສຸຂະພາບ​ແລະປົວ​ພະຍາດ​ຂອງ​ປະຊາຊົນ ​ໂດຍ​ບໍ່​ເຮັດ​ໃຫ້​ຜູ້​ມີ​ລາຍ​ໄດ້ຕ່ຳ “ຕົກທຸກ​ໄດ້ຍາກ”, ອາ​ໄສ​ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ ແລະລາຄາບໍລິການສຸຂະພາບທີ່ຄວບຄຸມໂດຍບົດບາດຂອງລັດ, ສະ​ແດງ​ໃຫ້​ເຫັນສະຫວັດ​ດີການ​ສັງຄົມທີ່ກ້າວໜ້າ, ມີປະສິດທິຜົນ ແລະມະນຸດສະ​ທຳ. ຈິດ​ໃຈດັ່ງກ່າວ ໄດ້ຖືກກ່າວໄວ້ຢ່າງຈະແຈ້ງໃນການກຳນົດທິດທາງເປົ້າໝາຍຂອງ​ລະບົບ​ສາທາລະນະ​ສຸກ​ແມ່ນ “ຮັບປະກັນ​ໃຫ້ປະຊາກອນທັງໝົດ​ໄດ້​ຮັບ​ການຄຸ້ມຄອງ, ປົກ​ປ້ອງ​ແລະ​ດູ​ແລ”(17). ສາທາລະນະ​ສຸກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ລົງທຶນ, ​ເບິ່ງ​ແຍງ​ພັດທະນາ ມີບົດບາດໃນການປ້ອງກັນແລະຫຼຸດຜ່ອນພະຍາດ, ​ໂດຍ​ສະ​ເພາະ​ແມ່ນ​ແກ້​ໄຂ​ຜ່ານ​ຜ່າທ່າ​ອຽງພະຍາດທີ່ເພີ່ມຂຶ້ນ ເນື່ອງຈາກວິຖີຊີວິດ, ການດຳລົງ​ຊີວິດ, ການອອກກຳ ລັງກາຍທີ່ບໍ່ມີວິທະຍາສາດ, ເນື່ອງຈາກການຂາດຄວາມກົມກຽວລະຫວ່າງແຮງງານ ແລະຄວາມບໍ່ສົມດຸນລະຫວ່າງຊີວິດທາງດ້ານວັດຖຸແລະຈິດໃຈ, ເຮັດໃຫ້ “ພະຍາດວິຖີ​ຊີວິດ” ​ເພີ່ມ​ຂຶ້ນ (ໂລກອ້ວນ, ພະຍາດຫົວໃຈ, ມະເຮັງ, ເບົາຫວານ, ຄວາມດັນ​ເລືອດ​ສູງ, ພະຍາດຕັບແຂງ...). ໃນສະພາບການທີ່​ພະຍາດຕິດຕໍ່ໃນຊຸມຊົນນັບ​ມື້​ນັບສັບສົນ​ຂຶ້ນ, ກາຍເປັນໄພຂົ່ມຂູ່ຮ້າຍແຮງ ຕໍ່ຄວາມໝັ້ນຄົງຂອງມະນຸດ, ລະບົບ​ສາທາລະນະ​ສຸກ​ມີ​ບົດບາດ​ຕັດສິນ​ໃນ​ການ​ປ້ອງ​ກັນ​, ກີດ​ກັ້ນຫຼື​ຄວບ​ຄຸມ ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ປະ​ໃຫ້​ເກີດ​ວິ​ກິດ​ການ​ສາທາລະນະ​ສຸກ ​ເຊິ່ງສະພາບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການລະບາດ​ຂອງ​ໂຄ​ວິດ-19 ດຽວນີ້ແມ່ນກໍລະນີທີ່​ເດັ່ນ​ຊັດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ລະບຸ​ແຈ້ງວ່າ “ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ແລະ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ ນະ​ໂຍບາຍ​ກ່ຽວກັບ​ໂພຊະ​ນາ​ການ, ຄວາມປອດໄພຂອງອາຫານ, ການປົກປ້ອງ, ການດູແລສຸຂະພາບ ແລະ ຄວາມ​ສູງ​ໃຫຍ່ ຂອງຄົນຫວຽດນາມ”(18). ຢາກ​ກໍ່ສ້າງລະບົບ​ສາທາລະນະ​ສຸກ​ທີ່​ມີ​ຄວາມ​ສາມາດຮັບປະກັນສິດທິ​ຂອງ​ພົນລະ​ເມືອງ ໃນ​ການ​ເຂົ້າ​ເຖິງ​ບໍລິການກວດ​ສຸຂະພາບ​ແລະ​ປົວ​ພະຍາດ ​ໂດຍ​ບໍ່​ເຮັດ​ໃຫ້​ເຂົາ​ເຈົ້າ “ທຸກ​ຍາກ”, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້ກຳນົດທິດ​ທາງ “ຕ້ອງ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເງິນສາທາລະນະ​ສຸກ, ລະບົບ​ການ​ຄຸ້ມ​ຄອງ​ແລະ​ສະໜອງ​ບໍລິການ​ສາທາລະນະ​ສຸກ”(19). ລັດ​ຕ້ອງ​ສຸມ​ໃສ່​ລົງທຶນ​ໃນ​ການ​ພັດທະນາ​ລະບົບ​ສາທາລະນະ​ສຸກທີ່​ມີ​ຄວາມ​ສາມາດ​ພຽງພໍ​​ໃນ​ການປ້ອງ​ກັນ​ພະຍາດ; ​ເປີດ​ກວ້າງຂອບ​ເຂດ​ການ​ປະກັນ​ສຸຂະພາບ, ນັບ​ທັງ​ການ​ສືບ​ຕໍ່​ສະໜັບສະໜູນ​ການ​ເງິນ​ໃຫ້​ຜູ້​ທຸກ​ຍາກ ​ແລະຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຊື້​ປະກັນສຸຂະພາບ; ຄຸ້ມ​ຄອງ​ລາຄາ​ບໍລິການ​ສາທາລະນະ​ສຸກ​ຢ່າງ​ມີ​ປະສິດທິ​ຜົນ (ລາຄາ​ອຸປະກອນ​ການ​ແພດ, ລາຄາຢາ, ການຄວບຄຸມຄໍາສັ່ງຂອງທ່ານໝໍກ່ຽວ​ກັບ​ການນໍາໃຊ້​ເຕັກໂນໂລຊີສູງ ເຂົ້າໃນການກວດສຸຂະພາບ...) ສຳລັບ​ໂຮງໝໍ​ຂອງ​ລັດ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ເຈົ້າ​ຕົນ​ເອງ​ ຄື​ກັນ​ກັບ​ໂຮງໝໍ​ນອກ​ພາກ​ລັດ. ດັ່ງ​ນັ້ນ, ​ເພື່ອ​ໃຫ້​ມີ​ລະບົບ​ສາທາລະນະ​ສຸກ​ທີ່​ສະທ້ອນ​ຖືກ​ກັບ​ລັກສະນະ​ສະຫວັດດີ​ການ, ບໍ່ພຽງ​ແຕ່ຕ້ອງ​ໂຄສະນາ, ອົບຮົມ​ສຶກສາ​ຄຸນສົມບັດ​ໃຫ້​ກັບ​ພະນັກງານ​ສາທາລະນະ​ສຸກ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ​ເພີ່ມທະວີ​ການ​ຄຸ້ມ​ຄອງຂອງ​ລັດ ​ຕໍ່​ລາຄາ​​ບໍລິການ​ສາທາລະນະ​ສຸກ, ບໍ່​ປະ​​ໃຫ້ການ​ບໍລິການ​ສາທາລະນະ​ສຸກ​ກາຍ​ເປັນ​ການ​ຄ້າຂາຍ. ນີ້​ກໍ່ແມ່ນຈິດ​ໃຈ​ທີ່​ວ່າ “ປະຕິບັດ​ການ​ຫັນ​ຂົງ​ເຂດ​ສາທາລະນະ​ສຸກ​ເປັນ​ສັງຄົມ​ ຢ່າງ​ຖືກຕ້ອງ​ແລະ​ມີ​ປະສິດທິ​ຜົນ; ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ສາທາລະນະ​ສຸກ​ຂອງ​ລັດ ​ແລະ​ສາທາລະນະ​ສຸກ​ນອກ​ພາກ​ລັດ”(20). ອັນ​ນີ້ຈະເປີດປະຕູໃຫ້ແກ່ການພັດທະນາໂຮງໝໍ​ນອກ​ພາກ​ລັດທີ່ດໍາເນີນການ ຕາມ​ຫຼັກການບໍ່ສະ​ແຫວງຫາກໍາໄລ (21), ຕິດ​ກັບ​ການ​ລະດົມ​ຊັບພະຍາກອນ​ຂອງ​ວິ​ສາ​ຫະກິດ​ແລະ​ສັງຄົມ​ໃຫ້​ໄດ້ຫຼາຍ​ສຸດ​ ເພື່ອ​ຮັບ​ໃຊ້​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ.

ສະຫວັດດີການວັດທະນະທຳ ໄດ້ຮັບການຮັບປະກັນ ດ້ວຍການພັດທະນາບັນດາສະຖາບັນວັດທະນະທຳ ທີ່ມີລັກສະນະບໍລິການສາທາລະນະ ເຊິ່ງຜູ້ຊົມໃຊ້ບໍ່ເສຍເງິນ ຫຼືເສຍຄ່າທໍານຽມການນໍາໃຊ້ຕໍ່າເຊັ່ນ: ງານບຸນ, ໄປຢ້ຽມຢາມອະນຸສອນສະຖານ - ຈຸດຊົມວິວ... _ພາບ: ເອກະສານຂໍ້ມູນ

ສະຫວັດ​ດີກາ​ນວັດທະນະທຳຂອງ​ປະຊາຊົນ​ໄດ້​ຮັບ​ປະກັນ ​ໂດຍ​ການ​ເສີມ​ຂະຫຍາຍ​ບົດບາດສຳຄັນ​ຂອງ​ທັງ​ລັດ, ວິ​ສາ​ຫະກິດ​ ແລະ​ສັງຄົມ. ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກຳນົດວ່າ​ ຕ້ອງ​ມີ​ກົນ​ໄກ, ນະ​ໂຍບາຍ, ວິທີ​ແກ້​ໄຂ​ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມວັດທະນະທຳທີ່​ສະອາດ, ສົດ​ໃສ, ປັບປຸບສະພາບການ​ຊົມ​ໃຊ້​ວັດທະນະທຳຂອງ​ປະຊາຊົນ,... ຮັບປະກັນ​ຄວາມ​ເທົ່າ​ທຽມ​ກັນ​ທາງ​ດ້ານ​ໂອກາດ ​ແລະ​ການ​ຊົມ​ໃຊ້ວັດທະນະທຳ(22). ສະຫວັດ​ດີກາ​ນວັດທະນະທຳ​ໄດ້​ຮັບປະກັນ​ໂດຍ​ການ​ພັດທະນາ​ບັນດາ​ສະ​ຖາ​ບັນທາງວັດທະນະທຳ ທີ່​ມີ​ລັກ​ສາ​ນະ​ບໍລິການ​ສາທາລະນະ ​ເຊິ່ງຜູ້​ຊົມ​ໃຊ້​ບໍ່​ຕ້ອງ​ເສຍ​ເງິນ ຫຼື​ເສຍ​ຄ່າທຳນຽມຕ່ຳ​ເຊັ່ນ: ​ໃຊ້​ອິນ​ເຕີ​ເນັດ, ​ໂທລະທັດ, ວິທະຍຸ​ກະ​ຈາຍ​ສຽງ, ໜັງສືພິ​ມ, ຫໍສະໝຸດ, ຫໍພິພິດທະພັນ, ສວນສາທາລະນະ; ​ໄດ້​ຊົມ​ໃຊ້​ບັນດາ​ຄຸນຄ່າວັດທະນະທຳຊຸມ​ຊົນ​ເຊັ່ນ: ງານ​ບຸນ, ຢ້ຽມຊົມອະນຸສອນສະຖານ-ຈຸດ​ຊົມ​ວິວ ທີ່ຕິດພັນກັບການປະຕິບັດພິທີກຳທາງສາສະໜາ​ ໂດຍ​ຊຸມ​ຊົນ​ຈັດການຄຸ້ມຄອງ​ເອງ; ​ໄດ້​ເຂົ້າ​ເຖິງຜະລິດ​ຕະພັນວັດທະນະທຳ, ສິລະ​ປະ, ການ​ກິ​ລາ​ ໂດຍ​ບໍ່​ເສຍ​ເງິນ ຜ່ານ​ຊ່ອງ​ທາງການສື່ສານສາທາລະນະ. ຕ້ອງ​ສຸມ​ໃສ່ “​ແກ້​ໄຂ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ລະດັບ​ການ​ພັດທະນາ​ແລະຊີວິດວັດທະນະທຳ ລະຫວ່າງ​ບັນດາ​ພາກ​ເຂດ, ລະຫວ່າງ​ຊົນ​ຊັ້ນ​ສັງ​ຄົມ, ​ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ອຸດສາຫະກຳ”... ຜ່ານ​ບັນດານະ​​ໂຍບາຍທີ່​ຕ່າງກັນ​ເຊັ່ນ: ​ແຈກ​ໜັງສືພິມ, ການເຂົ້າເຖິງວິທະຍຸ, ອິນເຕີເນັດ, ໂທລະທັດ... ບໍ່ໄດ້ເສຍຄ່າຢູ່ໃນເຂດທີ່ດ້ອຍໂອກາດ, ລົງທຶນ​ເປີດ​ກວ້າງ​ບັນດາ​ສະ​ຖາ​ບັນ​ວັດທະນະທຳຊຸມ​ຊົນ, ສະ​ຖາ​ບັນວັດທະນະທຳ ກຳມະກອນ ​ໃນ​ເຂດ​ອຸດສາຫະກຳ ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ທັງ​ລົດ, ວິ​ສາ​ຫະກິດ ​ແລະ​ສັງຄົມ.

ທີ່ຢູ່ອາ​ໄສສັງຄົມ ແລະ ສະຫວັດດີ​ການກຳມະກອນ ແມ່ນບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ເຄັ່ງຮ້ອນ​ໃນ​ຂະ​ບວນການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ດັ່ງ​ນັ້ນ, ​ໃນ​ພາກ​ສະ​ເໜີ​ກ່ຽວ​ກັບ​ນະ​ໂຍບາຍຕໍ່​ກັບຊົນ​ຊັ້ນກຳມະກອນ, ລາຍ​ງານ​ການ​ເມືອງ​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ວ່າ: “​ເບິ່ງ​ແຍງ​ຊີວິດ​ດ້ານ​ວັດຖຸ, ຈິດ​ໃຈ, ທີ່ຢູ່​ອາ​ໄສ ​ແລະ ສະຫວັດ​ດິການຂອງກຳມະກອນ(23)​ທິດ​ທາງ, ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ 2021 - 2025 ​ໄດ້ກຳນົດ​ແຈ້ງວ່າ: ພັດທະນາ​ແລະ​ເປີດ​ກວ້າງ​ບັນດາ​ຮູບ​ແບບ​ທີ່ຢູ່​ອາ​ໄສ; ຍູ້​ແຮງ​ການ​ພັດທະນາ​ທີ່ຢູ່​ອາ​ໄສ​ສັງຄົມ, ​ເຮືອນ​ໃຫ້​ເຊົ່າ, ​ເຮືອນ​ລາຄາ​ຖືກ, ທີ່ຢູ່​ອາ​ໄສ​ໃຫ້ກຳມະກອນ​ໃນ​ເຂດ​ອຸດສາຫະກຳ; ສ້າງ​ເງື່ອນ​ໄຂ​ສົ່ງ​ເສີມ​ບັນດາ​ພາກສ່ວນ​ເສດຖະກິດ ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ທີ່ຢູ່​ອາ​ໄສຕາມ​ກົນ​ໄກ​ຕະຫຼາດ ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ. ສູ້​ຊົນ​ເຖິງ​ປີ 2025, ​ເນື້ອ​ທີ່ທີ່ຢູ່​ອາ​ໄສ​ສະເລ່ຍຂອງ​ປະ​ເທດ​ປະມານ 27 ມ2 - 27,5 ມ2 ຕໍ່​ຄົນ(24). ນີ້​ແມ່​ນບັນຫາ​ໃຫຍ່​ທີ່​ສຸດ​ຂອງ​ສະຫວັດ​ດີກາ​ນສັງຄົມ ຍ້ອນ​ວ່າ​ນັບ​ແຕ່​ພາຍຫຼັງ​ການ​ລົບ​ລ້າງ​ລະບອບ​ເກື້ອກູນກ່ຽວ​ກັບ​ທີ່ຢູ່​ອາ​ໄສ ບັນຫາ​ທີ່ຢູ່​ອາ​ໄສຖືກ​ປະ​ໄວ້​ໃຫ້​ກັບ​ຕະຫຼາດ, ​ໃນ​ຂະນະ​ທີ່​ລາຍ​ໄດ້​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ພາກ​ລັດ​ແລະ​ເອກະ​ຊົນ ບໍ່​ສາມາດ​ພໍ​ເພື່ອ​ຊື້​ຫຼື​ເຊົ່າ​ທີ່ຢູ່​ອາ​ໄສ​ໄດ້, ​ໂດຍ​ສະ​ເພາະ​ແມ່ນ ກຳມະກອນ​ໃນ​ເຂດ​ອຸດສາຫະກຳ, ຜູ້​ອົບ​ພະ​ຍົບ​ໃນ​ຕົວ​ເມືອງ. ຜູ້​ອອກ​ແຮງ​ງານຈຳ​ເປັນ​ຕ້ອງໃຊ້ລາຍ​ໄດ້​ສ່ວນ​ໃຫຍ່​ເພື່ອຊື້ຫຼືເຊົ່າເຮືອນ, ຈຳກັດ​ການ​ຊື້​ສິນຄ້າ ບໍລິການ​ອື່ນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ. ດັ່ງ​ນັ້ນ, ການກຳນົດທິດ​ທາງ​ນະ​ໂຍບາຍ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ທີ່ຢູ່​ອາ​ໄສ​ສັງຄົມ ​ໃນ​ການ​ຮັບປະກັນ​ສະຫວັດດີ​ການຂອງ​ປະຊາຊົນ ​ແລະ ລະບຸ​ຄວາມ​ຕັດສິນ​ໃຈ​ສູງ​ກັບ​ຫຼາຍ​ພາກສ່ວນກ່ຽວຂ້ອງ ເພື່ອບັນລຸເປົ້າໝາຍທີ່ວາງໄວ້. ຄວາມ​ຮັບຜິດຊອບ​ຂອງ​ລັດສະ​ແດງ​ອອກ​ໃນ​ການວາງ​ແຜນທີ່​ດິນ​ທີ່​ໃຊ້​ເພື່ອ​ສ້າງ​ເຮືອນ​ສັງຄົມ, ຕ້ອງຖື​ວ່າ​ທີ່​ດິນສຳລັບ​ການ​ພັດທະນາ​ເຮືອນ​ສັງຄົມ​ແມ່ນ​ເພື່ອ​ຈຸດ​ໝາຍສາທາລະນະ, ຈຸດໝາຍ​ສັງຄົມ, ມີ​ຄຸນ​ປະ​ໂຫຍ​ດ​ໃຫຍ່​ທີ່​ສຸດ ​ຕໍ່​ການຫຼຸດ​ລາຄາ​ທີ່ຢູ່​ອາ​​ໄສ - ​​ລາຄາ​ທີ່ຢູ່​ອາ​ໄສ​ເພີ່ມ​ສູງ​ຂຶ້ນຕົ້ນຕໍ​ແມ່ນ​ຍ້ອນ ລາຄາ​ທີ່​ດິນ​ທີ່ຢູ່​ອາ​ໄສສັງຄົມ​ຖືກ​ຖື​ເປັນປະ​ເພດ​ດຽວ​ກັນ​ກັບທີ່​ດິນການ​ພານິດ, ບໍ່​ຄ່ອຍໄດ້ຮັບການສະໜັບສະໜູນຈາກລັດ, ມີ​ບາງ​ທ້ອງ​ຖິ່ນ​ເທົ່າ​ນັ້ນ​ທີ່​ວາງ​ແຜນ​ທີ່​ດິນ​ສະ​ເພາະສໍາລັບການກໍ່ສ້າງເຮືອນຢູ່ສັງຄົມ. ບົດບາດ​ຂອງລັ​ດ​ໃນ​ກໍລະນີ​ນີ້ສຳຄັນ​ທີ່​ສຸດ, ບໍ່​ພຽງ​ແຕ່​ວາງ​ແຜນ​ທີ່​ດິນ​ສະ​ເພາະສໍາລັບການກໍ່ສ້າງເຮືອນຢູ່ສັງຄົມ, ​ແຕ່​ຍັງ​ປະຕິບັດ​ການ​ຍົກ​ເວັ້ນຫຼືການຫຼຸດຜ່ອນພາສີ ສຳລັບວິສາຫະກິດທີ່ເຂົ້າຮ່ວມທຸລະກິດ​ເຮືອນ​ຢູ່​ເພື່ອ​ສັງຄົມ; ​ໃຊ້​ງົບປະມານ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສະຖານີ ​ແລະ ການ​ບໍລິການ​ສັງຄົມ​ຢ່າງ​ຄົບ​ຊຸດ ​ໃນ​ເຂດ​ວາງ​ແຜນການກໍ່ສ້າງເຮືອນຢູ່ສັງຄົມ, ຄຸ້ມ​ຄອງ​ລາຄາ​ທີ່ຢູ່​ອາ​ໄສ​ສັງຄົມ,... ດັ່ງ​ນັ້ນ, ຜູ້​ມີ​ລາຍ​ໄດ້ຕ່ຳກໍ່ສາມາດເຊົ່າຫຼືຊື້​ເຮືອນໄດ້ດ້ວຍ​ລາຄາ​ຖືກ. ວິ​ສາ​ຫະກິດ​ຄວນ​ແບ່ງປັນກຳ​ໄລ​ສ່ວນ​ໜຶ່ງ​ ເພື່ອ​ລົງທຶນກໍ່ສ້າງ​ເຮືອນ​ຢູ່​ໃຫ້ກຳມະກອນ​ໃນ​ເຂດ​ອຸດສາຫະກຳ, ​ເຮັດ​ໃຫ້​ລາຄາ​ຄ່າ​ເຊົ່າ​ຫຼື​ຊື້​ເຮືອ​ຢູ່​ສົມ​ເຫດ​ສົມ​ຜົນ, ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ທີ່ຢູ່​ອາ​ໄສ​ບໍ່​ເປັນພາລະ​ອັນ​ໜັກໜ່ວງ ສຳລັບ​ຜູ້​ມີ​ລາຍ​ໄດ້ຕ່ຳ. ກຳມະ​ບານ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ເຈລະຈາ​ລວມໝູ່​ເປັນແຮງກົດດັນ ໃຫ້ນາຍຈ້າງ​ເອົາ​ໃຈ​ໃສ່​ຕໍ່​ສະຫວັດດີການ ຂອງກຳມະກອນ, ​​ເປັນ​ຜູ້​ວິຈານ​ແລະ​ຕິດຕາມ​ກວດກາອຳການ​ປົກຄອງ​ ໃນ​ການ​ສ້າງ​ແລະ​ປະຕິບັດບັນດາ​ນະ​ໂຍບາຍ​ສະຫວັດດີ​ການຂອງກຳມະກອນ. ກອງ​ທຶນ​ການ​ເງິນ​ຂອງກຳມະ​ບານຕ້ອງ​ໄດ້​​ໃຊ້ດຳ​ເນີນ​ທຸລະ​ກິດ​ຫາກຳ​ໄລ ​ເພື່ອປະກອບສ່ວນ​ຍົກສູງ​ສະຫວັດດີ​ການຂອງກຳມະກອນ.

ສະຫວັດດີການສັງຄົມໃນລັດທິທຶນນິຍົມມີຈຸດປະສົງ ເພື່ອຜ່ອນຄາຍຄວາມຂັດ​ແຍ້​ງລະຫວ່າງຊົນຊັ້ນ​, ສ່ວນການ​ຮັບປະກັນສະຫວັດດີການສັງຄົມໃນສັງຄົມນິຍົມ​ ແມ່ນ​ເພື່ອ​ໃຫ້ປະຊາຊົນມີຊີວິດທີ່ອິ່ມໜຳສຳລານ, ມີ​ເສລີ, ມີຄວາມສຸກ ແລະ ຜູ້​ອອກ​ແຮງ​ງານມີເງື່ອນໄຂ​ໃນ​ການ​ການ​ພັດທະນາຢ່າງຮອບດ້ານ. ຄວາມ​ຮັບ​ຮູ້​ທິດ​ສະ​ດີ ​ແລະ ການກຳນົດທິດ​ທາງ​ນະ​ໂຍບາຍຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ຢືນຢັນ​ການ​ເປີດ​ກວ້າງສະຫວັດ​ດີການ​ສັງຄົມ​ ແມ່ນເພື່ອເບິ່ງແຍງການພັດທະນາມະນຸດ, ພັດທະນາ​ໂຄງ​ສ້າງ​ພື້ນຖານ​ສັງຄົມ, ການ​ໃຊ້​ຈ່າຍ​ສະຫວັດ​ດີກາ​ນ​ແມ່ນການ​ໃຊ້​ຈ່າຍ​ໃນ​ການ​ລົງທຶນ​ພັດທະນາ, ຍົກ​ສູງ​ຄຸນ​ນະພາ​ບຊີວິດແລະ​ຄວາມສຸກ ​ຂອງ​ປະຊາຊົນ​ ຢ່າງ​ບໍ່​ຢຸດ​ຢັ້ງ, ປະຕິບັດ​ຄວາມ​ກ້າວ​ໜ່າ ​ແລະ​ຄວາມ​ຍຸດຕິ​ທຳທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ​ເດີນ ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ, ປະກອບສ່ວນ​ຮັກສາກຳນົດທິດ​ສັງຄົມ​ນິຍົມ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະ​ເທດ./.

------------

(1) ​ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 65, 86, 102, 116, 133, 147, 149, 166.

(2) ສະ​ແດງອອກ​ໃນ​ບັນດາ​ເນື້ອ​ໃນ​: “ຜົນ​ຂອງ​ການ​ປະຕິບັ​ດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ພາລະກິດ​ອັນ​ໃຫຍ່​ໂຕ​ຂອງ​ປະ​ເທດ​ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ໜ້າ 65, ໜ້າ 86, ໜ້າ 102), “ທິດ​ທາງ​ການ​ພັດທະນາ​ປະ​ເທດ​ໃນ​ໄລຍະ 2021 - 2030” (ໜ້າ 116), “ສືບ​ຕໍ່​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ສຸມ​ໃສ່​ການກຳຈັດແກ້​ໄຂ​ອຸປະສັກ” (ໜ້າ 133), “ການຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມຢ່າງ​ຍືນ​ຍົງ, ຮັບປະກັນ​ຄວາມ​ກ້າວໜ້າ ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ” (ໜ້າ 147 ​ແລະ​ໜ້າ 149), “ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ” (ໜ້າ 166)

(3) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 202

(4), (5), (6) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 131, 132, 129

(7) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 133

(8) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 147 – 148

(9) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 102

(10) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 168

(11) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 131, 132

(12) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 98

(13), (14), (15), (16) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 149, 138, 137, 139

(17) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 151

(18), (19), (20) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 151

(21) ​ໂຮງໝໍ​ທີ່​ບໍ່​ສະ​ແຫວ​ງຫາກຳ​ໄລບໍ່​ໄດ້​ໝາຍ​ຄວາມ​ວ່າ​ໂຮງໝໍ​ທີ່​ບໍ່​ມີກຳ​ໄລ, ​ແຕ່ກຳ​ໄລ​ທີ່​ໄດ້​ຮັບນັ້ນ (ຫຼັງ​ຈາກ​ຈ່າຍ​ເງິນ​ເດືອນ ​ແລະ​ຫັກ​ຄ່າ​ໃຊ້​ຈ່າຍ​ແລ້ວ) ບໍ່​ໄດ້​ແຈກ​ຈ່າຍ​ໃຫ້​ກັບ​ຜູ້​ຖື​ຫຸ້ນ ​ແຕ່​ຈະນຳ​ໄປ​ລົງທຶນ​ໃໝ່​ໃນ​ການ​ພັດທະນາ​ອາຊີບ​ແພດ.

(22) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 144

(23) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 166

(24) ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 138

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 966 (​ເດືອນ​ພຶດສະພາ 2021)