ບັນດາ​ຈຸດ​ສະຫວ່າງຂອງ​ຂະ​ແໜງ​ການ​ກະສິກຳຫວຽດນາມ
​ໃນ​ໄລຍະປີ 2016 - 2020

ໂດຍ ຫງວຽນຊວັນເກື່ອງ
ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 12, ລັດຖະມົນຕີກະຊວງກະສິກຳແລະພັດທະນາຊົນນະບົດ
01:11, 13-07-2021

ວກ - ​ໃນ 5 ປີ 2016 - 2020, ກະສິກຳ​ແລະ​ຊົນນະບົດ​ຫວຽດນາມ​ໄດ້​ບັນລຸຄວາມ​ສຳ​ເລັດ​ແລະ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ. ຂະ​ແໜງ​ການ​ກະສິກຳຂະຫຍາຍຕົວ​ຢ່າງຮອບດ້ານ, ສືບ​ຕໍ່​ຢືນຢັນ​ບົດບາດ​ເປັນ​ເສົາຫຼັກ​ຂອງ​ພື້ນຖານ​ເສດຖະກິດ ​ໂດຍ​ຜ່ານ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ຊາດ​ໃນ​ທຸກ​ສະຖານະ​ການ, ສ້າງ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັດ​ງານ​ທຳ ​ແລະ​ລາຍ​ໄດ້​ໃຫ້​ປະຊາຊົນ​ເຂດ​ຊົນນະບົດ, ປະກອບ​ສ່ວນ​ທີ່​ສຳຄັນ​ຕໍ່​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ - ສັງຄົມ ​ແລະ​ການ​ພັດທະນາ​ປະ​ເທດ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຄຽງ​ຄູ່​ກັບ​​ໂອ​ກາດ​ແລະ​ຄວາມ​ສະດວກ​ສຳລັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ນັ້ນ, ກະສິກຳ​ແລະ​ຊົນນະບົດ​ຫວຽດນາມ​ຍັງ​ປະ​ເຊີນ​ກັບຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​​ໃໝ່ຫຼາຍ​ຢ່າງ. ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແລະປັບ​ໂຄງ​ສ້າງ​​ຂະ​ແໜງ​ການ​ກະສິກຳຂອງຫວຽດນາມ, ຈຳ​ເປັນ​ຕ້ອງ​ແກ້​ຂໍ້​ອຸດ​ຕັນ​ແລະ​ຄໍ​ຂວດ​ທີ່​ຍາກ​ຫຼາຍ​ຢ່າງ.

ກຳມະການກົມການເມືອງຄະນະບໍລິຫານງານສູນກາງ ພກ ຫວຽດນາມ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫງວຽນຊວັນຝຸກ ຢ້ຽມຊົມຮູບແບບການປູກໝາກແຕງດ້ວຍເຕັກໂນໂລຊີສູງ ຢູ່ແຂວງບິ່ງເຟືອກ _ພາບ: ເອກະສານ

ບັນດາ​ຈຸດ​ສະຫວ່າງ​ໃນ​ຜົນງານ​ການ​ພັດທະນາ​ຂະ​ແໜງ​ການ​ກະສິກຳຫວຽດນາມ
​ໃນ​ໄລຍະ​ປີ
2016 - 2020

​ໃນ​ໄລຍະ​ປີ 2016 - 2020, ​ເປົ້າ​ໝາຍ​ໂດຍ​ລວມຂອງ​ຂະ​ແໜງ​ການ​ກະສິກຳ​ຫວຽດນາມ ​ແມ່ນ​ສືບ​ຕໍ່​ການ​ພັດທະນາ​ໃນ​ສາມ​ເສົາ​ຄ້ຳກ່ຽວ​ກັບ​ເສດຖະກິດ - ສັງຄົມ - ສິ່ງ​ແວດ​ລ້ອມ; ການ​ພັດທະນາ​ຢ່າງຮອບດ້ານ​ທັງ​ດ້ານ​ກະສິກຳ, ຊາວກະ​ສິກ​ອນ ​ແລະ​ຊົນນະບົດ ຕາມ​ທິດທາງ​ຍືນ​ຍົງ, ຍົກ​ສູງ​ຄຸນຄ່າ​ເພີ່ມ, ປະສິດທິ​ຜົນ​ແລະ​ຄວາມ​ສາມາດ​ແຂ່ງຂັນ; ປັບປຸງຊີວິດຂອງຊາວກະສິກອນໃຫ້ດີຂຶ້ນຢ່າງ​ໄວ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ປົກປັກຮັກສາສະພາບແວດລ້ອມ​ນິ​ເວດ​ວິທະຍາ ​ແລະ ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ. ​ແຕ່​ວ່າ, ຄຽງ​ຂ້າງ​ກັບ​ໂອກາດ​ແລະ​ຄວາມ​ສະດວກ​ໃນ​ການ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງນັ້ນ, ກະສິກຳ​ແລະ​ຊົນນະບົດ​ຫວຽດນາມ​ຍັງ​​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເຊັ່ນ: 1- ຄຸນ​ນະພາ​ບຜະລິດ​ຕະພັນ, ການ​ຮັບປະກັນຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ​ບໍ່​ສູງ ດັ່ງ​ນັ້ນ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ຂະ​ແໜງ​ການ​ຖືກ​ຈຳກັດ; 2- ຕະຫລາດການບໍລິໂພກບໍ່ໝັ້ນຄົງ, ການ​ແຂ່ງ​ນັບ​ມື້​ນັບດຸ​ເດືອດ; 3- ການ​ປ່ຽນ​ແປງສະພາບ​ພູມ​ອາກາດ, ສະພາບ​ອາກາດ​ສຸດ​ຂົ້ວ, ​ໄພ​ແຫ້ງ​ແຫຼ້ງ, ການ​ບຸກລຸກ​ຂອງ​ນ້ຳ​ເຄັມ, ການເຊາະເຈື່ອນແຄມຝັ່ງແມ່ນ້ຳ​ແລະຊາຍ​ຝັ່ທະ​ເລ, ພະຍາດພືດແລະສັດລ້ຽງທີ່ນັບມື້ນັບສັບສົນ​ແລະ​ບໍ່​ສາມາດ​ຄາດ​ເດົາ​ໄດ້, ໂດຍສະເພາະ​ໂລກ​ອະຫິ​ວາໝູ​ໃນອາຟຣິກາ ແລະການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19; 4- ຊັບພະຍາກອນ​ເພື່ອ​ການ​ເຕີບ​ໂຕ​ທາງ​ກະສິກຳຕ້ອງ​ແຂ່ງຂັນ​ກັບຂະ​ແໜງ​ການ​ອື່ນ​ຢ່າງ​ດຸ​ເດືອດ; 5- ມົນລະພິດໃນເຂດຊົນນະບົດກຳລັງ​ເພີ່ມຶ້, ​ເຊິ່ງປະກອບ​ດ້ວຍບັນດາ​ອົງ​ປະກອບການ​ພັດທະນາ​ທີ່​ບໍ່​ຍືນ​ຍົງ.

​ໃນ​ສະພາບ​ການ​ແລະ​ສະຖານະ​ການ​ຂ້າງ​ເທິງ, ທິດທາງການ​ຊີ້​ນຳຂອງກະຊວງ, ຂະແໜງການກະສິກຳແລະພັດທະນາຊົນນະບົດ ສຸມ​ໃສ່​ການ​ແກ້​ໄຂ​ຂໍ້​ອຸດ​ຕັນ, ຄໍ​ຂວດ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແລະການ​ປັບ​ໂຄງ​ສ້າງ​ຂະ​ແໜງ​ການ: 1- ການ​ປັບ​ໂຄງ​ສ້າງ​ການ​ຜະລິດ​ຕາມ​ຕ່ອງ​ໂສ້ ​ແລະ​ການ​ປັບ​ໂຄງ​ສ້າງ​ການ​ຜະລິດ​ກະສິກຳ, ​ປ່າ​ໄມ້ ​ແລະ​ອາຫານ​ທະ​ເລ​ຕາມສາມ​ແກນ​ສິນຄ້າ​ຫຼັກ; 2- ສຸມ​ໃສ່ການ​ພັດທະນາ​ອຸດສາຫະກຳປຸງ​ແຕ່ງ ​ແລະ ຕະຫຼາດ​ການ​ບໍລິ​ໂພ​ກ; 3- ຍົກ​ສູງ​ຄວາມ​ສາມາດ​ແລະ​ປະສິດທິ​ຜົນ​ຂອງ​ການ​ປ້ອງ​ກັນ​ແລະ​ຕ້ານກັບພະຍາດລະບາດຂ້າມຊາຍແດນ ແລະຈຳກັດ​ຜົນ​ກະທົບ​ທີ່​ເກີດຈາກໄພທຳມະຊາດ; 4- ສືບ​ຕໍ່​ປັບປຸງບູລະນະ ​ແລະ​ຈັດ​ຕັ້ງປະຕິບັດຢ່າງ​ມີ​ປະສິດທິ​ຜົນ ບັນດາ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ທີ່​ດິນ, ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ... ອາ​ໃສ​ສິ່ງ​ດັ່ງກ່າວ, ​ໃນ 5 ປີ​ທີ່​ຜ່ານ​ມາ, ​ກະສິກຳ ​ແລະ​ຊົນນະບົດ​ຫວຽດນາມ​ໄດ້​ບັນລຸ​ຄວາມ​ສຳ​ເລັດ​ແລະຜົນງານ​ທີ່ສຳຄັນຫຼາຍ​ຢ່າງ.

​ເຖິງທ້າຍປີ 2020 ແລະຕະຫຼອດ 5 ປີ 2016 - 2020, ຄາດວ່າ 15/15 ຂອງບັນດາເປົ້າໝາຍຕົ້ນຕໍຂອງອຸດສາຫະກຳ ບັນລຸໄດ້ແລະລື່ນກາຍຄາດໝາຍທີ່​ໄດ້​ວາງ​ໄວ້; ໂດດເດັ່ນ​ແມ່ນ 5 ຕົວຊີ້ວັດ: 1- ອັດຕາ​ການ​ເຕີບ​ໂຕ ຈີ​ດີ​ພີ ຂອງ​ຂະ​ແໜງ​ການ​ທັງ​ໝົດ​ໃນ 5 ປີ​ຢູ່​ທີ່ 2,71% ຕໍ່​ປີ, ລື່ນກາຍຄາດໝາຍ; 2- ມູນ​ຄ່າ​ການ​ສົ່ງ​ອອກ​ລວມຂອງ​​ກະສິກຳ ປ່າ​ໄມ້ ​ແລະ​ປະມົງ​ໃນ 5 ປີ​ແມ່ນ​ປະມານ 190,32 ຕື້​ໂດ​ລາ​ສະຫະລັດ, ປີ 2020 ​ໄດ້​ປະມານ 41 ຕື້​ໂດ​ລາ​ສະຫະລັດ, ລື່ນ​ການ​ຄາກ​ໝາຍ (39 ຕື້ - 40 ຕື້​ໂດ​ລາ​ສະຫະລັດ); 3- ອັດຕາການປົກຫຸ້ມຂອງປ່າໄມ້ໃນປີ 2020 ແມ່ນປະມານ 42%; 4- ​ເຖິງ​ທ້າຍ​ປີ 2020 ຈຳນວນຕາ​ແສງ​ທີ່ບັນລຸ​ມາດຕະຖານ​ຊົນນະບົດໃໝ່ໄດ້​ປະມານ 63%; 5- ລາຍໄດ້ຂອງປະຊາຊົນເຂດຊົນນະບົດໃນປີ 2020 ປະມານ 43 ລ້ານດົ່ງ / ຄົນ.   

ກະສິກຳ, ຊາວກະສິກອນ ແລະ ຊົນນະບົດໃນປະເທດຫວຽດນາມ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ ຕາມ​ທິດຄວາມຍືນຍົງ, ຄື:

  1. 1. ກ່ຽວ​ກັບ​ກະສິກຳ

ທີ​ໜຶ່ງການ​ປັບ​ໂຄງ​ສ້າງ​ຂະ​ແໜງ​ການ​ແລະການພັດທະ​ນາ​ບົນ​ພື້ນຖານການ​ເສີມຂະຫຍາຍ​ຂໍ້​ໄດ້​ປຽນຂອງ​ແຕ່ລະ​ເຂດ​ແລະ​ພາກ; ການ​ຜະລິດ​ສິນຄ້າ​ຫັນປ່ຽນ​ຕາມ​ທິດ​ທັນ​ສະ​ໄໝ, ຍົກ​ສູງ​ຄຸນຄ່າ​ເພີ່ມ​ຢ່າງ​ຍືນ​ຍົງ; ​ດຳ​ເນີນ​ງານ​ຕາມ​ກົນ​ໄກ​ຕະຫຼາດ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ອາຫານ​​ແຫ່ງ​ຊາດແລະຄວາມໝັ້ນຄົງທາງໂພສະນາການ. ກະສິກຳສືບ​ຕໍ່​ຢືນຢັນ​ບົດບາດ​ເປັນ​ເສົາ​ຄ້ຳຂອງ​ເສດຖະກິດ, ​ໂດຍ​ສະ​ເພາະໃນເວລາທີ່​ເກີດ​ວິ​ກິດ​ການ​ເສດຖະກິດໂລກ ​ແລະ​ການ​ກະທົບ​ຂອງ​ໂລກລະບາດ​ໂຄ​ວິດ-19, ຜ່ານ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ(1) ​ໃນ​ທຸກ​ກໍລະນີ, ສ້າງ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັງານ​ທຳແລະລາຍ​ໄດ້ທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ​ເຂດຊົນນະບົດ, ປະກອບສ່ວນທີ່​ສຳຄັນ​ຕໍ່​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ ​ແລະ​ການພັດ​ທະນາ​ເສດຖະກິດ​ຂອງ​ປະ​ເທດ.

ທີ​ສອງອຸດສາຫະກຳປຸງແຕ່ງກະສິກຳ, ປ່າໄມ້ ແລະປະມົງ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວ ​ພ້ອມ​ກັນ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ເພື່ອ​ຫຼຸດ​ຄ່າ​ໃຊ້​ຈ່າຍ, ຍົກ​ສູງ​ຄຸນຄ່າ​​ເພີ່ມ. ມາຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະກິດ​ປຸງ​ແຕ່ງ, ທຸລະ​ກິດ​ດ້ານ​ກະສິກຳ ປ່າ​ໄມ້​ ແລະ​ປະມົງ​​ກວ່າ 43.000 ​ແຫ່ງ, ​​ເມື່ອ​ທຽບ​ກັບ​ປີ 2015 ​ໄດ້ເພີ່ມ​ຂຶ້ນອີກ 13.000 ​ແຫ່ງ; ມີໂຮງງານປຸງແຕ່ງກະສິກຳ, ປ່າໄມ້​ແລະ​ປະມົງ​ຂະໜາດໃຫຍ່ທີ່​ຕິດ​ກັບ​ການ​ສົ່ງອອກກວ່າ 7.500 ​ໂຮງງານ, ທຽບ​ກັບ​ປີ 2015 ​ເພີ່ມ​ຂຶ້ນ​ອີກ 1.500 ​ແຫ່ງ. ​ໃນ 5 ປີ 2016  - 2020, ຈຳນວນ​ໂຮງງານ​ປຸງ​ແຕ່ງກະສິກຳ, ປ່າໄມ້​ ແລະ​​ປະມົງຂະໜາດ​ໃຫຍ່ ທີ່ໄດ້ຮັບການກໍ່ສ້າງ​ແລະ​ນຳ​ໃຊ້​ໃໝ່​ແມ່ນ 67 ແຫ່ງ, ດ້ວຍ​ຍອດເງິນລົງທຶນປະມານ 2,58 ຕື້ໂດລາສະຫະລັດ.

ທີ​ສາມ​ໃນ 5 ປີ​ທີ່​ຜ່ານ​ມາ, ຕະຫຼາດ​ສິນຄ້າ​ກະສິກຳ ປ່າ​​ໄມ້ ​ແລະ​ປະມົງ​ໄດ້​ຮັບ​ການ​ເປີດ​ກວ້າງ​ທັງ​ໃນ​ແລະ​ຕ່າງປະ​ເທດ, ຫັນປ່ຽນໄປສູ່ການຄ້າຢ່າງ​ເປັນ​ທາງ​ການ​ຢ່າງ​ເຂັ້ມ​ແຂງ; ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າ​ກະສິກຳ ປ່າ​ໄມ້ ​ແລະ​ປະມົງ​ໃນ 5 ປີ ປະມານ 190,32 ຕຶ້​ໂດ​ລາ​ສະຫະລັດ, ຄິດ​ສະ​ເລ່ຍປີ​ໜຶ່ງ​ໄດ້ 38,06 ຕຶ້​ໂດ​ລາ​ສະຫະລັດ. ​​ອັດຕາ​ສ່ວນຂອງ​ສິນຄ້າ​ຄຸນ​ນະພາ​ບສູງ​ແລະ​ມີ​ທ່າ​ໄດ້​ປຽບ ເພີ່ມຂຶ້ນຢ່າງ​ໄວວາ ​ເຊັ່ນ: ສິນໃນນ້ຳ (​ໂດຍ​ສະ​ເພາະ​ກຸ້ງນ້ຳ​ກຣ່ອຍ - ນ້ຳ​ຈືດ​ປົນ​ເຄັມ), ຜັກ, ດອກໄມ້, ໝາກໄມ້, ພືດ​ຜົນ​ອຸດສາຫະກຳທີ່​ມີ​ຄຸນ​ນະພາ​ບສູງ, ​ເຄື່ອງ​ເຟີ​ນີ​ເຈີ ​ແລະ​ຜະລິດ​ຕະພັນປ່າໄມ້. ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ ປ່າ​ໄມ້ ​ແລະ​ປະມົງ​ຂອງ​ຫວຽດນາມຢູ່​ໃນ​ອັນ​ດັບ​ທີ່ 2 ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອັນ​ດັບ​ທີ 15 ຂອງ​ໂລກ ​ແລະມີ​ຢູ່​ໃນ​ກວ່າ 196 ປະ​ເທດ​ແລະ​ດິນ​ແດນ.

  1. 2. ກ່ຽວ​ກັບ​ຊາວ​ກະສິກອນ

ຊາວ​ກະສິກອນ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ຄວາມ​ເປັນ​ເຈົ້າ​ຂອງ, ຕັ້ງໜ້າ​ປະຕິບັດການ​ປັບໂຄງສ້າງການຜະລິດຄືນໃໝ່, ປະ​ຢຸກ​ໃຊ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ເຂົ້າ​ຮ່ວມ​ລະບົບໂສ້ມູນຄ່າ, ​ໂດຍ​ສະ​ເພາະ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ແລະ​ປະຊາຊົນ​ໃນ​ຊົນນະບົດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຊີວິດ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ. ອັດຕາຄອບຄົວທຸກຍາກຢູ່​ເຂດ​ຊົນນະບົດ​ໄດ້​ຫຼຸດ​ລົງຢ່າງໄວ, ຈາກ 9,2% ລົງ​ເປັນ 4,2%; ໃນໂຄງການຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບການກໍ່ສ້າງຊົນນະບົດໃໝ່​ ໄດ້​ມີ 74,4% ຂອງ​ຈຳນວນ​ຕາ​ແສງ ​ບັນລຸ​ມາດຕະຖານ​ກ່ຽວ​ກັບ “ການ​ຫຼຸດ​ອັດຕາຄອບ​ຄົວ​ທຸກ​ຍາກ”, ​ເພີ່ມ 21% ຂອງ​ຈຳນວນ​ຕາ​ແສງ​ທຽບ​ກັບ​ປີ 2015.

3. ກ່ຽວ​ກັບ​ຊົນນະບົດ

ໂຄງການຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບການກໍ່ສ້າງຊົນນະບົດໃໝ່ ໄດ້ສຳ​ເລັດ​ກ່ອນ​ກຳນົດ​ເວລາ 1,5 ປີ. ​ເມື່ອ​ທຽບ​ກັບ​ໄລຍະ​ກ່ອນ, 5 ປີ 2016 - 2020 ​ໄດ້ຂີດ​ໝາຍ​ບາດກ້າວປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ດ້ານ​ຄຸນ​ນະພາ​ບ​ເຊັ່ນ: ການ​ຜະລິດ​ກະສິກຳ​ໄດ້​ຮັບ​ການ​ປັບ​ໂຄງ​ສ້າງ​ຄືນ​ໃໝ່ຢ່າງ​ຍືນ​ຍົງກວ່າ​ເກົ່າ, ​ເອົາ​ໃຈ​ໃສ່​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ພັດທະນາ​ສະຫະກອນ​ແບບ​ໃໝ່​ທີ່​ເຊື່ອມ​ໂຍງຕາມຕ່ອງໂສ້ມູນຄ່າ; ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ແລະ​ວັດທະນະທຳຊຸມ​ຊົນ...; ​ໂຄງ​ສ້າງ​ພື້ນຖານ​ກະສິກຳ, ຊົນນະບົດ​ມີ​ການ​ພັດທະນາ​ຢ່າງ​ແຂງ​ແຮງ, ​ເຮັດ​ໃຫ້​ໃບໜ້າຂອງ​ເຂດ​ຊົນນະບົດປ່ຽນ​ແປງ​​ໄປ​ໃນ​ທາງ​ທີ່​ດີ, ​ໃນ​ໄລຍະ​ປີ 2010 - 2020, ຫວຽດນາມໄດ້ກໍ່ສ້າງ ​ແລະ​ຍົກ​ລະດັບ​ເສັ້ນທາງ​ຄົມມະນາຄົມໃນໄລຍະ 206.743 ກມ, ສະ​ເລ່ຍ​ໄດ້ 20.500 ກມ ຕໍ່​ປີ; ​ໃນ​ນັ້ນ, ​ໃນ​ໄລຍະ​ປີ 2016 - 2020, ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ​ແລະຄວາມ​ຄົບ​ຊຸດ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ເຂດ​​ຜະລິດ​ໃຫຍ່ ​ແລະສ້າງ​ເງື່ອນ​ໄຂ​ສະດວກເພື່ອດຶງດູດການລົງທຶນເຂົ້າໃນກະສິກຳແລະຊົນນະບົດ. ຊັບພະຍາກອນ​ທີ່​ລະດົມ​ໄດ້​ທັງ​ໝົດ​ໃນ​ໄລຍະ 5 ປີ 2016 - 2020 ​ແມ່ນ​ປະມານ 2.115.677 ຕື້​ດົ່ງ, ສູງກ່ວາ 2,5 ເທົ່າເມື່ອທຽບໃສ່ 5 ປີ 2011 - 2015. ​ໂຄງການ “ໜຶ່ງ​ຊຸມ​ຊົນ ໜຶ່ງ​ຜະລິດ​ຕະພັນ” (OCOP) ໄດ້ຮັບການປະຕິບັດໃນໄລຍະປີ 2018 - 2020, ​ແຕ່​ໄດ້​ບັນລຸໝາກຜົນທີ່​ຕັ້ງໜ້າຫຼາຍຢ່າງ, ມີຈັງຫວະເຕີບໂຕທີ່ເຂັ້ມແຂງ, ຄາດ​ວ່າ​ພາຍ​ໃນ​ສິ້ນ​ປີ 2020 ຜະລິດ​ຕະພັນ OCOP ຈຳນວນ 2.400 ຢ່າງ​ຈະ​ໄດ້​ຮັບ​ການ​ຍອມຮັບ. 

ທິດທາງ, ເປົ້າໝາຍ, ໜ້າທີ່ ​ແລະວິທີແກ້ໄຂຕົ້ນຕໍ
​ເພື່ອ​ພັດ​ທະນະ​ຂະ​ແໜງກະສິກຳ​ຫວຽດນາມ​ໃນ​ໄລຍະ​ປີ
2021 - 2025

ສະພາບ​ການ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່

ນອກຈາກຄວາມ​ສະດວກແລະໂອກາດແລ້ວ, ກະສິກຳ ຊາວ​ກະສິກອນ ​ແລະ​ຊົນນະບົດ​ຫວຽດກນາມ​ໃນ​ປະຈຸ​ບັນ​ແລະ​ໃນ​ອະນາຄົດ ກຳລັງ​ປະ​ເຊີນ​ກັບຄວາມ​ຫຍຸ້ງຍາກ​ແລະສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ນັ້ນ​ແມ່ນ: 1- ບັນດາຂໍ້​ຈຳກັດ​ແລະ​ຈຸດ​ອ່ອນ​ພາຍ​ໃນ​ຂອງ​ການ​ຜະລິດ​ນ້ອຍ, ຊ້າ​ທີ່​ຈະ​ໄດ້​ຮັບ​ການ​ແກ້​ໄຂ; 2- ການ​ປ່ຽນ​ແປງ​ສະພາບ​ອາກາດນັບມື້ນັບສັບສົນ, ພະຍາດໃນພືດ, ສັດແລະຄົນ, ​ໂດຍ​ສະ​ເພາະພະຍາດ​ລະບາດຂ້າມຊາຍແດນ ​ແລະກໍ່​ຄວາມ​ເສຍ​ຫາຍຢ່າງ​ໃຫຍ່ຫຼວງ 3- ຊັບພະຍາກອນ​ສຳລັບ​ການ​ເຕີບ​ໂຕ​ຈະ​ຫາ​ຍາກ​ແລະ​ມີ​ລາຄາ​ແພງ​ຂຶ້ນ; 4- ມົນລະພິດສິ່ງແວດລ້ອມ​ແລະອັນຕະລາຍຈາກມົນລະພິດຕໍ່ສິ່ງແວດລ້ອມ, ຕໍ່​ຊັບພະຍາກອນ​ທຳ​ມະ​ຊາດ (ດິນ, ປ່າ, ນ້ຳ, ທະ​ເລ) ນັບ​ມື້​ນັບ​ໜັກໜ່ວງ​ແລະ​ສັບສົນ; 5- ຄວາມກົດດັນດ້ານການ​ແຂ່ງຂັນ​ຈາກການເຊື່ອມໂຍງສາກົນ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ​ປະ​ເທດ​ເສດຖະກິດໃຫຍ່...

ທິດ​ທາງ​ການ​ພັດທະນາ

ສືບ​ຕໍ່​ປັບ​ໂຄງ​ສ້າງ​ກະສິກຳ​ຄືນ​ໃໝ່​ ຕິດ​ກັບການ​ປ່ຽນ​​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ຈັດ​ຕັ້ງ​ການ​ຜະລິດ​ຕາມຕ່ອງ​ໂສ້​ຄຸນຄ່າ ດ້ວຍ​ສາມ​ກຸ່ມ​ຜະລິດ​ຕະພັນ​ຫຼັກ (ກຸ່ມ​ຜະລິດ​ຕະພັນ​ຫຼັກ​ແຫ່ງ​ຊາດ; ກຸ່ມ​ຜະລິດ​ຕະພັນ​ຫຼັກ​ລະດັບ​ແຂວງ; ກຸ່ມ​ຜະລິດ​ຕະພັນ​ຫຼັກ​ຂອງ​ທ້ອງ​ຖິ່ນ​ຕາມ​ໂຄງການ OCOP); ຂຸດ​ຄົ້ນ​ແລະ​ໃຊ້​ປະ​ໂຫຍ​ດຈາກ​ກາ​ກະສິກຳ​ເຂດ​ຮ້ອນ, ສ້າງ​ແລະ​ພັດທະນາພື້ນ​ທີ່ສະ​ເພາະດ້ານ​ການ​ເພາະ​ປູກ​ສິນຄ້າ​ຄຸນ​ນະພາ​ບສູງ, ຂະໜາດ​ໃຫຍ່​ບັນລຸ​ມາດຕະຖາ​ນ​ໂດຍ​ລວມ​ກ່ຽວ​ກັບ​ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານ; ​ເຊື່ອມ​ໂຍງ​ກະສິກຳ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ, ການ​ເກັບ​ຮັກສາ, ການ​ຕະຫຼາດ ​ແລະ​ການ​ສົ່ງ​ອອກ, ກັບຕ່ອງໂສ້ຄຸນຄ່າທົ່ວໂລກ; ຈັດ​ຕັ້ງການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງບັນດາທ້ອງຖິ່ນໃນພາກພື້ນ, ສ້າງ​ການ​ບຸກທະລຸ​ໃນ​ການ​ພັດທະນາ​ຢ່າງ​ໄວວາ​ແລະຍືນ​ຍົງ, ຍົກ​ສູງ​ຄຸນຄ່າ​ເພີ່ມ, ມີ​ປະສິດທິ​ຜົນ​ແລະ​ຄວາມ​ສາມາດ​ແຂ່ງຂັນ. ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນໃຫ້ໄວຂຶ້ນ, ປະກອບສ່ວນ​ເຂົ້າ​ໃນ​ການລົບລ້າງຄວາມອຶດຫິວ, ການຫຼຸດຜ່ອນຄວາມທຸກຍາກ, ການປົກ​ປ້ອງ​ສະພາບ​ແວດ​ລ້ອມ.

​ເປົ້າ​ໝາຍ​ລວມຂອງ​ຂະ​ແໜງ​ການ​ແມ່ນ ການພັດທະນາກະສິກຳ​ສະຫຼາດ, ການ​ເຊື່ອມ​ໂຍງ​ສາກົນ, ປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ, ຍົກ​ສູງ​ຄຸນຄ່າເພີ່ມ ແລະການພັດທະນາແບບຍືນຍົງ; ຊົນນະບົດໃໝ່ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສີວິ​ໄລ, ຊາວກະສິກອນທີ່ຮັ່ງມີ; ​ໂຄງ​ສ້າງ​ພື້ນຖານທີ່ທັນ​ສະ​ໄໝ​ແລະຄົບ​ຊຸດ, ການນຳ​ໃຊ້​ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບ ແລະການປົກປ້ອງຊັບພະຍາກອນ​ທຳ​ມະ​ຊາດແບບຍືນຍົງ”.

ເປົ້າໝາຍ​ໂດຍ​ລວມນີ້ໄດ້ຖືກຜັນຂະຫຍາຍເຂົ້າໃນເປົ້າໝາຍສຳຄັນ​ເຖິງປີ 2025: 1- ສູ້ຊົນໃຫ້ອັດຕາການເຕີບໂຕ ຈີ​ດີ​ພີ ຂອງຂະ​ແໜງ​ການທັງໝົດບັນລຸ 2,5% - 3% ຕໍ່​ປີ; 2- ລວມຍອດມູນຄ່າການສົ່ງອອກຜະລິດຕະພັນກະສິກຳ, ປ່າ​ໄມ້ ​ແລະ​ປະມົງບັນລຸ 48 ຕື້​ເຖິງ 50 ຕື້​ໂດ​ລາ​ສະຫະລັດຕໍ່​ປີ; 3- ອັດຕາ​ສ່ວນຂອງ​ຕາ​ແສງ​ທີ່ບັນ​ລຸ​ມາດຕະຖານ​ຊົນນະບົດ​ໃໝ່​ຢ່າ​ງໜ້ອຍ 80%; ມີ 50% ຂອງ​ໜ່ວຍ​ງານຂັ້ນ​ເມືອງ​ໄດ້​ບັນລຸ​ມາດຕະຖານ / ສຳເລັດໜ້າ​ທີ່​ການກໍ່ສ້າງຊົນນະບົດໃໝ່; ມີຢ່າງໜ້ອຍ 15 ​ແຂວງ​ທີ່​ໄດ້ຮັບການຍອມຮັບວ່າ​ ໄດ້ສຳເລັດວຽກງານການກໍ່ສ້າງຊົນນະບົດໃໝ່; 4- ລາຍ​ໄດ້​ສະ​ເລ່ຍຕໍ່ຫົວຄົນຂອງປະຊາກອນຊົນນະບົດໃນປີ 2025 ແມ່ນສູງກວ່າປີ 2020 ເຖິງ 1,5 ເທົ່າ; ປີ 2025 ສູງ​ກວ່າ​ປີ 2020 ​ເຖິງ 1,5 ​ເທົ່າ; 5- ອັດຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ຢູ່​ທີ່ 42%.

ໜ້າທີ່ຕົ້ນຕໍແລະວິທີແກ້ໄຂທີ​ສຳຄັນ

​ເພື່ອບັນລຸເປົ້າໝາຍທີ່ກ່າວມາຂ້າງເທິງ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງ​ຍຸກ​ສະ​ໄໝໃໝ່, ຈຳ​ເປັນ​ຕ້ອງ​ດຳ​ເນີ​ການ​ປັບ​ໂຄງ​ສ້າງ​ຂອງ​ຂະ​ແໜງ​ການ​ກະສິກຳ​ຄືນ​ໃໝ່​ຕາມ​ທິດ​ທັນ​ສະ​ໄໝ, ​ເສີມ​ຂະຫຍາຍ​ຄວາມ​ໄດ້​ປຽບ​ແບບ​ປຽບທຽບ, ຍົກ​ສູງ​ຄຸນ​ນະພາ​ບ, ຄຸນຄ່າ​ເພີ່ມ ​ແລະ​ຄວາມ​ຍືນ​ຍົງ, ​ເໝາະ​ສົມ​ກັບ​ແຜນການ​ປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່, ​ໃນ​ນັ້ນ​ສຸມ​ໃສ່​ການ​ປະຕິບັດ​ໜ້າທີ່, ວິທີ​ແກ້​ໄຂ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ ການ​ປັບ​ໂຄງ​ສ້າງ​ຂອງ​ຂະ​ແໜງ​ການ, ພັດທະນາ​ກະສິກຳ​ລວມສູນ​ຂະໜາດ​ໃຫຍ່ ຕາມ​ທິດ​ທັນ​ສະ​ໄໝ, ຍົກ​ສູງ​ຄຸນຄ່າ​ເພີ່ມ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ.

ທີ​ສອງພັດທະນາ​ອຸດສາຫະກຳ​ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງກະສິກຳ ປ່າ​ໄມ້​ ​ປະມົງ, ອາຊີ​ບ ​ແລະ​ ບໍລິການ​ຢູ່​ຊົນນະບົດ.

ທີ​ສາມ, ສືບ​ຕໍ່​ປະຕິບັດ​ໂຄງການຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ຄຸນ​ນະພາ​ບ​ແລະ​ຂະໜາດ​ທີ່ນັບ​ມື້​ນັບ​ສູງ.

ທີ​ສີ່ຍູ້​ແຮງການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຢູ່​ຊົນນະບົດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງປະຊາກອນ​ຊົນນະບົດ, ​ໂດຍ​ສະ​ເພາະ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍ.

ທີ​ຫ້າ, ປ່ຽນ​ແປງ​ໃໝ່​ແລະ​ພັດທະນາ​ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ, ປັບປຸງ​ການ​ພົວພັນ​ການ​ຜະລິດ​ໃຫ້​ເໝາະ​ສົມ. ບຸລິມະສິດ​ການ​ສ້າງ​ຕັ້ງ​ວິ​ສາ​ຫະກິດ, ສະຫະກອນ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ຄຸ້ມ​ຄອງ​ຂັ້ນ​ສູງ, ສາມາດ​ຈັດ​ຕັ້ງ​ການ​ເຊື່ອມ​ໂຍງ​ການ​ຜະລິດ ​ແລະການ​ຂາຍ​ຜະລິດ​ຕະພັນ​ກະສິກຳ ຢູ່​ບັນດາເຂດຜະລິດ​ລວມສູນ.

ທີ​ຫົກ, ຊຸກຍູ້​ການ​ຄົ້ນຄວ້າ​ແລະ​ຖ່າຍ​ທອດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ; ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງບຸກຄະລາ​ກອນ​ສຳລັບ​ກະສິກຳ​ແລະ​ຊົນນະບົດ.

ທີ​ເຈັດ, ປົກ​ປ້ອງ​ຊັບພະຍາກອນ​ແລະສະພາບ​ແວດ​ລ້ອມ, ຍົກ​ສູງ​ຄວາມ​ສາມາດ​ປັບ​ຕົວ​ໃຫ້​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ການ​ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ.

ທີ​ແປດ, ການປ່ຽນ​ແປງ​ໃໝ່ກົນ​ໄກ ນະ​ໂຍບາຍ​ເພື່ອລະດົມ​ບັນດາ​ແຫຼ່ງພະລັງທີ່​ຫຼາກຫຼາຍ​ໃຫ້​ແກ່ການພັດທະນາກະສິກຳແລະຊົນນະບົດ. ການຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ​ໃນ​ປະ​ຈຸບັນຢ່າງມີປະສິດທິຜົນ, ພ້ອມ​ກັນ​ນັ້ນ​ກໍ່​ກວດຄືນ, ດັດ​ແປງ ​ແລະ ​ເພີ່ມ​ເຕີມ​ຂໍ້​ກຳນົດຢ່າງທັນ​ການ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂໍ້​ກຳນົດ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ.

ທີ​ເກົ້າ, ຍົກ​ສູງ​ປະສິດທິ​ພາບ​ຂອງການ​ຄຸ້ມ​ຄອງລັດຕໍ່​ກະສິກຳ ​ແລະ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ຍົກ​ສູງ​ຄວາມ​ສາມາດ​ແລະ​ປະສິດທິ​ຜົນຂອງ​ການ​ເຊື່ອມ​ໂຍງ​ສາກົນ./.

------------------------

(1) ​ໄລຍະ​ປີ 2016 - 2020, ການ​ຜະລິດ​ເຂົ້າ​ເປືອກຂອງ​ຫວຽດນາມ​ເພີ່ມ​ຂຶ້ນຈາກ 43,16 ລ້ານ​ໂຕນ​ເປັນ 43,45 ລ້ານ​ໂຕນ; ການ​ຜະລິດ​ຊີ້ນ​ສົດ​ທຸກ​ປະ​ເພດ​ເພີ່ມຂຶ້ນ 1,13 ເທົ່າ; ນ້ຳນົມທຸກ​ປະ​ເພດເພີ່ມຂຶ້ນ 1,16 ເທົ່າ; ໄຂ່ເພີ່ມຂຶ້ນ 1,57 ເທົ່າ; ການຜະລິດອາຫານທະເລຂອງຫວຽດນາມເພີ່ມຂຶ້ນ 1,24 ເທົ່າ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 956 (​ເດືອນ​ທັນວາ 2020)