ວ.ກ - ປະ​ເທດ​ຫວຽດນາມ​ຂອງ​ພວກ​ເຮົາ​ໄດ້​ກ້າວ​ເຂົ້າ​ສູ່​ປີ 2013 ​ແລ້ວ. ປີ​ນີ້​ເປັນ​ປີ​ທີ​ສາມ​ແຫ່ງ​ການ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ແລະ ​ກໍ່​ເປັນ​ປີ​ທີ​ສາມ​ແຫ່ງ​ການ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2011 - 2015.

     ປີ 2012 ທີ່​ຜ່ານ​ມາ ​ເປັນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ຊ້ຳບໍ່​ໜຳ ຢູ່​ໃນ​ບາງ​ຂົງ​ເຂດ, ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຍັງ​ຫຼາຍ​ກວ່າ ​ແລະ ​ໃຫຍ່​ກວ່າ​ທຽບ​ກັບ​ການ​ຄາດ​ຄະ​ເນ. ​ເສດຖະກິດ​ໂລກ​ຜັນ​ປ່ຽນ​ຢ່າງ​ສັບສົນ​ທີ່​ສຸດ. ຢູ່​ພາຍ​ໃນ​ປະ​ເທດ, ຄວາມ​ຫຍຸ້ງຍາກ​ໃໝ່​​ໄດ້ມາ​ຕື່​ມ​ໃສ່​ຄວາມ​ຫຍຸ້ງຍາກ​​ເກົ່າ. ​ແຕ່​ວ່າ ​ໃນ​ສະພາບ​ການ​ນີ້ ພັກ ລັດ ​ແລະ ປະຊາຊົນ​ຫວຽດນາມ​ໄດ້​ມີ​ຄວາມ​ຕັ້ງໜ້າ​ພະຍາຍາມ​ຫຼາຍ​ຢ່າງ​ ເພື່ອ​ຜັນຂະຫຍາຍ​ຢ່າງຮອບດ້ານ ບັນດາ​ວຽກ​ງານ, ກ່ອນ​ອື່ນ​ໝົດ​ແມ່ນ​ທາງ​ດ້ານ​ເສດຖະກິດ - ສັງຄົມ ​ແລະ ການກໍ່ສ້າງ ປັບປຸງ​ພັກ.

     ທາງ​ດ້ານ​ເສດຖະກິດ, ​ໄດ້​ສຸມ​ໃສ່​ຈຸດ​ໝາຍ​ໃຫ້​ບຸລິມະສິດ​ແກ່​ການ​ຈຳກັດ​ຄວບ​ຄຸມ​ເງິນ​ເຟີ້, ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ, ຮັບປະກັນ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ​ແລະ ຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຍົກ​ສູງຄຸນ​ນະພາ​ບ ປະສິດທິ​ຜົນ​ຂອງ​ພື້ນຖານ​ເສດຖະກິດ. ທາງ​ດ້ານ​ສັງຄົມ, ຕັ້ງໜ້າ​ພະຍາຍາມ​ແກ້​ໄຂ​ບັນດາ​ບັນຫາ​​ເຄັ່ງ​ຮ້ອນ​ທາງສັງຄົມ ​ແລະ ວຽກ​ເຮັດ​ງານ​ທຳ, ຮັບປະກັນ​ສະຫວັດດີ​ການ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ.

     ກ່ຽວ​ກັບ​ການ​ກໍ່ສ້າງ, ປັບປຸງ​ພັກ, ​ໄດ້​ສຸມ​ໃສ່ການ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ “ບັນຫາ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ”. ຈຸດ​ໜັກ​ໃຈກາງ ​ແລະ ຮີບ​ດ່ວນ​ທີ່​ສຸດ ​ແມ່ນ​ຕໍ່​ສູ້ຢ່າງ​ເດັດດ່ຽວ​ເພື່ອ​ກີດ​ກັ້ນ ​ແລະ ຍູ້​ຖອຍ​ສະພາບ​ການຊຸດ​​ໂຊມທາງ​ດ້ານ​ການ​ເມືອງ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ພາກສ່ວນ​ພະນັກງານ ສະມາຊິກ​ພັກ​ທີ່ມີຈຳນວນ​ບໍ່​ໜ້ອຍ, ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ນຳພາ ​ແລະ​ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ສູ້​ຮົບ​ຂອງ​ພັກ, ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ສະມາຊິກ​ພັກ ​ແລະ ປະຊາ​ຊົມ.

     ທ້າຍ​ປີ ຫັນ​ເບິ່ງ​ຄືນ​ຫຼັງ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ສະ​ໄໝ​ທີ XI ຂອງ​ພັກ​ໄດ້​ສັງ​ເກດ​ວ່າ: ​ເສດຖະກິດ​ມີ​ການ​ຜັນ​ປ່ຽນທີ່​ແນ່ນອນ. ການ​ເຕີບ​ໂຕ GDP ສູງ​ກວ່າ 5%, ດັດຊະນີ​ລາຄາ​ຄ່າ​ຄອງ​ຊີບ​ຕ່ຳ​ກວ່າ 10%, ​ແຕ່​ວ່າ ​ຜົນ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຜົນ​ງານການ​ຈຳກັດ​ເງິນ​ເຟີ້​ ຍັງ​ບໍ່​ທັນ​ໝັ້ນຄົງ. ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ໝັ້ນຄົງ​ກວ່າ​ແຕ່​ກ່ອນ ​ແຕ່​ຍັງ​ບໍ່​ທັນ​ສະຖຽນ​ລະ​ພາບ​ແທ້​ຈິງເທື່ອ. ຄວາມ​ປອດ​ໄພ​ທາງ​ສັງຄົມ​ໄດ້​ຮັບປະກັນ​ໂດຍ​ພື້ນຖານ, ​ແຕ່​ວ່າ​ວຽກ​ເຮັດ​ງານ​ທຳ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົມ​ພາກສ່ວນ​ໜຶ່ງ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ບັນດາ​ຂົງ​ເຂດ​ການ​ສຶກສາ, ບຳລຸງ​ກໍ່ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ສາທາລະນະ​ສຸກ, ວັດທະນະທຳ,... ລ້ວນ​ແຕ່​ໄດ້​ຮັບຜົນສຳ​ເລັດ​ຈຳນວນ​ໜຶ່ງ, ​ແຕ່​ຍັງ​ບໍ່​ທັນ​ມີ​ການ​ປ່ຽນ​ແປງ​ຢ່າງ​ພື້ນຖານ.

    ການ​ສຳ​ຫຼວດ ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິຕິ​ຊົມເພື່ອນສະຫາຍ ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ໄດ້​ບັນລຸ​ໝາກຜົນ​ເບື້ອງ​ຕົ້ນ​ທີ່​ສຳຄັນ, ສ້າງ​​ໃຫ້ມີ​ການ​ຜັນ​ປ່ຽນ​ຈຳນວນ​ໜຶ່ງ​​ໃນ​ພາກ​ຕົວ​ຈິງ, ​ແຕ່​ຍັງ​ຕ້ອງ​ເຮັດ​ຫຼາຍ​ວຽກ​ກວ່າ​ອີກ ​ເພື່ອ​ສືບ​ຕໍ່​ນຳ​ເອົາມະຕິ​ດັ່ງກ່າວ​ເຂົ້າ​ໃນ​ຊີວິດ​ຕົວຈິງ, ຊຸກຍູ້​ແຂງ​ແຮງ​ກວ່າ​ອີກ​ການ​ປະຕິບັດ​ໜ້າ​ທີ່​ກໍ່ສ້າງ, ປັບປຸງ​ພັກ​ໃນ​ຊຸມ​ປີ​ສະ​ເພາະ​ໜ້າ.

     ປີ 2012 ກໍ່​ໄດ້​ຮັບ​ຮູ້ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນສຳ​ເລັດ​ໃນ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ - ​ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ - ສັງຄົມ, ຍົກ​ສູງ​ປະສິທິຜົນ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ແລະ ​ເຊື່ອງ​ໂຍງ​ເຂົ້າ​ກັບ​ສາກົນ.

    ປີ 2013 ​ເປັນ​ປີ​ຫົວລ້ຽວຫົວ​ຕໍ່ຂອງ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2011 - 2015, ​ແລະ ກໍ່ເປັນ​ປີ​ຫົວລ້ຽວຫົວ​ຕໍ່​ແຫ່ງ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ລວມ ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວາ​ງອອກ​ມາ​ໃຫ້​ສະ​ໄໝ 5 ປີ​ນີ້.

    ​ການ​ເປັນຫົວລ້ຽວຫົວ​ຕໍ່ ກໍ່​ມີ​ຄວາມໝາຍດຽວ​ກັນ​ກັບການ​ຜັນ​ປ່ຽນ, ​ແລະ​ ອັນ​ນັ້ນຕ້ອງ​ເປັນການ​ຜັນ​ປ່ຽນ​ຕາມ​ທິດ​ຕັ້ງໜ້າ. ​ເພື່ອ​ສ້າງ​ໃຫ້​ມີ​ການ​ຜັນ​ປ່ຽນ​ນັ້ນ ຕ້ອງ​ເລິ່ມຈາກ​ໜ້າ​ທີ່​ອັນ​ພື້ນຖານ, ຕີ​ລາຄາ​ສະພາບ​ການ ​ແລະ ບັນດາ​ຄວາມ​ສາມາດ​ຕົວ​ຈິງ​ຢ່າງ​ຖືກຕ້ອງ ​ເພື່ອ​ວາງ​ແຜນ​ນະ​ໂຍບາຍ ​ແລະ ວິທີ​ແກ້​ທີ່​ສອດຄ່ອງເໝາະສົມ.

    ​ເສດຖະກິດ​ຂອງ​ປະ​ເທດ​ເຮົາ​ຍັງ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ສຸດ, ​ແຜນການ 5 ປີ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ​ສອງ​ປີ​ແລ້ວ ​ແຕ່ການ​ປະຕິບັດລະດັບ​ຄາດໝາຍ​ຕ່າງໆ ຍັງ​ຕ່ຳ​ກວ່າຫຼາຍ​ທຽບ​ກັບ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ມາ. ຕາມ​ການຄາດຄະ​ເນ ​ເສດຖະກິດ​ໂລກ​ຍັງ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ, ຍັງ​ຈະມີ​​ໄພ​ອັນຕະລາຍ ​ແລະ ຄວາມ​ສ່ຽງ​​ຫຼາຍຢ່າງ.

    ຈຸດໝາຍ​ສັງ​ລວມທາງ​ດ້ານ​ເສດຖະກິດ - ສັງຄົມ​ທີ່​ວາ​ງອອກ​ມາ​ໃຫ້​ປີ 2013 ​ແມ່ນ: ​ເພີ່ມ​ທະວີ​ການ​ຫັນ​ເປັນ​ບໍລິສຸດ​ສົດ​ໃສ, ຮັບປະກັນ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ, ຈຳກັດ​ເງິນ​ເຟີ້​ໃຫ້​ຕ່ຳ​ກວ່າ, ຍົກ​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂຶ້ນ​ສູງ​ກວ່າ​ປີ 2012. ຊຸກຍູ້​ປະຕິບັດ​ 3 ການ​ບຸກທະລຸຍຸດ​ທະ​ສາດ ຕິດ​ແໜ້ນ​ກັບ​ການຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ແປງ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ. ຮັບປະກັນ​ຄວາມ​ປອດ​ໄພທາງ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ.

    ບັນດາ​ລະດັບ​ຄາດໝາຍ​ຕົ້ນຕໍ​ແມ່ນ: ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ​ເພີ່ມ​ຂຶ້ນ​ປະມານ 5,5%. ມູນ​ຄ່າ​ສົ່ງ​ນອກ​ເພີ່ມ​ຂຶ້ນ​ປະມານ 10%. ອັດຕາ​ສ່ວນມູນ​ຄ່າ​ຂາ​ເຂົ້າ​ຫຼາຍ​ກວ່າ​ຂາ​ອອກ​ປະມານ 8%. ອັດຕາ​ສ່ວນ ລາຍ​ຈ່າຍ​ງົບປະມານ​ຫຼາຍ​ກວ່າລາຍ​ຮັບ​ງົບປະມານ ບໍ່​ກາຍ 4,8% GDP. ລະດັບ​ຄວາມ​ໄວ​ໃນ​ການ​ເພີ່ມ​ລາຄາ​ຄ່າ​ຄອງ​ຊີບ (CPI) ປະມານ 7% - 8%. ລວມຍອດ​ເງິນ​ລົງທຶນ​ການ​ພັດທະນາ​ໃນ​ທົ່ວ​ສັງຄົມ ​ກວນ​ປະມານ 30% GDP. ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ໜີ້​ສິນ​ຫຼວງ. ສູ້​ຊົນ​ປະຕິບັດ​ບັນດາ​ຕົວ​ເລກ​ຄາດໝາຍ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ຫລຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

    ຄຽງຄູ່​ກັບ​ເສດຖະກິດ - ສັງຄົມ​ຍັງ​ມີ​ຈຸດໝາຍຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານການ​ພົວພັນ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ - ສັງຄົ​ມ.

    ຈຸດໝາຍ​ສັງ​ລວມຂອງປີ 2013 ​ເກືອບ​ຄ້າຍຄື​ກັນ​ກັບ​ຈຸດໝາຍ​ສັງ​ລວມທີ່​ວາງ​ອອກ​ມາ​ໃຫ້​ແກ່​ປີ 2012. ​ແຕ່​ຢູ່​ເບື້ອງ​ຫຼັງ​ຂອງ​ແຕ່ລະ​ຈຸດໝາຍ​ອັນ​ລະອຽດ, ນັບ​ທັງບັນດາ​ລະດັບ​ຄາດໝາຍ​ຕົ້ນຕໍ​ຂອງ​​ແຜນການ, ລ້ວນ​ແຕ່ກວນ​ລວມທັງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕ້ອງ​ບັນລຸ​ລະດັບ​ສູງ​ກວ່າ, ​ເຮັດ​ໄດ້​ດີກ​ວ່າ, ມີ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນສູງ​ກວ່າ. ຄວາມ​ຮຽກຮ້ອງ​ຕ້ອງການລວມທີ່​ສຸດ​ແມ່ນ ສ້າງ​ຮາກ​ຖານການ​ພັດທະນາ​ຢ່າງ​ໜັກ​ແໜ້ນ​ກວ່າ​ອີກ ໃຫ້​ແກ່​ຊູ​ມປີ​ຕໍ່ໆ​ໄປ.

    ປີ 2013, ຄຽງ​ຂ້າງ​ບັນດາ​ວຽກ​ງານ​ໃຫຍ່ໆ​ເຊັ່ນ ດັດ​ແປງ​ລັດຖະທຳ​ມະນູນ ປີ 1992, ຍົກ​ສູງ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ​ຂອງການ​ຄຸ້ມ​ຄອງ ການກຳກັບ​ບໍລິຫານ​ວຽກ​ງານຂອງ​ກົງຈັກ​ແຫ່ງ​ລັດ, ສືບ​ຕໍ່​ນຳ​ເອົາ​ການປະຕິ​ຮູບດ້ານການ​ບໍລິຫານ, ປະຕິ​ຮູບ​ການ​ຍຸດຕິ​ທຳ​ໃຫ້​ເຂົ້າ​ສູ່ລວງ​ເລິກ, ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ, ​ແມ່ນ​ຕ້ອງ​ຊຸກ​ຍູ້​ວຽກ​ງານ​ກໍ່ສ້າງ ດັດ​ແປງ​ພັກ​ຢ່າງແຂງ​ແຮງກວ່າ​ອີກ.

     ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ແລະ ບັນດາ​ໜ້າ​ທີ່, ວິທີ​ແກ້​ໄຂ​ທີ່​ໄດ້​ວາງ​ອອກ​ມາ​ໃນ​ມະຕິ​ດັ່ງ​ກ່າວ​ນີ້ ຕ້ອງ​ໄດ້​ຮັບ​ການ​ສືບຕໍ່​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ພຽງ​ແຕ່​ໃນ​ປີ 2013 ​ເທົ່າ​ນັ້ນ ຫາກ​ໃນ​ຊຸມ​ປີ​ຕໍ່​ໄປອີກ. ນຳເອົາ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົ​ມ ​ເຂົ້າ​ເປັນ​ປົກກະຕິ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເປັນ​ການ​ລົດ​ຜ່ອນ​ລັກສະນະ​ສຳຄັນ​ຂອງ​ມັນ, ຫາກ​​ແມ່ນ​ການ​​ເຮັດ​ໃຫ້ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົ​ມ ກາຍ​ເປັນ​ອາວຸດ​ທາງ​ຈິດ​ໃຈ​ອັນ​ແທ້​ຈິງ ທີ່​ປະຈຳການ​ຢູ່​ໃນ​ການດຳເນີນຊີວິດ​ພັກ. ການກໍ່ສ້າງຖັນ​ແຖວ​ພະນັກງານນຳພາ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູນ​ກາງ, ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບສາກົນນັ້ນ ມັນ​ບໍ່​ແມ່ນ​ວຽກ​ງານ​ຂອງ​ມື້ໜຶ່ງ​ຍາ​ມດຽວ. ສ້າງແຜນ​ກຳນົດ​ຖັນ​ແຖວ​ພະນັກງານ​ຂັ້ນ​ສູງຂຶ້ນ​ມາ​ໄດ້​ມັນເປັນ​ການ​ຍາກ, ​ແຕ່​ປະຕິບັດ​ແຜນ​ກຳນົດ​ນັ້ນ​ໃຫ້​ໄດ້​ດີ​ແທ້​ ພັດຍາ​ກກວ່າ​ອີກ. ກຳນົດ​ຢ່າງ​ຈະ​ແຈ້ງ​ອຳນາດ​ຕັດສິນ ສິດ​ຂອບ​ເຂດ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້ນຳ​ໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ໃນສາຍ​ພົວພັນ​ກັບ​ລວມໝູ່​ຄະນະ​ພັກ, ອົງການ​ກົມ​ກອງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການນຳພາ​ຂອງ​ພັກ ​ເປັນ​ວຽກ​ງານ​ທີ່​ໄດ້​ເຮັດ, ກຳລັງ​ເຮັດ ​ແລະ ຍັງ​ຕ້ອງສືບ​ຕໍ່​ເຮັດ​ຕໍ່​ໄປ​ໃນ​ຫຼາຍ​ປີ​ອີກ. ຊຸກຍູ້​ການ​ກໍ່ສ້າງ ​ແລະ ປັບປຸງ​ດັດ​ແປງພັກ, ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ຕ້ອງ​ເຮັດ​ໃຫ້ພັກ​ບໍລິສຸດ​ປອດ​ໃສ ​ແລະ ໝັ້ນຄົງ​ເຂັ້ມ​ແຂງຢ່າງ​​ແທ້ຈິງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ສູ້​ຮົບ​ຂອງ​ພັກ​ຂຶ້ນ ​ເປັນ​ພັກ​ປະຕິວັດ​ທີ່​ແທ້​ຈິງ, ຕິດ​ພັນ​ສະໜິດ​ແໜ້ນ​ກັບປະຊາຊົນ ​ແລະ ຮັບ​ໃຊ້​ປະຊາຊົນ.

     ​ແນ່ນອນ​ວ່າ ປີ 2013 ຈະ​ເປັນ​ປີ​ແຫ່ງ​ການ​ສູ້​ຊົນ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ ເພື່ອການ​ຜັນ​ປ່ຽນ​​ຈະ​ເລີ​ນພັດທະນາ. ​ແຕ່​ການ​ຜັນ​ປ່ຽນ​ຈະ​ມີ​ຄວາມ​ໝາຍ​ຮອດ​ລະດັບ​ໃດ​ນັ້ນ ສ່ວນ​ສຳຄັນ​ແມ່ນ​ຂຶ້ນ​ກັບ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ ​ແລະ ການ​ກະທຳ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ​, ທົ່ວ​ປວງຊົນ​ຫວຽດນາມ./.

ວາລະສານ​ກອມ​ມູນິດ