ເປັນເຈົ້າການຮັບມືກັບການປ່ຽນແປງດິນຟ້າອາກາດ, ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ຫງວຽນມິງກວາງ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
10:47, 30-06-2013

ວ.ກ - ກະຊວງ​ຊັບພະຍາກອນ​ທຳມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້ຮັບ​ມອບ​ໝາຍ​ໃຫ້​ເປັນ​ຜູ້ອຳນວຍການ ​ແລະ ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​​ໃນ​ການ​ກະກຽມ​ໂຄງການ: ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຍູ້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ເພື່ອ​ຍື່ນ​ຕໍ່​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ່ 7 ສະ​ໃໝ​ທີ XI. ລຸ່ມ​ນີ້​ແມ່ນ​ບາງເນື້ອ​ໃນອັນ​ພື້ນຖານ​ຂອງ​ໂຄງການ.

ຫງວຽນມິງກວາງ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

     ສະພາບຕົວ​ຈິງ​ຂອງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດແລະສິ່ງ​ແວດ​ລ້ອມ

     ​ໂດຍ​ຊາບ​ຊືມ ​ແລະ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກ, ​ໃນ​ເວລາ​ຜ່ານ​ມາ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ ຂອງ​ບັນດາ​ຂະ​ແໜງ​ການ ຂັ້ນ​ຕ່າງໆ ຂອງ​ອົງການ​ຈັດ​ຕັ້ງມະຫາຊົນ ​ແລະ ຂອງ​ປະຊາຊົນ ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຕັ້ງໜ້າ​ກວ່າ​ແຕ່​ກ່ອນ. ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໂດຍ​ໄວ​ໃນ ​ສັນຍາ​ກອບ​ຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ສົນທິສັນຍາ​ກີ​ໂອ​ໂຕ. ສະ​ຖາ​ບັນ ນະ​ໂຍບາຍ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນຂັ້ນ​ຕົ້ນ. ​ໄດ້​ປະຕິບັດ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ປ້ອງ​ກັນ​ແລະ​ຫຼີກ​ລ່ຽງ​ໄພ​ທຳ​ມະ​ຊາດ, ຫລຸດຜ່ອນ​ການ​ປ່ອຍ​ອາຍ​​ແກ໊ດ​ເຮືອນ​ແກ້ວ. ບົດ​ເລື່ອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ນ້ຳ​ທະ​ເລ​ຍຶ່ງຂຶ້ນ ​ໄດ້​ຮັບ​ການ​ຮຽບຮຽງ​ຂຽນ​ອອກ ປັບປຸງ​ໃຫ້​ທັນ​ສະ​ໄໝ ​ແລະ ປະກາດ​ເປັນ​ທາງ​ການ. ບັນດາ​ຂັ້ນ ຂະ​ແໜງ​ການ ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາຊົນ ​ໄດ້​ມີ​ຄວາ​ມຮັບ​ຮູ້ກ່ຽວ​ກັບ​ບົດບາດ​ຂອງ​ຊັບພະຍາກອນ​, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ແຫຼ່ງພະລັງ​ຊັບພະຍາກອນ​ທຳ​ມະ​ຊາດ ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ. ລັດ​ໄດ້​ເອົາ​ໃຈ​ໃສ່​ນຳ​ໃຊ້​ງົບປະມານ​ລົງທຶນ​ໃຫ້​ແກ່​ວຽກ​ງານ​ປົກ​ປັກ​ຮັກ​ສາຊັບພະຍາກອນ​ທຳ​ມະ​ຊາດ, ​ເປັນ​ຕົ້ນແມ່ນ ​ວຽກງານສືບສວນ​ຢັ້ງ​ເບິ່ງ ຕີ​ລາຄາ​ກຳລັງ​ບົ່ມ​ຊ້ອນ ​ແລະ ປະລິມານ​ຊັບພະຍາກອນທຳ​ມະ​ຊາດ. ດິນ​ປູກຝັງ​ກະສິກຳ ດິນ​ປ່າ ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໂດຍ​ພື້ນຖານ, ອາ​ໃສ​ສິ່ງ​ດັ່ງກ່າວນັ້ນ ​ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານ​ຈຶ່ງ​ໄດ້​ຮັກສາ​ຢ່າງ​ໝັ້ນ​ຖ່ຽງ, ຫວຽດນາມ​​ໄດ້ກາຍ​ເປັນ​ປະ​ເທດຂາຍ​ສົ່ງ​ນອກ ຜະລິດ​ຕະພັນ​ສິນຄ້າ​ກະສິກຳຫຼາຍ​ຊະນິດ​ ນຳ​ໜ້າ​ໂລກ. ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຖືກ​ຖື​ວ່າ​ເປັນບັນຫາ​ເປັນຕາ​ຍ, ​ເປັນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ເພື່ອ​ພັດທະນາ​ປະ​ເທດ​ຢ່າງ​ຍືນຍົງ.  ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອນ​ ໄດ້​ເອົາ​ເຂົ້າ​ໃນ​ຫຼັກສູດ​ການ​ສຶກສາ ບຳລຸງ​ສ້າງ​ຂັ້ນ​ຮຽນ​ຕ່າງໆ, ​ໄດ້​ຮັບ​ການ​ໂຄສະນາ​ເຜີຍ​ແຜ່​ທາງ​ພາຫະນະ​ສື່​ມວນ​ຊົນ. ລະບົບ​ນະ​ໂຍບາຍ ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມ​ບູນ​ແບບ​ເທື່ອ​ລະ​ກ້າວ; ການຈັດ​ຕັ້ງ​ກົງຈັກ ​ແລະ ​ແຫຼ່ງກຳລັງ​ຄົນ​ກຳລັງ​ຊັບ​ ໃຫ້​ແກ່​ຫານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ການ​ເພີ່ມ​ທະວີ. ​ເງື່ອນ​ໄຂ​ກຳ​ລົງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ, ອັດຕາ​ສ່ວນ​ປະຊາຊົນ​ໄດ້​ຮັບ​ສະໜອງ​ນ້ຳ​ສະອາດ ຖືກ​ຕາມ​ຫຼັກ​ອານາ​ໄມ ​ເພີ່ມ​ຂຶ້ນ​ເລື້ອຍໆ. ລະດັບ​ປົກ​ຄຸມ​ຂອງ​ປ່າ​ໄມ້​ໄດ້​ເພີ່ມ​ຂຶ້ນ ບັນລຸ 40%. ​ແຜນ​ກຳນົດ​ລະບົບ​ບັນດາ​ເຂດ​ພິທັກ​ຮັກສາ​ທຳ​ມະ​ຊາດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ. ຈຳນວນ ​ແລະ ​ເນື້ອ​ທີ່​ປ່າ​ສະຫງວນ​ແຫ່ງ​ຊາດ, ​ເຂດ​ພິທັກ​ຮັກສາ ​ໄດ້​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ມໍ່​ໆມານີ້. ຫຼາຍ​ເຂດ​ພິທັກ​ຮັກສາ​ທຳ​ມະ​ຊາດ​ຖືກ​ຮັບຮອງ​ວ່າ​ເປັນເຂດ​ສະ​ສົມຊີວະ​ວົງສາ​ກົນ, ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ອາ​ຊຽນ ​ຂອງ​ໂລກ.

     ​ແຕ່​ວ່າ, ວຽກງານ​​ຮັບມືກັບການປ່ຽນແປງດິນຟ້າອາກາດ, ປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ​ ສິ່ງແວດລ້ອມ ພວມ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າທາຍ​ບໍ່​ໜ້ອຍ. ການປ່ຽນແປງດິນຟ້າອາກາດກຳລັງຜັນປ່ຽນຢ່າງໄວກວ່າ ສັບສົນກວ່າທຽບກັບການຄາດຄະເນ. ຊັບພະຍາກອນ​ທຳ​ມະ​ຊາດຍັງບໍ່​ທັນ​ໄດ້​ຂຸດ​ຄົ້ນ ນຳ​ໃຊ້​ຢ່າງ​ສົມ​ເຫດ​ສົມ​ຜົນ ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ. ມົນ​ພິດ​ສິ່ງ​ແວດ​ລ້ອມ ການ​ຫລຸດຜ່ອນ​ຄວາມ​ຫຼາກຫຼາຍດ້ານ​ຊີວະ​ວິທະຍາ ​ສືບຕໍ່​ເພີ່ມ​ຂຶ້ນ​ເລື້ອຍໆ, ມີ​ເວລາ​ມີ​ບ່ອນ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບ​ສັນຍານ​ອັນຕະລາຍ, ​ເປັນ​ຜົນ​ຮ້າຍ​ເຖິງ​ຊີວິດ​ການ​ເປັນ​ຢູ່ ສຸຂະພາບ​ຂອງ​ປະຊາຊົນ ຄຸນ​ນະພາ​ບຂອງ​ເຊື້ອສາຍ, ກີດ​ກັ້ນ​ການ​ພັດທະນາ​ປະ​ເທດ​ຊາດ​​ແບບ​ຍືນ​ຍົງ. ຄວາມ​ຫຍຸ້ງຍາກ ຂໍ້​ບົກພ່ອງ​ເຫຼົ່ນ​ນັ້ນ​ຍ້ອນ​ຫຼາຍ​ສາຍ​ເຫດ ​ແຕ່​ສາຍ​ເຫດ​ອັດຕະວິ​ໄສ​ເປັນຕົ້ນຕໍ.

     ກ່ຽວ​ກັບ​ທັດສະນະ​ຊີ້​ນຳ

     ​ໃນວິວັດທະນາ​ການ​​ແຫ່ງ​ການສ້າງສາ ​ແລະ ພັດທະນາ​ປະ​ເທດ, ​ເປັນເຈົ້າການຮັບມືກັບການປ່ຽນແປງດິນຟ້າອາກາດ ​ແລະ ຍູ້​ແຮງ​ວຽກ​ງານປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ​ ສິ່ງແວດລ້ອມ ມີ​ຄວາມ​ໝາຍ​ເປັນຕາ​ຍ; ​ເປັນ​ໜ້າ​ທີ່​ອັນ​ສຳຄັນ​ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ; ​ເປັນ​ພື້ນ​ຖານ, ປະຖົມ​ປັດ​ໃຈ​ໃຫ້​ແກ່​ການວາງ​ກຳນົດ​ແນວທາງ ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ; ​ເປັນ​ບັນດາ​ປັດ​ໃຈ​ທີ່​ຕັດສິນ​ການ​ພັດທະນາ​​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ; ​ເປັນ​ໜ້າ​ທີ່​ຮັບຜິດຊອບ ​ແລະ ພັມທະ​ ຂອງ​ທຸກໆ​ອົງກາ​ນຈັດ​ຕັ້ງ ບຸກຄົນ ​ແລະ ປະຊາ​ຄົມ, ​ໃນ​ນັ້ນ​ລັດ​ຮັກສາ​ບົດບາດ​ເປັນ​ເຈົ້າພາ​ທາງ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ການ​ເຂົ້າ​ຮ່ວມ ການ​ຕິດຕາມ​ກວດກາ​ຂອງ​ທົ່ວ​ສັງຄົມ. ປົກປັກຮັກສາສິ່ງແວດລ້ອມ ​ເປັນ​ຈຸດໝາຍ ທັງ​ເປັນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນອັນ​ພື້ນຖານ​ຂອງ​ການ​ພັດທະນາ​​ແບບຍືນ​ຍົງ, ມັນ​ຕ້ອງໄດ້ຕິດ​ແນບ​ເຂົ້າ​ໃນ​ຍຸດ​ທະ​ສາດ ​ແຜນກຳນົດ ​ແຜນການ ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ຂະ​ແໜງ​ການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ.

     ຈຸດໝາຍ ​ແລະ ວິທີ​ແກ້​ໄຂ

     ຈຸດໝາຍ​ສັງ​ລວມຮອດ​ປີ 2020, ຫວຽດນາມ​ເປັນເຈົ້າການປັບຕົວໃຫ້ຄ່ອງກັບການປ່ຽນແປງດິນຟ້າອາກາດ, ປ້ອງ​ກັນ​ຫຼີກ​ລ່ຽງ​ໄພ​ທຳ​ມະ​ຊາດ, ຫລຸດຜ່ອນ​ຄວາມ​ເຂັ້ມ​ຂອງ​ການ​ປ່ອຍ​ອາຍ​ແກ໊ດ​ເຮືອນ​ແກ້ວ; ມີ​ບາດກ້າວ​ຫັນ​ປ່ຽນ​ໂດຍ​ພື້ນຖານ​ ໃນ​ການ​ຂຸດ​ຄົ້ນ ນຳ​ໃຊ້​ຊັບພະຍາກອນທະ​ມະ​ຊາດ ຕາມ​ທິດ​ສົມ​ເຫດ​ສົມ​ຜົນ ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ; ຄອບ​ງຳ​ຈຳກັດ​ລະ​ດັບ​ເພີ່ມ​ມົນ​ພິດ​ສິ່ງ​ແວດ​ລ້ອມ, ການ​ຫລຸດຜ່ອນ​ຄວາມ​ຫຼາກຫຼາຍດ້ານ​ຊີວະ​ວິທະຍາ ​ເພື່ອແນ​ໃສ່​ຮັບປະກັນ​ຄຸນ​ນະພາບຂອງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ, ຮັກສາ​ຄວາມ​ດຸນ​ດ່ຽງ​ດ້ານ​ນິ​ເວດ​ວິທະຍາ, ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ສີຂຽວ ທີ່​ຄ່ອງ​ຕົວ​ກັບ​ສິ່ງ​ແວດ​ລ້ອມ. ຮອດ​ປີ 2050, ຫວຽດນາມ​ກາຍ​ເປັນ​ປະ​ເທດ​ພັດທະນາ ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າອາກາດ; ຂຸດ​ຄົ້ນ ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ ມີ​ປະ​ສິດທິ​ຜົນ ​ແລະ ຍືນ​ຍົງ, ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ ທຽບ​ເທົ່າ​ກັບ​ລະດັບ​ປັດຈຸບັນ​ ຂອງ​ບັນດາ​ປະ​ເທດ​ອຸດ​ສາ​ຫະກຳຫາ​ກໍ່​ຜົ້ນ​ເດັ່ນ​ຂຶ້ນ​ໃນ​ພາກ​ພື້ນ.

     ​ເພື່ອ​ກຳຈັດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຈຸດ​ອ່ອນ​ຂໍ້​ບົກພ່ອງ, ຜ່ານ​ຜ່າ​ສິ່ງ​ກີດຂວາງ ທ້າ​ທາຍ​ ​ເພື່ອນັບ​ລຸ​ບັນດາ​ຈຸດໝາຍ​ພື້ນຖານ​ດັ່ງກ່າວ​ເທິງ​ນີ້​ໄດ້​ໂດຍ​ໄວ, ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ ພວກ​ເຮົາ​ຕ້ອງ​ສຸມ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ວິທີ​ແກ້​ໄຂ​ຕົ້ນຕໍ​ດັ່ງລຸ່ມນີ້:

     ທີ​ໜຶ່ງ, ​ເພີ່ມທະວີ​ການ​ຊີ້​ນຳນຳພາຂອງ​ບັນດາ​ຄະນະ​ພັກ ອຳນາດ​ການ​ປົກຄອງ; ຍູ້​ແຮງ​ວຽກ​ງານ​ໂຄສະນາ ອົບຮົມສຶກສາ​ ຍົກ​ສູງ​ຄວາມ​ຮັບ​ຮູ້ ສ້າງ​ໃຫ້ມີ​ສະຕິເປັນເຈົ້າການຮັບມືກັບການປ່ຽນແປງດິນຟ້າອາກາດ, ຕື່ນ​ຕົວ​ນຳ​ໃຊ້​ຊັບພະຍາກອນທຳ​ມະ​ຊາດ​ຢ່າງ​ປະຢັດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ເສີມ​ຂະຫຍາຍ, ​ແບ່ງ​ງານ, ​ເຮັດ​ໃຫ້​ບັນດາ​ຄະນະ​ພັກ ອຳນາດ​ການ​ປົກຄອງ ເຫັນ​ແຈ້ງ​ເຖິງ​ຄວາມ​ຮັບຜິດຊອບ​ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນທຳ​ມະ​ຊາດ ສິ່ງ​ແວດ​ລ້ອມ. ຫັນ​ເປັນ​ຫຼາຍຮູບຫຼາຍ​ແບບ​ການ​ໂຄສະນາ​ອົບຮົມ; ນຳ​ເອົາ​ເນື້ອ​ໃນ​ສຶກສາ​ກ່ຽວ​ກັບການຮັບມືກັບການປ່ຽນແປງດິນຟ້າອາກາດ ປົກ​ປັກ​ຮັກສາ​ຊັບພະຍາກອນທຳ​ມະ​ຊາດ, ​ເພີ່ມ​ບໍລິ​ມາດ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ໂຄງການ​ບຳລຸງກໍ່ສ້າງ ​ໃນ​ປຶ້ມ​ຕຳລາ​ຮຽນ​ຂອງ​ລະບົບ​ສຶກສາ​ແຫ່ງ​ຊາດ; ກໍ່ສ້າງ​ຄວາມ​ສາມາດ ຄວາມ​ຊຳນິ​ຊຳນານ ​ເຜີຍ​ແຜ່​ບົດຮຽນ​ປະສົບ​ການ​ປ້ອງ​ກັບ ຫຼີກ​ລ່ຽງ​ໄພ​ທຳ​ມະ​ຊາດ, ປັບ​ຕົວ​ໃຫ້​ຄ່ອງ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ ​ແລະ ທົ່ວ​ສັງຄົມ​ ຍາມ​ໃດ​ກໍ່​ກຽມພ້ອມ​ຮັບ​ມື​ກັບ​ການ​ກະທົບ​ຕ່າງໆ ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ. ຕັດສິນ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ຕໍ່​ກັບການ​ກະທຳ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດຢ່າງ​ຟຸມ​ເພືອຍ ​ແລະ ການ​ທຳລາຍ​ສິ່ງ​ແວດ​ລ້ອມ.

     ທີ​ສອງ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ. ສຳຫຼວດກວດຄືນ, ດັດ​ແປງ, ​ເພີ່ມ​ເຕີມ, ສ້າງ​ໃໝ່ ກົດໝາຍ ​ແລະ ບັນດາ​ກົດ​ຂໍ້​ບັງຄັບ​ໃຕ້​ກົດໝາຍ​ ກ່ຽວ​ກັບ​ບັນດາ​ຂົງ​ເຂດການປ່ຽນ​ແປງ​ດິນ​ຟ້າ​ອາກາດ ຊັບພະຍາກອນທຳ​ມະ​ຊາດ ສິ່ງ​ແວດ​ລ້ອມ ​ເພື່ອ​ແນ​ໃສ່ສ້າງ​ສິ່ງ​ແວດ​ລ້ອມ​ນິຕິ​ທຳ​ອັນ​ສະ​ກວກ​ດີ ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ໜ້າ​ທີ່ຈຸດ​ໜັກ​ໃຈກາງ ​ກ່ຽວ​ກັບການ​ເປັນ​ເຈົ້າ​ການຮັບມືກັບການປ່ຽນແປງດິນຟ້າອາກາດແລະ ຍູ້​ແຮງ​ວຽກ​ງານ​ປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ. ສຸມ​ໃສ່​ການ​ດັດ​ແປງ ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄມ້, ກົດໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ; ກໍ່ສ້າງ​ບັນດາ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ທະ​ເລ, ກ່ຽວ​ກັບ​ອຸຕຸນິຍົມ​ ອຸ​ທົກ​ກະສາ​ດ, ກ່ຽວ​ກັບ​ການ​ປ້​ອງ​ກັນ ຫຼີກ​ລ່ຽງ ຫລຸດຜ່ອນ​ການ​ກະທົບ​ຂອງ​ໄພ​ທຳ​ມະ​ຊາດ... ພ້ອມ​ກັນ​ນັ້ນກໍ່ ສຳ​ຫຼວດກວດຄືນ ດັດ​ແປງ ​ເພີ່ມ​ເຕີມ ກົດໝາຍ ​ແລະ ບັນດາ​ກົດ​ຂໍ້​ບັງຄັບ​ໃຕ້​ກົດໝາຍ ກ່ຽວ​ກັບ​ບັນດາ​ຂົງ​ເຂດທີ່​ກ່ຽວຂ້ອງ, ​ເຊັ່ນ​ການ​ລົງທຶນ ພາສີ ທາງ​ອາຍາ ການ​ບໍລິຫານ ການ​ພົນລະ​ເຮືອນ ການ​ຮ້ອງທຸກ ການ​ຮ້ອງ​ຟ້ອງ... ກຳຈັດ​ດັດ​ແກ້​ການ​ຊ້ຳ​ຊ້ອນ​ກັນ ປະ​ທະ​ກັນ.

     ທີ​ສາມ, ກໍ່ສ້າງ​ກົນ​ໄກ ນະ​ໂຍບາຍ​ສົ່ງ​ເສີມ​ການ​ຫັນ​ເປັນ​ສັງຄົມ ກ່ຽກັບການ​ເຄື່ອນ​ໄຫວຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ, ​ເສີມ​ຂະຫຍາຍ​ກວ່າ​ອີກ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ຂອງ​ສັງຄົມ ​ແລະ ປະຊາ​ຄົມ​ໃນບໍລິ​ເວນ​ຕ່າງໆ. ຄົ້ນຄວ້າ​ແຜນ​ວິທີ​ການ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ ການຈັດ​ຕັ້ງ​ກົງຈັກ ນຳໃຊ້​ແຫຼ່ງພະ​ລັງກ່ຽວກັບການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ ຕາມທິດສັງລວມແລະເປັນເອກະພາບ. ກຳນົດ​ຢ່າງ​ຈະ​ແຈ້ງ​ພາລະ​ບົດບາດ​ຄຸ້ມ​ຄອງ​ລັດ​ ກ່ຽວ​ກັບການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ; ກຳຈັດ​ດັດ​ແກ້​ສະພາບ​ການ​ຊ້ຳ​ຊ້ອນ​ກັນ​ທາງ​ດ້ານ​ສິດ​ອຳນາດ ພາລະ​ບົດບາດ ໜ້າ​ທີ່, ​ແບ່ງ​ງານ ​ແບ່ງ​ຂັ້ນ​ຢ່າງ​ສົມ​​ເຫດ​ສົມ​ຜົນ; ກໍ່ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ສັງ​ລວມ, ສົມທົບ​ລະຫວ່າງ​ຂະ​ແໜງ​ການ ລະຫວ່າງ​ເຂດ. ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫົວ​ຂອດ​ຄຸ້ມ​ຄອງ​ລັດ​ ຕໍ່​ກັບ​ທັງໝົດ​ບັນດາ​ແຫຼ່ງຊັບພະຍາກອນ​​ທຳ​ມະ​ຊາດແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກສາ​ບັນດາ​ພາກສ່ວນ​ຂອງ​ສິ່ງ​ແວດ​ລ້ອມ. ​ເພິ່ມທະວິ​ບັນດາ​ຂໍ້​ກຳນົດ​ການ​ລົງ​ໂທດ​ທາງ​ດ້ານ​ການ​ບໍລິຫານ ທາງ​ອາຍາ ​ເສດຖະກິດ ​ແລະ ຍູ້​ແຮງ​ວຽກ​ງານ​ຕິດຕາມ​ກວດກາ ກວດກາ​ນ ​ເພື່ອ​ຮັບປະກັນ​ໃຫ້​ນະ​ໂຍບາຍ ກົດໝາຍ ກົດ​ຂໍ້​ບັງ​ຂັບ ມາດຕະຖານ ຂອງ​ລັດ​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ປະສິດທິ​ຜົນ.

     ທີ​ສີ່, ຍູ້​ແຮງ​ການ​ຄົ້ນຄວ້າ​ກ່ຽວ​ກັບການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ, ກໍ່ສ້າງ​ຂະ​ແໜງ​ວິທະຍາສາດ​ປາຍ​ແຫຼ​ນ​ຈຳນວນ​ໜຶ່ງໃຫ້​ປະກົດ​ຂຶ້ນ​ໂດຍ​ໄວ ​ເຊັ່ນພະລັງງານ​ທີ່ສ້າງ​ຂຶ້ນ​ຄືນ​ໃໝ່​ໄດ້, ປຸງແຕ່ງຄື​ນໃໝ່ສິ່ງ​ເສດ​ເຫຼືອ, ວັດຖຸ​ອຸປະກອນໃໝ່, ດາລາສາດ,...ກໍ່ສ້າງ ​ແລະ ປະຕິບັດ​ໂຄງການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຈຸດ​ໜັກ​ຂັ້ນ​ລັດ ທີ່​ຮັບ​ໃຊ້​ໂດຍ​ກົງ​​ໃຫ້​ແກ່​ການ​ປະຕິບັດ​ຈຸດໝາຍ ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ກ່ຽວ​ກັບການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ. ​ເພີ່ມ​ທະວີ​ການ​ປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ ຣີມົດ​ແຊນ​ຊິງ, ​ເຕັກ​ໂນ​ໂລ​ຊີ​ໃໝ່ ທັນ​ສະ​ໃໝ​ບົນ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ສື່ສານ​ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ.

     ທີ​ຫ້າ, ​ເພີ່ມ​ທະວີ​ການ​ລະດົມ ​ແລະ ຫາ​ຫຼາຍ​ຮູບ​ແບບ​ແຫຼ່ງກຳລັງ​ການ​ເງິນ​ ເພື່ອ​ໃຊ້​ໃຫ້​ແກ່ການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ. ສົມທົບ​ລະຫວ່າງ​ການ​ເພີ່ມຄ່າໃຊ້​ຈ່າຍ​ງົບປະມານ ກັບ​ການເພີ່ມທະວີ, ການ​ຫັນ​ເປັນ​ຫຼາຍ​ຮູບ​ແບ​ບ​ແຫຼ່ງ​ເງິນ​ລົງທຶນ, ​ໃຊ້​ທຶນ​ບຸລິມະສິດ​ໃຫ້ການ​ກູ້​ຢືມ, ຕັ້ງໜ້າ​ລະດົມ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ບັນດາ​ການຈັດ​ຕັ້ງ​ສາກົນ ຂອງ​ລັດຖະບານປະ​ເທດຕ່າງໆ; ຍູ້​ແຮງ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ ​ແລະ ລະດົມ​ບັນດາ​ແຫຼ່ງພະລັງ​ໃນ​ສັງຄົມ ຮັບປະກັນ​ແຫຼ່ງພະລັງ​ການ​ເງິນ​ ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່ຈຸດ​ໜັກ​ໃຈກາງ ​ກ່ຽວ​ກັບການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ. ໝູນ​ໃຊ້​ບັນດາ​ຫຼັກການ​ພັດທະນາ​ແບບ​ຍືນ​ຍົງຢ່າງ​ໄຫວ​ພິບ ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ. ​ເພີ່ມ​ທະວີ​ການ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ ຊ່ວຍ​ໜູນ ​ເຊັ່ນ ​ໃຫ້​ກູ້​ຢືມ​ທຶນ​ບຸລິມະສິດ, ຫລຸດຜ່ອນ​ພາສີ, ອຸດ​ໜູນ​ລາຄາ ຕໍ່​ກັບ​ການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ.

     ທີ​ຫົກ, ​ເປັນ​ເຈົ້າ​ການ​ຮ່ວມ​ມື ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃນ​ການ​ປະຕິບັດ​ຈຸດໝາຍ​ສະຫັດ​ສະ​ວັດ, ​ໃນການຮັບມືກັບການປ່ຽນແປງດິນຟ້າອາກາດແລະປົກປັກຮັກສາຊັບພະຍາກອນທຳ​ມະ​ຊາດ ສິ່ງແວດລ້ອມ; ຍູ້​ແຮງ​ການ​ຮ່ວມ​ມື ສົມທົບ​ກັບ​ການ​ຕໍ່ສູ້​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ເພື່ອ​ປົກ​ປັກ​ຮັກສາບັນດາ​ແຫຼ່ງນ້ຳ​ຂ້າມ​ຊາຍ​ແດນລະຫວ່າງ​ຊາດ; ຫລຸດຜ່ອນ​ການ​ປ່ອຍ​ອາຍ​ແກ໊ດ​ເຮືອນ​ແກ້ວ ​ແລະ ດຶງ​ດູດ​ບັນດາ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ສາກົນ ​ໃຫ້​ແກ່​ບັນດາ​ຂົງ​ເຂດ​ນີ້; ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນພາກ​ພື້ນ​ອາ​ຊຽນ, ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ໃນ​ເຂດ​ອາຊີ​ຕາ​ເວັນ​ອອກ ​ແລະ ກັບ​ບັນດາ​ປະ​ເທດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ./.