ເສີມຂະຫຍາຍຄຸນຄ່າວັດທະນະທຳອັນເປັນມູນເຊື້ອ ຂອງຄອບຄົວກວຽດນາມ

ຂຽນໂດຍ: ດຣ. ບູ່ຍວັນຢູ໊ງ, ມະຫາວິທະຍາໄລວິງ
09:17, 09-08-2013

ວ.ກ - ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ມູນ​ເຊື້ອ ກໍ່ສ້າງຄອບຄົວຫວຽດນາມກ້າວໜ້າ ​ແລະ ຜາ​ສຸກ, ກ່ອນ​ອື່ນ​ໝົດ​ຕ້ອງຢັ້ງຢືນ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງຄອບຄົວ​ຫວຽດນາມ.

ທ່ານປະທານປະເທດ ເຈືອງເຕິນຊາງ ມາຢາມ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ຄອບຄົວແມ່ເຖົ້າ ຫງວຽນທີ້ແຊັງ ຢູ່ບ້ານຮ່ວາເລີ້ຍ ຕາແສງຮ່ວາອານ ນະຄອນກາວແຫຼງ ແຂວງດົ່ງຖາບ ວັນທີ 13 ກຸມພາ 2013. ຕາມເວັບໄຊ: dangcongsan.vn

ກ່ຽວ​ກັບຄອບຄົວ​ຫວຽດນານ​ອັນ​ເປັນ​ມູນ​ເຊື້ອ

​ໂດຍ​ໄດ້​ຮັບ​ການກໍ່ຮ່າງສ້າງ​ຮູບຂຶ້ນ ​ແລະ ພັດທະນາ​ໃນ​ຕະຫຼອດ​ວິວັດທະນາ​ການ​ປະຫວັດສາດ​ຫຼາຍ​ພັນ​ປີ ​ແຫ່ງການສ້າງສາ ​ແລະ ປົດ​ປັກ​ຮັກສາ​ປະ​ເທດ​ຊາດ ຂອງ​ວົງ​ຄະນາ​ຍາດ​ປະຊາກອນກະສິກຳ, ຄອບຄົວ​ຫວຽດນາມມູນ​ເຊື້ອ ເປັນຜົນ​ຜະໜວກ​ບັນດາ​ສິ່ງຍອດຍິ່ງ​ ໃນ​ວັດທະນະທຳຈິດ​ໃຈ​ອັນ​ປະ​ເສີດ​ຂອງ​ຊາດ. ຄອບຄົວ​ຫວຽດນາມມູນ​ເຊື້ອ​ມີ​ຮູບ​ແບບ ​ໂຄງ​ປະກອບ ຂະໜາດ ​ແລະ ພາລະ​ບົດບາດ​ຕ່າງ​ກັນ ​ໂດຍ​ແລ້ວ​ແຕ່​ການ​ເຄື່ອນ​ເໜັງ ​ແລະ ການ​ຜັນ​ປ່ຽນ​ຂອງ​ປະຫວັດສາດ​ແຫ່ງ​ຊາດ. ​ແຕ່​ເບິ່ງ​ລວມ​ແລ້ວ, ຄອບຄົວ​ຫວຽດນາມຕົ້ນຕໍ​ແມ່ນ​ຄອບຄົວ​ຊາວນາ. ນັ້ນ​ແມ່ນຄອບຄົວສອງ​ເຊັ່ນ​ຄົນ​ ແລະ ​ມີ​ລູກ​ຫຼາຍຄົນ ​ເຊິ່ງຢູ່​ໃກ້ຊິດຕິດ​ແໜ້ນ​ກັບຄອບຄົວ​ພໍ່​ແມ່ ຍາດຕິ​ພີ່ນ້ອງ, ສ້າງ​ເປັນໂຄດ​ວົງ​ ປະຊາ​ຄົມໝູ່​ບ້ານ​ລວມກັນ. ຄອບຄົວ​ຫວຽດນາມມູນ​ເຊື້ອ​ມີ​ລັກສະນະ​ພິ​ເສດ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ລັກ​ສະ​ນະ​ພື້ນຖານ​ບາງ​ຢ່າງ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຄອບຄົວ​ຫວຽດນາມຢູ່​ຊົນ​ນະ​ບົດ​ເປັນ​ຕົ້ນຕໍ ​ແລະ ປະກົດ​ຕົວ​ໃນ​ຖານະ​ນາມ​ເປັນ​ຫົວໜ່ວຍ​ຜະລິດ ​ແລະ ຊົມ​ໃຊ້​ໜຶ່ງ​ທີ່​ຫາກຸ້ມ​ຕົນ​ເອງ ອັດ​ແຈບ. ຊັບ​ສົມບັດ​ຂອງຄອບຄົວ​ຫວຽດນາມ​ແມ່ນ​ຂອງ​ລວມ. ສະມາຊິກ​ທຸກ​ຄົນ​ໃນ​ຄອບຄົວ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ. ຄອບຄົວ​ຫວຽດນາມມູນ​ເຊື້ອ​ ເຖິງ​ວ່າ​ມີ​ຄວາມ​ສະ​ເໝີ​ພາບ ປະຊາທິປະ​ໄຕ ​ທີ່​ແນ່ນອນ​ກໍ່ຕາມ ​ແຕ່​ລັກສະນະ​ເຈົ້າໂຄດຍັງ​ຄົງ​ເປັນ​ຈຸດ​ພິ​ເສດສະ​ເພາະ.

ທີ​ສອງ, ຄອບຄົວປະຕິບັດ​ພາລະ​ບົດບາດ​ກຳ​ເນີ​ດ​ເກີດ​ລູກອັນເປັນ​ເອກະລັກ ​ໄດ້​ຮັບ​ການ​ເຊີດ​ຊູ​. ລູກ​ເຕົ້າ​ແມ່ນ​ຊັບ​ສົມບັດ​ຂອງຄອບຄົວ​, ​ເປັນ​ບ່ອນອີງ ​ເພິ່ງ​ພາ​ອາ​ໄສ, ​ເປັນ “ອັນ​ຄ້ຳປະກັນ” ຂອງ​ພໍ່​ແມ່​ເມື່ອ​ເຖິງ​ໄວ​ຊະລາ.

ທີ​ສາມ, ຄຸນສົມບັດ​ເປັນ​ແກ່ນສານ​ຂອງ​ວັດທະນະທຳຄອບຄົວ​ຫວຽດນາມມູນ​ເຊື້ອ. ເລີ່ມຈາກວັດທະນະທຳ​ຄອບຄົວ​ ເປີດ​ກວ້າງ​ອອກ​ເປັນ​ວັດທະນະທຳ​ຂອງ​ບ້ານ ຂອງ​ປະ​ເທດ ຂອງ​ຊາດ. ວັດທະນະທຳຄອບຄົວມູນ​ເຊື້ອ​ໄດ້​ສະ​ແດງ​ອອກ​ຢ່າງ​ລະ​ອຽກດ້ວຍ: ການສັ່ງສອນ​ຂອງ​ຄອບຄົວ; ກົດຂໍ້ບັງຄັບ​ຂອງ​ຄອບຄົວ; ຮີດຄອງ​ປະ​ເພນີ​ຄອບຄົວ. ບັນດາ​ເນື້ອ​ໃນ​ອັນ​ພື້ນຖານ​ນີ້​ຂອງວັດທະນະທຳຄອບຄົວ​ມູນ​ເຊື້ອ ​ເຖິງວ່າ​ຖືກ​ຜົນ​ສະທ້ອນຂອງ​ລັດທິ​ຂົງຈື້ກໍ່ຕາມ ​ແຕ່​ມັນກໍ່​ໄດ້​​ຫັນ​ເປັນ​ຫວຽດນາມ​ແລ້ວ ​ແລະ ​ໄດ້​ປະກອບສ່ວນ​ສ້າງ​ເປັນ​ບັນດາ​ຄຸນຄ່າມູນ​ເຊື້ອ​ອັນ​ດີງາມ​ຂອງຄອບຄົວ​ຫວຽດນາມ.

ທີ​ສີ່, ນັບຖື​ຄວາມ​ຜູກ​ພັນ​ຮັກ​ໄຄ່​ມິດ​ຈິດ​ມິດ​ໃຈ ​ເປັນ​ເອກະລັກ​ພິ​ເສດ​ຂອງຄອບຄົວ​ມູນ​ເຊື້ອ​ຫວຽດນາມ. ມີມະ​ໂນ​ທຳ ນັບຖື​ມິດ​ຈິດ​ມິດ​ໃຈ ມີ​ຄວາມກະຕັນຍູ ຊື່ສັດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ມີ​ໃຈ​ເມດ​ຕາ​ກະ​ລູນາ​ ​​ແມ່ນເອກະລັກ​ວັດທະນະທຳ​ອັນ​ປະ​ເສີດ ​ຂອງ​ຄົນ​ຫວຽດນາມ. ມັນ​ໄດ້​ສະ​ແດງ​ອອກຢ່າງ​ລະອຽດ​ຕົວ​ຈິງ​ໃນ​ຊີວິດຄອບຄົວ.

ຄອບຄົວ​ມູນ​ເຊື້ອຫວຽດນາມ ​ເປັນ​ຄຸນຄ່າມະນຸດສະທຳອັນ​ປະ​ເສີດ​ເລີດ​ລ້ຳ, ​ເປັນ​ຊັບ​ສົມບັດ​ທາງ​ຈິດ​ໃຈອັນລ້ຳ​ຄ່າ​ຂອງ​ຊາດ​ຫວຽດນາມ. ​ໃນ​ຂະ​ບວນວິວັດ​​​ການ​ຍູ້​ແຮງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ປັດຈຸບັນ, ຄອບຄົວ​ຫວຽດນາມພວມ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ ຄ່ອຍໆ​ປ່ຽນ​ແທນ​​ໃຫ້​ແກ່ຄອບຄົວ​ມູນ​ເຊື້ອ, ​ແຕ່​ວ່າ ບັນດາ​ຄຸນຄ່າ​ທີ່​ມີ​ກຳລັງ​ຊີວິດ​ຍືນ​ຍົງ​ຂອງຄອບຄົວ​ມູນ​ເຊື້ອ ກໍ່​ຍັງ​ປະກົດ​ຕົວ​ຢູ່​ໃນຊີວິດ​ຂອງ​ພວກ​ເຮົາ ດ້ວຍ​ຖານະ​ນາມ​ເປັນ​ບັນດາ​ຄຸນຄ່າ​ອັນ​ດີງາມ ​ແລະ ປະ​ເສີດ​ເລີດ​ລ້ຳ​ຂອງ​ມູນ​ເຊື້ອວັດທະນະທຳ​ແຫ່ງ​ຊາດ.

ບັນດາ​ຄຸນຄ່າວັດທະນະທຳ​ມູນ​ເຊື້ອ​ອັນ​ດີງາມ​ຂອງຄອບຄົວ

ຜ່ານປະຫວັດສາດ​ແຫ່ງ​ການກໍ່ຕັ້ງ ສ້າງສາ​ພັດທະນາ​ປະ​ເທດ ​ແລະ ປົດ​ປັກ​ຮັກສາ​ປະ​ເທດຫຼາຍ​ພັນ​ປີ​ຂອງ​ຊາດ, ຄອບຄົວ​ຫວຽດນາມ ກໍ່​ໄດ້​ຜັນ​ປ່ຽນ​ເລື້ອຍໆ. ຂະ​ບວນວິວັດ​ການ​ຜັນ​ປ່ຽນ​ນັ້ນ​ ກໍ່​ແມ່ນ​ຂະ​ບວນວິວັດ​ການ​ກໍ່​ຮ່າງ​ສ້າງ​ຮູບ ​ແລະ ປັບປຸງ​ບູລະນະ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງຄອບຄົວ​ມູນ​ເຊື້ອ. ບັນດາ​ຄຸນຄ່າວັດທະນະທຳມູນ​ເຊື້ອ​ອັນ​ດີງາມ​ຂອງຄອບຄົວ ນັບ​ມື້​ນັບ​ໄດ້​ຮັກສາ​ ​ເສີມ​ຂະຫຍາຍ ​ແລະ ​ສືບ​ທອດ. ນັ້ນ​ຄື​ນ້ຳ​ໃຈ​ຮັກ​ຊາ​ດ ຮັກ​ບ້ານ​ເກີດ​ເມືອງ​ນອນ ຮັກຄອບຄົວ​; ຄວາມ​ຮັກ​ແພງ​ຮ່ວມ​ແຮງ​ຮ່ວມ​ໃຈ​ລະຫວ່າງ​ຜົວ​ເມຍ; ນ້ຳ​ໃຈ​ອ້າຍ​ນ້ອງ​ຮັກ​ແພງ​ຫຸ້ມ​ຫໍ່ ຊ່ວຍ​ເຫຼືອ​ກັນ; ນ້ຳ​ໃຈ​ໄທບ້ານ​ດຽວ​ກັນ; ມີ​ນ້ຳ​ໃຈ​ເມດ​ຕາ​ກະລຸນາ ​ເຫັນ​ແກ່​ປະ​ໂຫຍ​ດຄົນ​ອື່ນ; ນ້ຳ​ໃຈ​ເສຍສະຫຼະ; ຄວາມ​ກະຕັນຍູ; ມັກ​ຮ່ຳຮຽນ; ຂະຫຍັນ​ໝັ່ນ​ພຽນ; ​ເດັດດ່ຽວ ບໍ່​ຍອມ​ຈຳນົນ…ບັນດາ​ຄຸນຄ່າ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ອອກ​ຢ່າງ​ລະອຽດດັ່ງ​ນີ້:

ຄຸນຄ່າ​ເສດຖະກິດ​ຂອງຄອບຄົວ

ຄອບຄົວ​ມູນ​ເຊື້ອ​ມີ​ຈຸດ​ພິ​ເສດ​ອັນ​ພື້ນຖານ​ໜຶ່ງ​ຄື ມັນ​ເປັນ​ຫົວໜ່ວຍ​​ເສດຖະກິດ​ໜຶ່ງ. ​ເຄື່ອນ​ໄຫວ​ເສດຖະກິດ ​ແລະ ປະຕິບັດ​ພາລະ​ບົດບາດ​ເສດຖະກິດ​​ ແມ່ນຄຸນຄ່າ​ອັນ​ພື້ນຖານ​ໜຶ່ງ​ຂອງຄອບຄົວ​ມູນ​ເຊື້ອ. ຖ້າ​ຫາກ​ບໍ່​ມີ​ເງື່ອນ​ໄຂ​ເສດຖະກິດ​ທີ່​ແນ່ນອນ​ ຄອບຄົວກໍ່​ຈະ​ບໍ່​ສາມາດ​ຄົງ​ຕົວ​ຢູ່​ໄດ້. ຄອບຄົວມູນ​ເຊື້ອ ​ແມ່ນ​ຄອບຄົວຊົນນະບົດ ຂອງຊາວນາທີ່​ເປັນ​ເອກະລາດ ຜະລິດ​ຫາ​ກຸ້ມ​ຕົນ​ເອງ. ຜູ້​ຊາຍ​ເປັນ​ເຈົ້າ​ຄອບຄົວ ມີ​ສິດ​ຕັດສິນ​ບັນດາ​ບັນຫາ​ໃຫຍ່​ໃນ​ການ​ຜະລິດ ທຸລະ​ກິດ ​ແລກປ່ຽນ​ຄ້າຂາຍ. ​ແມ່ຍິງມີ​ບົດ​ບາດ​ເປັນ “ຜູ້​ຄວບ​ຄຸມພາຍ​ໃນ” ຄຸ້ມ​ຄອງ​ການ​ໃຊ້​ຈ່າຍ ​ເຮັດ​ວຽກ​ເຮື​ອນຄົວ. ຊັບ​ສົມບັດ​ຂອງຄອບຄົວ​ແມ່ນ​ຂອງ​ລວມ.

ຄອບຄົວ​ມູນ​ເຊື້ອ, ນອກ​ຈາກ​ເປັນ​ຫົວໜ່ວຍ​ຜະລິດ​ໜຶ່ງ​ແລ້ວ ຄອບຄົວກໍ່​ເປັນ​ຫົວໜ່ວຍ​ບໍລິ​ໂພ​ກອຸປະ​ໂພ​ກ​ ແລະ ທຸລະ​ກິດ. ດ້ວຍ​ຖານະ​ນາມ​ເປັນ​ເຈົ້າພາບ​ເສດຖະກິດ​ເອກະລາດ ມັນ​ແມ່ນ​ຄຸນຄ່າ​ອັນ​ພື້ນຖານ​ທີ່​ມີ​ລັກສະນະ​ກຳນົດ​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ຂອງຄອບຄົວ​ມູນ​​ເຊື້ອ.  

ຄຸນຄ່າ​ຄຸນສົມບັດ​​ຂອງຄອບຄົວ

ຄຸນຄ່າ​ຄຸນສົມບັດ​ ​ແມ່ນ​ຄຸນຄ່າ​ອັນ​ພື້ນຖານ ທີ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ທີ່​ສຸດ​ໃນຄອບຄົວມູນ​ເຊື້ອ​ຫວຽດນາມ. ນັ້ນແມ່ນ​ລະບົບຄຸນຄ່າ​ທີ່​ກວມ​ລວມ ​ແລະ ​ເຊື່ອມ​ຊືມທຸກໆ​ສາຍ​ພົວພັນ​ໃນຄອບຄົວ ​ແລະ ຂອງຄອບຄົວກັບ​ສັງຄົມ. ຄອບຄົວ​ມີ​ລະບຽບ ມີການສັ່ງສອນ ມີກົດຂໍ້ບັງຄັບ​ ມີຮີດຄອງ​ປະ​ເພນີ​ ມີ​ກິລິຍາ​ມາລະຍາດ​ດີ ສາມັກຄີ​ປອງ​ດອງ ພາຍ​ໃນອຸ່ນອຽນກັບ​ພາຍ​ນອກ​ສະຫງົບ ​ເຄົາລົບ​ຜູ້​ໃຫຍ່​ຮັກ​ໄຄ່​ເດັກນ້ອຍ ມີ​ຄວາມ​ກະຕັນຍູ ມີ​ລະບຽບ​ວິ​ໄນ ມີ​ຄວາມຮັກ​ຄວາມ​ເມດ​ຕາ ຄວາມ​ຮັບຜິດຊອບ...ນັ້ນ​ເປັນ​​ແບບຢ່າງທີ່​ໄດ້​ຮັບ​ການ​ເຊີດ​ຊູ​ຍົກຍ້ອງ​ຂອງຄອບຄົວມູນ​ເຊື້ອ​ໃນ​ຫຼາຍ​ພັນ​ປີ​ທີ່​ຜ່ານ​ມາ. ຄຸນຄ່າ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ອອກ​ຢ່າງ​ລະອຽດ​ທີ່​ສຸດ​ໃນ​ຊີວິດຄອບຄົວ​ຫວຽດນາມ.

ຄຸນຄ່າ​ຄຸນສົມບັດ​ຂອງຄອບຄົວ​ມູນ​ຊື້​ອ ​ແມ່ນ​ບັນດາ​ຄຸນຄ່າ​ອັນ​ປະ​ເສີດ​ເລີດ​ລ້ຳ​ທີ່​ເຊື່ອມ​ຊືມໃນ​ຊີວິດຄອບຄົວ​ ​ແລະ ສັງຄົມຫວຽດນາມ. ປັດຈຸບັນ​ນີ້, ​ເຖິງ​ວ່າ​ເສດຖະກິດ​ຕະຫຼາດ​ໄດ້​ເຮັດ​ໃຫ້​ສາຍ​ພົວພັນ​ສັງຄົມ​ຫຼາຍ​ອັນ​ປ່ຽນ​ແປງ ຄອບຄົວ​​ກໍ່ມີການ​ປ່ຽນ​ແປງ​ຫຼາຍ​ຢ່າງ ​ແຕ່ວ່າຄຸນຄ່າ​ຄຸນສົມບັດ​ມູນ​ເຊື້ອຫຼາຍ​ຢ່າງ​ຂອງ​ຄອບຄົວ ກໍ່​ຍັງ​ເປັນ​​ມາດຕະຖານ​ການ​ດຳລົງ​ຊີ​ວີ​ດ ​ເປັນ​ມາດຕະຖານ​ຄຸນສົມບັດ​ສັງຄົມຢູ່​ຄື​ເກົ່າ.     

ຄຸນຄ່າ​ພັດທະນາ​ຂອງຄອບຄົວ

ພ້ອມ​ກັນກັບ​ເສດຖະກິດ​ຕະຫຼາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫຼາຍ​ພາລະ​ບົດບາດ​ຂອງຄອບຄົວມູນ​ເຊື້ອ​ກໍ່ໄດ້ມີ​ການ​ປ່ຽນ​ແປງ, ​ແຕ່​ວ່າ​ພາລະ​ບົດບາດຈິດ​ຕະ-ສະ​ລີ​ລະສາດ, ຄວາມ​ຮູ້ສຶກ​ທາງ​ໃຈ, ການ​ເກີດ​ລູກ ​ແລະ ສະໜອງ​​ແຫຼ່ງກຳລັງຄົນ​ໃຫ້​ສັງຄົມ ​ແມ່ນ​ຄຸນຄ່າ​ມູນ​ເຊື້ອ​ອັນ​ພື້ນຖານ​ຂອງຄອບຄົວ ​ເຊິ່ງຍັງ​ຄົງ​ປະກົດ​ອອກ​ໃນ​ສັງຄົມ​ປັດຈຸບັນ.

ຄອບຄົວ​ມູນ​ເຊື້ອບໍ່​ພຽງ​ແຕ່​ເປັນ​ບ່ອນ​ກຳ​ເນີ​ດ​ເກີດ​ລູກ ບຳລຸງ​ລ້ຽງ​ດູ​ຟື້ນ​ຟູ​ສຸຂະພາບ ຜະລິດ​ສຳ​ກຳລັງ​ແຮງ​ງານຂອງ​ສະມາຊິກ​ແຕ່ລະຄົນ​ໃນ​ຄອບຄົວ​ເທົ່າ​ນັ້ນ ຫາກຍັງ​ເປັນບ່ອນ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ອັນ​ແທ້​ຈິງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໃນ​ແຕ່ລະ​ໄລຍະ​ປະຫວັດສາດ. ກ່າວ​ໂດຍ​ສັງ​ເຂ​ບ, ຄອບຄົວມູນ​ເຊື້ອ​ແມ່ນ​ສະຖານ​ທີ່​ຕົ້ນຕໍ​ແຫ່ງ​ໜຶ່ງທີ່​ລ້ຽງ​ເກືອ ບຳລຸງ ກໍ່ສ້າງ ພັດທະນາ​ແຫຼ່ງທຶນ​ມະນຸດ ​ແຫຼ່ງກຳລັງ​ຄົມ ສະໜອງ​ໃຫ້​ສັງຄົ​ມ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຄຸນຄ່າ​ປະຊາ​ຄົມ​ຂອງຄອບຄົວ

ຄອບຄົວມູນ​ເຊື້ອ​ແມ່ນ​ສັງຄົມ​ໜຶ່ງ​ທີ່​ຫຍໍ້​ເຂົ້າ ສ່ວນ​ຫຼາຍ​ແມ່ນ​ອັດ​ແຈບ. ສະມາຊິກ​ຄອບຄົວ​ແຕ່ລະຄົນ​ຜູກ​ພັນ​ສະໜິດ​ແໜ້ນ​ນຳ​ກັນ ດ້ວຍ​ຄວາມ​ຮັກ​ແລະ​ເລືອດ​ເນື້ອ​ເຊື້ອສາຍ​ດຽວ​ກັນ​ຂອງຄອບຄົວ. ​ເລີ່​ມຈາກ​ຄວາມ​ຮູ້ສຶກ​ທາງ​ໃຈ​ຮັກ​ແພງ​ກັນ​ໃນ​ຄອບຄົວ​ ​ເປີດ​ກວ້າງ​ອອກ​ເປັນຄວາມ​ຮູ້ສຶກ​ທາງ​ໃຈ​ຮັກ​ແພງ​ກັນ​​ໃນ​ວົງ​ຕະກຸນ ວົງຄະນາ​ຍາດໝູ່​ບ້ານ ​ແລະ ປະ​ເທດ. ​ໃນຄອບຄົວມູນ​ເຊື້ອ, ລັກສະນະຕິດ​ແໜ້ນ​ວົງ​ຄະນາ​ຍາດ ​ແລະ ສະຕິ​ຮັບຜິດຊອບ​ຕໍ່​ວົງ​ຄະນາ​ຍາດ​ຂອງ​ສະມາຊິກ​ແຕ່ລະຄົນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ບຳລຸງ​​ຄູນສ້າງ​ແຕ່​ເມື່ອ​ຫາ​ກໍ່​ເກີດອອກ​ມາ. ຄວາມ​ຮູ້ສຶກ​ທາງ​ໃຈ​ ແລະ ​ສະຕິ​ຮັບຜິດຊອບ​ຕໍ່​ວົງ​ຄະນາ​ຍາດ​ນັ້ນ ມັນ​ເປັນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ວັດທະນະທຳ​ມູນ​ເຊື້ອ​ຫວຽດນາມ.

ບັນດາ​ຄຸນຄ່າວັດທະນະທຳມູ​ເຊື້ອ​ວົງ​ຄະນາ​ຍາດ​ຂອງຄອບຄົວ​ນັ້ນ ມີ​ຫຼາຍ​ຈຸດທີ່ສົມ​ຄູ່ ສອດຄ່ອງ​ເໝາະ​ສົມ​ກັບ​ການ​ຂະຫຍາຍຕົວ ​ຂອງ​ສັງຄົມ​ປັດຈຸບັນ. ​ແຕ່ລະ​ຄົນ​ໄດ້​ຮັບ​ການ​ສັ່ງສອນ​ຂອງຄອບຄົ ຮັບ​ເອົາ ​ແລະ ຊາບ​ຊືມບັນດາ​ຄຸນຄ່າ​ມູນ​ເຊື້ອ​ວົງ​ຄະນາ​ຍາດຂອງຄອບຄົວ​ ​ໃນ​ເມື່ອ​ເຂົ້າ​ຮ່ວມ​ຊີວິດ​ສັງຄົມ ຈະ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ​ທີ່​ສຸດ. ​ເຂົາ​ເຈົ້າ​ຈະ​ເຮັດໃຫ້​ບັນດາ​ຄຸນຄ່າ​ມູນ​ເຊື້ອ​ວົງ​ຄະນາ​ຍາດ​ອັນ​ດີງາມ​ຂອງຄອບຄົວ​ ກາຍ​ເປັນ​ບັນດາ​ຄຸນຄ່າຂອງ​ປະຊາ​ຄົມ​ໃນ​ສັງຄົມ​ທັນ​ສະ​ໄໝ ດ້ວຍ​ຂະໜາດ​ຕ່າງໆທີ່​ຕ່າງ​ກັນ ນັບ​ແຕ່​ປະຊາ​ຄົມ​ທ້ອງ​ຖິ່ນ ​ເຖິງ​ປະຊາ​ຄົມ​ແຫ່ງ​ຊາດ ປະຊາ​ຄົມ​ພາກ​ພື້ນ ​ແລະ ສາກົນ. ​ໃນ​ຂະ​ບວນວິວັດ​ການສັງ​ສັນ ແລະ ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ມະນຸດ​ທັນ​ສະ​ໄໝ, ບັນດາ​ຄຸນຄ່າ​ມູນ​ເຊື້ອ​ວົງ​ຄະນາ​ຍາດ​ ແມ່ນ​ເຄື່ອງ​ເດີນທາງ​ອັນ​ລ້ຳ​ຄ່າຂອງ​ມູນ​ເຊື້ອວັດທະນະທຳ​ແຫ່ງ​ຊາດ ທີ່​ມອບ​ໂອນຖ່າຍ​ທອດ​ໃຫ້​ບັນດາ​ເຊັ່ນ​ຄົນ​ຫວຽດນາມ.

ເສີມ​ຂະຫຍາຍ​ຄຸນຄ່າວັດທະນະທຳມູນ​ເຊື້ອ​ຂອງຄອບຄົວ

​ໃນ​ສະພາບ​ການ​ປັດຈຸບັນ, ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າວັດທະນະທຳ​ມູນ​ເຊື້ອ​ຂອງ​ຄອບຄົວ, ຕ້ອງ​ປະຕິບັດ​ໜ້າ​ທີ່​ຈຳນວນ​ໜຶ່ງ​ດັ່ງ​ລຸ່ມ​ນີ້:

- ສຸມ​ໃສ່​ໂຄສະນາ ​ເຜີຍ​ແຜ່ ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ໃຫ້ພ້ອມ​ກັນ​ປະຕິບັດ “ຍຸດ​ທະ​ສາດ​ພັດທະນາຄອບຄົວຫວຽດນາມ​ຮອດ​ປີ 2020, ວິ​ໄສທັດ​​ເຖິງປີ 2030” ດ້ວຍ​ຈຸດໝາຍ​ກໍ່ສ້າງຄອບຄົວຫວຽດນາມ​ອິ່ມໜຳສຳລານ ກ້າວໜ້າ ຜະ​ສຸກ, ​ເປັນ​ອູ່​ທີ່​ອົບ​ອຸ່ນຂອງ​ແຕ່ລະຄົນ, ​ເປັນຈຸ​ລັງ​ທີ່​ສົດ​ໄສ​ຂອງ​ສັງຄົມ. ຖື​ວ່າ​ອັນ​ນັ້ນ​ແມ່ນ​ໜ້າ​ທີ່​ອັນ​ສຳຄັນ​ຂອງທົ່ວທັງ​ລະບົບ​ການ​ເມືອງ, ຂອງ​ບັນດາ​ການຈັດ​ຕັ້ງ​ສັງຄົມ, ຂອງ​ແຕ່ລະຄອບຄົວ​​ ແລະ ບຸກຄົນ​ແຕ່ລະຄົນ.

- ມີບັນດາ​ນະ​ໂຍບາຍ​ອັນ​ລະອຽດ ​ເພື່​ອພັດທະນາ​ເສດຖະກິດຄອບຄົວ.

- ລົງທຶນ​ຄົ້ນຄວ້າ ຮັບ​ຮູ້ ຕີ​ລາຄາ ​ແລະ ກໍ່ສ້າງ​ລະບົບ​ຄຸນຄ່າວັດທະນະທຳມູນ​ເຊື້ອ​ຂອງຄອບຄົວ​ຫວຽດນາມ.

- ກໍ່ສ້າງ​ຍຸດ​ທະ​ສາດສຶກສາອົບຮົມ​ຄຸນຄ່າ​ມູນ​ເຊື້ອ​ຂອງ​ຄອບຄົວ. ກ່ອນ​ອື່ນ​ໝົດ​ແມ່ນ​ເສີມ​ຂະຫຍາຍ​ການ​ສຶກສາຄອບຄົວ. ພ້ອມ​ກັນ​ນັ້ນ ກໍ່​ຕ້ອງມີ​ບັນດາ​ມາດຕະຖານ ​ແບບ​ວິທີ​ສົມທົບ​ຢ່າງ​ມີ​ຜົນ​ສັກສິດ​ລະຫວ່າງ​ການ​ສຶກສາຄອບຄົວ​ ​ໂຮງຮຽນ ​ແລະ ສັງຄົມ ​ໃນ​ການ​ສຶກສາ​ອົບຮົມ​ບັນດາ​ຄຸນຄ່າ​ມູນ​ເຊື້ອ​ຂອງຄອບຄົວ.

- ມີ​ວິທີ​ແກ້ທີ່​ເໝາະ​ສົມ​ເພື່ອ​ປະຕິບັດ​ລະບົບ​ສະຫວັດ​ດິການ​ສັງຄົມ​ໃຫ້​ດີ; ພ້ອມ​ກັນ​ນັ້ນ​ກໍ່ ກໍ່ສ້າງ​ແລະ​ພັດທະນາ​ລະບົບ​ບໍລິການ​ສັງຄົມ ​ແນ​ໃສ່​ຮັບ​ໃຊ້ຄອບຄົວ.

- ​ເປັນ​ເຈົ້າ​ການ ຕັ້ງໜ້າ​ໂຄສະ​ນາ ​ເຜີຍ​​ແຜ່ ​ແລະ ປະຕິບັດ​ກົດໝາຍ​ທີ່​ກ່ຽວ​ພັນ​ເຖິງຄອບຄົວ​, ​ເປັນ​ຕົ້ນ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ສົມລົດແລະຄອບຄົວ, ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ເດັດ​ນ້ອຍ, ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານເພດ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ໃນຄອບຄົວ​... ການ​ປະຕິບັດ​ກົດໝາຍ​ເຫຼົ່າ​ນັ້ນ​ຢ່າງ​ເຂັ້ມ​ງວດ ກໍ່​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາຄຸນຄ່າ​ວັດທະນະທຳມູນ​ເຊື້ອ​ອັນ​ດີງາມ​ ຂອງຄອບຄົວ​ຫວຽດນາມ ​ໃນ​ໄລຍະ​ປັດຈຸບັນ./.