ວາລະສານກອມມູນິດ - ຮ່ວມມືສາກົນດ້ານການປ້ອງກັນປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ ຢ່າງເປັນເຈົ້າການ ແລະ ຕັ້ງໜ້າ ຂອງຫວຽດນາມ. ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມ​ມູນິດ​ຫວຽດນາມ ໄດ້ເນັ້ນໜັກວ່າ: “ສືບຕໍ່ເປີດກວ້າງການພົວພັນຮ່ວມມືສາກົນ ໃນຂົງເຂດປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ”(1). ແນວຄິດຊີ້ນຳຍຸດທະສາດດັ່ງກ່າວຂອງພັກ ຈຳເປັນຕ້ອງໄດ້ສືບຕໍ່ຜັນຂະຫຍາຍ ຢ່າງເລິກເຊິ່ງ, ມີປະສິດທິຜົນ ໃນການເຄື່ອນໄຫວພົວພັນຕ່າງປະເທດດ້ານການທະຫານ, ແນໃສ່ເພື່ອຍົກສູງຄວາມສາມາດຮ່ວມມືສາກົນ ດ້ານການປ້ອງກັນປະເທດ ຂອງຫວຽດນາມຕື່ມ​ອີກ.

ກອງປະຊຸມລັດຖະມົນຕິກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນເປີດກວ້າງ ຄັ້ງທີໜຶ່ງ - ພາບຂອງ TTXVN

1. ຜັນຂະຫຍາຍແຜນນະໂຍບາຍເປີດກວ້າງການເຄື່ອນໄຫວພົວພັນຕ່າງປະເທດ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົນ ຕາມທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ, ໃນໄລຍະເວລາຜ່ານມາ, ການຮ່ວມມືສາກົນ ດ້ານການປ້ອງກັນປະເທດ ຂອງປະເທດເຮົາມີບາດກ້າວຂະຫຍາຍຕົວໃໝ່. ບັນດາຜົນງານດັ່ງກ່າວໄດ້ສະແດງອອກ ໃນແຕ່ລະແງ່ມູມພື້ນຖານ ດັ່ງຕໍ່ໄປນີ້:

ໜຶ່ງ, ສະແດງອອກຢ່າງແຂງແຮງໃນຄວາມຮັບຜິດຊອບຂອງຕົນ ຕໍ່ວົງຄະນາຍາດສາກົນ, ປະກອບ ສ່ວນສ້າງຄວາມເຊື່ອໝັ້ນ, ຊຸກຍູ້ການຮ່ວມມືດ້ານການປ້ອງກັນປະເທດ ລະຫວ່າງບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ຈິນຕະນາການຮ່ວມມືສາກົນດ້ານການປ້ອງກັນປະເທດຂອງພັກເຮົາ ສະແດງອອກເຖິງການຕິດພັນຢ່າງແຂງແຮງ ລະຫວ່າງການປົກ​ປັກຮັກສາປະເທດຊາດ ກັບການແກ້ໄຂບັນດາບັນຫາຄວາມສະຫງົບ ທີ່ພວມພົ້ນ​ເດັ່ນຂຶ້ນໃນພາກພື້ນ ແລະ ໃນໂລກ; ສະແດງອອກໃນການຮັບຮູ້ໃໝ່ທີ່ວ່າ ຖືເອົາສິ່ງທ້າທາຍດ້ານຄວາມສະຫງົບລວມ ຂອງພາກພື້ນ ແລະ ໃນໂລກ ກໍ່ແມ່ນສິ່ງທ້າທາຍດ້ານຄວາມສະຫງົບ ຂອງຫວຽດນາມ. ຊາບຊືມຈິດໃຈດັ່ງກ່າວ, ໃນຊຸມປີຜ່ານມາ ບັນດາການເຄື່ອນໄຫວຮ່ວມມື ດ້ານການປ້ອງກັນປະເທດ ລະຫວ່າງຫວຽດນາມ ກັບບັນດາປະເທດ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະ ກ້າວສູ່ລວງເລິກ, ມີປະສິດທິຜົນກວ່າເກົ່າ ຕາມທິດມີສະຖຽນລະພາບ, ຍາວນານ, ເຄົາລົບນັບຖື, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມໄດ້ປະກອບສ່ວນອັນໃໝ່ ທັງທາງດ້ານການເຄື່ອນໄຫວ ແລະ ຈິນຕະນາການການເມືອງ, ການທະຫານທີ່ສຽບແຫຼມ ຕໍ່ວົງຄະນາຍາດສາກົນ; ໄດ້ເຂົ້າຮ່ວມການແກ້ໄຂບັນດາບັນຫາຄວາມສະຫງົບ ໃນພາກພື້ນ ແລະ ໃນໂລກ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງບັນດາອົງການຈັດຕັ້ງ, ເວທີປາ​ໄສ, ກົນໄກຮ່ວມມືປ້ອງກັນປະ​ເທດ - ປ້ອງກັນຄວາມສະຫງົບຫຼາຍຝ່າຍ ໃນພາກພື້ນ, ປະກອບສ່ວນຢ່າງຕັ້ງໜ້າ ​ເຂົ້າໃນການຊຸກຍູ້ການຮ່ວມມື ດ້ານການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ໃນພາກພື້ນອາຊີອາຄະເນ ແລະ ທະວີບອາຊີ -​ ປາຊີຟິກ.

ຈາກພຶດຕິກຳຕົວຈິງໃຫ້ເຫັນວ່າ, ການຮ່ວມມືດ້ານການປ້ອງກັນປະເທດໃນພາກພື້ນອາຊີອາຄະເນ ພວມພັດທະນາໄປຕາມທິດ ນັບມື້ຍິ່ງແໜ້ນແຟ້ນ, ເຂັ້ມແຂງ ແລະ ແທດຕົວຈິງກວ່າເກົ່າ. ຫັນໄປສູ່ການກໍ່ສ້າງສຳເລັດຜົນ ປະຊາຄົມອາຊຽນ ໃນປີ 2015, ໃນຊຸມປີຜ່ານມາ ອາຊຽນບໍ່ຢຸດຢັ້ງການເພີ່ມທະວີ ການເຊື່ອມໂຍງບົນສາມເສົາຄ້ຳ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ -​ ສັງຄົມ; ພ້ອມກັນນັ້ນ, ກໍ່ເປີດກວ້າງການພົວພັນ ກັບບັນດາຄູ່ຮ່ວມພາຍນອກ, ສ້າງເປັນການຕິດຕໍ່ພາກພື້ນ ແນໃສ່ເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ໄປພ້ອມກັບຂະບວນວິວັດແຫ່ງການເຊື່ອມໂຍງລວມ, ບັນດາກົນໄກຮ່ວມມືດ້ານການປ້ອງກັນປະເທດ - ການທະຫານ ກໍ່ຄ່ອຍໆໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ​ເຕີບໃຫຍ່ຂະຫຍາຍຕົວ, ໃນນັ້ນ ກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ບັນດາປະ ເທດອາຊຽນ (ADMM) ໃນທຸກໆປີ ແມ່ນກົນໄກຮ່ວມມືປ້ອງກັນປະເທດທີ່ສຳຄັນ, ມີລັກສະນະກຳນົດທິດ, ຊີ້ນຳລວມ ໃຫ້ແກ່ການຮ່ວມມືດ້ານການປ້ອງກັນປະເທດ - ການທະຫານອາຊຽນ. ຜ່ານ 7​ ສະໄໝປະຊຸມນຳກັນ, ບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມທີ່ເຂົ້າຮ່ວມ ໄດ້ສົນທະນາ, ແລກປ່ຽນທັດສະນະ ກ່ຽວກັບວຽກງານປ້ອງກັນປະເທດ -​ ປ້ອງກັນຄວາມສະຫງົບ, ປະກອບສ່ວນຊຸກຍູ້ຄວາມຮັບຮູ້ລວມ ກ່ຽວກັບສິ່ງທ້າທາຍຕໍ່ຄວາມສະຫງົບ ຄວາມໝັ້ນຄົງໃນພາກພື້ນ, ຫັນສູ່ຄວາມກະຈ່າງແຈ້ງ ຕໍ່ບັນດານະໂຍບາຍປ້ອງກັນປະເທດ, ຊອກຫາວິທີແກ້ໄຂ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ. ຄຽງຄູ່ກັບການເຈລະຈາ ແລະ ປຶກສາຫາລື, ADMM ໄດ້ຮັບຮອງ ແລະ ຜັນຂະຫຍາຍ ບັນດາຂໍ້ຄິດປະດິດຊຸກຍູ້ການຮ່ວມມືດ້ານການປ້ອງກັນປະເທດ ອັນປະກອບມີ: 1. ສ້າງຕັ້ງກອງປະຊຸມລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ຂອງບັນດາປະເທດອາຊຽນເປີດກວ້າງ (ADMM+); 2. ນຳໃຊ້ແຫຼ່ງກຳລັງແຮງການທະຫານອາຊຽນ ເຂົ້າໃນການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຜ່ອນເບົາໄພພິບັດ; 3. ຮ່ວມມືລະຫວ່າງບັນດາຮາກຖານປ້ອງກັນປະເທດ ແລະ ອົງການຈັດຕັ້ງສັງຄົມ ຂອງອາຊຽນ ໃນບັນຫາຄວາມສະຫງົບທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ; 4. ຮ່ວມມືດ້ານອຸດສາຫະກຳປ້ອງກັນປະເທດອາຊຽນ; 5. ສ້າງເຄືອຂ່າຍສູນກາງຮັກສາສັນຕິພາບອາຊຽນ. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ໄດ້ໃຫ້ການສະໜັບສະໜູນການເຈລະຈາ, ປຶກສາຫາລື ເພື່ອແກ້ໄຂການຍາດຊີງອຳນາດອະທິປະໄຕ ຢູ່ທະເລຕາເວັນອອກ ດ້ວຍບັນດາມາດຕະການສັນຕິ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ຕາມສົນທິສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1992, ປະຕິບັດຢ່າງຄົບຖ້ວນ, ເຂັ້ມງວດ ຕໍ່ຄຳຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຮັບຮອງເອົາປະມວນລະບຽບ ຫຼັກການປະພຶດບົນທະເລຕາເວັນອອກ (COC) ໃນເວລາອັນໃກ້.

ໃນອາຊຽນ, ຫວຽດນາມໄດ້ມີການປະກອບສ່ວນຕົວຈິງ ​ເຂົ້າໃນການເຄື່ອນໄຫວຮ່ວມມື ດ້ານການປ້ອງກັນປະ​ເທດ ເຊັ່ນ: ຊ່ວຍເຫຼືອໃນການຊຸກຍູ້ ແລະ ຫັນເປັນຈິງ ກອງປະຊຸມລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ເປີດກວ້າງ (ADMM+). ໃນກອງປະຊຸມລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ຄັ້ງທີ 7 (ADMM 7) ໄຂຂຶ້ນທີ່ບຣູໄນ ​ໃນ​ເດືອນພຶດສະພາ 2013, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະເໜີແນວຄວາມຄິດ ກ່ຽວກັບການທີ່ບັນດາລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ລົງນາມໃນຄຳ​ໝັ້ນ​ສັນຍາ​ວ່າ​ດ້ວຍການບໍ່ນຳໃຊ້ກຳລັງອາວຸດກ່ອນ. ແນວ ຄວາມຄິດສ້າງຕັ້ງຄະນະຊ່ຽວຊານຂອງ ADMM+ ກ່ຽວກັບການກະທຳ​ມະນຸດສະທຳດ້ານ​ລູກ​ລະ​ເບີດ ເຊິ່ງນຳສະເໜີໂດຍຫວຽດນາມ ກໍ່ໄດ້ຮັບຄວາມເຫັນດີເປັນເອກະສັນຈາກ ADMM 7. ກໍ່ຢູ່ທີ່ ADMM 7, ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ນຳສະເໜີແນວຄວາມຄິດ ກ່ຽວກັບການຊຸກຍູ້ເພີ່ມທະວີການຮ່ວມມື ເພື່ອຮັບປະກັນດ້ານຄວາມສະຫງົບປອດໄພເທິງທະເລ, ສະກັດກັ້ນ ແລະ ຄວບຄຸມການປະທະກັນຢູ່ເທິງທະເລຕາເວັນອອກ ດ້ວຍ 4 ຄຳສະເໜີ: ໜຶ່ງແມ່ນ, ເພີ່ມທະວີການຮ່ວມມືດ້ານທະຫານເຮືອໃນອາຊຽນ; ສອງແມ່ນ, ເຄືອຂ່າຍສາຍດ່ວນລະຫວ່າງທະຫານເຮືອ ບັນດາປະເທດ; ສາມແມ່ນ, ເພີ່ມທະວີການພົບປະແລກປ່ຽນ ລະຫວ່າງບັນດາກຳລັງ ຂອງບັນດາປະເທດອາຊຽນ ທີ່ພວມຕັ້ງທີ່ໝັ້ນຢູ່ໝູ່ເກາະເຈື່ອງຊາ, ​ໃນສະເພາະໜ້າ ແມ່ນລະຫວ່າງຫວຽດນາມ ແລະ ຟີລິບປິນ,​ ຕໍ່ຈາກນັ້ນກໍ່ຈະຂະຫຍາຍສູ່ ບັນດາປະເທດສະມາຊິກອື່ນໆ ຂອງອາຊຽນ; ສີ່ແມ່ນ, ກອງທັບບັນດາປະເທດ ຕ້ອງອອກແຮງປະຕິບັດສັນຍາຮັກສາສັນຕິພາບ ແລະ ສະຖຽນລະພາບ ເທິງທະເລຕາເວັນອອກ, ດ້ວຍການໃຫ້ບັນດາປະເທດອາຊຽນ ທີ່ຍາດເຊີງອຳນາດອະທິປະໄຕ ຕ້ອງໄດ້ຄົ້ນຄວ້ານຳກັນໂດຍໄວ ກ່ຽວກັບສັນຍາວ່າດ້ວຍການບໍ່ນຳໃຊ້ກຳລັງອາວຸດກ່ອນ ໃນການແກ້ໄຂຂໍ້ຂັດແຍ່ງອຳນາດອະທິປະໄຕ ແລະ ບັນຫາຕ່າງໆ ເທິງທະເລ.

​ໃນ​ພິທີ​ເປີດ​ການ​ເຈລະຈາຊານ​ກຣີ - ລາ 12 (Shangri – La 12) ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 31 ພຶດສະພາ 2013, ທ່ານ ຫງວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີ​ແຫ່ງ​ ສສ ຫວຽດນາມ ​ໄດ້​ມີ​ບົດ​ປາ​ໄສ​​ທີ່ສຳຄັນ ກ່ຽວກັບ​ການ​ສ້າງ ​ແລະ ປັບປຸງ​ຄວາມ​ເຊື່ອມໝັ້ນ​ຍຸດ​ທະ​ສາດ ​ເພື່ອ​ໃຫ້​ທະ​ວີ​ບອາຊີ - ປາຊີ​​ຟິກມີ ສັນຕິພາບ, ການ​ຮ່ວມ​ມື ​ແລະ ວັດທະນາ​ຖາວອນ: ​“ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ ຕ້ອງ​ປະຕິບັດກົດໝາຍ​ສາກົນ, ຍົກ​ສູງ​ຄວາມ​ຮັບຜິດ​ຊອບ​ຂອງ​ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່ ແລະ ຍົກ​ສູງ​ປະສິດທິຜົນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ ​ບັນດາ​ກົນ​ໄກ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງຫຼາຍ​ຝ່າຍ”. ທ່ານນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ​ໄດ້​ຢັ້ງຢືນ​ວ່າ: ນະ​ໂຍບາຍ​ປ້ອງ​ກັນປະເທດ ຂອງ​ຫວຽດນາມ ​ແມ່ນ​ສັນຕິພາບ ​ແລະ ປ້ອງ​ກັນ​ຕົນ​ເອງ; ຫວຽດນາມບໍ່​ແມ່ນ​ພັນທະ​ມິດການ​ທະຫານ ​ຂອງປະເທດ​ໃດ ​ແລະ ບໍ່​ອະນຸຍາດ​​ໃຫ້​ປະ​ເທດ​ໃດ ມາ​ຕັ້ງ​ຖານ​ທີ່​ໝັ້ນ​ທະຫານ ​ບົນ​ພື້ນ​ແຜ່ນດິນ​ຂອງ​ຫວຽດນາມ; ຫວຽດນາມບໍ່​ສ້າງ​ສຳພັນ​ທະ​ພາບ​ກັບປະ​ເທດ​ນີ້​ ເພື່ອ​ຕ້ານ​ກັບປະ​ເທດ​ອື່ນ. ບົດປາ​ໄສ​ນີ້​ສະ​ແດງອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ຈິນຕະນາການ​ຍຸດ​ທະ​ສາດ ​ແລະ ຄວາມ​ຮັບຜິ​ດຊອບສູງ ຂອງຫວຽດນາມ ຕໍ່​ວົງ​ຄະນາ​ຍາດ​ສາກົນ ກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກໍ່​ຢູ່​ທີ່​​ການ​ເຈລະ​ຈາ​ຊານ​ກຣີ - ລາ 12, ທ່ານ ຫງວຽນ​ເຕິ​ນຢຸງ ​ໄດ້​ປະກາດ​ວ່າ: “ຫວຽດນາມ ​ໄດ້​ຕົກລົງ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​​ຮັກສາ​ສັນຕິ​ພາບ​ ຂອງ​ສະຫະ​ປະຊາ​ຊາດ​ ໃນ​ບັນດາ​ຂົງ​ເຂດ​ຊ່າງ​ແສງ, ​ເສນາ​ຮັກ, ຜູ້​ສັງເກດ​ການດ້ານ​ການ​ທະຫານ”. ນີ້​ແມ່ນ​ໝາກຜົນ​ຂອງ​ຂະ​ບວນວິວັດ​ແຫ່ງ​ການ​ກະກຽມ​ທີ່​ຍາວ​ນານ ​ໂດຍ​ເລີ່​ມຈາກ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ປະ​ເທດ​ຫວຽດນາມ, ຍ້ອນ​ວ່າ​ກ່ອນໜ້າ​ນີ້ 8 ປີ, ປີ 2005 ຫວຽດນາມ ​ໄດ້​ປະກາດ​ຕໍ່​ສະຫະປະຊາ​ຊາດ​ວ່າ ພວມກຳລັງກະກຽມ ແລະ ເມື່ອມີຄົບທຸກເງື່ອນໄຂແລ້ວ ກໍ່ຈະເຂົ້າຮ່ວມໃນກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ ໃນສອງຂົງເຂດ ຄື: ວຽກງານເກັບກູ້ທຳລາຍໝາກບອມ ໝາກມິນ ແລະ ວຽກງານເສນາຮັກ - ເຊິ່ງແມ່ນຂົງເຂດທີ່ມີລັກສະນະມະນຸດສະທຳ ແລະ ເໝາະສົມກັບຄວາມສາມາດ ຂອງຫວຽດນາມ. ການຕັດສິນໃຈຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວ ເພື່ອຮັກສາສັນຕິພາບ ຂອງສະຫະປະຊາຊາດ ບໍ່ພຽງແຕ່ສະແດງອອກເຖິງການປ່ຽນແປງໃໝ່ ດ້ານຈິນຕະນາການ, ຈິດໃຈທີ່ຕັ້ງໜ້າ, ເປັນເຈົ້າການ ໃນການເຊື່ອມໂຍງສາກົນຂອງພັກ - ລັດ, ຈິດໃຈຄວາມຮັບຜິດຊອບ ຂອງຫວຽດນາມ ຕໍ່ວົງຄະນາຍາດສາກົນເທົ່ານັ້ນ, ຫາກຍັງເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ທາງດ້ານລະດັບ, ກຳລັງຄວາມສາມາດ ຂອງກອງທັບຫວຽດນາມ ໃນການເຄື່ອນໄຫວຮ່ວມມືສາກົນ, ເຮັດໃຫ້ໂລກເຂົ້າໃຈແຈ້ງກວ່າເກົ່າ ຕໍ່ນະໂຍບາຍປ້ອງກັນປະເທດ ທີ່ມີລັກສະນະສັນຕິພາບ, ປ້ອງກັນຕົນເອງຂອງພັກ ແລະ ລັດ ແຫ່ງ ສສ ຫວຽດນາມ, ສ້າງຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ລະຫວ່າງຫວຽດນາມ ກັບວົງຄະນາຍາດສາກົນ.

ສອງ, ເພີ່ມທະວີການພົບປະຂັ້ນສູງ, ຂັ້ນຮາກຖານ ແລະ ປະຊາຊົນ ໃນດ້ານການທະຫານ ກັບບັນດາປະເທດໃນພາກພື້ນ, ໃນໂລກ ແນໃສ່ເພື່ອເປີດກວ້າງຂະໜາດ ແລະ ຮັດແໜ້ນກວ່າເກົ່າ ບັນດາການພົວພັນຮ່ວມມືດ້ານການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ.

ປະຕິບັດຕາມແນວຄິດຊີ້ນຳຂອງພັກ: “ປະສານສົມທົບຢ່າງແໜ້ນແຟ້ນການເຄື່ອນໄຫວພົວພັນຕ່າງປະ ເທດຂອງພັກ, ການພົວພັນການທູດຂອງລັດ, ການພົວພັນຕ່າງປະເທດປະຊາຊົນ; ພົວພັນຕ່າງປະເທດ, ປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ”(2), ໃນຊຸມປີມໍ່ໆ ມານີ້ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ດຳເນີນການພົບປະຂັ້ນສູງຫຼາຍຄັ້ງ ກັບກະຊວງປ້ອງກັນປະເທດ ບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຄຽງຄູ່ກັບບັນດາການພົບປະທາງການ, ບັນດາ “ເຄືອຂ່າຍສາຍດ່ວນ” ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດ ບັນດາປະເທດໃນພາກພື້ນ ແລະ ປະເທດຈຳນວນໜຶ່ງໃນໂລກ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ສິ່ງນີ້ໄດ້ໃຫ້ເຫັນວ່າ, ຕ້ອງມີຄວາມເຊື່ອໝັ້ນຍຸດທະສາດ ແລະ ຄວາມເປັນເອກະພາບສູງ ລະຫວ່າງບັນດາປະເທດ ຈິ່ງເຮັດໃຫ້ບັນດາ “ເຄືອຂ່າຍສາຍດ່ວນ” ຂັ້ນຍຸດທະສາດການທະຫານ ໄດ້ຮັບການສ້າງຕັ້ງຂຶ້ນ, ພ້ອມກັນນັ້ນ ໂດຍຜ່ານ “ເຄືອຂ່າຍສາຍດ່ວນ” ນີ້ເພື່ອປັບປຸງຄວາມເຊື່ອ ໝັ້ນຍຸດທະສາດ ແລະ ຄວາມກະຈ່າງແຈ້ງ ດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ລະຫວ່າງບັນດາຄູ່ຮ່ວມຂອງສາກົນ. ຍ້ອນແນວນັ້ນ, ບັນດາປະເທດໃນພາກພື້ນ ຈິ່ງກຳໄດ້ຂໍ້ມູນຂ່າວສານ ການເຄື່ອນໄຫວການທະຫານທຳມະດາ ແລະ ບັນດາການກະທົບທີ່ຜິດປົກກະຕິ ຈາກຄວາມສະຫງົບແບບດັ້ງເດີມ ກໍ່ຄືຈາກຄວາມສະຫງົບທີ່ບໍ່ເປັນແບບດັ້ງເດີມ ເພື່ອສາມາດເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ພ້ອມກັນແກ້ໄຂ. ນີ້ຖືວ່າເປັນການຂະຫຍາຍຕົວໃໝ່ ໃນການຮ່ວມມືສາກົນ ດ້ານການປ້ອງກັນປະເທດຂອງປະເທດເຮົາ.

ຢູ່ຕາມເຂດຊາຍແດນຂອງປະເທດ, ກອງທັບ, ບັນດາທ້ອງຖິ່ນ ແລະ ປະຊາຊົນ ໄດ້ດຳເນີນ ການຕະເວນຍາມຮ່ວມກັນຫຼາຍຄັ້ງ, ບັນດາການພົບປະແລກປ່ຽນດ້ານເສດຖະກິດ, ວັດທະນະທຳກັບບັນດາ ທ້ອງຖິ່ນ, ທະຫານປ້ອງກັນຊາຍແດນ ຂອງບັນດາປະເທດທີ່ມີຊາຍແດນຮ່ວມກັນ ໄດ້ປະກອບສ່ວນໃນການຮັກສາສະຖຽນລະພາບ ດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ບົນເຂດຊາຍແດນຜືນແຜ່ນດິນ ແລະ ໜ້ານ້ຳທະເລ. ຜ່ານການເຄື່ອນໄຫວພົວພັນຕ່າງປະເທດ ທາງການເມືອງ, ເສດຖະກິດ ແລະ ການທະຫານຂັ້ນລັດ ແລະ ປະຊາຊົນ, ເພີ່ມທະວີສາຍພົວພັນອັນແໜ້ນແຟ້ນ ກັບບັນດາປະເທດໃນພາກພື້ນ, ໂດຍສະເພາະແມ່ນບັນດາປະເທດອາຊຽນ, ຫວຽດນາມໄດ້ສະກັດກັ້ນ, ຮັດແຄບ ແລະ ກຳຈັດປັດກວາດຫຼາຍທີ່ໝັ້ນເຄື່ອນໄຫວມ້າງເພການປະຕິວັດ ຂອງບັນດາອົງການຈັດຕັ້ງປະຕິການຄົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ.

ດ້ວຍການເພີ່ມທະວີການພົວພັນຫຼາຍຂັ້ນ ແລະ ພາຍໃຕ້ຫຼາຍຮູບການ, ສາຍພົວພັນທາງການເມືອງ, ເສດຖະກິດ ແລະ ການທະຫານຂອງຫວຽດນາມ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ນັບມື້ຍິ່ງ ເປີດກວ້າງ ແລະ ແໜ້ນແຟ້ນ. ຄຽງຄູ່ກັບບັນດາຄູ່ຮ່ວມທີ່ເປັນມູນເຊື້ອ, ຫວຽດນາມຍັງມີຄູ່ຮ່ວມໃໝ່ອີກຈຳນວນໜຶ່ງ, ໃນນັ້ນມີບາງຄູ່ຮ່ວມທີ່ໄດ້ຍົກການພົວພັນຂຶ້ນສູ່ລະດັບ ຍຸດທະສາດຮອບດ້ານ, ຍຸດທະສາດ ແລະ ການຮ່ວມມືຮອດດ້ານ. ນີ້ແມ່ນບັນດາປັດໃຈອັນສະດວກ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ ແລະ ພັດທະນາເສດຖະກິດ - ສັງຄົມປະເທດແບບຍືນຍົງ.

ສາມ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບການຮ່ວມມືດ້ານການທະຫານ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ແນໃສ່ເພື່ອເພີ່ມທະວີຄວາມສາມາດປ້ອງກັນປະເທດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ.

ຕິດຕາມບັນດາສົງຄາມໃນໂລກທີ່ເກີດຂຶ້ນໃນເວລາມໍ່ໆ ມານີ້ໃຫ້ເຫັນວ່າ, ສົງຄາມເຫຼົ່ານັ້ນລ້ວນແຕ່ນຳໃຊ້ ອາວຸດຍຸດໂທປະກອນ, ພາຫະນະທີ່ມີຄວາມທັນສະໄໝ, ນຳໃຊ້ເຕັກໂນໂລຊີສູງ. ສິ່ງດັ່ງກ່າວນັ້ນ ໄດ້ກຳນົດຄວາມຮຽກຮ້ອງຕ້ອງການ ໃນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບຂອງຫວຽດນາມ ຕ້ອງໄດ້ເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານການທະຫານຍິ່ງຂຶ້ນ ເພື່ອຍົກສູງຄວາມສາມາດ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ໄດ້ຢ່າງໝັ້ນຄົງ. ໃນໂຄງປະກອບຄວາມສາມາດບົ່ມຊ້ອນດ້ານການທະຫານ, ຄວາມສາມາດບົ່ມຊ້ອນ ດ້ານເຕັກນິກການທະຫານ ມີບົດບາດສຳຄັນ, ໂດຍສະເພາະແມ່ນ ໃນເງື່ອນໄຂສົງຄາມເຕັກໂນໂລຊີສູງ. ສິ່ງດັ່ງກ່າວໄດ້ໃຫ້ເຫັນວ່າ, ການຫັນເປັນຫຼາຍຝ່າຍ, ຫຼາຍຮູບການ ໃນການຮ່ວມມືດ້ານການທະຫານ, ພິເສດແມ່ນ ຮ່ວມມືດ້ານເຕັກນິກການທະຫານ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ແມ່ນມີຄວາມຈຳເປັນ, ຮີບດ່ວນທີ່ສຸດ. ມັນບໍ່ພຽງແຕ່ສ້າງເງື່ອນໄຂເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ລະຫວ່າງຫວຽດນາມ ກັບວົງຄະນາຍາດສາກົນເທົ່ານັ້ນ, ຫາກຍັງປະ ກອບສ່ວນ ເຮັດໃຫ້ເພື່ອນມິດສາກົນເຂົ້າໃຈຕື່ມອີກ ກ່ຽວກັບແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດແຫ່ງ ສສ ຫວຽດນາມ; ເຫັນແຈ້ງນະໂຍບາຍປ້ອງກັນປະເທດ ທີ່ມີລັກສະນະສັນຕິພາບ, ປ້ອງກັນຕົນເອງ ຂອງຫວຽດນາມ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ຂົ່ມຂູ່ນຳໃຊ້ກຳລັງອາວຸດ ໃນບັນດາການພົວພັນສາກົນ, ແກ້ໄຂທຸກຄວາມບໍ່ລົງລອຍກັນ, ຍາດຊີງກັນ ດ້ວຍສັນຕິວິທີ; ກໍ່ຄືມູນເຊື້ອວັດທະນະທຳຂອງຊາດຫວຽດນາມ, ໂດຍຜ່ານສິ່ງດັ່ງກ່າວນັ້ນ ຍາດແຍ່ງໄດ້ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນ ຂອງວົງຄະນາຍາດສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມ ໃຫ້ມີຄວາມໝັ້ນຄົງ, ການເມືອງມີສະຖຽນລະພາບ, ປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດແຕ່ໄກ.

2. ສະພາບຄວາມເປັນຈິງໃນເວລາມໍ່ໆ ມານີ້ ໃຫ້ເຫັນວ່າ, ການຮ່ວມມືສາກົນ ດ້ານການປ້ອງກັນປະເທດໃນຊຸມປີຕໍ່ໜ້າ ຈະສະແດງອອກນັບມື້ນັບແຂງແຮງ ທັງໃນພາກພື້ນ ແລະ ໃນໂລກ. ອາດຈະຍົກບາງເນື້ອໃນທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສືບຕໍ່ຍູ້ແຮງການຮ່ວມມືສາກົນ ດ້ານການປ້ອງກັນປະເທດ ໃນໄລຍະຕໍ່ໜ້າດັ່ງນີ້:

ໜຶ່ງ, ເຂົ້າຮ່ວມການຜັນຂະຫຍາຍບັນດາແນວຄວາມຄິດຮ່ວມມື ທີ່ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ສະເໜີຂຶ້ນ ເຊັ່ນ: ສ້າງລາຍການພົບປະແລກປ່ຽນ ກ່ຽວ​ກັບ​ການປ້ອງກັນປະເທດບັນດາປະເທດອາຊຽນ, ສ້າງກອບການຊ່ວຍເຫຼືອພະລາທິການ ບັນດາປະເທດອາຊຽນ, ແຕ່ງຕັ້ງຄະນະຊ່ຽວຊານ ADMM+ ກ່ຽວກັບການກ​ະທຳ​ມະນຸດສະທຳ​ທາງດ້ານ​ລູກ​ລະ​ເບີດ ເພື່ອຊຸກຍູ້ການຮ່ວມມືປ້ອງກັນປະເທດ, ປະ ກອບສ່ວນກໍ່ສ້າງວົງຄະນາຍາດທີ່ຕິດພັນສະໜິດແໜ້ນ ແລະ ແບ່ງເບົານຳກັນ.

ສອງ, ຍູ້ແຮງການຮ່ວມມືດ້ານການທະຫານ ກັບບັນດາປະເທດມູນເຊື້ອ ເຊັ່ນ: ລັດເຊຍ, ບັນດາປະ ເທດເອີຣົບຕາເວັນອອກ, ຈີນ, ອິນເດຍ, ກູບາ…, ຂະຫຍາຍສູ່ລວງເລິກບັນດາສາຍພົວພັນຮ່ວມມືດ້ານ ການສຶກສາ - ກໍ່ສ້າງ, ຄົ້ນຄວ້າ, ຜະລິດ, ປະກອບອາວຸດຍຸດໂທປະກອນ ພາຫະນະເຕັກໂນໂລຊີສູງ ຮຸ່ນໃໝ່ຈຳນວນໜຶ່ງ, ຮັບໃຊ້ໃຫ້ແກ່ການຫັນເປັນທັນສະໄໝຕໍ່ບັນດາກອງທະຫານ ເຫຼົ່າທະຫານ, ເພີ່ມຄວາມສາມາດໃນການປົກປ້ອງອຳນາດອະທິປະໄຕ, ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ໃນຂະ​ບວນວິວັດການເຊື່ອມໂຍງສາກົນ.

ສາມ, ເປີດກວ້າງ ແລະ ເພີ່ມທະວີເປັນ​ແຕ່​ລະ​ກ້າວ ການຮ່ວມມືກັບບັນດາປະເທດ ທີ່ມີພື້ນຖານວິທະຍາສາດ - ເຕັກໂນໂລຊີການທະຫານກ້າວໜ້າ ໃນໂລກ. ນີ້ແມ່ນບັນຫາສຳຄັນ ໃນຂະບວນວິວັດການເຊື່ອມໂຍງສາກົນດ້ານການທະຫານ ໃນຊຸມປີຕໍ່ໜ້າ ເພື່ອຍູ້ແຮງຈັ່ງຫວະການຫັນກອງທັບເປັນທັນສະໄໝ, ເພີ່ມທະວີຄວາມສາມາດບົ່ມຊ້ອນປ້ອງກັນປະເທດ ແນໃສ່ເພື່ອຮັກສາກຳລັງແຮງການທະຫານໃຫ້ຢູ່ໃນລະດັບຈຳເປັນ ເພື່ອປົກປ້ອງຕົນເອງ.

ສີ່, ຍູ້ແຮງຕື່ມອີກການຮ່ວມມືສາກົນ ດ້ານວຽກງານກໍ່ສ້າງຖັນແຖວພະນັກງານເສນາທິການ ຍຸດທະສາດ, ບັ້ນຮົບ, ຍຸດທະວິທີການທະຫານ, ຖັນແຖວພະນັກງານວິທະຍາສາດ - ເຕັກໂນໂລຊີການທະຫານ. ເຮັດວຽກງານດັ່ງກ່າວ​ໄດ້ຮັບຜົນ​ດີ ກໍ່ຈະບັນລຸໄດ້ ບັນດາຈຸດໝາຍໃນເວລາດຽວກັນ ເຊັ່ນ: ກໍ່ສ້າງຖັນແຖວພະນັກງານການທະຫານ ທີ່ມີກຳລັງຄວາມສາມາດນຳພາ, ບັນຊາການຮົບປະສານສົມທົບກອງທະຫານ ເຫຼົ່າທະຫານ ໃນສົງຄາມທີ່ ນຳໃຊ້ອາວຸດ ພາຫະນະທີ່ມີເຕັກໂນໂລຊີສູງ; ເພີ່ມທະວີຄວາມສາມາດເປັນເຈົ້າ ຕໍ່ເຕັກໂນໂລຊີການຜະລິດ ແລະ ນຳໃຊ້ອາວຸດ ພາຫະນະທີ່ມີເຕັກໂນໂລຊີສູງ ໃນຍຸກສັນຕິພາບ ກໍ່ຄືໃນຍຸກສົງຄາມ.

ສາມາດຢັ້ງຢືນ​ໄດ້ວ່າ, ໃນສະພາບແວດລ້ອມປັດຈຸບັນນີ້, ການຍູ້ແຮງການຮ່ວມມືສາກົນ ດ້ານການປ້ອງກັນປະເທດ ແມ່ນທ່າອ່ຽງພາວະວິໄສ ໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ ຢ່າງເປັນເຈົ້າການ ແລະ ຕັ້ງໜ້າ ຂອງ​ປະ​ເທດ​ເຮົາ. ບັນດາຜົນສຳເລັດທີ່ປະເທດເຮົາສາມາດຍາດມາໄດ້ ໃນການພັດທະນາເສດຖະກິດ - ສັງຄົມ, ການພົວພັນຕ່າງປະເທດ…ນັ້ນ ທັງສ້າງເງື່ອນໄຂອັນສະດວກ, ທັງຮຽກຮ້ອງໃຫ້ການຮ່ວມມືສາກົນ ດ້ານການປ້ອງກັນປະເທດ ຕ້ອງມີບາດກ້າວຂະຫຍາຍຕົວທີ່ເໝາະສົມ. ຮອດຜຽນຕົນເອງ, ບັນດາບາດກ້າວຂະຫຍາຍຕົວໃໝ່ ຂອງການຮ່ວມມືສາກົນ ດ້ານການປ້ອງກັນປະເທດ ກໍ່ຈະປະກອບສ່ວນສຳຄັນ ເຂົ້າໃນການຍົກສູງອິດ​ທິພົນ ຖານະທີ່ຕັ້ງຂອງຫວຽດນາມ ໃນໂລກ. ພ້ອມດຽວກັນນັ້ນ ກໍ່ສ້າງສະພາບແວດລ້ອມ, ບັນດາເງື່ອນໄຂອັນຈຳເປັນໃໝ່ ເພື່ອໃຫ້ປະເທດເຮົາເຊື່ອມໂຍງສາກົນຢ່າງເປັນເຈົ້າການ, ເລິກເຊິ່ງ, ຮອບດ້ານ ແລະ ມີປະສິດທິຜົນກວ່າເກົ່າອີກ.

ໂດຍ: ພັນເອກ, ຮສ.ດຣ ຮວ່າງກີ່ເລິນ 

ຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນປະເທດ,
ກະຊວງປ້ອງກັນປະເທດ

-----------------------

(1) ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ, ສຳນັກພິມຈຳໜ່າຍການ ເມືອງແຫ່ງຊາດ - ແທ້ຈິງ, ຮ່າໂນ້ຍ, 2011, ໜ້າ 233.

(2) ປຶ້ມທີ່ໄດ້ແນະ​ນຳຂ້າງເທິງ, ໜ້າ 47.