ວ.ກ.ອອນ​ໄລ - ​ໃນ​ເຄິ່ງຕົ້ນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ຄະນະ​ກຳມະການ​ກວດ​ກາ​ສູນ​ກາງ ​ແລະ ຄະນະ​ກຳມະການ​ກວດ​ກາຂັ້ນ​ຕ່າງໆ ​ໄດ້​ຕັ້ງໜ້າ ​ເປັນ​ເຈົ້າ​ການ​ເປັນ​ເສນາ​ທິການ ຊ່ວຍ​ວຽກ​ໃຫ້​ຄະນະ​ພັກ, ພ້ອມ​ກັນ​ນັ້ນ​ ກໍ່​ສຸມ​ການ​ຊີ້​ນຳ​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍປະຕິບັດ​ຢ່າງຮອບດ້ານ ​ບັນດາ​ໜ້າທີ່ທີ່​ໄດ້​ກຳນົດ​ໃນ​ກົດ​ລະບຽບຂອງ​ພັກ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ຄະນະ​ພັກ​ໄດ້​ມອບ​ໝາຍ, ປະກອບສ່ວນ​ເຂົ້າ​ໃນບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກວດກາສະພາບການປະຕິບັດ ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ຢູ່ທີ່ນະຄອນ ໂຮ່ຈີມິນ. ພາບ: TTXVN

ປະຕິບັດ​ໜ້າ​ທີ່​ກວດ​ກາ ຕິດຕາມກວດກາ ລະບຽບ​ວິ​ໄນຂອງ​ພັກຢ່າງຮອບດ້ານ

ຄະນະ​ພັກ, ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ໄດ້​ປະຕິບັດ​ຢ່າງຮອບດ້ານ​ພໍ​ຄວນ ໜ້າ​ທີ່​ກວດກາ ຕິດຕາມ​ກວດກາ ປະຕິບັດ​ວິ​ໄນ​ພັກ​ໂດຍ​ກົດ​ລະບຽບ​ພັກ​ກຳນົດ. ກົມ​ການ​ເມືອງ, ຄະນະ​ເລຂາທິການ, ຄະນະ​ພັກ​ຂັ້ນ​ຕ່າງໆ ທັງ​ສຸມ​ໃສ່​ນຳພາ ຊີ້​ນຳ ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI, ທັງ​ເອົາ​ໃຈ​ໃສ່​ປ່ຽນ​ແປງ​ໃໝ່ລຳດັບ​ການ ​ແລະ ວິທີ​ການ​ກວດກາຕໍ່​​ບັນດາຄະນະ​ພັກ, ອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ​ ໃນ​ການຜັນ​ຂະຫຍາຍປະຕິບັດ​ມະຕິ. ປັດຈຸບັນ​ນີ້, ພວມ​ສຸມ​ໃສ່​ກວດກາ​ການ​ປະຕິບັດ​ການ​ແກ້​ໄຂ​ຜ່ານ​ຜ່າຂໍ້​ຈຳກັດ ຂໍ້ຂາດ​ຕົກ​ບົກພ່ອງພາຍຫຼັງ​ການ​ສຳ​ຫຼວດຕິ​ຊົມ​ຕົນ​ເອງ ​ແລະ​ຕິ​ຊົມ ຕາມມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI. ນັບ​ແຕ່​ຕົ້ນ​ສະ​ໄໝຮອດ​ທ້າ​ນ​ເດືອນ​ມິຖຸນາ 2013, ຄະນະ​ພັກ, ບັນດາ​ຄະນະ​ຂອງ​ຄະນະ​ພັກ, ໜ່ວຍພັກ​ໄດ້​ຕິດຕາມ​ກວດກາອົງ​ການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ 62.068 ​ແຫ່ງ ​ແລະ​ສະມາຊິກ​ພັກ 227.085 ຄົນ; ກວດກາອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ 119.684 ​ແຫ່ງ ​ແລະ​ສະມາຊິກ​ພັກ 659.140 ຄົນ.

ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ທັງ​​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ປະຕິບັດ​ວຽກ​ງານ​ຕິດຕາມ​ກວດກາ​ຕໍ່ອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ ແລະ​ສະມາຊິກ​ພັກ, ທັງ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ຈຸດ​ໜັກຄື ກ​ວດກາອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ ແລະ​ສະມາຊິກ​ພັກທີ່ມີຮ່ອງຮອຍ​ລະ​ເມີດ​ວິ​ໄນ ​ເຊິ່ງ​ໄດ້​ເຮັດ​ຢ່າງ​ມີ​ຈຸດ​ໜັກໃຈ​ກາງ ​ແລະ​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ; ​ເອົາ​ໃຈ​ໃສ່​ແກ້​ໄຂການ​ຮ້ອງ​ຟ້ອງຢ່າງ​ທັນ​ການ, ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ບຸກຄະລາ​ກອນ ​ເພື່ອ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ, ບຸກຄະລາ​ກອນ​ຂອງ​ຄະນະ​ພັກ, ຕຳ​ແໜ່ງການນຳພາ ການຄຸ້ມ​ຄອງຂັ້ນ​ຕ່າງໆ; ​ເພີ່ມ​ທະວີ​ການ​ກວດກາ​ການ​ເງິນ​ຂອງພັກ ຕໍ່​ກັບ​ຄະນະ​ພັກ​ຂັ້ນ​ລຸ່ມ ​ແລະ ອົງກາ​ນການ​ເງິນ​ຂອງ​ຄະນະ​ພັກ​ຂັ້ນ​ດຽວ​ກັນ, ປະກອບສ່ວນ​ປະຕິບັດ​ການ​ປະຢັດ, ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ ຄວາມຫຍໍ້​ທໍ້​ໃນ​ພາຍ​​ໃນ​ພັກ. ​ໄດ້ຕິດຕາມ​ກວດກາອົງການຈັດ​ຕັ້ງ​ພັກ 51.702 ​ແຫ່ງ​ ແລະສະມາຊິກ​ພັກ 136.081 ຄົນ; ກວດກາ​ເມື່ອມີ​ຮ່ອງຮອຍ​ລະ​ເມີດ​ວິ​ໄນ​ຕໍ່​ກັບ​ອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ 8.442 ​ແຫ່ງ ​ແລະ​ສະມາຊິກ​ພັກ 31.959 ຄົນ; ​ແກ້​ໄຂ​ການ​ຮ້ອງ​ຟ້ອງ​ຕໍ່​ກັບອົງການຈັດ​ຕັ້ງ​ພັກ 283 ​ແຫ່ງ ​ແລະ​ສະມາຊິກ​ພັກ 40.016 ຄົນ. ພ້ອມ​ກັນ​ນັ້ນ, ​ໄດ້​ເປັນ​ເຈົ້າ​ການ ຕັ້ງໜ້າ​ເປັນ​ເສນາ​ທິການ ຊ່ວຍ​ໃຫ້​ຄະນະ​ພັກ​ສ້າງ​ໂຄງການ ​ແຜນການ​ກວດກາ ຕິດຕາມ​ກວດກາ​ປະຈຳ​ປີ ​ແລະ​ຖື​ບົດບາດ​ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ປະ​ສາມ​ສົມທົບ​ກັບ​ບັນດາ​ຄະນະ​ຂອງ​ຄະນະ​ພັກ ​ແລະຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໃນ​ການ​ຊ່ວຍ​ໃຫ້​ຄະນະ​ພັກ​ປະຕິບັດ​ວຽກ​ງານກວດກາ ຕິດຕາມ​ກວດກາ.

ຄະນະ​ພັກ ​ແລະຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ເບິ່ງ​ລວມ​ແມ່ນ​ໄດ້​ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມທິດ​ທາງ ທິດ​ນຳ ຫຼັກການ ລຳດັບ​ດຳ​ເນີນ ລະບຽບການປະຕິບັດ​ວິ​ໄນ; ຮັບປະກັນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ລວມ ພາວະ​ວິ​ໄສ ​ເປີດ​ເຜີຍ, ​ແກ້​ໄຂ​ຜ່ານ​ຜ່າ​ເປັນ​ແຕ່​ລະ​ກ້າວ​ປະກົດ​ການ​ຜິດ​ເຂ​ວ, ສະພາບ​ການ​ປະຕິບັດ​ວິ​ໄນ​ແບບ “​ເທິງ​ເບົາ, ລຸ່ມ​ໜັກ”, ​ແກ້​ໄຂ​ພາຍ​ໃນ, ບໍ່​ແກ້​ໄຂ ຫຼື​ປະ​ໄວ້​ເຫິງ​ນາມ​ແລ້ວ​ຈຶ່ງ​ແກ້​ໄຂ​ແຕ່​ເຮັດ​ຢ່າງ​ເບົາບາງ... ສ່ວນ​ຫຼາຍ ​ບັນດາ​ກໍລະນີ​ລະ​ເມີດ​ວິ​ໄນ​ພັກ ​ໄດ້​ຖືກ​ພິຈາລະນາ ປະຕິບັດ​ວິ​ໄນຢ່າງ​ເຂັ້​ມງວດ, ດັ່ງ​ນັ້ນ​ຈຳນວນ​ສະມາຊິກ​ພັກ​ມີ່​ຂັດຂ້ອງ​ຮ້ອງ​ຟ້ອງ​ໄດ້​ຫລຸດ​ລົງ. ນັບ​ແຕ່​ຕົ້ນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ມາ​ເຖິງ​ປັດຈຸບັນ, ຄະນະ​ພັກ ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ໄດ້​ປະຕິບັດ​ວິ​ໄນ​ຕໍ່​ກັບ​ອົງການຈັດ​ຕັ້ງພັກ 759 ​ແຫ່ງ ​ແລະ​ສະມາຊິກ​ພັກ 40.016 ຄົນ.

ຄະນະ​ກຳມະການ​ກວດກາສູນ​ກາງ​ໄດ້​ເປັນ​ເຈົ້າ​ການ​ເປັນ​ເສນາ​ທິການ​​ໃຫ້​ຄະນະ​ບໍລິຫານ​ງານ​ສູງ​ກາ​ງພັ​ກ​ໃນ​ການປະກາດ​​ໃຊ້ ຄຳ​ແນະນຳ​​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ ລະບຽບ​ວິ​ໄນ​ຂອງ​ພັກ, ຂໍ້​ກຳນົດ​ກ່ຽວ​ກັບ​ສິ່ງ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ເຮັດ (​ໃນສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X, ​ເອກະສານ​ເຫຼົ່າ​ນີ້​ໂດຍ​ແມ່ນ​ກົນ​ການ​ເມືອງ​ປະກາດ​ໃຊ້); ກົດ​ລະບຽບ​ການຕິດ​ຕາມ​ກວດກາ​ໃນ​ພັກ, ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປັບປຸງ ​ເພີ່ມ​ເຕີມຂໍ້​ກຳນົດ​ວ່າ​ດ້ວຍ​ການ​ປະຕິບັດ​ວິ​ໄນ​ຕໍ່​ກັບ​ສະມາຊິກ​ພັກ​ທີ່​ລະ​ເມີດ​ວິ​ໄນ; ​ແຈ້ງ​ຂ່າວ​ການ​ສະຫລຸບ​ເບື້ອງ​ຕົ້ນ 4 ປີ​ແຫ່ງ​ຫານ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ X ກ່ຽວ​ກັບ “ເພີ່ມ​ທະວີ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງພັກ”, ຄະນະ​ເລຂາທິການ​ປະກາດ​ໃຊ້ ຂໍ້​ກຳນົດ​ກ່ຽວ​ກັບ​ການ​ກວດກາ​ພະນັກງານ ສະມາຊິກ​ພັກ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອ​ມຄຸນສົ​ມບັດ ​ແລະ ຂໍ້ກຳນົດ 12 ປະການ​ ກ່ຽວ​ກັບ​ການ​ປະ​ສານ​ສົມທົບ ລະຫວ່າງຄະນະ​ກຳມະການ​ກວດກາສູນ​ກາງ ກັບ​ບັນດາອົງ​ການ​ຈັດ​ຕັ້ງ​ພັກທີ່​ກ່ຽວຂ້ອງ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ກວດກາ ຕິດຕາມ​ກວດກາ​ການ​ປະຕິບັດ​ວິ​ໄນ​ຂອງ​ພັກ. ປັດຈຸບັນ​ນີ້, ຄະນະ​ກຳມະການ​ກວດກາສູນ​ກາງ​ພວມ​ເປັນ​ເສນາ​ມິ​ການ​ໃຫ້ກົມ​ການ​​ເມືອງ ​ໃນ​ການ​ປະກາດ​ໃຊ້​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ພະນັກງານ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາທິການ, ​ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຮ້ອງ​ຟ້ອງ​ຕໍ່​ກັບ​ສະມາຊິກ​ພັກ​ທີ່​ເປັນ​ພະນັກງານ​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ກົມ​ການ​ເມືອງ ​ແລະ​ຄະນະ​ເລຂາທິການ... ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ປະກາດ​ໃຊ້​ບັນດາ​ຄຳ​ແນະນຳ​ປະຕິບັດ​ຂໍ້​ກຳນົດ​ຕ່າງໆ ຂອງ​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກົມ​ການ​ເມືອງ ຄະນະ​ເລຂາທິການ, ຄຳ​ແນະນຳ​ວຽກ​ງານ​ກວດກາ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ຕາມ​ສິດ​ຂອບ​ເຂດ; ກໍ່ສ້າງ​ຫຼັກການ​ປະພຶດ​ຕົວ​ຂອງ​ພະນັກງານ ຂ້າ​ລັດຖະການ​ຜະ​ແນກກວດກາ; ປັບປຸງ ​ເພີ່ມ​ເຕີມ​ລຳດັບ​ດຳ​ເນີນ​ການ​ກວດກາ ຕີ​ດຕາມ​ກວດກາ​ຕໍ່​ອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ ​ແລະ ສະມາ​ຊິກ​ພັກ; ກຳ​ນົກ​ກ່ຽວ​ກັບ​ການຈັດ​ຕັ້ງ ການເຄື່ອນ​ໄຫວ​ຂອງ​ບັນດາ​ຄະນະ​ກວດກາ ຕິດຕາມ​ກວດກາ. ພິ​ເສດ​ແມ່ນ ​ໄດ້​ປະກາດ​ໃຊ້​ຂໍ້ກຳນົດກ່ຽວ​ກັບ​ການ​ຄົ້ນ​ເຜີຍ ກຳນົດ​ແຈ້ງ​ຮ່ອງຮອຍ​ລະ​ເມີດ​ວິ​ໄນ ​ແລະ ຕົກລົງ​​ກວດກາ​ເມື່ອ​ມີ​ຮ່ອງຮອຍ​ລະ​ເມີດ​ວິ​ໄນ ຕໍ່​ກັບ​ອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ ​ແລະ​ສະມາຊິກ​ພັກ, ສ້າງ​ພື້ນຖານ ເງື່ອນ​ໄຂ​ໃຫ້ຄະນະ​ກຳມະການ​ກວດກາ​, ພະນັກງານ​ກວດກາ ກຳນົດແຈ້ງຮ່ອງຮອຍ​ລະ​ເມີດ​ວິ​ໄນ​ໄດ້​ຢ່າງ​ທັນ​ການ ຊັດ​ເຈນ, ​ແລະ​ດຳ​ເນີນ​ການ​ກວດກາ​ໄດ້ຮັບ​ຜົນສຳ​ເລັດ. ກໍ່ສ້າງ ບູລະນະ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການວາງ​ແຜນ ອົບຮົມກໍ່ສ້າງ ບຳລຸງ ​ແຕ່ງ​ຕັ້ງ ຈັດ​ວາງ​ສັບ​ຊ້ອນ ຍົກຍ້າຍຜັດປ່ຽນ ຍ້ອງຍໍ​ຊົມ​ເຊີຍ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງາຍ​ກວດກາ.

​ໃນ​ພາກຕົວ​ຈິງ​ແຫ່ງ​ການ​​ກວດ​ກາ ຕິດຕາມກວດກາ ປະຕິບັດລະບຽບ​ວິ​ໄນຂອງ​ພັກ​ແຕ່​ປີ 2012 ຮອດປັດຈຸບັນ​ ໃຫ້​ເຫັນ​ວ່າ, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ໄລຍະ​ປັດຈຸບັນ” ​ແມ່ນ​ຖືກຕ້ອງ ​ແລະ​ຮີບ​ດ່ວນ​ທີ່​ສຸດ. ດ້ວຍ 3 ​ເນື້ອ​ໃນ​ຈຸດ​ໜັກ: ສຳ​ຫຼວດຕິ​ຊົມ​ຕົນ​ເອງ ​ແລະ​ ຕິ​ຊົມ ກ່ຽວ​ກັບ​ສະພາບ​ຄວາມ​​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດການ​ເມືອງ ຄຸນສົມບັດ ຄຸນ​ທາດ ​ແລະ ​ແບບ​ແຜນດຳລົງ​ຊີວິດຂອງ​ພະນັກງານ ສະມາຊິກ​ພັກ​ຈຳ​ນວມ​ໜຶ່ງ​ທີ່​ບໍ່​ໜ້ອຍ; ບາງຈຸດ​ອ່ອນຂໍ້​ບົກພ່ອງທີ່​ແກ່ຍາວ​ໃນ​ວຽກ​ງານ​ພະນັກງານ, ​ເຊັ່ນ​ສະພາບ​ສໍ້​ລາດ​ບັງ​ຫຼວງ, ​ແລ່ນ​ຫາ​ຍົດ​ສັກ​ຕຳ​ແໜ່​ງ ​ແລ່ນ​ຫາຖານະ​ທີ່​ຕັ້ງ ​ແລ່ນ​ຫາ​ຜົນງານ, ຫາ​ວິທີ​ແກ້​ໂທດ ແກ້​ອາຍຸ...; ສະພາບ​ລະ​ເມີດ​ຫຼັກການລວ​ມສູນ​ປະຊາທິປະ​ໄຕ, ​ເສຍ​ຄວາມ​ສາມັກຄີ​ພາຍ​ໃນ. ຜ່ານການ​ສຳ​ຫຼວດຕາມມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ແລະ ຜ່ານ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງ​ບັນດາ​ຄະນະ​ພັກ ​ແລະ ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ໃຫ້​ເຫັນ​ວ່າ, ​ເນື້ອ​ໃນ​ຕ່າງໆ ​ເທິງ​ນີ້​ລ້ວນ​ແຕ່​ມີ​ຢູ່​ໃນ​ບັນດາ​ຂັ້ນ ຂະ​ແໜງ​ການ​ແຕ່​ສູນ​ກາງ ​ແຂວງ​ກຳ​ແພງ​ນະຄອນ ລົງ​ຮອກ​ຮາກ​ຖານ. ຫຼາຍ​ກໍລະນີ​ໄດ້​ຖືກ​ຄົ້ນ​ເຜີຍ ​ແລະ ​ແກ້​ໄຂ ຫຼື​ຖືກ​ກ່າວ​ເຕື່ອນ ຕັກ​ເຕືອນ​ຢ່າງ​ເຂັ້ມ​ງວດ​ເພື່ອ​ໃຫ້​ດັດ​ແກ້ ຜ່ານ​ຜ່າ; ກໍລະນີ​ຈຳນວນ​ໜຶ່ງ​ຜ່ານ​ການ​ກວດກາ​ເມື່ອ​ມີ​ຮ່ອງຮອຍ​ລະ​ເມີດ​ວິ​ໄນ, ​ແກ້​ໄຂ​ການ​ຮ້ອງ​ຟ້ອງ ກໍ່​ໄດ້​ຖືກ​ພິຈາລະນາ ​ແກ້​ໄຂ​ປະຕິບັດ​ວິ​ໄນ​ຢ່າງ​ທັນ​ການ. ນອກ​ນັ້ນ, ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ກໍ່ໄດ້​ຊ່ວຍ​ໃຫ້​ຄະນະ​ປະຈຳ​ຄະນະ​ພັກ​ຂັ້ນ​ດຽວ​ກັນ ດຳ​ເນີນ​ການ​ສືບສວນ ກຳ​ນົດ​ແຈ້ງ​ບາງ​ບັນຫາ ກໍລະນີ ຄະດີ​ທີ່​ພົວພັນ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ໝູ່​ຄະນະ​ປະຈຳການ ຫຼື​ຂອງ​ບຸກຄົນ​ສະຫາຍ​ໃນ​ຄະນະ​ປະຈຳການ​ຄະນະ​ພັກ​ຂັ້ນ​ດຽວ​ກັນ ​ເພື່ອ​ຊ່ວຍ​ໃຫ້ການ​ສຳ​ຫຼວດ ຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ, ສະຫລຸບ​ຕໍ່​ກັບ​ໝູ່​ຄະນະ ​ແລະ ບຸກຄົນ ​ໄດ້​ທັນ​ການ ຖືກຕ້ອງຊັດ​ເຊ​ນ.

​ແຕ່​ວ່າ, ຜ່ານ​ການ​ປະຕິບັດ​ວຽກ​ງານ​​ກວດ​ກາ ຕິດຕາມກວດກາ ລະບຽບ​ວິ​ໄນຂອງ​ພັກ​ ໃຫ້​ເຫັນ​ວ່າ, ຄຽງ​ຂ້າງ​ຜົນສຳ​ເລັດ ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ວຽກ​ງານ​ປັບປຸງ​ພັກ​ເວົ້າ​ລວມ, ການ​ກວດກາ ຕິດຕາມ​ກວດກາ​ພັກ​ເວົ້າ​ໂດຍ​ສະ​ເພາະ ຍັງ​ມີ​ບາງ​ດ້ານ​ທີ່ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ. ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງ​ຄະນະ​ພັກ ຂອງອົງ​ການຈັດ​ຕັ້ງ​ພັກ ຂອງ​ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ເບິ່ງ​ລວມ​ແມ່ນ​ຍັງ​ບໍ່​ທັນ​ຄົ້ນ​ເຜີຍ ​ແລະ ​ກວດກາ​ໄດ້​ ຕໍ່​ບັນດາ​ກໍລະນີ​ລະ​ເມີດ​ວິ​ໄນ​ຢ່າງຮ້າຍ​ແຮງ​ຢູ່​ໃນ​ພັກ; ປະຕິບັດວຽກ​ງານ​ຄາດ​ຄະ​ເນ​ສະພາບ​ການບໍ່ດີ ​ແລະ ຍັງ​ບໍ່ທັນ​ເພີ່ມ​ທະວີ​ຄວາມ​ສາມາດ​ເປັນ​ເຈົ້າ​ການ ປ້ອງ​ກັນ​ກີດ​ກັ້ນ​ການລະ​ເມີດ​ວິ​ໄນ​ເມື່ອ​ມັນ​ຫາ​ກໍ່​ລິ​ເລີ່ມ. ວຽກ​ງານ​ຕິດຕາມ​ກວດກາ​ເປັນ​ປະຈຳກໍ່ຍັງ​ບໍ່​ທັນ​ມີ​ລວ​​ງເລິກ, ຄຸນ​ນະພາ​ບຍັງ​ຈຳກັດ, ບາງ​ບ່ອນ​ຍັງ​ເຮັດ​ແບບ​ຮູບ​ການ; ການ​ຕິດຕາມ​ກວດກາ​ຕາມ​ຫົວ​ຂໍ້ສະ​ເພາະ ​ໄດ້​ປະ​ຕິ​ບັດ​ຢ່າງຊັກ​ຊ້າ ມະ​ລຸກ​ຄຸກ​ຄັກ, ​ເປັນ​ຕົ້ນ​ແມ່ນ​ການ​ຕິດຕາມ​ກວດກາ​ຕໍ່​ບັນດາ​ຄະນະ​ຂອງ​ຄະນະ​ພັກ ​ແລະ ໜ່ວຍ​ພັກ; ການຄົ້ນ​ເຜີຍ​ຮ່ອງຮອຍລະ​ເມີດ​ວິ​ໄນ​ຂອງ​ອົງການຈັດ​ຕັ້ງ​ຂັ້ນ​ລຸ່ມ ​ແລະ​ຂອງ​ສະມາຊິກ​ພັກ​ເພື່ອ​ກວດກາ​ກໍ່ບໍ່​ໄດ້​ຫຼາຍ. ຫຼາຍ​ກໍລະນີ​ສະມາຊິກ​ພັກ​ລະ​ເມີດ​ບະ​ບຽບວິ​ໄນ​ຂອງ​ພັກ, ກົດໝາຍ​ຂອງ​ລັດກໍ່ບໍ່​ຖືກ​ຄົ້ນ​ເຜີຍ​ຢ່າງ​ທັນ​ການ ​ແລະ​ກວດກາ ​ແກ້​​ໄຂ, ຫຼື​ປະ​ຂ້າມ ບໍ່ສະຫລຸບ ແກ້​ໄຂ, ຫຼື​ແກ້​ໄຂ​ບໍ່​ຖືກຕ້ອງ; ​ໃນ​ເວລາ​ປະຕິບັດ​ວິ​ໄນຍັງ​ມີ​ປະກົດ​ການ​ປົກ​ປ້ອງ​ຜູ້​ມີ​ຄວາມ​ຜິດພາດ. ລັດ​ສະ​ນະ​ສູ້​ຮົບ​ຂອງບາງຄະນະ​ກຳມະການ​ກວດກາ ​ແລະ​ພະນັກງານ​ກວດກາ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ສູງ, ຍັງ​ອຽງ​ຂວາ ຜ່ອນຜັນ ຫຼີກ​ລ່ຽງ ຢ້ານ​​ຕຳ​ກັນ​ໃນການ​ປະຕິບັດ​ໜ້າ​ທີ່​ຈຸດ​ໜັກໃຈ​ກາງ. ການ​ປະສານ​ສົມທົບ​ລະຫວ່າງ​ຄະນະ​ກຳມະການ​ກວດກາ​ຂັ້ນ​ເທິງ ກັບ​ຂັ້ນ​ລຸ່ມ ​ແລະ ບັນດາ​ຂະ​ແໜງ​ທີ່​ກ່ຽວຂ້ອງ ​ໃນ​ວຽກງານກວດກາ ຕິດຕາມກວດກາ ກໍ່ຍັງ​ບໍ່​ທັນ​ເປັນ​ລະບຽບ​ແບບ​ແຜນ.

ບາງ​ຄະນະ​ພັກ, ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ປະຕິບັດ​ຈິດ​ໃຈ​ມະຕິ ​ແລະ ການ​ຊີ້​ນຳ​ຂອງ​ສູນ​ກາງ ຢ່າງ​ບໍ່ຖືກຕ້ອງ ​ແລະ​ເຂັ້ມ​ງວດ ດັ່ງນັ້ນໝາກຜົນ ປະສິດທິ​ຜົນ​ຍັງ​ຖືກ​ຈຳກັດ. ບົດບາດ​ຮັບຜິດຊອບ ​ເປັນ​ເສນາ​ທິການ ປະກອບ​ຄວາມ​ຄິດ​ຄວາມ​ເຫັນ ຂອງ​ຄະນະ​ກຳມະການ​ກວດກາ​ຢູ່​ບາງ​​ແຫ່ງຍັງ​ຂາດ​ເຂີນ, ບໍ່​ແທດ​ເໝາະ ​ແລະ ບໍ່​ຮັບ​ປະກັນ​ໄດ້​ຕາມ​ຄວາມ​ຕ້ອງການ. ລັກສະນະ​ສູ້​ຮົບ ​ແລະ ປະສິດທິ​ຜົນ​ວຽກ​ງານ​ຂອງ​ພະນັກງານ​ກວດກາ​ພາກສ່ວນ​ໜຶ່ງ​ຍັງ​ຕ່ຳ.

ສືບ​ຕໍ່​ເພີ່ມ​ທະວີ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ

​ໃນ​ຊຸມ​ປີ​ທ້າຍ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງ​ບັນດາ​ຄະນະພັກ ​ແລະ​ຂອງຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ ​ຕ້ອງ​ສຸມ​ໃສ່​ປະຕິບັດ​ບັນດາ​ເນື້ອ​ໃນ ໜ້າ​ທີ່​ຕົ້ນ​ຕໍ່​ລຸ່ມ​ນີ້ຢ່າງ​ຄົບ​ຊຸດ ​ແລະ ມີ​ໝາກຜົນ:

ທີ​ໜຶ່ງ, ບັນດາ​ຄະນະ​ພັກ ອົງການຈັດ​ຕັ້ງ​ພັກ ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ສືບຕໍ່ປ່ຽນ​ແປງ​ໃໝ່ ​ເພີ່ມ​ທະວີວຽກ​ງານ​ກວດກາ ຕິດຕາມ​ກວດກາ​ ​ແລະ ປະຕິບັດລະບຽບ​ວິ​ໄນຂອງພັກ​ໃນ​ສະພາບ​ການ​ປັດຈຸບັນ; ຄະນະ​ພັກ, ກ່ອນ​ອື່ນ​ໝົດ​ແມ່ນ​ຜູ້ນຳ​ໜ້າ​ຄະນະ​ພັກ ຕ້ອງ​ດຳ​ເນີນ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ​​ໂດ​ຍກົງ; ສືບ​ຕໍ່​ຈັດຕັ້ງປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ X ກ່ຽວ​ກັບ “​ເພີ່ມ​ທະວີ​ວຽກ​ງານ​ກວດກາ ຕິດຕາມ​ກວດກາຂອງ​ພັກ”, ​ຍຸດ​ທະ​ສາດວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງພັກຮອດ​ປີ 2020 ຕິດ​ແໜ້ນ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ບັນດາ​ມະຕິ ຂໍ້​ກຳ​ນົດ ຂໍ້​ຕົກລົງ ຂໍ້​ສະຫລຸບ​ຂອງ​ຄະນະ​ບໍລິຫານ​ງານ​ສູງ​ກາງ ກົມ​ການ​ເມືອງ ຄະນະ​ເລຂາທິການ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ແລະ​ທີ XI ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ເວົ້າ​ລວມ, ວຽກ​ງານ​ກວດກາ ຕິດຕາມ​ກວດກາ ລະບຽບ​ວິ​ໄນ​ພັກ​ເວົ້າ​ສະ​ເພາະ. ຖອດ​ຖອນ​ບົດຮຽນ​ຢ່າງ​ທັນ​ການ​ກ່ຽວ​ກັບ​ຄວາມ​ຂາດ​ຕົກ​ບົກພ່ອງ ຂໍ້ຈຳກັດ ສິ່ງຄົງ​ຄ້າງ​ໃນ​ເວລາ​ທີ່​ຜ່ານ​ມາ ​​ແນ​ໃສ່​ວາງ​ແຜນ​ນະ​ໂຍບາຍ ວິທີ​ແກ້​ອັນ​ລະອຽດ ​ແທດ​ເໝາະ ​ເພື່ອ​ປະຕິບັດ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ​​ໃນ​ສະພາບ​ການ​ໃໝ່​ຢ່າງ​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ.

ທີສອງ, ຄະນະ​ພັກ​ຂັ້ນ​ຕ່າງໆ ສືບຕໍ່ປ່ຽນ​ແປງ​ໃໝ່​ການ​ນຳພາ ຊີ້​ນຳ​ບັນດາ​ອົງການຈັດ​ຕັ້ງ​ພັກທີ່​ຂຶ້ນ​ກັບ​ການ​ນຳພາ​ຄຸ້ມ​ຄອງຂອງ​ຕົນ ​ໃນ​ການ​ປະຕິບັດ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ ລະບຽບ​ວິ​ໄນ​ພັກຢ່າງ​ຄົບ​ຊຸດ ຮອບດ້ານ ມີ​ຄຸນ​ນະພາ​ບ ​ແລະ​ປະສິທິຜົນ; ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ກວດກາ ຕິດຕາມ​ກວດກາ ທີ່​ຂຶ້ນ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຄະນະ​ພັກ ຢ່າງ​ຖືກຕ້ອງ​ຕາມ​ໂຄງການ ​ແຜນການ​ທີ່​ວາງ​ໄວ້. ສຸມ​ໃສ່ການ​ກວດກາ ຕິດຕາມ​ກວດກາ​ຕໍ່​ການ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຂາດ​ຕົກ​ບົກພ່ອງ ຈຸດ​ອ່ອນ​ທີ່​ໄດ້​ຊີ້​ອອກ​ມາ​ພາຍຫຼັງ​ການ​ສຳ​ຫຼວດ ຕິ​ຊົມ​ຕົນ​ເອງ ​ແລະຕິ​ຊົມ ຕາມມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ແລະ ບັນດາ​ບັນຫາ​ຮ້ອນ​ເຄືອງ ສິ່ງ​ຄົງ​ຄ້າງ​ທີ່​ພົ້ນ​ເດັ່ນຢູ່​ທ້ອງ​ຖິ່ນ ຢູ່​ຫົວໜ່ວຍ​ກົມ​ກອງ; ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ, ປະຕິບັດ​ການ​ປະຢັດ; ການ​ສ້າງສາພັດທະນາ​ເສດຖະກິດ - ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ, ​ໃນ​ຂົງ​ເຂດ​ການ​ເງິນ ທະນາຄານ ການ​ເງິນ​ວິ​ສາ​ຫະກິດ ຂຸດ​ຄົ້ນ​ຊັບພະຍາກອນ​ແຮ່​ທາດ ປະຕິບັດ​ນະ​ໂຍບາຍ​ສະຫວັດດີ​ການ​ສັງຄົມ, ບັນດາ​ການເຄື່ອນ​ໄຫວ​ຍຸດຕິ​ທຳ, ຕິດ​ແໜ້ນ​ກັບ​ກວດກາ​ການ​ປະຕິບັດ​ຄຳ​ສັ່ງ​ສະບັບ​ທີ 03-CT/TW ຂອງ​ກົມ​ການ​ເມືອງ ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ. ​ກວດກາ ຕິດຕາມ​ກວດກາ​ ຄົ້ນ​ເຜີຍ ​ແກ້​ໄຂ​ບັນດາ​ອົງການຈັດ​ຕັ້ງ ບຸກຄົນ​ທີ່​ມີ​ປະກົດ​ການ ແລ່ນ​ຫາ​ຍົດ​ສັກ​ຕຳ​ແໜ່​ງ ​ແລ່ນ​ຫາຖານະ​ທີ່​ຕັ້ງ ​ແລ່ນ​ຫາ​ຜົນງານການ​ຍ້ອງຍໍ ຫາ​ວິທີ​ແກ້​ໂທດ ​ແລ່ນ​ຫາປະກາດສະ​ນິຍະ​ບັດ, ລົງ​ບັນຊີ​ຊັບ​ສົມບັດ ລາຍ​ຮັບ​ລາຍ​ໄດ້​ບໍ່​ຖືກຕ້ອງ​ຕາມ​ການ​ກຳນົດ. ​ໃຫ້​ຄວາມ​ສຳຄັນ ​ແລະ ສຸມ​ໃສ່ກວດກາ ຕິດຕາມ​ກວດກາຕໍ່​ອົງການຈັດ​ຕັ້ງ​ພັກ​ຂັ້ນ​ລຸ່ມ​ໃນ​ການ​ປະຕິບັດ​ໂຄງການ​ການ​ເມືອງ ກົດ​ລະບຽບ​ຂອງ​ພັກ, ມະຕິ ຄຳ​ສັ່ງ ຂໍ້​ກຳນົດ​ຂອງ​ພັກ, ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ພັກ ​ແລະ ການ​ຫັນ​ມະຕິ​ຂອງ​ພັກເປັນກົດໝາຍ ກົດ​ດຳລັດ ດຳລັດ ຂໍ້​ກຳນົດ, ຊຸກຍູ້​ການ​ກຳຈັດ​ດັດ​ແກ້​ຂໍ້​ຂາດ​ຕົກ​ບົກພ່ອງ ​ແລະ​ແກ້​ໄຂການລະ​ເມີດ​ວິ​ໄນ ພາຍຫຼັງ​ການ​ກວດກາ.

ທີ​ສາມ, ຄະນະ​ກຳມະການ​ກວດກາສູນ​ກາງ​ປັນ​ເຈົ້າພາບ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ສືບ​ຕໍ່​ຄົ້ນ​ຄວ້າ ​ເປັນ​ເສນາ​ທິການ ຊ່ວຍ​ຄະນະ​ບໍລິຫານ​ງານ​ສູນ​ກາງ ກົມ​ການ​ເມືອງ ຄະນະ​ເລຂາທິການ ​ໃນ​ການປັບປຸງ ​ເພີ່ມ​ເຕີມ ປະກາດ​ໃຊ້​ໃໝ່ ບາງ​ເອກະສານ​ກ່ຽວ​ກັບ​ວຽກ​ງານກວດກາ ຕິດຕາມ​ກວດກາ ​ໃຫ້​ສອດຄ່ອງ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ກົດ​ລະບຽບ​ຂອງ​ພັກ ບັນດາ​ມະຕິ​ຂອງ​ສູນ​ກາງ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ປະຕິບັດໜ້າ​ທີ່​ການ​ເມືອງ, ວຽກ​ງານ​ກໍ່ສ້າງ​ພັກ. ສົມທົບ​ກັບ​ບັນດາ​ຄະນະ​ຂອງ​ພັກ ອົງການຈັດ​ຕັ້ງ​ພັກ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ໃນ​ການ​ເປັນ​ເສນາ​ທິການ ຊ່ວຍ​ກົມ​ການ​ເມືອງ ຄະນະ​ເລຂາທິການ ປະຕິບັດ​ບາງ​ແຜນ​ງານ​ທີ່​ໄດ້​ກຳນົດໄວ້​​ໃນຄຳ​ສັ່ງ ​ແຜນການ ​ແລະ​ໂຄງການ​ດຳ​ເນີນ​ງານ​ປີ 2013 ຂອງ​ກົມການ​ເມືອງ, ​ເປັນ​ຕົ້ນ​ແມ່ນ ບັນດາ​ເອກະສານ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI.

ສຸມ​ໃສ່​ຄົ້ນຄວ້າ ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ເຂົ້າ​ໃນ​ການ​ຮ່າງ​ເອກະສານ​ຕ່າງໆ ທີ່​ຈະ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ຄົ້ນ​ຄວ້າ ສະ​ເໜີ​ການ​ປັບປຸງ ​ເພີ່ມ​ເຕີມ​ກົດ​ລະບຽບ​ຂອງ​ພັກ​ສະ​ໄໝ​ທີ XI (ໝວດ​ກ່ຽກັບ​ວຽກ​ງານກວດກາ ຕິດຕາມ​ກວດກາ ລະບຽບ​ວິ​ໄນ​ຂອງ​ພັກ). ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ຄະນະ​ຂອງ​ພັກ ອົງການຈັດ​ຕັ້ງ​ພັກ​ທີ່​ກ່ຽວຂ້ອງ ​ໃນ​ການ​ເປັນ​ເສນາ​ທິການ ຊ່ວຍ​ກົມ​ການ​ເມືອງ ຄະນະ​ເລຂາທິການ ປະກາດ​ໃຊ້​ບັນດາ​ຂໍ້​ກຳນົດ ຄຳແນະນຳ​ການ​ຜັນ​ຂະຫຍາຍ​ປະຕິບັດ ​ແຜນ​ຍຸດ​ທະ​ສາດ​ວຽກ​ງານກວດກາ ຕິດຕາມ​ກວດກາຂອງພັກ​ຮອດ​ປີ 2020; ຂໍ້​ສະຫລຸບ​ຂອງ​ຄະນະ​ເລຂາທິການ​ກ່ຽວ​ກັບ​ການ​ຍົກ​ຍ້າຍຜັດປ່ຽນ​ພະນັກ​ງານ​ນຳພາ ຄຸ້ມ​ຄອງຂອງ​ຂະ​ແໜງ​ການ ຂັ້ນ​ຕ່າງໆ ມາ​ເຮັດ​ວຽກ​ງານກວດກາ ຕິດຕາມ​ກວດກາ ​ແລະ ​ຍົກຍ້າຍ​ຜັດປ່ຽນການ​ນຳ​ຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງ ​ໄປ​ເຮັດ​ວຽກ​ງານ​ຢູ່​ຂະ​ແໜງ​ການ ຂັ້ນ​ຕ່າງໆ ​ເພື່ອ​ບຳລຸງອົບຮົມ ກໍ່ສ້າງ​ແຫຼ່ງພະນັກງານ​ກວດກາ.

ທີ​ສີ່, ຄະນະ​ກຳມະການ​ກວດກາສູນ​ກາງ ​ແລະຄະນະ​ກຳມະການ​ກວດກາ​ຂັ້ນ​ຕ່າງໆ ​ເປັນ​ເສນາ​ທິການ​ໃນ​ການ​ຜັນ​ຂະ​ຫຍາຍປະຕິບັດ​ ໂຄງການ​ກວດກາ​ຂອງກົມ​ການ​ເມືອງ ຄະນະ​ເລຂາທິການ ​ແລະ ​ໂຄງການ​ກວດກາ ຕິດຕາມ​ກວດກາຂອງ​ຄະນະ​ພັກ​ຂັ້ນ​ດຽວ​ກັນ​ໃນ​ປີ 2013 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ​ ໃຫ້​ໄດ້​ຮັບ​ຜົນສຳ​ເລັດ. ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ ຕັ້ງໜ້າ​ປະຕິບັດ​ບັນດາ​ໜ້າ​ທີ່​ກວດກາ ຕິດຕາມ​ກວດກາ​ຢ່າງຮອບດ້ານ ຄົບ​ຊຸດ ຖືກຕ້ອງ​ຕາມ​ທັດສະນະ “ຕິດຕາມ​ກວດກາ​ຕ້ອງ​ເປີດ​ກວ້າ”, “ກວດກາ​ຕ້ອງ​ມີ​ຈຸດ​ໜັກ​ໃຈກາງ” ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ລະວັງກັນ​ເພື່ອການລະ​ເມີດ​ວິ​ໄນ​ຂອງອົງ​ການຈັດ​ຕັງພັກ ຂອງສະມາ​ຊິກ​ພັກ; ​ເສີມ​ຂະຫຍາຍ​ຄວາມ​ປະດິດ​ສ້າງ​ຂອງ​ອົງການຈັພຕັ້ງ​ພັກ ​ແລະ ສະມາຊິກ​ພັກ, ກຳຈັດ​ດັດ​ແກ້​ສະພາບ​ການ​ເປັນ​ທ່າ​ຮັບ​ແລ່ນ​ຕາມ​ວຽກ​ງານ​ເຫດການ; ​ແຕ່​ເມື່ອມີ​ການລະ​ເມີດ​ວິ​ໄນ​ແມ່ນ​ຕ້ອງ​ພິຈາລະນາ ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ ສົມ​ເຫດ​ສົມ​ຜົນ. ສຸມ​ໃສ່​ກວດກາ ຕິດ​ຕາມ​ກວດກາ​ບັນດາ​ຂົງ​ເຂດ ​ເນື້ອ​ໃນ​ທີ່​ສຳຄັນ, ບັນດາ​ສະມາຊິກ​ພັກ​ທີ່​ເປັນ​ພະນັກງານ​ຫຼັກ​ແຫຼ່ງຂອງ​ຄະນະ​ພັກ ຂອງ​ອົງການຈັດ​ຕັ້ງ​ພັກ ອົງການຈັດ​ຕັ້ງ​ລັດ ​ການຈັດ​ຕັ້ງ​ເສດຖະກິດຂອງ​ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ.

​ເພີ່ມ​ທະວີ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການຕິດຕາມ​ກວດກາຢ່າງ​ເປັນ​ປະຈຳ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ກີດ​ກັ້ນ ກ່າວ​ເຕື່ອນບໍ່​ໃຫ້​ເກີດ​ມີ​ຄວາມຂາດ​ຕົກ​ບົກພ່ອງ ມີ​ການລະ​ເມີດ​ວິ​ໄນ​ຂອງອົງການຈັດ​ຕັ້ງ​ພັກ ຂອງສະມາຊິກ​ພັກ; ​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ຕາມ​ຫົວຂໍ້ສະ​ເພາະ ​ເພື່ອ​ດັດ​ປັບ​ຄວາມ​ຜິດ​ດ່ຽງ, ຄົ້ນ​ເຜີຍ​ຮ່ອງຮອຍ​ລະ​ເມີດ​ວິ​ໄນ​ຂອງ​ອົງການຈັດ​ຕັ້ງ​ພັກ ສະມາຊິກ​ພັກ​ ເພື່ອ​ກວດກາ. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຄົ້ນ​ເຜີຍ ກຳນົດ​​ແຈ້ງຮ່ອງຮອຍ​ລະ​ເມີດ​ວິ​ໄນ ​ແລະ ຕົກລົງດຳ​ເນີນ​ການ​ກວດກາ; ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການກວດກາ​ບັນດາ​ກຳມະການ​ຄະນະ​ພັກ​ດຽວ​ກັນ (ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ຫຼັກ​ແຫຼ່ງ) ​ແລະ​ພະນັກງານ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ຄະນະ​ພັກ​ດຽວ​ກັນ. ​ເພີ່ມ​ທະວິ​ການ​ຕິດຕາມ​ກວດກາ ຄົ້ນ​ເຜີຍ ​ແລະ ກີດ​ກັ້ນ​ຢ່າງ​ທັນ​ການ​ຕໍ່​ພະນັກງານ ສະມາຊິກ​ພັກ​ທີ່​ມີ​ປະກົດ​ການ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ ອາດຍາ​ສິດ ສໍ້​ລາດ​ບັງ​ຫຼວງ ຟຸມ​ເຟືອຍ. ສົມທົບ​ກັນ​ພິຈາລະນາ​ບັນດາ​ບັນຫາ​ພົ້ນ​ເດັ່ນທີ່ກ່ຽວພັນ​ກັບ​ບັນ​ດາ​ຄະ​ດິອາຍາ​ໃຫຍ່, ຄະດີ​ສໍ້​ລາດ​ບັງ​ຫຼວງ, ຄວາມຫຍໍ້​ທໍ້ ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ​ນຳພາ; ການ​​ກ່າວປະນາມ ​ການຮ້ອງ​ຟ້ອງທີ່​ແກ່​ຍາວ ​ເຊິ່ງ​ໄດ້​ສ້າງ​ຄວາມ​ເດືອດ​ຮ້ອນ​​ໃນ​ຫາງ​ສຽງສັງຄົມ ​ແລະ ​ໃນ​ປະຊາຊົນ./.

ໂດຍ, ກາວ​ວັນ​ຖົງ
ຫົວໜ້າ​ກົມຄົ້ນຄວ້າ, ຄະນະ​ກຳມະການ​ກວດກາ​ສູນ​ກາງ