ວ​.ກ- ​ໃນ​ພາລະກິດ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ​ການ​ຍູ້​ແຮງ​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ, ຖື​ວ່າ​ນີ້​ເປັນ “ໜ້າ​ທີ່​ໃຈກາງ​ໃນ​ຕະຫຼອດ​ສະ​ໄໝ​ຂ້າມຜ່ານ ຂຶ້ນ​ສູ່​ສັງຄົມ​ນິຍົມ”. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ແຕ່ລະ​ໄລຍະ​ອັນ​ລະອຽດ ຂອງ​ຂະ​ບວນວິວັດ​ການຫັນ​ເປັນ​ອຸດ​ສະຫະກຳ ກໍ່​ມີ​ການດັດ​ປ່ຽນ ບູລະນະ​ໄປ​ພ້ອມ​ກັບ​ການ​ບູລະນະ​ທາງ​ດ້ານ​ຈິນຕະນາການ ​ແລະ ​ເງື່ອນ​ໄຂ​ພຶດຕິ​ກຳ.

ສະຫາຍຫງວຽນຊວນຝຸກ ກຳມະການກົມການເມືອງ ຮອງນາຍົກລັດຖະມົນຕີ (ພາບ: VGP)

ອາດ​ຈະ​ເວົ້າ​ໄດ້​ວ່າ ​ແນວທາງຫັນປະ​ເທດ​ຊາດ​ເປັນ​ອຸດ​ສະຫະກຳ​ໄດ້​ເປັນ​ຮູບ​ເປັນ​ຮ່າງຂຶ້ນ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ພັກ (​ເດືອນ​ກັນຍາ 1960), ຮອດ​ກ່ອນ​ເວລາ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເຮົາ​ຍັງ​ຄົງ​ແມ່ນ “ບຸລິມະສິດ​ພັດທະນາ​ອຸດສາຫະກຳ​ໜັກ​ຢ່າງ​ສົມ​ເຫດ​ສົມ​ຜົນ ບົນ​ພຶ້ນຖານ ພັດທະນາ​ການ​ກະ​ເສດ ​ແລະ​ອຸດສາຫະກຳ​ເບົາ” (ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV, ​ເດືອນ​ທັນວາ 1976). ​ເພື່ອ​ແກ້​ໄຂ​ຕອບ​ສະໜອງ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ປະ​ເທດ ກໍ່​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ (​ເດືອນ​ທັນວາ 1986) ​ໄດ້​ຫັນ​ຈຸດ​ໜັກ​ໃຈກາງ​ໃສ່​ການ​ປະຕິບັດ​ເປົ້າ​ໝາຍ​ຂອງ 3 ​ໂຄງການ​ເສດຖະກິດ​ໃຫຍ່ ​ເຊິ່ງກວມ​ດ້ວຍ ຜະລິດ​ສະບຽງ​ອາຫານ, ຜະລິດ​ສິນຄ້າ​ໃຊ້​ສອຍ ​ແລະ​ສິນຄ້າ​ສົ່ງ​ນອກ, ດຳ​ເນີນ​ການ​ຫັນ​ເປັນ​ອຸດສາຫະກຳ ຕາມ​ກົນ​ໄກ​ສົມທົບ​ລະຫວ່າງ​ແຜນການ​ແລະ​ຕະຫຼາດ. ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ (ເດືອນ​ມິຖຸນາ 1991), ຕໍ່ໜ້າ​ການ​ຂະຫຍາ​ຍຕົວຢ່າງ​ແຂງ​ແຮງ ​ຂອງວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ພັກ​ເຮົາ​ໄດ້​ຢືນຢັນ​ຄວາ​ມຕ້ອງການ​ຂອງວິວັດ​ການຫັນ​ເປັນ​ອຸດ​ສະຫະກຳ ​ແມ່ນ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ການຫັນ​ເປັນ​ອຸດ​ສະຫະກຳ ກັບ​ຫັນ​ເປັນທັນ​ສະ​ໄໝ, ພ້ອມ​ກັນ​ນັ້ນ​ກໍ່​ກຳນົດ​ຈຸດໝາຍ “ຫັນ​ເປັນ​ອຸດ​ສະຫະກຳຕາມ​ທິດ​ທັນສະ​ໄໝ”. ຮອດ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 7 ສະ​ໄໝ​ທີ VII (ປີ 1994), ​ເປັນ​ຄັ້ງ​ທຳ​ອິດ​ທີ່​ພັກ​ເຮົາ​ນຳ​ສະ​ເໜີ​ຄຳ​ນິຍາມຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ​ແມ່ນ “ຂະ​ບວນວິວັດ​ການ​ຫັນປ່ຽນການ​ເຄື່ອນ​ໄຫວ​ຜະລິດ ທຸລະ​ກິດ ບໍລິການ ຄຸ້ມ​ຄອງ​ເສດຖະກິດ ສັງຄົມ ຢ່າງພື້ນຖານແລະຮອບດ້ານ ຈາກ​ການ​ນຳ​ໃຊ້​ແຮງ​ງານ​ຫັດຖະກຳ​ເປັນ​ຕົ້ນຕໍ ມານຳ​ໃຊ້​ຢ່າງ​ແຜ່​ຫຼາຍ​ກຳລັງ​ແຮງ​ງານ​ພ້ອມ​ກັບ​ເຕັກ​ໂນ​ໂລ​ຊີ ພາຫະນະ ​ແລະ​ວິທີ​ການກ້າວໜ້າ ທັນ​ສະ​ໄໝ, ອີງ​ບົນ​ການ​ຂະຫຍາຍຕົວ​ຂອງ​ອຸດສາຫະກຳ ​ແລະ ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ສ້າງ​ໃຫ້​ມີ​ສະມັດ​ຕະພາບ​ແຮງ​ງານ​ສັງຄົມ​ສູງ”. ການ​ຮັບ​ຮູ້​ກ່ຽວ​ກັບ​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ​ແມ່ນ​ຂະ​ບວນວິວັດ​ອັນ​ຍາວ​ນານ, ​ໃນ​ນັ້ນ ມີຫຼາຍ​ໄລຍະ​ທີ່​ມີ​ບັນດາ​ຈຸດໝາຍ ​ແລະ​ການ​ບຸລິມະສິດ ​ທີ່​ຕ່າງ​ກັນ, ​ແຕ່​ຈຸດໝາຍ​ອັນ​ຍາວ​ນານ​ທີ່​ພັກ​ກຳນົດ​ແຈ້ງ ນັ້ນ​ແມ່ນ “ຫັນປ່ຽນ​ປະ​ເທດ​ເຮົາ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ທີ່​ມີ​ພື້ນຖານ​ວັດຖຸ-​ເຕັກນິກ​ທັນສະ​ໄໝ, ມີ​ໂຄງ​ປະກອບ​ເສດຖະກິດ​ສົມ​ເຫດ​ສົມ​ຜົນ, ມີການ​ພົວພັນ​ການ​ຜະລິດ​ກ້າວໜ້າ ສອດຄ່ອງ​ກັບ​ລະດັບ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ, ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ໄດ້​ຍົກ​ຂຶ້ນ​ລະດັບ​ສູງ, ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາ​ງສະຫງົບ​ໝັ້ນຄົງ, ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ມີ​ຄວາມ​ຍຸດຕິ​ທຳ ສີວິ​ໄລ”. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​​ເຫັນ​ບາດກ້າວ​ກ້າວໜ້າ​ພໍ​ຄວນ ​ໃນ​ຈິນຕະນາການ​ທິດ​ສະ​ກີ​ຂອງ​ພັກ ກ່ຽວ​ກັບ​ລັກສະນະ ບົດບາດ ຈຸດໝາຍ ​ແລະ ​ເນື້ອ​ໃນ​ ຂອງ​ພາລະກິດ​ການຫັນປະ​ເທດ​ຊາດ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ.

ຜ່ານ​ກອງ​ປະຊຸມ​ໃຫຍ່​ແຕ່​ລະ​ຄັ້ງ, ​ແຕ່ກອງ​ປະຊຸມ​ໃຫຍ່​ຄັ້ງທີ VIII (ປີ 1996), ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX (ປີ 2001), ກອງ​ປະຊຸມ​ໃຫຍ່​ຄັ້ງທີ X (ປີ 2006) ​ແລະກອງ​ປະຊຸມ​ໃຫຍ່​ຄັ້ງທີ XI (ປີ 2011), ພັກ​ກອມມູນິດ​ຫວຽດນາມສືບ​ຕໍ່​ສະຫລຸບ​ສັງ​ລວມພຶດຕິ​ກຳ​ແຕ່​ລະ​ກ້າວ, ສືບ​ທອດ ຂະຫຍາຍ​ແນວ​ຄິດ​ທິດ​ສະ​ດີ ​ແລະ ​ເພີ່ມ​ເຕີມ​ຄວາມ​ຮູ້​ໃຫ້​ຮູ້​ແຈ້ງ​ກວ່າ​ອີກ​ ກ່ຽວ​ກັບ​ຫຼາຍ​ຮູບ​ແບບຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ທີ່​ຕ່າງ​ກັນ, ຕົວຢ່າງ​ເຊັ່ນ ການຫັນກະສິກຳ ຊົນນະບົດ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ; ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ​ແບບ​ຫຍໍ້​ສັ້ນ ຕິດ​ແໜ້ນ​ກັບ​ເສດຖະກິດ​ພູມ​ປັນຍາ ​ແລະ​ເຊື່ອມ​ໂຍງ​ສາກົນ,... ​ແຕ່​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ຈຸດໝາຍ ​ເນື້ອ​ໃນ ບາດກ້າວ​ເດີນ ​ແລະ​ນັບ​ທັງ​ແຫຼ່ງພະລັງ ​ເພື່ອ​ຮັບປະກັນ​ປະຕິບັດ​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ​ແມ່ນ​ໄດ້​ວາງ​ອອກ​ມາ​ແລ້ວ​ໃນ​ແຜນ​ນະ​ໂຍບາຍ ​ແນວທາງຂອງ​ພັກ ​ເພື່ອ​ແນ​ໃສ່​ຮັບປະກັນ​ສອດຄ່ອງ​ກັບ​ສະພາບ​ການ​ລະອຽດ​ໃນ​ປະ​ເທດ ​ແລະ​ສາກົນ ​ໃນ​ແຕ່ລະ​ໄລຍະ.

ຜ່ານ​ໄລຍະ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ເສດຖະກິດ, ພິ​ເສດ​ແມ່ນ​ນະ​ໂຍບາຍຫັນປະ​ເທດ​ຊາດ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ​ໄດ້​ໃຫ້​ເຫັນ​ວ່າ ​ໂຄງ​ປະກອບ​ເສດຖະກິດ​ໄດ້​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ອັດຕາ​ສ່ວນ​ຂອງ​ຂົງ​ເຂດ​ກະສິກຳ​ໃນ ຈີ​ດີ​ພີ ​ໄດ້​ລົດ​ລົງ ຈາກ 38,1% (ປີ 1986) ລົງ​ເປັນ 18,4% (ປີ 2013), ​ໃນ​ເວລາ​ນັ້ນ ອັດຕາ​ສ່ວນ​ຂອງ​ຂົງ​ເຂດ​ອຸດສາຫະກຳ​ໄດ້​ເພີ່ມ​ຂຶ້ນ ຈາກ 28,9% ຂຶ້ນ​ເປັນ 38,3%, ​ແລະ​ອັດຕາ​ສ່ວນ​ຂອງ​ຂົງ​ເຂດ​ບໍລິການ​ກໍ່​ເພີ່ມ​ຂຶ້ນ ຈາກ 33,1% ຂຶ້ນ​ເປັນ 43,3%. ​ໃນ​ວິວັດ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ ​ໄດ້​ກໍ່​ຮ່າງ​ສ້າງ​ຮູບ​ເປັນ​ບາງ​ເຂດ​ເສດຖະກິດ​ຈຸດ​ໜັກ​ໃຈກາງ, ຖື​ບົດບາດ​ເປັນ​ກຳລັງ​ຊຸກ​ດັນ​ການ​ເຕີບ​ໂຕ​ເສດຖະກິດ, ມີ​ຜົນ​ກະທົບ​ແຜ່​ລາມ​ຈາກ​ໃຈກາງ​ອອກ​ສູ່​ເຂດ​ອ້ອມ​ຮອບ, ສ້າງ​ເງື່ອນ​ໄຂ​ເພື່ອຂຸດ​ຄົ້ນ ​ແລະ ນຳ​ໃຊ້​ກຳ​ລັງ​ບົ່ມ​ຊ້ອນ ແລະ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງຂອງ​ແຕ່ລະ​ເຂດ ຢ່າງມີປະສິດທິຜົນ. ຂະ​ບວນວິວັດ​ການຫັນ​ເປັນ​ອຸດ​ສະຫະກຳ​ ໄດ້​ແກ່​ດຶງ​ວິວັດ​ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ການ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ແລະ​ໂຄງ​ປະກອບ​ພົນລະ​ເມືອງ ​ໄປ​ຕາມ​ນຳ. ຫຼາຍ​ເຂດ​ອຸດສາຫະກຳ, ​ເຂດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ອຸດສາຫະກຳ​ສົ່ງ​ນອກ, ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຂດ​ຕົວ​ເມືອງ​ ໄດ້​ເປັນ​ຮູບ​ເປັນ​ຮ່າງຂຶ້ນ​ໃນທົ່ວ​ປະ​ເທດ ອັນ​ໄດ້​ດຶງ​ດູດ​ເອົາ​ການ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ແຮງຂອງບັນດາ​ພາກສ່ວນ​ເສດຖະກິດ, ບັນດາ​ນັກ​ລົງທຶນ​ຈາກ​ໃນ​ປະ​ເທດ ​ແລະ​ຕ່າງປະ​ເທດ, ຊຸກຍູ້​ຂະ​ບວນວິວັດ​ການ​ຍົກຍ້າຍໂຄງ​ປະກອບ​ແຮງ​ງານ ຈາກ​ກະສິກຳເຂົ້າ​ໃນ​ອຸດສາຫະກຳ ​ແລະ​ການ​ບໍລິການ, ຈາກ​ຊົນນະບົດ​ເຂົ້າ​ໃນ​ຕົວ​ເມືອງ; ກໍ່​ຕັ້ງ​ລະບົບ​ໂຄງສ້າງ​ພື້ນຖານ​ຊ່ວຍ​ໜູນ​ການ​ພັດທະນາ​ອຸດສາຫະກຳ ຕົວ​ເມືອງ ທີ່​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ​ພໍ​ຄວນ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນຄ່າ​ການ​ຜະລິດ​ອຸດສາຫະກຳ ​ແລະ​ການ​ບໍລິການ ດ້ວຍ​ລະດັບ​ຄວາມ​ໄວ​ສູງ​ໃນ​ໄລຍະ​ເວລາ​ຍາວ​ນານ. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ ລວມຍອດມູນ​ຄ່າ​ສິນຄ້າ​ຂາ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ໂຄງ​ປະກອບ​ສິນຄ້າ​ຂາ​ອອກ​ມີ​ການ​ຫັນປ່ຽນ​ຕາມ​ທິດ​ຕັ້ງໜ້າ, ຄຸນຄ່າ​ສິນຄ້າ​ອຸ​ດສາ​ຫະກຳ​ປຸງ​ແຕ່ງ ​ແລະ​ປະດິດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ ດ້ວຍ​ລະດັບ​ຄວາມ​ໄວ​ສະ​ເຫຼ່ຍສູງ​ກວ່າ 9%/ປີ ​ໃນ​ໄລຍະ​ປີ 2008 - 2012. ມາ​ຮອບ​ປັດຈຸບັນ, ອັດຕາ​ສ່ວນ​ຄຸນຄ່າ​ສິນຄ້າ​ປຸງ​ແຕ່ງ​ເລິກ ຫຼື​ສຳ​ເລັດ​ຮູບ ກວມ​ຫຼາຍ​ກວ່າ 65% ຂອງ​ຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ນອກ, ສູງ​ກວ່າ​ສອງ​ເທົ່າ​ທຽບ​ກັບ​ຊຸມ​ປີ​ຕົ້ນ​ທົດ​ສະ​ວັດ​ທີ 9 ສະຕະວັດ​ທີ XX. ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ​ບໍລິການ ກໍ່​ໄດ້​ເຮັດ​ໃຫ້​ສະມັດ​ຕະພາບ​ແຮງ​ງານ​ຂອງ​ທົ່ວ​ສັງຄົມ​ເພີ່ມ​ຂຶ້ນ, ພ້ອມ​ກັນ​ນັ້ນ ອາ​ໄສ​ການ​ນຳ​ໃຊ້​ນະ​ວັດຕະ​ກຳ​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ເຂົ້າ​ໃນ​ກະສິກຳ ​ໄດ້​ປະກອບສ່ວນ​ປົວ​ແປງ​ສະມັດ​ຕະພາບ​ຂອງ​ງານ​ກະສິກຳ​ໄດ້​ດີ​ພໍ​ຄວນ. ການ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ ຮອບດ້ານ​ຂອງ​ເສດຖະກິດ​ປະ​ເທດ​ເຮົາ ​ເຂົ້າ​ກັບ​ເສດຖະກິດ​ໂລກ ພ້ອມ​ກັບ​ທ່າ​ອຽງ​ໂລກາ​ພິວັດ ​ໄດ້​ນຳ​ເອົາ​ໂອ​ກາດ​ພັດທະນາ​ອັນ​ໃຫຍ່​ຫຼວງ​ມາ​ໃຫ້​ປະ​ເທດ​ເຮົາ ​ແຕ່​ກໍ່​ໄດ້​ແຊກ​ຊ້ອນ​ທັງ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ບໍ່​ນ້ອຍ. ທຶນ​ທີ່​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໄດ້​ໄຫຼ​ເຂົ້າ​ເສດຖະກິດປະ​ເທດ​ເຮົາ​ຢ່າງ​ລຽນຕິດ​ໃນ​ຫຼາຍ​ສິບ​ປີ ນັບ​ແຕ່​ເມື່ອ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, ພິ​ເສດ​ແມ່ນ ​ແຕ່​ເມື່ອ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ປີ 1987. ສິ່ງ​ດັ່ງກ່າວໃຫ້​ເຫັນ​ວ່າ ບໍ່​ພຽງ​ແຕ່​ສິ່ງ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ຫວຽດນາມ​ພວມ​ໄດ້​ປົວ​ແປງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ​ເທົ່າ​ນັ້ນ, ຫາກ​ສິ່ງ​ແວດ​ລ້ອມ​ການ​ເມືອງ ​ແລະສັງຄົມກໍ່​ມີ​ຄວາມ​ສະຖຽນ​ລະ​ພາບ​ ອັນ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ຈຸດທີ່​ມາທີ່ປອດ​ໄພ ຂອງ​ບັນດາ​ນັກ​ລົງທຶນ​ໃນ​ໂລກ. ​ໄປ​ຕາມ​ນຳ​ແຫຼ່ງ​ເງິນ​ທຶນ FDI ທີ່​ໄຫຼ​ເຂົ້າ​ຫວຽດນາມ​ນັ້ນ ​ແມ່ນ​ຮາກ​ຖານ​ຄວາມ​ຮູ້, ບົດຮຽນ​ປະສົບ​ການ​ຄຸ້ມ​ຄອງ ​ແລະ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ຂອງ​ໂລກ ​ໄດ້ຖືກປະກອບ​ຕິດ​ຕັ້ງ ​ແລະ​ຜັນ​ຂະຫຍາຍ​ນຳ​ໃຊ້, ສ້າງ​ໂອກາດ​ໃຫ້​ແກ່​ການຮັບ​ເອົາ  ຮ່ຳຮຽນ ປະດິດ​ສ້າງ ​ແລະ​ພັດທະນາ ​ໃຫ້​ແກ່​ເສດຖະກິດ​ພາຍ​ໃນ​ປະ​ເທດ. ​ການເຊື່ອມ​ໂຍງ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ ໝາຍ​ຄວາມ​ວ່າ ຈະ​ມີໂອກາດ​ຫຼາຍ​ຢ່າງ​ທີ່​ໃຫຍ່ກວ່າ ​ເພື່ອ​ເຂົ້າ​ເຖິງ​ຕະຫຼາດ​ທົ່ວໂລກ ​ແຕ່​ກໍ່​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ​ເມື່ອ​ເສດຖະກິດ​ໂລກ​ປັ່ນ​ປ່ວນ. ບັນດາ​ສັນຍາ​ເສດຖະກິດ​ສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ ທີ່​ຫວຽດນາມ​ໄດ້​ແລະ​ພວມ​ເຂົ້າ​ຮ່ວມນັ້ນ ​ໄດ້ຊ່ວຍ​ໃຫ້​​ຫຼາຍ​ວິ​ສາຫະກິດ​ໃນ​ປະ​ເທດສາມາດເຂົ້າ​ເຖິງ​ຕະຫຼາດ​ໂລກ​ຢ່າງງ່າຍ​ດາຍກວ່າ, ​ແຕ່​ກໍ່​ມີ​ສິ່ງ​ທ້າ​ທາຍ​ອັນ​ເປັນຕາ​ຍຕ່າງໆ ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ ນັບທັງຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດອີກ.

ອາດ​ຈະ​ເວົ້າ​​ໄດ້ວ່າ ​ເສດຖະກິດ​ຫວຽດນາມ​ໄດ້​ມີ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໄວ​ທີ່​ສຸດ ​ແລະ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ ​ໃນ​ຫຼາຍ​ດ້ານ ​ແລະ​ຫຼາຍ​ລະດັບ​ທີ່​ຕ່າງ​ກັນ. ຂະ​ບວນວິວັດ​ດັ່ງກ່າວ​ໄດ້​ສ້າງ​ລະດັບ​ເປີດ​ນັບ​ມື້​ນັບ​ກວ້າງ​ໃຫ້​ພື້ນຖານ​ເສດຖະກິດ, ຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ ຂາ​ເຂົ້າ​ກວມ​ຫຼາຍ​ກວ່າ 160% ຈີ​ດີ​ພີ ປີ 2013, ທຽບ​ກັບ​ປີ 1986 ​ໄດ້​ພຽງ​ປະມານ 23%, ນຳ​ເອົາ​ເສດຖະກິດ​ຂອງ​ປະ​ເທດ​​ເຊື່ອມຕິດ​ເປັນ​ແຕ່​ລະ​ກ້າວ​ ເຂົ້າກັບ​ເຄືອ​ຂ່າຍ​ຜະລິດ ລຳລຽງ​ຈຳໜ່າຍ ​ແລະ ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ຍົກ​ລະດັບ​ຂອງ​ພື້ນຖານ​ເສດຖະກິດ​ຂຶ້ນ​ເປັນ​ແຕ່​ລະ​ກ້າວ, ສ້າງ​ກຳລັງ​ໝູນ​ເພື່ອ​ປະ​ຕິ​ບັດ​ການ​ປະຕິ​ຮູບ​ຕ່າງໆ​ພາຍ​ໃນ​ປະ​ເທດ​ເຊັ່ນ ສິ່ງ​ແວດ​ລ້ອມ​ລະບຽບ​ກົດໝາຍ ​ແລະ​ນະ​ໂຍບາຍ, ​ແນ​​ໃສ່​ປົວ​ແປງ​ເທສະ​ເສດຖະກິດ ​ແລະຄວາ​ມສາມາດ​ແກ່ງ​ແຍ້​ງຂອງ​ຊາດ.

ຜົນສຳ​ເລັດ​ອັນ​ສຳຄັນ​ໜຶ່ງ​ອີກ​ຂອງ​ຫວຽດນາມຜ່ານ​ການ​ປ່ຽນ​ແປງ​ໃໝ່​ໃນ​ເກືອບ 30 ປີ ​ເຊິ່ງ​ໃນ​ນັ້ນ​ມີ​ບົດບາດ​ອັນ​ໃຫຍ່ຫຼວງ ຂອງ​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ, ນັ້ນ​ແມ່ນ​ໄດ້​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ ສາຍ​ພົວພັນ​ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ພັດທະນາ​ວັດທະນາ​ທຳ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະຍຸດຕິ​ທຳ​ສັງຄົມ... ຜົນສຳ​ເລັດ​ຕ່າງໆ​ຂອງ​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ​ໄດ້​ປະກອບສ່ວນສຳຄັນ ​ເຮັດ​​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການປົວ​ແປງ​ຍົກສູງ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຫລຸດ​ໜ້ອຍ​ຖອຍ​ລົງ, ການ​ເມືອງ - ສັງຄົມ​ເປັນ​ປົກກະຕິ, ການ​ປ້ອງ​ກັນ​ປະ​ເທດ ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັກສາ​ໝັ້ນຄົງ, ກຳລັງ​ບົ່ມ​ຊ້ອນ ​ແລະ​ບົດບາດ​ທີ່​ຕັ້ງ​ສາກົນ​ຂອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

​ແຕ່​ວ່າ, ຄຽງ​ຂ້າງ​ຜົນສຳ​ເລັດ​ຕ່າງໆ​ທີ່​ບັນລຸ​ໄດ້​ນັ້ນ, ​ແຜນ​ຍຸດ​ທະ​ສາດຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝຢູ່​ປະ​ເທດ​ເຮົາ​ກໍ່​ຍັງ​ມີ​​ຄວາມ​ຈຳກັດ ​ແລະຂໍ້​ຂາດ​ຕົກ​ບົກພ່ອງຫຼາຍ​ຢ່າງ, ສະ​ແດງ​ອອກ​ໃນ​ບາງ​ບັນຫາ​ຕົ້ນຕໍ​ລຸ່ມ​ນີ້:

ທີ​ໜຶ່ງ, ຕົວ​ແບບຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝຂອງ​ປະ​ເທດ​ເຮົາຍັງ​ບໍ່​ທັນ​ໄປ​ທັນ​ກັບ​ການ​ປ່ຽນ​ແປງ​ຕ່າງໆ​ຂອງ​ໂລກ, ​ເນື້ອ​ໃນ​ຂອງ​ມັນ​ຍັງ​ບໍ່​ທັນ​ຈະ​ແຈ້ງ; ນະ​ໂຍບາຍ​ອຸດສາຫະກຳ​ແຫ່ງ​ຊາດ​ໃນ​ສະພາບ​ການ​ໃໝ່​ຍັງ​ບໍ່​ທັນ​ເປັນ​ຮູບ​ເປັນ​ຮ່າງ​ຢ່າງ​ຈະ​ແຈ້ງ ນັບ​ທັງ​ທາງ​ດ້ານ​ຈຸດໝາຍ ທິດ​ທາງ ​ແລະ​ແຫຼ່ງພະລັງ; ບັນດາ​ຂະ​ແໜງ​ອຸດສາຫະກຳ​ບຸລິມະສິດ ​ແລະ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ສະໜັບສະໜູນ ​ບໍ່​ຂະຫຍາຍຕົວ​ຢ່າງ​ມີ​ປະສິດທິ​ຜົນ; ການ​ຂະຫຍາຍຕົວ​ຂອງ​ວິ​ສາ​ຫະກິດ​ຍັງ​ມີ​ລັກສະນະ​ຂະ​ບວນການ ມະ​ຍິກມະ​ຍ່ອຍ, ຍັງ​ບໍ່​ທັນ​ເຊື່ອມຕິດລະຫວ່າງ​ວິ​ສາ​ຫະກິດ FDI ກັບ​ບັນດາ​ວິ​ສາ​ຫະກິດ​ໃນ​ປະ​ເທດ; ຍັງ​ບໍ່​ທັນ​ນຳ​ໃຊ້​ໄດ້​ໝົດ​ທ່າ​ໄດ້​ປຽບ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ການ​ລົງທຶນ​ຈາກ​ພາຍ​ນອກ ​ເພື່ອ​ສ້າງ​ການ​ແຜ່​ລາມ ຊຸກຍູ້​ການ​ຜະລິດ​ພາຍ​ໃນ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ສົມ​ຄູ່.

ທີ​ສອງ, ຂະ​ບວນວິວັດ​ການ​ປະຕິບັດ​ການຫັນ​ເປັນ​ອຸດ​ສະຫະກຳ ຍັງ​ບໍ່​ທັນ​ຕິດ​ແໜ້ນ​ກັບ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ຍັງ​ບໍ່​ທັນ​ຜະລິດ​ໄດ້​ຜະລິດ​ຕະພັນ​ທີ່​ມີ​ຄຸນຄ່າ​ເພີ່ມ​ສູງ, ຜະລິດ​ຕະພັນ​ທີ່​ບັນຈຸ​ເຫື່ອ​ແຮງ​ພາຍ​ໃນ​ປະ​ເທດ​ຫຼາຍ; ການ​ຜະລິດ​ອຸດສາຫະກຳ​ຕົ້ນຕໍ​ແມ່ນ​ການຮັບ​ເໝົາ​ແປ​ຮູບ - ປະກອບ​ເຂົ້າ​ເຄື່ອງ, ຄຸນຄ່າ​ເພີ່ມ​ເຕີມ​ຕ່ຳ ​ແລະ​ຕ້ອງ​ຂຶ້ນ​ກັບ​ວັດຖຸ​ດິດ ສ່ວນ​ປະກອບ ເຄື່ອງອຸປະກອນ ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ຂະ​ແໜງ​ອຸດສາຫະກຳ​ຫຼາຍ​ຂະ​ແໜງ​ທີ່​ຖື​ວ່າ​ຫວຽດນາມ​ມີ​ທ່າ​​ໄດ້ປຽບ ກວມ​ສ່ວນ​ແບ່ງ​ຕະຫຼາດ​ຫຼາຍ ​ແຕ່​ຕົ້ນຕໍ​ແມ່ນ​ອີງ​ໃສ່​ທ່າ​ປຽບທຽບ​ລະດັບ​ຕ່ຳ, ​ເຊັ່ນ​ໃຊ້​ແຮງ​ງານ​ງ່າຍດາຍ​ຫຼາຍ, ​ໃຊ້​ຊັບ​ພະຍາກອນ ທີ່ດິນຫຼາຍ,... ສ່ວນ​ຫຼາຍ​ບໍ່​ອີງ​ໃສ່​ທ່າ​ໄດ້​ປຽບ​ໃໝ່, ​ເຊັ່ນ​ເຕັກ​ໂນ​ໂລ​ຊີ​ສູງ ພູມ​ປັນຍາ ​ແຮງ​ງານ​ມີ​ທັກ​ສະ,... ​ເພາະສະ​ນັ້ນ, ການ​ປະກອບ​ສ່ວນ​ຂອງ​ສະມັດ​ຕະພາບ​ບັນດາ​ປັດ​ໃຈ​ສັງ​ລວມ ​ໃນ​ຄຸນຄ່າ​ຜະລິດ​ຕະພັນ​ຍັງ​ຕ່ຳ, ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ກຳລັງ​ບົ່ມ​ຊ້ອນ ​ແລະ​ແຫຼ່ງພະລັງ​ທີ່​ຈ່າຍ​ອອກ​ມາ, ຊ້ຳ​ບໍ່​ໜຳ​ຍັງ​ຫລຸດຜ່ອນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ຊຸມ​ປີມໍ່ໆ​ມາ​ນີ້. ຍ້ອນ​ແນວ​ນັ້ນ, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດ​ຖະກິດ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເຄີຍຢູ່​ໃນ​ລະດັບຕ່ຳຫຼາຍ​ ທຽບ​ກັບ​ລະດັບ​ເຕີບ​ໂຕບົ່ມຊ້ອນ​ທີ່​ພື້ນຖານ​ເສດຖະກິດ​ອາດ​ຈະ​ບັນລຸ​ໄດ້.

ທີ​ສາມ, ​ແຜນ​ນະ​ໂຍບາຍຫັນ​ກະສິກຳເປັນ​​ແບບອຸດ​ສະຫະກຳ ທັນ​ສະ​ໄໝ​ໄດ້​ຜັນ​ຂະຫຍາຍ​ຢ່າງຊັກ​ຊ້າ ​ແລະ​ຍັງບໍ່ທັນ​ມີ​ປະສິດທິ​ຜົນ​ແທ້​ເທື່ອ, ທິດ​ທາງ​ບໍ່​ຈະ​ແຈ້ງ, ຂາດ​ການ​ຕິດ​ແໜ້ນ​ລະຫວ່າງ​ກະສິກຳ ກັບ​ອຸດສາຫະກຳ, ພິ​ເສດ​ແມ່ນອຸດສາ​ຫະກຳ​ປຸງ​ແຕ່ງ - ປະດິດ; ລະຫວ່າງ​ການ​ຜະລິດ​ກັບ​ຕະຫຼາດ; ລະຫວ່າງ​ກໍ່ສ້າງ​ແຮງ​ງານ ກັບ​ນຳ​ໃຊ້​ແຮງ​ງານ​ຕິດ​ກັບ​ການ​ຍົດ​ຍ້າຍ​ແຮງ​ງານ,... ດັ່ງ​ນັ້ນ ​ການ​ຂະຫຍາຍຕົວ​ຈຶ່ງ​ມີ​ລັກສະນະ​ເກີດ​ເອງ​ສ່ວນ​ໃດ​ສ່ວນ​ໜຶ່ງ, ​ແຫຼ່ງພະລັງ​ຍັງ​ຖືກຟຸມ​ເຟືອຍ, ບັນດາ​ກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ກະສິກຳຍັງ​ບໍ່​ທັນ​​ໄດ້ເສີມ​ຂະຫຍາຍ​ປະສິດທິ​ຜົນ ​ເພື່ອ​ພັດທະນາ​ອຸດສາຫະກຳ.

ທີ​ສີ່, ​ໂຄງ​ສ້າງພື້ນຖານ ​ເຖິງ​ວ່າ​ໄດ້​ບຸລິມະສິດ​ໃຊ້​ແຫຼ່ງພະລັງ​ລົງທຶນ​ຫຼາຍ ​ແຕ່​ເບິ່ງ​ລວມຍັງ​ຂາດ​ເຂີນ ບໍ່​ຄົບ​ຊຸດ. ກົນ​ໄກ ນະ​ໂຍບາຍ​ຍັງບໍ່ທັນ​ພໍ​ເພື່ອ​ສ້າງ​ກຳ​ລັງໝູນ ​ຊຸກຍູ້​ໃຫ້ບັນດາ​ວິ​ສາ​ຫະກິດ ​ແລະ​ອັດຕະພາກ​ອື່ນ ​ເອົາ​ໃຈ​ໃສ່​ລົງ​ເລິກ​ໃນ​ການ​ນຳ​​ໃຊ້ ຂະ​ຫຍາ​ຍພັດທະນາ ມອບ​ໂອນ​ເຕັກນິກ - ​ເຕັກ​ໂນ​ໂລ​ຊີ​ໃໝ່. ກຳລັງແຮງ​ງານ​ເຖິງ​ວ່າ​ເພີ່ມ​ຂຶ້ນ​ຢ່າງ​ໄວ ​ແຕ່​ເບິ່ງ​ລວມ​ແລ້ວ​ລະດັບວິຊາ​ການ ທັກ​ສະ​ ຄວາມຊຳນານງານຍັງ​ຢູ່​ໃນ​ລະດັບ​ຕ່ຳ, ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ​ຍັງ​ຂາດ​ແຄນ​ຫຼາຍ​ທຽບກັບຄວາມ​ຕ້ອງການ​ແຫ່ງ​ການ​ພັດທະນາ.

ທີ​ຫ້າ, ​ແຫຼ່ງພະລັງ​ລົງທຶນ​ເພື່ອ​ປະຕິບັດ​ການຫັນ​ເປັນ​ອຸດ​ສະຫະກຳ ຍັງ​ກະ​ແຈກ​ກະ​ຈ່າຍ ບໍ່​ມີ​ຈຸດ​ໜັກ, ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ໄດ້​ທ່າ​ດີ​ເສດຖະກິດ​ຕາມ​ຂະໜາດ​ໃຫຍ່. ຢູ່​ຫຼາຍ​ເຂດ​ເສດຖະກິດ​ຈຸດ​ໜັກ, ​ເຂດ​ເສດຖະກິດ, ​ເຂດ​ອຸດສາ​ຫະກຳ, ຍ້ອນ​ການວາງ​ແຜນ​ກຳນົດ​ບໍ່ສົມ​ເຫດ​ສົມ​ຜົນ ຫຼື​ຍ້ອນ​ເຮັດ​ຕາມ​ໃຈ​ຊ​ອບ ດັ່ງ​ນັ້ນ​ຈຶ່ງ​ບໍ່​ສາມາດເສີມ​ຂະຫຍາຍ​ກຳລັງ​ບົ່ມ​ຊ້ອນ ທ່າ​ແຮງ​ຂອງ​ເຂດ ແລະປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ໄດ້; ການ​ເຊື່ອນ​ສຳພັນ​ເຂດ​ເພື່ອ​ຮັບ​ໃຊ້​ໃຫ້ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ​ຍັງ​ຫຼົ​ມ​ແຫຼ​ວ, ປະສິດທິ​ຜົນ​ຕ່ຳ; ການວາງ​ແຜນ​ກໍ່ສ້າງ​ບັນດາ​ເຂດ ກຸ່ມ​ອຸດສາ​ຫະກຳ ​ບໍ່​ຕິດ​ກັບຈິນຕະນາການ​ພັດທະນາ​ຕາມ​ທິດກຸ່ມຂະ​ແໜງ​ການ,... ​ເວົ້າ​ລວມ, ມາ​ຮອດ​ດຽວ​ນີ້​ ພວກ​ເຮົາຍັງ​ບໍ່​ທັນ​ສ້າງ​ໄດ້​ຕົວ​ແບບ​ພັດທະນາທີ່​ສອດຄ່ອງ ​ເພື່ອ​ສາມາດ​ຫຼີກ​ລ່ຽງ​ແຮ້ວ​ລາຍ​ຮັບ​ປານ​ກາງ​ໄດ້ ຄື​ດັ່ງ​ທີ່​ຫຼາຍ​ປະ​ເທດ​ໄປ​ກ່ອນ​ໄດ້ ​ແລະ​ພວມ​ຕົກ​ໃສ່.

​ໃນ​ສະພາບການ​ໂລກາ​ພິວັດ​ສະ​ແດງ​ອອກ​ຢ່າງແຂງແຮງ ​ແລະ​ສົ່ງ​ຜົນກະທົບ​ເຖິງ​ທຸກໆ​ປະ​ເທດ, ບົນ​ພື້ນຖານ​ບົດຮຽນ​ປະສົບ​ການ​ ກ່ຽວ​ກັບ​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ​ໃນ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພວກ​ເຮົາ​ຄວນ​ສຸມ​ໃສ່​ຍູ້​ແຮງ​ການຫັນປະ​ເທດ​ຊາດ​ເປັນ​ອຸດ​ສະຫະກຳ ຕາມ​ທິດ​ທັນ​ສະ​ໄໝ ດ້ວຍບັນດາ​ເນື້ອ​ໃນ​ອັນ​ພື້ນຖານ​ລຸ່ມ​ນີ້:

ທີໜຶ່ງ, ຮັບ​ຮູ້​ຢ່າງ​ຖືກຕ້ອງ​ຈຸດ​ອ່ອນ ຂໍ້​ຈຳກັດ ຄວາມ​ຫຍຸ້ງຍາກ​ ແລະ​​ສິ່ງ​ທ້າ​ທາຍ​ຕ່າງໆ ​ໃນ​ຂະ​ບວນວິວັດ​ການຫັນ​ເປັນ​ອຸດ​ສະຫະກຳ. ຖອດ​ຖອນ​ບົດຮຽນ​ປະສົບ​ການ​ຈາກ​ພຶດຕິ​ກຳ. ຈາກ​ນັ້ນ ກຳນົດ​ແຈ້ງ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ ຕ້ອງ​ດັດ​ແປງ​ກົນ​ໄກ ນະ​ໂຍບາຍ, ທິດ​ທາງ​ບຸລິມະສິດ​ແຫຼ່ງພະລັງ​ເຂົ້າ​ໃນ​ຂະ​ແໜງ​ໃດ ​ແລະ​ຂົງ​ເຂດ​ໃດ ​ເພື່ອ​ອາດ​ຈະ​ສ້າງ​ຮາກ​ຖານ​ອັນ​ໜັກ​ແໜ້ນ​ ໃຫ້​ແກ່​ການ​ປະຕິບັດ​ເປົ້າ​ໝາຍ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ. ຄັດ​ເລືອກ​ເອົາ​ບັນດາ​ບົດຮຽນ​ສາກົນ​ທີ່​ເໝາະ​ສົມ ຈາກ​ບັນດາ​ປະ​ເທດ​ທີ່​ມີ​ນະ​ໂຍບາຍ​ອຸດສາຫະກຳຖຶກຕ້ອງ ​ແລະ​ສົມ​ເຫດ​ສົມ​ຜົນ ​ເພື່ອ​ທາ​ບທາມ ໝູນ​ໃຊ້​ເຂົ້າ​ຫວຽດນາມ ຫັນ​ໄປ​ສູ່​ປີ 2020 ​ແລະ​ວິ​ໄສ​ທັດ​ຍາວ​ໄກ​ກວ່າ​ອີກ.

ທີ​ສອງ, ​ຮຽກຮ້ອງ​ໃຫ້​ຍຸດ​ທະ​ສາດ​ດຶງ​ດູດ​ການ​ລົງທຶນ​ຈາກ​ພາຍ​ນອກ ​ເຊື່ອມຕິດກັບ​​ແຜນ​ຍຸດ​ທະ​ສາດຊຸກຍູ້​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ດີ​ທາງ​ດ້ານ​ທຶນ ​ເຕັກ​ໂນ​ໂລ​ຊີ ຄວາມ​ສາມາດ​ຄຸ້ມ​ຄອງ,... ຂອງ​ຂົງ​ເຂດ FDI ​ແນ​ໃສ່​ຊຸກຍູ້​ບັນດາ​ຂົງ​ເຂດ​ອື່ນ​ຂອງ​ພື້ນຖານ​ເສດຖະກິດ ​ໃຫ້​ພ້ອມ​ກັນ​ພັດທະນາ, ພິ​ເສດ​ແມ່ນ​ພາກສ່ວນ​ເສດຖະກິດ​ເອກະ​ຊົນ, ​ເສດຖະກິດ​ຄອບຄົວ​ຊາວ​ກະສິກອນ. ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ເພື່ອ​ນຳ​ໜ້າ​ພາ​ທາງ​ ໃຫ້​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ເຂົ້າ​ຮ່ວມ​ໃນ​ບັນດາ​ຕອງ​ໂສ້​ແຫ່ງ​ການ​ລຳລຽງ​ຈຳໜ່າຍ​ສາກົນ ​ແລະ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ, ​ແນ​ໃສ່​ປະຕິບັດ​ຈຸດໝາຍຫັນປະ​ເທດ​ຊາດ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ.

ທີ​ສາມ, ຕີລາຄາ​ຈຸດ​ດີ ຈຸດ​ອ່ອນ​ຂອງ​ຂະ​ແໜງ​ອຸດສາຫະກຳ​ສະໜັບສະໜູນ ​ແລະ​ການ​ບໍລິການ​ຊ່ວຍໜູນປັດຈຸບັນ​ຂອງ​ປະ​ເທດ​ເຮົາ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ​ວາງ​ແຜນ​ຍຸດ​ທະ​ສາດ ​ແລະ​ແຜນການ​ກະທຳ​ອັນ​ລະອຽດ​ເພື່ອ​ການ​ພັດທະນາ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ​ເຮັດ​ຄື​ແນວ​ໃດ​ໃຫ້​ອຸດສາຫະກຳ​ສະໜັບສະໜູນ ​ແລະ​ການ​ບໍລິການ​ຊ່ວຍ​ໜູນ ​ກາຍເປັນ​ພາກສ່ວນ​ຫຼັກ​ແຫຼ່ງ​ໃນ​ແຜ​ນຍຸດ​ທະ​ສາດລະດັບ​ຊາດ​ກ່ຽວ​ກັບ​ການຫັນ​ເປັນ​ອຸດ​ສະຫະກຳ.

ທີສີ່, ນຳ​ສະ​ເໜີ​ວິທີ​ແກ້​ໄຂ​ທີ່​ມີ​ລັກສະນະ​ບຸກທະລຸ​ ເພື່ອ​ສືບ​ຕໍ່​ແກ້​ຂອດ​ມັດສາ​ມຂອດ​ທີ່​ຈຳກັດ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ປັດຈຸບັນ ຄື​ໂຄງ​ສ້າງພື້ນຖານ,​ ບັນຫາ​ລະບຽບ​ກົດໝາຍ ​ແລະ ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ. ພິ​ເສດ​ແມ່ນ ສົ່ງ​ເສີມ ຊຸກຍູ້​ການຫັນ​ເປັນ​ອຸດ​ສະຫະກຳ ທັນ​ສະ​ໄໝ ​ໃນ​ກະສິກຳ ຊົນນະບົດ; ຊຸກຍູ້​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ຂະໜາດ​ນ້ອຍ; ຊຸກຍູ້​ການ​ເພີ່ມ​ສະມັດ​ຕະພາບ​ຂອງ​ບັນດາ​ປັດ​ໃຈ​ສັງ​ລວ​ມ, ລະດົມ​ແຫຼ່ງພະລັງ​ຂອງ​ເອກະ​ຊົນ​ເພື່ອ​ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ ຜ່ານ​ຕົວ​ແບບ​ຄູ່​ຮ່ວມພາກລັດ​ແລະ​ເອກະ​ຊົນ PPP,...

ທີ​ຫ້າ, ກຳນົດ​ລະອຽດ​ໄມ້​ຫຼາ​ວັດ​ແທກ​ຄວາມ​ສຳ​ເລັດ​ຜົນ​ໃນ​ການຫັນ​ເປັນ​ອຸດ​ສະຫະກຳ ຢູ່​ແຕ່ລະ​ເຂດ ທ້ອງ​ຖິ່ນ ​ເພື່ອ​ເສີມ​ຂະຫຍາຍ​ສຸດ​ຂີດ ກຳລັງ​ບົ່ມຊ້ອນ ​ແລະ​ທ່າ​ດີ​ປຽບທຽບ ຂອງ​ແຕ່ລະ​ເຂດ ​ແລະທ້ອງ​ຖິ່ນ, ຮັບປະກັນ​ລັກສະນະ​ຍືນ​ຍົງ ​ແລະ​ຜັນ​ຂະຫຍາຍ​ຕາມ​ແຜນກຳນົດ. ຫຼີກ​ລ່ຽງສະພາບ​ການ ບັນດາ​ແຂວງ ກຳ​ແພງ​ນະຄອນ​ແລ່ນ​ແຂ່ງ​ກັນ​ປະຕິບັດ​ການຫັນ​ເປັນ​ອຸດ​ສະຫະກຳ ຕາມ​ຂະ​ບວນການ ຫຼື​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດສະ​ເພາະ​ໜ້າ ​ແລ້ວ​ປະ​ຂ້າມ​ກຳລັງ​ບົ່ມ​ຊ້ອນ ທ່າ​ແຮງ ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງຂອງ​ທ້ອງ​ຖິ່ນ​ຕົນ​ເອງ, ຫຼື​ເຮັດ​ໃຫ້​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງຂອງ​ທ້ອງ​ຖິ່ນ​ອື່ນ​ອ່ອນ​ເພຍ​ລົງ.

​ເສັ້ນທາງຫັນ​ເປັນ​ອຸດ​ສະຫະກຳຂອງ​ຫວຽດນາມ​ຍັງ​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ ​ແຕ່​ດ້ວຍ​ຄວາມ​ຕັດ​ສີນ​ໃຈ​ສູງ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ, ຍູ້​ແຮງການ​​ປະຕິບັດ​​ແຜການ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ທີ່​ໄດ້​ວາງ​ອອກ​ມາ, ​ແນ່ນອນວ່າ ຫວຽດນາມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການຫັນ​ເປັນ​ອຸດ​ສະຫະກຳທັນ​ສະ​ໄໝ ​ແລະ​ກາຍ​ເປັນ​ປະ​ເທດ​ອຸດ​ສະຫະກຳ ຕາມ​ທິດ​ທັນ​ສະ​ໄໝ ຄື​ດັ່ງທີ່​​ແນວທາງ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ວາງ​ໄວ້./.

ຂຽນ​ໂດຍ ​ຫງວຽນ​ຊວນ​ຝຸກ
ກຳມະການ​ກົມ​ການ​ເມືອງ ຮອງ​ນາ​ຍົກ​ລັດຖະມົນຕີ
 

* ຕາມ​ວາລະສານ​ກອມ​ມູນິດ ສະບັບ​ທີ 859 (​ເດືອນ​ພຶດສະພາ 2014)