ວ. - ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ໂດຍ​ງ່າຍ​ຍ້ອນ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ. ການພັດທະ​ນາ​ຕາມ​ລວງ​ກວ້າງ, ການ​ເຕີບ​ໂຕ​ຮ້ອນ ​ໄດ້​ສົ່ງ​ຜົນ​ກະທົບ​ບໍ່​ດີ​ຫຼາຍ​ຢ່າງ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ. ​ເພື່ອ​ອາດ​ສາມາດ​ສືບ​ຕໍ່​ຂະຫຍາຍຕົວຢ່າງ​ໝັ້ນຄົງ, ​ໃນ​ເວລາ​ສະ​ເພາະ​ໜ້າ ຫວຽດນາມ​ຕ້ອງ​ມີ​ວິທີ​ແກ້​ທີ່​ເໝາະ​ສົມ​ເພື່ອ​ຫັນ​ສູ່​ຕົວ​ແບບ​ພັດທະນາ​ຕາມ​ລວງ​ເລິກ - ການ​ເຕີບ​ໂຕ​ສີຂຽວ.

ພາບປະກອບ (ພາບ: us.123rf.com)

ການ​ເຕີບ​ໂຕ​ສີຂຽວ​ແມ່ນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ​ຂອງ​ຍຸກ​ສະ​ໄໝ​ປັດຈຸບັນ

ຜົນ​ແຫ່ງ​ການ​ຄົ້ນຄວ້າ​ວິທະຍາສາດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ຂອງ​ມະນຸດ​ໄດ້​ເພີ່​ມທະວີ​ການ​ປ່ອຍ​ອາຍ​ແກ໊ດ​ແລະທາດ​ຄາບ​ອນ​ໄດ​ອອກ​ໄຊ​, ​ເຮັດ​ໃຫ້​ບັນຍາກາດເກີ​ດມີ​ເຮືອນ​ແກ້ວ, ໜ່ວຍ​ໂລກ​ຮ້ອນຂຶ້ນ, ພາ​ໃຫ້​ເກີດ​ປະກົດ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຍື່ງຂຶ້ນ... ​ໄດ້​ນາບ​ຂູ່​ສິ່ງ​ທີ່ຊີວິດ​ໃນ​ໂລກ. ​ເພື່ອການ​ຄົງ​ຕົວ​ຂອງ​ໜ່ວຍ​ໂລກ ​ແລະ​ຂອງ​ກະ​ໂຕມະນຸດ​ເອງ, ປັດຈຸ​ບັນ​ນີ້ ມະນຸດ​ໄດ້​ປ່ຽນ​ແທນ​ຕົວ​ແບບ​​ເຕີບ​ໂຕ​ເກົ່າ ດ້ວຍຕົວ​ແບບ​ເຕີບ​ໂຕ​ສີຂຽວ. ນັບຕັ້ງແຕ່ຊຸມປີຕົ້ນແຫ່ງທົດສະວັດສຸດທ້າຍຂອງສະຕະວັດທີ XX, ບັນດາ​ນັກວິທະຍາສາດ​ໄດ້​ກ່າວ​ເຕື່ອນວ່າ ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​ກຳລັງ​ຖືກ​ທຳລາຍ ​ແລະ​ກໍ່ໄດ້ສະ​ເໜີ​ວິທີ​ແກ້​ເປັນ​ລວາດ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນັ້ນ, ​ເຊັ່ນຜະລິດ​ບໍ່​ມີ​ເສດ​​ເຫຼືອ”, “ປຸງ​ແຕ່ງ​ຄືນ​ໃໝ່​ຜະລິດ​ຕະພັນ​ທີ່​ໄດ້​ໃຊ້​ແລ້ວ”, “ການ​ກະສິກຳ​ສີຂຽວ”, “ການ​ກະສິກຳ​ນິ​ເວດ​ວິທະຍາ”,… ບັນດາ​ອົງການ​ສາກົນ ​ແລະ ຫຼາຍ​ປະ​ເທດ​ໄດ້​ລົງມື​ດ້ວຍ​ຫຼາຍ​ໂຄງການ, ​ເວທີ​ປາ​ໄສ, ຂໍ້​ຄິດ​ປະດິດ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຈາກ​ນັ້ນ ການ​ເຕີບ​ໂຕ​ສີຂຽວ​ໄດ້​ກຳ​ເນີ​ດຂຶ້ນ ​ແລະ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ.

ປີ 2010, ຢູ່​ນະຄອນ​ການ​ກູນ (​ປະ​ເທດເມັກ​ຊີ​ໂກ) ກອງ​ປະ​ຊຸມບັນດາ​ຝ່າຍ​ເຂົ້າ​ຮ່ວມ​ຄັ້ງ​ທີ 16 (COP16) ​ໄດ້​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການບັນຈຸ​ການ​ເຕີບ​ໂຕ​ສີຂຽວ​​ເຂົ້າໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ແລະ​ຄາດ​ຫວັງ​ວ່າ ວິທີເຂົ້າ​ເຖິງ​ບັນຫາ​ນີ້​ ຈະ​ປະກອບສ່ວນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ພ້ອມ​ກັບ​ວິ​ກິດການ​ອື່ນ​ ຢ່າງ​ມີ​ປະສິດທິ​ຜົນ. ​ເວທີ​ປາ​ໄສ​ການ​ເຕີບ​ໂຕ​ສີຂຽວ​ທົ່ວ​ໂລກ 3GF (Global Green Growth Forum) ຄັ້ງ​ທີ​ໜຶ່ງ​ໄດ້​ດຳ​ເນີນ​ທີ່​ນະຄອນ​ໂກ​ແປນ​ຮາ​ແກນ (​ປະ​ເທດເດນ​ມາກ) ກາງ​ເດືອນ​ຕຸລາ 2011 ​ໂດຍ​ແມ່ນ​ລັດ​ທະ​ບານ​ເດນ​ມາກ ສົມທົບ​ກັບ​ລັດຖະບານ ສ.​ເກົາຫຼີ, ​ເມັກ​ຊີ​ໂກ ພ້ອມ​ກັນ​ຈັດ​ຕັ້ງ ​ເພື່​ອແນ​ໃສ່​ຈຸດໝາຍ​ຊຸກຍູ້​ການ​​ເຕີບ​ໂຕ​ສີຂຽວ ​ໂດຍ​ຜ່ານ​ກົນ​ໄກ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ ລະຫວ່າງບັນດາ​ລັດຖະບານ​ກັບ ກຸ່ມ​ວິ​ສາ​ຫະກິດ. ປີ 2012, ກອງ​ປະຊຸມ​ສຸດ​ຍອດ ຣີ​ໂອ+20 (Rio+20) ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງທ່າ​ອຽງທົ່ວ​ໂລກ​ຮ່ວມ​ແຮງ​ກັນ ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ ທີ່​ນາບ​ຂູ່​ການ​ຄົງ​ຕົວ​ຂອງ​ໜ່ວຍ​ໂລກ ​ແລະ​ຊີວິດ​ຂອງ​ມະນຸດ, ຮຽກຮ້ອງ​​ໃຫ້​ມີການ​ຊ່ວຍ​ເຫຼືອ​​ແກ່​ບັນດາ​ເຂດ​ທີ່ຖືກ​ແຍກ​ອອກ​ຈາກ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທະວີບ​ຕ່າງ​ໆ. ບໍ່​ມີເວລາ​ໃດ​ທີ່​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ກວ້າງຂວາງຄື​ກັບ​ກອງ​ປະຊຸມ​ສຸດ​ຍອດ ຣີ​ໂອ+20 ທີ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ - ຊຶ່ງ​ເປັນ​ບ່ອນ​ທີ່​ສິ່ງ​ທ້າ​ທາຍ​ທັງ​ສອງ ​ຄືການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ແລະ​ການ​ພັດທະນາ​ແບບ​ຍືນຍົງ ພົບ​ກັນ. ອົງການ​ສາກົນ​ສະ​ເພາະ​ຂະ​ແໜງ​ທັງ​ໝົດ 30 ອົງການ ໃນ​ລະບົບ​ອົງການສະຫະ​ປະຊາ​ຊາດ ​ໂດຍ​ແມ່ນ​ໂຄງການ​ສິ່ງ​ແວດ​ລ້ອມ​ແຫ່ງ​ສະຫະ​ປະຊາ​ຊາດ (ຢູ​ເນັບ - UNEP) ສົມທົບ​ກັບ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ກະ​ແສຟອງ​ສີຂຽວ​ຂອງ​ໂລກ, ​ເຊັ່ນ​ຍີ່ປຸ່ນ ຈີນ ສ.​ເກົາຫຼີ ​ເຢຍລະ​ມັນ ບັນດາ​ປະ​ເທດ​ເອີຣົບ​ເໜືອ... ພ້ອມ​ກັນ​ສະ​ເໜີຈົດໝາຍ​ຮຽກຮ້ອງ​ລວມວົງ​ຄະນາ​ຍາດ​ສາກົນ​ຕ້ອງ​ຫັນປ່ຽນ​ຢ່າງ​ໄວ​ໄປ​ສູ່​ລະບົບເສດຖະກິດ​ສີຂຽວ​ໃນ​ທົ່ວ​ໂລກ ​ເພື່ອ​ກອບ​ກູ້​ເອົາ​ໜ່ວຍ​ໂລກ ​ແລະ​ມະນຸດຊາດ”.

ຢູ່​ທະວີບອາຊີ, ປີ 2009 “​ເວທີ​ປາ​ໄສ​ກ່ຽວ​ກັບ​ອາກາດ​ອາຊີ​ຕາ​ເວັນ​ອອກ​ໄດ້​ຈັດ​ຕັ້ງ​ທີ່​ນະຄອນ​ເຊ​ອູ​ນ (ປະ​ເທດ ສ.​ເກົາຫຼີ), ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ບັນດາ​​ແຜນຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ, ສ້າງ​ໂອກາດ​ໃຫ້​ບັນດາ​ປະ​ເທດ​ອາຊີ​ອາດ​ຈະ​ແລກປ່ຽນ​ບົດຮຽນ ​ແລະ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ, “ຂໍ້​ຄິດ​ປະດິດ​ເຊ​ອູ​ນ ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ​ອາຊີ​ຕາ​ເວັນ​ອອກ​ໄດ້​ຖືກຮັບ​ຮອງຜ່ານ​ໃນ​ຂອບ​ເວທີ​ປາ​ໄສ. ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ເພີ່ມ​ທະວີ​ການ​ຮ່ວມ​ມືສີຂຽວ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ດ້ານ​ສະບຽງ​ອາຫານ ​ແລະ​ພະລັງງານ.

​ເດືອນ​ຕຸລາ 2010, ກອງ​ປະຊຸມ​ຂັ້ນສູງ​ອາຊີ - ​ເອີຣົບ (ອາ​ເຊ​ມ - ASEM) ​ໄດ້​ສະ​ເໜີ​ເປັນ​ທາງ​ການ ຂໍ້​ຄິດ​ປະດິດ​ເວທີ​ປາ​ໄສການ​ຮ່ວມ​ມື​ອາຊີ - ​ເອີຣົບ ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ (Asia - Europe Meeting Green Growth Forum). ສະມາຊິກອາ​ເຊ​ມ ຫຼາຍ​ປະ​ເທດ​ໄດ້​ນຳ​ໜ້າ​ໃນ​ການ​ຫັນລະບົບ​ເສດຖະກິດ​ເປັນ​ສີຂຽວ, ພົ້ນ​ເດັ່ນ​ແມ່ນ​ບັນດາ​​ແຜນຍຸດ​ທະ​ສາດ​ຂອງ​ສະຫະພາບ​ເອີຣົບ ຈີນ ຍີ່ປຸ່ນ ສ.​ເກົາຫຼີ ຫວຽດນາມ... ບັນດາ​ປະ​ເທດ​ເຫຼົ່າ​ນີ້​ລ້ວນ​ແຕ່​ເອົາ​ການ​ເຕີບ​ໂຕ​ສີຂຽວ​ເປັນ​ທິດ​ທາງ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຕົນ​ໃນ​ອະນາຄົດ.

​ໃນເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (ອາ​ເປັກ - APEC) ​ທີ່ໄດ້​ອັດ​ລົງ​ໃນ​ວັນ​ທີ 13 ພະຈິກ 2011 ຢູ່​ຮາ​ວາຍ (ສະຫະລັດ​ອາ​ເມ​ລິ​ກາ), ບັນດາ​ການ​ນຳອາ​ເປັກ​​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຮັບຮອງຜ່ານຖະ​ແຫຼ​ງການ​ໂຮ​ໂນ​ລູລູ, ​ໃນ​ນັ້ນ ອາ​ເປັກກຳນົດ​ວ່າ ​ຕ້ອງ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ເສດຖະກິດຂອງ​ພາກ​ພື້ນ ດ້ວຍ​ວິທີ​ມຸ່ງ​ໄປ​ສູ່​ລະ​ບົບເສດຖະກິດ​ສີຂຽວ ທີ່​ມີທາດ​ຄາ​ບອນ​ໄດ​ອອກ​​ໄຊ​ໜ້ອຍ, ຍົກ​ສູງ​ຄວາມ​ສະຫງົບ​ດ້ານ​ພະລັງງານ, ສ້າງ​ແຫຼ່ງພະລັງ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ ​ແລະ​ວຽກ​ເຮັດ​ງານ​ທຳ. ອາ​ເປັກ​ເປັນ​ເອກະ​ພາບ​ວ່າ ​ໃນ​ປີ 2012 ຈະ​ຂະຫຍາຍ​ບັນຊີລາຍ​ຊື່​ສິນຄ້າທີ່​ບັນລຸ​ມາດຕະຖານ​ສິ່ງ​ແວດ​ລ້ອມ (ສິນຄ້າ​ສີຂຽວ) ​ແລະ​ ລົດ​ພາສີ​ຜ່ານ​ດ່ານ​ຕໍ່​ກັບ​ບັນດາ​ສິນຄ້າປະ​ເພດ​ນີ້​ໃນ​ທ້າຍ​ປີ 2015; ພ້ອມ​ກັນ​ນັ້ນ ຈະ​ຍຸບ​ເລີກຮົ້ວ​ຂວາງ​ທີ່​ບໍ່​ແມ່ນ​ພາສີ​ສຸລະກາກອນ ຊຶ່ງ​ກວມ​ດ້ວຍ​ການ​ກຳນົດ​ອັດຕາ​ສ່ວນ​ພາຍ​​ໃນ​ຂອງ​ການ​ບໍລິການ, ສິນຄ້າ​ສີຂຽວ. ​ເພື່ອ​ຊຸກຍູ້​ບັນດາ​ຈຸດໝາຍ​ການ​ເຕີບ​ໂຕ​ສີຂຽວ, ​ອາ​ເປັກ​ປະຕິບັດ​ມາດ​ຕະການ​ຕ່າງໆ ​ເຊັ່ນຫລຸດຜ່ອນ​ການ​ໃຊ້​ພະລັງງານ​ໃນ​ປີ 2035 ລົງ 45% ທຽບ​ກັບ​ປີ 2005, ປະສານສົມທົບ​ແຜນ​ຍຸດ​ທະ​ສາດການ​ພັດທະນາ ກ່ຽວ​ກັບ​ການ​ປ່ອຍທາດ​ຄາ​ບອນ​ໄດ​ອອກ​ໄຊ​ໜ້ອຍ ​ໃນ​ບັນດາ​ແຜນການ​ເຕີບ​ໂຕ​ເສດຖະກິດ ​ໂດຍ​ຜ່ານ​ໂຄງການນະຄອນ​ແບບຢ່າງ​ກ່ຽວ​ກັບ​ທາດ​ຄາ​ບອນ​ໄດ​ອອກ​ໄຊ​ໜ້ອຍ”...

ການ​ເຕີບ​ໂຕ​ສີຂຽວຢູ່​ຫວຽດນາມ

​ໃນ​ເວລາ​ທີ່​ຜ່ານ​ມາ, ​ເສດຖະກິດ​ຫວຽດນາມ​ຂະຫຍາຍຕົວຕາມ​ລວງ​ກວ້າງ​ເປັນ​ຕົ້ນຕໍ່ ຊຶ່ງ​ສ່ວຍ​ຫຼາຍ​ອີງ​​ໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຂຸ້ນຂ້ຽວ ພາ​ໃຫ້​ປະ​ສິດທິ​ຜົນ​ຕ່ຳ, ຊັບພະຍາກອນ​ຖືກ​ຂຸດ​ຄົ້ນ​ຈົນ​ບົກ​ແຫ້ງ, ສິ່ງ​ແວດ​ລ້ອມ​ຖືກ​ມົນ​ພິດ​ຢ່າງ​ໜັກໜ່ວງ. ​ໃນ​ເວລາ​ທີ່ ລະບົບ​ເສດຖະກິດ​ສີ​ໝາກກະ​ເບົາປະກົດ​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ, ບັນດາ​ຂະ​ແໜງ​​ເສດຖະກິດ​ທີ່ສອດຄ່ອງ​ກັບ​ສິ່ງ​ແວດ​ລ້ອມ​ຍັງ​ບໍ່​ທັນ​ຂະຫຍາຍຕົວ, ຊ້ຳພັດ​ຕ້ອງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຕ້ອງ​ລົດ​ຜ່ອນ​ການ​ປ່ອຍ​ອາຍ​ແກ໊ດ​ເຮືອນ​ແກ້ວ... ຫວຽດນາມ​ໄດ້​ຮູ້​ແຈ້ງ​ກ່ຽວ​ກັບ​ຄວາມສຳຄັນ​ຂອງ​ການ​ເຕີບ​ໂຕ​ສີຂຽວ ​ແລະ​ຕົກລົງ​ເລືອກ​ເອົາ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ຕາມ​ທິດ​ທາງນີ້. ທາງ​ດ້ານ​ການ​ຕ່າງປະ​ເທດ, ຫວຽດນາມ​ໄດ້ປະກອບສ່ວນ​ທີ່​ແນ່ນອນ ​ໃຫ້​ແກ່​ການ​ເຕີບ​ໂຕ​ສີຂຽວ, ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ກອງ​ປະຊຸມ​ສາກົນ​ຕ່າງໆ​ທີ່​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ນີ້. ພິ​ເສດ, ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ - ​ເອີຣົບກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ ທີ່​ມີ​ຫົວຂໍ້ ພ້ອມ​ກັນ​ກະທຳ​ເພື່ອມຸ່ງ​ໄປ​ສູ່​ບັນດາ​ລະບົບ​ເສດຖະກິດ​ສີຂຽວຖືກ​ຈັດ​ຕັ້ງ​ຂຶ້ນ​ທີ່​ຫວຽດນາມ​ໃນ​ເດືອນ​ຕຸລາ 2011 ຊຶ່ງ​ເນື້ອ​ໃນ​ຂອງ​ມັນ​ແມ່ນ​ ຊອກ​ຫາ​ບັນດາ​ກົນ​ໄກ​ຮ່ວມ​ມື ​ແລະ​ແບ່ງປັນ​ບົດຮຽນລະຫວ່າງ​ບັນດາ​ປະ​ເທດ ກ່ຽວ​ກັບ​ການ​ພັດທະນາ​ສີຂຽວ. ວັນ​ທີ 25 ສິງຫາ 2012, ທ່ານນາຍົກລັດຖະມົນຕີຫວຽດນາມ​ໄດ້​ອະນຸມັດ​ຜ່ານ ​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ​ໄລຍະ​ສົກ 2011 - 2020 ​ແລະ​ວິ​ໄສ​ທັດ​ເຖິງ​ປີ 2050”, ​ໃນ​ນັ້ນ​ໄດ້​ຢືນຢັນ​ທັດສະນະ ຈຸດໝາຍຍຸດ​ທະ​ສາດ ​ແລະ ໜ້າ​ທີ່​ຍຸດ​ທະ​ສາດ 3 ໜ້າ​ທີ​ຄື: 1- ລົດ​ຜ່ອນ​ການ​ປ່ອຍ​ອາຍ​ແກ໊ດທີ່​ພາ​ໃຫ້​ເກີດ​ປະກົດ​ການເຮືອນ​ແກ້ວ ​ແລະ​ຊຸກຍູ້​ການ​ນຳ​​ໃຊ້ພະລັງງານ​ສະອາດ ​ພະລັງງານ​ທົດ​ແທນ; 2- ຫັນ​ການ​ຜະລິດ​ເປັນ​ສີ​ຂຽວ; 3- ຫັນ​ວິທີ​ດຳ​ເນີນ​ຊີວິດ​ເປັນ​ແບບ​ສີຂຽວ ​ແລະ​ຊຸກຍູ້​ການ​ບໍລິ​ໂພ​ກ​ແບບ​ຍືນ​ຍົງ. ຕາມ​ການ​ຕີ​ລາຄາ​ຂອງ​ທ່ານ​ນາງ ປຣາຕິ​ພາ ​ເມ​ຕາ (ຜູ້​ປະສານ​ງານ​ປະຈຳການ​ຂອງ​ອົງການ​ສະຫະ​ປະຊາ​ດທີ່​ຮ່າ​ໂນ້ຍ), ນີ້​ແມ່ນ​ຜົນສຳ​ເລັດ​ໃຫຍ່​ ​ແລະ​ຫວຽດນາມ​ແມ່ນ​ປະ​ເທດ​ກຳລັງ​ພັດທະນາ​ທຳ​ອິດ​ໃນ​ໂລກ​ທີ່​ໄດ້​ດຳ​ເນີນ​ແຜນຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ.

ການປະຕິບັດ​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ​ໃນ​ເວລາ​ທີ່​ຜ່ານ​ມາ, ບັນດາ​ນະຄອນ​ຄື ​ຮ່າ​ໂນ້ຍ ນະຄອນ​ໂຮ່ຈີ​ມິນ ຫາຍ​ຟອງ ດາ​ນັ້ງ ​ແລະ​ເກິ່ນ​ເທີ ​ໄດ້​ນຳ​ໜ້າ​ໃນ​ການວາງ​ແຜນການ​ຕ່າງໆ​ອອກ​ມາ​ ເພື່ອ​ເຮັດ​ໃຫ້​ນະຄອນ​ຂຽວ-ສະອາດ-ງາມ, ມຸ່​ງ​ໄປ​ສູ່​ການ​ເຕີບ​ໂຕ​ສີຂຽວ ​ແລະການ​ພັດທະນາ​ແບບ​ຍືນ​ຍົງ. ລະອຽດ​ຄື, ນະຄອນ​ຮ່າ​ໂນ້ຍ​ໄດ້ກໍ່ສ້າງ​ແຜນການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ”, ນະຄອນ​ໂຮ່ຈີ​ມິນ ​ເຮັດ​ໃຫ້​ນະຄອນ​ສະອາດ”, ນະຄອນ​ຫາຍ​ຟອງ​ໄດ້​ລົງທຶນ 350 ລ້ານ​ໂດ່ງ​ເພື່ອ​ປະຕິບັດ​ຂໍ້​ຄິດ​ປະດິດ ເພື່ອ​ໃຫ້ຫາ​ຍຟອງ​ຂຽວ”, ນະຄອນ​ດາ​ນັ້ງ​ໄດ້​ລົງທຶນ 7 ຕື້​ໂດ່​ງ​ເພື່ອ​ກໍ່ສ້າງນະຄອນ​ແຫ່ງ​ສິ່ງ​ແວດ​ລ້ອມ​ແລະ​ນະຄອນ​ເກິ່ນ​ເທີ​ໄດ້​ປະຕິບັດການ​ພັດທະນາ​ຕົວ​ເມືອງ​ສີຂຽວ​ໂດຍ​ຕິດ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ”. ພ້ອມ​ກັນ​ກັບ 5 ນະຄອນ​ດັ່ງກ່າວ​ນີ້, ​ແຂວງ​ກວ໋າງນິງ​ໄດ້​ທົດ​ລອງ​ປະຕິບັດ​ການ​ເຕີບ​ໂຕ​ສີຂຽວ​ແຕ່​ປີ 2010 ​ແລະ​ຖືກ​ເລືອກ​ເປັນ​ບ່ອນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ອາ​ເຊັມ 2011 ກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ. ​ເຖິງ​ວ່າ ​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວຂອງ​ຫວຽດນາມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແລ້ວ​ກໍ່ຕາມ ​ແຕ່ຄວາມ​ສຳນຶກ​ນີ້​ຍັງ​ເປັນຄວາມ​ສຳນຶກທີ່​ໃໝ່ພໍ​ຄວນ​ສຳລັບ​ປະຊາຊົນ. ​ການ​ສຳພາດ​ນັກ​ສຶກສາ​ມະຫາວິທະຍາ​ໄລ, ນັກ​ວິ​ສາ​ຫະກິດ ​ແລະ​ພະນັກງານ​ຂ້າ​ລັດຖະການ ​ທີ່​ດຳ​ເນີນ​ຢູ່ນະຄອນ​ໂຮ່ຈີ​ມິນ ​ໃນ​ເດືອນ​ຕຸລາ 2013 ​ໄດ້​ໃຫ້ໝາກຜົນ​ທີ່ບໍ່​ຄາດ​ຫວັງ. ​ໃນ​ຈຳນວນ 105 ຄົນ​ທີ່​ໃຫ້​ສຳ​ພາບ ມີ 57 ຄົນ​ຍ້ອນບໍ່​​ໄດ້​​ເອົາ​ໃຈ​ໃສ່ ຈຶ່ງບໍ່​ໝັ້ນ​ໃຈເພື່ອຕອບ​ຄຳ​ຖາມ ການ​ເຕີບ​ໂຕ​ສີຂຽວ​ແມ່ນ​ຫຍັງ”?; 48 ຄົນ​ເວົ້າ​ຄວາມ​ສຳນຶກ​ການ​ເຕີບ​ໂຕ​ສີຂຽວ​ໄດ້ ​ແຕ່ບໍ່​ຊັດ​ເຈນ, ມັກ​ຫຼົງ​ປົນ​ເປ​ກັບ​ຄວາມ​ສຳນຶກ ການ​ເຕີບ​ໂຕ​ແບບຍືນ​ຍົງຫຼືລະບົບ​ເສດຖະກິດ​ສີຂຽວ”; 74 ຄົນ​ຍັງ​ບໍ່​ຮູ້​ວ່າ​ຫວຽດນາມ​ມີ​​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ; 31 ຄົນຮູ້​ວ່າ​ຫວຽດນາມ​ມີ​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ການ​ເຕີບ​ໂຕ​ສີຂຽວ​ແລ້ວ, ​ແຕ່​ຍັງ​ບໍ່​ທັນ​ຄົ້ນຄວ້າ​ຢ່າງ​ລະອຽດ ດັ່ງ​ນັ້ນຈຶ່ງກຳເນື້ອ​ໃນ​ຂອງ​ມັນ​ບໍ່​ໄດ້; 101 ຄົນ​ໃຫ້​ທັດສະນະ​ວ່າ ການ​ເຕີບ​ໂຕ​ສີຂຽວ​ແມ່ນ​ວຽກຂອງ​ລັດຖະບານ ອຳນາດ​ການ​ປົກຄອງ​ທ້ອງ​ຖີິ່ນ, ຂອງ​ນັກ​ລົງທຶນ, ຕົນ​ເປັນ​ພຽງ​ຜູ້​ຊົມ​ໃຊ້; ມີ​ພຽງ 4 ຄົນ​ຢືນຢັນ​ວ່າຈະ​ສະໝັກ​ໃຈ​ປະກອບ​ເຫື່ອ​ແຮງ​ໃຫ້​ແກ່​ການ​ເຕີບ​ໂຕ​ສີຂຽວ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ XI ​ໄດ້​ສັງ​ເກດ​ວ່າ: “​ໃນ​ເວລາ​ທີ່​ຜ່ານ​ມາ, ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ປ້ອງ​ກັນ​ຫຼີກ​ລ່ຽງ​ໄພ​ທຳ​ມະ​ຊາດ, ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ມີ​ການ​ຫັນປ່ຽນ​ດີ ​ແລະ​ບັນລຸ​ບາງ​ຜົນສຳ​ເລັດ​ເບື້ອງ​ຕົ້ນ​ທີ່​ສຳຄັນ. ​ແຕ່​ວ່າ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຍັງ​ຖືກ​ທ່າ​ຮັບ, ກະວົນກະວາຍບໍ່​ຮູ້​ເຮັດ​ແນວ​ໃດ​ໃຫ້ດີ; ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ເລື້ອຍ ​ໄດ້ກໍ່​ຄວາມ​ເສຍ​ຫາຍຫຼາຍ​ຢ່າງ​ໃຫ້​ແກ່​ຊັບ​ສິນ​ແລະ​ຊີວິດ​ປະຊາຊົນ; ຊັບພະຍາກອນຍັງ​ບໍ່​ທັນ​ໄດ້​ຄຸ້ມ​ຄອງ ຂຸດ​ຄົ້ນ ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ແລະຍືນ​ຍົງ, ຊັບພະຍາກອນ​ບາງ​ຊະນິດ​ຖືກ​ຂຸດ​ຄົ້ນຫຼາຍ​ເກີນ​ຄວນ ຈຶ່ງ​ພາ​ໃຫ້​ຊຸດ​ໂຊມ ບົກ​ແຫ້ງ; ມົນ​ພິດ​ສິ່ງ​ແວດ​ລ້ອມ​ເພີ່ມ​ຂຶ້ນ​ເລື້ອຍໆ, ບາງ​ແຫ່ງ​ຖືກ​ມົນ​ພິດ​ຢ່າງ​ຮ້າຍ​ແຮງ; ການ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ຮ້າຍ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ຍ້ອນສົງຄາມ​ປະ​ໄວ້ ຍັງ​ຊັກ​ຊ້າ; ຄວາມ​ຫຼາກ​ຫຼາຍ​ດ້ານ​ນິ​ເວດ​ວິດ​ທະຍາ​ຖືກ​ທົດ​ຖອຍ​ໜ້ອຍ​ລົງ, ​ໄພ​ອັນຕະລາຍ​ແຫ່ງ​ການ​ຂາດ​ດຸນ​ດ້ານ​ນິ​ເວດ​ວິດ​ທະ​ຍາ​ພວມ​ເກີດ​ຂຶ້ນ​ໃນ​ຫຼາຍພື້ນ​ທີ່, ​ເປັນ​ຜົນ​ສະທ້ອນ​ຫຍໍ້​ທໍ້​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເຖິງ​ສຸຂະພາບ ​ແລະ​ຊີວິດ​ຂອງ​ປະຊາຊົນ...”.

ບັນດາ​ວິທີ​ແກ້​ເພື່ອ​ປະກອບສ່ວນ​ຊຸກຍູ້ການ​ເຕີບ​ໂຕ​ສີຂຽວ ​ໃນ​ເງື່ອນ​ໄຂ​ໂລກາ​ພິວັດ

​ເຖິງ​ວ່າ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ວິວັດ​ການ​ປະຕິບັດ​ແຜນຍຸດ​ທະ​ສາດການ​ເຕີບ​ໂຕ​ສີຂຽວກໍ່​ຕາມ, ​ແຕ່​ຕ້ອງ​ຢັ້ງຢືນ​ວ່າ ສຳລັບ​ຫວຽດນາມ​ ການກຳນົດທິດການ​ເຕີບ​ໂຕ​ສີຂຽວແມ່ນ​ການ​ຄັດເລືອກທີ່​ຖືກຕ້ອງ ​ແລະ​ສອດຄ່ອງ​ທີ່​ສຸດ​ ກັບທ່າ​ອຽງຂອງ​ຍຸກ​ສະ​ໄໝ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ດ້ວ​ຍຈຸດໝາຍ: ການ​ເຕີບ​ໂຕ​ສີຂຽວ, ກ້າວ​ໄປ​ສູ່​ລະບົບ​ເສດຖະກິດ​ທີ່​ມີ​ທາດ​ຄາບ​ອນ​ໄດ​ອອກ​ໄຊ​ໜ້ອຍ ເຮັດ​ໃຫ້​ແຫຼ່ງທຶນທຳ​ມະ​ຊາດອຸດົມສົມບູນຕື່ມ​ອີກ ​ໄດ້​ກາຍ​ເປັນ​ທ່າ​ອຽງ​ເປັນ​ເຈົ້ານຳພາ​ໃນ​ການພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ; ລົດ​ຜ່ອນ​ການ​ປ່ອຍ​ທາດ​ຄາບ​ອນ​ໄດ​ອອກ​ໄຊ ​ແລະ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ເອົາ​ອາຍ​ແກ໊ດ​ເຮືອນ​ແກ້ວ​ ຄ່ອຍໆ​ກາຍ​ເປັນ​ລະດັບ​ຄາດໝາຍ​ທີ່​ບັງຄັບ ​ແລະ​ສຳຄັນ​ ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຄື​ດັ່ງ​ແຜ​ນຍຸດ​ທະ​ສາດ​ທີ່​ລັດຖະບານ​ໄດ້​ວາງ​ອອກ​ມາ, ​ໃນ​ເວລາ​ຕໍ່ໜ້າ ຫວຽດນາມ​ຕ້ອງ​ປະຕິບັດ​ວິທີ​ແກ້​ຕ່າງໆ​​ເປັນ​ລວາດ​ດຽວ​ພ້ອມ​ກັນ, ​ໃນ​ນັ້ນ​ຄວນ​ສຸມ​ໃສ່​ບາງ​ວິທີ​​ແກ້ຕົ້ນ​ຕໍ່​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່​ວິທີ​ໂຄສາ​ນາ ອົບຮົມ​ສຶກສາ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບການ​ເຕີບ​ໂຕ​ສີຂຽວ. ລະອຽດ​ຄື, ຫັນ​ໂຄງການ​ແລະ​ຫຼັກສູດ​ການ​ສອນ​ການ​ຮຽນ​ “​ເປັນສີຂຽວ ​ເປັນ​ແຕ່​ລະ​ກ້າວ ​ເພື່ອ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ທີ່​ຮັບ​ໃຊ້​ໃຫ້​ແກ່​ລະບົບ​​ເສດຖະກິດ​ສີຂຽວ. ນັບ​ແຕ່​ຊັ້ນ​ປະຖົມ, ຄວນ​ປະກອບ​ຄວາມ​ຮູ້​ຕ່າງໆກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃຫ້​ນັກຮຽນ, ສົ່ງ​ເສີມ​ໃຫ້​ພວກ​ນ້ອງ​ມີ​ການ​ກະທຳ​ປະກອບສ່ວນ​ລົດ​ຜ່ອນ​ການ​ກະທົບ​ຂອງ​ປະກົດ​ການ​ນີ້ ​ເພື່ອ​ປົກ​ປັກ​ຮັກສາ​ໜ່ວຍ​ໂລກ ​ແລະ​ກະ​ໂຕຕົນ​ເອງ. ຢູ່​ບັນດາ​ຊັ້ນ​ຮຽນ​ທີ່​ສູງ​ກວ່າ, ຄວນ​ຮຽບຮຽງ​ຫຼັກສູດ​ທີ່​ເລິກ​ເຊິ່ງກວ່າ ຫຼື​ວ່າ​ສັບ​ຊ້ອນ​ເຂົ້າ​ໃນ​ບັນດາ​ວິຊາ​ທີ່​ມີ​ການ​ພົວພັນ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ການ​ເຕີບ​ໂຕ​ສີຂຽວ... ບໍ່​ພຽງ​ແຕ່​ສອນ​ທິດ​ສະ​ດີ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ໃຫ້​ພວກ​ນ້ອງ​ຮຽນ​ການປະຕິບັດ, ​ເຮັດ​ວຽກ​ງານ​ລະອຽດ ຕົວ​ຈິງ​ຕ່າງໆ ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮູ້​ປະ​ຢັດພະລັງງານ, ຮູ້​ແບ່ງ​ປະ​ເພດ​ຂີ້​ເຫຍື່ອ ສິ່ງ​ເສດ​ເຫຼືອ​ຈາກ​ແຫຼ່ງ, ຮູ້​ວິທີ​ປູກ ​ບົວລະບັດ ​ຮັກສາ​ຕົ້ນ​ໄມ້. ຢູ່​ຊັ້ນ​ມະຫາວິທະຍາ​ໄລ, ຄວນ​ນຳ​ເອົາ​ຄວາມ​ຮູ້​ຕ່າງໆ​ ກ່ຽວ​ກັບພວງ​ພະນັງ​ການ​ສະໜອງ​ສີຂຽວ, ພວງ​ພະນັງ​ຄຸນຄ່າ​ສີຂຽວ, ຈັນ​ຍາ​ບັນ​ການ​ວິ​ສາ​ຫະກິດ, ຄວາມ​ຮັບຜິດຊອບ​ສັງຄົມ ​ແລະ​ກາ​ນພັ​ດທະນາ​ແບບ​ຍືນ​ຍົງ... ​ເຂົ້າ​ໃນ​ບັນດາ​ວິຊາ​ທີ່​ກ່ຽວຂ້ອງ. ​ແນະນຳ​ບັນດາ​ຫົວ​ຂໍ້​ຄົ້ນຄວ້າ​ວິທະຍາສາດ​ໃຫ້​ນັກ​ສຶກສາ, ​ແນະນຳບັນດາ​ໂຄງການ​ເລີ່​ມຕົ້ນ​ອາຊີບ​ຕາມ​ທິດການ​ເຕີບ​ໂຕ​ສີຂຽວ. ຮຽບຮຽງ​ສ້າງ​ແຜນການ​ແລະ​ໂຄງການກໍ່ສ້າງ​ເປັນ​ແຕ່​ລະ​ກ້າວ ​ເພື່ອ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ ແຕ່​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ ກ່ຽວ​ກັບ​ເສດຖະກິດ​ສີຂຽວ, ການ​ເຕີບ​ໂຕ​ສີຂຽວ, ການ​ພັດທະນາ​ແບບ​ຍືນ​ຍົງ, ​ເປັນ​ຕົ້ນ​ແມ່ນ ​ກ່ຽວ​ກັບ​ບັນດາ​ວິທີ​ວັດ​ຜອງທີ່​ທັນ​ສະ​ໄໝ ​ເພື່ອ​ຕີ​ລາຄາ​ຊັບ​ສົມບັດ​ຂອງ​ລະບົບ​ເສດຖະກິດ​ສີຂຽວ​​ແຫ່ງຊາດ.

ທີ​ສອງ, ສືບ​ຕໍ່​ບູລະນະ​ຂອບ​ນິຕິ​ທຳ​ໃຫ້​ໜັກ​ແໜ້ນ ​ແລະ​ຈັດ​ຕັ້ງປະຕິບັດ​ແຜນ​ຍຸດ​ທະ​ສາດການ​ເຕີບ​ໂຕ​ສີຂຽວ​ໃຫ້​​ໄດ້​ດີ. ວາງ​ແຜນ​ຍຸດ​ທະ​ສາດອອກ​ມາ​ໄດ້​ແມ່ນ​ຜົນສຳ​ເລັດ​ທີ່ໃຫຍ່​ຫຼວງ, ​ແຕ່​ແຜນ​ຍຸດ​ທະ​ສາດນັ້ນ​ຈະ​ມີ​ຄຸນຄ່າ​ສູງ​ກໍ່​ຕໍ່​ເມື່ອ​ມັນ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິ​ບັດ ​ແລະ​​ຄຸ້ມ​ຄອງ​ກວດກາ​ເປັນ​ຢ່າງ​ດີ. ​ໃນ​ເວລາ​ທີ່​ຜ່ານ​ມາ, ຫວຽດນາມ​ຫາ​ກໍ່​ຜັນ​ຂະຫຍາຍ​ແຜນການ​ຢູ່ 6 ທ້ອງ​ຖິ່ນ ​ແຕ່​ບາງ​ແຜນການ​ຍັງ​ມີ​ລັກສະນະ​ຄຳ​ພີ, ລວມໆ, ລັກສະນະ​ປະຕິບັດ​ເປັນ​ຈິງ​ບໍ່​ສູງ. ຍົກ​ຕົວຢ່າງ, ​ແຜນການ​ຫັນ​ບັນດາ​ພື້ນທີ່​ເບ​ຕົງ​ເປັນ​ສີຂຽວ ​ແມ່ນ​ປະກົດ​ການ​ເຮັດ​ຕາມ​​ແບບ​ເບົ້າ ບົດຮຽນ​ຂອງ​ຕ່າງປະ​ເທດ, ຢູ່​ຕ່າງປະ​ເທດ ​ເຂົາ​ດຳ​ເນີນ​ການ ຫັນບັນດາ​ພື້ນ​ທີ່ເບ​ຕົງ​ເປັນ​ສີຂຽວ​ພາຍຫຼັງ​ທີ່​ໄດ້​ປົກ​ຫຸ້ມ​ໜ້າດິນ​ດ້ວຍ​ສີຂຽວ​ແລ້ວ, ສ່ວນ​ຢູ່​ຫວຽດນາມ ພັດ​ດຳ​ເນີນ​ການ ຫັນບັນດາ​ພື້ນທີ່​ເບ​ຕົງ​ເປັນ​ສີຂຽວຊຶ່ງ​ກ່ອນ​ນັ້ນ ​ເຄີຍ​ໄດ້ຫັນບັນດາ​ພື້ນທີ່​ສີຂຽວເປັນ​ເບ​ຕົງຫຼື​ວ່າຫັນບັນດາ​ພື້ນ​ທີ່ເບ​ຕົງ​ເປັນ​ສີຂຽວຢູ່​​ໃນ​ຕົວ​ເມືອງ, ສ່ວນ​ຢູ່​ນອກ​ກຳ​ແພງ​ນະຄອນ ​ພັດ​ອອກ​ແຮງຫັນ​ສວນ​ໄມ້​ເປັນ​ເບ​ຕົງ”... ສິ່ງ​ທີ່​ຄວນ​ແມ່ນ, ຈົ່ງ​ເຮັດ​ວຽກ​ງານ​ວາງ​ແຜນ​ກຳນົດ​ໃຫ້​ດີ, ຢູ່​ບ່ອນ​ໃດ​ຄວນ​ປູກ​ຕົ້ນ​ໄມ້, ປູກ​ຕົ້ນ​ໄມ້​ຊະນິດ​ໃດ ​ແລະ ປະສົມ​ສ້າງ ກ້າ​ແນວ​ພັນ​ໄມ້ ​ເພື່ອຊ່ວຍ​ໃຫ້​ປະ​ເທດ​ຊາດ​ບ້ານ​ເມືອງຂະ​ຫຍາ​ຍຕົວຢ່າງ​ໝັ້ນຄົງ.

ສາທາ​ລະນະ​ລັດ​ເກົາຫຼີ ​ໄດ້​ຖືກ​ສາກົນ​ຍົກຍ້ອງ​ວ່າ​ເປັນ​ປະ​ເທດໜຶ່ງ​ທີ່​ປະຕິບັດການ​ເຕີບ​ໂຕ​ສີຂຽວ​ເປັນ​ຢ່າງ​ດີ, ປະ​ເທດ​ນີ້​​ໄດ້​ຖອດ​ຖອນ​ບົດຮຽນອັນ​ປະ​ເສີດຕ່າງໆ​ອອກ​ມາຈາກ​ຂະ​ບວນວິວັດ​ການ​ປະຕິບັດ​ການ​ເຕີບ​ໂຕ, ຫວຽດນາມ​ຄວນ​ຄົ້ນຄວ້າ​ບົດຮຽນ​ເຫຼົ່າ​ນັ້ນ ​ເພື່ອໝູນ​ໃຊ້​ໃຫ້ສອດຄ່ອງ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຕົນ. ​ເພື່ອ​ປະຕິບັດ​ແຜນ​ຍຸດ​ທະ​ສາດການ​ເຕີບ​ໂຕ​ສີຂຽວ​ໄດ້​ເປັນ​ຢ່າງ​ດີ, ລັດຖະບານ ສ.​ເກົາຫຼີ ​ໄດ້​ປະກາດ​ໃຊ້​ເອກະສານ​ຕ່າງ​ໆ​ໂດຍ​ໄວ ​ແລະ​ປະຕິບັດ​ເອກະສານ​ເຫຼົ່ານັ້ນ​ເປັນ​ຢ່າງ​ດີ ​ເຊັ່ນ ​ແຜນການ​ຮອບດ້ານ​ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ​ແຜນ​ປຸກ​ກະ​ຕູ້ນຄວາມ​ຕ້ອງການ​ສີຂຽວ, ​ແງ່​ຫວັງ​ຂອງ​ກຳລັງ​ໝູນການ​ເຕີບ​ໂຕ​​ໃໝ່ ​ແລະ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ, ນະ​ໂຍບາຍ​ຮອບດ້ານກ່ຽວ​ກັບ​ການ​ຄົ້ນຄວ້າ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສີຂຽວ, ​ແຜນການ 5 ປີ​ກ່ຽວ​ກັບການ​ເຕີບ​ໂຕ​ສີຂຽວ ສົກ 2009 - 2013... ​ແລະ​ພິ​ເສດ​ແມ່ນ ກົດໝາຍ​ຂອບ​ກ່ຽວ​ກັບການ​ເຕີບ​ໂຕ​ສີຂຽວ. ພ້ອມ​ກັນ​ນັ້ນ, ບັນດາ​ອົງການ​ພາລະ​ບົບາດ, ​ເຊັ່ນ​ຄະນະ​ກຳມາ​ທິການ​ການ​ເຕີບ​​ໂຕ​ສີຂຽວ ສັງກັດ​ປະທານາທິບໍດີ, ສະ​ຖາ​ບັນ​ຄົ້ນຄວ້າ​ການ​ເຕີບ​ໂຕ​ສີຂຽວທົ່ວ​ໂລກ ກໍ່​ໄດ້​ຖືກ​ສ້າງ​ຕັ້ງຂຶ້ນ. ລະບົບ​ນະ​ໂຍບາຍ​ກ່ຽວ​ກັບການ​ເຕີບ​ໂຕ​ສີຂຽວຂອງ ສ.​ເກົາຫຼີ ນັບ​ແຕ່​ແຜນ​ຍຸດ​ທະ​ສາດ​ມະຫາ​ພາກ ​ເຖິງ​ບັນດາ​ນະ​ໂຍບາຍ​ຕາມ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່ລະ​ໄລຍະ ດ້ວຍ​ບັນດາ​ເນື້ອ​ໃນ​ອັນ​ລະອຽດ ກໍ່​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ໂດຍ​ໄວ.

ທີ​ສາມ, ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ເພື່ອການ​ເຕີບ​ໂຕ​ສີຂຽວ. ການ​ໂລກາ​ພິວັດ​ໄດ້​ເປີດ​ໂອກາດ​ໃໝ່​ຫຼາຍ​ຢ່າງ ຊ່ວຍ​ໃຫ້​ຫວຽດນາມ​ປະຕິບັດການ​ເຕີບ​ໂຕ​ສີຂຽວຢ່າງ​ໄວ ​ແລະ​ມີ​ປະສິດທິ​ຜົນ; ​ເພື່ອນຳ​ໃຊ້​ໂອກາດ​ເຫຼົ່າ​ນັ້ນ​ໄດ້​ຢ່າງ​ສຸດ​ຂີດ, ຫວຽດນາມ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງສາກົນ ​ແລະ​ບັນດາ​ປະ​ເທດ​ນຳ​ໜ້າ​ກະ​ແສ​ຟອງ​ສີຂຽວ ​ເພື່ອ​​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ຄົ້ນຄວ້າ​ຮ່ຳຮຽນ​ບົດຮຽນ​ປະສົບ​ການ ​ເພື່ອ​ປັບປຸງ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບການ​ເຕີບ​ໂຕ​ສີຂຽວ, ກໍ່ສ້າງ​ແຜນການການ​ເຕີບ​ໂຕ​ສີຂຽວ​ໃຫ້​ບັນດາ​ທ້ອງຖິ່ນ ກະຊວງ ຂະ​ແໜງ​ການ ຢ່າງ​ມີ​ວິທະຍາສາດ ສອງ​ຄ່ອງ​ເໝາະ​ສົມ; ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ປະກອບສ່ວນກໍ່ສ້າງລະບົບ​ນິຕິ​ທຳ​ໃຫ້​ແກ່ການ​ເຕີບ​ໂຕ​ສີຂຽວ ທີ່​ສົມບູນ​ແລະ​ມີ​ຜົນ​ສັກສິດ​ໃນ​ເວລາ​ໄວ​ທີ່​ສຸດ; ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ບັນດາ​ປະ​ເທດ ບັນດາ​ບໍລິສັດ​ຂ້າມ​ຊາດ ​ເພື່ອ​ປະຕິບັດ​ແຜນ​ຍຸດ​ທະ​ສາດການ​ເຕີບ​ໂຕ​ສີຂຽວ ​ແລະ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ທີ່​ຮັບ​ໃຊ້​ໃຫ້​ແກ່​ລະບົບ​ເສດຖະກິດ​ສີຂຽວ ​ໂດຍ​ຜ່ານ​ບັນດາ​ໂຄງການ​ກໍ່ສ້າງ​ຄູ, ແລກປ່ຽນນັກຮຽນ​ນັກ​ສຶກສາ, ສ້າງ​ໂຄງການ​ກໍ່ສ້າງ​ພະນັກງານ, ກໍ່ສ້າງ​ຫຼັກສູດ​ການ​ສອນ​ການ​ຮ່ຳຮຽນສຶກສາ, ປະກອບ​ພື້ນຖານ​ວັດຖຸ​ໃຫ້​ແກ່​​ໂຮງຮຽນ​ກໍ່ສ້າງ​ພະນັກງານ​.../.

ຂຽນ​ໂດຍ:  ສຈ.ດຣ.ດວ່າ​ນທີ້​ໂຮ່ງ​ເວິນ, ມະຫາວິທະຍາ​ໄລ​ເສດຖະກິດ​ນະຄອນ​ໂຮ່ຈີ​ມິນ.
ກິມງອກ​ຕວົນ, ມະຫາວິທະຍາ​ໄລ​ວູບ​ເປີ​ຕານ (ສະຫະພັນ​ສາທາລະນະ​ລັດ ​ເຢຍລະ​ມັນ)

* ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ - ສະບັບ​ທີ 862 (​ເດືອນສິງຫາ 2014)