ວ.ກ - ສັນຍາ​ວ່າ​ດ້ວຍຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດຂ້າມ​ປາຊີ​ຟິກ ​ແມ່ນ​ສັນຍາ ຂໍ້ຕົກລົງ​ການ​ຄ້າ​ເສລີ​ໜຶ່ງ ທີ່​ມີ​ຈຸດປະສົງ​ເຊື່ອມ​ໂຍງ​ບັນດາ​ລະ​ບົບ​ເສດຖະກິດ ຢູ່​ໃນພາກ​ພື້ນ ອາຊີ-ປາຊີ​ຟິກ. ມາ​ເຖິງ​ປັດຈຸບັນ, ​ໄດ້​ດຳ​ເນີນ​ການ​ເຈລະຈາ​ເປັນ​ທາງ​ການ 19 ຮອບ ​ແລະ​ການ​ເຈລະຈາ​ບໍ່​ເປັນ​ທາງ​ການ​ຮອບ​ໜຶ່ງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 12 ປະ​ເທດ​ ທີ່​ມີ​ລະດັບ​ການ​ພັດທະນາ​ເສດຖະກິດ​ຕ່າງ​ກັນ. ​ເພາະສະ​ນັ້ນ, ການ​ຄົ້ນຄວ້າ​ຮັບ​ຮູ້​ໂອກາດ​ ແລະ​ສິ່ງ​ທ້າ​ທາຍທີ່ສັນຍາ​ສະບັບ​ນີ້ນຳ​ມາ​ໃຫ້ ຢ່າງຮອບດ້ານ​ ​ເພື່ອບັນລຸ​ເຖິງ​ຜົນ​ປະ​ໂຫຍ​ດຫຼາຍ​ສຸດ, ກີດ​ກັ້ນ​ແລະ​ຫລຸດຜ່ອນຄວາມ​ອັບປະ​ໂຫຍ​ດທີ່​ອາດ​ຈະ​ເກີດ​ຂຶ້ນ​ນັ້ນ ແມ່ນມີ​ຄວາມ​ສຳຄັນ​ທີ່​ສຸດຕໍ່​ກັບບັນດາ​​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ເວົ້າ​ລວມ ​ແລະ​ຫວຽດນາມ​ເວົ້າ​ສະ​ເພາະ.

ທ່ານເຈືອງເຕິນຊາງ ປະທານປະເທດຫວຽດນາມ ເຂົ້າຮ່ວການພົບປະຂັ້ນສູງ ຂອງສັນຍາວ່າດ້ວຍຄູ່ຮ່ວມເສດຖະກິດ ຍຸດທະສາດຂ້າມປາຊີຟິກ. (Ảnh: TTXVN)

ສັນຍາ​ວ່າ​ດ້ວຍຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດຂ້າມ​ປາຊີ​ຟິກ: ການ​ກໍ່ຮ່າງສ້າງ​ຕົວ ​ແລະບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ການ​ໂຕ້​ຖຽງ​ກັນ​ຢູ່

ສັນຍາ​ວ່າ​ດ້ວຍຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດຂ້າມ​ປາຊີ​ຟິກ (Trans-Pacific Strategic Economic Partnership Agreement – TPP) ສະບັບ​ທຳ​ອິດ​ຖືກ​ຕົກລົງ​ກັນໃນ​ເດືອນ​ມິຖຸນາ 2005 ລະຫວ່າງ 4 ປະ​ເທດ​ຄື ບຣູ​ໄນ, ສິງກະ​ໂປ, ຊີ​ເລ ​ແລະ ນູ​ແວນ​ເຊ​ລັງ. ຍ້ອນ​ມີ​ພຽງ 4 ປະ​ເທດ​ເຂົ້າ​ຮ່ວມ​ດັ່ງ​ນັ້ນ​ມັນຈຶ່ງ​ໄດ້​ເອີ້ນ​ວ່າ​ ສັນຍາ​ປາຊີ​ຟິກ-4. ຈຸດໝາຍ​ຂອງ​ການ​ເຈລະຈາ​ສັນຍາ​ສະບັບ​ນີ້​ແມ່ນ ​ເພື່ອ​ສ້າງສັນ​ຍາທີ່​ເປັນ​ແບບຢ່າງ​ດຶງ​ດູດ​ໃຫ້​ບັນດາ​ປະ​ເທດ​ປາຊີ​ຟິກ​ເຂົ້າ​ຮ່ວມ. ​ພາຍຫຼັງ​ທີ່​ການ​ເຈລະຈາສັນຍາ​ປາຊີ​ຟິກ-4 ສິ້ນສຸດ​ລົງ, 4 ປະ​ເທດ​ດັ່ງກ່າວ​ໄດ້​ເປີດ​ກວ້າງ​ເນື້ອ​ໃນ​ເຈລະຈາ ຊຶ່ງລວມມີ​ການ​ບໍລິການ​ແລະ​ການ​ລົງທຶນ​ການ​ເງິນ. ​ແຕ່​ເດືອນມີນາ 2008, ສະຫະລັດ​ອາ​ເມຣິກາ​ເລີ່​ມ​ເຂົ້າ​ຮ່ວມການ​ເຈລະຈາ​ສັນຍາ TPP ​ເປີດ​ກວ້າງ ​ແລະ​ເດືອນ​ກັບ​ຍາ 2008 ​ໄດ້​ເຂົ້າ​ຮ່ວມ​ເປັນ​ທາງ​ການ​ໃນ​ການ​ເຈລະຈາ​ຢ່າງ​ຄົບ​ຖ້ວນ. ອົດ​ສະຕຣາລີ, ​ເປຣູ ​ແລະ​ຫວຽດນາມ ​ກໍ່​ເລີ່​ມຕິດຕາມ​ການ​ເຈລະຈາ TPP. ມາ​ເລ​ເຊຍ ​ເປັນ​ສະມາຊິກ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາສັນຍາ TPP ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ຕຸລາ 2010(1). ​ຫວຽດນາມ​ເປັນ​ຜູ້​ສັງ​ເກດ​ການ​ຂອງ​ວິວັດ​ການ​ເຈລະຈາສັນຍາ TPP ​ນັບແຕ່​ຮອບການ​ເຈລະຈາ​ທຳ​ອິດ ​ແລະ​ເປັນ​ສະມາຊິກ​ເປັນ​ທາງ​ການ​ແຕ່​ເດືອນ​ພະຈິກ 2010.

​ໃນ​ກອງ​ປະ​ຊຸມ​ຂັ້ນ​ສຸດ​ຍອດ​ ຂອງ​ເວທີ​ປາ​ໄສການ​ຮ່ວມ​ມື​ເສດຖະກິດອາຊີ-ປາຊີ​ຟິກ (Asia-Pacific Economic Cooperation - APEC) ຢູ່​ນະຄອນ​ໂຮ​ໂນ​ລູລູ (ຮາ​ວາຍ, ສະຫະລັດ​ອາ​ເມຣິກາ) ​ເດືອນ​ພະຈິກ 2011, ບັນດາ​ການ​ນຳ​ຂອງ 9 ປະ​ເທດ​ທີ່​ຮ່ວມ​ການ​ເຈລະຈາສັນຍາ TPP ​ໄດ້​ເປັນ​ເອກະ​ພາບ​ປະກາດ​ຖະ​ແຫຼ​ງຈຸດໝາຍ​ຂອງ TPP ​ເປີດ​ກວ້າງ ​ແລະ TPP ​ໄດ້​ກາຍ​ເປັນຕົວ​ແບບ​ໃໝ່​ແຫ່ງ​ສັນຍາ​ຮອບດ້ານທີ່​ມີ​ລັກສະນະ​ພາກ​ພື້ນ ​ໃຫ້​ແກ່​ຮຸ້ນ​ຄົນ​ອະນາຄົດ​ໃນ​ສະຕະວັດ​ທີ XXI ກ່ຽວ​ກັບ​ການ​ຄ້າ​ເສລີ​ແລະ​ການ​ລົງທຶນ​ເສດ​ລີ ຕໍ່​ກັບ​ບັນຫາການ​ຄ້າ​ໃໝ່​ແລະ​ການ​ຄ້າ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ຂອບ APEC 2013, ບັນດາ​ການ​ນຳ​ຂອງ​ບັນດາ​ປະ​ເທດ​ TPP ​ໄດ້​ຢືນຢັນວ່າ ດ້ວຍ​ບັນດາ​ມາດຕະ​ຖານທີ່​ນຳ​ໜ້າ​ໃຫ້​ແກ່​ບັນດາ​ກະຕິ​ກາ​ການ​ຄ້າ​ໃໝ່​ TPP ຈຶ່ງ​ເປັນ​ຕົວ​ແບບ​ໃໝ່​ໃຫ້​ແກ່​ສັນຍາ​ການ​ຄ້າ​ໃນ​ອະນາຄົດ ​ແລະ​ເປັນ​ປະຖົມ​ປັດ​ໃຈ​ເພື່ອ​ກ້າວ​ເຖິງ​ຈຸດໝາຍ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຢູ່ອາຊີ-ປາຊີ​ຟິກ(2).

ມາ​ເຖິງ​ປັດຈຸບັນ, ມີ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນຍາ TPP, ກວມ​ດ້ວຍ ນູ​ແວນ​ເຊລັງ, ບຣູ​ໄນ, ກາ​ນາ​ດາ, ຊີ​ເລ, ສະຫະລັດ​ອາ​ເມຣິກາ, ມາ​ເລ​ເຊຍ, ​ເມັກ​ຊິກ, ຍີ່ປຸ່ນ, ອົດ​ສະຕຣາລີ,​ ເປຣູ, ສິງກະ​ໂປ ​ແລະ​ຫວຽດນາມ. 12 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາສັນຍາ TPP ນີ້ ລ້ວນ​ແຕ່​ເປັນ​ສະມາຊິກ​ຂອງ APEC. ​ເບິ່ງ​ລວມ, ການ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ທີ່​ມີ​ຄຸນ​ນະພາ​ບສູງ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ​ເພີ່ມ​ທະວີ​ການ​ຫັນ​ເປັນ​ວິຊາສະ​ເພາະ ​ແລະ​ເຂົ້າ​ຮ່ວມ​ການ​ແບ່ງ​ງານ​ສັງຄົມ, ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​, ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ, ດຶງ​ດູດ​ການ​ລົງທຶນ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມທີ່​ມີ​ເຕັກ​ໂນ​ໂລ​ຢີ​ແຫຼ່ງພື້ນຖານ, ຍົກ​ສູງຄວາມ​ສາມາດ​ແກ່ງ​ແຍ້​ງ, ສວຍ​ໃຊ້​ໂອກາດ​ດີ​ທີ່​ມາ​ຈາກ​ການ​ເຂົ້າ​ຮ່ວມ​ຕະຫຼາດ​ເສລີ​ ເພື່ອສ້າງສາ​ພັດທະນາ​ປະ​ເທດ.

ທຽບ​ກັບ​ບັນດາ​ສັນຍາ​ການ​ຄ້າ​ເສລີອື່ນ (Free Trade Agreement - FTA), TPP ​ເປັນ​ຕົວ​ແບບ​ທີ່ນຳ​ໜ້າ​ແລະ​ຮອບດ້ານ ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ທີ່​ກ່ຽວ​ພັນ​ເຖິງ​ການ​ຄ້າ​ເປັນ​ມູນ​ເຊື້ອ ​ແລະ​ການ​ຄ້າ​ໃໝ່. ລະດັບ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ກັນ​ຂອງ TPP ສູງ​ກວ່າ, ຂອບ​ເຂດ​ການ​ສັນຍາ​ກໍ່ກວ້າງ​ກວ່າທຽບກັບ​ບັນດາ FTA ອື່ນ. ຫຼາຍ​ຂົງ​ເຂດ​ທີ່​ບໍ່​ຂຶ້ນ​ກັບ​ເ​ສດຖະກິດ​ກໍ່​ໄດ້​ເອົາ​ເຂົ້າ​ໃນ​ການ​ເຈລະຈາ ​ເຊັ່ນ​ບັນຫາ​ເສລີພາບ​ຂອງ​ກຳມະບານ; ການ​ຊື້​ເຄື່ອງ​ໃຊ້​ໄມ້​ສອຍ​ຂອງ​ລັດຖະບານ; ບັນຫາ​ສິ່ງ​ແວດ​ລ້ອມ… ສັນຍາ​ການ​ຄ້າ​ນີ້​ກວມ​ລວມບັນດາ​ຂົງ​ເຂດ​ອັນ​ພື້ນຖານ, ນັບ​ແຕ່​ການ​ຄ້າຂາຍ​ສິນຄ້າ ການຄ້າບໍລິການ ຈົນ​ເຖິງ​ບັນດາ​ບັນຫາ​ໃໝ່ ​ເຊັ່ນ​ການ​ຊື້​ເຄື່ອງ​ໃຊ້​ໄມ້​ສອຍ​ຂອງ​ລັດຖະບານ, ນະ​ໂຍບາຍ​ການ​ແກ່ງ​ແຍ້​ງ, ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ, ​ແຮງ​ງານ... ການ​ຫລຸດຜ່ອນ​ຍົກ​ເວັ້ນພາສີ​ສຸລະກາກອນ ຍາມ​​ໃດ​ກໍ່​ແມ່ນ​ບັນຫາ​ສຳຄັນ​ໃນ FTA ໜຶ່ງ. ​ໂດຍ​ແລ້ວ​ແຕ່​ຄູ່​ຮ່ວມ​ການ​ຄ້າ, ການ​ຫລຸດຜ່ອນ​ຍົກ​ເວັ້ນພາສີ​ສຸລະກາກອນຕໍ່​ກັບ “ການ​ຄ້າ​ເກືອບ​ທັງ​ໝົດ” ຈະ​ເປັນ​ຈຸດ​ໜັກ​ໃຈກາງ​ຂອງ​ການ​ເຈລະຈາ.

ດ້ວຍ​ບັນດາ​ການ​ຄ້າ​ມູນ​ເຊື້ອ ​ແລະ​ການ​ຄ້າ​ບໍ່​ເປັນ​ມູນ​ເຊື້ອ, ຜ່ານ​ການ​ເຈລະຈາ​ຮອບ​ຕ່າງໆ, ບັນຫາ​ສັບສົນ​ທີ່​ສຸດ​ຂອງ TPP ​ແມ່ນ​ເຈລະຈາ​ກ່ຽວ​ກັບ​ກຳມະສິດ​ພູມ​ປັນຍາ, ການ​ເຂົ້າ​ເຖິງ​ຕະຫຼາດ, ວິ​ສາ​ຫະກິດ​ແຫ່ງ​ລັດ ​ແລະ​ສິ່ງ​ແວດ​ລ້ອ​ມ.

​ແງ່​ຫຼ່ຽມທີ່​ກໍ່​ໃຫ້​ເກີດ​ການ​ຖົກ​ຖຽງ​ກັນ​ໃນ​ບັນຫາກຳມະສິດ​ພູມ​ປັນຍາ ​ແມ່ນ​​ໄລຍະ​ເວລາປົກປ້ອງ​ເອກະສິດ​ຂໍ້​ມູນ ​ໃຫ້​ແກ່​​ເພສັດຊີວະ​ວິທະຍາ ກໍ່​ຄື​ບັນດາ​ຂໍ້​ກຳນົດ​ລວມກ່ຽວ​ກັບສິດ​ກຳມະສິດ​ພູມ​ປັນຍາ ​ໃນ​ເພສັດຊະກຳ. ຮ່າງ​ຂໍ້​ຕົກລົງ​ຕາມ​ການສະ​ເໜີ​ຂອງ​ສະຫະລັດ​ອາ​ເມຣິກາ​ທີ່​ກໍ່​​ໃຫ້​ເກີດ​ການ​ຖົກ​ຖຽງຫຼາຍ​ ​ແມ່ນ​ກ່ຽວ​ພັນ​ເຖິງ​ຂໍ້​ຄິດ​ປະດິດ​ເພສັດຊະກຳ, ​ຜະລິດ​ຕະພັນເຄມີ​ສາດ, ​ເອກະສິດ​ຂໍ້​ມູນ, ການຊີ້​ແນະພູມພາກ ​ແລະ​ລິກຂະ​ສິດ...(3). ບັນດາຂໍ້ສະ​ເໜີ​ຂອງ​ສະຫະລັດ​ອາ​ເມຣິກາ ທີ່​ກ່ຽວ​ພັນ​ເຖິງເພສັດຊະກຳ ​ແລະ​ຜະລິດ​ຕະພັນເຄມີ​ສາດ ລ້ວນ​ແຕ່​ແນ​ໃສ່​ແກ່ຍາວ​ກຳນົດ​ເວລາປົກປ້ອງ​ຂໍ້​ຄິດ​ປະດິດ​ສ້າງ ​ເພື່ອ​ສ້າງ​ໂອກາດ​​ໃຫ້ບັນດາ​ກຸ່ມ​ບໍລິສັດ​ເພສັດຊະອຸດສາຫະກຳ ຊົດ​ເຊີຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄົ້ນ​ຄວ້າ​ປະ​ຢຸກຂໍ້​ຄິດ​ປະດິດ​ສ້າງ​ນັ້ນ ​ແລະ​ເກັບ​ເອົາ​ຜົນ​ກຳ​ໄລ​ໄດ້​ຍິ່ງຫຼາຍ​ຍິ່ງ​ດີ. ນຳ​ໃຊ້​ກຳນົດ​ເວລາ​ປົກປ້ອງ ອາລັກຂາ​ທີ່​ສົມ​ເຫດ​ສົມ​ຜົນ ຈະ​ຮັບປະກັນ​ຄວາມ​ສົມ​ດູນ​ດ້ານ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ເຈົ້າ​ຂອງ​ສິດທິ (ຜູ້​ຖື​ກຳມະສິດ​ຄວາມ​ຄິດ​ປະດິສ້າງ) ກັບ​ຜົນ​ປະ​ໂຫຍ​ດຂອງ​ມະຫາຊົນ. ​ແຕ່​ວ່າ, ຖ້າ​ຫາກ​ກຳນົດ​ເວລາປົກປ້ອງຂໍ້ຄິດ​ປະດິດ​ສ້າງ​ຖືກ​ແກ່ຍາວ, ມະຫາຊົນ​ຈະ​ຕ້ອງ​​ເຂົ້າ​ເຖິງເພສັດ​ຕາມ​ລາຄາ​ທີ່​ບັນຈຸ​ສິດ​ກຳມະສິດ​ອຸດສາຫະກຳຕໍ່​ກັບ​ຄວາມ​ຄິດ​ປະດິດ​ນັ້ນ​ ໃນ​ເວລາ​ຍາວ​ນານ​ກວ່າ; ຫຼືເວົ້າ​ຢ່າງ​ອື່ນ​ແມ່ນ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນປົວ​ພະຍາດ​ຈະ​ແພງ​ກວ່າ ​ໃນ​ໄລຍະ​ເວລາ​ຍາວ​ນານ​ກວ່າ.

ຄຽງ​ຂ້າງ​ນັ້ນ, ມາດຕະຖານປົກ​ປ້ອງ​ລິກຂະ​ສິດ​ສູງກວ່າ​ຕໍ່​ກັບ​ບາງ​ປະ​ເພດ​ວັນນະຄະດີ, ສິນລະປະກຳ, ວິທະຍາສາດ ມີ​ຄວາມ​ໝາຍ​ຄື​ກັນ​ກັບ​ການ​ຫລຸດຜ່ອນ​ໂອກາດ​ເຂົ້າ​ເຖິງ​ກັບ​ປັນຍາ​ຄວາມ​ຮູ້​ແຫ່ງ​ມະ​ນຸດ​ຊາດ ຂອງ​ປະຊາຊົນ​ແລະ​ບຸກຄົນ, ​ເປັນ​ຕົ້ນ​ແມ່ນ​ຜູ້​ທີ່​ມີ​ລາຍ​ຮັບ​ລາຍ​ໄດ້​ໜ້ອຍ ຊຶ່ງ​ຈະ​ຕ້ອງ​ແບກ​ຫາບ​ຄ່າ​ໃຊ້​ຈ່າຍ​ລິກຂະ​ສິດ​ແພງ​ກວ່າ ສູງ​ກວ່າ​ຄວາມ​ສາມາດ​ຂອງ​ຕົນ ​ໃນ​ວິວັດ​ການ​ຊົມ​ໃຊ້​ບັນດາ​ຄຸນຄ່າ​ສິນລະປະ ວັນນະຄະດີ ​ແລະ​ປັນຍາ​ຄວາມ​ຮູ້...

ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ທັດສະນະ​ສະ​ແດງ​ອອກ​ໃນ​ການ​ກຳນົດ​ກ່ຽວ​ກັບ​ວິ​ສາຫະກິດ​ແຫ່ງ​ລັດ ທີ່​ກ່ຽວ​ພັນ​ເຖິງ​ຄວາມ​ສຳນຶກ ​ແລະ​ການ​ນຳ​ໃຊ້​ຫຼັກການ​ຕໍ່​ກັບ​ວິ​ສາ​ຫະກິດ​ແຫ່ງ​ລັດ. ທາງ​ດ້ານ​ທິດ​ສະ​ດີ, ກະຕິ​ກາ​ລວມ​ໃນ​ບັນດາ FTA ທີ່​ນຳ​ໃຊ້ຕໍ່​ກັບ​ວິ​ສາ​ຫະກິດ​ແຫ່ງ​ລັດ ​ແມ່ນ​ບໍ່​ຈຳ​ແນ​ກການ​ປະພຶດ. ລັດ​ຄຸ້ມ​ຄອງ​ດີ​ແນ​ໃສ່​ຮັບປະກັນ​ໃຫ້ວິ​ສາ​ຫະກິດ​ແຫ່ງ​ລັດ​ເຄົາລົບ​ນັບຖື​ກົດໝາຍ, ຕ້ານ​ການ​ໃຫ້​ສິນ​ບົນ ​ແລະ​ບໍ່​ສະໜອງ​ທຶນ​ບຸລິມະສິດ​ໃກ້​ແກ່ວິ​ສາ​ຫະກິດ​ແຫ່ງ​ລັດ…(4). ບັນດາ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ມາ​ເລ​ເຊຍ ຄັດຄ້ານ​ຂໍ້​ສະ​ເໜີ​ນີ້. ກະຕິ​ກາ​ນີ້​ຕ້ອງ​ໄດ້​ເຈລະຈາ​ຢ່າງ​ລະອຽດ​ ບົນ​ພື້ນຖານຫຼັກການບໍ່​ມີ​ການ​ຄັດຄ້ານ​ຂອງ​ປະ​ເທດ​ສະມາຊິກ​ອື່ນ. ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ TPP ທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ​ສິງກະ​ໂປ ​ເດືອນ​ກຸມພາ 2014, ບັນດາ​ປະ​ເທດ​ໄດ້​ເປັນ​ເອກະ​ພາບກັນ​ຮັດ​ແຄບ​ຂອບ​ເຂດ​ນຳ​ໃຊ້​ບັນດາກະຕິ​ກາ​ຕໍ່​ກັບວິ​ສາ​ຫະກິດ​ແຫ່ງ​ລັດ. ລັດຖະບານ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາສັນຍາ TPP ຈະ​ບໍ່​ຖືກ​ຈຳກັດ​ໃນ​ການ​ຊ່ວຍ​ໜູນ​ໃຫ້​ແກ່ວິ​ສາ​ຫະກິດ​ແຫ່ງ​ລັດ ​ເມື່ອວິ​ສາ​ຫະກິດ​ແຫ່ງ​ລັດນັ້ນສະໜອງ​ການ​ບໍລິການ​ໃຫ້​ຕະຫຼາດ​ພາຍ​ໃນ​ປະ​ເທດ. ບັນດາ​ຫຼັກການ​ກ່ຽວ​ກັບ​ການ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ ທີ່​ບັນດາປະ​ເທດ​ກຳລັງ​ເຈລະຈາ​ ເພື່ອ​ເອົາ​ເຂົ້າ​ໃນ​ໝວດວິ​ສາ​ຫະກິດ​ແຫ່ງ​ລັດ​ ໃນ​ສັນຍາ TPP, ຖ້າ​ຫາກ​ມີ, ກໍ່​ຈະ​ພຽງ​ແຕ່​ນຳໃຊ້​ໃຫ້​ແກ່​ບັນດາວິ​ສາ​ຫະກິດ​ແຫ່ງ​ລັດທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດຜະລິດ​ສິນຄ້າ ​ແລະ ບັນດາວິ​ສາ​ຫະກິດ​ແຫ່ງ​ລັດທີ່​ສະໜອງ​ການ​ບໍລິການ​​ໄປ​ຍັງ​ຕ່າງປະ​ເທດ.

ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມປາຊີ​ຟິກ ​ເລັງ​ໃສ່​ເຊີດ​ຊູ​​ສັນຍາ​ອື່ນໆ​ທີ່​ໄດ້​ຜູກ​ມັດ​ບັນດາ​ປະ​ເທດຄູ່ຮ່ວມ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ. ຄຽງ​ຂ້າງນັ້ນ, TPP ວາງ​ຂໍ້​ກຳນົດ​ທີ່​ມີ​ລັກສະນະ​ບັງຄັບ ກ່ຽວ​ກັບ​ການ​ອະນຸຮັກສັດ​ພືດ​ປ່າ​ປ່ຽວ ​ແລະ​ກຳນົດ​ວ່າ ການ​ຊ່ວງ​ຊີງ​ກັນ​ດ້ານ​ສິ່ງ​ແວດ​ລ້ອມ ຈະ​ໄດ້​ແກ້​ໄຂ​ຕາມ​ກົນ​ໄກ​ແກ້​ໄຂການ​ຊ່ວງ​ຊີງ ທີ່​ນຳ​ໃຊ້​ລວມ​ໃຫ້​ຂົງ​ເຂດ​ອື່ນ​ທັງ​ໝົດ.

ຄວາມ​ຫຍຸ້ງຍາກ​ໜຶ່ງ​ອີກ ​ແມ່ນກ່ຽວ​ພັນ​ກັບ​ຂໍ້​ສະ​ເໜີ​ຂອງ​ສະຫະລັດ​ອາ​ເມຣິກາທີ່​ຮຽກຮ້ອງ​ໃຫ້​ນຳ​ໃຊ້​ກົນ​ໄກ​ແກ້​ໄຂ​ການ​ຊ່ວງ​ຊີງ​ດ້ານການ​ລົງທຶນ​ແຫ່ງ​ລັດ (Investor-State dispute settlement - ISDS) ດ້ວຍ​ຂອບ​ເຂດ​ກວ້າງ​ທີ່​ສຸດ, ​ໃນ​ນັ້ນ​ ໄດ້​ເປີດ​ກວ້າງ​ການ​ນຳ​ໃຊ້​ຕໍ່​ກັບ​ລາຍການ​ລົງທຶນ​ບໍລິການ​ການ​ເງິນ. ຖ້າ​ຫາກ​ແກ້​ໄຂ​ຕາມ​ການສະ​ເໜີ​ຂອງ​ສະຫະລັດ​ອາ​ເມຣິກາ, ກໍ່​ຈະ​ເປັນ​ການວາງ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ອັນ​ໜັກໜ່ວງ​ຕໍ່​ກັບປະ​ເທດຮັບ​ການ​ລົງທຶນ​ໃນ​ການ​ພົວພັນ​ກັບ​ນັກ​ລົງທຶນ​ຕ່າງປະ​ເທດ(5). ຂໍ້​ກຳນົດ​ນີ້​ອາດ​ຈະ​ເປັນ​ຜົນ​ຮ້າຍ​ຍ້ອນ​ມັນ​ກໍ່​ໃຫ້​ເກີດ​ການຈຳ​ແນ​ກການ​ປະພຶດ​ຫຼາຍ​ພໍ​ຄວນ ລະຫວ່າງ​ນັກ​ລົງທຶນ​ຕ່າງປະ​ເທດ ​ແລະ​ນັກ​ລົງທຶນ​ໃນ​ປະ​ເທດ, ​ໃນ​ນັ້ນ​ໄດ້​ໃຫ້​ສິດ​ພິ​ເສດ ​ແລະຄວາມ​ສະດວກແກ່ນັກ​ລົງທຶນ​ຕ່າງປະ​ເທດຫຼາຍ​ກວ່າ. 

​ແຮງ​ງານ​ແມ່ນ​ບັນຫາ​ທີ່​ໄດ້​ເອົາ​ເຂົ້າ​ໃນການ​ເຈລະຈາ​ສັນຍາ TPP ​ແລະ​ກໍ່​ໃຫ້​ເກີດ​ການ​ແບ່ງ​ແຍກ​​ໃນ​ທັດສະນະ ລະ​ຫວ່າ​ງບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ ​ແລະ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ. ສະຫະລັດ​ອາ​ເມຣິກາ​ໄດ້​ເນັ້ນ​ໜັກ​ບັນຫາ​ແຮງ​ງານ​ເປັນ​ພິ​ເສດ ​ແລະ ມີ​ຄວາມ​ຮຽກຮ້ອງ​ສູງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ບັນຫາ​ແຮງ​ງານ(6). ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ກະທົບກະ​ເທືອ​ນ​​ໄວ ​ແລະ​ມີ​ຄວາມ​ເຂົ້າ​ໃຈ​ແຕກ​ຕ່າງ​ກັນ​ ລະຫວ່າງບັນດາ​ປະ​ເທດ​ເຈລະຈາ​ສັນຍາ TPP ນັ້ນ​ແມ່ນ​ບັນຫາກ່ຽວພັນ​ເຖິງ​ສິດ​ເສລີພາບ​ໃນ​ການ​ສ້າງ​ສະມາຄົມ (ກຳມະບານ), ສິດ​ແຊກ​ແຊງ​ເຂົ້າ​ໃນ​ກໍລະນີ​ນຳ​ໃຊ້​ແຮງ​ງານ​ເດັດ​ນ້ອຍ, ສິດ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ການ​ແກ້​ໄຂ​ການ​ພິພາດ​ດ້ານ​ແຮງ​ງານ...

ຜົນ​ກະທົບ​ຕ່າງໆ ​ຕໍ່​ກັບ​ຫວຽດນາມ​ເມື່ອ​ເຂົ້າ​ຮ່ວມ​ໃນ​ສັນຍາ TPP

​ໃນ​ຈຳນວນ 11 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ TPP, ຫວຽດນາມ​ໄດ້​ມີ​ສັນຍາ FTA ກັບ 7 ປະ​ເທດ​ໂດຍ​ຜ່ານ​ຂອບ​ອາ​ຊຽນ ​ແລະ​ບັນດາ​ສັນຍາ​ສອງ​ຝ່າຍ (ກັບ​ຊີ​ເລ ​ແລະ​ຍີ່ປຸ່ນ). ຫວຽດນາມ ​ແລະສະຫະລັດ​ອາ​ເມຣິກາ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ. ປັດຈຸບັນ ມີ​ແຕ່​ເປຣູ ​ແລະ ເມັກ​ຊິກ ​ແມ່ນຍັງ​ບໍ່​ທັນ​ມີ​ສັນຍາຕົວ​ຈິງກັບຫວຽດນາມ, ​ແລະກາ​ນາ​ດາພວມ​ພິຈາລະນາ​ການ​ເຈລະຈາ FTA ​ໃນ​ຂອບ​ອາ​ຊຽນ.

​ເຂົ້າ​ຮ່ວມ​ໃນ TPP ອາດ​ຈະ​ນຳ​ມາ​ຊຶ່ງ​ການ​ເຕີບ​ໂຕລວມ​ໃຫ້​ແກ່​ລະບົບ​ເສດຖະກິດຫວຽດນາມ, ​ແຕ່​ວ່າ, ມີ​ຫຼາຍ​ເນື້ອ​ໃນ​ທີ່​ສຸດ​ທີ່ຫວຽດນາມຕ້ອງ​ພິຈາ​ລະ​ນາ ຄົ້ນຄວ້າ​ຢ່າງ​ລະອຽດ ​ເພື່ອ​ສວຍ​ໃຊ້​ໂອກາດ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ, ​ເພີ່ມ​ທະວີ​ການ​ຫັນ​ເປັນ​ວິຊາ​ສະ​ເພາະ ​ແລະສວຍ​ໃຊ້​ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ແບ່ງ​ງານ ​ເມື່ອ​ເຂົ້າຮ່ວມ​ຕະຫຼາດ​ການ​ຄ້າ​ເສລີ, ​ແນ​ໃສ່​ບັນລຸ​ເຖິງຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ສູ​ງສຸດ.

ດ້ວຍ​ລະດັບ​ການ​ພັດທະນາ​ຕ່ຳ​ກວ່າ​ທຽບກັບ​ບັນດາ​ຄູ່​ຮ່ວມ​ໃນ TPP, ໜຶ່ງ​ໃນ​ບັນດາ​ສິ່ງ​ທ້າ​ທາຍຕໍ່​ກັບຫວຽດນາມ​ຄື ​ການ​ຄ້າ​ທາງ​ລົບ​ນັບ​ມື້​ເພີ່ມ​ຂຶ້ນ ​ແລະ ການ​ເງິນກໍ່​ບໍ່​ໝັ້ນຄົງ ​ມັກ​ຖືກ​ເສຍ​ຫາຍ​ງ່າຍ. ​ເມື່ອ​ເຂົ້າ​ຮ່ວມ TPP, ຫວຽດນາມອາດ​ຈະ​ເສີມ​ຂະຫຍາຍທ່າ​ໄດ້​ປຽບ​ຈາກ​ບັນດາ​ຂະ​ແໜງ​ສິນຄ້າທີ່​ຕົນ​ມີ​ທ່າ​ແຮງ, ​ແຕ່​ວ່າ, ການ​ສວຍ​ໃຊ້​ການ​ມ້າງ​ຮົ້ວ​ພາສີ​ສຸນ​ລະກາ​ກອນ ​ແລະ​ເປີດ​ກວ້າງ​ຕະຫຼາດສົ່ງ​ນອກ​ ກໍ່​ບໍ່​​ແມ່ນ​ເລື່ອງງ່າຍ. ​ເພື່ອ​ຫຼີກ​ລ່ຽງການ​ສວຍ​ໃຊ້​ໂດຍ​ຜ່ານ​ການ​ສົ່ງ​ອອກ​ຄືນ​ໃໝ່, ບັນດາ​ປະ​ເທດ​ສະມາຊິກ​ນຳ​​ໃຊ້​ລະບົບ​ໃບຮັບຮອງ​ຕົ້ນ​ກຳ​ເນີ​ດ, ​ໃນ​ນັ້ນ ກຳນົດ​ອັດຕາ​ສ່ວນໜ້ອຍ​ສຸດ​ຂອງ​ວັດຖຸ​ດິບ​ທີ່​ໃຊ້​ໃນສົ້ນ​ເຂົ້າ ​ແລະ ຄຸນຄ່າ​ເພີ່ນ​ຂອງ​ສິນຄ້າຢູ່​ໃນ​ພາກ​ພື້ນ. ສິນຄ້າ​ທີ່​ຕອບ​ສະໜອງ​ມາດຕະຖານ​ນີ້​ບໍ່​ໄດ້ ຈະ​ບໍ່​ໄດ້​ຮັບສິດ​ພິ​ເສດຕາມ​ລະບຽບ​ການ​ຂອງ​ສັນຍາ​ວ່າ​ດວຍເຂດ​ການ​ຄ້າ​ເສລີ. ນັບ​ທັງ​ຕໍ່​ກັບ​ຂະ​ແໜງ​ສິນຄ້າ​ທ່າ​ແຮງ​ຄື ການຕັດຫຍິບ​ເສື້ອ​ຜ້າ, ຫວຽດນາມຕ້ອງ​ຂາ​ເຂົ້າ​ວັດຖຸ​ດິບ​ການ​ຕັດຫຍິບ​ເປັນ​ຕົ້ນຕໍ ດັ່ງ​ນັ້ນ​ຈຶ່ງ​ຍາກ​ທີ່​ຈະ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກະຕິ​ກາ​ຕົ້ນ​ກຳ​ເນີ​ດ (ຕົວຢ່າງ, ກະຕິ​ກາ “yarn-forward” - “ຈາກ​ເສັ້ນ​ຝ້າຍ​ຂຶ້ນ​ໄປ” ຂອງ TPP, ຕາມ​ນັ້ນ​ ວັດຖຸ​ດິບ​ຕ່ຳຫູກ​ຕ້ອງ​ມີ​ຕົ້ນ​ກຳ​ເນີດມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ TPP). ຮົ້ວ​ກັ້ນ​ບັງ​ນີ້​ອາດ​ຈະ​ທຳລາຍ​​ໂອກາດ​ໄດ້​ຮັບ​ອັດຕາ​​ພາສີ​ຕ່ຳ​ຕາມ​ສັນຍາ​ທີ່​ຫວຽດນາມ​ໄດ້​ລົງ​ນາມ. ດັ່ງ​ນັ້ນ, ໃນ​ວິວັດ​ການ​ເຈລະຈາ​ສັນຍາ TPP ຫວຽດນາມຈຳ​ເປັນ​ຕ້ອງ​ຕົກລົງ​ກ່ຽວ​ກັບ​ຫຼັກການ​ແກ້​ໄຂບັນດາ​ແຫຼ່ງສະໜອງ​ທີ່​ຍັງ​ຂາດ​ເຂີນ; ພ້ອມ​ກັນ​ນັ້ນ​ກໍ່​ຍົກ​ສູງຄວາມ​ສາມາດ​ຜະລິດ​ຂອງ​ພວງ​ພະນັງ​ເຂັນຝ້າຍ​ຕ່ຳຫູກ, ຍ້ອມ​ສີ, ຕັດຫຍິບ. ປັດຈຸບັນ, ຜະລິດ​ຕະພັນສົ່ງ​ນອກ​ຕົ້ນຕໍ​ຂອງຫວຽດນາມ​ໄປ​ຍັງ​ບັນດາ​ປະ​ເທດ TPP ​ແມ່ນ​ຜະລິດ​ຕະພັນ​ຕັດຫຍິບ, ນ້ຳມັນ​ດິບ, ​ເກີບ, ສິນ​ໃນ​ນ້ຳ, ​ເຄື່ອງ​ໄມ້ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ໄມ້. ພິ​ເສດ, ​ເຄື່ອງ​ຕັດຫຍິບ​ຖືກ​ຖື​ວ່າ​ເປັນ​ປະ​ເພດ​ສິນຄ້າ​ສົ່ງ​ນອກ​ຕົ້ນ​ຕໍ່​ຂອງຫວຽດນາມ​ໄປ​ຍັງ​ຕະຫຼາດ​ສະຫະລັດ​ອາ​ເມຣິກາ(7). ກະຕິ​ກາ​ຕົ້ນ​ກຳ​ເນີ​ດຕໍ່​ກັບ​ສິນຄ້າ​ຕັດຫຍິບ, ​ການ​ທີ່ສະຫະລັດ​ອາ​ເມຣິກາ​ເດັດດ່ຽວຢຶດໝັ້ນ​ກະຕິ​ກາ “ຈາກ​ເສັ້ນ​ຝ້າຍ​ຂຶ້ນ​ໄປ”, ຈະ​ເປັນ​ການ​ກີດ​ກັ້ນ​ບໍ່​ໃຫ້ຫວຽດນາມ​ໃຊ້​ເສັ້ນ​ຝ້າຍ ​ແລະ​ແຜ່ນ​ແພ​ຈາກ​ບັນດາ​ປະ​ເທດບໍ່​ຂຶ້ນ​ກັບ TPP ​ເຊັ່ນ​ຈີນ. ດັ່ງ​ນັ້ນ, ກະຕິ​ກາຕົ້ນ​ກຳ​ເນີ​ດຕໍ່​ກັບ​ຜະລິດ​ຕະພັນ​ສົ່ງ​ນອກ​ຂອງຫວຽດນາມ ​ແມ່ນ​ບັນຫາ​ສຳຄັນ​ໃນ​ເວລາ​ເຈລະຈາ​ສັນຍາ TPP.

ຕໍ່​ກັບ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ການ​ເຂົ້າ​ຮ່ວມ​ໃນ TPP ຈະ​ເພີ່ມ​ທະວີ​ໂອກາດ​ເຂົ້າ​ເຖິງ​ກັບ​ສິນຄ້າ ການ​ບໍລິການ​ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ລັກສະນະ​ແກ່ງ​ແຍ້​ງດ້ວຍ​ຄຸນ​ນະພາ​ບດີ, ລາຄາ​ຖືກ​ ທີ່​ມາ​ຈາກ​ບັນດາ​ປະ​ເທດຄູ່​ຮ່ວມ. ກ່ຽວ​ກັບ​ໂຄງ​ປະກອບ​ສິນຄ້າ​ຂາ​ເຂົ້າ​ໃນ​ປັດ​ຈຸ​ບັນ, ອາດ​ຈະ​ເຫັນ​ໄດ້​ວ່າ, ບັນດາ​ປະ​ເພດ​ສິນຄ້າ​ທີ່​ບັນຈຸ​ເຕັກນິກ ​ເຕັກ​ໂນ​ໂລ​ຢີສູງ, ​ເຊັ່ນ​ເຄື່ອງ​ຈັກ ​ເຄື່ອງ​ປະກອບ​ໄຟຟ້າ ​ເຄື່ອງເອ​ເລັກ​ໂຕຣນິກ ພາຫະນະ​ຂົນ​ສົ່ງ ທີ່ກວມ​ອັດຕາ​ສ່ວນ​ສູງ​ສຸດ​ໃນ​ລາຍ​ຊື່​ສິນຄ້າ​ຂາ​ເຂົ້າຂອງຫວຽດນາມ ​ແມ່ນມາຈາກ​ບັນດາ​ປະ​ເທດ TPP, ບັນດາ​ປະ​ເພດ​ສິນຄ້າ​ດິບ, ສິນຄ້າ​ປຸງແຕ່ງ​ເບື້ອງ​ຕົ້ນ ກວມ​ອັດຕາ​ສ່ວນ​ໜ້ອຍ. ສ່ວນ​ຫຼາຍ ສິນຄ້າ​ຂາ​ເຂົ້າຂອງຫວຽດນາມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ, ​ເຊັ່ນ​ເຄື່ອງ​ຈັກ ພາຫະນະ​ຂົນ​ສົ່ງ ຫຼື​ເຫຼັກ​ກ້າ ຝ້າຍ ​ແຜ່ນ​ແພ ນ້ຳມັນຊະນິດ​ຕ່າງໆ ​ແມ່ນ​​ສິນຄ້າ​ທີ່​ບັນດາ​ປະ​ເທດ TPP ມີ​ທ່າ​ດີ​ຂາດ​ຂັ້ນທຽບກັບຫວຽດນາມ(8). ຕໍ່​ກັບ​ສິນຄ້າ​ປະ​ເພ​ດອື່ນ, ວິ​ສາ​ຫະກິດຫວຽດນາມຈະ​ຕ້ອງ​ແກ່ງ​ແຍ້​ງ ​ເພື່ອ​ແນ​ໃສ່​ຮັກສາ​ສ່ວນ​ແບ່ງ​ຕະຫຼາດຢູ່​ໃນປະ​ເທດ ​ເມື່ອ​ບໍ່​ມີ​ຮົ້ວ​ກັ້ນ​ບັງການ​ຄ້າຕໍ່​ກັບ​ສິນຄ້າ​ແລະ​ການ​ບໍລິການ​ຈາກ​ຕ່າງປະ​ເທດ. ໜ້າ​ທີ່​ນີ້​ຈະ​ຫຍຸ້ງຍາກ​ທີ່​ສຸດ ຍ້ອນ​ປັດຈຸບັນ​ ​ລາຄາ​ສຳ​ເລັດ​ຮູບຂອງບາງ​ປະ​ເພດ​ສິນຄ້າ​ໃນ​ປະ​ເທດສູງ​ກວ່າ​ ທຽບ​ກັບລາຄາ​ສຳ​ເລັດ​ຮູບ​ຂອງ​ຜະລິດ​ຕະພັນ​ຂາ​ເຂົ້າ ​ແລະ​ສິນຄ້າ​ຫວຽດນາມກໍ່ຂາດ​ຄວາມ​ສາມາດ​ແກ່ງ​ແຍ້​ງ. ​ເພາະສະ​ນັ້ນ, ສິນຄ້າ​ຕ່າງປະ​ເທດຈຶ່ງ​ມີ​ຄວາມ​ສາມາດ​ຢຶດຄອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ໄດ້ ນັ້ນ​ເປັນ​ສິ່ງ​ປະຈັກ​ຕາ. ຕົວຢ່າງ, ຕໍ່​ກັບ​ຫົວອາຫານ​ສັດ, ລາຄາ​ສຳ​ເລັດ​ຮູບ​ທີ່ຫວຽດນາມຜະລິດ​ອອກ​ມາ​ສູງ​ກວ່າ ທຽບ​ກັບ​ລາຄາ​ຜະລິດ​ຕະພັນ​ຂາ​ເຂົ້າ ສະ​ເຫຼ່ຍກວ່າ 10%(9). ຜົນ​ຕາມ​ມາ​ຂອງ​ວິວັດ​ການ​ນີ້​ຈະ​ພາ​ໄປ​ເຖິງ​ການ​ເຮັດ​ໃຫ້​ວິ​ສາ​ຫະກິດຫວຽດນາມຂາດ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ​ເສຍ​ບົດບາດ​ທີ່​ຕັ້ງ​ຢູ່​ຕະຫຼາດ​ພາຍ​ໃນ; ຜູ້​ອອກ​ແຮງ​ງານ​ກໍ່​ຈະ​ເສຍ​ວຽກ​ເຮັດ​ງານ​ທຳ​ໃນ​ເວລາຊົ່ວຄາວ ​ແລະ ຈະ​ມີຫຼາຍ​ບັນຫາ​ເສດຖະກິດ - ສັງຄົມ​ເກີດຂຶ້ນ.

​ໃນ​ວິວັດ​ການ​ເຊື່ອມ​ໂຍງ​​​ເຂົ້າ​ກັບເສດຖະກິດ​​ໂລ​ກ, ຫວຽດນາມຍັງ​ຂາດ​ເຂີນ​ແຮງ​ງານ​ລະດັບ​ສູງ ​ໃນ​ບັນດາ​ຂະ​ແໜງ ວິຊາ​ເຕັກ​ໂນ​ໂລ​ຢີສູງ ທີ່​ຮຽກຮ້ອງ​ຕ້ອງການສີມື​ອາຊີບ ຄວາມ​ຊຳນິ​ຊຳນານ. ​ເບິ່ງ​ລວມ​ແລ້ວ, ວຽກ​ເຮັດ​ງານ​ທຳ​ອາດ​ຈະ​ເພີ່ມ​ຂຶ້ນ, ​ແຕ່ວ່າ ສະພາບ​ການ​ແຮງ​ງານ​ວ່າງ​ງານ​ຊົ່ວຄາວກໍ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ຂະ​ແໜງ​ນີ້​ຫຼື​ຂະ​ແໜງ​ອື່ນ(10). ​ໂຄງ​ປະກອບ​ແຮງ​ງານ​ຕາມ​ເຂດ ພາກ ຂະ​ແໜງ​ການ ອາຊີບ ​ເພດ​ໄວ, ລະດັບ​ຄວາມ​ສາມາດ, ລະດັບ​ລາຍ​ຮັບ​ຂອງ​ແຮງ​ງານ​ ກໍ່​ມີ​ການ​ປ່ຽນ​ແປງ. ​ເມື່ອ​ດຳ​ເນີນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ຮົ້ວ​ກັ້ນບັງການ​ຄ້າ​ຖືກ​ມ້າງ​ອອກ​ ຈະ​ສ້າງ​ໃຫ້​ມີ​ຄວາມວ່າງ​ງານ​ໃນ​ແຕ່ລະ​ຈຸດ​ເວລາ​ທີ່​ແນ່ນອນ. ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້​ງຈະ​ຮ້າຍ​ແຮງ​ດຸ​ເດືອດ​ກວ່າສຳ​ລັບ​ບັນດາ​ວິ​ສາ​ຫະກິດ​ຂະ​ໜາ​ກກາງ​ແລະ​ນ້ອຍ. ດັ່ງ​ນັ້ນ, ​ເມື່ອ​ເຈລະຈາ ​ແລະ​ເຊັນ​ສັນຍາ​ການ​ຄ້າ​ເສລີ, ຫວຽດນາມຕ້ອງ​ຕິດ​ແໜ້ນ​ກັບ​​ແຜນຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ​ໄລຍະຍາວ​ນາມ ​ແລະ ກັບ​ວິວັດ​ການຈັດ​ວາງ​ໂຄງ​ປະກອບລະບົບ​ເສດຖະກິດ​ຄືນ​ໃໝ່ ​ແລະ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ.

ຢູ່​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ, ຜູ້​ຜະລິດ​ອອກ​ແບບຜະລິດ​ຕະພັນ​ແຕ່​ຕົ້ນ; ຜູ້​ຮັບ​ເໝົາ​ຜະລິດບັນລຸ​ທ່າ​ໄດ້​ປຽບ​ຕາມ​ຂະໜາດ​ການ​ຜະລິດ, ລົງທຶນ​​ຄົ້ນຄວ້າ ​ແລະ​ພັດທະນາ​ໃນ​ທຸກ​ຊັ້ນ​ຂັ້ນ​ຂອງ​ພວງ​ພະນັງ​ລຳລຽງ​ສະໜອງ. ຢູ່​ໃນ​ບັນດາ​ຂົງ​ເຂດ​ການ​ຜະລິດທີ່​ຕ້ອງການ​ເຕັກ​ໂນ​ໂລ​ຢີຕ່ຳ​ກວ່າ, ​ເຊັ່ນ​ເຄື່ອງ​ໜັງ ​ເກີບ ​ແມ່ນ​ຕ້ອງ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ສິນຄ້າ ​ແລະ​ໝູນວຽນ​ການ​ຜະລິດ​ດ້ວຍ​ຮອບ​ວຽນ​ສັ້ນ​ກວ່າ. ຜູ້​ຮັບ​ເໝົາ​ຜະລິດ​ໃດ​ປະ​ຫຍັດ​ເວລາ​ການ​ຜະລິດ​ໄດ້ ຈະ​ມີ​ທ່າ​ດີ​ໃນ​ການ​ແກ່ງ​ແຍ້​ງ(11). ​ເມື່ອ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ, ດ້ວຍ​ລະດັບ​ວິຊາ​ສະ​ເພາະ ​ແລະ ການ​ແບ່ງ​ງານ​ຄື​ຫວຽດນາມ, ອາດ​ຈະ​ເຫັນ​ໄດ້​ວ່າ ພວກ​ເຮົາ​ຈະ​ເຂົ້າ​ຮ່ວມ​ໃນ​ຂອດ​ຕ່ຳ​ສຸດຂອງ​ພວງ​ພະນັງ​ລຳລຽງ​ສະໜອງ. ​ເພື່ອ​ບັນລຸ​ຜົນ​ປະ​ໂຫຍ​ດສູງ​ສຸດ, ຫວຽດນາມຕ້ອງ​ເຂົ້າ​ຮ່ວມ​​ພວງ​ພະນັງ​ລຳລຽງ​ສະໜອງ ໃນບາງ​ຂະ​ແໜງ​ຜະລິດສິນຄ້າລະດັບ​ສູງ ຊຶ່ງ​ແຕ່​ກ່ອນ​​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ກຳ​ເອົາ​ໂດຍ​ສົມບູນ.

ຕໍ່​ກັບ​ບັນຫາປົກປ້ອງ​ກຳມະສິດ​ພູມ​ປັນຍາ, ຖ້າ​ຫາກຫວຽດນາມຍອມຮັບຄຳຮຽກຮ້ອງ​ຕ້ອງການ​ຕ່າງໆ ທີ່​ສະຫະລັດ​ອາ​ເມຣິກາສະ​ເໜີ​ອອກ​ມາ​ຄື​ຂ້າງ​ເທິງ​ນີ້ ກໍ່​ຈະ​ເປັນ​ການ​ກົງ​ຂ້າມ​ກັບ​ເນື້ອ​ໃນຕ່າງໆ ​ທີ່​ວົງ​ການ​ວິ​ສາ​ຫະກິດ​ຫວຽດນາມ​ໄດ້​ໃຫ້​ຄຳ​ປຶກສາ​ແກ່​ຂະ​ບວນວິວັດ​ການ​ເຈລະຈາ​ສັນຍາ TPP, ​ໃນ​ນັ້ນ​ມີ​ການສະ​ແຫວ​ງຫາ​ຄວາມ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງກຸ່ມ​ຄົນ​ທີ່​ຖືກ​ເສຍຫາຍເສຍປຽບ​ງ່າຍ (ຜູ້​ເຈັບ​ເປັນ, ຊາວ​ກະສິກອນ, ຜູ້​ອອກ​ແຮງ​ງານ)(12).

ໃນ​ບັນຫາ​ແຮງ​ງານ, ຖ້າ​ຫາກ​ຕັ້ງ​ບັນຫາ​ເລີ່​ມ​ແຕ່​ແງ່​ມູມສິດທິ​ຂອງ​ຜູ້​ອອກ​ແຮງ​ງານ, ​ເຊັ່ນສິດທິ​ມະນຸດ ກໍ່​ເຫັນ​ວ່າ ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນສັນຍາ​ລະຫວ່າງ​ປະ​ເທດ​ວ່າ​ດ້ວຍ​ສິດທິ​ພົນລະ​ເມືອງ​ແລະ​ສິດທິ​ການ​ເມືອງ, ສັນຍາ​ລະຫວ່າງ​ປະ​ເທດ​ວ່າ​ດ້ວຍ​ສິດທິທາງ​ເສດຖະກິດ ສັງຄົມ ​ແລະ​ວັດທະນະທຳ, ກໍ່ຄື​ໄດ້ຮັບຮອງບັນດາສິດທິຂອງ​ຜູ້​ອອກ​ແຮງ​ງານ​ ຢູ່​ໃນ​ລັດຖະທຳ​ມະນູນ ​ແລະ​ກົດໝາຍ​ຂອງຫວຽດນາມ. ຄຽງ​ຂ້າງ​ນັ້ນ, ຫວຽດນາມກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ ​ຮັບປະກັນ​ສິດທິ​ຂອງ​ຜູ້​ອອກ​ແຮງ​ງານ ຕາມ​ສັນຍາ​ລະຫວ່າງ​ປະ​ເທດ ​ໃນຂອບອົງການ​ແຮງ​ງານ​ສາກົນ (International Labour Organization - ILO) ຢ່າງ​ຄົບ​ຖ້ວນ​ພ້ອມ​ດ້ວຍ​ກົນ​ໄກ​ປະຕິບັດ​ທີ່​ເໝາະ​ສົມ. ດັ່ງ​ນັ້ນ, ການ​ນຳ​ໃຊ້​ກົດໝາຍ​ກັບ​ກົນ​ໄກ​ແຫ່ງ​ຊາດ​ແມ່ນ​ສົມ​ເຫດ​ສົມ​ຜົນ. ​ແຕ່​ວ່າ, ຕໍ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕ່າງໆ ​ທີ່ສະຫະລັດ​ອາ​ເມຣິກາສະ​ເໜີ​ອອກ​ມາ​ກ່ຽວ​ກັບ​ບັນຫາ​ນີ້, ຖ້າ​ຫາກ​ບໍ່​ມີ​ການ​ຕົກລົງ ​ແລະ ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທັດສະນະ ລະຫວ່າງ​ບັນດາ​ປະ​ເທດກຳລັງ​ພັດທະນາ ​ແລະ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ, ກໍ່​ອາດ​ຈະ​ພາ​ໄປ​ເຖິງ​ການ​ທຳລາຍ​ຄວາມ​ສັກສິດ ຂອງ​ຄວາມ​ສາມາດ​ຂາຍ​ສົ່ງ​ນອກ​ສິນຄ້າ​ຂອງຫວຽດນາມ ດ້ວຍ​ຂໍ້​ອ້າງ​ວ່າ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຂໍ້ກຳນົດ​ກ່ຽວ​ກັບ​ແຮງ​ງານ​ຕາມ​ສັນຍາ TPP...

ຄຽງ​ຂ້າງ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເລິ່ມມາ​ຈາກ​ເນື້ອ​ໃນ​ເຈລະຈາ​ສັນຍາ TPP, ໜຶ່ງ​ໃນ​ບັນດາ​ຮົ້ວ​ກັ້ນ​ບັງ “ອ່ອນ​ນວນ” ຂຶ້ນ​ກັບ​ກະ​ໂຕ​ພວກ​ເຮົາ​ເອງ. ຄວາມ​ຂາດ​ເຂີນ​ຍຸດ​ທະ​ສາດ​ການ​ສື່​ຂ່າວ, ​ການ​ຂາດ​ຄວາມ​ຄິດ​ປະດິດ​ສ້າງ​ແລະ​ຊອກ​ຫາ​ແບບ​ວິທີ, ​ເສັ້ນທາງ​ສະ​ເພາະ​ຂອງ​ຕົນ ​ໃນ​ວິວັດ​ການ​ແບ່ງ​ງານ, ການ​ຫັນ​ເປັນ​ວິຊາ​ສະ​ເພາະ ​ແລະ​ການ​ຄ້າ ກໍ່​ຄື​ບັນດາ​ບັນຫາ​ອື່ນ ຈະ​ຊຸກ​ດັນ​ວິ​ສາ​ຫະກິດຫວຽດນາມຕົກ​ໃສ່​​ເຄາະ​ບັງ​ເອີນ​ງ່າຍ​ກວ່າ ໃນ​ການ​ແກ່ງ​ແຍ້​ງ​ເມື່ອ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ. 

ນັບ​ແຕ່​ພາຍຫຼັງ​ການ​ເຈ​ລະ​ຈາ​ເປັນ​ທາງ​ການຮອບ​ທີ 19 ທີ່​ໄດ້​ດຳ​ເນີນ​ຢູ່​ປະ​ເທດ​ບຣູ​ໄນ ​ໃນ​ເດືອນ​ສິງຫາ 2013 ​ແລະ​ການ​ເຈລະຈາ​ບໍ່​ເປັນ​ທາງ​ການ​ຢູ່​ປະ​ເທດ​ກາ​ນາ​ດາ ​ໃນ​ເດືອນ​ກໍລະ​ກົດ 2014, ​ໄດ້​ມີ​ການ​ປະຊຸມ​ຂັ້ນ​ຕ່າງໆ​ຫຼາຍຄັ້ງ, ​ແຕ່​ສະພາບ​ການ​​ເຈລະ​ຈາ​ສັນຍາ TPP ກໍ່​ຍັງ​ບໍ່​ທັນ​ມີ​ການ​ບຸກທະລຸ​ໃຫຍ່. ​ເນື້ອ​ໃນ​ຕ່າງໆ​ທີ່​​ຄົງ​ຄ້າງ​ໃນ​ການ​ເຈລະຈາ ກໍ່​ຍັງ​ຖືກ​ປຶກ​ຕັນ​ຢູ່. ກຳນົດ​ເວລາ​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະ​ຈາ​ທີ່​ໄດ້​ຄອງ​ຄອຍໃນ​ທ້າຍ​ປີ 2013 ດຽວ​ນີ້​ກໍ່ໄດ້​ຍ້າຍ​ມາ​ໃນ​ປີ 2014. ຄວາມ​ຊັກ​ຊ້າ​ນີ້​ກໍ່​ກາຍ​ເປັນ​ໂອກາດ​ດີ​ ໃຫ້ຫວຽດນາມຊັ່ງຊາ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ຢ່າງ​ລະອຽດ ​ແລະ​ກະກຽມ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃຫ້​ດີກ​ວ່າ ​ເມື່ອ​ຕະຫຼາດ​ເປີດ​ປະຕູ​ກວ້າງຂວາງ​ແລະ​ເລິກ​ເຊິ່ງກວ່າ ​ໃນ​ຫຼາຍ​ຂົງ​ເຂດ. ​ໃນ​ການ​ເຈລະຈາ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ (World Trade Organization – WTO) ຫວຽດນາມ​ຕ້ອງ​ຍອມຮັບ​ບັນ​ດາ​ຫຼັກການ​ທີ່​ໄດ້​ກຳນົດ​ມາ​ແຕ່​ກ່ອນ, ສ່ວນ​ການ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ TPP ຄັ້ງ​ນີ້ ພັດ​ໄດ້​ດຳ​ເນີນ​ນັບ​ແຕ່​ຕົ້ນ ແລະ ​ບົນ​ຫຼັກການສະ​ເໝີ​ພາບ​ແລະ​ຕົກລົງ​ກັນ​ ສ້າງ​ເງື່ອນ​ໄຂ​​ໃຫ້ຫວຽດນາມມີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ເຈ​ລະ​ຈາ ​ແນ​ໃສ່​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ແກ່​ປະ​ເທດ​ຊາດ.

ພິຈາລະນາ​ຕາມ​ປະຫວັດ​ການ​ເຈລະຈາ ​ແລະ ຈຸດໝາຍ​ຂັ້ນ​ຕົ້ນ​ຂອງ​ສັນຍາ TPP, ຈຳ​ນວນ​ປະ​ເທດຄູ່ຮ່ວມ​ບໍ່​ຢຸດ​ຢູ່ຕົວ​ເລກ 12 ຫາກອາດ​ຈະ​ເພີ່ມ​ຂຶ້ນ​ອີກ ​ເພື່ອ​ມຸ່ງ​ສູ່​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີອາຊີ-ປາຊີ​ຟິກ, ​ເພາະສະ​ນັ້ນ, ຫວຽດນາມຍາມ​ໃດ​ກໍ່ມີ​ໂອກາດ​ເພື່ອ​ທົດ​ລອງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ “ສະໜາມ​ແລ່ນ​ເຫຼັ້ນ” ນີ້./.

ຂຽນ​ໂດຍ: ດຣ. ​ເລ​ມາຍແທງ,
ບັນນາທິການ​ໃຫຍ່​ໜັງສືພິມ ລັດ​ແລະ​ກົດໝາຍ

           -----------------------------------

* ບົດ​ນີ້​ໄດ້​ລົງພິນ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 864 (​ເດືອນຕຸລາ 2014)

(1) http://mfat.govt.nz/Trade-and-Economic-Relations/2-Trade-Relationships-and-Agreements/Trans-Pacific/index.php (​​ເວັບ​ໄຊ​ຂອງ​ກະ​ຊວງ​ການ​ຕ່າງປະ​ເທດ ​ແລະ​ການ​ຄ້າ​ຕ່າງປະ​ເທດ ນູແວນ​ເຊ​ລັງ).

(2) ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ການ​ນຳ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈ​ລາ​ຈາ​ສັນຍາ TPP ຕາມ​ລະບຽງ​ຂອງກອງ​ປະຊຸມ​ຂັ້ນ​ສຸດ​ຍອດ APEC 2013.

(3) ບັນດາ​ປະ​ເທດ​ເຈລະຈາ​ກ່ຽວ​ກັບ​ກຳມະສິດ​ພູມ​ປັນຍາ, ​ແຫຼ່ງຂໍ້​ມູນ: ສູນ WTO-VCCI.

(4) Alan W. Wolff - ຄະນະ​ມົນຕີ​ການ​ຄ້າ​ຕ່າງປະ​ເທດ​ແຫ່ງ​ສະຫະລັດ​ອາ​ເມຣິກາ: ກຳ​ນົດກ່ຽວ​ກັບ​ບັນດາ​ກະຕິ​ກາ​ການ​ຄ້າ​ລະຫວ່າງ​ປະ​ເທດ​ໃນ​ບັນດາ FTAs, ​ເອກະສານ​ຂອງ​ການ​ສຳ​ມະ​ນາ​ກ່ຽວ​ກັບ FTA - ຄະນະ​ກຳມາ​ທິການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ, ​ເດືອນ​ສິງຫາ 2012.

(5) ຄຳ​ປຶກສາ​ຂອງ​ວົງ​ການ​ວິ​ສາ​ຫະກິດຫວຽດນາມ ກ່ຽວ​ກັບ​ແຜນການ​ເຈລະຈາ ໝວດການ​ລົງທຶນ ​ໃນ​ສັນຍາ TPP.

(6) ຄຳ​ປຶກສາ​ກ່ຽວ​ກັບ​ແຜນການ​ເຈລະຈາ: ໝວດ​ແຮງ​ງານ ​ແລະ​ການແກ້​ໄຂຂໍ້​ພິພາດ​ດ້ານ​ແຮງ​ງານ, ສັນຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ການ​ຄ້າ​ຂ້າມ​ປາຊີ​ຟິກ.

(7,) (8) ດ່າວງອກ​ຕ໊ຽນ: ​ໂອກາດ ​ແລະ​ສິ່ງ​ທ້າ​ທາຍ​ຕໍ່​ກັບຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ TPP, ກອງ​ປະຊຸມ​ສຳ​ມະ​ນາ​​ໃນຫົວ​ຂໍ້ “​ເຈລະຈາ ແລະ​ເຊັນ​ສັນຍາ​ການ​ຄ້າ​ເສລີ: ບົດຮຽນ ​ແລະ ພາກພຶດຕິ​ກຳ”, ​ເດືອນສິງຫາ 2012.

(9) ຕາມ​ຄຳ​ສັງ​ເກດ​ຂອງ​ຜູ້ອຳນວຍການ​ໃຫຍ່​ສະຫະ​ບໍລິສັດ DABACO - ກຸ່ມ​ບໍລິສັດ, ບໍລິສັດ​ຫຸ້ນສ່ວນຜະລິດ​ສະ​ເພາະ​ຫົວອາຫານ​ສັດ ​ໃນ​ລາຍການ​ຂ່າວ​ສະຖານະ​ການ ຂອງ​ໂທລະພາບ​ຫວຽດນາມ​ຊ່ອງ 1 ວັນ​ທີ 5 ກຸມພາ 2014.

(10) http://www.duthaoonline.quochoi.vn, “ສິ່ງ​ທ້າ​ທາຍ​ຕໍ່​ກັບ​ຕະຫຼາດ​ແຮງ​ງານແລະ​ວຽກ​ເຮັດ​ງານ​ທຳ”.

(11) Jonathan R.Pincus: ການ​​ແບ່ງງານ, ການ​ຫັນ​ເປັນ​ວິຊາ​ສະ​ເພາະ ​ແລະ ການ​ຄ້າ, ຫຼັກສູດ​ເສດຖະກິດ Fulbright. ຕັ້ງ​ຕົ້ນ​ວິຊາ​ນະ​ໂຍບາຍ​ສາທາລະນະ ​ແລະ ​ການໄຈ້​ແຍກ​ລະບອບ​ລະບຽບການ, ໝາຍ​ເຫດ​ບົດ​ບັນຍາຍ​ໝາຍ​​ເລກ 3 (​ແປ​ໂດຍ​ກວີ​ເຕິ​ມ).

(12) ທັດສະນະ​ຂອງ​ວົງ​ການ​ວິ​ສາ​ຫະກິດຫວຽດນາມ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ເຈລະຈາ​ສັນຍາ TPP, ກຳມາ​ທິການ​ປຶກສາ​ນະ​ໂຍບາຍ​ການ​ຄ້າ​ລະຫວ່າງ​ປະ​ເທດ, ສູນ WTO-VCCI.