ວ.ກ - ວັນ​ທີ 10 ພະຈິກ 2014, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ອາຊີ-ປາຊີ​ຟິກ (APEC) ທີ່​ຈັດ​ຂຶ້ນຢູ່ນະຄອນປັກ​ກິ່ງ ​ແຫ່ງ ສປ.ຈີນ, ​ແລະ​ທ່ານ​ກໍ່​ໄດ້​ອ່ານ​ບົດ​ປາ​ໄສ​ ຢູ່​​ທີ່ກອງ​ປະຊຸມ​ສຸດ​ຍອດວິ​ສາ​ຫະກິດ APEC 2014 ກ່ຽວ​ກັບ “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ: ຄວາມ​ບຸລິມະສິດ​ກ່ຽວ​ກັບ​ການ​ລົງທຶນ, ​ໂຄງ​ສ້າງ​ພື້ນຖານ ​ແລະ ນະ​ໂຍບາຍ”. ວາລະ​ສານກ​ອມມູນິດ​ຂໍ​ເປັນ​ກຽດ​ໄດ້​ແນະນຳ ບົດ​ປາ​ໄສ​ຂອງ​ທ່ານ​ປະທານປະ​ເທດ ​ເຈືອງ​ເຕິ​ນຊາງ ຢູ່​ທີ່​ກອງ​ປະຊຸມ​ນີ້.

ທ່ານປະທານປະເທດ ເຈືອງເຕິນຊາງ ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສຸດຍອດວິສາຫະກິດ ເອເປກ 2014 ກ່ຽວກັບ “ເພີ່ມທະວີການເຊື່ອມຕໍ່ພາກພື້ນ: ຄວາມບຸລິມະສິດກ່ຽວກັບການລົງທຶນ, ໂຄງສ້າງພື້ນຖານ ແລະ ນະໂຍບາຍ” (ພາບ: TTXVN)

ຂ້າພະ​ເຈົ້າ​ຮູ້ສຶກ​ດີ​​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເຂົ້າ​ຮ່ວ​ມກອງ​ປະຊຸມ​ສຸດ​ຍອດວິ​ສາ​ຫະກິດ APEC (​ເອ​ເປ​ກ) ປີ​ນີ້ ພ້ອມ​ກັບ​ພະນະ​ທ່ານ​ແລະ​ເພື່ອນທັງ​ຫຼາຍ. ຂ້າພະ​ເຈົ້າຕີ​ລາຄາ​ສູງ​ຕໍ່​ຄວາມ​ພະຍາຍາມ​ຂອງສະພາ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຈີນ ​ແລະ ບັນດາ​ວິ​ສາ​ຫະກິດ​ຈີນ​ ​ໃນ​ການ​ຈັດ​ຕັ້ງກອງ​ປະຊຸມ​ຄັ້ງ​ນີ້ ຊຶ່ງ​ມີ​ຫົວຂໍ້​ແລະ​ເນື້ອ​ໃນສົນທະນາ​ທີ່​ແທດ​ເໝາະ​ທີ່​ສຸດ. “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ: ຄວາມ​ບຸລິມະສິດ​ກ່ຽວ​ກັບ​ການ​ລົງທຶນ, ​ໂຄງ​ສ້າງ​ພື້ນຖານ ​ແລະ ນະ​ໂຍບາຍ” ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ຕໍ່​ກັບ​ອາຊີ - ປາຊີ​ຟິກ​ໃນ​ປັດຈຸບັນ, ​ແນ​ໃສ່​ປຸກ​ຕື່ນຄວາມ​ສາມາດ​ບົ່ມ​ຊ້ອນຕ່າງໆ, ​ເປີດ​ປົ່ງ​ບັນດາ “ຈຸດ​ປຶກຕັນ” ຕໍ່ການ​ພັນທະນາ, ຊຸກຍູ້​ຄວາມ​ເຕີບ​ໂຕ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ກ້າວ​ເຂົ້າ​ສູ່​ສະຕະວັດ​ທີ XXI, ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ລະບົບ​ເສດຖະກິດ​ຢູ່​ອາຊີ - ປະ​ຊີ​ຟິກ ພວມຢືນຢູ່​ຕໍ່ໜ້າກຳລັງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃໝ່ ​ໃຫຍ່​ຫຼວງ​ທີ່​ສຸດ.

ບັນດາ​ຜົນສຳ​ເລັດ​ຂອງ​ການ​ຄ້າແລະການ​ລົງທຶນ​ເສລີ ກໍ​ຄື​ຂອງ​ການ​ຄົບ​ຄ້າ​ສະມາຄົມ​ລະຫວ່າງ​ຜູ້​ຄົນ​ນຳ​ກັນ​ໃນ 25 ປີ ​ແຫ່ງ​ການ​ກໍ່​ຕັ້ງ​ແລະ​ຂະຫຍາຍຕົວ​ຂອງ​ເວທີ​ປາ​ໄສ ​ເອ​ເປ​ກ ​ໄດ້​ສ້າງ​ເປັນ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່​ພາກ​ພື້ນ. ພາກ​ພື້ນ​ອາຊີ - ປາຊີ​ພິກ ສືບ​ຕໍ່​ເປັນຈຸດ​ສະຫວ່າງ​ພາ​ທາງ​ການ​ເຕີບ​ໂຕ ​ແລະ ​ເຊື່ອມ​ໂຍງ​​ເສດ​ຖະກິດ​​ໃນທົ່ວ​ໂລກ. ​ໃນ​ສະພາບ​ເສດຖະກິດ​ໂລກ​ກຳລັງ​ຟື້ນ​ຕົວ​ຊ້າ​ຄື​ປັດຈຸບັນ, ນີ້​ແມ່ນ​ຜົນງານ​ທີ່​ໜ້າ​ສົ່ງ​ເສີມ​ທີ່​ສຸດ.

​ເມື່ອ ​ເອ​ເປກ ຫາ​ກໍ​ກຳ​ເນີ​ດຂຶ້ນ, ພວກ​ເຮົາ​ບໍ່​ສາມາດ​ຄາດ​ຫວັງ​ໄດ້​ວ່າ ຍອດມູນ​ຄ່າສິນຄ້າ​ແລກປ່ຽນ​ຂອງທົ່ວ​ພາກ​ພື້ນ​ອາດ​ຈະ​ຂຶ້ນ​ເຖິງກວ່າ 20.000 ຕື້​ໂດ​ລາ​ສະຫະລັດ​ຕໍ່​ປີ ຄື​ປັດຈຸບັນ, ​ໃນ​ນັ້ນ ​ເກືອບ 70% ​ແມ່ນ​ການ​ຄ້າ​ພາຍ​ໃນ​ພາກ​ພື້ນ, ຈຳນວນ​ທຶນ​ທີ່​ລົງ​ເຂົ້າ​ໃນ ​ເອ​ເປ​ກ ກວມ​ກວ່າ 50% ຈຳນວນທຶນທີ່​ລົງ​ທັງ​ໝົດ​ໃນທົ່ວ​ໂລກ ​ແລະ ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ນີ້​ແຕ່ລະ​ປີ​ກໍ່​ເປັນ​ຈຳນວນ​ຮ້ອຍ​ລ້ານ​ຄົນ.

​ເອ​ເປ​ກ ຍາມ​ໃດ​ກໍ່​ນຳ​ໜ້າ ​ແລະ ມີ​ວິ​ໄສ​ທັດ​ກວ້າງ​ໄກ ​ຊຶ່ງ​ພົ້ນ​ເດັ່ນ​ແມ່ນ “ບັນດາ​ຈຸດໝາຍ ​ໂບກ​ອຣ” ​ປີ 1994, ຄວາມ​ຄິດ​ລິ​ເລີ່​ມກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ພວງ​ພະນັງ​ລຳລຽງ​ສະໜອງ​ປີ 2009, ຂອບ​ການ​ເຊື່ອມ​ຕໍ່ ​ເອເປກ ປີ 2013...

ພວກ​ເຮົາ​ພວມ​ມີ​ໂອ​ກາດ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ ​ໂດຍ​ອາ​​ໄສບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ້ນ​ໃໝ່ ທີ່​ມີ​ຂະໜາດ​ກວ້າງ​ໃຫຍ່​ກວ່າ ​ແລະ ບັນທັດຖານ​ສູງ​ກວ່າ​ແຕ່​ກ່ອນ. ​ໃນ​ເວລາຕໍ່ໜ້າ, ຈະ​ມີ​ປະຊາ​ຄົມ​ອາ​ຊຽນ, ຂອບ​ການ​ຮ່ວມ​ມື​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP), ສັນຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP), ບັນດານ​ການ​ເຊື່ອມ​ຕໍ່​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ສຳພັນ​ທະ​ພາບ​ປາຊີ​ຟິກ... ​ໃນ​ເວລາ​ພຽງ​ບໍ່​ເຖິງ​ທົດ​ສະ​ວັດ, ຄວາມ​ຄິດ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ ອາຊີ - ປາຊີ​ຟິກ (FTAAP) ​ໄດ້​ກາຍເປັນຈຸດໝາຍ​ລວມ ພ້ອມດ້ວຍ​ລຳດັບ​ດຳ​ເນີນການ​ຜັນ​ຂະຫຍາຍ​ອັນ​ລະອຽດ.

​ແຕ່​ວ່າ, ພ້ອມ​ກັນ​ກັບ​ການ​ຫັນປ່ຽນ​ຢ່າງ​ພື້ນຖານ​ຂອງ​ຮາກ​ຖານເສດ​ຖະກິດ​ໂລກ ​ໃນ​ຂະ​ບວນ​ການ​ໂລກາ​ພິວັດ​ ແລະ ​ຕິດ​ຈອດ​ກັນ​ແໜ້ນ​ກວ່າ​ແຕ່​ກ່ອນ​ນັ້ນ ການ​ເຊື່ອມ​ຕໍ່​ພາກ​ພື້ນ​ກໍ່​ພວມ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ສິ່ງ​ທ້າ​ທາຍ​ໃໝ່. ການ​ເຊື່ອມ​ຕໍ່​ໃນ​ສະຕະວັດ​ທີ XXI ​ແມ່ນການ​ເຊື່ອມ​ຕໍ່ຮອບດ້ານ ກວ້າງຂວາງ​ເລິກ​ເຊິ່ງ ກ່ຽວ​ກັບ​ທັງ​ສາມ​ດ້ານ: ລະບຽບ​ກົດໝາຍ, ​ໂຄງ​ສ້າງ​ພື້ນຖານ ​ແລະ ຜູ້​ຄົນ. ການ​ເຊື່ອມ​ຕໍ່​​ແມ່ນ​ຕ້ອງ​ແນ​ໃສ່​ຈຸດໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ຊຶ່ງ​ໃນ​ນັ້ນ​ມະນຸດ​ເປັນ​ເຈົ້າພາບ ​ແລະ ຈຸດ​ໜັກ​ໃຈກາງ.

​ໃນ​ໄລຍະ​ຕໍ່ໜ້າ, ການ​ເຊື່ອມຕໍ່​ໂຄງ​ສ້າງ​ພື້ນຖານ​ຄວນ​ໄດ້​ຮັບ​ບຸລິມະສິດ​ກ່ອນ​ອື່ນ​ໝົດ. ​ໃນ​ເວລາ​ທີ່​ເສດຖະກິດ​ຂອງ​ພວກ​ເຮົາ​ພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ຫັນປ່ຽນ, ການ​ພັດທະນາ ​ແລະ ​ເຊື່ອມ​ຕໍ່​ໂຄງ​ສ້າງ​ພື້ນຖານ​ພັດ​ຮຽກຮ້ອງ​ຕ້ອງການ​ແຫຼ່ງການ​ເງິນ​ຫຼາຍ​ທີ່​ສຸດ. ​ແຕ່​ນີ້​ຮອດ​ປີ 2020, ທະວີບອາຊີ​ຕ້ອງການ​ເງິນ​ປະມານ 8.000 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ.

ດັ່ງ​ນັ້ນ, ບັນຫາ​ໃຫຍ່​ສຳລັບ​ພວກ​ເຮົາ​ແມ່ນ​ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ການ​ເມືອງລວມສູງ, ຕ້ອງ​ມີ​ແຫຼ່ງພະລັງ​ໃຫຍ່​ຫຼວງ​ທີ່​ສຸດ, ຕ້ອງ​ປະສານ​ສົມທົບ​ຢ່າງ​ກົມກຽວ ຈຶ່ງ​ສາມາດ​ນຳ​ໃຊ້​ບັນດາ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ​ຕ້ອງ​ມີວິທີ​ສອດຄ່ອງ​ເໝາະ​ສົມ​ໃນ​ການລະດົມ​ທຶນ, ມີ​ກົນໄກ​ຜັນ​ຂະຫຍາຍ​ທີ່​ໂປ່​ງ​ໄສ ​ແລະ ​ເພື່ອ​ຈຸດໝາຍ​ການ​ພັດທະນາ...

ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາ​ຊຽນຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ການສະ​ເໜີ​ແນວ​ຄິດ​ລິ​ເລີ່​ມ ​ແລະ ຊຸກຍູ້ການ​ຄ້າ​ເສລີ ການ​ລົງ​ທຶນ​ແລະ​ເຊື່ອມ​ຕໍ່, ຢືນຢັນ​ບົດບາດ​ເປັນ​ແກນ​ກາງ​ໃນ​ການສຳພັນ​ທະ​ພາບ ​ແລະ ​ເຊື່ອມ​ຕໍ່​ຢູ່ອາຊີ - ປາຊີ​ຟິກ. ​ແຕ່​ປີ 1992, ອາ​ຊຽນ​ໄດ້​ສະ​ເໜີ​ໃຫ້ສ້າງຕັ້ງ​ເຂດ​ການ​ຄ້າ​ເສລີ, ປີ 2003 ​ໄດ້ຕົກລົງ​ກ້າວ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ປີ 2010 ​ໄດ້​ຜ່ານ​ແຜນ​ແມ່​ບົດ​ສັງລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່.

ອາ​ຊຽນ​ໄດ້​ປະກອບສ່ວນອັນຕັ້ງ​ໜ້າ, ສະ​ເໜີ​ຂໍ້ຄິດ​ລິ​ເລີ່​ມຕ່າງໆ​ຫຼາຍຢ່າງ​ເພື່ອ​ຊຸກຍູ້ການ​ສຳພັນ​ທະ​ພາບ ​ແລະ ​ເຊື່ອມ​ຕໍ່​ຂອງ​ເອ​ເປ​ກ. ​ເປັນ​ຕົ້ນ​ແມ່ນ “ບັນດາ​ຈຸດໝາຍ ​ໂບກ​ອຣ” ປີ 1994, ຄວາມ​ຄິດ​ສ້າງ​ຕັ້ງ “​ເຂດ​ການ​ຄ້າ​ເສລີ​ອາຊີ - ປາຊີ​ຟິກ” ຢູ່​ຮ່າ​ໂນ້ຍປີ 2006, ຄວາມ​ຄິດ​ລິ​ເລີ່​ມ “ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເຊື່ອມ​ຕໍ່​ພາກ​ພື້ນ” ຢູ່​ສິງກະ​ໂປ​ປີ 2009, “ຂອບ​ການ​ເຊື່ອມ​ຕໍ່​ເອ​ເປ​ກ” ​ແລະ “ແຜນການຍາວນານຂອງເອເປກ ກ່ຽວກັບການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ ​ແລະ ການ​ລົງທຶນ” ທີ່​ຖືກ​ຮັບຮອງ​ຢູ່​ນະຄອນບາ​ລີ (ອິນ​ໂດ​ເນ​​ເຊຍ) ປີ 2013.

​ເວລາ​ແຕ່​ນີ້​ຮອດ​ປີ 2020 ​ແມ່ນ​ໄລຍະ​ແຫ່ງ​ການ​ພັດທະນາ​​ໃໝ່ ​ແລະ ຂະຫຍັນ​ຂັນ​ເຄື່ອນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້. ປະຊາ​ຄົມ​ອາ​ຊຽນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ສ້າງ​ເປັນ​ຕະຫຼາດ​ຮ່ວມ, ​ເທສະ​ເສດຖະກິດ​ທີ່​ເປັນ​ເອກະ​ພາບ​ຂອງ​ທົ່ວ​ທັງ​ພາກ​ພື້ນ. ສ່ວນ​ຫຼາຍ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຫັນ​ການ​ຄ້າ ການ​ລົງທຶນ ​ແລະ​ ການ​ບໍ​ການ​ເປັນ​ເສລີ ຢູ່​ໃນ​ສັນຍາ​ວ່າ​ດ້ວຍເຂດ​ການ​ຄ້າ​ເສລີ ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ ຈະ​ໄດ້​ສຳ​ເລັດ. ພິ​ເສດ, ບັນດາ​ວິ​ສາ​ຫະກິດ​ຈະ​ມີ​ໂອກາດ​ດີ​ຫຼາຍ​ຢ່າງ ຍ້ອນ​ຄວາມ​ສາມາດ​ສຳ​ເລັດ​ການ​ເຈລະຈາສັນຍາ RCEP, ​ເປີດ​ກວ້າງ ​ແລະ ຍົກ​ລະດັບສັນຍາ​ວ່າ​ດ້ວຍເຂດ​ການ​ຄ້າ​ເສລີ ລະຫວ່າງ​ອາ​ຊຽນ ກັບ​ຈີນ, ຍີ່ປຸ່ນ ​ແລະ ອິນ​ເດຍ.

ດ້ວຍຖານະ​ເປັນ​ເຈົ້າພາບ​ຂອງ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ ການ​ຄ້າ ການ​ລົງທຶນ, ພວດ​ເພື່ອນ​ມີ​ບົດບາດ​ທີ່​ບໍ່​ອາດ​ຈະ​ຂາດ​ໄດ້​ໃນ​ການ​ຜັນ​ຂະຫຍາຍ ຍາດ​ແຍ່ງ​ໂອກາດ​ດີ​ຕ່າງໆ ກໍ​ຄື​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ມາ​ຕໍ່​ກັບ​ການ​ເຊື່ອມ​ຕໍ່​ພາກ​ພື້ນ. ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້​ພວກ​ເພື່ອນ​ສືບ​ຕໍ່​ພ້ອມ​ກັນ​ຜັນ​ຂະຫຍາຍວຽກ​ງານ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ພ້ອມ​ກັນ​ປະຕິບັດ​ຂອບ​ການ ​ແລະ ລຳດັບ​ດຳ​ເນີນ​ການ​ເຊື່ອມ​ຕໍ່ ​ເອ​ເປ​ກ ທີ່​ໄດ້​ຕົກລົງ​ກັນ​ຢູ່​ໃນກອງ​ປະຊຸມສຸດ​ຍອດ​ທີ່​ບາ​ລີ ​ແລະ ປັກ​ກິ່ງ, ພິ​ເສດ​ແມ່ນ​ການ​ລະດົມ​ທຶນ​ເພື່ອ​ລົງທຶນ ​ໂດຍ​ຜ່ານ​ຕົວ​ແບບ​ການ​ພົວພັນ​ຄູ່​ຮ່ວມ​ພາກ​ລັດ - ​ເອກະ​ຊົນ (PPP). ດຽວ​ນີ້​ໄດ້​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຄວນຊັ່ງຊາ​ການສ້າງ​ຕັ້ງ​ກົນ​ໄກ​ສົນທະນາ ຮ່ວມ​ມື​ເຊື່ອມ​ຕໍ່​ກັນ ​ຂອງບັນດາ​ວິ​ສາ​ຫະກິດ ​ເອ​ເປ​ກ ​ເພື່ອ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ລະບົບ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ.

ທີ​ສອງ, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຊື່ອມ​ຕໍ່​ພາກ​ພື້ນ, ພວກ​ຂ້າພະ​ເຈົ້າ​ຄອງ​ຄອຍ​ພວກ​ເພື່ອນ​ມາ​ລົງທຶນ ສືບ​ຕໍ່​ຊ່ວຍ​ເຫຼືອ​ເຕັກນິກ, ຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ຕໍ່​ເສດຖະກິດ ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ທີ່​ກຳລັງ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ອົບຮົມ​ສຶກສາ ກໍ່ສ້າງ​ແຫຼ່ງບຸກ​ຄະລາ​ກອນ ​ແລະ ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ​ເຊັ່ນການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ​ໄພ​ທຳມະ​ຊາດ ຊຶ່ງ​ເປັນ​ສິ່ງ​ທ້າຍ​ໃຫຍ່​ທີ່​ສຸດ​ໃນ​ສະຕະວັດ​ທີ XXI.

ທີ​ສາມ, ​ໃຫ້ການຊ່ວຍ​ເຫຼືອ​ແກ່​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ແມ່​ບົດ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ໂຄງການ​ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ ​ເພື່ອ​ແນ​ໃສ່​ຫຍໍ້​ສັ້ນ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດທະນາ, ບັນດາ​ໂຄງການ​ອະນຸ​ພາກ​ພື້ນ ​ເປັນ​ຕົ້ນ​ແມ່ນ ອາ​ຊຽນ​ໃນ​ທະວີບ ​ແລະ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ...

ສຳ​ລັບຫວຽດນາມ, ການ​ເຊື່ອມ​ຕໍ່​ພາກ​ພື້ນ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ປ່ຽນ​ແປງ​ໃໝ່ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ​ການເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ, ​ແລະ​ຜັນ​ຂະຫຍາຍ​ການ​ເຊື່ອນ​ຕໍ່​ຕິດ​ຈອດ​ຢ່າງ​ແໜ້ນ​ແຟ້ນກັບ​ການຈັດ​ວາງ​ໂຄງ​ປະກອບ​ລະບົບ​ເສດຖະກິດ​ຄືນ​ໃໝ່. ຫວຽດນາມ​ຫວັງ​ວ່າ​ພວກ​​ເພື່ອນ​ຈະ​ສືບ​ຕໍ່​ກ້າວ​ເດີນນຳ​ພວກ​ເຮົາ ​ແລະ ​ໃຫ້ການຊ່ວຍ​ເຫຼືອ​ໃນ​ການ​ຂະຫຍາຍ​ໂຄງ​ສ້າງ​ພື້ນຖານ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ແຫຼ່ງທຶນ ​ເຕັກ​ໂນ​ໂລ​ຢີ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ.

ຄວາມ​ບຸລິມະສິດ​ຂອງ​ຫວຽດນາມ​ໃນ​ປັດຈຸບັນ​ແມ່ນ ກໍ່ສ້າງ​ບັນດາ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ຂ​ອງອະນຸພາກ​ພື້ນ​ແມ່ນ້ຳຂອງ​ເປີດ​ກວ້າງ ​ແລະ ​ເຂດ​ສາມ​ຫຼ່ຽນພັດທະນາ ​ກຳປູ​ເຈຍ-ລາວ-ຫວຽດນາມ, ​ແລວ​ເສດຖະກິດ​ທາງ​ທິດ​ໃຕ້ ​ແລະ ​ແລວ​ເສດຖະກິດ​ເໜືອ-​ໃຕ້, ​ໂຄງ​ສ້າງ​ພື້ນຖານ​ ຂອງທ່າເຮືອທະ​ເລ, ຂອງ​ເຂດທ່ອງ​ທ່ຽວ ສະຖານ​ທີ່ທ່ອງ​ທ່ຽວ, ຂອງ​ບັນດາ​ເຂດ​ເສດຖະກິດ ​ເຂດ​ອຸດສາຫະກຳ ​ແລະ ​ເຂດ​ເສດຖະກິດດ່ານ​ຊາຍ​ແດນ...

ການ​ທີ່​ພວກ​ເພື່ອນສືບ​ຕໍ່​ກ້າວ​ເດີນ​ນຳຫວຽດນາມ ຈະ​ຊ່ວຍ​ໃຫ້​ຫວຽດນາມ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເຊື່ອມ​ຕໍ່ເອ​ເປ​ກ ກໍ່​ຄື​ເພື່ອ​ສຳ​ເລັດ​ໜ້າ​ທີ່​ຮັບຜິດຊອບ​ເປັນ​ປະ​ເທດ​ເຈົ້າພາບ​ຂອງ​ປີ ​ເອ​ເປ​ກ 2017.

ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຕໍ່​ບັນດາ​ຄວາມ​ຄິດ​ເຫັນ​ອັນ​ເລິກ​ເຊິ່ງທີ່​ສຸດ ທີ່​ທ່ານ​ຜູ້​ມີ​ກຽດ​ແລະ​ພວກ​ເພື່ອນ​ໄດ້​ແບ່ງປັນ​ໃຫ້. ນັ້ນ​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ເພີ່ມ​ທະວີການ​ເຊື່ອມ​ຕໍ່​ພາກ​ພື້ນ​ໃນ​ເວລາ​ຕໍ່ໜ້າ.

ອາຊີ - ປາຊີ​ຟິກ ພວມ​ຂະຫຍາຍຕົວ​ຢ່າງ​ໄວວາ​ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ສ້າງ​​ໃຫ້​ມີ​ບັນດາ​ກຳລັງ​ບົ່ມ​ຊ້ອນ​ທີ່ໃໝ່​ອ່ຽມ​ ໃຫ້​ແກ່​ການ​ເຊື່ອມ​ຕໍ່​ພາກ​ພື້ນ. ຖ້າ​ຫາກ​ການ​ຫັນ​ເປັນ​ເສລີ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ໂອກາດ​ດີ​, ກະ​ໂຕການ​ເຊື່ອມ​ຕໍ່​ຈະ​ເປັນ​ປັດ​ໄຈ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ເຖິງ​ໂອກາດ​ເຫຼົ່າ​ນັ້ນ ​ເພື່ອ​ລົດ​ຜ່ອນ​ຄ່າ​ໃຊ້​ຈ່າຍ, ​ເພີ່ມ​ຄວາມ​ສາມາດ​ສວຍໃຊ້​ໂອກາດ​ຢ່າງ​ສຸດ​ຂີດ.

ພວກ​ເພື່ອນ​ພວມ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ທຸລະ​ກິດ ​ແລະ ລົງທຶນ​ທີ່​ໃໝ່​ອ່ຽມຢູ່ ​ອາຊີ - ປາຊີ​ຟິກ ​ເວົ້າ​ລວມ ​ແລະ ຢູ່​ພາກ​ພື້ນ​ອາຊີ​ຕາ​ເ​ວັນ​ອອກສຽງ​ໃຕ້ ​ແລະ ຫວຽດນາມ​ເວົ້າ​ໂດຍ​ສະ​ເພາະ. ປະ​ເທດ​ຂອງ​ພວກ​ຂ້າພະ​ເຈົ້າ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ ​ເອ​ເປ​ກ ​ແລະ ປະຊາ​ຄົມ​ອາ​ຊຽນ. ຫວຽດນາມ​ເປັນ​ຂົວ​ຕໍ່​ທີ່​ເຊື່ອມ​ຈອດ​ລະຫວ່າງ​ບັນດາ​ລະບົບ​ເສດຖະກິດ ອາ​ຊຽນ​ໃນ​ທະວີບ ກັບ​ອາ​ຊຽນ​ໃນ​ເກາະ​ທະ​ເລ ​ໃນ​ເທສະ​ເສດຖະກິດ​ທີ່​ເປັນ​ເອກະ​ພາບ.

ດ້ວຍ​ການ​ຜັນ​ຂະຫຍາຍ ​ແລະ ສຳ​ເລັດ​ສັນຍາ​ການ​ຄ້າ​ເສດ​ລີ 15 ສະບັບ ​ໃນ​ໄລຍະ​ຮອດ​ປີ 2020, ຫວຽດນາມ​ຈະ​ກາຍ​ເປັນ​ຕ່ອງ​ໂສ້​ສຳຄັນ​ ໃນ​ເຄືອ​ຂ່າຍ​ອັນ​ກວ້າງ​ໃຫຍ່ຂອງ 56 ລະບົບ​​ເສດຖະກິດ, ​ໃນ​ນັ້ນ​ມີ 18 ປະ​ເທດ​ສະມາຊິກ​ຂອງ ​ເອ​ເປ​ກ ​ແລະ ​ເກືອບ​ທັງ​ໝົດ​ທຸກ​ໃຈກາງ​ເສດຖະກິດ​ໂລກ./.

ໂດຍ: ​ເຈືອງ​ເຕິ​ນຊາງ
ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,
ປະທານ​ປະ​ເທດ​ແຫ່ງ ສສ.
ຫວຽດນາມ

----------------------------------

* ຫົວ​ຂໍ້​ໂດຍ​ວາລະສານ​ກອມ​ມູນິດ​ເປັນ​ຜູ້​ແຕ່ງ