ວກ.ອອນ​ໄລ - ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ໂດຍພັກ​ກອມ​ມູນິດ​ຫວຽດນາມ ​ລິ​ເລີ່​ມ​ ແລະ ນຳພາ ​ໄດ້​ສ້າງ​ສີສັນ​ສົດ​ໃສ​ ໃນ​ແຜ່ນ​ພາບ ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ. ມາ​ຮອດ​ປີ​ນີ້, ຫວຽດນາມ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ຄ້າ ​ກັບຫຼາຍ​ກວ່າ 200 ປະ​ເທດ​ ແລະ ​ອານາ​ເຂດ, ​ເຊິ່ງຖືກ​ຖື​ວ່າ​ ເປັນ​ປະ​ເທດ​ໜຶ່ງ​ໃນ​ກຸ່ມ​ອາ​ຊຽນ ​ທີ່​ມີເສດຖະກິດ​ຫັນ​ສູ່​ການ​ສົ່ງ​ນອກ ຢ່າງ​ແຂ​ງແຮງ​. ​ໃນ​ວິວັດທະນາ​ການ​ນີ້​ ມີ​ການ​ກະທົບ​ຂອງ​ບັນດາສັນຍາ​ການ​ຄ້າ​ເສ​ລີ ທີ່​ໄດ້​ລົງ​ນາມ.

ຊຸກຍູ້ການຄ້າເສລີ, ເພີ່ມທະວີເສດຖະກິດຫວຽດນາມ (ພາບ: ວາລະສານການເງິນ)

ສະພາບ​ການ​ລວມ ​ແລະ ບັນດາ​ບັນ​ຫາທີ່​ວາງ​ອອກ​ມາ

ການ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ, ນະ​ໂຍບາຍ ​ໄດ້​ປະກອບສ່ວນປັບປຸງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​ເພີ່ມ​ທະວີ​ຄວາມ​ສາມາດ ຄວາມ​ຈັບ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ດຶງ​ດູດ​ເອົາ​ທຶນ​ທີ່​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ພໍ​ຄວມ ຈາກ​ການ​ເພີ່ມ​ການ​ສົ່ງ​ນອກ​ຜະລິດ​ຕະພັນ​ຂອງ​ຂົງ​ເຂດ FDI, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​​ໃນ ຈີ​ດີ​ພີ ​ແລະ ​ໃນຍອດ​ມູນ​ຄ່າ​ສິນ​ຄ້າ​ສົ່ງ​ນອກ (65%). ​ແຫຼ່ງ​ເງິນຕາ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງ​ປະ​ເທດ​ ຝາກ​ມາ​ໃນ​ປະ​ເທດ​ກໍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ; ປີ 2013, ຫວຽດນາມ​ໄດ້​ຮັບ​ຫຼາຍ​ກວ່າ 8 ຕື້​ໂດ​ລາ​ສະຫະລັດ, ປີ 2014 ​ເປັນ​ປະ​ເທດທີ່ຢູ່ໃນ​ອັນ​ດັບ​ທີ​ເກົ້າ​ໃນ​ໂລກ ​ແລະ ​​ອັນ​ດັບ​ທີ​ສອງ​ໃນອາ​ຊຽນ (ຖັດຈາກ ຟິລິບ​ປິນ) ກ່ຽວ​ກັບ​ການ​ຮັບ​ເງິນຕາ​ຂອງ​ພີ່ນ້ອງ​ຮ່ວມຊາດ​ຝາກ​ມາ​ຈາກ​ຕ່າງປະ​ເທດ ດ້ວນ​ຈຳນວນ​ເງິນ 11 ຕື້​ໂດ​ລາ​ສະຫະລັດ.

ການ​ເປີດ​ຄວາມ​ເສລີພາບ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງໜ້າ​ ເຖິງ​ການ​ເຕີບ​ໂຕ​ເສດຖະກິດ. ດ້ວຍ​ມູນ​ຄ່າ​ການ​ຄ້າ​ສົ່ງ​ນອກ-ນຳ​ເຂົ້າ​ຫຼາຍ​ກວ່າ ຈີ​ດີ​ພີ ທົບ 1,5 ​ເທົ່າ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຫວຽດນາມ​ຖືກ​ຖື​ວ່າ​ເປັນ​ປະ​ເທດ​ທີ່​ມີ​ລະບົບ​ເສດຖະກິດ “​ເປີດ​ປະຕູ” ກວ້າງພໍ​ຄວນ. ດ້ວຍ​ການ​ເຊັນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ ກັບ​ສະຫະລັດ​ອາ​ເມຣິກາ (BTA) ​ໃນ​ເດືອນ​ກໍລະກົດ 2000, ພວກ​ເຮົາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຄື່ອນ​ໄຫວ​ຕາມ​ນິຕິ​ກຳ​ສາກົນ, ສະ​ເໝີ​ພາບ, ລົບ​ລ້າງ​ຄວາມ​ຈຳ​ແນ​ກປະພຶດ​ ລະຫວ່າງ​ສິນຄ້າ ການ​ລົງທຶນ​ຂອງ​ປະ​ເທດ ​ແລະ ຂອງຕ່າງປະ​ເທດ, ຮັບຮອງ​ເປີດ​ປະຕູ​ໃຫ້​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ ​ໂທລະ​ຄົມມະນາຄົມ, ການ​ເງິນ ​ເຊິ່ງກ່ອນ​ໜ້າ​ນີ້​ຖືກ​ຄຸມ​ໄວ້​ເພື່ອ “ຄວາມ​ສະຫງົບ​ແຫ່ງ​ຊາດ”.

ປີ 2007, ດ້ວຍ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO), ພວກເຮົາ​ໄດ້​ກ້າວ​ຕື່ມ​ອີກ​ບາດກ້າວອັນ​ຍາວ​ໄກ​ໃນ​ເສັ້ນທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ສາກົນ. ​ເສດຖະກິດ​ຫວຽດນາມ​ຖືກ​ຖື​ຄື​ກັບ “ກ່ຳ​ປັ່ນ​ອອກ​ສູ່​ມະຫາ​ສະໝຸດ”. ​ແຮງ​ໜີບ​ຈາກ​ການປະຕິ​ຮູບ ​ໄດ້​ຊຸກຍູ້​ໃຫ້​ຫວຽດນາມ​ປ່ຽນ​ແປງລະບຽບ​ກົດໝາຍຫຼາຍ​ທີ່​ສຸດ ກ່ຽວ​ກັບ​ສຸລະກາ​ກອນ, ພາສີ, ການ​ລົງທຶນ, ວິ​ສາ​ຫະກິດ... ນີ້​ແມ່ນ​ຈຸດ​ສະຫວ່າງ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ.

ຄຽງຄູ່​ກັນ​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​, ທົບ​ທວນຄືນ​ເສັ້ນທາງ​ທີ່​ໄດ້​ຜ່ານ​ມາ​ກໍ່​ເຫັນ​ໄດ້​ວ່າ ວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນນັ້ນ ​ຍັງ​ບໍ່ທັນ​ສ້າງ​ໃຫ້​ມີ​ຜົນ​ກະທົບ​ຢ່າງ​ຕັ້ງໜ້າ ທີ່​ມີ​ລັກສະນະ​ຍາວ​ນານ​ແທ້​ເທື່ອ. ຄວາມ​ສາມາດ​ຄ່ອງ​ຕົວ​ກັບ​​ເສດຖະກິດຕະຫຼາດ ​ແລະ ​ເປັນ​ເຈົ້າ​ການ​ສວຍ​ໃຊ້​ໂອກາດ​ຂອງ​ພວດ​ເຮົາ​ຍັງ​ອອ່ນຫຼາຍ. ລັກສະນະ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຍັງ​ບໍ່​ທັນ​ສູງ, ການຈັດ​ຕັ້ງ​ປະຕິບັດ​ຍັງ​ຖືກ​ຈຳກັດຫຼາຍ. ຫວຽດນາມ​ພຽງ​ແຕ່​ສວຍ​ໃຊ້​ໄດ້ຜົນ​ປະ​ໂຫຍ​ດນິ້ງທີ່​ມີ​ລັກສະນະ​​ສັ້ນ​ເທົ່າ​ນັ້ນ, ຍັງ​ບໍ່​ທັນ​ສວຍ​ໃຊ້​ໄດ້ ບັນດາຜົນ​ປະ​ໂຫຍ​ດ​ເໜັງ​ຕີງ ​ທີ່​ມີ​ລັກສະນະ​ຍາວ​ນານ, ພິ​ເສດ​ແມ່ນ​ໃນ​ການ​ສ້າງ​ກຳລັງ​ໝູນ​ໃຫ້​ແກ່​ການ​ປ່ຽນ​ແປງ​​ໃໝ່ ​ແລະ ປະດິດ​ສ້າງ, ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ຢ່າງ​ສຸດ​ຂີດ ​ເພື່ອ​ຍືດ​ເອົາ​ບັນດາ​ທີ່​ຕັ້ງ​ທີ່​ມີ​ຄຸນຄ່າ​ເພີ່ມ​ສູງ​ກວ່າ ​ໃນພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ. ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຕ່າງໆ​ທີ່​ເກັບ​ມາ​ໄດ້​ຈາກ​ວິວັດທະນາ​ການ​ແຫ່ງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ໂລກ ຍັງ​ບໍ່​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກັບຖານະ​ທີ່​ຕັ້ງພູມ​ສາດ-​ເສດຖະກິດ, ພູມ​ສາດ-ການ​ເມືອງ ​ຂອງ​ປະ​ເທດ...

ສັນຍາ​ການ​ຄ້າ​ເສ​ລີ ​ແລະ ຜົນ​ກະທົບຕ່າງໆຕໍ່​ເສດຖະກິດ​ຫວຽດນາມ

ດ້ານ​ຕັ້ງໜ້າ, ຄວາມ​ສະດວກ

ຫັນ​ຄືນ​ເບິ່ງ​ເສັ້ນທາງ​ທີ່​ຜ່ານ​ມາ, ອາດ​ຈະ​ເຫັນ​ມີ​ ສັນຍາ​ການ​ຄ້າ​ເສ​ລີ (FTA) ຮຸ່ນ​ຕ່າງໆ 3 ຮຸ່ນຕໍ່​ເນືອງ​ກັນ ​ໃນ​ວິວັດທະນາ​ການ​ແຫ່ງ​ການ​ໂລກ​າພິວັດ, ພູມິ​ພາກ​ພິວັດ. ຄິດ​ຮອດ​ທ້າຍ​ປີ 2013, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ 8 FTA, ​ໃນ​ນັ້ນ​ມີ 6 FTA ພາກ​ພື້ນ (ອາ​ຊຽນ, ອາ​ຊຽນ-ຈີນ, ອາ​ຊຽນ-ສາທາລະນະ​ລັດ​ເກົາຫຼີ, ອາ​ຊຽນ-ຍີ່ປຸ່ນ, ອາ​ຊຽນ-ອົດ​ສະຕຣາລີ-ນູ​ແວນ​ເຊ​ລັງ, ອາ​ຊຽນ-ອິນ​ເດຍ) ​ແລະ 2 FTA ສອງ​ຝ່າຍ (ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຫວຽດນາມ-ຍີ່​ປຸ່ນ (VJEPA) ​ແລະ ສັນຍາ​ການ​ຄ້າ​ເສ​ລີຫວຽດນາມ - ຊີ​ເລ) ດ້ວຍ​ຂະໜາດ ​ແລະ ລະດັບ​ເປີດ​ເສລີພາບ​ທີ່​ຕ່າງ​ກັນ. ລະດັບ​ຄວາມ​ຕົກລົງ​ເຊື່ອມ​ໂຍງ​ເສດຖະກິ​ສາກົນ​ ໄດ້​ຫັນປ່ຽນ​ເທື່ອ​ລະ​ກ້າວ ຈາກ​ຕ່ຳ​ຂຶ້ນ​ສູງ, ຈາກ​ແຄບ​ອອກ​ເປັນ​ກວ້າງ, ສອດຄ່ອງ​ກັບ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ຂອງ​ເສດຖະກິດ​ພາກ​ພື້ນ ​ແລະ ​ເສດຖະກິດ​ໂລກ.

ພ້ອມ​ກັນ​ກັບ 8 ສັນຍາ​ການ​ຄ້າ​ເສ​ລີ​ແບບ​ດັ້ງ​ເດີມ, ນອກຈາກ​ສັນຍາ​ການ​ຄ້າ​ເສ​ລີ ລະຫວ່າງ ຫວຽດນາມ-ສາທາລະນະ​ລັດ​ເກົາຫຼີ (VKFTA), ລະຫວ່າງຫວຽດນາມ-ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ (EEU) ທີ່​ຫາ​ກໍ່​ໄດ້​ລົງ​ນາມ ​ແລະ​ ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃນ​ເດືອນ​ທັນວາ 2015, ຍັງ​ອາດ​ຈະ​ເວົ້າ​ເຖິງ​ເຫດການ​ພິ​ເສດ​ໜຶ່ງ​ອີກຄື ຫວຽດນາມ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ ສັນຍາ​ການ​ຄ້າ​ເສ​ລີຮຸ່ນ​ໃໝ່ ກັບ​ສະຫະພັນ​ເອີຣົບ (EVFTA) ​ແລະ ​ເຫດການ​ທີ່​ເປັນ​ແງ່​ຫວັງ​ດີ​ທີ່​ສຸດ​ຄື ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP).

ບັນດາສັນຍາ​ການ​ຄ້າ​ເສ​ລີຮຸ່ນ​ໃໝ່ ມີ​ຂອບ​ເຂດ​ກວ້າງ​ກວ່າ, ​ເນື້ອໃນກວ້າງຂວາງ​ເລິກ​ເຊິ່ງກວມ​ທັງຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຄ້າ ການ​ບໍລິການ ​ແລະ ພາກສ່ວນ​ໜຶ່ງ​ຂອງ​ການ​ລົງທຶນ, ກ່າວ​ເຖິງ​ລະບຽບ​ກົດໝາຍ ນິຕິ​ທຳ​ໃນ​ບັນດາ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ, ​ແຮງ​ງານ, ວິ​ສາ​ຫະກິດ​ພາກ​ລັດ, ກຳມະສິດພູມ​ປັນຍາ, ການຈັດ​ຊື້​ຈັດ​ຈ້າງ​ພາກ​ລັດ... ​ແລະ​ນັບ​ທັງ​ຂໍ້ກຳນົດ​ຕ່າງໆ “ນອກ​ເສດຖະກິດ” ຫຼື “​ເສດຖະສາດ​ການ​ເມືອງ”. ​ເມື່ອບັນດາສັນຍາ​ການ​ຄ້າ​ເສ​ລີມີ​ຄວາມ​ສັດ​ສິດ ມັນ​ຈະ​ສົ່ງ​ຜົນ​ກະທົບ​​ແຮງ​ທີ່​ສຸດ ​ຕໍ່ລະບຽບ​ກົດໝາຍ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວ. ​ເຂົ້າ​ຮ່ວມ​ໃນບັນດາສັນຍາ​ການ​ຄ້າ​ເສ​ລີ ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ໂອກາດ​ຈັດ​ວາງ​ໂຄງ​ປະກອບ​ການ​ສົ່ງນອກ ນຳ​ເຂົ້າ​ໃຫ້ສົດ​ໃສ​ເໝ​າະສົມກວ່າ​ເກົ່າ, ຫຼີກ​ລ່ຽງບໍ່​ໃຫ້​ຖືກຂຶ້ນ​ກັບ​ຕະຫຼາດ​ໃດ​ໜຶ່ງ​ເກີນ​ຄວນ. ການ​ຄ້າ​ສອງ​ສົ້ນ​ ລະຫວ່າງ​ຫວຽດນາມ​​ແລະ​ບັນດາ​ຄູ່​ຮ່ວມ ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ພາຍຫຼັງ​ມີບັນດາສັນຍາ​ການ​ຄ້າ​ເສ​ລີ. ​ແຕ່​ວ່າ, ບັນຫາ​ນີ້​ຈະ​​ໄດ້ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ ​ໃນ​ການ​ພົວພັນສັນຍາ​ການ​ຄ້າ​ເສ​ລີ ກັບ​ບັນດາ​ຄູ່ຮ່ວມທີ່​ມີ​ໂຄງ​ປະກອບ​ການ​ສົ່ງນອອກ ນຳ​ເຂົ້າ​ທີ່​ມີ​ລັກສະນະ​ເພີ່ມ​ເຕີມ ​ເຊັ່ນຍີ່ປຸ່ນ ອົດ​ສະຕຣາລີ ນູ​ແວນ​ເຊ​ລັງ ສ.​ເກົາຫຼີ. ຕໍ່​ກັບ​ບັນດາ​ຄູ່​ຮ່ວມ​ອື່ນ (ບັນດາ​ປະ​ເທດ​ອາ​ຊຽນ, ຈີນ, ອິນ​ເດຍ) ລັກສະນະ​ເພີ່ມ​ເຕີມຕ່ຳ, ນັ້ນ​ແມ່ນ​ບໍ່​ເວົ້າ​ເຖິງ​ລັກສະນະ​ແຂ່ງຂັນກັນ, ພິ​ເສດ​ແມ່ນ​ກັບ​ຈີນ. ​ໂດຍ​ອາ​ໄສສັນຍາ​ການ​ຄ້າ​ເສລີ​ຕ່າງໆຫຼາຍສະບັບ, ການ​ສົ່ງນອກ​ຂອງ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ ​ແຕ່​ວິ​ສາ​ຫະກິດ​ຫວຽດນາມ​ກໍ​ຈະ​ປະເຊີນ​ໜ້າ​ກັບການ​ຖືກ​ຟ້ອງ​ ກ່ຽວ​ກັບ​ການ​ຂາຍທຸ່ມ​ຕະຫຼາດ ​ແລະ ການ​ອຸດ​ໜູນ​ວິ​ສາ​ຫະກິດ.

ດ້ວຍສັນຍາ​ການ​ຄ້າ​ເສ​ລີລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ການ​ພົວພັນ​ລົງທຶນ ການ​ຄ້າ ການທ່ອງທ່ຽວ ລະຫວ່າງ​ຫວຽດນາມ ​ແລະ ສ.ເກົາຫຼີ ຈະ​ໄດ້​ປັບປຸງ​ໃຫ້​ດີ​ຍິ່ງຂຶ້ນ. ສັນຍາ​ການ​ຄ້າ​ເສລີ ລະຫວ່າງ​ຫວຽດນາມ - ສ.ເກົາຫຼີ ​​ເປີດ​ໂອກາດ​ໃໝ່​ໃຫ້​ແກ່​ການ​ດຶງ​ດູດ​ແຫຼ່​ງທຶນ​ອັນ​ໃຫຍ່​ຫຼວງ​ຂອງ ສ.ເກົາຫຼີ ມາ​ລົງທຶນ​ເຂົ້າ​ຫວຽດນາມ, ພິ​ເສດ​ແມ່ນ​ແຫຼ່ງທຶນ​ທີ່​ລົງ​ເຂົ້າ​ໃນຂົງ​ເຂດຕ່າງໆ ​ເຊັ່ນ​ອຸດ​ສາຫະກຳ​ສະໜັບສະໜູນ, ອຸດສາ​ປະກຳ​ເອ​ເລັກ​ໂຕຣນິກ, ອຸດສາ​ປະກຳ​ປຸງ​ແຕ່ງ​ກະ​ເສດ​ຕະພັນ... ພິ​ເສດ, ຫວຽ​ດນາມ​ເປັນ​ຄູ່​ຮ່ວມສັນຍາ​ການ​ຄ້າ​ເສ​ລີທຳ​ອິດ​ທີ່​ໄດ້ ສ.ເກົາຫຼີ ​ເປີດ​ປະຕູ​ຕະຫຼາດ, ຍົກ​ເລີກ​ພາສີ​ຜ່ານ​ດ່ານ​ຕາມ​ລຳດັບ​ຕໍ່​ກັບບັນດາ​ຜະລິດ​ຕະພັນ​ທີ່​ກະທົບ​ໄວ​ໃນ​ປະ​ເທດ, ​ເຊັ່ນ ​ໝາກ​ໄມ້​ສົດ ​ເຄື່ອງປຸງ​ແຕ່ງ (ອັດຕາ​ພາສີ​ປະມານ 30% - 50%); ຜັກ ໝາກ​ໄມ້​ເຂດ​ຮ້ອນ ​ແລະ ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເພດ​ສິນຄ້າ​ເຊັ່ນ ຜັກທຽມ ຂີງ ນ້ຳ​ເຜິ້ງ ມັນ​ດ້າງ ໝາກຖົ່ວສີ​ແດງ... (ອັດຕາ​ພາສີ​ສິນຄ້າ​ປະ​ເພດ​ເຫຼົ່າ​ນີ້​ສູງ​ທີ່​ສຸດ, ​ແຕ່ 241% ​ເຖິງ 420%, ຍ້ອນ​ເປັນ​ສິນຄ້າ​ກະທົບ​ໄວ​ເປັນ​ພິ​ເສດ​ຕໍ່​ກັບ ສ.ເກົາຫຼີ).

ພ້ອມ​ກັບ​ສັນຍາ​ການ​ຄ້າ​ເສ​ລີລະຫວ່າງຫວຽດນາມ - ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ, ພວກ​ເຮົາ​ສືບ​ຕໍ່​ການ​ພົວພັນ​ຄ້າຂາຍ ລົງທຶນທີ່​ມີ​ມາ​ແຕ່​ດົນ​ນາມ ດ້ວຍ​ຂະໜາດ​ໃຫຍ່​ໂຕ ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ກຸ່ມ​ນີ້, ພິ​ເສດ​ແມ່ນ ລັດ​ເຊຍ ​ເບ​ລາຣຸດຊີ ກາ​ຊັກ​ສະຖານ. ການ​ພົວພັນ​ການ​ຄ້າສອງ​ສົ້ນ​ລະຫວ່າງ​ຫວຽດນາມ ກັບ 3 ປະ​ເທດ​ນີ້ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ​ທຽບ​ກັບ​ປັດຈຸບັນ, ຈະ​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ 18% - 20% ຕໍ່​ປີ ​ແລະ ຮອດ​ປີ 2020 ຈະ​ບັນລຸມູນຄ່າປະມານ​ແຕ່ 7,2 ຕື້​ໂດ​ລາ​ສະຫະລັດ ​ເຖິງ 8 ຕື້​ໂດ​ລາ​ສະຫະລັດ.

​ເມື່ອສັນຍາ​ການ​ຄ້າ​ເສ​ລີລະຫວ່າງຫວຽດນາມ - ​ສະຫະພັນ​ເອີຣົບ ​ໄດ້​ຮັບ​ການ​ລົງ​ນາມ, ມັນຈະຊ່ວຍ​ເພີ່ມ​ເຕີມ 7% - 8% ​ເຂົ້າ​ໃນ​ຄວາມ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ, ມີ​ປະມານ 90% ສິນຄ້າ​ເຂົ້າ​ໃນ​ຕະຫຼາດ ອີ​ຢູ ຈະ​ໄດ້​ຮັບ​ອັດຕາ​ພາສີ 0%, ​ເຊິ່ງຈະ​ສ້າງ​ໃຫ້​ມີ​ທ່າ​ດີ​ທາງ​ດ້ານ​ປະລິມານ​ສິນຄ້າ​ສົ່ງ​ນອກ ​ແລະ ພາກສ່ວນ​ຄຸນຄ່າ​ເພີ່ມ​ທີ່​​ເກັບ​ມາໄດ້. ການ​ສົ່ງ​ນອກ​ຂອງ​ຫວຽດນາມ​ໄປ​ຍັງ ອີ​ຢູ ຈະ​ເພີ່ມຂຶ້ນ​ຕື່ມ​ອີກປະມານ 10% ຮອດ​ປີ 2025.

ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ກຳລັງ​ຖືກ​ຖື​ວ່າ​ເປັນ “ສັນຍາ​ຂອງ​ສະຕະວັດ​ທີ XXI”, ທີ່​ມຸ່ງ​ໄປ​ສູ່​ສະໜາມ​ການ​ຮ່ວມ​ມືໃໝ່ ​ແນ​ໃສ່​ສ້າງ​ບັນດາ​ມາດຕະຖານ​ໃໝ່​ໃຫ້​ແກ່​ການ​ຄ້າ ການ​ລົງທຶນ ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ດັ່ງ​ນັ້ນ ມາດຕະຖານ ​ແລະ ​ເປົ້າ​ໝາຍ​ວາງ​ອອກ​ມາ​ສູງ​ທີ່​ສຸດ. ນີ້​ກໍ​ແມ່ນ​ສັນຍາ​ໜຶ່ງທີ່​ມີ​ທີ່​ຕັ້ງ ​ແລະ ລະດັບ​ຍຸດ​ທະ​ສາດ​ທີ່​ສຳຄັນ​ທີ່​ສຸດ ​ເຊິ່ງພວມ​ໄດ້​ເຈລະຈາ​ໃນ​ເວລາ​ນີ້​ຢູ່​ໃນ​ໂລກ. ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ຈະ​ສ້າງ​ເງື່ອນ​ໄຂ​ເຮັດ​ໃຫ້​ຄວາມ​ພົວພັນ​ການ​ຄ້າລະຫວ່າງ​ຫວຽດນາມ ກັບ​ບັນດາ​​ເຂດຕະຫຼາດ​ຈຸດ​ໜັກ​ ມີ​ຄວາມ​ສົມ​ດຸນ​ຄືນ​ໃໝ່, ຫຼີກ​ລ່ຽງບໍ່​ໃຫ້​ຖືກຂຶ້ນ​ກັບ​ເຂດ​ຕະຫຼາດ​ໃດ​ໜຶ່ງ​ເກີນ​ຄວນ. ຄຽງຄູ່​ນັ້ນ, ຄວາມ​ພົວພັນ​ການ​ຄ້າ​ເສລີກັບ​ບັນດາ​ຕະຫຼາດ​ໃຫຍ່ ຈະ​ສ້າງ​ການ​ບຸກທະລຸ​ໃຫ້​ແກ່​ການ​ສົ່ງ​ນອກ​ຂອງ​ຫວຽດນາມ. ນອກຈາກ​ນັ້ນ, ​ໂອກາດ​ເຂົ້າ​ເຖິງ​ບັນດາ​ຕະຫຼາດ​ທີ່​ກວ້າງໃຫຍ່, ​ເຊັ່ນ​ສະຫະລັດ​ອາ​ເສຣິກາ ຍີ່ປຸ່ນ ກາ​ນາ​ດາ ດ້ວຍ​ອັດຕາ​ພາສີ 0%, ສົມທົບກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ແຈ້ງ​ກວ່າ ກ່ຽວ​ກັບ​ການ​ປັບປຸງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ການ​ປົກ​ປ້ອງ​ສິດທິກຳມະສິດ​ຊັບ​ສິນ​ທາງ​ປັນຍາ ຈະ​ປະກອບສ່ວນ​ດຶງ​ດູດ​​ເອົາທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ​ຢູ່​ຫວຽດນາມ​ຢ່າງ​ແນ່ນອນ, ພິ​ເສດ​ແມ່ນ​ ທຶນ​ຂອງ​ບັນດາ​ບໍລິສັດ​ຂ້າມ​ຊາດ. ຫວຽດນາມ​ກໍຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ຈາກ​ກະ​ແສ​ການ​ລົງທຶນ​ໃໝ່, ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ເປັນ​ຈຳນວນ​ຫຼາຍ, ສ້າງ​ໃຫ້​ມີ​ກຳລັງ​ຄວາມ​ສາມາດ​ຜະລິດ​​ໃໝ່ ​ເພື່ອ​ສວຍ​ໃຊ້​ບັນດາ​ໂອກາດ​ສົ່ງ​ນອກ ​ແລະ ​ເຂົ້າ​ຮ່ວມ​ໃນ​ບັນດາ​ພວງ​ພະນັງ​ຄຸນຄ່າ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ​ເຊິ່ງສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີຟິກ ນຳ​ມາ​ໃຫ້. ດ້ວຍ​ຄຳ​ໝັ້ນ​ສັນຍາ​ຕ່າງໆ​ທີ່​ກວ້າງຂວາງ ​ແລະ ​ເລິກ​​ເຊິ່ງກວ່າສັນຍາ​ໃນ​ອົງການ​ການ​ຄ້າ​ໂລກ (WTO), ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ຈະ​ຊ່ວຍ​ໃຫ້​ເສດຖະກິດ​ຫວຽດນາມ​ຈັດ​ວາງ​ແຫຼ່ງພະລັງ​ຊັບພະຍາກອນ​ຄືນ​ໃໝ່​ ຕາມ​ທິດ​ມີ​ປະສິດທິ​ຜົນ​ກວ່າອີກ, ຈາກ​ນັ້ນ​ຊ່ວຍ​ໜູນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ວິວັດ​ການຈັດ​ວາງ​ຄືນ​ໃໝ່ ​ແລະ ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ. ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກມຸ່ງ​ໄປ​ສູ່ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ທີ່​ສະ​ເໝີພາບ ສົດ​ໃສ, ​ເຮັດ​ໃຫ້​ລຳດັບ​ດຳ​ເນີນ​ການ​ກໍ່ສ້າງ​ນະ​ໂຍບາຍ​ມີ​ຄວາມ​ໂປ່​ງ​ໃສ ​ແລະ ສົ່ງ​ເສີນ​​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ວິວັດ​ການ​ນີ້, ດັ່ງ​ນັ້ນ ຈະ​ມີ​ຄຸນ​ປະ​ໂຫຍ​ດດີ​ທີ່​ສຸດ​ເພື່ອປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ ກໍ່​ຄື​ເພີ່ມ​ທະວີ​ການ​ປະຕິ​ຮູບ​ການ​ບໍລິຫານ.

​ເມື່ອ​ເຂົ້າຮ່ວມ​ໃນສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ຄາດ​ວ່າຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້ານ​ການ​ລົງທຶນ ​ແລະ ການ​ບໍລິ​ໂພ​ກຈະ​ເພີ່ມ​ຂຶ້ນ​ແຕ່ 1,03% ​ເຖິງ 2,11%. ຄາດຄະ​ເນ ​ແຕ່​ລະ​ປີ ຈີ​ດີ​ພີ ຂອງ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ​ທາງ​ດ້ານ​ຄຸນຄ່າ​ເດັດ​ຖານ​ປະມານ 1,4 ຕື້​ໂດ​ລາ​ສະຫະລັດ ​ເຖິງ 2,9 ຕື້​ໂດ​ລາ​ສະຫະລັດ. ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ກໍ່​ປະກອບສ່ວນ​ຍົກຍ້າຍ​ແຮງ​ງານຈາກ​ບັນດາ​ຂະ​ແໜງ​ທີ່​ຫວຽດນາມ​ບໍ່​ມີ​ທ່າ​ແຮງປຽບ​ທຽບ ​ເຊັ່ນ​ກະສິກຳ ​ໄປ​ສູ່​ບັນດາ​ຂະ​ແໜງ​ທີ່​ມີ​ທ່າ​ໄດ້​ປຽບ​ກວ່າ​ເຊັ່ນ ອຸດສາຫະກຳ​ເກີບ​ເຄື່ອງ​ໜັງ ສິ່ງ​ທໍ​ຕັດຫຍິບ ການ​ບໍລິການ​ຜົນ​ປະ​ໂຫຍ​ດ... ​ເປັນອັນ​ຈະ​ແຈ້ງວ່າ, ດ້ວຍສັນຍາ​ຄູ່​ຮ່ວມ​ເສດຖະກິດຂ້າມ​ປາຊີ​ຟິກ, ພວກ​ເຮົາ​ຈະ​ເພີ່ມ​ຄວາມ​ໄວ​ໃນ​ການ​ເປີດ​ປະຕູ​ປະ​ເທດ​ອອກ​ສູ່​ໂລກາ, ສ້າງ​ຕັ້ງ​ລະບົບ​ເສດຖະກິດ​ຕະຫຼາດ​ໜຶ່ງ​ທີ່​ຖືກຕ້ອງ​ຕາມ​ຄວາມ​ໝາຍ​ຂອງ​ມັນ - ພື້ນຖານ​ເພື່ອ​ກໍ່ສ້າງ​ລະບົບ​ເສດຖະກິດ​ຕະຫຼາດ​ໜຶ່ງ​ທີ່​ມີ​ກຳລັງ​​ແຮງແຂ່ງຂັນ. ການ​ເຈລະຈາ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ລົງ​ແລ້ວ, ​ແນ່ນອນ​ວ່າ ຂອບ​ກົດໝາຍ​ຂອງສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ຈະ​ເປັນ​ແບບຢ່າງ​ໃຫ້​ແກ່​ການ​ຂັບ​ເຄື່ອນ​ບັນດາ​ລະບົບ​​ເສດຖະກິດ​ໃນ​ສະຕະວັດ​ທີ XXI, ດ້ວຍ​ບັນດາ​ລະບຽບ​ກົດ​ເກນ​ທີ່​ສູງ​ກວ່າ ຮອບດ້ານ​ກວ່າ, ຫວຽດນາມ​ຈະ​ໄດ້​ເຂົ້າ​ຫຼິ້ນ​ໃນ​ສະໜາມ​ຊັ້ນ​ສູງ - ສະໜາມ​ການ​ຫຼິ້ນ​ຂ​ອງບັນດາ “ນາຍ​ໃຫຍ່” ​ເສດຖະກິດ, ຈະ​ມີ​ຫຼາຍ​ໂອກາດ​ຕື່ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ເລິກ​ເຂົ້າ​ກັບ​ເສດຖະກິດ​ໂລກ ​ແລະ ມີ​ໂອກາດ​ເພື່ອ​ພັດທະນາ​ຢ່າງ​ໄວ ​ແລະ ​ແຂງແຮງ.

ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຕ່າງ​ໆ

ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ​ເປັນ​ໂອກາດ​ດີ​ທີ່​ແທ້​ຈິງ ຍ້ອນ​ບໍ່​ມີ​ເວລາ​ໃດ​ທີ່​ຫວຽດນາມມີ​ຖານະ​ທີ່​ຕັ້ງ​ດີ​ຄື​ປັດຈຸບັນນີ້. ຜົນ​ກະທົບ​ລວມຂອງສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ຕໍ່​ກັບ​ເສດຖະກິດ​ຫວຽດນາມ​ແມ່ນ​ຜົນ​ກະທົບ​ທີ່​ຕັ້ງໜ້າ, ​ແຕ່​ບໍ່​ໝາຍ​ຄວາມ​ວ່າ ​ມັນ​ຖືກຕ້ອງ​ກັບ​ທຸກໆ​ຂະ​ແໜງ​ການ, ທຸກໆ​ວິ​ສາ​ຫະກິດ. ບົດຮຽນ​ຂອງ​ຫວຽດນາມ​ພາຍຫຼັງ 7 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະມາ​ຊິດອົງການ​ການ​ຄ້າ​ໂລກ ​ໄດ້​ໃຫ້​ເຫັນ​ວ່າ, ​ໂອກາດ​ບາງ​ເທື່ອ​ໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍ ຖ້າ​ຫາກ​ຂາດ​ນະ​ໂຍບາຍ​ມະຫາ​ພາກທີ່​ເໝາະ​ສົມ ​ແລະ ຂາດ​ການ​ປະຕິ​ຮູບ​ທີ່​ຈຳ​ເປັນ.

ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ກໍ່​ອາດ​ຈະ​ກໍ່​ໃຫ້​ເກີດ​ຜົນ​ສະທ້ອນທາງສັງຄົມ. ບັນດາ​ຂະ​ແໜງ​ທີ່​ເຄີຍ​ໄດ້​ຮັບ​ຄວາມ​ປົກ​ປ້ອງ​ຫຼາຍ ​ແລະ ບັນດາ​ວິ​ສາ​ຫະກິດ​ທີ່​ບໍ່​ມີ​ຄວາມ​ສາມາດ​ແຂ່ງຂັນ ຈະ​ຕ້ອງຫລຸດຜ່ອນ​ການ​ຜະລິດ, ຊ້ຳ​ບໍ່​ໜຳ ຕ້ອງ​ຫົດ​ຕົວ​ເຂົ້າ ຫຼື​ລົ້ມ​ລະລາຍ. ສ່ວນ​ຕໍ່​ກັບ​ບັນດາ​ຂະ​ແໜງ​ສິນຄ້າທີ່​ຖືກ​ຖື​ວ່າ​ ມີ​ທ່າ​ໄດ້​ປຽບ​ໃນ​ເມື່ອ​ເຂົ້າ​ຮ່ວມ​ໃນ ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ກໍ່​ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ກີດຂວາງ​ບໍ່​ໜ້ອຍ, ນີ້​ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່ທີ່​ສຸດ, ​ເປັນ​ຕົ້ນ​ແມ່ນ ​ຕໍ່​ກັບ​ຂະ​ແໜງ​ກະສິກຳ ​ເຊິ່ງ​ກຳລັງ​ຜະລິດ​ແບບ​ກະ​ແຈກ​ກະ​ຈ່າຍ, ສະມັດ​ຕະພາບ​ການ​ຜະລິດຍັງ​ຕ່ຳ, ຄຸນ​ນະພາ​ບຍັງ​ບໍ່​ທັນ​ໄດ້​ຕາມ​ມາດຕະຖານ, ພິ​ເສດ​ແມ່ນ​ບັນຫາ​ເຄື່ອງໝາຍ​ການ​ຄ້າ​ກະສິກຳ​ແຫ່ງ​ຊາດ​ຂອງ​ຫວຽດນາມ ຍັງ​ບໍ່​ສາມາດ​ແຂ່ງຂັນ​ໄດ້​ກັບ​ເຄື່ອງໝາຍ​ການ​ຄ້າ​ກະສິກຳ​ຂອງ​ບາງ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ໂດຍ​ແຕກ​ຕ່າງ​ກັບບັນດາສັນຍາ​ການ​ຄ້າ​ເສ​ລີອື່ນໆ, ​ໃນ​ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ, ສະຫະລັດ​ອາ​ເມຣິກາ​ໄດ້ສະ​ເໜີ​ຄວາມຮຽກຮ້ອງ​ຕ້ອງການ​ທີ່​ສູງຫຼາຍ, ​ເຊັ່ນ​ຕ້ອງ​ຍຸບ​ເລີກ​ຮົ້ວ​ກັ້ນ​ບັງທາງ​ການ​ຄ້າ​ທັງ​ໝົດ, ​ເປີດ​ເສລີພາບ​ສູງ​ສຸດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ ການ​ບໍລິການ (ຄື​ກັບໃນ​ບັນດາ​ເຂດ​ເສດຖະກິດ​ພີ​ເສດ), ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ກ່ຽວ​ກັບ​ການ​ປົກ​ປ້ອງ​ກຳມະສິດ​ທາງ​ປັນຍາ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ນັບ​ທັງ​ບັນດາ​ບັນຫາ​ທີ່​ກະທົບກະ​ເທືອ​ນ​ໄວ​ຕໍ່​ກັບ​ຫວຽດນາມ​ເຊັ່ນ ຄວາມສະ​ເໝີ​ພາບ ບໍ່​ຈຳ​ແນ​ກການປະພຶດ​ຕໍ່​ກັບ​ວິ​ສາ​ຫະກິດພາຍ​​ໃນ​ແລະ​ຕ່າງປະ​ເທດ, ບັນຫາ​ວິ​ສາ​ຫະກິດ​ແຫ່ງ​ລັດ, ບັນຫາ​ສິດ​ສ້າງ​ຕັ້ງ​ສະມາຄົມ, ບັນຫາ​ຈັດ​ຊື້​ຈັດ​ຈ້າງ​ພາກ​ລັດ. ບັນຫາ​ເຫຼົ່າ​ນັ້ນຖືກສະຫະລັດ​ອາ​ເມຣິກາ “ສັບຊ້ອນ” ສຳ​ເລັດ​ແລ້ວ ຫຼື​ສຳ​ເລັດ​ໂດຍ​ພື້ນຖານ ຢູ່​ໃນ​ບັນດາສັນຍາ​ການ​ຄ້າ​ເສ​ລີທີ່​ໄດ້​ເຊັນກັນ​ກັບ ​ບັນດາ​ປະ​ເທດ​ກຳລັງ​ເຈລະ​ຈາສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ, ​ເຊັ່ນ ​ເປຣູ ຊີ​ເລ ສິງກະ​ໂປ ອົດ​ສະຕຣາລີ ນູ​ແວນ​ເຊ​ລັງ ຫຼື​ກັບ ກາ​ນາ​ດາ ​ແລະ ​ເມັກ​ຊິກ ຢູ່​ໃນສັນຍາ​ການ​ຄ້າ​ເສ​ລີອາ​ເມຣິກາ​ເໜືອ (NAFTA). 

​ໃນ​ພາກ​ຕົວ​ຈິງ, ​ເຂົ້າ​ຮ່ວມ​ໃນສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ, ຫວຽດນາມ​ຈະ​ຕ້ອງ​ປະຕິ​ຮູບ​ລະບຽບກົດໝາຍ​ຕ່າງ​ໆ​ ໃຫ້​ບັນລຸມາດຕະຖານທີ່​ອາດ​ຈະ​ຍອມຮັບ​ໄດ້. ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ກໍ່​ຈະ​ບໍ່​ຊ່ວຍ​ການ​​ເລີກລ້າງ​ບັນດາ​ມາດ​ຕະການ​ ຕ້ານ​ການ​ຂາຍ​ທຸ່ມ​ຕະຫຼາດ/ຕ້ານ​ການ​ອຸດ​ໜູນ, ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕໍ່​ກັບ​ສິນຄ້າ​ສົ່ງ​ນອກ​ຂອງ​ຫວຽດນາມ ທີ່​ສະຫະລັດ​ກະ​ລັງ​ນຳ​ໃຊ້​ຢູ່. ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ວາງກຳນົດ​ພື້ນຖານ​ນິຕິ​ກຳ​ອັນ​ຈະ​ແຈ້ງ, ບໍ່​ຍອມຮັບ​ຕໍ່​ການ​ໃຫ້​ບຸລິມະສິດ ການ​ປະພຶດ​ພິ​ເສດ​ໃຫ້​ແກ່​ບໍ່​ວ່າວິ​ສາ​ຫະກິດ​ໃດໆ. ສຳລັບ​ວິ​ສາ​ຫະກິດ​ແຫ່ງ​ລັດ, ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ ຮຽກຮ້ອງ​ໃຫ້​ຕ້ອງ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ປະພຶດ​ຕໍ່​ຢ່າງ​ສະ​ເໝີ​ພາບ. ຖ້າ​ຫາກ​ບໍ່​ມີ​ການ​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ ​ເປັນ​ເອກະ​ພາບ ກໍ່​ຄື​ບັນດາແຜນການສັບ​ຊ້ອນ​ທັນທີ​ນັບ​ແຕ່​ເວລາ​ນີ້, ກຳລັງ​ໜີບ​ໃນ​ການ​ປະຕິບັດ​ສັນຍາ​ກໍ່​ອາດ​ຈະ​ເປັນ​ອຸປະສັກ​ໃຫ້​ແກ່​ການ​ສວຍ​ໃຊ້​ໂອກາດ​ໃໝ່.

ບົດຮຽນ​ແຫ່ງ​ການ​ເຂົ້າ​ຮ່ວມ​ໃນ​ອົງການ​ການ​ຄ້າ​ໂລກ ຫຼື​ໃນ​ບັນດາ​ສັນຍາ​ການ​ຄ້າ​ອື່ນ ​ເຄີຍ​ຖືກ​ຜູ້​ຊ່ຽວຊານ​ກ່າວ​ເຖິງ​ເໝືອນ​ດັ່ງ​ຄຳ​ກ່າວ​ເຕື່ອນໜຶ່ງ ​ເຊິ່ງ​ໃນ​ເມື່ອ​ຂະ​ແໜງ​ການ​ຕ່າງໆ​ຖືກ​ເສຍ​ຫາຍ​ຍ້ອນ​ບໍ່​ມີ​ການ​ກະກຽມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ເສດຖະກິດ. ສິນຄ້າ​ສົ່ງ​ນອກ​ຂອງ​ຫວຽດນາມ​ເວົ້າ​ລວມ ​ແລະ ສິນ​ໃນ​ນ້ຳ​ເວົ້າ​ໂດຍ​ສະ​ເພາະ ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຍ້ອນ​ພາສີ, ​ແຕ່​ຕໍ່​ກັບບັນດາ​ມາດ​ຕະການ​ທີ່ “ບໍ່​ຂຶ້ນ​ກັບ​ພາສີ”, ພິ​ເສດ​​ແມ່ນ​ບັນດາ​ຮົ້ວ​ປ້ອງ​ກັນ​ທີ່​ຫຼາຍ​ປະ​ເທດປະກາດ​​ໃຊ້​, ຖ້າ​ຫາກ​ວິ​ສາ​ຫະກິດ​ຫວຽດນາມ​ບໍ່​ຕອບ​ສະໜອງ​ໄດ້ກັບມາດ​ຕະການ​ເຫຼົ່າ​ນັ້ນ ກໍ່ຈະ​ຖືກ​ປັດ​ເຂ່ຍ​ອອກ​ຈາກ “​ເກ​ມ”, ນັ້ນ​ເປັນ​ສິ່ງ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ໂດຍ​ສິ້ນເຊີງ.

​ໃນ​ການ​ປະຕິບັດສັນຍາ​ການ​ຄ້າ​ເສ​ລີ, ຄວາມ​ຂັດ​ແຍ່ງ​ທາງ​ຜົນ​ປະ​ໂຫຍ​ດ​ເກີດ​ຂຶ້ນ​ສະ​ເໝີ ຍ້ອນ​ໂອກາດ​ຂອງ​ຂະ​ແໜງ​ການ​ນີ້ ອາດ​ຈະ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ກັບ​ຂະ​ແໜງ​ການ​ອື່ນ ​ແລະ ກົງ​ຂ້າມ. ນີ້​ກໍ່​ເປັນ​ສິ່ງ​ທີ່​ເຄີຍ​ເກີດ​ຂຶ້ນຢູ່​ໃນລະບົບ​ເສດຖະກິດ ​ເຖິງ​ວ່າ​ຫວຽດນາມ​ຈະ​ເຂົ້າ​ຮ່ວມ​ໃນສັນຍາ​ການ​ຄ້າ​ເສ​ລີ ຫຼື​ບໍ່​ກໍ​ຕາມ. ​ແຕ່​ເມື່ອ​ຄິດ​ລວມ​ແລ້ວ, ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ​ຈາກບັນດາສັນຍາ​ການ​ຄ້າ​ເສ​ລີ ສຳລັບ​ຫວຽດນາມ​ແມ່ນ​ໃຫຍ່​ຫຼວງ, ​ເຖິງ​ວ່າ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ແຕ່​ລະວິ​ສາ​ຫະກິດ​ຈະ​ແຕກ​ຕ່າງ​ກັນ, ມັນ​ຂຶ້ນ​ກັບ​ຂະໜາດ, ຂະ​ແໜງ​ສິນຄ້າ, ຕະຫຼາດ​ສົ່ງ​ນອກ ​ແລະ ຄູ່​ແຂ່ງ. ວິ​ສາ​ຫະກິດ​ຫວຽດນາມ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບຄວາມ​ສ່ຽງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຍ້ອນ​ບັນດາ​ການ​ຟ້ອງ​ຮ້ອງ ກ່ຽວ​ກັບ​ການ​ປົກ​ປ້ອງ​ການ​ຄ້າ, ຕ້ານ​ການ​ອຸດ​ໜູ​ນ, ການ​ປ້ອງ​ກັນ, ຕ້ານ​ການ​ຂາຍ​ທຸ່ມ​ຕະຫຼາດ ຢູ່​ບັນດາ​ຕະຫຼາດ​ທີ່​ຈະພ້ອມກັບຫວຽດນາມ​ເຂົ້າ​ຮ່ວມ​ໃນສັນຍາ​ການ​ຄ້າ​ເສ​ລີ. ບັນດາ​ຮົ້ວ​ກັ້ນ​ບັງ​ທາງ​ເຕັກນິກ​ໃນ​ການ​ຄ້າ ​ແລະ ​ຄວາມ​ຮຽກຮ້ອງ​ຕ້ອງການກັກ​ກັນ​ ຂອງ​ຕະຫຼາດ​ເຫຼົ່າ​ນີ້​ ກໍ່​ຈະ​ເພີ່ມ​ຂຶ້ນ.

ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ເມື່ອ​ສ້າງ​ຕັ້ງ​ວິ​ສາ​ຫະກິດສະ​ເຫຼ່ຍ 6 ຕື້​ໂດ່​ງ/ວິ​ສາ​ຫະກິດ (ບໍ່​ເຖິງ 3 ​ແສນ​ໂດ​ລາ​ສະຫະລັດ/ວິ​ສາ​ຫະກິດ), ວິ​ສາ​ຫະກິດ​ຂອງ​ຫວຽດນາມ​ສ່ວນ​ຫຼາຍ​ແມ່ນ​ຂະໜາດ​ນ້ອຍ ​ແລະ ນ້ອຍ​ທີ່​ສຸດ, ບໍ່​ອາດ​ບືນ​ຕົວ​ອອກ​ສູ່​ພາກ​ພື້ນ​ໄດ້, ດັ່ງ​ນັ້ນ ​ແຕ່​ກ່ອນ​ມາ​ ເຂົາ​ບໍ່​ເຄີຍ​ເອົາ​ໃຈ​ໃສ່​ເຖິງ​ການ​ເຊື່ອມ​ໂຍງ​ເສດຖະກິດ. ​ໃນ​ຊຸມ​ປີ​ມໍ່ໆ​ຜ່ານ​ມາ​ນີ້, ​ແຕ່ລະ​ປີ​ມີ​ປະມານ 50.000 - 60.000 ວິ​ສາ​ຫະກິດ​ຕ້ອງ​ຢຸດ​ບໍ່​ເຄື່ອນ​ໄຫວ​ອີກ ຍ້ອນ​ຫຼາຍ​ສາ​ເຫດ, ​ແຕ່​ມີ​ສາ​ເຫດ​ເລິກ​ເຊິ່ງໜຶ່ງ​ຄື ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ຫຼາຍ​ພໍ​ຄວນ ບໍ່ສາມາດ​ທົນຕໍ່​ໄດ້​ກັບ​ກຳລັງ​ໜີບ​ຂອງ​ການ​ເຊື່ອມ​ໂຍງ. ນີ້​ແມ່ນ​ຄ່າ​ເສຍ​ຫາຍ​ທີ່​ຕ້ອງ​ຊຳລະ​ເມື່ອ​ພວກ​ເຮົາ “ເປີດປະຕູ” ຕະຫຼາດ. ຫວຽດນາມ​ຕ້ອງ​ກຽມ​ຄວາມ​ພ້ອມ ຍ້ອນ​ວ່າບັນດາສັນຍາ​ການ​ຄ້າ​ເສ​ລີຮຸ່ນ​ໃໝ່ ຈະມີ​ມາດຕະຖານ​ຕ່າງໆ​ທີ່​ສູງ​ກວ່າຄວາມ​ອົດທົນ​ ຂອງ​ບັນດາກຸ່ມທີ່ຖືກ​ເສຍ​ຫາຍ​ໂດຍ​ງ່າຍ (ຊາວ​ກະສິກອນ, ວິ​ສາ​ຫະກິດ​ການ​ກະ​ເສດ, ວິ​ສາ​ຫະກິດ​ຂະໜາດ​ກາງແລະ​ນ້ອຍ) ​ແລະ ບັນດາ​ເປົ້າ​ໝາຍ​ສັງຄົມ​ທີ່​ຖືກ​ກະທົບກະ​ເທືອ​ນ​ໄວ (ຜູ້​ອອກ​ແຮງ​ງານ, ຄົນ​ເຈັບ​ປ່ວຍ,...).

ວິທີ​ແກ້​ສຳລັບ​ໄລຍະ​ສະ​ເພາະ​ໜ້າ

​ເພື່ອ​ປະຕິບັດບັນດາສັນຍາ​ການ​ຄ້າ​ເສ​ລີ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເຊື່ອມ​ໂຍ​ງເສດຖະກິດ, ​ໃນ​ເວລາ​ສະ​ເພາະ​ໜ້າ ​ຕ້ອງ​ສຸມ​ໃສ່​ບາງ​ວຽກ​ງານ​ທີ່​ຮີບ​ດ່ວນ​ລຸ່ມ​ນີ້:

ທາງ​ດ້ານ​​ເສດຖະກິດ

ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຮຽກຮ້ອງ​ໃຫ້​ຕ້ອງ​ຍອມຮັບ “ກົດລະບຽບ​ການ​ຫຼິ້ນ” ​ແລະ “ວິທີ​ການຫຼິ້ນ”. ​ປ່ຽນ​ແປງ​ໃໝ່​ລະບຽບ​ກົ​ດໝາຍຕ້ອງ​ເປັນ​ຂອດ​ບຸກທະລຸ, ຕິດ​ແໜ້ນ​ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ລະບຽບ​ກົດໝາຍ​ໃນ​ປະ​ເທດ ກັບ​ລະບຽບ​ກົດໝາຍ​ການ​ເຊື່ອມ​ໂຍງ​ເສດຖະກິດ ​ຢ່າງ​ເໝາະ​ສົມ ​ກົມກຽວ... ຄວາມ​ເປັນ​ຈິງ​ໄດ້​ໃຫ້​ເຫັນວ່າ ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດໄດ້​ຮັບ​ການ​ປັບປຸງບໍ່​ຫຼາຍ​ພໍ​ທໍ່​ໃດ ​ແລະ ການ​ເປີດ​ເສລີ​ຕໍ່​ພາຍ​ນອກ ຍັງ​ບໍ່​ທັນໄປ​ຄຽງ​ຄູ່​ກັບ​ການ​ເປີດ​ເສລີຕໍ່​ບັນດາ​​ແຫຼ່ງພະລັງ​ພາຍ​ໃນ. ບໍ່​ມີ​ລະບົບ​ກົດໝາຍ​ທີ່​ສອດຄ່ອງ, ບໍ່​ມີ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ກໍ່​ຈະ​ບໍ່​ສາມາດ​ຂຸດ​ຄົ້ນ​ໄດ້​ທ່າ​ດີ​ຂອງບັນດາສັນຍາ​ການ​ຄ້າ​ເສ​ລີ. ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ມີ​ກົງຈັກ​ອາຊີບ ​ດ້ວຍ​ພາລະ​ໜ້າ​ທີ່ທີ່​ຈະ​ແຈ້ງ ​ເພື່ອ​ປະຕິບັດ​ການ​ຕິດຕາມ ກວດກາ ຕີ​ລາຄາຄວາມ​ສາມາດ​ຂອງ​ກົດໝາຍ ​ແລະ ລະບຽບ​ກົດໝາຍ.

ການປະຕິ​ຮູບ​ລະບຽບ​ກົດໝາຍ​ສິ່ງ​ແວບ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ຕ້ອງ​ມີ​ບາດກ້າວ​ເດີນ​ທີ່​ສອດຄ່ອງ, ​ແຕ່​ຕ້ອງ​ຕັ້ງ​ຢູ່​​ໃນ​ຄວາມ​ພົວພັນ​ລະບົບ: ວຽກ​ງານ​ກ່ອນ​ຕ້ອງ​ເປີດ​ທາງ​ໃຫ້​ແກ່​ວຽກ​ງານ​ຫຼັງ, ບໍ່​ສ້າງ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ກົດໝາຍ ​ແລະ ຄວາມ​ບໍ່​ສອດຄ່ອງ​ທາງ​ດ້ານ​ນະ​ໂຍບາຍ. ດ້ວຍຈຸດ​ເລີ່​ມຕົ້ນ​ຕ່ຳ, ​ແຫຼ່ງພະລັງ​ຖືກ​ຈຳກັດ, ​ເສດຖະກິດ​ຫວຽດນາມ “ມີລັກສະ​ນະພິ​ເສດສະ​ເພາະ”, ​ເຮັດຄື​ແນວ​​ໃດ​ໃຫ້​ລະບົບ​ເສດຖະກິດ​ນີ້​ເຂົ້າ​ເຖິງ​ກັບ​ບັນດາ​ມາດຕະຖານ ຮີດຄອງ​ທຸລະ​ກິດ​ອັນ​ດີ​ງາມຂອງ​ໂລກ ​ເຊິ່ງບັນດາ​ປະ​ເທດ​ທີ່​ກ້າວ​ເດີນ​ກ່ອນຕ້ອງ​ເສຍ​ເວລາ​ຫຼາຍ​ປີ​ຈຶ່ງ​ສ້າງຂຶ້ນ​ມາ​ໄດ້.

ລະບຽບ​ກົດໝາຍ​ບໍລິຫານ​ຕ້ອງ​ມີ​ຂໍ້​ມາດຕາທີ່​ຮຽກຮ້ອງ​ໃຫ້​ບັນດາ​ອົງການ ​ແລະ ຕຳ​ແໜ່​ງການ​ບໍລິຫານ ຕ້ອງ​ມີ​ຄວາມ​ຮັບຜິດ​ຊອບ​ສຸດ​ທ້າຍ ຕໍ່ຄວາມ​ຜິດ​ຖານ​ການບໍລິຫານ ​ໃນ​ຂອບ​ເຂດ​ສິດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ຕົນ. ດັ່ງນັ້ນ, ຂັ້ນ​ຕອນ​ການ​ບໍລິຫານ​ກໍ່​ຕ້ອງ​ໄດ້​ຫັນ​ເປັນ​ນິຕິ​ກຳ ​ແລະ ຕ້ອງ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ຄຽງ​ຄູ່​ກັນ​ນັ້ນ ກໍ່​ຕ້ອງ​ມີ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະກອນ​ທີ່​ມີ​ຄວາມ​ສາມາດ, ​ໄດ້​ຮັບ​ການ​ອົບຮົມ​ສຶກສາ​ຕາມ​ມາດຕະຖານ, ມີ​ຄຸນສົມບັດ​ຈັນ​ຍາ​ບັນ.

ກົດໝາຍ​ການ​ຄ້າ ​ແລະ ບັນດາ​ກົນ​ໄກ ນະ​ໂຍບາຍຄຸ້ມ​ຄອງ​ບໍລິຫານ​ ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ເຕີມ ​ແລະ ປັບປຸງ​ບູລະນະ ​ເພື່ອ​ແນ​ໃສ່ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະຕິບັດການ​ຄ້າ. ກົດໝາຍ​ວ່າ​ດ້ວຍ​ພາສີ​ຂາ​ອອກ-ຂາ​ເຂົ້າ ກໍ່​ຕ້ອງ​ໄດ້​ປັບປຸງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ຄົບ​ຊຸດ​ກັບ​ຂໍ້​ກຳນົດ​ຂອງລັດຖະທຳ​ມະນູນ ​ແລະ ບັນດາ​ປະ​ມວນ​ກົດໝາຍ​ປັດຈຸບັນ; ​ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ກຳນົດ​ກົດໝາຍຕ່າງໆ ທີ່​ຫວຽດນາມ​ໄດ້​ລົງ​ລາຍ​ເຊັນ ຫຼື​ກຳລັງ​ເຈລະຈາ ກໍ່​ຄື​ກັບ​ແຜນ​ຍຸດ​ທະ​ສາດ​ປະຕິ​ຮູບ​ລະບົບ​ພາສີ ​ໄລຍະ 2011 - 2020 ທີ່​ໄດ້​ຜ່ານ​ອະນຸມັດ. ພ້ອມ​ກັນ​ນັ້ນ, ຕ້ອງ​ແກ້​ໄຂ​ສິ່ງ​ຄົງ​ຄ້າງ ປຶກ​ຕັນ ສັບສົນຕ່າງໆ, ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ ຄົບ​ຖ້ວນ ຄົບ​ຊຸດ ​ແລະ ປະຕິບັດ​ໄດ້.

ກ່ຽວ​ກັບ​ການ​ປະຕິ​ຮູບ ​ແລະ ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ

​ຕາມ​ບົດ​ລາຍ​ງານການ​ສຳ​ຫຼວດໃນປີ 2011 ​ໃຫ້​ເຫັນ​ວ່າ, 95% ​ໃນ​ຈຳນວນ 2.500 ວິ​ສາ​ຫະກິດທີ່​ໄດ້​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ໃນ 10 ​ແຂວງ​ ແມ່ນ​ວິ​ສາ​ຫະກິດຂະໜາດ​ນ້ອຍ​ສຸດ, ອັດຕາ​ສ່ວນ​ນີ້​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ປີ 2014, ສ່ວນ​ຫຼາຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຫຼ້າ​ຫຼັງ​ກວ່າທຽບ​ກັບ​ລະດັບ​ປານ​ກາງຂອງ​ໂລກ ປະມານ 2 - 3 ຮຸ່ນ. ​ໃນ​ນັ້ນ, 75% ຈຳນວນ​ເຄື່ອງ​ຈັກ, ສາຍ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ຂຶ້ນ​ກັບ​ຮຸ່ນ​ຂອງ​ປີ 1960 - 1970; 75% ຈຳນວນ​​ເຄື່ອງ​ຈັກ​ເຄື່ອງ​ປະກອບ​ໄດ້​ຫັກ​ຄ່າຫຼຸ້ຍ​ຫ້ຽນໝົດ​ແລ້ວ; 50% ​ແມ່ນ​ເຄື່ອງ​ແປງ​ໃໝ່. ພຽງ​ແຕ່ 30% ​ໃນຈຳນວນວິ​ສາ​ຫະກິດຂະໜາດ​ກາງ​ແລະ​ນ້ອຍ ມີ​ຄວາມ​ສາມາດ​ເຂົ້າ​ເຖິງ​ທຶນ​ໃຫ້​ກູ້​ຢືມ​ຂອງ​ທະນາ​ຄານ ​ເຊິ່ງພາ​ໃຫ້​ບັນດາວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ນີ້​ ບໍ່​ມີ​ກຳລັງການ​ເງິນ​ພຽງພໍ ​ເພື່ອລົງທຶນ​ໃຫ້​ແກ່​ເຄື່ອງ​ຈັກ ​ເຕັກ​ໂນ​ໂລ​ຊີ. ຄວາມ​ຫວັງ​ກ່ຽວ​ກັບ​ການ​ລົງທຶນ​ຈາກ​ພາຍ​ນອກ​ຈະ​ມອບ​ໂອນ​​ເຕັກ​ໂນ​ໂລ​ຊີ ​ແລະ ສົ່ງຜົນ​ກະທົບ​ແຜ່​ລາມ​ນັ້ນ ບໍ່​ກາຍ​ເປັນຄວາມ​​ຈິງ. ​ໃນ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ​ພຽງ 5% ຈຳນວນວິ​ສາ​ຫະກິດມີ​ເຕັກ​ໂນ​ໂລ​ຊີ​ສູງ, 80% ມີ​ເຕັກ​ໂນ​ໂລ​ຊີ​ປານ​ກາງ​ຕ່ຳ, ​ແລະຈຳນວນ​ສັນຍາ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ເຄັດ​ລັບ​ເຕັກ​ໂນ​ໂລ​ຊີ ກໍ່​ໜ້ອຍ​ທີ່​ສຸດ.

ບັນດາ​ສູນ​ວິຊາ​ການ, ບັນດາ​ສະມາຄົມ ​ຕ້ອງ​ມີໜ້າ​ທີ່​ຮັບຜິດຊອບຊ່ວຍ​ເຫຼືອວິ​ສາ​ຫະກິດຂະໜາດ​ກາງ​ແລະ​ນ້ອຍ, ວິ​ສາ​ຫະກິດທີ່​ຫາ​ກໍ​ສ້າງ​ຕັ້ງ​ໃໝ່ ​ໃນ​ການ​ກໍ່ສ້າງ​ບຸກຄະລາ​ກອນ​, ບຳລຸງ​ສ້າງພະນັກງານ​ຄຸ້ມ​ຄອງ​ບໍລິຫານ, ການ​ຕະຫຼາດ, ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຕະຫຼາດ ກໍ່​ຄື​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ລະບຽບ​ວິທີ​ການ​ບໍລິຫານ. ​​ພິ​ເສດ, ບັນດາ​ສູນ​ວິຊາ​ການເຫຼົ່າ​ນີ້ ຕ້ອງ​ຊ່ວຍ​ເຫຼືອວິ​ສາ​ຫະກິດ​ເຂົ້າ​ເຖິງ​ແຫຼ່ງທຶນ ​ໂດຍ​ຜ່ານ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ ກອງ​ທຶນ​ຄ້ຳປະກັນ​ສິນ​ເຊື່ອວິ​ສາ​ຫະກິດຂະໜາດ​ກາງ​ແລະ​ນ້ອຍ ຢູ່​ທ້ອງ​ຖິ່ນ ​ແລະ ບັນດາ​ກອງ​ທຶນ​ການ​ເງິນ​ອື່ນ​ສຳ​ລັບຂົງ​ເຂດ​ວິ​ສາ​ຫະກິດນີ້. ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ທີ່​ຕັ້ງອອກ​ມາ​ຄື ຕ້ອງ​ຜັນ​ຂະຫຍາຍ​ການ​ໝູນ​ໃຊ້ບັນດາ​ລະບົບ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ໂດຍ​ໄວ, ​ເຊັ່ນ ISO 14.000, HACCP, ປະຕິບັດ​ການ​ຄຸ້ມ​ຄອງ​ດີ (GMP), ປະຕິບັດ​ການ​ປູກ​ຜັງ​ລ້ຽງສັດ​ດີ (GAP). 

ຕ້ອງ​ມີ​ກົດໝາຍ​ຊ່ວຍ​ເຫຼືອວິ​ສາ​ຫະກິດຂະ​ໜາດ​ກາງ​ແລະ​ນ້ອຍ, ​ເຊື່ອມ​ຕໍ່ວິ​ສາ​ຫະກິດຂະ​ໜາດ​ກາງ​ແລະ​ນ້ອຍ ກັບ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ. ​ແກ້​ໄຂ​ບັນຫາ​ອັດຕາ​ແລກປ່ຽນ, ອັດຕາດອກ​ເບ້ຍ​ເງິນ​ກູ້, ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້​ບັນດາວິ​ສາ​ຫະກິດ ອາດ​ຈະ​ເຂົ້າ​ເຖິງ​ບັນດາ​ແຫຼ່ງທຶນ​ເງິນ​ກູ້​ຂອງ​ທະນາຄານ​ໄດ້​ສະດວກ. ບໍ່​ພຽງ​ແຕ່​ບັນຫາ​ຫລຸດອັດຕາດອກ​ເບ້ຍ​ເງິນ​ກູ້ລົງ​ເທົ່າ​ນັ້ນ ຫາກ​ສິ່ງ​ສຳຄັນ​ແມ່ນ​ຕ້ອງດັດ​ແປງ​ລະບຽບ​ຂັ້ນ​ຕອນ​ໃຫ້​ກູ້​ຢືມ, ສ້າງ​ເງື່ອນ​ໄຂ​ໃຫ້ວິ​ສາ​ຫະກິດບໍ່​ພຽງ​ແຕ່​​ໃນ​ການ​ຈຳ​ນອງ​ເທົ່າ​ນັ້ນ ຫາກ​ຕ້ອງ​ຫັນໃສ່​ການ​ຊ່ວຍ​ເຫຼືອ​ໃຫ້ວິ​ສາ​ຫະກິດປະດິດ​ສ້າງ, ​ມີ​ໂຄງການ​ແຜນການ​ຜະລິດ​ທຸລະ​ກິດ ​ແລະ ຂົງ​ເຂດ​ທີ່​ມີຄສາມ​ສາມາດ​ບົ່ມ​ຊ້ອນ.

ຄວາມ​ອາດສາມາດ​ຖືກ​ຟ້ອງ ຫຼື​ຖືກຕອບ​ໂຕ້​ຈະ​ເພີ່ມ​ຂຶ້ນ​ໃນ​ເວລາ​ຕໍ່ໜ້າ, ​ເພາະສະ​ນັ້ນ ການ​ກະກຽມ ​ແລະ ທຳ​ຄວາມ​​ໂປ່​ງ​ໃສ​ທາງ​ດ້ານ​ການ​ບັນຊີ, ການ​ຕິດຕາມ​ຂ່າວສານ, ສົມທົບ​ການແຈ້ງຂ່າວ, ພະນັກງານ​ຊຳນານ​ດ້ານ​ກົດໝາຍ, ຂົນຂວາຍ​ຕາມ​ລະບຽງ, ການ​ທູດ... ​ແມ່ນ​ບັນ​ຫາ​ທີ່ວິ​ສາ​ຫະກິດຕ້ອງ​ກຽມ​ຄວາມ​ພ້ອມ. ຕ້ອງ​ເສີນ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃນ​ການ​ເຮັດ​ໃຫ້​ສິນຄ້າ​ຫວຽດນາມ​ສາມາດ​ເຂົ້າ​ຢືນ​ຢູ່​ໄດ້​ໃນ​ແຕ່​ລະ​ຕະຫຼາດ​ເລັກ​ນ້ອຍ.

ປ່ຽນ​ແປງ​ໃໝ່ວຽກ​ງານສື່​ຂ່າວ​ຕະຫຼາດ ​ແລະ ສົ່ງ​ເສີມ​ການ​ຄ້າ

ຕ້ອງ​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ ​ແນ​ໃສ່​ສົ່ງ​ຂ່າວ​ຢ່າງ​ທັນ​ການ​ກ່ຽວ​ກັບ​ສະພາບ​ການ​ການ​ເມືອງ, ຕະຫຼາດ, ນະ​ໂຍບາຍ, ມາດ​ຕະການ​ຄຸ້ມ​ຄອງ​ການ​ສົ່ງ​ນອກ ນຳ​ເຂົ້າ, ຮົ້ວ​ກັ້ນ​ບັງການ​ຄ້າ.... ຕາມ​ນັ້ນ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ໃນ​ການ​ຊອກ​ຫາ​ຄູ່​ຮ່ວມ​ການ​ຄ້າ, ຊອກ​ຫາຕະຫຼາດ ປະ​ເພດ​ສິນຄ້າ​ໃໝ່, ​ແຊກ​ຊືມ​ເຂົ້າ​ໃນ​ບັນດາ​ຊ່ອງ​ສາຍ​ຈັດ​ຈຳໜ່າຍ, ​ເຂົ້າຮ່ວມ​ງານ​ສະ​ແດງ​ສິນຄ້າ ຕະຫຼາດນັດ... ​ຖືກ​ຖື​ວ່າ​ເປັນ​ວຽກ​ງານຕ່າງ​ໆທີ່​ຕ້ອງ​ເຮັດ​ທັນທີ​ທັນ​ໃດ. ນຳ​​ໃຊ້​ເວັບ​ໄຊ​ສື່​ຂ່າວ​ການ​ສົ່ງ​ນອກ​ຫວຽດນາມ (www.vnex.com.vn) ​ເພື່ອ​ໂຄສະນາສົ່ງ​ຂ່າວ​ເຄື່ອງໝາຍ​ການ​ຄ້າ​ຂອງ​ວິ​ສາ​ຫະກິດ ​ໄປ​ຍັງ​ຄູ່​ຮ່ວມ​ການ​ຄ້າ​ຕ່າງປະ​ເທດ​ຢ່າງ​ໄວ​ທີ່​ສຸດ ​ດ້ວຍຄ່າ​ໃຊ້​ຈ່າຍ​ຕ່ຳ​ສຸດ.

ກະ​ກຽມ​ທາງ​ດ້ານຊັບພະຍາກອນ​ມະນຸດ

​ໃນ​ກຸ່ມ​ອາ​ຊຽນ, ຫວຽດນາມ​ຖືກ​ຈັດ​ໃນອັນ​ດັບ​ເຄິ່ງທ້າຍ ຂອງ​ຕາຕະລາງການ​ພັດທະນາ​ຊັບພະຍາກອນ​ມະນຸດ. ​ເພື່ອ​ປະກອບສ່ວນ​ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ ເຂົ້າ​ຮ່ວມ​ໃນ​ພວງ​ພະນັງສະໜອງ​ສິນຄ້າ​ທົ່ວ​ໂລກ, ຈຳ​ເປັນ​ຕ້ອງ​ມີລະບົບ​ການ​ສຶກສາ​ທັນ​ສະ​ໄໝ​ ເພື່​ອຍົກ​ລະດັບຊັບພະຍາກອນ​ມະນຸດ ສ້າງ​ແຫຼ່ງບຸກຄະລາ​ກອນ​ທີ່​ມີ​ຄວາມ​ສາມາດ ​ແລະ ມີ​ທັກ​ສະ​ອັນ​ຈຳ​ເປັນ ​ເພື່ອ​ກຽມ​ຄວາມ​ພ້ອມ​ເຮັດ​ວຽກ.

ດ້ວຍ​ແງ່​ຫວັງ​​ແຫ່ງ​ຄວາມສຳ​ເລັດສັນຍາ​ການ​ຄ້າ​ເສ​ລີ 14 ສະບັບ​ໃນ​ເວລາຕໍ່ໜ້ານີ້, ຫວຽດນາມ​ຈະ​ມີ​ຄວາມ​ພົວພັນ​ການ​ຄ້າ​​ເສລີກັບ 55 ຄູ່​ຮ່ວມ, ​ໃນ​ນັ້ນ 15 ປະ​ເທດ​ເປັນ​ສະມາຊິກ​ຂອງ​ກຸ່ມ​ປະ​ເທດ ຈີ 20. ນີ້​ແມ່ນ​ຮາກ​ຖານ​ອັນສຳຄັນ​​ ເພື່ອ​ໃຫ້​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ລະດັບ​ສູງ​ໃໝ່, ​ເປີດ​ເທສະ​ແຫ່ງ​ການ​ຮ່ວມ​ມື​ພັດທະນາ​ອັນ​ກວ້າງ​ໃຫຍ່​ໃນ​ອະນາຄົດ. ຈະ​ບໍ່​ມີ​ເສດຖະກິດ​ຕະຫຼາດ ຖ້າ​ຫາກ​ບໍ່​ມີຜູ້​ຄົນທີ່​ກຳ​ແໜ້ນ ​ແລະ ຂັບ​ເຄື່ອນ​ໝູນ​ໃຊ້​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ​ເປັນ​ຢ່າງ​ດີ. ນີ້​ແມ່ນບົດ​ຮຽນ​ປະສົບ​ການ​ຂອງ​ບັນດາ “ມັງກອນ​ແຫ່ງ​ອາຊີ” ທີ່​ຫວຽດນາມ​ຕ້ອງ​ຮ່ຳຮຽນ. ​ເປັນ​ອັນວ່າ, ການ​ກະກຽມ​ທາງ​ດ້ານ​ຊັບພະຍາກອນ​ມະນຸດ​ເພື່ອຕອບ​ສະໜອງ​ໃຫ້​ແກ່​ຄວາມຕ້ອງການ​ປັດຈຸບັນ​ແລະອະນາ​ຄົດ ​ເປັນ​ສິ່ງ​ສຳຄັນ​ຍິ່ງ./.

​ໂດຍ ດຣ. ຫງວຽນ​ບິ​ກຖູ​ຍ
ມະຫາວິທະຍາ​ໄລການ​ຄ້າ ຮ່າ​ໂນ້ຍ

-------------------------
* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 877 (​ເດືອນ​ພະຈິກ 2015)