ວກ - ສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບ​ເອີຣົບ ທີ່ເລີ່​ມ​ເຄື່ອນ​ໄຫວ​ແຕ່​ປີ 2012 ​ແລະ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ໃນ​ຕົ້ນ​ເດືອນ​ສິງຫາ 2015 ພວມ​ກ້າວ​ໄປ​ເຖິງ​ບາດກ້າວ​ສຸດ​ທ້າຍ​ເພື່ອ​ລົງ​ລາຍ​ເຊັນນັ້ນ ມັນມີໂອກາດ​ແລະ​ສິ່ງ​ທ້າ​ທາຍຫຼາຍຢ່າງ​ທີ່​ແຊກ​ຊ້ອນ​ກັນ. ສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບ​ເອີຣົບ ໝັ້ນ​ໝາຍຈະ​ຊຸກຍູ້ການ​ເຄື່ອນ​ໄຫວ​ລົງທຶນ​​ຂອງ​ຕ່າງປະ​ເທດ ຢູ່ຫວຽດນາມ​ໃນ​ເວລາ​ຕໍ່ໜ້າ ​ຢ່າງ​ແຂງ​ແຮງ.

ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີຣົບ ຈະຊຸກຍູ້ການເຄື່ອນໄຫວລົງທຶນໂດຍກົງຂອງຕ່າງປະເທດ ຢູ່ຫວຽດນາມໃນເວລາຕໍ່ໜ້າ ຢ່າງແຂງແຮງ. (ພາຍ: vinanet.vn)

ສາຍ​ພົວພັນ​ລະຫວ່າງສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບ​ເອີຣົບ ​ແລະ ການ​ເຄື່ອນ​ໄຫວ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ຢູ່ຫວຽດນາມ

ສະພາບການ​ລົງທຶນ​ໂດຍ​ກົງ​ຂອງສະຫະພາບ​ເອີຣົບ (ອີ​ຢູ) ​ຢູ່ຫວຽດນາມ

ປັດຈຸບັນ​ນີ້, ອີ​ຢູ ​ເປັນ​ໜຶ່ງ​ໃນ​ບັນດາ​ແຫຼ່ງສະໜອງ​ການລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI - ​ແອັຟດີ​ໄອ) ທີ່​ສຳຄັນ​ຂອງ​ຫວຽດນາມ. ​ໃນ 25 ປີທີ່​ຜ່ານ​ມາ, ຄິດ​ເຖິງ​ທ້າຍ​ເດືອນ​ທັນວາ 2014, ບັນດາ​ນັກ​ລົງ​ທຶນ​ທີ່​ມາ​ຈາກ 23 ປະ​ເທດ​ໃນ​ຈຳນວນ 28 ປະ​ເທດ​ສະມາຊິກ ອີ​ຢູ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ຈຳນວນ​ເງິນ 19,1 ຕື້​ໂດ​ລາ​ສະຫະລັດ ​ໃນ​ໂຄງການ​ທັງ​ໝົດ 1.600 ກວ່າ​ແຫ່ງ (ຕາມ​ຕົວ​ເລກ​ຂອງ​ກົມ​ລົງທຶນຕ່າງປະ​ເທດ, ກະຊວງ​ແຜນການ​ແລະ​ການ​ລົງທຶນ). ກ່ຽວ​ກັບ​ຂົງ​ເຂດ​ລົງທຶນ, ນັກ​ລົງທຶນ ອີ​ຢູ ​ໄດ້​ມີໜ້າ​ຢູ່​ເກືອບ​ທຸກຂະ​ແໜງ​ເສດຖະກິດ​ທີ່​ສຳຄັນ​ຂອງປະ​ເທດ​ຫວຽດນາມ, ລະອຽດ​ແມ່ນ ​ໃນ 18 ຂະ​ແໜງຂອງ​ລະບົບ 21 ຂະ​ແໜງ​ການ​ເສດຖະກິດ​ແຫ່ງ​ຊາດ. ຂົງ​ເຂດທີ່​ນຳ​ໜ້າ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະປະດິດ​ເຄື່ອງ, ມີ 549 ​ໂຄງການ​ລົງທຶນ​ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ 6,04 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 31,89% ​ຈຳນວນ​ທຶນທັງ​ໝົດ​ຂອງ ອີ​ຢູ ທີ່​ລົງ​ຢູ່​ຫວຽດນາມ). ຢືນ​ໃນ​ອັນ​ດັບທີ​ສອງ​ແມ່ນຂົງເຂດຜະລິດ ​ແຈກ​ຢາຍ​ໄຟຟ້າ, ອາຍ​ແກັດ, ນ້ຳ, ປັດ​ອາກາດ (ມີ 19 ​ໂຄງການ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ 3,52 ຕື້​ໂດ​ລາ​ສະຫະລັດ). ອັນ​ດັບ​ທີ​ສາມ​ແມ່ນ ຂົງ​ເຂດ​ຂໍ້ມູນຂ່າວສານ ​ແລະ ​ໂທລະ​ຄົມມະນາຄົມ (ມີ 169 ​ໂຄງການ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ 2,19 ຕື້​ໂດ​ລາ​ສະຫະລັດ ). ກ່ຽວ​ກັບບໍລິ​ເວນ​ພື້ນ​ທີ່​ລົງທຶນ, ບັນດາ​ປະ​ເທດ​ອີ​ຢູ ​ໄດ້​ມີ​ໂຄງການ​ຢູ່ 52/63 ​ແຂວງ, ນະຄອນ​ທີ່​ມີ​ທຶນ ແອັຟດີ​ໄອ ​ໃນ​ທົ່ວ​ປະ​ເທດ (ນັບ​ທັງ​ຂົງ​ເຂດ​ຂຸດ​ຄົ້ນ​ນ້ຳມັນ ອາຍ​ແກັດຢູ່​ເຂດ​ທະ​ເລ). ນຳ​ໜ້າ​ໃນ​ການ​ດຶງ​ດູດ​ເອົາ ແອັຟດີ​ໄອ ຈາກ​ບັນດາ​ປະ​ເທດ ອີ​ຢູ ​ແມ່ນ​ນະຄອນ​ຮ່າ​ໂນ້ຍ ດ້ວຍ 361 ​ໂຄ​ກາງ​ລົງທຶນ​ທີ່​ມີ​ມູນ​ຄ່າ 3,08 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 16,2% ຈຳນວນ​ທຶນ​ທັງ​ໝົດ​ຂອງ​ບັນດາ​ປະ​ເທດ​ອີ​ຢູ ທີ່​ລົງ​ຢູ່​ຫວຽດນາມ). ນະຄອນ​ໂຮ່ຈີ​ມິນ​ຢູ່​ໃນ​ອັນ​ດັບ​ທີ​ສອງ ​ເຊິ່ງມີ 570 ​ໂຄງການ ດ້ວຍ​ຈຳນວນ​ທຶນ​ທີ່​ລົງ​ແມ່ນ 2,8 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 14,8% ຈຳນວນ​ທຶນ​ທັງ​ໝົດ​ຂອງ​ບັນດາ​ປະ​ເທດ​ອີ​ຢູ ທີ່​ລົງ​ຢູ່​ຫວຽດນາມ). ບັນດາ​ແຂວງ ບ່າເຣ້ຍ-ຫວຸງ​ເຕົ່າ, ກວ໋າງນິງ, ດົ່ງ​ນາຍ ​ເປັນທ້ອງ​ຖິ່ນ​ທີ່​ດຶງ​ດູດ​​ເອົາການ​ລົງທຶນ​ຂອງ​ບັນດາ​ປະ​ເທດ​ອີ​ຢູ ​ໄດ້​ຫຼາຍ, ຕາມ​ລຳດັບ​ທຶນ​ທີ່​ໄດ້​ລົງ​ແມ່ນ 2,45 ຕື້​ໂດ​ລາ​ສະຫະລັດ, 2,2 ຕື້​ໂດ​ລາ​ສະຫະລັດ ​ແລະ 1,8 ຕື້​ໂດ​ລາ​ສະຫະລັດ. ກ່ຽວ​ກັບ​ຮູບ​ການ​ລົງທຶນ. ບັນດາ​ປະ​ເທດ​ອີ​ຢູ ລົງທຶນ​ຫຼາຍ​ທີ່​ສຸດ​ແມ່ນ​ຕາມ​ຮູບ​ການ​ລົງທຶນ​100% ​ແມ່ນ​ທຶນ​ຕ່າງປະ​ເທດ ​ເຊິ່ງມີ 1.115 ​ໂຄງການ ດ້ວຍ​ຈຳນວນ​ທຶນ 7,71 ຕື້​ໂດ​ລາ​ສະຫະລັດ (ກວມ​ເອົາ 40,7% ຍອດ​ຈຳນວນ​ທຶນ​ຂອງບັນດາ​ປະ​ເທດ​ອີ​ຢູ ທີ່​ລົງ​ຢູ່​ຫວຽດນາມ). ຖັດຈາກ​ນັ້ນ​ແມ່ນ​ຮູບ​ການ​ຮ່ວມ​ວິ​ສາ​ຫະ​ກິດ (ມີ 377 ​ໂຄງການ ດ້ວຍ​ຈຳນວນ​ທຶນ​ທີ່​ລົງ​ແມ່ນ 4,78 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ 25,2% ຍອດ​ຈຳນວນ​ທຶນ​ຂອງບັນດາ​ປະ​ເທດ​ອີ​ຢູ ທີ່​ລົງ​ຢູ່​ຫວຽດນາມ). ຮູບ​ການ​ສັນ​ຍາ, ຮ່ວມ​ມື​ທຸລະ​ກິດ​ມີ 29 ​ໂຄງການ ດ້ວນ​ຈຳນວນ​ທຶນ​ຈົດ​ທະບຽນ 3,1 ຕື້​ໂດ​ລາ​ສະຫະລັດ; ຮູບ​ການ​ສັນຍາ BOT (Build–operate–transfer), BT (Build–transfer), BTO (Build–transfer–operate) ມີ​ພຽງ 4 ​ໂຄງການ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ 3,08 ຕື້​ໂດ​ລາ​ສະຫະລັດ. ຍັງ​ມີ​ອີກ​ສອງ​ຮູບ​ການ​ຄື ບໍລິສັດ​ຫຸ້ນ​ສ່ວນ ​ແລະ ບໍລິສັດ​ແມ່-ລູກ (ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ)

ຄວາມ​ພົວພັນ​ລະຫວ່າງ ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ກັບສະພາບ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ຢູ່​ຫວຽດນາມ

ທີ​ໜຶ່ງ, ສັນຍາ​ການ​ຄ້າ​ເສລີກັບ​ອີ​ຢູ ​ແມ່ນ​ສັນຍາ​ແບບ​ໃໝ່, ສັນຍາ​ນີ້​ຈະ​ມີ​ການ​ກຳນົດ​ຢ່າງ​ລະອຽດ​ຕ່າງໆ​ກ່ຽວ​ກັບ​ເສລີພາບ​ໃນ​ການ​ລົງທຶນ. ດ້ວຍ​ຄວາມ​ບຸລິມະສິດ​ຕ່າງໆ​ທີ່​ມີ​ຢູ່​ໃນ​​ແຜນຍຸດ​ທະ​ສາດດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ແນ່ນ​ອນວ່າ​ ສັນຍາ​ຈະ​ມີ​ຄຸນ​ປະ​ໂຫຍ​ດຊຸກຍູ້​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ຫວຽດນາມ. ຄຽງຄູ່​ກັນ​ນັ້ນ, ສັນຍາ​ຍັງ​ມີ​ຂໍ້​ມາດຕາ​ຕ່າງໆ​ກ່ຽວ​ກັບ​ການຊ່ວຍ​ໜູນ​ການ​ລົງທຶນ, ​ເຊັ່ນ​ຊັບສິນ​ທາງ​ປັນຍາ, ບັນຫາ​ສິ່ງ​ແວດ​ລ້ອມ, ບັນ​ຫາການຈັດ​ຊື້​ຈັດ​ຈ້າ​ງພາກ​ລັດ, ຄວາມ​​ໂປ່​ງ​ໃສ​ໃນ​ການ​ລົງທຶນ ຫຼື​ໃນ​ການ​ລາຍ​ງານ​ໄລ່​ລຽງ​ຄ່າ​ໃຊ້​ຈ່າຍ... ຂໍ້​ກຳນົດ​ເຫຼົ່ານີ້ສ່ວນ​ຫຼາຍ​ແມ່ນ​​ເພື່ອແກ້​​ໄຂຄວາມ​ກັງວົນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ.

ທີ​ສອງ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຝ່າ​ຍອີ​ຢູ ກໍ​ຄື​ຈາກ​ປະ​ເທດ​ອື່ນ​ເຂົ້າ​ຫວຽດນາມ ຈະ​ເພີ່ມ​ຂຶ້ນຍ້ອນ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຫັນ​ເປັນເສລີ. ​ໃນ​ໄລຍະ 2011 - 2013, ຫວຽດນາມ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ທົ່ວ​ໄປ​ກ່ຽວ​ກັບ​ບຸລິມະສິດ​ພາສີ​ນຳ​ເຂົ້າ (GSP - General Scheme of Preferences ) ດ້ວຍ​ລະດັບ​ຫລຸດ​ຜ່ອນພາສີ​ສະ​ເຫຼ່ຍ 3,5 ຈຸດ​ສ່ວນ​ຮ້ອຍ ຕໍ່​ກັບ​ສິນຄ້າ​ປະ​ເພດ​ຕ່າງໆ​ທີ່​ກວມ​ປະມານ 25% ຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ນອກ​ຂອງ​ຫວຽດນາມ​ເຂົ້າ​ໃນ ອີ​ຢູ. ​ແຕ່​ວ່າ, ຖ້າ​ຫາກ​ເຊັນສັນຍາ​ການ​ຄ້າ​ເສລີກັບ​ເອີຣົບ, ພາສີ​​ສົ່ງ​ນອກ​ໄປ​ຍັງ​ອີ​ຢູ ກໍ​ຄືນຳ​ເຂົ້າ​ວັດຖຸ​ອຸປະກອນ​ຈາກ​ອີ​ຢູ ຈະ​ຫລຸດ​ລົງ​ຫຼາຍ​ກວ່າ​ອີກ, ອາດ​ຈະ​ລົງ​ເຖິງ 0% ຕໍ່​ກັບ​ສິນຄ້າ​ຫຼາຍ​ປະ​ເພດ. ​ເປັນ​ອັນວ່າ, ​ເມື່ອລົງທຶນ​ເຂົ້າ​ຫວຽດນາມ ທັງ​ເອີຣົບ ​ແລະ ປະ​ເທດ​ອື່ນ​ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ສັນຍາ​ການ​ຄ້າ​ເສດ​ລີ.

ທີ​ສາມ, ​ເອີຣົບ​ເປັນ​ພາກ​ພື້ນ​ທີ່​ເສດຖະກິດ​ພັດທະນາ ດ້ວຍ​ການ​ກຳນົດ​ມາດຕະຖານ​ຕ່າງໆທາງ​ດ້ານ​ເຕັກນິກ ​ແລະ ຄຸນ​ນະພາ​ບ​ໃນ​ແຕ່ລະ​ຂອດ, ​ແຕ່ລະ​ຜະລິດ​ຕະພັນ ຢ່າງ​ຈະ​ແຈ້ງ. ​ເຂົ້າ​ຮ່ວມສັນຍາ​ການ​ຄ້າ​ເສລີກັບ​ເອີຣົບ, ຫວຽດນາມ​ຕ້ອງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ມາດຕະຖານ​ເຫຼົ່າ​ນັ້ນ. ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ວິທະຍາສາດ, ​ເຕັກ​ນິກ ​ແລະ ນະ​ວັດຕະ​ກຳ​ຈາກ​ເອີຣົບ ຈະ​ປະກອບສ່ວນ​ເຮັດ​ໃຫ້​ໂຄງ​ສ້າງ​ພື້ນຖານ ​ແລະ ບັນດາ​ຜະລິດ​ຕະພັນ​ແປ​ຮູບ, ຜະລິດ​ຕະພັນ​ທີ່​ຜະລິດ​ຢູ່​ຫວຽດນາມ​ມີ​ການ​ປ່ຽນ​ແປງ​ເປັນ​ຢ່າງ​ດີ. ນີ້​ເປັນ​ສິ່ງ​ດຶງ​ດູດ​ຈັບ​ໃຈ​ນັກ​ລົງທຶນ​ຕ່າງປະ​ເທດ​ ​ໃຫ້​ມາ​ລົງທຶນ​ຢູ່​ຫວຽດນາມ.

​ໂອກາດ​ດຶງ​ດູດ​ແອັຟດີ​ໄອ ຈາກ​ການ​ເຊັນສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ

​ໂອກາດ​ທີ່​ມາ​ຈາກ​ພາຍ​ໃນຂອງ​ຫວຽດນາມ

ທີ​ໜຶ່ງ, ຫວຽດນາມ​ມີ​ທີ່​ຕັ້ງ​ພູມ​ສາດ​ທີ່​ສະດວກ​ດີ ຍ້ອນ​ຢູ່​ໃຈກາງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ການ​ເຂົ້າ​ຮ່ວມ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ທ້າຍ​ປີ 2015 ຈະຊຸກຍູ້​ໃຫ້​ຫວຽດນາມ​ກາຍ​ເປັນ​ໃຈ​ກາງສົ່ງ​ນອກ​ຂອງ​ພາກ​ພື້ນ. ຫວຽດນາມ​ຈະ​ກາຍ​ເປັນ​ຂົວ​ຕໍ່​ທີ່​ດີ​ ໃຫ້​ແກ່​ບັນດາ​ບໍລິສັດ​ຕ່າງປະ​ເທດ ​ເຂົ້າ​ມາ​ລົງທຶນ​ໃນ​ຫວຽດນາມ ​ເພື່ອ​ແຊກ​ຊືມ​ເຂົ້າ​ຕະຫຼາດ​ບັນດາ​ປະ​ເທດ​ອາ​ຊຽນອື່ນ.

ທີ​ສອງ, ຄ່າ​ໃຊ້​ຈ່າຍ​​ແຮງ​ງານ​ຂອງ​ຫວຽດນາມ​ລາຄາ​ຖືກ​ທີ່​ສຸດ, ໂຄງ​ປະ​ກອບຂອງ​ປະຊາກອນ​ພວມ​ຢູ່​ໃນ​ໄລຍະ “​ໂຄງ​ປະກອບ​ຄຳ”, ກຳລັງ​ແຮງ​ງານ​ອຸດົມສົມບູນ. ຕາມຂໍ້​ມູນ​ຂອງ​ກົມ​ສະຖິຕິ, ກຳລັງ​ແຮງ​ງານ​ອາຍຸ​ແຕ່ 15 ປີ​ຂຶ້ນ​ໄປ​ຂອງ​ທົ່ວ​ປະ​ເທດ​ຮອດ​ວັນ​ທີ 1 ມັງກອນ 2015 ​ປະມານ 54,48 ລ້ານ​ຄົນ, ​ເພີ່ມ 782 ພັນ​ຄົນ​ທຽບ​ກັບ​ເວລາ​ດຽວ​ກັນ​ຂອງ​ປີ 2014, ​ໃນ​ນັ້ນ ​ແຮ​ງງານ​ຜູ້​ຊາຍ​ກວມ​ເອົາ 51,3%; ​ແຮງ​ງານ​ຜູ້ຍິງ 48,7%. ກຳລັງ​ແຮງ​ງານ​ໃນ​ໄວ​ອາຍຸອອກ​ແຮງ​ງານ​ມີ​ປະມານ 47,75 ລ້ານ​ຄົນ, ​ເພີ່ມ 333,7 ພັນ​ຄົນ​, ​ໃນ​ນັ້ນ​ຜູ້​ຊາຍ​ກວມ​ເອົາ 53,7%, ຜູ້ຍິງ 46,3%. ຄ່າ​ໃຊ້​ຈ່າຍ​ແຮງ​ງານ​ຢູ່​ຫວຽດນາມ​ໃນ​ປັດຈຸບັນ​ຖືກ​ຫຼາຍ ​ເທົ່າ​ກັບ 50% ຄ່າ​ໃຊ້​ຈ່າຍ​ແຮງ​ງານ​ຂອງ​ຈີນ ​ແລະ ​ເທົ່າ​ກັບ 40% ຄ່າ​ໃຊ້​ຈ່າຍ​ແຮງ​ງານຂອງ​ຟີ​ລິບ​ປີນ ​ແລະ ຂອງ​ໄທ.

ທີ​ສາມ, ​ຄວາມບຸລິມະສິດ​ຕ່າງໆ​ ດ້ານ​ການ​ເງິນ ທີ່​ດິນ ພາສີ​ລາຍ​ໄດ້ ໃນ​ກົດໝາຍ​ການ​ລົງທຶນ​ສະບັບ​ປັບປຸງ​ໃໝ່ ທີ່​ປະຕິບັດ​ຕໍ່​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ຢູ່​ຫວຽດນາມ​ນັ້ນ ກໍ່​ເປັນ​ສິ່ງຈັບ​ໃຈ​ທີ່​ສຸດ​ຕໍ່​ການ​ດຶງ​ດູດທຶນ ​ແອັຟດີ​​ໄອ. ປັດຈຸບັນ, ພາສີ​ລາຍ​ໄດ້​ວິ​ສາ​ຫະກິດ​ທີ່​ເກັບ​ຕໍ່​ວິ​ສາ​ຫະກິດ ແອັຟດີ​ໄອ ຍັງ​ເຫຼືອ​ພຽງ 22% ​ແລະ​ໄດ້​ວາງ​ຈຸດໝາຍ 20% ​ໃນ​ປີ 2016.

ທີ​ສີ່, ຫວຽດນາມຈະ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ຈຳໜ່າຍ​ສິນຄ້າ​ທີ່​ໃຫຍ່​ທີ່​ສຸດ ​ແລະ ຈັບ​ໃຈ​ທີ່​ສຸດ​ໃນ​ອະນາຄົດ. ຫວຽດນາມ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ເຊັນ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປະ​ຊີ​ຟິກ (TPP) ​ເຊິ່ງບັນດາສະມາຊິກ​ຂອງ TPP ​ໄດ້ກວມ​ເອົາ​ຜູ້​ບໍລິ​ໂພ​ກສ່ວນ​ຫຼາຍ​ໃນ​ໂລກ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມຫາ​ກໍ່​ເຊັນສັນຍາ​ການ​ຄ້າ​ເສລີຫຼາຍ​ສະບັບ​ກັບ ສ.​ເກົາຫຼີ, ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ. ​ເມື່ອ​ສັນຍາ​ເຫຼົ່າ​ນີ້​ມີ​ຄວາມ​ສັກສິດ, ຜະລິດ​ຕະພັນ​ທີ່​ຜະລິດ​ຢູ່​ຫວຽດນາມ ຈະ​ໄດ້​ເຂົ້າ​ເຖິງ​ໂດຍ​ເສລີ​ເຂົ້າໃນຫຼາຍຕະຫຼາດ​ສົ່ງ​ນອກທີ່ໃຫຍ່​ໃນ​ໂລກ ​ໂດຍ​ບໍ່​ຖືກ​ກີດຂວາງ​ຍ້ອນ​ຮົ້ວ​ພາສີ​ສຸລະກາກອນ ຫຼື​ໂຄ​ວຕ້າ.

​ໂອກາດ​ທີ່​ມາ​ຈາກ​ນັກ​ລົງທຶນ​ເອີຣົບ

ທີ​ໜຶ່ງ, ນັບ​ມື້​ນັບ​ມີ​ຫຼາຍ​ບໍລິສັດ​ຂອງ​ອີ​ຢູ ​ເລືອກ​ເອົາຫວຽດນາມ ​ເປັນ​ສະຖານ​ທີ່​ທີ່​ດີ​ເລີດ​ເພື່ອ​ລົງທຶນ​ໃນ​ຂົງ​ເຂດການ​ຜະລິດ. ບັນດາ​ບໍລິສັດ​ຂອງຫວຽດນາມ​ເຄີຍ​ຂາດ​ເຂີນ​ທຶນຮອນ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຊິ່ງ​ເປັນ​ບັນດາ​ປັດ​ໄຈ​ທີ່ບໍລິສັດ​ຂອງເອີຣົບມີ​ພ້ອນຢ່າງຫຼວງ​ຫຼາຍ. ດ້ານ​ອື່ນ, ຄ່າ​ໃຊ້​ຈ່າຍ​ແຮງ​ງານ​ຂອງ​ເອີຣົບກໍ່​ສູງ​ພໍ​ຄວນ ດັ່ງ​ນັ້ນ​ຈຶ່ງ​ບໍ່​ສາມາດ​ແຂ່ງ​ຂັນ​ໄດ້​ໃນ​ສະພາບ​ໂລກາ​ພິວັດ. ​ໂຄງ​ປະກອບ​ຄ່າ​ໃຊ້​ຈ່າຍ​ຂອງ​ບັນດາ​ບໍລິສັດ​ຂອງຫວຽດນາມກໍ່​ຈັບ​ໃຈ​ພໍ​ຄວນ, ຫວຽດນາມມີ​ທ່າ​ໄດ້​ປຽບ​ຕ່າງໆ​ຢ່າງ​ຫຼາກ​ຫຼາຍ, ຄຸນ​ນະພາບ​ແຮງ​ງານ​ດີກ​ວ່າ ​ແລະ ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ກໍ່​ດີກ​ວ່າ​ ທຽບ​ກັບ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ.

ທີ​ສອງ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ກໍ່​ຈະ​ຊຸກຍູ້​ໃຫ້​ເງິນ​ທຶນ ​ແອັຟດີ​ໄອ ຂອງ​ອີ​ຢູ​ໄຫຼ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ບໍລິການ​ຄຸນ​ນະພາ​ບສູງ ​ເຊິ່ງ​ເສດຖະກິດ​ຫວຽດນາມ​ຕ້ອງການ​ທີ່​ສຸດ, ​ເຊັ່ນ ​ການ​ເງິນ-ທະນາຄານ-ປະ​ກັນ​ໄພ, ພະລັງງານ, ​ໂທລະ​ຄົມມະນາຄົມ, ທ່າ​ກຳ​ປັ່ນ​ທະ​ເລ ​ແລະ ຂົນ​ສົ່ງ​ທາງ​ທະ​ເລ.

ທີ​ສາມ, ​ໃນ​ເວລາ​ທີ່​ທະນາຄານ​ຫວຽດນາມ​ຈຳນວນ​ໜຶ່ງ​ພວນພົບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ບັນຫາ​ພາຍ​​ໃນ, ​ເຊັ່ນ​ຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່, ໜີ້​ສິນ​ຄຸມ​ເຄືອ,... ບັນດາ​ທະນາຄານ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ໜູນ​ຈາກ​ບັນດາ​ກຸ່ມ​ການ​ເງິນ​ຍັກ​ໃຫຍ່​ໃນ​ໂລກ ຊ້ຳພັດ​ພວນ​ຫາ​ວິທີ​ແຊກ​ຊຶນ ​ແລະ ​ເປີດ​ກວ້າງ​ສ່ວນ​ແບ່ງ​ການ​ຕະຫຼາດ​ຢູ່ຫວຽດນາມ. ທະນາຄານ​ຕ່າງປະ​ເທດ​ຈະ​ມີ​ທ່າ​ໄດ້​ປຽບ​ກວ່າ​ທຽບ​ກັບ​ທະນາຄານ​ໃນ​ປະ​ເທດ, ຖ້າ​ຫາກສັນຍາ​ການ​ຄ້າ​ເສລີກັບອີ​ຢູມີ​ຄວາມ​ສັກສິດ ​​ໄດ້​ຮັບການປະຕິບັດ​ເປັນ​ທາງ​ການ ຕາມ​ຄຳ​ໝັ້ນ​ສັນຍາ​ເປີດ​ປະຕູ​ແລະ​​ໃຫ້​ບຸລິມະສິດ ກໍ​ເປັນອັນ​ແນ່ນອນ​ວ່າ ການ​ທະນາຄານ​ຈະ​ເປັນ​ຂົງ​ເຂດ​ດຶງ​ດູດ​ເງິນ​ລົງທຶນ​ຢ່າງ​ແຂງແຮງຈາກ​ນັກ​ລົງທຶນ​ເອີຣົບ.

​ໂອກາດ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ນອກ​ເອີຣົບ

ທີ​ໜຶ່ງ, ສັນຍາ​ການ​ຄ້າ​ເສລີກັບອີ​ຢູ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ທ່າ​ອຽງ​ລົງທຶນ​ເຂົ້າ​ຫວຽດນາມ ຂອງ​ບັນດາ​ບໍລິສັດ​ອີ​ຢູ ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ ຫາກ​ຍັງ​ຊຸກຍູ້ການ​ດຶງ​ດູດ​ເອົາ​ແຫຼ່ງລົງທຶນ​ຕ່າງໆ​ຈາກ​ບັນດາ​ປະ​ເທດ​ຢູ່​ນອກ​ເອີຣົບອີກ​ນຳ. ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່ປອດ​ໂປ່​ງ, ສະດວກ​ດີກ​ວ່າ ​ໂດຍ​ຜ່ານ​ຂໍ້​ກຳນົດກ່ຽວ​ກັບ​ການ​ລົງທຶນ ​ແລະ ພາສີ​ສຸລະກາກອນ. ບັນດາ​ປະ​ເທດ​ທີ່​ບໍ່​ມີສັນຍາ​ການ​ຄ້າ​ເສລີກັບ​ອີ​ຢູ ຈະ​ມີ​ທ່າ​ອຽງ​ລົງທຶນ​ເຂົ້າຫວຽດນາມ ​ເພື່​ອອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ສັນຍາ​ນີ້.

ທີ​ສອງ, ຕະຫຼາດ​ເອີຣົບ​ເປັນ​ຕະຫຼາດ​ທີ່​ໃຫຍ່​ໂຕ ​ແລະ ຈັບ​ໃຈ​ທີ່​ສຸດ. ນີ້​ກໍ​ແມ່ນ​ຕະຫຼາດ​ທີ່​ມີ​ຂໍ້​ກຳນົດ​ທີ່​ເຄັ່ງ​ຄັດ​ຕ່າງໆ​ທາງ​ດ້ານ​ການ​ຄ້າ (​ເຊັ່ນ ກົດ​ລະບຽບ​ຕົ້ນ​ກຳ​ເນີ​ດ, ບັນດາ​ກົດ​ລະບຽບ​ເຕັກນິກ,...). ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ຈະ​​ເປີດ​ປະຕູ​ໜຶ່ງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທີ່​ຜະລິດ​ຢູ່ຫວຽດນາມ, ນັບ​ທັງ​ວິ​ສາ​ຫະກິດ​ໃນ​ປະ​ເທດ​​ແລະຕ່າງປະ​ເທດ ລ້ວນ​ແຕ່​ສາມາດ​ເຂົ້າ​ເຖິງ​ຕະຫຼາດ​ນີ້​ຢ່າງ​ງ່າຍດາຍ.

ທີ​ສາມ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຢູ່ຫວຽດນາມ ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ, ວັດຖຸອຸປະກອນຄຸນະພາບ​ສູງ​ຈາກ​ອີ​ຢູ ດ້ວຍ​ລາຄາ​ທີ່​ຖືກ​ກວ່າ. ​ອັນ​ນີ້​ຈະ​ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຫລຸດຜ່ອນ​ລາຄາ​ສຳ​ເລັດ​ຮູບ​ຂອງ​ສິນຄ້າ​ທີ່​ຜະລິດຢູ່​ຫວຽດນາມ. ນີ້​ແມ່ນ​ກຳລັງ​ຊຸກ​ດັນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແອັຟດີ​ໄ​ອ ທີ່​ລົງທຶນ​ຢູ່ຫວຽດນາມ ​ເພື່ອ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກຄວາມ​ບຸລິມະສິດ​ນີ້​ຂອງ​​ອີຢູ.

ທີ​ສີ່, ​ເມື່ອ​ເຊັນສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ, ຫວຽດນາມກໍ່​ໄດ້​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ​ໃນ​ການ​ດຶງ​ດູດ​ເອົາ​ເງິນ​ທຶນ​ຈາກ​ພາຍ​ນອກ ​ໃຫ້​ລົງ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ການ​ຍຸດ​ທະ​ສາດ ​ເຊັ່ນ​ອຸດສາຫະກຳ​ສະໜັບສະໜູນ. ດ້ວຍ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຄ້າ​ສິນຄ້າ ພ້ອມ​ດ້ວຍ​ການ​ກຳນົດກ່ຽວ​ກັບ​ກົດ​ລະບຽບ​ຕົ້ນ​ກຳ​ເນີ​ດ ​ແລະ ບັນດາ​ກົດ​ລະບຽບ​ເຕັກ​ນີກ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ຈະ​ຊຸກຍູ້​ໃຫ້​ນັກ​ລົງທຶນ​ເອີຣົບ ລົງທຶນ​ແບບ​ລວງ​ເລິກ​ເຂົ້າ​ໃນ​ຕະຫຼາດຫວຽດນາມ ​ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຍ້ອນ​ອັດຕາ​ພາສີ​ບຸລິມະສິດ​ຂອງສັນຍາ​ການ​ຄ້າ​ເສລີ.

ທີ​ຫ້າ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ​ເປີດ​ປະຕູ​ໃຫ້​ເກ່ບັນດາ​ຂະ​ແໜງ​ບໍລິການ​ຄຸນນະພາບ​ສູງ​ທີ່​ມາ​ຈາກ​ເອີຣົບ, ​ເຊັ່ນ​ປະກັນ​ໄພ, ທະນາຄານ, ​ໂທລະ​ຄົມມະນາຄົມ, logistics... ສົມທົບ​ກັບ​ການ​ແຂ່ງຂັນ​ໂປ່​ງ​​ໃສ ​ແລະ ຄ່າ​ແຮງ​ງານ​ຕ່ຳ ຈະ​ເຮັດ​ໃຫ້ການ​ບໍລິການ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ, ລາຄາການ​ຜະ​ລິດ​ຕ່ຳ. ນີ້​ຖືກ​ຖື​ຄື​ວ່າ​ເປັນ​ກຳລັງ​ໝູນ​ໃຫ້​ແກ່​ການ​ຜະລິດ, ສ້າງ​ເປັນ​ພວງ​ພະນັງ​ການ​ສະໜອງ​ທີ່​ເຂົ້າແກັບ​ເຂົ້າ​ເກ​ຍທາງ​ດ້ານ​ເງິນ​ທຶນ ​ແລະ ຜະລິດ​ຕະພັນ. ບັນດາ​ການ​ບໍລິການ​ຊ່ວຍ​ໜູນ​ການ​ຜະລິດ​ທີ່​ໄດ້​ຮັບ​ການ​ປັບ​ປູ​ງນີ້ ກໍ​ເປັນ​ທ່າ​ໄດ້​ປຽບ​ໜຶ່ງ​ເພື່ອ​ດຶງ​ດູດ ​ແອັຟດີ​​ໄອ ຈາກ​ບັນດາ​ປະ​ເທດ​ທີ່​ບໍ່​ເຂົ້າ​ຮ່ວມ​ໃນສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ.

ຄວາມ​ທ້າ​ທາຍ​ຕ່າງໆ​ຕໍ່​ກັບ​ການ​ດຶງ​ດູດ ​ແອັຟດີ​ໄ​ອ ​ເມື່ອ​ເຊັນສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ

ທີ​ໜຶ່ງ, ກ່ຽວ​ກັບ​ຄວາມ​ສາມາດ​ແຂ່ງຂັນ, ຕາມ​ລາຍງານ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ປີ 2014 ດັດຊະນີຄວາມ​ສາມາດ​ແຂ່ງຂັນ​ຂອງຫວຽດນາມ ຢູ່​ອັນ​ດັບທີ 68​ ໃນ​ຈຳນວນ 144 ປະ​ເທດ, ດັດຊະນີ​ຄວາມ​ລະອຽດ​ແນບນຽນ​ແຫ່ງ​ການ​ເຄື່ອນ​ໄຫວຂອງ​ວິ​ສາ​ຫະກິດ ຢູ່​ອັນ​ດັບ​ທີ 106, ດັດຊະນີ​ເຕັກ​ໂນ​ໂລ​ຊີ ​ຢູ່​ອັນ​ດັບ​ທີ 99, ລະດັບການ​ຂະຫຍາຍຕົວ​ຂອງ​ຕະຫຼາດ​ການ​ເງິນ ຢູ່​ອັນ​ດັບ​ທີ 90, ການ​ສຶກສາ​ກໍ່ສ້າງ ຢູ່​ອັນ​ດັບ​ທີ 96 ​ແລະພິ​ເສດ​ແມ່ນ ​ລະບຽບກົດໝາຍຍັງຄົງຖືກ​ຈັດ​ໃນ​ອັນ​ດັບ​ທີ 92. ສະພາບ​ດັ່ງ​ກ່ວາ​ໄດ້​ສົ່ງ​ຜົນ​ກະທົບ​ທາງ​ລົບ​ຫຼາຍ​ຢ່າງ​ໃຫ້​ແກ່​ຫວຽດນາມ​ໃນ​ການ​ດຶງ​ດູດ​ເງິນ​ທຶນ ​ແອັຟດີ​ໄອ, ພິ​ເສດ​ແມ່ນ​ສຳລັບ​ຄູ່​ຮ່ວມ​ມື​ທີ່ມີ​ຄວາມ​ເຄັ່ງ​ຄັດ​ຄື ອີ​ຢູ.

ທີ​ສອງ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ມີ​ຄວາມ​ຈັບ​ໃຈ​ໜ້ອຍ. ຕາມ​ລາຍງານ​ກ່ຽວ​ກັບສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດປີ 2015 ຂອງ​ທະນາຄານ​ໂລກ, ​ໄດ້​ຈັດ​ລະດັບສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດຂອງຫວຽດນາມ ຢູ່​ໃນ​ອັນ​ດັບ​ທີ 78 ​ໃນ​ຈຳນວນ 189 ປະ​ເທດ. ​ແຕ່​ວ່າ, ດັດຊະນີ​ອື່ນໆ​ຍັງ​ຢູ່​ໃນ​ອັນ​ດັບ​ຕ່ຳ​ທີ່​ສຸດ, ​ເຊັ່ນ ການ​ຊຳ​ລະ​ພາສີ (ຢູ່​ອັນ​ດັບ​ທີ 173, ຍ້ອນການ​ຊຳລະ​ພາສີແຕ່ລະ​ປີຕ້ອງ​ເຮັດ ​​32 ຄັ້ງ, ​ເສຍ​ເວລາ 872 ຊົ່ວ​ໂມງ​); ຕິດ​ຕັ້ງ​ໄຟຟ້າ (ຢູ່​ອັນ​ດັບ​ທີ 135, ຍ້ອນ​ຕ້ອງ​ຜ່ານ​ລະບຽບ​ການ 6 ຂັ້ນ​ຕອນ, ເສຍ​ເວລາ 115 ວັນ); ​ເລີ່​ມຕົ້ນ​ການ​ທຸລະ​ກິດ (ຢູ່​ອັນ​ດັບ​ທີ 125, ຍ້ອນ​ຕ້ອງ​ຜ່ານ​ລະບຽບ​ການ 10 ຂັ້ນ​ຕອນທີ່​ຕ່າງ​ກັນ, ​ເສຍ​ເວລາ 34 ວັນ); ການ​ປົກ​ປ້ອງ​ນັກ​ລົງທຶນ​ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ (ຢູ່​ອັນ​ດັບ​ທີ 117); ​ແກ້​ໄຂ​ສະພາບ​ການ​ລົ້ມ​ລະລາຍ (ຢູ່​ອັນ​ດັບ​ທີ 104). ບາງ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ຮັບ​ຮູ້​ໄດ້​ວ່າ ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການລົງທຶນ​ທຸລະ​ກິດ ​ແລະ ການ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ດ້ວຍ​ຕົນ​ເອງ ​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ. ທຽບ​ກັບສິ່ງ​ແວດ​ລ້ອມ​ແຫ່ງ​ການທຸລະ​ກິດຂອງບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ເຊັ່ນ ສິງກະ​ໂປ (ຢູ່​ອັນ​ດັບ​ທີ 1), ມາ​ເລເຊຍ (ຢູ່​ອັນ​ດັບ​ທີ 18), ​ໄທ (ຢູ່​ອັນ​ດັບ​ທີ 26), ສິ່ງ​ແວດ​ລ້ອມ​ແຫ່ງ​ການທຸລະ​ກິດຂອງຫວຽດນາມຍັງ​ບໍ່​ທັນ​ມີ​ຄວາມ​ຈັບ​ໃຈຕໍ່​ນັກ​ລົງທຶນ.

ທີ​ສາມ, ບັນຫາ​ແຮງ​ງານ ​ແລະ ການ​ຄຸ້ມ​ຄອງ. ຍ້ອນ​ຈຸດ​ເລີ່​ມຕົ້ນ​ຕ່ຳ, ​ໂຄງ​ປະກອບ​ເສ​ຖະກິດ​ຕົ້ນຕໍ​ແມ່ນ​ອຽງ​ໄປ​ທາງ​ກະສິກຳ, ດັ່ງ​ນັ້ນ, ອັດຕາ​ສ່ວນ​ແຮງ​ງານ​ທີ່​ເຂົ້າ​ຮ່ວມ​ຕະຫຼາດ​ແຮງ​ງານ​ເປັນ​ທາງ​ການ​ກໍ່ຍັງ​ຕ່ຳ, ບັນລຸ​ປະມານ 30%. ຄຸນ​ນະພາ​ບ ​ແລະ ​ໂຄງ​ປະກອບ​ແຮງ​ງານຍັງຕ່ຳ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ປະມານ 45% ​ຈຳນວນ​ແຮງ​ງານ​ໃນ​ກະສິກຳ ຍັງ​ບໍ່​ໄດ້​ຜ່ານ​ການ​ຝຶກ​ອົບຮົມ​ວິຊາ​ຊີບ. ຄຸນະພາບ​ຂອງ​ແຫຼ່ງກຳລັງ​ຄົນ​ຂອງ​ປະ​ເທດຫວຽດນາມ​ຍັງ​ຕ່ຳ ​​ແລະ​ເປັນ “ຂອດ​ປຶກ​ຕັນ” ທີ່​ກີດຂວາງ​ການ​ພັດທະນາ. ທະນາຄານ​ໂລກ​ໄດ້​ປະ​ເນີນ​ວ່າ ຫວຽດນາມພວມ​ຂາດ​ເຂີນ​ແຮງ​ງານ​ຊຳນານ​ອາຊີບ, ກຳມະກອນ​ເຕັກນິກ​ຂັ້ນ​ສູງ. ຖ້າ​ຫາກ​ຄິດ​ໄລ່​ຕາມ​ຕາຕະລາງ​ຄະ​ແນນ 10 ກໍ່​ປະ​ເມີນ​ຄຸນນະພາບກຳລັງຄົນ​ຂອງຫວຽດນາມ ​ໄດ້​ຄະ​ແນນ 3,79, ຢູ່​ອັນ​ດັບ​ທີ 11 ​ໃນ​ຈຳນວນ 12 ປະ​ເທດ​ອາຊີທີ່​ເຂົ້າ​ຮ່ວມ​ການຈັດ​ອັນ​ດັບ​ຂອງ​ທະນາຄານ​ໂລກ, ໃນ​ເວລາ​ນັ້ນ ສ.​ເກົ່ຫຼີ ໄດ້​ຄະ​ແນນ 6,91; ອິນ​ເດຍ ໄດ້​ຄະ​ແນນ 5,76; ມາ​ເລ​ເຊຍ ໄດ້​ຄະ​ແນນ 5,59... ດັ່ງ​ນັ້ນ, ສະມັດ​ຕະພາບ​ແຮງ​ງານ​ຂອງຫວຽດນາມ ຈຶ່ງ​ຖືກ​ຈັດ​ໃນ​ປະ​ເພດ​​ຕ່ຳ​ທີ່​ສຸດ​ໃນ​ພູມິ​ພາກ​ອາຊີ-ປາຊີ​ຟິກ (ຕ່ຳ​ກວ່າ​ສິງກະ​ໂປ 15 ​ເທົ່າ, ຕ່ຳ​ກວ່າ​ຍີ່ປຸ່ນ 11 ​ເທົ່າ ​ແລະ ຕ່ຳ​ກວ່າ ສ.​ເກົາຫຼີ 10 ເທົ່າ).

ທີ​ສີ່, ລະບົບ​ສື່​ຂ່າວ​​ຕະຫຼາດ​ແຮງ​ງານ​ຂອງຫວຽດນາມປັດຈຸບັນ​ຍັງອ່ອນ​ນ້ອຍ​ແລະຖືກ​ຈຳກັດ, ​ເຊັ່ນ​ຖືກ​ຕັດ​ແບ່ງ​ລະຫວ່າງ​ບັນດາ​ເຂດ ພາກ; ຄວາມ​ສາມາດ​ກວມ​ລວມ, ​ເກັບ​ກຳ ​ແລະ ສະໜອງ​ຂ່າວສານຍັງ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ບັນດາ​ຄູ່​ຮ່ວມ​ໃນ​ຕະຫຼາດ​ແຮງ​ງານ, ພິ​ເສດ​ແມ່ນ​ຜູ້​ເປັນ​ເຈົ້າ​ຂອງ​ນຳໃຊ້​ແຮງ​ງານ ​ແລະ ຜູ້​ອອກ​ແຮງ​ງານ. ນອກຈາກ​ນັ້ນ, ຍັງ​ບໍ່​ມີ​ຕົວ​ແບບ​ຄາດ​ຄະ​ເນ​ຕະຫຼາດ​ແຮງ​ງານ​ທີ່​ເຊື່ອ​ຖື​ໄດ້ແລະສອດຄ່ອງ, ຂາດ​ຖັນ​ແຖວ​ພະນັກງານ, ຜູ້​ຊ່ຽວຊານ​ທີ່​ເຮັດ​ວຽກ​ງານ​ສະຖິຕິ, ​ວິ​ໄຈ​ໄຈ້​ແຍກ, ຄາດ​ຄະ​ເນ.

ທີ​ຫ້າ, ຍັງ​ມີ​ສິ່ງ​ກີດຂວາງ​ການ​ດຶງ​ດູດ​ເງິນ​ລົງທຶນ​ເຂົ້າ​ໃນ​ບາງ​ຂົງ​ເຂດ​ຈຸດ​ໜັກ: 1- ຕໍ່​ກັບ​ຂະ​ແໜງ​ການ​ກະສິກຳ, ນີ້​ແມ່ນ​ຂະ​ແໜງ​ການ​ທີ່ຫວຽດນາມມີ​ທ່າ​ດີ​ປຽບທຽບ, ​ແຕ່​ວ່າການ​ດຶງ​ດູດ ​ແອັຟດີ​​ໄອ ​ເຂົ້າ​ໃນ​ກະສິກຳ​ຍັງ​ຖືກ​ຈຳກັດ​ທີ່​ສຸດ. ສາ​ເຫດ​ແມ່ນ​ຍ້ອນ​ທາດ​ແທ້​ໃນ​ຕົວ​ຂອງ​ຂະ​ແໜງ​ກະສິກຳ ​ແລະ ກໍ​ຍ້ອນ​ນະ​ໂຍບາຍກະສິກຳຂອງລັດ​ ຍັງ​ມີ​ຄວາມ​ຂາດ​ຕົກ​ບົກພ່ອງ. ສິ່ງ​ທີ່​ນັກລົງທຶນຄິດ​ລະ​ແວງ​ທີ່​ສຸດ​ຄື ອັດຕາ​ກຳ​ໄລ​ຂອງ​ຄະ​ແໜງ​ນີ້​ຍັງ​ຕ່ຳ ຍ້ອນ​ຍັງ​ບໍ່​ທັນ​ຍູ້​ແຮງ​ອຸດສາຫະກຳ​ປຸງ​ແຕ່ງອາຫານ, ​ໃນ​​​ເວລານັ້ນ ​ການ​ເກັບ​ທຶນ​ຄືນກໍ່​ຖືກ​ແກ່ຍາວ​ຫຼາຍ​ປີ. ນອກຈາກ​ນັ້ນ, ຄວາມ​ສ່ຽງ​ຕ່າງໆ​ຍ້ອນ​ໄພ​ທຳ​ມະຊາ​ດ, ນ້ຳ​ຖ້ວມ, ​ແຫ້ງ​ແລ້ງ ພ້ອມ​ກັບ​ຄວາມ​ສ່ຽງ​ຕະຫຼາດ ​ແລະ ການ​ບໍລິການ​ປະກັນ​ໄພ​ໃນ​ກະສິກຳ​ທີ່​ຍັງ​ບໍ່​ທັນ​ຂະຫຍາຍຕົວ ກໍ່​ເປັນ​ບັນຫາ​ກີດຂວາງ​ການ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ນີ້. 2- ຕໍ່​ກັບ​ຂະ​ແໜງ​ການ​ອຸດ​ສະຫະ​ກຳສະໜັບສະໜູນ, ປັດຈຸບັນ​ນີ້ ຈຳນວນ​ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ອຸດສາຫະກຳ​ສະໜັບສະໜູນ ຍັງ​ຈຳກັດ, ຕົ້ນຕໍ​ແມ່ນ​ວິ​ສາຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ. ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ອຸດສາຫະກຳ​ສະໜັບສະໜູນ​ຕ່ຳ​ທີ່​ສຸດ ​ແລະ ບໍ່​ໝັ້ນ​ທ່ຽງ. ຍ້ອນ​ແຫຼ່ງພະລັງດ້ານ​ເຕັກ​ໂນ​ໂລ​ຊີແລະ​ເງິນ​ທຶນ​ບໍ່​ຄົບ​ຖ້ວນ ດັ່ງ​ນັ້ນ​ຜະລິດ​ຕະພັບ​ກະສິກຳ​ສ່ວນ​ຫຼາຍ​ບໍ່​ຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ​ດ້ານ​ເຕັກນິກ​ຂອງ​ວິ​ສາ​ຫະກິດປຸງ​ແຕ່ງ. ຍ້ອນ​ເຫດ​ນັ້ນ​ເອງ​ທີ່​ພາ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແອັຟດີ​ໄອ ຍັງ​ຄິດ​ລະ​ແວງ​ຕໍ່​ກັບ​ບັນດາ​ຜູ້​ລຳລຽງ​ສະໜອງ​ຂອງຫວຽດນາມ. ຍິ່ງ​ກວ່າ​ນັ້ນອີກ, ອັດຕາ​ສ່ວນ​ນຳ​ໃຊ້ວັດຖຸ​ອຸປະກອນພາຍ​ໃນ​ຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳຫວຽດນາມ ກໍ​ຍັງ​ຕ່ຳ​ທີ່​ສຸດ. ນັບ​ທັງ​ບັນດາຂະ​ແໜງ​ການ​ທີ່​ຖືກ​ຖື​ວ່າ​ເປັນ​ປາຍ​ແຫຼມ​ຂອງຫວຽດນາມ ​ເຊັ່ນ​ສິ່ງ​ທໍ​ຕັດຫຍິບ, ​ເກີບ​ເຄື່ອງ​ໜັງ, ​ເຄື່ອງ​ເອ​ເລັກ​ໂຕຣນິກ..., ກໍ​ລ້ວນ​ແຕ່​ຕ້ອງ​ນຳ​ເຂົ້າ​ວັດຖຸ​ດິບ​ຈາກ​ຕ່າງປະ​ເທດ. ​ເພາະສະ​ນັ້ນ, ວິ​ສາ​ຫະກິດ​ຕ້ອງ​ຖືກ​ຂຶ້ນ​ກັບ​ແຫຼ່ງວັດຖຸ​ດິບ​ນຳ​ເຂົ້າ, ຫລຸດຜ່ອນ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ ທຸລະ​ກິດ. ຄຸນຄ່າ​ເພີ່ມ​ຂອງ​ວິ​ສາ​ຫະກິດຫວຽດນາມຍັງ​ຕ່ຳ​ທີ່​ສຸດ ​ທຽບ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ຂະ​ແໜງ​ອຸດສະຫະ​ກຳສະໜັບສະໜູນທີ່​ຂະຫຍາຍຕົວ.

ຄວາມ​ຄາດ​ຄະ​ເນ ​ແລະ ຂໍ້​ສະ​ເໜີ​ແນະ ຈຳນວນ​ໜຶ່ງ

ຄວາມ​ຄາດ​ຄະ​ເນ

ທີ​ໜຶ່ງ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ​ແມ່ນສັນຍາ​ການ​ຄ້າ​ເສລີຮອບດ້ານ. ພິຈາລະນາ​ທາງ​ດ້ານ​ຂະໜາດ ​ແລະ ລະດັບ ກໍ່ຈະ​ເຫັນ​ໄດ້​ວ່າສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ​ໄປ​ໄກ​ກວ່າ​ຕັ້ງ​ຫຼາຍ​ທຽບ​ກັບ​ສັນຍາອົງການ​ການ​ຄ້າ​ໂລກ ​ເຊິ່ງບໍ່​ພຽງ​ແຕ່​ກວມ​ລວມ​ໃນ​ບັນດາ​ຂົງ​ເຂດ​ດັ້ງ​ເດີມ​ເຊັ່ນ ການ​ຄ້າ​ ການ​ບໍລິການ​ເທົ່າ​ນັ້ນ ຫາກ​ຍັງ​ກວມ​ທັງ​ຂົງ​ເຂດ​ການ​ລົງທຶນ ກຳມະສິດ​ຊັບ​ສິນ​ທາງ​ປັນຍາ ການຈັດ​ຊື້​ຈັດ​ຈ້າງ​ພາກ​ລັດ ​ແລະ ນະ​ໂຍບາຍ​ການ​ແຂ່ງຂັນ ​ອີກ​ດ້ວຍ. ດັ່ງ​ນັ້ນ, ​ໃນ​ການ​ເຊັນສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ, ຫວຽດນາມ​ຕ້ອງ​ແນ​ໃສ່​ເປົ້າ​ໝາຍ​ຊຸກຍູ້​ການ​ສົ່ງ​ນອກ, ດຶງ​ດູດ​ການ​ລົງທຶນ​ເພື່ອ​ສວຍ​ໄຊ້ວິວັດ​ການ​ເປີດ​ເສລີພາບ​ໃນພູມິພາກ, ພ້ອມ​ກັນ​ນັ້ນ​ກໍ​ກຳ​ແໜ້ນ​ທ່າ​ອຽງ​ຫັນ​ເປັນ​ເສລີພາບ​ທີ່​ພວມ​ສະ​ແດງ​ອອກ​ຢ່າງ​​ແຂງ​ແຮງ​ຢູ່ໃນ​ໂລກ.

ທີ​ສອງ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ຈະ​ເປັນ “ການ​ກະຕຸກ​ຊຸກຍູ້” ທີ່​ສຳຄັນ​ຕໍ່​ກັບ​ການ​ສົ່ງ​ນອກ​ຂອງຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ທີ່ຫວຽດນາມມີ​ທ່າ​ແຮງ, ​ເຊັ່ນ​ສິ່ງ​ທໍ​ຕັດຫຍິບ, ​ເຄື່ອງ​ໄມ້, ຜະລິດ​ຕະພັນ​ກະສິກຳ. ດ້ວຍ​ຜູ້​ບໍລິ​ໂພ​ກ 500 ລ້ານ​ຄົນ ​ແລະ ຈີ​ດີ​ພີ ຫຼາຍ​ກວ່າ 17.000 ຕື້​ໂດ​ລາ​ສະຫະລັດ, ອີ​ຢູ ​ເປັນ​ຕະຫຼາດ​ໃນ​ຝັນ. ເຊັນສັນຍາ​ການ​ຄ້າ​ເສລີກັບອີ​ຢູ, ພາສີ​ສິນຄ້າ​ນຳ​ເຂົ້າອີ​ຢູຈະ​ຫລຸດ​ລົງ, ສິນຄ້າ​ສົ່ງ​ນອກ​ຂອງຫວຽດນາມຈະ​ມີ​ໂອກາດ​ດີ ​ເພື່ອ​ເຂົ້າ​ເຖິງ​ຕະຫຼາດ​ນີ້ ​ແລະ ​ເພີ່ມ​ສ່ວນ​ແບ່ງ​ໃນ​ຕະຫຼາດ​ນີ້. ກອບສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ອະນຸຍາດ​ໃຫ້​ຍຸບ​ເລີກ​ພາສີ​ຜ່ານ​ດ່ານ​ຕໍ່​ກັບ 90 ກວ່າ​ລາຍ​ຊື່​ພາສີ. ຕາມ​ການ​ປະ​ເມີນ​ຂອງຫ້ອງການ​ກາ​ຄ້າ​ຢູຣົບປະຈຳຫວຽດນາມ (EuroCham), ​ເມື່ອສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ມີ​ຄວາມ​ສັກ​ສິດ ມັນ​ອາດ​ຈະ​ຊ່ວຍ​ໃຫ້ ຈີ​ດີ​ພີ ຂອງຫວຽດນາມ ​ເພີ່ມ​ຂຶ້ນຕື່ມ​ອີກປະມານ 10% - 15%; ຊ່ວຍ​ໃຫ້ການ​ສົ່ງ​ນອກ​ຂອງຫວຽດນາມ ​ໄປ​ທີ່ ອີ​ຢູ ​ເພີ່ມ​ຂຶ້ນ​ຕື່ມ​ອີກ 30% - 40% ​ແລະ ການ​ນຳ​ເຂົ້າ​ຈາກ ອີ​ຢູ ມາ​ຍັງຫວຽດນາມ ​ເພີ່ມ​ຂຶ້ນ​ຕື່ມ​ອີກ 20% - 25%.

ທີ​ສາມ, ​ເມື່ອສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ມີ​ຄວາມ​ສັກສິດ, ດ້ວຍ​ມາດຕະຖານ​ທີ່​ຄາດກະ​ຈະ​ສູງ​ພໍ​ຄວນ​ກ່ຽວ​ກັບ​ຄວາມ​ໂປ່​ງ​ໃສ ​ແລະ ການ​ອຳ​ນວນ​ຄວາມ​ສະດວກ, ​ແນ່ນ​ອນວ່າ ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິກຢູ່ຫວຽດນາມ ຈະ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດ​ສະດວກ​ດີ ​ເປີດ​​ໂປ່ງ ​ແລະ ທະລຸ​ລົ່ງຍິ່ງ​ຂຶ້ນ, ຈາກ​ນັ້ນ ຈະ​ຊຸກຍູ້​ການ​​ທຸລະ​ກິດ ​ແລະ ການເຄື່ອນ​ໄຫວລົງທຶນ​ໂດຍ​ກົງຈາກ​ເອີຣົບ ​ແລະ ປະ​ເທດ​ອື່ນ​ເຂົ້າມາ​ໃນຫວຽດນາມ. ພ້ອມ​ກັບ​ຂະໜາດ ​ແລະ ຄວາມ​ສາມາດ​ລົງທຶນ​ຂອງ​ເອີຣົບ, ຫວຽດນາມຍັງ​ມີ​ໂອກາດ​ກາຍ​ເປັນ​ຂົວ​ຕໍ່ ​ເຊື່ອມ​ຈອດ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ທາງ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ເອີຣົບຢູ່​ພູມິ​ພາກ ອາ​ຊຽນ. ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໜູນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ວິວັດ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ຂອງຫວຽດນາມ.

ທີ​ສີ່, ການ​ເຂົ້າ​ຮ່ວມສັນຍາ​ການ​ຄ້າ​ເສລີກັບ​ອີ​ຢູ ຈະ​ຊ່ວຍ​ໃຫ້ຫວຽດນາມປະຕິບັດ​ແຜນ​ນະ​ໂຍບາຍ​ຫັນຄວາມ​ພົວພັນ​ເສດຖະກິດ-ການ​ຄ້າ​ເປັນ​ຫຼາຍ​ຮູບ​ແບບ, ພິ​ເສດ​ແມ່ນ ​​ຫັນ​ຕະຫຼາດ​ສົ່ງ​ນອກ​ເປັນ​ຫຼາຍ​ຮູບ​ແບບ, ຫຼີກ​ລ່ຽງການ​ຖືກ​ຂຶ້ນຕໍ່​ເກີນ​ຄວນ​ກັບ​ຕະຫຼາດ​ທີ່​ລະອຽດ​ໜຶ່ງ. ຕາມ​ກະຊວງ​ອຸດ​ສາ​ຫະກຳ​ການ​ຄ້າ, ປີ 2014, 70% ມູນ​ຄ່າ​ການ​ນຳ​ເຂົ້າຂອງຫວຽດນາມ ​ແມ່ນ​ມາ​ຈາກ​ອາຊີ​ຕາ​ເວັນ​ອອກ ​ແລະ 50% ມູນ​ຄ່າ​ການ​ສົ່ງ​ນອກ​ແມ່ນ​ເຂົ້າ​ໃນ​ຕະຫຼາດ​ແຫ່ງນີ້. ສະ​ເພາະ​ການ​ສົ່ງ​ນອກ​ຂອງຫວຽດນາມ ​ໄປ​ຍັງ​ປະ​ເທດ​ຈີນ​ກໍ​ໄດ້​ກວມ​ເອົາ 26% ຍອດ​ມູນ​ຄ່າ​ການ​ສົ່ງ​ນອກຂອງ​ຫວຽດນາມ, ​ໃນ​ເວລາ​ນັ້ນ​ ການ​ນຳ​ເຂົ້າ​ຈາກ​ຕະຫຼາດ​ນີ້​ແມ່ນ​ສູງ​ກວ່າ, ກວມ​ເອົາ 29% ຍອດ​ມູນ​ຄ່າ​ການ​ສົ່ງ​ນອກ. ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ, ຄ້າຍຄື​ກັນກັບ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາ​ຊີ​ຟິກ, ຈະ​ຊ່ວຍ​ໃຫ້ຫວຽດນາມ ມີ​ໂຄງ​ປະກອບ​ຕະຫຼາດ​ສົ່ງ​ນອກ​ນຳ​ເຂົ້າ​ທີ່​ສົມສ່ວນກວ່າ​ອີກ.

ທີ​ຫ້າ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ຈະ​ສ້າງ​ກົນ​ໄກ​ບຸລິມະສິດ​​ເປັນ​ປະຈຳໃຫ້​ແກ່ສິນຄ້າ​ຂອງ​ຫວຽດນາມ ​ໂດຍ​ບໍ່​ຕ້ອງ​ຂຶ້ນ​ກັບ​ໂຄງການ​ທົ່ວ​ໄປ​ກ່ຽວ​ກັບ​ບຸລິມະສິດ​ພາສີ​ນຳ​ເຂົ້າ (GSP) ຂອງ​ອີ​ຢູອີກ. ປັດຈຸບັນ, ອີ​ຢູຍັງ​ປະຕິບັດ​ການ​ພິຈາລະນາ​ຕາມ​ລາຍ​ຄາບ ​ແລະ ອາດຈະ​ຍຸບ​ເລີກ​ການ​ບຸລິມະສິດ​ພາ​ສີນຳ​ເຂົ້າ ຕາມ​ບັນທັດຖານ​ສະ​ເພາ​ຂອງ​ອີ​ຢູ ​ເຊິ່ງຫວຽດນາມ​ແຊກ​ແຊງ​ເຂົ້າບໍ່​ໄດ້. ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ກໍ່ຈະ​ຊ່ວຍ​ຊຸກຍູ້​​ໃຫ້ອີ​ຢູ ຮັບຮອງຫວຽດນາມ​ເປັນ​ລະບົບ​ເສດຖະກິດ​ຕະຫຼາດ​ທີ່​ຄົບ​ຖ້ວນ​ ໂດຍ​ໄວ, ຊ່ວຍ​ໃຫ້​ສິນຄ້າ​ສົ່ງ​ນອກ​ຂອງ​ຫວຽດນາມ​ບໍ່​ຕ້ອງ​ຍອມ​ຕໍ່​ການຈຳ​ແນ​ກປະພຶດ​ໃນຄະດີ​ຕ້ານການຂາຍ​ທອດ​ຕະຫຼາດ ​ແລະ ຕ້ານ​ການ​ອຸດ​ໜູນ​ການ​ຄ້າ ທີ່​ອີ​ຢູ​ເປັນ​ຜູ້​ຟ້ອງ.

ທີ​ຫົກ, ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ ຈະ​ຊ່ວຍ​ຊຸກຍູ້​ແຫຼ່ງ​ເງິນ​ລົງທຶນ​ຄຸນ​ນະພາ​ບສູງ​ຂອງ​ອີ​ຢູ ​ເຂົ້າຫວຽດນາມ. ດ້ວຍ​ຂະ​ໜາດ ​ແລະ ຄວາມ​ສາມາດບົ່ມ​ຊ້ອນ​ຂອງ​ອີ​ຢູ, ຫວຽດນາມມີ​ໂອກາດດຶງ​ດູດ​ເອົາ​ການ​ລົງທຶນ​ຂອງ​ອີ​ຢູຢ່າງ​​ແຂງ​ແຮງ ​ແລະ ​ອາດ​ຈະກາຍ​ເປັນຂົວ​ຕໍ່ ​ເຊື່ອມ​ຈອດ​ການ​ເຄື່ອນ​ໄຫວ​ຕ່າງໆ ​ທາງ​ດ້ານ​ການ​ຄ້າ-ການ​ລົງທຶນ​ຂອງອີ​ຢູ ຢູ່​ພາກ​ພື້ນ​ອາ​ຊຽນ. ຜົນ​ກະທົບ​ນີ້​ຈະ​ໄດ້​ຮັບ​ການ​ປະສານ​ຢ່າງ​ແຂງ​ແຮງ​ເມື່ອປະຊາ​ຄົມ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ./.

​ໂດຍ ດຣ. ຫງວຽນ​ກວັກ​ຕ໋ວານ

ຮອງ​ຫົວໜ້າ​ຫ້ອງການຄະນະ​ເສດຖະກິດ​ສູນ​ກາງ

-----------------------------------

* ບົດ​ນີ້​ໄດ້​ລົງ​ພິມ​​ໃນ​ວາລະ​ສານກອມ​ມູນິດ ສະບັບ​ທີ 877 (​ເດືອນ​ພະຈິກ - 2015)