ວກ.ອອນ​ໄລ - ການ​ລົບ​ລ້າງ​ຄວາມ​ອຶກ​ຫີວ ແລະ ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ຍາມ​ໄດ​ກໍ່​ເປັນ​ໜ້າທີ່ຈຸດໜັກ​ໃຈກາງ​ຂອງ​ພັກ ແລະ ລັດ​ໃນ​ທຸກ​ສະ­ໄໝ. ພາ­ລະ­ກິດ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໄດ້​ລະ­ດົມ​ການ​ເຂົ້າ​ຮ່ວມຂອງ​ລະ­ບົບ​ການ­ເມືອງ ​ເຂົ້າ​ໃນ​ການ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ຜູ້​ທຸກ​ຍາກ, ​ເປັນຕົ້ນ​ແມ່ນ​ສຳ­ລັບ​ຄົນ​ທຸກ​ຍາກ​ຢູ່​ເຂດ​ທຸກ​ຍາກ​ທີ່​ສຸດ, ເຂດ​ຊົນ­ເຜົ່າ​ສ່ວນ​ໜ້ອຍ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພາ­ລະ­ກິດ​​ຫລຸດ­ຜ່ອນ​ຄວາມ​­ທຸກ​ຍາກ​ຢູ່ ຫວຽດ­ນາມ ​ໄດ້​ຮັບ​ຜົນ­ງານ​ຫຼາຍ​ຢ່າງ, ແຕ່​ກໍ່​ຍັງ​ມີ​ຂໍ້​ຈຳ­ກັດ​ຫຼາຍປະການ​ທີ່​ຮຽກ­ຮ້ອງ​ຕ້ອງ​ມີ​ມາດ​ຕະ­ການ​ອັນ​ຄົບ​ຊຸດ​ ເພື່ອ​ແກ້​ໄຂ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ຕົວ​ຈິງ​.

ພາລະກິດລົບລ້າງຄວາມອຶກຫີວ ແລະ ຫລຸດຜ່ອນຄວາມທຸກຍາກ ຢູ່ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງ ແຕ່ຍັງມີຂໍ້ຈຳກັດທີ່ຕ້ອງແກ້ໄຂ ໃນເວລາຕໍ່ໜ້າ. (ພາບ: kinhtenongthon.com.vn)

ນັບ​ມີ​ແຕ່​ປີ 2005 ມາ​ຮອດ​ປັດ­ຈຸ​ປັນ, ລັດ­ຖະ­ບານ​ໄດ້​ປະ­ກາດ​ໃຊ້​ຂໍ້​ກຳນົດ​ກົດ­ໝາຍ 70 ກວ່າ​ສະ­ບັບ​ກ່ຽວ​ກັບ​ນະ­ໂຍ­ບາຍ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ, ໃນ​ນັ້ນ​ມີ​ມະ­ຕິ​ທີ່​ສຳຄັນ​ຂອງ​ລັດ­ຖະ­ບານ 2 ສະ­ບັບ (1) ເພື່ອ​ປະ­ຕິ­ບັດ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​​ໃຫ້​ສຳ​ເລັດ​ໂດຍ​ໄວ ແລະ ຍືນ​ຍົງ. ພິ­ເສດ ມະ­ຕິ​ສະ­ບັບ​ເລກ​ທີ 15NQ/TW ລົງ​ວັນ​ທີ 1-6-2012 ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ສະ­ໄໝ​ທີ XI ວ່າ​ດ້ວຍ​ບັນ­ດາ​ບັນຫາກ່ຽວ​ກັບ​ນະ­ໂຍ­ບາຍ​ສັງ­ຄົມ​ ໄລ­ຍະ 2012 - 2020 ທີ່​ໄດ້​ກຳ­ນົດ​ບັນ­ດາ​ວິທີ​ແກ້​ໄຂທີ່​ແຂງແຮງ ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ; ສືບ​ຕໍ່​ບຸ​ລິ​ມະ​ສິດ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກຢູ່​ເຂດຊົນເຜົ່າ​ສ່ວນ​ໜ້ອຍ, ຕາ​ແສງ​ຊາຍ​ແດນ, ຕາ​ແສງ​ເຂດ​ທີ່​ໝັ້ນ​ເກົ່າ, ຕາ​ແສງແລະບ້ານ​ທີ່ມີ​ຄວາມ​ຫຍຸ້ງຍາກ​ພິ​ເສດ, ເຂດ​ຊາຍ​ຝັ່ງ​ທະ­ເລ; ປັບ­ປຸງແລະ​ເພີ່ມ​ເຕີມ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ຄອບ­ຄົວ​ທີ່​​ເກືອບ​ຕົກ­ທຸກ​ໄດ້ຍາກ ເພື່ອ​ໃຫ້​ເຂົາ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ຢ່າງ​ໝັ້ນ­ຄົງ.

ຜົນ­ງານ​ທີ່​ຜົ້ນ​ເດັ່ນ​ຈຳ­ນວນ​ໜຶ່ງ

ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ ​ໄດ້​ຮັບ​ການ​ປ່ຽນ­ແປງ​ໃໝ່​ທີ່​ເໝາະ​ສົມ​ກັບ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ​ຂອງ​ປະ­ເທດ. ​ກ່ອນ​ປີ 2000, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶກ​ຫີວ ແລະ ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ ໄດ້​ສຸມ​ໃສ່​ການ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາກ​ກ່ຽວ​ກັບ​ສະ­ບຽງ​ອາ­ຫານ; ໃນ​ໄລ­ຍະ 2000 – 2015 ໄດ້​ເປີດ​ກວ້າງ​ມາ​ເປັນ​ການຊ່ວຍ­ເຫຼືອ​ດ້ານ​ຕ່າງໆ ທີ່​ບໍ່​ແມ່ນ​ສະບຽງ​ອາ­ຫານ ແລະ ໄລຍະ 2016 – 2020 ​ໄດ້​ຫັນ​ມາປະຕິ­ບັດ​ວິ­ທີ​ເຂົ້າ​ເຖິງ​ຄວາມ​ທຸກ​ຍາກ​ດ້ວຍ​ຫຼາຍ​ຊ່ອງ​ທາງ​ຢ່າງ​ເປັນ​ທາງ​ການ​.

ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໄດ້​ປະ­ຕິ­ບັດ​ພ້ອມ​ກັນ​ຢູ່​ທຸກ​ຂັ້ນ. ບຸກ​ຄົນ, ຄອບ­ຄົວ​ທີ່​ທຸກ​ຍາກ ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ ​ເພື່ອ​ຂະ­ຫຍາຍ­​ການ​ຜະ­ລິດ; ໄດ້​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ, ການ​ສຶກ​ສາ, ຊ່ວຍ­ເຫຼືອ​ດ້ານ​ກົດ­ໝາຍ, ເຮືອນຢູ່ ແລະ ນ້ຳ​ສະ­ອາດ; ບັນ­ດາ​ຕາ​ແສງ​ທີ່​ທຸກ​ຍາກ​ພິ­ເສດ ໄດ້​ຮັບ​ການ​ລົງ­ທຶນ​ພັດທະ­ນາ​ໂຄງ​ສ້າງ​ພື້ນ­ຖານທີ່​ຈຳ­ເປັນຕ້ອງການ. ​ຜົນສຳ​ເລັດ​ທີ່​ລະ­ອຽດ​ຄື​ດັ່ງ​ລຸ່ມ​ນີ້:

ນະ­ໂຍ­ບາຍ​ສິນ​ເຊື່ອ​ແບບ​ເອື້ອ­ເຟື້ອ (2) ທີ່​ນຳໃຊ້ສຳ­ລັບ​ຄອບ­ຄົວ​​ທຸກ​ຍາກທີ່​ໄດ້​ເປີດ​ກວ້າງ​ ເຖິງ​ຄອບຄົວທີ່​​ເກືອບ​ຕົກ​ທຸກ​ໄດ້​ຍາກ ແລະ ຄອບ­ຄົວ​ທີ່​ຫາ­ກໍ່ຫລຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ. ໄລ­ຍະ 2012 - 2014, ອັດ­ຕາ​ດອກ​ເບ້ຍ​ເງິນ​ກູ້​ໄດ້​ຫລຸດ​ລົງ​ເປັນ 0,55% ຕໍ່​ເດືອນ. ສະ­ເພາະ​ປີ 2014 ມີ 444.995 ຄອບ​ຄົວ​ທຸກ​ຍາກ​ໄດ້​ຮັບ​ເງິນ​ກູ້ ດ້ວຍ​ຈຳ­ນວນ​ເງິນ 9,805 ຕື້​​ໂດ່ງ; ຄອບ­ຄົວ​ທີ່​ເກື​ອບຕົກທຸກ​ໄດ້​ຍາກຈຳນວນ 516.665 ຄອບຄົວ ​ໄດ້​ຮັບ​ເງິນ​ກູ້ ດ້ວຍ​ຈຳ­ນວນ​ເງິນ 11,079 ຕື້​​ໂດ່ງ; ນັກ­ຮຽນ, ນັກ​ສຶກ​ສາ​ທີ່​ທຸກ​ຍາກ 144.219 ຄົນ ​ໄດ້​ຮັບ​ເງິນ​ກູ້​ ​ດ້ວຍ​ຈຳ­ນວນ​ເງິນ​ 4,126 ຕື້​​ໂດ່ງ. ນະ­ໂຍ­ບາຍ​ສິນ​ເຊື່ອ​ແບບ​ເອື້ອ­ເຟື້ອ ​ໄດ້​ສ້າງ​ໂອ­ກາດ ແລະ ຄວາມ​ສາ­ມາດ​ໃນ​ການ​ຊ່ວຍ­ເຫຼືອ​ຂະ­ຫຍາຍ​ການ​ຜະ­ລິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ພະ­ຍາ­ຍາມ​ອອກ​ຈາກ​ຄວາມ­ທຸກ​ຍາ​ດ້ວຍ​ຕົນ​ເອງ.

ວຽກ​ງານ​​ເບິ່ງ​ແຍງດູ​ແລ​ສຸ​ຂະ​ພາບຂອງ​ຄົນ​ທຸກ​ຍາກ, ພິ­ເສດ​ແມ່ນ​ ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ໃນ​ການ​ຊື້​ບັດ​ປະ­ກັນສຸ­ຂະ­ພາບ ແລະ ຈັດ​ຕັ້ງ​ການກວດ​ພະ­ຍາດ, ປົວ​ພະ­ຍາດ​ບໍ່​ເສຍ​ເງິນ ​ໃຫ້​ແກ່​ຄົນ​ທຸກ​ຍາກ ແລະ ປະຊາຊົນ​ທີ່​ທຸກ​ຍາກ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​. ໄລ­ຍະ 2012 - 2014, ​ສະ­ເລ່ຍ​ໃນ​ແຕ່​ລະ​ປີ, ງົບປະມານ​ແຫ່ງ​ລັດ​ໄດ້​ຈ່າຍເງິນ 12.500 ຕື້​ດົ່ງ​ ເພື່ອ​ຊື້​ບັດ​ປະ­ກັນ​​ສຸ­ຂະ­ພາບ​ໃຫ້​ແກ່​ຄົນ​ທຸກ​ຍາກ, ປະ­ຊາ­ຊົນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ, ເດັກ​ນ້ອຍ​ມີ​ອາ­ຍຸ​ແຕ່ 6 ປີ​ລົງ​ມາ, ຊ່ວຍ­ເຫຼືອ​ໃຫ້​ແກ່​ຄົນ​ທີ່​ຂຶ້ນ​ກັບ​ຄອບ­ຄົວ​​ເກືອບ​ຕົກທຸກ​ໄດ້​ຍາກ, ນັກ­ຮຽນ ນັກ​ສຶກ​ສາ. ອາ​ໄສ​ນະ​ໂຍບາຍດັ່ງກ່າວ​ ​​ຜູ້​ທຸກ​ຍາກ ປະ­ຊາ­ຊົນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ 55 ລ້ານ​ກວ່າ​ເທື່ອ​ຄົນ​ ຈຶ່ງ​ໄດ້​ຮັບ​ບັດ​ປະ­ກັນ​ສຸ​ຂະ​ພາບ​ໂດຍ​ບໍ່​ເສຍ​ເງິນ; ກວ່າ​ 15% ຂອງຈຳ­ນວນ​ຄົນ​​ໃນ​ຄອບຄົວທີ່ເກືອບ​ຕົກ­ທຸກ​ໄດ້ຍາກ ​ໄດ້​ຊື້​ບັດ​ປະ­ກັນ​ສຸ​ຂະ​ພາບດ້ວຍ​ຄ່າ​ໃຊ້​ຈ່າຍ​ພຽງ 30% ຂອງ​ຄ່າ​ບັດ ​ແລະ​ງົບປະມານ​ແຫ່ງ​ລັດ​ຈ່າຍ​ໃຫ້ 70%.

ບັນດານະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາກທາງ​ດ້ານ​ການ​ສຶກ​ສາ ກໍ່­ສ້າງ ແລະ ຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີບ ໄດ້​ຊຸກຍູ້ເພີ່ມທະວີ​ອັດ­ຕາ​ສ່ວນ​ເດັກ​ນ້ອຍ​ທຸກ​ຍາກ​ໄປ​ຮຽນ​ຖືກ​ຕາມ​​ໄວອາ­ຍຸ​ ແລະ ​ໄດ້​ເພີ່ມ​ອັດ­ຕາ​ສ່ວນ​ຄົນ​ທຸກ​ຍາກ​ໄດ້​ຮັບ​ການ​ຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີບ. ໃນ 3 ປີ​ທີ່​ຜ່ານ​ມາ, ​ສະ­ເລ່ຍ​ໃນ​ແຕ່​ລະ​ປີ, ງົບ­ປະ­ມານ​​ສູນ​ກາງ​ໄດ້​ຈ່າຍ​ເງິນ 8.000 ຕື້​​ໂດ່ງ ​ເພື່ອ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ລົດ ຍົກ­ເວັ້ນ​ຄ່າ​ຮຽນ​ໃຫ້​ແກ່​ນັກ­ຮຽນ​ທຸກ​ຍາກ, ຊ່ວຍ­ເຫຼືອ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ­ຮຽນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ, ນັກ­ຮຽນ​ເຄິ່ງ­ກິນ​ນອນ ແລະ ໂຮງ­ຮຽນ​ເຄິ່ງ­ກິນ​ນອນ​ຊົນ­ເຜົ່າ. ດັ່ງ­ນັ້ນ ນັກ­ຮຽນ​ທຸກ​ຍາກ 8 ລ້ານກວ່າ​ເທື່ອ​ຄົນ ຈຶ່ງ​ໄດ້ລົດ ​ຍົກ­ເວັ້ນ​ຄ່າ​ຮຽນ, ​ໄດ້​ຮັບ​ຄວາມຊ່ວຍ­ເຫຼືອ​ການ​ຮຽນ ແລະ ຄ່າອາຫານ​ການ​ກິນ (3); ​ຜູ້​ແຮງ​ງານ​ທຸກ​ຍາກປະມານ 200.000 ຄົນ​ໄດ້ຮັບ​ການ​ຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີບບໍ່​ເສຍ​ເງິນ ​ໂດຍ​ຕິດ​ກັບ​ການສ້າງ​ວຽກ​ເຮັດ​ງານ​ທຳ; ​ຜູ້​ແຮງ​ງານ​ຢູ່​ບັນ­ດາ​ເມືອງ​ທຸກ​ຍາກ 10.000 ກວ່າ​ຄົນ​ໄດ້ຮັບ​ຄວາມ​ຊ່ວຍ­ເຫຼືອ​ໃນ​ການ​ຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີບ, ສຶກ​ສາ​ກຳ­ນົດ​ທິດ ແລະ ໄປ​ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ​ ​ເຊິ່ງ​ໃນ 4 ປີ ​ງົບ­ປະ­ມານ​ໄດ້​ຈັດ​ສັນ​ເງິນເປັນຈຳນວນ 3.870 ຕື້​​ໂດ່ງ ໃຫ້​ແກ່​ໂຄງ​ການຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີບ ແລະ ສົ່ງຜູ້​ອອກ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ.

ບັນ­ດາ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ດ້ານ​ເຮືອນຢູ່, ທີ່ດິນ​ອາ­ໄສ, ທີ່ດິນ​ຜະ­ລິດ, ນ້ຳ​ສະ­ອາດ, ຊ່ວຍ­ເຫຼືອ​ຄ່າ​ໄພ​ຟ້າ, ຊ່ວຍ­ເຫຼືອ​ດ້ານ​ກົດ­ໝາຍ​ ກໍ​ໄດ້​ປະ­ກອບ­ສ່ວນ​​ສ້າງ​ວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ໄດ້ ແລະ ແກ້​ໄຂ​ໃຫ້​ຄົນ​ທຸກ​ຍາກ​ມີ​ຊີ­ວິດ​ເປັນ​ປົກ­ກະ­ຕິ. ໄລ­ຍະ 2012 - 2014, ມີ​ຄອບ­ຄົວ​​ທຸກ​ຍາກ 500.000 ຄອບ­ຄົວ​ໄດ້​ຮັບຄວາມຊ່ວຍເຫຼືອດ້ານ​ເຮືອນຢູ່; ພ້ອມ​ກັນ​ນັ້ນ, ລັດ­ຖະ­ບານ​ຍັງ​ໄດ້​ຜັນ​ຂະ­ຫຍາຍ​​ທົດ​ລອງ​ຊ່ວຍ­ເຫຼືອ​ກໍ່­ສ້າງ ເຮືອນຮ້ານ ​700 ຫຼັງໃຫ້​ແກ່​ຄອບ­ຄົວ​ທີ່​ທຸກ​ຍາກ ​ເພື່ອ​ຍົກ​ສູງ​ຄວາມ​ປອດ​ໄພ​ບ່ອນ​ອາ­ໄສ ​ຮັບ​ມື​ກັບ​ນ້ຳ​ຖ້ວມ ​ຢູ່ 7 ແຂວງ​​ເຂດ​ເໜືອພາກ​ກາງ ແລະ ບັນ­ດາ​ແຂວງ​ຢູ່ຝັ່ງ​ທະ­ເລ​ພາກ​ກາງ. ​ປີ 2014 ​ໄດ້​ປະຕິບັດ​​ນະໂຍ­ບາຍ​ຊ່ວຍເຫຼືອ​ຄອບ­ຄົວ​ທຸກ​ຍາກ ​ກໍ່­ສ້າງ​ເຮືອນ​ປ້ອງ​ກັນ​ນ້ຳ​ຖ້ວມ​ຢູ່​ເຂດ​ເໜືອ​ພາກ​ກາງ ແລະ​ບັນ­ດາ​ແຂວງ​ຢູ່ຝັ່ງ​ທະ­ເລ​ພາກ​ກາງ ​ຢ່າງ​ເປັນ​ທາງ​ການ ​ເຊິ່ງໄດ້​ຊ່ວຍ­ເຫຼືອ​ໃຫ້​ແກ່ 6.570 ຄອບ­ຄົວ​ ດ້ວຍ​ຈຳນວນ​ເງິນ 168,4 ຕື້​​ໂດ່ງ.

ໃນ​ໄລ­ຍະ​ນີ້, ລັດ­ຖະ­ບານ​ໄດ້​​ຈ່າຍ​ງົບ­ປະ­ມານ 1.000 ຕື້​ໂດ່​ ​ເພື່ອ​ຊ່ວຍ­ເຫຼືອທາງ​ດ້ານ​ດິນ​ຜະ­ລິດ, ດິນ​ຢູ່​ອາ­ໄສ​ແລະ​ນ້ຳ​ສະ­ອາດ ​ໃຫ້​ແກ່​ປະ­ຊາ­ຊົນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ​. ທ້ອງ​ຖິ່ນ​ຕ່າງໆ​​ໄດ້​ນ​ຊ່ວຍ­ເຫຼືອ​ນ້ຳ​ສະ­ອາດ​ໃຫ້​ແກ່ 15.764 ຄອບ­ຄົວ, ກໍ່­ສ້າງ​ກິດ­ຈະ­ກຳ​ນ້ຳ​ສະອາດ​ລວມ​ສູນ​ 910 ແຫ່ງ ແລະ ຈັດ​ສັນ​ທີ່ດິນ​ຜະ­ລິດ 2.738 ແຮັກ​ຕາ­ (4); ​​ໄດ້ໃຫ້​ຄວາມ​ຊ່ວຍ­ເຫຼືອ​ດ້ານ​ກົດ­ໝາຍ​​​ແກ່​ຜູ້​ທຸກ​ຍາກ 88.961 ​ເທື່ອ​ຄົນໂດຍ​ບໍ່​ເກັບ​ເງິນ ດ້ວຍບັນ­ດາ​ຮູບ​ການ​ຊ່ວຍ­ເຫຼືອ​​ຫຼາກ​ຫຼາຍ​ຄື: ​ໃຫ້​ຄຳ​ປຶກ­ສາ​ດ້ານ​ກົດ­ໝາຍ, ຊ່ວຍເຂົ້າ​ຮ່ວມ​ການ​ດຳ­ເນີນ​ຄະ­ດີ, ຕາງ­ໜ້າ​ນອກ​ການ​ດຳ­ເນີນ​ຄະ­ດີ, ​ແຈກຈ່າຍ​ໃບປິວ ແຜ່ນ​ເທັບອັດ​ສຽງ​ຮູບ​ພາບ​ເຜີຍ­ແຜ່​ຄວາມ​ຮູ້​ດ້ານ​ກົດ­ໝາຍ... ​ສະ­ເລ່ຍ​ໃນ​ແຕ່​ລະ​ປີ, ລັດ­ຖະ­ບານ​ໄດ້​ຈ່າຍ​ເງິນ 820 ຕື້​​ໂດ່​ງ ​ເພື່ອ​ຊ່ວຍ­ອຸດ​ໜູນ​ເສຍ​ຄ່າ​ໄຟ­ຟ້າ​ໃຫ້​ແກ່ 2,3 ກວ່າ​ລ້ານ​ຄອບຄົວທີ່ພົບ​ຄວາມ​ທຸກ​ຍາກ​ໃນ​ຊີ­ວິດ ​ແລະ ​ໃນ​ການ​ຜະ­ລິດ.

ບັນ­ດາ​ໂຄງ­ການ​ຄື 135, ມະ­ຕິ​ສະ­ບັບ​ເລກ​ທີ 30a, ມະ­ຕິ​ສະ­ບັບ​ເລກ​ທີ 80 ຂອງ​ລັດ­ຖະ­ບານ... ໄດ້​​ເລັ່ງ​ໃສ່​ບັນ­ດາ​ເຂດ​​ທຸກ​ຍາກ​ທີ່​ສຸດ, ບັນ­ດາ​ຕາ​ແສງທີ່​ຫຍຸ້ງ​ຍາ​​ກ​ພິ­ເສດ, ຕາ​ແສງ​ຢູ່​ດອນ​ຫາດ ຊາຍ​ຝັ່ງ​ທະ­ເລ, ຢູ່​ເກາະ​ທະ­ເລ, ເຂດ​ຊົນ­ເຜົ່າ​ສ່ວນ​ໜ້ອຍ, ບັນ­ດາ​ເມືອງ​ທີ່ທຸກ​ຍາກ... ເຊິ່ງ​ໄດ້​ສ້າງ​ການ​ຫັນ­ປ່ຽນ​ຢ່າງ​ໄວທາງ​ດ້ານການ​ຜະ­ລິດ, ຊຸກ­ຍູ້​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດ­ຖະ­ກິດ​​ກະ­ສິ­ກຳ​ ​ຕາມ​ທິດ​ຕິດການ​ຜະລິດ​ກັບ​ຕະຫຼາດ, ຫຍໍ້​ສັ້ນ​ຄວາມ​ແຕກ​​ໂຕນ​ກັນດ້ານ​ການ​ພັດ­ທະ­ນາ ​ລະ­ຫວ່າງ​ບັນ​ດາເຜົ່າ ແລະ ລະ­ຫວ່າງ​ບັນ­ດາ​ເຂດ. ໂຄງ​ສ້າງ​ພື້ນ­ຖານ​​ຂອງ​ບັນ­ດາ​ເມືອງ, ຕາ​ແສງ​ທີ່​ທຸກ​ຍາກ, ຕາ​ແສງຢູ່​ດອນ​ຫາດ... ໄດ້​ຮັບ​ການ​ເພີ່ມ​ທະ­ວີ, ປະກອບ­ສ່ວນ​ປົວ­ແປງ​ລະ­ບົບ​ຄົມ­ມະ­ນາ­ຄົມ­ຫຼາຍພໍ​ຄວນ, ຫລຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະ­ລິດ, ຫຍໍ້​ສັ້ນ​ຄວາມຫ່າງ​ໄກ​ທາງ​ດ້ານ​ພູມິສາດ.

ໂຄງ­ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ລະ­ບົບ​ການ­ເມືອງ​ທັງ​ໝົດ, ຂອງປະຊາ­ຊົນ​ທຸກ​ຊັ້ນຄົນ ແລະ ຊາວ​ຫວຽດ­ນາມ​ຢູ່​ຕ່າງ­ປະ­ເທດ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ­ຊາ​ຄົມ​ທັງ​ໝົດ, ແຫຼ່ງ​ກຳ­ລັງ​ທີ່​ລະດົມ​ໃຫ້​ແກ່​ການ​ລົບ​ລ້າງ​ຄວາມ​ອຶກ​ຫີວ ແລະ ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ; ສ້າງ­ຕັ້ງ​ໄດ້​ກອງ​ທຶນ​ເພື່ອ​ການ​ກວດແລະປົວ​ພະ­ຍາດ​ໃຫ້​ແກ່​ຄົນ​ທຸກ​ຍາກ, ກອງ​ທຶນ “ວັນ​​ເພື່ອ​ຜູ້​ທຸກ​ຍາກ”,... ​ບົດບາດ​ຂອງ​ບັນ​ດາ​ອົົງ​ການ­ຈັດ­ຕັ້ງການ­ເມືອງ-ສັງ­ຄົມ, ສັງ­ຄົມ-​ອາ­ຊີບ ແລະ ​ຂອງວິ​ສາ​ຫະ​ກິດ ​ໃນ​ການລົບ​ລ້າງ​ຄວາມ​ອຶກ​ຫີວ ແລະ ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ ໄດ້​ຮັບ​ການ​ເພີ່ມ​ທະ­ວີ; ສິ່ງ­ແວ­ດລ້ອມ​ດ້ານ​ກົດ­ໝາຍ​ເພື່ອ​ລະ­ດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະ­ຊາ​ຄົມ​ ໃນ​ການ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາກ​ ກໍໄດ້​ຮັບ​ການ​ປັບ­ປຸງ​ບູ­ລະ­ນະ​ເປັນ​ກ້າວໆ.

ຫວຽດນາມ​ໄດ້​ສຳ​​ເລັດ​ກ່ອນ​ກຳນົດ​ເວລາກ່ຽວ​ກັບ ​ເປົ້າ​ໝາຍ​ພັດທະນາສະ­ຫັດ​ສະ​ວັດ “ຫລຸດ­​ຈຳນວນ​ຄົນ​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກລົງ​​ເຄິ່ງໜຶ່ງ ​ໃນ​ປີ 2015” ​ແລະ​ປະຊາ​ຄົມ​​ໂລກ​ໄດ້​ຮັບຮອງ​ວ່າ​ ຫວຽດນາມ​ເປັນ​ແບບຢ່າງ​ອັນ​ໃສ​ແຈ້ງ​ໃນ​ການ​ຕໍ່ສູ້​ຕ້ານ​ຄວາມທຸກ​ຍາກ. ຫວຽດ­ນາມ​ໄດ້​ລົບ​ລ້າງສະພາບ​ຄວາມ​ອຶດ­ຫີວ​ແຕ່​ປີ 2000 ແລະ ຫັນ​ຈຸດ​ສຸມ​ມາ​ປະ­ຕິ­ບັດ​ເປົ້າ​ໝາຍ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ແບບ​ຍືນ​ຍົງ. ອັດຕາ​ຄອບ­ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະເທດ​ໄດ້​ຫລຸດ​ລົງ ຈາກ 58% ໃນ​ປີ 1993 ລົງ​​ຕ່ຳ​ກວ່າ 4,5% ໃນ​ທ້າຍ​ປີ 2015, ອັດ­ຕາຄອບ­ຄົວ​​ທຸກ​ຍາກ​ລົດ​ລົງ​ສະ­ເລ່ຍ 2% ຕໍ່​ປີ; ສະ­ເພາະ​ອັດ­ຕາ​ຄອບ­ຄົວ​ທຸກ​ຍາກ​ຢູ່​ບັນ­ດາ​ເມືອງ​ທຸກ​ຍາກ ​ໄດ້​ຫລຸດ​ລົງ​​ສະ­ເລ່ຍ​ 5% ຕໍ່​ປີ​. ຊີ­ວິດ​ການ​ເປັນ​ຢູ່​ຂອງຜູ້​ທຸກ​ຍາກໄດ້​ຮັບ​ການ​ປົວ­ແປງ​ເປັນ​ກ້າວໆ; ໂຄງ​ສ້າງ​ພື້ນ­ຖານ​ເສດ­ຖະ­ກິດ-ສັງຄົມ​ຢູ່​ຊົນນະບົດ, ເຂດ​ພູ​ດອຍ, ເຂດ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ຫຍຸ້ງຍາກ​ທີ່​ສຸດ ​ໄດ້ຮັບ​ການ​ກໍ່ສ້າງ​ເພີ່ມ​ທະ­ວີ, ໄດ້​ປະກອບ­ສ່ວນ​ເຂົ້າ​ໃນ​ການ​ຫຍໍ້​ສັ້ນ​ຄວາມ​ແຕກ​​ໂຕນກັນ​ທາງ​ດ້ານ​ລາຍ​ໄດ້ ແລະ ລະດັບ​ການ​ດຳລົງ​ຊີ­ວິດ ​ລະຫວ່າງ​ບັນ­ດາ​ເຂດ ບັນດາ​ກຸ່ມ​ພົນ­ລະ­ເມືອງ. ໄລ­ຍະ 2002 - 2020, ຄ່າ​ສຳ​ປະສິດ ຈີ​ນີ (Gini) ຜັນ​ປ່ຽນ​ໃນ​ລະ​ຫວ່າງ 0,42 - 0,43, ມາ​ຮອດ​ປີ 2014 ​ໄດ້ຫລຸດ​ລົງ​ເປັນ 0,41 (5).

ຂໍ້​ຈຳ­ກັດຈຳ­ນວນ​ໜຶ່ງ ແລະ ສາເຫດ ​

ຄຽງ​ຄູ່​ກັບ​ບັນ­ດາ​ຜົນ­ງານ​ອັນ​ພົ້ນ​ເດັ່ນ​​ດັ່ງ­ກ່າວ​ເທິງ​ນີ້, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶກ​ຫີວ ແລະ ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ ​ກໍ​ຍັງ​ມີ​ຂໍ້​ຈຳ­ກັດ​ຈຳນວນໜຶ່ງ​ດັ່ງ​ລຸ່ມ​ນີ້:

- ກຳນົດ​ກ່ຽວ​ກັບ​ຄວາມ­ທຸກ​ຍາກ​ແຫ່ງ​ຊາດ ​ເບິ່ງ​ລວມ​ຍັງ​ຕ່ຳ, ບໍ່​​ສາມາດຕອບ​ສະ­ໜອງຄວາມຕ້ອງການ​ຕ່ຳ​ສຸດ​ຂອງ​ຊີ­ວິດ​ການ​ເປັນ​ຢູ່ ​ແລະ ການ​ດັດ­ແປງກໍ​ຍັງ​ຊັກ​ຊ້າ;

- ນະ­ໂຍ­ບາຍ​ຈຳ­ນວນ​ໜຶ່ງ​​ຍັງມີ​ລັກ​ສະ​ນະ​ລວ​ມສູນ​ເກື້ອກູນ, ໄດ້​ສ້າງຈິດຕະເອື່ອຍ​ອີງ ຄອງ​ຖ້າ​ການ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ, ​ບໍ່ມີ​ຄຸນ​ປະ​ໂຫຍ​ດຊຸກຍູ້​ ສົ່ງ­ເສີມຜູ້​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ;

- ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ຮັບ­ຜິດ­ຊອບຕໍ່​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ­ຫີວ, ຫລຸດ​ຜ່ອນ​ຄວາມ­ທຸກ​ຍາກ​ຢູ່​ບາງທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ຄົບ​ຖ້ວນ, ​ບໍ່​ເຫັນ​ໄດ້​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ. ຜູ້​ທຸກ​ຍາກ​ຈຳ​​ນວນ​ໜຶ່ງ​ຍັງ​ບໍ່​ຮັບ​ຮູ້​ຢ່າງ​ຖືກ­ຕ້ອງ ​ກ່ຽວ​ກັບ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ​ເອງ, ບໍ່ມີ​ຄວາມ​ຕັດ­ສິນໃຈບືນ​ຕົວ​ຂຶ້ນ, ຜ່ານ​ຜ່າ​ຄວາມ­ທຸກ​ຍາກ​. ບັນ​ທັດ​ຖານກ່ຽວກັບ​ຄວາມ­ທຸກ​ຍາກພຽງ​ແຕ່​ກຳນົດ​ຄວາມ​ທຸກ​ຍາກ​ທາງ​ດ້ານ​ລາຍ​ໄດ້ ແຕ່ການກຳ­ນົດ​ຄວາມ­ທຸກ​ຍາກ​ຕ່ຳ ​ໄດ້​ພາ­ໃຫ້​ອັດ­ຕາ​ຄອບ­ຄົວ​ທີ່ຢູ່​ໃກ້​ຄວາມ­ທຸກ​ຍາກ ​ເພີ່ມ​ຂຶ້ນ.

- ຜົນ­ງານ​​ແຫ່ງ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ຍັງ​ບໍ່ໝັ້ນຄົງ, ຄວາມ​ແຕກ​ໂຕນ​​ຮັ່ງ­ມີ - ທຸກ​ຍາກ ລະຫວ່າງ​ເຂດ​ຕ່າງໆ ແລະ ລະຫວ່າງກຸ່ມ​ພົນ­ລະ­ເມືອງ ​ຍັງ​ບໍ່​ໄດ້​ຮັບ​ການຫ​ຍໍ້​ສັ້ນ. ຄອບຄົວ​ທຸກ​ຍາກ​ໃນ​ປັດ­ຈຸ​ປັນ​ນີ້​ເຕົ້າ​ຮົມ​ຢູ່​ເຂດ​ພູ​ດອຍ​ພາກ​ເໜືອ, ບັນ­ດາ​ເມືອງ​ເຂດ​ພູ​ດອຍ​ພາກ​ກາງ ແລະ ​ເຂດ​ໄຕ​ງວຽນ. ຢູ່​ຫຼາຍ​ທ້ອງ​ຖີ່ນ, ອັດ­ຕາຄອບຄົວ​ທຸກ​ຍາກ​ຍັງ​ຫຼາຍ​ກວ່າ 50%, ຢູ່ບາງ​ເມືອງ​ຄອບຄົວ​ທຸກ​ຍາກ​ກວມ​ເຖິງ 60% - 70%; ຄອບຄົວ​ທຸກ​ຍາກ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກວມ​ເກືອບ 50% ຂອງ​ຈຳ​ນວນ​ຄອບຄົວ​ທຸກ​ຍາກ​ທັງ​ໝົດ​ໃນ​ປະ­ເທດ;

- ກົນ​ໄກ​ປະ­ສານ​ສົມ­ທົບ, ຊີ້​ນຳ, ຄຸ້ມ​ຄອງ​ບໍລິຫານ​ຢູ່​ຂັ້ນ​ຕ່າງໆ, ກົນ​ໄກ​ແບ່ງ​ຂັ້ນ ມອບ​ສິດ​ ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ຍັງ​ບໍ່​ເໝາະ​ສົມ, ຄວາມ​ຮັບ­ຜິດ­ຊອບກ່ຽວ​ກັບ​ການລາຍ​ງານ​ອະ­ທິ­ບາຍ​ຍັງ​ບໍ່​ຈະ­ແຈ້ງ. ພິ­ເສດ, ການເຄື່ອນ​ໄຫວ​ກວດ­ກາ​ຕິດ­ຕາມ ແລະ ຕີ​ລາ­ຄາ​ ຍັງ​ບໍ່​ໄດ້​ຈັດ​ຕັ້ງ​ຢ່າງ​​ເປັນ​ລະ­ບົບ ຄົບ​ຊຸດ. ລະ­ບົບ​ຄາດໝາຍ​​ເພື່ອຕິດຕາມ, ກວດ­ກາ, ຕີ​ລາ­ຄາ ​ຍັງ​ບໍ່​ເປັນ​ເອ­ກະ​ພາບ.

ສາ​ເຫດ​ຂອງບັນ­ດາ​ຂໍ້​ຈຳ­ກັດ​​ເທິງ​ນີ້ ມີ​ດັ່ງ​​ນີ້:

ທີ​ໜຶ່ງ, ເຖິງ​ວ່າລັດ­ຖະ­ບານ​ໄດ້​ມີ​ການ​ບຸ​ລິ​ມະ​ສິດ​ກ່ຽວ​ກັນ​ແຫຼ່ງ​ພະ­ລັງ​ລົງ­ທຶນ​ໃຫ້​ແກ່ບັນ​ດາ​ເມືອງ​ທີ່​ທຸກ​ຍາກ, ຕາ​ແສງ ບ້ານ​ທີ່​ຫຍຸ້ງ­ຍາກພິ​ສດ ຢູ່​ເຂດ​ຊົນ­ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍກໍ​ຕາມ, ແຕ່​ລະ­ດັບ​ການ​ລົງ­ທຶນ, ຊ່ວຍ­ເຫຼືອ​ຍັງ​ຕ່ຳ​ ​ທຽບ​ກັບ​ຄວາມ​ຕ້ອງ­ການ​​ຕົວ​ຈິງ; ດ້ານ​ອື່ນ, ບັນ­ດາ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ຄອບ­ຄົວ​ເກືອບ​ຕົກທຸກ​ໄດ້​ຍາກ, ຄອບ­ຄົວ​ທີ່​ຫາ­ກໍ່ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ ເພື່ອ​ປະຕິບັດ​ເປົ້າ​ໝາຍຫລຸດ­ຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ນັ້ນ ໄດ້ຮັບ​ການ​ປະ­ກາດ​ໃຊ້​ຊ້າ​ເກີນ​ຄວນ.

ທີ​ສອງ, ການ​ປະ­ສານ​ສົມ­ທົບ​ລະ­ຫວ່າງ​ບັນ­ດາ​ກະ­ຊວງ, ຂະ­ແໜງ­ການ​ສູນ​ກາງ ແລະ ບັນ­ດາ​ອົງ​ການຈັດ­ຕັ້ງ​ການ­ເມືອງ - ສັງ­ຄົມ​ ຍັງ​ບໍ່​ໄດ້​ເປັນປະຈຳ, ເປັນ­ຕົ້ນ​ແມ່ນ​ໃນ​ການ​ກໍ່­ສ້າງ​ນະ­ໂຍ­ບາຍ, ໃນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ການ​ປະ­ຕິ­ບັດ ແລະ ໃນ​ການ​ກວດ­ກາ, ຕີ​ລາ­ຄາ​ຜົນ­ສຳ­ເລັດ​ການ​ປະ­ຕິ­ບັດ​ນະໂຍບາຍ, ໂຄງ­ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ.

ທີ​ສາມ, ວຽກ​ງານ​ຊີ້​ນຳ​ການ​ປະ­ຕິ­ບັດ​ບັນດານະ­ໂຍ­ບາຍ​ຄື ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ການ​ສຶກ​ສາ-ກໍ່­ສ້າງສຳ​ລັບ​ນັກຮຽນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ​ໄປ​ຮຽນ​ເຄິ່ງ​ກິນ­ນອນ; ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ຂະ­ຫຍາຍ­​ການ​ຜະ­ລິດ​ສຳ­ລັບ​ຄົນ​ທຸກ​ຍາກ, ປະຊາ­ຊົນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ,... ຢູ່​ທ້ອງ​ຖິ່ນ​ຈຳ­ນວນ​ໜຶ່ງ​ ຍັງ​ບໍ່​ໄດ້​ລະ­ອຽດ ແລະ ບໍ່​ມີ​ປະ​ສິດ­ທິ​ຜົນ.

ທີ​ສີ່, ທ້ອງ​ຖິ່ນ​ຈຳ­ນວນ​ໜຶ່ງ​ຍັງ​ບໍ່​ເອົາ­ໃຈ­ໃສ່​ໃຫ້​ຄວາມ​ສຳຄັນ, ຍັງ​ບໍ່​​ແບ່ງງານ​ຢ່າງ​ເໝາະ​ສົມ​ລະ­ຫວ່າງ​ບັນ­ດາ​ພະ​ແນກ, ຂະ­ແໜງ­ການ ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ການ​ຜະ­ລິດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄອບ­ຄົວ​ທຸກ​ຍາກ; ​ອັດຕາ​ສ່ວນ​ຈັດ​ວາງ​ທຶນ ສ່ວນ​ຫຼາຍ​ແມ່ນ​ລົງ­ທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນ­ຖານ​ ​ແຕ່​ການ​ລົງ­ທຶນ​ບໍ່​ລວມສູມ, ບໍ່​ຂາດ​ຂັ້ນ, ຍັງ​ກະ​ແຈກ​ກະ­ຈາຍ, ຍັງ​ບໍ່​ຕອບ​ສະ­ໜອງ​ໄດ້​ກັບບັນ­ດາ​ເປົ້າ​ໝາຍ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່.

ທີ​ຫ້າ, ວຽກ​ງານໂຄ­ສະ­ນາ ຂົນ­ຂວາຍ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ ​ບໍ່​ໄດ້​ເຮັດ​ຢ່າງ​ເປັນ​ປະຈຳ, ​​ຜູ້​ທຸກ​ຍາກ​ຈຳ­ນວນ​ໜຶ່ງ​ບໍ່​ເປັນ​ເຈົ້າ​ການ​ໃນ​ການ​​ແກ້​ໄຂ​ຄວາມ­ທຸກ​ຍາກ, ຍັງ​ເອື່ອຍ​ອີງ ​ຄອງ​ຖ້າ​ການ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ, ປະຊາ­ຄົມ.

ກຳ­ນົດ​ທິດ ແລະ ວິທີ­ການ​ແກ້​ໄຂ

​ເພື່ອເສີມ​ຂະ­ຫຍາຍ​ຜົນ­ງານຕ່າງໆ​ທີ່​ບັນ­ລຸ​ໄດ້ ແລະ ແກ້​ໄຂ​ບັນ​ດາສາ​ເຫດ​ຂອງ​ຂໍ້​ຈຳ­ກັດ ສິ່ງ​ຄົງຄ້າງ​ທີ່​ກ່າວ​​ມາເທິງ​ນີ້, ໃນ​ເວ­ລາ​ຕໍ່ໜ້າ​ຕ້ອງ​ສຸມ​ໃສ່​ບັນ­ດາ​ທິດທາງ​ ວິທີ​ແກ້​ດັ່ງ​ລຸ່ມ​ນີ້:

ທີໜຶ່ງ, ­ຍູ້​ແຮງ​ການ​ປະ­ຕິ​ຮູບ​​ເສດ­ຖະ­ກິດ, ສ້າງ​ທ່ວງທ່າ​ໃໝ່​ໃຫ້​ແກ່­ການ​ເຕີບ​ໂຕ ​ເພື່ອ​ມີ​ແຫຼ່ງພະລັງ​ປະຕິບັດ​ນະ­ໂຍ­ບາຍ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ຢ່າງ​ໄວ ແລະ ຍືນ​ຍົງ, ປະ­ກອບ­ສ່ວນ​ຫລຸດ­ຜ່ອນຄວາມ​ແຕກ​ໂຕນ​ຮັ່ງ­ມີ - ທຸກ​ຍາກ ລະ­ຫວ່າງ​ບັນ­ດາ​ເຂດ ແລະ ບັນດາກຸ່ມ​ເປົ້າ​ໝາຍ​ຕ່າງໆ.

ທີສອງ, ເພີ່ມ​ທະ­ວີ​ບັນ­ດາ​ມາດ​ຕະ­ການເປັນ​ເຈົ້າ​ການ​ໃນ​ການ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາກ​ ໂດຍ​ຜ່ານ​ບັນ­ດາ​ນະ­ໂຍ­ບາຍ​​ຕະ­ຫຼາດ​ແຮງ​ງານ​ແບບ​ເປັນ​ເຈົ້າ​ການ (ໃຫ້​ເງິນ​ກູ້​ຢືມ, ເພີ່ມ​ທະ­ວີ​ການ​ຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີບ, ເຊື່ອມ​ຕໍ່ວຽກ​ເຮັດ​ງານທຳ​ສຳ­ລັບ​ກຸ່ມ​ຄອບ­ຄົວ​ທຸກ​ຍາກ​ທີ່​ມີ​ກຳ­ລັງ​ແຮງ​ງານ).

ທີສາມ, ສືບ​ຕໍ່​ກວດ­ກາ, ໃຫ້​ຄຳ​ສະ­ເໜີ​ປັບ­ປຸງ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ ຕາມ ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 2324/QĐ-TTg ລົງ​ວັນ​ທີ 19-12-2014 ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ ວ່າ​ດ້ວຍ​ການປະກາດ​ໃຊ້​ແຜນການ​​ຜັນ​ຂະ­ຫຍາຍປະ­ຕິ­ບັດ ​ມະ­ຕິຕົກລົງ​ສະບັບ​ທີ 76/2014/QH13 ຂອງ​ສະ­ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຍູ້​ແຮງ​ປະຕິບັດ​ເປົ້າ​ໝາຍ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ແບບ​ຍືນ​ຍົງ ​ຮອດ​ປີ 2020 ຕາມ​ທິດ​ຫລຸດ​​ການ​ຊ່ວຍ­ເຫຼືອ​ໂດຍ​ກົງ ການໃຫ້​ລ້າ​ລົງ​ເທື່ອ​ລະ​ກ້າວ ​ມາ​ເປັນການ​ເພີ່ມ​ເງິນ​ກູ້, ​ເພີ່ມ​ການຊ່ວຍ­ເຫຼືອ​​ໂດຍ​ມີ​ເງື່ອນໄຂ ມີ​ການ​ສົ່ງ​ຄືນ​ ຂຶ້ນ​ເທື່ອ​ລະ​ກ້າວ ​ເພື່ອແນ­ໃສ່​ຍົກ​ສູງ​ລັກສະນະ​ເປັນ​ເຈົ້າດ້ວຍ​ຕົນ​ເອງ​ຂອງ​ຄອບ­ຄົວ​ທຸກ​ຍາກ ແລະ ຄອບ​ບ​ຄົວ​ທີ່​ຢູ່​ໃກ້​ຄວາມ­ທຸກ​ຍາກ; ມີ​ກົນ​ໄກ​ສົ່ງ­ເສີມ​ຄອບ­ຄົວ​​ທຸກ​ຍາກບືນ​ຕົວ​ຂຶ້ນ​​ເພື່ອຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກຍາກ. ເອົາ­ໃຈ­ໃສ່​ກໍ່­ສ້າງ ແລະ ເສີມ​ຂະ­ຫຍາຍ​ບັນ­ດາ​ຕົວ​ແບບ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ທີ່​ມີ​ປະ​ສິດ­ທິ​ຜົນ; ຕົວ​ແບບ​ເຊື່ອມ​ຕໍ່​ການ​ຜະ­ລິດປຸງ​ແຕ່ງຜະລິດ​ຕະພັນ ລະ­ຫວ່າງ​ຄອບ­ຄົວ​ທຸກ​ຍາກ, ເຂດ​ທຸກ​ຍາກ ກັບ​ນັກວິທະ­ຍາ­ສາດ ແລະ ວິ​ສາ​ຫະ​ກິດ.

ທີສີ່, ຍູ້​ແຮງ​ການ​ຜັນ​ຂະ­ຫຍາຍ​ປະ­ຕິ­ບັດ ມະ­ຕິ​ສະ­ບັບ​ເລກ​ທີ 30a, ມະ­ຕິ​ສະ­ບັບ​ເລກ​ທີ 80 ຂອງ​ລັດຖະ­ບານ ແລະ ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ, ບຸລິ​ມະ​ສິດ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຊົນ­ເຜົ່າ​ສ່ວນ​ໜ້ອຍທີ່ຢູ່​ເມືອງ​ທຸກ​ຍາກ, ຕາ​ແສງ​ຊາຍ​ແດນ, ຕາ​ແສງ​ເຂດທີ່​ໝັ້ນ, ຕາ​ແສງ ບ້ານ​ທີ່​ຫຍຸ້ງຍາກ​ເປັນ​ພິ­ເສດ, ເຂດ​ດອນ​ຫາດ​ຊາຍ​ຝັ່ງ​ທະ­ເລ ໝູ່​ເກາະ. ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ​ໂຄງ­ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ, ຮັບ­ປະ­ກັນ​ບັນ­ລຸ​ໄດ້​ເປົ້າ​ໝາຍ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໄລ­ຍະ 2016 - 2020 ຕາມການ​ເຂົ້າ​ເຖິງ​ຄວາມ​ທຸກ​ຍາກ​ແບບ​ຫຼາຍ​ທິດ, ຫລຸດ­ຜ່ອນ​ຄວາມ​ທຸດ​ຍາກ​ແບບ​ຍືນ​ຍົງ.

ທີຫ້າ, ຮັບ­ປະ­ກັນ​ຄວາມ​ສົມ​ດຸນ​ແຫຼ່ງ​ພະ­ລັງ ແລະ ເພີ່ມ​ທະ­ວີ​ແຫຼ່ງ​ພະ­ລັງ​ລົງ­ທຶນ​ໄລ­ຍະ​ກາງ ຂອງລັດໃຫ້​ແກ່​ບັນ­ດາ​ນະ­ໂຍ­ບາຍ, ໂຄງ­ການ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ, ໃນ​ນັ້ນ​ຕ້ອງ​ເອົາ­ໃຈ­ໃສ່​ເລືອກ​ເອົາ​ນະໂຍ­ບາຍ​ເພື່ອ​ບຸ​ລິ​ມະ​ສິດ​ຈັດ​ສັນ, ມຳ​ໃຊ້​ແຫຼ່ງ​ພະ­ລັງຢ່າງ​ເໝາະ​ສົມ ມີ​ປະ​ສິດ­ທິ​ຜົນ​; ຮັບ­ປະ­ກັນການສັບຊ້ອນ​ນະ­ໂຍ­ບາຍ ແລະ ແຫຼ່ງ​ພະ­ລັງ​ໃຫ້​ມີ​ປະ​ສິ​ທິ​ຜົນ.

ທີຫົກ, ສືບ​ຕໍ່​ຄົ້ນ­ຄວ້າ ແລະ ດັດ­ແປງ​ນະ­ໂຍ­ບາຍ​ສິນ​ເຊື່ອ​ແບບ​ເອື້ອ­ເຟື້ອ​ໃຫ້​ແກ່​ຄອບ­ຄົວ​​ທຸກ​ຍາກ, ຄອບ­ຄົວ​ທີ່ຢູ່​ໃກ້​ຄວາມ​ທຸດ​ຍາກ ​ໃຫ້​ເໝາະ​ສົມ​ກັບ​ຈຸດ​ພິ­ເສດ​ຂອງ​ເຂດ, ພາກ, ຂົງ­ເຂດການ​ຜະ­ລິດ ທຸ­ລະ​ກິດ​ຂອງ​ແຕ່​ລະ​ຄອບ­ຄົວ, ດັດ­ແປງ​ລະ­ດັບ​ເງິນ​ກູ້​, ອັດ­ຕາ​ດອກ​ເບ້ຍ, ກຳ­ນົດ​ເວ­ລາ​​ໃຫ້ກູ້​ ​ໃຫ້​ເໝາະ​ສົມ ​ໂດຍ​ຕິດ​ກັບ​ນະ­ໂຍ­ບາຍ​ສົ່ງ­ເສີມ​​ກະ­ສິ­ກຳ, ສົ່ງ​ເສີມ​ອຸດສາຫະກຳ, ສົ່ງ​ເສີມການປ່າ­ໄມ້ ການ​ປະ­ມົງ, ມອບ​ໂອນຖ່າຍ​ທອດ​ວິທະຍາສາດ-ເຕັກ​ນິກ; ກໍ່ສ້າງ ທະວີຄູນ​ຕົວ​ແບບ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ​ໂດຍ​ຕິດ​ກັບ​ປະ­ຊາ​ຄົມ​ພົນ­ລະ­ເມືອງ​ຢູ່ທ້ອງ​ຖິ່ນ.

ທີ​ເຈັດ, ປະ­ຕິ­ບັດ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ແບບ​ມີ​ເງື່ອນ­ໄຂ ​ຕິດ​ກັບ​ເປົ້າ​ໝາຍ, ​ພື້ນທີ່ ແລະ ກຳນົດ​ເວ­ລາ​ຊົມໃຊ້ ​ເພື່ອ​ແນ­ໃສ່​ເພີ່ມ​ຄວາມ​ສາມາ​ໂອກາດ​ເຂົ້າ​ເຖິງ​ນະ­ໂຍ­ບາຍ ແລະ ​ສົ່ງ­ເສີມ​ຄວາມ​ຕັ້ງ­ໜ້າ, ​ເປັນ​ເຈົ້າ​ການເຂົ້າ​ຮ່ວມ​​ຂອງຜູ້​ທຸກ​ຍາກ. ຮັກ­ສາ, ປັບ­ປຸງບັນດາ​ນະ­ໂຍ­ບາຍ​​ຊ່ວຍ­ເຫຼືອ​ທີ່​ສອດຄ່ອງ​ກັບ​ຄອບ­ຄົວ​ທີ່​ຫາ­ກໍ່​ອອກ​ຈາກ​ຄວາມ­ທຸກ​ຍາກ, ຄອບ­ຄົວ​ທີ່ຢູ່​ໃກ້​ຄວາມ­ທຸກ​ຍາກ. ມີ​ການ​ບຸ​ລິ​ມະ​ສິດ​ແຫຼ່ງ​ພະ­ລັງ​ລົງ­ທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ ແລະ ພັດ­ທະ­ນາ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຫຼ່ງກຳ­ລັງຄົນ​ໃຫ້​ແກ່​ເຂດ​ຊົນ­ເຜົ່າ​ສ່ວນ​ໜ້ອຍ, ເມືອງ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ, ຕາ​ແສງ​ຊາຍ​ແດນ, ຕາ​ແສງເຂດທີ່​ໝັ້ນ, ຕາ​ແສງ ບ້ານ​ທີ່​ມີ​ຄວາມ​ຫຍຸ້ງ­ຍາກພິ​ເສດ, ຢູ່​ເຂດ​ດອນ​ຫາດ​ຊາຍ​ຝັ່ງ​ທະ­ເລ, ເກາະ​ທະ­ເລ.

ທີ​ແປດ, ສຸມ​ໃສ່​ແກ້​ໄຂ​ໃຫ້​ໄດ້​ໂດຍ​ພື້ນ­ຖານ​ສະ­ພາບ​ການ​ຄອບ­ຄົວ​​ຊົນ­ເຜົ່າ​ສ່ວນ​ໜ້ອຍ​​ບໍ່​ມີ​ດິນ​ຢູ່​ອາໄສ; ແກ້​ໄຂ​ດິນ​ຜະ­ລິດ ຫຼືຫັນ­ປ່ຽນ​ອາ­ຊີບ​ໃຫ້​ໄດ້​ຢ່າງ​ໜ້ອຍ 80%​ ຂອງ​ຈຳ­ນວນ​ຄອບ­ຄົວ​ຊົນ­ເຜົ່າ​ສ່ວນ​ໜ້ອຍ​ທີ່​ທຸກ​ຍາກ ແລະຄອບ­ຄົວ​ທຸກ​ຍາກ​ຢູ່​ຕາ​ແສງ ບ້ານ​ທີ່​ມີ​ຄວາມຫຍຸ້ງ­ຍາກ​ເປັນ​ພິ­ເສດ ​ເຊິ່ງພວມ​ບໍ່​ມີ​ທີ່​ດິນ​ເພື່ອ​ຜະ­ລິດ​; ປະຕິບັດ​ການຝຶກ​ອົບ­ຮົມ​ວິ­ຊາ​ອາ­ຊີ​ບ ຕິດ​ກັບ­ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ໄດ້​ໃຫ້​ແກ່​ຄອບ​ຄົວ​ຊົນເຜົ່າ​ສ່ວນ​ໜ້ອຍ​ທີ່​ຍັງ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ­ເຫຼືອ​ດ້ານ​ທີ່ດິນ​ຜະ­ລິດ.

ຮັກ­ສາ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ນັກ­ຮຽນ, ນັກ​ສຶ​ກສາ​ທີ່​ເປັນ​ລູກ​ເຕົ້າ​ຂອງ​​ຄອບ­ຄົວ​​ທຸກ​ຍາກ, ຄອບ­ຄົວທີ່ຢູ່​ໃກ້​ຄວາມ­ທຸກ​ຍາກ; ຍົກ​ສູງ​ອັັດ​ຕາ​ສ່ວນ​ນັກ­ຮຽນ​ທີ່​ໄດ້​ໄປ​ຮຽນ​ຖືກຕາ​ມ​ໄວ​ອາຍຸ​ ຢູ່​ເຂດ​ທີ່​ຫຍຸ້ງ­ຍາກ, ຫຍຸ້ງ­ຍາກ​ພິເສດ; ພັດທະນາ​ບັນ­ດາ​ໂຮງ­ຮຽນ​ກິນ­ນອນ​ມັດ­ທະ­ຍົມ​ຊົນ­ເຜົ່າ, ມັດ­ທະ­ຍົມ​ຊົນ­ເຜົ່າ​ເຄິ່ງ​ກິນ­ນອນ​ ດ້ວຍ​ຂະໜາດ​ທີ່​ເໝາະ​ສົມ; ປ່ຽນ­ແປງ​ໃໝ່ ແລະ ຍົກ​ສູງ​ປະ​ສິ​ທິ​ຜົນ​ວຽກ​ງານ​ກໍ່­ສ້າງ​ແບບ​ບົ່ງ​ຕົວ ​ຕິດ​ກັກ​ານ​ນຳ​ໃຊ້.

ນຳ​ເອົາ​ບັນ­ດາ​ເປົ້າ​ໝາຍ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ຫຼາຍ​ດ້ານ​ເຂົ້າ​ໃນ​ບັນ­ດາ​ໂຄງ­ການ, ແຜນການ​ພັດທະ­ນາ​ເສດ­ຖະ­ກິດ​ປະຈຳ​ປີ ແລະ ​ແຜນການ 5 ປີ​ ເພື່ອ​ປະ­ຕິ­ບັດ. ຮັບ­ປະ­ກັນ​ໃຫ້​ໄດ້​ຢ່າງ​ໜ້ອຍ 90% ຂອງຈຳ­ນວນ​ຄອບ­ຄົວ​ທີ່ຢູ່​ໃກ້​ຄວາມ­ທຸກ​ຍາກ​ ເຂົ້າ​ຮ່ວມການ​ປະ­ກັນ​ສຸ​ຂະ​ພາບ; 70% ຂອງ​ຈຳນວນ​ຕາ​ແສງ​ບັນລຸ​ໄດ້​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ສາ­ທາ­ລະ­ນະ​ສຸກ; ກວ່າ 90% ຂອງ​ຈຳນວນ​ສຸກ­ສາ­ລາ​ຂັ້ນ​ຕາ​ແສງ​ມີ​ເງື່ອນໄຂພຽງພໍ​ ເພື່ອ​ກວດ​ພະຍາດ, ປິ່ນ­ປົວພະ​ພາດ​ ຕາມ​ບັດປະ­ກັນ​​ສຸ­ຂະ­ພາບ; ດັດ­ແປງ​ໂຄງ​ປະກອບ​ການ​ລົງ­ທຶນ​ໃຫ້​ແກ່​ຂົງ​ເຂດ​ເບິ່ງ​ແຍງ​ດູ​ແລ​ສຸ­ຂະ­ພາບ ແລະ ນະໂຍບາຍ​ປະ­ກັນ​ໄພ​ສຸ­ຂະ­ພາບ ​ເພື່ອ​ຮັບ­ປະ­ກັນ​ເພີ່ມ​ໂອກາດ​ເຂົ້າ​ເຖິງ​​ການ​ບໍລິການ​ດ້ານ​ສາ­ທາ­ລະ­ນະ​ສຸກ, ​ເບິ່ງ​ແຍງດູ​ແລ​ສຸ​ຂະ​ພາບ​ໃຫ້​ຄົນ​ທຸກ​ຍາກ, ຄົນ​ທີ່​ເກືອບ​ຕົກທຸກ​ໄດ້​ຍາກ./.

​​ໂດຍ: ຟ້າ​ມທີ້ຫາຍ​ຈ່ວຽນ

ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ-ນັກຮົບຜູ້​ເສຍ​ອົງຄະ ​ແລະ ສັງຄົມ

-----------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 880 (ເດືອນ​ກຸມ­ພາ 2016).

(1) ມະ­ຕິ​ສະ­ບັບ​ເລກ​ທີ 30a/2008/NQ-CP ​ລົງ​ວັນ​ທີ 27-12-2008 ຂອງ​ລັດ­ຖະ­ບານ ​ວ່າ​ດ້ວຍການ​ຊ່ວຍ­ເຫຼືອ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໂດຍ​ໄວ ແລະ ຍືນ​ຍົງ ​ສຳ­ລັບ 61 ເມືອງ​ທຸກ​ຍາກ; ມະ­ຕິ​ສະ­ບັບ​ເລກ​ທີ 80/NQ-CP ລົງ​ວັນ​ທີ 19-5-2011 ຂອງ​ລັດ­ຖະ­ບານວ່າ​ດ້ວຍ​ການ​ກຳ­ນົດ​ທິດ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ແບບ​ຍືນ​ຍົງ ໄລ­ຍະປີ 2011 ຫາປີ 2020.

(2) ບັນ­ດາ​ໂຄງ­ການ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ​ໃຫ້​ແກ່ຄອບຄົວ​ທຸກ​ຍາກ: ໂຄງ­ການ​ໃຫ້​ກູ້​ຢືມ​​ເງິນເພື່ອ​ກໍ່­ສ້າງ​ເຮືອນ​ຢູ່​ຕາມ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 716/QĐ-TTg ລົງ​ວັນ​ທີ 14-6-2012 ຂອງ​ນາຍົກລັດຖະມົນຕີ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ທົດ​ລອງ​ວິທີ​ແກ້​ຊ່ວຍ­ເຫຼືອ​ຄອບ­ຄົວ​​ທຸກ​ຍາກ​ຍົກ​ສູງ​ເງື່ອນ­ໄຂ​ຄວາມ​ປອດ​ໄພ​ບ່ອນ­ຢູ່, ຮັບ​ມື​ກັບ​ການ​ນ້ຳ​ຖ້ວມຢູ່ເຂດ​ເໜືອ​ພາກ​ກາງ ແລະ ບັນ­ດາ​ແຂວງຝັ່ງ​ທະ­ເລ​ພາກ​ກາງ; ໂຄງ­ການ​​ໃຫ້ກູ້ຢືມ​ເງິນ​ ຕາມຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 15/2013/QĐ-TTg ລົງ​ວັນ​ທີ 23-2-2013 ຂອງ​ນາຍົກລັດ­ຖະມົນຕີ ​ກ່ຽວ​ກັບ​ການປ່ອຍ​ສິນ​ເຊື່ອ​​ໃຫ້​ຄອບ­ຄົວ​ທີ່​ຢູ່​ໃກ້​ຄວາມ­ທຸກ​ຍາກ; ໂຄງ­ການ​ໃຫ້​ກູ້​ຢືມ​ເງິນ ​ຕາມ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 2621/QĐ-TTg ລົງ​ວັນ​ທີ 31-12-2013 ຂອງນາຍົກ​ລັດ­ຖະມົນຕີ ກ່ຽວ​ກັບ​ການ​ປັບ­ປຸງ​ ເພີ່ມ​ເຕີ່ມລະ­ດັບ​ຊ່ວຍ­ເຫຼືອ​ຈຳ­ນວນ​ໜຶ່ງ​ໃຫ້­​ແກ່ການ​ຂະ­ຫຍາຍ​ການ​ຜະ­ລິດ ​ທີ່​ໄດ້​ກຳ­ນົດ​ໄວ້​ໃນມະ­ຕິ​ສະ­ບັບ​ເລກ​ທີ 30a/2008/NQ-CP ລົງ​ວັນ​ທີ 27-12-2008 ຂອງ​ລັດ­ຖະ­ບານ ​ກ່ຽວ​ກັບ​ໂຄງ​ການ​ຊ່ວຍ­ເຫຼືອ​ຫລຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໂດຍ​ໄວ ແລະ ຍືນ​ຍົງ ​ສຳລັບ​ເມືອງ​ທຸກ​ຍາກ 61 ເມືອງ; ໂຄງ­ການ​ໃຫ້​ກູ້​ຢືມ​ເງິນ ​ຕາມ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 48/2014/QĐ-TTg ລົງ​ວັນ​ທີ 28-8-2014 ຂອງ​ນາຍົກລັດ­ຖະມົນຕີນ ກ່ຽວ​ກັບ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ຄອບ­ຄົວ­ທຸກ​ຍາກ​ກໍ່­ສ້າງ​ເຮືອນ​ຢູ່ ເພື່ອກັນ ແລະ ຫຼີກ​ລ່ຽງລົມ​ພາ​ຍຸ, ນ້ຳ​ຖ້ວມ​ ຢູ່​ພາກ​ກາງ­ຂອງນາຍົກ​ລັດ­ຖະມົນຕີ; ໂຄງ­ການ​ໃຫ້​​ກູ້​ຢືມ​ເງິນ ​ຕາມ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 755/QĐ-TTg ລົງ​ວັນ​ທີ 20-5-2013 ຂອງນາຍົກ​ລັດ­ຖະມົນຕີ ​ກ່ຽວ​ກັບ​ການ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ຊົນ­ເຜົ່າ​ສ່ວນ​ໜ້ອຍ​ທີ່​ທຸກ​ຍາກ ແລະ ຄອບ­ຄົວ­ທຸກ​ຍາກ​ ຢູ່​ຕາ​ແສງ ບ້ານ​ທີ່ມີ​ຄວາມ​ຫຍຸງ​ຍາກ​ພິ­ເສດ​ກ່ຽວ​ກັບ​ດິນ​ຢູ່​ອາ­ໄສ, ດິນຜະ​ລິດ, ນ້ຳ​ສະ­ອາດ; ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 28/2015/QĐ-TTg ລົງ​ວັນ​ທີ 21-7-2015 ຂອງນາຍົກ​ລັດ­ຖະມົນຕີ ​ກ່ຽວ​ກັບ​ສິນ​ເຊື່ອ​ສຳ­ລັບ​ຄົນ​ທີ່​ຫາ­ກໍ່​ອອກ​ຈາກ​ຄວາມ­ທຸກ​ຍາກ.

(3) ຕາມລັດ​ຖະ​ດຳ­ລັດສະ­ບັບ​ເລກ​ທີ 49/2010/NĐ-CP ຂອງ​ລັດ​ຖ​ບານ ​ທີ່​ໄດ້​ປັບ­ປຸງ​ດ້ວຍ​ລັດ​ຖະ​ດຳ­ລັດສະ­ບັບ​ເລກ​ທີ 74/2013/NĐ-CP.

(4) ຕາມ​ຂໍ້​ຕົກ­ລົງສະ­ບັບ​ເລກ​ທີ 1529/QĐ-TTg ຂອງ​ນາ​ຍົກ​ລັດ­ຖະ­ມົນ­ຕີ.

(5) ກະ​ຕວງ​ຕາມ​ຂໍ້​ມູນ​ການ​ສຳ​ຫຼວດ​ລະ­ດັບ​ດຳ­ລົງ​ຊີ­ວິດ​ຄອບ​ຄົດ​ໃນ​ປີ 2014 ຂອງ​ກົມ​ໃຫຍ່​ສະ­ຖິ­ຕິ.