ວກ. - ວັນ​ທີ 4 ກຸມພາ 2016, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 12 ປະ​ເທດ, ປະ​ກອບ​ມີ ບຣູ​ໄນ, ການາດາ, ຊີ​ເລ, ສະຫະລັດ​ອາ​ເມຣິກາ, ມາ​ເລ​ເຊຍ, ​ເມັກ​ຊິກ, ຍີ່ປຸ່ນ, ນູ​ແວນ​ເຊ​ລັງ, ອົດ​ສະຕຣາລີ, ​ເປຣູ, ສິງກະ​ໂປ ​ແລະ ຫວຽດນາມ. ບັນດາ​ປະ​ເທດ​ເຂົ້າ​ຮ່ວມສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ໄດ້​ກວມ​ເອົາ 40% ຈີ​ດີ​ພີ​ຂອງ​ໂລກ ​ແລະ 30% ມູນ​ຄ່າ​ການ​ຄ້າ​ຂອງ​ທົ່ວ​​ໂລກ. ນີ້​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່ ​ແລະ ຄາດ​ຫວັງ​ວ່າ​ຈະ​ກາຍ​ເປັນ​ແບບຢ່າງ​ໃຫ້​ແກ່​ການ​ພັດທະນາ​ການ​ຄ້າຢູ່​ໃນ​ພູມິ​ພາກ ​ແລະ ​ໃນ​ໂລກ ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສູງ​ກວ່າ ​ໃນ​ສະພາບ​ການ​ກຳລັງ​ການ​ຜະລິດ​ຂະຫຍາຍຕົວ​ຢ່າງ​ໄວວາ​ທີ່​ສຸດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ. 

ອະດີດນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນເຕິນຢຸງ (ພາບ: VGP)

ການ​ທີ່​ຫວຽດນາມ​ເຊັນສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກນັ້ນ ບໍ່​ພຽງ​ແຕ່​ເປັນ​ໝາກຜົນ​ຂອງວິວັດ​ການ​ເຈລະຈາ​ຢ່າງທົນ​ທານ​ໜຽວ​ແໜ້ນ​ໃນ​ເວລາ 5 ປີ ດ້ວຍ​ຈິດ​ໃຈ​ທັງ​ຮ່ວມ​ມື, ທັງ​ຕໍ່ສູ້, ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຜົນສຳ​ເລັດ​ຂອງ​ວິວັດ​ການ​ປ່ຽນ​ແປງ​ໃໝ່​ໃນ 30 ທີ່​ຜ່ານ​ມາ, ​ໃນ​ນັ້ນ​ການ​ເຊື່ອມ​ໂຍງ​ສາກົນ​ເປັນ​ເນື້ອ​ໃນ​ສຳຄັນ​ໜຶ່ງ ​ເຊິ່ງນັບ​ມື້​ນັບ​ໄດ້​ຢັ້ງຢືນ​ຢ່າງ​ໜັກ​ແໜ້ນ ​ແລະ ​ໄດ້​ອະທິບາຍ​ຢ່າງ​ເລິກ​ເຊິ່ງ​ໃນ​ມະຕິ​ຕ່າງໆ​ຂອງ​ພັກ. ນີ້​ກໍ່​ແມ່ນ​ປະສົບ​ການ​ແຫ່ງ​ການ​ເຊື່ອມ​ໂຍງສາກົນ​ຂອງ​ຫວຽດນາມພາຍຫຼັງ​ທີ່​ໄດ້​ລົງ​ນາມ ​ແລະ ປະຕິບັດ​ສັນຍາການ​ຄ້າ​ຫວຽດນາມ - ສະຫະລັດ​ອາ​ເມຣິກາ, ​ເຂົ້າ​ຮ່ວມ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ, ບັນດາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ,... ​ເຊື່ອມ​ໂຍງ​ເສດ​ຖະກິດສາກົນ​ຍັງ​​ເປັນເນື້ອ​​ໃນທີ່ສຳຄັນ​ໜຶ່ງ ໃນລະບຽບກົດໝາຍ​ເສດຖະກິດຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ທີ່​ຫວຽດນາມ​ພວມ​ກໍ່ສ້າງ. 

I- ປະຕິບັດ​ແຜນ​ນະ​ໂຍບາຍ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ແລະ XI ​ໄດ້​ເຫັນ​ດີ​ນຳ​ຄວາມ​ສະ​ເໜີ​ຂອງ​ລັດຖະບານ​ ກ່ຽວ​ກັບ​ການ​ເຈລະຈາ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ​ໃໝ່​ຈຳນວນ​ໜຶ່ງ. ນີ້​ແມ່ນ​ບັນດາ​ສັນຍາ​ທີ່​ມີ​ລະດັບຕົກລົງ​ເປີດ​ປະຕູ​ຕະຫຼາດ​ສູງ​ກວ່າ ທຽບກັບຄວາມ​ຕົກລົງ​ໃນ​ອົງການ​ການ​ຄ້າ​ໂລກ ​ແລະ ​ໃນ​ບັນດາສັນຍາ​ການ​ຄ້າ​ເສລີທີ່​ໄດ້​ລົງ​ນາມ​ກ່ອນ​ໜ້າ​ນີ້. ພິ​ເສດ, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ແລະ ສັນຍາ​ການ​ຄ້າ​ເສລີກັບ ອີ​ຢູ ​ແມ່ນ​ບັນດາ​ສັນຍາທີ່​ຮອບດ້ານ, ຜົນ​ປະ​ໂຫຍ​ດສົມ​ສ່ວນກັນ, ດ້ວຍ​ຂໍ້​ກຳນົດ​ເປີດ​ປະຕູ​ຕະຫຼາດ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ນັບ​ທັງ​ການ​ຄ້າ​ສິນຄ້າ, ການ​ບໍລິການ, ການ​ລົງທຶນ, ການປົກ​ປ້ອງສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ ​ແລະ ຂໍ້​ຕົກລົງຕ່າງໆ​ກ່ຽວ​ກັບ​ລະບຽບ​ກົດໝາຍ​ຕະຫຼາດ, ວິ​ສາ​ຫະກິດ​ແຫ່ງ​ລັດ, ການຈັດ​ຊື້​ພາກ​ລັດ,... ​ແນ​ໃສ່​ສ້າງ​ໃຫ້​ມີ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດທີ່​ໂປ່​ງ​ໃສ ​ແລະ​ແຂ່ງຂັນ​ຍຸດຕິ​ມຳ. ສັນຍາ​ເຫຼົ່າ​ນີ້​ຍັງ​ກວມ​ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ບໍ່​ແມ່ນ​ການ​ຄ້າ​ໂດຍ​ກົງ ​ແຕ່​ພົວພັນ​ກັບ​ການ​ຄ້າ, ຄື​ສິ່ງ​ແວດ​ລ້ອມ ​ແລະ ​ແຮງ​ງານ. ດ້ວຍ​ບັນດາ​ເນື້ອ​ໃນຕົ້ນຕໍ​ເທິງ​ນີ້, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ພ້ອມ​ກັບສັນຍາ​ການ​ຄ້າ​ເສລີ ຫວຽດນາມ-ອີ​ຢູ ຖືກ​ຖື​ວ່າ​ເປັນສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່. 

ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ເປັນ​ສັນຍາ​ທີ່​ເຂົ້າ​ເຖິງ​ຕະຫຼາດ​ຢ່າງຮອບດ້ານ, ຮັບປະກັນ​ການ​ເຄື່ອນ​ຍ້າຍ​ຢ່າງ​ເສລີ​ໃນ​ລະດັບ​ສູງ ຂອງ​ສິນຄ້າ, ການ​ບໍລິການ, ທຶນ ​ແລະ ​ເຕັກ​ໂນ​ໂລຊີ ​ໂດຍ​ຜ່ານການ​ປະຕິບັດຂໍ້​ຕົກລົງຍົກ​ເລີກ​ພາສີ​ຂາ​ອອກຂາ​ເຂົ້າ ​ແລະ ຮົ້ວ​ກີດ​ກັ້ນ​ຕ່າງ​ທີ່ໄຮ້​ພາ​ສີ; ສ້າງ​ຕັ້ງສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ທີ່​ສະ​ເໝີ​ພາບ, ບໍ່​ຈຳ​ແນ​ກປະພຶດ; ອຳນວຍ​ຄວາມ​ສະດວກ​ໃຫ້ການ​ຄ້າ ​ແລະ​ການ​ລົງທຶນ, ຜ່ານ​ນັ້ນ ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ການ​ຜະລິດ, ທຸລະ​ກິດ, ຜູ້​ອອກ​ແຮງ​ງານ ກໍ່​ຄື​ຜູ້​ບໍລິ​ໂພ​ກ. 

ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກຈະ​ຊຸກຍູ້​ການ​ກໍ່​ຮ່າງ​ສ້າງ​ຮູບ​ເປັນຕາ​ໜ່າງການ​ຜະລິດ ​ແລະ ພວງ​ພະນັງ​ການ​ສະໜອງ​ໃໝ່​ໃນ​ຕະຫຼາດ 12 ປະ​ເທດ​ສະມາຊິກ; ສ້າງ​ເງື່ອ​ນໄຂ​ເພື່ອ​ຂະຫຍາຍ​ການ​ຄ້າ​ພາຍ​ໃນ​ກຸ່ມ​ຢ່າງ​ແຮງ; ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ, ຊຸກຍູ້​ການ​ເຕີບ​ໂຕ, ຊ່ວຍ​ໜູນ​ໃຫ້​ເປົ້າ​ໝາຍ​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍຮັບ​ລາຍ​ໄດ້ ​ແລະ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ປະກອບສ່ວນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນລະບົບ​ເສດຖະກິດ​ປັດຈຸບັນ, ສົ່ງ​ເສີມ​ການ​ປ່ຽນ​ແປງ​ໃໝ່ ການປະດິດ​ສ້າງ, ພັດທະນາ​ເສດຖະກິດ​ດິຈິ​ຕອນ, ກໍ່ສ້າງ​ນະ​ໂຍບາຍ​ແຂ່ງຂັນ ​ແລະ ຫຼັກການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ແຫ່ງ​ລັດ ກໍ່​ຄື​ປົກ​ປັກ​ຮັກສາ​ບັນດາ​ສິດທິ​ພື້ນຖານ​ຂອງ​ຜູ້​ອອກ​ແຮງ​ງານ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ສັນຍາ​ຍັງ​ມີ​ບັນດາຂໍ້​ກຳນົດ​ຮັບປະກັນ​ໂອກາດ​ເພື່ອ​ໃຫ້​​ບັນດາ​ປະ​ເທດ​ສະມາຊິກ​ທີ່​ມີ​ລະດັບ​ພັດທະນາ​ຕ່າງ​ກັນ ​ແລະ ວິ​ສາ​ຫະກິ​ຂະໜາດ​​ໃຫຍ່​ນ້ອຍ​ທຸກ​ວິ​ສາ​ຫະກິດ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ; ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາ​ດກາງ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ສວຍ​ໃຊ້​​ໂອກາດ​ເ​ພື່ອພັດທະນາ. ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ກໍ່​ປະກອບ​ດ້ວຍ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການຊ່ວຍ​ເຫຼືອ​ດ້ານເຕັກນິກ, ຍົກ​ສູງ​ຄວາມ​ສາມາດ ​ແລະ ຄວາມ​ໄຫວ​ພິບ​ທາງ​ດ້ານ​ການ​ປະຕິບັດ, ສອດຄ່ອງ​ກັບ​ຄວາມ​ແຕກ​ຕ່າງ​ດ້ານ​ລະດັບ​ການ​ພັດທະນາ ​ເພື່ອ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ມີ​ຄວາມ​ສາມາດປະຕິບັດຂໍ້​ຕົກລົງ​ໄດ້ ​ແລະ ສວຍ​ໃຊ້ສຸດຂີດຜົນ​ປະ​ໂຫຍ​ດຂອງ​ສັນຍາ; ພ້ອມ​ກັນ​ນັ້ນ, ກໍ່​ກຳນົດ​ກົນ​ໄກ​ຕິດຕາມ​ກວດກາ​ການ​ປະຕິບັດ ​ແລະ ຂໍ້​ກຳນົດ​ການ​ແກ້​ໄຂ ລົງ​ໂທດ​ຕໍ່​ກັບ​ການລະ​ເມີດ​ສັນຍາ. 

ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ເຄົາລົບ​ລະບອບ​ການ​ເມືອງ​ຂອງ​ແຕ່ລະ​ປະ​ເທດ; ຮັບ​ຮູ້​ຄວາມ​ຕ້ອງການ​ຕ້ອງ​ປະຕິບັດ​ຕາມ​ກົດໝາຍ​ແຫ່ງ​ຊາດ, ສອດຄ່ອງ​ກັບ​ສັນຍາ​ສາກົນ ​ແລະ ບໍ່​ປະກອບ​ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວ​ພັນ​ເຖິງ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ. ​ເຂົາ​ເຈົ້າ​ກໍ່​ຫວັງ​ວ່າ​ສັນຍາ​ຈະສ້າງ​ຕັ້ງ​ຮາກ​ຖານ​ໃໝ່​ໃຫ້​ແກ່​ການ​ເຊື່ອ​ມໂຍງ​ເສດຖະກິດ​ພູມິ​ພາກ ​ແລະ ສ້າງ​ໂອກາດ​ໃຫ້​ບັນດາ​ປະ​ເທດ​ອື່ນ​ຢູ່​ໃນຂອບ​ອາຊີ-ປາຊີ​ຟິກ ​ເຂົ້າ​ຮ່ວມ​ນຳ. 

​ໃນ​ເງື່ອນ​ໄຂ​ລະດັບ​ການ​ພັດ​ທະນະ​ເສດຖະກິດ​ຍັງຕ່ຳ ​ແລະ​ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງນັ້ນ ການ​​ເປັນ​ເຈົ້າ​ການ​ຕົກລົງເຂົ້າ​ຮ່ວມບັນດາສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່, ພິ​ເສດ​ແມ່ນສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ດ້ວຍ​ຈິດໃຈ​ກຽ​ມພ້​ອມ​ແຂ່ງ​ຂັນ, ຕັ້ງໜ້າ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ໂອກາດ​ເພື່ອ​ບືນ​ຕົວ​ຂຶ້ນ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນ​ທ່ຽງ, ສະ​ແດງ​​ເຖິງຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດ​ດ້ານການ​ເມືອງ, ຈິນຕະນາການ​ຫຼັກ​ແຫຼມ ​ແລະ ສາຍຕາ​ຍຸກ​ສະ​ໄໝ​ຂອງ​ພັກ ​ແລະ ລັດ. ນີ້​ຍັງ​ເປັນ​ການ​ຢັ້ງຢືນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເຈດ​ຈຳນົງ, ຄວາມ​ສາມາດ ​ແລະ ກຳລັງ​ແຮງ​ຂອງ​ຄົນ​ຫວຽດນາມ, ຂອງ​ຊາດ​ຫວຽດນາມ. 

II- ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ພ້ອມ​ກັບສັນຍາ​ການ​ຄ້າ​ເສລີຫວຽດນາມ-ອີ​ຢູ ຈະ​ນຳ​ເອົາ​ໂອກາດ​ອັນ​ສະດວກ​ດີ​ມາ​ໃຫ້​ຫວຽດນາມ ​ແຕ່​ຫວຽດນາມກໍ່ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ. 

ບັນດາ​ສັນຍາ​ນີ້​ຈະ​ສ້າງ​ກຳລັງ​ແຮງ​ໃໝ່​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ - ສັງຄົມ, ພິ​ເສດ​ແມ່ນ​ໃນ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ຊຸກຍູ້​ການ​ສົ່ງ​ອອກ ກັບ​ບັນດາ​ລະບົບ​ເສດຖະກິດ​ໃຫຍ່​ໃນ​ໂລກ, ​ໃນ​ນັ້ນ​ມີ ອີ​ຢູ 28 ປະ​ເທດທີ່​ມີ ຈີ​ດີ​ພີ ກວ່າ 18 ພັນ​ຕື້​ໂດ​ລາ​ສະຫະລັດ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ເຊິ່ງປັດຈຸບັນ​ມີ 12 ປະ​ເທດ​ສະມາຊິກ ດ້ວຍ​ຈຳນວນ​ຈີ​ດີ​ພີ ກວ່າ 20 ພັນ​ຕື້​ໂດ​ລາ​ສະຫະລັດ. ນີ້​ແມ່ນ​ບັນດາ​ພູມິ​ພາກ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ກົກ​ເຄົ້າ, ​ເປັນ​ຕະຫຼາດ​ສົ່ງ​ອອກ ​ແລະ ​ແຫຼ່ງດຶງ​ດູດ​ເງິນ​ລົງທຶນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ. ຖ້າ​ຫາກ​ຄິດ​ເຖິງຜົນ​ກາ​ທົບ​ສະທ້ອນ​ຂອງ​ບັນດາ​ສັນຍານີ້​ ກັບ​ບັນດາສັນຍາ​ການ​ຄ້າ​ເສລີທີ່​ໄດ້​ລົງ​ນາມ ຫຼື​ກຳລັງ​ເຈລະຈາ ​ແມ່ນ​ຍັງ​ມີ​ໂອກາດ​ຫຼາຍ​ກວ່າ​ອີກ ຍ້ອນ​ຫວຽດນາມຈະ​ມີ​ກາ​ນພົວພັນ​ການ​ຄ້າ​ເສລີ​ກັບ 55 ປະ​ເທດ, ​ໃນ​ນັ້ນ​ມີ 15 ປະ​ເທດ​ຢູ່​ໃນ​ກຸ່ມ ຈີ 20. 

ການ​ສົ່ງ​ອອກ ​ແລະ ການລົງທຶນ​ມີ​ບົດບາດ​ຕັດສິນ​ຕໍ່ການ​ເຕີບ​ໂຕ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ໃນ​ເງື່ອນ​ໄຂ​ລາຍ​ຮັບ​ສະ​ເຫຼ່ຍຕໍ່​ຫົວ​ຄົນ ​ແລະ ການ​ຊົມ​ໃຊ້​ບໍລິ​ໂພ​ກພາຍ​ໃນ​ຂອງ​ຫວຽດນາມ​ຍັງ​ຕ່ຳ. ​ເພີ່ມ​ມາດຕາ​ຖ່ວງ​ສົ່ງ​ອອກ-ນຳ​ເຂົ້າ​ກັບ​ບັນດາ​ຕະຫຼາດ​​ເຫຼົ່ານີ້​ກໍ່​ຈະເຮັດ​ໃຫ້​ຄວາມ​ພົວພັນ​ການ​ຄ້າ​ກັບປະ​ເທດ​ເຫຼົ່າ​ນີ້​ມີ​ຄວາມສົມ​ດຸນ​. ຂໍ້​ຜູກ​ພັນ​ຕ່າງໆ​ໃນ​ບັນດາ​ສັນຍາ​ເປັນ​ບັນດາ​ຂອບ, ມາດຕະຖານ​ເພື່ອ​ປະກອບສ່ວນ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ທັນ​ສະ​​ໄໝ ​ແລະ ຊຸກຍູ້​ການຈັດ​ວາງ​​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່, ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ. ​ເຂົ້າ​ຮ່ວມ​ສັນຍາ​ເຫຼົ່າ​ນີ້​ຍັງ​ເປັນ​ບາດກ້າວ​ໃໝ່ໜຶ່ງ​ໃນ​ການ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ພົວພັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ​ຫຼາຍ​ຮູບ​ແບບ, ຍົກ​ສູງ​ບົດບາດ​ຖານະ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ, ​ເປັນ​ຕົ້ນ​ແມ່ນ​ຢູ່​ພູມິ​ພາກ​ທີ່ພວມ​ເກີດ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ທີ່ນັບ​ມື້​ນັບ​ເຄັ່ງຮ້ອນ​ແຫ່ງ​ນີ້. 

ພ້ອມ​ກັນ​ກັບ​ບັນດາ​ໂອກາດ​ອັນ​ສະດວກ​ດີ, ບັນດາ​ສັນຍາ​ເຫຼົ່າ​ນີ້​ກໍ່​​ພາ​ໃຫ້​ເກີດ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ. ນັ້ນ​ຄື, ການ​ແຂ່ງຂັນ​ຈະ​​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ​ ຢູ່​ຕະຫຼາດ​ລະຫວ່າງ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ສັນຍາ ​ແລະ ຢູ່​ກະ​ໂຕ​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ໃນ​ທັງ​ສາມ​ລະດັບ: ຜະລິດ​ຕະພັນ, ວິ​ສາ​ຫະກິດ ​ແລະ ລະດັບ​ຊາດ - ພິ​ເສດ​ແມ່ນ​ ແຂ່ງຂັນ​ທາງ​ດ້ານ​ຄຸນ​ນະພາ​ບລະບຽບ​ກົດໝາຍ ​ແລະ ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ. ຕໍ່ໜ້າ​ແຮງ​ໜີບ​ຂອງ​ການ​ແຂ່ງຂັນ, ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ພາຍຫຼັງ​​ໄລຍະ​ການ​ຫັນປ່ຽນ, ຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່ ຖ້າ​ຫາກບືນ​ຕົວ​ຂຶ້ນ​ບໍ່​ໄດ້ ກໍ່​ອາດ​ຈະ​ຕ້ອງ​ຍຸບ​ເລີກ ຫຼື​ລົ້ມ​ລະລາຍ, ຜູ້​ອອກ​ແຮງ​ງານ​ພາກສ່ວນ​ໜຶ່ງ​ຈະ​ບໍ່​ມີ​ວຽກ​ເຮັດ​ງານ​ມຳ; ຂົງ​ເຂດ​ກະສິກຳ ​ແລະ ຊາວ​ກະສິກອນ​ຖືກ​ເສຍ​ປຽບ ​ເສຍ​ຫາຍ​ງ່າ​ຍ; ຄວາມ​ແຕກ​ໂຕນ​ຮັ່ງມີ​ທຸກ​ຍາກຈະ​ຍະ​ອອກ​ແຕກ​ຕ່າງ​ກັນ​ກວ່າ​ອີກ ຖ້າ​ຫາກພວກ​ເຮົາ​ປະຕິບັດ​​ຍຸດ​ທະ​ສາດ​ພັດທະນາ​ໄວ ໝັ້ນຄົງ ​ແລະ ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນໄດ້​ຊົມ​ໃຊ້​ໝາກຜົນ​ຂອງ​ການ​ເຕີບ​ໂຕ ບໍ່​ສຳ​ເລັດຜົນ. ສິ່ງ​ທ້າທາຍ​ໃນ​ການ​ປະຕິບັດ​ກໍ່​ຫຼາຍ, ນັບ​ແຕ່​ການ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ ​ເຖິງ​ການ​ບຳລຸງ​ສ້າງ​ແຫຼ່ງບຸກຄະລາ​ກອນ, ຍົກ​ສູງ​ລະດັບ​ຄວາມ​ສາມາດ​ຂອງ​ພະນັກງານ, ລັດຖະກອນ, ຜູ້​ຊ່ຽວຊານ​ດ້ານ​ເຕັກນິກ ​ແລະ ກົດໝາຍ. ​ເນື້ອ​ໃນ​ກ່ຽວ​ກັບ​ແຮງ​ງານ ​- ກຳມະບານ ກໍ່​ມີ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​​ ໃນ​ການ​ເຄື່ອນ​ໄຫວ​ຂອງ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ແລະ ລະບົບ​ການ​ເມືອງ​ທັງ​ໝົດ​ຂອງ​ປະ​​ເທດ​ເຮົາ. 

ຕ້ອງ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ​ໂອກາດ​ແລະຄວາມ​ສະດວກ​ ບໍ່ອາດ​ຫັນປ່ຽນ​ດ້ວຍ​ຕົນ​ເອງ​ເປັນ​ກຳລັງ​ແຮງ​ເສດຖະກິດ, ​ເປັນ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ໄດ້ ຫາກ​ຕ້ອງ​ຜ່ານ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ເຄື່ອນ​ໄຫວ​ມຸ່ງ​ໃສ່​ເປົ້າ​ໝາຍ ຂອງ​ບັນດາ​ເຈົ້າພາບ - ລັດ, ປະຊາຊົນ ​ແລະ ວິ​ສາ​ຫະກິດ. ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ຈະ​ເປັນ​ແຮງ​ໜີບທີ່​ແຮງ​ພໍ​ຄວນ ​ແຕ່​​ຜົນ​ກະທົບ​ຂອງ​ມັນ​ເຖິງລະດັບ​ໃດ​ນັ້ນ ​ແມ່ນ​ຂຶ້ນ​ກັບ​ຄວາມ​ສາມາດຮັບ​ມື​ຂອງ​ແຕ່ລະ​ເຈົ້າພາບ. ຖ້າ​ຫາກ​ສວຍ​ໃຊ້​ໂອກາດ ຄວາມ​ສະດວກ​ໄດ້ດີ ກໍ່​ຈະຍູ້​ຖອຍ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ໄດ້ ​ແລະ ສ້າງ​ໂອກາດ ຄວາມ​ສະດວກ​ໃໝ່​ທີ່​ໃຫຍ່​ກວ່າ; ກົງ​ຂ້າມ ສິ່ງ​ທ້າ​ທາຍ ຄວາມ​ຫຍຸ້ງຍາກຈະ​ບັງ​ບຽດ, ​ເຈົ້າພາບ​ຈະ​ຖືກ​ເສຍ​ຫາຍ ​ແລະ ​ແກ້​​ໄຂຍາກ​ທີ່​ສຸດ. ສິ່ງ​ທີ່​ຄວນ​ເນັ້ນ​ໜັກ​ແມ່ນ, ​ໃນ​ບັນດາສັນຍາ​ການ​ຄ້າ​ເສລີ, ​ໂອກາດ​ຍາມ​ໃດ​ກໍ່​ໄປ​ຄຽງ​ຄູ່​ກັບ​ສິ່​ງທ້າ​ທາຍ ​ແລະ ​ໃນ​ສິ່​ງທ້າ​ທາຍຍາມ​​ໃດກໍ່ມີ​ໂອກາດ​ຊ້ອນ​ແຝງຢູ່​ນຳ - ນີ້​ກໍ່​ແມ່ນ​ສັດຈະ​ວິພາກ​ຂອງ​ວິວັດ​ການ​ພັດທະນາ. 

III- ​ໃນ​ສະພາບ​ການ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ສາກົ​ນນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ, ດ້ວຍ​ການ​ກໍ່​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ການ​ເຂົ້າ​ຮ່ວມ​ບັນດາສັນຍາ​ການ​ຄ້າ​ເສລີ​, ​ເປັນ​ຕົ້ນ​ແມ່ນ​ ບັນດາສັນຍາ​ການ​ຄ້າ​ເສລີຮຸ່ນໃໝ່ - ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ແລະ ສັນຍາ​ການ​ຄ້າ​ເສລີກັບ ອີ​ຢູ; ​ແລະ​ໃນ​ເງື່ອນ​ໄຂ​ເຕັກ​ໂນ​ໂລ​ຊີ​ສື່ສານ, ອິນ​ເຕີ​ເນັດ​ຂະຫຍາຍຕົວ​ແບບ​ກ້າວ​ກະ​ໂດດ, ບັນດາ​ການ​ແລກປ່ຽນ​ຂ້າມ​ຊາຍ​ແດນ​ນັບ​ມື້​ນັບກວມ​ເອົາ​ມາດຕາ​ຖ່ວງ​ສູງ​ໃນ​ການ​ຄ້າ ການ​ບໍລິການ​ຂອງ​ໂລກ; ດ້ວຍ​ຄວາມ​ກ້າວໜ້າ​ໃນ​ການຂົນ​ສົ່ງຕໍ່​ເນື່ອງ​ຫຼາຍ​ຮູບ​ແບບ ​ແລະ ການ​ບໍລິການໂລ​ຈິສະຕິກ, ​ເກືອບ​ຄື​ວ່າ ​ເສັ້ນ​ຂີດ​ຂັ້ນ​ລະຫວ່າງ​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ຕະຫຼາດ​ພາຍ​ນອກ ຖືກ​ລຶບລ້າງ. ຜົນ​ທີ່​ຕາມ​ມາ​ຄື, ບັນດາ​ຕົວ​ແບບ​ຫັນ​ເປັນ​ອຸດສາຫະກຳ​ປ່ຽນ​ແທນ​ການ​ນຳ​ເຂົ້າ ຫຼື​ຫັນ​ສູ່​ການ​ສົ່ງ​ອອກ ບໍ່​ມີ​ຄວາມ​ໝາຍ​ດັ້ງ​ເດີມ​ຂອງ​ມັນອີກ. ຫຼາຍ​ປະ​ເທດ​ໄດ້​ຫັນ​ມາສູ່​ຕົວ​ແບບ​ຂະຫຍາຍ​ອຸດສາຫະກຳ​ອີງ​ໃສ່​ກຳລັງ​ແຮງ​ແຂ່ງຂັນ, ຂຸດ​ຄົ້ນ ​ແລະ ສ້າງ​ທ່າ​ດີ​ປຽບທຽບ, ຫັນ​ທ່າ​ດີ​ປຽບທຽບ​ເປັນ​ທ່າ​ດີ​ໃນ​ການ​ແຂ່ງຂັນ, ​ເຂົ້າ​ຮ່ວມ​ໃນ​ຕາໜ່າງການ​ຜະລິດ ​​ແລະ ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ; ພ້ອມ​ກັນ​ນັ້ນ ​ກໍ່​ສູ້​ຊົນ​ເພື່ອ​ກຳ​ເອົາ​ບັນດາ​ຂອດ​ທີ່​ມີ​ຄຸນຄ່າ​​ເພີ່ມສູງ ​ໃນ​ພວງ​ພະນັງ​ຄຸນຄ່າ​ນັ້ນ. 

​ເພື່ອ​ສວຍ​ໃຊ້​ໂອກາດ ຄວາມ​ສະດວກ ​ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ປັດຈຸບັນ​ແມ່ນ ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງລະບົບ​ເສດຖະກິດ​ທັງ​ໝົດ. ​ໃນ​ນັ້ນ, ຕ້ອງ​ກຳນົດ​ແຈ້ງ​ບົດບາດ ​ແລະ ການ​ກະທຳ​ຂອງບັນດາ​ເຈົ້າພາບ​ໃນ​ການ​ປະຕິບັດ​ໜ້າ​ທີ່​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ນີ້. 

ວິ​ສາ​ຫະກິດ​ເປັນ​ເຈົ້າພາບ​ຕັດສິນ​ກຳລັງແຂ່ງຂັນ​ລະດັບ​ຈຸນລະພາກ, ສ່ອງ​ແສງ​ກຳລັງ​ແຮງ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​​ເສດຖະກິດ​ແຫ່ງ​ຊາດ. ວິ​ສາ​ຫະກິດ​ຕ້ອງ​ກ້າ​ແຂ່ງຂັນ ​ແລະ ຕ້ອງ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ໃນ​ການ​ປະຕິບັດ​ວິທີ​ແກ້​ຕ່າງໆ​ຢ່າງ​ຄົບຊຸດ ຂຸ້ນຂ້ຽວ ​ເພື່ອ​ຍົກ​ສູງ​ກຳລັງ​ແຂ່ງຂັນຂອງ​ສິນຄ້າ ການ​ບໍລິການ​ທີ່​ຕົນ​ປ້ອນ​ໃຫ້​ຕະຫຼາດ, ດ້ວຍ​ຈິນຕະນາການບໍ່​ຢຸດ​ຢູ່​ທີ່​ຕະຫຼາດ​ພາຍ​ໃນ​ປະ​ເທດ ຫາກຍັງ​ຕ້ອງ​ຂະຫຍາຍ​ອອກ​ສູ່​ຕະຫຼາດ​ພູມິ​ພາກ ​ແລະ ຕະຫຼາດ​ໂລກ. ​ເຖິງ​ຢ່າ​ນັ້ນ​ກໍ​ຕາມ, ວິ​ສາ​ຫະກິດ​ກໍ່​ບໍ່​ອາດ​ຕັດສິນ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ຕົນ​ເອງ​ໄດ້. ວິ​ສາ​ຫະກິດ​ຕ້ອງ​ເຄື່ອນ​ໄຫວ​ໃນ​ກອບ​ລະບຽບ​ກົດໝາຍ ​ແລະ ສິ່ງ​ແວດ​ລ້ອນ​ແຫ່ງການ​ທຸລະ​ກິດ​ທີ່​ແນ່ນອນ. 

ການ​ຄົ້ນ​ຄວ້າ ​ແລະ ສະພາບ​ຄວາມ​ເປັນ​ຈິງຢູ່​ຫຼາຍ​ປະ​ເທດ​ລ້ວນ​ແຕ່ຢັ້ງຢືນ​ວ່າ, ລະບຽບ​ກົດໝາຍ​ຄຸ້ມ​ຄອງ​ບໍລິຫານ​ປະ​ເທດ​ ​ເປັນ​ປັດ​ໃຈຕັດສິນ​ຕົ້ນຕໍ​ເຖິງ​ກຳລັງ​ແຂ່ງຂັນມະຫາ​ພາກ ​ແລະ ການ​ພັດທະນາ​ຂອງ​ເສດຖະກິດ​ແຫ່ງ​ຊາດ. ຂະຫຍາຍ​ຕົວ​ໄວ​ແລະ​ໝັ້ນ​ທ່ຽງ ຫຼື​ຊັກ​ຊ້າຖອຍຫຼັງ ຕົ້ນຕໍ​ແມ່ນ​ຍ້ອນ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ. ລະບຽບ​ກົດໝາຍດີ, ຮັບປະກັນ​ລັດ​ແຫ່ງ​ອຳນາດ​ກົດໝາຍ, ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ ​ແລະ ສອດຄ່ອງ​ກັບ​ເສດຖະກິດ​ຕະຫຼາດທັນ​ສະ​ໄໝ ຈະ​ລະດົມ​ຂຸດ​ຄົ້ນ​ໄດ້​​ກຳລັງ​ແຮງ​ສັງ​ລວມ ​ແລະ ບັນດາ​ແຫຼ່ງພະລັງ​ ໃຫ້​ແກ່​ການ​ພັດທະນາ. ດັ່ງ​ນັ້ນ, ລະບຽບ​ກົດໝາຍ​ມີ​ບົດບາດ​ຕັດສິນ​ຕໍ່​ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ວິ​ສາ​ຫະກິດ. 

​ເພື່ອ​ສ້າງ​ໃຫ້​ມີລະບຽບ​ກົດໝາຍດີ ມີ​ຄຸນະພາບ​ສູງ, ຕ້ອງ​ກຳນົດ​ຢ່າງ​ຖືກຕ້ອງ​ສາຍ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ, ວິ​ສາ​ຫະກິດ ​ແລະ ສັງ​ຄົມ. ລັດ​ຕ້ອງ​ປະຕິບັດ​ພາລະ​ບົດບາດ​ສະຖາປະນາ ​ພັດທະນາ​ໃຫ້​ໄດ້ເປັນ​ຢ່າງ​ດີ, ​ເປັນ​ຕົ້ນ​ແມ່ນ​ ຮັກສາ​​​ໃຫ້​ເສດຖະກິດ​ມະຫາ​ພາກມີສະຖຽນ​ລະ​ພາບ; ກໍ່ສ້າງ​ລະບົບ​ກົດໝາຍ, ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ ​ແລະ ຈັດ​ຕັ້ງ​ກົງຈັກ​ຄຸ້ມ​ຄອງ ​ເພື່ອ​ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດທີ່ລຸ​ລ່ວງ ​ໂປ່​ງໃສ, ຮັບປະກັນ​ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ ​ແລະ ​ແຂ່ງຂັນ​ຢ່າງ​ຍຸຕິ​ທຳ; ນຳ​ໃຊ້​ແຫຼ່ງພະລັງ​ຂອງ​ພັກ, ບັນດາ​ນະ​ໂຍບາຍ ​ແລະ ​ເຄື່ອງມື​ດັດສົມ ​ເພື່ອພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຍຸຕິ​ທຳທາງສັງຄົມ, ຮັບປະກັນສະວັດດີການສັງຄົມ, ຍົກສູງສະວັດດີການສັງຄົມແລະຊີວິດ​ຄວາມ​ເປັນຢູ່​ຂອງ​ປະຊາຊົນ; ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຮັບປະກັນ​ບັນດາ​ການ​ບໍລິການ​ທີ່​ຈຳ​ເປັນ, ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນ​ຖານ​ເສດຖະກິດ - ສັງຄົມ, ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ ​ແລະ ​ເພີ່ມ​ທະວີ​ກຳລັງ​ປ້​ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະຄວາມ​ປອດ​ໄພ​ທາງ​ສັງຄົມ. 

ຕະຫຼາດ​ເປັນຜູ້​ຕັດສິນ​ຕົກລົງ​ການ​ລະດົມ ​ແຈກ​ຢາຍ ​ແລະ ນຳ​ໃຊ້​ແຫຼ່ງພະລັງ​ຢ່າງ​ມີ​ປະສິທິຜົນ. ວິ​ສາ​ຫະກິດຕັດສິນ​ດ້ວຍ​ຕົນ​ເອງ​ການ​ທຸລະ​ກິດ​ໃນ​ບັນດາ​ຂົງ​ເຂດ​ທີ່​ກົດໝາຍ​ບໍ່​ຫ້າມ, ພ້ອມ​ກັນ​ນັ້ນ ​ກໍ່​ຕ້ອງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ສັງຄົມ ​ແລະ ວັດທະນະທຳ​ທຸລະ​ກິດ. ສັງຄົມ - ​ໂດຍ​ຜ່ານ​ປະຊາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ບັນດາ​ສະມາຄົມ​ອາຊີບທີ່​ຕາງໜ້າ​ໃຫ້​ແກ່​ຕົນ ​ແລະ ບັນດາ​ຜູ້​ຊ່ຽວຊານ, ບັນດາ​ນັກ​ຄົ້ນຄວ້າ​ເອກະລາດ ປະກອບສ່ວນ​ກໍ່ສ້າງ, ວິຈານ ​ແລະ ຕິດຕາມ​ກວດກາ​ ການ​ປະຕິບັດ​ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ຈຳກັດ​ຂໍ້​ບົກພ່ອງ​ຕ່າງໆ​ຂອງ​ຕະຫຼາດ ​ແລະ ຂອງ​ລັດ. 

ບົນ​ພື້ນຖານ​ຮັບ​ຮູ້​ບັນດາ​ສາຍ​ພົວພັນ​ເທິງ​ນີ້​ຢ່າງ​ຖືກຕ້ອງ, ຫວຽດນາມ​ຕ້ອງ​ຮີບສືບ​ຕໍ່​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ລະບົບ​ກົດໝາຍ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເສດຖະກິດ​ຕະຫຼາດ​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ສາ​ກົນ ​ແລະ ຂໍ້​ຕົກລົງ​​ໃນ​ສັນຍາ​ການ​ຄ້າ​ເສລີຕ່າງໆ, ​ເປັນ​ຕົ້ນ​ແມ່​ນ ບັນດາສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່ ດ້ວຍ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ຮອບດ້ານ ຄົບ​ຊຸດ ທັງ​ເສດຖະກິດ​ແລະສັງຄົມ. ສຸມ​ຄວາມ​ມານະ​ພະຍາຍາມ​ທຸກ​ຢ່າງ​ເພື່ອກໍ່ສ້າງ ປັບ​ປຸງບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ ​ແລະ ​ນັບຖື​ກົດໝາຍ. ພົນລະ​ເມືອງ​ໄດ້​ເຮັດ​ສິ່ງ​ຕ່າງໆ​ທີ່​ກົດໝາຍ​ບໍ່​ຫ້າມ. ພະນັກງານ ຂ້າ​ລັດ​ຖະ​ການ​ພຽງ​ແຕ່​ໄດ້​ເຮັດ ​ແລະ ຕ້ອງ​ເຮັດ​ວຽກ​ຕ່າງໆ​ ຕາມ​ການກຳນົດຂອງ​ກົດໝາຍ. 

ສືບ​ຕໍ່​ປະຕິ​ຮູບ ຮັບປະກັນ​ຄວາມ​ສອດຄ່ອງ ຄົບ​ຊຸດ​ລະຫວ່າງ​ກົດໝາຍ, ການຈັດ​ຕັ້ງ​ກົງ​ຈັກ ​ແລະ ຖັນ​ແຖວ​ພະນັກງານ ຂ້າລັດ​ຖະການ. ການຈັດ​ຕັ້ງ​ຊ້ຳ​ຊ້ອນ​ ​ໄຂວ່​ຂ້າມກັນຈະ​ເປັນ​ການ​ຟຸມ​ເຟືອຍ​ແຫຼ່ງພະລັງ ​ແລະ ຂັດຂວາງ​ການ​ພັດທະນາ. ຕ້ອງ​ກ້າ​ປ່ຽນ​ແປງ​ໃໝ່, ຜ່ານ​ຜ່າ​ແຮງ​ເຊື່ອຍ​ແລະແນວ​ຄິດ​ອະນຸ​ຮັກ​ນິຍົມ ​ເພື່ອປັບປຸງ​ບູລະນະ​ລະບົບ​ການຈັດ​ຕັ້ງ​ນຳພາ​ຄຸ້ມ​ຄອງ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ລັດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ໃໝ່. 

ຕັ້ງ​ການປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ຢູ່​ໃນ​ຄວາມຮຽກຮ້ອງ​ຕ້ອງການປະຕິ​ຮູບ​ລະບຽບ​ກົດໝາຍ. ລະບຽບ​ກົດໝາຍສ້າງ​ໃຫ້​ມີ​ຂອບ​ເຂດ ຂີດ​ຂັ້ນ​ໃຫ້​ແກ່​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ. ບໍ່​ອາດ​ມີ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ທີ່​ດີ​ໄດ້ ຖ້າ​ຫາກ​ບໍ່​ມີລະບຽບ​ກົດໝາຍທີ່​ສອງ​ຄ່ອງ​ເໝາະ​ສົມ. ຄວາມ​ກ້າວໜ້າ​ໃນ​ການ​ປະຕິ​ຮູບລະບຽບ​ກົດໝາຍ ຕ້ອງ​ໄດ້​ຫັນ​ເປັນ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງການທຸລະ​ກິດ. ປະຕິບັດ​ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ພົວພັນ​ເຖິງ​ການຈັດ​ຕັ້ງ​ກົງຈັກ​ເທົ່າ​ນັ້ນ ຫາກ​ຍັງ​ຕິດ​ແໜ້ນ​ກັບຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ. ຕ້ອງ​ສຸມ​ໃສ່​ກໍ່ສ້າງ​ໃຫ້​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການມີ​ຄຸນ​ທາດ​ແລະ​ຄວາມ​ສາມາດ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ, ນັກ​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດ ທີ່​ສາມາດຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ​ເຊື່ອມ​ໂຍງ​ສາກົນ, ​ການແຂ່ງຂັນ ​ແລະ ພັດທະນາ. 

ບົນ​ພື້ນຖານ​ປ່ຽນ​ແປງ​ໃໝ່ລະບຽບ​ກົດໝາຍຄຸ້ມ​ຄອງ​ບໍລິຫານ​ລັດ​ໃຫ້​ສອດຄ່ອງ​ເໝາະ​ສົມ ຈຶ່ງ​ສາມາດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ວິວັດ​ການຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່, ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ສະມັດ​ຕະພາບ​ຂອງ​ງານ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ວິ​ສາ​ຫະກິດ ​ແລະ ຂອງ​ເສດຖະກິດ​ແຫ່ງ​ຊາດ. ​ແລະ​ພຽງ​ແຕ່​ບົນ​ພື້ນຖານ​ປ່ຽນ​ແປງ​ໃໝ່ລະບຽບ​ກົດໝາຍ​ໃຫ້​ສອດຄ່ອງ​ເໝາະ​ສົມ ຈຶ່ງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສະ​ສົມ, ​ເຕົ້າ​ໂຮມ​ດິນ​ນາ, ສ້າງ​ເຂດ​ຜະລິດ​ສິນຄ້າ​ຂະໜາດ​ໃຫຍ່ ​ແລະ ພື້ນຖານ​ກະສິກຳ​ສະອາດ ທີ່​ມີ​ຄຸນຄ່າ​ເພີ່ມ​ສູງ, ເປັນ​ແຫຼ່ງສະໜອງ​ທີ່​ເປັນ​ປົກກະຕິ ​ເພື່ອ​ເພີ່ມ​ສ່ວນ​ແບ່ງ​ການ​ຕະຫຼາດ​ໃນ​ຕະຫຼາດ​ໂລກ. ຖ້າ​ບໍ່​ໄດ້​ຄື​ແນວ​ນັ້ນ​ກໍ່​ຈະ​ບໍ່​ສວຍ​ໃຊ້​ໄດ້​ໂອກາດ​ອັນ​ສະດວກ ​ໂດຍສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ, ສັນຍາ​ການ​ຄ້າ​ເສລີກັບ​ອີ​ຢູ ​ແລະ ບັນດາສັນຍາ​ການ​ຄ້າ​ເສລີ​ໃໝ່​ນຳ​ມາ​ໃຫ້. 

ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ກໍ່​ຄືສັນຍາ​ການ​ຄ້າ​ເສລີກັບ​ອີ​ຢູ ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ແຫ່ງ​ລັດ​ຕ້ອງ​ເປີດ​ເຜີຍ ​ໂປ່​ງ​ໃສ​​ໃນການ​ເຄື່ອນ​ໄຫວ ​ແລະ ​ແຂ່ງຂັນ​ຢ່າງ​ຍຸດຕິ​ມຳ​ ກັບ​ບັນດາ​ວິ​ສາ​ຫະກິດ​ທີ່ຂຶ້ນ​ກັບ​ບັນດາ​ພາກສ່ວນ​​ເສດຖະກິດ​ອື່ນ. ຕ້ອງ​ຍູ້​ແຮງ​ວິວັດ​ການຈັດ​ວາງ​​ໂຄງ​ປະກອບຄືນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວິ​ສາຫະກິດ​ແຫ່ງ​ລັດ, ພ້ອມ​ກັນ​ນັ້ນ ສົ່ງ​ເສີມ​ການ​ພັດທະນາ​ວິ​ສາ​ຫະກິດ​ຫວຽດນາມ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ເອກະ​ຊົນ ​ເປັນ​ກຳລັງ​ໝຸນ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ລັກສະ​ນະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ເສດຖະກິດ​ແຫ່ງ​ຊາດ. 

​ເພື່ອ​ຮັບປະກັນ​ຄວາມ​ສຳ​ເລັດ​ໃນ​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາສັນຍາ​ການ​ຄ້າ​ເສລີ, ພິ​ເສດ​ແມ່ນສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ແລະ ສັນຍາ​ການ​ຄ້າ​ເສລີຫວຽດນາມ - ອີ​ຢູ, ກ່ອນ​ອື່ນ​ໝົດ ຕ້ອງ​ມີ​ມະຕິ​ຂອງ​ພັກ, ຂອງສະພາ​ແຫ່ງ​ຊາດ ​ແລະ ​ໂຄງການ​ປະຕິບັດ​ງານ​ອັນ​ລະອຽດ​ຂອງ​ລັດຖະບານ, ຂອງ​ບັນດາ​ຂະ​ແໜງ​ການ ຂັ້ນ​ຕ່າງໆ ​ແລະ ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ. ຕ້ອງ​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ໂຄສະນາ​ຖະ​ແຫຼ​ງຂ່າວ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ດ້ານ​ຄວາມ​ຮັບ​ຮູ້, ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ກະທຳ, ມານະ​ພະຍາຍາມ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ, ພາ​ໃຫ້​ເສດຖະກິດ​ຫວຽດນາມ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນ​ທ່ຽງ. 

ພວກ​ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ​ຍຸກ​ສະ​ໄໝ​ແຫ່ງ​ການ​ເຄື່ອນ​ເໜັງ ​ແລະ ພັດທະນາ​ຢ່າງ​ໄວ​ທີ່​ສຸດ, ​ໂລກ​ພວມ​ກ້າວ​ເຂົ້າ​ສູ່​ກະ​ແສ​ຟອງ​ອຸດສາຫະກຳຄັ້ງ​ທີ​ສີ່, ວິວັດ​ການ​ຫັນ​ເປັນ​ອຸສາ​ຫະກຳ​ນັບ​ມື້​ນັບ​ໄດ້​ຫຍໍ້​ສັ້ນ. ຖ້າ​ຫາກ​ມີ​ຄວາມ​ຕັດສິນ​ໃຈສູງ ​ແລະ ມີ​ເຈດ​ຈຳນົງ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ, ມີ​ຈິດ​ໃຈ​ປະດິດ​ສ້າງ ​ແລະ ​ແຜນ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ທີ່​ຖືກຕ້ອງ, ປະ​ເທດ​ກຳລັງ​ພັດທະນາກໍ່​ອາດ​ຈະ​ແລ່ນ​ທັນ ​ແລະ ລື່ນກາຍ​ປະ​ເທດ​ທີ່​ມີ​ລະ​ດັບ​ພັດທະນາ​ສູງ​ກວ່າ ​ແລະ ວິ​ສາ​ຫະກິດ​ໃໝ່, ວິ​ສາຫະກິດຂະໜາດ​ນ້ອຍກໍ່​ອາດ​ຈະ​ກາຍ​ເປັນ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ໂດ​ຍ​ໄວ. 

​ເຂົ້າ​ຮ່ວມ​ບັນດາ​ສັນຍາ​​ການ​ຄ້າ​ເສລີເຫຼົ່າ​ນີ້, ຫວຽດນາມ​ຍັງ​ມີ​ໂອກາດ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ​ໂດຍ​ອາ​ໄສ​ການ​ເພີ່ມ​ຂະໜາດການ​ຜະລິດ, ອຳນວຍ​ເງື່ອນ​ໄຂສ້າງ​ຕັ້ງ​ວິ​ສາ​ຫະກິດ​ໃຫຍ່ ພ້ອມ​ກັນ​ກັບ​ທ່າ​ອຽງ​ຫັນ​ວິ​ສາ​ຫະກິດ​ເປັນ​ເອກະ​ເທດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຫຼໍ່ລ້ຽງ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່ ປະດິສ້າງ, ສົ່ງ​ເສີມ​ຂະ​ບວນການ​ເລີ່​ມຕົ້ນ​ການ​ຜະລິດ​ຂອງ​ປະຊາຊົນ​ທຸກ​ຄົນ ​ແລະ ຍົກ​ລະດັບ​ການ​ພັດທະນາ​ຂອງ​ເສດຖະກິດ​ແຫ່ງ​ຊາດ. 

ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ຈົ່ງ​ເຊີດ​ຊູ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ, ​ເປັນ​ເຈົ້າ​ການ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ໂອກາດ​ ຄວາມ​ສະດວກ, ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງທ້າ​ທາຍ ​ໃນ​ການ​ເຊື່ອມ​ໂຍງ​ສາກົນ, ​ເພີ່ມ​ທະວີ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ, ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ, ສູ້​ຊົນ​ກໍ່ສ້າງ​ປະ​ເທດ​ຫວຽດນາມສັງຄົມ​ນິຍົມທີ່​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸດຕິ​ມທຳ ສີວິ​ໄລ, ກ້າວ​ເດີນ​ພ້ອມ​ກັນ​ກັບ​ຍຸກ​ສະ​ໄໝ, ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ຫ້າ​ທະວີບ ດັ່ງທີ່​ທ່ານ​ປະທານ​ໂຮ່ຈີ​ມິນ​ທີ່​ເຄົາລົບ​ຮັກ​ເຄີຍມຸ່ງຫວັງ./.

​ໂດຍ ຫງວຽນ​ເຕິ​ນຢຸງ

ອະດີດ​ນາ​ຍົກ​ລັດຖະມົນຕີ ​ແຫ່ງ ສສ.ຫວຽດນາມ