ວກ. ອອນ​ໄລ - ທີ່​ກອງ​ປະ­ຊຸມ​ຮ່ວມ​ມື​ລົງ­ທຶນ ຫວຽດ­ນາມ - ລາວ ປີ 2016 ຢູ່​ນະ­ຄອນ​ດ່າ​ໜັງ ແຕ່​ວັນ​ທີ 26 ຫາ 27 ມີ­ນາ 2016, ຜູ້­ຕາງ­ໜ້າ​ທັງ​ສອງ​ປະ­ເທດ ຫວຽດ­ນາມ - ລາວ ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະ​ປົວ­ແປງ​ສິ່ງ­ແວ­ດລ້ອມ​ແຫ່ງ​ການ​ລົງ­ທຶນ, ແກ້​ໄຂ​ຂໍ້­ຄົງ­ຄ້າງ​ທາງ​ດ້ານ​ກົນ​ໄກ, ລະ­ບຽບ​ການ​ລົງ­ທຶນ ແນ­ໃສ່​ເຮັດໃຫ້​ຫວຽດ­ນາມ - ລາວ ການ​ເປັນ​ສະ­ຖານ­ທີ່​ລົງ­ທຶນ​ສອງ​ຝ່າຍ ພ້ອມ​ທັງ​​ເປັນ​ສະ­ຖານ­ທີ່​​ໃຫ້​ນັກທຸ­ລະ​ກິດ​ທົ່ວໂລກມາ​ລົງ​ທຶນ​ຢ່າງ​ມີ​ປະ​ສິດທິ​ຜົນ.

ຜູ້ຕາງໜ້າລັດຖະບານສອງປະເທດຫວຽດນາມ - ລາວ ໃຫ້ຄຳໝັ້ນສັນຍາຈະປົວແປງສິ່ງແວດລ້ອມແຫ່ງການລົງທຶນ ຫວຽດນາມ - ລາວ ໃຫ້ກາຍເປັນສະຖານທີ່ລົງທຶນສອງຝ່າຍ ພ້ອມທັງເປັນສະຖານທີ່ໃຫ້ນັກລົງທຶນທົ່ວໂລກມາລົງທຶນຢ່າງມີປະສິດທິຜົນ.

ໃນ​ສອງ​ວັນ ຄື​ວັນ​ທີ 26 ​ແລະ 27 ມີ­ນາ 2016 ທີ່​ນະ­ຄອນດ່າ​ໜັງ ຫວຽດ­ນາມ, ກະ­ຊວງ​ແຜນການແລະການ​ລົງ­ທຶນ ຫວຽດ­ນາມ ແລະ ລາວ ໄດ້​ປະ­ສານ​ສົມ­ທົບ​ກັບ​ກະ­ຊວງ, ຂະ­ແໜງ­ການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ­ເທດ ແລະ ສະ­ຫະ­ພັນ​ບັນ­ດາ​ນັກ​ລົງ­ທຶນຫວຽດ­ນາມ ທີ່​ລົງ­ທຶນ​ຢູ່​ລາວ (AVIL) ໄດ້​ຈັດ​ຕັ້ງ​ກອງ​ປະ­ຊຸມ​ຮ່ວມ​ມື​ລົງ­ທຶນ ຫວຽດ­ນາມ - ລາວ ປີ 2016 ຂຶ້ນ ​ເຊິ່ງໄດ້​ດຶງ​ດູດ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ເປັນ​ຈຳ­ນວນ 500 ຄົນ​ ທີ່​ຕາງ­ໜ້າ​ໃຫ້​ແກ່​ຫຼາຍ​ຮ້ອຍ​ວິ​ສາ​ຫະ​ກິດ ມາ​ຈາກທັງ​ສອງ​ປະ­ເທດ. ​ໃຫ້​ກຽດເຂົ້າ​ຮ່ວມກອງ​ປະຊຸມ ມີທ່ານ ຫງວ​ຽນ​ຊວນ​ຝຸກ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ, ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສສ. ຫວຽດ­ນາມ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ລະ­ຫວ່າງ​ລັດ­ຖະ­ບານ ຫວຽດ­ນາມ - ລາວ ແລະ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສປປ. ລາວ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ລະ​ຫ່າງ​ລັດ­ຖະ­ບານ ລາວ - ຫວຽດນາມ ແລະ ເປັນ​ປະ­ທານ​ຮ່ວມ​ກັນ.

ໃນ​ໄລ­ຍະ 2011 - 2015, ລວມ​ຍອດ​ມູນ​ຄ່າ​ການ​ຄ້າ​ລະ­ຫວ່າງ​ສອງ​ປະ­ເທດ​ໄດ້​ຮັບ​ການ​ປົວ­ແປງ​ ຍ້ອນ​ການ­ເຄື່ອນ­ໄຫວສົ່ງ​ເສີມ​ການ​ຄ້າ​ໄດ້​ຍູ້​ແຮງ, ສັນ­ຍາ ຂໍ້​ຕົກ­ລົງ ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ​ວິ​ສາ​ຫະ​ກິດ​ຫຼາຍສະບັບ​ໄດ້​ຜັນ​ຂະ­ຫຍາຍ, ສ້າງ​ຂອບ​ກົດ­ໝາຍ, ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ນັກ​ລົງ­ທຶນ​ປະ­ຕິ­ບັດ​​ແຜນການ​ທຸລະ​ກິດ​ຂອງ​ຕົນ. ໂຄງການ​ໃຫຍ່​ຈຳ­ນວນ​ໜຶ່ງ​ຂອງ​ວິ​ສາ​ຫະ​ກິດຫວຽດ­ນາມ ໄດ້​ສຳ­ເລັດການ​ກໍ່ສ້າງ ​ເປີດນຳ​ໃຊ້ແລະຂຸດ​ຄົ້ນ ​ເຊິ່ງ​ມີ​ຜົນ​ກະ­ທົບ​ຊຸກ­ຍູ້​ພັດ­ທະ­ນາ​ເສດ­ຖະ­ກິດ, ສ້າງ​ພື້ນ­ຖານ​ເພື່ອ​ສ້າງ­ຕັ້ງ​ບັນ­ດາ​ຂະ­ແໜງ​ອຸດ­ສາ​ຫະກຳຂອງ​ລາວ​ໃນ​ອະ­ນາ­ຄົດ ຄື ຂຸດ​ຄົ້ນແລະປຸງ​ແຕ່ງ​ຢາງ­ພາ­ລາ, ຜະ­ລິດ​ນ້ຳ­ຕານ, ຝຸ່ນ​ຊີ­ວະ​ພາບ, ເຂື່ອນ​ໄຟຟ້າ, ຂຸດ​ຄົ້ນແລະປຸງ​ແຕ່ງ​ແຮ່​ທາດ... ບັນ­ດາ​ໂຄງ­ການ​​ເຫຼົ່າ​ນີ້ ​ທັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ລາວ ປະມານ 4 ໝື່ນ​ຄົນ, ຊ່ວຍ​ຍົກ​ສູງ​ຄວາມ​ສາ­ມາດ​ຂອງ​ແຮງ​ງານ, ສ້າງ​ລາຍ​ຮັບ, ປົວ­ແປງ​ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ປະ­ຊາ­ຊົນ, ປັບ­ປຸງ​ແຫຼ່ງ​ລາຍ​ຮັບ​ໃຫ້​ແກ່​ງົບ­ປະ­ມານ​ຂອງ​ປະ­ເທດ​ລາວ.

​ເຖິງ​ວ່າ ຂະ­ໜາດ​​ການ​ຄ້າ​ສອງ​ຝ່າຍມີ​ຄວາມ​ເຕີບ​ໂຕກໍ​ຕາມ ແຕ່​ຍັງ​ບໍ່ສົມຄູ່​ກັບ​ຄວາມ​ສາ­ມາດ​ບົ່ມຊ້ອນ ແລະ ສາຍ​ພົວ­ພັນ​ດ້ານ​ການ​ຄ້າ​ທີ່​ມີ​ແຕ່​ດົນ​ນານ ລະ­ຫວ່າງ​ສອງ​ປະ­ເທດ. ລະ­ອຽດຄື, ໃນ​ໄລ­ຍະ 2011 – 2015, ລວມ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ ຫວຽດ­ນາມ - ລາວ ໄດ້​ບັນ­ລຸລະ­ດັບ​ເຕີບ​ໂຕ​ສະ​ເລ່ຍ 20% ຕໍ່​ປີ. ໃນ​ປີ 2015, ລວມ​ຍອດ​​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ລະ­ຫວ່າງ​ສອງ​ປະ­ເທດ​ບັນ­ລຸ​ໄດ້ພຽງ 1,12 ຕື້​ໂດ​ລາ​ສະ­ຫະ­ລັດ​ເທົ່າ​ນັ້ນ, ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ອອກ​ແມ່ນ 2 ຕື້​ໂດ​ລາ​ສະ­ຫະ­ລັດ.

ເພື່ອສ້າງ​ກະ​ແສ​ຟອງ​ລົງ­ທຶນ​ຂອງ​ວິ​ສາ​ຫະ​ກິດຫວຽດ­ນາມ ແລະ ລາວ​ໃນ​ເວ­ລາ​ຕໍ່ໜ້າ, ຜູ້ຕາງ­ໜ້າຂອງ AVIL ກໍ່​ຄື​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ ​ໄດ້​ໃຫ້​ຄຳ​ສັງ​ເກດ​ວ່າ ຍັງ​ຂາດ​ນະ­ໂຍ­ບາຍ​ຊ່ວຍ­ເຫຼືອ, ເອື້ອ­ເຟື້ອ​ໃຫ້​ແກ່​ນັກລົງທຶນ. ຄຽງ​ຄູ່​ກັນ​ນັ້ນ, ​ຂະ​ບວນ​ວິ­ວັດ​ການ​ໃຫ້​ໃບ​ອາ​ນຸ​ຍາດລົງທຶນ ​ຍັງ​ເສຍ​ເວ­ລາ​ຫຼາຍ, ກົນ​ໄກ ນະໂຍບາຍ ລະ­ບຽບ​ການ​ໃຫ້​ອາ​ນຸ​ຍາດ​ລົງ­ທຶນ​ເຂົ້າ​ປະ­ເທດລາວ ຍັງ​ບໍ່​ເປັນ​ເອກະ​ພາບ ​ຄົບ​ຊຸດ ລະ­ຫວ່າງສູນ​ກາງແລະທ້ອງ​ຖີ່ນ​, ເປັນ­ຕົ້ນ​ແມ່ນ​ໃນ​ຂົງ­ເຂດ​ທີ່​ດິນ, ແຮງ​ງານ, ວັດ­ຖຸອຸ­ປະ­ກອນ, ​ເຄື່ອງ​ຈັກ​ເຄື່ອງ​ປະກອບ ​ເຊິ່ງ​ໄດ້​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ໃນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ຜັນ​ຂະ­ຫຍາຍ​ປະ­ຕິ­ບັດ​ໂຄງ­ການ.

ບັນ­ດາ​ຜູ້​ແທນ​ກໍ່​ໄດ້​ສະ­ເໜີ​ໃຫ້​ລັດ­ຖະ­ບານ​ທັງ​ສອງ​ປະ­ເທດ ​ຍູ້​ແຮງ​ຄວາມ​ເປັນ​ເອ­ກະ​ພາບທາງດ້ານສັນຍາ ກົນ​ໄກ ນະ­ໂຍ­ບາຍ ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ລະ­ຫວ່າງ​ສອງ​ຝ່າຍ, ​ກ່ຽວ​ກັບ​ວິທີ​ສະຖິຕິ, ອອກ​ໃບ​ອາ​ນຸ​ຍາດ​ໃຫ້​ແກ່​ໂຄງ­ການ; ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ພັດ­ທະ­ນາ​​ໂຄງສ້າງພື້ນຖານ ການ​ຄົມມະນາຄົມຜ່ານ​ດ່ານ​ຊາຍ​ແດນ, ກໍ່​ຄື​ໃຫ້​ຄວາມ​ເອື້ອ­ເຟື້ອ​ດ້ານ​ອັດຕາດອກ​ເບ້ຍ, ພາ­ສີ​ວັດ­ຖຸ​ດິບ, ຄ່າ​ຜ່ານ​ທາງ... ໃຫ້​ແກ່​ວິ​ສາ​ຫະ​ກິດ.

ໂດຍ​ຮັບຮູ້​ຄຳ​ສະ­ເໜີ​ຂອງ​ວິ​ສາ​ຫະ​ກິດ​ສອງ​ຝ່າຍ, ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຫງວ​ຽນ​ຊວນຝຸກ ແລະ ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ພ້ອມ​ກັນ​ຊອກ​ຫາ​ທິດ​ທາງ​ປົວ­ແປງ​ສິ່ງ­ແວ­ດລ້ອມ​ການ​ລົງ­ທຶນ, ຍົກ​ສູງ​ຄວາມ​ສາ­ມາດ​ແຂ່ງ­ຂັນ, ​ແລະໄດ້​ຮຽກ­ຮ້ອງ​ບັນ­ດາ​ກະຊວງ, ຂະ­ແໜງ­ການ​ ແຕ່​ສູງ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນຂອງ​ສອງ​ປະ­ເທດ​ ຈົ່ງບູ­ລະ­ນະ​ກົນ​ໄກ ລະ­ບຽບ​ກົດ­ໝາຍ​ຄືນໃໝ່, ແກ້​ໄຂ​ບັນ­ດາ​ຂໍ້­ຄົງ­ຄ້າງ​ທີ່​ວິ​ສາ​ຫະ​ກິດ​ໄດ້​ສະ­ເໜີມາ. ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ທັງ​ສອງ​ທ່ານ​ ກໍໄດ້​ສະແດງ​ຄວາມ​ຫວັງ​ວ່າ AVIL ຈະ​ເປັນ​ຫົວ​ຂອດ​ປະ­ສານ​ສົມ­ທົບ ​ເພື່ອ​ປົວ­ແປງ​ສິ່ງ­ແວ­ດລ້ອມ​ການ​ລົງ­ທຶນ, ຊຸກ­ຍູ້​ການ​ພັດທະນາ​ການ​ຄ້າ, ຮ່ວມ​ມື​ສອງ​ຝ່າຍ ເພື່ອ​​ໃຫ້ຫວຽດ­ນາມ - ລາວ ບໍ່​ພຽງ​ແຕ່​ເປັນ​ສະ­ຖານ­ທີ່​ລົງ­ທຶນ​ສອງ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ສະ­ຖານ­ທີ່ດຶງ​ດູດ​ການ​ລົງທຶນ ທຳ​ການ​ທຸລະ​ກິດວິ​ສາ​ຫະ​ກິດ​ຂອງ​ນັກ​ລົງທຶນໃນ​ໂລກ.

ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີທັງ​ສອງ​ທ່ານ​ກໍໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ​ວ່າ ຈະ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ບະ​ບົບ​ຄົມ­ມະ­ນາ­ຄົມ​ລະ­ຫວ່າງ​ສອງ​ປະ­ເທດ, ຂະ­ຫຍາຍ​ຮູບ​ແບບ “ປະ­ຕູ​ດຽວ, ຢຸດ​ເທື່ອໜຶ່ງ” ທີ່​​ດ່ານ​ຊາຍ​ແດນລະຫວ່າງ​ສອງ​ປະ​ເທດ... ແນ­ໃສ່​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ແລກ­ປ່ຽນ​ເສດ­ຖະ­ກິດ​ລະ­ຫວ່າງ​ສອງ​ປະ­ເທດ.

ທາງ​ດ້ານ​ລັດ­ຖະ­ບານ​ລາວ, ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ​ໃຫ້​ຮູ້​ວ່າ ລັດຖະບານ​ລາວຈະ​ທົບ​ທວນ​ບັນ­ດາ​ລຳ­ດັບ​ດຳ­ເນີນງານ, ລະ­ບຽບ​ການ ແນ­ໃສ່​ຍູ້​ແຮງ​ການ​ປະ­ຕິ​ຮູບການບໍລິຫານ. ພ້ອມ​ທັງ​ເນັ້ນ​ວ່າ ຖ້າ​ບໍ່​ປະ­ຕິ​ຮູບການ​ບໍ­ລິ­ຫານ​ຢ່າງ​ໄວ­ວາ ຈະ​ເປັນ​ການ​ຂັດ­ຂວາງ​ເສັ້ນ­ທາງ​ເຊື່ອມ​​ໂຍງ​ກັບ​ບັນ­ດາ​ປະ­ເທດ​ຢູ່​ໃນ​ພາກ​ພື້ນອາ​ຊຽນ ແລະ ສາ­ກົນ. ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ກໍ່​ໄດ້​ຄາດ​ຫວັງ​ວ່າ ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ­ເທດ ​ຈະ​ປະ­ສານ​ສົມ­ທົບກັນ​ລົງ­ທຶນ​ເຂົ້າ​ໃນ​ບັນ­ດາ​ໂຄງການ​ທີ່​ນຳ​ເອົາ​ຜົນ​ປະ­ໂຫຍດ​ຢ່າງ​ແທ້​ຈິງມາໃຫ້​ປະ­ຊາ­ຊົນ​ຄື ດ້ານ​ສາ­ທາ­ລະ­ນະ​ສຸກ, ການ​ສຶກ​ສາ ແລະ ກໍ່ສ້າງ, ​ໂຄງສ້າງພື້ນ­ຖານ, ຄົມ​ມະ­ນະ​ຄົມ... ເພາະ­ວ່າ​ ແຕ່​ລະ​ໂຄງ­ການ​ນີ້​ຈະ​ເປັນ​ຂົວ​ຕໍ່​ແຫ່ງ​ໜຶ່ງ​ຂອງ​​ໄມຕີ​ຈິດມິດຕະພາບ​ທີ່​ໝັ້ນ­ຄົງ​ ລະຫວ່າງ​ສອງ​ປະ­ເທດຫວຽດ­ນາມ - ລາວ.

​ໂດຍມີ​ທັດ­ສະ­ນະ​ອັນ​ດຽວ​ກັນ​ກັບ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີລາວ, ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີຫວຽດ­ນາມ ທ່ານຫງວ​ຽນ​ຊວນ​ຝຸກ​ ເນັ້ນວ່າ ການ​ຊຸກ­ຍູ້​ພັດ­ທະ­ນາ​ການ​ຄ້າ​ສອງ​ຝ່າຍ​ຈະ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ປັບປຸງ ແລະ ຂະ­ຫຍາຍ­​ສາຍ​ພົວ­ພັນ​ພິ­ເສດຫວຽດ­ນາມ - ລາວ; ຮຽກ­ຮ້ອງ​ບັນ­ດາ​ວິ​ສາ​ຫະ​ກິດ​ຢູ່ລາວ ຈົ່ງມີ​ບາດກ້າວບຸກ​ທະ­ລຸ​ໃນ​ການ​ລົງ­ທຶນ​ເຂົ້າຫວຽດ­ນາມ, ປະ­ກອບ­ສ່ວນ​ຍູ້​ແຮງ​ລວມ​ຍອດ​ມູນ​ຄ່າ​ການ​ຄ້າຂາ​ອອກ​ຂາ​ເຂົ້າ ​ລະ­ຫວ່າງ​ສອງ​ປະ­ເທດ​ເພື່ອນ​ບ້ານ​ໃກ້​ຄຽງ. ພ້ອມກັນ​ນັ້ນ, ທ່ານຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ​ຫງວ​ຽນ​ຊວນຝຸກ ໄດ້​ຮັບ­ຮູ້ແລະຂອບ​ອົກ​ຂອບ­ໃຈ​​ບັນດາທ້ອງ​ຖິ່ນ ກະ­ຊວງ ຂະ­ແໜງ­ການ​ຂອງ​ລາວ ທີ່​ໄດ້​ໃຫ້​ການ​ຊ່ວຍ­ເຫຼືອ​​ແກ່ວິ​ສາ​ຫະ​ກິດຫວຽດ­ນາມ. ແຕ່​, ຢູ່​ບາງ​ສະ­ຖານ­ທີ່ ບາງ​ແຫ່ງ​ ຍັງມີ​​ບັນ­ຫາ​ທີ່​ກໍ່​ຄວາມຫຍຸ້ງ­ຍາກ​ ແລະ​ກີດຂວາງການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ. ທ່ານຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ກໍ່​ໄດ້​ສະ­ເໜີ​ໃຫ້​ລັດ­ຖະ­ບານລາວ ຊ່ວຍແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ຂອງ​ວິ​ສາ​ຫະ​ກິດຫວຽດ­ນາມ.

ໃນ​ເວ­ລາ​ຕໍ່​ໜ້າ, ລັດ­ຖະ­ບານ​ທັງ​ສອງ​ປະ­ເທດ​ພ້ອມ​ກັບ​ບັນ­ດາ​ກະ­ຊວງ, ຂະ­ແໜງ­ການ​ຕ່າງໆ​ ຈະ​ສຸມ​ໃສ່​ຜັນ​ຂະ­ຫຍາຍ​ປະ­ຕິ­ບັດ​ການ​ຮ່ວມ​ມື​ສອງ​ຝ່າຍໄລ­ຍະ 2015 - 2020, ໃນ​ນັ້ນ, ຈະ​ມີ​ຂໍ້​ກຳ­ນົດ​ທິດ​ລົງ­ທຶນ​​ໂຄງການ​ໃໝ່, ວາງ​ຍຸດ​ທະ​ສາດ​ດຶງ​ດູດ​ການ​ລົງ­ທຶນ​ລະ­ຫວ່າງຫວຽດ­ນາມ ແລະ ລາວ, ເລືອກ​ຕັ້ງ​ຈຸດ​ສຸມ​ລົງ­ທຶນ​ເພື່ອ​ເສີມ​ຂະ­ຫຍາຍ​ທ່າ­ແຮງ​ດຶງ​ດູດ​ແຫຼ່ງ​ກຳ­ລັງ. ພິ­ເສດ, ເອົາ­ໃຈ­ໃສ່​​ບັນ­ດາ​ໂຄງ­ການ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄົມມະນາ​ຄົນ, ເສດ­ຖະ­ກິດ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ­ຫງົບ./.

ສັງ​ລວມ​ໂດຍ ບກ.