ວກ. - ຕໍ່ໜ້າ​ການ​ຂະຫຍາຍຕົວຢ່າງ​ກ້າວ​ກະ​ໂດດ​ຂອງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ໃນ​ສະຕະວັດ​ທີ XXI, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ພ້ອມ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຕ່າງໆ ​ໄດ້​ກາຍ​ເປັນປັດ​ໄຈ​ສົ້ນ​ເຂົ້າ​ທີ່​ສຳຄັນ​ທີ່​ສຸດ​ ຂອງ​ກຳລັງ​ການ​ຜະລິດ​ທັນ​ສະ​ໄໝ, ​ເປັນ​ກະ​ແຈ​ຕັດສິນ​ຄວາມ​ໄວ​ໃນ​ການ​ພັດທະນາ ​ແລະ ຄວາມ​ສາມາດ​ແຂ່ງ​ຂັນ ຂອງ​ແຕ່ລະ​ປະ​ເທດ. ສຳລັບ​ຫວຽດນາມ, ຊຶ່ງ​ເປັນ​ປະ​ເທດ​ທີ່​ພວມ​ຢູ່​ໃນ​ໄລຍະ​ແຫ່ງການ​ຍູ້​ແຮງ​ ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ການ​ຍົກ​ສູງ​ກຳລັງ​ແຮງ​ຊ້ອນ​ແຝງ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ​ ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ການ​ທີ່​ການ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ສາກົນນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ.

ພາບປະກອບ (ພາບ: TTXVN)

ສະພາບ​ຄວາມ​ເປັນ​ຈິງ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີຂອງ​ຫວຽດນາມ

​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັກ ​ແລະ ລັດ​ຫວຽດນາມ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ. ມະຕິ​ສະບັບ​ເລກທີ 20-NQ/TW, ລົງ​ວັນ​ທີ 31 ຕຸລາ 2012, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XI ວ່າ​ດ້ວຍ “ການພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ເພື່ອຮັບ​ໃຊ້​ພາລະກິດການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນ” ​ໄດ້​ຢັ້ງຢືນ​ທັດສະນະພັດທະນາ ​ແລະ ນຳ​ໃຊ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ​ເປັນ​ນະ​ໂຍບາຍ​ອັນ​ດັບ​ໜຶ່ງ, ​ເປັນໜຶ່ງ​ໃນ​ບັນດາ​ກຳລັງ​ຊຸກ​ດັນ​ທີ່​ສຳຄັນ​ທີ່​ສຸດ​ ​ເພື່ອ​ພັດທະນາເສດຖະກິດ-ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ​ເປັນ​ເນື້ອ​ໃນ​ໜຶ່ງ​ທີ່​ຕ້ອງ​ໄດ້​ບຸລິມະສິດ​ລົງທຶນ​ກ່ອນ​ກ້າວ​ໜຶ່ງ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ. ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ເປັນ​ກຳລັງ​ຊຸກ​ດັນ​ທີ່​ສຳຄັນ​ທີ່​ສຸດ​ ເພື່ອພັດທະນາ​ກຳລັງ​ການ​ຜະລິດທັນ​ສະ​ໄໝ, ​ເສດຖະກິດ​ພູມ​ປັນຍາ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ; ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ.

​ເພາະສະ​ນັ້ນ, ການ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ແລະ ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ຖືກ​ກຳນົດ​ວ່າ​ເປັນໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ ຂອງ​ແຜນ​ຍຸ​ດທະ​ສາດ​ການພັດທະນາ​ເສດຖະກິດ-ສັງຄົມ​ໄລຍະ 2011 - 2020 ທີ່​ຕ້ອງ​ສຸມ​ໃສ່​ປະຕິບັດ. ລາຍ​ງານ​ຕີ​ລາຄາ​ຜົນສຳ​ເລັດ​ຂອງ​ການ​ປະຕິບັດ​ໜ້າ​ທີ່ພັດທະນາເສດຖະກິດ-ສັງຄົມ 5 ປີ (2011 - 2015) ​ແລະ ທິດ​ທາງ, ໜ້າ​ທີ່​ພັດທະນາເສດຖະກິດ-ສັງຄົມ 5 ປີ (2016 - 2020) ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ຮັບຮອງ​ນັ້ນ ກໍ່​ໄດ້​ກຳນົດ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່, ວິທີ​ແກ້​ຕົ້ນຕໍ ​ເພື່ອສຳ​ເລັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ (2016 - 2020), ນັ້ນ​ຄື ຍົກ​ສູງ​ຄຸນ​ນະພາ​ບຂອງ​ແຫຼ່ງບຸກຄະລາ​ກອນ ​ແລະ ​ເພີ່ມ​ທະວີ​ກຳລັງ​ແຮງຊ້ອນ​ແຝງ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​.

​ໃນ​ເງື່ອນ​ໄຂ​ປະ​ເທດ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ຍ້ອນໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ, ຄວາມ​ມານະ​ພະຍາຍາມ​ຂອງ​ກຳ​ລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ຫວຽດນາມ​ໄດ້​ມີ​ຄວາມ​ກ້າວໜ້າ​ຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ຕົວ​ຈິງ​​ເຂົ້າ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມ. ກຳລັງ​ແຮງຊ້ອນ​ແຝງ​ ​ແລະ ລະດັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ; ຈຳນວນ​ບົດ​ຄວາມ ຜົນງານ​ທາງ​ວິທະຍາສາດທີ່​ລົງ​ພິມ​ໃນ​ລະດັບ​ສາກົນ ​ແລະ ການ​ປະດິດ​ຂອງຄົນ​ຫວຽດນາມ ​ເຖິງ​ວ່າ​ຍັງ​ໜ້ອຍ ​ແຕ່​ກໍ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ. ການ​ຄຸ້ມ​ຄອງ​ຂອງ​ລັດຕໍ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ກໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ເທື່ອ​ລະ​ກ້າວ. ລະບົບ​ກົດໝາຍ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປັບປຸງ​ໃຫ້​ສົມບູນ. ຕະຫຼາດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ເບື້ອງ​ຕົ້ນ. ການ​ເຄື່ອນ​ໄຫວ​ຮ່ວມມື​ສາກົນ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ​ແລະ​ເປັນ​ເຈົ້າ​ການ​ກວ່າ​ແຕ່​ກ່ອນ ຊຶ່ງ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ, ລະດັບ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີຢູ່​ໃນ​ປະ​ເທດ. ຄວາມ​ໄວ​ໃນ​ການ​ປ່ຽນ​ແປງ​​ໃໝ່ເຕັກ​ໂນ​ໂລ​ຊີ, ຄວາມ​ສາມ​າດດ້ານເຕັກ​ໂນ​ໂລ​ຊີ ຂອງ​ຊາດ ​ແລະ ຂອງ​ວິ​ສາ​ຫະກິດ​ ໄດ້​ຮັບ​ການ​ເພີ່ມ​ທະວີ; ຊ່ອງ​ຫວ່າ​ງໃນ​ການຈັດ​ອັນ​ດັບ​ຄວາມ​ສາມາດ​ແຂ່ງຂັນ, ຄວາມ​ສາມາດ​ປ່ຽນ​ແປງ​ປະດິດ​ສ້າງທົ່ວ​ໂລກ ​ແລະ ບາງ​ຂົງ​ເຂດວິທະຍາສາດ​ແລະ​ເຕັກ​ໂນ​ໂລຊີທ່າ​ແຮງ ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໄດ້​ຮັບ​ການ​ຫຍໍ້​ສັ້ນ​ເຂົ້າ​ພໍ​ຄວນ. ຕາມ​ອົງການ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ໂລກ (WIPO) ​ແລະ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF), ປີ 2015 ດັດຊະນີ​ການ​ປ່ຽນ​ແປງ​ປະດິດ​ສ້າງທົ່ວ​ໂລກ​ຂອງ​ຫວຽດນາມ ​ເພີ່ມ​ຂຶ້ນ 19 ຕຳ​ແໜ່​ງ, ​ເປັນອັນ​ດັບ​ທີ 52 ​ໃນ​ຈຳນວນ 141 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການຈັດ​ອັນ​ດັບ; ດັດຊະນີການ​ແຂ່ງຂັນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ 12 ຕຳ​ແໜ່​ງ, ​ເປັນອັນ​ດັບ​ທີ 56 ​ໃນ​ຈຳນວນ 140 ປະ​ເທດ.

​ໃນ​ເວລາ​ທີ່​ຜ່ານ​ມາ, ວິທະຍາສາດ ​​ເຕັກນິກ ແລະ ​ເຕັກ​ໂນ​ໂລຊີ​ ​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິພາບ​ແຮງ​ງານ​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃໝ່, ພາ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​​ແຖວ​ໜ້າ ​ໃນ​ການສົ່ງ​ນອກ​ເຂົ້າ ​ແລະ ​ຜະລິດ​ຕະພັນ​ການກະ​ເສດ, ອາຫານ​ທະ​ເລບາງ​ປະ​ເພດ. ​ທາງ​ດ້ານ​ອຸດສາຫະກຳ ​ແລະ ບໍລິການ, ກຳລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ໃນ​ປະ​ເທດ ມີ​ຄວາມ​ສາມາດ​ໃນ​ການ​ອອກ​ແບບ ​ແລະ ​ກໍ່ສ້າງ​ໂຮງ​ໄຟຟ້າ​ນ້ຳ​ຕົກຂະໜາດ​ໃຫຍ່; ຜະລິດ​ເຄື່ອງກົນ​ຈັກ​ພະລັງ​ນ້ຳ ​ແລະ ​ເຄື່ອງຍົກຂະໜາດ​ໃຫຍ່​ໂຕ​ທີ່​ສຸດ; ສ້າງຮ້ານ​​ເຈາະ​ນ້ຳມັນທີ່ສາມາດຍົກ​ຕົວ​ເອງ​ຂຶ້ນ​ເທິງ​ທະ​ເລ​ເລິກ 90 ​ແມັດ ​ແລະ 120 ​ແມັດ; ​ເປັນ​ປະ​ເທດ​ທີ່ຢູ່ອັນ​ດັບ​ທີສາມ​ໃນ​ອາຊີ ​ແລະ ​​ໃນ 10 ປະ​ເທດ​ຊັ້ນ​ນຳ​ຂອງ​ໂລກ ກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ນ້ຳມັນ​ໃນ​ຫິນ​ຮ້ອນ; ສ້າງ​ແນວ​ປູກ​ທີ່​ມີ​ປະສິດທິພາບ​ສູງ; ນຳ​ໃຊ້​ດາວ​ທຽມສື່ສານ​ໄລຍະ​ໄກ ​ແລະ ດາວ​ທຽມສຳ​ຫຼວດ​ໄລຍະ​ໄກ; ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ຕໍ່​ກ່ຳ​ປັ່ນ, ກໍ່ສ້າງ​ກິດຈະກຳ​ໃຕ້​ດິນ​, ຕຶກ​ຄ້ຳ​ຟ້າ, ສະພານ​ຂຶງ, ທາງ​ດ່ວນ​ ໄດ້​ຕາມ​ມາດຕະຖານ​ສາກົນ; ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ປູກ​ຖ່າຍ​ຫຼາຍ​ອະ​ໄວ​ຍະ​ວະ ​ແລະ ຜະລິດ​ວັກ​ຊີ​ນ;... ການ​ເພີ່ມ​ທະວີ​ການ​ປະຍຸກ​ໃຊ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ກໍ່​ໄດ້​ປະກອບ​ສ່ວນ​ພັດທະນາ​​ເສດຖະກິດ-ສັງ​ຄົມ, ຂະຫຍາຍ​ເຂດ​​ເສດຖະກິດຈຸດ​ສຸມ, ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖິ່ນຕ່າງໆ, ປົວ​ແປງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ກໍ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ໃນ​ການຄົ້ນຄວ້າ​ພື້ນຖານ, ສ້າງ​ປະຖົມ​ປັດ​ໃຈ​ເພື່ອ​ສ້າງ​​ໃຫ້​ມີ​ບາງ​ຂົງ​ເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ໃໝ່, ຄື ວິທະຍາສາດ​ຈັກກະວານ, ຊີວະ​ແພດ, ນາ​ໂນ, ນິວ​ເກຼຍ; ບາງ​ຂົງ​ເຂດ​ວິທະຍາສາດ - ທຳ​ມະ​ສາດ ຄື ຄະນິດສາດ, ຟີ​ສິດທິ​ດສະ​ດີ,... ​ໄດ້​ບັນລຸ​ລະດັບ​ສູງ​ໃນ​ພາກ​ພື້ນ​ອາ​ຊຽນ. ​ສັງຄົມສາດ ​ແລະ ມະນຸດ​ສະຍະ​ສາດ​ ໄດ້​ສະໜອງ​ຫຼັກ​ຖານ​ທິດ​ສະ​ດີ​ໃຫ້​ແກ່​ການກຳນົດ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ປະ​ເທດ​ຊາດ, ປັບປຸງ​ບູລະນະ​ກົດໝາຍ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ເສດຖະກິດ, ຢັ້ງຢືນ​ປະຫວັດສາດ​ແຫ່ງ​ການ​ກໍ່​ຕັ້ງ ​ແລະ ຂະຫຍາຍຕົວ​ຂອງ​ຊາດ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຮັບປະກັນ​ບັນດາ​ລະບົບ​ຄຸນຄ່າ ​ແລະ ​ເອກະລັກ​ວັດທະນາ​ທຳ​ຫວຽດນາມ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ​ໃນ​ເງື່ອນ​ໄຂທີ່​ຂະໜາດ ​ແລະ ກຳລັງ​ແຮງ​ຊ້ອນ​ແຝງ​ທາງ​ເສດຖະກິດ​ຍັງ​ຕ່ຳ (ປີ 2015, ຈີ​ດີ​ພີ ຂອງ​ຫວຽດນາມ​ບັນລຸ 193,4 ຕື້​ໂດ​ລາ​ສະຫະລັດ, ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ບັນລຸ 2.109 ​ໂດ​ລາ​ສະຫະລັດ), ຫວຽດນາມ​ໄດ້​ມີ​ຄວາມ​ກ້າວໜ້າທາງດ້ານ​ລະດັບ​ແລະ​ສິ່ງ​ແວດ​ລ້ອມ​ແຫ່ງ​ການພັດທະນາວິທະຍາສາດ​ແລະ​ເຕັກ​ໂນ​ໂລຊີ​ ທີ່​ໜ້າ​ຊົມ​ເຊີຍ ທຽບ​ກັບ​ບັນດາ​ປະ​ເທດທີ່​ມີ​ຂະໜາດ​ເສດຖະກິດ​ທຽບເທົ່າຫວຽດນາມ.

​ແຕ່​ວ່າ, ຄຽງຂ້າງ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ໄດ້​ຮັບ​ນັ້ນ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຈຳກັດ, ສິ່ງ​ຄົງ​ຄ້າງ​ຕ່າງໆ.

ກ່ຽວ​ກັບ​ກຳລັງ​ແຮງ​ຊ້ອນ​ແຝງ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​, ​ເຖິງ​ວ່າຖັນ​ແຖວ​ພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ​ໄດ້​ຂະຫຍາຍຕົວ​ທາງ​ດ້ານ​ປະລິ​ມານ​ກໍ່ຕາມ, ​ແຕ່​ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ດ້ານ​ຄຸນ​ນະພາ​ບ; ຍັງຂາດ​ແຄນ​ທາງ​ດ້ານ​ໝູ່​ຄະນະວິທະຍາສາດ​ທີ່​ແຂງ​ແຮງ, ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ, ມະຫາວິທະຍາ​ໄລ​ລະດັບ​ພາກ​ພື້ນ​ແລະ​ສາກົນ; ຍັງຂາດ​ແຄນ​ທາງ​ດ້ານ​ພະນັກງານຊັ້ນ​ນຳ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ສາມາດ​ນຳພາ​ທິດ​ທາງ​ຄົ້ນຄວ້າ​ໃໝ່ ຫຼື ຊີ້​ນຳ​ການ​ຜັນ​ຂະຫຍາຍບັນດາ​ໜ້າ​ທີ່​ແຫ່ງ​ຊາດ ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາກົນ; ຍັງຂາດ​ແຄນ​ທາງ​ດ້ານ​ພື້ນຖານ​ວັດຖຸ​ເຕັກນິກ ​ແລະ ອຸ​ປະກອບການ​ວິ​ໄຈ​ທີ່​ຄົບ​ຊຸດ. ລະດັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີຂອງ​ຫວຽດນາມ​ເບິ່ງ​ລວມ ຍັງ​ຫຼ້າ​ຫຼັງ​ທຽບກັບ​ໂລກ, ນັບ​ທັງ​ທຽບ​ກັບ​ກຸ່ມ​ປະ​ເທດ​ນຳ​ໜ້າ​ໃນ​ພາກ​ພື້ນ​ອາ​ຊຽນ. ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ກໍ​ຄື​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ​ ຍັງ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ໜູນ​ຕົ້ນຕໍ​ ໃຫ້​ແກ່​ການ​ເຕີບ​ໂຕ ​ແລະ ການຈັດ​ວາງ​​ໂຄງ​ປະກອບເສດຖະກິດ​ຄືນ​ໃໝ່. ນີ້​ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ຕໍ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ໃນ​ເມື່ອ​ຫວຽດນາມ​ພວມ​ຢູ່​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ຢ່າງຮອບດ້ານ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ.

​ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​, ​ເຖິງ​ວ່າ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງໃນ​ການ​ປ່ຽນ​ແປງ​ໃໝ່​ກົນ​ໄກຄຸ້ມ​ຄອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ກໍ່​ຕາມ​, ​ແຕ່​ຫວຽດນາມ​ກໍ່​ຍັງ​ບໍ່​ທັນ​ມີ​ທິດ​ທາງ​ບຸລິ​ມະ​ສິດທີ່​ສອດຄ່ອງ, ຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ ​ແລະ ວິທີ​ແກ້​ທີ່​​ເໝາະ​ສົມ ​ເພື່ອ​ສ້າງການ​ບຸກທະລຸ​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ​ມີ​ທ່າ​ແຮ​ງ, ​ເພາະສະ​ນັ້ນ ຈຶ່ງ​ຍັງ​ບໍ່​ທັນ​ມີ​ບັນດາ​ຂົງ​ເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ທີ່​ເປັນ​ປາຍ​ແຫຼ​ມ, ທີ່​ບັນລຸ​ລະດັບ​ທັນ​ສະ​ໄໝ ທີ່ມີ​ຄວາມ​ສາມາດ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ​ກັບ​ພາກ​ພື້ນ ​ແລະ ສາກົນ. ການ​ສ້າງ​ໂຄງ​ປະກອບ​ໂຄງການ, ກຳນົດ​ໜ້າ​ທີ່, ​ເກນກຳນົດການ​ຄັດ​ເລືອກ ​ແລະ ​ແບບ​ວິທີ​ການ​ຜັນ​ຂະຫຍາຍບັນດາ​ໜ້າ​ທີ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ຕາມ​ກົນ​ໄກ​ໃໝ່​ນັ້ນ ຍັງ​ສັບສົນ​ຫຼາຍ. ຫວຽດນາມ​ຍັງ​ຂາດ​ເຂີນ​ທາງ​ດ້ານພື້ນຖານ​ຂໍ້​ມູນ​ສະຖິຕິ​ແຫ່ງ​ຊາດ​ທີ່ໜ້າ​ເຊື່ອ​ຖື, ຄົບ​ຊຸດ​ ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ​ແລະ ການ​ປ່ຽນ​ແປງ​ປະດິດ​ສ້າງ; ຍັງ​ຊັກ​ຊ້າ​ໃນ​ການ​ສ້າງ​ຕັ້ງ​ລະບົບການ​ປະ​ເມີນ​ທີ່​ເປັນ​ອິດ​ສະລະ ​ແລະ ປະມວນ​ດັດ​ຊະ​ນີປະ​ເມີນ​ຜົນການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​; ການ​ລະດົມ​ບັນດາ​ແຫຼ່ງພະລັງ​ສັງຄົມ, ບັນ​ດາ​ວິ​ສາ​ຫະກິດ ​ເພື່ອ​ລົງທຶນ​​ເຂົ້າ​ໃນ​ຂົງ​ເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ກໍ່​ບໍ່​ໄດ້​ຕາມ​ຄວາມ​ປະສົງ. ການ​ເຊື່ອມ​ຕໍ່​ລະຫວ່າງ​ການ​ຄົ້ນຄວ້າ​ວິທະຍາສາດ​ ແລະ ການບຳລຸ​ງສ້າງ​ພະນັກ​ງານ, ລະຫວ່າງ​ຄົ້ນຄວ້າ ​ແລະ ຕະຫຼາດ, ລະຫວ່າງ​ນັກວິທະຍາສາດ ​ແລະ ວິ​ສາ​ຫະກິດ ກໍຍັງ​ອ່ອນຫຼາຍ.

ກ້າວ​ເຂົ້າ​ສູ່​ໄລຍະ 2016 - 2020, ຫວຽດນາມ​ພວມເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ເຂົ້າກັບ​ເສດຖະກິດ​ໂລກ, ຜົນ​ກະທົບ​ຫຼາຍ​ດ້ານ​ຂອງ​​ໂລກາ​ພິວັດ, ​ການ​ເປີດ​ເສລີ​ການ​ຄ້າ ​ແລະ ການ​ຂະຫຍາຍຕົວ​ຢ່າງ​​ແຂງ​ແຮງ​ທີ່​ສຸດ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​​ໃນ​ໂລກ ຈະ​ນຳ​ມາ​ຊຶ່ງ​ໂອກາດອຳນວຍ ​ພ້ອມ​ທັງ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ ​ໃຫ້​ບັນດາ​ປະ​ເທດທີ່​ໄປ​ຕາມ​ຫຼັງ​ຄື​ປະ​ເທດ​ຫວຽດນາມ. ການ​ເຈລະຈາ​ເພື່ອ​ເຂົ້າ​ຮ່ວມ​ບັນດາສັນຍາ​ການ​ຄ້າ​ເສດ​ລີພະຫຸ​ພາຄີ ຄື ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສັນຍາ​ການ​ຄ້າ​ເສດ​ລີຫວຽດນາມ - ອີ​ຢູ (EVFTA), ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ​ມີ​ໂອກາດ​ເຂົ້າ​ໃນ​ຕະຫຼາດ​ອັນ​ກວ້າງຂວາງ ​ແຕ່​ກໍ່​ພາ​ໃຫ້ລະບົບ​ເສດຖະກິດ, ບັນດາ​ຂະ​ແໜງ​ເສດຖະກິດ ​ແລະ ບັນດາ​ວິ​ສາ​ຫະກິດຂອງ​ຫວຽດນາມ​ ຕ້ອງ​ແຂ່ງຂັນຢ່າງ​ເຄັ່ງຮ້ອນ​ກັບພາຍ​ນອກ​. ຕົວ​ແບບການ​ເຕີບ​ໂຕທີ່​ອີງ​ໃສ່​ການ​ລົງທຶນ​ເພີ່ມ​ເຕີມ, ​ແຮງ​ງານ​ລາຄາ​ຖືກ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດທີ່​ບໍ່​ທົດ​ແທນ​ນັ້ນ ບໍ່​ເໝາະ​ສົມ​ອີກ. ຖ້າ​ຫາກ​ບໍ່​ມີ​ວິທີ​ການ​ພັດທະນາ​ແບບ​ບຸກທະລຸ, ພິ​ເສດ​ແມ່ນ​ອີງ​ໃສ່​ປັດ​ໄຈວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ​ແລະ ການ​ປ່ຽນ​ແປງ​ປະດິດ​ສ້າງ, ຫວຽດນາມ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາຕໍ່​ໄປ, ຊ້ຳ​ບໍ່​ໜຳ​ ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຜ່ານ​ລະດັບ​ປະ​ເທດ​ທີ່​ມີລາຍ​ໄດ້​ປານ​ກາງ​ລະດັບ​ຕ່ຳ ​ໃນ​ອະນາຄົດ​ອັນ​​ໃກ້. ບັນຫາ​ນີ້​ກໍ່​ເປັນ​ສິ່ງ​ທ້າ​ທາຍ​ທີ່​ໄຫ​ຍ່ທີ່​ສຸດ​ຕໍ່​ກຳລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂບຊີ​ຫວຽດນາມ.

ວິທີ​ແກ້​ໄຂ ​ເພື່ອ​ຍົກ​ສູງ​ກຳລັງ​ແຮງ​ຊ້ອນ​ແຝງ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​​ແຫ່ງ​ຂາດ

​ເພື່ອ​ໃຫ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ກາຍ​ເປັນ​ໄມ້ງັດທີ່​ແທ້​ຈິງ ​ຂອງວິວັດ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ, ຍົກ​ສູງສະມັດ​ຕະພາບ ຄຸນນະພາບ ປະສິດ​ຕິຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນ ​ຂອງ​ລະບົບ​ເສດຖະກິດ, ຂອງບັນດາ​ຂະ​ແໜງ​ເສດຖະກິດ ​ແລະ ວິ​ສາ​ຫະກິດ ​ໃນ​ເວລາ​ຕໍ່ໜ້າ​ນັ້ນ ຕ້ອງ​ຜັນ​ຂະຫຍາຍບັນດາ​ວິທີ​ແກ້ທີ່​ສຳຄັນ ກ່ຽວ​ກັບ​ການ​ພັດທະນາ​ກຳລັງ​ແຮງ​ຊ້ອນ​ແຝງ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ກຳ​ນົດຢ່າງ​ຖືກຕ້ອງ​ເໝາະ​ສົມ ​ໜ້າ​ທີ່​ອັນ​ສຳຄັນ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​, ​ເລີ່ມຈາກພຶດຕິ​ກຳ ​ແລະ ​ແກ້​ໄຂ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການອັນຮີບ​ດ່ວນ ຂອງ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ປະ​ເທດ, ຂອງ​ແຕ່ລະ​ຂະ​ແໜງ​ການ ຂົງ​ເຂດ ​ແລະ ວິສາ​ຫະກິດ. ວິ​ສາ​ຫະກິດ​ຕ້ອງ​ເປັນ​ເຈົ້າພາບ​ນຳ​ໜ້າ​ໃນການປະ​ຢຸກ​ໃຊ້​​ ແລະ ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລຊີ, ​ແລະ ​ເຮັດ​ໃຫ້​ຜົນງານ​ວິ​ໄຈ​ກາຍ​ເປັນ​ສິນຄ້າ.

ສືບ​ຕໍ່ສຸມ​ໃສ່​ການ​ຄົ້ນຄວ້າ​ປະ​ຢຸກ ຫຼື​ຄົ້ນຄວ້າ​ພື້ນຖານຕາມ​ທິດ​ປະ​ຢຸກ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ ​ແລະ ບັນດາ​ຂະ​ແໜງ​ການ​ຕົ້ນຕໍ; ຮັບ​​ໃຊ້​ໃຫ້​ແກ່​ວິວັດ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ບົນ​ພື້ນຖານ​ພັດທະນາ​ບັນດາ​ຂະ​ແໜງ​ການ, ບັນດາ​ຂົງ​ເຂດ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຊັ້ນສູງ, ສ້າງ​ໃຫ້​ມີ​ຄຸນຄ່າ​ເພີ່ມ​ສູງ ​ເພື່ອ​ປ່ຽນ​ແທນ​​ບັນດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ຊັ້ນຕ່ຳ, ຄຸນຄ່າ​ເພີ່ມ​ຕ່ຳ ໃຫ້​ໄດ້​ເທື່ອ​ລະ​ກ້າວ.

ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ໂຄງການ​ແຫ່ງ​ລັດກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ,  ພັດທະນາ​ເຕັກ​ໂນ​ໂລ​ຊີຊັ້ນ​ສູງ, ພັດທະນາ​ຜະລິດ​ຕະພັນ​ແຫ່ງ​ຊາດ ​ເພື່ອ​ຍົກ​ສູງກຳລັງ​ແຮງ​ຊ້ອນ​ແຝງທາງ​ເຕັກ​ໂນ​ໂລ​ຊີ​ຂອງ​ຊາດ ​ແລະ ຂອງ​ວິ​ສາ​ຫະກິດ​ ຂຶ້ນ​ຢ່າງ​ໄວ, ຫລຸດຜ່ອນ​ລະດັບ​ຂຶ້ນ​ຕໍ່​ກັບ​ເຕັກ​ໂນ​ໂລ​ຊີ​ນຳ​ເຂົ້າ, ພັດທະນາ​ບັນດາ​ເຄື່ອງໝາຍ​ການ​ຄ້າ​ອຸດສາຫະກຳ​ທີ່​ລື​ຊື່​ ຂອງ​ຫວຽດນາມ. ມີ​ກົນ​ໄກ​ລົງທຶນ​ພິ​ເສດ ​ເພື່ອ​ຜັນ​ຂະຫຍາຍ​ໂຄງການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ ທີ່​ຮັບ​ໃຊ້​​ໃຫ້​ແກ່​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ຫຼື​ມີ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ​ເຖິງ​ປະສິດທິພາບ, ຄຸນ​ນະພາ​ບ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ສິນຄ້າທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ.

ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ກະ​ເສດ ​ແລະ ຊົນນະບົດ, ​ເສີມ​ຂະຫຍາຍ ​ແລະ ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ຂອງການ​ກະ​ເສດ​ເຂດ​ຮ້ອນ; ຂະຫຍາຍ​ບັນດາ​ຂະ​ແໜງ​ອຸດສາຫະກຳທີ່​ມີ​ລະດັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີສູງ ​ແລະ ມີ​ອັດຕາ​ສ່ວນ​ຄຸນຄ່າ​ໃນ​ປະ​ເທດສູງ, ບັນດາ​ຂະ​ແໜງ​ການ​ບໍລິການ​ທີ່​ມີ​ທ່າ​ແຮງ. ສືບ​ຕໍ່​ເພີ່ມ​ທະວີ​ການ​ປະ​ຢຸກ​ໃຊ້​ຄວາມ​ກ້າວໜ້າ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ບັນດາ​ເຂດເສດຖະກິດ-ສັງຄົມ, ​ເຂດ​ເສ​ຖະກິດ​ຈຸດ​ສຸມ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ທີ​ສອງ, ບຳລຸງສ້າງ ​ແລະ ພັດ​ທະນາ​ຖັນ​ແຖວ​ພະນັກງານ​ວິທະຍາສາດ​ທີ່​ເຂັ້ມ​ແຂງ, ພ້ອມ​ນັ້ນ​ກໍ​ມີ​ມາດ​ຕະການປຸກລະດົມ, ສົ່ງ​ເສີມນັກວິທະຍາສາດ ​ແລະ ວາງຄວາມ​ຮຽກຮ້ອງ​ຕ້ອງການ​ຕໍ່​ກັບ​ນັກວິທະຍາສາດ; ບຳລຸງ​ສ້າງ, ນຳ​ໃຊ້​ຄົນ​ເກັ່ງ​​ໃຫ້​ໄດ້ເປັນ​ຢ່າງ​ດີ ​ໂດຍ​ສົມທົບ​ກັບ​ຄວາມ​ຮຽກຮ້ອງ​ກ່ຽວ​ກັບ​ຄວາມ​ຊື່ສັດ​ສຸ​ຈະລິດ ​ແລະ ຄຸນສົມບັດ​ໃນ​ການ​ຄົ້ນ​ຄວ້າ.

ກໍ່ສ້າງ​ແລະ​ຜັນ​ຂະຫຍາຍ​ແຜນການ​ບຳລຸງ​ສ້າງ, ອົບຮົມ​ສຶກສາ, ສ້າງ​ແຫຼ່ງພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ນັບ​ແຕ່​ຂັ້ນມະຫາວິທະຍາ​ໄລ ​ແລະ ​ເໜືອ​ມະຫາວິທະຍາ​ໄລ. ມີ​ນະ​ໂຍບາຍ​ອັນ​ລະອຽດ​ກ່ຽວກັບ​ການ​ນຳ​ໃຊ້, ນຳ​ໃຊ້​ເປັນ​ພິ​ເສດ ສຳ​ລັບ​ພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​, ພີ​ເສດ​ແມ່ນ ​ຕໍ່​ກັບ​ສາມ​ເປົ້າ​ໝາຍ​ພະນັກງານ​ຄື ນັກວິທະຍາສາດ​ນຳ​ໜ້າ​ຂະ​ແໜງ​ການ, ນັກວິທະຍາສາດ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ປະທານ​ໜ້າ​ທີ່​ແຫ່ງ​ຊາດ​ທີ່​ສຳຄັນ​ເປັນ​ພິ​ເສດ, ນັກວິທະຍາສາດໜຸ່ມ​ທີ່​ມີ​ພອນ​ສະຫວັນ.

ຂຸດ​ຄົ້ນ, ນຳ​ໃຊ້ຖັນ​ແຖວ​ນັກຮຽນ​ນັກ​ສຶກສາ, ນັກ​ສຶກສາຄົ້ນຄວ້າ, ຜູ້​ຝຶກ​ງານ​ເຕັກນິກ, ຜູ້ຊ່ຽວຊານ​ທາງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ທີ່​ກຳລັງ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ. ຊ່ວຍ​ເຫຼືອ ​ແລະ ສົ່ງ​ພະນັກງານ, ກຸ່ມ​ພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ໄປ​ເຮັດ​ວຽກ ​ແລະ ຝຶກ​ງານ​ຕາມ​ກຳນົດ​ເວລາ​ ຢູ່​ບັນ​ດາສະ​ຖາ​ບັນ​ວິທະຍາສາດ, ມະ​ຫາ​ວິທະຍາ​ໄລ, ວິ​ສາ​ຫະກິດ​ທີ່​ຕ່າງປະ​ເທດ.

ມີກົນ​ໄກ, ນະ​ໂຍບາຍ​ທີ່​​​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ດຶງ​ດູດ​ນັກວິທະຍາສາດ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຜູ້​ຊ່ຽວຊານ​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ເຄື່ອນ​​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ຢູ່​ຫວຽດນາມ. ອອກ​ແບບ ​ແລະ ນຳ​ໃຊ້ຂໍ້​ກຳນົດ​ມາດຕະຖານ​ກ່ຽວ​ກັບຈັນ​ຍາ​ບັນ​ ໃນ​ການ​ຄົ້ນຄວ້າ​ວິທະຍາສາດຕາມ​ກົດ​ທົ່ວ​ໄປ​ລະຫວ່າງ​ປະ​ເທດ.

ທີ​ສາມ, ຮັບປະກັນ​ພາຫະນະ ​ເຄື່ອງມື ​ແລະ ສິ່ງ​ແວດ​ລ້ອມ​ເຮັດ​ວຽກ​ທີ່​ສະດ​ວກດີ​ ໃຫ້​ແກ່​ພະນັກງານ​ວິທະຍາສາດ; ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນ​ຖານ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​, ​ອຸປະກອນ​ການ​ວິ​ໄຈ, ຫ້ອງການ​ທົດ​ລອງ, ​ແຫຼ່ງພະລັງ​ການ​ສື່​ຂ່າວ ​ແລະ ການ​ເງິນ; ສ້າງ​ສິ່ງ​ແວດ​ລ້ອມ​ວິຊາ​ການ​ທີ່​ກ້າວໜ້າ, ສົດ​ໃສ.

ລົງທຶນ​ກໍ່ສ້າງ​ໃໝ່ ຫຼື​ຍົກ​ລະດັບ​ສະ​ຖາ​ບັນ​ວິທະຍາສາດ, ມະຫາວິທະຍາ​ໄລຈຳນວນ​ໜຶ່ງ​ທີ່​ທຳ​ການ​ຄົ້ນຄວ້າ​ວິ​ໄຈ​ຕາມ​ແບບຢ່າງ​ກ້າວໜ້າ​ຂອງ​ໂລກ. ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຂດ​ກະສິກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ເຂດ​ເຕັກ​ໂນ​ໂລ​ຊີ​ສື່ສານ​ລວມສູນ.

ກວດຄືນສະພາບ​ທີ່​ເປັນ​ຢູ່ ​ເພື່ອ​ລົງທຶນ​ຢ່າງ​ມີ​ການ​ເລືອກ​ເຟັ້ນ, ຍົກ​ລະດັບ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ,  ຫ້ອງການ​ທົດ​ລອງ ​ທີ່​ເປັນ​ຈຸດ​ໜັກ, ​ເຄື່ອງປະກອບ​ອຸປະກອນທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ຄົ້ນຄວ້າ​ວິ​ໄຈ, ​ໂຄງ​ສ້າງ​ພື້ນຖານ​ການ​ສື່ສານ ​ແລະ ສະຖິຕິວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ​ແຫ່ງ​ຊາດ​ທີ່​ທັນ​ສະ​ໄໝ.

ຊ່ວຍເຫຼືອ​ພັດທະນາບັນດາ​ທິມງານ​ນັກ​ຄົ້ນຄວ້າ​ໜຸ່ມທີ່​ມີ​ຄວາມ​ສາມາດ​ຊ້ອນ​ແຝງ, ບັນ​ດາວິ​ສາ​ຫະກິດ​ເລີ່​ມຕົ້ນ​ການ​ທຸລະ​ກິດ​ປ່ຽນ​ແປງ​ປະດິດ​ສ້າງ ​ທີ່​ມີ​ຄວາມ​ສາມາດ​ເຕີບ​ໂຕ​ໄວ. ພັດທະນາລະບົບ​ນິ​ເວດ​ແຫ່ງ​ການ​ປ່ຽນ​ແປງ​ປະດິດ​ສ້າງ ​ແລະ ເລີ່​ມຕົ້ນ​ການ​ທຸລະ​ກິດ​ຢ່າງ​ສົດ​ໃສ.

ທີ​ສີ່, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ກົນ​ໄກ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ຕາມ​ທິດລົບ​ລ້າງສິ່ງ​ກີດຂວາງ​ຕ່າງໆ, ປົດ​ປ່ອຍ​ຄວາມ​ສາມາດ​ປະດິດ​ສ້າງ​ທີ່​ຊ້ອນ​ແຝງ ​ໃຫ້​ມັນ​ຂະຫຍາຍຕົວ​ຢ່າ​ງ​ສຸດຂີດ, ​ເປີດ​ກວ້າງ​ສິດ​ເປັນ​ເຈົ້າ​ຕົນ​ເອງ ​ໄປ​ຄຽງ​ຄູ່​ກັບ​ການ​ປະ​ເມີນຜົນການ​ເຄື່ອນ​ໄຫວ​ຄົ້ນຄວ້າຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ.

ມອບ​ສິດ​ເປັນ​ເຈົ້າ, ຄວາມ​ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ຫຼາຍ​ທີ່​ສຸດ ​ໃຫ້​ບັນດາ​ອົງການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ພາກ​ລັດ ​ໃນ​ການ​ເຄື່ອນ​ໄຫວ, ການຈັດ​ຕັ້ງ​ກົງຈັກ ​ແລະ ບັນຈຸກຳລັງ​ຄົນ, ການ​ຄຸ້ມ​ຄອງ​ການ​ເງິນ - ຊັບ​ສິນ ​ແລະ ການ​ຮ່ວມ​ມື​ສາກົນ. ພ້ອມ​ກັນ​ນັ້ນ, ນຳ​ໃຊ້​ກົນ​ໄກການ​ປະ​ເມີນ​ທີ່​ເປັນ​ອິດ​ສະລະ ​ແລະ ​ເປີດ​ເຜີຍ, ​​ໂປ່​ງ​ໃສ ​ເພື່ອ​ຕີ​ລາຄາ​ຜົນ​ງານ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່ຂອງ​ອົງການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​.

​ເພີ່ມ​ທະວີ​ການ​ເຊື່ອມ​ສຳພັນລະຫວ່າງ​ສະ​ຖາ​ບັນ​ວິທະຍາສາດ, ມະຫາວິທະຍາ​ໄລ ກັບ​ວິ​ສາ​ຫະກິດ. ພັດທະນາ​ຂະຫຍາຍ​ບັນດາຊ່ອງ​ທາງ​ການ​ເງິນ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ, ​ເພື່ອ​ຊ່ວຍ​​ໃຫ້ວິສາ​ຫະກິດ​ເຫຼົ່າ​ນີ້ ລົງທຶນປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ດັດ​ແປງ ຫຼື​ປ່ຽນ​ແທນ​ເຕັກ​ໂນ​ໂລ​ຊີ, ​ເຄື່ອງຈັກອຸປະກອນ​ທີ່​ຫຼ້າ​ຫຼັງ ​ໂດຍ​ຜ່ານບັນດາ​ກອງ​ທຶນ​ແຫ່ງ​ຊາດ​ເພື່ອວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​. ຜັນ​ຂະຫຍາຍກົນ​ໄກ ຊັກ​ຄ່າ​ສ້າງ​ກອງ​ທຶນ​ ເພື່ອພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ຂອງ​ວິ​ສາ​ຫະກິດ​ ໃຫ້​ໄດ້​ຮັບ​ປະສິດທິ​ຜົນ.

ຍູ້​ແຮງການ​ພັດທະນາ​ຕະຫຼາດ​ເຕັກ​ໂນ​ໂລ​ຊີ ຕາມ​ທິດ​ພັດທະນາ​ເຄືອຂ່າຍ​ບັນດາ​ອົງການ​ບໍລິການ​ເຕັກນິກ, ​ເປັນ​ສື່​ກາງ, ການຖ່າຍ​ໂອນ, ການ​ໃຫ້​ຄຳ​ປຶກສາ, ປະ​ເມີນ​ຜົນ ​ແລະ ກຳນົດ​ລາຄາ​ເຕັກ​ໂນ​ໂລ​ຊີ. ກໍ່​ຕັ້ງ ​ແລະ ​ເຊື່ອມ​ຕໍ່ບັນດາ​ສູນ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ຢູ່​ບັນດາ​ນະຄອນ​ໃຫຍ່ ກັບບັນດາສູນ​ປະ​ຢຸກ​ໃຊ້​ຄວາມ​ກ້າວໜ້າ​ທາງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ຢູ່​ທ້ອງ​ຖິ່ນ​ຕ່າງໆ. ຂະຫຍາຍລະບົບພື້ນຖານຂໍ້​ມູນ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ຜູ້​ຊ່ຽວຊານ​ເຕັກ​ໂນ​ໂລ​ຊີ, ​ເຊື່ອມ​ຕໍ່​ລະຫວ່າງ​ການ​ສະໜອງ - ຄວາມ​ຕ້ອງການ​ກ່ຽວ​ກັບ​ຜະລິດ​ຕະພັນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​​ໃໝ່.

ທີ​ຫ້າ, ຍູ້​ແຮງການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ສາກົນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ຄົ້ນຄວ້າ​ລວມກັນ ​ເພື່ອຍາດ​ແຍ່ງ​ເອົາ​ແຫຼ່ງພະລັງ ​ແລະ ຄວາມ​ຮູ້​ຂອງ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ, ພ້ອມ​ກັນ​ນັ້ນ ກໍ່​ຍົກ​ສູງ​ກຳລັງ​ແຮງ ​ແລະ ​ລະດັບ​ການ​ຄົ້ນຄວ້າ​ໃນ​ປະ​ເທດ​ ຂຶ້ນ​ເທື່ອ​ລະ​ກ້າວ ​ເພື່ອ​ສາມາດ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ຕ່າງປະ​ເທດ​ຢ່າງ​ສະ​ເໝີ​ພາບ ​ແລະ ຕ່າງຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຍາວ​ນານ.

​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ຮ່ວມ​ກັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ລະດັບ​ຊາດ​ ກັບບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ໃນ​ໂລກ. ຊ່ວຍ​ໜູນ​ການ​ເຄື່ອນ​ໄຫວ​ພົວພັນ​ຮ່ວມ​ມື, ​ແລກ​ປ່ຽນທາງວິຊາ​ການ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ລະດັບ​ພາກ​ພື້ນ ​ແລະ ສາກົນ. ຂະຫຍາຍ ​ແລະ ຍົກ​ສູງ​ປະສິທິຜົນ​ການ​ເຄື່ອນ​ໄຫວຂອງ​ເຄືອຂ່າຍຜູ້ຕາງໜ້າ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ພື້ນ​ທີ່​ຈຸດ​ສຸມ.

ປະ​ເທດ​ຫວຽດນາມພວມ​ຢືນ​ຕໍ່ໜ້າ​ບັນດາ​ໂອກາດ​ອຳນວຍ ​ແລະ ສິ່ງ​ທ້າ​ທາຍ​ໃໝ່ ​ໃນ​ສະຖານະ​ພາບ​ເຊື່ອມໂຍງ​ສາກົນຢ່າງຮອບດ້ານ ​ແລະ ທ່າ​ອຽງ​ແຂ່ງຂັນ​ທົ່ວ​ໂລກ​ທີ່​ອີງ​ໃສ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ ​ແລະ ການ​ປ່ຽນ​ແປງ​ປະດິດ​ສ້າງ. ກວ່າ​ເວລາ​ໃດໝົດ, ກຳລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ ຕ້ອງ​ຕັ້ງໜ້າ​ພະຍາຍາມ​ປ່ຽນ​ແປງ​ໃໝ່ ​ແລະ ກ້າວໜ້າ​ບືນ​ຕົວ​ຂຶ້ນ ​ເພື່ອ​ກະທົບ​ຢ່າງ​ແຮງ​ເຖິງ​ປະສິທິພາ​ບ​ແຮງ​ງານ, ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຊາດ ​ແລະ ຂອງ​ວິ​ສາ​ຫະກິດ, ​ເຖິງ​ລະດັບ​ຄວາມ​ໄວ ​ແລະ ຄຸນ​ນະພາ​ບ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ລະບົບ​​ເສດຖະກິດ, ປະກອບສ່ວນ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດ​ຍພື້ນຖານ ​ໂດຍ​ໄວ ຄື​ດັ່ງ​ເປົ້າ​ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ໄດ້​ກຳນົດ​ໄວ້./.

​ໂດຍ ຈູ ງ​ອກແອັງ

ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​

--------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 883 (​ເດືອນ​ພຶດສະພາ 2016)