ວກ. - ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງຫວຽດນາມ ພວມ​ເປັນ​ໄພ​ທຳ​ມະ​ຊາດ​ທີ່​ໜັກໜ່ວງ​ທີ່​ສຸດ. ຖ້າ​ຫາກໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ໜັກໜ່ວງ​ຄື​ປັດຈຸບັນ, ​ໃນ​ເວລາ 3 ປີໜ້າ, ການ​ກະສິກຳ​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງອາດ​ຈະ​ຖືກຊຸດ​ໂຊມ​ລົງ; ດິນ​ກະສິກຳ, ສະບຽງອາຫານ​ຈະກາຍ​ເປັນ​ສິ່ງ​ທີ່​ຫາ​ຍາກ ​ແລະ ​ແພງ​ທີ່​ສຸດ. ​ເພື່ອຮັບ​ມື​ກັບສະພາບ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ, ຕ້ອງ​ລະດົມ​ການ​ລົງມື​ເຂົ້າ​ຮ່ວມ​ຂອງທົ່ວທັງ​ລະບົບ​ການ​ເມືອງ, ​ເພີ່ມ​ທະວີ​ແຫຼ່ງພະລັງ​ຂອງ​ທົ່ວ​ສັງຄົມ ​ແນ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ວິທີ​ປ້ອງ​ກັນ, ຕ້ານ, ຫລຸດຜ່ອນ​ຄວາມ​ເສຍ​ຫາຍ ທີ່​ເກີດ​ມາ​ຈາກໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ເຄັມ​ຄຸກ​ຄາມ, ຮັບປະກັນ​ໃຫ້ການ​ຜະລິດ ​ແລະ ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ.

ຍ້ອນການກະທົບຂອງໄພແຫ້ງແລ້ງ, ເນື້ອທີ່ປູກເຂົ້າຢູ່ຫຼາຍທ້ອງຖິ່ນໃນເຂດທົ່ງພຽງແມ່ນ້ຳຂອງ ຖືກເສຍຫາຍຢ່າງໜັກໜ່ວງ (ພາບປະກອບ: CPV.ORG.VN)

ເຂດ​ທົ່ງພຽງ​ແມ່​ນ້ຳຂອງຂອງຫວຽດນາມ ປະກອບ​ດ້ວນ 13 ​ແຂວງ-ນະຄອນ​ ທີ່​ຂຶ້ນ​ກັບ​ສູນ​ກາງຄື: ​ອານ​ຢາງ, ​ເບ໊ນ​ແຈ, ບາກ​ລຽວ, ກ່າ​ເມົາ, ດົ່ງ​ທ໊າບ, ​ເຮົ້າ​ຢາງ, ກຽນ​ຢາງ, ລອັງ​ອານ, ຊ໊ອກ​ຈັງ, ຕ່ຽນຢາງ, ຈ່າ​ວິ​ງ, ວິ໊ງລອັງ ​ແລະ ນະຄອນ​ເກິ່ນ​ເທີ. ​ເຂດ​ນີ້​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຫວຽດນາມ ຊຶ່ງ​ເນື້ອ​ທີ່​ທຳ​ມະ​ຊາດ​ກວມ​ເອົາ 12%, ຈຳນວນ​ພົນ​ລະ​ເມືອງ​ກວມ​ເອົາ 20%, ຈີ​ດີ​ພີ ກວມ​ເອົາ 17%, ​ເນື້ອ​ທີ່​ປູກ​ເຂົ້າ​ກວມ​ເອົາ 47%, ປະລິມານ​ເຂົ້າສານ​ກວມ​ເອົາ 56%, ມູນ​ຄ່າ​ສົ່ງ​ນອກ​ອາຫານ​ສັດ​ນ້ຳ​ກວມ​ເອົາ 60% ຂອງ​ທົ່ວ​ປະ​ເທດ ​ແລະ​ ມີ​ທ່າ​ໄດ້​ປຽບ​ທາງ​ດ້ານ​ການ​ປະມົງ, ພັດທະນາສວນ​ໝາກ​ໄມ້ ທີ່​ມີ​ຄຸນຄ່າ​ການ​ຜະລິດ ​ແລະ ການ​ສົ່ງ​ນອກ​ທີ່​ສູງ.

​ແຕ່​ວ່າ, ປັດຈຸບັນ​ນີ້ ເຂດ​ທົ່ງພຽງ​ແມ່​ນ້ຳຂອງພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາ​ມຢ່າງ​ຮ້າຍ​ແຮ​ງ ຊຶ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ​ແລະ​ ສືບ​ຕໍ່ນາບ​ຂູ່​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ນີ້. ​ແຕ່​ຕົ້ນ​ປີ 2016, ຄະນະ​ປະຕິບັດ​ງານ​ຫຼາຍ​ຄະນະ ຂອງ​ການນຳພັກ-ລັດ ​ແລະ ລັດຖະບານ​ຫວຽດນາມ ​ໄດ້​ໄປ​ສືບສວນ​ຕົວ​ຈິງ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​​ແຂງຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ເພື່ອ​ຕີ​ລາຄາ​ສະພາບ​ການ, ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ, ຕ້ານ ​ແລະ ຜ່ານ​ຜ່າໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາ​ມຢູ່​ໃນ​ເຂດ​ນີ້.

ສະພາບໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມ ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ

​ແຕ່​ປີ 2014 ມາ​ເຖິງ​ປັດຈຸບັນ, ຍ້ອນ​ການ​ກະທົບ​ຂອງ​ປະກົດ​ການ ​ແອ​ນ ນີ​ໂນ ດັ່ງ​ນັ້ນ​ລະດູ​ແລ້ງ​ຈຶ່ງ​ແກ່ຍາວ, ລະດູຝົນ​ຈຶ່ງ​ມາ​ຊ້າ ​ແລະ ສິ້ນ​ສຸດ​ໄວ. ​ແຕ່​ຕົ້ນ​ປີ 2015 ສາຍ​ນ້ຳ​​ທີ່ໄຫຼ​ຈາກຕົ້ນ​ນ້ຳແມ່​ນ້ຳຂອງ​ຖືກ​ຂາດ​ແຄນ, ລະດັບ​ນ້ຳ​ຕ່ຳ​ທີ່​ສຸດ​ໃນ​ຮອບ 90 ປີ​ທີ່​ຜ່ານ​ມາ ​ແລະ ບໍ່​ມີ​ຄວາມ​ສາມາດ​ຍູ້​​ໃຫ້ນ້ຳ​ເຄັມຖອຍ​ລົງ​ໄປ​ທີ່​ຝັ່ງ​ທະ​ເລ, ພາ​ໃຫ້​ນ້ຳ​ເຄັມ​ປະກົດ​ຕົວ​ຢູ່​​​ໃນ​​ແມ່​ນ້ຳ​ລຳເຊ​ກ່ອນ​ເວລາ​ເກືອບສອງ​ເດືອ​ນ ທຽບ​ກັບ​​ເວລາ​ດຽວ​ກັນ​ຂອງປີ​ກ່ອນ ​ແລະ ນ້ຳ​ເຄັມ​ຄຸກ​ຄາມ​ເລິກ​ເຂົ້າ​ໄປ​ທາງຕົ້ນນ້ຳ, ບ່ອນ​ໄກ​ທີ່​ສຸດ​ແມ່ນ 90ກມ. ຕາມ​ຕົວ​ເລກຂອງ​ການ​ວັດ​ແທກ, ລະດັບ​ເຄັມ​ສູງ​ສຸດ​ລ້ວນ​ແຕ່​ສູງ​ກວ່າ​ລະດັບ​​ເຄັມປານ​ກາງຂອງ​ຫຼາຍ​ປີ ​ແລະ ລື່ນ​ກາຍ​ລະດັບ​ເຄັມ​ສູງ​ສຸດ​ໃນ​ເວລາ​ດຽວ​ກັນ​ທີ່​​ເຄີຍວັດ​ແທກ​ໄດ້​ໃນ​ປະຫວັດສາດ: ບໍລິ​ເວນ​ທີ່​ມີລະດັບ​ເຄັມ 4 ກ/ລ ​ໄດ້​ເຂົ້າ​​ໄປ​ໄກ​ເຖິງ 90 - 95ກມ ​ໃນ​ເຊ ວ່າມ​ກໍ໋, 45 - 65ກມ ​ໃນ​ເຊ ​ຕ່ຽນ, 55 - 60ກມ ​ໃນ​ເຊ​ເຮົ້າ ​ແລະ 60 - 65ກມ ຢູ່​ເຂດ​ຊາຍ​ຝັ່ງ​ທະ​ເລ​ຕາ​ເວັນ​ຕົກ (​ເຊ ກ໊າຍ​ເລີ໊ນ). ຂອບ​ເຂດ​ທີ່​ນ້ຳ​ເຄັມຄຸກ​ຄາມ​ເທິງ​ນີ້​ໄດ້​ລື່​ນກາຍ​ລະດັບ​ປາງ​ກາງ ຢ່າງ​ໜ້ອຍ​ແມ່ນ​ແຕ່ 5 - 10ກມ ຢູ່​ເຂດ​ຊາຍ​ຝັ່ງທະ​ເລ​ຕາ​ເວັນ​ຕົກ; 10 - 15ກມ ຢູ່​ເຂ​ດ​ເຊ ວ່າມ​ກໍ໋ ​ແລະ ​ເຊເຮົ້າ ​ເຖິງ​ຫຼາຍ​ສຸດ​ແມ່ນ 20 - 25ກມ ຢູ່​ເຊ​ຕ່ຽນ. ຜົນ​ຂອງ​ການວັດ​ແທກກໍ່​ໃຫ້​ເຫັນ​ວ່າ ລະດັບ​ເຄັມ​ສູງ​ສຸດ ກໍ​ສູງ​ກວ່າ​ທຽບ​ກັບ​ລະດັບ​ສູງ​ສຸດ​ໃນເວລາ​ດຽວ​ກັນ​ໃນ​ປະຫວັດສາດ.

ສະພາບໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມດັ່ງກ່າວ​ເທິງ​ນີ້ ​ໄດ້​ເປັນ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ເຖິງ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ບັນດາ​ແຂວງຢູ່​ຊາຍ​ຝັ່ງ​ທະ​ເລ​ຄື ລອັງ​ອານ, ຕ່ຽນຢາງ, ​ເບ໊ນ​ແຈ, ຈ່າ​ວິ​ງ, ສ໊ອກຈັງ, ບາກ​ລຽວ, ກຽນ​ຢາງ ​ແລະ ກ່າ​ເມົາ ມີ​ເນື້ອ​ທີ່​ຕົ້ນ​ປູກ​ຫຼາຍ​ແຫ່ງ​ຖືກ​ເສຍ​ຫາຍຍ້ອນໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມ. ລວມຍອດ​ເນື້ອ​ທີ່​ທີ່ຖືກ​ເສຍ​ຫາຍ​ແມ່ນ 126.798 ​ແຮັກ​ຕາ; ​ໃນ​ນັ້ນ 78.137 ​ແຮັກ​ຕາ ​ຖືກ​ເສຍ​ຫາຍ​ຫຼາຍ​ກວ່າ 70% ປະ​ສິດທິ​ພາບ (ກວມ​ເອົາ 62%), 45.740 ​ແຮັກ​ຕາ ຖືກ​ເສຍ​ຫາຍ​ແຕ່ 30 - 70% ປະສິດທິພາບ (ກວມ​ເອົາ 36%), 2.921 ​ແຮັກ​ຕາ ​ເສຍ​ຫາຍ​ບໍ່​ເຖິງ 30% ປະສິດທິພາບ (ກວມ​ເອົາ 2%). ​ແຂວງ​ທີ່​ຖືກ​ເສຍ​ຫາຍ​ຫຼາຍ​ແມ່ນ ກ່າ​ເມົາ: 49.343 ແຮັກ​ຕາ, ກຽນ​ຢາງ: 34.093 ແຮັກ​ຕາ, ບາກ​ລຽວ: 11.456 ແຮັກ​ຕາ ​ແລະ ​ເບ໊ນ​ແຈ: 10.755 ແຮັກ​ຕາ. ຖ້າ​ຫາກ​ສະພາບ​ແຫ້ງ​ແລ້ງ​ສືບ​ຕໍ່​ແກ່ຍາວ​ຮອດ​ເດື​ອນມິຖຸນາ 2016, ​ໃນ​ທົ່ວ​ເຂດ​ຈະ​ມີ​​ເນື້ອ​ທີ່​ນາ​ລະດູ​ຮ້ອນ-ຫ່ວງ​ໂຮຍ ປະມານ 500.000 ແຮັກ​ຕາ ບໍ່​ສາມາດ​ຫວ່ານ​ເມັດ​ໄດ້​ ຍ້ອຂາດ​ນ້ຳ.

ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມກໍ່​ໄດ້​ເປັນ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ ​ເຖິງ​ການ​ສະໜອງ​ນ້ຳກິນ​ໃຫ້​ແກ່​ບາງ​ເຂດທີ່​ໃຊ້​ນ້ຳ​ຜິວ​ດິນ, ​ເປັນ​ຕົ້ນ​ແມ່ນ​ເຂດ​ທີ່​ຍັງ​ບໍ່​ທັນ​ມີ​ກິດຈະການ​ສະໜອງ​ນ້ຳ​ກິນ ຊຶ່ງ​ລວມສູນຢູ່​ບັນດາ​ເຂດ​ປາກ​ນ້ຳ, ຊາຍ​ຝັ່ງ​ທະ​ເລ, ຄື ກ່າ​ເມົາ, ກຽນ​ຢາງ, ​ເບ໊ນ​ແຈ, ຈ່າ​ວິ​ງ, ​ເຮົ້າ​ຢາງ, ລອັງ​ອານ, ຕ່ຽນຢາງ, ບາກ​ລຽວ. ປັດຈຸບັນ ມີ​ປະມານ 250.000 ຄອບຄົວ (ປະມານ 1,3 ລ້ານ​ຄົນ) ຖືກ​ຂາດ​ແຄນນ້ຳ​ຈືດ​ເພື່ອ​ຊົມ​ໃຊ້. ຍ້ອນ​ແຫຼ່ງນ້ຳ​ຖືກ​ບົກ​ແຫ້ງ, ​ເຂດ​ປ່າ​ຫຼາຍ​ແຫ່ງ ກໍພວມ​ຢູ່​ໃນ​ລະດັບ​ສູງ​ຂອງການແຈ້ງ​ເຕືອນ​ໄຟ​ໄໝ້ (ລະດັບ 4, ລະດັບ 5), ພິ​ເສດ​ແມ່ນ​ເຂດ​ປ່າ​ກວ້າງໃຫຍ່ສອງ​ແຫ່ງຄື ອູ​ມິ​ງ​ເໜືອ ​ແລະ ອູ​ມິ​ງ​ໃຕ້.

ຕາມ​ການ​ຄາດກະ​ສະຖານະ​ການປ່ຽນແປງພູມິ​ອາກາດ ​ແລະ ນ້ຳ​ທະ​ເລ​ຍື່ງຂຶ້ນ, ສຳລັບກໍລະນີ​ປານ​ກາງ, ​ໃນ​ອານາ​ຄົດ ນ້ຳ​​ເຄັນຈະ​ຊຶມ​ເຂົ້າ​ເລິກກວ່າທຽບ​ກັບ​ລະດູ​ແຫ້ງ​ທີ່​ຜ່ານ​ມາ: 67 - 70ກມ​ ໃນແມ່​ນ້ຳຂອງ, 125ກມ​ ໃນ​​ເຊ ວ່າມ​ກໍ໋​ໄຕ ​ໃນ​ໄລຍະ 2020 - 2039, ​ແລະ 70 - 75ກມ ​ໃນ​ແມ່​ນ້ຳຂອງ, 129ກມ ​ໃນ​ເຊ ວ່າມ​ກໍ໋​ໄຕ ​ໃນ​ໄລຍະ 2040 - 2059.

​ເປັນ​ອັນວ່າ, ​ໃນ​ໄລຍະ​ຕໍ່​ໄປ​ນີ້, ດ້ວຍ​ການ​ກະທົບ​ຂອງ​ການ​ປ່ຽນ​ແປງ​ສະພາ​ບພູມິ​ອາກາດ ​ແລະ ນ້ຳ​ທະ​ເລ​ຍື່ງຂຶ້ນ ​ແລະ ຜົນ​ກະທົບ​ຂອງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ, ນຳ​ໃຊ້​ນ້ຳຂອງ​ບັນດາ​ປະ​ເທດ​ຢູ່​ຕອນ​ບົນແມ່​ນ້ຳຂອງ​, ພິ​ເສດ​ແມ່ນ​ການ​ກໍ່ສ້າງ ​ແລະ ນຳ​ໃຊ້​ບັນດາ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ​ຢູ່​ຕາມ​ລຳນ້ຳ​ຕົ້ນຕໍ ​ແລະ ສາຂານັ້ນ, ເຂດ​ທົ່ງພຽງ​ແມ່​ນ້ຳຂອງຫວຽດນາມຈະ​ຕ້ອງປະ​ເຊີນ​ໜ້າຢ່າງ​ເປັນ​ປະຈຳ​ກັບ​ສະພາບໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມ ຢ່າງ​ຮ້າຍ​ແຮງ​ກວ່​າຕັ້ງ​ຫຼາຍ​ ທຽບ​ກັບ​ສິ່ງ​ທີ່​ໄດ້​ແລະ​ພວມ​ເກີດຂຶ້ນ ນັບ​ທັງ​ຂະໜາດ, ລະດັບ ​ແລະ ​ເວລາ ຖ້າ​ຫາກ​ພວກ​ເຮົາ​ບໍ່​ມີ​ວິທີ​ແກ້​ຢ່າງ​ພື້ນຖານ ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ.

ສາ​ເຫດ​ຕົ້ນຕໍ​ຈຳນວນ​ໜຶ່ງ​ທີ່​ພາ​​ໃຫ້ ນ້ຳ​ເຄັມ​ຄຸກ​ຄາມຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ປັດຈຸບັນ

ທີ​ໜຶ່ງ, ປະກົດ​ການ ​ແອນ ນີ​ໂນ ຢ່າງ​ແຮງ​ແລະ​ແກ່ຍາວ ​ແຕ່​ປີ 2014 ​ມາ​ເຖິງ​ເວລາ​ນີ້​ ໄດ້​ພາ​ໃຫ້​ປະລິມານ​ນ້ຳ​ຝົນ​ໃນ​ທົ່ວ​ພາກ​ພື້ນ​ຫລຸດ​ໜ້ອຍ​ລົງ​ຫຼາຍ​ທີ່​ສຸດ (ປະມານ 45%) ທຽບ​ກັບ​ປະລິມານ​ນ້ຳ​ຝົນ​ສ​ະ​ເລ່ຍຂອງ​​ປີ​ກ່ອນໆ. ທຽບ​ກັບ​ລະດັບ​ປານ​ກາງ​ໃນ​ເວລາ​ດຽວ​ກັນ​ຂອງ​ຫຼາຍ​ປີ​ກ່ອນ, ປະລິມານ​ນ້ຳ​ຝົນ​​ໃນ​ເດືອນມັງກອນ 2016 ຢູ່​ໃນ​ທົ່ວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ລ້ວນ​ແຕ່​ຫລຸດລົງ​ຢ່າງ​ຮ້າຍ​ແຮງ: ຢູ່​ເຂດ​ຕົ້ນ​ນ້ຳ​ໃນ​ແຂວງ​ຢູນໜານ (ປະ​ເທດ​ຈີນ) ຫລຸດຜ່ອນ 24%; ຢູ່​ເຂດ​ກາງ​ໃນ​ປະ​ເທດ​ໄທ, ລາວ, ​​ໄຕ​ງວຽນຫວຽດນາມ ​ແລະ ​ທະ​ເລ​ສາບກຳປູ​ເຈຍ ຫລຸດຜ່ອນ 85% ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງຂອງ​ກຳປູ​ເຈຍ​ ກໍ​ຫລຸດຜ່ອນ​ເຖິງ 85%. ສະ​ເພາະ ເຂດ​ທົ່ງພຽງ​ແມ່​ນ້ຳຂອງຫວຽດນາມ, ປະລິ​ມານ​ນ້ຳ​ຝົນ​ໃນ​ເດືອນ​ທັນວາ 2015 ​ໄດ້​ຫລຸດ​ຜ່ອນ 30%, ສ່ວນ​ເດືອນມັງກອນ 2016 ​ໄດ້​ຫລຸດຜ່ອນ​ເຖິງ 100% ທຽບ​ກັບ​ລະດັບ​ປານ​ກາງຂອງ​ຫຼາຍປີ​ກ່ອນ.

ທີ​ສອງ, ກ່ຽວກັບ​ລະບອບ​ການ​ເຄື່ອນ​ໄຫວ, ດັບ​ສົມ​ຂອງ​ບັນດາ​ອ່າງ​ເກັບ​ນ້ຳຢູ່​ເຂດ​ຕົ້ນນ້ຳ, ນັບ​ທັງ​ຢູ່​ໃນ​ແມ່​ນ້ຳສາຍ​ຫຼັກ ​ແລະ ລຳ​ນ້ຳ​ສາຂາ. ຢູ່​ເຂດ​ຕົ້ນ​ນ້ຳ​ໃນ​ປະ​ເທດ​ຈີນ ສະ​ເພາະອ່າງ​ເກັບ​ນ້ຳ 2 ​ແຫ່ງ​ຄື ຊຽວວັນ ​ແລະ ຈູ໋​ເຟືອນ​ນູ່ ກໍ​ໄດ້​ມີ​ບໍລິ​ມາດ​ນ້ຳ​ລວມຍອດ​ເຖິງ 22 ຕື້​ແມັດ​ກ້ອນ, ສ່ວນ​ອ່າງ​ເກັບ​ນ້ຳ​ຢູ່​ຕາມ​ສາຂາ​ຕ່າງໆ (ຕົ້ນຕໍ​ແມ່ນ​ຢູ່​ປະ​ເທດ​ລາວ) ກໍ​ໄດ້​ມີ​ບໍລິ​ມາດ​ນ້ຳ​ລວມຍອດ​ປະມານ 20 ຕື້​ແມັດ​ກ້ອນ. ດ້ວຍ​ບໍລິ​ມາດ​ນ້ຳ​ທັງ​ໝົດ​ປະມານ 42 ຕື້​ແມັດ​ກ້ອນ, ບັນດາ​ອ່າງ​ເກັບ​ນ້ຳ​ທີ່​ກ່າວ​ມາ​ເທິງ​ນີ້​ ມີ​ຄວາມ​ສາມາດ​ດັດສົມ​ສາຍ​ນ້ຳ​ໄດ້​ຫຼາຍ​ທີ່​ສຸດ. ຖ້າ​ຫາກ​ແບ່ງ​ປະລິມານ​ນ້ຳ​ນັ້ນ​ຢ່າງ​ສະ​ໝ່ຳສະ​ເໝີ ​ເພື່ອ​ເຄື່ອນ​ໄຫວ, ດັດສົມ​ໃນຕະຫຼອດ 6 ​ເດືອນ​ຂອງ​ລະດູ​ແລ້ງ, ຊຶ່ງ​ແຕ່​ລະ​ວັນ​ຈະ​ມີ​ນ້ຳ​ເພີ່ມ​ເຕີມ​ປະມານ 2.700 ​ແມັດ​ກ້ອນຕໍ່ວິນາທີ. ປະລິມານ​ນ້ຳ​ນີ້​ມີ​ຄວາມ​ສຳຄັນ​ທີ່​ສຸດ ມັນ​ຕັດສິນ​ສາຍ​ນ້ຳ​ໃນ​ແມ່​ນ້ຳຂອງ ​ແລະ ສາຍ​ນ້ຳ​ທີ່​ໄຫຼ​ລົງ​ມາ​ໃນ​ປະ​ເທດ​ຫວຽດນາມ. ​ເພາະສະ​ນັ້ນ, ຖ້າ​ຫາກ​ອ່າງ​ເກັບ​ນ້ຳ​ເຫຼົ່າ​ນີ້​ບໍ່​ເຄື່ອນ​ໄຫວ​ເພື່ອ​ຜະລິດ​ໄຟຟ້າ ພ້ອມ​ນັ້ນ​ກໍບໍ່ປ່ອຍ​ນ້ຳ​ລົງ​ໄປ​ໃນ​ຕອນ​ໃຕ້​ແລ້ວ, ປະລິມານ​ນ້ຳທີ່​ໄຫຼ​ລົງ​ມາ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ກໍ່​ຈະ​ຫລຸດ​ລົງ​ຢ່າງ​ຮ້າຍ​ແຮງ. ຫຼັກ​ຖານ​ຄື, ຕາມ​ການສະ​ເໜີ​ຂອງ​ຫວຽດນາມ, ​ແຕ່​ວັນ​ທີ 15 ມີນາ ຮອດ​ວັນ​ທີ່ 10 ​ເມສາ, ຝ່າຍ​ຈີນ​ໄດ້​ປ່ອຍ​ນ້ຳ​ລົງ​ໄປ​ໃນ​ຕອນ​ໃຕ້​ດ້ວຍ​ປະລິມານ 2.190 ​ແມັດ​ກ້ອນຕໍ່ວິນາທີ, ຕໍ່​ຈາກ​ນັ້ນ​ບັນດາ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່​ຕາມ​ສາຂາຂອງ​ແມ່​ນ້ຳຂອງກໍ່​ໄດ້​ປ່ອຍ​ນ້ຳ​ພ້ອມ​ນຳ ຊຶ່ງ​ໄດ້​ເຮັດ​ໃຫ້​ສາຍ​ນ້ຳ​ໃນ​ແມ່​ນ້ຳຂອງ​ຕອນ​ໃຕ້​ເພີ່ນ​ຂຶ້ນ, ​ໃນ​ຕົ້ນ​ເດືອນ​ເມສາ​ທີ່​ຜ່ານ​ມາ ລະດັບນ້ຳ​ຢູ່ ​ເຕິ​ນ​ເຈົາ ບັນລຸ​ 1,3 ມ, ຢູ່ ​ເຈົາດົກ ​ແມ່ນ 1,4 ມ, ສູງ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ 2015 ປະມານ 0,1 - 0,15 ​ມ.

ທີ​ສາມ, ຄວາມ​ຫລຸດຜ່ອນ​ຂອງ​ສາຍ​ນ້ຳ​ໃນ​ທະ​ເລ​ສາບ​ຂອງ​ກຳປູ​ເຈຍ. ຢູ່​ສະຖານີ​ອຸ​ທົກ​ກະວິທະຍາ​ປຣຽກດຳ ທີ່​ກວດກາ​ສາຍ​ນ້ຳ​ຂອງ​ທະ​ເລ​ສາບ ​ໃນ​​ເຊ​ໂຕນ​ເລສາບ ​ໄດ້​ໃຫ້​ເຫັນ​ວ່າ ທ້າຍ​ລະດູ​ນ້ຳມາກ​ປີ 2015, ລະດັບ​ນ້ຳ​ຕ່ຳ ​ໄດ້​ພຽງ 50% ທຽບ​ກັບ​ລະດັບສະ​ເລ່ຍຂອງ​ຫຼາຍ​ປີ​ກ່ອນ, ສາຍ​ນ້ຳ​ໃນ​ເດືອນ​ມັງກອນ 2016 ຫລຸດຜ່ອນ 71%, ​ເດືອນ​ກຸມພາ 2016 ຫລຸດ 77% ທຽບ​ກັບ​ລະດັບ​ສະ​ເລ່ຍຂອງ​ຫຼາຍ​ປີ​ກ່ອນ.

ທີ​ສີ່, ການ​ເພີ່ມ​ທະວີ​ການ​ຂຸດ​ຄົ້ນ​ນ້ຳ​ຢູ່​ເຂດ​ຕອນ​ກາງ​​ແມ່​ນ້ຳຂອງ. ທີ່​ຜ່ານ​ມາ​ມໍ່​ນີ້, ໜັງສືພິມ​ຂອງ​ໄທ​ໄດ້​ສົ່ງຂ່າວ​ວ່າ ສະຖານີ​ສູບ​ນ້ຳສອງ​​ແຫ່ງຢູ່​ປາກ​ນ້ຳທີ່​ຫ້ວຍ​ຫຼວງ ​ແລະ ນະຄອນ​ພະນົມ ມີ​ຄວາມ​ສາມາດ​ສູບ​ນ້ຳ​ໄດ້​ປະມານ 25 - 30 ​ແມັດ​ກ້ອນ​ຕໍ່​ວິນາທີ. ນອກຈາກ​ນັ້ນ, ກົມ​ຊົນລະປະທານ​ແຫ່ງ​ປະ​ເທດ​ໄທ ຍັງ​ມີ​ສະຖານີ​ສູບ​ນ້ຳ​ເຄື່ອນ​ທີ່​ອີກ​ຈຳນວນ​ໜຶ່ງ​ຢູ່​ຕາມ​ລຳນ້ຳຂອງ, ຄາດກະ​ສາມາດ​ຂຸດ​ຄົ້ນນ້ຳ​ໄດ້​ປະມານ 10% ຂອງ​ສາຍ​ນ້ຳ​ໃນ​ລະດູ​ແລ້ງຢູ່​ໃນ​ພາກ​ພື້ນ​ນີ້.

ທີ​ຫ້າ, ສາຍ​ນ້ຳ​ທີ່​ມາ​ເຖິງ ​ເຕິ​ນ​ເຈົາ, ​ເຈົາດົກ ກ່ອນ​ເມື່ອ​ເຂົ້າ​ເຖິງ​ເຂ​ດທົ່ງພຽງ​ແມ່​ນ້ຳຂອງ ຖືກ​ຫລຸດຜ່ອນ​ລົງ​. ຍ້ອນ​ປະລິມານ​ນ້ຳ​ຝົນ​ຫລຸດ​ລົງ ຈຶ່ງ​ພາ​ໃຫ້​ລະດັບ​ນ້ຳ​ໃນ​ເຊ​ຫລຸດ​ລົງ, ຕົວ​​ເລກ​ວັດ​ແທກ​ສາຍ​ນ້ຳຢູ່ ເຕິ​ນ​ເຈົາ, ​ເຈົາດົກ ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ທັນວາ 2015 ສາຍ​ນ້ຳ​ຫລຸດ​ລົງ 50%, ​ເດືອນ​ມັງກອນ 2016: ຫລຸດ​ລົງ 45%, ​ເດືອຍ​ກຸມພາ 2016: ຫລຸດ​ລົງ 32%, ​ເດືອນ​ມີນາ 2016: ຫລຸດ​ລົງ 24% ທຽບ​ກັບ​ລະດັບ​ປານ​ກາງຂອງ​ຫຼາຍ​ປີກ່ອນ.

ທີ​ຫົກ, ນ້ຳ​ທະ​ເລຂຶ້ນສູງ. ຕາມ​ຂໍ້​ມູນ​ຕົວ​ຈິງ​ແຫ່ງ​ການ​ວັດ​ແທກ​ນ້ຳ​ຂຶ້ນນ້ຳລົງ​ໃນ​ທະ​ເລ​ຕາ​ເວັນ​ອອກ​ລະດູ​ແລ້ງ​ປີ 2016 ​ໃຫ້​ຮູ້​ວ່າ, ຍອດ​ນ້ຳ​ຂຶ້ນ​ເທົ່າ​ກັບ​ຍອດ​ນ້ຳ​ຂຶ້ນ​ສູງ​ສຸດ​ໃນ​ປະຫວັດສາດ, ຕີນ​ນ້ຳ​ຂຶ້ນສູງ​ກວ່າ​ຕີນ​ນ້ຳ​ຂຶ້ນ​ທີ່​ສູງ​ສຸດ​ປະມານ 0,1 - 0,2 ມ ​ແລະ ລະດັບ​ນ້ຳ​ຂຶ້ນ​ສະ​ເລ່ຍສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ຫຼາຍ​ປີ​ປະມານ 0,3 - 0,6 ມ; ທະ​ເລ​ຕາ​ເວັນ​ຕົກກໍ່​ມີຕີນ​ນ້ຳ​ຂຶ້ນສູງ​ກວ່າ​ຕີນ​ນ້ຳ​ຂຶ້ນ​ທີ່​ສູງ​ສຸດ ​ປະມານ 0,2 - 0,3 ມ ​ແລະ ລະດັບ​ນ້ຳ​ຂຶ້ນ​ສະ​ເລ່ຍສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ຫຼາຍ​ປີ​ ປະມານ 0,4 - 0,6 ມ.

ບັນດາ​ວິທີ​ແກ້ ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຄຸກ​ຄາມຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ

ກ່ຽວ​ກັບ​ວິທີ​ແກ້​ສະ​ເພາະ​ໜ້າ, ຕ້ອງ​ເຊື່ອມ​ຊືມ, ປະຕິບັດ​ການ​ຊີ້​ນຳ​ຕ່າງໆຂອງ​ພັກ​ແລະ​ລັດ​ຫວຽດນາມຢ່າງ​ເຂັ້ມ​ງວດ, ຮີບ​ດ່ວນ, ​ເຊັ່ນ ຄຳ​ສັ່ງ​ສະບັບ​ເລກທີ 04/CT-TTg, ລົງ​ວັນ​ທີ 4 ກຸມພາ 2016, ວ່າ​ດ້ວຍ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຮີບ​ດ່ວນ ​ເພື່ອ​ປ້ອງ​ກັນ​ແລະ​ຕ້ານ​ໄພແຫ້ງ​ແລ້ງ, ນ້ຳ​ເຄັມຄຸກ​ຄາມ; ຄຳ​ສັ່ງ​ສະບັບ​ເລກທີ 9/CT-TTg, ລົງ​ວັນ​ທີ 12 ມີນາ 2016, ວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ ເພື່ອ​ຮັບ​ມື​ກັບ​ນ້ຳ​ເຄັມ​ຄຸກ​ຄາມ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ; ມະຕິ​ກອງ​ປະຊຸມ​ສະ​ໄໝ​ສາມັນເດືອນກຸມພາ 2016 ຂອງ​ລັດຖະບານ​ຫວຽດນາມ ​(​ສະບັບ​ເລກທີ 20/NQ-CP, ລົງ​ວັນ​ທີ 3 ມີນາ 2016); ບັນດາ​ຄວາມ​ສະຫລຸບ​ຂອງ​ເລຂາທິການ​ໃຫຍ່, ນາຍົກລັດຖະມົນ​ຕິ, ຮອງ​ນາຍົກລັດຖະມົນຕີ​ໃນ​ທີ່​ການ​ປະຊຸມ​ເຮັດ​ວຽກ​ກັບ​ບັນດາ​ແຂວງ-ນະຄອນ ​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ ຕ້ານ​ການບຸກລຸກ​ຂອງ​ນ້ຳ​ເຄັມ.

ຄຽງ​ຂ້າງ​ນັ້ນ, ຕ້ອງ​ເຜີຍ​ແຜ່ ​ແລະ ​ແນະນຳ​ໃຫ້​ປະຊາຊົນປະຕິບັດ​ບັນດາ​ມາດ​ຕະການນຳ​ໃຊ້​ນ້ຳ​ຢ່າງ​ປະຢັດ​ແລະ​ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຫົດ​ນ້ຳ​ໃຫ້​ຕົ້ນ​ປູກ, ຕ້ານການ​ຟຸມ​ເຟືອຍ​ແຫຼ່ງນ້ຳ. ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ພະຍາກອນ​ນ້ຳ ​ແລະການ​ບຸກລຸກ​ຂອງ​ນ້ຳ​ເຄັມ​ ເພື່ອ​ສົ່ງ​ຂ່າວ​ຢ່າງ​ທັນ​ການ​ໃຫ້ບັນດາ​ອົງການ, ທ້ອງ​ຖິ່ນ ​ແລະ ປະຊາຊົນ​ຮູ້, ​ແລະ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບ​ມື​ທີ່​ເໝາະ​ສົມ ​ແລະ ສອງ​ຄ່ອງ​ກັບ​ແຕ່ລະ​ໄລຍະ​ເວລາ.

ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ເປັນ​ເຈົ້າ​ການສະ​ເໜີ​ນຳນາຍົກລັດຖະມົນຕີ ສສ ຫວຽດນາມ ຜ່ານ​ຊ່ອງ​ທາງ​ການ​ທູດ​ສະ​ເໜີ​ໃຫ້​ຈີນ ​ແລະ ລາວ ປ່ອຍ​ນ້ຳ​ຈາກ​ອ່າງ​ເກັບ​ນ້ຳ​ຕ່າງໆ ລົງ​ມາ​ ເພື່ອ​ຊ່ວຍ​ບັນ​ເທົາ​ສະພາບ​ແຫ້ງ​ແລ້ງ, ຫລຸດຜ່ອນ​ການ​ຄຸກ​ຄາມ​ຂອງນ້ຳ​ເຄັມ. ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຊີ້ນຳ​ບັນດາ​ອົງການ​ວິຊາ​ສະ​ເພາະ ​ໃຫ້​ສືບ​ຕໍ່​ຕິດ​ຕາມ​ການ​ປ່ຽນ​ແປງ​ຂອງ​ປະກົດ​ການ ​ແອນ ນີ​ໂນ, ອຸຕຸນິຍົມ, ອຸ​ທົກ​ກະ​ວິທະຍາ ​ແລະ ສັງ​ເກດ ຄາດກະ​ພະຍາກອນ​ໄວ ​ກ່ຽວ​ກັບກະ​ແສ​ສາຍ​ນ້ຳ, ການ​ຄຸກ​ຄາມ​ຂອງ​ນ້ຳ​ເຄັນ, ສະໜອງ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ​​ເພື່ອ​ຊ່ວຍໃຫ້ທ້ອງ​ຖິ່ນ​ຕ່າງໆ​ ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນແລະຕ້ານ​ໄພ​ແຫ້ງ​ແລ້ງ. ພ້ອມ​ກັນ​ນັ້ນ ກໍ​ຕິດຕາມ​ສະພາບ​ການ​ປ່ອຍ​ນ້ຳຂອງ​ບັນດາ​ອ່າງ​ເກັບ​ນ້ຳ​ຕາມ​ສາຍ​ແມ່​ນ້ຳຂອງ​ໃນ​ປະ​ເທດ​ຈີນ ​ແລະ ບັນດາ​ອ່າງ​ເກັບ​ນ້ຳ​ຕາມລຳ​ນ້ຳ​ສາຂາ ​ເພື່ອ​ຈະ​ມີ​ວິທີ​ແກ້​ໄຂ​ເພີ່ມ​ເຕີມ​ແຫຼ່ງນ້ຳ​ຢ່າງ​ທັນ​ການ​ ແນ​ໃສ່​ຍູ້​ນ້ຳ​ເຄັມໃຫ້​ຖອຍ​ລົງ​ໄປ​ທາງ​ທະ​ເລ ​ແລະ ຈຳກັດ​ສະພາບ​ຄວາມ​ຂາດ​ແຄນ​ນ້ຳຈືດ; ຈັດ​ຕັ້ງ​ໜ່ວຍ​ງານ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ ໃນ​ການຄົ້ນ​ຫາ, ຂຸດ​ຄົ້ນ​ນ້ຳ​ບາ​ດານ ​ແນ​ໃ​ສ່ສະໜອງ​ນ້ຳ​ກິນ​ຢ່າງ​ທັນ​ການ​ໃຫ້​ປະຊາຊົນ​ໃນ​ເຂດ​ທີ່​ຂາດ​ແຄນ​ນ້ຳກິນ​ຢ່າງ​ຮ້າຍ​ແຮງ... ​ແລະ ຈ່າຍ​ງົບປະມານໃຫ້ 8 ​ແຂວງ, ​ແຕ່ລະ​ແຂວງ 500 ລ້ານ​ດົ່ງ​ ເພື່ອ​ປະກອບສ່ວນ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່ເຂດທີ່ຂາດ​ແຄນ​ນ້ຳກິນ.

​ໃນ​ໄລຍະ​ຍາວ, ການ​ແກ້​ໄຂບັນຫາ​ຊັບພະຍາກອນ​ນ້ຳ, ຮັບປະກັນ​ການ​ຂຸດ​ຄົ້ນ ນຳ​ໃຊ້​ຊັບພະຍາກອນ​ນ້ຳ​ແບບ​ຍືນ​ຍົງ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພິ​ເສດ​ແມ່ນ​ຜ່ານ​ຜ່າ​ສະພາບ​ແຫ້ງ​ແລ້ງ ​ແລະ ການ​ຄຸກ​ຄາມ​ຂອງ​ນ້ຳ​ເຄັມ​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ບໍ່​ພຽງ​ແຕ່​ມີ​ລັກສະນະ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ລັກສະນະ​ພາກ​ພື້ນ ຊຶ່ງ​ພົວພັນ​ເຖິງ 6 ປະ​ເທດ​ທີ່​ມີ​ແມ່​ນ້ຳຂອງຮ່ວມ​ກັນ.

ກ່ຽວ​ກັບ​ພາຍ​ໃນ​ປະ​ເທດ, ກ່ອນ​ອື່ນ​ໝົດ, ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ຄາດ​ຄະ​ເນ, ການ​ກ່າວ​ເຕື່ອນ, ​ເປັນ​ຕົ້ນ​ແມ່ນ​ການ​ຄາດ​ຄະ​ເນ​ກ່ອນ 10 ວັນ, ​ເດືອນ​ໜຶ່ງ, ລະດູ​ການ​ໜຶ່ງ.

ທີ​ສອງ, ​ເປັນ​ເຈົ້າ​ການ​ກວດຄືນ, ປັບປຸງ​ເພີ່ມ​ເຕີມ​ແຜນ​ແມ່​ບົດ​ພັດທະນາ​ເສດຖະກິດ - ສັງຄົມ, ​ບັນດາແຜນກຳນົດ​ຂອງ​ຂະ​ແໜງ​ການ, ຂົງ​ເຂດ, ພິ​ເສດ​ແມ່ນ​ແຜນ​ກຳນົດ​ການ​ຊົນລະປະທານ, ການ​ກະ​ເສດ, ການ​ລ້ຽງ​ປາ ບົນ​ພື້ນຖານ​ຄວາມ​ສາມາດ​ຕົວ​ຈິງ​ດ້ານ​ແຫຼ່ງນ້ຳ ​ແລະ ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການປ່ຽນ​ແປງ​ແຫຼ່ງນ້ຳ, ນ້ຳ​ເຄັມ​ຄຸກ​ຄາມ ຍ້ອນ​ຜົນ​ກະທົບ​ຂອງ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ນ້ຳ​ທະ​ເລ​ຍື່ງ​ຂຶ້ນ ຕາມ​ແຜນ​ສະບັບ​ທີ່​ໄດ້​ວາງ​ໄວ້, ​ເປັນ​ຕົ້ນ​ແມ່ນ​ບົດຮຽນ​ປະສົບ​ການ, ຄວາມ​ສະ​ເໜີ​ແນະນຳ​ຂອງ​ຝ່າຍ​ໂຮ​ນລັງ ​ໃນ​ແຜນການເຂດ​ທົ່ງພຽງ​ແມ່​ນ້ຳຂອງ: ຊຶ່ງ​ຖື​ເອົາ​ການ​ປັບ​ຕົວ​ໃຫ້​ສອງ​ຄ່ອງ​ເປັນ​ຫຼັກ.

ທີ​ສາມ, ສຸມ​ໃສ່​ການ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດ​ຊັບພະຍາກອນ​ທຳ​ມະ​ຊາດ​ນ້ຳ ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ເງື່ອນ​ໄຂ​ການ​​ປ່ຽນ​ແປງ​ສະພາບພູມິ​ອາກາດ ​ແລະ ຜົນ​ກະທົບ​ຈາກ​ການ​ເຄື່ອນ​ໄຫວ​ນຳ​ໃຊ້​ແຫຼ່ງນ້ຳຢູ່ບັນດາ​ປະ​ເທດ​ໃນ​ເຂດ​ຕົ້ນ​ນ້ຳ​​ແມ່​ນ້ຳຂອງ; ສຸມ​ໃສ່​ການ​ສືບສວນ ຄົ້ນ​ຫາ​ແຫຼ່ງນ້ຳ​ບາ​ດານ ​ເພື່ອ​ຮັບ​ໃຊ້​ການ​ສະໜອງ​ນ້ຳ​ກິນ ໃຫ້​ແກ່​​ເຂດ​ທີ່​ເຄີຍຖືກ​ນ້ຳ​ເຄັມ​ຄຸກ​ຄາມ​ຢ່າງ​ເປັນ​ປະຈຳ; ກໍ່ສ້າງ​ບັນດາ​ກິ​ຈະ​ກຳ​ຂຸດ​ຄົ້ນນ້ຳ​ບາ​ດານ ​ເພື່ອ​ແຮ​ໄວ້​ກຽມ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ການ​ຄຸກ​ຄາມ​ຂອງ​ນ້ຳ​ເຄັມ​ເມື່ອ​ຈຳ​ເປັນ.

ທີ​ສີ່, ການ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຕ້ອງ​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ພົວພັນ​​ໂດຍລວມຂອງ​ທົ່ວ​ທັງ​ເຂດ ​ແລະ ຮັບປະກັນ​ລັກສະນະການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບ​ການ​ປ່ຽນ​ແປງ​ພູມິ​ອາກາດ, ນ້ຳ​ທະ​ເລ​ຍື່ງ​ຂຶ້ນ; ມີ​ການ​ແບ່ງ​ໄລຍະ​ເວລາ, ກຳນົດ​ລະດັບ​ບຸລິມະສິດ ​ໂດຍ​ອີງ​ໃສ່ຄວາມ​ຕ້ອງການ​ຕົວ​ຈິງ, ​ແຫຼ່ງນ້ຳ​ໃນ​ແຕ່ລະ​ໄລຍະ ​ເພື່ອ​ເລືອກ​ເອົາ​ແຜນການ​ທີ່​ເໝາະ​ສົມ​ທີ່​ສຸດກັບ​ພື້ນ​ທີ່.

ທີ​ຫ້າ, ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນຮ່ວມ​ກັນ​ໃນ​ພູມິ​ພາກ; ກໍ່ສ້າງ​ຖານ​ຂໍ້​ມູນ​ແບບ​ບູລະ​ນາ​ການຮ່ວມ​ຂອງ​ພູມິ​ພາກ ກ່ຽວ​ກັບອຸຕຸນິຍົມ, ອຸ​ທົກ​ກະ​ວິທະຍາ, ຊັບພະຍາກອນ​ນ້ຳ ທີ່​ດິນ ​ແລະ ກົນ​ໄກ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ຂະ​ແໜງ​ການ​ຕ່າງໆ.

​ເພື່ອຮັບປະກັນ​ຄວາມ​ປອດ​ໄພ​ທາງ​ແຫຼ່ງນ້ຳ​ໃຫ້​ແກ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຈຳກັດ​ສະພາບ​ຄວາມ​ຂາດ​ແຄນ​ດ້ານ​ນ້ຳ​ກິນ, ການ​ຄຸກ​ຄາມ​ຂອງນ້ຳ​ເຄັມທີ່​ມາ​ໄວ​ກວ່າ​ການ​ຄາດ​ຄະ​ເນ ​ແລະ ພວນ​ຜັນ​ແປ​ຢ່າງ​ສັບສົນ​​ຄືໃນ​ປັດຈຸບັນນີ້, ຈຳ​ເປັນ​ຕ້ອງຮ່ວມ​ມື ​ແລະ ຕໍ່ສູ້​ຢ່າງ​ທົນ​ທານ​ໜຽວ​ແໜ້ນ ​ດ້ວຍ​ຫຼາຍ​ຮູບ​ການ ຫຼາຍ​ເວທີ​ປາ​ໄສທີ່​ເໝາະ​ສົມ ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ຂຸດ​ຄົ້ນ ນຳ​ໃຊ້​ແຫຼ່ງນ້ຳ​ລວມຂອງ 6 ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳຂອງຢ່າງ​ສະ​ເໝີ​ພາບ ​ແລະ ສົມ​ເຫດ​ສົມ​ຜົນ. ຕ້ອງ​ຮັບປະກັນ​ໄດ້​ວ່າ ການ​ນຳ​ໃຊ້​ແຫຼ່ງນ້ຳ​ຢູ່​ບໍ່​ວ່າ​ປະ​ເທດ​ໃດ​ກໍ​ບໍ່​ກໍ່​ຄວາມ​ເສຍ​ຫາຍຢ່າງ​ພໍປະມານ​ໃຫ້​ແກ່​ປະ​ເທດ​ອື່ນ ຕາມ​ອະ​ນຸ​ສັນຍາ​ກົດໝາຍ​ກ່ຽວ​ກັບ​ການ​ໃຊ້​ຊັບພະຍາກອນ​ນ້ຳ​ຂ້າມ​ຊາຍ​ແດນ​ສຳລັບ​ຈຸດປະສົງ​ທີ່​ບໍ່​ແມ່ນ​ການ​ຂົນ​ສົ່ງ​ທາງ​ນ້ຳ ​ແລະ ກົດທົ່ວ​ໄປ​ລະຫວ່າງ​ປະ​ເທດ. ​ຕາມ​ນັ້ນ, ຄຽງ​ຂ້າງ​ກັບ​ຄວາມ​ຕັ້ງໜ້າ​ພະຍາຍາມ ​ແລະ ​ເປັນ​ເຈົ້າ​ການ​ຮ່ວມ​ມື​ໃນ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ ​ເພື່ອ​ແກ້​ໄຂຢ່າງ​ກົມກຽວ​ບັນດາ​ບັນຫາ​ກ່ຽວ​ກັບ​ກິດຈະການ​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ນ້ຳຂອງ, ​ໃນ​ເວລາ​ຕໍ່ໜ້າ​ຈະ​ຕ້ອງ​ລະດົມ​ແຫຼ່ງພະລັງ​ຂອງ​ຊາດ​ໃຫ້​ແກ່​ການ​ເຈລະຈາ, ຂົນຂວາຍ, ຕໍ່ສູ້ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ທີ່​ມີ​ອ່າງ​ເກັບ​ນ້ຳ​ຂະໜາດ​ໃຫຍ່​ໃນ​ແມ່​ນ້ຳຂອງ ​ແລະ ລຳ​ນ້ຳສາຂາ, ພ້ອມ​ກັນ​ຮ່ວມ​ມື​ໃນ​ການ​ດຳ​ເນີນ​ການ​ຜະລິດ​ໄຟຟ້າ ​ແລະ ປ່ອຍ​ນ້ຳ​ລົງສູ່​ປາຍ​ນ້ຳ, ຮັບປະກັນຮັກສາ​​ສາຍ​ນ້ຳ​ໃນ​ລະດັບ​ທີ່​ເໝາະ​ສົມ, ຢ່າງ​ໜ້ອຍ​ກໍ​ເທົ່າ​ກັບ​ລະດັບ​ປານ​ກາງ ຊຶ່ງ​ດັ່ງ​ທີ່​ຫວຽດນາມ​ໄດ້​ເຮັດ ​ແລະ ພວມ​ເຮັ​ດຄື​ແນວ​ນັ້ນ​ ໃນ​ເມື່ອຂັບ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ອ່າງ​ເກັບ​ນ້ຳ​ໃນ​ເຊ ​ຊານ, ​ເຊ ສະ​ເຣປົກ ​ເພື່ອ​ຮັບປະກັນ​ແຫຼ່ງນ້ຳ​ໃຫ້​​ແກ່ກຳປູ​ເຈຍ... ./.

​ໂດຍ ຈູ​ຟ້າ​ມງອກ​ຫຽນ

ກຳມະການ​ຄະນະ​ກຳມະການ​ພັກກະຊວງ,
ຮອງລັດຖະມົນ​ຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອ​ມ

------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 883 (​ເດືອນ​ພຶດສະພາ 2016)