ວກ.ອອນ​ໄລ - ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ບົນ​ພື້ນຖານ​ກຳນົດ​ການ​ຍູ້​ແຮງ ​ພາລະກິດ​ປ່ຽນແປງ​ໃໝ່​ຢ່າງຮອບດ້ານ ຄົບ​ຊຸດ, ຢືນຢັນ​ສືບ​ຕໍ່​ຊາບ​ຊຶມ​ ແລະ​ ແກ້​ໄຂ​ສາຍ​ພົວພັນ​ໃຫຍ່ 9 ປະການ ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່​ ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ມີ​ສາຍ​ພົວພັນ​ລະຫວ່າງ​ປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ລະອຽດ​ກວ່າ​ອີກ​ຄື, ​ໃນ 6 ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ ຂອງ​ສະ​ໄໝກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ໃຫ້​ສຸມ​ໃສ່​ປ່ຽນ​ແປງ​ໃໝ່​ການ​ເມືອງ​ ແລະ ເສດຖະກິດ, ​ໃນນັ້ນປ່ຽນ​ແປງ​ໃໝ່​ການ​ເມືອງຖືກ​ຈັດ​ຢູ່​ແຖວ​ໜ້າ. ການ​ກຳນົດ​ດັ່ງກ່າວ​ໃຫ້​ເຫັນ​ທີ່​ຕັ້ງ ​ແລະ ຄວາມສຳຄັນ ຂອງ​ການປ່ຽນ​ແປງ​ໃໝ່​ເສດຖະກິດ, ປ່ຽນ​ແປງ​ໃໝ່​ການ​ເມືອງ ​ແລະ ສາຍ​ພົວພັນ​ລະຫວ່າງ​ສອງດ້ານ​ນັ້ນ.

ປະຕິຮູບການບໍລິຫານປະກອບສ່ວນປ່ຽນແປງໃໝ່ເສດຖະກິດ. (ພາບ: TTXVN)

1- ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ, ຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ນັບ​ມື້​ນັບ​ໄດ້​ກຳນົດ​ວ່າ​ເປັນຄວາມ​ພົວພັນ​ພື້ນຖານ ​ແລະ ສຳຄັນ​ອັນ​ດັບ​ໜຶ່ງ ​ໃນ​ວິວັດ​ການ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ, ​ເປັນ​ເນື້ອ​ໃນ​ທີ່​ສຳຄັນ​ໃນ​ບັນດາທັດ​ສະ​ນະ ​ແນວທາງ ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ແລະ​ລັດ. ຍິ່ງ​ກວ່າ​ນັ້ນ, ຮັບ​ຮູ້​ແລະ​ແກ້​ໄຂຄວາມ​ພົວພັນນີ້​ຢ່າງ​ຖືກຕ້ອງ ຍັງ​ເປັນ​ຂອດ​ບຸກທະລຸ​ໃນ​ທິດ​ສະ​ດີ​ຂອງ​ພັກ ກ່ຽວ​ກັບ​ກິດຈະການ​ປ່ຽນ​ແປງ​ໃໝ່​ກ້າວ​ຂຶ້ນ​ສູ່ສັງຄົມ​ນິຍົມ ຢູ່​ຫວຽດນາມ.

ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ​ກ່ຽວ​ກັບ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ໃນ​ການ​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ​ແກ້​ໄຂ​ຜ່ານ​ຜ່າ​ໄດ້​ສ່ວນ​ຫຼາຍ​ທັດສະນະ ​ແລະ ວິທີ​ເຮັດ​ ທີ່​ເຄີຍ​ມີ​ຢູ່​ໃນ​ຫຼາຍ​ທົດ​ສະ​ວັດກ່ອນ​ໜ້າ​ນີ້, ​ເຊັ້ນ ການ​ເນັ້ນ​ໜັກ​ເກີນ​ຄວນ​ເຖິງ​ບົດ​ບາດຂອງ​ການ​ເມືອງທີ່​ມີ​ຕໍ່​ເສດຖະກິດ; ຖື​ການ​ເມືອງ​ເປັນ​ປັດ​ໄຈຕັດສິນ​ຊີ້​ຂາດ​ຕໍ່​ເສດຖະກິດ ​ແລະ ທຸກຂົງ​ເຂດ​ຂອງ​ຊີວິດ​ສັງຄົມ; ຄວາ​ມຮັບ​ຮູ້​ແບບ​ງ່າຍດາຍ​ກ່ຽວ​ກັບ​ການ​ກະທົບ​ຂອງ​ການ​ເມື​ອງຕໍ່​ເສດຖະກິດ; ການ​ເມືອງ​ແຊກ​ແຊງ​ເລິກ​ເກີນ​ຄວນ​ເຂົ້າ​ໃນ​ວິວັດ​ການ​ເສດຖະກິດ; ການ​ເມືອງ​ກະທົບ​ໃສ່​ເສດຖະກິດ​ດ້ວລະບົບ​ຄຳ​ສັ່ງ​ການ​ບໍລິຫານ, ອັດຕະວິ​ໄສ​ຂອງ​ອົງການ​ນຳພາ, ​ຄຸ້ມ​ຄອງຂັ້ນ​ຕ່າງໆ...

ພ້ອມ​ນັ້ນ, ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ​ກ່ຽວ​ກັບ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ຈາກ​ການ​ຄຸ້ມ​ຄອງ​​ໂດຍ​ກົງດ້ວຍ​ແຜນການ ​ເປັນ​ການນຳພາ ຄຸ້ມ​ຄອງ​ດ້ວຍ​ນ​ະ​ໂຍບາຍ; ຈາກ​ການ​ບັນ​ຊາ ຄວບ​ຄຸມ​ໂດຍ​ກົງ ​ເປັນ​ການ​ຄຸ້ມ​ຄອງ ດັດສົມ​ໂດຍ​ທາງ​ອ້ອມ ​ໂດຍ​ຜ່ານ​ບົດບາດ​ຂອງ​ນະ​ໂຍບາຍ, ສ້າງ​ສິ່ງ​ແວດ​ລ້ອມ​ປະຊາທິປະ​ໄຕ, ​ເສລີພາບ, ​ເປັນ​ເຈົ້າ​ການ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ຍິ່ງກວ່າ​ອີກ​ໃຫ້ຜູ້​ຜະລິດ, ທຸລະ​ກິດ; ປ່ຽນ​ແປງ​ແບບ​ວິທີ​ການ​ກະທົບ​ຂອງ​ການ​ເມືອງ​ໃສ່​ເສດຖະກິດ​ໂດຍ​ຜ່ານ​ບົດບາດ​ຂອງລະບຽບ​ກົດໝາຍ ນະ​ໂຍບາຍ...

ກິດຈະການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ ບໍ່​ແມ່ນ​ໄດ້​ເລີ່​ມຕົ້ນ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່ ​ໃນ​ຂົງ​ເຂດ​ການ​ເມືອງ, ​ແລະ​ກໍ່​ບໍ່​ແມ່ນ ​ການ​ປ່ຽນ​ແປງ​ໃໝ່​ພ້ອມ​ບາດດຽວ​ກັນ ​ໃນ​ສອງ​ຂົງ​ເຂດ​ການ​ເມືອງ ​ແລະ ​ເສດຖະກິດ. ບັນຫາ​ແມ່ນ​ຢູ່​ທີ່,  ການ​ເມືອງ​ກຳນົດ​ທິດ​ນັບ​ມື້​ນັບ​ຈະ​ແຈ້ງ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ; ນະ​ໂຍບາຍ​ຫັນປ່ຽນ​ກົນ​ໄກ ​ແລະ ​ໂຄງ​ສ້າງ​ເສດຖະກິດ ນັບ​ມື້​ນັບ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ພາວະ​ວິ​ໄສ ຂອງ​ພາກ​ຕົວ​ຈິງ; ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່ ການ​ປົດ​ປ່ອຍ​ກຳລັງ​ການ​ຜະລິດ​ສັງຄົມ, ສ້າງ​ຄວາມ​ເຕີບ​ໂຕ​ເສດຖະກິດ, ຍົກ​ສູງ​ທ່າ ​ແລະ ກຳລັງ​ ຂອງ​ປະ​ເທດ​ຊາດ; ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະດິດ​ສ້າງ, ລັກສະນະ​ຕັ້ງໜ້າ​ການ​ເມືອງ ​ຂອງ​ປະຊາຊົນ.

2- ​ແຕ່​ວ່າ, ຍັງ​ມີ​ຫຼາຍ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ ໃນຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ທີ່​ຍັງ​ບໍ່​ໄດ້​ຮັບ​ຮູ້ ​ແລະ ​ແກ້​ໄຂ​ຢ່າງ​ຖືກຕ້ອງ ທັນ​ການ, ​ເພື່ອ​ແນ​ໃສ່​ຊຸກຍູ້​ໃຫ້ການ​ປ່ຽນ​ແປງ​ໃໝ່​ກ້າວ​ໄປ​ຂ້າງ​ໜ້າ. ນັ້ນ​ແມ່ນ​ບັນຫາ​ພັດທະນາ​​ເສດຖະກິດ​ຕະຫຼາດ ກັບ​ການ​ເປີດ​ປະຊາທິປະ​ໄຕ, ກໍ່ສ້າງ​ສັງຄົມ​ທີ່​ມີ​ຍຸຕິ​ທຳ ສີວິ​ໄລ, ພັດທະນາ​ວັດທະນະທຳ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ສັງ​ຄັມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ພັດທະນາ​ເສດຖະກິດ​ຕະຫຼາດ ກັບ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ; ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ ກັບ​ການປ່ຽນ​ແປງ​ໃໝ່​ລະບົບການ​ເມືອງ... ນັ້ນ​ແມ່ນ​ບັນຫາ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ ​ແລະ ​ແກ້​ໄຂຢ່າງ​ສົມ​ເຫດ​ສົ​ມຜົນ ລັກສະນະ​ຂອງການປ່ຽນ​ແປງ​ໃໝ່​ການ​ເມືອງ ຕໍ່​ກັບ​ການປ່ຽນ​ແປງ​ໃໝ່​ເສດຖະກິດ. ປ່ຽນ​ແປງ​ໃໝ່​ການ​ເມືອງ​ແນ​ໃສ່​ກຳນົດ​ຄວາມ​ຮັບປະກັນ​ການ​ເມື​ອງ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ; ປະຕິບັດ​ສິດ​ເປັນ​ເຈົ້າ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ການຍົກ​ສູງ​ຄວາມ​ສາມາດ​ນຳພາ, ກຳ​ອຳນາດ​ຂອງ​ລັດ ຕ້ອງ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ.

ສາ​ເຫດ​ພາວະ​ວິ​ໄສ​ຂອງ​ສະພາບ​ການ​ດັ່ງ​ກ່າວ​ເທິງ​ນີ້ ​ແມ່ນ​ຍ້ອນວ່າ ການປ່ຽນ​ແປງ​ໃໝ່​ການ​ເມືອງ, ລະບົບ​ການ​ເມືອງ​ໃນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ​ເຊື່ອມ​ໂຍງ​ສາກົນ, ກໍ່ສ້າງ​ລັດ​ແຫ່ງ ອຳນາດ​ກົດໝາຍສັງຄົມ​ນິຍົມ, ​ເປີດ​ກວ້າງ ​ແລະ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ,... ​ແມ່ນ​ບັນດາ​ບັນຫາ​ທີ່​ໃໝ່​ອ່ຽມ, ຫຍຸ້ງຍາກ, ສັບສົນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ, ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ທັງ​ເຮັດ ທັງສະຫລຸບປະສົບ​ການ ພັດທະນາ​ທິດ​ສະ​ດີ. ການ​ຜັນ​ປ່ຽນ​ຢ່າງ​ໄວວາ ສັບສົນ ​ແລະ ຄາດ​ຄະ​ເນ​ຍາກ ​ຂອງ​ສະພາບ​ການ​ໂລກ; ການ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ​ເປັ​ນຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ແນວ​ຄິດ ການ​ເມືອງ.

ສາ​ເຫດ​ອັດຕະວິ​ໄສ​ຂອງ​ສະພາບ​ການ​ເທິງ​ນີ້ ​ແມ່ນ​ຍ້ອນ​ຄວາມ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບການປ່ຽນ​ແປງ​ໃໝ່​ການ​ເມືອງ, ລະບົບ​ການ​ເມືອງ, ລະບຽບ​ກົດໝາຍ​ການ​ເມືອງ ​ໃນ​ເວລາ​ທີ່​ການ​ປ່ຽນ​ແປງ​ໃໝ່​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ການ​ຫັນ​ເປັນ​ລະອຽດ​ກ່ຽວ​ກັບ​ກົນ​ໄກ “ພັກ​ນຳພາ - ລັດ​ຄຸ້ມ​ຄອງ​ບໍລິຫານ - ປະຊາ​ຊົນ​ເປັນ​ເຈົ້າ” ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມຕ້ອງການ​ ຂອງ​ການ​ພັດທະນາ​ເສດຖະກິດ. ພະນັກງານ ສະມາຊິກພັກ​ພາກສ່ວນ​ໜຶ່ງ​ທີ່ບໍ່​ໜ້ອຍ ຖືກ​ເຊື່ອມ​ໂຊມ​ທາງ​ດ້ານ​ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ; ຄວາມ​ຖ່ວງດຶງ​ຂອງ​ປະ​ເພນີ, ຄວາມ​ຊິນ​ເຄີຍ​ທີ່​ບໍ່​ດີ ​ແລະ ຜົນ​ປະ​ໂຫຍດທີ່​ບໍ່​ຊອບ​ທຳ; ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ​ຍັງ​ຖືກ​ຈຳກັດ, ວຽກ​ງານ​ແນວ​ຄິດ, ວຽກ​ງານ​ຈັດ​ຕັ້ງ ພະນັກງານ, ວຽກ​ງານ​ອົບຮົມ​ສຶກສາ ກໍ່ສ້າງ​ພະນັກງານ​ ກໍ່​ຖືກ​ຈຳກັດ, ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ…, ຊຶ່ງ​ເປັນ​ສິ່ງ​ກີດຂວາງ​ການ​ພັດທະນາ​ເສດຖະກິດ.

3- ກ່ຽວ​ກັບ​ທິດ​ທາງ​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ໃນ​ຊຸມ​ປີ​ຕໍ່​ໄປ: ກ່ອນ​ອື່ນ​ໝົດ, ຕ້ອງ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ບັນຫາ​ທີ່​ມີ​ລັກ​ສະ​ນະ​ກົດ​ເກນ​ຄື, ​ເສດຖະກິດ, ພິຈາລະນາ​ຈົນ​ສຸດ​ແລ້ວ ​ເປັນ​ສິ່ງ​ຕັດສິນ​ຊີ້ຂາດ​ການ​ເມືອງ, ການ​ຜັນ​ປ່ຽນ​ທຸກ​ຢ່າງ​ຂອງ​ການ​ເມືອງ​ລ້ວນ​ແຕ່​ເປັນ​ການ​ສ່ອງ​ແສງຂອງ​ການ​ຜັນ​ປ່ຽນ​ເສດຖະກິດ, ​ໂດຍ​ຍ້ອນ​ເສດຖະກິດ​ຊີ້​ຂາດ. ຕ້ອງ​ເລີ່​ມຈາກ​ສະພາບ​ການ​ເສດຖະກິດ​ເພື່ອ​ຕີ​ລະຄາ​ສະພາບ​ການ​ການ​ເມືອງ, ຈາກ​ພຶດຕະກຳ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​​ເສດຖະກິດເພື່ອ​ຕີ​ລາຄາພຶດຕິ​ກຳ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ການ​ເມືອງ. ພ້ອມ​ກັນ​ນັ້ນ, ການ​ເມືອງ​ພັດ​ມີ​ບົດບາດ​ກຳນົດ​ທິດ, ນຳ​ໜ້າ​ພາ​ທາງ​ໃຫ້​ແກ່​ເສດຖະກິດ (​ໂດ​ບຜ່ານ​ກົນ​ໄກ, ນະ​ໂຍບາຍ); ​ພຽງ​ແຕ່ປ່ຽນ​ແປງ​ໃໝ່​ການ​ເມືອງ​ເທົ່ນັ້ນ ຈຶ່ງ​ສາມາດ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ (ບົນ​ພື້ນຖານ​​ບັນດາ​ກົດ​ເກນ​ພາວະ​ວິ​ໄສຂອງ​ເສດຖະກິດ​ ແລະ ການ​ປ່ຽນ​ແປງ​ໃໝ່ເສດຖະກິດ).

ຕ້ອງຕັ້ງຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ໃນ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບລັດທິສັງຄົມ​ນິຍົມ; ສືບ​ຕໍ່​ແກ້​ໄຂ​ຜ່ານ​ຜ່າ “ລັກສະນະ​​ເກີດ​ເອງ​ຂອງ​ກຳມະສິດນ້ອຍ” ຂອງ​ສັງຄົມ​ກະສິກຳ​ນ້ອຍ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ພັດທະນາ ​ແລະ ປະຕິບັດ “ການ​ພັດທະນາ​ແບບ​ຫຍໍ້​ສັ້ນ”. ກຳນົດ​ຄວາມ​ຮຽກຮ້ອງ​ໃໝ່​ຕ່າງໆ ຈາກ​ສາຍ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ; ປະຕິບັດ​ການກຳນົດ​ທິດພັດທະນາ​ແບບ​ຍືນ​ຍົງ​ ໃນ​ແຜນ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ; ປະຕິບັດ​ປະຊາທິປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​​ເສດຖະກິດ ​ແລະ ການ​ເມືອງ; ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ສາກົນ; ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ໃໝ່​ໃນ​ລະດັບ ​ແລະ ຮາກ​ຖານ​ຂອງ​ການປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ.

ຕ້ອງຕັ້ງຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ​ໃນຄວາມ​ພົວພັນສັດຈະ​ວິພາກ​ກັບ​ບັນດາຄວາມ​ພົວພັນອື່ນ ​ໃນ​ວິວັດ​ການ​ປ່ຽນ​ແປງ​ໃໝ່; ຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ຕ້ອງ​ໄດ້​​ຮັບ​ຮູ້​ແລະ​ແກ້​ໄຂ ​ເປັນ​ແບບ​ດຽວ​ກັບ​ເປົ້າ​ໝາຍ ​ແລະ ​ເງື່ອນ​ໄຂຂອງ​ການ​ແກ້​ໄຂ​ຄວາມ​ພົວພັນ​ອື່ນ ຂອງ​ການ​ປ່ຽນ​ແປງ​ໃໝ່. ​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ຕາມ​ທິດສ້າງ​ຕັ້ງ​ແລະ​ປັບປຸງບູລະນະລະບຽບ​ກົດໝາຍ​ເສດຖະກິດ - ການ​ເມືອງ - ສັງຄົມ​ທີ່​ເປັນ​ເອກະ​ພາບ, ກົມ​ກຽວ; ກໍ່ສ້າງເສດຖະກິດ​ຕະຫຼາດທີ່​ທັນສະ​ໄໝ - ການ​ເມືອງ​ປະຊາທິປະ​ໄຕ - ສັງຄົມ​ມີ​ຄວາມ​ຍຸຕິ​ທຳ, ສີວິ​ໄລ.

ຕ້ອງ​ເລື​ອກ​ເອົາ ​ແລະ ໝູນ​ໃຊ້​ບັນດາ​ວິທີ​ວິທະຍາສາດ​ໃນ​ການ​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ການກຳນົດ​ວິ​ໄສ​ທັດສັດຈະ​ວິພາກດ້ວຍ​ວິທີ​ການ​ລະບົບ ຖື​ກຖື​ວ່າ​ເປັນ​ມາດຕະຖານ​ໜຶ່ງ ຂອງ​ຄວາມ​ສາມາດ​ນຳພາ ຄຸ້ມ​ຄອງ ​ແລະ ຄົ້ນຄວ້າ​ທິດ​ສະ​ດີກ່ຽວ​ກັບຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ວັດທະນະທຳ, ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ຄວາມ​ເປັນ​ເຈົ້າ​ການ, ປະດິດ​ສ້າງ ຕໍ່ໜ້າ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ​ຂອງ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ.

ຕ້ອງ​ກຳ​ແໜ້ນ​ບັນດາ​ທັດສະນະ​ ທີ່​ມີ​ລັກສະນະ​ຊີ້​ນຳ ຕໍ່ການ​​ແກ້​ໄຊຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແມ່ນ​ໄດ້​ນຳ​ໃຊ້​ບັນດາ​ກົດ​ເກນ​ຂອງເສດຖະກິດ​ຕະຫຼາດ​ ເພື່ອ​ປົດ​ປ່ອຍ​ກຳລັງ​ຜະລິດ, ສ້າງ​ຕັ້ງພື້ນຖານ​ເສດຖະກິດ​ ຂອງລັດທິສັງຄົມ​ນິຍົມ ​ເທື່ອ​ລະ​ກ້າວ ​ແລະ​ທັງ​ໄດ້ຮັກສາ, ຢຶດໝັ້ນທາດ​ແທ້​ຂອງ​ລະບອບສັງຄົມ​ນິຍົມ, ຮັບປະກັນ​ບັນດາ​ຄຸນຄ່າ​ທີ່​ດີງາມ ​ຂອງ​ລັດທິສັງຄົມ​ນິຍົມ ຊຶ່ງ​ໄດ້​ຖື​ບົດບາດ​ບັນຊາ​ພາ​ທາງ ​ແລະ ຄ່ອຍໆ​​ເຕີບໃຫຍ່​ຂຶ້ນ​ໃນ​ແຕ່​ລະບາດ​ກ້າ​ວພັດທະນາ​ ຂອງ​ປະ​ເທດ​ຫວຽດນາມ. ຮັບປະກັນ​ໃຫ້​ບັນດາ​ຮູບ​ການ​ກຳມະສິດ, ບັນດາ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່ສະ​ເໝີ​ພາບ​ກັນ​ໃນ​ຕະຫຼາດ ​ແລະ ຕໍ່ໜ້າ​ກົດໝາຍ ​ເພື່ອ​ປຸກ​ຕື່ນ​ແຫຼ່ງພະລັງ​ສັງຄົມ​ຕ່າງໆ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົ​ມ.

​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ຢ່າງ​ຄົບ​ຊຸດ ​ເຖິງ​ຖອງ, ມີ​ການ​ສືບ​ທອດ, ມີ​ບາດກ້າວ, ດ້ວຍ​ຮູບ​ການ​ແລະ​ວິທີການ​ປະຕິບັດ​ທີ່​ເໝາະ​ສົມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ກໍ່ສ້າງ​ລະບົບ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້ນ​ຕົນ​ເອງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາສັງຄົມ​ນິຍົມ; ຍົກ​ສູງ​ຄວາມ​ສາມາດ​ກຳອຳນາດ​ຂອງ​ພັກ, ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ແລະ ​ເສີມ​ຂະຫຍາຍສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ ​ແລະ ​ເຊື່ອມ​ໂຍງ​ສາກົນ. ຂະ​ບວນການປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ​ການ​ເມືອງ ຕ້ອງ​ຮັບປະກັນ​ຄວາມ​ເຂົ້າ​​ແກັບ​ເຂົ້າ​ເກ​ຍກັນ, ຖືກຕ້ອງຕາມ​ລຳດັບ​ດຳ​ເນີນ​ການ ຊຶ່ງ​ສະ​ແດງ​ອອກ​ຢູ່​ທີ່​ຂອບ​ເຂດ, ລະດັບ ​ແລະ ຈັງຫວະ​ຂອງ​ການປ່ຽນ​ແປງ​ໃໝ່​​ເສດຖະກິດ, ປ່ຽນ​ແປງ​ໃໝ່​ການ​ເມືອງ. ປ່ຽນ​ແປງ​ໃໝ່​ບັນດາ​ຂົງ​ເຂດ​ເສດຖະກິດ ການ​ເມືອງ ວັດທະນະທຳ ສັງຄົມ ການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ ຢ່າງ​ເຂົ້າ​ແກັບ​ເຂົ້າ​ເກ​ຍກັນ.

​ແກ້​ໄຂບັນດາ​ສາຍ​ພົວພັນ​ ການ​ປ່ຽນ​ແປງ​ໃໝ່ - ຄວາມໝັ້ນ​ທ່ຽງ - ການ​ພັດທະນາ ຢູ່​ໃນ​ເສດຖະກິດ​ແລະ​ການ​ເມືອງ ຢ່າງ​ຖືກຕ້ອງ ​ແລະ ກົມກຽວ. ປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ແມ່ນ​ເຮັດ​ໃຫ້ການ​ເມືອງ ​ແລະ ​ເສດຖະກິດ​ສອດຄ່ອງ​ນຳ​ກັນ, ​ເຮັດ​ໃຫ້ການ​ປະຕິບັດ​ເປົ້າ​ໝາຍ​ເສດຖະກິດ ກໍ່​ເປັນ​ການ​ປະຕິບັດ​ເປົ້າ​ໝາຍ​ການ​ເມືອງ, ​ເຮັດ​ໃຫ້ການ​ເມືອງ​ມີ​ລະດັບ​ແລະ​ຄວາມ​ສາມາດ​ພຽງພໍ​ ເພື່ອກຳນົດ​ທິດ ​ແລະ ດັດສົມ​ເສດຖະກິດຕາມ​ຈຸດປະສົງ​ຂອງ​ຕົນ. ຄວາມ​ໝັ້ນ​ທ່ຽງ​ທາງ​ດ້ານ​ການ​ເມືອງ-ສັງຄົມ ​ແມ່ນ​ຮັກສາ​ທ່າສົມ​ດຸນ (ທຽບ​ຖານ) ລະຫວ່າງ​ບັນດາ​ພາກສ່ວນ​ຂອງ​ເສດຖະກິດ ການ​ເມືອງ ສັງຄົມ, ສ້າງ​ຄວາມ​ຕິດ​ຕໍ່ ​ເປັນ​ເອກະ​ພາບ ໝັ້ນຄົງ​ໃນ​ລັກສະນະສົມ​ບູນ. ການ​ປ່ຽນ​ແປງ​ໃໝ່ - ຄວາມ​ໝັ້ນ​ທ່ຽງ - ການ​ພັດທະນາທາງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ​ມີ​ຄວາມ​ພົວພັນ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ, ສ້າງ​ປະຖົມ​ປັດ​​ໄຈ​ໃຫ້​ກັນ​ແລະ​ກັນ​ຄົງ​ຕົວ ​ແລະ ຂະຫຍາຍຕົວ.

ຕ້ອງ​ທຳ​ຄວາມ​ກະຈ່າງ​ແຈ້ງ​ບັນດາ​ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ສອດຄ່ອງ​ເໝາະ​ສົມ ທີ່​ຕ້ອງ​ມີ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ, ​ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ຄວາມ​ຕ້ອງການ ​ແລະ ລັກສະນະ​ຈຳ​ເປັນ​ ຂອງ​ການປ່ຽນ​ແປງ​ໃໝ່​ການ​ເມືອງ ທີ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ ປ່ຽນ​ແປງ​ໃໝ່​​ເສດຖະກິດ; ​ທຳ​ຄວາມ​ກະຈ່າງ​ແຈ້ງກ່ຽວ​ກັບ​ບັນດາ​ໄລຍະ​ ແລະ ​ບາດກ້າວ​ ຂອງ​ການປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ; ​ເສີມຂະຫຍາຍ​ບັນດາ​ປັດ​ໄຈ​ທີ່ຕັ້ງໜ້າ, ຊຸກຍູ້​ແລະຈຳກັດ​ບັນດາ​ປັດ​ໄຈ​ຫຍໍ້​ທໍ້ ທີ່​ເປັນ​ອຸປະສັກ​ຕໍ່ຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ​ແກ້​ໄຂ​ຢ່າງ​ຖືກຕ້ອງ ຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ແມ່ນ​ເພື່ອ​ແນ​ໃສ່​ນຳ​ເອົາ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ ມາ​ໃຫ້ການປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ.

4- ກ່ຽວ​ກັບວິ​ທີ​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ​ໃນ​ຊຸມ​ປີ​ຕໍ່ໜ້າ: ກ່ອນ​ອື່ນ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ. ສືບ​ຕໍ່​ຄົ້ນຄວ້າ​ທ່າ​ອຽງ​​ແຫ່ງ​ການເຄື່ອນ​ເໜັງ, ພັດທະນາ​ຂອງ​ຍຸກ​ສະ​ໄໝ​ປະຈຸ​ບັນ ​ແລະ ຈຸດ​ພິ​ເສດ​ຂອງຄວາມ​ພົວພັນ​ລະຫວ່າງເສດຖະກິດ ​ແລະ ການ​ເມືອງ ຢູ່​ຫວຽດນາມ ອີ​ງບົນ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ​ຂອງ​ລັດທິ​ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ​ ກ່ຽວ​ກັບ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່ສັງຄົມ​ນິຍົມຢູ່​ຫວຽດນາມ. ສະຫລຸບ​ສັງ​ລວມພຶດຕິ​ກຳ ​ແລະ ພັດທະນາ​ທິດ​ສະ​ດີ​ຢ່າງ​ເປັນ​ປະຈຳ, ຄົ້ນເຜີຍ​ແລະຄາດຄະ​ເນ​ບັນຫາ​ໃໝ່ກ່ຽວ​ກັບຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ເພື່ອ​ຈະ​ມີ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ​ຢ່າງ​ຖືກຕ້ອງ ທັນ​ການ. ຍູ້​ແຮງ​ການ​ຄົ້ນຄວ້າ ​ແລະ ທາບທາມ​ທິດ​ສະ​ດີ​ ກໍ່​ຄື​ບົດຮຽນ​ປະສົບການ ຂອງ​ບັນດາ​ປະ​ເທດ​ພັດທະນາ ​ແລະ​ “ປະ​ເທດປະກອບ​ອາຊີບ​ໃໝ່” ທີ່ສຳ​ເລັດ​ຜົນ​ຕາມ​ເສັ້ນທາງ​ “ພັດທະນາ​ແບບຫຍໍ້​ສັ້ນ”. ມີ​ໂຄງການ​ໂຄສະນາ, ອົບຮົມ​ສຶກສາ​ໃນ​ພັກ ​ແລະ ​ໃນ​ປະຊາ​ຊົນ ກ່ຽວ​ກັບ​ຜົນສຳ​ເລັດ​ແລະ​ຂໍ້​ຈຳກັດ​ຂອງ​ການປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ, ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ ຂອງ​ການປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ໃນ​ໄລຍະ​ໃໝ່; ຄົ້ນ​ເຜີຍ​ບັນດາ​ປັດ​ໄຈ​ໃໝ່, ທະວີຄູນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ ​ໃນ​ການ​ແກ້​ໄຂຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ.

ສຸມ​ໃສ່​ກໍ່ສ້າງ ​​ແລະ ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ລະບຽບ​ກົດໝາຍການ​ເມືອງ​ປະຊາທິປະ​ໄຕ, ອຳນາດ​ກົດໝາຍສັງຄົມ​ນິຍົມ, ລະບຽບ​ກົດໝາຍ “ພັກ​ນຳພາ - ລັດ​ຄຸ້ມ​ຄອງ - ປະຊາຊົນ​ເປັນ​ເຈົ້າ”. ປ່ຽນ​ແປງ​ໃໝ່​ວຽກ​ງານ​ການຈັດ​ຕັ້ງ, ພະນັກງານ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ; ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສຶກສາ-ກໍ່ສ້າງ ​ແລະ​ວັດທະນະທຳ​ ຕາມ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່ ​ໃນ​ຕົ້ນ​ສະຕະວັດ​ທີ XXI, ຕ​ອບ​ສະໜອງ​ຄວາມ​ຕ້ອງການປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ.

ຮັບ​ຮູ້ ​ແລະ ​ເສີມ​ຂະຫຍາຍ​ ບັນດາ​ປັດ​ໄຈ​ນຳ​ໜ້າ​ພາ​ທາງຢ່າງ​ທັນ​ການ, ຊຸກຍູ້​ສົ່ງ​ເສີມ, ສ້າງ​ຄວາມ​ຕ້ອງການ, ສ້າງ​ເງື່ອນ​ໄຂ,... ​ໃຫ້​ບັນດາ​ປັດ​ໄຈຂອງການປ່ຽນ​ແປງ​ໃໝ່​ເສດຖະກິດ ທີ່​ມີ​ຕໍ່​ການປ່ຽນ​ແປງ​ໃໝ່​ການ​ເມືອງ, ​ເຊັ່ນ ການ​ກໍ່​ຮ່າງ​ສ້າງຕົວ​ຂອງ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ; ຂະ​ບວນວິວັດ​ການຈັດ​ວາງ​ໂຄງ​ສ້າງ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຕົວ​ແບບ​ການເຕີບ​ໂຕ; ຄວາມ​ຕ້ອງການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ; ປ່ຽນ​ແປງ​ໃໝ່​ການ​ກໍ່ສ້າງ ​ແລະ ປະຕິບັດ​ກົດໝາຍ ​ເພື່ອ​ແນ​ໃສ່ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ ທີ່​ສະ​ເໝີ​ພາບ ​ໂປ່​ງ​ໃສ ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ​​ໃນ​ທຸກ​ພາກສ່ວນ​ເສດຖະກິດ; ປ່ຽນ​ແປງ​ໃໝ່​ວຽກ​ງານ​ວາງ​ແຜນ​ກຳນົດ ​ແຜນການ, ບໍລິຫານ​ການ​ພັດທະນາ​ເສດຖະກິດ ຕາມ​ກົນ​ໄກ​ຕະຫຼາດ; ປະຕິບັດ​ນະ​ໂຍບາຍການ​ເງິນ ​ເງິນຕາ ​ເພື່ອ​ແນ​ໃສ່​ຮັບປະກັນການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ລະບົບ​ເສດຖະກິດ; ສ້າງ​ຕັ້ງບັນດາ​ປະ​ເພດ​ຕະຫຼາດ​ຢ່າງ​ຄົບ​ຊຸດ ​ແລະ  ຂັບ​ນຳ​ຕະຫຼາດ​ເຫຼົ່າ​ນັ້ນຢ່າງ​ທະລຸ​​ໂລ່ງ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ບູລະນະ​ນະ​ໂຍບາຍ​ທີ່​ດິນ; ຍູ້​ແຮ​ງການ​ຫັນລັດວິສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ; ປະຕິບັດ​ຄວາມ​ສະ​ເໝີ​ພາບ​ຢ່າງ​ແທ້​ຈິງ​ ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ...

ຮັບ​ຮູ້ ​ແລະ ກຳຈັດຢ່າງ​ທັນ​ການຕໍ່​ບັນດາ​ປັດ​ໄຈອຸປະສັກ​ຂອງການປ່ຽນ​ແປງ​ໃໝ່​ເສດຖະກິດ ທີ່​ມີ​ຕໍ່​ການປ່ຽນ​ແປງ​ໃໝ່​ການ​ເມືອງ, ​ເຊັ່ນ ຂໍ້​ຈຳກັດກ່ຽວ​ກັບ​ຄວາມ​ສາມາດ​ນຳພາ​ຂອງ​ພັກ, ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ​ ໃນ​ການ​ພັດທະນາເສດຖະກິດ​ຕະຫຼາດ; ສະພາບ​ການ​ຜັນ​ແຍກ​ຮັ່ງມີ​ທຸກ​ຍາກ, ມົນ​ພິດ​ສິ່ງ​ແວດ​ລ້ອມ, ​ໄພ​ສັງຄົມ; ລະດັບ​ຄວາມ​ສາມາດ​ແຂ່ງ​ຂັນ​ໃນ​ໂລກ​ຍັງ​ຕ່ຳ; ຊັບພະຍາກອນ​ເສດຖະກິດ​ຍັງ​ຖືກ​ຟຸມ​ເຟືອຍ; ​ແຮງ​ງານ​ກະສິກຳ​ຍັງ​ກວມ​ສ່ວນ​ຫຼາຍ​ ໃນ​ໂຄງ​ປະກອບ​ແຮງ​ງານ​ສັງຄົມ; ລັດ​ວິ​ສາ​ຫະກິດ​ເຄື່ອ​ນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ; ຕະຫຼາດ​ບາງ​ປະ​ເພບ​ຫາ​ກໍ່​ກຳ​ເນີນ​ເກີດ​ໃໝ່, ຍັງ​ບໍ່​ທັນ​ພັດທະນາ; ລະບົບ​ລະບຽບ​ກົດໝາຍ ​ແລະ ລະບຽບ​ການ​ບໍລິຫານ​ທີ່​ຈຳ​ເປັນ​ສຳລັບເສດຖະກິດ​ຕະຫຼາດ ຍັງ​ບໍ່​ທັນ​ສົມບູນ ຫຼື​ຍັງ​ບໍ່​ທັນ​ມີ​ປະສິດທິ​ຜົນ; ຄວາມ​ບໍ່​ສະ​ເໝີພາບລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ​ຍັງ​ມີ​ຢູ່; ຄວາມ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ​ຍັງ​ບໍ່​ຖືກ​ກີດ​ກັ້ນ ​ແລະ ​ແກ້​ໄຂ​ຜ່ານ​ຜ່າ; ຫຼາຍ​ປະແທດ, ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ ​ຍັງ​ບໍ່​ທັນ​ຮັບຮອງ​ວ່າ​ຫວຽດນາມ​ມີ​ພື້ນຖານເສດຖະກິດ​ຕະຫຼາດ...

ພ້ອມນັ້ນ, ​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ຂອງ​ການປ່ຽນ​ແປງ​ໃໝ່​ການ​ເມືອງ ​ເພື່ອ​ຊຸກຍູ້​ການປ່ຽນ​ແປງ​ໃໝ່​ເສດຖະກິດ, ​ເຊັ່ນ ການ​ປັບປຸງ​ບູລະນະ​ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ, ຂັ້ນ​ຕອນ​ການ​ດຳ​ເນີນ​ງານ ​ເພື່ອ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ ຕໍ່​ກັບ​ການ​ເຄື່ອນ​ໄຫວຂອງ​ລະບົບ​ການ​ເມືອງ; ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ທັງ​ຮວມສິດ​ເຮັດຕາງ ທັງປ່ອຍປະ​ລະ​ເຫຼີງ​ການ​ນຳພາ, ຄຸ້ມ​ຄອງ​ທາງ​ດ້ານ​ເສດຖະກິດ ຂອງ​ພັກ​ແລະ​ລັດ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ, ຄຸ້ມ​ຄອງ​ທາງ​ດ້ານ​ເສດຖະກິດຂອງ​ພັກ​ແລະ​ລັດ; ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ; ກໍ່ສ້າງ​ຖັນ​ແຖວ​ພະນັກງານ ລັດຖະກອນ​ທີ່​ປອດ​ໃສ, ມີ​ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການປ່ຽນ​ແປງ​ໃໝ່​ເສດຖະກິດ; ກໍ່ສ້າງ​ແລະ​ປັບປຸງ​ບູລະນະພື້ນຖານ​ປະຊາທິປະ​ໄຕສັງຄົມ​ນິຍົມ; ກໍ່ສ້າງ​ແລະ​ປັບປຸງ​ບູລະນະລະບຽບ​ກົດໝາຍ​ ເພື່ອ​ປະຕິບັດສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໄປ​ຄຽງ​ຄູ່​ກັບ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ລະບຽບ​ວິ​ໄນ.

ຄົ້ນ​ເຜີຍ​ແລະ​ແກ້​ໄຂ​ບັນດາ​ເນື້ອ​ໃນປ່ຽນ​ແປງ​ໃໝ່​ການ​ເມືອງ ທີ່​ເປັນ​ອຸປະສັກ​ຕໍ່​ການປ່ຽນ​ແປງ​ໃໝ່​ເສດຖະກິດ, ​ເຊັ່ນ ລະບົບ​ປະຊາທິປະ​ໄຕສັງຄົມ​ນິຍົມທີ່​ຍັງ​ບໍ່​ທັນ​ສົມບູນ​ແບບ; ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ ຍັງ​ບໍ່​ທັນ​ໄດ້​ຮັບ​ການເສີມ​ຂະຫຍາຍ​ຢ່າງພຽງພໍ; ວຽກ​ງານ​ກໍ່ສ້າງ​ພັກ​ຍັງ​ມີ​ຈຸດ​ອ່ອນ​ຂໍ້​ຈຳກັດ​ຫຼາຍ​ຢ່າງ; ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຍັງ​ບໍ່​ທັນ​ທັນ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ ​ແລະ ພັດທະນາ​ປະ​ເທດ; ພາລະ​ບົດບາດວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຂອງ​ບັນດາ​ອົງຄະ​ນະມະ​ຫາ​ຊົນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ເທື່ອ; ວຽກ​ງານ​ການຈັດ​ຕັ້ງ ພະນັກງານ ​ແລະ ການ​ເຄື່ອນ​ໄຫວ​ນະ​ໂຍບາຍ​ ຍັງ​ບໍ່​ທັນ​ທັນ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ...

ການປ່ຽນ​ແປງ​ໃໝ່​ເສດຖະກິດ ຕ້ອງ​ຕິດ​ແໜ້ນ​ກວ່າ​ອີກ​ກັບ​ການ​ເປີດ​ປະຊາທິປະ​ໄຕ; ການ​ປະຕິ​ຮູບ​ລະບຽບ​ການ​ຕ້ອງ​ຕິດ​ກັບ​ການ​ປະຕິ​ຮູບ​ກົດໝາຍ. ສົມທົບ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ ກັບ​ການປ່ຽນ​ແປງ​ໃໝ່​ການ​ເມືອງ, ​ໃນ​ນັ້ນ ປ່ຽນ​ແປງ​ໃໝ່​ເສດຖະກິດ​ເປັນ​ຈຸດ​ໜັກ​ໃຈກາງ, ປ່ຽນ​ແປງ​ໃໝ່​ການ​ເມືອງ​ເປັນທີ່​ສຳຄັນ, ສຸມ​ໃສ່​ປະຕິ​ຮູບ​ບັນດາ​ຂອດວຽກ, ບັນດາ​​ແງ່​ມຸມ​ການ​ເມືອງ ທີ່​ຍັງ​ເປັນ​ສິ່ງ​ຜູກ​ມັດ ​ແລະ ​ເປັນ​ອຸປະສັກ​ ຕໍ່​ການ​ພັດທະນາ​ເສດຖະກິດ. ກຳນົດ​ບັນດາ​ຂອດ​ບຸກທະລຸ​ ໃນ​ການປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ, ຂະຫຍາຍ​ທິດ​ສະ​ດີ​ກ່ຽວ​ກັບການປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ​ໃຫ້​ສອງ​ຄ່ອງ​ກັບ​ແຕ່ລະ​ໄລຍະ. ປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ຄົບ​ຊຸດ, ມີ​ລະບົບ ​ແລະ ມີ​ຈຸດ​ໜັກ, ຈຸດ​ສຸມ. ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ​ເປັນ​ເຈົ້າ​ການປ່ຽນ​ແປງ​ໃໝ່​ການ​ເມືອງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ປະຕິ​ຮູບ​ເສດຖະກິດ.

ຄວນ​ຮູ້​ວ່າ ການ​ເມືອງ​ຕ້ອງ​ສະ​ແດງ​ອອກ​ເຖິງ​ຄວາມ​ຕ້ອງການ​ຂອງ​ກົດ​ເກນ​ເສດຖະກິດ ​ເພື່ອ​ໝູນ​ໃຊ້​ມັນ, ​ໃນ​ແຕ່​ລະບາດ​ກ້າວ​ແຫ່ງ​ການ​ພັດທະນາ​ເສດຖະກິດ ການ​ເມືອງ​ຕ້ອງປູ​ທາງ​ໃຫ້​​ເສດຖະກິດ​ ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ແນວທາງ ນະ​ໂຍບາຍ​ເສດຖະກິດ, ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ແລະ​ພະນັກງານ. ​ແນວທາງ, ນະ​ໂຍບາຍ, ການຈັດ​ຕັ້ງ​ແລະ​ພະນັກງານ ສອດຄ່ອງ​ກັບ​ບາດກ້າວ​ພັດທະນາ​​ເສດຖະກິດ​ທີ່​ມີ​ລັກສະນະ​ກົດ​ເກນ ​ແມ່ນ​ການ​ເມືອງ​​ໄດ້​ເສີມ​ຂະຫຍາຍ​ບົດບາດນຳ​ພາ​​ໃຫ້​ເສດຖະກິດ​ຂະຫຍາຍຕົວ. ​ໃນ​ເງື່ອນ​ໄຂ​ນັ້ນ, “ການ​ເມືອງບໍ່​ອາດ​ຈະບໍ່​ຄອງ​ຕຳ​ແໜ່​ງ​ແຖວ​ໜ້າ​ທຽບ​ກັບ​ເສດຖະກິດ”, ຄື​ດັ່ງ​ທີ່ ວ.ອີ. ​ເລ​ນິນ ​ເຄີຍ​​ໄດ້​ເນັ້ນ. ຕຳ​ແໜ່​ງ​ແຖວ​ໜ້າ​ຂອງ​ການ​ເມືອງ​ສະ​ແດງ​ອອກ​ຢູ່​ທີ່​ຄຸນ​ນະພາ​ບຂອງ​ແນວທາງ ນະ​ໂຍບາຍ; ຢູ່​ທີ່​ຄຸນ​ນະພາ​ບການຈັດ​ຕັ້ງກໍ່ສ້າງ ​ແລະ ຈັດ​ວາງ​ພະນັກງານ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ; ຢູ່​ທີ່​ປະສິດທິ​ຜົນ​ເສດຖະກິດ ສັງຄົມ; ຢູ່​ທີ່​ການ​ປົວ​ແປງ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ.

​ໃນ​ໄລຍະ​ທີ່ເສດຖະກິດ​ຕະຫຼາດ​ໄດ້​ຫັນ​ເປັນ​ທັນ​ສະ​ໄໝ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ລະດັບ​ນັບ​ມື້​ນັບ​ສູງ​ຄື​ປະຈຸ​ບັນນີ້, “ຕຳ​ແໜ່​ງ​ແຖວ​ໜ້າ” ຂອງ​ການ​ເມືອງ​ຍັງ​ສະ​ແດງ​ອອກ​ຢູ່​ທີ່​ທ່າ​ທີ່​ການ​ເມືອງ​ຕໍ່​​ປັນ​ຍາ​ຊົນ ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສຶກສ-ກໍ່ສ້າງ ​ແລະ ການ​ຮ່ວມມື​ຢ່າງ​ມີ​ປະສິດທິ​ຜົນ ລະຫວ່າງວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສຶກສ-ກໍ່ສ້າງ ກັບ​ການ​ພັດທະນາ​ເສດຖະກິດ. ການ​ຂະຫຍາຍຕົວ​ຢ່າງ​ຄົບ​ຊຸດ​ຂອງ​ບັນດາ​ຂົງ​ເຂດ​ເຫຼົ່າ​ນີ້ ​ເຮັດ​ໃຫ້​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ປະ​ເທດ​ເພີ່ມ​ຂຶ້ນ ຊຶ່ງ​ເປັນ​​ເຄື່ອງ​ວັດ​ແທກ​ຄຸນ​ນະພາ​ບການ​ເມືອງ​ແຖວ​ໜ້າ​ທຽບ​ກັບ​ເສດຖະກິດ.

ຄວນ​​ເຫັນ​ແຈ້ງ​ຈຸດ​ພິ​ເສດ​ຂອງຄວາມ​ພົວພັນ​ລະຫວ່າງ​ເສດຖະກິດ ​ແລະ ການ​ເມືອງ ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ. ຫັນ​ສູ່​ເສດຖະກິດເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລ​ະ ​ເຊື່ອມ​ໂຍງ​ສາກົນ ​ແມ່ນ​ບາດກ້າວ​ຄືບ​ໜ້າ​ທີ່​ສຳຄັນ, ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ ​ຕໍ່​ການ​ກໍ່ສ້າງ​ສາຍ​ພົວພັນ​ເສດຖະກິດ​ໃໝ່ ຊຶ່ງ​ແຕກ​ຕ່າງຢ່າງ​ຂາດ​ຂັ້ນ​ກັບ​ກ່ອນ​ໜ້າ​ນີ້​ທາງ​ດ້ານ​ທາດ​ແທ້ ​ແລະ​ບົດບາດຕັດສິນ​ຊີ້​ຂາດ​ຂອງ​ມັນ ຕໍ່​ກັບ​ການ​ເມືອງ​ຢ່າງພາວະ​ວິ​ໄສ, ພ້ອມ​ນັ້ນ ການ​ເມື​ອງ​ກໍ່ມີ​ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງ ​ໃນ​ການ​ພັດທະນາ​ເສດຖະກິດດີກ​ວ່າ​ເວລາ​ໃດ​ໝົດ.

ຄວນ​ເຫັນ​ວ່າ ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ເຮົາ ມາ​ຮອດ​ປະຈຸ​ບັນ​ຍັງ​ບໍ່​ທັນ​ສົມບູນ​ແບບ, ບໍ່​ທັນ​ສະ​ໄໝ (ກຳລັງ​ກໍ່ສ້າງ​ພື້ນຖານ​ວັດຖຸ - ​ເຕັກນິກ​ອຸດສາຫະກຳ), ​ແຕ່​ພັດ​ຖືກ​ແຮງ​ກົດ​ດັນ​ຂອງ​ເສດຖະກິດ​ໂລກ ທີ່​ມີ​ລະ​ດັດ​ພັດທະນາ​ທີ່​ສູງ​ກວ່າ. ທາດ​ແທ້​ເສດຖະກິດ​ນີ້​ຕ້ອງ​ໄດ້​ສະ​ແດງ​ອອກ​ໃນ​ໂຄງ​ສ້າງ​ເສດຖະກິດ, ​ໃນ​ຄວາມ​ໄວ​ແຫ່ງ​ການ​ເຄື່ອນ​ໄຫວ, ຄຸນ​ນະພາ​ບ, ປະສິດທິ​ຜົນ, ການຈັດ​ຕັ້ງ ​ແລະ ຄຸ້ມ​ຄອງ​ບໍລິຫານ​ເສດຖະກິດ. ດັ່ງ​ນັ້ນ, ຕ້ອງ​ເຫັນ​ບົດບາດ​ຕັດສິນ​ຊີ້​ຂາດ​ຂອງ​ເສດຖະກິ​ດ ຕໍ່​ກັບ​ການ​ເມືອງ ​ແລະ ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງຂອງ​ການ​ເມືອງ ​ໃນ​ການ​ຊຸກຍູ້​ພັດທະນາ​ເສດຖະກິດ ​ໂດຍ​ຜ່ານການ​ກໍ່ສ້າງ​ລັດ​ແຫ່ງ​ສ້າງສັນ​ພັດທະນາ, ​ໃນ​ການ​ດັດສົມ​ຜົນ​ປະ​ໂຫຍ​ດຕ່າງໆ. ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງຂອງ​ການ​ເມືອງ​ຍັງ​ສະ​ແດງ​ອອກ​ຢູ່​ທີ່​ ການ​ໃຫ້​ຄວາມ​ສຳຄັນ​ແກ່​ພາກສ່ວນທີ່ດີ​ເດັ່ນ​ໃນ​ປະຊາຊົນ​ ສັງຄົມ. ຍິ່ງ​ກວ່າ​ນັ້ນ, ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງຂອງ​ການ​ເມືອງ ຍັງ​ໄດ້​ສະ​ແດງ​ອອກ​ໃນ​ການ​ຕີ​ລາຄາ​ລະດັບ, ຄຸນ​ນະພາ​ບຂອງ​ການ​ກໍ່ສ້າງ ​ແລະ ປະຕິບັດ​ພື້ນຖານ​ປະຊາທິປະ​ໄຕສັງຄົມ​ນິຍົມ, ຍົກ​ສູງລະ​ດັດ​ຄວາມ​ຮູ້​ຂອງ​ປະຊາຊົນ, ພັດທະນາ​ຜູ້​ຄົນ​ຫວຽດນາມ ຊຶ່ງ​ເປັ​ນພື້ນຖານອັນ​ໝັ້ນຄົງ​ຍືນ​ຍົງ​ຂອງ​ການ​ພັດທະນາ​ເສດ​ຖະກິດ ​ແລະ ການ​ເມືອງ.

ຄວນ​ຖື​ເອົາ​ຄວາມ​ປະດິດ​ສ້າງ​ຂອງ​ແນວທາງ, ນະ​ໂຍບາຍ​ເປັນກຳລັງ​ໜູນ​ຕົ້ນຕໍ​ໃຫ້​ແກ່​ການ​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ກ່ອນ​ອື່ນ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ການ​ເມືອງ. ພາລະກິດ​ປ່ຽນ​ແປງ​​ໃໝ່​ຈະ​ບັນລຸ​ຄວາມ​ສຳ​ເລັດ​ໄດ້​ກໍ​ຕໍ່​ເມື່ອມີວິ​ໄສ​ທັດກວ້າງ​ໄກ ​ແລະ ຄວາມ​ຕັດສິນ​ໃຈ​ສູງ ຂອງບັນດາ​ນັກ​ການ​ເມືອ​ງນຳ​ໜ້າ​ປະ​ເທດ, ພ້ອມ​ກັບ​ບັນດາ​ນັກ​ທຸລະ​ກິດນຳໜ້າວິ​ສາ​ຫະກິດ. ຄວາມ​ສູງ​ສົ່ງ​ທາງ​ການ​ເມືອງ​ສະ​ແດງ​ອອກ​ຢ່າງ​ລະອຽດ​ໃນ​ຄວາມປະດິດ​ສ້າງ, ​ໃນ​ການ​ດຶງ​ດູດ​ຜູ້​ເກັ່ງ​ກ້າ​ສາມາດ, ກໍ່​ຄື​ໃນ​​ເສດຖະກິດ ​ແລະ ການ​ເມືອງ. ອຳນາດ​ທາງ​ການ​ເມືອງ​ຕ້ອງ​ອີງ​ບົນ​ຄຸນຄ່າ​ວັດທະນະທຳ​ທີ່​ມີ​ຄວາມ​ສາມາດ​ແຜ່​ລາມ ​ແລະ ຊຶມ​ເລິກ​ເຂົ້າ​ໃນ​ໃຈຊົນ​ຊາດ, ​ໃນ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ​ແຕ່ລະຄົນ.

ຄວນ​ເຫັນ​ວ່າ ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ​ໃນ​ເວລາ​ນີ້​ ພວມ​ຢູ່​ໃນ​ບາດ​ລ້ຽວທີ່​ສຳຄັນ ​ໂດຍ​ສັງ​ເກດ​ຈາກສະພາບ​ການ​ເສດຖະກິດ ​ແລະ ການ​ເມືອງ​ໃນ​ປະ​ເທດ. ບາດ​ລ້ຽວນີ້​ມີ​ຂະໜາດ​ກວ້າງ​ໃຫຍ່​ທີ່​ແນ່ນອນ ເມື່ອສັງ​ເກດ​ຈາກ​ສະພາບ​ການ​ເສດຖະກິດ ​ແລະ ການ​ເມື​ອງໂລກ ທີ່​ຫວຽດນາມ​ພວມ​ເຊື່ອມ​ໂຍງ​ເຂົ້າ​ໃນ​ນັ້ນ. ​ເພາະສະ​ນັ້ນ, ການປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ​ການ​ເມືອງຄັ້ງ​ນີ້ ນອນ​ຢູ່​ໃນຄວາມ​ພົວພັນ​ສະໜິດ​ແໜ້ນ​ນຳ​ກັນ ​ເໝືອນ​ດັ່ງ​ລະບົບ​ໜຶ່ງ​ທີ່​ພວມ​ເຄື່ອນ​ເໜັງ ​ເພື່ອ​ພ້ອມ​ກັນ​ບືນ​ຕົວຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ການ​ປ່ຽນ​ແປງ​ໃໝ່​ໃນ​ໄລຍະ​ນີ້ ​ແລະ ​ໃນ​ຕໍ່​ໄປ ບໍ່​ພຽງ​ແຕ່​ແນ​ໃສ່​ເປົ້າ​ໝາຍ​ເຕີບ​ໂຕ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ປ່ຽນ​ແປງ​ໃໝ່​ບັນດາ​ຂົງ​ເຂດ​ການ​ເມືອງ ວັດທະນະທຳ ສັງຄົມ ​ແລະ ການ​ພົວພັນ​ສາກົນ ​ເພື່ອມຸ່ງ​ສູ່​ເປົ້າ​ໝາຍ​ການ​ພັດທະນາ​ ຕາມທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ​ແຕ່​ຕົ້ນ​ສະຕະວັດ​ທີ XXI ນັ້ນ​ຄື ການ​ພັດທະນາ​ແບບ​ຍືນ​ຍົງ, ກໍ່ສ້າງ​ສາຍ​ພົວພັນກົມກຽວ, ພັດທະນາ​ເປັນ​ເອກະສັນ​ ລະຫວ່າງ​ບຸກຄົນ​ແລະ​ຊຸມ​ຊົນ, ລະຫວ່າງ​ມະນຸດ​ແລະ​ສິ່ງ​ແວດ​ລ້ອມທຳມະ​ຊາ​ດ. ຄວາມ​ພົວພັນ​ລະຫວ່າງປ່ຽນ​ແປງ​ໃໝ່​​ເສດຖະກິດ ​ແລະ ປ່ຽນ​ແປງ​ໃໝ່​ການ​ເມືອງ ຄວນ​ໄດ້​ຕັ້ງ​ຢູ່​ໃນລະດັບ​ສູງ​ໃໝ່, ຄຸນ​ນະພາ​ບ​ໃໝ່ ​ໃນ​ແຜ​ນ​ຍຸດ​ທະ​ສາດ ​ແລະ ວິທີ​ແກ້​ຂອງ​ພັກ​ແລະ​ລັດ; ​ໃນ​ຄວາມ​ຮັບ​ຮູ້, ຄວາມ​ຕັດສິນ​ໃຈ​ການ​ເມືອງ ​ແລະ ການ​ກະທຳ​ປະຕິວັດຕົວ​ຈິງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ./.

 ຮສ. ປອ ​ເລ​ມິ​ງກວັນ,
ຮອງ​ຫົວໜ້າ​ກົມ​ບັນດາ​ໂຮງຮຽນ​ພັກ,
ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ​ຈີ​ມິນ

---------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 887 (​ເດືອນ​ກັນຍາ 2016)