ວກ. - ໜ້າ​ທີ່​ການ​ເງິນ - ງົບປະມານ​ຂອງ​ລັດ​ ປີ 2016 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ບໍ່​ມີ​ຄວາມ​ສະດວກ, ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ກໍ່​ເຕີບ​ໂຕ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ​ແຕ່, ຍ້ອນ​ຄວາມ​ພະຍາຍາມ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ, ຂອງສະ​ພາແກ່ງ​ຊາດ, ການ​ຊີ້​ນຳ​ໃກ້ຊິດຕິດ​ແທດ, ທັນ​ການ​ຂອງ​ລັດຖະບານ ​ແລະ ຄວາ​ມມານະ​ພະຍາຍາມ​ສູ້​ຊົນ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ​ ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ດັ່ງ​ນັ້ນ​ຂະ​ແໜງ​ການ​ເງິນ​ຈຶ່ງ​ສຳ​ເລັດ​ໜ້າ​ທີ່​ການ​ເງິນ - ງົບປະມານ​ປີ 2016 ​ເປັນ​ຢ່າງ​ດີ. ການທົບ​ທວນ​ບັນດາ​ຜົນສຳ​ເລັດ​ທີ່​ຂະ​ແໜງ​ການ​ເງິນ​ບັນລຸ​ໄດ້ ​ແລະ ວາງວິທີ​ແກ້​ໄຂ​ເພື່ອ​ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ​ໃນ​ປີ 2017 ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ຕ້ອງການ.

ສະຫາຍ ດິງຕ໋ຽນຢຸ໊ງ ລັດຖະມົນຕີກະຊວງການເງິນ (ພາບ: TTXVN)

ບັນດາ​ຜົນສຳ​ເລັດ​ອັນ​ພື້ນຖານ​ຂອງຂະ​ແໜງ​ການ​ເງິນປີ 2016

​ໃນປີ 2016, ກະຊວງ​ການ​ເງິນ​ໄດ້​ກໍ່ສ້າງ​ແຜນການ ​ແລະ ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ຂະ​ແໜງ​ການ​ເປັນ​ຢ່າງ​ດີ ​​ໂດ​ຍຕິດ​ແໜ້ນ​ກັບ​ເປົ້າ​ໝາຍ ​ແລະ ທິດ​ທາງ​ທີ່​ໄດ້​ກຳນົດ​ໃນ​ບັນດາ​ມະຕິ​ຂອງ​ພັກ ​ແລະ ຂອງສະພາ​ແຫ່ງ​ຊາດ, ​ເຊັ່ນ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2016 - 2020; ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ສຳຄັນ ​ແນ​ໃສ່​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​​ເຕີ​​ບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ປະສິດທິພາບ​ຂອງ​ງານ, ກຳລັງ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ; ບັນດາ​ແຜນ​ນະ​ໂຍບາຍ, ວິທີ​ແກ້​ໄຂການຈັດ​ວາງ​ງົບປະມານ​ຂອງ​ລັດ​ຄືນ​ໃໝ່, ການ​ຄຸ້ມ​ຄອງ​ໜີ້​ສິນ​ສາທາລະນະ ​ເພື່ອ​ຮັບປະກັນ​ໃຫ້ລະບົບ​ການ​ເງິນ​ແຫ່ງ​ຊາດ​ມີ​ຄວາມ​ປອດ​ໄພ, ໝັ້ນຄົງ; ​ແຜນ​ການ​ຈັດ​ວາງ​ຄືນ​ໃໝ່ໂຄງ​ປະກອບ​ເສດຖະກິດ​​ໄລຍະ 2016 - 2020; ​ແຜນການ​ງົບປະມານ​​ແຫ່ງ​ຊາດ 5 ປີ​ໄລຍະ 2016 - 2020; ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ຄາດໝາຍ​ງົບປະມານ​ຂອງ​ລັດ​ປີ 2016 ​ແລະ ບັນດາ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບການ​ປະກາດ​ໃຊ້ ບັນດາ​ໂຄງການ​​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ ​ແລະ ຂອງສະພາ​ແຫ່ງ​ຊາດ. ດັ່ງ​ນັ້ນ, ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ທີ່​ວາງ​ອອກ​ມາ​ສຳລັບ​ຂະ​ແໜງ​ການ​ເງິນ​​ໃນປີ​ທີ່​ຜ່ານ​ມາ ຈຶ່ງ​ມີ​ຄວາມ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ຫຼາຍ​ຢ່າງ ຊຶ່ງສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ດັ່ງ​ລຸ່ມ​ນີ້:

ທີ່​ໜຶ່ງ, ລະບົບ​ລະບຽບ​ກົດໝາຍ, ນະ​ໂຍບາຍ​ ກ່ຽວ​ກັບ​ການ​ເງິນ - ງົບປະມານ​ຂອງ​ລັດ ນັບ​ມື້​ນັບ​ໄດ້​ຮັບ​ການ​ບູລະນະ​ໃຫ້​ສົມບູນ, ປະກອບສ່ວນ​ປົວ​ແປງ​ສິ່ງ​ແວດ​ລ້ອມ​​ແຫ່ງ​ການ​ທຸລະ​ກິດ, ພັດທະນາ​ວິ​ສາ​ຫະກິດ, ຍົກ​ສູງ​ຄວາມ​ສາມາດ​​ແຂ່ງຂັນຂອງ​ຊາດ ​ແລະ ປະສິດທິ​ຜົນ​ໃນ​ການ​ລະດົມ, ​ແຈກ​ຢາຍ, ນຳ​ໃຊ້​ແຫຼ່ງພະລັງ​ສັງຄົມ​ເວົ້າ​ລວມ, ​ແຫຼ່ງງົບ​ປະມານ​ຂອງ​ລັດ ​ເວົ້າສະ​ເພາະ.

ປີ 2016, ກະຊວງ​ການ​ເງິນ​ເປັນ​ເຈົ້າພາບ​ໃນ​ການ​ກໍ່ສ້າງ​ກົດໝາຍ 3 ສະບັບ, ສ້າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ 5 ສະບັບ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີນ​ບາງ​ມາດຕາ​ຂອງ​ກົດໝາຍ​ພາສີມູນ​ຄ່າ​ເພີ່ມ, ກົດໝາຍ​ພາສີຊົມ​ໃຊ້​ພິ​ເສດ, ກົດໝາຍຄຸ້ມ​ຄອງ​ພາສີ; ກົດ​ໝາຍ​ພາສີ​ສົ່ງ​ສົ່ງ​ອອກ, ພາສີ​ນຳ​ເຂົ້າ; ມະຕິ​ວ່າດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ຂອງ​ມະຕິ​ສະບັບ​ເລກທີ 55/2010/QH12, ວັນ​ທີ 24-11-2010, ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XII “ກ່ຽວ​ກັບ​ການ​ຍົກ​ເວັ້ນ, ຫລຸດຜ່ອນ​ພາສີ​ນຳ​ໃຊ້​ທີ່ດິນ​ກະສິກຳ”..., ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ, ພ້ອມ​ກັນ​ນັ້ນ​ກໍ່​ຊ່ວນປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ພາສີອາກອນ, ສຸລະກາກອນ. ພ້ອມ​ກັນ​ນັ້ນ, ກະຊວງ​ການ​ເງິນຍັງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ​ແລະ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ ໃນ​ການ​ສ້າງ​ດຳລັດ, ຂໍ້​ຕົກລົງຂອງ​ລັດຖະບານ ​ແລະ​ຂອງນາຍົກ​ລັດຖະມົນຕີ​ ເປັນ​ຈຳນວນ​ຫຼາຍ​ກ່ວາ 50 ສະບັບ ​ແລະ ປະກາດ​ໃຊ້​ໜັງສື​ວຽນພາຍ​ໃຕ້​ອຳນາດ​ຕື່ມ​ອີກ​ຫຼາຍ​ກວ່າ 300 ສະບັບ.

ພິ​ເສດ, ກະຊວງ​ການ​ເງິນ​ໄດ້​ສະ​ເໜີ​ໃຫ້​ຄະນະ​ກຳມະການ​ພັກ​ລັດຖະບານ ​ເພື່ອ​ສະ​ເໜີ​ໃຫ້​ກົມ​ການ​ເມືອ​ງສູນ​ກາງ​ພັກ ປະກາດ​ໃຊ້​ມະຕິ​ສະບັບ​ເລກທີ 07-NQ/TW, ວັນ​ທີ 18-11-2016, ຂອງ​ກົມ​ການ​ເມືອງ, “ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ວິທີແກ້ໄຂການຈັດວາງງັບປະມານ​ຂອງ​ລັດຄືນໃໝ່, ຄຸ້ມ​ຄອງ​ໜີ້​ສິນ​ສາທາລະນະ ​ເພື່ອ​ຮັບປະກັນ​ໃຫ້​ລະບົບ​ການ​ເງິນ​ແຫ່ງ​ຊາດ​ມີ​ຄວາມ​ປອດ​ໄພ, ໝັ້ນຄົງ”. ມະຕິ​ສະບັບ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ ໃນ​ສະພາບ​ທີ່​​ຊຸມ​ປີຜ່ານມາ​ມໍ່​ນີ້ ງົບປະມານ​ຂອງ​ລັດມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຮຽກຮ້ອງ​ໃຫ້​ຕ້ອງ​ຈັດ​ວາງ​ຄືນ​ໃໝ່ ງົບປະມານ​ຂອງ​ລັດ ​ແລະ ໜີ້​ສິນ​ສາທາລະນະ​ ຢ່າງ​ເປັນ​ພື້ນຖານ​ແລະ​ຮອບດ້ານ.

ທີ​ສອງ, ນະ​ໂຍບາຍ​ງົບປະມານປະຈຳ​ປີ​ໄດ້​ຮັບ​ການ​ດັດສົມ​ຢ່າງ​ເປັນ​ເຈົ້າ​ການ, ​ແໜ້ນ​ແຟ້ນ, ປະຢັດ; ກົດໝາຍ, ລະບຽບວິ​ໄນ​ການ​ເງິນ​ໄດ້​ຮັບ​ການ​ເພີ່ມ​ທະວີ; ປະຕິບັດ​ການຈັດ​ວາງ​ຄືນ​ໃໝ່ໂຄງ​ປະກອບ​ການ​ລົງທຶນ​ພາກ​ລັດໄດ້​ຮັບ​ຜົນ​ດີ.

ບົນ​ພື້ນຖານ​ການຮັບ​ຮູ້, ຕີ​ລາຄາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຕ່າງ​ໆ​ທີ່​ເກີດ​ມາ​ຍ້ອນ​ລາຄາ​ນ້ຳມັນ​ຕົກ​ຕ່ຳ ​ແລະ ບັນດາ​ປັດ​ໄຈ​ທີ່​ບໍ່​ສະດວກ​ໃນ​ການ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA), ຕັ້ງ​ແຕ່​ຕົ້ນ​ປີ, ກະຊວງ​ການ​ເງິນ​ໄດ້​ເປັນ​ເຈົ້າ​ການ​ ໃນ​ການວາງ​ແຜນການດຳ​ເນີນ​ງານ​ງົບປະມານ​ຂອງ​ລັດ; ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້​ຄຳ​ສັ່ງ​ເລກທີ 22/CT-TTg, ວັນ​ທີ 3-6-2016, ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຊີ້​ນຳ ​ແລະ ບໍລິຫານ​ໜ້າ​ທີ່​ການ​ເງິນ - ງົບປະມານ​ຂອງ​ລັດ​ປີ 2016”, ​ໃນ​ນັ້ນ ຮຽກຮ້ອງ​ໃຫ້​ຕ້ອງສູ້​ຊົນສຳ​ເລັດໜ້າ​ທີ່​ເກັບ​ລາຍ​ຮັບ​ງົບປະມານ​ໄດ້​ເກີນ​ລະດັບ​ຄາດໝາຍ; ຄຸ້ມ​ຄອງ​ການ​ໃຊ້​ຈ່າຍ​ຢ່າງ​ແໜ້ນ​ແຟ້ນ, ປະຢັດ, ມີ​ປະສິດທິ​ຜົນ; ຮັບປະກັນ​ຄວາມ​ສົມ​ດຸນ​ຂອງ​ງົບປະມານ​ຂອງ​ຂັ້ນ​ຕ່າງໆ, ຮັກສາ​ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດ​ໃນ​ລະດັບ​ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຕົດ​ລົງ.

​ໃນ​ການ​ບໍລິຫານ​ງານ, ກະຊວງ​ການ​ເງິນ​ໄດ້​ກວດຄືນ, ສະ​ເໜີ​ໃຫ້ຂັ້ນ​ທີ່​ມີ​ອຳນາດ ​ເພື່ອ​ແກ້​ໄຂ, ປັບ​ປຸງ​ເພີ່ມ​ເຕີມ, ປະກາດ​ໃຊ້ນະ​ໂຍບາຍ​ກ່ຽວ​ກັບ​ການ​ເງິນ, ພາສີອາກອນ, ຄ່າ​ທຳນຽມ​ໃໝ່ ທີ່​ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ ​ແລະ ຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ​ສາກົນ. ຊີ້​ນຳ​ວຽກງານ​ເກັບ​ພາສີ ​ແລະ ຕໍ່ສູ້​ຢ່າງ​ເດັດ​ດ່ຽວຕ້ານ​ການຫຼີກລ່ຽງພາສີ ຕາມ​ຈິ​ດ​ໃຈ​ເກັບ​ພາສີ​ຢ່າງ​ຖືກຕ້ອງ, ​ເຕັມ​ສ່ວນ ​ແລະ​ທັນ​ເວລາ; ຕາມ​ນັ້ນ ອົງການ​ພາສີ​ໄດ້​ດຳ​ເນີນ​ການກວດສອບ, ກວດກາ​ເກືອບ 82​.000 ວິ​ສາ​ຫະກິດ, ​ໄດ້​ເກັບ​ເງິນ​ເຂົ້າ​ງົບປະມານ​ຂອງ​ລັດ ​ເປັນ​ຈຳນວນ 14.500 ຕື້​ດົ່ງ; ​ເກັບ​ເງິນຄ້າງ​ຊຳລະ​ພາສີ​ໄດ້​ຫຼາຍ​ກ່ວາ 42.000 ຕື້​ດົ່ງ. ອົງການ​ສຸລະກາກອນ​ໄດ້​ດຳ​ເນີນ​ການ​ກວດກາພາຍຫຼັງ​ການ​ຜ່ານ​ດ່ານ​ເກືອບ 9.300 ຄັ້ງ, ຜ່ານ​ນັ້ນ ​ໄດ້​ເພີ່ມ​ລາຍ​ຮັບ​ງົບປະມານ​ຂຶ້ນ​ຕື່ມ​ອີກ 3.300 ຕື້​ດົ່ງ; ຈັບ​ກຸມ ​ແລະ ​ແກ້​ໄຂ​ການ​ຄ້າ​ເຖື່ອນ​ເກືອບ 15.400 ກໍລະນີ, ​​ເກັບ​ລາຍ​ຮັບ​ໃຫ້​ງົບປະມານ​ໄດ້ 166 ຕື້​ດົ່ງ. ອາ​ໃສ​ການ​ເຄື່ອນ​ໄຫວ​ເຫຼົ່ານັ້ນ, ຮອດ​ວັນ​ທີ 31-12-2016, ລາຍ​ຮັບ​ງົບປະມານ​ຂອງ​ລັດ​ບັນລຸ​ປະມານ 1.094.000 ຕື້​ດົ່ງ, ຫຼາຍ​ກວ່າ​ແຜນການ 79.600 ຕື້​ດົ່ງ, ​ເພີ່ມ 7,8% ທຽບ​ກັບ​ຄາດໝາຍ​ແຜນການ. ການ​ດຸນ​ດ່ຽງ​ງົບປະມານ​ໄດ້​ຮັບ​ການ​ຮັບປະກັນ.

ກະຊວງ​ການ​ເງິນ​ໄດ້​ປະຕິບັດ​ການ​ຈ່າຍ​​ເງິນງົບປະມານ​ຂອງ​ລັດ​ຢ່າງ​ແໜ້ນ​ແຟ້ນ. ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້​ໄຂ​ທີ່​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ​ໃຊ້​ຈ່າຍ​ພາຍ​ໃນ​ລະດັບ​ຄາດໝາຍງົບປະມານ​ທີ່​ໄດ້​ຮັບ​ມອບ​ໝາຍ, ຖືກຕ້ອງ​ຕາມ​ລະບອບ, ອັດຕາ, ລະດັບ​ໃຊ້​ຈ່າຍ​ທີ່​ໄດ້​ກຳນົດ; ຕ້ານ​ການ​ຟຸ່ມ​ເຟືອຍ, ຕົກ​ເຮ່ຍ​ເສຍ​ຫາຍ, ສໍ້​ລາດ​ບັງ​ຫຼວງ. ອົງການ​ທາງ​ການ​ເງິນ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ກວດ​ສອບ, ກວດກາການ​ນຳ​ໃຊ້​ງົບປະມານ​ຢູ່​ກະຊວງ, ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ; ​ໂຄງການ​ລົງທຶນ​ຈຳນວນ​ໜຶ່ງ​ທີ່​ໃຊ້​ທຶນ​ງົບປະມານ​ຂອງ​ລັດ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາການ​ໃຊ້​ຈ່າຍ​ຂອງ​ຄັງແຫ່ງລັດ. ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ, ລະບຽບ​ວິ​ໄນ​ການ​ເງິນ​ໄດ້​ຮັບ​ການ​ເພີ່ມ​ທະວີ, ປະສິດທິຜົນໃນ​ການ​ນຳ​ໃຊ້ງົບປະມານ​ຂອງ​ລັດ​ມີ​ຄວາມ​ກ້າວໜ້າ. ບັນດາ​ໜ້າ​ທີ່​ທີ່​ສຳຄັນ, ຮີບ​ດ່ວນ​ ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ທັນ​ການ ຄົບ​ຖ້ວນ, ຄວາມ​ດຸນ​ດ່ຽງ​ຂອງ​ງົບປະມານ​ສູນ​ກາງ ​ແລະ ງົບປະມານ​ຂອງ​ທ້ອງ​ຖິ່ນ​ຂັ້ນຕ່າງໆ ກໍ່​ໄດ້​ຮັບປະກັນ​ໂດຍ​ພື້ນຖານ. ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດ​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ຂອບ​ເຂດຄາດໝາຍ​ແຜນ​ງົບປະມານ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ. ພິ​ເສດ, ​ເພື່ອ​ປະຕິບັດ​ມະຕິ​ຕົດ​ລົງ​ສະບັບ​ທີ 32/2015/QĐ-TTg, ວັນ​ທີ 4-8-2015, ຂອງ​ນາ​ຍົກ​ລັດຖະມົນຕີ, ວ່າ​ດ້ວຍ “ຂໍ້​ກຳນົດ​ກ່ຽວ​ກັບ​ອັດຕາ ​ແລະ ລະບອບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ລົດ​ໂອ​ໂຕ​ ໃນ​ອົງການ​ຈັດ​ຕັ້ງ​ລັດ, ໜ່ວຍທຸລະກິດຂອງລັດ, ບໍລິສັດສະມາຊິກໜຶ່ງດຽວຮັບຜິດຊອບຈຳກັດ ທີ່ລັດຖະບານຖືຫຸ້ນ 100%”, ກະຊວງ​ການ​ເງິນ​ໄດ້​ນຳ​ໜ້າ​ໃນ​ການ​ປະກາດ​ໃຊ້​ຂໍ້​ຕົກລົງ​ສະບັບ​ທີ 1997/QĐ-BTC, ວັນ​ທີ 16-9-2016, ວ່າ​ດ້ວຍ “ຂໍ້​ກຳນົດ​ກ່ຽວ​ກັບ​ລະບອບ​ມອບ​ເໝົາຄ່າ​ໃຊ້​ຈ່າຍ​ໃນ​ການ​ນຳ​ໃຊ້​ລົດ​ໂອ​ໂຕ” ​ເພື່ອ​ຮັບ​ສົ່ງ​ພະນັກງານ​ຈາກບ້ານ​ໄປ​ຍັງ​ທີ່​ເຮັດ​ວຽກ​ແຕ່​ວັນ​ທີ 1-10-2016 ສຳລັບ​ພະນັກງານ​ຂັ້ນ​ຮອງ​ລັດຖະມົນຕີ ​ແລະ ພະນັກງານ​ການ​ນຳທີ່​ມີ​ອັດຕາ​ອຸດໜູນຕຳ​ແໜ່​ງ​ໃນກະຊວງ​ການ​ເງິນ. ຂໍ້​ກຳນົດ​ນີ້​ມີ​ຈຸດ​ມຸ່ງ​ໝາຍເພື່ອການ​ບໍລິຫານ​ທີ່​ທັນ​ສະ​ໄໝ, ປະຢັດ​ຄ່າ​​ໃຊ້​ຈ່າຍ​ໃນ​ການ​ບໍລິຫານ (ນ້ຳມັນ, ຂັບ​ລົດ, ການ​ບຳລຸງ​ຮັກສາ ​ແລະ ການ​ປ່ຽນ​ລົດ​ໃໝ່...), ພ້ອນນັ້ນ ກໍ່​ລົດ​ການຈະລາຈອນ​ຂອງຍານພາຫະນະ. ບົນ​ພື້ນຖານ​ນັ້ນ, ​ໃນ​ປີ 2017 ຈະ​ເປີດ​ກວ້າງ​ການ​ປະຕິບັດການ​ມອບ​ເໝົາ​ຍານພາຫະນະ​ໄປ​ປະຕິບັດ​ງານ​ຢູ່​ພາຍ​ໃນຕົວ​ເມືອງ ສຳລັບ​ພະນັກງານທີ່​ມີ​ອັດຕາ​ນຳ​ໃຊ້​ລົດ​ໂອ​ໂຕ​ໄປ​ເຮັກ​ວຽກ.

ກ່ຽວ​ກັບ​ບັນຫາການຈັດ​ວາງຄືນ​ໃໝ່​ໂຄງການ​ລົງທຶນ​ພາກ​ລັດ, ກະຊວງ​ການ​ເງິນ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ກ່ຽວ​ກັບ​ແຜນການ​ລົງທຶນ​ພາກ​ລັດ​ໄລຍະ​ກາງ ຕິດ​ກັບ​ແຜນ​ການ​ການ​ເງິນ - ງົບປະ​ມາດ​ຂອງ​ລັດ ​ໄລຍະ 2016 - 2020; ມີ​ຄວາມ​ສະ​ເໜີ​ຕໍ່​ລັດຖະບານ​ກ່ຽວ​ກັບ​ວິທີ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ​ໃນ​ການ​ປະຕິບັດ​ກົດໝາຍ​ລົງທຶນ​ພາກລັດ, ກົດໝາຍ​ກໍ່ສ້າງ; ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ໜ້າ​ທີ່, ວິທີ​ແກ້ ທີ່​ໄດ້​ວາງ​ອອກ​ມາ​ໃນ​ມະຕິ​ສະບັບ​​ເລກທີ 60/NQ-CP, ວັນ​ທີ 8-7-2016, ຂອງ​ລັດຖະບານ, “ກ່ຽວ​ກັບບັນດາ​ໜ້າ​ທີ່, ວິທີ​ແກ້​ໄຂ​ຕົ້ນຕໍ ​ເພື່ອ​ຍູ້​ແຮງການ​ປະຕິບັດ ​ແລະ ການ​ເບີກ​ຈ່າຍ​ແຜນການລົງທຶນ​ພາກ​ລັດ​ໃນ​ປີ 2015”. ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການກວດ​ສອບ, ກວດກາ, ຄວບ​ຄຸມ​ການ​ໃຊ້​ຈ່າຍ, ຮັບປະກັນ​ປະສິດທິ​ຜົນ​ຂອງການນຳ​ໃຊ້​ແຫຼ່ງທຶນຈາກ​ງົບປະມານ​ຂອງ​ລັດ, ທຶນ​ຈາກ​ພັນທະ​ບັດ​ລັດຖະບານ, ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ​ແລະ ​ສິນ​ເຊື່ອ​ເພື່ອ​ການ​ລົງທຶນ​ຂອງ​ລັດ.

ກ່ຽວ​ກັບ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ​ສຳລັບ​ໜ່ວຍ​ທຸລະ​ກິດ​ຂອງ​ລັດ, ກະຊວງ​ການ​ເງິນ​ໄດ້ສະ​ເໜີ​ໃຫ້​ລັດຖະບານປະກາດ​ໃຊ້ດຳລັດ​ສະບັບ​ເລກທີ 141/2016/NĐ-CP, ວັນ​ທີ 10-10-2016, ວ່າ​ດ້ວຍ “ຂໍ້​ກຳນົດ​ກ່ຽວ​ກັບ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ​ ຂອງ​ໜ່ວຍ​ທຸລະ​ກິດ​ຂອງ​ລັດ ​ໃນ​ຂົງ​ເຂດ​ເສດ​ຖະກິດ ​ແລະ ຂົງ​ເຂດ​ອື່ນ”; ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃຫ້​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ ຕາມ​ດຳລັດ​ສະບັບ​ເລກທີ 16/2015/NĐ-CP, ວັນ​ທີ 14-2-2015, ຂອງ​ລັດຖະບານ, ວ່າ​ດ້ວຍ “ຂໍ້​ກຳນົດ​ກ່ຽວ​ກັບ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ​ ຂອງ​ໜ່ວຍ​ທຸລະ​ກິດ​ຂອງ​ລັດ”, ​ແລະ ມະຕິ​ຕົກລົງສະບັບ​ເລກທີ 695/2015/QĐ-TTg, ວັນ​ທີ 21-5-2015, ຂອງ​ນາຍົກລັດຖະມົນຕີ, ວ່າ​ດ້ວຍ “ປະກາດ​ໃຊ້​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ດຳລັດ​ສະບັບ​ເລກທີ 16/2015/NĐ-CP, ວັນ​ທີ 14-2-2015, ຂອງ​ລັດຖະບານ ...”. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ ​ໃນ​ການ​ກໍ່ສ້າງ ​ແລະ ຄວບ​ຄຸມ ບັນທັດຖານ​ເສດຖະກິດ - ​ເຕັກນິກ ສຳລັບ​ການ​ບໍລິການ​ສາທາລະນະ; ຜັນ​ຂະຫຍາຍການ​ທົດ​ລອງ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຮອບດ້ານ ​ໃຫ້​ມະຫາວິທະຍາ​ໄລ​ບາງ​ແຫ່ງ; ທົດ​ລອງ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ໜ່ວຍ​ທຸລະ​ກິດ​ຂອງ​ລັດ​ບາງ​ແຫ່ງ; ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ; ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ດີ​ສຸດ​ເພື່ອ​ໃຫ້ຫົວໜ່ວຍ​ຕ່າງໆ​ສາມາດ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ວຽກ​ງານ​ການ​ເງິນ, ວຽກ​ງານບຸກຄະລາ​ກອນ ​ແລະ ​ໃນ​ການ​ເຄື່ອນ​ໄຫ​ຍຂອງ​ຕົນ, ພ້ອມ​ກັນ​ນັ້ນ ລັດ​ກໍ່​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດ​ວາງ​ຄືນ​ໃໝ່​​ໂຄງ​ສ້າງ​ງົບ​ປະມານ​ຂອງ​ລັດ, ສະຫງວນ​ຊັບພະຍາກອນ​ໃຫ້​ຂົງ​ເຂດ​ບຸລິມະສິດ.

ທີ​ສາມ, ຕັ້ງໜ້າ​ຜັນ​ຂະຫຍາຍ​ວຽກ​ງານ​ລະດົມ​ທຶນ; ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ໜີ້​ສິນ​ສາທາລະນະ​ຢ່າງ​ແໜ້ນ​ແຟ້ນ, ຍົກ​ສູງ​ປະສິດທິ​ຜົນ​ຂ​ອງການ​ນຳ​ໃຊ້​ທຶນ​ເງິນ​ກູ້.

ກ່ຽວ​ກັບວຽກ​ງານ​ລະດົມ​ທຶນ, ບົນ​ພື້ນຖານ​ແຜນການກູ້​ຢືມ ​ແລະ ການຊຳລະ​ໜີ້​ ໃນ​ປີ 2016 ທີ່​ນາຍົກລັດຖະມົນຕີອະນຸມັດ, ກະຊວງ​ການ​ເງິນ​ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະດົມ​ທຶນ. ​ການ​ອອກ​ພັນທະບັດ​ລັດຖະບານ​ໃນ​ຕະຫຼາດ​ຫຼັກຊັບ​ໄດ້​ເກືອບ 300.000 ຕື້​ດົ່ງ, ລະດົມ​ເງິນ 55.000 ຕື້​ດົ່ງ​ຈາກອົງການ​ປະກັນ​​ໄພສັງຄົມ​ຫວຽດນາມ, ການ​ເບີກ​ຈ່າຍ​ເງິນ​ກູ້ ODA ​ແລະ ​ເງິນ​ກູ້​ພິ​ເສດ ​ໄດ້​ປະມານ 1,9 ຕື້​ໂດ​ລາ​ສະຫະລັດ, ຮັບປະກັນ​ແຫຼ່ງ​ເງິນ​ທີ່​ຕອບ​ສະໜອງ​ຢ່າງ​ທັນ​ການ​ໃຫ້​ແກ່​ໜ້າ​ທີ່​ຈ່າຍ​ງົບປະມານຕາມ​ຄາດໝາຍ ​ແລະ ລົງທຶນ​​ເຂົ້າໃນ​ບັນດາ​ໂຄງການ, ​ແຜນ​ງານ.

ກ່ຽວ​ກັບການ​ຄວບ​ຄຸມ​ໜີ້​ສິນ​ສາທາລະນະ ​ແລະ ໜີ້​ຂອງ​ຊາດ, ຮັບປະກັນ​ການ​ຊຳລະ​ໜີ້​ຢ່າງ​ຄົບ​ຖ້ວນ, ທັນ​ເວລາ, ພາຍ​ໃນ​ການ​ຄາດໝາຍ​ຂ​ອງ​ແຜນ​ງົບປະມານ. ຕິດຕາມ​, ຕີ​ລາຄາຢ່າງ​ເປັນ​ປະຈຳ ກ່ຽວ​ກັບລະດັບ​ຄວາມ​ປອດ​ໄພ​ຂອງ​ໜີ້​ສິນ​ສາທາລະນະ ​ແລະ ໜີ້​ສິນ​ຂອງ​ລັດຖະບານ. ​ເພີ່ມ​ທະວີ​ການ​ຄວບ​ຄຸມ, ຕິດຕາມ​ກວດກາ​ໜີ້​ສິນທີ່​ລັດຖະບານ​ຄ້ຳປະກັນ ກໍ່​ຄື​ໜີ້​ສິນ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ຮັບປະກັນ​ຮອດ​ທ້າຍ​ປີ 2016, ໜີ້​ສິນ​ສາທາລະນະ, ໜີ້​ສິນ​ຂອງ​ລັດຖະບານ ຢູ່​ພາຍ​ໃນ​ຂອບ​ເຂດ​ທີ່​ໄດ້​ຮັບ​ອະນຸຍາດ.

ພິ​ເສດ, ການຈັດ​ວາງ​ຄືນ​ໃໝ່​ໂຄງປະກອບ​ໜີ້​ສິນ​ພາຍ​ໃນ​ປະ​ເທດ ​ໄດ້​ຮັບ​ການ​ຍູ້​ແຮງ, ສຸມໃສ່​ການ​ອອກ​ພັນທະບັດ​ລັດຖະບານ, ຕາມ​ນັ້ນ ກຳນົດ​ເວລາ​ອອກ​ພັນທະບັດ​ແຕ່ 5 ປີ​ຂຶ້ນ​ໄປ ກວມ​ເຖິງ 91% ຂອງ​ຍອດ​ມູນ​ຄ່າພັນທະບັດ​ລັດຖະບານ ລື່ນ​ກາຍ​ລະດັບ​ຄາດ​ໝາຍ​ທີ່​ວາງ​ໄວ້ (ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຕ່ຳ​ສຸດ​ແມ່ນ 70%); ກຳນົດ​ເວລາ​ສະ​ເຫຼ່ຍຂອງ​ພັນທະບັດ​ແມ່ນ 8,71 ປີ (ສູງ​ກວ່າ 1,82 ປີ ທຽບ​ກັບ​ປີ 2015), ຍົກ​ກຳນົດ​ເວລາ​ສະ​ເຫຼ່ຍຂອງບັນຊີ​ລາຍ​ຊື່​ພັນທະບັດ​ລັດຖະບານ​ທ້າຍ​ປີ 2016 ຂຶ້ນ​ເປັນ 5,71 ປີ, ຍາວ​ກວ່າ​ທົບ 3 ​ເທົ່າ​ທຽບ​ກັບ​ປີ 2011 ​ແລະ 2 ​ເທົ່າ​ທຽບ​ກັບ​ປີ 2013; ອັດຕາ​ດອກ​ເບ້ຍ​ພັນທະບັດ​ສະ​ເຫຼ່ຍປີ 2016 ​ແມ່ນ 6,49% ຕໍ່​ປີ, ຫລຸດ​ລົງ​ຢ່າງ​ແຮງ​ທຽບ​ກັບ​ປີ​ກ່ອນໜ້າ. ພ້ອມ​ກັນ​ນັ້ນ, ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ​ ການ​ປ່ຽນພັນທະບັດ​ລັດຖະບານ​ທີ່​​ກຳ​ນົດ​ເວລາຍັງ​ເຫຼືອ​ບໍ່​ເຖິງ 5 ປີ ​ເພື່ອ​ຈັດ​ວາງ​ຄືນ​ໃໝ່​ບັນຊີລາຍ​ຊື່ໜີ້​ສິນ.

ທີ​ສີ່, ຕະຫຼາດ​ການ​ເງິນ ​ແລະ ບໍລິການ​ການ​ເງິນ​ຂະຫຍາຍຕົວຢ່າງ​ໝັ້ນຄົງ; ຂະ​ບວນວິວັດ​ການ​ຈັດ​ວາງ​ຄືນ​ໃໝ່​ຕະຫຼາດ​ຫຼັກ​ຊັບ, ປະກັນ​ໄພ ​ແລະ ການຈັດ​ວາງ, ປ່ຽນ​ແປງ​ໃໝ່, ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ວິ​ສາ​ຫະກິດ​ແຫ່ງ​ລັດ ສືບ​ຕໍ່​ໄດ້​ປະຕິບັດ​ຢ່າງ​ຄົບ​ຊຸດ.

ກ່ຽວ​ກັບ​ຕະຫຼາດ​ຫຼັກ​ຊັບ, ກະຊວງ​ການ​ເງິນ​ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້​ໄຂ​ປົວ​ແປງການ​ຊຳລະ​ເງິນ​ສຳ​ລັບ​ຕະຫຼາດ, ຕັ້ງໜ້າ​ຄົ້ນຄວ້າບັນດານະ​ວັດຕະ​ກຳ​ໃໝ່, ພິ​ເສດ​ແມ່ນ​ບູລະນະ​ຂອບ​ກົດໝາຍ, ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ ເພື່ອຮັບປະກັນ​ການ​ຜັນ​ຂະຫຍາຍ ຕະຫຼາດ​ຫຼັກ​ຊັບ​ອະນຸພັນ ​ແລະ ໜັງສື​ສະ​ແດງ​ສິດທິ​ທີ່​ມີ​ການ​ຄ້ຳປະກັນ ​ໃນ​ປີ 2017. ຄິດ​ໄລ່​ຮອດ​ທ້າຍ​ປີ 2016, ຂະໜາດ​ຂອງ​ຕະຫຼາດ​ຫຼັກ​ຊັບ​ເພີ່ມ​ຂຶ້ນ​ປະມານ 54% ທຽບ​ກັບ​ປີ 2015 ​ແລະ​ບັນລຸ​ອັດຕາ 43,3% ຂອງ GDP; ຕະຫຼາດ​ຫຼັກ​ຊັບ​ໜີ້​ຄົງ​ຄ້າງ​ບັນລຸ 35,2% ຂອງ GDP; ສະພາບການ​ຊຳລະ​ເງິນ​ໄດ້​ຮັບ​ການ​ປົວ​ແປງ.

ສຳ​ລັບຕະຫຼາດ​ປະກັນ​ໄພ, ລະບົບ​ບັນດາ​ເອກະສານ​ກົດໝາຍ​ກໍ່​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ​ບູລະນະ ​ເພື່ອສ້າງ​ກອບ​ກົດໝາຍ​ເປັນ​ແຕ່​ລະ​ກ້າວ ທີ່​ອຳນວຍ​ຄວາມສະດວກ​ໃຫ້​ແກ່​ການພັດທະນາ​ຕະຫຼາດ​ຢ່າງ​ສົດ​ໃສ ​ແລະ ໝັ້ນຄົງ, ຕອບ​ສະໜອງບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ; ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ, ​ເປີດ​ກວ້າງ​ບັນດາຜະລິດ​ຕະພັນ​ປະກັນ​ໄພ ​ແລະ ບໍລິການ. ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ, ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ເງິນ​ຂອງບັນດາ​ວິ​ສາ​ຫະກິດ​ປະກັນ​ໄພ. ຄາດ​ຄະ​ເນ​ລາຍຮັບ​ເບ້ຍ​ປະກັນ​ໄພທັງໝົດ​ເພີ່ມ​ຂຶ້ນ 22,7% ທຽບ​ກັບ​ປີ 2015; ລົງທຶນຄືນ​ໃໝ່​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ 186.570 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 16,5%; ການ​ຊຳລະ​ເງິນ​ຜົນ​ປະ​ໂຫຍ​ດການ​ປະກັນ​ໄພ​ເປັນ​ຈຳນວນ 25.870 ຕື້​ດົ່ງ.

ກ່ຽວກັບ​ການ​ຈັດວາງ​ຄືນ​ໃໝ່​ໂຄງ​ປະກອບ​ຂອງ​ລັດວິ​ສາ​ຫະກິດ, ສືບ​ຕໍ່​ກໍ່ສ້າງ, ປັບປຸງ​ບູລະນະ​ບັນດາ​ແຜນການ ​ແລະ ນະ​ໂຍບາຍ​ກ່ຽວ​ກັບ​ການຈັດ​ວາງ, ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ ​ແລະ ຍົກ​ສູງ​ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງລັດ​ວິ​ສາ​ຫະກິດ. ພ້ອມ​ກັນ​ນັ້ນ, ຕັ້ງໜ້າ​ປະສານ​ສົມທົບ, ຊຸກຍູ້ບັນດາ​ກຸ່ມ​ເສດຖະກິດ, ສະຫະ​ບໍລິສັດ​ແຫ່ງ​ລັດ​ ໃນ​ການ​ປະຕິບັດ​ແຜນການ, ນະ​ໂຍບາຍ​ນັ້ນ​ຢ່າງ​ຮີບ​ດ່ວນ. ປີ 2016, ອົງການ​ທີ່​ມີ​ອຳນາດ​ໄດ້​ຮັບຮອງ​ຜ່ານ ​ແຜນການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຂອງ 56 ວິ​ສາ​ຫະກິດ ຊຶ່ງ​ມີ​ຍອດ​ມູນ​ຄ່າ​ຕົວ​ຈິງ 34.000 ຕື້​ດົ່ງ (​ໃນ​ນັ້ນ ທຶນ​ຂອງ​ລັດ​ແມ່ນ 24.390 ຕື້​ດົ່ງ). ບັນດາ​ຫົວໜ່ວຍ (ປະກອບ​ດ້ວຍ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ​ແລະ ບໍລິສັດ​ໃຫຍ່​ລົງທຶນ​ແລະທຸລະ​ກິດ​ທຶນ​ຂອງ​ລັດ (SCIC) ​ໄດ້​ຖອນ​ທຶນຫຼາຍ​ກວ່າ 5.100 ຕື້​ດົ່ງ, ​ເກັບ​ເອົາ​ເງິນ 18.830 ຕື້​ດົ່ງ​ມອບ​ໃຫ້​ງົບປະມານ​ຂອງ​ລັດ.

ທີ​ຫ້າ, ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ,ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​​ແຂ່ງຂັນ​ຂອງ​ຊາດ; ພ້ອມ​ກັນ​ນັ້ນ ​ເພີ່ມ​ທະວິ​ການ​ຄຸ້ມ​ຄອງ​ຕະຫຼາດ, ລາຄາ, ຄວບ​ຄຸມອັດຕາ​ເງິນ​ເຟີ້.

ກະຊວງ​ການ​ເງິນ​ໄດ້​ປະກາດ​ໃຊ້​ໂຄງການ​ປະຕິບັດ​ງານ ​ເພື່ອ​ປະຕິບັດ​ມະຕິ​ສະບັບ​ເລກທີ 19-2016/NQ-CP, ວັນ​ທີ 28-4-2016, ຂອງ​ລັດຖະບານ, “ກ່ຽວ​ກັບ​ບັນດາ​ໜ້າ​ທີ່, ວິທີ​ແກ້​ໄຂ​ຕົ້ນຕໍ​ ໃນ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ, ຍົກສູງຄວາມສາມາດແຂ່ຂັນຂອງຊາດ ໃນສອງປີ 2016 - 2017, ກຳນົດ​ທິດ​ຮອດ​ປີ 2020” ຊຶ່ງ​ມີ 73 ວິທີ​ແກ້​ໄຂ​ທີ່ລະອຽດ ​ແລະ ​ໄດ້​ກຳນົດ​ຢ່າງ​ລະອຽດ​ເປັນ 118 ຜະລິດ​ຕະພັນ​ສົ້ນ​ອອກ (ຈຸດ​ໜັກ​ແມ່ນ​ໃນ​ຂົງ​ເຂດ​ພາສີ​ອາກອນ, ສຸລະກາກອນ). ຜົນສຳ​ເລັດ​ຄື, ​ໃນ​ປີ 2016 ​ໄດ້​ສຳ​ເລັດ 75 ​ໃນ 118 ໜ້າ​ທີ (ສຳ​ເລັດ​ແຜນການ 100%). ​ໃນ​ນັ້ນ, ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້ ມະຕິກ່ຽວ​ກັບ​ແຜນການ​ຫລຸດຜ່ອນຄວາມ​ຊັບຊ້ອນ​ຂອງ​ຂັ້ນ​ຕອນ​ການ​ບໍລິຫານ, ໜັງສື​ພົນລະ​ເມືອງ ທີ່​ຂຶ້ນ​ກັບ​ພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ຂອງກະຊວງ​ການ​ເງິນ; ປະກາດ​ໃຊ້​ມະຕິຕົກລົງ 16 ສະບັບ ​ເພື່ອ​ເຮັດ​ໃຫ້ 908 ຂັ້ນ​ຕອນ​ການ​ບໍລິຫານ​ເປັນ​ມາ​ຕະຖານ ​ແລະ ອັບ​ເດດ​ຢ່າງ​ຄົບ​ຖ້ວນ​ເຂົ້າ​ໃນ​ຖານ​ຂໍ້​ມູນ​ແຫ່ງ​ຊາດກ່ຽວ​ກັບ​ຂັ້ນ​ຕອນ​ການ​ບໍລິຫານ; ປະຕິບັດ​ການ​ຕີ​ລາຄາ​ກ່ຽວ​ກັບ​ການ​ກະທົບ​ຂອງ 128 ຂັ້ນ​ຕອນ​ການ​ບໍລິຫານ ຢູ່​ໃນຮ່າງ​ເອກະສານ​ທາງ​ກົດໝາຍ 31 ສະບັບ. ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ປະຕິ​ຮູບ​ການ​ບໍລິຫານ, ຮອດ​ທ້າຍ​ປີ 2016 ​ໄດ້​ຫລຸດຜ່ອນ 22,1% ຈຳນວນຂັ້ນ​ຕອນ​ການ​ບໍລິຫານ, ບັນລຸລື່ນ​ກາຍ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້ (ຫລຸດຜ່ອນ​ຢ່າງ​ໜ້ອຍ​ແມ່ນ 10%), ພ້ອມ​ກັນ​ນັ້ນ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ກະຊວງ​ການ​ເງິນ​ໄດ້​ຮັກສາຕຳ​ແໜ່ງທີ 2 ​ໃນການຈັດ​ອັນ​ດັບ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ 19 ກະຊວງ, ຂະ​ແໜງ​ການ.

ລະບົບ​ການ​ລາຍ​ງານ​ໄລ່​ລຽງ​ພາສີ​ອອນ​ໄລ ສືບ​ຕໍ່​ໄດ້​ເປີດ​ກວ້າງ (​ເກືອບ 564.500 ວິ​ສາ​ຫະກິດ​ໄດ້ລົງທະບຽນລາ​ຍງານ​ໄລ່​ລຽງ​ພາສີ​ອອນ​ໄລ, ກວມ 99,6% ຈຳນວນ​ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ); ຫຼາຍ​ກວ່າ 547.000 ວິ​ສາ​ຫະກິດ​ໄດ້​ລົງທະບຽນນຳ​ໃຊ້​ການ​ບໍລິການ​ຂອງ​ອົງການ​ພາສີ​ອາກອນ; ​ໄດ້​ສຳ​ເລັດ​ການອະນຸຍາດ​ໃຫ້​ລະຫັດ​ພາສີ​ໂດຍ​ອັດຕະ​ໂນ​ມັດ; ຜັນ​ຂະຫຍາຍ​ການ​ທົດ​ລອງການ​ຄືນ​ພາສີ​ເອ​ເລັກ​ໂຕຣນິກ ​ໃນ 5 ກົມພາສີ​ທ້ອງ​ຖິ່ນ.

ພິທີການ​ສຸລະກາກອນ​ເອ​ເລັກ​ໂຕຣນິກ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ພື້ນຖານຢູ່ໝົດ​ທຸກ​ກົມສຸນ​ລະກາ​ກອນ​, ບັນດາ​ຂັ້ນ​ຕອນ​ພິທີການ​ສຸລະກາກອນ​ໄດ້​ຮັບ​ການ​ອັດຕະ​ໂນ​ມັດ​ໃນ​ລະດັບ​ຊາດ; ​ໄດ້​ສະໜອງ 181 ການ​ບໍລິການ​ສາ​ມາ​ລະນະ​ອອນ​ໄລ (​ໃນ​ນັ້ນ ລະດັບ 3 ​ແລະ 4 ມີ 119 ການ​ບໍລິການ) ທີ່​ກ່ຽວ​ພັນ​ເຖິງ​ຂັ້ນ​ຕອນ​ພິທີການ​ບໍລິຫານ​ສຸລະກາກອນ; ​ເຊື່ອມ​ຕໍ່​ປະຕິບັດ 36 ຂັ້ນ​ຕອນ​ການ​ບໍລິຫານ​ຜ່ານ​ກົນ​ໄກ “ປະຕູ​ດຽວ​ແຫ່ງ​ຊາດ” ກັບ 10 ​ໃນ 14 ກະຊວງ, ປະກອບສ່ວນຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ​ແລະ ​ເວລາ ​ໃຫ້​ວິ​ສາ​ຫະກິດ.

ກ່ຽວ​ກັບ​ວຽກ​ງານ​ຄວບ​ຄຸມ​ລາຄາ, ກະຊວງ​ການ​ເງິນ​ໄດ້​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວຂ້ອງ​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ​ຈັດການສຳລັບ​ສິນຄ້າ​ທີ່​ສຳຄັນຄື ນ້ຳມັນ; ດັດສົມ​ລາຄາ​ການ​ບໍລິຫານ​ສາທາລະນະ (ນ້ຳມັນ, ນ້ຳນົມ, ບໍລິການ​ການ​ສຶກສາ, ບໍລິການ​ສາທາລະນະ​ສຸກ, ຄ່າຂົນ​ສົ່ງ...) ຕາມ​ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ, ສອດຄ່ອງ​ກັບ​ເປົ້າ​ໝາຍ​ຄວບຄຸມ​ອັດຕາ​ເງິນ​ເຟີ້​ປີ 2016. ​ເພີ່ມ​ທະວີ​ວຽກ​ງານ​ກວດ​ສອບ ກວດກາ​ການ​ປະຕິ​ບັດ​ກົດໝາຍ​ກ່ຽວ​ກັບ​ລາຄາ. ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນຕໍ່​ການ​ເຄື່ອນ​ໄຫວ​ລົງທະບຽນ, ລາຍ​ງານ​ໄລ່​ລຽງ​ລາຄາ​ຂອງ​ວິ​ສາ​ຫະກິດ..., ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນຈຶ່ງ​ໄດ້​ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ກົດ​ດັນ​ຕໍ່​ອັດຕາ​ເງິນ​ເຟີ້​ໃນ​ປີ 2016.

ທີ​ຫົກ, ວຽກ​ງານ​ຮ່ວມ​ມື​ສາ​ກົນ ​ແລະ ການ​ພົວພັນການ​ເງິນກັບ​ຕ່າງປະ​ເທດ ສືບ​ຕໍ່​ໄດ້​ເພີ່ມ​ທະວີ.

ກະຊວງ​ການ​ເງິນ​ໄດ້​ແລະ​ພວມ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ການ​ເງິນ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເຊັ່ນ ASEAN, ASEM, APEC... ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ ເພື່ອສຳ​ເລັດ​ຂະ​ບວນວິວັດ​ການ​ເຊັນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີຣົບ; ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ເນື້ອ​ໃນ​ພາສີ​ສິນຄ້າ​ເຂົ້າ​ອອກ ​ແລະ ບໍລິການ​ການ​ເງິນ ​ຢູ່​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ (ເຊັ່ນ RCEP, ອາ​ຊຽນ - ຮ່ອງ​ກົງ, ຫວຽດນາມ - ອິດສະຣາ​ແອນ ​ແລະ ຫວຽດນາມ - ກູ​ບາ). ​ໃນ​ປີ 2016, ກະຊວງ​ການ​ເງິນ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້​ດຳລັດ 10 ສະບັບ ກ່ຽວ​ກັບຕາຕະລາງ​ອັດຕາ​ພາສີ​ສິນຄ້າ​ເຂົ້າ​ອອກ​ພິ​ເສດ​ໄລຍະ​ປີ 2016 - 2018/2019 ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ຄຳ​ໝັ້ນ​ສັນຍາກ່ຽວ​ກັບ​ການລົດ​ພາສີ​ສິນຄ້າ​ເຂົ້າ​ອອກຂອງ​ຫວຽດນາມ; ​ເຈລະຈາ​ເຊັນ​ສັນຍາ 34 ສະບັບ​ກ່ຽວ​ກັບ​ການ​ກູ້​ຢືມ​ເງິນ ODA ​ແລະ ກູ້​ຢືມ​ເງິນ​ພິ​ເສດ ທີ່​ມີ​ຍອດ​ມູນ​ຄ່າ 5,2 ຕື້​ໂດ​ລາ​ສະຫະລັດ, ຫຼາຍ​ກວ່າ​ທົບ 1,5 ​ເທົ່າທຽບ​ກັບ​ປີ 2015. ອາດ​ຈະ​ເວົ້າ​ໄດ້​ວ່າ, ປີ 2016 ​ເປັນ “ປີ​ຫົວລ້ຽວຫົວ​ຕໍ່” ຂອງ​ຫວຽດນາມ​ເມື່ອບັນດາ​ສັນຍາ​ການ​ຄ້າ​ເສລີ​ພື້ນຖານ​ໄດ້​ຮັບ​ການ​ປະຕິບັດ, ພ້ອມ​ນັ້ນ​ກໍ່​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຮຸ້ນ​ໃໝ່.

ນອກ​ນັ້ນ, ​ໃນ​ຂອບ​ເຂດພາລະ​ໜ້າ​ທີ່​ຂອງ​ຕົນ, ກະຊວງ​ການ​ເງິນ​ໄດ້​ອອກ​ຄຳ​ສັ່ງ​ເລກທີ 02/CT-BTC, ວັນ​ທີ 24-12-2015, ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ໃນ​ຂົງ​ເຂດ​ການ​ເງິນ, ​ໃນ​ນັ້ນ​ມີໜ້າ​ທີ່​ຕີ​ລາຄາ​ຜົນ​ກະທົບ​ຂອງ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ ​ເຖິງ​ລາຍ​ຮັບ​ງົບປະມານ​ຂອງ​ລັດ ​ເພື່ອ​ຈະ​ເປັນ​ເຈົ້າ​ການ​ໃນ​ການປະຕິບັດ​ງົບປະມານ​ຂອງ​ລັດ.

ວິທີ​ແກ້​ໄຂຈຳນວນ​ໜຶ່ງ​ ເພື່ອ​ແນ​ໃສ່​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ​ ໃນ​ປີ 2017

ປີ 2017, ຄາດ​ຄະ​ເນ​ວ່າ ສະພາບ​ການ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ໝັ້ນຄົງ ດ້ວຍ​ລະດັບ​​ເຕີ​​ບ​ໂຕ​ປະມານ 6,7%, ຍອດ​ມູນ​ຄ່າ​ຂາ​ອອກ​ເພີ່ມ​ຂຶ້ນ​ປະມານ 6% - 7%, ລະດັບ​ເພີ່ມ​ລາຄາ​ຄ່າ​ຄອງ​ຊີບ​ປະມານ 4%, ຍອດ​ຈຳນວນ​ທຶນ​ລົງທຶນ​ພັດທະນາ​ທົ່ວ​ສັງຄົມ​ກວມ​ປະມານ 31,5%. ​ແຕ່, ​ໃນປີ 2017 ຍັງ​ມີ​ຫຼາຍ​ປັດ​ໄຈ​ທີ່​ສົ່ງ​ຜົນ​ກະທົບ​ບໍ່​ດີ​ ເຖິງ​ການ​ພັດທະນາ​ເສດຖະກິດ​ເວົ້າ​ລວມ ແລະ ການ​ເຄື່ອນ​ໄຫວ​ການ​ເງິນ-ທະນາຄານ​ຂ​ອງລັດ​ເວົ້າ​ສະ​ເພາະ, ​ເຊັ່ນ ການ​ກະທົບ​ທີ່​ບໍ່​ດີ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ, ການ​ຄ່ອງ​ຕົວ​ຂອງ​ວິ​ສາ​ຫະກິດ​ຍັງ​ຊ້າ, ຂະ​ບວນວິວັດ​ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດ​ຍັງ​ມີ​ຄວາມ​ຫຍຸ້ງຍາກ, ​ເສຍ​ຄ່າ​ໃຊ້​ຈ່າຍ​ຫຼາຍ; ການ​ຜັນ​ປ່ຽນ​ຢ່າງ​ສັບສົນ, ຜິດ​ປົກກະຕິ ຂອງສະພາບ​​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ​; ການ​ປ່ຽນ​ແປງ​ທີ່​ຄາດ​ເດົາ​ຍາກ​ຂອງ​ຕະຫຼາດ​ການ​ເງິນ, ​ເງິນຕາ, ການ​ຄ້າ​​ໂລກ. ​ເພື່ອປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ຂ​ອງ​ເສດຖະກິດ​ມະຫາ​ພາກ, ຮັບປະກັນ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໄວ​ແລະ​ໝັ້ນຄົງ, ຂະ​ແໜງ​ການ​ເງິນ​ຈະ​ບຸລິມະສິດ​ສຸມ​ໃສ່​ປະຕິບັດ​ວິທີ​ແກ້​ໄຂ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ຍູ້​ແຮງ​ການ​ບູລະນະ​ລະບຽບ​ກົດໝາຍ​ການ​ເງິນ ​ແລະ ກົນ​ໄກ​ການ​ເງິນ, ຮັບປະກັນ​ຄວາມ​ຄົບ​ຊຸດ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ​ເປັນ​ປົກກະຕິ ​ແລະ ສອດຄ່ອງ​ກັບ​ຄວາມ​ຕ້ອງການຕົວ​ຈິງ​ທີ່​ວາງ​ອອກ​ມາ ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ຈັດ​ຕັ້ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ເປັນ​ຢ່າງ​ດີ ກົດໝາຍ​ງົບປະມານ​ແຫ່ງ​ລັດ​ປີ 2015, ບັນດາ​ກົດໝາຍ​ກ່ຽວ​ກັບ​ພາສີ​ອາກອນ, ມະຕິ​ສະບັບ​ເລກທີ 07-NQ/TW, ວັນ​ທີ 18-11-2016, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, “ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ວິທີແກ້ໄຂການຈັດວາງຄືນໃໝ່ໂຄງປະກອບງົບປະມານຂອງລັດ, ຄວບຄຸມໜີ້ສິນສາທາລະນະ ເພື່ອຮັບປະກັນໃຫ້ພື້ນຖານການເງິນແຫ່ງຊາດມີຄວາມປອດໄພ, ໝັ້ນຄົງ” ​ແລະ ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ ກ່ຽວ​ກັບ​ແຜນການ​ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ພື້ນຖານເສດຖະກິດ ​ໄລຍະ​ປີ 2016 - 2020; ​ແຜນການ​ການ​ເງິນ 5 ປີ​ແຫ່ງ​ຊາດ ​ໄລຍະ​ປີ 2016 - 2020; ​ແຜນການ​ລົງ​ທຶນພາກ​ລັດ​ໄລຍະ​ກາງ ປີ 2016 - 2020 ​ເພື່ອ​ແນ​ໃສ່​ລະດົມ, ​ແຈກ​ຢາຍ, ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ຕ່າງໆ​ຢ່າ​ງມີ​ປະສິດທິ​ຜົນ, ​ລວມທັງຊັບພະຍາ​ກອນ​ງົບປະມານ​ຂອງ​ລັດ.

ທີ​ສອງ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຕ່າງໆ​ເພື່ອ​ແກ້​ໃຂຄວາມ​ຫຍຸ້ງຍາກ​ໃຫ້ການ​ຜະລິດ, ທຸລະ​ກິດ, ດຶງ​ດູດ​ການ​ລົງທຶນ, ພ້ອມ​ກັນ​ນັ້ນ​ກໍ່​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ການ​ຄຸ້ມ​ຄອງ, ຮັບປະກັນ​ເກັບ​ເອົາ​ບ້ວງເງິນ​ທີ່​ເກີດ​ຂຶ້ນ​ພາຍ​ໃຕ້​ການ​ກຳນົດ​ ໄດ້ຢ່າ​ຖືກຕ້ອງ, ທັນ​ເວລາ ​ແລະ ​ເຕັມສ່ວນ​. ຈຳກັດ​ສຸດ​ຂີດ​ການ​ອອກ​ນະ​ໂຍບາຍ​ໃໝ່​ເມື່ອ​ຍັງ​ບໍ່​ທັນ​ມີ​ແຫຼ່ງພະລັງ​ເພື່ອ​ຮັບປະກັນ. ​ເພີ່ມ​ທະວີການ​ຕໍ່ສູ້​ຕ້ານ​ການ​ສູນ​ເສຍ​ລາຍ​ໄດ້, ການຫຼີກ​ລ່ຽງພາສີ, ການ​ລັກລອບ​ນຳ​ເຂົ້າ​ສົ່ງ​ອອກ, ການ​ກຳນົດ​ລາຄາໂອນ, ການ​ສໍ້​ໂກງ​ການ​ຄ້າ... ຕິດຕາມ, ຕີ​ລາຄາ​ການ​ກະທົບ​ຂອງ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ທີ່​ມີ​ຕໍ່​ລາຍ​ຮັບ​ງົບປະມານ​ຂອງ​ລັດ ​ເພື່ອ​ມີ​ມາດຕະການ​ແກ້​ໄຂ.

ທີ​ສາມ, ສືບ​ຕໍ່​ປະຕິບັດ​ລະບຽບ​ວິ​ໄນ​ການ​ເງິນ ​ງົບປະມານ​ຢ່າງ​ເຂັ້ມ​ງວດ; ປະຕິບັດລາຍ​ຈ່າຍງົບປະມານ​ຂອງ​ລັດຢ່າງ​ແໜ້ນ​ແຟ້ນ, ປະຢັດ, ມີ​ປະສິດທິ​ຜົນ, ຕາມ​ການ​ໄລ່​ລຽງ​ລ່ວງ​ໜ້າທີ່​ໄດ້​ຮັບ​ມອບ​ໝາຍ. ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ, ກວດກາ, ຕິດຕາມ​ກວດກາ​ການ​ລົງທຶນ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ພາກ​ລັດ, ຕ້ານ​ການ​ຕົກ​ເຮ່ຍ​ເສຍ​ຫາຍ, ຟຸ່ມ​ເຟືອຍ, ສໍ້​ລາດ​ບັງ​ຫຼວງ; ບໍ່​ປະ​ໃຫ້​ເກີດ​ມີ​ໜີ້​ຄ້າງ​ໃໝ່​ໃນ​ການ​ກໍ່ສ້າງ​ພື້ນຖານ. ສະ​ເໜີ​ໃຫ້​ນາຍົກລັດຖະມົນຕີປັບປຸງ​ແກ້​ໄຂ​ມະຕິ​ຕົກລົງ​ສະບັບ​ເລກທີ 32/2015/QĐ-TTg, ວັນ​ທີ 4-8-2015, ຕາມ​ທິດ ສືບ​ຕໍ່​ຫລຸດຜ່ອນ​ຈຳນວນ​ລົດ​ໂອ​ໂຕ​ຂອງ​ລັດ, ສູ້​ຊົນ​ຮອດ​ປີ 2020 ຫລຸດຜ່ອນ 30% - 50% ຈຳນວນ​ລົດ​ໂອ​ໂຕ​ຮັບ​ໃຊ້​ວຽກ​ງານ​ລວມ ທີ່​ພວມ​ສະໜອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ; ກຳນົດ​ເປົ້າ​ໝາຍ, ​ເວລາ​ປະ​ຕິ​ບັດ​ລະບອບມອບ​ເໝົາ​ຄ່າ​ໃຊ້​ຈ່າຍ​​ໃນ​ການ​ນຳໃຊ້​ລົດ​ໂອ​ໂຕສຳລັບ​ຕຳ​ແໜ່​ງຮອງ​ລັດຖະມົນຕີ ​ແລະ ທຽບ​ເທົ່າ, ລົດ​ໂອ​ໂຕ​ຮັບ​ໃຊ້​ວຽກ​ງານ​ລວມ ​ແນ​ໃສ່ປະ​ຢັດຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ງົບປະມານ​ຂອງ​ລັດ. ພ້ອມ​ກັນ​ນັ້ນ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ການ​ບູລະນະ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້ຊັບ​ສິນ​ສາທາລະນະ, ​ແລ້ວສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ຜ່ານ ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ.

ທີ​ສີ່, ຄຸ້ມ​ຄອງ​ຢ່າງ​ແໜ້ນ​ແຟ້ນຕໍ່​ຕົວ​ຊີ້​ວັດ​ໜີ້​ສິນ​ສາທາລະນະ ​ແລະ ການ​ຂາດ​ດຸນ​ງົບປະມານ. ກຳກັບ​ຂັບ​ເຄື່ອນ​ງົບປະມານ​ຂັ້ນ​ຕ່າງໆ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ; ສູ້​ຊົນ​ເພີ່ມ​ລາຍ​ຮັບ, ປະຢັດ​ລາຍ​ຈ່າຍ, ​ເພື່ອ​ຫລຸດຜ່ອນ​ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດ. ປະຕິບັດ​​ວິທີ​ແກ້ຕ່າງໆຢ່າງ​ຄົບ​ຊຸດ ​ເພື່ອ​ຈັດ​ວາງ​ໜີ້​ສິນ​ສາທາລະນະ​ຄືນ​ໃໝ່; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ໜີ້​ສິນ ​ແລະ ​​ໃຫ້​ຄວາມ​ສຳຄັນ​ແກ່​ວຽກງານ​ຄຸ້ມ​ຄອງຄວາມ​ສ່ຽງ; ລັດຖະບານ​ຈະຈຳກັດ​​ການຄ້ຳປະກັນ​ການ​ກູ້​ຢືມ​ເງິນ​ໃໝ່; ຍູ້​ແຮງ​ການກວດ​ສອບ, ກວດກາ ​ແນ​ໃສ່​ເພີ່ມ​ທະວີ​ລະບຽບ​ວິ​ໄນ ​ໃນ​ການ​ນຳ​ໃຊ້​​ເງິນ​ກູ້ຢືມ, ຮັບປະກັນ​ປະສິດທິ​ຜົນ​ຂອງ​ການ​ລົງທຶນ ​ແລະ ຮັບປະກັນ​ໃຫ້​ໜີ້​ສິນ​ສາທາລະນະ, ໜີ້​ສິນຂອງ​ລັດຖະບານ, ໜີ້​ສິນ​ພາຍ​ນອກ ຢູ່​​ໃນລະດັບ​ທີ່​ໄດ້​ຮັບ​ອະນຸຍາດ.

ທີ​ຫ້າ, ສຸມ​ໃສ່​ຍູ້​ແຮງ​ການ​ປະຕິບັດ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ສຳລັບ​ບັນດາ​ອົງການ​ຂອງ​ລັດ, ໜ່ວຍ​ທຸລະ​ກິດ​ສາທາລະນະ ​ແລະ ຫັນ​ການ​ບໍລິການ​ສາທາລະນະ​ເປັນ​ສັງຄົມ, ກ້າວ​ໄປ​ເຖິງ​ການ​ຄິດ​ໄລ່ຄ່າ​ໃຊ້​ຈ່າຍ​ຢ່າງຖືກຕ້ອງ, ​ເຕັມ​ສ່ວນ ​ແລະ ດັດສົມ​ລາຄາ​ຄ່າ​ບໍລິການ​ສາທາລະນະ​ຕາມ​ກົນ​ໄກ​ຕະຫຼາດ ​ແຕ່ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ມີ​ກົນ​ໄກ​ຊ່ວຍ​ເຫຼືອ​ເປົ້າ​ໝາຍນະ​ໂຍບາຍ. ປະຕິບັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ບັນດາ​ໜ່ວຍ​ທຸລະ​ກິດ​ພາກ​ລັດ ທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ຍົກສູ​ງປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ທຸລະ​ກິດ​ສະ​ທາ​ລະນະ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ຂົງ​ເຂດ​ເອກະ​ຊົນ​ເຂົ້າ​ໃນ​ການ​ສະໜອງການ​ບໍລິການ​ສາທາລະນະ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ພັດ​ທະນາບັນດາ​ປະ​ເພດ​ຕະຫຼາດການ​ເງິນ, ບໍລິການ​ການ​ເງິນ​ຢ່າງ​ຄົບ​ຊຸດ​ຕາ​ມທິດ​ທັນ​ສະ​ໄໝ. ຍູ້​ແຮງການ​ຈັດ​ວາງ​ຄືນ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ໃນ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຂອງ​ລັດ, ຮັບປະກັນ​ໃຫ້​ຂະ​ບວນວິວັດ​ການຈັດ​ວາງ​ຄືນ​​ໃໝ່​ຂົງ​ເຂດລັດ​ວິ​ສາ​ຫະກິດ​ເຂົ້າ​ສູ່​ເນື້ອ​ແທ້​ຕົວ​ຈິງ.

ທີ​ຫົກ, ຍູ້​ແຮງ​ວຽກ​ງານ​ປະຕິ​ຮູບ​ການ​ບໍລິຫານ, ຜ່ານ​ນັ້ນສືບ​ຕໍ່​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ທຸລະ​ກິດ​ຢ່າງ​ແຂງ​ແຮງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ພັດທະນາ​ບັນດາ​ວິ​ສາ​ຫະກິດ​ສັງກັດ​ທຸກ​ພາກສ່ວນ​ເສດ​ຖະກິດ. ຕາມ​ນັ້ນ, ສືບ​ຕໍ່​ກວດຄືນ, ປັບປຸງ, ບູລະນະລະບົບ​ກົດໝາຍການ​ເງິນ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ເກື້ອກູນ, ສົ່ງ​ເສີມ ​ເພື່ອ​ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ຂະຫຍາຍຕົວ. ​ໃນ​ນັ້ນ, ສຸມ​ໃສ່​ການ​ແກ້​ໄຂສິ່ງ​ກີດຂວາງ​ແລະ​ອຸປະສັກ ກ່ຽວ​ກັບ​ນະ​ໂຍບາຍ​ພາສີ, ສຸລະກາກອນ, ລະບອບການບັນຊີ, ການກວດ​ສອບ​ບັນຊີ, ຂັ້ນ​ຕອນ​ການ​ບໍລິຫານ​ ໃນ​ຂົງ​ເຂດ​ການ​ເງິນ, ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ​ສຳລັບ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ; ນະ​ໂຍບາຍ​ສຳລັບ​ການ​ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ ​ແລະ ສຳລັບ​ຂົງ​ເຂດ​ຊົນນະບົດ, ກະສິກຳ.

ທີ​ເຈັດ, ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລາຄາ, ຕະຫຼາດ. ສືບ​ຕໍ່​ປະຕິບັດ​ຫຼັກການ​ຄຸ້ມ​ຄອງ​ລາຄາ​ຕາມ​ກົນ​ໄກ​ຕະຫຼາດ, ສອດຄ່ອງ​ກັບ​ເປົ້າ​ໝາຍ​ຄວບ​ຄຸມ​ອັດຕາ​ເງິ​ນເຟີ້, ຍູ້​ແຮງ​ການ​ປະຕິບັດ​ແຜນ​ງານ​ລາຄາ​ຕະຫຼາດ​ທີ່​ມີ​ການ​ດັດ​ປັບ​ຂອງ​ລັດ ສຳລັບ​ບັນດາ​ສິນຄ້າ​ທີ່​ສຳຄັນ, ຈຳ​ເປັນ​ເຊັ່ນ ນ້ຳມັນ, ອາຍ​ແກັດ, ​ໄຟຟ້າ, ບໍລິການ​ສາທາລະນະ, ທີ່​ດິນ ​ແລະ ຊັບພະຍາກ​ອນທີ່​ສຳຄັນ; ພ້ອມ​ກັນ​ນັ້ນ ມີ​ວິທີ​ແກ້​ໄຂ​ຊ່ວຍ​ເຫຼື​ອທີ່​ເໝາະ​ສົມ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ (ຜູ້​ທຸກ​ຍາກ, ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ...).

ທີ​ແປດ, ສົມທົບ​ບັນດາ​ນະ​ໂຍບາຍງົບປະມານ, ນະ​ໂຍບາຍ​ການ​ເງິນ ​ເພື່ອ​ຄວບ​ຄຸມ​ອັດຕາ​ເງິນ​ເຟີ້, ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ສູ້​ຊົນ​ເພີ່ມ​ຄວາມ​ເຕີບ​ໂຕ​ຂອງ GDP ​ໃຫ້​ບັນລຸ​ລະດັບ​ຄາດ​ໝາຍ​ແຜນການ​ທີ່​ໄດ້​ວາງ​ໄວ້; ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ຄວາມ​ໂປ່​ງ​ໃສ​ດ້ານການ​ສື່​ສານ​ທີ່​ກ່ຽວ​ພັນ​ເຖິງ​ການ​ເງິນ-ງົບປະມານຂອງ​ລັດຕາມ​ກຳໜົດ. ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ເອກະສານ, ນະ​ໂຍບາຍ, ລະບອບ​ໃໝ່​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ການ​ເງິນ, ​ເພີ່ມ​ທະວີ​ການ​ສົນທະນາ, ຊ່ວຍ​ໜູນ, ​ໃຫ້​ຄຳ​ປືກສາ​ທາງ​ດ້ານ​ກົດໝາຍ ​ໃຫ້​ວິ​ສາ​ຫະກິດ, ປະຊາຊົນ ​ແນ​ໃສ່ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ປະສິດທິ​ຜົນ​ໃນ​ການຈັດ​ຕັ້ງ​ປະຕິບັດບັນດາ​ໜ້າ​ທີ່​ການ​ເງິນ-ງົບປະມານ​ຂອງ​ລັດ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ປັບປຸງ​ບູລະນະ​ກົງຈັກ​ຂອງ​ຂະ​​ແໜງ​ການ​ການ​ເງິນ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ, ຂ້າ​ລັດຖະການ, ລັດຖະກອນ; ຮັບປະກັນ​ຫລຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ ຖືກຕ້ອງ​ຕາມ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ກໍ່ສ້າງ​ກົງຈັກ​ຂອງ​ຂະ​ແໜງ​ການ​ການ​ເງິນ​ໃຫ້​ມີ​ຄວາມ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ຊື່ສັດ​ສຸດຈະລິດ, ມີປະສິດທິ​ຜົນ, ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ເຮັດ; ​ເວົ້າ​ຄຳ​ປະຕິ​ເສດ​ການ​ສໍ້​ລາດ​ບັງ​ຫຼວງ, ​ຫຍໍ້​ທໍ້ ຟຸ່ມ​ເຟືອຍ./.

​ໂດຍ ດິງຕ໋ຽນຢຸ໊ງ,
ກຳມະການ​ສູນ​ກາງ​ພັກ, ລັດຖະມົນ​ຕີ​ກະຊວງ​ການ​ເງິນ

--------------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 893 (​ເດືອນ​ມີນາ 2017)